跳到主要内容
Nelum
老挝的法律

Instruction No. 4218/MOF on the Collection of Excise Tax from Beer Products

颁布于 2018-12-28 · 文本截至 2026-10-01

以研究形式发布的公开法律与官方指引,不构成法律、税务或金融建议。

研究内容本身以英文撰写。标题和标签已翻译,调查结果和引文未翻译。

关于这部法律

原标题
ຄໍາແນະນໍາ ວ່າດ້ວຍ ການເກັບອາກອນຊົມໃຊ້ຈາກ ຜະລິດຕະພັນເບຍ (ເລກທີ 4218/ກງ).
语言
Lao
类型
其他
组织
Mekong River Commission (MRC)
国家
老挝
主题
Food and nutrition
关键词
fiscal and market measures, inspection, beverages, offences/penalties, food safety and quality, enforcement/compliance, packaging/labelling, taxes

在哪里阅读

    该法律没有记录来源链接。

文本

所收录的法律原文,按条款排列。每个条款都有自己的链接。

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງການເງິນ 42 7! /ກງ ເລກທີ ນະຄອນຫຼວງວຽງຈັນ, ວັນທີ L8 ທ” 9! 2048 ຄໍາແນະນໍາ ວ່າດ້ວຍ ການເກັບອາກອນຊົມໃຊ້ຈາກ ຜະລິດຕະພັນເບຍ ອີງຕາມ ກົດໆນາຍວ່າຄ້ວຍສ່ວຍສາອາກອນ (ສະບັບປັບປຸງ) ເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015; ອີງຕາມ ກົດພາຍວ່າດ້ວຍພາສີ (ສະບັບປັບປຸງ) ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດຫນາຍ ວ່າດ້ວຍພາສີສະບັບປັບປຸງບາງມາດຕາ ສະບັບເລກທີ 057/ສພຊ, ລົງວັນທີ 24 ທັນວາ 2014; ອີງຕາມ ດໍາລັດວ່າດ້. ຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງການເງິນ ສະບັບເລກທີ 144/ນຍ. ລົງວັນ ທີ 08 ພຶດສະພາ 2017; ອີງຕາມ ມະຕິຄະນະປະຈໍາແຫ່ງຊາດ ສະບັບເລກທີ 129/ຄປຈ. ລົງວັນທີ 04 ກັນຍາ 2018; ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1476/ຫສນຍ.ກລຂ., ລົງວັນທີ 07 ກັນຍາ 2018. ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ອອກຄໍາແນະນໍາ ດັ່ງນີ້: ຈຸດປະສົງ ຄໍາແນະນໍາສະບັບນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍມະຕິຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ. 129/ ຄປຈ, ລົງວັນທີ 04 ກັນຍາ 2018 ໂດຍການກໍານົດ ບັນດາຫຼັກການ, ຂັ້ນຕອນ, ວິທີການ ແລະ ມາດຕະການ ການເກັບອາກອນຊົມໃຊ້ ເພື່ອຮັບປະກັນຄວາມສະເຫຼີພາບລະຫວ່າງສິນຄ້າປະເພດດຽວກັນ ທີ່ນໍາເຂົ້າຈາກ ຕ່າງປະເທດ ແລະ ສິນຄ້າທີ່ຜະລິດຢູ່ພາຍໃນປະເທດ. 11. ຫຼັກການ ການເກັບອາກອນຊົມໃຊ້ຈາກຜະລິດຕະພັນເບຍ ແມ່ນປະຕິບັດຕາມອັດຕາທີ່ກໍານົດໄວ້ໃນກົດບນາຍວ່າ ດ້ວຍສ່ວຍສາອາກອນ ສະບັບປັບປຸງ ເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015 ໂດຍກໍານົດເອົາລາຄາ ຂາຍຍົກເປັນພື້ນຖານໃນການໄລ່ລຽງອາກອນຊົມໃຊ້ໃນຂອດຂາຍ ຍົກພາຍໃນປະເທດ ໂດຍແບ່ງອອກເປັນ 02 ປະເພດ ດັ່ງນີ້: 1. ຜະລິດຕະພັນເບຍທີ່ຜະລິດພາຍໃນປະເທດ ໃຫ້ຈັດເກັບອາກອນຊົມໃຊ້ຢູ່ຂອດຂາຍຍົກຈາກໂຮງງານ ຜະລິດ ຫຼື ຕົວແທນຈໍາຫນາຍ; 2. ຜະລິດຕະພັນເບຍທີ່ນໍາເຂົ້າຈາກຕ່າງປະເທດ ໃຫ້ຈັດເກັບອາກອນຊົມໃຊ້ຢູ່ ຂ ຂອດ ຄື: ຂອດການນໍາ ເຂົ້າ ແລະ ຂອດຂາຍຍົກພາຍໃນປະເທດ.

