跳到主要内容
Nelum
老挝的法律

Ministerial Decision No.1970 on regulations on monitoring and inspection of state investment projects from the initial stage in agriculture and forestry sectors

颁布于 2015-08-18 · 文本截至 2026-10-01

以研究形式发布的公开法律与官方指引,不构成法律、税务或金融建议。

研究内容本身以英文撰写。标题和标签已翻译,调查结果和引文未翻译。

关于这部法律

语言
Lao
类型
条例
组织
Mekong River Commission (MRC)
国家
老挝
主题
Agricultural and rural development, Forestry
关键词
investment, inspection, monitoring, agricultural development, offences/penalties, corruption, enforcement/compliance, forest management/forest conservation

在哪里阅读

    该法律没有记录来源链接。

文本

所收录的法律原文,按条款排列。每个条款都有自己的链接。

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງກະສິກໍາ ແລະປ່າໄມ້ ຂໍຕົກລົງ a ວ່າດ້ວຍລະບຽບການ ຕິດຕາມ ແລະກວດກາ ໂຄງການລົງທຶນຂອງລັດແຕ່ຫົວທີ ໃນຂະແບນງການກະສິກໍາ ແລະປ່າໄມ້ — ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ເລກທີ ຂ62/ນຍ, ລົງວັນທີ 28 ມິຖຸນາ 2012 ວ່າຕ້ວຍການຈັດຕັ້ງ ແລະການເດືອນ ໄຫວຂອງກະຊວງກະສິກໍາ ແລະປ່າໄມ້; — ອີງຕາມດໍາລັດຂອງລັດຖະບານ ເລກທີ 01ນລບ, ລົງວັນທີ 06 ມັງກອນ 2015 ວ່າດ້ວຍການຕິດຕາມກວດກາໂຄງການລົງ ທຶນຂອງລັດ ເລີ່ມແຕ່ຫົວທີ; — ອີງຕາມບົດແນະນໍາຂອງອົງການກວດກາລັດຖະບານ ເລກທີ 46/ອກລ, ລົງວັນທີ 04 ມີນາ 2015 ວ່າດ້ວຍການຈັດຕັ້ງປະ ຕິບັດດໍາລັດຂອງລັດຖະບານ ເລກທີ ovau; — ອີງຕາມຫັງສືສະເຫີຂອງກົມກວດກາ ເລກທີ 0320/ກກກ, ລົງວັນທີ 16 ກໍລະກົດ 2015. ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ອອກຂໍຕົກລົງ: ຫນວດທີ 1 ບົດບັນຍັດທົວໄປ ມາດຕາ 1 ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກໍານົດຂັ້ນຕອນ, ວິທີການ, ສິດ ແລະຫ້າທີ່ ຂອງຄະນະຕິດຕາມກວດກາໂຄງການລົງ ທຶນ ຂອງລັດແຕ່ຫົວທີໃນຂະແບນງການກະສິກໍາ ແລະປ່າໄມ້ ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງ ປະຕິບັດ, ແນໃສ່ສະກັດກັ້ນ ບໍ່ໃຫ້ມີການລະເມີດລະບຽບກົດບນາຍ ປະກອບສ່ວນເຂົ້າໃນການພັດທະນາຂະແຫງ ການ ໃຫ້ຂະຫຍາຍຕົວປ່າງຕໍ່ເນື່ອງ. ມາດຕາຂ ຂອບເຂດການນໍາໃຊ້ ຂໍຕົກລົງສະບັບນີ ນໍາໃຊ້ສໍາລັບຄະນະຕິດຕາມ ກວດກາໂຄງການລົງທຶນຂອງລັດເລີມແຕ່ຫົວທີ ຂອງຂະ ແບນງການກະສິກໍາ ແລະປາໄມ້ ທີ່ຖືກແຕ່ງຕັ້ງຈາກຮົງການທີມີສິດອໍານາດ. ມາດຕາ 3 ມາດຕະຖານ ແລະເງື່ອນໄຂ ສໍາລັບພະນັກງານ ຕິດຕາມກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຜູ່ທີ່ຈະເປັນພະນັກງານ ຕິດຕາມກວດກາໂຄງການລົງທຶນຂອງລັດແຕ່ຫົວທີ ໃນຂະແຫນງການກະສິກໍາ ແລະ ປ່າໄມ້ ຕ້ອງມີມາດຕະຖານ ແລະເງືອນໄຂຕົ້ນຕໍ່ ດັ່ງນີ້: 1. ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ກໍາແຫ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດຫນາຍຂອງ ລັດ, ມີທັດສະນະຫຼັກຫນັ້ນການເມືອງຫັກແຫ້ນ ແລະມືດຸນສົມບັດສິນທໍາປະຕິວັດ; 49 1

