跳到主要内容
Nelum
老挝的法律

Decree No.550 Organisation and Functionality of the Ministry of Industry and Commerce

颁布于 2025-09-01 · 文本截至 2026-10-01

以研究形式发布的公开法律与官方指引,不构成法律、税务或金融建议。

研究内容本身以英文撰写。标题和标签已翻译,调查结果和引文未翻译。

关于这部法律

语言
Lao
类型
条例
国家
老挝
主题
General
关键词
internal trade, international trade, business/industry/corporations, registration, policy/planning, consumer protection, intellectual property rights
类别
*

在哪里阅读

    该法律没有记录来源链接。

文本

所收录的法律原文,按条款排列。每个条款都有自己的链接。

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ນາຍົກລັດຖະມົນຕີ ເລກທີ ຝີ 5 0 /ນຍ ນະຄອນຫຼວງວຽງຈັນ, ວັນທີ ຕື 1 /09/25 ດໍາລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ - ອີງຕາມ ກົດຫາຍວ່າດ້ວຍລັດຖະບານ ສະບັບເລກທີ 03/ສພຊ. ລົງວັນທີ 16 ພະຈິກ 2021; - ອີງຕາມ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງ ລັດຖະບານ ສະບັບເລກທີ 05/ສພຊ, ລົງວັນທີ 20 ມີນາ 2025; - ອີງຕາມ ຫັງສືສະເຫີຂອງ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 412/ຄຈສພ, ລົງວັນທີ 25 ສິງຫາ 2025. ນາຍົກລັດຖະມົນຕີ ອອກດໍາລັດ: ຫນວດທີ 1 ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ L K o ດໍາລັດສະບັບນີ້ກໍານົດ ທີ່ຕັ້ງ. ພາລະບົດບາດ, ຫ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ປະຕິບັດກົດຫນາຍ, ລະບຽບການຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ໃນການຄຸ້ມຄອງ, ກວດກາ, ຊຸກຍູ້, ສົງເສີມ ແລະ ພັດທະນາວຽກງານອຸດສາຫະກໍາ, ການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການຄ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ ກະຊວງອຸດສາຫະກໍາ ແລະ ການຄ້າ ຂຽນເປັນຕົວອັກສອນຫຍໍ້ວ່າ: "ອຄ" ຂຽນເປັນພາສາອັງກິດ Ministry 01 Industry and Commerce ຂຽນຫຍໍ້ວ່າ: “MOIC” ແມ່ນ ກົງຈັກການຈັດຕັ້ງຫຼຶ່ງ ຂອງ ລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກລວມສູນ ຂົງເຂດວຽກງານ ອຸດສາຫະກໍາ, ພະລັງງານ, ບໍ່ແຮ່ ແລະ ການຄ້າ ໃນຂອບເຂດທົ່ວປະເທດ.

