Law No. 65/NA on the Lao Women's Union
颁布于 2024-11-11 · 文本截至 2026-10-01
以研究形式发布的公开法律与官方指引,不构成法律、税务或金融建议。
研究内容本身以英文撰写。标题和标签已翻译,调查结果和引文未翻译。
关于这部法律
- 语言
- Lao
- 类型
- 法令
- 国家
- 老挝
- 主题
- General
- 关键词
- gender, equity, education
在哪里阅读
该法律没有记录来源链接。
文本
所收录的法律原文,按条款排列。每个条款都有自己的链接。
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ປະທານປະເທດ @ni..... 006 ..... /ປປທ ະຄອນຫຼວງວຽງຈັນ, ວັນທີ..#ສີ.ມັງກອນ,.20485 ລັດຖະຕຄໍາລັດ ກ່ຽວກັບການປະກາດໃຊ້ ກົດບນາຍວາດ້ວຍສະຫະພັນແມຍິງລາວ (ສະບັບປັບປຸງ) > ອີງຕາມ ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ບນວດທີ VI ມາດຕາ 67 ຂໍ້ 1; -- ອີງຕາມ ມະຕິກອງປະຊຸມສະພາແຫງຊາດ ສະບັບເລກທີ !44/ສພຊ, ລົງວັນທີ ] | ທັນວາ 2024 ກຽວ ກັບການຮັບຮອງເອົາກົດຫນາຍວາດ້ວຍສະຫະພັນແມ່ຍິງລາວ (ສະບັບປັບປຸງ); > ອີງຕາມ ຫັງສືສະເຫນືຂອງຄະນະປະຈ້າສະພາແຫ່ງຊາດ ສະບັບເລກທີ 02/ຄປຈ, ລົງວັນທີ 9 ມັງກອນ 2025. ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດາລັດ: ມາດຕາ 1 ປະກາດໃຊ້ກົດຫນາຍວາດ້ວຍສະຫະພັນແມຍິງລາວ (ສະບັບປັບປຸງ). ມາດຕາ 2 ລັດຖະດໍາລັດສະບັບນີ້ ມີຜົນສັກສິດ ນັບແຕວັນລົງລາຍເຊັນ ເປັນຕົ້ນໄປ. ປະທານປະເທດ ແຫງ ສປປ ລາວ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ 4 4 ສະພາແຫ່ງຊາດ ເລກທີ / ສພຊ ນະຄອນຫຼວງວຽງຈັນ, ວັນທີ ! 1/12724 ມະຕິ ກອງປະຊຸມສະພາແຫງຊາດ ກຽວກັບການຮັບຮອງເອົາກົດຫນາຍວາດ້ວຍສະຫະພັນແມຍິງລາວ (ສະບັບປັບປຸງ) - ອີງຕາມລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015 ມາດຕາ 53 £ 1; - ອີງຕາມກົດບນາຍວາດ້ວຍການປັບປຸງບາງມາດຕາຂອງກົດຫນາຍວາດ້ວຍສະພາແຫງຊາດ ແລະ ກົດຫນາຍ ວາດ້ວຍສະພາປະຊາຊົນຂັນແຂວງ ສະບັບເລກທີ 82/ສພຊ, ລົງວັນທີ 30 ມິຖຸນາ 2020 ມາດຕາ 11 ຂໍ້ 1.
<. ຮຊ ະ, ຫເ. ) o CK o ພາຍຫຼັງທີກອງປະຊຸມສະໄບນສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຄື້ນຄວ້າພິຈາລະນາ ຢ່າງກວ້າງຂວາງ ແລະ ເລິກເຊິງ ກຽວກັບເນື້ອໃນຂອງກົດຫນາຍວາດ້ວຍສະຫະພັນແມຍິງລາວ (ສະບັບປັບປຸງ) ໃນວາລະ ຂອງກອງປະຊຸມຕອນປາຍຂອງວັນທີ 3 ທັນວາ 2024 ແລະ ຖືກພິຈາລະນາຮັບຮອງເອົາໃນວາລະຕອນປາຍຂອງວັນທີ 11 ທັນວາ 2024. ກອງປະຊຸມສະພາແຫງຊາດ ຕົກລົງ: ມາດຕາ 1 ຮັບຮອງເອົາກົດຫນາຍວາດ້ວຍສະຫະພັນແມຍິງລາວ (ສະບັບປັບປຸງ) ດ້ວຍຄະແນນສຽງຫຼາຍກວາເຄິງຫນຶ໊ງ ຂອງຈໍານວນສະມາຊິກສະພາແຫງຊາດ ທີເຂົ້າຮ່ວມກອງປະຊມ. 4:.#. ທີ ທຕ.ມທເ.ອລະ. o ແຂ. ະສ ມາດຕາ 2 ມະຕິສະບັບນີ ມີຜົນສັກສິດນັບແຕວັນລົງລາຍເຊັນ ເປັນຕົນໄປ. ປະທານສະພາແຫງຊາດ ປອ ໄຊອົ່ມພອນ ພົນວິຫານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ສະພາແຫງຊາດ ເລກທີ 65 /ສພຊ ນະຄອນຫຼວງວຽງຈັນ, ວັນທີ 11 ທັນວາ 2024 ກົດຫນາຍ ວາດ້ວຍສະຫະພັນແມຍິງລາວ (ສະບັບປັບປຸງ) ພາກທີ | ບົດບັນຍັດທົ່ວໄປ ມາດຕາ1 (ປັບປຸງ) ຈຸດປະສົງ ກົດຫນາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກຽວກັບການຈັດຕັ້ງ, ການເຄືອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມ ກວດກາ ວຽກງານສະຫະພັນແມຍິງລາວ ເພື່ອເຮັດໃຫ້ການ ນໍາໃຊ້ສິດ, ປະຕິບັດ ພາລະບົດບາດ, ຫ້າທີ, ພັນທະ ຂອງສະຫະພັນແມຍິງລາວ ມີປະສິດທິພາບ, ມີປະສິດທິຜົນ ແລະ ມີຄວາມເຂັ້ມແຂງ ແນໃສຮັບປະກັນການພັດທະນາ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົ່າໃນທົ່ວປະທດ, ປະກອບສວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ມາດຕາ 2 (ປັບປຸງ) ສະຫະພັນແມຍິງລາວ ສະຫະພັນແມຍິງລາວ ແມນ ອົງການຈັດຕັ່ງມະຫາຊົນຫນຶ໊ງ ໃນລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນລາວ, ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົ່າໃນທົ່ວປະເທດ, ເຄື່ອນໄຫວພາຍໃຕ້ລັດຖະທໍາມະນຸນ ແລະ ກົດຫນາຍຂອງ ສປປ ລາວ. ສະຫະພັນແມຍິງລາວ ຂຽນຫຍໍ້ວ່າ "ສຍລ". ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ ຄໍາສັບທີນໍາໃຊ້ໃນກົດຫນາຍສະບັບນີ້ ມີຄວາມຫນາຍ ດັ່ງນີ່: 1. ແມຍິງລາວ ຫຼາຍເຖິງ ແມຍິງ ທີຖືສັນຊາດລາວ ຊຶງດໍາລົງຊີວິດ ຢູ່ພາຍໃນ ແລະ ຕາງປະເທດ; 2. ຄະນະບໍລິຫານງານສະຫະພັນແມຍິງລາວ ຫນາຍເຖິງ ຄະນະນໍາສະຫະພັນເເມຍິງລາວ ທີຖືກເລືອກຕັ້ງໃນ ກອງປະຊຸມໃຫຢ່ຂອງສະຫະພັນແມຍິງລາວ ແຕ່ລະຂັ້ນ; 3. ກໍາມະການຄະນະບໍລິຫານງານສະຫະພັນແມຍິງລາວ ບນາຍເຖິງ ບຸກຄົນໃນຄະນະບໍລິຫານງານສະຫະພັນ ແມຍິງລາວແຕລະຂັ່ນ ທີບໍ່ແປນ ປະທານ, ຮອງປະທານ; 4. ການສົ່ງເສີມຄວາມກ້າວຫ້າຂອງແມຍິງລາວ ບນາຍເຖິງ ການສ້າງເງື່ອນໄຂ, ໃຫ້ໂອກາດແມຍິງລາວ ໄດ້ຮັບການພັດທະນາໃນທຸກດ້ານ: 5. ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມຍິງລາວ ບນາຍເຖິງ ການປ້ອງກັນບໍ່ໃຫ້ມີການລະເມີດ. ແລະ ການເຮັດໃຫ້ແມຍິງລາວ ໄດ້ຮັບສິດ, ຜົນປະໂຫຍດອັນຊອບທໍາໃນທຸກດ້ານ ເປັນຕົ້ນ ດ້ານ ການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ໃນຊຸມຊົນ ແລະ ຄອບຄົວ; 6. ອົງການຈັດຕັ່ງການເມືອງ-ສັງຄົມ ຫນາຍເຖິງ ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ສະຫະພັນ ກໍາມະບານລາວ, ສະຫະພັນແມຍິງລາວ ແລະ ຄະນະຊາວຫູມປະຊາຊົນປະຕິວັດລາວ; 7. ອົງການຈັດຕັ້ງສັງຄົມ ຫນາຍເຖິງ ສະຫະພັນ, ສະມາຄົມ, ມຸນນິທິ, ສະໂມສອນ ແລະ ການຈັດຕັ້ງອືນທີ ສ້າງຕັ້ງຂຶ້ນ ເຕາມກົດຫນາຍ ແລະ ລະບຽບການ; 8. ສະຫະພັນແມຍິງຮາກຖານ ຫນາຍເຖິງ ການຈັດຕັ້ງສະຫະພັນເເມຍິງ ¢ ບ້ານ, ກົມກອງ, ສະຖາບັນ, ໂຮງຮຽນ, 18361, ວິສາຫະກິດ, ໂຮງງານ ແລະ ຫົວຫປ່ວຍແຮງງານອືນ; 9. ສາຍຕັ້ງ ຫນາຍເຖິງ ສະຫະພັນແມຍິງລາວແຕ່ລະຂັ້ນ ແຕສູນກາງຮອດຮາກຖານ; 10. ສາຍຂວາງ ຫນາຍເຖິງ ຄະນະພັກທີສະຫະພັນແມຍິງລາວແຕລະຂັ້ນຂຶ້ນກັບ; 11. ເງິນບໍາລຸງ ບນາຍເຖິງ ເງິນທີເກັບຈາກສະມາຊິກສະຫະພັນແມຍິງລາວ ສົ່ງໃຫ້ການຈັດຕັ້ງສະຫະພັນ ແມຍິງລາວແຕລະຂັ້ນ ຕາມກົດລະບຽບຂອງສະຫະພັນແມຍິງລາວ.
ມາດຕາ 4 (ປັບປຸງ) ນະໂຍບາຍຂອງລັດ ກຽວກັບວຽກງານສະຫະພັນແມຍິງລາວ ລັດ ຂຸກຍູ່, ສົ່ງເສີມ ສະຫະພັນແມຍິງລາວ ເຄືອນໄຫວຕາມພາລະບົດບາດ, ສິດ, ຫນ້າທີ ຂອງຕົນໃນການ ປະຕິບັດແນວທາງ, ນະໂຍບາຍ, ລັດຖະທໍາມະນູນ, ກົດຫນາຍ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫງຊາດ, ແຜນງົບປະມານແຫ່ງລັດ, ແຜນພັດທະນາແມຍິງລາວ, ແຜນດໍາເນີນງານແຫງຊາດ ແລະ ລະບຽບການ ກຽວກັບແມຍິງລາວ ໃນແຕລະໄລຍະ. ລັດ ສົ່ງເສີມ ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ, ໃຫ້ບູລິມະສິດ ໃນການພັດທະນາ, ການປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາ ແລະ ການຮັກສາກຽດສັກສີ ຂອງແມຍິງລາວ ເພືອສ້າງຄວາມເຂັ້ມແຂງ, ຄວາມກ້າວຫນ້າ ຂອງແມຍິງລາວ ແລະ ສົ່ງເສີມຄວາມສະເຫນີພາບ ຍິງ-ຊາຍ ໃນທຸກດໍານ. ລັດ ສົ່ງເສີມໃຫ້ແມຍິງລາວ ມີໂອກາດໄດ້ເຂົ້າຮ່ວມໃນການຄຸ່ມຄອງລັດ, ເສດຖະກິດ-ສັງຄົມ ແລະ ສົ່ງເສີມ ໃຫ້ແມຍິງທີ່ມີມາດຕະຖານ ເຂົ້າໃນຕໍາແຫນງນໍາພາ ຄຸ້ມຄອງ, ຕັດສີນບັນຫາ ຢູ່ການຈັດຕັ້ງແຕລະຂັ້ນ, ແຕ່ລະຂົງເຂດວຽກງານໃຫ້ຫຼາຍຂຶ້ນ. ມາດຕາ 5 (ປັບປຸງ) ຫຼັກການເຄືອນໄຫວວຽກງານສະຫະພັນແມຍິງລາວ ສະຫະພັນແມຍິງລາວ ເຄືອນໄຫວວຽກງານບົນພື້ນຖານຫຼັກການ ດັງນີ້: 1. ຮັບປະກັນຄວາມສອດຄ໊ອງກັບ ແນວທາງ ນະໂຍບາຍ, ລັດຖະທໍາມະນູນ, ກົດຫນາຍ, ແຜນຍຸດທະສາດ , ແຜນພັດທະນາເສດຖະກິດ-ສັງຄົມ ແຫງຊາດ, ແຜນພັດທະນາແມຍິງລາວ ແລະ ແຜນດໍາເນີນງານແຫງຊາດ ກຽວກັບ ແມຍິງລາວ ໃນແຕລະໄລຍະ. 2. ປະຕິບັດຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລື ແລະ ເປັນເອກະພາບໃນການເຄືອນໄຫວພາຍໃຕ້ ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ; 3. ຮັບປະກັນຄວາມສະເຫນີພາບ ຍິງ-ຊາຍ ແລະ ການເຊື່ອມສານບົດບາດ ຍິງ-ຊາຍ ເຂົ້າໃນທຸກຂົງເຂດ ວຽກງານ; 4. ຕີນຕົວສະຫຼັກໃຈ ເຂົ້າໃນການຈັດຕັ້ງ ແລະ ການເຄືອນໄຫວ ຂອງສະຫະພັນແມຍິງລາວ; 5. ປະສານສົມທົບກັບ ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ, ອົງການ ຈັດຕັ້ງສັງຄົມ ແລະ ອົງການຈັດຕັ່ງທີກຽວຂ້ອງ ທັງພາກລັດ ແລະ ເອກະຊົນ. 6. ປະຕິບັດ ສົນທິສັນຍາ ທີ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີກຽວຂ້ອງ.