  2. 2. ເປັນພະນັກງານສັງກັດລັດ ທີ່ມີຄວາມຮູ້ - ຄວາມສາມາດ ໃນລະດັບອັນແນ່ນອນ ແລະມີປະສົບການໃນ ການຕິດຕາມກວດກາ ໂຄງການມາກ່ອນ ຫຼືຮັບຜິດຊອບກ່ຽວກັບວຽກງານໂຄງການລົງທຶນຂອງລັດມາກ່ອນ; 3. ມີຄວາມຮັບຜິດຊອບສູງ, ບໍລິສຸດ - ສັດຊື່, ໂປ່ງໃສ, ມີຄວາມຍຸຕິທໍາ, ຮັກສາຄວາມລັບ ແລະເປັນແບບ ຢ່າງໃນການປະຕິບັດບັນດາລະບຽບກົດບນາຍ; 4. ບໍ່ເຄີຍຖືກປະຕິບັດວິໄນສະຖານຫັກ, ບໍ່ເຄີຍລະເມີດກົດຫນຼາຍແພ່ງ ແລະບໍ່ເດີຍຖືກສານຕັດອຶດສະລະ ພາບກ່ຽວກັບພຶດຕິກໍາທີ່ເບັນການສໍ້ລາດບັງຫຼວງ. o ຫວດທີ 2 ຂັ້ນຕອນ ແລະວິທີການຕິດຕາມກວດກາ ມາດຕາ4 ຂັ້ນຕອນການຕິດຕາມກວດກາໂຄງການລົງທຶນຂອງລັດ ການຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ໃນຂະແບນງການກະສິກໍາ ແລະປ່າໄມ້ ຕ້ອງ ດໍາເນິນຕາມຂັ້ນຕອນ ດັ່ງນີ້: 1. ການກະກຽມ; 2. ການດໍາເນີນການກວດກາ; 3. ການສະຫຼຸບຜົນການກວດກາ. ມາດຕາ 5 ການກະກຽມ ກ່ອນຈະດໍາເນີນການຕິດຕາມກວດກາ ພະນັກງານກວດກາ ແລະຄະນະຕິດຕາມກວດກາ ຕ້ອງກະກຽມ ເນື້ອໃນ ແຕ່ລະດ້ານດັ່ງນີ້: 1. ເກັບກໍາຂໍ້ມູນ, ຄົ້ນຄ້ວາ, ເຊື່ອມຊຶມ, ວິເຄາະ, ວິໄຈ ແລະກໍາແຫ້ນ ເນື້ອໃນເອກະສານກ່ຽວກັບໂຄງ ການທີ່ຈະຕິດຕາມກວດກາ ເຊັ່ນ: — ບົດສະເຫີໂຄງການ ຕ້ອງກໍາແຫ້ນ ຈຸດປະສົງ, ຄາດຫນາຍ, ວິທີການຈັດຕັ້ງປະຕິບັດ, ຄວາມສອດຄ່ອງ, ປະສິດທິພາບ, ປະສິດທິຜົນ, ຜົນກະທົບ, ຄວາມຍືນຍົງ ແລະຜົນໄດ້ຮັບຈາກການຈັດຕັ້ງປະຕິບັດໂດງການ; --- ບົດສຶກສາຄວາມເປັນໄປໄດ້ຂອງໂຄງການ ຕ້ອງກໍາແຫ້ນເງື່ອນໄຂຕ່າງໆພາຍໃນທີ່ໄດ້ກໍານົດໄວ້ໃນ ແຕ່ລະພາກສ່ວນສະຫນອງ, ພາລະບົດບາດຂອງເຈົ້າຂອງໂຄງການ, ທີ່ປຶກສາໂຄງການ, ຜູ້ຮັບເຫນົາກໍ່ສ້າງ ແລະຜູ້ ສະຫຼອງວັດສະດຸກໍ່ສ້າງ; — ບົດວິພາກເສດຖະກິດ - ເຕັກນິກ ຕ້ອງກໍາແຫ້ນມູນຄ່າໂຄງການ, ຜົນໄດ້, ຜົນເສຍ, ການກໍານົດເຕັກ ນິກຂອງໂຄງການ; — ບົດປະເມີນຜົນກະທົບຂອງໂຄງການ ຕໍ່ເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມ ເປັນຕົ້ນ ທາງດ້ານ ການດໍາລົງຊິວິດຂອງປະຊາຊົນ ໃນບໍລິເວນທີ່ຕິດພັນກັບໂດງການ ແລະສິດການນໍາໃຊ້ຊັບພະຍາກອນທໍາມະຊາດ; — ເອກະສານການຈັດຊື້ - ຈັດຈ້າງ ຕ້ອງກໍາແຫ້ນ ການແຕ່ງຕັ້ງຄະນະຮັບຜິດຊອບ, ການແຕ່ງຕັ້ງຄະນະ ປະມູນ, ການກໍານົດພາລະບົດບາດ, ສິດຂອບເຂດຂອງຄະນະຮັບຜິດຊອບ ແລະຄະນະປະມູນ, ການອອກແຈ້ງການ ປະມຸນ, ວັນເວລາຮັບ - ເປີດຊອງປະມູນ, ການເປີດຊອງປະມູນ, ການບັນທຶກຜົນການປະມູນ, ການລາຍງານຜົນ ການປະມູນ, ການຕົກລົງຮັບຮອງເອົາຜູ້ຊະນະປະມຸນ, ເອກະສານສັນຍາການກໍ່ສ້າງ ແລະເອກະສານສັງວຽກ ໂດຍ ລວມແມ່ນຖືກຕ້ອງສອດດ່ອງກັບ ດໍາລັດ ເລກທີ 03/ນຍ. ລົງວັນທີ 9 ມັງກອນ 2004 ວ່າດ້ວຍການປະມູນຈັດຊື້ ສິນຄ້າ, ການກໍສ້າງ, ການສ້ອມແປງ ເເລະການບໍລິການດ້ວຍທຶນຂອງລັດ ແລ້ວຫຼືບໍ່ ?; ຂ. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ, ພາກສ່ວນທີ່ກ່ຽວຂ້ອງ ແລະປະຊາຊົນໃນຂອບເຂດອ້ອມ ຂ້າງບ່ອນໂຄງການຕັ້ງຢູ່ ເພື່ອເກັບກໍາຂໍ້ມູນຜົນກະທົບຕໍ່ການເດືອນໄຫວ ແລະດໍາລົງຊີວິດຂອງປະຊາຊົນ;4າ 2

