跳到主要内容
Nelum
老挝的法律

Ministerial Decision No. 0483/MONRE on Strategic Environmental Assessment (SEA)

颁布于 2017-02-06 · 文本截至 2026-10-01

以研究形式发布的公开法律与官方指引,不构成法律、税务或金融建议。

研究内容本身以英文撰写。标题和标签已翻译,调查结果和引文未翻译。

关于这部法律

原标题
ຂໍ້ຕົກລົງ ວ່າດ້ວຍ ການປະເມີນສິ່ງແວດລ້ອມແບບຍຸດທະສາດ(ເລກທີ 0483/ກຊສ).
语言
Lao
类型
条例
组织
Mekong River Commission (MRC)
国家
老挝
主题
Agricultural and rural development, Livestock, Energy, Environment, Food and nutrition, Fisheries and aquaculture, Forestry, Land and soil, Mineral resources, Sea, Water, Wild species and ecosystems, Waste and hazardous substances
关键词
sustainable use, pollution control, protection of environment, certification, public participation, monitoring, ecosystem conservation, freshwater pollution
类别
metals-base, metals-precious, minerals-critical

在哪里阅读

    该法律没有记录来源链接。

文本

所收录的法律原文,按条款排列。每个条款都有自己的链接。

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ຕຼີ 4 § 3 Rl| ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເລກທີ: /ກຊສ ນະຄອນຫຼວງວຽງຈັນ, ວັນທີ ຜົ ກຸມພາ 2017 ຂໍ້ຕົກລົງ 9~ ລ່າດ້ວຍ ການປະເມີນສິງແວດລ້ອມແບບຍຸດທະສາດ - ອີງຕາມມາດຕາ 19 ຂອງກົດຫນາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012. ລັດຖະມົນຕີ ອອກຂໍ້ຕົກລົງ: ຫນວດທີ 1 ບົດບັນຍັດທົ່ວໄປ ມາດຕາ1 ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ ແລະ ຂັ້ນຕອນ ການປະເມີນສິ່ງແວດລ້ອມ ແບບຍຸດທະສາດ ເພື່ອໃຫ້ ຂະແບນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ນໍາເອົາວຽກງານສິ່ງແວດລ້ອມ ເຂົ້າໃນຂະບວນການສ້າງ ຫຼື ທົບທວນ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງຂະແຫນງການຕົນ ແນໃສ່ຫຼີກເວັ້ນ ຫຼື ຫຼຸດຜ່ອນ ຜົນກະທົບຕໍ່ສິ່ງ ແວດລ້ອມ ທັງເປັນການປະກອບສ່ວນໃຫ້ ການພັດທະນາເສດຖະກິດ-ສັງຄົມ ດໍາເນີນຕາມທິດສິຂຽວ ແລະ ຍືນຍົງ. ມາດຕາ 2 ການປະເມີນສິ່ງແວດລ້ອມແບບຍຸດທະສາດ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ແມ່ນຂະບວນການ ຄາດຄະເນຜົນກະທົບ ທີ່ອາດຈະເກີດຂຶນຕໍ່ ສິ່ງແວດລ້ອມ ໃນເວລາວາງນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຊຶງລວມເອົາການພິຈາລະນາບັນຫາ i ພົວພັນກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ. ການປະເມີນຜົນກະທົບດັ່ງກ່າວ ຕ້ອງຊື້ໃຫ້ເຫັນວິທີ ການ, ມາດຕະການຫຼືກເວັ້ນ ຫຼື ຫຼຸດຜ່ອນຜົນກະທົບທີ່ຈະເກີດຂຶ້ນຕໍ່ສິ່ງແວດລ້ອມ ແນໃສ່ບັນລຸເປົ້າຫນາຍການ ພັດທະນາແບບຍືນຍົງ. ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີ ມີຄວາມບນາຍ ດັ່ງນີ້: 1. ບັນຫາສິ່ງແວດລ້ອມ ບນາຍເຖິງ ສິ່ງແວດລ້ອມທີ່ໄດ້ຮັບຜົນກະທົບ ຈາກຂະບວນການພັດທະນາເສດຖະ ກິດ-ສັງຄົມ. ບັນຫາດັ່ງກ່າວປະກອບມີ ການເພີ່ມຂຶ້ນຂອງສິ່ງເສດເຫຼືອ, ການຫຼຸດລົງຂອງຄຸນນະພາບນໍໍາ ແລະ ອາກາດ, ການປົນເປື້ອນຂອງສານເຄມີຢູ່ໃນດິນ, ການຫຼຸດຫ້ອຍຖອບລົງ ຂອງເນື້ອທີ່ປົກຫຸ້ມປ່າ ໄມ້, ການສູນເສຍຊີວະນາໆພັນ ແລະ ການປ່ຽນແປງດິນຟ້າອາກາດ. 2. ການພັດທະນາແບບຍືນຍົງ ຫນາຍເຖິງ ການພັດທະນາ ເສດຖະກິດ-ສັງຄົມ ໄປຄຽງຄູ່ກັບການປົກປັກຮັກ ສາ ສິ່ງແວດລ້ອມທີ່ບໍ່ມີຜົນກະທົບຕໍ່ຄົນຮຸ້ນຕໍ່ໆໄປໃນອະນາຄົດ; 3. ຂະແບນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຫຼາຍເຖິງ ບັນດາກະຊວງ, ອົງການປົກຄອງທ້ອງຖິ່ນທີ່ສ້າງ ຫຼື .. ທົບທວນ ນະໂຍບາຍ, ຍຸດທະສາດ ແລະ ແຜນງານຂອງຕົນ;