ມາດຕາ 6 (ປັບປຸງ) ການຮວມມືສາກົນ ລັດ ສົ່ງເສີມການພົວພັນ ຮວມມືກັບ ຕາງປະເທດ , ພາກພື້ນ ແລະ ສາກົນ ກຽວກັບວຽກງານສະຫະພັນ ແມຍິງລາວ ດ້ວຍການແລກປ່ຽນ ບົດຮຽນ, ຂໍ້ມູນ ຂາວສານ, ການຝຶກອົບຮົມ, ການຄົນຄວ້າວິທະຍາສາດ ເພືອພັດທະນາ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງສະມາຊິກສະຫະພັນແມຍິງລາວ ແລະ ແມຍິງ ລາວບັນດາເຜົ່າໃນທົ່ວປະເທດ, ປະຕິບັດຄວາມສະເຫີພາບ ຍິງ-ຊາຍ, ຖະແຫຼງການ, ສົນທິສັນຍາ ທີ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີກ່ຽວຂ້ອງ. ພາກທີ 1l ສະຫະພັນແມຍິງລາວ ຫນວດທີ 1 ທີ່ຕັ້ງ, ພາລະບົດບາດ, ສິດ, ຫນ້າທີ ແລະ ການເຄືອນໄຫວຂອງສະຫະພັນແມຍິງລາວ ມາດຕາ 7 (ປັບປຸງ) ທີຕັງ ຂອງສະຫະພັນແມຍິງລາວ ສະຫະພັນແມຍິງລາວ ແມນ ອົງການຈັດຕັ້ງມະຫາຊົນຫນຶງ ໃນລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນໍາພາ ຊີ້ນໍາໂດຍກົງຂອງພັກປະຊາຊົນ ປະຕິວັດລາວ, ມີລະບົບການຈັດຕັ່ງແຕ່ສູນກາງຮອດ ຮາກຖານ, ມີຖານະເທົ່າກັບອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ແລະ ທ້ອງຖິນ ແຕ່ລະຂັ້ນ. ມາດຕາ 8 (ປັບປຸງ) ພາລະບົດບາດຂອງສະຫະພັນເແເມຍິງລາວ ສະຫະພັນແມ່ຍິງລາວ ມິພາລະບົດບາດ ເປັນອົງການຕົວແທນໃນ ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກສະຫະພັນແມຍິງລາວ, ການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ເສີມ ຂະຫຍາຍສິດເປັນເຈົ້າຂອງແມຍິງລາວ ແລະ ສົ່ງເສີມ ຄວາມກ້າວຫ້າ, ຄວາມສະເຫນີພາບ ຍິງ-ຊາຍ, ຮັກສາ ແລະ ສົ່ງເສີມຄຸນລັກສະນະທີເປັນມູນເຊື້ອຂອງແມຍິງລາວບັນດາເຜົ່າ, ປູກລະດົມແມຍິງລາວ ເຂົ້າຮ່ວມໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ມາດຕາ 9 (ປັບປຸງ) ສິດ ແລະ ຫນ້າທີ ຂອງສະຫະພັນແມຍິງລາວ ສະຫະພັນແມຍິງລາວ ມີ ສຶດ ແລະ ຫນ້າທີ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ຄົ້ນຄວ້າ, ສ້າງ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ, ແຜນພັດທະນາແມຍິງລາວ ແລະ ແຜນດໍາເນີນງານ ແຫງຊາດ ກຽວກັບແມຍິງລາວ ໃນແຕລະໄລຍະ, ນິຕິກໍາໃຕ້ກົດຫນາຍ ກຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດອັນ ຊອບທໍາຂອງ ສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົ່າໃນທົ່ວປະເທດ, ການສົ່ງເສີມຄວາມກ້າວຫ້າ ຂອງແມຍິງລາວ ແລະ ຄວາມສະເຫນີພາບ ຍິງ-ຊາຍ;
2. ຄົ້ນຄວ້າ, ປະກອບຄໍາເຫັນ & ແນວທາງ ນະໂຍບາຍ, ລັດຖະທໍາມະນູນ, ກົດຫນາຍ, ແຜນພັດທະນາ ເສດຖະກິດ-ສັງຄົມແຫງຊາດ, ແຜນງົບປະມານແຫງລັດ ເປັນຕົ້ນ ບັນຫາທີກຽວພັນເຖິງສະມາຊິກສະຫະພັນ ແມຍິງລາວ ແລະ ແມຍິງລາວບັນດາເຜົ່າທົ່ວປະເທດ; 3. ສຶກສາອົບຮົມສະມາຊິກສະຫະພັນແມຍິງລາວ ແລະ ແມຢິງລາວບັນດາເຜົ່າໃນທົ່ວປະເທດ ໃຫ້ມີຄຸນທາດ ການເມືອງຫັກແບນ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ, ຈັນຍາທໍາ, ມີນໍາໃຈຮັກຊາດ, ຮັກລະບອບ ປະຊາທິປະໄຕປະຊາຊົນ, ຮັກສາກຽດສັກສີ ຂອງແມຍິງລາວ, ຮູ້ປົກບັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ວັດທະນະທໍາ, ຮິດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ຂອງເຜົ່າ ແລະ ຄຸນລັກສະນະທີເປັນມູນເຊື່ອ ຂອງແມຍິງລາວບັນດາເຜົາ; 4. ຝຶກອົບຮົມ, ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ສະຫນອງ ຂໍ້ມູນ ຂາວສານ ທີເປັນປະໂຫຍດ ໃຫ້ແກ ສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົ່າໃນທົ່ວປະເທດ: 5. ປຸກລະດົມແມຍິງເຂົ້າຮວມຂະບວນການຕ້າງໆ ເປັນຕົ້ນ ການຈັດຕັ້ງປະຕິບັດ ແນວທາງ ນະໂຍບາຍ, ກົດຫນາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຫງຊາດ ແລະ ມະຕິກອງປະຊຸມຂຶ້ນ ຂອງຕົນ; 6. ຮັບ, ພິຈາລະນາ ແລະ ແກ້ໄຂຄໍາສະເຫຼີ ກຽວກັບວຽກງານສະຫະພັນແມຍິງລາວ; 7. ປັບປຸງ ແລະ ຂະຫຍາຍ ການຈັດຕັ້ງ, ສະມາຊິກສະຫະພັນແມຍິງລາວ ໂດຍກວມເອົາທຸກຂົງເຂດ ທັງພາກລັດ ແລະ ເອກະຊົນ ໃຫ້ຫັກແຫັ້ນ, ເຂັມແຂງ ທັງຮັບປະກັນດ້ານປະລິມານ ແລະ ຄຸນນະພາບ; 8. ບົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວ ບັນດາເຜົ່າໃນທົ່ວປະເທດ; 9. ສະເຫີສະມາຊິກສະຫະພັນແມຍິງລາວ ທີ່ມີມາດຕະຖານ, ເງືອນໄຂ ເຂົ້າໃນອົງການຈັດຕັ້ງມະຫາຊົນອືນ, ການຈັດຕັ້ງຕາງໆ ແລະ ບັນຈຸ, ສັບຊ້ອນ, ຈັດວາງ ເຂົ້າໃນຕໍາແຫຟ່ງ ນໍາພາ ຄຸ້ມຄອງ ແຕ່ລະຂັ້ນ; 10. ຕິດຕາມ, ກວດກາ ການເຄື່ອນໄຫວ ຂອງສະພາແຫງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ສະມາຊິກ ຂອງສະພາດັ່ງກ່າວ ເຕຕາມຄໍາສະເຫຼີຂອງສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົ່າ ເພື່ອສະເຫີ ການຈັດຕັ້ງທີກ້ຽວຂ້ອງພິຈາລະນາ; 11. ສາມາດດໍາເນີນທຸລະກິດ ທີບໍ່ຂັດກັບກົດຫນາຍ ເປັນຕົ້ນ ທຸລະກິດທີກ່ຽວພັນກັບການພັດທະນາສີມີ ແຮງງານ ແລະ ການສ້າງວິຊາຂີບ ຂອງແມຍິງລາວ; 12. ສະຫຼຸບ ແລະ ລາຍງານ ການເຄືອນໄຫວວຽກງານ ຂອງຕົນ ຕໍ່ສາຍຕັ້ງ ແລະ ສາຍຂວາງ ຢ່າງເປັນ ບົກກະຕິ; 13. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ.
ມາດຕາ 10 (ປັບປຸງ) ຮູບການ ການເຄື່ອນໄຫວຂອງສະຫະພັນແມຍິງລາວ ສະຫະພັນແມຍິງລາວ ເຄືອນໄຫວຕາມຮູບການ ດັ່ງນີ້: 1. ການເຄືອນໄຫວທົ່ວໄປ ຊຶ່ງແມນ ການຈັດຕັ້ງຜັນຂະຫຍາຍກົດຫນາຍ, ກົດລະບຽບ ຂອງຕົນ ແລະ ບັນດາມະຕິທີໄດ້ວາງອອກໃນກອງປະຊຸມສະຫະພັນແມຍິງລາວ ລວມທັງການປຸກລະດົມສະມາຊິກສະຫະພັນ ແມຍິງລາວ, ແມຍິງລາວບັນດາເຜົ່າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫງຊາດ, ແຜນງົບປະມານ ແຫ່ງລັດ, ແຜນຍຸດທະສາດ, ແຜນພັດທະນາແມຍີງລາວ ແລະ ແຜນດໍາເນີນງານແຫງຊາດ ກຽວກັບແມຍິງລາວ ໃນແຕລະໄລຍະ, ມະຕິ ແລະ ຄໍາສັ່ງຕ້າງໆ; 2. ການເຄືອນໄຫວໃນກອງປະຊຸມ ຊຶງແມນ ການເຂົ້າຮ່ວມ ແລະ ການຄົ້ນຄວ້າ ປະກອບຄໍາເຫັນ ເພືອຕົກລົງບັນຫາສໍາຄັນຂອງສະຫະພັນແມຍິງລາວ; 3. ການເຄືອນໄຫວໃນຮູບການອືນ ທີຖືກຕ້ອງຕາມກົດຫນາຍ. ມາດຕາ 11 (ປັບປຸງ) ເນື້ອໃນການເຄື່ອນໄຫວຂອງສະຫະພັນແມຍິງລາວ ການເຄືອນໄຫວຂອງສະຫະພັນແມຍິງລາວ ມີເນື້ອໃນ ດັ່ງນີ່: 1. ສຶກສາອົບຮົມ ການເມືອງ-ແນວຄິດ, ໂຄສະນາ ເຜີຍແຜ່ ແພວທາງ ນະໂຍບາຍ, ກົດຫນາຍ, ແຜນຍຸດ ທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫງຂາດ, ແຜນພັດທະນາແມຍິງລາວ ແລະ ແຜນດໍາເນີນງານແຫງຊາດ ກຽວກັບແມຍິງລາວ ໃນແຕລະໄລຍະ, ຍົກລະດັບຄວາມຮູ້ທາງດ້ານຕາງໆ ໃຫ້ແມຍິງລາວບັນດາເຜົ່າ; 2. ປະຕິບັດ ຄໍາຂວັນ ແລະ ເນື້ອໃນຂໍ້ແຂງຂັນ ຂອງສະຫະພັນແມຍິງລາວ ໃນແຕ່ລະໄລຍະ; 3. ສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງ ຂອງສະຫະພັນເເມຍິງລາວ, ຍົກລະດັບຄວາມຮູ້ ແລະ ຄວາມສາມາດ ໃນການ ນໍາພາ ຂີ້ນໍາ ວຽກງານສະຫະພັນແມຍິງລາວ; 4. ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວ ບັນດາເຜົາໃນທົ່ວປະເທດ, ສົ່ງເສີມ ຄວາມກ້າວຫ້າ ຂອງແມຍິງລາວ ແລະ ຄວາມສະເຫນີພາບ ຍິງ-ຊາຍ; 5. ສົ່ງເສີມການປະກອບອາຊີບ, ພັດທະນາສີມີແຮງງານ, ສ້າງເງືອນໄຂໃຫ້ແມຍິງລາວ ໄດ້ມີວຽກເຮັດ ງານທໍາ ເພືອສ້າງລາຍຮັບໃຫ້ແກຄອບຄົວ ແລະ ເຂົ້າເຖິງແຫຼງທຶນຕາງໆ ທີຖືກຕ້ອງຕາມກົດຫນາຍ ແນໃສຮັບປະກັນ ການລຶບລ້າງຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ ຂອງແມຍິງລາວບັນດາເຜົ່າໃນທົ່ວປະເທດ, ຊຸກຍູ້ແມຍິງ ລາວ ປະກອບອາຊີບໃນທຸກສາຂາອາຊີບ ໃຫ້ຫຼາຍຂຶ້ນ ແລະ ດໍາເນີນຖືກຕ້ອງຕາມກົດຫນາຍ; ’ 6. ປົກປັກຮັກສາ, ເສີມຂະຫຍາຍມູນເຂື້ອວັດທະນະທໍາ, ຣ໊ດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິນ, ຂອງເຜົ່າ ແລະ ຄຸນລັກສະນະທີເປັນມູນເຊື້ອ ຂອງແມຍິງລາວບັນດາເຜົ່າ; 7. ພົວພັນ, ຮວມມື ກັບການຈັດຕັ່ງພັກ, ລັດ, ອົງການຈັດຕັ່ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ, ສະຫະພັນແມຍິງ ຂອງບັນດາປະເທດເຜືອນມິດ ແລະ ອົງການຈັດຕັ່ງສາກົນ; 8. ປະຕິບັດເນື້ອໃນອຶນ ທີເຫັນວາມີຄວາມຈໍາເປັນ.
