Ministerial Decision on Border Trade, No. 1953/MOIC
颁布于 2017-11-21 · 文本截至 2026-10-01
以研究形式发布的公开法律与官方指引,不构成法律、税务或金融建议。
研究内容本身以英文撰写。标题和标签已翻译,调查结果和引文未翻译。
关于这部法律
- 原标题
- ຂໍ້ຕົກລົງ ວ່າດ້ວຍການຄ້າຊາຍແດນ ເລກທີ 1953/ອຄ.ກຂອ.
- 语言
- Lao
- 类型
- 条例
- 组织
- Mekong River Commission (MRC)
- 国家
- 老挝
- 主题
- General
- 关键词
- international trade, institution, offences/penalties, governance, enforcement/compliance, inspection, monitoring
- 类别
- *
在哪里阅读
该法律没有记录来源链接。
文本
所收录的法律原文,按条款排列。每个条款都有自己的链接。
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງອຸດສາຫະກໍາແລະການຄ້າ ເລກທີ7 9... /ອຄ.ກຂອ ນະຄອນຫຼວງວຽງຈັນ, ວັນທີ.ອຮ Vi 2017 ຂໍຕົກລົງ ວ່າດ້ວຍການຄ້າຊາຍແດນ - ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017; - ອີງຕາມ ຫັງສືສະເຫີ ຂອງກົມການນໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 4788/ກຂອ.ຊຸດ, ລົງວັນທີ 09 ພະຈິກ 2017. ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍຕົກລົງ: ຫນວດທີ 1 ບົດບັນຍັດທົວໄປ ມາດຕາ 1 ຈຸດປະສົງ ຂໍຕົກລົງສະບັບນີ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄ້າຊາຍແດນ ເພື່ອ ຄຸ້ມຄອງການຄ້າຊາຍແດນ ໃຫ້ດໍາເນີນໂດຍຖືກຕ້ອງຕາມກົດຫນພາບ ແລະ ລະບຽບການ ແນໃສ່ສ້າງຄວາມ ະດວກໂນການຊື້-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສົ່ງອອກສິນຄ້າ, ສົ່ງເສີມການຄ້າຊາຍແດນແບບມີແຜນການ ແລະ ມີຈຸດສຸມ ປະກອບສ່ວນສ້າງວຽກເຮັດງານທໍາ, ສ້າງລາຍໄດ້ ແລະ ແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ ດີຂຶ້ນ. ມາດຕາ ຂ ການຄ້າຊາຍແດນ ການຄ້າຊາຍແດນ ແມ່ນ ການພົວພັນຊີ-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສົ່ງອອກສິນຄ້າ ລະຫວ່າງ ສປປ ລາວ ກັບບັນດາປະເທດທີ່ມີຊາຍແດນຕິດຈອດກັ້ນ ໂດຍຜ່ານດ່ານຊາຍແດນ. ມາດຕາ 3 ອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມບນາຍ ດັ່ງນີ: 1. ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ບນາຍເຖິງ ຣາຊະອານາຈັກໄທ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສາທາລະນະລັດ ປະຊາຊົນ ຈີນ, ຣາຊະອານາຈັກກໍາປູເຈຍ ເລະ ສາທາລະນະລັດແຫ່ງ ສະຫະພາບມຽນມາ; 2. ດ່ານຊາຍແດນ ບນາຍ:ຖິງ ດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີຂອງ ສປປ ລາວທີ່ຖືກຮັບຮູ້ ແລະ ຍອມຮັບຮ່ວມກັນ ລະຫວ່າງ ສປປ ລາວ ແລະ ບັນດາປະເທດທີ່ມີຊາຍແດນຕິດຈອດກັນ: 3. ຜູ້ດໍາເນີນການຄ້າຊາຍແດນ ບນາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ ສປປ ລາວ ທີ່ພົວພັນຊີ້- ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສິ່ງອອກສິນຄ້າ ຜ່ານດ່ານຊາຍແດນ ໂດຍສອດຄ່ອງກັບກົດຫນາຍ ແລະ ລະບຽບການຂອງ ສປປ ລາວ.
