Decision on Phytosanitary Measures for the Import and Transit of Plants, Plant Products, and Regulated Articles, No. 1985/MAF
颁布于 2019-05-28 · 文本截至 2026-10-01
以研究形式发布的公开法律与官方指引,不构成法律、税务或金融建议。
研究内容本身以英文撰写。标题和标签已翻译,调查结果和引文未翻译。
关于这部法律
- 原标题
- ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສໍາລັບການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ, ເລກທີ 1985/ກປ.
- 语言
- Lao
- 类型
- 条例
- 组织
- Mekong River Commission (MRC)
- 国家
- 老挝
- 主题
- Forestry, Cultivated plants, Wild species and ecosystems
- 关键词
- international trade, plant protection, certification, business/industry/corporations, pests/diseases, biodiversity, authorization/permit, inspection, offences/penalties, enforcement/compliance, transport/storage, risk assessment/management, hygiene/sanitary procedures, quarantine
- 类别
- *, agriculture
在哪里阅读
该法律没有记录来源链接。
文本
所收录的法律原文,按条款排列。每个条款都有自己的链接。
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງກະສິກໍາ ແລະ ປ່າໄມ້ ເລກທີ.” 74 ../ກປ ນະຄອນຫຼວງວຽງຈັນ, ວັນທີ .#4ໂມິຖຸນາ 2019 ot ຕົກລົ () ວ່າດ້ວຍ ມາດຕະການສຸຂານາໄມພືດ ສໍາລັບການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ - ອີງຕາມ ກົດຫນາຍ ວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ສະບັບເລກທີ 13/ສພຊ, ວ ລົງວັນທີ 15 ພະຈິກ 2016; - ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 99/ນຍ, ລົງວັນທີ 09 ມີນາ 2017; - ອີງຕາມ ຫັງສືສະເຫີ ຂອງກົມປູກຝັງ ສະບັບເລກທີ 1045/ກປຝ, ລົງວັນທີ 22 ພຶດສະພາ 2019. ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອອກຂໍ້ຕົກລົງ: ມາດຕາ 1 ຈຸ ດປະສົ o ຂຶ ຕົກລົງສະບັບນີ້ ກໍານົດຫຼັກການ, ຂັ້ນຕອນ, ວິທີການ ແລະ ມາດຕະການ ກ່ຽວກັບ ເງື່ອນໄຂດ້ານ ສຸຂານາໄມພືດ ສໍາລັບການນໍາເຂົ້າ, ການກວດກາກ່ອນມາເຖິງດ່ານ ແລະ ປະຈໍາດ່ານກັກກັນພືດ, ການກວດກາ ພາຍຫຼັງການນໍາເຂົ້າ, ການສົ່ງຜ່ານ ເພື່ອຄຸ້ມຄອງສຸຂານາໄມພືດສໍາລັບການນໍາເຂົ້າ ແລະ ການສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ແນໃສ່ສະກັດກັ້ນການນໍາເຂົ້າ ແລະ ແຜ່ລະບາດ ສັດຕູພືດຈາກ ພາຍນອກເຂົ້າມາຍັງ ສປປ ລາວ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ ປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຂອງຊາດ. ມາດຕາ 2 ມາດຕະການສຸຂານາໄມພືດ ສໍາລັບການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ມາດຕະການສຸຂານາໄມພືດ ສໍາລັບການນໍາເຂົາ ພີດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ແມ່ນການຈັດຕັ້ງປະຕິບັດລະບຽບການ ຫຼື ວິທີການປະຕິບັດດ້ານສຸຂານາໄມພືດ ຕາມເງື່ອນໄຂດ້ານສຸຂານາໄມ
ພືດສໍາລັບການນໍາເຂົ້າທີ່ເປັນທາງການ ເພື່ອສະກັດກັນການເຂົ້າມາ ຫຼື ການແຜ່ລະບາດຂອງສັດຕູພືດຄວບຄຸມ ຊຶ່ງອາດສ້າງຜົນກະທົບທາງດ້ານເສດຖະກິດໃນ ສປປ ລາວ. ມາດຕະການສຸຂານາໄມພືດ ສໍາລັບການສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບດຸມ ແມ່ນການຈັດຕັ້ງປະຕິບັດລະບຽບການ ຫຼື ວິ າີການປະຕິບັດດ້ານສຸຂານາໄມພືດ ສໍາລັບການນໍາສົງຊຸດສິນຄ້າ ຜ່ານ ສປປ ລາວ ໄປຍັງປະເທດທີ່ສາມ. ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມຫນາຍ ດັ່ງນີ້: 1. ຊືວະພາບປາບສັດຕູພືດ ຫນາຍເຖິງ ສັດຕູພືດທໍາມະຊາດ, ສິ່ງມີຊີວິດທີ່ເປັນປໍລະປັກ, ຕໍ່ສູ້ ຫຼື ສິ່ງມີຊີວິດອືນ ທີ່ຖືກນໍາໃຊ້ໃນການຄວບຄຸມສັດຕູພືດ; ເງື່ອນໄຂການນໍາເຂົ້າ ຫນາຍເຖິງ ລະບຽບການທີ່ສ້າງຂຶ້ນ ໂດຍອົງການຄຸ້ມຄອງວຽກງານປ້ອງ ກັນ ແລະ ກັກກັນພືດ ເພື່ອຄວບຄຸມວັດຖຸຕ້ອງຄວບຄຸມທີ່ນໍາເຂົ້າມາໃນ ສປປ ລາວ; ໃບອະນຸຍາດນໍາເຂົ້າດ້ານສຸຂານາໄມພືດ ບພາຍເຖິງ ເອກະສານທາງການທີ່ອອກໃຫ້ໂດຍ ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ເພື່ອອະນຸຍາດນໍາເຂົ້າຊຸດສິນຄ້າ ຕາມຂໍ້ກໍາ ນົດເງື່ອນໄຂທີ່ກໍານົດໄວ້; !4900 (National Plant Protection Organization) ບນາຍເຖິງ ກົມປູກຝັງ ຊຶ່ງເປັນຕົວແທນ ໃຫ້ອົງການປ້ອງກັນພືດແຫ່ງຊາດ ຂອງ ສປປ ລາວ ທີ່ກໍານົດໄວ້ໃນ ມາດຕາ IV ຂອງ IPPC; IPPC {International Plant Protection Convention) ບນາຍເຖິງ ສົນທິສັນຍາປ້ອງກັນພືດ ສາກົນ (ສະບັບປັບປຸງປີ 1997); ISPM 15 (The International Standard for Phytosanitary Measure Number 15) ຫນາຍເຖິງ ມາດຕະຖານສາກົນຕ້ານມາດຕະການສຸຂານາໄມພືດ ສະບັບເລກທີ 15 ຂອງສົນທິ ສັນຍາປ້ອງກັນພືດສາກົນ ວ່າດ້ວຍການຄວບຄຸມວັດສະດຸທຸ້ມທໍ່ທີ່ເຮັດຕ້ວຍໄມ້ໃນການຄ້າສາກົນ; ສິ່ງມີຊີວິດທີ່ຖືກດັດແປງພັນທຸກໍາ ຫຼື LMO (Living modified organism) ບນາຍເຖິງ ສິ່ງມີຊີວິດ ທີ່ຜ່າາຂະບວນການທາງພັນທຸກໍາ ໂດຍນໍາໃຊ້ເຕັກໂນໂລຊີຊີວະພາບສະໄບນໃຫ່.
ມາດຕາ 4 ຂອບເຂດການນໍາໃຊ້ ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ ກ່ຽວຂ້ອງກັບການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໃນ ສປປ ລາວ. ບນວດທີ 2 & - + + ແຜ - ເງື່ອນໄຂດ້ານສຸຂານາໄມພືດສໍາລັບການນໍາເຂົ້າ ມາດຕາ 5 ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການນໍາເຂົ້າ ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການນໍາເຂົ້າ ແມ່ນບັນດາຂໍ້ກໍານົດ ກ່ຽວກັບ ລະບຽບການນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ອອກໂດຍກະຊວງກະສິກໍາ ແລະ ປ່າໄມ້ ຊຶ່ງປະກອບດ້ວຍ ເງື່ອນໄຂລວມ, ເງື່ອນໄຂສະເພາະ ແລະ ມາດຕະການອື່ນ ທີ່ກ່ຽວຂ້ອງກັບການນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບດຸມ. ມາດຕາ 6 ເງື່ອນໄຂລວມ ລໍາລັບການນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ນອກຈາກການປະຕິບັດມາດຕະການສຸຂານາໄມພືດ ສໍາລັບການນໍາເຂົ້າພືດ ຕາມທີ່ກໍານົດໄວ້ໃນ ມາດຕາ 30 ຂອງກົດຫນາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ (ສະບັບປັບປຸງ) ສະບັບເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016 ແລ້ວ, ຍັງຕ້ອງຮັບປະກັນຫຼັກການລວມໃນການນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ດັງນີ້: 1. ມີໃບອະນຸຍາດນໍາເຂົ້າ ອອກໃຫ້ໂດຍກົມປູກຝັງ; 2. ໃບອະນຸຍາດນໍາເຂົ້າຫົງສະບັບ ແມ່ນນໍາໃຊ້ໄດ້ສໍາລັບຊຸດສິນຄ້າທີ່ມີ ພີພືດ ແລະ ຜະລິດຕະພັນພືດ ຊະນິດດຽວກັນ § ມີຫຼາຍຊະນິດ ແຕ່ຕ້ອງມາຈາກແຫຼ່ງກໍາເນີດດຽວກັນ ແລະ ສົ່ງອອກໄປພ້ອມ ກັນ; ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ບໍ່ມີການຕິດແປດສັດຕູພືດດວບຄຸມ; ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ສອດຄ່ອງກັບກົດປນາຍ ແລະ ລະບຽບການ ດ້ານສຸຂານາໄມພືດ ຂອງ ສປປ ລາວ; ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຖືກຕາມເຼື່ອນໄຂດ້ານສຸຂານາໄມພືດສະເພາະ ທີ່ໄດ້ກໍານົດໄວ້ ແລະ ຕາມການຕົກລົງຂອງອົງການປ້ອງກັນພືດແຫ່ງຊາດ (NPPOs) ຂອງສອງ ຝ່າຍ ຕາມມາດຕະຖານສາກົນ ຂອງອົງການປ້ອງກັນພືດສາກົນ (IPPC); ມືໃບຢັ້ງຍືນສຸຂານາໄມພືດ ອອກໃຫ້ໂດຍອົງການປ້ອງກັນພືດແຫ່ງຊາດ ຂອງປະເທດຕົ້ນທາງ; ສໍາລັບ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບດຸມ ທີ່ນໍາເຂົ້າທາງໄປສະນີຫຼື ຂົນສົ່ງທາງ ອາກາດ ຕ້ອງມີສະຫຼາກ, ຂໍ້ຄວາມ ຫຼື ເຄື່ອງໆນາຍຕິດໄປພ້ອມ ຕາມບົດແນະນໍາຂອງກົມປູກຝັງ: ຜ່ານການກວດກາ, ທົດສອບ ແລະ ບໍາບັດກ່ອນການສົ່ງອອກ ຈາກປະເທດຕົ້ນທາງໃນກໍລະນີທີ່ ກໍານົດໃຫ້; 9. ສະພາບຄວາມຖືກຕ້ອງຄົບຖ້ວນ ຂອງວັດຖຸຕ້ອງດວບຄຸມໄດ້ຮັບການຮັກສາ ແລະ ເກັບໄວ້ໃນ ສະພາບເດີມ ພາຍຫຼັງການຢັ້ງຢືນຈາກປະເທດຕົ້ນກໍາເນີດ. ສໍາລັບ ການນໍາເຂົ້າວັດຖຸຕ້ອງຄວບຄຸມ ທີ່ຢູ່ໃນບັນຊີ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບ ຄຸມ ທີ່ຕ້ອງຂໍອະນຸຍາດນໍາເຂົ້າ ຕ້ອງຜ່ານການວິໄຈຄວາມສ່ຽງສັດຕູພືດ ແລະ ປະຕິບັດຕາມເງື່ອນໄຂຄະເພະະ ທີ່ ກົມປູກຝັງ ກໍານົດ. ການນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເພື່ອຮັບໃຊ້ວຽກງານດ້ານສຸຂານາໄມ ພືດ, ການຄົ້ນຄວ້າທົດລອງທາງດ້ານວິທະບາສາດ ຫຼື ກໍລະນີສຸກເສີນອື່ນ ຕ້ອງໄດ້ຮັບອະນຸຍາດ ຈາກກົມປູກຝັງ ໃນປະລິມານທີ່ຈໍາກັດຕາມເງື່ອນໄຂ ແລະ ມາດຕະຖານດ້ານຄວາມປອດໄພ. ກໍລະນີ ມີການສະ! ເພີນໍາໃຊ້ມາດຕະການສຸຂານາໄມພືດອື່ນ ໂດຍອົງການປ້ອງກັນພືດແຫ່ງຊາດ (NPPO) ຂອງປະເທດສົ່ງອອກ ຕ້ອງຮັບປະກັນວ່າມາດຕະການດັງກ່າວ ມີຄວາມເທົ່າທຽມກັນໃນການປ້ອງ ກັນສັດຕຸພືດ ຄືກັບຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມພືດ ຂອງ ສປປ ລາວ.
ມາດຕາ 7 ເງື່ອນໄຂສະເພາະ ສໍາລັບການຂົນສົ່ງ ແລະ ວັດສະດຸຫຸ້ມຫໍ່ ເຈົ້າຂອງ ຫຼື ຜູ້ຕໍາເພີນການຂົນສົ່ງ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຕ້ອງປະຕິບັດການ ບໍາບັດ ໃຫ້ສອດຄ່ອງກັບມາດຕະຖານ ທີ່ກົມປູກຝັງ ກໍານົດ. ວັດສະດຸຫຸ້ມທໍ່ດ້ວຍໄມ້ ທີ່ບໍ່ທັນໄດ້ຜ່ານການປຸງແຕ່າຫຼື ຍັງເປັນວັດຖຸດິບ ຕ້ອງໄດ້ຜ່ານການບໍາບັດ ຕາມມາດຕະຖານທີ່ກໍານົດໄວ້ ແລະ ຕ້ອງໄດ້ຈໍາກາ ໃຫ້ສອດດ່ອງກັບຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມພືດ ຕາມມາດຕະຖານສາກົນ ດ້ານມາດຕະການສຸຂານາໄມພືດ ສະບັບເລກທີ 15 (ISPM 15) ແລະ ມີໃບຢັ້ງຢືນ ຜ່ານການບໍາບັດ ຕາມທີ່ກໍານົດໄວ້. ເສດພືດ ຫຼື ເພືອງ ທີ່ນໍາໃຊ້ໃນການຫຸ້ມຫໍ່ວັດຖຸຕ້ອງຄວບຄຸມ ຕ້ອງໄດ້ຜ່ານການບໍາບັດຕາມມາດຕະ ຖານທີ່ກໍານົດໄວ້ ແລະ ຕ້ອງລະບຸໄວ້ໃນໃບຢັ້ງຢືນສຸຂານາໄມພືດ. ມາດຕາ 8 ເງື່ອນໄຂສະເພາະ ສໍາລັບການນໍາເຂົ້າຊີືວະພາບປາບສັດຕູພືດ ແລະ ສົ່ງມີຊີວິດທີ່ຖືກ ດັດເປງພັນທຸກໍາ ການນໍາເຂົ້າຊີວະພາບປາບສັດຕູພືດ ແລະ ສິ່ງມີຊີວິດທີ່ຖືກຕັດແປງພັນທຸກໍາ ຕ້ອງຜ່ານການວິໄຈ ຄວາມສ່ຽງສັດຕູພືດກ່ອນການນໍາເຂົ້າ ຫຼື ກ່ອນການນໍາໃຊ້ ພ້ອມທັງຮັບປະກັນໃຫ້ສອດຄ່ອງກັບຂໍ້ກໍານົດ ເງື່ອນໄຂດ້ານຄວາມປອດໄພ ທີ່ຂະແບນງການກ່ຽວຂ້ອງກໍານົດ, ມາດຕາ 9 ເງື່ອນໄຂສະເພາະ ສາລັບການນໍາເຂົ້າ ພືດຜັກ ແລະ ບນາກໄມ້ສົດ ກົມປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ດ່ານກັກກັນພືດ ຕ້ອງຄຸ້ມຄອງ ແລະ ກວດກາການນໍາເຂົ້າ ພືດຜັກ ແລະ ບນາກໄມ້ສົດ ໃຫ້ສອດຄ່ອງຕາມມາດຕະຖານຄວາມປອດໄພຂອງ ອາຫານ ໂດຍປະສານສົມທົບກັບຂະແຫງການທີ່ກ່ຽວຂ້ອງ. ສ່ວນຂັ້ນຕອນລະອຽດ ໄດ້ກໍານົດໄວ້ໃນບົດແນະ ນໍໍາ ຂອງກົມປູກຝັງ. ມາດຕາ 10 ການກວດກາລະບົບສຸຂານາໄມພືດຮ່ວມກັບປະເທດຄູ່ຄ້າ ກົມປຸກຝັງ ໃນນາມເປັນອົງການປ້ອງກັນພືດແຫ່ງຊາດ (NPPO) ຂອງ ສປປ ລາວ ສາມາດຮ່ວມມື ກັບ ພາກພື້ນ ແລະ ສາກົນ ໃນການກວດກາດ້ານສຸຂານາໄມພືດ ບົນພື້ນຖານການຕົກລົງຂອງລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້.
ມາດຕາ 11 ການຈໍາກັດການນໍາເຂົ້າ ວັດຖຸດ້ອງຄວບຄຸມ ການຈໍາກັດການນໍາເຂົ້າ ວັດຖຸຕ້ອງຄວບຄຸມ ແມ່ນການອະນຸຍາດໃຫ້ການນໍາເຂົ້າ ວັດຖຸຕ້ອງຄວບຄຸມ ສະເພາະໃດຫພຶງ ຕາມຫຼັກການ, ວິທີການ ແລະ ເງື່ອນໄຂທີ່ ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດໃນແຕ່ລະ ໄລຍະ ບົນພື້ນຖານການວິໄຈຄວາມສ່ຽງສັດຕູພີດ ແລະ ຢັ້ງຢືນທາງດ້ານວິທະຍາສາດ ລວມທັງການພິຈາລະນາ ຂໍ້ມູນ ດ້ານເສດຖະກິດ ແລະ ສິ່ງແວດລ້ອມ. ບັນຊີ ວັດຖຸຕ້ອງຄວບຄຸມ ທີ່ຈໍາກັດການນໍາເຂົ້າ ຕ້ອງໂຄສະນາເຜີຍແຜ່ຜ່ານສື່ຕ່າງໆ ພ້ອມທັງຕິດປະ ກາດໄວ້ຢູ່ດ່ານນໍາເຂົ້າ ເພື່ອໃຫ້ສາທາລະນະຊົນ ໄດ້ຮັບຊາບຢ່າງກວ້າງຂວາງ. ມາດຕາ 12 ການປະຕິບັດຕໍ່ວັດຖຸດ້ອງຄວບຄຸມ ກ່ອນການນໍາເຂົ້າ ແລະ ລະຫວ່າງການນໍາເຂົ້າ ກ່ອນການນໍາເຂົ້າ ຫຼື ລະຫວ່າງການນໍາເຂົ້າ ວັດຖຸຕ້ອງຄວບດຸມທີ່ຢູ່ໃນບັນຊີ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມທີ່ຕ້ອງຂໍອະນຸຍາດນໍາເຂົ້າ ຕ້ອງໄດ້ຜ່ານການປະຕິບັດດ້ານສຸຂານາໄມພືດຈາກປະເທດ ສົ່ງອອກ ໂດຍໄດ້ຮັບການຢັ້ງຢືນຈາກອົງການປ້ອງກັນພືດແຫ່ງຊາດ (NPPO) ຂອງປະເທດສົ່ງອອກ ດັງນີ້: 1. ໄດ້ຜ່ານການກວດກາ, ທົດສອບ ແລະ ບໍາບັດ; 2. ການຜະລິດພືດ ພາຍໃຕ້ສະພາບດ້ານສຸຂານາໄມພືດທີ່ກໍານົດໃຫ້ ເຊັ່ນ: ການປູກພືດທີ່ຜ່ານການ ທົດສອບຫາເຊື້ອໄວຣັດ ຫຼື ພາຍໃຕ້ເງື່ອນໄຂກໍານົດສະເພາະ; 3. ມີການກວດກາ ແລະ ທົດສອບໃນລະດູການປູກກ່ອນການສົ່ງອອກ ຕົ້ນກໍາເນີດຂອງຊຸດສິນຄ້າທີ່ ມາຈາກພື້ນທີ່ຜະລິດປອດສັດຕູພຶືດ, ເຂດຜະລິດປອດສັດຕູພືດ ຫຼື ເຂດສັດຕູພືດເກີດຂຶ້ນຕໍາ; 4 4. ມີວິທີການປະຕິບັດທີ່ຖືກຕ້ອງ ແລະ ໄດ້ຜ່ານການຮັບຮອງຢ່າງເປັນທາງການ ຂອງປະເທດສົງ ອອກ; 5. ຮັກສາສະພາບຄວາມຄົບຖ້ວນຂອງຊຸດສິນຄ້າ; ໃນລະຫວ່າງການຂົນສົ່ງ ຕ້ອງຮັກສາຄວາມຄົບຖ້ວນຂອງສິນຄ້າ ແລະ ປະຕິບັດມາດຕະການອື່ນ ທີ່ຈໍາປັນ ໂດຍສະເພາະການກວດກາຢູ່ປະເທດຕົ້ນກໍາເນີດ ຫຼື ດ່ານນໍາເຂົ້າ. ເພື່ອເຮັດໃຫ້ຂະບວນການ ແລະ ຂັ້ນຕອນ ການວິໄຈຄວາມສ່ຽງສັດຕຸພືດ ດໍາເນີນໄປຕາມຫຼັກວິຊາ ການ, ກົມປູກຝັງ ອາດຈະແຕ່ງຕັ້ງເຈົ້າຫ້າທີ່ກັກກັນພືດ ໄປກວດກາພິສູດຄືນຢູ່ປະເທດຕົ້ນກໍາເນີດ, ຕິດຕາມປະ ເມີນການບໍາບັດກ່ອນ ຫຼື ຫຼັງການເກັບກ່ຽວ, ກວດກາທາງດ້ານກັກກັນພືດ ແລະ ຢັ້ງຢືນໂຮງເຮືອນ, ຫຸ້ມທໍ່ບັນຈຸ ແລະ ຂັ້ນຕອນປະຕິບັດອືນທີ່ເຫັນວ່າມີຄວາມຈໍາເປັນ. ຄ່າໃຊ້ຈ່າຍຕ່າງໆໃນການຈັດຕັ້ງປະຕິບັດທັງຫົດ ແມ່ນ ເປັນຄວາມຮັບຜິດຊອບຂອງຜູ້ປະກອບການ ຫຼື ຜູ້ສົ່ງອອກ.