  2. 4. ບັນຫາຕົ້ນຕໍດ້ານສິ່ງແວດລ້ອມ ຫນາຍເຖິງ ບັນຫາທີ່ມີຜົນກະທົບຕໍ່ຄວາມຍືນຍົງຂອງສັງຄົມ ແລະ ທໍາມະ ຊາດ ໃນລະດັບປະເທດ ແລະ ເຂດແຄວັນ; 5. ການເຕີບໂຕສີຂຽວ ຫນາຍເຖິງ ການຂະຫຍາຍຕົວທາງດ້ານເສດຖະກິດ ທີ່ມີການນໍາໃຊ້ ຊັບພະຍາກອນ ທໍາມະຊາດ ໃຫ້ມີຄວາມຍືນຍົງ. 6. ຜົນກະທົບ ຫພາຍເຖິງ ຜົນກະທົບທາງບວກ ແລະ ທາງລົບ ຫຼື ທາງກົງ ແລະ ທາງອ້ອມ ຕໍ່ສິ່ງ ແວດລ້ອມ ສັງຄົມ ແລະ ທໍາມະຊາດ; 7. ຂໍ້ມູນດັ່ງເດີມ ຫນາຍເຖິງ ຂໍ້ມູນທີ່ມີກ່ອນ ການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ ແລະ ແຜນງານ; 8. ອົງປະກອບສິ່ງແວດລ້ອມ ຫພາຍເຖິງ ສິ່ງແວດລ້ອມທໍາມະຊາດ ແລະ ມະນຸດສ້າງຂຶ້ນ. ມາດຕາ 4 ຫຼັກການພື້ນຖານ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ຕ້ອງດໍາເນີນຕາມຫຼັກການພື້ນຖານ ດັ່ງນີ້: 1. ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງຂະແຫງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງຕອບສະ ຫນອງໃຫ້ແກ່ ຈຸດປະສົງ ແລະ ຄາດຫນາຍຂອງວິໄສທັດ, ຍຸດທະສາດ ແລະ ແຜນການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ລວມທັງວິໄສທັດ, ຍຸດທະສາດ ແລະ ແຜນການປົກປັກຮັກສາສິ່ງແວດລ້ອມແຫ່ງ ຊາດ. 2. ລະບົບການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ ຕ້ອງສອດຄ່ອງກັນ ເພື່ອຫຼີກ ເວັ້ນຊ່ອງຫວ່າງ ທີ່ອາດຈະກໍ່ໃຫ້ເກີດຜົນກະທົບຕໍ່ສິງແວດລ້ອມ; 3. ຮັບປະກັນການເຂົ້າຮ່ວມ ແລະ ມີສ່ວນຮ່ວມຢ່າງຕັ້ງຫ້າຂອງຂະແບນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ລວມທັງປະຊາຊົນທີ່ອາດຈະໄດ້ຮັບຜົນກະທົບຈາກການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະ ສາດ ແລະ ແຜນງານດັ່ງກ່າວ; 4. ການສ້າງນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງຂະແຫນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງ ດໍາເນີນໄປຄຽງຄູ່ກັບການປະເມີນສິ່ງແວດລ້ອມແບບຍຸດທະສາດ. ມາດຕາ 5 ຂອບເຂດການນໍາໃຊ້ ຂໍ້ຕົກລົງສະບັບນີ້ນໍາໃຊ້ສໍາລັບຂະແຫນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ທີ່ມີຫ້າທີ່ຮັບຜິດຊອບໃນການສ້າງ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ. ຫນວດທີ ຂ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ມາດຕາ 6 ຂັ້ນຕອນການປະເມີນສິ່ງແວດລ້ອມແບບຍຸດທະສາດ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ປະກອບດ້ວຍຂັ້ນຕອນ ດັ່ງນີ້: 1. ການກັນກອງ ການກັນກອງ ແມ່ນເພື່ອເລືອກເຟັນ ແລະ ກໍານົດ ບັນຫາສິ່ງແວດລ້ອມ ທີ່ອາດຈະສິ່ງຜົນກະທົບ ໃນ ເວລາສ້າງ ແລະ ປັບປຸງນະໂຍບາຍ, ພຸດທະສາດ ແລະ ແຜນງານ. ເວັ້ນເສຍໃນກໍລະນີຄາດຄະເນເຫັນວ່າ ອາດບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມແມ່ນບໍ່ຈໍາເປັນດໍາເນີນ ການປະເມີນສິ່ງແວດລ້ອມແບບຍຸດທະສາດ. ໃນການດໍາເນິນການກັນກອງຕ້ອງອີງໃສ່ຈຸດປະສົງ, ເປົ້າບນາຍ ແລະ ລັກສະນະສະເພາະຂອງນະໂຍ ບາຍ,ຍຸດທະສາດ ແລະ ແຜນງານ ໂດຍຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ຂອງແຕ່ລະຂົງເຂດ. ໃນນັ້ນ, ຕ້ອງກໍານົດໃຫ້ຊັດເຈນ ບັນຫາໃດທີ່ຈໍາເປັນຕ້ອງໄດ້ດໍາເນີນ ຫຼື ບໍ່ດໍາເມີນການປະເມີນສິ່ງແວດ ລ້ອມ ແບບຍຸດທະສາດ ແລ້ວສົ່ງໃຫ້ຂະແຫນງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາ ມີຄໍາ; ເຫັນທາງດ້ານວິຊາການ.