  2. 11]. ຂັ້ນຕອນ 1. ຜະລິດຕະພັນເບຍທີ່ຜະລິດພາຍໃນປະເທດ ໃຫ້ປະຕິບັດຕາມຂັ້ນຕອນ ດັງນີ້: - ໃຫ້ຄິດໄລ່ ແລະ ແຈ້ງເສຍອາກອນຊົມໃຊ້ ຕາມມູນຄ່າຂາຍບົກ ທີ່ບໍ່ລວມອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້; - ໃຫ້ຍືນແຈ້ງເສຍອາກອນຊົມໃຊ້ຕໍ່ຂະແຫນງການສ່ວຍສາອາກອນ ຊ້າສຸດບໍ່ໃຫ້ກາຍວັນທີ 15 ຂອງ ເດືອນຖັດໄປ. 2. ຜະລິດຕະພັນເບຍທີ່ນໍາເຂົ້າຈາກຕ່າງປະເທດ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້: - ຂອດການນໍາເຂົ້າ ແມ່ນໃຫ້ຄິດໄລ່ ແລະ ແຈ້ງເສຍອາກອນຊົມໃຊ້ ໃນເວລາແຈ້ງເສຍພາສີ-ອາກອນຢູ່ດ່ານ ພາສີບ່ອນນໍາເຂົ້າ ໂດຍເອົາມູນຄ່າແຈ້ງເສຍພາສີ (ລາດາ CIF) ບວກ ຄ່າພາສີຂາເຂົ້າ ແລະ ຄ່າທໍານຽມອືນ (ຖ້າມີ) ຄູນ ອັດຕາອາກອນຊົມໃຊ້; - ຂອດການຂາຍພາຍໃນປະເທດ ແມ່ນໃຫ້ຄິດໄລ່ຕາມລາຄາຂາຍຍົກ (ບໍ່ລວມອາກອນມູນຄ່າເພີ່ມ) ລົບ ຖານຄິດໄລ່ອາກອນຊົມໃຊ້ໃນຂອດຂາເຂົ້າ ຄຸນ ອັດຕາອາກອນຊົມໃຊ້; - ໃຫ້ຍືນແຈ້ງເສຍອາກອນຊົມໃຊ້ ຂອດການຂາຍຍົກຕໍ່ຂະແຫງງການສ່ວັຍສາອາກອນ ຊ້າສຸດບໍ່ໃຫ້ກາຍວັນ ທີ 15 ຂອງເດືອນຖັດໄປ ພາຍຫຼັງການນໍາເຂົ້າ. ໃນກໍລະນີ ບໍ່ສາມາດຍືນແຈ້ງ ເປັນແຕ່ລະເດືອນໄດ້ນັ້ນ ໃຫ້ ຍື່ນແຈ້ງເສຍອາກອນຊົມໃຊ້ ຂອດການຂາຍຍົກ ຕໍ່ຂະແຫງການສ່ວຍສາອາກອນ ຊ້າສູດບໍ່ໃຫ້ກາຍວັນທີ 15 ຂອງເດືອນທີສາມ ພາຍຫຼັງການນໍາເຂົ້າ. Iv. ວິທີການຄິດໄລ່ ອາກອນຊົມໃຊ້ຜະລິດຕະພັນເບຍ 1. ວິທີຄິດໄລ່ອາກອນຊົມໃຊ້ເບຍທີ່ຜະລິດພາຍໃນປະເທດ ຜະລິດຕະພັນເບຍທີຜະລິດພາຍໃນປະເທດ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້: ການຄົດໄລ່ ອາກອນຊົມໃຊ້ ຈາກຜະລິດຕະພັນເບຍທີ່ຜະລິດພາຍໃນປະເທດ ແມ່ນ ໃຫ້ຄິດໄລ່ຕາມລາຄາ ຂາຍຍົກຈາກໂຮງງານຜະລິດ ຫຼື ຕົວແທນຈໍາຫນາຍ ໂດຍໃຫ້ເອົາລາຄາຂາຍຍົກ (ບໍ່ລວມອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້) ດູນ ອັດຕາອາກອນຊົມໃຊ້ ຕາມສຸດການຄິດໄລ່ ລຸ່ມນີ້: ຖານຄິດໄລ່ອາກອນຊົມໃຊ້ = ລາຄາຂາຍຍົກ (ບໍ່ລວມອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້). ດ່າອາກອນຊົມໃຊ້ = ຖານດິດໄລ່ອາກອນຊົມໃຊ້ + ອັດຕາອາກອນຊົມໃຊ້.