ມາດຕາ 13 ສະຫຼາກ ແລະ ການຕິດສະຫຼາກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໂດຍສະເພາະ ການນໍາເຂົ້າພືດ ທີ່ເປັນແນວພັນ, ເຊື້ອພັນພືດຫຼື ສິ່ງເນົາເປື່ອຍງ່າຍ ແລະ ມີຄວາມສ່ຽງສູງ ຕ້ອງຕິດສະຫຼາກ ຫຼື ຂໍ້ຄວາມ ໃຫ້ສອດຄ່ອງຕາມຂໍ້ ກໍານົດເງື່ອນໄຂດ້ານສຸຂານາໄມພືດ, ສໍາລັບລາຍລະອຽດ ກ່ຽວກັບ ຮູບແນບ, ເນື້ອໃນ ແລະ ວິທີການຕິດສະຫຼາກ ໄດ້ກໍານົດໄວ້ໃນບົດ ແນະນໍາ ຂອງກົມປູກຝັງ. ມາດຕາ 14 ການອອກໃບອະນຸຍາດນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄູມ ທີ່ຢູ່ ໃນບັນຊີຕ້ອງຂໍອະນຸຍາດນໍາເຂົ້າ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນໍາເຂົ້າພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງ ຄວບຄຸມ ທີ່ຢູ່ໃນບັນຊີຕ້ອງຂໍ໋ອະນຸຍາດນໍາເຂົ້າ ຕາມທີ່ໄດ້ກໍານົດໄວ້ໃນວັກສອງຂອງ ມາດຕາ 31 ຂອງກົດຫນາຍ ວ່າດ້ວຍການປ້ອງກັນ ແລະ ກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016 ຕ້ອງ ຍືນໃບຄໍາຮ້ອງ ຕໍ່ກົມປູກຝັງ ຢ່າງນ້ອຍ ສິບຫ້າ ວັນ ກ່ອນວັນນໍາເຂົ້າຕົວຈິງ ເພື່ອພິຈາລະນາອອກໃບອະນຸຍາດ ພ້ອມທັງກໍານົດດ່ານກັກກັນພືດສາກົນ ທີ່ອະນຸຍາດໃຫ້ນໍາເຂົ້າ. ໃນກໍລະນີ ການວິໄຈຄວາມສ່ຽງສັດຕຸພືດບໍ່ສາມາດສໍາເລັດ ຕາມເວລາທີ່ກໍານົດໄວ້, .ກົມປຸກຝັງ ຕ້ອງ ແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ນໍາເຂົ້າຊາບ ກ່ຽວກັບ ຄວາມຄືບຫ້າ ແລະ ຄາດຄະເນເວລາທີ່ຈະສໍາເລັດ. ໃນກໍລະນີ ໃບຄໍາຮ້ອງຂໍອະນຸຍາດນໍາເຂົ້າ ບໍ່ຖືກຕ້ອງຕາມຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມພີດ ຂອງ ສປປ ລາວ, ກົມປູກຝັງ ຕ້ອງປະຕິເສຄດການອອກໃບອະນຸຍາດນໍາເຂົ້າ ພ້ອມທັງແຈ້ງເຫດຜົນເປັນລາຍລັກອັກ ທຸກກ ສອນໃຫ້ຜູ້ນໍາເຂົ້າ ພາຍໃນເວລາທີ່ກໍານົດໄວ້. ມາດຕາ 15 ການອອກໃບອະນຸຍາດນໍາເຂົ້າສໍາລັບ ພຶດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ຢູ່ໃນບັນຊີທີ່ດ້ອງຂໍອະນຸຍາດນໍາເຂົ້າ ບຸກຄົນ, ນິຕິບຸກດົນ ຫຼື ການຈັດຕັ້ງ ທີ່ມີຈຸດປະລົງນໍາເຂົ້າ ພືພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບ ຄຸມທີ່ບໍ່ຢູ່ໃນບັນຊີທີ່ຕ້ອງຂໍອະນຸຍາດນໍາເຂົ້າ ຕ້ອງຍື່ນຄໍາຮ້ອງ ຕໍ່ ກົມປຸກຝັງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ທີ່ໄດ້ຮັບສິຶດມອບບນາຍຈາກກົມປຸກຝັງ ຢ່າງຫ້ອຍ ສິບຫ້າວັນ ກ່ອນວັນນໍາເຂົ້າຕົວຈິງ ຕາມແບບພິມ ທີ່ກົມປູກຝັງກໍານົດ ເພື່ອພິຈາລະນາອອກໃບອະນຸຍາດ ພ້ອມທັງກໍານົດດ່ານກັກກັນພືດສາກົນ ທີ່ອະນຸຍາດໃຫ້ນໍາເຂົ້າ ຊຶ່ງໄດ້ລະບຸໄວ້ໃນໃບອະນຸຍາດນໍາເຂົ້າ. ໃນກໍລະນີ ຄໍາຮ້ອງບໍ່ຖືກຕາມເງື່ອນໄຂດ້ານສຸຂາ
ນາໄມພືດ ຂອງ ສປປ ລາວ ຕ້ອງປະຕິເສດການອອກໃບອະນຸຍາດ ພ້ອມທັງແຈ້ງເຫດຜົນເປັນລາຍລັກອັກສອນ ຕໍ່ຜູ້ສະເຫີຂໍ່ນໍາເຂົ້າ ພາຍໃນເວລາທີ່ກໍານົດໄວ້. ພະແນກກະສິກໍາ ແລະ ປ່າໄມ້ ແຂວງ,ນະຄອນຫຼວງ ທີ່ໄດ້ຮັບມອບສິດອອກໃບອະນຸຍາດນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ນອນຢູ່ໃນບັນຊີທີ່ຕ້ອງຂໍອະນຸຍາດນໍາເຂົ້າ ຕ້ອງມີເງື່ອນໄຂຄົບ . 1, ຂ້ ຖ້ວນ ດັງນີ້: ມີຄວາມເຂົ້າໃຈດີ ກ່ຽວກັບ ວຽກງານກັກກັນພືດ; ມີຄວາມຮູ້ທາງດ້ານກົດຫນາຍ, ລະບຽບການສຸຂານາໄມພືດ ຂອງ ສປປ ລາວ, ຫຼັກການ ແລະ ມາດຕະຖານສາກົນ ດ້ານມາດຕະການສຸຂານາໄມພືດ; ສາມາດເຂົ້າເຖິງຂໍ້ມູນດ້ານສຸຂານາໄມພືດຂອງປະເທດດຄູ່ຄ້າ; ມີການຕິດຕາມພາຍຫຼັງການນໍາເຂົ້າ. ມາດຕາ 16 ການນໍາໃຊ້ໃບອະນຸຍາດນໍາເຂົ້າ ໃບອະນຸຍາດນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ນອນຢູ່ໃນບັນຊີທີ່ຕ້ອງຂໍອະ ນຸຍາດນໍາເຂົ້າ ມີອາຍຸການນໍາໃຊ້ ຕາມແຕ່ລະກໍລະນີຂຶ້ນກັບຄວາມສ່ຽງ ແລະ ປັດໄຈອື່ນ ຊຶ່ງພົວພັນກັບຂໍ້ກໍານົດ ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການນໍາເຂົ້າ ເປັນຕົ້ນ ຈຸດປະສົງນໍາເຂົ້າເພື່ອຄົ້ນຄວ້າທົດລອງ, ການຄ້າ ແລະ ການຜະລິດຕາມລະດູການ. ມາດຕາ 17 ການໂຈະ ຫຼື ການຍົກເລີກ ໃບອະນຸຍາດນໍາເຂົ້າ ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ເປັນຜູ້ທົບທວນຄືນ, ດັດແກ້ ຫຼື ໂຈະ ໃບອະນຸຍາດນໍາເຂົ້າ ໂດຍແຈ້ງເປັນລາຍລັກອັກສອນ ຕໍ່ຜູ້ນໍາເຂົ້າຕາມກໍລະນີ ດັ່ງນີ້: 1. ມີການປຽນແປງສະພາບສັດຕູພືດຂອງປະເທດສົ່ງອອກ ຫຼື ໄດ້ຮັບຂໍ້ມູນສະພາບສັດຕູພືດຊະນິດ ໃຫ່; ຄະ ກວດພົບສັດຕູພືດຊະນິດໃຫນ່ໃນຊຸດສິນຄ້າໃດຫຶ່ງ ຢູ່ດ່ານນໍາເຂົ້າ; ຜ ຊະນິດ ຫຼື ຈໍານວນຂອງ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບດຸມ ທີ່ນໍາເຂົ້າມີການ ປ່ຽນແປງ; ຕ ກ ກກກ ມີການປ່ຽນແປງພື້ນທີ່ປູກ ທີ່ສົ່ງອອກມາຈາກປະເທດດຽວກັນ ຫຼື ເຂດພົນທີດຽວກັນ;
ງນ ຫ ຫ: ມືການປ່ຽນດ່ານນໍາເຂົາ; ເກີນກໍານົດເວລາ ຕາມທີ່ໄດ້ກໍານົດໄວ້ໃນໃບອະນຸຍາດນໍາເຂົ້າ; ມີຂໍ້ມູນສະແດງໃຫ້ເຫັນວ່າ ການນໍາເຂົ້າຊຸດສິນຄ້າດັ້ງກ່າວ ເກີດມີຄວາມສ່ຽງດ້ານສຸຂານາໄມພືດ ເກີນລະດັບການປ້ອງກັນທີ່ເຫນາະສົມ. ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ມີສິດ ໂຈະ § ຍົກເລີກ ໃບອະນຸຍາດນໍໍາເຂົ້າ ໃນກໍລະນີ ພົບມີການລະເມີດຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມພືດ ທີ່ບໍ່ອອດຄ່ອງຕາມກົດ ຫາຍ ແລະ ລະບຽບການດ້ານສຸຂານາໄມພືຶດ ຂອງ ສປປ ລາວ ພ້ອມທັງແຈ້ງການນໍາໃຊ້ມາດຕະການສຸຂານາ ໄມພືດ ໃຫ້ອົງການປ້ອງກັນພືດແຫ່ງຊາດ ຂອງປະເທດສົ່ງອອກພາບໃນ ສີ່ສິບແປດ ຊົ່ວໂມງ ແລະ ນໍາໃຊ້ມາດ ຕະການສຸຂານາໄມພືດສຸກເສີນ ຫຼື ມາດຕະການອື່ນຊົ່ວຄາວ ຈົນກວ່າອົງການປ້ອງກັນພືດແທ່ງຊາດ ຂອງ ປະເທດສົ່ງອອກ ສາມາດແກ້ໄຂໄດ້ ພ້ອມທັງຢັ້ງຢືນຫຼັກຖານ ເຖິງສາເຫດຂອງຄວາມບໍ່ສອດຄ່ອງດັງກ່າວ. ຫນວດທີ 3 ການກວດກາກ່ອນມາເຖິງດ່ານ ແລະ ຢູ່ດ່ານກັກກັນພືດ ມາດຕາ 18 ການກວດກາກ່ອນມາເຖິງຕ່ານ ກົມປູກຝັງ ເປັນຜູ້ຄົ້ນຄວ້າ ແລະ ກໍານົດຕ່ານກັກກັນພືດສາກົນ ທີ່ໄດ້ມາດຕະຖານ ໃນການກວດກາ ການນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເພື່ອສະເພີ ກະຊວງກະສິກໍາ ແລະ ປາໄມ້ ພິຈາລະນາ ແລະ ປະກາດໃຊ້ໃນແຕ່ລະໄລຍະ ພ້ອມທັງລືມທົບກັບອົງການປ້ອງກັນພືດແຫ່ງຊາດ ຂອງປະເທດ ຄຄາ ໃນການສ້າງຂໍ້ຕົກລົງຮັບຮູ້ສອງຝ່າຍ ກ່ຽວກັບ ການນໍາໃຊ້ມາດຕະການດ້ານສຸຂານາໄມພືດທີ່ເທົ່າທຽມກັນ ເພື່ອຫຼີກເວັ້ນ ການກວດກາຊ້້າຊ້ອນກັນຢູ່ດ່ານນໍາເຂົ້າ ຂອງ ສປປ ລາວ. ເຈົ້າຫ້າທີ່ກັກກັນພືດ ຂອງ ກົມປຸກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ດ່ານກັກກັນພືດ ຕ້ອງຮັບປະກັນການປະຕິບັດຕາມຂັ້ນຕອນການກວດກາ ການນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ກ່ອນມາເຖິງດ່ານ ຕາມບົດແນະນໍາ ຂອງກົມປູກຝັງ.