  3. 8. ສັງລວມບັນຫາຕ່າງໆ ເພື່ອສ້າງເປັນແຜນການເຄື່ອນໄຫວ. ກໍານົດແຜນວຽກ, ເປົ້າຫນາຍ ທີ່ຈະຕ້ອງໄດ້ ກວດກາ, ກໍານົດວັນເວລາ. ສະຖານທີ່ກວດກາ, ກໍານົດແຜນຄົນ, ງົບປະມານ, ອຸປະກອນ ແລະພາຫະນະຮັບໃຊ້ ວຽກງານດັ່ງກ່າວ; 4. ສະເຫີຂັ້ນເທິງ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຕິດຕາມກວດກາໂຄງການເລີ່ມແຕ່ທົວທີ; 5. ຜ່ານແຜນການ ແລະແບ່ງຄວາມຮັບຜິດຊອບພາຍໃນ ຄະນະຕິດຕາມກວດກາມອບບຫນາຍ ຕາມຫ້າວຽກ, ຄວາມຮູ້ ແລະຄວາມສາມາດຂອງພະນັກງານ ທີ່ເຂົ້າຮ່ວມເປັນດະນະຕິດຕາມກວດກາ. ມາດຕາ 6 ການດໍາເນີນການກວດກາ ໃນການດໍາເນີນການຕິດຕາມກວດກາ ພະນັກງານ ແລະຄະນະຮັບຜິດຊອບຕິດຕາມກວດກາ ຕ້ອງດໍາເນີນ ການຕາມຂັ້ນຕອນ ດັ່ງນີ້: 1. ແຈ້ງຂໍ້ຕົກລົງ ໃຫ້ເຈົ້າຂອງໂຄງການ, ຄະນະຮັບຜິດຊອບໂຄງການ, ບໍລິສັດທິປຶກສາ, ຜູ້ຮັບເຫົົາກໍສ້າງ ຊາບ ເຖິງຈຸດປະສົງ, ເນຶ້ອໃນ, ແຜນການເດືອນໄຫວ, ຄວາມຕ້ອງການດ້ານຂໍ້ມູນ, ບ່ອນເຮັດວຽກ, ຜູ້ຮ່ວມເຮັດ ວຽກ, ກໍານົດເວລາເຮັດວຽກ, ຮັບຟັງການລາຍງານຈາກເຈົ້າຂອງໂຄງການ, ຄະນະຮັບຜິດຊອບໂຄງການ, ບໍລິສັດ ທີ່ປຶກສາ, ກໍາມະກອນ, ຊ່ຽວຊານ ເພື່ອກໍາແຫ້ນຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ, ແຜນການ, ຫ້າວຽກ ແລະຂັ້ນຕອນການຈັດຕັ້ງປະຕິບັດ; ຂ. ດໍາເນີນການກວດກາຕົວຈິງໃນແຕ່ລະຫ້າວຽກສໍາດັນ ເຊັ່ນ: — ກວດກາ ການແຕ່ງຕັ້ງຄະນະຮັບຜິດຊອບໂຄງການລົງທຶນຂອງລັດ, ການແບ່ງຄວາມຮັບຜິດຊອບ ໂດຍ ການກໍານົດແບບແຜນວິທີການເຮັດວຽກ ຢ່າງຖືກຕ້ອງສອດຄ່ອງກັບລະບຽບຫຼັກການ; — ກວດກາການປະມູນ, ການຈັດຊື້ - ຈັດຈ້າງ ສົມທຽບໃສ່ ລະບຽບຫຼັກການຂອງລັດວາງອອກ; -- ກວດກາການປະຕິບັດສິດ ແລະຫ້າທີ່ ຂອງຜູ່ປະຕິບັດໂຄງການ ເຊັ່ນ: ເຈົ້າຂອງໂຄງການ, ຄະນະ ຮັບຜິດຊອບໂຄງການ, ບໍລິສັດທີ່ປືກສາໂຄງການ ແລະບໍລິສັດຮັບເພົາກໍ່ສ້າງ; — ກວດກາການປະຕິບັດສັນຍາ, ຄຸນນະພາບຂອງວຽກ,, ເຕັກນິກ, ການນໍາໃຊ້ວັດສະດຸເຂົ້າໃນການກໍ່ສ້າງ, ຜົນສໍາເລັດ, ການຊໍາລະສະສາງ ແລະການປະຕິບັດພັນທະຕ່າງໆ.

