Instruction on the Implementation of Prime Minister’s Order No. 09/PM dated 2 July 2018 on Strengthening the Management of Land Use for Concessions for Industrial Tree Plantations and Other Crops Nationwide, No. 1758/MAF
颁布于 2018-07-30 · 文本截至 2026-10-01
以研究形式发布的公开法律与官方指引,不构成法律、税务或金融建议。
研究内容本身以英文撰写。标题和标签已翻译,调查结果和引文未翻译。
关于这部法律
- 原标题
- ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 09/ນຍ, ລົງວັນທີ 02 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການຄຸ້ມຄອງການນໍາໃຊ້ເນື້ອທີ່ດິນ ເພື່ອສໍາປະທານປູກໄມ້ອຸດສາຫະກໍາ ແລະ ພືດຕ່າງໆ ໃນຂອບເຂດທົ່ວປະເທດ, ເລກທີ 1758/ກປ, ລົງວັນທີ 30 ກໍລະກົດ 2018, ອອກໂດຍ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້.
- 语言
- Lao
- 类型
- 其他
- 组织
- Mekong River Commission (MRC)
- 国家
- 老挝
- 主题
- Agricultural and rural development, Forestry, Cultivated plants
- 关键词
- agricultural commodities, agricultural development, agricultural land, land-use planning, authorization/permit, registration, environmental impact assessment (EIA), investment, concession, land tenure, lease, protected area, protection forest, zoning, forest management/forest conservation, contracts, plant production
- 类别
- agriculture
在哪里阅读
该法律没有记录来源链接。
文本
所收录的法律原文,按条款排列。每个条款都有自己的链接。
I ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງກະສິກໍາ ແລະ ປ່າໄມ້ ເລກທ S /ກປ ນະຄອນຫຼວງວຽງຈັນ, ວັນທີ3 0/ 07 / 18 ຄ໊າແນະນໍາ ກຽວກັບການຈັດຕັ່ງປະຕິບັດຄໍາສັງ ເລກທີ 09/ນຍ, ລົງວັນທີ 02 ກໍລະກົດ 2018 ວາດ້ວຍການເພີມທະວີການຄຸ້ມຄອງການນໍາໃຊ້ເນື້ອທີດິນ ເພືອສໍາປະທານປູກໄມ້ອຸດສາຫະກໍາ ແລະ ພືດຕາງໆ ໃນຂອບເຂດທົ່ວປະເທດ -. ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ເລກທີ 99/ນຍ, ລົງວັນທີ 09 ມີນາ 2017 ວາດ້ວຍການຈັດຕັ່ງ ແລະ ການເຄືອນໄຫວຂອງກະຊວງກະສິກໍາ ແລະ ປາໄມ້. -- ອີງຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 09/ນຍ, ລົງວັນທີ 02 ກໍລະກົດ 2018 ວາດ້ວຍການເພີມ ທະວີການຄຸ້ມຄອງການນໍາໃຊ້ເນື້ອທີດິນ ເພືອສໍາປະທານປູກໄມ້ອຸດສາຫະກໍາ ແລະ ພືດຕາງໆ ໃນຂອບເຂດ ທົ່ວປະເທດ. < ອີງຕາມ ຫັງສືສະເຫີຂອງກົມນະໂຍບາຍ ແລະ ນິຕິກໍາ ເລກທີ 353/ກບນ, ລົງວັນທີ 24/7/ 2018. ເພືອຈັດຕັ້ງຜັນຂະຫຍາຍເນື່ອໃນຈິດໃຈຂອງ ຄໍາສັ່ງເລກທີ 09/ນຍ, ລົງວັນທີ 02 ກໍລະກົດ 2018 ວາດ້ວຍ ການເພີມທະວີການຄຸ້ມຄອງການນໍາໃຊ້ເນື້ອທີດິນ ເພື່ອສໍາປະທານປູກໄມ້ອຸດສາຫະກໍາ ແລະ ພືດຕາງໆໃນຂອບເຂດ ທົ່ວປະເທດ ແນໃສເຮັດໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິງ ແລະ ຮັບປະກັນຄວາມເປັນເອກະພາບໃນການຈັດ ຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ມີປະສິດທິພາບ ແລະ ປະສິດທິຜົນສູງນັ້ນ, ລັດຖະມົນຕີກະຊວງກະສິກໍາ ແລະ ປາໄມ້ ອອກຄິາແນະນໍາ: [. ຈຸດປະສົງ ແລະ ລະດັບຄາດຫນາຍ 1. ເພື່ອແນະນໍາວິທີການຈັດຕັ້ງປະຕິບັດເນື້ອໃນຂອງຄໍາສັ່ງເລກທີ 09/ນຍ, ລົງວັນທີ 02 ກໍລະກົດ 2018 ວາ ດ້ວຍການເພີ່ມທະວີການຄຸ້ມຄອງການນໍາໃຊ້ເນື້ອທີດິນ ເພືອສໍາປະທານປູກໄມ້ອຸດສາ ຫະກໍາ ແລະ ພືດ ຕາງໆ ໃນຂອບເຂດທົ່ວປະເທດ ມີຄວາມຮັບຮູ, ເຂົ້າໃຈເປັນເອກະພາບ ; ໃ. - o e P P & ຈ: 3 2. ເພື່ອໃຫ້ຂະແຫນງການກະສິກໍາ ແລະ ປ່າໄມ້ ເປັນເຈົາການປະສານງານກັບ ກະຊວງ, ຂະແບງການ ຢູຂຶນ ສູນກາງ ແລະ ທ້ອງຖິ່ນ ແລະ ອົງການປົກຄອງທ້ອງຖິນທີກ່ຽວຂ້ອງ ນັບແຕ່ຂັ້ນແຂວງ ຈົນຮອດເມືອງ ແລະ ບ້ານໃນການຈັດຕັ້ງປະຕິບັດຄໍາສັ່ງດັງກ່າວ ດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ການຄຸ້ມຄອງການ
ນໍາໃຊ້ດິນ ເຝື່ອສໍາປະທານປູກໄມ້ອຸດສາຫະກໍາ, ກ້ວຍ ແລະ ພືດເສດຖະກິດອືນ ຖືກຕ້ອງຕາມກົດຫນາຍ ແລະ ລະບຽບການທີກຽວຂ້ອງ ຢ່າງເຂັ້ມງວດ ; ເພື່ອແປງຄວາມຮັບຜິດຊອບ ລະຫວາງ ສູນກາງ ແລະ ທ້ອງຖິ່ນ ໃນການຊຸກຍູ້ສົ່ງເສີມ, ຄຸ້ມຄອງ,ຕິດຕາມ ແລະ ກວດກາການລົງທຶນປູກໄມ້ອຸດສາຫະກໍາ, ກ້ວຍ ແລະ ພືດເສດຖະກິດຮືນ ໃຫ້ລະ ອຽດຈະແຈ້ງ, ມີ ຈຸດສຸມ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ດ້ານເສດຖະກິດ-ສັງຄົມ ຕາມທິດສີຂຽວແລະຢືນຍົງ. 1. ເນື້ອໃນ 1. ການປູກໄມ້ອຸດສາຫະກໍາ 1.1. ໃຫ້ ກົມປາໄມ້ ສົມທົບກັບ ກົມກວດກາປາໄມ້, ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ ສົມທົບກັບ ຂະແຫນງການ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, , ນະຄອນຫຼວງ, ພະແນກການ ແລະ ອົງການປົກ ຄອງທ້ອງຖິ່ນ ທີກ່ຽວຂ້ອງ ສືບຕໍ່ກວດກາຄືນ ການຈັດຕັ້ງປະຕິບັດຄ່າສັ່ງ ຂອງນາຍົກລັດຖະມົນຕີ ເລກທີ 159ນຍ, ລົງວັນທີ 11 ມິຖຸນາ 2012 ໂດຍສຸມໃສແກ້ໄຂບັນຫາຄົງຄ້າງໃນການສໍາປະທານທີດິນຂອງ ລັດ ເພືອປູກຢາງພາລາ ແລະ ໄມ້ວິກ ໃນໄລຍະຜານມາ ໃຫ້ຕົກໄປຢ່າງຂາດຕົວ ແນໃສ່ຫັນການການນໍາ ໃຊ້ ແລະຄຸ້ມຄອງທີດິນຂອງລັດ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ AUDY ໃຫ້ເຂົ້າສູກົດຫນາຍ ແລະ ລະບຽບການ ຢ່າງເຂັ້ມງວດ ; 1.2. ໃຫ້ ກົມປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ຢຸດຕິການຄົ້ນຄວ້າພິຈາລະນາ ກຽວກັບການສະເຫນີຂໍອະນຸຍາດເຊົ່າ ຫຼື ສໍາປະທານທີດິນຂອງລັດ ເພື່ອລົງທຶນປູກໄມ້ຢາງພາລາຢ່າງເດັດ ຂາດ. ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີນໍາໃຊ້ທີດິນ ທີເປັນກໍາສຶດຂອງຕົນ ເຝືອປຸກຢາງ ພາລາ ແມ່ນໃຫ້ສືບຕໍ່ຊຸກຍູ່ສົ່ງເສິມ ຕາມຄວາມເບນາະສົມ ຂອງປະເພດການນໍາໃຊ້ທີດິນ ທີຂະແຫນງການ ກຽວຂ້ອງກໍານົດ; 1.3, ໃຫ້ ກົມປ່າໄມ້ ສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງ ທ້ອງຖິ່ນ ສືບຕໍ່ຊຸກຍູ້ສົ່ງເສີມບັນດາໂຄງການປູກໄມ້ອຸດສາຫະກໍາ ເປັນຕົ້ນ ໄມ້ວິກ, ໄມ້ກະຖິນນະລົງ, ໄມ້ ກະຖິນເທພາ, ໄມ້ສັກ, ໄມ້ປ່ອງ, ໄມ້ພັນພື້ນເມືອງອືນ ບົນພື້ນຖານຫຼັກການ ດັງນີ້: 1) ການສໍາຫຼວດ ແລະ ກໍານົດເຂດ ປູກໄມ້ ໃຫ້ເລັ່ງໃສ່ທີດິນປ່າຊຸດໂຊມ ແລະ ທີ່ດິນປ່າປອກໂຫ້ນ ຕາມທີໄດ້ຈັດສັນໄວ້ ; 2) ການກໍານົດ ແລະ ເລືອກຊະນິດພັນໄມ້ທີຈະປຸກ ຕ້ອງອີງໃສ່ເງື່ອນໄຂຂອງດິນຟ້າອາກາດ ຂອງແຕ່ລະ ທ້ອງຖິນ ; 3) ປ່າປູກທຸກຕອນ ຕ້ອງໄດ້ຂຶ້ນທະບຽນນໍາຂະແຫນງການກະສິກໍາ ແລະ ປາໄມ້ ເຟືອຢັ້ງຢືນກໍາມະສິດ, ແຫຼ່ງທີມາຂອງໄມ້ປຸກ ແລະ ອໍານວຍຄວາມສະດວກ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ປະຕິ ບັດນະໂຍບາຍ ສົ່ງເສີມການປູກໄມ້ ຕາມກົດຫນາຍ ແລະ ລະບຽບການ ; 4) ການເຊົ່າ ຫຼື ສໍາປະນານທີດົນ ເຜື່ອປຸກໄມ້ ໃຫ້ດິເນີນໃນເຂດທີໄດ້ຈັດສັນໄວ້ເທົ່ານັ້ນ ແລະ ໃຫ້ ປະຕິບັດຕາມຂັ້ນຕອນ ດັ່ງນີ້: - ສຶກສາຂໍ້ມູນທາງດ້ານເສດຖະກິດ-ສັງຄົມ, ຄວາມເຫນາະສົມທາງທໍາມະຊາດ, ສິດນໍາໃຊ້ ຫຼື ໃຊ້ ທີດິນ, ແຮງງານທ້ອງຖິ່ນ, ສໍາຫຼວດສະພາບປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ປຶກສາຫາລືເປັນ ເອກະພາບກັບປະຊາຊົນທ້ອງຖິນ ແລະ ບັນຫາອືນທີຈໍາເປັນ ; - ສ້າງບົດວິພາກເສດຖະກິດ-ເຕັກນິກ ໂດຍຝານການຮັບຮອງຈາກກົມປ່າໄມ້ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຕາມຂະຫນາດ ແລະ ມູນຄາການລົງທຶນ ຂອງໂຄງການ ;