ຫນວດທີ 2 ລະບົບການຈັດຕັງ ແລະ ໂຄງປະກອບ ບຸກຄະລາກອນ ຂອງສະຫະພັນແມຍິງລາວ ມາດຕາ 12 (ປັບປຸງ) ລະບົບການຈັດຕັ້ງ ຂອງສະຫະພັນແມຍິງລາວ ລະບົບການຈັດຕັ້ງ ຂອງສະຫະພັນແມຍິງລາວ ມີ ສີຂັ້ນ ດັ່ງນີ້: 1. ສຸນກາງສະຫະພັນແມຍິງລາວ; 2. ສະຫະພັນແມຍິງ ນະຄອນຫຼວງ, ແຂວງ, ກະຊວງ, ອົງການ; 3. ສະຫະພັນແມຍິງ ເມືອງ, ນະຄອນ ແລະ ການຈັດຕັ່ງທຽບເທົ່າ; 4. ສະຫະພັນແມຍິງ ຮາກຖານ. ສະຫະພັນແມຍິງລາວແຕ່ລະຂັ້ນ ມີກົງຈັກຊ່ວຍວຽກ ຊຶງໄດ້ກໍານົດໄວ້ໃນລະບຽບການຕາງຫາກ. ມາດຕາ 13 (ບັບປຸງ) ໂຄງປະກອບບຸກຄະລາກອນ ຂອງສະຫະພັນແມຍິງລາວ ໂຄງປະກອບບຸກຄະລາກອນຂອງສະຫະພັນແມຍິງລາວ ມີ ດັ່ງນີ້: 1. ສະມາຊິກສະຫະພັນແມຍິງລາວ; 2. ຄະນະບໍລິຫານງານສະຫະພັນແມຍິງລາວ. ພາກທີ 1M1 ສະມາຊິກສະຫະພັນແມຍິງລາວ ຫມວດທີ 1 ມາດຕະຖານ ແລະ ເງື່ອນໄຂ ຂອງສະມາຊິກສະຫະພັນແມຍິງລາວ ມາດຕາ 14 (ປັບປຸງ) ສະມາຊິກສະຫະພັນແມຍິງລາວ ສະມາຊິກສະຫະພັນແມຍິງລາວ ແມນ ແມຍິງລາວ ທີ່ມີຄວາມຫ້າວຫັນ, ດີເດັ່ນ ຊຶ່ງໄດ້ຜານການຝຶກຝົນ ຫູໍ່ຫຼອມໃນຂະບວນການເຄື່ອນໄຫວວຽກງານມະຫາຊົນ , ມີມາດຕະຖານ ແລະ ເງືອນໄຂ ຄົບຖ້ວນ ແລະ ໄດ້ຮັບເຂົ້າ ເປັນສະມາຊິກສະຫະພັນແມຍິງລາວ. ມາດຕາ 15 (ປັບປຸງ) ມາດຕະຖານ ແລະ ເງືອນໄຂ ຂອງສະມາຊິກສະຫະພັນແມຍິງລາວ ມາດຕະຖານ ແລະ ເງືອນໄຂ ຂອງສະມາຊິກສະຫະພັນແມຍິງລາວ ມິ ດັ່ງນີ້: 1. ເປັນແມຍິງລາວ ທີ່ຖືສັນຊາດລາວ, ມີອາຍຸແຕ່ ສິບຫ້າປີ ຂຶ້ນໄປ; 2. ມີນ້ໍາໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ຮັກກຽດສັກສີ ຂອງແມຍິງລາວ, ມີຄຸນ ສົມບັດສິນທໍາປະຕິວັດ; 3. ເປັນຜູ້ຫ້າວຫັນ, ດີເດັ່ນ ແລະ ເປັນແບບຢ່າງນໍາຫ້າ ໃນຂະບວນການເຄືອນໄຫວວຽກງານມະຫາຊົນ ແລະ ວຽກງານອືນ; 4. ມີຄວາມຕືນຕົວ, ສະນນັກໃຈ ເຂົ້າເປັນສະມາຊິກສະຫະພັນແມຍິງລາວ, ປະຕິບັດກົດຫນາຍ ແລະ ກົດລະບຽບ ຂອງສະຫະພັນແມຍິງລາວ ຢ່າງເຂັມງວດ: 5. ມີສຸຂະພາບດີ.
ຫນວດທີ 2 ສິດ, ຫ້າທີ, ພັນທະ ແລະ ຜົນປະໂຫຍດ ຂອງສະມາຊິກສະຫະພັນແມຍິງລາວ ມາດຕາ 18 (ປັບປຸງ) ສິດ ແລະ ຫນ້າທີ ຂອງສະມາຊິກສະຫະພັນແມຍິງລາວ ສະມາຊິກສະຫະພັນແມຍິງລາວ ມີ ສິດ ແລະ ຫນ້າທີ ດັ່ງນີ້: 1. ຄື້ນຄວ້າ, ເຊື່ອມຊຶມ ແລະ ປະຕິບັດ ແນວທາງ ນະໂຍບາຍ, ລັດຖະທໍາມະນູນ, ກົດຫນາຍ ແລະ ກົດລະບຽບ ຂອງສະຫະພັນແມຍິງລາວ; 2. ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ເປັນພົນລະເມືອງດີ. ພັດທະນາດີ ແລະ ສໍາງຄອບຄົວດີ; 3. ເຂົ້າຮວມເຄື່ອນໄຫວ, ປຶກສາຫາລື ແລະ ປະກອບຄໍາເຫັນ ຕໍ່ວຽກງານສະຫະພັນແມຍິງລາວ; 4. ຄົ້ນຄວ້າ, ຮໍາຮຽນ, ຍົກລະດັບຄວາມຮູ້ທາງດ້ານ ທິດສະດີການເມືອງ, ວິຊາສະເພາະ, ພາສາຕ້າງປະເທດ , ຝຶກອົບຮົມວິຊາຊີບ, ພັດທະນາສີມືແຮງງານ ແລະ ດ້ານຕ່າງໆ; 5. ເຂົ້າເຖິງແຫຼ່ງທຶນຕາງໆ ທີຖືກຕ້ອງຕາມກົດຫນາຍ ເພື່ອພັດທະນາແມຍິງລາວ; 6. ໄດ້ຮັບ ຂໍ້ມູນ ຂາວສານ ກຽວກັບການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງ ສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົາໃນທົ່ວປະເທດ: 7. ສະເຫຼີ ຕໍ່ການຈັດຕັ້ງ ຂອງສະຫະພັນແມຍິງລາວ, ອົງການທີກ່ຽວຂ້ອງ ເພື່ອປົກປ້ອງ, ພື້ນພູສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ ທີຖືກລວງລະເມີດ; 8. ເລືອກຕັ້ງ ແລະ ສະຫັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສະຫະພັນແມຍິງລາວ ແຕ່ລະຂັ້ນ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງຕາງໆ ຕາມມາດຕະຖານ ແລະ ເງືອນໄຂ ທີໄດ້ກໍານົດໄວ້ໃນກົດຫນາຍ; ° ມແ; ະ >, ແ ະູ ຈູງ > - 9. ນໍາໃຊ໋ສິດ ແລະ ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 17 (ປັບປຸງ) ພັນທະຂອງສະມາຊິກສະຫະພັນແມຍິງລາວ ສະມາຊິກສະຫະພັນແມຍິງລາວ ມີພັນທະ ດັ່ງນີ້: 1, ເຄົາລົບ ແລະ ປະຕິບັດ ລັດຖະທໍາມະນູນ, ກົດຫນາຍ ແລະ ກົດລະບຽບ ຂອງສະຫະພັນແມຍິງລາວ; 2. ເປັນເຈົ້າການໃນການລະນຸລັກ ແລະ ສົ່ງເສີມ ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ຂອງເຜົ່າ ແລະ ຄຸນລັກສະນະທີເປັນມູນເຊື່ອ ຂອງແມຍິງລາວບັນດາເຜົ່າ; 3. ເປັນເຈົ້າການສຶກສາອົບຮົມ, ປ້າລຸງ ສໍາງ, ຊວຍເຫຼືອແມຍິງລາວບັນດາເຜົ່າ ໃນການຝຶກຝົນຫຼໍ່ຫຼອມໃຫ້ ມີຄວາມກ່າວຫ້າ, ດີເດັ່ນ ແລະ ເປັນແບບຢາງທີດີ ເພືອຂະຫຍາຍເຂົ້າເປັນສະມາຊິກສະຫະພັນແມຍິງລາວ; 4. ຮັກສາຄວາມສາມັກຄີພາຍໃນ ລະຫວາງ ແມຍິງດ້ວຍກັນ, ຄອບຄົວ ແລະ ສັງຄົມ: 5. ປະຕິບັດພັນທະອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ.
ມາດຕາ 18 (ປັບປຸງ) ຜົນປະໂຫຍດຂອງສະມາຊິກສະຫະພັນແມຍິງລາວ ສະມາຊິກສະຫະພັນແມຍິງລາວ ໄດ້ຮັບຜົນປະໂຫຍດ ດັ່ງນີ້: 1. ໄດ້ຮັບການພັດທະນາ, ການປົກບ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຈາກການຈັດຕັ້ງ ຂອງສະຫະພັນ ແມຍິງລາວ ແລະ ອົງການຈັດຕັ່ງອືນທີກ່ຽວຂ້ອງ; 2. ໄດ້ຮັບການບາລຸງ ສ້າງ, ຍົກລະດັບຄວາມຮູ້ ແລະ ຄວາມສາມາດທາງດ້ານຕາງໆ ເທົ່າທຽມກັບ ເພດຊາຍ; 3. ໄດ້ຮັບການນໍາສະເຫີເຂົ້າເປັນສະມາຊິກ ຂອງການຈັດຕັ່ງຕ່າງໆ, ໄດ້ຮັບການເລືອນຊັ້ນ, ຂັ້ນ, ການແຕງຕັ້ງ, ບັນຈຸ ແລະ ສັບຊ້ອນເຂົ້າໃນຕໍາແຫນ່ງ ນໍາພາ ຄຸ້ມຄອງ ຂັນຕາງໆ ຕາມມາດຕະຖານ ແລະ ເງື່ອນໄຂ ທີໄດ້ກໍານົດໄວ້ໃນ ກົດຫນາຍ; 4. ໄດ້ຮັບການຊວຍເຫຼືອ, ເບິງແຍງທາງດ້ານ ວັດຖຸ, ຈິດໃຈ ໃນເວລາເຈັບເປັນ, ອອກລູກ, ເສຍຊີວິດ ຕາມນະໂຍບາຍ ຂອງລັດ ແລະ ເງື່ອນໄຂຄວາມສາມາດຕົວຈິງ ຂອງສະຫະພັນແມຍິງ ແຕ່ລະຂັ້ນ; 5. ໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອືນ ຕຕາາມກົດຫນາຍ ແລະ ລະບຽບການ. ມາດຕາ 19 (ໃບນ) ການສັ້ນສຸດການເປັນສະມາຊິກສະຫະພັນແມຍິງລາວ ການເປັນສະມາຊິກສະຫະພັນແມຍິງລາວ ຈະສິ້ນສຸດ ໃນກໍລະນີໃດຫນຶ່ງ ດັ່ງນີ່: 1. ຖືກລົງວິໄນ ໃຫ້ອອກຈາກ ການຈັດຕັ້ງ ຕາມທີໄດ້ກໍານົດໄວ້ໃນກົດຫນາຍວາດ້ວຍພະນັກງານ-ລັດຖະກອນ, ກົດຫນາຍອືນ ແລະ ລະບຽບການ ທີກຽວຂ້ອງ; 2. ເສຢຄວາມສາມາດທາງດ້ານການປະພຶດ; 3. ຖືກສານຕັດສີນລົງໂທດຕັດອິດສະລະພາບ ຍ້ອນການກະທໍາຜິດໂດຍເຈດຕະນາ; 4. ເສຍຊີວິດ. ພາກທີ IV ຄະນະບໍລິຫານງານສະຫະພັນແມຍິງລາວ ຫນວດທີ 1 ໂຄງປະກອບ , ສິດ ແລະ ຫ້າທີ ຂອງຄະນະບໍລິຫານງານສະຫະພັນແມຍິງລາວ ມາດຕາ 20 (ໃຫນ) ໂຄງປະກອບຂອງຄະນະບໍລິຫານງານສະຫະພັນແມຍິງລາວ ຄະນະບໍລິຫານງານສະຫະພັນແມຍິງລາວ ປະກອບດ້ວຍ: 1. ປະທານ; 2. ຮອງປະທານ; 3. ປະທານກວດກາ; 4. ກໍາມະການ. ສໍາລັບມາດຕະຖານ ແລະ ເງື່ອນໄຂ ຂອງຄະນະບໍລິຫານງານສະຫະພັນແມຍິງລາວ ໄດ້ກໍານົດໄວ້ໃນລະບຽບ ການຕ່າງຫາກ.