  3. 2. ການກໍານົດຂອບເຂດຂອງການປະເມີນ ການກໍານົດຂອບເຂດຂອງການປະເມີນ ແມ່ນເພື່ອເລືອກເພັ້ນ, ກໍານົດ ແລະ ຄາດຄະເນ ອົງປະກອບ ສິ່ງແວດລ້ອມ ແລະ ຊອກຫາທາງເລືອກທີ່ດີເລີດ ກ່ຽວກັບ ແຕ່ລະຫົວຂໍ້ເຊັ່ນ: ຊີວະນາໆພັນ, ສຸຂະພາບ ຂອງປະຊາຊົນ, ຄຸນນະພາບຂອງດິນ ແລະ ນ້ໍາ ລວມທັງການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ. ໃນການດໍາເນີນ ການກໍານົດຂອບເຂດຂອງການປະເມີນ ຕ້ອງມີການຢັ້ງຢືນລະດັບຂອງຜົນກະທົບ ພ້ອມທັງສະເຫຼືທາງເລືອກທີ່ເຫພພາະສົມ ໂດຍປະສານສົມທົບກັບ ຂະແຫງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. 3. ການເກັບກໍາຂໍ້ມູນ ໃນການສ້າງ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງຂະແຫນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງເກັບກໍາຂໍ້ມູນດັ່ງເດີມ ກ່ຽວກັບ ສິງແວດລ້ອມ, ເສດຖະກິດ- ສັງຄົມ ແລະ ເອກະສານທີ່ກ່ຽວຂ້ອງ ເພື່ອ ເປັນບ່ອນອີງໃນການຄາດຄະເນຜົນກະທົບ ທີ່ອາດຈະເກີດຂຶ້ນ ຈາກການຈັດຕັ້ງປະຕິບັດ. 4. ການຊອກຫາທາງເລືອກ ການຊອກຫາທາງເລືອກ ແມ່ນເພື່ອເລືອກເຟັ້ນ ທາງເລືອກທີ່ດິທີ່ສຸດ ແລະ ກໍານົດມາດຕະການ ທີ່ເຫນ າະສົມ ໃຫ້ແກ່ການສ້າງ ແລະ ປັບປຸງ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ. ການເລືອກເພັ້ນດັ່ງກ່າວ ຕ້ອງແຍກໃຫ້ເຫັນຢ່າງຊັດເຈນ ກ່ຽວກັບ ຜົນກະທົບ ຊຶ່ງມີບັນຫາໃດ ທີ່ຕ້ອງ ຫຼີກເວັ້ນ ຫຼື ຫຼຸດຜ່ອນ ເປັນຕົ້ນຕໍຊີວິດ, ສຸຂະພາບ, ການດໍາລົງຊີວິດ, ທີ່ຢູ່ອາໄສ ແລະ ຊັບສິນຂອງປະຊາ ຊົນ, ມໍລະດົກທາງດ້ານວັດທະນະທໍາ ແລະ ປະຫວັດສາດ, ຊັບພະຍາກອນທໍາມະຊາດ, ລະບົບນິເວດ ແລະ ການປ່ຽນແປງດິນຟ້າອາກາດ. 