- ສ້າງບົດລາຍງານການປະເມີນຜົນກະທົບຕໍ່ສິງແວດລ້ອມທໍາມະຊາດ ແລະ ສັງຄົມ ລວມທັງມາດ ຕະການແກ້ໄຂຢ່າງເຫນາະສົມ ໂດຍການຢັ້ງຢືນຮັບຮອງຈາກຂະແຫນງການທີກຽວຂ່ອງ ; < ສ້າງແຜນດໍາເນີນງານໃນການບຸກເບີກເນື້ອທີ, ການພັດທະນາບ້ານ, ການສົ່ງເສີມປະຊາຊົນມີ ະ o 0 . & < -~ ອ > ຈລ. ສວນຮວມ ໃນການດໍາເນີນການຜະລິດ, ການນໍາໃຊ້ເຕັກໂນໂລຊີ ແລະ ການແປງປັນຜົນປະ ໂຫຍດ ຕ້ອງຕິດພັນກັບການປົກປັກຮັກສາແຫຼ່ງນ້ໍາ ແລະ ສິງແວດລ້ອມ ; 5) ການປູກໄມ້ ເຟືອເປັນສິນຄ້າ ແລະ ປົກປັກຮັກສາສິງແວດລ້ອມ ຕ້ອງດໍາເນີນໃນເຂດທີໄດ້ຈັດສັນ ໃຫ້ໂດຍຈະໄດ້ຮັບນະໂຍບາຍຕາງໆ ຕາມກົດບນາຍ ແລະ ລະບຽບການ ; 1.4. ໃຫ້ ກົມປາໄມ້ ສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງ ທ້ອງຖິ່ນ ຂຸ້ນຂ້ຽວສໍາຫຼວດ, ຈັດສັນ, ວາງແຜນ ການນໍາໃຊ້ ທີດິນປ່າປ້ອງກັນ ແລະ ປາສະຫງວນ ໃຫ້ສໍາ ເລັດໂດຍໄວ ດ້ວຍຫຼັກການ ດັ່ງລຸມນີ້: 1) ດ່ໍາເນີນການສໍາຫຼວດ ແລະ ການກໍານົດພື້ນທີອອກເປັນເຂດກັນຊົນ, ເຂດຄຸ້ມຄອງການນໍາໃຊ້, ເຂດ ຫວງຫ້າມເດັດຂາດ, ເຂດປົກປັກຮັກສາແຫຼ່ງນ້າ, ເຂດເຊືອມຕໍ່, ເຂດອະນຸລັກຊີວະນາໆພັນ, ເຂດ ຟື້ນຟູປ່າ ແລະ ເຂດປ່າໄມ້ບ້ານ ຕາມລະບົບການຄຸ້ມຄອງຂອງແຕລະປະເພດປ່າໄມ້ ; 2) ວາງແຜນຈັດສັນ ແລະ ນໍາໃຊ້ ທີ່ດົນ ປາປ້ອງກັນ ແລະ ປາສະຫງວນ ໂດຍການມີສວນຮ່ວມຂອງ ປະຊາຊົນ ທີຕັ່ງພູມລໍາເນົາ ຢູ່ໃນ ແລະ ອ້ອມຂ້າງ ປ່າປ້ອງກັນ ແລະ ປ່າສະຫງວນ ນັ້ນ ; 3) ຂຶ້ນທະບຽນທີດິນ ປ່າປ້ອງກັນ ແລະ ປາສະຫງວນ ; 4) ຄຸ້ມຄອງ, ປົກປັກຮັກສາ ປາປ້ອງກັນ ແລະ ປ່າສະຫງວນ ໂດຍການປະຕິບັດ ດັ່ງນີ້: - ສໍາຫຼວດ, ກໍານົດຂອບເຂດ ແລະ ປັກຫຼັກຫນາຍ ບົນພື້ນຖານການເຫັນດີເປັນເອກະພາບ ກັບ ຂະແຫນງການ ແລະ ອົງການປົກຄອງທ້ອງຖິນ ທີກ່ຽວຂ້ອງ ; - ສໍາຫຼວດ ເກັບກໍາຂໍ້ມູນ ກຽວກັບ ຄຸນລັກສະນະຂອງພື້ນທີ, ຄວາມຄ້ອຍຊັນ, ແຫຼ່ງນ້ໍາ,ຄວາມ ຫຼາກຫຼາຍທາງດ້ານຊີວະນາໆພັນ, ຂໍ້ມູນທາງດ້ານເສດຖະກິດ-ສັງຄົມ ເຟືອກໍານົດ ເຂດຫວງ ຫ້າມເດັດຂາດ ແລະ ເຂດຄຸ້ມຄອງການນໍາໃຊ້, ເຂດກັນຊົນ ແລະ ເຂດເຊືອມຕໍ່ ໃນກໍລະນີທີມີທີ ຕັ້ງໃກ້ຄຽງກັບປ່າປະເພດອືນ ; < ສ້າງແຜນທີສະແດງຂອບເຂດ, ທີຕັ້ງ ແລະ ສະພາບປາໄມ້ ; < ວາງແຜນການ ແລະ ກໍານົດ ມາດຕະການປົກປັກຮັກສາ ແລະ ຟື້ນຟູປາ ; < ຈັດຕັ້ງປະຕິບັດການຄຸ້ມຄອງເຂດປາໄມ້ ຕາມແຜນການ ແລະ ມາດຕະການ ທີ່ໄດ້ກໍານົດໄວ້ ໂດຍມີການເຂົ້າຮ່ວມຂອງປະຊາຊົນໃນທ້ອງຖິນ ; < ດໍາເນີນການຕິດຕາມ, ກວດກາ, ປະເມີນຜົນການຈັດຕັ້ງປະຕິບັດແຜນການຢ່າງເປັນລະບົບ. 1.5. ໃຫ້ ກົມປ່າໄມ້ ສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງ ທ້ອງຖິ່ນທີກ່ຽວຂ້ອງ ສໍາຫຼວດ ແລະ ກໍານົດເຂດປຸກໄມ້ໃນເຂດປ່າຜະລິດ ໂດຍເລັ່ງໃສ່ທີດິນປ່າຊຸດໂຊມ ທີ່ບໍ່ສາມາດພື້ນຟູໄດ້ໂດຍທໍາມະຊາດໃຫ້ລະອຽດຈະແຈ້ງ ເພື່ອໃຫ້ຮູ້ວ່າມີແຂດໃດທີສາມາດຈະດໍາເນີນການ ປູກໄມ້ອຸດສາຫະກໍາໄດ້ຈັດສັນ ແລະ ສົ່ງເສີມການປູກໄມ້ໃຫ້ເປັນສິນຄ້າ, ພ້ອມທັງຄົ້ນຄວ້າ ສ້າງນິຕິກໍາ ກຽວກັບການຈັດສັນແປງປັນລາຍຮັບຈາກການຂາຍໄມ້ປຸກຢູ່ໃນເຂດດັງກ້າວ . ໂດຍຮັບປະກັນຜົນປະ ໂຫຍດຂອງລັດ, ຜູ້ປະກອບການ ແລະ ປະຊາຊົນ ; 1.6. ໃຫ້ ກົມປ່າໄມ້ຮີບຮ້ອນ ສົມທົບກັບ ກົມກວດປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ຫຼວງ ແລະ ອົງການປົກຄອງທ້ອງຖິ່ນ ສືບຕໍ່ດໍາເນີນການກວດກາ ແລະ ປະເມີນຄົ້ນບັນດາໂຄງການ ລົງທຶນບຸກໄມ້ອຸດສາຫະກໍາ ທີໄດ້ຮັບອະນຸຍາດ ຈາກສູນກາງ ແລະ ທ້ອງຖິ່ນ ໃນໄລຍະຜ່ານມາ ດັ່ງນີ້:
1) ໂຄງການລົງທຶນປູກໄມ້ອຸດສະຫະກໍາ ທີກວມເອົາເນື້ອທີດິນຂອງ ປາປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ທີເຫັນວາບໍ່ສອດຄອງກັບກົດຫນາຍ ແລະ ລະບຽບການ ລວມທັງການປະຕິບັດພັນທະ ຕ່າງໆ ແມ່ນໃຫ້ດໍາເນີນມາດຕະການ ຕາມກົດບນາຍ ແລະ ລະບຽບການ ຢ່າງເຂັ້ມງວດ ພ້ອມທັງສະ ຫຼຸບລາຍງານ ກະຊວງກະສິກໍາ ແລະ ປາໄມ້ ຮັບຊາບໃນ ປີ 2018 ; 2) ສໍາລັບ ການເຊົ່າ ຫຼື ສໍາປະທານທີດິນລັດ ເພື່ອປູກໄມ້ ທີໄດ້ເຊັນສັນຍາແລ້ວ ລວມທັງການລົງທຶນ ຮູບແບບ 2+3 ທີ່ເຫັນວ່າ ມີຊ໋ອງຫວາງ ຫຼື ບໍ່ຮັດກຸມ ກໍຕ້ອງໄດ້ພິຈາລະນາ ແລະ ເຈລະຈາຄືນ s ຮັບປະກັນຜົນປະໂຫຍດ ຂອງລັດ, ຜູ້ປະກອບການ ແລະ ປະຊາຊົນ. 2. ການປູກກ້ວຍ ແລະຝືດເສດຖະກິດອືນ 2.1. ໃຫ້ ກົມປູກຝັງ ສົມທົບກັບ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ, ກົມປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງທ້ອງຖິ່ນທີກ້່ຽວຂ້ອງ ດໍາເນີນການກວດກາບັນ ດາໂຄງການເຊົ່າ ຫຼື ສໍາປະທານທີ່ດິນ ເຟືອປູກກ້ວຍ ແລະ ພືດກະສິກໍາອືນ ດັ່ງນີ້: 1) ໂຄງການລົງທຶນໃນໄລຍະຜານມາ ທີໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດຫນາຍ ແມ່ນໃຫ້ສືບຕໍ່ຊຸກ ຢູ່, ຕິດຕາມ, ກວດກາ ແລະ ຈົດທະບຽນພື້ນທີປຸກ, ສະຖານທີຫຸ້ມຫໍ່ຜະລິດພັນ, ສະຖານທີເກັບຮັກ ສາ, ການນໍາໃຊ້ຝຸ່ນ, ຢາປາບສັດຕູພືດ ໃຫ້ຖືກຕ້ອງຕາມເຕັກນີກວິຊາການ, ລະບຽບການ ແລະ ຈ o . K ະ. + ໄ, ມາດຕະການສຸຂານາໄມພືດ ຕາມເງື໊ອນໄຂການນໍາເຂົາຂອງປະເທດປາຍທາງ. ສໍາລັບໂຄງການທີບໍ່ ໄດ້ຮັບອະນຸຍາດ ຫຼື ດໍາເນີນການບໍ່ຖືກຕ້ອງຕາມລະບຽບກົດບນາຍ, ນໍາໃຊ້ຢາປາບສັດຕຸພືດທີຍົກ ເລີກນໍາໃຊ້ໃນ ສປປ ລາວ ແມ່ນໃຫ້ຊອກຫາມາດຕະການ ແລະ ວິທີການແກ້ໄຂທີເຫນາະສົມໃນແຕ່ ລະທ້ອງຖິ່ນ ບົນພື້ນຖານລະບຽບກົດບນາຍ ; 2) .