ມາດຕາ 19 ການແຈ້ງເອກະສານນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຜູ້ນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຕ້ອງແຈ້ງເອກະສານກ່ຽວຂ້ອງ ຕໍ່ດ່ານກັກ ກັນພືດ ຕາມແບບພິມທີ່ໄດ້ກໍານົດໄວ້ໃນບົດແນະນໍາ ຂອງກົມປູກຝັງ. ພາບຍຫຼັງໄດ້ຮັບຊຸດເອກະສານນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ແລ້ວ ເຈົ້າຫາ ທີ່ກັກກັນພືດ ຕ້ອງຈໍາກາຂາເຂົ້າໃສ່ໃບແຈ້ງຊຸດສິນຄ້າ ພ້ອມທັງກໍານົດເລກທີ ແລະ ວັນ ຮັບເອກະສານ, ເວລາ ແລະ ສະຖານທີ່ ກວດກາຊຸດສິນຄ້າ. ດ່ານກັກກັນພືດ ຕ້ອງເກັບກໍາຂໍ້ມູນ ແລະ ບັນທຶກຊຸດສິນຄ້ານໍາເຂົ້າ ໄວ້ໃນຖານຂໍ້ມູນ ຕາມທີ່ກໍານົດໄວ້ ໃນຂໍ້ຕົກລົງສະບັບນີ້ ໂດຍມີເລກທີອ້າງອີງ ແລະ ຂໍ້ມູນທີ່ກ່ຽວຂ້ອງ ພ້ອມທັງສໍາເນົາເກັບຮັກສາໄວ້ ໃນກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ § ຂະແຫນງການພາສີ ໃນກໍລະນີຈໍາເປັນ . ມາດຕາ 20 ສະພາບ ແລະ ຄວາມຖີ່ຂອງການກວດກາ ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຕ້ອງກວດກາການນໍາເຂົ້າບົນ ພື້ນຖານການວິໄຈຄວາມຮສ່ຽງສັດຕຸພືດ ຈາກປັດໄຈຕ່າງໆ ດັງນີ້: - ມາດຕະການສຸຂານາໄມພືດ ທີ່ນໍາໃຊ້ໂດຍອົງການປ້ອງກັນພືດແຫ່ງຊາດ (NPPO) ຂອງປະເທດ ສົງອອກ; - ປະເພດສິນຄ້າ ແລະ ເປົ້າບນາຍ ຂອງການນໍາໃຊ້; - ຂະຫາດຂອງຂຸດສິນຄ້າ ແລະ ຮູບຮ່າງພາບນອກ; - ບໍລິມາດ, ຄວາມຖີ່ ແລະ ເວລາ ຂອງການຂົນສົ່ງ; - ການຈັດການ ແລະ ປຸງແຕ່ງມາກ່ອນ; - ປະສົບການ ແລະ ປະຫວັດຄວາມເປັນມາ ຂອງຜູ້ນໍາເຂົ້າ; - ຜົນຂອງການກວດກາຄັ້ງກ່ອນ; - ວິທີການ ຂົນສົ່ງ ແລະ dudy - ງົບປະມານ, ຊັບພະຍາກອນ ແລະ ຄວາມສາມາດ ໃນການວິໄຈສັດຕູພືດ; - ລັກສະນະໃນການກໍານົດວິທີການສຸ່ມເກັບຕົວຢ່າງ ຂອງການກວດກາ; - ຄວາມຫຍູ້ງຍາກໃນການກວດກາຫາສັດຕຸພືດໃນຊຸດສິນຄ້າສະເພາະໃດຫື່ງ;
ສະພາບຄວາມເນົາເປື່ອຍຂອງສິນຄ້າ; ປະສິດທິພາບໃນການກວດກາ ເພື່ອປະເມີນຄວາມສ່ຽງຂອງຊຸດສິນຄ້າ, ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຕ້ອງສ້າງລະບົບການບັນທຶກ ຂໍ້ມູນ ກ່ຽວກັບ ຜູ້ນໍາເຂົ້າ, ສິນຄ້າ ແລະ ປະເທດຕົ້ນກໍາເນີດສິນຄ້າ. ໃນການຂົນສົ່ງສິນຄ້າແຕ່ລະຄັ້ງ ຕ້ອງຜ່ານການກວດກາ ແລະ ສູ່ມເກັບຕົວຢ່າງຕາມ ບົດແນະນໍາຂອງ ກົມປູກຝັງ ທີ່ໄດ້ກໍານົດ. ມາດຕາ 21 ການກວດກາຊຸດສິນຄ້າຢູ່ດ່ານກັກກັນພືດ ເມື່ອຊຸດສິນຄ້າ ມາເຖິງດ່ານນໍາເຂົ້າທີ່ກໍານົດໄວ້ , ເຈົ້າຫ້າທີ່ກັກກັນພືດ ຕ້ອງດໍາເນີນການກວດກາຊຸດ ສິນຄ້າທັນທີ ໂດຍສະເພາະສິນຄ້າທີ່ເນົ່າເປືອຍງ່າຍ ຕ້ອງດໍາເນີນການກວດກາກ່ອນຊຸດສິນຄ້າປະເພດອື່ນ ແລະ ຕໍາເນີນການກວດກາເອກະສານ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 22 ຂອງຂໍ້ຕົກລົງສະບັບນີ້. ພາຍຫຼັງເຈົ້າຫ້າທີ່ກັກກັນພືດ ກວດກາ ແລະ ຢັ້ງຢືນວ່າ ຊຸດສິນຄ້າມີເອກະສານນໍາສົ່ງມາຄົບຖ້ວນ ແລະ ປະຕິບັດຖືກຕ້ອງຕາມເງື່ອນໄຂດ້ານສຸຂານາໄມພືດ ຂອງ ສປປ ລາວ ແລ້ວ ເຈົ້າຫ້າທີ່ກັກກັນພືດ ຕ້ອງ ຢັ້ງຢືນ ແລະ ປ່ອຍສິນຄ້າທັນທີ ຕາມລະບຽບການ. ໃນກໍລະນີ ພົບວ່າຊຸດສິນຄ້າ ບໍ່ມີຄວາມສ່ຽງດ້ານສຸຂານາໄມ ພືດ, ແຕ່ມີຂໍ້ມູນບໍ່ສອດຄ່ອງກັບໃບອະນຸຍາດນໍາເຂົ້າ ແລະ ຊຸດສິນຄ້າ ນັ້ນ ເຈົ້າຫ້າທີ່ກັກກັນພືດ ຕ້ອງກັກຊຸດ ສິນຄ້າຕັ້ງກ່າວໄວ້ ຈົນກວ່າຈະໄດ້ຮັບໃບອະນຸຍາດນໍາເຂົ້າສະບັບໃຫນ່ທີ່ມີດວາມສອດຄ່ອງກັບຊຸດສິນຄ້າ. ເຈົ້າຫ້າທີ່ກັກກັນພືດ ຕ້ອງລາຍງານຜົນຂອງການກວດກາ ແລະ ຢັ້ງຢືນ ໃຫ້ກົມປູກຝັງ ແລະ ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຮັບຊາບ ພ້ອມທັງ ສໍາເນົາເກັບຮັກສາໄວ້ຢູ່ດ່ານ ຫຶ່ງສະບັບ. ມາດຕາ 22 ການກວດກາເອກະສານ ເຈົ້າຫ້າທີ່ກັກກັນພືດ ຕ້ອງກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານ ດັ່ງນີ້: ໃບອະນຸຍາດນໍາເຂົ້າ ອອກໃຫ້ໂດຍກົມປູກຝັງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນ ຫຼວງ; ໃບຢັ້ງປືນສຸຂານາໄມພືດ ຫຼື ໃບຢັ້ງຢືນສຸຂານາໄມພືດ ສໍາລັບ ສົ່ງອອກຕໍ່ ຂອງປະເທດສົ່ງອອກ; ໃບແຈ້ງລາຍການສິນຄ້າ ແລະ ໃບແຈ້ງລາຄາ; ໃບຢັ້ງຢືນການບໍາບັດສິນຄ້າ; ໃບຢັ້ງຢືນ ຫຼື ບົດລາຍງານ ກ່ຽວກັບ ຜົນການກວດກາພາກສະຫນາມ; ບົດບັນທຶກຂໍ້ມູນສະຖານທີ່ປະກອບການຜະລິດ; ເອກະສານຢັ້ງຢືນແຫຼ່ງກໍາເນີດ; ໃບຢັ້ງຢືນ CITES ໃນກໍລະນີນໍາເຂົ້າວັດຖຸຕ້ອງດວບດຸມທີ່ຢູ່ໃນບັນຊີ ສົນທິສັນຍາສາກົນ ວ່າດ້ວຍ ການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ ລະຫວ່າງຊາດ; ເອກະສານອື່ນທີ່ກ່ຽວຂ້ອງ ຕາມການກໍານົດຂອງກົມປຸກຝັງ ໃນແຕ່ລະໄລຍະ, ໃນການກວດກາໃບຢັ້ງຢືນສຸຂານາໄມພືດນັ້ນ, ເຈົ້າຫ້າທີ່ກັກກັນພືດ ຕ້ອງກວດກາຄວາມຖືກຕ້ອງ ຂອງໃບຢັ້ງຢືນສຸຂານາໄມພືດ ຊຶ່ງປະກອບມີ ດັ່ງນີ້: 1. ໃບຢັ້ງຢືນສຸຂານາໄມພືດ ຖືກຕ້ອງຕາມແບບພິມທີ່ຖືກຮັບຮອງຈາກ .ມາດຕະຖານສາກົນດ້ານ ມາດຕະການສຸຂານາໄມພືດ; 2. ອາຍຸໃບຢັ້ງຢືນສຸຂານາໄມພືດ ຕ້ອງບໍ່ເກີນ ສິບສີ່ ວັນ ນັບແຕ່ວັນອອກໃບປັ້ງຢືນສຸຂານາໄມພືດ ແລະ ຂົນສົ່ງຊຸດສິນຄ້າ ອອກຈາກປະເທດສົງອອກ;
ເປັນພາສາອັງກິດ; ຫຂ - ປະກອບຂໍ້ມູນດົບຖ້ວນ, ຊື່ວິທະຍາສາດ ແລະ ຊື່ສາມັນ ຂອງຊຸດສິນຄ້າ; ວັນທີ, ເດືອນ, ປີ ອອກໃບຢັ້ງຢືນສຸຂານາໄມພືດ:; ອອກໃຫ້ໂດຍ ແລະ ໃຊ້ຕາປະທັບ ຂອງອົງການປ້ອງກັນພືດແຫ່ງຊາດ (NPPO) ຂອງປະເທດ ສົ່ງອອກ; 7. ມີການແຈ້ງຂໍ້ມູນເພີ່ມຕື່ມ (ລຝຜ[ຖ້ວດວ| declarations) ຕາມທີ່ໄດ້ກໍານົດໄວ້ໃນໃບອະນຸຍາດ ນໍາເຂົ້າ. ໃນກໍລະນີ ກວດກາພົບວ່າ ໃບຢັ້ງຢືນສຸຂານາໄມພືດ ບໍ່ຖືກຕ້ອງຕາມລະບຽບກົດບນາຍ ເປັນຕົ້ນ ຂໍ້ມູນ ບໍ່ຄົບຖ້ວນ, ໃບປັ້ງຢືນສຸຂານາໄມພືດຫົດອາຍຸການນໍາໃຊ້ , ມີການດັດແປງ, ລຶບຂໍ້ມູນໂດຍບໍ່ໄດ້ຮັບອະນຸຍາດ ຫຼື ຂໍ້ມູນບໍ່ຖືກຕ້ອງກັບຊຸດສິນຄ້າຕົວຈິງ, ໃບຢັ້ງຢືນສຸຂານາໄມພືດອອກໃຫ້ແກ່ຜະລິດຕະພັນຕ້ອງຫ້າມ, ໃບ ຢັ້ງຢືນສຸຂານາໄມພືດທີ່ຖືກປອມແປງ, ໃບຢັ້ງຢືນສຸຂານາໄມພືດບໍ່ກົງກັບໃບສໍາເນົາຂອງໃບຢັ້ງຢືນສຸຂານາໄມ ພືດທີ່ໄດ້ອອກໃຫ້, ເຈົ້າຫ້າທີ່ກັກກັນພືດ ຕ້ອງປະຕິເສດການອະນຸຍາດ ຫຼື ໃຫ້ມີການແຈ້ງຂໍ້ມູນເພີ່ມຕື່ມ ພ້ອມ ທັງແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ນໍາເຂົ້າຮັບຊາບ. ໃບຢັ້ງຢືນສຸຂານາໄມພືດ ທີ່ຖືກປອມແປງມີລັກສະນະ ດັ່ງນີ້: - ອອກໃຫ້ໂດຍນໍາໃຊ້ແບບຟອມ ຫຼື ສິ່ງພີມ ທີ່ບໍ່ໄດ້ຮັບອະນຸຍາດຈາກອົງການປ້ອງກັນພືດແຫ່ງ ຊາດ (NPPO) ຂອງປະເທດສົ່ງອອກ; - ອອກໃຫ້ໂດຍບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ບໍ່ໄດ້ຮັບອະນຸຍາດຈາກອົງການປ້ອງກັນພືດ ແຫ່ງຊາດ (NPPO) ຂອງປະເທດສົ່ງອອກ; - ມີຂໍ້ມູນບໍ່ຖືກຕ້ອງ ຫຼື ບໍ່ຖືກກັບດວາມເປັນຈິງ; - ມີການປອມແປງ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ຖ້າພົບມີຂໍ້ໃດຫຶ່ງ ຫຼື ທຸກຂໍ້ທີ່ກ່າວມາຂ້າງເທິງນັ້ນ ແມ່ນສາມາດປະຕິເສດການອອກໃບຢັ້ງຢືນສຸຂານາ ໄມພືດ ພ້ອມທັງແຈ້ງໃຫ້ກົມປູກຝັງ ເພື່ອແຈ້ງຕໍ່ໄປຍັງອົງການປ້ອງກັນພືດແຫ່ງຊາດ (NPPO) ຂອງປະເທດ ສົ່ງອອກ ແລະ ຜູ້ນໍາເຂົ້າຮັບຊາບ ກ່ອນນໍາໃຊ້ມາດຕະການສຸຂານາໄມພືດໃນຂັ້ນຕໍ່ໄປ.