  2. ບນວດທີ 2 ຫ້າທີ່ ແລະ ຂອບເຂດສິດ ມາດຕາ 3 ຫ້າທີ່ ະຊວງອຸດສາຫະກໍາ ແລະ ການຄ້າ ມີຫ້າທີ່ ດັ່ງນີ້: 1. ປະຕິບັດລັດຖະທໍາມະນູນ, ກົດຫນາຍ ແລະ ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງປະທານ ປະເທດ, ດໍາລັດ, ມະຕິຂອງລັດຖະບານ ແລະ ນາຍົກລັດຖະມົນຕີ; 2. ຄົ້ນຄວ້າ, ເຊື່ອມຊຶມ ແລະ ຫັ້ນເອົາແນວທາງນະໂຍບາຍຂອງພັກ ແລະ ມະຕິຕົກລົງຂອງລັດຖະບານ ມາເປັນຍຸດທະສາດ, ກົດພາຍ, ລະບຽບການ, ແຜນການ, ແຜນງານ ແລະ ໂຄງການລະອຽດຂອງ ກະຊວງ ເພື່ອນໍາສະເຫີລັດຖະບານພິຈາລະນາ, ພ້ອມທັງ ນໍາພາ-ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນ ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ປະກົດຜົນເປັນຈິງ; 3. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ຍຸດທະສາດ, ແຜນພັດທະນາ, ກົດຫນາຍ ແລະ ນິຕິກໍາ ກ່ຽວກັບວຽກ ງານອຸດສາຫະກໍາ ແລະ ການຄ້າ ໃຫ້ພາກສ່ວນກ່ຽວຂ້ອງ ແລະ ທົ່ວສັງຄົມ ຮັບຊາບຢ່າງທົ່ວເຖິງ; 4. ສົ່ງເສີມ, ພັດທະນາ ແລະ ຄຸ້ມຄອງ ວຽກງານອຸດສາຫະກໍາປຸງແຕ່ງທຸກປະເພດ , ເຂດ ແລະ ນິຄົມ ອຸດສາຫະກໍາ ເປັນຕົ້ນ ວຽກງານສະຖິຕິອຸດສາຫະກໍາ, ການສ້າງຕັ້ງໂຮງງານ ແລະ ການດໍາເນີນ ກິດຈະການໂຮງງານ, ການຄຸ້ມຄອງເຄື່ອງຈັກ, ຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພອຸດສາຫະກໍາ, ຄຸ້ມຄອງສິ່ງເສດເຫຼືອອັນຕະລາຍ, ສົ່ງເສີມການຜະລິດທີ່ສະອາດ ແລະ ອຸດສາຫະກໍາສີຂຽວ: 5. ຄຸ້ມຄອງ ວຽກງານເຄມີ ເປັນຕົ້ນ ການຈົດທະບຽນເຄມີ, ການອະນຸຍາດນໍາເຂົ້າ-ສົ່ງອອກ, ສົ່ງຜ່ານເຄມີ, ເກັບກໍາຂໍ້ມູນ ແລະ ວິໄຈທາດເຄມີ ແລະ ຄຸ້ມຄອງເຄມີອຸດສາຫະກໍາ; 6. ຄຸ້ມຄອງລວມສູນວຽກງານພະລັງງານ ເປັນຕົ້ນ ຄົ້ນຄວ້າກໍານົດລະບຽບການ, ມາດຕະຖານເຕັກນິກ ລວມທັງ ຄຸ້ມຄອງ, ຕິດຕາມ, ກວດກາ ໂຄງການ, ກິດຈະການ ແລະ ທຸລະກິດດ້ານພະລັງງານ; ກໍານົດ ໂຄງສ້າງລາຄາພະລັງງານ; ຄຸ້ມຄອງບັງຄັບໃຊ້ມາດຕະຖານເຕັກນິກ ແລະ ລະບຽບການ; ຮັບຮອງການ ສຶກສາສໍາຫຼວດ, ອອກແບບ; ຢັ້ງຢືນການກໍ່ສ້າງສໍາເລັດ, ແຜນຕດໍາເນີນງານບໍາລຸງຮັກສາ, ແຜນຮັບມືສຸກ ເສີນ; ສ້າງຫົວນນ່ວຍລາຄາກາງຂອງໂຄງການດ້ານພະລັງງານ, ລວມທັງ ຊີ້ ນໍາກອງເລຂາຄະນະ ກໍາມະການແຫ່ງຊາດ ວ່າດ້ວຍຄວາມປອດໄພຂອງເຂື່ອນ ແລະ ສ້າງນະໂຍບາຍຮັບປະກັນຄວາມຫັ້ນ ຄົງທາງດ້ານພະລັງງານຂອງປະເທດ; 7. ຄຸ້ມຄອງ ກ່ຽວກັບ ວຽກງານທໍລະນີສາດ-ບໍ່ແຮ່ ເປັນຕົ້ນ ການສຶກສາ, ຄົ້ນຄວ້າທໍລະນີສາດ,ທໍລະນີ ໄພພິບັດ, ທໍລະນີທ່ອງທ່ຽວ; ການຊອກຄົ້ນ ແລະ ສໍາຫຼວດແຮ່ທາດໂລຫະ, ແຮ່ທາດອະໂລຫະ, ແຮ່ ທາດພະລັງງານເຊື້ອໄຟ, ນ້ໍາແຮ່ທາດ, ແຮ່ທາດກໍາມັນຕະລັງສີ, ນ້ໍາມັນ ແລະ ອາຍແກັດທໍາມະຊາດ; ການສ້າງແຜນທີ່ທໍລະນີສາດ-ແຮ່ທາດ; ຢັ້ງຢືນປະລິມານຊັບພະຍາກອນແຮ່ທາດ ແລະ ສະສົມແຮ່ທາດ, ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ, ປຸງແຕ່ງ-ຫຼໍ່ຫຼອມ; ຈໍາຫນ່າຍ, ນໍາເຂົ້າ, ສົ່ງຜ່ານ, ຂົນສົ່ງແຮ່ທາດ ແລະ ຜະລິດຕະພັນແຮ່ທາດ; ການປີດບໍ່ແຮ່ ແລະ ການສົ່ງຄືນເນື້ອທີ່ເຂດບໍ່ ແຮ່ ແລະ ກວດກາ ແລະ ການລົງທຶນໃນຂົງເຂດທໍລະນີສາດ ແລະ ບໍ່ແຮ່; 8. ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາ ຕະຫຼາດ ແລະ ການຈໍາຫນ່າຍສິນຄ້າ ແລະ ບໍລິການ, ການຄ້າທາງເອ ເລັກໂຕຣນິກ, ຄຸ້ມຄອງລາຄາສິນຄ້າ ແລະ ບໍລິການ, ທຸລະກິດນ້ໍາມັນເຊື່ອໄຟ ແລະ ອາຍແກ໊ສ, ສະມາຄົມເສດຖະກິດ, ກຸ່ມ-ສະຫະກອນການຄ້າ, ສະພາການຄ້າຕ່າງປະເທດ ປະຈໍາ ສປປ ລາວ, ການ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້, ການສົ່ງເສີມການແຂ່ງຂັນທາງທຸລະກິດ ແລະ ການກວດກາການຄ້າ; 9. ຄຸ້ມຄອງວຽກງານການນໍາເຂົ້າ, ສົ່ງອອກ, ສົ່ງຜ່ານສິນຄ້າ. ການອໍານວຍຄວາມສະດວກທາງດ້ານການຄ້າ ລວມທັງ ເປັນກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງແຫ່ງຊາດ; ຄຸ້ມຄອງວຽກງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ, ວຽກງານສູນຂໍ້ມູນຂ່າວສານທາງດ້ານ ການຄ້າ ຂອງ ສປປ ລາວ. ວຽກງານແຫຼ່ງກໍາເນີດສິນຄ້າ; ວຽກງານສົ່ງເສີມການຄ້າ, ການຂະຫຍາຍ ຕະຫຼາດຕ່າງປະເທດ, ການວາງສະແດງສິນຄ້າ, ການຈັບຄູ່ທຸລະກິດ ແລະ ການສ້າງຄວາມເຂັ້ມແຂງໃຫ້ ຜູ້ສົງອອກ;