ມາດຕາ 4 ຂອບເຂດການນໍາໃຊ້ ຂໍຕົກລົງສະບັບນີ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ ເດືອນໄຫວດໍາເນີນການຄ້າຊາຍແດນຢູ່ ສປປ ລາວ. o ໆນວດທ 2 ຮູບແບບການຄ້າຊາຍແດນ ມາດຕາ 5 ຮູບແບບການຄ້າຊາຍແດນ ຮູບແບບການຄ້າຊາຍແດນ ຂອງ ສປປ ລາວ ປະກອບມີ: ການຄ້າຊາຍແດນທົ່ວໄປ, ການຄ້າຊາຍແດນ ຕາມຂອບສັນຍາ ແລະ ການຄ້າຊາຍເດນຂອງປະຊາຊົນ. ມາດຕາ 6 ການຄ້າຊາຍແດນທົ່ວໄປ ການຄ້າຊາຍແດນທົ່ວໄປແມ່ນການຄ້າ ລະຫວ່າງ ຜູ້ດໍາເນີນທຸລະກິດຢູ່ ສປປ ລາວ ໃນຂອບເຂດທົ່ວ ປະເທດ ກັບ ຜູ້ດໍາເນີນທຸລະກິດຂອງບັນດາປະເທດທີ່ມີຊາຍແດນຕິດຈອດ ກັບ ສປປ ລາວ ເຊິ່ງມີການພົວພັນ ຊື້-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສົ່ງອອກສິນຄ້າ ໂດຍປະຕິບັດຕາມເງື່ອນໄຂ ແລະ ຂັ້ນຕອນການຄ້າຂອງສອງ ປະເທດ. ມາດຕາ 7 ການຄ້າຊາຍແດນຕາມຂອບສັນຍາ ການຄ້າຊາຍແດນຕາມຂອບສັນຍາແມ່ນການຄ້າ ລະຫວ່າງ ສປປ ລາວ ກັບປະເທດທີ່ມີຊາຍແດນຕິດ ຈອດກັນ ທີ່ໄດ້ລົງນາມໃນສັນຍາ, ຂໍ້ຕົກລົງ ຫຼື ບົດບັນທຶກຮ່ວມກັນ ໃນການພົວພັນຊື້-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສົ່ງອອກສິນຄ້າ ຕາມເງືອນໄຂທີ່ໄດ້ກໍານົດໃນຂໍ້ຜູກພັນສອງຝາຍ . ມາດຕາ ຣ ການຄ້າຊາຍແດນຂອງປະຊາຊົນ ການຄ້າຊາຍແດນຂອງປະຊາຊົນແມ່ນການຊື-ຂາຍ ຫຼື ແລກປ່ຽນສິນຄ້າຂອງປະຊາຊົນ ໂດຍຜ່ານດ່ານ ຊາຍແດນ ກັບປະເທດທີມີຊາຍແດນຕິດຈອດ ເຊິງສ່ວນໃຫຍ່ແມ່ນສິນຄ້າທີຜະລິດໃນທ້ອງຖິ່ນຕາມເຂດຊາຍ ແດນ. ຫນວດທີ 3 ການຕໍາເນີນການຄ້າຊາຍແດນ ມາດຕາ ອ ການຕໍາເນີນການຄ້າຊາຍແດນທົ່ວໄປ ຜູ້ດໍາເນີນການຄ້າຊາຍແດນຫົວໄປ ທີ່ພົວພັນຊີ-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສົ່ງອອກສິນຄ້າ ຕ້ອງ ປະຕິບັດຕາມກົດໆນາຍ ແລະ ລະບຽບການ ທີ່ຕິດພັນກັບການຄຸ້ມຄອງການຄ້າ ຂອງ ສປປ ລາວ ແລະ ປະເທດ ທີ່ມິຊາຍແດນຕິດຈອດກັນ.
ມາດຕາ 10 ການດໍາເນີນການຄ້າຊາຍແດນຕາມຂອບສັນຍາ ຜູ້ດໍາເນີນການຄ້າຊາຍແດນຕາມຂອບສັນຍາທີ່ພົວພັນຊື້-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສິ່ງອອກ ສິນຄ້າ ຕ້ອງປະຕິບັດຕາມເງື່ອນໄຂ ແລະ ຂໍ້ຜູກພັນທີ່ກໍານົດໃນສັນຍາ, ຂໍ້ຕົກລົງ ຫຼື ບົດບັນທຶກ ທີ່ໄດ້ລົງນາມ ຮ່ວມກັນ ລະຫວ່າງ ສປປ ລາວ ກັບປະເທດທີ່ມີຊາຍແດນຕິດຈອດກັນ ໂດຍສອດຄ່ອງຕາມກົດຫນາຍ ແລະ ລະບຽບການ ຂອງ ສປປ ລາວ ແລະ ປະເທດທີ່ມີຊາຍແດນຕິດຈອດກັນສອງຝ່າຍ. ມາດຕາ 11 ການດໍາເນີນການຄ້າຊາຍແດນຂອງປະຊາຊົນ ປະຊາຊົນທີ່ດໍາເນີນການຄ້າຊາຍແດນ ໃນການພົວພັນຊື່-ຂາຍ ແລະ ແລກປ່ຽນສິນຄ້າ ຕ້ອງປະຕິບັດ ຕາມກົດຫນາຍ ແລະ ລະບຽບການ ຂອງ ສປປ ລາວ ແລະ ະເທດທີ່ມີຊາຍແດນຕິດຈອດກັນ ຫຼື ປະຕິບັດຕາມ ເງື່ອນໄຂ ແລະ ຂໍ້ຜູກພັນທີ່ກໍານົດໃນສັນຍາ, ຂໍ້ຕົກລົງ ຫຼື ບົດບັນທຶກ ທີ່ລັດຖະບານຂອງສອງປະເທດໄດ້ລົງນາມ ຮ່ວມກັນ. ມາດຕາ 12 ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທົ່ວໄປ ມີພິດຕິກໍາດັ່ງນີ້: ສວຍໃຊ້ອໍານາດ, ຕໍາແຫນ່ງ, ຫນ້າທີ່ ເພື່ອຮຽກຮ້ອງຜົນປະໂຫຍດຈາກວຽກງານການຄ້າຊາຍແດນ; ວ ໃຫ້ການຊ່ວຍເຫລຶອ, ປົກປ້ອງຜູ້ລະເມີດກົດຫນາປ ແລະ ລະບຽບການ; ຜ ເປັນສື່ກາງ, ໃຫ້ສິນບົນ ແລະ ຮັບສິນບົນ ເພື່ອສຜົນປະໂຫຍດໃນວຽກງານການຄ້າຊາຍເດນ; > ມີພຶດຕິກໍາອື່ນ ທີ່ຜິດກົດຫນາຍ ແລະ ລະບຽບການ ຂອງ ສປປ ລາວ ແລະ ປະເທດທີ່ມີຊາຍແດນຕິດ ຈອດກັນ. ມາດຕາ 18 ຂໍ້ຫ້າມສໍາລັບພະນັກງານ ຫຼື ເຈົ້າຫ້າທີ່ ໃນການປະຕິບັດຫ້າທີ່ຫ້າມພະນັກງານ ຫຼື ເຈົ້າຫ້າທີ່ມີພຶດຕິກໍາດຶງນີ້: 1. ປະຕິບັດຫ້າທີ່ໂດຍບໍ່ມີຄວາມເປັນທໍາ, ສວຍໃຊ້ອໍານາດ, ຫາທີ່, ຕໍາແຫນ່ງ ເພື່ອຮຽກຮ້ອງຜົນ ປະໂຫຍດສ່ວນຕົວ ຫຼື ກຸ່ມກ້ອນ; 2. ປອມແປງເອກະສານ ຫຼື ນໍາໃຊ້ເອກະສານປອມ, ເປີດເຜີຍຄວາມລັບ, ກົດຫ່ວງຖ່ວງດຶງ ແລະ ໃຫ້ ຄວາມຮ່ວມມືແກ່ຜູ້ກະທໍາຄວາມຜິດ ດ້ວຍການຮັບສິນບົນ ຫຼື ຜົນປະໂຫຍດອືນ; 3