ມາດຕາ 23 ການສຸ່ມເກັບຕົວຢ່າງ ແລະ ການວິໄຈ ໃນເວລາດໍາເນີນການກວດກາ ຫາກມີເຫດຜົນຢັ້ງຢືນວ່າ ຊຸດສິນຄ້າບໍ່ຖືກຕ້ອງຕາມເງື່ອນໄຂດ້ານສຸຂາ ນາໄມພືດ ຂອງ ສປປ ລາວ ຫຼື ສົງໄສວ່າ ຊຸດສິນຄ້າມີການຕິດແເປດສັດຕູພືດດວບດຸມ ນັ້ນ, ເຈົ້າຫ້າທີ່ກັກກັນ ພືດ ຕ້ອງສຸ່ມເກັບຕົວຢ່າງ, ປະກອບຂໍ້ມູນ ແລະ ສົ່ງຕົວຢ່າງໄປຫ້ອງທົດລອງ ເພື່ອວິໄຈ ຫຼື ໃນກໍລະນີຈໍາເປັນ ຕ້ອງກັກສິນຄ້າໄວ້ ຈົນກວ່າສາມາດສະຫຼຸບໄດ້ວ່າ ມີ ຫຼື ບໍ່ມີສັດຕູພືດຄວບຄຸມ. ເຈົ້າຫນ້າທີ່ກັກກັນພືດ ຕ້ອງເກັບຕົວຢ່າງໃຫ້ໄວ, ຖືກຕ້ອງ, ຄົບຖ້ວນ ແລະ ສາມາດກວດສອບຫາສາ ເຫດຢ້ອນຫຼັງໄດ້ ພ້ອມທັງລາຍງານຜົນຂອງການວິໄຈຕົວຢ່າງ ໃຫ້ກົມປຸກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ຜູ້ນໍາເຂົ້າ. ສໍາລັບ ຫຼັການ, ວິທີການ ແລະ ຂັ້ນຕອນການສຸ່ມເກັບຕົວຢ່າງ ໃຫ້ປະຕິບັດຕາມວິທີການສຸ່ມ ແລະ ການທົດສອບ ທີ່ກໍານົດໄວ້ໃນຄູ່ມືການກວດກາ ຂອງກົມປູກຝັງ. ມາດຕາ 24 ມາດຕະການສຸຂານາໄມພືດ ທີ່ນໍາໃຊ້ໃນການກວດກາຊຸດສິນຄ້າຢູ່ດ່ານກັກກັນພືດ ໃນເວລາກວດກາຊຸດສິນຄ້າຢູ່ດ່ານກັກກັນພືດ, ຫາກພົບມີຄວາມສ່ຽງສັດຕຸພືດ, ພົບເຫັນສັດຕູພືດ ຄວບຄຸມໃນຊຸດສິນຄ້າ ຫຼື ກວດພົບສັດຕູພືດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມ ໃຫ້ນໍາໃຊ້ມາດຕະການສຸຂານາໄມ ພືດ ຕາມແຕ່ລະກໍລະນີ ດັ່ງນີ້: 1. ມີຄວາມສ່ຽງສັດຕູພືດ: ເຈົ້າຫ້າທີ່ກັກກັນພືດ ຕ້ອງເກັບຕົວຢ່າງ ສົ່ງໄປທົດສອບ ຫຼື ໃນກໍລະນີ ທີ່ຈໍາເປັນ ແມ່ນໃຫ້ກັກຊຸດສິນຄ້າໄວ້ ຈົນກວ່າສາມາດສະຫຼຸບໄດ້ວ່າ ມີການຕິດແປດ ຫຼື ບໍ່ຕິດ ແປດສັດຕູພືດຄວບຄຸມ ແລະ ແຈ້ງໃຫ້ຜູ້ນໍາເຂົ້າຊາບ ແລ້ວລາຍງານຜົນການກວດກາ ໃຫ້ກົມປູກ ຝັງ, ພະແນກກະສິກໍາ ແລະ ປາໄມ້ ແຂວງ, ນະຄອນຫຼວງ ແລະ ຜູ້ນໍາເຂົ້າ ຊາບພາຍໃນ ຊາວສີ່ ຊົວໂມງ; 2. ກວດພົບສັດຕູພືດຄວບຄຸມໃນຊຸດສິນຄ້າ: ດ່ານກັກກັນພືດ ຕ້ອງນໍາໃຊ້ມາດຕະການໃດຫົຶ່ງ ທີ່ເຫນາະສົມ ເປັນຕົ້ນ ກັກຊຸດສິນຄ້າ ໂດຍປະສານສົມທົບກັບເຈົ້າຫ້າທີ່ພາສີ ດໍາເນີນການບໍາບັດ ຊຸດສິນຄ້າ ຖ້າມີຄວາມເປັນໄປໄດ້ໃນການກໍາຈັດສັດຕຸພືດ , ໃຫ້ຜູ້ນໍາເຂົ້າ ສົ່ງຊຸດສິນຄ້າກັບຄືນປະ ເທດສົ່ງອອກ ຫຼື ໃນກໍລະນີ ປະເທດສົງອອກຫາກປະຕິເສດການສົ່ງກັບ ແລະ ສປປ ລາວ ກໍບໍ່ມີ ມາດຕະການສຸຂານາໄມພືດ ຫຼື ທາງເລືອກທີ່ສາມາດນໍາໃຊ້ເພື່ອຫຼຸດຜ່ອນຄວາມສ່ຽງ .ແມ່ນໃຫ້ ກົມປູກຝັງ ດໍາເນີນການບຶດ ແລະ ທໍາລາຍຖີ້ມຊຸດສິນຄ້າດັ່ງກ່າວ. ສໍາລັບ ຄ່າໃຊ້ຈ່າຍໃນການນໍາ ໃຊ້ມາດຕະການສຸຂານາໄມພືດ ແມ່ນຄວາມຮັບຜິດຊອບຂອງຜູ້ນໍາເຂົ້າ; 3. ກວດພົບສັດຕູພຶດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມ: ເຈົ້າຫ້າທີ່ກັກກັນພືດ ຕ້ອງກັກຊຸດສິນຄ້າ ຈົ່ນກວ່າສາມາດສະຫຼຸບໄດ້ວ່າ ສັດຕູພືດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມ ຢູ່ໃນລະດັບທີ່ຍອມຮັບໄດ້, ຖ້າເຫັນວ່າມືການຕິດແປດເກີນລະດັບຍອມຮັບໄດ້ ດ່ານກັກກັນພືດ ຕ້ອງນໍາໃຊ້ມາດຕະການສຸຂາ ນາໄມພືດ ທີ່ສອດຄ່ອງກັບເງື່ອນໄຂພາຍໃນປະເທດ ແລະ ໃຊ້ສະເພາະເພື່ອປັບຢັ້ງໃຫ້ຢູ່ໃນລະດັບ ທີ່ຍອມຮັບໄດ້ ຫຼື ອາດຈະບໍາບັດຊຸດສິນຄ້າ, ແຍກຂຸດສິນຄ້າທີ່ຕິດແປດສັດຕຸພືດນັ້ນອອກ ເພື່ອ ໃຫ້ຊຸດສິນຄ້າທີ່ບໍ່ຕິດແປດສັດຕູພືດ ສາມາດອະນຸຍາດນໍາເຂົ້າໄດ້ ໂດຍປະຕິບັດຄວາມເທົ່າທຽມ ກັບມາດຕະການສຸຂານາໄມພືດ ທີ່ປະຕິບັດຢູ່ພາຍໃນປະເທດ. ໃນກໍລະນີ ບໍ່ມີມາດຕະການສຸຂາ ນາໄມພືດ ທີ່ເຮັດໃຫ້ລະດັບສັດຕຸພືດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມຫຼຸດລົງເຖິງລະດັບຍອມຮັບໄດ້, ກົມປຸກຝັງ ຕ້ອງສົ່ງຊຸດສິນຄ້າກັບຄືນປະເທດສົ່ງອອກ ແລະ ຖ້າປະເທດສົ່ງອອກປະຕິເສດການສົ່ງ ກັບ ຕ້ອງດໍາເນີນການຍຶດ ແລະ ທໍາລາຍຖີ້ມຊຸດສິນຄ້າດັ່ງກ່າວ. ເຈົ້າຫ້າທີ່ກັກກັນພືດ ສາມາດປະຕິເສດການນໍາໃຊ້ມາດຕະການສຸຂານາໄມພືດ ຕໍ່ກັບສັດຕຸພຶດທີ່ບໍ່ກັກ ກັນແຕ່ຕ້ອງຄວບຄຸມ ໃນກໍລະນີ ບໍ່ມີຄວາມສ່ຽງສັດຕຸພືດເກີດຂັ້ນ ຫຼື ແຜ່ກະຈາຍ ໂດຍມີການຢັ້ງຢືນທາງດ້ານ ວິຊາການ. ເຈົ້າຫນ້ໍາທີ່ກັກກັນພືດ ຕ້ອງລາຍງານຜົນການກວດກາ, ການວິໄຈ ແລະ ການນໍາໃຊ້ມາດຕະການສຸຂານາ ໄມພືດ ໃຫ້ກົມປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ຜູ້ນໍາເຂົ້າ.
ມາດຕາ 25 ການປະຕິບັດດ້ານສຸຂານໍາໄມພືດ ຕໍ່ຊຸດສິນຄ້ານໍາເຂົ້າທີ່ບໍ່ຖືກຕ້ອງ ແລະ ແບບສຸກເສີນ ເມື່ອກວດກວດພົບຊຸດສິນຄ້ານໍາເຂົ້າທີ່ບໍ່ຖືກຕ້ອງ ເປັນຕົ້ນ ຊຸດສິນຄ້າທີ່ມີທຼັກຖານສະແດງເຖິງຄວາມ ລົ້ມເຫຼວໃນການປະຕິບັດດ້ານສຸຂານາໄມພືດ ຕາມທີ່ໄດ້ສັນຍາສອງຝ່າຍ, ລະບຽບການ ແລະ ເງື່ອນໄຂດ້ານ ສຸຂານາໄມພືດສໍາລັບການນໍາເຂົ້າ, ໃບຢັ້ງຢືນສຸຂານາໄມພືດບໍ່ຖືກຕ້ອງ ແລະ ວັດຖຸຕ້ອງຄວບຄຸມທີ່ນໍາເຂົ້າເປັນ ສິ່ງຕ້ອງຫ້າມ, ເຈົ້າຫ້າທີ່ກັກກັນພືດ ຕ້ອງປະຕິບັດຕ້ານສຸຂານາໄມພືດ ຕາມສະພາບຂອງຊຸດສິນຄ້າ ແລະ ຄວາມ ສ່ຽງຂອງສັດຕູພືດ. ສໍາລັບ ຂັ້ນຕອນ ແລະ ວິທີການ ການປະຕິບັດດ້ານສຸຂານາໄມພືດ ສໍາລັບຊຸດສິນຄ້ານໍາເຂົ້າ ທີ່ບໍ່ຖືກຕ້ອງ ໄດ້ກໍານົດໄວ້ໃນບົດແນະນໍາ ຂອງກົມປູກຝັງ. ດ່ານກັກກັນພືດ ຕ້ອງປະຕິບັດດ້ານສຸຂານາໄມພຶດແບບສຸກເສີນທັນທີ ຖ້າພົບວ່າ ຊຸດສິນຄ້າບໍ່ທັນໄດ້ ກໍານົດມາດຕະການສຸຂານາໄມພືດ, ມີການບົນເປື້ອນຂອງພາຫະນະຂົນສົ່ງ ແລະ ສາງເກັບມ້ຽນ ຫຼື ສະຖານທີ່ ອື່ນ ທີ່ພົວພັນກັບຊຸດສິນຄ້າທິນໍາເຂົ້າ, ພົບສັດຕູພດຊະນິດໃບນ່ໃນຊຸດສິນຄ້າທີ່ບໍ່ໄດ້ຜ່ານການປະເມີນຄວາມສ່ຽງ ມາກ່ອນ ແລະ ມີສັດຕູພືດຕິດແປດມານໍາພາຫະອື່ນ ພ້ອມທັງ ລາຍງານໃຫ້ກົມປູກຝັງ ເພື່ອແຈ້ງຜົນການປະຕິ ບັດດ້ານສຸຂານາໄມພືດແບບສຸກເສີນ ຕໍ່ຣົງການປ້ອງກັນພືດແຫ່ງຊາດ (NPPO) ຂອງປະເທດສົ່ງອອກ. ສໍາລັບ ຂັ້ນຕອນ ແລະ ວິທີການປະຕິບັດມາດຕະການສຸຂານາໄມພືດແບບສຸກເສີນ ຕ້ອງປະຕິບັດຕາມບົດແນະນໍາ ຂອງ ກົມປູກຝັງ. ໃນກໍລະນີ ກວດພົບສັດຕູພືດທີ່ບໍ່ສາມາດຈໍາແນກຊະນິດສັດຕູພືດໄດ້, ກົມປູກຝັງ ແລະ ພະແນກກະ ສິ ກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ສາມາດປະຕິບັດມາດຕະການສຸຂານາໄມພືດຊົ່ວຄາວ ແລະ ເກັບຕົວ ຢ່າງເພີ່ມ ພ້ອມທັງສົມທົບກັບຣົງການປ້ອງກັນພືດແຫ່ງຊາດ (NPPO) ຂອງປະເທດສົ່ງອອກ ເພື່ອຊ່ວຍໃນ ການຈໍາແນກສັດຕຸພືດດັ່ງກ່າວ. ພາຍຫຼັງວີ ໄຈຄວາມສ່ຽງສັດຕູພືດ ຫາກຢັ້ງຢືນວ່າ ສັດຕຸພືດມີຄວາມຈໍາເປັນຕ້ອງ ປະຕິບັດດ້ານສຸຂານາໄມພືດ, ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຕ້ອງເພີ່ມ ສັດຕຸພືດດັງກ່າວ ເຂົ້າໃນບັນຊີສັດຕູພືດຄວບຄຸມ ໃນ ສປປ ລາວ.