  3. . ເຈລະຈາ, ຮ່ວມມື ແລະ ເຊື່ອມໂຍງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ກັບສາກົນ ລວມທັງ ເປັນຈຸດປະສານງານ ແລະ ກອງເລຂາວຽກງານອົງການການຄ້າໂລກ, ເສົາຄ້າປະຊາຄົມເສດຖະກິດ ອາຊຽນ ແລະ ວຽກງານເຊື່ອມໂຍງເສດຖະກິດກັບສາກົນ, ຄົນຄວ້າມາດຕະການປົກປ້ອງ ແລະ ແກ້ໄຂ ທາງການຄ້າສາກົນ, ວຽກງານທີ່ປຶກສາເສດຖະກິດ-ການຄ້າ ປະຈໍາຢູ່ຕ່າງປະເທດ; = າກ ຮູ. ຈ 8.2 ຂາຫ . ສຶກສາ, ຄົ້ນຄວ້າໃຫ້ຄໍາເຫັນການເຂົ້າຮ່ວມເປັນພາຄີຂອງສົນທິສັນຍາ ແລະ ສັນຍາສາກົນ ທີ່ຕິດພັນກັບ ພາລະບົດບາດຂອງກະຊວງ ພ້ອມທັງເປັນເຈົ້າການໃນການຈັດຕັ້ງປະຕິບັດພັນທະຕໍ່ສົນທິສັນຍາ ແລະ ສັນຍາສາກົນ; ! ຕຸ້ມຄອງການຊ່ວຍເຫຼືອຂອງຕ່າງປະເທດໃນຂະແຫງອຸດສາຫະກໍາ ແລະ ການຄ້າ ພ້ອມທັງ ຊຸກຍູ້ ການເຄື່ອນໄຫວຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ເປັນຈຸດປະສານງານ ລະຫວ່າງພາກລັດ ແລະ ພາກທຸລະກິດລາວ; . ຄຸ້ມຄອງ ແລະ ປົກປ້ອງ ສິດທາງດ້ານຊັບສິນທາງປັນຍາ, ຊຸກຍູ້, ສົ່ງເສີມ ຫົວຄິດປະດິດສ້າງ, ການ ປະດິດຄິດແຕ່ງ, ແນວຄວາມຄິດການລິເລີ່ມ. ເສດຖະກິດພູມປັນຍາ, ວິທະຍາສາດ, ເຕັກໂນໂລຊີ, ນະ ຣັດຕະກໍາ, ການຖ່າຍທອດເຕັກໂນໂລຊີ ແລະ ສ້າງມູນຄ່າເພີ່ມ ຂອງສິນຄ້າ ແລະ ການບໍລິການ, ຮັບປະກັນຜົນປະໂຫຍດອັນຊອບທໍາ ແລະ ແກ້ໄຂຂໍ້ຂັດແບ່ງທາງດ້ານຊັບສິນທາງປັນຍາ ລວມທັງການ ຮ່ວມມື ທາງດ້ານຊັບສິນທາງປັນຍາ; . ຄຸ້ມຄອງວຽກງານມາດຕະຖານ ແລະ ວັດແທກ, ລວມທັງ ການກວດທຽບ, ກວດຄືນ, ທົດສອບ, ແລະ ຢັ້ງຢືນຕ້ານມາດຕະຖານ ແລະ ວັດແທກ ຕໍ່ຜະລິດຕະພັນສິນຄ້າ ທີ່ຜະລິດ, ນໍາເຂົ້າ, ສົງອອກ ແລະ ຈໍາ ຫ່າຍ ຢູ່ ສປປ ລາວ, ເປັນໃຈກາງຄົ້ນຄວ້າກໍານົດມາດຕະຖານແຫ່ງຊາດຂອງສິນຄ້າ ແລະ ບໍລິການ ແລະ ວຽກງານສິ່ງກີດຂວາງທາງດ້ານເຕັກນິກຕໍ່ການຄ້າພາຍໃຕ້ສົນທິສັນຍາການຄ້າ; . ຄຸ້ມຄອງວິສາຫະກິດ ເປັນຕົ້ນ ວຽກງານທະບຽນວິສາຫະກິດ, ການສ້າງສະພາບແວດລ້ອມເອື້ອອໍານວຍ ແກ່ການປະກອບທຸລະກິດ, ການຄຸ້ມຄອງ ການເຄື່ອນໄຫວຂອງວິສາຫະກິດລັດລົງທຶນ ແລະ ການປະຕິ ຮູບລັດວິສາຫະກິດທີ່ຂຶ້ນກັບກະຊວງ, ການເຈລະຈາ, ຄຸ້ມຄອງຕິດຕາມ ການຈັດຕັ້ງປະຕິບັດສັນຍາໃນ ການພັດທະນາໂຄງການ ແລະ ກິດຈະການ ໃນຂະແບນງການອຸດສາຫະກໍາ ແລະ ການຄ້າ ລວມທັງ ວຽກງານປະເມີນການປະຕິບັດກົດຫນາຍ, ລະບຽບການ, ສັນຍາທີ່ວິສາຫະກິດມີກັບລັດຖະບານ; . ຄຸ້ມຄອງ, ສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະບນາດນ້ອຍ ແລະ ກາງ (ຈນກ) ກ່ຽວກັບວຽກ ງານພັດທະນາ ຈນກ, ວຽກງານສົ່ງເສີມຜູ້ປະກອບກິດຈະການ ແລະ ສະຕາດອັບ, ວຽກງານຜະລິດຕະ ພາບ ແລະ ຄຸນນະພາບ, ວຽກງານພັດທະນາສິນຄ້າ, ວຽກງານຫັດຖະກໍາ ແລະ ວຽກງານການເຂົ້າເຖິງ ແຫຼ່ງທຶນຂອງ ຈນກ; ຄຸ້ມຄອງ, ກວດກາ ກອງທຶນສົ່ງເສີມ ຈນກ ແລະ ເປັນ ຄະ ນະຈັດຕັ້ງປະ ຕິບັດ ຂອງກອງທຶນສົ່ງເສີມການຜະລິດສິນຄ້າລາວ; ເປັນອົງການຜະລິດຕະພາບແຫ່ງ ສປປ ລາວ; . ຄົ້ນຄວ້າ, ວິເຄາະວິໄຈ ເພື່ອການວາງ ແລະ ທົບທວນນະໂຍບາຍ ແລະ ຍຸດທະສາດການພັດທະນາ ຂະແຫງອຸດສາຫະກໍາ ແລະ ການຄ້າ ຕາມພາລະບົດບາດຂອງກະຊວງ; ຝຶກອົບຮົມດ້ານວິຊາການໃຫ້ ພະນັກງານ-ລັດຖະກອນ ທົ່ວຂະແຫນງອຸດສາຫະກໍາ ແລະ ການຄ້າ; ຄົ້ນຄວ້າວິທະຍາສາດ, ເຕັກໂນໂລ ຊີ ແລະ ເຜີຍແຜ່ ການນໍາໃຊ້ວິທະຍາສາດ. ວິທະຍາການໃຫ່, ເຕັກນິກວິຊາການ ໃນຂົງເຂດ ຊຸດສາຫະ ກໍາ ແລະ ການຄ້າ ລວມທັງການບໍລິການດ້ານວິຊາການກ່ຽວຂ້ອງໃຫ້ແກ່ສັງຄົມ; ພ້ອມທັງ ຊີ້ນໍາ. ຄຸ້ມຄອງ ແລະ ພັດທະນາວິທະຍາໄລການຄ້າ; . ຕິດຕາມ, ກວດກາ, ຊຸກຍູ້ ອົງການຈັດຕັ້ງລັດ, ວິສາຫະກິດ, ພະນັກງານ-ລັດຖະກອນ, ພະນັກງານລັດ ວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງ ໃນການປະຕິບັດນະໂຍບາຍ, ລະບຽບກົດຫາຍ, ແຜນຍຸດທະ ສາດ, ແຜນພັດທະນາ, ແຜນວຽກຈຸດສຸມ ແລະ ບູລິມະສິດ, ການປະຕິບັດພາະບົດບາດ, ສິດ, ຫ້າທີ່ ແລະ ຄວາມຮັບຜິດຊອບ; ການປະ ະຕິບັດລະບຽບການເຕັກນິກວິຊາສະເພາະ ແລະ ຫຼັກການຄຸ້ມຄອງຂອງຂະແຫງການ; ຕິດຕາມ, ກວດກາຄໍາຮ້ອງ-ຄໍາສະເຫີ, ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ຂອງຂະແຫງງອຸດສາຫະກໍາ ແລະ ການຄ້າ;