ມີພຶດຕິກໍາອືນ ທີເປັນການລະເມີດກົດຫນາຍ ແລະ ລະບຽບການ ຂອງ ສປປ ລາວ. ມາດຕາ 14 ຂໍ້ຫ້າມສໍາລັບຜູ້ດໍາເນີນການຄ້າຊາຍແດນ ຫ້າມຜູ້ດໍາເນີນການຄ້າຊາຍແດນມີພຶດຕິກໍາ ດັ່ງນີ້: ເຄື່ອນໄຫວພົວພັນຊື້-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສິ່ງອອກສິນຄ້າ ທີ່ຜິດກົດຫນນາຍ ແລະ ລະບຽບ ການ ຂອງ ສປປ ລາວ; ສະຫນອງຂໍ້ມູນ, ຂ່າວສານທີ່ບໍ່ຖືກຕ້ອງ, ປອມແປງເອກະສານ ຫຼື ນໍາໃຊ້ເອກະສານປອມ ກ່ຽວກັບ ການດໍາເນີນການຄ້າຊາຍແດນ, ເປັນສື່ກາງໃນການສໍ້ໂກງ ແລະ ໃຫ້ສິນບົນແກ່ເຈົ້າຫໍ້າທີ; ຫຼົບຫຼີກການປະຕິບັດພັນທະ, ເຊື່ອງອໍາລາຍການ ຫຼື ປົກປິດປະລິມານສິນຄ້າທີ່ຈະນໍາເຂົ້າ-ສິ່ງອອກ; ມີພິດຕິກໍາອືນທີ່ເປັນການລະເມີດກົດໆນາຍ ແລະ ລະບຽບການ ຂອງ ສປປ ລາວແລະ ປະເທດທີ່ມີ ຊາຍແດນຕິດຈອດກັນ. ບນວດທີ 5 ອົງການຄຸ້ມຄອງການຄ້າຊາຍແດນ ມາດຕາ 15 ຣົງການຄຸ້ມຄອງການຄ້າຊາຍແດນ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການໃນການຄຸ້ມຄອງວຽກງານການຄ້າຊາຍເດນ ໃນ ຂອບເຂດທົ່ວປະເທດ ໂດຍປະສານສົມທົບກັບຂະແຫມງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຕາມ ສິດ ແລະ ພາລະບົດບາດຂອງຕົນ. ອົງການຄຸ້ມຄອງການຄ້າຊາຍແດນແບ່ງເປັນ 03 ຂັ້ນດັ່ງນີ້: ຂັ້ນສູນກາງແມ່ນກົມການນໍາເຂົ້າ ແລະ ສົ່ງອອກ; ຂັ້ນແຂວງແມ່ນພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ, ແຂວງ; ຂັ້ນເມືອງແມ່ນຫໍ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ. ມາດຕາ 16 ສິດ ແລະ ພ້າທີ່ ຂອງ ກົມການນໍາເຂົ້າ ແລະ ສົ່ງອອກ ກົມການນໍາເຂົ້າ ແລະ ສິ່ງອອກ ມີສິດ ແລະ ຫ້າທີ່ດັ່ງນີ້: ເປັນເສນາທິການໃຫ້ແກ່ ລັດຖະມົນຕີ ໃນການຄຸ້ມຄອງ, ພົວພັນ, ຮ່ວມມື ແລະ ພັດທະນາວຽກງານ ການຄ້າຊາຍແດນ; ຄົ້ນຄວ້າສ້າງນະໂຍບາຍ ແລະ ເເຜນຍຸດທະສາດ ກ່ຽວກັບວຽກງານການຄ້າຊາຍເດນ ເພື່ອນໍາສະເນີຂັ້ນ ເທິງພິຈາລະນາແລະ ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ; ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ທີ່ຕິດພັນກັບການຄ້າຊາຍແດນ ເພືອສະເບີຂັ້ນເທິງພິຈາລະນາ ຮັບຮອງ: ຝຶກອົບຮົມ, ເຜີຍແຜ່ບັນດານິຕິກໍາ ແລະ ຂໍ້ມູນຂ່າວສານທີ່ຕິດພັນກັບວຽກງານການຄ້າຊາຍແດນ; ຕິດຕາມ, ກວດກາ, ປະເມີນຜົນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການຄ້າຊາຍແດນໃຫ້້ ສອດຄ່ອງກັບນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກໍາທີ່ວາງອອກໃນເເຕ່ລະໄລຍະ; ເກັບກໍາ, ສັງລວມ ແລະ ວິເຄາະ ສະຖິຕິຂໍ້ມູນການຄ້າຊາຍແດນທົ່ວປະເທດ ລາຍງານໃຫ້ແກ່ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ; 4