  3. ຕົວຢ່າງ ກ: ເບຍ ຍີ່ຫໍ້ 8 ທີ່ຖືກຜະລິດຢູ່ພາຍໃນປະເທດ ຈໍານວນ o1 ແກັດ ລາຄາຂາຍຍົກທີ່ບໍ່ລວມ ອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ເທົ່າກັບ 70.000 ກີບ. ສະນັ້ນ, ຄ່າອາກອນຊົມໃຊ້ເທົ່າກັບ 35.000 ກີບ ຕາມວິທີການດິດໄລ່ອາກອນຊົມໃຊ້ ລຸ່ມນີ້: ຖານຄິດໄລ່ອາກອນຊົມໃຊ້ < 70.000 ກີບ ຄ່າອາກອນຊົມໃຊ້ = 70.000 ກີບ x 50% = 35.000 ກີບ 2. ວິທີຄິດໄລ່ອາກອນຊົມໃຊ້ເບຍທີ່ນໍາເຂົ້າຈາກຕ່າງປະເທດ 1. ການຄິດໄລ່ ອາກອນຊົມໃຊ້ ໃນຂອດການນໍາເຂົ້າ ແມ່ນ ໃຫ້ຄິດໄລ່ ໃນເວລາແຈ້ງເສຍພາສີ-ອາກອນ ຢູ່ດ່ານ ບ່ອນນໍາເຂົ້າ ໂດຍໃຫ້ເອົາມູນຄ່າແຈ້ງເສຍພາສີ (ລາຄາ CIF) ບວກຄ່າພາສີຂາເຂົາ ແລະ ຄ່າທໍານຽມອືນ (ຖ້າ ມີ) ຄຸນອັດຕາອາກອນຊົມໃຊ້ ຕາມສູດການຄິດໄລ່ ລຸ່ມນີ້: ຖານຄິດໄລ່ອາກອນຊົມໃຊ້ = ລາຄາ CIF + ຄ່າພາສີຂາເຂົ້າ + ຄ່າທໍານຽມອືນ (ຖ້າມີ). ຄ່າອາກອນຊົມໃຊ້ຂອດນໍາເຂົ້າ < ຖານດິດໄລ່ອາກອນຊົມໃຊ້ > ຮັດຕາອາກອນຊົມໃຊ້. ຕົວຢ່າງ ຂ: ເບຍ g0 ແ ນໍາເຂົ້າຈາກຕ່າງປະເທດ ຈໍານວນ o1 ແກັດ ລາຄາ CIF ເທົ່າກັບ 100.000 ກີບ, ຄ່າພາສິເທົ່າກັບ 40.000 ກີບ (ອັດຕາພາສີ 40%). ຄ່າທານຽມອືນ 11.000 ກິບ. ສະນັ້ນ, ຄ່າອາກອນ ຊົມໄຊ້ຂອດການນໍາເຂົ້າ ຈາກ ເບຍ ຍີ່ຫໍ້ K ແມ່ນ 75.500 ກີບ ຕາມວິທີການດິດໄລ່ອາກອນຊົມໃຊ້ ລຸ່ມນີ: .