  4. . ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ, ປັບປຸງພາລະບົດບາດ, ກໍານົດຕໍາແຫນ່ງງານ, ຂຶ້ນແຜນກໍ່ສ້າງ-ບໍາລຸງ ຍົກລະດັບ ໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ສາມາດຕອບສະຫນອງກັບຄວາມຮຽກຮ້ອງຕ້ອງການ ຂອງ ຫ້າທີ່ວຽກງານ ແລະ ຄຸ້ມຄອງຕິດຕາມກວດກາ, ປະເມີນຜົນ, ບັນຈຸ. ສັບຊ້ອນ, ນໍາໃຊ້, ປະຕິບັດ ະໂຍບາຍ ແລະ ວິໄນຕໍ່ພະນັກງານ-ລັດຖະກອນ ຂອງຂະແເຫງງອຸດສາຫະກໍາ ແລະ ການຄ້າ ຕາມກົດຫນາຍ ແລະ ລະບຽບການ; 20. ສ້າງ, ພັດທະນາ ແລະ ສົ່ງເສີມການຫັນເປັນຕິຈິຕອນ ໃນຂະແຫງງອຸດສາຫະກໍາ ແລະ ການຄ້າ ທີ່ຕິດພັນ ກັບພາລະບົດບາດຂອງກະຊວງ ໂດຍນໍາໃຊ້ເຕັກໂນໂລຊີທັນສະໄຫນ ແລະ ລະບົບຄອມພິວເຕີ ແລະ ສ້າງຖານຂໍ້ມູນຂ່າວສານ; 21. ຄຸ້ມຄອງຊັບສົມບັດຂອງລັດ, ການນໍາໃຊ້ງົບປະມານຂອງກະຊວງ, ພ້ອມທັງຂຶ້ນແຜນໂຄງການ ລວມທັງ ໂຄງການລົງທຶນຂອງລັດ. ງົບປະມານ ແລະ ສະຫຼຸບລາຍງານ ຕາມກົດບນາຍ ແລະ ລະບຽບການ; 22, ຊີ້ນໍາ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດວຽກງານທາງດ້ານວິຊາການ ຂອງຂະແຫນງການຕົນຢູ່ຂັ້ນ ທ້ອງຖິ່ນ ໂດຍມີການແບ່ງຂັ້ນ, ແບ່ງຄວາມຮັບຜິດຊອບ ແລະ ສິດຕົກລົງບັນຫາ ຕາມກົດບນາຍ ແລະ ລະບຽບການ; 23. ຕິດຕາມ, ຊຸກຍູ້. ສະຫຼຸບສັງລວມ ແລະ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຂະແບນງການຕົນ ຕໍ່ລັດຖະບານ, ນາຍົກ-ຮອງນາຍົກລັດຖະມົນຕີ ຜູ້ຊື້ນໍາຂົງແຂດວຽກງານຂະແບນງອຸດສາຫະກໍາ ແລະ ການຄ້າ; 24. ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ, ລະບຽບການ ແລະ ຕາມການມອບຫາຍຂອງ ລັດຖະບານ. ມາດຕາ 4 ຂອບເຂດສິດ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ມີຂອບເຂດສິດ ດັ່ງນີ້: ສະເຫຼືສ້າງ, ປັບປຸງ ຫຼື ຍົກເລີກກົດຫນາຍ, ລັດຖະບັນຍັດ, ດໍາລັດ ທີ່ກ່ຽວຂ້ອງກັບວຽກງານຂະແຫງ ອຸດສາຫະກໍາ ແລະ ການຄ້າ ຕໍ່ລັດຖະບານ; ອອກຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ເພື່ອຄຸ້ມຄອງບໍລິຫານລັດ ໃນຂະແຫງອຸດສາຫະ ກໍາ ແລະ ການຄ້າ; ຢຸດການປະຕິບັດ, ລົບລ້າງ ຫຼື ຍົກເລີກຂໍ້ຕົກລົງ. ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ຂອງອົງ ການຈັດຕັ້ງຂັ້ນລຸ່ມ ທີ່ຂຶ້ນກັບຂະແຫນງອຸດສາຫະກໍາ ແລະ ການຄ້າ ແລະ ສະເຫີລັດຖະບານ ປັບປຸງ, ຢຸດການປະຕິບັດ, ລົບລ້າງ ຫຼື ຍົກເລີກ ນິຕິກໍາ ຂອງຂະແຫນງການອື່ນ ຫຼື ອົງການປົກຄອງທ້ອງຖິ່ນ ທີ່ ຂັດກັບລະບຽບການ ຫຼື ຂັດກັບກົດຫນາຍທີ່ປະກາດໃຊ້ແລ້ວ; ອອກ, ໂຈະ, ຖອນ, ລົບລ້າງ ໃບອະນຸຍາດດໍາເນີນທຸລະກິດ, ໃບຢັ້ງຢືນເຕັກນິກ ແລະ ໃບອະນຸຍາດ ກ່ຽວຂ້ອງ ໃນຂົງເຂດອຸດສາຫະກໍາ ແລະ ການຄ້າ ທີ່ຢູ່ໃນພາລະບົດບາດຂອງກະຊວງ ຕາມກົດຫນາາຍ ແລະ ລະບຽບການ; ພົວພັນ, ຮ່ວມມືກັບຕ່າງປະເທດ, ເຈລະຈາ ແລະ ລົງນາມໃນສົນທິສັນຍາ ແລະ ສັນຍາກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕາມພາລະບົດບາດ ແລະ ຕາມການມອບຫນາາຍຂອງລັດຖະບານ; ພິຈາລະນາເພື່ອແກ້ໄຂຄໍາຮ້ອງ-ຄໍາສະເຫີ ທີ່ຕິດພັນກັບຂະແຫນງອຸດສາຫະກໍາ ແລະ ການຄ້າ ພ້ອມທັງ ໃຫ້ຄໍາປຶກສາທາງດ້ານນະໂຍບາຍ, ວິຊາການ ແລະ ກົດຫນາຍ ແກ່ບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ; ປະສານສົມທົບກັບຂະແບນງການທີ່ກ່ຽວຂ້ອງ ຢູ່ສຸນກາງ ແລະ ທ້ອງຖິ່ນ ເພື່ອຮ່ວມມືໃນການປະຕິບັດ ພາລະບົດບາດ, ຫ້າທີ່ ຂອງຂະແບນງອຸດສາຫະກໍາ ແລະ ການຄ້າ ຕາມກົດຫນາຍ ແລະ ລະບຽບການ; ກວດກາການຈັດຕັ້ງປະຕິບັດກົດຫນາຍ, ລະບຽບການ ແລະ ນິຕິກໍາ ຂອງຂະແຫນງອຸດສາຫະກໍາ ແລະ ການຄ້າ; ສະເຫີສ້າງຕັ້ງ, ປັບປຸງ ຫຼື ຍຸບເລີກ ກົງຈັກຫົວຫນ່ວຍວິຊາການຂັ້ນກົມ, ສະເຫີສ້າງຕັ້ງຫ້ອງການ ຫຼື ແຕ່ງຕັ້ງຜູ້ຕາງຫນ້າຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄປປະຈໍາການຢູ່ຕ່າງປະເທດ;