ໂຄງການລົງທຶນໃບນ ໃຫ້ປະກອບບົດວິພາກເສດຖະກິດ-ເຕັກນິກການປຸກພືດ ໂດຍຜານການຢັ້ງຢືນ ຈາກ ກົມປູກຝັງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ຕາມຂະຫນາດ ແລະ ມູນ ຄາການລົງທຶນ ພ້ອມທັງປະຕິບັດຕາມກົດຫນາຍ ແລະ ລະບຽບການກຽວຂ້ອງ ຢ່າງເຂັ້ມງວດ ; 2.2 ໃຫ້ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ ສົມທົບກັບ ກົມປຸກຝັງ, ກົມລ້ຽງສັດ ແລະ ການປະມົງ, ພາກສ່ວນທີກຽວຂ້ອງ ຂຶ້ນສຸນກາງ ແລະ ທ້ອງຖິ່ນ ສໍາຫຼວດ ແລະ ກໍານົດເຂດປູກຝືດກະສິກໍາ, ເຂດລ້ຽງ ສັດທີເປັນເສດຖະກິດ ແລະ ເປັນທາແຮງຂອງແຕລະທ້ອງຖິນ ເພື່ອສົ່ງເສີມການຜະລິດເປັນສະບຽງອາ ຫານ ແລະ ສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ ; 2.3. ໃຫ້ ກົມປຸກຝັງ ສົມທົບກັບ ຂະແຫນງການທີກຽວຂ້ອງ ຂັ້ນສຸນກາງ ແລະ ທ້ອງຖິ່ນ ຄົ້ນຄວ້າ, ວິເຄາະ ແລະ ວິໄຈ ການລົງທຶນຂອງບັນດາບໍລິສັດປູກກ້ວຍ ແລະ ຜືດກະສິກໍາອຶນ ໃນຮູບແບບການເຊົ່າ ຫຼື ສໍາປະ ທານທີດິນລັດ ແລະ ທີດິນຂອງບຸກຄົນ ໃຫ້ໄປຕາມມາດຕະຖານກະສິກໍາທີດີ ແລະ ເງື່ອນໄຂການນໍາ ເຂົ້າຂອງປະເທດປາຍທາງ ; 2.4. ໃຫ້ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ ສົມທົມກັບ ກົມປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ຂະແບນງການກ່ຽວຂ້ອງຂັ້ນທ້ອງຖິ່ນ ດໍາເນີນການກວດກາປະເມີນຜົນບັນດາ Y - & ໂຄງການປູກກ່ວຍ ດັ່ງນີ້: 1) ບັນດາໂຄງການປູກກ້ວຍທີບນົດສັນຍາ ຫຼື ໄດ້ຈັດຕັ້ງປະຕິບັດໄປແລ້ວ ແມ່ນໃຫ້ກວດກາພື້ນທີປູກ ກ້ວຍຢ່າງລະອຽດ ເພືອປັບປຸງ ແລະ ຟື້ນຟູດິນຄືນໃຫ້ຢູ່ໃນສະພາບເດີມ ແລະ ປຸກພືດອືນທີເຫນາະສົມ ກວາ ຕາມທາແຮງຂອງແຕລະທ້ອງຖິ່ນ ;
2) ບັນດາໂຄງການທີກໍາລັງຈັດຕັ້ງປະຕິບັດ ຫຼື ໂຄງການລົງທຶນໃບນ ແມນໃຫ້ເອົາໃຈໃສກວດກາສັນຍາ ເຊົ່າ ຫຼື ສໍາປະທານທີ່ດິນ ໃຫ້ລະອຽດຈະແຈ້ງ ໂດຍເຈົ້າຂອງໂຄງການ ຫຼື ບໍລິສັດ ເປັນຜູ້ຮັບຜິດຊອບ ໃນການຟື້ນຟູທີດິນ ແລະ ປັບປຸງປາລຸງດິນຄືນ ໃຫ້ຢູ່ໃນສະພາບເດີມ ຕາມທີໄດ້ກໍານົດໄວ້ໃນສັນຍາ ແລະ ສອດຄອງກັບກົດບນາຍ ແລະ ລະບຽບການ ; 2.5, ໃຫ້ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ ສົມທົມກັບ ກົມປ່າໄມ້, ກົມປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ອົງການປົກທ້ອງຖິ່ນ ກວດກາຄືນ ບັນດາໂຄງການລົງທຶນພັດທະ ນາກະສິກໍາທີມີໃນປະຈຸບັນທີກວມເອົາເຂດຫວງຫ້າມ ໂດຍສະເພາະໃນ 3 ປະເພດປ່າ ທີເຫັນວາບໍ່ສອດ ຄອງກັບລະບຽບກົດຫນາຍ ແມ່ນໃຫ້ມີມາດຕະການ ຢ່າງເຂັ້ມງວດ ; 2.6. ໃຫ້ ກົມປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ສົມທົບກັບ ອົງການປົກຄອງທ້ອງ ຖິນ ເປັນເຈົ່າການຈັດຕັ່ງປະຕິບັດການຄຸ່ມຄອງປັດໄຈການຜະລິດ ດັງນີ້: 1) ກວດກາການນ້ໍາເຂົ້າ, ການຈໍາຫນ່າຍ, ການເກັບຮັກສາ ແລະ ການນ້ໍາໃຊ້ຢາປາບສັດຕູພືດໃນແເຕລະ ທ້ອງຖິ່ນ ໃຫ້ຖືກຕ້ອງຕາມເຕັກນິກວິຊາການ ແລະ ໃຫ້ສອດຄອງກັບດໍາລັດວາດ້ວຍການຄຸ້ມຄອງ ຢາປາບສັດຕູພືດ ສະບັບເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 ; 2) ກວດກາ ການນໍາເຂົ້າ, ການຈໍາຫນໍາຍ, ການເກັບຮັກສາ ແລະ ການນໍາໃຊ້ຝຸ່ນໃນແຕ່ລະທ້ອງຖິນ ໃຫ້ ຖືກຕ້ອງຕາມເຕັກນິກວິຊາການ ແລະ ສອດຄອງກັບຂໍ້ຕົກລົງວາດ້ວຍການຄຸ້ມຄອງຝຸ໋ນ ສະບັບເລກ ທົ 2169/ກປ, ລົງວັນທີ 10 ຕຸລາ 2013 ; 3) ກວດກາ ການນໍາເຂົ້າ, ການຈໍາຫນໍາຍ, ການເກັບຮັກສາ ແລະ ການນໍາໃຊ້ ແນວພັນພືດໃນແຕລະ ທ້ອງຖິ່ນ ໃຫ້ຖືກຕ້ອງຕາມເຕັກນິກວິຊາການ ແລະ ສອດຄ້ອງກັບຂໍ້ຕົກລົງວ້າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ແນວພັນພືດ ສະບັບເລກທີ 3919/ກປ, ລົງວັນທີ 12 ທັນວາ 2012 ແລະ ຄໍາສັ່ງ ກ່ຽວກັບການເຝີ໊ມທະວີຄວາມເຂັມງວດຕໍ່ການສະກັດກັ່ນ, ເຝົ້າລະວັງ ແລະ ກໍາຈັດພະຍາດຫຽວ ເຫຼືອງກ້ວຍ ສະບັບເລກທີ0827/ກປ, ລົງວັນທີ05 ເມສາ 2018.
. ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດ 1. ໃຫ້ ກົມປ່າໄມ້, ກົມປູກຝັງ, ກົມກວດກາປ່າໄມ້, ພະແນກກະສິກໍາ ແລະ ປາໄມ້ແຂວງ, ນະຄອນຫຼວງ ເປັນເຈົ້າການສົມທົບກັບອົງການປົກຄອງທ້ອງຖິ່ນ ໂຄສະນາ ເຜີຍແຜ ແລະ ເຊືອມຊຶມ ຄໍາແນະນໍາສະບັບ ນີ້ໃຫ້ທົ່ວເຖິງ ແລະ ລົງເລິກເຖິງຂັ້ນຮາກຖານກຸມບ້ານ ແລະ ບ້ານເພືອຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ; ມອບໃຫ້ ກົມປ່າໄມ້, ກົມປູກຝັງ ແລະ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ ແຕງຕັ່ງຄະນະວິຊາ ການສະເພາະກິດ ເພືອຈັດຕັ່ງປະຕິບັດຄໍາແນະນໍາສະບັບນີ້ ຕາມພາລະບົດບາດຂອງຕົນ ພ້ອມທັງອອກຄໍາ ແນະນໍາ, ຄູມືທາງດ້ານວິຊາການ ເປັນອັນລະອຽດ ເຟືອເປັນປອນອີງໃນການ ຊຸກຍູ້ ແລະ ສົ່ງເສີມການ ປູກໄມ້ອຸດສາ ຫະກໍາ, ປຸກກ້ວຍ ແລະ ປູກພືດກະສິກໍາ ໃຫ້ຂະຫຍາຍຕົວ ຢ່າງແຂງແຮງ ; ມອບໃຫ້ ຄະນະຮັບຜິດຊອບຄົ້ນຄວ້າຈັດຕັ່ງປະຕິບັດຄໍາສັ່ງເລກທີ 09/ນຍ, ລົງົວນທີ 02 