ຖານຄິດໄລ່ອາກອນຊົມໃຊ້ = 100.000 ກີບ + 40.000 ກິບ + 11.000 ກີບ > 151.000 ກີບ ຄ່າອາກອນຊົມໃຊ້ຂອດການນໍາເຂົາ < 151.000 ກີບ x 50% > 75.500 ກີບ 2. ການໄລ່ລຽງອາກອນຊົມໃຊ້ ຂອດການຂາຍພາຍໃນປະເທດ ຈາກເບຍນໍາເຂົ້າແມ່ນໃຫ້ຄິດໄລ່ ຕາມລາຄາຂາຍຍົກ (ບໍ່ລວມອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້) ລົບ ຖານຄິດໄລ່ ອາກອນຊົມໃຊ້ໃນເວລານ້າເຂົ້າ ຄູນ ອັດຕາອາກອນຊົມໃຊ້ ຕາມສູດການຄິດໄລ່ ດັ່ງນີ: ຖານຄິດໄລ່ອາກອນຊົມໃຊ້ = ລາຄາຂາຍຍົກ (ບໍ່ລວມອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້) - ຖານ ຄິດໄລ່ອາກອນຊົມໃຊ້ຂອດການນໍາເຂົ້າ. ຄ່າອາກອນຊົມໃຊ້ຂອດການຂາຍພາຍໃນປະເທດ < ຖານດິດໄລ່ອາກອນຊົມໃຊ້ + ອັດຕາອາກອນ ຊົມໃຊ້ ຕົວຢ່າງ ຄ: ເບບ ຍີ່ຫໍ້ <້ ຕາມ ຕົວຢ່າງ ຂ ທີ່ມິລາດາຂາຍຍົກ (ບໍ່ລວມອາກອນມູນຄ່າເພີ່ມ ແລະ ອາກອນ ຊົມໃຊ້) ເທົ່າກັບ 240.000 ກິບ. ສະນັ້ນ, ອາກອນຊົມໃຊ້ຂອດພາຍໃນ ທີ່ຕ້ອງຈ່າຍເພີ່ມແມ່ນ 44.500 ກີບ ໂດຍມິວິທີການຄິດໄລ່ ອາກອນຊົມໃຂ້ຂອດພາຍໃນ ຂອງ ເບຍ ຍີ່ຫໍ້ K ດັ່ງນີ້: ຖານຄິດໄລ່ອາກອນຊົມໃຊ້ = 240.000 ກີບ - 151.000 ກີບ = 89.000 ກິບ ຄໍາອາກອນຊົມໃຊ້ຂອດການຂາຍຍົກພາຍໃນປະເທດ < 89.000 ກີບ x 50% < 44.500 ກີບ

  4. ສະນັ້ນ, ລວມອາກອນຊົມໃຊ້ທີ່ຕ້ອງຈ່າຍທັງຫນົດ < 75.500 ກີບ + 44.500 ກີບ = 120.000 ກີບ 3. ພັນທະ ແລະ ຫ້າທີ່ ຂອງຜູ້ປະກອບການ ຜະລິດພາຍໃນ ຫຼື ນໍາເຂົ້າ ຫຼື ເປັນຕົວແທນຈໍາ ຫນ່າຍ ຜະລິດຕະພັນເບຍ ຜູ້ປະກອບການ ຜະລິດພາຍໃນ ຫຼື ນໍາເຂົ້າ ຫຼື ເບັນຕົວແທນຈໍາຫນ່າຍ ຜະລິດຕະພັນເບຍ ແມ່ນມີພັນທະ ແລະ i ດ້ານີ້: 1) ຜູ້ປະກອບການ ຜະລິດພາຍໃນ ຫຼື ນໍາເຂົ້າ ຫຼື ເປັນຕົວແທນຈໍາຫນ່າຍ ຜະລິດຕະພັນເບຍ ຕ້ອງແຈ້ງ £ ມູນກ່ຽວກັບການນໍາເຂົ້າ ແລະ (ບໍ່ລວມອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້) ລາຄາຂາຍຍົກ ຂອງແຕ່ລະຜະລິດຕະພັນ ໃຫ້ ກະຊວງການເງິນ ແລະ ກະຊວງອຸດສາຫະກໍາ ແລະ ການດໍາ ເປັນແຕ່ ລະໄລຍະ; 2) ສໍາລັບຜະລິດຕະພັນເບຍ ທີ່ບໍ່ໄດ້ຮັບການຮັບຮອງ ຫຼື ບໍ່ມີການສະຫນອງຂໍ້ມູນກ່ຽວກັບການນໍາເຂົ້າ ແລະ/ຫຼື ລາຄາຂາຍຍົກພາຍໃນປະເທດ ແມ່ນຈະບໍ່ໄດ້ຮັບອະນຸຍາດໃຫ້ຜະລິດ ແລະ/ຫຼື ນໍາເຂົ້າ ແລະ/ ຫຼື ຈໍາຫນາຍ ໃນດິນແດນ ສປປ ລາວ; 5) ຄິດໄລ່, ແຈ້ງ ແລະ ມອບອາກອນໃຫ້ຖືກຕ້ອງ ແລະ ທັນເວລາ ຕາມທີ່ກໍານົດໄວ້ໃນກົດບນາຍ; 4) ຮັບຜິດຊອບຕໍ່ການ ຄິດໄລ່, ແຈ້ງ ແລະ ມອບອາກອນ ໃຫ້ຖືກຕ້ອງ ແລະ ຊັດເຈນ; 5) ຖືບັນຊີ ແລະ ນໍາໃຊ້ໃບເກັບເງິນ ຕາມກົດປນາຍ ແລະ ລະບຽບການ: 6) ປະຕິບັດພັນທະ ແລະ ຫ້າທີ່ອື່ນ ຕາມກົດບນາຍ. 4. ຄວາມຮັບຜິດຊອບຂອງຂະແບຫນງການລັດ ທີ່ກ່ຽວຂ້ອງ ກະຊວງການເງິນ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອງປະສານສົມທົບກັນ ໃນການລົງ ເກັບກໍາຂໍ້ມູນລາຄາຂາຍຍົກຜະລິດຕະພັນເບຍແຕ່ລະຍີ່ຫໍ່, ປະເພດ ແລະ ຊະນິດ ເພື່ອສັງລວມ ແລະ ສິມ ທຽບກັບຂໍ້ມູນທີ່ສະຫອງໂດຍຜູ້ປະກອບການ ເພື່ອໄລ່ລຽງອາກອນຊົມໃຊ້ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມ ກົດຫນາບ ແລະ ລະບຽບການ. V. ມາດຕະການຄຸ້ມຄວງ 1. ການກໍານົດດ່ານພາສີສາກົນສໍາລັບການນໍາເຂົ້າຜະລິດຕະພັນເບຍ ການນໍາເຂົ້າຜະລິດຕະພັນເບຍ ແມ່ນອະນຸຍາດໃຫ້ນໍາເຂົ້າຜ່ານດ່ານພາສີສາກົນ ທີ່ມິພິ້ນຖານໂຄງລ່າງ ແລະ ທີ່ຕັ້ງທີ່ເນາະສົມ ດັ່ງນີ້: 1) ດ່ານພາສີສາກົນຂົວມິດຕະພາບ | (ນະຄອນຫຼວງວຽງຈັນ): 2) ດ່ານພາສີສາກົນຂົວມຶດຕະພາບ Il (ແຂວງສະຫວັນນະເຂດ); 3) ດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ); 4) ດ່ານພາສີສາກົນບໍ່ເຕັນ (ແຂວງຫຼວງນໍ້າທາ); 5) ດ່ານພາສີສາກົນແດນສະຫວັນ (ແຂວງສະຫວັນນະເຂດ); 6) ດ່ານພາສີສາກົນບນອງນົກຂຽນ (ແຂວງຈໍາປາສັກ).