ມາດຕາ 21 (ປັບປຸງ) ສິດ ແລະ ຫ້າທີ ຂອງປະທານຄະນະບໍລິຫານງານສະຫະພັນແມຍິງລາວ ປະທານຄະນະບໍລິຫານງານສະຫະພັນແມຍິງລາວ ມີ ສິດ ແລະ ຫ້າທີ ຕາມຂອບເຂດຄວາມຮັບຜິດຊອບ ຂອງຕົນ ດັ່ງນີ້: 1. ນໍາພາ ຊື່ນໍາ, ວາງແຜນການຈັດຕັ່ງຜັນຂະຫຍາຍ ແລະ ປະຕິບັດ ແຜນຍຸດທະສາດ. ແຜນພັດທະນາ ແມຍິງລາວ ແລະ ແຜນດໍາເນີນງານແຫງຊາດ ໃນແຕລະໄລຍະ ໃຫ້ປາກົດຜົນເປັນຈິງ; 2. gng, ຕິດຕາມ, ກວດກາ ແລະ ປະເມີນການເຄືອນໄຫວວຽກງານ ພາຍໃນ ແລະ ຕາງປະເທດ ຂອງ ສະຫະພັນແມຍິງລາວ; 3. ຕົກລົງ, ຮຽກໂຮມ ທັງເປັນປະທານກອງປະຊຸມໃຫຢ, ກອງປະຊຸມສາມັນ ແລະ ກອງປະຊຸມວິສາມັນ ຂັ້ນຂອງຕົນ; 4. ສະເຫຼີ, ປຶກສາຫາລື, ປະສານສົມທົບກັບແນວລາວສໍາງຊາດ , ສະຫະພັນນັກຮົບເກົ່າລາວ, ອົງການ ຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງອືນ ກຽວກັບວຽກງານສະຫະພັນແມຍິງລາວ ທີ່ເຫັນວາມີຄວາມຈໍາເປັນ; 5. ປັບປຸງ, ຂະຫຍາຍ ການຈັດຕັ້ງ ແລະ ສະມາຊິກສະຫະພັນແມຍິງລາວ ຂັ້ນຂອງຕົນ ແລະ ຊື່ນໍໍາຂັ້ນລຸມ; 6. ຊຸກຍູ່, ສົ່ງເສີມ ການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານ ທິດສະດີ, ວິຊາການ, ຝືກອົບຮົມ ວິຊາຊີບ ໃຫ້ສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົ່າ; 7. ສະຫຼຸບ ແລະ ລາຍງານ ສະພາບຮອບດ້ານ ກ່ຽວກັບວຽກງານສະຫະພັນແມຍິງລາວ ຕໍ່ກອງປະຊຸມ ຄະນະບໍລິຫານງານສະຫະພັນແມຍິງລາວຂັ້ນຂອງຕົນ, ຂັ້ນເທິງຖັດຕົນ ແລະ ແຈ້ງໃຫ້ຄະນະບໍລິຫານງານສະຫະພັນ ແມຍິງລາວ ຂັ້ນລຸ່ມ; 8. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ ແລະ ຕາມການມອບຫນາຍ ຂອງຂັນເທິງ. ມາດຕາ 22 (ປັບປຸງ) ສິດ ແລະ i ຂອງຮອງປະທານຄະນະບໍລິຫານງານສະຫະພັນແມຍິງລາວ ຮອງປະທານຄະນະບໍລິຫານງານສະຫະພັນແມຍິງລາວ ມື ສິດ ແລະ ຫ້າທີ ດັ່ງນີ້: 1. ຂວຍປະທານຄະນະບໍລິຫານງານສະຫະພັນແມຍິງລາວຂັ້ນຂອງຕົນ ໃນການນໍາໃຊ້ສິດ ແລະ ປະຕິບັດ ຫາທີ ຕາມທີໄດ້ກໍານົດໄວ້ໃນມາດຕາ 21 ຂອງກົດຫນາຍສະບັບນີ້ ແລະ ຮັບຜິດຊອບວຽກງານ ຕາມການມອບຫນາຍ ຂອງປະທານຄະນະບໍລິຫານງານສະຫະພັນແມຄຍິງລາວ; 2. ຮັກສາການແທນປະທານຄະນະບໍລິຫານງານສະຫະພັນແມຍິງລາວ ໃນເວລາປະທານ ຕິດຂັດ ຫຼື ບໍ່ຢູ່ ຫຼື ຕາມການມອບຫນາຍ.
ມາດຕາ 23 (ໃບນ) ສິດ ແລະ ຫ້າທີ ຂອງປະທານກວດກາຄະນະບໍລິຫານງານສະຫະພັນແມຍິງລາວ ປະທານກວດກາຄະນະບໍລິຫານງານສະຫະພັນແມຍິງລາວ ມີ ສິດ ແລະ ຫ້າທີ ຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ ດັ່ງນີ່: 1. ຜັນຂະຫຍາຍ ມະຕີ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການ ກ່ຽວກັບວຽກງານກວດກາ ຂອງຂັ້ນ ເທິງ, ຂັ້ນຂອງຕົນ ເປັນແຜນການ, ແຜນງານ , ໂຄງການ ແລະ ຈັດຕັ້ງປະຕິບັດ; 2. ຕິດຕາມ ກວດກາ ການເຄືອນໄຫວປະຕິບັດຫ້າທີ, ຄວາມຮັບຜິດຊອບ, ແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສະຫະພັນແມຍິງລາວ ແລະ ສະມາຊິກສະຫະພັນແມຍິງລາວ; 3. ຕິດຕາມ ກວດກາ ການຄຸ້ມຄອງ, ການປະຕິບັດນະໂຍບາຍ ແລະ ປົກປ້ອງສິດ, ຜົນປະໂຫຍດອັນ ຊອບທໍາຂອງ ສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົ່າໃນທົ່ວປະເທດ ເພື່ອລາຍງານຕໍ່ຄະນະບໍລິຫານ ງານສະຫະພັນແມຢຍິງລາວ; 4, ຕິດຕາມ ກວດກາ ການຄຸ້ມຄອງ, ການນນໍາໃຊ້ ລາຍຮັບ, ລາຍຈາຍ, So ແລະ ຊັບສິນ ຂອງສະຫະພັນ ແມຍິງລາວຂັ້ນຂອງຕົນ: 5. ຕິດຕາມ ກວດກາ ການຈັດຕັ້າ ແລະ ຄະນະບໍລິຫານງານສະຫະພັນແມຍິງລາວຂັນລຸມ ກ່ຽວກັບການ ລົງວິໄນ ຕໍ່ສະມາຊິກສະຫະພັນແມຍິງລາວ ທີ່ເຫັນວາມີການລະເມີດ ກົດໆນາຍ, ມະຕິ ແລະ ນິຕິກໍາອືນຂອງຄະນະ ບໍລິຫານງານສະຫະພັນແມຍິງລາວ; 6. ສະເຫຼີ, ທວງ ໃຫ້ຄະນະບໍລິຫານງານສະຫະພັນແມຍິງລາວ, ສະມາຊິກສະຫະພັນແມຍິງລາວ ສະຫນອງ ຂໍ້ມູນ, ເອກະສານ, ຫຼັກຖານ ທີພົວພັນກັບການກວດກາ; 7. ຄົ້ນຄວ່າ, ສະເຫນີ ວິທີແກ້ໄຂຜົນການກວດກາ ໃຫ້ຄະນະບໍລິຫານງານສະຫະພັນແມຍິງລາວ ຂັ້ນຂອງ ຕົນ ຫຼື ຂຶ້ນລຸມ; 8. ສະເຫຼີ ພິຈາລະນາລົບລ້າງ ຫຼື ປ່ຽນແປງ ຮູບການລົງວິໄນ ຕໍ່ການຈັດຕັ້ງ ຂອງສະຫະພັນແມຍິງລາວ ແລະ ສະມາຊິກສະຫະພັນແມຍິງລາວ ທີ່ບໍ່ຖືກຕ້ອງຕາມກົດບນາຍ ຕໍ່ປະທານຄະນະບໍລິຫານງານສະຫະພັນແມຍິງລາວ; 9. ສະເຫນີ ພິຈາລະນາລົບລ້າງການອອກນິຕິກໍາ ຂອງສະຫະພັນແມຍິງລາວ ຂັ້ນລຸມຂອງຕົນ ທີຂັດກັບ ກົດຫນາຍ ແລະ ກົດລະບຽບຂອງສະຫະພັນແມຍິງລາວ ຕໍ່ປະທານຄະນະບໍລິຫານງານສະຫະພັນແມຍິງລາວ; 10. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ຕໍ່ ປະທານຄະນະບໍລິຫານງານສະຫະພັນ ແມຍິງລາວຂັ້ນຂອງຕົນ ຢ່າງເປັນປົກກະຕິ; 11. ນໍາໃຊ້ສິດ ແລະ ປະຕິບັດຫນາທີອືນ ຕາມທີໄດ້ກໍານົດໄວ້ໃນກົດປນາຍ.
ຊ ກກ ລລ ະກ ມາດຕາ 24 (ໃບນ) ສິດ ແລະ ຫ້າທີ່ ຂອງກໍາມະການ ຄະນະບໍລິຫານງານສະຫະພັນແມຍິງລາວ ກໍາມະການຄະນະບໍລິຫານງານສະຫະພັນເເຟຍິງລາວ ມີ ສິດ ແລະ ຫນ້າທີ ຊ່ວຍປະທານ, ຮອງປະທານໃນການຈັດຕັ້ງ ປະຕິບັດຫ້າຫ໊ວຽກງານສະຫະພັນແມຍິງລາວ ແລະ ເປັນຜູ້ຮັບຜິດຂອບວຽກງານດັງກາວຕາມການມອບໄບນາຍ. ຫຼວດທີ່ 2 - "ຂໍ້ ລ... o -~ 10 ການບົ່ງຕົວແຕງຕັ້ງ, ຍົກຍ້າຍ ແລະ ສິ້ນສຸດ ຄະນະບໍລິຫານງານສະຫະພັນແມຍິງລາວ ມາດຕາ 25 (ໃຫນ) ການບຶ່ງຕົວແຕງຕັ່ງ ຄະນະບໍລິຫານງານສະຫະພັນແມຍິງລາວ ການບົ່ງຕົວແຕງຕັ່ງ ຄະນະບໍລິຫານງານສະຫະວັນແມ່ຍິງລາວ ໃນກໍລະນີມີຕໍາແຫນ່ງວາງໃນຄະນະບໍລິຫານງານ ດັງກາວ ຕ້ອງໄດ້ຄົ້ນຄວ້າສະມາຊິກສະຫະພັນແມຍິງ ທີມີມາດຕະຖານ ແລະ ເງືອນໄຂຄົບຖ້ວນ ຕາມກົດລະບຽບ ຈ, 7= oo s . ະ ນ - ຈ - -~ o ຂອງສະຫະພັນແມຍິງລາວ ແລະ ນິຕິກໍາອຶນທີກ່ຽວຂ້ອງ ເພືອສະເຫີຄະນະພັກຂັ້ນຂອງຕົນ ແລະ ສະຫະພັນແມຍິງ ຂັ້ນເທິງຖັດຕົນ ພິຈາລະນາອະນຸມັດ. ມາດຕາ 28 (ໃບນ) ການຍົກຍ້າຍ ຄະນະບໍລິຫານງານສະຫະພັນແມຍິງລາວ ຄະນະບໍລິຫານງານສະຫະພັນແມຍິງລາວ ຜູ້ໃດຫົງ ໃນແຕ່ລະຂັ້ນ ຈະຍົກຍ້າຍໄປຮັບຫ້າທີຢູ່ປອນໃບນ ຕ້ອງໄດ້ປະສານສົມທົບກັບສະຫະພັນແມຍິງລາວ ຂັ້ນເທິງຖັດຕົນ ແລະ ຄະນະພັກຂັ້ນຂອງຕົນ ຄົ້ນຄວ້າພິຈາລະນາ ແລະ ຄັດເລືອກບຸກຄະລາກອນ ທີ່ມືມາດຕະຖານ ແລະ ເງືອນໄຂ ຄົບຖ້ວນ ເພື່ອປ່ຽນແທນ. ມາດຕາ 27 (ໃຫ) ການສິ້ນສຸດ ການເປັນຄະນະບໍລິຫານງານສະຫະພັນແມຍິງລາວ ການເປັນຄະນະບໍລິຫານງານສະຫະພັນແມຍິງລາວ ຈະສິ້ນສຸດ ໃນກໍລະນີໃດຫນົງ ດັ່ງນີ້: 1. ໄປຮຽນ ຫຼື ໄປປະຕິບັດຫ້າທີ ຢູ່ຕ່າງປະເທດ ແຕ້ ສາມປີ ຂຶ້ນໄປ; 2. ຍົກຍ້າຍໄປຮັບຫ້າທີ່ຢູ່ປອນໃນ; 3. ຮັບອຸດຫູນບ່ານານ, ອຸດຫນູນເທື່ອດຽວ; 4. ເສຍກໍາລັງແຮງງານ, ເສຍຄວາມສາມາດທາງດ້ານການປະພຶດ:; 5. ຖືກລົງວິໄນ ໃຫ້ອອກຈາກ ການຈັດຕັ້ງ ຕາມທີໄດ້ກໍານົດໄວ້ໃນກົດຫນາຍວາດ້ວຍພະນັກງານ-ລັດຖະກອນ, ກົດຫນາຍ ແລະ ລະບຽບການອືນ ທີ່ກຽວຂ້ອງ; 6. ຖືກສານຕັດສີນລົງໂທດຕັດອິດສະລະພາບ ຍ້ອນການກະທໍາຜິດໂດຢເຈດຕະນາ; 7. ເສຍຊິວິດ.