ເປັນຈຸດປະສານງານທັງພາຍໃນ ແລະ ຕ່າງປະເທດຕໍ່ວຽກງານການຄ້າຊາຍແດນ; ຕາງຫ້າກະຊວງເຂົ້າຮ່ວມໃນຄະນະວິຊາການຕ່າງໆ ຕາມກົນໄກປະສານງານ ລະຫວ່າງ ກະຊວງກ່ຽວຂ້ອງ ຕໍ່ວຽກງານການຄ້າຊາຍແດນ; ພົວພັນກັບພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເພືອລະດົມຂົນຂວາຍເອົາການຮ່ວມມື, ຊ່ວຍ ເຫຼືອ ແລະ ສະບັບສະຫູນເຂົ້າໃນວຽກງານການຄ້າຊາຍແດນ; 10. ຊຸກຍູ້ ແລະ ແນະນໍາທາງດ້ານວິຊາການ ກ່ຽວກັບວຽກງານການຄ້າຊາຍແດນໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ, ແຂວງ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ. ມາດຕາ 17 ສິດ ແລະ ຫໍ້າທີ່ ຂອງ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ, ແຂວງ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ, ແຂວງ ມີສິດ ແລະ ຫ້າທີ່ດັ່ງນີ້: ເຜີຍແຜ່ນິຕິກໍາ ແລະ ຂໍ້ມູນຂ່າວສານທີ່ຕິດພັນກັບວຽກງານການຄ້າຊາຍແດນ ໃຫ້ແກ່ພາກສ່ວນກ່ຽວຂ້ອງ ແລະ ສັງຄົມ ໄດ້ຮັບຊາບ ແລະ ປະຕິບັດໃຫ້ຖືກຕ້ອງ; ຕິດຕາມ, ກວດກາ, ປະເມີນຜົນ ເແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການຄ້າຊາຍແດນໃຫ້ ສອດຄ່ອງກັບນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກໍາທີວາງອອກໃນແຕ່ລະໄລບະ; ເກັບກໍາ, ສັງລວມ ແລະ ວິເຄາະ ສະຖິຕິຂໍ້ມູນການຄ້າຊາຍແດນລາຍງານໃຫ້ ກົມການນໍາເຂົ້າ ແລະ ສິ່ງ ອອກ, ອົງການປົກດອງນະຄອນຫຼວງ, ແຂວງ ຢ່າງເປັນປົກກະຕິ; ເປັນຈຸດປະສານງານຂັ້ນນະຄອນຫຼວງ, ແຂວງ ໃນວຽກງານການຄ້າຊາຍແດນ; ເຂົ້າຮ່ວມໃນຄະນະວິຊາການຕ່າງໆ ຕາມກົນໄກປະສານງານໃນວຽກງານການຄ້າຊາຍແດນ; ພົວພັນຮ່ວມມື, ພົບປະແລກປ່ຽນຂໍ້ມູນຂ່າວສານ ແລະ ປະສານງານກັບພາກສ່ວນຕ່າງໆພາຍໃນແຂວງ ແລະ ບັນດາແຂວງຂອງປະເທດທີ່ມີຊາຍແດນຕິດຈອດກັນ ເພື່ອລະດົມຂົນຂວາຍເອົາການຮ່ວມມື, ການ ຊ່ວຍເຫຼືອ ແລະ ສະຫັບສະຫນຸນເຂົ້າໃນວຽກງານການຄ້າຊາຍແດນ; ຊຸກຍູ້ ແລະ ແນະນໍາທາງດ້ານວິຊາການ ກ່ຽວກັບວຽກງານການຄ້າຊາຍແດນໃຫ້ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ.