  4. ມາດຕາ7 ການສະຫຼຸບຜົນການຕິດຕາມກວດກາ ໃນການກວດກາແຕ່ລະຄັ້ງ ຜູ່ກວດກາ ແລະຄະນະຮັບຜິດຊອບຕິດຕາມກວດກາ ຕ້ອງຄົ້ນຄວ້າ, ສັງລວມ ແລະເຮັດບົດບັນທຶກການກວດກາໃນແຕ່ລະຫ້າວຽກ ໂດຍໃຫ້ເຫັນໄດ້ດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຂໍ້ສະເຫຼີວິທິການແກ້ໄຂ. ບົດສະຫຼຸບຜົນການຕິດຕາມກວດກາ ຕ້ອງໄດ້ຜານກັນພາຍໃນຄະນະຕິດຕາມກວດກາ ເພື່ອດວາມເປັນເອ ກະພາບກັ້ນແລ້ວສົ່ງໃຫ້ຜູ່ປະຕິບັດໂຄງການ ມີຄວາມເຫັນເປັນເອກະພາບ ແລະເຊັນບົດບັນທຶກຮ່ວມກັນ, ຫຼັງຈາກ ນັ້ນ ຈິ່ງລາຍງານໃຫ້ຜູ້ອອກຂໍ້ຕົກລົງ ເພື່ອພິຈາລະນາແກ້ໄຂ ແລະສົ່ງຜົນການແກ້ໄຂ ໃຫ້ຜູ້ປະຕິບັດໂຄງການຊາບ ແລະຈັດຕັ້ງປະຕິບັດ ໂດຍມີການຕິດຕາມກວດກາຢ່າງເຂັ້ມງວດ. ມາດຕາ ຣ ຂອິ້ທີ້ການຕິດຕາມກວດກາ ໃນການຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຜູກວດກາ ແລະຄະນະຮັບຜິດຊອບຕິດ ຕາມກວດກາ ຕ້ອງປະຕິບັດວິທີການສໍາຄັນ ດັ່ງນີ້: 1. ໃກ້ຊິດຕິດແທດກັບຜູ່ປະຕິບັດໂຄງການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອໃຫ້ຮຸ້ຄວາມເປັນມາຂອງໂຄງ ການ, ສິດ, ຫ້າທີ່ ແລະຄວາມຮັບຜິດຊອບຂອງຜູ່ປະຕິບັດໂຄງການໃນແຕ່ລະພາກສ່ວນ, ຮູ້ໄດ້ແບບວິທີການຈັດຕັ້ງ ປະຕິບັດໂຄງການ, ມູນຄ່າໂຄງການ, ໄລຍະການຈັດຕັ້ງປະຕິບັດໂຄງການ, ສະພາບເງື່ອນໄຂຄວາມເປັນໄປໄດ້, ຂໍ້ຈໍາ ກັດ, ວິທີການແກ້ໄຂ ຂອງຜູ້ປະຕິບັດໂຄງການ, ບັນຫາຜົນກະທົບຕໍ່ເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະການ4າ 3 ທໍາມາຫາກິນຂອງປະຊາຊົນ; 2. ລົງຕິດຕາມກວດກາການປະຕິບັດໂຄງການເປັນແຕ່ລະໄລຍະ ໂດຍສົມທຽບພ້າວຽກທີ່ກໍານົດໄວ້ໃນ ສັນຍາ ແລະຫ້າວຽກທີ່ໄດ້ປະຕິບັດຕົວຈິງ ໃຫ້ເຫັນໄດ້ອັນໃດປະຕິບັດຕາມສັນຍາ, ວຽກໃດບໍ່ຢູ່ໃນສັນຍາ ໄດ້ມີ ການສະເຫີດັດແກ້ສັນຍາຄືແນວໃດ; 3. ໃຫ້ຄໍາປຶກສາຫາລື ແລະ ສະເຫີຕໍ່ຜູ້ປະຕິບັດໂຄງການ ຫາກເຫັນວ່າ ການກໍ່ສ້າງຈະບໍ່ໄປຕາມການສໍາ ຫຼວດ-ອອກແບບ, ບໍ່ໄປຕາມສັນຍາ, ບໍ່ໄປຕາມມາດຖານເຕັກນິກ, ບໍ່ໄປຕາມຂັ້ນຕອນ ທີ່ໄດ້ກໍານົດໄວ້ໃນບົດວິພາກ ເສດຖະກິດເຕັກນິກ ແລະ ອື່ນໆ; 4. ຮ່ວມກັບເຈົ້າຂອງໂຄງການ, ຜູ້ຮັບຜິດຊອບໂຄງການກວດກາກ່ອນການມອບ- ຮັບ.