5. ການສ້າງບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ໃນການສ້າງນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງຂະແຫນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງສ້າງບົດປະເມີນສິ່ງແວດລ້ອມແບບຍຸດທະສາດຂອງຕົນ ໂດຍໃຫ້ສອດດອ່ງກັບຫຼັກການພື້ນຖານ ການ ປະເມີນສິ່ງແວດລ້ອມແບບຍຸດທະສາດ, ກົດຫນາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ແລະ ກົດ ຫາຍອື່ນທີ່ກ່ຽວຂ້ອງ. ການປະເມີນສິ່ງແວດລ້ອມແບບຍຸດທະສາດ ຕ້ອງສະແດງໃຫ້ເຫັນຕົວຊີ້ວັດທາງ ດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ. 6. ການປຶກສາຫາລື ຂະແຜນງການກ່ຽວຂ້ອງ ຕ້ອງມີການຈັດກອງປະຊຸມປຶກສາຫາລື ກັບຂະແຫນງການ ແລະ ທ້ອງຖິ່ນທີ່ ກ່ຽວຂ້ອງ ລວມທັງປະຊາຊົນ ທີ່ອາດຈະໄດ້ຮັບຜົນກະທົບ ຈາກການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ ແລະ ແຜນງານ ພ້ອມທັງສັງລວມເອົາຄໍາເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ ແລະ ປະເມີນຜົນ ໄດ້ຮັບຈາກການປຶກສາຫາລືດັ່ງກ່າວ ແລ້ວສົ່ງໃຫ້ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ເພື່ອພິຈາລະນາ. 7. ການຢັ້ງຢືນເອົາບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ຂະແຫນງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜຸ້ຄົ້ນຄວ້າພິຈາລະນາ ແລະ ແນະນໍາ 4 ບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ເປັນຕົ້ນ ວິທີການ. ມາດຕະການຫຼີກເວັ້ນ ຫຼື ຫຼຸດຜ່ອນ ຜົນກະ ທົບ ຕໍ່ສິ່ງແວດລ້ອມ ຕາມການສະເຫີຂອງຂະແບນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ພາຍຫຼັງ ໄດ້ຮັບຟັງຄໍາ ຄິດຄໍາເຫັນຈາກພາກສ່ວນຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 6 ຂອງມາດຕານີ້ ເພື່ອເປັນບ່ອນອີງໃຫ້ແກ່ການ ປັບປຸງ ບົດປະເມີນສິ່ງແວດລ້ອມແບບຍຸດທະສາດດັງກ່າວ. s