  5. ກໍານົດພາລະບົດບາດ, ກົງຈັກການຈັດຕັ້ງ, ຕໍາແຫ່ງງານ ແລະ ມາດຕະຖານຕໍາແຫ່ງງານ ໃນໂຄງ ປະກອບກົງຈັກການຈັດຕັ້ງ ຂອງກະຊວງ ແລະ ກົງຈັກການຈັດຕັ້ງດ້ານວິຊາການ ຢູ່ຂັ້ນທ້ອງຖິ່ນ; . ຕົກລົງແຕ່ງຕັ້ງ, ປົດຕໍາແຫນ່ງ, ຍົກຍ້າຍ, ບັນຈຸ, ສັບຊ້ອນ, ນໍາໃຊ້, ບໍາລຸງກໍ່ສ້າງ, ຍ້ອງຍໍ, ປະຕິບັດ ນະໂຍບາຍ, ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ຂອງຂະແຫນງອຸດສາຫະກໍາ ແລະ ການຄ້າ ຕາມ ກົດຫນາຍ ແລະ ລະບຽບການ; ໂລ. ຄຸ້ມຄອງ, ນໍາໃຊ້ງົບປະມານ, ຊັບສິນຂອງລັດ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຕາມກົດຫນາຍ ແລະ ລະບຽບການ ແລະ ວາງມາດຕະການອັນຈໍາເປັນ ເພື່ອປະຕິບັດ ແຜນການປະຈໍາປີ ຂອງຕົນ; . ສະເຫຼີລັດຖະບານ ຍ້ອງຍໍ ການຈັດຕັ້ງ ຫຼື ບຸກຄົນ ທີ່ມີຜົນງານດີເດັນ ໃນການປະກອບສ່ວນພັດທະນາ ວຽກງານອຸດສາຫະກໍາ ແລະ ການຄ້າ; . ນໍາໃຊ້ສິດອື່ນ ຕາມທີ່ ໄດ້ກໍານົດໄວ້ໃນກົດບນາຍ, ລະບຽບການ ແລະ ຕາມການມອບຫາຍຂອງ ລັດຖະບານ. ຫນວດທີ 3 ໂຄງປະກອບການຈັດຕັ້ງ ມາດຕາ 5 ໂຄງປະກອບກົງຈັກ ໂຄງປະກອບກົງຈັກຂອງກະຊວງອຸດສາຫະກໍາ ແລະ ການຄ້າ ປະກອບມີ: 1. ຫ້ອງການ; 2. ກົມຈັດຕັ້ງ; 3. ກົມກວດກາ; 4. ກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ; 5. ກົມອຸດສາຫະກໍາປຸງແຕ່ງ; 6. ກົມພະລັງງານ; 7. ກົມທໍລະນີສາດ ແລະ ບໍ່ແຮ່; 8. ກົມເຈລະຈາ ແລະ ຮ່ວມມືສາກົນ; 9. ກົມການຄ້າພາຍໃນ; 10. ກົມການຄ້າຕ່າງປະເທດ; 11. ກົມຊັບສິນທາງປັນຍາ; 12. ກົມມາດຕະຖານ ແລະ ວັດແທກ; 13. ກົມຄຸ້ມຄອງວິສາຫະກິດ; 14. ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ; 15. ສະຖາບັນອຸດສາຫະກໍາ, ການຄ້າ ແລະ ພະລັງງານ. ກະຊວງອຸດສາຫະກໍາ ແລະ ການຄ້າ ມີກົງຈັກການຈັດຕັ້ງດ້ານວິຊາການຂອງດົນຢູ່ຂຶ້ນທ້ອງຖິ່ນ ຕາມ ເງື່ອນໄຂ, ຄວາມເພາະສົມ ແລະ ຄວາມພ້ອມຂອງແຕ່ລະທ້ອງຖິ່ນ ແລະ ຕາມການຕົກລົງຂອງອົງການ ປົກຄອງທ້ອງຖິ່ນ ບົນພື້ນຖານຄວາມເປັນເອກະພາບກັບກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄະນະຈັດ ຕັ້ງສູນກາງພັກ.