  5. o ໆນວດທ 3 ສິດ, ຫ້າທີ ແລະຂໍຫ້າມຂອງຄະນະຕິດຕາມກວດກາ ມາດຕາ ອີ່ ສິດ ແລະຫນ້າທີ່ ຜູ່ກວດກາ ແລະຄະນະຮັບຜິດຊອບຕິດຕາມກວດກາ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ກວດກາໂຄງການລົງທຶນຂອງ ລັດເລີ່ມແຕ່ຫົວທີ ໃດຫຶງ ມີສິດ ແລະຫໍ້າທີ່ຕົ້ນຕໍ ດັ່ງນີ້: 1. ແຈ້ງຂໍ້ຕົກລົງ, ແຜນການຕິດຕາມກວດກາ, ປຶກສາຫາລືກັບ ຜູ້ປະຕິບັດໂຄງການ; 2. ດໍາເນີນການຕິດຕາມ ກວດກາ ຕາມແຜນການ, ຂັ້ນຕອນ ທີ່ໄດ້ກໍານົດໄວ້; 3. ສະເຫີໃຫ້ຜູ່ປະຕິບັດໂດງການ, ອົງການຈັດຕັ້ງ ແລະບຸກຄົນທີ່ກ່ຽວຂ້ອງ ລາຍງານສະພາບການ, ສະ ຫອງຂໍ້ມູນ, ເອກະສານຕ່າງໆ ແລະ ຕອບຄໍາຖາມເຈາະຈັ້ມ ກ່ຽວກັບການຕິດຕາມກວດກາໂຄງການ; 4. ປະສານສົມທົບກັບຜູ້ປະຕິບັດໂຄງການ ລົງຕິດຕາມກວດກາໂດຍກົງຕໍ່ຫນ້ໍາວຽກໃດຫຶ່ງຂອງໂດງ ການທີ່ ເຫັນວ່າມີຄວາມສໍາຄັນ ແລະ ຈໍາເປັນ: 5. ເຂົ້າຮ່ວມກອງປະຊຸມຂອງ ຜູ້ປະຕິບັດໂຄງການ ທີ່ຈັດຂຶ້ນແຕ່ລະຄັ້ງ: 6. ສະເຫີໃຫ້ຜູ້ປະຕິບັດໂຄງການ. ອໍານາດການປົກຄອງທ້ອງຖິ່ນ ອໍານວຍຄວາມສະດວກໃນເມື່ອລົງ ປະຕິບັດພ້າທີ່ຢູ່ພື້ນທີ່ຕາງໆ ບ່ອນໂຄງການຕັ້ງຢູ່: 7. ສັງໂຈະຊົ່ວຄາວ ໃນເມືອກວດກາພົບເຫັນ ການປະຕິບັດໂຄງການ ທີ່ບໍ່ຖືກຕ້ອງຕາມລະບຽບຫຼັກການ, ບົດວິພາກເສດຖະກິດເຕັກນິກ. ບົດສະເພີໂຄງການ, ສັນຍາທີ່ກໍານົດໄວ້. ແຕ່ຕ້ອງລາຍງານໃຫ້ຜູ້ອອກຂໍ້ຕົກລົງພາຍ ໃນ 24 ຊົ່ວໂມງ; 8. ສະຫຼຸບລາຍງານຜົນຂອງການຕິດຕາມກວດກາ ໃຫ້ຂັ້ນເທິງຂອງຕົນເປັນປົກກະຕິ ເພື່ອມີທິດຊື້ນໍາ ແລະ ພິຈາລະນາແກ້ໄຂໃຫ້ທັນເວລາ, ພ້ອມທັງສືບຕໍ່ຕິດຕາມການຈັດຕັ້ງປະຕິບັດ ຜົນຂອງການແກ້ໄຂດັ່ງກ່າວ; 9. ນໍາໃຊ້ສິດ ແລະ ປະຕຶບັດພ້າທີ່ອືນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ, ລະບຽບການ ແລະຕາມການມອບ ເພາຍຂອງການຈັດຕັ້ງຂັ້ນເທິງ. ມາດຕາ 10 ຂໍ້ຫ້າມສໍາລັບກະນະຕິດຕາມກວດກາ ຫ້າມພະນັກງານຕິດຕາມກວດກາ ມີພຶດຕິກໍາ ດັ່ງນີ້: 1. ປະຕິບັດຫ້າທີ່, ຄວາມຮັບຜິດຊອບໃນການຕິດຕາມກວດກາ ເກີນຂອບເຂດສິດທີ່ໄດ້ກໍານົດໄວ້ໃນຂໍ້ ຕົກລົງ ຫຼືລະເມີດກົດຫນາຍ, ລະບຽບການ ກ່ຽວກັບວຽກງານກວດກາ; 2. ສວຍໃຊ້ຫ້າທີ່ຕໍາແຫ່ງ ບັງຄັບ, ນາບຂູ່ຕໍ່ຜູ້ຈັດຕັ້ງປະຕິບັດໂຄງການ ເພືອຫາຜົນປະໂຫຍດໃຫ້ແກ່ຕົນ ເອງ, ຫູ່ຄູ່, ຍາດພີ່ນ້ອງ ແລະ ພັກພວກ; 3. ຫີປະຫ້າທີ ຫຼືໄປຮັບຜິດຊອບຫ້າທີ່ອື່ນ ໃນໄລຍະມີຂໍ້ຕົກລົງໃຫ້ປະຕິບັດຫ້າທີ່ຕິດຕາມກວດກາໂຄງ4າ 4