ມາດຕາ 18 ສິດ ແລະ ພ້າທີ່ ຂອງ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ ມີສິດ ແລະ ຫ້າທີ່ດັ່ງນີ້: ເຜີຍແຜ່ນິຕິກໍາ ແລະ ຂໍ້ມູນຂ່າວສານທີ່ຕິດພັນກັບວຽກງານການຄ້າຊາຍແດນ ໃຫ້ແກ່ພາກສ່ວນກ່ຽວຂ້ອງ ແລະ ສັງຄົມ ໄດ້ຮັບຊາບ ແລະ ປະຕິບັດໃຫ້ຖືກຕ້ອງ; ເປັນເຈົ້າການຈັດຕັ້ງປະຕິບັດວຽກງານການຄ້າຊາຍແດນໃຫ້ສອດຄ່ອງກັບນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກໍາທີ່ວາງອອກໃນແຕ່ລະໄລຍະ; ປະສານສົມທົບກັບອໍານາດການປົກຄອງເມືອງ, ກຸ່ມບ້ານ, ບ້ານເພື່ອຕິດຕາມ, ເກັບກໍາ ຂໍ້ມູນສະຖິຕິ ການຄ້າຊາຍແດນໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ, ແຂວງ ແລະ ອົງການ ປົກຄອງເມືອງ ຢ່າງເປັນປົກກະຕິ: ເກັບກໍາ, ສັງລວມສະຖິຕິຂໍ້ມູນການຄ້າຊາຍແດນລາຍງານໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ, ແຂວງ ແລະ ອົງການປົກຄອງເມືອງ ຢ່າງເປັນປົກກະຕິ; 5. ພົວພັນຮ່ວມມື, ພົບປະແລກປ່ຽນ ແລະ ປະສານງານກັບພາກສ່ວນຕ່າງໆພາຍໃນເມືອງ ແລະ ບັນດາ ເມືອງຂອງປະເທດທີມີຊາຍແດນຕິດຈອດ ເພືອລະດົມຂົນຂວາຍເອົາການຮ່ວມມື, ການຊ່ວຍເຫຼືອ ແລະ ສະຫຼັບສະຫນູນເຂົາໃນວຽກງານການຄ້າຊາຍແດນ. ຫນວດທີ 6 ໄນ an [ຊາ o ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕຜູ້ລະເມດ ມາດຕາ 19 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຈະໄດ້ ຮັບການຍ້ອງຍໍ, ຊົມເຊີຍ ຫຼື ປະຕິບັດນະໂຍບາຍຕາມຄວາມເຫນາະສົມ. ກ ມາດຕາ 20 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ບັບໃບນ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມກໍລະນີຫັກ ຫຼື ເບົາ.
a ໆນວດທ 7 ບົດບັນຍັດສຸດທ້າຍ ມາດຕາ 21 ການຈັດຕັ້ງປະຕິບັດ ມມອບໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ, ແຂວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຂໍ້ ຕົກລົງສະບັບນີ້ໃຫ້ເກີດປະສິດທິຜົນສູງສຸດ. ມາດຕາ 22 ຜົນສັກສິດ ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງໃນຈົດຫນາຍເຫດທາງລັດຖະ ການສິບຫ້າວັນຮູ7