  4. ະແບນງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສາມາດນໍາໃຊ້ ສະພາຜູ້ຊ່ຽວຊານສະ ເພາະ ດ້ານ ໃນການພິຈາລະນາຢັ້ງຢືນດ້ານວິຊາການ ຕໍ່ບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ຂອງຂະ ແຫນ ງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຖ້າຫາກວ່າມີຄວາມຈໍາເປັນ. ool 3 ການແບ່ງຂັ້ນ, ການພິຈາລະນາ ແລະ ການສະເຫຼີ ບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ມາດຕາ 7 ການແບ່ງຂັ້ນໃນການທົບທວນ ຂະແບນງການທີ່ກ່ຽວຂ້ອງ ຕ້ອງສົ່ງບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ພ້ອມທັງນະໂຍບາຍ, ຍຸດທະສາດ ແລະ ແຜນງານ ໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອພິຈາລະນາ ທົບທວນຄືນບັນຫາຕ່າງໆ ທີ່ອາດຈະເກີດມີຜົນກະທົບຕໍ່ສິງແວດລ້ອມ ແລ້ວສົ່ງຄໍາເຫັນເປັນລາຍລັກອັກ ສອນດຄືນ ໃຫ້ຂະແຫງການທີ່ກ່ຽວຂ້ອງ. ສໍາລັບຢູ່ຂັ້ນແຂວງ, ນະຄອນຫຼວງ ພະແນກການທີ່ກ່ຽວຂ້ອງ ຕ້ອງສົ່ງບົດປະເມີນສິ່ງແວດລ້ອມແບບ ຍຸດທະສາດ ພ້ອມທັງ ຍຸດທະສາດ ແລະ ແຜນງານ ໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ເພື່ອພິຈາລະນາທົບທວນຄືນບັນຫາຕ່າງໆ ທີ່ອາດຈະເກີດມີຜົນກະທົບຕໍ່ສິ່ງແວດລ້ອມ ແລ້ວສົ່ງຄໍາ ເຫັນເປັນລາຍລັກອັກສອນຄືນ ໃຫ້ພະແນກການທີ່ກ່ຽວຂ້ອງ. ມາດຕາ 8 ການພິຈາລະນາ ຂະແຫນງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ພິຈາລະນາມີຄໍາເຫັນດ້ານວິຊາການ ຕໍ່ ບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ໃນເວລາສ້າງນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງ ຂະແຫນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຕາມເງື່ອນໄຂລຸ່ມນີ້: 1, ຊີ້ໃຫ້ເຫັນ ລະດັບ ແລະ ລັກສະນະຜົນກະທົບຕົ້ນຕໍ ຕໍ່ສິ່ງແວດລ້ອມ ທີ່ອາດຈະເກີດຂຶ້ນ ໃນໄລຍະສັ້ນ ແລະ ໄລຍະຍາວ ລວມທັງການວາງມາດຕະການຫຼີກເວັ້ນ ຫຼື ຫຼຸດຜ່ອນຜົນກະທົບ ຕໍ່ພື້ນທີ່ ທີ່ມີຄຸນຄ່າ ຫຼື ມີຄວາມສ່ຽງສູງ ເປັນຕົ້ນ ຕໍ່ຊີວິດ, ສຸຂະພາບ ຂອງຄົນ, ສັດ, ພືດ ແລະ ລະບົບນິເວດ ລວມທັງທັດ ສະນີຍະພາບ, ດິນບໍລິເວນນ້ໍາ, ເຂດອະນຸລັກມໍລະດົກແຫ່ງຊາດທີ່ມີຄຸນຄ່າ ທາງດ້ານວັດທະນະທໍາ. ປະຫວັດສາດ, ທໍາມະຊາດທີ່ເປັນເຂດຫວງຫ້າມ ແລະ ອື່ນໆ; ຂ. ຄາດຄະເນຄວາມພ້ອມ ໃນການຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ທີ່ພົວພັນ ກັບການຄຸ້ມຄອງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ; 3. ຕ້ອງມີການເຂົ້າຮ່ວມ ແລະ ມີສ່ວນຮ່ວມ ຂອງຂະແຫນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ລວມທັງ ປະ ຊາຊົນທີ່ອາດຈະໄດ້ຮັບຜົນກະທົບ ຈາກການສ້າງ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ; 4. ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຕ້ອງສອດຄ່ອງກັບຍຸດທະສາດ, ແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ ຕາມທິດທີ່ມີຄຸນນະພາບ ສົມດູນຕໍ່ເນື່ອງ ຍືນຍົງ ແລະ ຫັນເປັນສີຂຽວ. ມາດຕາ 9 ການສະເຫຼີ ພາຍຫຼັງກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຢັ້ງຢືນບົດປະເມີນສິ່ງແວດ ລ້ອມ ແບບຍຸດທະສາດ ຂອງຂະແຫນງການທີ່ກ່ຽວຂ້ອງ ຈຶ່ງນໍາສະເຫິນະໂຍບາຍ, ຍຸດທະສາດ ແລະ ແຜນ ງານ ຂອງຕົນ ຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງ ຕາມລະບຽບການ. ະ

  5. ພາຍຫຼັງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຢັ້ງຢືນບົດປະ ເມ໊ນສິ່ງແວດລ້ອມ ແບບຍຸດທະສາດ ພະແນກກ່ຽວຂ້ອງ ຈຶ່ງນໍາສະເຫປືນະໂຍບາຍ. ຍຸດທະສາດ ແລະ ແຜນງານຂອງຕົນ ຕໍ່ເຈົ້າ ແຂວງ ແລະ ເຈົ້າຄອງນະຄອນຫຼວງ ເພື່ອພິຈາລະນາຮັບຮອງຕາມກົດຫນາຍ ແລະ ລະບຽບການ. ຫນວດທີ 4 ການປະເມີນສິ່ງແວດລ້ອມແບບຍຸດທະສາດ ຕາມຂະແບນງງການ ມາດຕາ 10 ບັນດາຂະແຫນງການ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ໃນເວລາມີການສ້າງນະໂຍບາຍ, ຍຸດທະສາດ ແລະ ແຜນ ງານຂອງຂະແຫນງການດັ່ງນີ້: & ພະລັງງານ ແລະ ບໍ່ແຮ່; ໆງ . ກະສິກໍາ ແລະ ປ່າໄມ້; ຜ . ອຸດສາຫະກໍາ ແລະ ການຄ້າ; > . ໂຍທາທິການ ແລະ ຂົນສົ່ງ; . ໄປສະນີ, ໂທລະຄົມມະນາຄົມ ແລະ ການສືສານ; ຫ ຖ ຫ . ວັດທະນະທໍາ, ທ່ອງທ່ຽວ ແລະ ຂໍ້ມູນຂາວສານ; N . ຂະແຫນງການອື່ນທີ່ກ່ຽວຂ້ອງ ສ້າງນະໂຍບາຍ, ຍຸດທະສາດ ແລະ ແຜນງານ ທີ່ອາດຈະສົ່ງຜົນກະທົບຕໍ່ ສິ່ງແວດລ້ອມ; ຂະແບນງການທີ່ກ່ຽວຂ້ອງຕ້ອງດໍາເນີນ ການປະເມີນສິ່ງແວດລ້ອມແບບຍຸດທະສາດ ໃນເວລາສ້າງ ຫຼື ປັບປຸງ ນະໂຍບາຍ, ຍຸດທະສາດ ແລະ ແຜນງານຂອງຕົນ ເພື່ອບັນລຸແຜນພັດທະນາເສດຖະກິດ-ສັງຄົມ ຕາມທິດທີ່ມີ ຄຸນນະພາບ ສົມດຸນຕໍ່ເນື່ອງ ຍືນຍົງ ແລະ ຫັນເປັນສືຂຽວ. ສໍາລັບ ຢູ່ຂັ້ນແຂວງ ແລະ ນະຄອນຫຼວງ ແມ່ນມອບໃຫ້ພະແນກການທີ່ຂຶ້ນກັບກະຊວງກ່ຽວຂ້ອງ ທີ່ ໄດ້ລະບຸໄວ້ຂ້າງເທິງ ຂອງມາດຕານີ້. ພະແນກການຂັ້ນແຂວງ ແລະ ນະຄອນຫຼວງ ເປັນຜູ້ຮັບຜິດຊອບໃນ ການຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຕາມຂະແຫນງງກກາານຂອງຕົນຂັ້ນສຸນກາງ ທີ່ລັດ ຖະບານໄດ້ຮັບຮອງ ໃຫ້ກາຍເປັນ ຍຸດທະສາດ ແລະ ແຜນງານສະເພາະ ໂດຍໃຫ້ສອດຄ່ອງກັບ ຂອງຂະ ແບນງການຕົນຂັ້ນສູນກາງ ແລ້ວນໍາສະເຫີຜ່ານກອງປະຊຸມລະດັບແຂວງ, ນະຄອນຫຼວງ ຮັບຮອງເອົາຕາມ ກົດຫນາຍ ແລະ ລະບຽບການ. ບນວດທີ 5 ການມີສ່ວນຮ່ວມ ແລະ ການຕິດຕາມກວດກາ ມາດຕາ 11 ການມີສ່ວນຮ່ວມຂອງອົງການປົກຄອງທ້ອງຖິ່ນ ອົງການປົກຄອງທ້ອງຖິ່ນ ແລະ ພະແນກການທີ່ກ່ຽວຂ້ອງທຸກຂຶ້ນ ຕ້ອງເປັນເຈົ້າການໃນການເຂົ້າຮ່ວມ ປຶກສາຫາລື ໃນຂະບວນການສ້າງ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດ ບົດປະເມີນສິ່ງແວດລ້ອມ ແບບຍຸດທະສາດ ຂອງທ້ອງຖິ່ນຕົນ ຕາມທີ່ໄດ້ກໍານົດໄວ້ໃນ ກົດຫນາຍວ່າດ້ວຍ ການປົກປັກຮັກສາສິ່ງແວດ ລ້ອມ ແລະ ຕາມຂໍ້ຕົກລົງສະບັບນີ້ ເພື່ອບັນລຸເປົ້າຫນາຍຕາມທິດທີ່ມີ ຄຸນນະພາບ ສົມດຸນຕໍ່ເນື່ອງ ຍືນຍົງ ແລະ ຫັ້ນເປັນສີຂຽວ. ມາດຕາ 12 ການມີສ່ວນຮ່ວມຂອງອົງການຈັດຕັ້ງ ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ລວມທັງ ອົງການຈັດຕັ້ງສັງຄົມ ມີີ ສິດເຂົ້າຮ່ວມ ໃນຂະບວນການປະເມີນສິ່ງແວດລ້ອມແບບຍຸດທະສາດ ຕໍ່ນະໂຍບາຍ. ຍຸດທະສາດ ແລະ.