  6. ການ ໂດຍບໍ່ໄດ້ຮັບການອະນຸຍາດຈາກກົມ, ກອງ ທີ່ສັງກັດຢູ່; 4. ຂໍ ແລະຮັບສິນບົນ, ປົກປິດ ຫຼືເຊື໊ອງອໍາຂໍ້ມູນ, ທຼັ ກຖານ ຫຼືລາຍງານບໍ່ຖືກກັບດວາມຈິງ, ບໍ່ໃຫ້ການຮ່ວມ ມືກັບການຈັດຕັ້ງທີ່ກ່ຽວຂ້ອງໃນການປະຕິບັດຫໍ້າທີ່; 5. ມີພິດຕິກໍາອືນໆ ທີເປັນການລະເມີດກົດຫນາຍ ແລະລະບຽບການ. ຫວດທີ 4 ນະໂຍບາຍຕໍ່ຜູ່ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ ມາດຕາ 11 ນະໂຍບາຍຕໍ່ຜູ່ມີຜົນງານ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີມີຜົນງານດີເດັນໃນການປະກອບສ່ວນ ຈັດຕັ້ງປະຕິບັດວຽກງານຕິດ ຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີໃນຂະແບນງການກະສິກໍາ ແລະປ່າໄມ້ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອືນ ຕາມຄວາມເຫນາະສົມ. ມາດຕາ 12 ມາດຕະການຕໍ່ຜູ່ລະເມີດ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖິກຕັກເຕືອນ, ສຶກສາອົບຮົມ, ປະຕິບັດ ວິໄນ, ບັບໃນ, ໃຊ້ແທນຄວາມເສຍຫາຍທາງແພ່ງ ຫຼືລົງໂທດທາງອາຍາ ຕາມແຕ່ລະກໍລະນີເບົາ ຫຼື ພັກ ຕາມທີ່ໄດ້ ລະບູໄວ້ໃນລະບຽບກົດຫນາຍ.. ຫນວດທີ 5 ບົດບັນຍັດສຸດທ້າຍ ມາດຕາ 13 ການຈັດຕັງປະຕິບັດ ໃຫ້ກົມກວດກາ ເປັນເຈົາການປະສານສົມທົບກັບ ຫ້ອງການ, ບັນດາກົມ, ສະຖາບັນ, ພະແນກ ກະ າ ແລະປ່າໄມ້ປະຈໍາແຂວງ, ນະຄອນຫຼວງ ແລະຫ້ອງການກະສິກໍາ ແລະປ່າໄມ້ປະຈໍາເມືອງ ພ້ອມກັນຈັດຕັ້ງປະຕິບັດ ຂ້ ຕົກລົງສະບັບນີ້ ຢ່າງເຂັ້ມງວດ. ສໍາສັບ ງົບປະມານຮັບໃຊ້ໃຫ້ແກ່ຄະນະຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ໃນ ຂະແບນງການກະສິກໍາ ແລະປ່າໄມ້ ແມ່ນໃຫ້ນໍາໃຊ້ງົບປະມານທີ່ຂຶ້ນເວ້ຂອງໂຄງການ. ການນໍາໃຊ້ຕົວຈິງ ແມ່ນປະຕິບັດ ຕາມລະບຽບການທີ່ ກະຊວງການເງິນ ແລະກະຊວງແຜນການ ແລະການລົງທຶນ ປະກາດໃຊ້ໃນແຕ່ລະໄລຍະ ຕາມ ທີ່ໄດ້ກໍານົດໄວ້ໃນ ບົດແນະນໍາຂອງອົງການກວດກາລັດຖະບານ ເລກທີ 46/ອກລ, ລົງວັນທີ 04 ມີນາ 2015 ວ່າ ດ້ວຍການຈັດຕັ້ງປະຕິບັດຕໍາລັດຂອງລັດຖະບານ ເລກທີ 01ລບ.

  7. ມາດຕາ 14 ຕົກລົງສະບັບນີ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົນໄປ..%າ ລັດຖະມົນຕີວ່າການກະຊວງກະສິກໍາ ແລະປ່າໄມ້ W ວິໄລວົນ ປົນເຂ

Ministerial Decision No.1970 on regulations on monitoring and inspection of state investment projects from the initial stage in agriculture and forestry sectors · Nelum