ກໍລະກົດ 2018 ລົມທົບກັບ ຂະແຫນງການການກ່ຽວຂ້ອງ ຮູ້ຂຶ້ນສຸນກາງ ແລະ ທ້ອງຖິ່ນ, ອົງການປົກຄອງທ້ອງ ຖີນ ນັບແຕຂຶ້ນແຂວງ ລົງຮອດເມືອງ ແລະ ບ້ານ ທີ່ກ່ຽວຂ້ອງ ຊຸກຢູ້, ຕິດຕາມ, ກວດກາ ແລະ ປະເມີນ ຜົນການຈັດຕັ້ງປະຕີບັດຄໍາແນະນໍາສະບັບນີ້ ຢ່າງເຂັ້ມງວດ ແລະ ລາຍງານການນໍາກະຊວງ ເປັນແຕ່ລະ ໄລຍະ ເພື່ອແກ້ໄຂບັນຫາຕ້າງໆທີເກີດຂຶ້ນ ໃຫ້ທັນກັບສະພາບການ; 4. ມອບໃຫ້ ກົມນະໂຍບາຍ ແລະ ນິຕິກໍາ, ກົມປາໄມ້, ກົມປູກຝັງ, ກົມກວດປ່າໄມ້, ກົມຄຸ້ມຄອງ ແລະ ພັດ ທະນາທີດິນກະສິກໍາ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ທຸກພາກສ່ວນທີກຽວ ຂ້ອງ ຂຶ້ນແຜນງົບປະມານ ແລະ ນໍາໃຊ້ແຫຼ່ງທຶນຕາງໆທີຖືກຕ້ອງຕາມລະບຽບກົດບນາຍ ເພືອຈັດຕັ້ງປະຕິ ບັດແຜນເຄືອນໄຫວວຽກໄດ້ກໍານົດໄວ້ໃນການຈັດຕັ້ງຜັນຂະຫຍາຍຄໍາແນະນໍາສະບັບນີ້ ໃຫ້ໄດ້ຮັບຜົນດີ ; 5. ມອບໃຫ້ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ເປັນເຈົ້າການຊື້ນໍາ-ນໍາພາຫ້ອງການກະສິ ກໍາ ແລະ ປາໄມ້ເມືອງ ທີຂຶ້ນກັບຄວາມຮັບຜິດຊອບຂອງຕົນຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ພ້ອມທັງ ສະຫຼຸບລາຍງານ ໃຫ້ ກົມນະໂຍບາຍ ແລະ ນິຕິກໍາ ໃນຖານະເປັນໃຈກາງປະສານງານຂອງຄະນະສະເພາະ ກິດເພືອສັງລວມລາຍງານກະຊວງກະສິກໍາ ແລະ ປ່າໄມ້ຢ່າງເປັນປົກກະຕິ ; 6. ມອບໃຫ້ ກົມນະໂຍບາຍ ແລະ ນິຕິກໍາ ເປັນຜູ້ປະຈໍາການຂອງຄະນະຮັບຜິດຊອບຄົນຄວ່າຈັດຕັ່ງປະຕິບັດ ຄໍາສັ່ງເລກທີ 09/ນຍ, ລົງວັນທີ 02 ກໍລະກົດ 2018 ເພືອເຮັດຫ້າທີຊຸກຢູ່, ປະສານງານ, ຕິດຕາມ, ກວດກາ, ພ້ອມທັງສະຫຼຸບລາຍງານການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ໃຫ້ແກ ກະຊວງກະສິກໍາ ແລະ ປ່າໄມ້ ໃນແຕລະໄລຍະ ; 7. ໃນເວລາຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ຫາກມືບັນຫາຫຍຸ້ງຍາກປະການໃດ ໃຫ້ລາຍງານ ກະຊວງ ກະສິກໍາ ແລະ ປ່າໄມ້ ເຟືອມີມາດຕະການ ແລະ ວິທີການປັບປຸງແກ້ໄຂຢ່າງທັນການ. ະ ຮ <, 9 ດັ່ງນັ້ນ, ຈິງອອກຄ້າແນະນໍາສະບັບນີ້ ເພືອພ້ອມກັນຈັດຕັ່ ° o . Ko ະ. ,ະ -1 ແະ v ງປະຕິບັດ ດ້ວຍຄວາມຮັບຜິດຊອບສູງ.ສູ້ ຈະ ,ແ ເ,
ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ປອນນ້າສົ່ງ: 1. ຫສນຍ 01 ສະບັບ (ໃຊ້ຕາງລາຍງານ); 2. 1/ ແຜນການ ແລະ ການລົງທຶນ 01 ສະບັບ (ເພື່ອຊາບ); 3. ກ/ຊ ການເງິນ 01 ສະບັບ (ເຟື້ອຊາບ) 4. ກ/ຊ ອຸດສາຫະກໍາແລະການຄ້າ 01 ສະບັບ (ເພື່ອຊາບ); 5. ເກັບຮັກສາໄວ້ 01 ສະບັບ. ປອ.ລຽນ.ທີແກ້ວ