  6. ມາດຕາ 6 ໂຄງປະກອບບຸກຄະລາກອນ ບຸກຄະລາກອນຂອງກະຊວງອຸດສາຫະກໍາ ແລະ ການຄ້າ ປະກອບດ້ວຍ: ລັດຖະມົນຕີກະຊວງ 01 ທ່ານ ຮັບຜິດຊອບຕໍ່ລັດຖະບານ, ນາຍົກລັດຖະມົນຕີ ແລະ ຮອງນາຍົກລັດ ຖະ ມົນຕີ ຜູ້ຊີ້ນໍາຂົງເຂດວຽກງານອຸດສາຫະກໍາ ແລະ ການຄ້າ ໃນການຄຸ້ມຄອງມະຫາພາກຕາມການ ຄຸ້ມຄອງ ຂອງຂະແຫງການຕົນຮັບຜິດຊອບ ຊຶ່ງມີສິດ ແລະ ຫ້າທີ່ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍວ່າ 5 ດ້ວຍລັດຖະບານ. ໃນເວລາຕິດຂັດ ລັດຖະມົນຕີກະຊວງ ຕ້ອງມອບສິດໃຫ້ຮອງລັດຖະມົນຕີທ່ານໃດ el ເປັນຜູ້ຮັກສາການແທນ; ຮອງລັດຖະມົນຕີຈໍານວນຫຶ່ງ ຊ່ວຍລັດຖະມົນຕີກະຊວງ ໃນການຊື້ນໍາວງກງານຂອງກະຊວງ ໂດຍ ຮັບຜິດຊອບລົງເລິກຊ່ວຍຊີ້ນໍາວຽກງານ ຕາມການມອບຫນາຍຂອງລັດຖະມົນຕີກະຊວງ; ຫົວຫ້າຫ້ອງການ, ຫົວຫ້າກົມ, ຫົວຫ້າສະຖາບັນ, ຮອງຫົວຫ້າຫ້ອງການ, ຮອງຫົວຫ້າກົມ, ຮອງຫົວ ຫ້າສະຖາບັນ, ທີ່ປືກສາເສດຖະກິດ-ການຄ້າ ແລະ ຜູ້ຕາງຫ້າປະຈໍາຢູ່ຕ່າປະເທດ, ຫົວຫ້າພະແນກ, ຫົວ ຫ້າສູນ, ຮອງຫົວຫ້າພະແນກ, ຮອງຫົວຫ້າສູນ ແລະ ລັດຖະກອນວິຊາການ ຕາມກໍານົດຕໍາແຫ່ງານ. ການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ແມ່ນປະຕິບັດຕາມກົດຫນາຍ ແລະ ລະບຽບການ. ບນວດທີ 4 ຫຼັກການ ແລະ ແບບແຜນວິທີເຮັດວຽກ ມາດຕາ 7 ຫຼັກການ ກະຊວງອຸດສາຫະກໍາ ແລະ ການຄ້າ ປະຕິບັດຕາມຫຼັກການ ດັ່ງນີ້: ປະຕິບັດຫຼັກການລວມສູນປະຊາທິປະໄຕ. ຕົກລົງເປັນຫພູ່ຄະນະ ໃນບັນຫາທີ່ສໍາຄັນ ພົວພັນຜົນ ປະໂຫຍດອັນໃຫຍ່ຫຼວງຂອງຊາດ; ປະຕິບັດລະບອບຫົວຫ້າດຽວ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ , ປຸກລະດົມກໍາລັງແຮງ ດ້ານສະຕິປັນຍາ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງລວມຫູ່ ແລະ ບຸກຄົນ ເພື່ອປະຕິບັດຫ້າ ທີ່ການເມືອງທີ່ໄດ້ຮັບມອບບນາຍ ໃຫ້ມີຜົນສໍາເລັດ; ເຄົາລົບ ແລະ ປະຕິບັດກົດຫນາຍ ແລະ ລະບຽບການຢ່າງເຂັ້ມງວດ , ທຸກການເຄື່ອນໄຫວຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ພະນັກງານ-ລັດຖະກອນ ແມ່ນອີງໃສ່ກົດຫນາຍ, ລະບຽບການ , ປະຕິບັດສິດ ຫ້າທີ່ຕາມການມອບບນາຍດ້ວຍຄວາມຮັບຜິດຊອບ ແລະ ຫຼັກການລວມຂອງລັດຖະບານ, ນໍາເອົາແນວທາງນະໂຍບາຍຂອງພັກ ແລະ ລັດຖະບານມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ..