ພາກທີ vV ກອງປະຊຸມສະຫະພັນແມຍິງລາວ ມາດຕາ 28 (ປັບປຸງ) ປະເພດກອງປະຊຸມ ກອງປະຊຸມສະຫະພັນແມຍິງລາວ ມີ ສາມປະເພດ ດັ່ງນີ້: 1. ກອງປະຊຸມໃຫຍ; 2. ກອງປະຊຸມສາມັນ; 10 3. ກອງປະຊຸມວິສາມັນ. ມາດຕາ 29 (ປັບປຸງ) ກອງປະຊຸມໃຫຍ ກອງປະຊຸມໃຫຢສະຫະພັນແມຍິງລາວ J ສີຂຶ້ນ ດັ່ງນີ້: 1. ກອງປະຊຸມໃຫຢ ຜູ້ແທນແມ່ຍິງລາວທົ່ວປະເທດ; 2. ກອງປະຊຸມໃຫຢ ຜູ້ແທນແມຍິງຫຼື ສະມາຊິກສະຫະພັນແມຍິງ ນະຄອນຫຼວງ, ແຂວງ, ກະຊວງ, ອົງການ; 3. ກອງປະຊຸມໃຫຍ ຜູ້ແທນແມັຍິງ ຫຼື ສະມາຊິກສະຫະພັນແມຍິງ ເມືອງ, ນະຄອນ ແລະ ການຈັດຕັ້ງ ທຽບເທົ່າ; 4. ກອງປະຊຸມໃຫຢ ຜູ້ແທນແມຍິງ ຫຼື ສະມາຊິກສະຫະພັນແມຍິງ ຮາກຖານ. ສະຫະພັນແມຍິງລາວແຕລະຂັ້ນ ເປີດກອງປະຊຸມໃຫຍ່ ຂອງຕົນ ຫ້າປີໃດ ດໍາເນີນເທືອຫນຶ່ງ. ໃນກໍລະນີ ຈໍາເປັນ ອາດຈະເປີດ ກອນ ຫຼື ຫຼັງ ເວລາທີກໍານົດໄວ້ກໍໄດ້ ແຕບໍ່ໃຫ້ເກີນ ຫົກເດືອນ. ກອງປະຊຸມໃຫຢສະຫະພັນແມຍິງລາວຂັ້ນໃດ ໃຫ້ປະທານຄະນະບໍລິຫານງານສະຫະພັນແມຍິງລາວ ຂັ້ນນັ້ນ ເປັນຜູ້ຮຽກໂຮມ ໂດຍໄດ້ຮັບການອະນຸມັດ ຈາກຄະນະບໍລິຫານງານສະຫະພັນແມຍິງລາວ ຂັ້ນເທິງຖັດຕົນ, ໃນກໍລະນີ ກອງປະຊຸມໃຫຢຈະດໍາເນີນ ກອນ ຫຼື ຫຼັງ ເວລາທີກໍານົດໄວ້ ຕ້ອງລາຍງານເຫດຜົນ ໃຫ້ຄະນະບໍລິຫານງານ ສະຫະພັນແມຍິງລາວ ຂັ້ນເທິງຖັດຕົນ ແລະ ແຈ້ງໃຫ້ຂັ້ນລຸນ ກອນ ສາມເດືອນ. ສໍາລັບກອງປະຊມໃຫຢສະຫະພັນແມຍິງລາວກະຊວງປ້ອງກັນປະເທດ ໄດ້ກໍານົດໄວ້ໃນລະບຽບການ ຕາງຫາກ. ມາດຕາ 30 (ປັບປຸງ)ສິດ ແລະ ຫ້າທີ່ ຂອງກອງປະຊຸມໃຫຢ ກອງປະຊຸມໃຫຍ ສະຫະພັນແມຍິງລາວ ມີ ສິດ ແລະ ຫນ້າທີ ດັ່ງນີ້: 1. ຄົ້ນຄວ້າ, ພິຈາລະນາ, ຮັບຮອງເອົາ ບົດລາຍງານການເມືອງ ແລະ ທິດທາງຫ້າທີ, ແຜນພັດທະນາ ແມຍິງລາວ ຂອງຂະແຫນງການ ແລະ ທ້ອງຖິນ ຂອງສະຫະພັນແມຍິງລາວ ຂັ້ນຂອງຕົນ; 2. ພິຈາລະນາ ແລະ ຮັບຮອງເອົາ ບົດສໍາຫຼວດການນໍາພາ ຂອງຄະນະບໍລິຫານງານສະຫະພັນແມຍິງລາວ ຂັ້ນຂອງຕົນ; 3. ຄົ້ນຄວ່າ ແລະ ຮັບຮອງເອົາການປັບປຸງກົດລະບຽບ ຂອງສະຫະພັນແມຍິງລາວ ສໍາລັບກອງປະຊຸມ ໃຫຍຢຜູ້ແທນແມຍິງລາວທົ່ວປະເທດ; ’ 4. ເລືອກຕັ້ງຄະນະບໍລິຫານງານສະຫະພັນແມຍິງລາວ ຂຸດໃຫ ຂັ້ນຂອງຕົນ ແລະ ເລືອກຕັ່ງເອົາຜູ້ແທນ ເຂົ້າຮ້ວມກອງປະຊຸມໃຫຢ ຂັ້ນເທິງຖັດຕົນ ຖ້າມີ; 5, ດໍາເນີນກອງປະຊມຄົບຄະນະຄັງປະຖົມມະລືກ ຂອງຄະນະບໍລິຫານງານສະຫະພັນແມຍິງລາວ ເພືອຄັດເລືອກເອົາປະທານ , ຮອງປະທານ, ປະທານກວດກາ ແລະ.ຮອງປະທານກວດກາ ຄະນະບໍລິຫານງານ ສະຫະພັນແມຍິງລາວຂັ້ນຂອງຕົນ; 6. ຮັບຮອງເອົາມະຕິກອງປະຊຸມໃຫຢຂັ້ນຂອງຕົນ; 7. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອື່ນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ.
11 ມາດຕາ 31 (ປັບປຸງ) ກອງປະຊຸມສາມັນ ກອງປະຊຸມສາມັນ ແມ່ນ ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມຍິງລາວ ຊຶງເປີດຂຶ້ນ ປີລະເທືອ ໂດຍແມນປະທານຄະນະບໍລິຫານງານສະຫະພັນແມຍິງລາວຂັນນັ້ນ ເປັນຜູ້ຮຽກໂຮມ ແລະ ເປັນປະທານກອງ ປະຊຸມ. ກ່ອນເປີດກອງປະຊຸມສາມັນນັ້ນ ປະທານ ກ້ອງແຈ້ງໃຫ້ຄະນະບໍລິຫານງານສະຫະພັນແມຍິງລາວ ຂັ້ນຂອງຕົນ ແລະ ສະຫະພັນແມຍິງ ຂັ້ນລຸມ ກອນ ສາມເດືອນ. ກອງປະຊຸມສາມັນ ຕ້ອງມີຄະນະບໍລິຫານງານສະຫະພັນແມຍິງລາວ ເຂົ້າຮ້ວມຢ່າງຫນ້ອຍ ສອງສວນສາມ ຂອງຄະນະບໍລິຫານງານທັງຫົົດ ຂັ້ນຂອງຕົນ ຈຶງສາມາດເປີດຂຶ້ນໄດ້. ມາດຕາ 32 (ປັບປຸງ) ສິດ ແລະ ຫ້າທີ່ ຂອງກອງປະຊຸມສາມັນ ກອງປະຊຸມສາມັນ ສະຫະພັນແມຍິງລາວ ມີ ສິດ ແລະ ຫາທີ ດັ່ງນີ້: 1. ຄົ້ນຄວ້າ, ຮັບຮອງເອົາ ບົດລາຍງານການເຄຶອນໄຫວວຽກງານໃນປີຜ່ານມາ ແລະ ທິດທາງຫ້າທີ ຂອງສະຫະພັນແມຍິງລາວຂັ້ນຂອງຕົນ; 2. ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສະຫະພັນແມຍິງລາວ ຂັ້ນຂອງຕົນ; 3. ຄົ້ນຄວ້າ, ປະກອບຄໍາເຫັນ ໃສ່ວຽກງານໃດຫນຶງ ຕາມທີໄດ້ກໍານົດໄວ້ໃນແຜນດໍາເນີນງານຂອງຄະນະ ບໍລິຫານງານສະຫະພັນແມຍິງລາວ ຂັ້ນຂອງຕົນ; 4. ຮັບຮອງເອົາມະຕິກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມຍິງລາວ ປະຈໍາປີຂອງຕົນ; 5. ນໍາໃຊ່ສິດ ແລະ ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 33 (ປັບປຸງ) ກອງປະຊຸມວິສາມັນ ກອງປະຊຸມວິສາມັນ ແມນ ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມຍິງລາວ ຊິງເປີດຂຶ້ນເມືອໃດ ກໍໄດ້ ເພືອພິຈາລະນາວຽກງານຈໍາເປັນ, ສໍາຄັນ ແລະ ຮີບຕວນ ຕາມການຕົກລົງ ຂອງຄະນະປະທານ ຫຼື ການສະເຫີ ຂອງຄະນະບໍລິຫານງານ ຢ່າງຫ້ອຍ ຫນຶງສ່ວນສີ ຂອງຈໍານວນຄະນະບໍລິຫານງານທັງຫົົດ ແລະ ຕ໋ອງມີຜູ້ເຂົ້າຮ່ວມ ຢ່າງຫນ້ອຍ ສອງສ່ວນສາມ ຂອງຈໍານວນຄະນະບໍລິຫານງານທັງບນົດ ຂອງຂັ້ນນັ້ນ ໂດຍແມນປະທານຄະນະບໍລິຫານ ງານສະຫະພັນແມຍິງລາວ ຂັ້ນນັ້ນ ເປັນຜູ້ຮຽກໂຮມ ແລະ ເປັນປະທານກອງປະຊຸມ.
ມາດຕາ 34 ມະຕິກອງປະຊຸມ . ມະຕິກອງປະຊຸມໃຫຍ, ກອງປະຊຸມສາມັນ ແລະ ກອງປະຊຸມວິສາມັນ ແມນ ການຮັບຮອງເອົາເນື່ອໃນ ຂອງກອງປະຊຸມດັ່ງກາວ. ມະຕິກອງປະຊຸມ ຈະມີຄຸນຄາໄດ້ ກໍຕໍ່ເມືອໄດ້ຮັບຄະແນນສຽງ ຫຼາຍກວາເຄິງຫຶງ ຂອງຜູ້ແທນທີ່ເຂົ້າຮ່ວມ ກອງປະຊຸມ. 12 ພາກທີ VI ຄວາມຮັບຜິດຊອບຂອງ ລັດ, ສັງຄົມ ແລະ ຄອບຄົວ ຕໍ່ວຽກງານສະຫະພັນແມຍິງລາວ ມາດຕາ 35 (ປັບປຸງ) ຄວາມຮັບຜິດຊອບຂອງລັດ ລັດ ມີຄວາມຮັບຜິດຊອບ ດັ່ງນີ່: 1. ວາງນະໂຍບາຍ ພັດທະນາ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ສະມາຊິກສະຫະພັນ ແມຍິງລາວ ແລະ ແມຍິງລາວບັນດາເຜົ່າໃນທົ່ວປະເທດ, ສົ່ງເສີມຄວາມກ້າວຫ້າ ຂອງແມຍິງ, ແມ ແລະ ເດັກ, ຄວາມສະເຫຼີພາບ ຍິງ-ຊາຍ, ຕ້ານ ແລະ ສະກັດກັນການຄ້າມະນຸດ ແລະ ການໃຊ້ຄວາມຮຸນແຮງຕໍ່ແມຍິງໃນ ຄອບຄົວ ແລະ ສັງຄົມ; 2. ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃຫ້ສະຫະພັນແມຍິງລາວ ໄດ້ເຄືອນໄຫວວຽກງານຮອບດ້ານ; 3. ສ້າງ ແລະ ປະກອບບຸກຄະລາກອນເພດຍິງ, ກໍສ້າງໂຄງລາງພື້ນຖານ, ສະຫນອງງົບປະມານ, ພາຫະນະ ແລະ ສິ່ງຈໍາເປັນໃຫ້ການຈັດຕັ້ງຂອງສະຫະພັນແມຍິງລາວ ເພືອສາມາດເຄືອນໄຫວວຽກງານ ຕາມພາລະບົດບາດຂອງຕົນ; 4, ໃຫ້ການຍ້ອງຍໍ, ໃຫ້ນາມມະຍົດ ແກສະມາຊິກສະຫະພັນແມຍິງລາວ, ແມຍິງລາວບັນດາເຜົ່າທີມີ ຜົນງານໃນການອອກແຮງງານ ແລະ ຄື້ນຄວ່າປະດິດສ້າງສິງໃບນ ປະກອບສວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ; 5. ມີຄວາມຮັບຜິດຊອບອືນ ຕາມທີໄດ້ກໍານົດໄວ້ໃນກົດບນາຍ. ມາດຕາ 36 (ປັບປຸງ) ຄວາມຮັບຜິດຊອບຂອງສັງຄົມ ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ່ງສັງຄົມ ລວມທັງ ບຸກຄົນ ແລະ ນິຕິບຸກຄົນ ມີຄວາມ ຮັບຜິດຊອບໃນການສະຫັບສະຫຼນ, ຮວມມື, ສ້າງເງື່ອນໄຂ ແລະ ອ້ານວຍຄວາມສະດວກ ໃນການສຶກສາ ອົບຮົມ, ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ສະມາຊິກສະຫະພັນແມຍິງລາວ ແລະ .ແມຍິງລາວບັນດາເຜົ່າໃນທົ່ວປະເທດ, ການສົ່ງເສີມຄວາມກ້າວຫ້າ ຂອງແມຢິງ, ແມ່ ແລະ ເດັກ, ຄວາມສະເຫນີພາບ ຍິງ-ຊາຍ ໃນຄອບຄົວ, ສັງຄົມ, ຕ້ານ ແລະ ສະກັດກັນ ການໃຊ້ຄວາມຮຸນແຮງ ຕໍ່ແມຍິງ ລວມທັງການເຂົ້າຮວມໃນການຈັດຕັ້ງປະຕິບັດນະໂຍບາຍຂອງລັດ ກຽວກັບວຽກງານສະຫະພັນແມຍິງລາວ ຕາມທີ ໄດ້ກໍານົດໄວ້ໃນມາດຕາ 4 ຂອງກົດບນາຍສະບັບນີ້.