  5. ໃນກໍລະນີ ຜູ້ນໍາເຂົ້າ ຫາກມີຈຸດປະສົງນໍາເຂົ້າດ່ານສາກົນອື່ນ ທີ່ບໍ່ໄດ້ລະບຸໃນຂ້າງເທິງ ຕ້ອງເຮັດຫັງສື ສະເຫີຂໍນໍາເຂົ້ເປັນລາຍລັກອັກສອນ ຫາກະຊວງການເງິນ ເພື່ອພິຈາລະນາ ແລະ ອະນຸມັດ ຈຶ່ງສາມດນໍາເຂົ້າ ໄດ້. 2. ການຂໍອະນຸຍາດຜະລິດ ແລະ ນໍາເຂົ້າ ຜະລິດຕະພັນເບຍ ການຜະລິດ ແລະ ນໍາເຂົ້າ ຜະລິດຕະພັນເບຍ ຕ້ອງມີໃບອະນຸຍາດ ຜະລິດ, ນໍາເຂົ້າ ແລະ ຈໍາຫ່າຍ ຜະລິດຕະພັນເບຍ ຈາກພາກສ່ວນ ທີ່ກ່ຽວຂ້ອງ, ຊຶ່ງອາຍຸຂອງໃບອະນຸຍາດດັ່ງກ່າວ ແມ່ນນໍາໃຊ້ໄດ້ 1 ປີ ແລະ ສາມາດຕໍ່ໄດ້. 3. ການຕິດສະຫຼາກພາສາລາວ ແລະ ຕິດສະແຕັມເສຍພາສີ ກ່ອນການກວດກາ ແລະ ນໍາເອົາຜະລິດຕະພັນເບຍ ອອກຈາກໂຮງງານຜະລິດ ຫຼື ອະນາເຂດຄຸ້ມຄອງຂອງ ພາສີ ຫຼື ກ່ອນການຈໍາຫ່າຍໃນທ້ອງຕະຫຼາດ, ຜູ້ປະກອບການ ຕ້ອງຕິດສະຫຼາກພາສາລາວ ຕາມລະບຽບການ ຂອງຂະແຫງງການຄ້າ ແລະ ຕິດສະແຕັມເສຍພາສີ ຕາມລະບຽບການຂອງຂະແຫງງພາສີ. 4. ການກວດກາ ແລະ ສະກັດກັນ ຂະແທນງການຄ້າພາຍໃນ ແລະ ຂະແຫນງການພາສີ ມີຫ້າທີກວດກາ. ຮິບ ຫຼື ດໍາເນີນຄະດີ ຕໍ່ບຸກຄົນ, ນິຕິບຸກຄົນ ທີ່ນໍາເຂົ້າຜະລິດຕະພັນເບຍມາຈໍາຫນາຍຕາມທ້ອງຕະຫຼາດຢູ່ພາບຍໃນປະເທດ ທີ່ບໍ່ມີສະຫຼາກພາສາ ລາວ ແລະ/ຫຼື ບໍ່ມີສະແຕັມເສຍພາສີ ຕາມກົດຫນາຍ ແລະ ລະບຽບການ. 5. ມາດຕະການ ຕໍ່ຜູ້ລະເມີດ :ກໍລະນີ ຜູ້ໄດ້ຮັບອະນຸຍາດໃຫ້ ຜະລິດ, ນໍາເຂົ້າ ແລະ ຈໍາຫນ່າຍ ຫາກລະເມີດ ຫຼື ບໍ່ປະຕິບັດຕາມເງືອນໄຂ ທີ່ ກໍານົດໄວ້ໃນຂໍ້ VI ມາດຕະການຄຸ້ມຄອງ ຂ້າງເທິງນີ້ ແມ່ນຈະຖືກພິຈາລະນາໃຫ້ໂຈະ ການເຄື່ອນໄຫວທຸລະກິດ ແລະ ດໍາເນີນການຍົກເລີກ ຕາມຂັ້ນຕອນທີ່ກໍານົດໄລ້ໃນກົດບນາຍວ່າດ້ວຍ ວິສາຫະກິດ. v & o ແ, > ກ o e າ, ,, ມາດຕະການຈັດຕັ້ງປະຕິບັດ ແລະ ຜົນສັກສິດນໍາໃຊ້ໄດ້ ມອບໃຫ້ກົມສ່ວຍສາອາກອນ ເປັນໃຈກາງປະສານສົມທົບກັບພາກສ່ວນທີກ່ຽວຂ້ອງ ແລະ ອົງການ ປົກຄອງທ້ອງຖິ່ນ ຈັດຕັ້ງໂຄສະນາ, ເຜີຍແຜ່, ແນະນໍາ ແລະ ປະຕິບັດຄໍາແນະນໍາສະບັບນີໃຫ້ໄດ້ຮັບຜົນດີ. ບັນດາ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ, ລັດວິສາຫະກິດ, ບຸກຄົນ, ນິຕິບຸກຄົນ S ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ຈົງຮັບຮູ້ ແລະ ນໍາໄປຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ. ຄໍາແນະນໍາສະບັບນີ ມີຜົນສັກສິດນໍາໃຊ້ນັບແຕ່ມືລົງລາຍເຊັນ ແລະ ພາຍຫຼັງທີລົງຈົດຫນາຍເຫດທາງລັດຖະ ການ ສິບຫ້າ ວັນ.

  6. ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ

Instruction No. 4218/MOF on the Collection of Excise Tax from Beer Products · Nelum