ມາດຕາ 26 ການປ່ອຍຊຸດສິນຄ້າຢ່າງເປັນທາງການ ພາຍຫຼັງການກວດກາຊຸດສິນຄ້ານໍາເຂົ້າດັງກ່າວ ແລ້ວ, ເຈົ້າຫ້າທີ່ກັກກັນພືດ ຕ້ອງຈໍາກາປະທັບຕາຜ່ານ ໃສ່ໃບແຈ້ງຜ່ານ, ເພື່ອປ່ອຍຊຸດສິນຄ້າຢ່າງເປັນທາງການ ດ້ວຍຕາປະທັບ ຕາມທີ່ໄດ້ກໍານົດໄວ້ໃນບົດແນະນໍາ ຂອງກົມປູກຝັງ. ມາດຕາ 27 ການປ່ອຍຊຸດສິນຄ້າແບບມີເງື່ອນໄຂ ການປ່ອຍຊຸດສິນຄ້າແບບມີເງື່ອນໄຂ ແມ່ນການກໍານົດໃຫ້ມີການກວດກາພາຍຫຼັງການນໍາເຂົ້າຊຸດສິນ ຄ້າ ຢູ່ສະຖານທີ່ໃດຫົຶ່ງ ໂດຍເຈົ້າຫ້າທີ່ກັກກັນພືດ ໃນກໍລະນີເຫັນວ່າ ມີການເຄື່ອນຍ້າຍຊຸດສິນຄ້າເຂົ້າມາໃນ ສະຖານທີ່ກວດກາ ຕາມໄລຍະເວລາທີ່ກໍານົດໃຫ້ໂດຍກົມປຸກຜັງ ຫຼື ຕ້ອງໄດ້ປະຕິບັດຕາມເງື່ອນໄຂດ້ານສຸຂານາ ໄມພືດ ທີ່ກໍານົດໄວ້ໃນໃບອະນຸຍາດນໍາເຂົ້າ ຫຼື ຂໍ້ຕົກລົງ ກ່ຽວກັບ ການກັກ, ແຍກປ່ຽວ ແລະ ກັກກັນ, ລວມ ທັງໄລຍະເວລາທີ່ວັດຖຸຕ້ອງຄວບຄຸມ ຕ້ອງຖືກກັກໄວ້ເພື່ອຕິດຕາມ. ໃນກໍລະນີ ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ກໍານົດໃຫ້ມີການ ກວດກາພາຍຫຼັງການນໍາເຂົ້າ ຢູ່ສະຖານທີ່ໃດຫຶ່ງ ນອກດ່ານກັກກັນພືດ, ເຈົ້າຫ້າທີ່ກັກກັນ ພືດຕ້ອງປ່ອຍຊຸດສິນ ຄ້າແບບມີເງື່ອນໄຂ ເພື່ອແຈ້ງຕໍ່ເຈົ້າຫນ້າທີ່ພາສີໃນຂັ້ນຕໍ່ໄປ ພ້ອມທັງລາຍງານ ຕໍ່ ກົມປູກຝັງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ກ່ຽວກັບ ສະຖານທີ່, ຈໍານວນ ແລະ ລາຍລະອຽດຂອງຊຸດສິນຄ້າດັ່ງກ່າວ. ການກວດກາພາຍຫຼັງການນໍາເຂົ້າ ແມ່ນບໍ່ໃຫ້ເກີນ ສາມ ວັນລັດຖະການ ນັບແຕ່ວັນປ່ອຍຊຸດສິນຄ້າແບບມີ ເງື່ອນໄຂ ເປັນຕົ້ນໄປ. ມາດຕາ 28 ການແຈ້ງຂໍ້ມູນສັດຕູພົດຄວບຄຸມໃຫ້ຣົງການປ້ອງກັນພືດສາກົນ (IPPC) ກົມປູກຝັງ ຕ້ອງແຈ້ງຂໍ້ມູນສັດຕຸພືດຄວບຄຸມໃຫ້ຜູ້ນໍາເຂົ້າ, ອົງການປ້ອງກັນພືດແຫ່ງຊາດຂອງປະເທດ ສົ່ງອອກ (NPPO) ແລະ ກອງເລຂາ ຂອງອົງການປ້ອງກັນພືດພາກພື້ນ (IPPC) ແລະ ສາກົນ (APPPO) ເປັນແຕ່ລະໄລຍະ ໂດຍສະເພາະຂໍ້ມູນ ກ່ຽວກັບ ສັດຕູພືດດວບຄຸມ, ການກວດກາ ແລະ ມາດຕະການສຸຂານາ
11 ໄມພືດແບບສຸກເສິນທີ່ນໍາໃຊ້, ຜົນການທົດສອບ, ເອກະສານຢັ້ງຢືນການບໍາບັດ, ໃບຢັ້ງຢືນການຍຶດ ແລະ ທໍາ ລາຍຖິ້ມຊຸດສິນຄ້າ ແລະ ເອກະສານອື່ນທີ່ກ່ຽວຂ້ອງ. ມາດຕາ 29 ການທົບທວນຄືນມາດຕະການສຸຂານາໄມພິດ ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຕ້ອງທົບທວນຄືນການຈັດຕັ້ງ ປະຕິບັດບັນດາມາດຕະການດ້ານສຸຂານາໄມພືດ ໃນແຕ່ລະໄລຍະ. ຫາກມີການລະເມີດ ຫຼື ບໍ່ປະຕິບັດຕາມ ເງື່ອນໄຂການນໍາເຂົ້າ ໃຫ້ດໍາເນີນການປະຕິບັດ ມາດຕະການສຸຂານາໄມພືດແບບສຸກເສີນ ຫຼື ສາມາດດັດແກ້ມາດ ຕະການດັ່ງກ່າວ ໃຫ້ສອດຄ່ອງກັບເງື່ອນໄຂສຸຂານາໄມພືດສໍາລັບການນໍາເຂົ້າ. ບນວດທີ 4 ພ . X ການກວດກາພາຍຫຼັງການນໍາເຂົາ ມາດຕາ 30 ສະຖານທີ່ກັກກັນພາຍຫຼັງການນໍາເຂົ້າ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງຕັ້ງສະຖານທີ່ກັກກັນພາຍຫຼັງການນໍາເຂົ້າ ຕ້ອງ ໄດ້ຮັບອະນຸຍາດ ຈາກກົມປຸກຝັງ ແລະ ປະຕິບັດຕາມເງື່ອນໄຂດ້ານສຸຂານາໄມພືດ ທີ່ໄດ້ກໍານົດໄວ້ໃນບົດແນະ ນໍາຂອງກົມປູກຝັງ. ພາບຫຼັງໄດ້ຮັບໃບຄໍາຮ້ອງ, ກົມປູກຝັງ ຕ້ອງກວດກາສະຖານທີ່ກັກກັນ ແລະ ຖ້າຫາກຖືກຕ້ອງຕາມຂໍ້ ກໍານົດເງື່ອນໄຂດ້ານສຸຂານາໄມພືດ ແລ້ວ ຕ້ອງອອກໃບອະນຸຍາດທາງດ້ານວິຊາການ ພ້ອມທັງກໍານົດໄລຍະ ເວລາ ຫຼື ຄວາມຖີ້ຂອງການກວດກາໃນໃບອະນຸຍາດດັ່ງກ່າວ. ມາດຕາ 31 ການກວດກາພາຍຫຼັງການນໍາເຂົ້າຢູ່ພາາກສະບນາມ ການກວດກາພາຍຫຼັງການນໍາເຂົ້າຢູ່ພາກສະຫນາມ , ໃຫ້ເຈົ້າຫ້າທີ່ກັກກັນພືດ ປະຕິບັດ ດັ່ງນີ້: 1. ພາຍຫຼັງການນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເຈົ້າຫ້າທີ່ກັກກັນພືດ ຕ້ອງກວດກຊູດສິນຄ້າ ຢູ່ສະຖານທີ່ກວດກາ ແລະ ສະຖານທີ່ກັກກັນພາຍຫຼັງການນໍາເຂົ້າ ທີ່ ກໍານົດໄວ້; 2. ອອກໃບອະນຸຍາດໃຫ້ແກ່ວັດຖຸຕ້ອງຄວບຄຸມ ຈາກການກັກກັນພືດພາຍຫຼັງການນໍາເຂົ້າ ໃນກໍລະ ນີ ທີ່ວັດຖຸຕ້ອງດວບຄຸມ ມີສັດຕຸພືດ ແລະ ບໍ່ຕິດແປດ ຈາກສັດຕູພືດພາຍໃນໄລຍະເວລາຕິດຕາມ ທີ່ກໍານົດໄວ້; 3. ໃນກໍລະນີ ຊຸດສິນຄ້າຕິດແປດສັດຕຸພືດດວບດຸມ, ມີສັດຕຸພືດ ຫຼື ຕິດແປດຈາກສັດຕຸພືດຈາກຕ່າງ ປະເທດ ເຈົ້າຫ້າທີ່ກັກກັນພືດ ຕ້ອງອອກຄໍາສັ່ງໃຫ້ທໍາລາຍຊຸດສິນຄ້າທັງບພົດ ຫຼື ບາງສ່ວນ ພ້ອມ ທັງແນະນໍາໃຫ້ຜູ້ນໍາເຂົ້າ ປະຕິບັດມາດຕະການສຸຂານາໄມພືດ ເປັນຕົ້ນ ການບໍາບັດຊຸດສິນຄ້າດ້ວຍ ວິທີການຕ່າງໆ ຕາມຫຼັກວິຊາການ. ເມື່ອຊຸດສິນຄ້າໄດ້ຜ່ານການກວດກາ ຢູ່ສະຖານທີ່ເກັບມ້ຽນ, ສະຖານທີ່ກັກກັນພາຍຫຼັງການນໍາເຂົ້າ ແລ້ວ ຕ້ອງມີບົດລາຍງານ ແລະ ລົງລາຍເຊັນ ຈາກພະນັກງານ ແລະ ເຈົ້າຫ້າທີ່ກັກກັນພືດ ທີ່ໄດ້ລົງກວດກາ ແລະ ເຊັນຢັ້ງຢືນຜູ້ນໍາເຂົ້າ ຫຼື ຜູ້ທີ່ຖືກນອບສິດຈາກຜູ້ນໍາເຂົ້າ.
ຫນວດທີ 5 ການສົ່ງຜ່ານ ມາດຕາ 32 ການສະເນຫີຂໍອະນຸຍາດດ້ານສຸຂານາໄມພືດໃນການສົ່ງຜ່ານ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງໃນການສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸ ຕ້ອງຄວບຄຸມ ຜ່ານດິນແດນ ຂອງ ສປປ ລາວ ຕ້ອງໄດ້ຮັບອະນຸຍາດຈາກ ກົມປຸກຝັງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ໂດຍຍື່ນຄໍາຮ້ອງ ຕາມແບບພິມ ທີ່ກົມປຸກຝັງກໍານົດ ຢ່າງຫນ້ອຍ ສິບຫ້າ ວັນ ກ່ອນວັນທີ່ຕ້ອງການສົ່ງຜ່ານຊຸດສິນຄ້າ. ມາດຕາ 33 ການອອກອະນຸຍາດດ້ານສຸຂານາໄມພືດໃຫ້ສົ່ງຜ່ານ ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຕ້ອງອະນຸຍາດສົ່ງຜ່ານທາງດ້ານ ສຸຂານາໄມພືດ ຕາມແບບພິມທີ່ກໍານົດໃນບົດແນະນໍາຂອງກົມປຸກຝັງ ບົນພື້ນຖານການວິໄຈຄວາມສ່ຽງສັດຕຸ ພືດ ຕໍ່ກັບຊຸດສິນຄ້າທີ່ເຫັນວ່າບໍ່ມີຄວາມສ່ຽງຕໍ່ສຸຂະພາບພືດ. ໃບອະນຸຍາດສົ່ງຜ່ານດ້ານສຸຂານາໄມພືດ ມີອາຍຸການນໍາໃຊ້ ເຈັດ ວັນ ແລະ ສາມາດຕໍ່ໄດ້ ແຕ່ບໍ່ໃຫ້ ກາຍ ຊາວເອັດ ວັນ ໂດຍຂຶ້ນກັບການສະເຫີຂອງຜູ້ດໍາເນີນການສົ່ງຜ່ານ ຊຶ່ງກໍານົດໂດຍກົມປູກຝັງ. ໃນກໍລະນີ ທີ່ຊຸດສິນຄ້າມີຄວາມສ່ຽງຕໍ່ສຸຂະພາບພືດ, ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຕ້ອງກໍານົດມາດຕະການສຸຂານາໄມພືດ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມ ຖຶກຕ້ອງດ້ານສຸຂານາໄມພືດ ສໍາລັບຊຸດສິນຄ້າໃນໄລຍະສົງຜ່ານ ສປປ ລາວ ດັງນີ້: 1. ກໍານົດຮູບແບບຂອງການຂົນສົ່ງ ແລະ ເສັ້ນທາງການຂົນສົງສະເພາະ; 2. ຄວບຄຸມການປ່ຽນແປງຊຸດສິນຄ້າ; 3. ນໍາໃຊ້ອຸປະກອນ ຫຼື ສິ່ງອໍານວຍຄວາມສະດວກ ທີ່ກໍານົດໃຫ້ໂດຍກົມປູກຝັງ ແລະ ພະແນກກະ ສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ; ສາງເກັບມ້ຽນຂອງພາສີຕ້ອງ ຖືກຮັບຮອງໂດຍກົມປຸກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ; ຕໍາເນີນການບໍາບັດດ້ານສຸຂານາໄມພືດ ເຊັນ ບໍາບັດກ່ອນສົ່ງອອກ § ບໍາບັດຊຸດສິນຄ້າໃນກໍລະນີ ສົງໄສຕິດແປດສັດຕູພືດ; ຕິດຕາມຊຸດສິນຄ້າໃນລະຫວ່າງການຂົນສົ່ງ; ກໍານົດເງື່ອນໄຂທາງກາຍຍະພາບເຊັນ: ການໃຊ້ຕູ້ປັບອາກາດ, ການຫຸ້ມຫໍ່, ການປົກຫຸ້ມເພື່ອກັນ ສັດຕຸພືດ ຫຼື ນໍາໃຊ້ຕູ້ຂົນສົງທີ່ປ້ອງກັນການຮົວຊຶມ; ນໍາໃຊ້ເດື່ອງປິດລ່ອກສະເພາະ ຂອງອົງການປ້ອງກັນພືດແຫ່ງຊາດ ສໍາລັບຕູ້ຂົນສົ່ງ ຫຼື ຊຸດສິນຄ້າ; ຈໍາກັດເວລາຂົນສົ່ງ ຫຼື ລະດູການ; . ກວດກາຊຸດສິນຄ້າທີ່ສິ່ງຜ່ານດ່ານກັກກັນພືດ: . ກໍາຈັດສິ່ງເສດເຫຼືອ; ດ; "ຕ ກ ຂູ. . ນໍາໃຊ້ມາດຕະການອື່ນທີ່ຈໍາເປັນ ເພື່ອຮັບປະກັນດ້ານຄວາມປອດໄພ ແລະ ຄວາມຖືກຕ້ອງດ້ານ x ສຸຂານາໄມພືດ. ຜູ້ສົງຜ່ານ ຕ້ອງປະຕິບັດຕາມມາດຕະການສຸຂານາໄມພືດ ທີ່ກໍານົດໄວ້ໃນບົດແນະນໍາ ຂອງກົມປູກຝັງ.