ມາດຕາ 37 (ປັບປຸງ) ຄວາມຮັບຜິດຊອບຂອງຄອບຄົວ ຄອບຄົວ ມີຄວາມຮັບຜິດຊອບ ໃນການເບິ່ງແຍງ ລ້ຽງດູລູກ, ໃຫ້ຄວາມອົບອຸນ, ສຶກສາອົບຮົມ, ເປັນແບບຢ່າງ ທີ່ດີໃນການດໍາລົງຊີວິດ, ປຶກສາຫາລື, ໃຫ້ຄໍາແນະນໍາ ແລະ : ໃຫ້ຄວາມເປັນທໍາແກກັນ, ຊຸກຍູ່, ສົ່ງເສີມ, ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແມຍິງ ໄດ້ຮັບການພັດທະນາໃນທຸກດ໋ານ, ມີໂອກາດເຂົ້າຮວມ ເຄືອນໄຫວວຽກງານຕາງໆຂອງລັດ ແລະ ສັງຄົມ. ສະມາຊິກໃນຄອບຄົວທັງ ຍິງ-ຊາຍ ມີຄວາມສະເຫນີພາບກັນ , ຕ້ານ ແລະ ສະກັດກັນການໃຊ້ຄວາມຮຸນແຮງ ໃນຄອບຄົວ. 13 ພາກທີ VI ການເງີນຂອງສະຫະພັນແມຍິງລາວ ມາດຕາ 38 (ປັບປຸງ) ແຫຼງລາຍຮັບຂອງສະຫະພັນແມຍິງລາວ ລາຍຮັບຂອງສະຫະພັນແມຍິງລາວ ໄດ້ມາຈາກ: 1. ງົບປະມານຂອງລັດ; ຫ- ເງິນປໍາລຸງຂອງສະມາຊິກສະຫະພັນແມຍິງລາວ; ການປະກອບສວນຂອງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ; ຫຂຫ ລາຍຮັບຈາກການເຄືອນໄຫວກິດຈະກໍາໃດຫຶຶງ ທີ່ຖືກຕ້ອງຕາມກົດບນາຍ; ລາຍຮັບອືນ ທີຖືກຕ້ອງຕາມກົດຫນາຍ. ມາດຕາ 39 (ປັບປຸງ) ການຄຸ້ມຄອງ ລາຍຮັບ-ລາຍຈາຍ ສະຫະພັນແມຍິງລາວແຕລະຂັ້ນ ຄຸ່ມຄອງລາຍຮັບ-ລາຍຈາຍ ຂອງຕົນ ຢ່າງລວມສູນ ແລະ ເປັນເອກະພາບ, ປະຕິບັດລະບອບບັນຊີລາຍຮັບ-ລາຍຈາຍ ຕາມກົດໆປນາຍວາດ້ວຍການບັນຊີ , ກົດຫນາຍວາດ້ວຍງົບປະມານແຫງລັດ ແລະ ກົດຫນາຍອືນທີກຽວຂ້ອງ, ຮັບປະກັນຄວາມໂປງໃສ ແລະ ສາມາດກວດສອບໄດ້. ເງິນປໍາລຸງສະມາຊິກຂອງສະຫະພັນແມຍິງແຕ່ລະຂັ້ນ ໃຫ້ສະຫຼຸບ ແລະ ລາຍງານ ປະຈໍາເດືອນ, ງວດ, ປີ ແລະ ຫ້າປີ ຕໍ່ສະຫະພັນແມຍິງລາວ ຂັ້ນເທິງຖັດຕົນ ຕາມກົດລະບຽບຂອງສະຫະພັນແມຍິງລາວ. ມາດຕາ 40 ການນໍາໃຊ້ລາຍຮັບ ສະຫະພັນແມຍິງແຕລະຂັ້ນ ນໍາໃຊ້ລາຍຮັບເຂົ້າໃນວຽກງານ ດັ່ງນີ້: 1. ການບໍລິຫານ ແລະ ການສົ່ງເສີມວິຊາການ; 2. ການຈັດກອງປະຊຸມໃຫຢ, ກອງປະຊຸມສາມັນ ແລະ ກອງປະຊຸມວິສາມັນ; 3. ການປະຕິບັດນະໂຍບາຍ ຕໍ່ການຈັດຕັ່ງ ແລະ ສະມາຊິກສະຫະພັນແມຍິງລາວ; 4. ການເຄືອນໄຫວວຽກງານອືນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ.
ພາກທີ VI ຮ້. ຂໍ້ຫ້າມ ມາດຕາ 41 (ປັບປຸງ) ຂໍ້ຫ້າມທົ່ວໄປ ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້: 1. ສວຍໃຊ້ການຈັດຕັ້ງຂອງສະຫະພັນແມຍິງລາວ ເຄື່ອນໄຫວເພືອຫາຜົນປະໂຫຍດແກຕົນ, ຄອບຄົວ, ພັກພວກ ຂອງຕົນ; 2. ຂັດຂວາງການເຄືອນໄຫວວຽກງານ ຂອງສະຫະພັນແມຍິງລາວ, ສະມາຊິກສະຫະພັນແມຍິງລາວ ແລະ ແມຍິາລາວບັນດາເຜົ່າ; 3. ນາບຂູ, ໃຊ້ຄວາມຮຸນແຮງ ຕໍ່ຮາງກາຍ, ຈິດໃຈ, ຊັບສິນ ຂອງສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົ່າ; 14 4. ປະລະ ແລະ ເມີນເສີຍ ຕໍ່ແມຍິງ ທີຖືກລວງລະເມີດທາງດ້ານ ຮາງກາຍ, ຈິດໃຈ, ທາງເພດ ແລະ ຊັບສິນ; 5. ໂຄສະນາ ເຜີຍແຜ່ ວັດທະນະທໍາ, ແບບແຜນດໍາລົງຊີວິດ ທີຂັດກັບ ກົດໆນາຍ, ຮີດຄອງປະເພນີອັນດີງາມ ຂອງຊາດ, ຂອງທ້ອງຖິນ, ຂອງເຜົ່າ ແລະ ຂອງແມຍິງລາວ; 6. ຂຸດຮີດແຮງງານ, ຂູດຮີດທາງເພດ, ບັງຄັບໃຫ້ເປັນໂສເພນີ, ຄ້າປະເວນີ ແລະ ຄໍາມະນຸດ; 7. ແປງແຍກ, ຈໍາແນກເພດ ທີເປັນການບໍ່ສົ່ງເສີມຄວາມສະເຫນີພາບ ຍິງ-ຊາຍ; 8. ມີພຶດຕິກໍາອືນ ທີເປັນການລະເມີດກົດຫນາຍ. ມາດຕາ 42 (ປັບປຸງ) ຂໍ້ຫ້າມ ສໍາລັບສະມາຊິກສະຫະພັນແມຍິງລາວ ຫ້າມ ສະມາຊິກສະຫະພັນແມຍິງລາວ ມີພຶດຕິກໍາ ດັ່ງນີ້: 1. ສວຍໃຊ້ຫ້າທີ, ຕໍາແຫນ່ງ ເພືອຫາຜົນປະໂຫຍດແກຕົນ, ຄອບຄົວ ແລະ ພັກພວກ ຂອງຕົນ; 2. ຈັດຕັ່ງເປັນກຸ່ມກ້ອນ, ຊຸມນຸມ ທີ່ຂັດກັບ ກົດຫນາຍ, ລະບຽບການ, ກໍຄວາມບໍ່ສະຫງົບ, ຄວາມບໍ່ເປັນ ລະບຽບຮຽບຮ່ອຍໃນສັງຄົມ ແລະ ກໍ່ຄວາມເສຍຫາຍ ຕໍ່ການຈັດຕັ້ງ, ຊີວິດ, ສຸຂະພາບ, ຊັບສິນ ຂອງຜູ້ອືນ; 3. ໃສ່ຮ້າຍປ້າຍສີ, ແປງແພກຄວາມສາມັກຄີພາຍໃນການຈັດຕັ່ງ ແລະ ບຸກຄົນອືນ; 4. ເຄືອນໄຫວ, ດໍາລົງຊີວິດ ທີຂັດກັບກົດຫນາຍ, ລະບຽບການ ແລະ ຜືນ ຕໍ່ຮີດຄອງປະເພນີອັນດີງາມ ຂອງຊາດ, ຂອງທ້ອງຖິ່ນ, ຂອງເຜົ່າ ແລະ ຂອງແມຍິງລາວ; 5. ເມີນເສີຍ ຕໍ່ການນໍາໃຊ້ສິດ, ການປະຕິບັດຫ້າທີ ແລະ ພັນທະ ຂອງຕົນ ຕາມທີໄດ້ກໍານົດໄວ້ໃນ ກົດຫນາຍ; 6. ມີພຶດຕິກໍາອື່ນ ທີເປັນການລະເມີດກົດຫນາຍ.
ມາດຕາ 43 (ປັບປຸງ) ຂໍ້ຫ້າມ ສໍາລັບຄະນະບໍລິຫານງານສະຫະພັນແມຍິງລາວ ຫ້າມ ຄະນະບໍລິຫານງານສະຫະພັນແມຍິງລາວ ມີພຶດຕິກໍາ ດັ່ງນີ້: 1. ເມີນເສີຍ, ເລີນເລີ ຕໍ່ການນໍາໃຊ້ສຶດ ແລະ ການປະຕິບັດຫ້າທີ ຂອງຕົນ; 2. ຮັບເອົາມະຫາຊົນເຂົ້າເປັນສະມາຊິກການຈັດຕັ້ງຂອງສະຫະພັນແມຍິງລາວ, ລົງວິໄນ ຫຼື ລຶບຊື ສະມາຊິກ ະະຫະພັນແມຍິງລາວ ອອກຈາກການຈັດຕັ່ງຂອງຕົນ ໂດຍບໍ່ຖືກຕ້ອງ; 3. ກີດກັນການເຄືອນໄຫວ, ການພັດທະນາ ແລະ ການສົ່ງເສີມຄວາມກ້າວຫ້າ ຂອງແມຍິງລາວ; 4. ມີພຶດຕິກໍາອືນ ທີເປັນການລະເມີດກົດໆນາຍ. ພາກທີ 1X ການຄຸ້ມຄອງ ແລະ ການກວດກາ ວຽກງານສະຫະພັນແມຍິງລາວ ຫນວດທີ 1 ການຄຸ້ມຄອງວຽກງານສະຫະພັນແມຍິງລາວ ມາດຕາ 44 (ບັບປຸງ) ອົງການຄຸ້ມຄອງວຽກງານສະຫະພັນແມຍິງລາວ ອົງການຄຸ້ມຄອງວຽກງານສະຫະພັນແມຍິງລາວ ປະກອບດ້ວຍ: 1. ສູນກາງສະຫະພັນແມຍິງລາວ; 2. ສະຫະພັນແມຍິງ ນະຄອນຫຼວງ, ແຂວງ, ກະຊວງ, ອົງການ; 15 3. ສະຫະພັນແມຍິງ ເມືອງ, ນະຄອນ ແລະ ການຈັດຕັ້ງທຽບເທົ່າ; 4. ສະຫະພັນແມຍິງ ຮາກຖານ. ມາດຕາ 45 (ປັບປຸງ) ສິດ ແລະ ຫ້າທີ ຂອງສຸນກາງສະຫະພັນແມຍິງລາວ ໃນການຄຸ້ມຄອງວຽກງານສະຫະພັນແມຍິງລາວ ສູນກາງສະຫະພັນແມຍິງລາວ ມີ ສິດ ແລະ ຫາທີ ດັ່ງນີ້: 1. ຄົ້ນຄວ້າ ສ້າງ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ, ແຜນພັດທະນາແມຍິງລາວ ແລະ ແຜນດໍາເນີນ ງານແຫງຊາດ ກຽວກັບແມຍິງລາວ ໃນແຕ່ລະໄລຍະ ແລະ ນິຕິກໍາໃຕ້ກົດຫນາຍ ກຽວກັບວຽກງານສະຫະພັນແມຍິງ ລາວ ເພືອສະເຫີຂັ້ນເທິງພິຈາລະນາ; 2. ຜັນຂະຫຍາຍ ນະໂຍບາຍ , ກົດຫນາຍ, ແຜນພັດທະນາແມຍິງລາວ, ແຜນດໍາເນີນງານແຫງຊາດ ແຕ ລະໄລຍະ ແລະ ນິຕິກໍາໃຕ້ກົດຫນາຍ ກຽວກັບວຽກງານສະຫະພັນແມຍິງລາວ ເປັນ ແຜນການ, ແຜນງານ, ໂຄງການ ແລະ ຈັດຕັ້ງປະຕິບັດ; 3. ໂຄສະນາ ເຜີຍແຜ່ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ, ແຜນພັດທະນາແມຍິງລາວ, ແຜນດໍາເນີນງານ ແຫງຊາດ ກຽວກັບແມຍິງລາວ ແຕລະໄລຍະ ແລະ ນິຕິກໍາໃຕ້ກົດຫນາຍ, ແຜນການ, ແຜນງານ, ໂຄງການ ກຽວກັບ ວຽກງານສະຫະພັນແມຍິງລາວ; 4. ຄົ້ນຄວ້າ, ປະກອບຄໍາເຫັນ ຕໍ່ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫງລັດ; 5. ສຶກສາອົບຮົມ ການເມືອງ-ແນວຄິດ, ມູນເຊື້ອວັດທະນະທໍາ, ຮີດຄອງປະເພນີອັນດີງາມ ຂອງຊາດ, ຂອງທ້ອງຖິ່ນ, ຂອງເຜົ່າ ແລະ ຄຸນລັກສະນະທີເປັນມູນເຊື່ອຂອງແມຍິງລາວ; 6. ຊື້ນໍາການປັບປຸງ ແລະ ຂະຫຍາຍ ການຈັດຕັງ ຂອງສະຫະພັນແມຍິງລາວແຕລະຂັ້ນ ໃນແຕ່ລະຂົງເຂດ ລວມທັງຫົວຫນ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ໃຫ້ຮັບປະກັນທັງປະລິມານ ແລະ ຄຸນນະພາບ; 7. ສະເຫນີຕໍຂັ້ນເທິງ ກຽວກັບການສໍາງຕັ່ງ, ຍຸບເລີກກົງຈັກ ຂອງຕົນ, ກໍານົດກົງຈັກການຈັດຕັ້ງຂອາ ສະຫະພັນແມຍິງ ນະຄອນຫຼວງ, ແຂວງ, ກະຊວງ, ອົງການ; 8. ຄົກເລີກ ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ຂອງສະຫະພັນແມຍິງລາວ ຂັ້ນຂອງຕົນ ແລະ ຂັ້ນລູມ ທີຂັດ ກັບກົດປນາຍ ແລະ ກົດລະບຽບ ຂອງສະຫະພັນແມຍິງລາວ; 9. ເປັນເຈົ້າການ, ປະສານສົມທົບ ກັບທຸກຂະແຫນການທີກຽວຂ້ອງ ໃນການພັດທະນາ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົ່າໃນທົ່ວປະເທດ, ການສິ່ງເສີມຄວາມກ້າວຫ້າ ຂອງແມຍິງ, ແມ ແລະ ເດັກ, ຄວາມສະເຫນີພາບ ຍິງ-ຊາຍ ໃນຄອບຄົວ ແລະ ສັງຄົມ; 10. ໃຫ້ຄໍາປຶກສາແກແມຍິງ ແລະ ເດັກ ທີມີບັນຫາ, ເຂົ້າຮວມຄົ້ນຄວ້າ, ປຶກສາຫາລື, ຮັບ, ພິຈາລະນາ ແລະ ແກ້ໄຂຄໍາສະເຫີ, ປະກອບຄໍາເຫັນ ຕໍ່ການໄກເກຍ, ແກ້ໄຂບັນຫາ ທີ່ແຕະຕ້ອງເຖິງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງ ສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົ່າໃນທົ່ວປະເທດ, ຕາງຫນ້າແມຍິງທີ່ຕ້ອງປົກປ້ອງ ພິເສດ ໃນການເຂົ້າເຖິງຂະບວນການຍຸຕິທໍາ ຕາມພາລະບົດບາດຂອາຕົນ; 11. ຄົ້ນຄວ້າ ປະກອບຄໍາເຫັນ ຕໍ່ການສະເຫນີສ້າງຕັ້ງສະມາຄົມທີກ່ຽວຂ້ອງກັບວຽກງານແມຍິງລາວ: 12. ປະສານສົມທົບກັບ ອົງການປົກຄອງທ້ອງຖິ່ນ ແລະ ພາກສວນອືນ ທີກຽວຂ້ອງ ໃນການຂຶ້ນ ແຜນການປ້າລຸງສ້າງສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົາ ໃຫ້ມີຄຸນສົມບັດ, ຄວາມຮູ້, ຄວາມສາມາດທາງດ້ານຕາງໆ ເພືອກາຍເປັນພະນັກງານ ນໍາພາ ຄຸ້ມຄອງ ສືບທອດປ່ຽນແທນ ໃນແຕລະຂົງເຂດ ວຽກງານ; 13. ຊື້ນໍາ, ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ນະໂຍບາຍ, ກົດປນາຍ, ແຜນຍຸດທະສາດ, ແຜນພັດທະນາແມຍິງລາວ, ແຜນດໍາເນີນງານແຫງຊາດ ແລະ ນິຕິກໍາໃຕ້ກົດຫນາຍ ກ່ຽວກັບວຽກງານສະຫະພັນ ແມຍິງລາວ ໃນທົ່ວປະເທດ;
16 14. ພິຈາລະນາ, ສະເຫນີ ແຕງຕັ້ງ, ຍົກຍ້າຍ, ປະຕິບັດນະໂຍບາຍ, ລົງວິໄນ ຕໍ່ສະມາຊິກສະຫະພັນແມຍິງລາວ ຕາມພາລະບົດບາດ ຂອງຕົນ; 15. ໄດ້ຮັບນະໂຍບາຍຕາງໆ ຈາກລັດ ຄືກັນກັບບັນດາການຈັດຕັ້ງຂອງລັດ, ແນວລາວສ້າງຊາດ, ສະຫະພັນ ນັກຮົບເກົ່າລາວ ແລະ ອົງການຈັດຕັ່ງມະຫາຊົນ; 16. ພົວພັນ ແລະ ຮວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກຽວກັບວຽກງານສະຫະພັນແມຍິງລາວ ຕາມພາລະບົດບາດ ຂອງຕົນ; 17. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານ ຂອງສະຫະພັນແມຍິງລາວ ແຕ້ລະໄລຍະໃນ ຂອບເຂດທົ່ວປະເທດ ຕໍ່ຂັ້ນເທິງ ແລະ ອົງການຈັດຕັ່ງອືນ ທີກ່ຽວຂ້ອງ ຢ່າງເປັນປົກກະຕິ; 18. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 46 (ປັບປຸງ) ສິດ ແລະ ຫ້າທີ ຂອງສະຫະພັນແມຍິງ ນະຄອນຫຼວງ, ແຂວງ, ກະຊວງ, ອົງການ ໃນການຄຸ້ມຄອງວຽກງານສະຫະພັນແມຍິງລາວ ສະຫະພັນແມຍິງ ນະຄອນຫຼວງ, ແຂວງ, ກະຊວງ, ອົງການ ມີ ສິດ ແລະ ຫ້າທີ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ເຊືອມຊຶມ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫງຊາດ , ແຜນງົບປະມານແຫງລັດ, ແຜນພັດທະນາແມຍິງລາວ, ແເຫນດໍາເນີນງານແຫ່ງຊາດ ແລະ ນິຕິກໍາໃຕ້ກົດຫນາຍ, ມະຕິ ກອງປະຊຸມໃຫຍຜູ່ແທນແມຍິງລາວທົ່ວປະເທດ ແລະ ມະຕິກອງປະຊຸມໃຫຢຂັ້ນຂອງຕົນ; 2. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ, ແຜນພັດທະນາເສດ ຖະກິດ-ສັງຄົມ ແຫງຊາດ, ແຜນງົບປະມານແຫງລັດ, ແຜນພັດທະນາແມຍິງລາວ, ແຜນດໍາເນີນງານແຫງຊາດ ແລະ ນິຕິກໍາໃຕ້ກົດຫນາຍ, ມະຕິກອງປະຊຸມໃຫຢ ຂອງສະຫະພັນແມຍິງຂັ້ນເທິງຖັດຕົນ ເປັນ ແຜນການ, ແຜນງານ, ໂຄງການ ກຽວກັບດຽກງານສະຫະພັນແມຍິງລາວ; 3. ໂຄສະນາ ເຜີຍແຜ່ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ, ແຜນພັດທະນາແມຍິງລາວ, ເແຜນດໍາເນີນງານ ແຫ່ງຊາດ, ນິຕິກໍາໃຕ້ກົດຫນາຍ, ແຜນການ, ແຜນງານ, ໂຄງການ ກຽວກັບວຽກງານສະຫະພັນແມຍິງລາວ; 4. ສຶກສາອົບຮົມ ການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ, ອະນຸລັກ ເເລະ ສົ່ງເສີມວັດທະນະທໍາ, ຮີດຄອງປະເພນີອັນດີງາມ ຂອງຊາດ, ຂອງທ້ອງຖິນ, ຂອງເຜົ່າ ແລະ ຄຸນລັກສະນະທີເປັນມູນເຊື້ອ ຂອງແມຍິງລາວ; 5. ບັບປຸງ ແລະ ຂະຫຍາຍ ການຈັດຕັ້ງ ຂອງສະຫະພັນແມຍິງລາວ ໃນແຕລະຂົງເຂດ ລວມທັງຫົວຫນ່ວຍ ທຸລະກິດ ຂອງພາກລັດ ແລະ ເອກະຊົນ ໃຫ້ເຂັ້ມແຂງ, ປ່າລຸງສ້າງ, ຂະຫຍາຍສະມາຊິກສະຫະພັນແມຍິງລາວ ໃຫ້ໄດ້ທັງ ປະລິມານ ແລະ ຄຸນນະພາບ; 6. ສະເຫຼີ ຕໍ່ສູນກາງສະຫະພັນແມຍິງລາວ ກຽວກັບການສ່າງຕັ້ງ, ຍຸບເລີກກົງຈັກ ຂອງຕົນ ແລະ ຂອງສະຫະພັນແມຍິງ ເມືອງ, ນະຄອນ ແລະ ການຈັດຕັ້ງທຽບເທົ່າ; 7. ພິຈາລະນາ, ສະເຫ ແຕງຕັ້ງ, ຍົກຍ້າຍ, ຍ້ອງຍໍ , ລົງວິໄນ ຕໍ່ສະມາຊິກສະຫະພັນແມຍິງລາວ; 8. ຍົກເລີກ ຫຼື ລຶບລ້າງ ຂໍ້ຕົກລົງ, ຄໍາສັ່ງ ແລະ ຄໍາແນະນໍາ ຂອງສະຫະພັນແມຍິງລາວ ຂັ້ນຂອງຕົນ ແລະ ຂັ້ນລຸມ ທີຂັດກັບ ກົດຫນາຍ ແລະ ກົດລະບຽບ ຂອງສະຫະພັນແມຍິງລາວ; 9. ປະສານສົມທົບກັບ ອົງການປົກຄອງທ້ອງຖິນ ແລະ ພາກສ່ວນອືນ ທີກຽວຂ້ອງ ໃນການຂຶ້ນແຜນການ ບ້າລຸງ ສ້າງສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົ່າ ໃຫ້ມີຄຸນສົມບັດ, ມີຄວາມຮູ້, ຄວາມສາມາດ ທາງດ້ານຕ້າງໆ ເພືອກາຍເປັນພະນັກງານ ນໍາພາ ຄຸ້ມຄອງ ສືບທອດປ່ຽນແທນ ໃນແຕລະຂົງເຂດວຽກງານ; 10. ເຂົ້າຮວມການເຄືອນໄຫວວຽກງານຕ່າງໆ, ຄົນຄວ້າປຶກສາຫາລື, ປະກອບຄໍາເຫັນ ແລະ ສະເຫນີຕໍ່ ອົງການປົກຄອງທ້ອງຖິ່ນ ຂັ້ນຂອງຕົນ ທີ່ພົວພັນກັບວຽກງານສະຫະພັນແມຍິງລາວ;
17 11. ໃຫ້ຄໍາປຶກສາ, ຮັບ, ພິຈາລະນາ ແລະ ແກ້ໄຂ ຄໍາສະເຫີ ກ່ຽວກັບການກະທໍາທີແຕະຕ້ອງເຖິງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົ່ 12. ໄດ້ຮັບນະໂຍບາຍຕາງໆ ຄືກັນກັບການຈັດຕັ່ງອຶນຂອງ ນະຄອນຫຼວງ, ແຂວງ, ກະຊວງ, ອົງການ; 13. ພົວພັນ ແລະ ຮວມມື ກັບຕ່າງປະເທດ, ພາກຟື້ນ ແລະ ສາກົນ ກຽວກັບວຽກງານສະຫະພັນແມຍິງລາວ ຕາມການມອບຫນາຍ; 14. ສະຫຼຸບ ແລະ ລາຍງານ ການເຄືອນໄຫວວຽກງານ ຂອງຕົນ ຕໍ່ ສາຍຕັ້ງ ແລະ ສາຍຂວາງ ຢ່າງເປັນ ປົກກະຕິ; 15. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດບນາຍ. ມາດຕາ 47 (ປັບປຸງ) ສິດ ແລະ ຫາທີ ຂອງສະຫະພັນແມຍິງ ເມືອງ, ນະຄອນ ແລະ ການຈັດຕັ້ງທຽບເທົ່າ ໃນການຄຸ້ມຄອງວຽກງານສະຫະພັນແມຍິງລາວ ສະຫະພັນແມ່ຍິງ ເມືອງ, ນະຄອນ ແລະ ການຈັດຕັ້ງທຽບ ເທົ່າ ມີ ສິດ ແລະ ຫາທີ ຕາມຂອບເຂດຄວາມຮັບຜິດຊອບ ຂອງຕົນ ດັ່ງນີ້: 1. ເຊືອມຊຶມ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ, ແຜນພັດທະນາແມຍິງລາວ, ແຜນດໍາເນີນງານ ແຫງຊາດ, ແຜນພັດທະນາເສດຖະກິດ-ສ້າຄົມ ແລະ ນິຕິກໍາໃຕ້ກົດປຫນາຍຂອງ ນະຄອນຫຼວງ, ແຂວງ, ມະຕິກອງ ປະຊຸມໃຫຢຂອງສະຫະພັນແມຍິງ ຂັ້ນເທິງຖັດຕົນ, ມະຕິກອງປະຊຸມໃຫຢຂຶ້ນຂອງຕົນ; 2. ຈັດຕັງປະຕິບັດ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ, ແຜນພັດທະນາແມຍິງລາວ, ແຜນດໍາເນີນງານ ແຫງຊາດ , ນີຕິກໍາໃຕ້ກົດປນາຍ, ມະຕິກອງປະຊຸມໃຫຢ ຂອງສະຫະພັນແມຍິງຂັ້ນເທິງຖັດຕົນ, ແຜນການ, ແຜນງານ, ໂຄງການ ກຽວກັບວຽກງານສະຫະພັນແມຍິງລາວ; 3. ສຶກສາອົບຮົມ ການເມືອງ-ແນວຄິດ, ເຕົ່າໂຮມຄວາມສາມັກຄີ, ອະນຸລັກ ແລະ ສິ່ງເສີມວັດທະນະທໍາ, ຮີດຄອງປະເພນີອັນດີງາມ ຂອງຊາດ, ຂອງທ້ອງຖິນ, ຂອງເຜົ່າ ແລະ ຄຸນລັກສະນະທີເປັນມູນເຊື່ອ ຂອງແມ່ຍິງລາວ; 4. ສະເຫີຍົກລະດັບ ຄວາມຮູ້, ຄວາມສາມາດທາງດ້ານຕາງໆ ເພືອກາຍເປັນພະນັກງານ ນໍາພາ ຄຸ້ມຄອງ ສຶບທອດ ປ່ຽນແທນ ໃນແຕລະຂົງເຂດ; 5. ສະເຫຼີ ຕໍ່ສະຫະພັນແມຍິງຂັນແຂວງ ກຽວກັບການສາງຕັ່ງ, ຍຸບເລີກກົງຈັກ ຂອງຕົນ; 6. ຜືກອົບຮົມວິຊາຊີບ, ພັດທະນາສີມືແຮງງານ, ສ້າງວຽກເຮັດງານທໍາ ເຟພື່ອເປັນແຫຼ້ງລາຍຮັບໃຫ້ແກ ແມຍິງ ແລະ ຄອບຄົວ ທຼຸດພື້ນຈາກຄວາມທຸກຍາກ, ໃຫ້ມີຄວາມຮັງມີ ແລະ ຜາສຸກ; 7. ເຂົ້າຮ່ວມການເຄືອນໄຫວວຽກງານຕ້າງໆ, ຄົ້ນຄວ້າ ປຶກສາຫາລື, ສະເຫີ ຕໍ່ ອົງການປົກຄອງທ້ອງຖິ່ນ, ສະຫະພັນແມຍິງ ນະຄອນຫຼວງ, ແຂວງ ແລະ ອົງການຈັດຕັ່ງອືນ ທີພົວພັນກັບວຽກງານສະຫະພັນແມຍິງລາວ; 8. ປັບປຸງ ແລະ ຂະຫຍາຍ ການຈັດຕັ້ງ ຂອງສະຫະພັນແມຍິງຮາກຖານ ໃຫ້ເຂັ້ມແຂງ, ບາລຸງ ສ້າງ, ຂະຫຍາຍສະມາຊິກສະຫະພັນແມຍິງຮາກຖານ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ; 9. ໃຫ້ຄໍາປຶກສາ, ພັດທະນາ ແລະ ປົກປ້ອງແມຍິງ-ເດັກນ້ອຍ, ຮັບ, ພິຈາລະນາ ແລະ ແກ້ໄຂຄໍາສະເຫນີ ກຽວກັບການກະທໍາທີແຕະຕ້ອງເຖິງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງສະມາຊິກສະຫະພັນແມຍິງລາວ ແລະ ແມຍິງລາວບັນດາເຜົ່າ; 10. ສະເຫ ແຕ່ງຕັ້ງ, ຢ່ອງຍໍ ແລະ ລົງວິໄນ ຕໍ່ສະມາຊິກສະຫະພັນແມຍິງລາວ; 11. ໄດ້ຮັບນະໂຍບາຍຕ່າງໆ ຄືກັນກັບການຈັດຕັ້ງອຶນຂອງ ເມືອງ, ນະຄອນ ແລະ ການຈັດຕັ້ງ ທຽບເທົ່າ; 12. ສະຫຼຸບ ແລະ ລາຍງານ ການເຄືອນໄຫວວຽກງານຮອບດ໋ານ ຂອງຕົນ ຕໍ່ ສາຍຕັ້ງ ແລະ ສາຍຂວາງ ຢ່າງເປັນປົກກະຕິ:
18 13. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 48 (ປັບປຸງ) ສິດ ແລະ ຫ້າທີ ຂອງສະຫະພັນແມຍິງຮາກຖານ ໃນການຄຸ້ມຄອງວຽກງານສະຫະພັນແມຍິງລາວ ສະຫະພັນແມຍິງຮາກຖານ ມີ ສິດ ແລະ ຫາທີ ຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ປຸກລະດົມ ສະມາຊິກສະຫະພັນແມຍິງລາວ, ແມຍິງລາວ ບັນດາເຜົ່າ, ຈັດຕັ້ງປະຕິບັດກົດຫນາຍ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບ; 2. ຄົ້ນຄວ້າ, ສະເຫ ບັບປຸງ ແລະ ຂະຫຍາຍ ການຈັດຕັ້ງ, ສະມາຊິກສະຫະພັນແມຍິງລາວ ແລະ ນໍາພາ ການດໍາເນີນຊີວິດ ໃຫ້ຖືກຕ້ອງ ຕາມກົດລະບຽບຂອງສະຫະພັນແມຍິງລາວ; 3. ນໍາພາສະມາຊິກສະຫະພັນແມຍິງລາວ, ແມຍິງລາວບັນດາເຜົ່າ ເຄົາລົບ ແລະ ປະຕິບັດກົດຫນາຍ, ນິຕິກໍາໃຕ້ກົດຫນາຍ ແລະ ກົດລະບຽບ ຂອງສະຫະພັນແມຍິງລາວ; 4. ສ້າງຂະບວນການຂອງແມຍິງ ຕິດພັນກັບຂະບວນການແຂງຂັນຮັກຊາດ ແລະ ພັດທະນາ, ຕິດພັນກັບ ວຽກງານ ສາມ ສ່າງ, ຄ໊າຂວັນ ແລະ ຂໍ້ແຂງຂັ້ນ ຂອງຕົນ, ການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; 5. ປຸກລະດົມສະມາຊິກສະຫະພັນແມຍິງລາວ, ແມຍິງລາວບັນດາເຜົ່າ ເຂົ້າຮ່ວນໃນການອະນຸລັກ ແລະ ສົ່ງເສີມວັດທະນະທໍາ, ຮີດຄອງປະເພນີອັນດີງາມ ຂອງຊາດ, ຂອງທ໋ອງຖິ່ນ, ຂອງເຜົ່າ ແລະ ຄຸນລັກສະນະທີເປັນ ມູນເຊື້ອ ຂອງແມຍິງລາວ, ພື້ນຟູ ແລະ ປົກປັກຮັກສາສິງແວດລ້ອມ; 6. ປະສານສົມທົບກັບ ຄອບຄົວ, ສະຖານການສຶກສາ ແລະ ສັງຄົມ ໃນການສຶກສາອົບຮົມລູກຫຼານ ໃຫ້ເປັນພົນລະເມືອງດີ ຂອງຊາດ; 7. ໄດ້ຮັບນະໂຍບາຍ ຄືກັນກັບການຈັດຕັ່ງອືນ; 8. ໃຫ້ຄໍາປຶກສາ, ເຂົ້າຮ້ວມວຽກງານໄກເກຍ, ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບ ແມຍິງ ແລະ ຄອບຄົວ; 9. ສະຫຼຸບ ແລະ ລາຍງານ ການເຄືອນໄຫວວຽກງານຂອງຕົນ ຕໍ່ ສາຍຕັ່ງ ແລະ ສາຍຂວາງ ຢ່າງເປັນ ປົກກະຕິ; 10. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອື່ນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ.
ຫນວດທີ 2 ການກວດກາວຽກງານສະຫະພັນແມຍິງລາວ ມາດຕາ 49 (ປັບປຸງ) ອົງການກວດກາວຽກງານສະຫະພັນແມຍິງລາວ ອົງການກວດກາວຽກງານສະຫະພັນແມຍິງລາວ ປະກອບດ້ວຍ: 1. ອົງການກວດກາພາຍໃນ ຊຶງແມນ ອົງການດຽວກັນກັບ ອົງການຄຸ້ມຄອງວຽກງານສະຫະພັນແມຍິງລາວ ຊຶງໄດ້ກໍານົດໄວ້ໃນມາດຕາ 44 ຂອງກົດຫນາຍສະບັບນີ້; 2. ອົງການກວດກາພາຍນອກ ຊຶ່ງແມນ ສະພາແຫງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດກາລັດ ແຕລະຂັ້ນ ແລະ ອົງການກວດສອບແຫງລັດ. 19 ມາດຕາ 50 (ປັບປຸງ) ເນື້ອໃນ ການກວດກາ ການກວດກາວຽກງານສະຫະພັນແມຍິງລາວ ມີເນື້ອໃນ ດັ່ງນີ: 1. ການປະຕິບັດ ພາລະບົດບາດ, ສິດ, ຫ້າທີ, ແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານ ແລະ ສະມາຊິກສະຫະພັນແມຍິງລາວ; 2. ການປະຕິບັດກົດຕນາຍ, ກົດລະບຽບ ຂອງສະຫະພັນແມຍິງລາວ, ການຈັດຕັ້ງຜັນຂະຫຍາຍ ມະຕິ ກອງປະຊຸມໃຫຍ, ແຜນຍຸດທະສາດ, ແຜນພັດທະນາແມຍິງລາວ ແລະ ແຜນດ້າເນີນງານແຫງຊາດ ໃນແຕລະໄລຍະ; 3. ການອອກມະຕິ, ຄໍາແນະນໍາ, ຂໍ້ຕົກລົງ, ແຈ້ງການ, ແຜນການ, ແຜນງານ, ໂຄງການ ຂອງສະຫະພັນ ແມຍິງລາວ; 4. ການປະຕິບັດນະໂຍບາຍ ຕໍ່ສະມາຊິກສະຫະພັນແມຍິງລາວ ລວມທັງການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາ ຂອງສະມາຊີກສະຫະພັນແມຍິງລາວ, ແມຍິງລາວບັນດາເຜົ່າ ແລະ ການຊວຍເຫຼືອແມຍິງທີຕ້ອງ ບົກບ້ອງພິເສດ; 5. ການຄຸ້ມຄອງ, ການນໍາໃຊ້ງົບປະມານ, ການເງິນ, ວັດຖຸ ແລະ ຊັບສິນ ລວມທັງການຊວຍເຫຼືອຈາກ ຟາຍໃນ ແລະ ຕາງປະເທດ ທີຢູ່ໃນຄວາມຮັບຜິດຊອບ ຂອງການຈັດຕັ່ງສະຫະພັນແມຍິງລາວ; 6. ເນື່ອໃນອືນ ທີເຫັນວາມີຄວາມຈໍາເປັນ. ມາດຕາ 51 (ປັບປຸງ) ຮູບການ ການກວດກາ ການກວດກາ ມີ ສາມຮູບການ ດັ່ງນີ້: 1. ການກວດກາແບບປົກກະຕິ ຊຶງແມນ ການກວດກາຕາມແຜນການຢ່າງເປັນປະຈໍາ ແລະ ມີກໍານົດ ເວລາອັນແນນອນ; 2. ການກວດກາ ໂດຍມີການແຈ້ງໃຫ້ຮູ້ກ້່ອນລວງຫ້າ ຊຶ່ງແມ່ນ ການກວດກາ ນອກແຜນການເມືອ ເຫັນວາມີຄວາມຈໍາເປັນ ໂດຍແຈ້ງໃຫ້ເບົ່າບນາຍຖືກກວດກາຮູ້ກ້ອນລວງຫ້າ; 3. ການກວດກາແບບກະທັນຫັນ ຊຶ່ງແມ່ນ ການກວດກາຢ່າງຮີບດວນ ໂດຍບໍ່ໄດ້ແຈ້ງໃຫ້ເປົ້າບນາຍຖືກ ກວດກາຮູ້ກອນລວງຫນ້າ. ໃນການດໍາເນີນການກວດກາວຽກງານສະຫະພັນແມຍິງລາວນັ້ນ ຕ້ອງປະຕິບັດຕາມກົດຫນາຍ ຢ່າງເຂັ້ມງວດ.
ພາກທີ X ວັນສ້າງຕັ່ງ, ທຸງ, ເຄືອງໆນາຍ ແລະ ຕາປະທັບ ມາດຕາ 52 (ປັບປຸງ) ວັນສ້າງຕັ່ງສະຫະພັນແມຍິງລາວ ວັນສ້າງຕັ່ງສະຫະພັນແມຍິງລາວ ແມນ ວັນທີ 20 ກໍລະກົດ 1955 ແລະ ຖືເອົາວັນຕັ່ງກາວຂອງທຸກປີ ເປັນວັນພັກທາງລັດຖະການຂອງພະນັກງານ-ລັດຖະກອນ, ກໍາມະກອນ, ນັກຮຽນ ແລະ ນັກສຶກສາ ທີເປັນແມຍິງ ທັງພາກ ລັດ ແລະ ເອກະຊົນ. ມາດຕາ 53 (ປັບປຸງ) ທຸງ, ເຄືອງບນາຍ ສະຫະພັນແມຍິງລາວ ມີ ທຸງ, ເຄື່ອງຫນາຍ ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມໃຫຢຜູ້ແທນແມຍິງລາວ ທົ່ວປະເທດ, 20 ມາດຕາ 54 (ປັບປຸງ) ຕາປະທັບ ສະຫະພັນແມຍິງລາວແຕລະຂັ້ນ ມີຕາປະທັບຂອງຕົນ ເພືອນໍາໃຊ້ໃນການເຄືອນໄຫວວຽກງານທາງລັດຖະການ. ພາກທີ XI ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ +. ລງ;. ມາດຕາ 55 ນະໂຍບາຍຕໍ່ຜູ້ມີຜົນງານ ບູກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີມີຜົນງານດີເດັນໃນການປະຕິບັດກົດຫນາຍສະບັບນີ້ ຈະໄດ້ຮັບການ ຍ້ອງຍໍ ຫຼື ນະໂຍບາຍອືນ ຕາມລະບຽບການ. ມາດຕາ 56 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ o oo - >, & a o ະ, & a <, = Ry ບຸກຄນ, ນຕບຸກຄນ g ການຈດຕງ ທີລະເມີດກົດຫນາຍສະບັບນີ້ ຈະຖືກ ສຶກສາອົບຮົມ, ກາວເຕືອນ, ລົງວິໄນ, ປັບໃຫນ, ໃຊ້ແທນຄາເສຍຫາຍທາງແຟງທີຕົນໄດ້ກໍຂຶ້ນ ຫຼື ຖືກລົງໂທດທາງອາຍາ ຕາມກົດບນາຍ. ພາກທີ XII ບົດບັນຍັດສຸດທ້າຍ ມາດຕາ 57 ການຈັດຕັ້ງປະຕິບັດ ລັດຖະບານ ແຫງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສຸນກາງສະຫະພັນແມຍິງລາວ ເປັນຜູ້ຈັດຕັ້ງປະຕິບັດກົດຫນາຍສະບັບນີ້. ມາດຕາ 58 (ປັບປຸງ) ຜົນສັກສິດ ກົດຫນາຍສະບັບນີ້ ມີຜົນສັກສິດ ນັບແຕວັນທີ 14 ກຸມພາ 2025 ພາຍຫຼັງປະທານປະເທດ ແຫງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ ແລະ ໄດ້ລົງຈົດຫນາຍເຫດທາງລັດຖະການ ເປັນຕົ້ນໄປ. ກົດຫາຍສະບັບນີ້ ປ່ຽນແທນ ກົດຫນາຍວາດ້ວຍສະຫະພັນແມຍິງລາວ ສະບັບເລກທີ 31/ສພຊ, ລົງວັນທີ 23 ກໍລະກົດ 2013.
ປະທານສະພາແຫງຊາດ ປອ ໄຊສ໌ມພອນ ພໍມວິທານ 21