  6. ແຜນງານ ຂອງຂະແຫນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ພ້ອມທັງເຂົ້າຮ່ວມໃນການຕິດຕາມກວດກາ ປະ ເມີນຜົນການຈັດຕັ້ງປະຕິບັດ ໂຄງການ ພັດທະນາທີ່ໄດ້ກໍານົດໄວ້ໃນແຜນງານ. ມາດຕາ 13 ການມີສ່ວນຮ່ວມຂອງປະຊາຊົນ ປະຊາຊົນທີ່ອາດຈະໄດ້ຮັບຜົນກະທົບ ຈາກນະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງຂະແຫນງ ການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ມີສິດປະກອບຄໍາເຫັນ, ສະເຫີຂໍ້ຂ້ອງໃຈ ແລະ ຂໍ້ສະເຫີຕ່າງໆ ໃນ ຂະບວນການປະເມີນສິ່ງແວດລ້ອມແບບຍຸດທະສາດ ພ້ອມທັງເຂົ້າຮ່ວມໃນການຕິດຕາມກວດກາ ປະເມີນ ຜົນການຈັດຕັ້ງປະຕິບັດ ໂຄງການ ພັດທະນາທີ່ໄດ້ກໍານົດໄວ້ໃນແຜນງານ. ມາດຕາ 14 ການຕິດຕາມກວດກາ ຂະແຫນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງດໍາເນີນການຕິດຕາມກວດກາ ແລະ ປະເມີນ ການຈັດ ຕັ້ງປະຕິບັດ ບົດປະເມີນສິ່ງແວດລ້ອມແບບຍຸດທະສາດຂອງຕົນ ໃນແຕ່ລະໄລຍະ ໂດຍປະສານສົມທົບກັບ ຂະແບນງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຖ້າເຫັນວ່າມີຄວາມຈໍາ ເປັນປັບປຸງ ຂະແຫນງການກ່ຽວຂ້ອງຕ້ອງໄດ້ປັບປຸງຕາມລະບຽບການ. ຫນວດທີ 6 ບົດບັນຍັດສຸດທ້າຍ ມາດຕາ 15 ງົບປະມານ ງົບປະມານຮັບໃຊ້ຂະບວນການສ້າງ, ປັບປຸງ ແລະ ຕິດຕາມກວດກາ ບົດປະເມີນ ສິ່ງແວດ ລ້ອມ ແບບ ຍຸດ ທະສາດ ແມ່ນໃຫ້ແຕ່ລະຂະແບນງການຂຶ້ນແຜນ ແລະ ນໍາໃຊ້ງົບ ປະມານ ຮ່ວງດຽວ ກັນກັບ ຮ່ວງງົບ ປະມານການສ້າງ ຫຼື ປັບປຸງນະໂຍບາຍ, ຍຸດທະສາດ ແລະ ແຜນງານຂອງຕົນ ໂດຍໃຫ້ສອດຄ່ອງກັບ ກົດຫນ າຍວ່າດ້ວຍ ງົບປະມານແຫ່ງລັດ ທີ່ໄດ້ກໍານົດໄວ້. ມາດຕາ 16 ການຈັດຕັ້ງປະຕິບັດ ຂະແຫນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ເປັນຜູ້ຈັດຕັ້ງປະຕິບັດ ຂະບວນການສ້າງ, ປັບປຸງ ແລະ ຕິດຕາມກວດກາ ບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ຕາມພາລະບົດບາດ ທີ່ໄດ້ກໍານົດໄວ້ໃນກົດ oL ແລະ ລະບຽບການ. ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມອບໃຫ້ ກົມສົ່ງເສີມຄຸນນະພາບສິ່ງແວດ ລ້ອມ ອອກຄູ່ມືແນະນໍາດ້ານວິຊາການ ແລະ ໂຄສະນາເຜີຍແຜ່ ໂດຍປະສານສົມທົບກັບຂະແບນງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້. ມາດຕາ 17 ຜົນສັກສິດ ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງໄດ້ລົງຈົດຫນາຍ ເຫດ ທາງ ລັດຖະການ ສິບຫ້າ ວັນ. ຂໍ້ຕົກລົງ ແລະ ລະບຽບການໃດທີ່ຂັດກັບຂໍ້ຕົກລົງສະບັບນີ້ລ້ວນແຕ່ຖືກຍົກເລີກ.,.

  7. ອົມມາດ ພົລເສນາ