ມາດຕາ34 ການປະຕິບັດມາດຕະການສຸຂານາໄມພືດສຸກເສີນຕໍ່ຊຸດສິນຄ້າ ໃນກໍລະນີ ທີ່ກົມປຸກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ມີຫຼັກຖານສະ ແດງໃຫ້ເຫັນວ່າ ຄວາມຖືກຕ້ອງດ້ານສຸຂານາໄມພືດຂອງຊຸດສິນຄ້າ ມີການປ່ຽນແປງ ຫຼື ກວດພົບສັດຕຸພືດໃນ ຊຸດສິນຄ້າສົ່ງຜ່ານ, ພັດສະດຸທຸ້ມທໍ່ ຫຼື ພາຫະນະຂົນສົ່ງ ຕ້ອງປະຕິບັດມາດຕະການສຸຂານາໄມພືດ ຕາມທີ່ກໍານົດ ໄວ້ໃນມາດຕາ 24 ແລະ 25 ຂອງຂໍ້ຕົກລົງສະບັບນີ້. ໃນກໍລະນີ ທີ່ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ນໍາໃຊ້ການປະຕິ ບັດດ້ານສຸຂານາໄມພືດຕໍ່ຊຸດສິນຄ້າສົ່ງຜ່ານ ຕ້ອງແຈ້ງໃຫ້ຜູ້ດໍາເນີນການສົ່ງຜ່ານພາຍໃນ ຊາວສີ່ຊົ່ວໂມງ ແລະ ສະແດງຫຼັກຖານທີ່ປະຕິບັດມາດຕະການສຸຂານາໄມພືດດັ່ງກ່າວ ລວມທັງຜົນໄດ້ຮັບ ແລະ ກໍລະນີຄວາມບໍ່ຖືກ ຕ້ອງ. ມາດຕາ 35 ຖານຂໍ້ມູນດ້ານສຸຂານາໄມພືດໃນການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຮັບຜິດຊອບສັງລວມ ແລະ ເກັບຮັກສາຂໍ້ມູນ ກ່ຽວກັບ ການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຕາມ ຂອບເຂດດວາມຮັບຜິດຊອບຂອງຕົນ ດັງນີ້: 1. ປະເພດ ແລະ ປະລິມານຂອງຊຸດສິນຄ້າ; 2. ໃບຢັ້ງຢືນສຸຂານາໄມພືດຂອງປະເທດສົ່ງອອກ, ໃບອະນຸຍາດນໍາເຂົ້າ ແລະ ໃບອະນຸຍາດສົ່ງຜ່ານ ຂອງ ສປປ ລາວ; ບົດລາຍງານ ການກວດກາດ້ານສຸຂານາໄມພືດ ແລະ ບົດບັນທຶກຜົນຂອງການກວດກາ, ການເກັບ ຕົວຢ່າງ ແລະ ການທົດສອບ ລວມທັງເອກະສານ ກ່ຽວກັບ ການວິໄຈຄວາມສ່ຽງສັດຕູພືດ; ບັນຊີຜູ້ນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຂອງ ສປປ ລາວ; ຕ ຂະ ບົດບັນທຶກ ກ່ຽວກັບ ການປະຕິບັດຕ້ານສຸຂານາໄມພືດ; ຫ ການລະເມີດຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມພືດ ແລະ ກໍລະນີອື່ນ; N ສະຫຼຸບ ແລະ ສັງລວມສິ່ງທີ່ໄດ້ເກີດຂຶ້ນ ແລະ ມາດຕະການສຸຂານາໄມພືດທີ່ນໍາໃຊ້ ໂດຍຜູ້ນໍາເຂົ້າ ເພື່ອປ້ອງກັນຄວາມສ່ຽງສັດຕູພືດ; 8. ວັນ, ເດືອນ, ປີ ແລະ ວິທີການຂົນສົ່ງຊຸດສິນຄ້າ ລວມທັງເສັ້ນທາງຂົນສົ່ງຊຸດສິນຄ້ານໍາເຂົ້າ; 9. ຂໍ້ມູນດ້ານສຸຂານາໄມພືດອື່ນທີ່ກ່ຽວຂ້ອງ. ນອນຈາກນີ້, ຕ້ອງເກັບກໍາ ແລະ ບັນທຶກຂໍ້ມູນ ກ່ຽວກັບ ຊຸດສິນຄ້າທີ່ນໍາເຂົ້າ ເພື່ອເປັນບ່ອນອີງໃນ ການຈັດການລະບົບຄຸ້ມຄອງການນໍາເຂົ້າ ດັ່ງນີ້: ເປົ້າຫນາຍການນໍາໃຊ້; ການກັກ, ແຍກປ່ຽວ ພາຍຫຼັງການນໍາເຂົ້າ ຫຼື ວິທີການບໍາບັດ; ການກວດກາ ແລະ ຕິດຕາມສັດຕູພືດທີ່ຈໍາເປັນ ຕາມຄວາມສ່ຽງສັດຕຸພືດ.
ບນວດທີ 6 ສິດ ແລະ ພັນທະ ຂອງ ຜູ້ນໍາເຂົ້າ ແລະ ສົ່ງຜ່ານ ມາດຕາ 36 ສິດ ຂອງ ຜູ້ນໍາເຂົ້າ ແລະ ສົ່ງຜ່ານ ນອກຈາກ ສິດ ແລະ ພັນທະ ທີ່ກໍານົດໄວ້ໃນມາດຕາ 57 ຂອງກົດຫນາຍວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ແລ້ວ, ຜູ້ນໍາເຂົ້າ ແລະ ສົ່ງຜ່ານ ຍັງມີ ສິດ ດັ່ງນີ້: 1. ດໍາເນີນທຸລະກິດຂອງຕົນ ກ່ຽວກັບ ການນໍາເຂົ້າ ແລະ ສົ່ງຜ່ານ ໃຫ້ຖືກຕ້ອງຕາມການອະນຸຍາດ, ມາດຕະຖານເຕັກນິກ, ກົດຫນາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ໄດ້ຮັບຂໍ້ມູນ ກ່ຽວກັບ ມາດຕະການສຸຂານາໄມພືດ ທີ່ເປັນຂໍ້ບັງຄັບ ຊຶ່ງກໍານົດໂດຍອົງການຄຸ້ມ ຄອງວຽກງານປ້ອງກັນ ແລະ ກັກກັນພືດ; ຂໍຂໍ້ມູນການກວດກາ ຈາກເຈົ້າຫ້າທີ່ກັກກັນພືດປະຈໍາດ່ານກັກກັນພືດ; ປ້ອງກັນບໍ່ໃຫ້ຜູ້ອື່ນ ເປີດເຜີຍ, ຄອບຄອງ ຫຼື ນໍາໃຊ້ ຂໍ້ມູນຄວາມລັບທາງການຄ້າຂອງຕົນ; ຮ້ອງທຸກ ຕໍ່ອົງການທີ່ກ່ຽວຂ້ອງ ກ່ຽວກັບ ການລະເມີດກົດຫນາຍ ແລະ ລະບຽບການ ຂອງພະນັກ ງານ ແລະ ເຈົ້າຫ້າທີ່ກັກກັນພືດ. ມາດຕາ 37 ພັນທະ ຂອງ ຜູ້ນໍາເຂົ້າ ແລະ ສົ່ງຜ່ານ ນອກຈາກ ສິດ ແລະ ພັນທະ ທີ່ກໍານົດໄວ້ໃນມາດຕາ 57 ຂອງກົດຫນາຍວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ແລ້ວ, ຜູ້ນໍາເຂົ້າ ແລະ ສົ່ງຜ່ານ ຍັງມີ ພັນທະ ດັງນີ້: 1. ແຈ້ງໃຫ້ກົມປູກຜຝັງຊາບ ກ່ຽວກັບ ວັນ, ເດືອນ, ປີທີ່ນໍາເຂົ້າຊຸດສິນຄ້າ; 2. ເປັນເຈົ້າການ ກັກກັນ, ຄວບຄຸມ, ກໍາຈັດສັດຕູພືດ, ຂ້າເຊື້ອພະຍາດພືດ ພ້ອມທັງນໍາໃຊ້ທຸກວິທີ ການເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການ ທີ່ເປັນສາເຫດໃຫ້ເກີດການແຜ່ລະບາດຂອງສັດຕຸ ພືດ ໃນລະຫວ່າງ ການນໍາເຂົ້າ ຫຼື ສົ່ງຜ່ານພືດ; ບໍ່ປ່ອຍ ຫຼື ປົນຊຸດສິນຄ້າ ໃນໄລຍະເວລາການກັກກັນພາຍຫຼັງການນໍາເຂົ້າ, ຍົກເວັ້ນມີການອະນຸ ຍາດຢ່າງເປັນລາຍລັກອັກສອນ ຈາກກົມປູກຝັງ; ໃຫ້ຄວາມຮ່ວມມືແກ່ ກົມປູກຝັງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຫຼື ດ່ານກັກກັນພືດ ເຂົ້າເຖິງສະຖານທີ່ກັກແຍກປ່ຽວໄດ້ ຫຼື ປະຕິບັດ ຕາມບົດແນະນໍາຂອງ ກົມປູກຝັງ ກ່ຽວກັບ ສະຖານທີ່ກັກກັນດັ່ງກ່າວຫຼື ນໍາໃຊ້ມາດຕະການສຸຂານາໄມພືດ ຕໍ່ຊຸດສິນຄ້າ ທີ່ນໍາເຂົ້ານັ້ນ; ເກັບຮັກສາຊຸດກວດກາທີ່ກໍານົດລາຍການໄວ້ເພື່ອຊ່ວຍໃນການກວດກາ ແລະ ຮັບປະກັນການ ປ້ອງກັນພືດທີ່ເຫນາະສົມ ແລະ ບັນທຶກຂໍ້ມູນໃນສວນກ້າ; ຮັບຜິດຊອບຄ່າໃຊ້ຈ່າຍທັງຫົດ ກ່ຽວກັບ ການກວດກາຫຼັງການນໍເຂົ້າ.
ມາດຕາ 38 ຂໍ້ຫ້າມທົ່ວໄປ ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້: 1 ນໍາເອົາພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ເປັນອັນຕະລາຍ ຕໍ່ ພືດ, ດົນ, ສັດ ແລະ ສິ່ງແວດລ້ອມ ເຂົ້າ ຫຼື ສົ່ງຜ່ານ ສປປ ລາວ; ນໍາເຂົ້າ, ສົ່ງຜ່ານ, ເຄື່ອນຍ້າຍ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໂດຍບໍ່ໄດ້ຮັບ ອະນຸຍາດ ຈາກອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ; ນໍາເຂົ້າ, ສົ່ງຜ່ານ, ຂະຫຍາຍ ຫຼື ມີໄວ້ໃນຄອບຄອງສັດຕຸພືດຄວບຄຸມ ໂດຍບໍ່ໄດ້ຮັບອະນຸຍາດ; ດໍາເນີນທຸລະກິດ ນໍາເຂົ້າ ຫຼື ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໂດຍບໍ່ ໄດ້ຮັບອະນຸຍາດ; ອອກໃບອະນຸຍາດນໍາເຂົ້າ ຫຼື ສົ່ງຜ່ານ ໂດຍບໍ່ໄດ້ຮັບມອບຫນາຍ; ໃຫ້ສິນບົນ ແລະ ຂໍ້ມູນທີ່ບໍ່ຖືກຕ້ອງ ຕໍ່ພະນັກງານ ແລະ ເຈົ້າຫ້ໍາທີ່ກັກກັນພືດ, ປອມແປງ ເອກະສານ ແລະ ປະທັບຕາ ກ່ຽວກັບ ການປ້ອງກັນ ແລະ ກັກກັນພືດ; ນາບຂູ່, ກົດຫນ່ວງຖ່ວງດຶງ ແລະ ຂັດຂວາງການປະຕິບັດພໍ້າທີ່ ຂອງພະນັກງານ ແລະ ເຈົ້າຫ້າທີ່ ກັກກັນພືດ; ໂຄສະນາ ກ່ຽວກັບ ວຽກງານນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງດວບ ຄຸມ ເກີນຄວາມເປັນຈິງ; ຫຼຸດ ຫຼື ເພີ່ມ ປະລິມານຊຸດສິນຄ້າ ຫຼື ປ່ຽນແປງປະພດສິນຄ້າ ພາຍຫຼັງການຢັ້ງຢືນສຸຂານາໄມພືດ ໄດ້ຮັບອະຍາດ ໃຫ້ນໍາເຂົ້າ ຫຼື ສົ່ງຜ່ານ: 10, ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫນາຍ ແລະ ລະບຽບການ. ມາດຕາ 39 ຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າຫ້າທີ່ກັກກັນພືດ ນອກຈາກຂໍ້ຫ້າມທົ່ວໄປ ທີ່ກໍານົດໄວ້ໃນມາດຕາ 38 ຂອງຂໍ້ຕົກລົງສະບັບນີ້ ຫ້າມ ພະນັກງານ ແລະ ເຈົ້າຫ້າທີ່ກັກກັນພືດ ມີພຶດຕິກໍາ ດັ່ງນີ້: 1. ສວຍໃຊ້ ສິດ, ຫ້າທີ່ ແລະ ຕໍາແຫນ່ງ, ຮັບສິນບົນ, ສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດ ຂອງ ລັດ, ລວມທ ຫຼື ບຸກຄົນ: ເປີດເຜີຍຄວາມລັບ ຂອງ ລັດ ຫຼື ທາງລັດຖະການ ລວມທັງຂໍ້ມຸນຂອງຜູ້ປະກອບການ;
ຫ ທ ຂະ ຜາ ປອມແປງເອກະສານ ຫຼື ເອກະສານບໍ່ຖືກຕ້ອງ ຕາມລະບຽບການ; ອອກໃບປຢັ້ງຢືນສຸຂານາໄມພືດ ພາຍຫຼັງສົງອອກສິນຄ້າ; ຂາດຄວາມຮັບຜິດຊອບ ຫຼື ປະຕິບັດທ້າທີ່ດ້ວຍຄວາມປະບນາດ ທີ່ກໍ່ ໃຫ້ເກີດຄວາມເສຍຫາຍ; ເມີນເສີຍຕໍ່ລະບຽບການ, ຫຼັກການໃນການກວດກາ ພືດ, ຜະລິດຕະພັນພືດ ແລະ ວັດຸຖຸຕ້ອງ ຄວບດຸມ, ແກ້ໄຂວຽກງານ ໂດຍບໍ່ຖືກຕ້ອງຕາມມາດຕະການເຕັກນິກ; ເພີ່ມ ຫຼື ຫຼຸດ ອັດຕາຄ່າທໍານຽມ, ຄ່າບໍລິການວິຊາການ ຫຼື ນໍາໃຊ້ລາຍຮັບດັ່ງກ່າວ; ພົວພັນ ດ້ານການເງິນ, ສ່ວນຕົວ ແລະ ຜົນປະ ໂທຍດ ໃນການຂັ້ນທະບຽນສະຖານທີ່ປະກອບ ການຜະລິດ, ອອກໃບຢັ້ງຢືນສຸຂານາໄມພືດ ສໍາລັບສົງອອກ § ໃບຢັ້ງຍືນສຸຂານາໄມພືດ ສໍາລັບ ສົ່ງອອກຕໍ່; ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫນາຍ ແລະ ລະບຽບການ. 16 ບນວດທີ 8 ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ມາດຕາ 40 ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງ ຄວບຄຸມ ກະຊວງກະສິກໍາ ແລະ ປ່າໄມ້ ຄຸ້ມຄອງການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸ ຕ້ອງຄວບຄຸມ ຢ່າງລວມສູງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກົມປູກຝັງ ເປັນເຈົ້າ ການຮັບຜິດຊອບໂດຍກົງ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເປັນຕົ້ນ ຂະແບນງການອຸດສາຫະກໍາ ແລະ ການຄ້າ, ສາທາລະນະສຸກ, ການເງິນ, ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວ ຂ້ອງ. ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ແມ່ນອົງ ການດຽວກັນກັບອົງການຄຸ້ມຄອງວຽກງານປ້ອງກັນພືດ ແລະ ກັກກັນພືດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 67 ຂອງກົດບນາຍວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ຊຶ່ງປະກອບດ້ວຍ: 1. ກະຊວງກະສິກໍາ ແລະ ປ່າໄມ້ ໂດຍແມ່ນ ກົມປູກຝັງ ເປັນເສນາທິການ; 2. ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ໂດຍແມ່ນ ຂະແຫນງປູກຝັງ ເປັນເສນາທິ ການ; 3. ດ່ານກັກກັນພືດສາກົນ.