  7. ມາດຕາ 8 ແບບແຜນວິທີເຮັດວຽກ ກະຊວງອຸດສາຫະກໍາ ແລະ ການຄ້າ ມີແບບແຜນວິທີເຮັດວຽກ ດັງນີ້: ເຮັດວຽກມີແຜນການ, ແຜນງານ ແລະ ໂຄງການ ຢ່າງມີຈຸດສຸມ, ມີການກໍານົດຄາດຫນາຍ, ເປົ້າບນາຍ ແລະ ຕົວຊື້ວັດຜົນສໍາເລັດ ໃນແຕ່ລະໄລຍະ; ເຮັດວຽກມີການກວດກາ, ຕິດຕາມ, ຊຸກຍູ້, ປະເມີນຜົນ ແລະ ຖອດຖອນບົດຮຽນ ຜ່ານລະບອບ ປະຊຸມປະຈໍາເດືອນ, ປະຈໍາໄຕມາດ, ປະຈໍາປີ ຫຼື ກອງປະຊຸມວິຊາການ ພ້ອມທັງ ມີການສະຫຼຸບລາຍ ງານລັດຖະບານ ເປັນແຕ່ລະໄລຍະ; ປະສານງານ ແລະ ສົມທົບຢ່າງແຫ້ນແຟ້ນກັບທຸກຂະແບຫງການທັງສູນກາງ, ທ້ອງຖິ່ນ ແລະ ອົງ ການຈັດຕັ້ງຕ່າງໆ ຕາມພາລະບົດບາດ, ສິດ, ຫ້າທີ່ ແລະ ຕາມການມອບຫນາາຍຂອງລັດຖະບານ ຫຼື ນາຍົກລັດຖະມົນຕີ ແນໃສ່ຫນໃຊ້ກໍາລັງແຮງຂອງທຸກພາກສ່ວນ ເພື່ອພັດທະນາ ຂະແຫນງອຸດສາຫະ ກໍາ ແລະ ການຄ້າ; ປະຕິບັດການພົວພັນປະສານງານ ພາຍໃນ ແລະ ພາຍນອກ ໃຫ້ສອດຄ່ອງຕາມລະບຽບຫຼັກການ. ບນວດທີ 5 ບົດບັນຍັດສຸດທ້າຍ ມາດຕາ ງບປະມານ ແລະ ຕາປະທັບ 9 ກະຊວງອຸດສາຫະກໍາ ແລະ ການຄ້າ ມີງົບປະມານ, ຕາປະທັບ ແລະ ກາບນາຍ ຂອງຕົນ ເພື່ອຮັບໃຊ້ ເຄື່ອນໄຫວວຽກງານທາງລັດຖະການ ຕາມກົດຫນາຍ ແລະ ລະບຽບການທີ່ກ່ຽວຂ້ອງກໍານົດ. ມາດຕາ !0 ການຜັນຂະຫຍາຍ ມອບໃຫ້ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ອອກຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ກົງຈັກການຈັດຕັ້ງດ້ານວິຊາການຂອງ ທ້ອງຖິ່ນທີ່ຢູ່ພາຍໃຕ້ການຊື້ນໍາດ້ານວິຊາການ ທີ່ກໍານົດໃນມາດຕາ 5 ຂອງດໍາລັດສະບັບນີ້ ບົນພື້ນຖານການ ແບ່ງຂັ້ນຄຸ້ມຄອງ ມອບຄວາມຮັບຜິດຊອບຢ່າງຈະແຈ້ງ, ຮັດກຸມ ແລະ ເພາະສົມ ໃນອົງການປົກຄອງ ທ້ອງຖິ່ນ ເພື່ອຮັບໃຊ້ວຽກງານໃຫ້ໄດ້ຮັບຜົນດີ. ມາດຕາ 11 ການຈັດຕັ້ງປະຕິບັດ ກະຊວງອຸດສາຫະກໍາ ແລະ ການຄ້າ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ , ບັນດາກະຊວງ, ອົງການລັດທຽບເທົາກະຊວງ, ແຂວງ, ນະຄອນຫຼວງ ຈຶ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດດໍາລັດສະບັບນີ້ ຢ່າງເຂັ້ມ ງວດ.

  8. ມາດຕາ 12 ຜົນສັກສິດ ດໍາລັດສະບັບນີ້ນໍາໃຊ້ ປ່ຽນແທນ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງອຸດ ສາຫະກໍາ ແລະ ການຄ້າ ສະບັບເລກທີ 275/ນຍ, ລົງວັນທີ 01 ກັນຍາ 2023 ແລະ ດໍາລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 624/ນຍ, ລົງວັນທີ 22 ຕຸລາ 202] ແລະ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.

Decree No.550 Organisation and Functionality of the Ministry of Industry and Commerce · Nelum