ມາດຕາ 41 ສິດ ແລະ ຫ້າທີ່ ຂອງ ກົມປູກຝັງ ໃນການຄຸ້ມຄອງການນໍາເຂົ້າ ແລະ ສົ່ງຜ່ານ ພີດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ມື ສິດ ແລະ ຫ້າທີ່ຕົ້ນຕໍ ດັ່ງນີ້: 1. ສ້າງຄູ່ມື ແລະ ບົດແນະນໍາ ໃນການຈັດຕັ້ງປະຕິບັດລະບົບຄຸ້ມຄອງການນໍາເຂົ້າ ພືດ, ຜະລິດຕະ ພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໃຫ້ມີຄວາມເອກະພາບ ໃນຂອບເຂດທົ່ວປະເທດ; ໂຄສະນາເຜີຍແຜ່ຂໍ້ມູນ ຂ່າວສານ ກ່ຽວກັບ ເງື່ອນໄຂ ແລະ ລະບຽບການ ນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ດ້ວຍຫຼາຍຮູບການ ເປັນຕົ້ນ ຈົດຫຟາຍເຫດທາງ ລັດຖະການ, ເວັບໄຊຂອງກົມປູກຝັງ, ວິທະຍຸ, i@y, ຕິດປະກາດຢູ່ ງ່ານນໍາເຂົ້າ, ປ່ອງເອກະ ສານຂາອອກ-ຂາເຂົ້າ ຂອງກົມປູກຝັງ, ສະຖານທີ່ສາທາລະນະອື່ນ ທີ່ກ່ຽວຂ້ອງ; ດໍາເນີນການວິໄຈຄວາມສ່ຽງສັດຕູພຶດ ຫຼື ຮັບຮອງເອົາ ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການ ນໍາເຂົ້າທີ່ເຫັນວ່າເທົ່າທຽມກັບປະເທດດຄູ່ຄ້າ ຫຼື ພາກພື້ນ, ສ້າງບັນຊີສັດຕູພືດກັກກັນ, ບັນຊີສັດຕຸ ພືດຄວບຄຸມ, ບັນຊີພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ຕ້ອງຂໍອະນຸຍາດນໍາເຂົ້າ; ດໍາເນີນການກວດກາກ່ອນການນໍາເຂົ້າຢູ່ປະເທດແຫຼ່ງກໍາເນີດ; ທ ອອກ, ໂຈະ ຫຼື ຍົກເລີກ ການອະນຸຍາດນໍາເຂົ້າ ແລະ ສົ່ງຜ່ານ, ສະຖານທີ່ກັກກັນພາຍຫຼັງນໍາເຂົ້າ; ຄົ້ນຄວ້າ ແລະ ມອບບນາຍສິດໃຫ້ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ທີ່ມີ ຜື່ອນໄຂໃນການອອກໃບອະນຸຍາດນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸ ຄວບຄຸມ ທີ່ບໍ່ນອນຢູ່ໃນບັນຊີທີ່ຕ້ອງຂໍອະນຸຍາດນໍາເຂົ້າ ແລະ ກໍານົດດ່ານນໍາເຂົ້າສະເພາະ; 7. ນໍາໃຊ້ມາດຕະການສຸຂານາໄມພືດ ຕໍ່ກັບຊຸດສິນຄ້າ ແລະ ຜູ້ລະເມີດຂໍ້ກໍານົດເງື່ອນໄຂດ້ານສຸຂານາ ໄມພືດ ຂອງ ສປປ ລາວ ຫຼື ການປະຕິບັດດ້ານສຸຂານາໄມພືດແບບສຸກເສີນ ລວມທັງການບໍາບັດ ຊຸດສິນຄ້າ, ການສົ່ງກັບຄືນປະເທດສົ່ງອອກ ຫຼື ທໍາລາຍຖິ້ມ ຕາມຫຼັກວິຊາການ; 8. ແຈ້ງ ແລະ ປະສານສົນທົບສອງຝ່າຍ ກັບ ເລຂາທິການສົນທິສັນຍາປ້ອງກັນພືດສາກົນ (IPPC), ຣົງການປ້ອງກັນພືດແຫ່ງຊາດ (NPPO) ຂອງປະເທດສົ່ງອອກ, ອົງການປ້ອງກັນພືດພາກພື້ນ ໃນກໍລະນີ ທີ່ຕ້ອງໄດ້ປະຕິບັດມາດຕະການສຸຂານາໄມພືດ ແລະ ແຈ້ງກໍລະນີທີ່ບໍ່ສອດຄ່ອງໃຫ້ ປະເທດຄູ່ຄ້າຊາບ; 9. ຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນ ຜູ້ທີ່ຮັບຜິດຊອບວຽກງານດຸ້ມຄອງ ການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ; 10. ຊີ້ນໍາ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໃນຂອບເຂດທົ່ວປະເທດ; 11. ແຈ້ງໃຫ້ປະເທດພາຄີຂອງສົນທິສັນຍາປ້ອງກັນພືດສາກົນ (IPPC) ກ່ຽວກັບ ກໍລະນີມີການລະ ເມີດຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມພືດ ໃນການນໍາເຂົ້າ, ການກວດພົບສັດຕູພືດກັກກັນ ຫຼື ສັດ ຕູພືດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມ ແລະ ການປະຕິບັດ ມາດຕະການສຸຂານາໄມພືດສຸກເສີນ; 12. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະ ພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໃຫ້ການນໍາກະຊວງກະສິກໍາ ແລະ ປ່າໄມ້ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ; 13. ນໍາໃຊ້ສິດ ແລະ ປະຕິບັດພ້າທີ່ອື່ນ ຕາມກົດຫນາຍ ແລະ ລະບຽບການ.
ມາດຕາ 42 ສິດ ແລະ ຫ້າທີ່ ຂອງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ໃນການຄຸ້ມຄອງການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບດຸມ ພະແນກ ະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ມີສິດ ແລະ ຫ້າທີ່ ຕົ້ນຕໍ ດັ່ງນີ້: 1. ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບ ເງື່ອນໄຂ ແລະ ລະບຽບການ ນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ດ້ວຍຫຼາຍຮູບການ ເປັນຕົ້ນ ວິທະຍຸ, ຫັງສີພິມ, ຕິດປະກາດຢູ່ດ່ານນໍາເຂົ້າ, ປ໋ອງເອກະສານຂາອອກ-ຂາເຂົ້າ ຂອງພະແນກກະສິກໍາ ແລະ ປ່າໄມ້, ສະຖານທີ່ສາທາລະນະອື່ນທີ່ກ່ຽວຂ້ອງ; 2. ອອກ, ໂຈະ ຫຼື ຍົກເລີກ ໃບອະນຸຍາດນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸ ຕ້ອງຄວບຄຸມ ທີ່ບໍ່ນອນໃນບັນຊີທີ່ຕ້ອງຂໍອະນຸບຍາດນໍາເຂົ້າ ຕາມການມອບຫນາຍຂອງກົມປຸກພັງ; 3. ແຈ້ງ ແລະ ລາຍງານ ໃຫ້ກົມປູກຝັງຊາບທັນທີ ກ່ຽວກັບ ການກວດພົບຄວາມບໍ່ຖືກຕ້ອງ ແລະ ບໍ່ ສອດຄ່ອງ; 4. ປະສານສົມທົບກັບພະແນກການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຂອງແຂວງ, ນະຄອນຫຼວງ ໃນ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ; 5. ຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ຜູ້ທີ່ຮັບຜິດຊອບວຽກງານລຸ້ມຄອງ ການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ; 6. ມອບສໍາເນົາບົດລາຍງານການກວດກາ ແລະ ລາຍງານເປັນແຕ່ລະໄລຍະ ໃຫ້ກົມປູກຝັງ; 7. ນໍາໃຊ້ສິດ ແລະ ປະຕິບັດຕາມຫ້າທີ່ອື່ນ ຕາມກົດປນາຍ ແລະ ລະບຽບການ. ມາດຕາ 43 ສິດ ແລະ ຫ້າທີ່ ຂອງ ດ່ານກັກກັນພືດ ໃນການຄຸ້ມຄອງການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ດ່ານ ກັກກັນພືດ ທີ່ໄດ້ຮັບມອບບນາຍຈາກກົມປູກຝັງ ຫຼື ອົງການປ້ອງກັນພືດແຫ່ງຊາດ ຂອງ ສປປ ລາວ ມີສິດ ແລະ ຫາທີ່ ຕາມຂອບເຂດຄວາມຮັບຜິດຊອບ ດັ່ງນີ້: 1. ແຈ້ງ ແລະ ລາຍງານໃຫ້ພະແນກກະສິກໍາ ແລະ ປ່າໄມ້ ແລະ ກົມປູກຝັງ ຊາບທັນທີ ກ່ຽວກັບ ການກວດພົບດວາມບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງ; 2. ດໍາເນີນການສໍາຫຼວດ ແລະ ກວດກາສັດຕູພືດ ໃນເວລາການນໍາເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸດວບດຸມ; 3. ກັກ, ແຍກປ່ຽວ, ສົ່ງຕົວຢ່າງໄປວິໄຈ, ບໍາບັດ, ປະຕິເສດການນໍາເຂົ້າ, ສົ່ງກັບຄືນ, ທໍາລາຍ ຫຼື ນໍາ ໃຊ້ມາດຕະການອື່ນຕໍ່ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ມີສັດຕູພົດຄວບຄຸມ; 4, ນໍາໃຊ້ມາດຕະການສຸຂານາໄມພືດຕໍ່ຊຸດສິນຄ້າ ແລະ ຜູ້ລະເມີດເງື່ອນໄຂດ້ານສຸຂານາໄມພືດ ຂອງ ສປປ ລາວ ຫຼື ການປະຕິບັດມາດຕະການສຸຂານາໄມພືດແບບສຸກເສີນ ລວມທັງການປບໍາບັດວັດຖຸ ຕ້ອງຄວບດຸມ, ການສົ່ງກັບຄືນປະເທດສົ່ງອອກ ຫຼື ທໍາລາຍຖີ້ມ; 5. ມອບສໍາເນົາບົດລາຍງານການກວດກາ ແລະ ລາຍງານເປັນແຕ່ລະໄລຍະ; 6. ນໍາໃຊ້ສິດ ແລະ ປະຕິບັດຕາມຫ້າທີ່ອື່ນ ຕາມກົດຫນພາຍ ແລະ ລະບຽບການ.
ບນວດທີ 9 ບົດບັນຍັດສຸດທ້າຍ ມາດຕາ 44 ຄ່າທໍານຽມ ແລະ ຄ່າບໍລິການ ກົມປຸກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ດ່ານກັກກັນພືດ ຕ້ອງເກັບຄ່າ ທໍານຽມ ແລະ ຄ່າບໍລິການ ສໍາລັບການກວດກາ, ເກັບຕົວຢ່າງ, ການວິໄຈ, ການບໍາບັດ, ການອອກໃບອະນຸຍາດ ນໍາເຂົ້າ, ໃບອະນຸຍາດ ສົ່ງຜ່ານ ລວມທັງ ຄ່າທໍານຽມ ແລະ ຄ່າບໍລິການອື່ນ ກ່ຽວກັບ ການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຕາມທີ່ໄດ້ກໍານົດໄວ້ ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ. ມາດຕາ 45 ການຈັດຕັ້ງປະຕິບັດ ກົມປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ດ່ານກັກກັນພືດ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໂດຍປະສານສົມທົບກັບຂະແບນງການ ແລະ ອົງການອື່ນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ. ມາດຕາ 46 ຜົນສັກສິດ ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງເຜີຍແຜ່ໃນຈົດຫນາຍເຫດ ທາງລັດຖະການ ສິບຫ້າ ວັນ. ບຸນຂວາງ ຄໍາບຸນເຮືອງ