Decision No. 1448/MAF on the Organization and Activities of the City and District Agriculture and Environment Offices
颁布于 2025-09-25 · 文本截至 2026-10-01
以研究形式发布的公开法律与官方指引,不构成法律、税务或金融建议。
研究内容本身以英文撰写。标题和标签已翻译,调查结果和引文未翻译。
关于这部法律
- 语言
- Lao
- 类型
- 条例
- 国家
- 老挝
- 主题
- Agricultural and rural development, Environment, Forestry
- 关键词
- agricultural development, policy/planning, institution, sustainable use, monitoring, governance, local government, protection of environment, forest management/forest conservation, forest service
在哪里阅读
该法律没有记录来源链接。
文本
所收录的法律原文,按条款排列。每个条款都有自己的链接。
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງກະສິກໍາ ແລະ ສິງແວດລ້ອມ 1448. /ກສ s ເລກທີ ນະຄອນຫຼວງວຽງຈັນ, ວັນທີ 25 9ເດ 2025 ¥ o ຂໍຕົກລົງ ວາດ້ວຍການຈັດຕັ້ງ ແລະ ເຄືອນໄຫວ ຂອງຫ້ອງການກະສິກໍາ ແລະ ສິງແວດລ້ອມ ນະຄອນ, ເມືອງ -. ອີງຕາມ ກົດຫາຍ ວາດ້ວຍການປົກຄອງທ້ອງຖິນ (ສະບັບປັບປຸງ) ສະບັບເລກທີ 78/ສພຊ, ລົງວັນທີ 20 ມີນາ 2025; - ອີງຕາມ ດໍາລັດ ວາດ້ວຍການຈັດຕັ້ງ ແລະ ເຄືອນໄຫວ ຂອງກະຊວງກະສິກໍາ ແລະ ສິງແວດລ້ອມ ສະ ບັບເລກທີ 534/ນຍ, ລົງວັນທີ 14 ສິງຫາ 2025; > ອີງຕາມ ການຕົກລົງ ຂອງກອງປະຊຸມຄະນະປະຈໍາພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຄັງວັນທີ 29 ສິງຫາ 2025; -. ອີງຕາມ ຂໍ້ຕົກລົງ ວາດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ ຂອງພະແນກກະສິກໍາ ແລະ ສິງແວດ ລ້ອມ ນະຄອນຫຼວງວຽງຈັນ, ແຂວງ ສະບັບເລກທີ 1432/ກສ, ລົງວັນທີ 25 ກັນຍາ 2025. ລັດຖະມົນຕີກະຊວງກະສິກໍາ ແລະ ສິງແວດລ້ອມ ຕົກລົງ: ຫວດທີ 1 ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກໍານົດທີຕັ່ງ, ພາລະບົດບາດ, ຫາທີ, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກ ການ ແລະ ແບບແຜນວິທີເຮັດວຽກ ຂອງຫ້ອງການກະສິກໍາ ແລະ ສິງແວດລ້ອມ ນະຄອນ, ເມືອງ ເພື່ອເປັນ ບອນອີງທາງດ້ານນິຕິກໍາໃຫ້ແກການຈັດຕັ້ງ ແລະ ການເຄືອນໄຫວວຽກງານ ແນໃສຈັດຕັ້ງປະຕິບັດວຽກງານ ກະສິກໍາ, ປ່າໄມ້, ພັດທະນາຊົນນະບົດ ຮັບປະກັນຄວາມຫັນຄົງດ້ານສະບຽງອາຫານ ແລະ ການຜະລິດເປັນ ສິນຄ້າ, ການຄຸ້ມຄອງ ແລະ ນໍາໃຊ້ ຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ ໃຫ້ມີປະສິດທິຜົນສູງ.
ມາດຕາ 2 ທີຕັງ ແລະ ພາລະບົດບາດ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ນະຄອນ, ເມືອງ ຂຽນເປັນຕົວອັກສອນຫຍໍ໋ວາ "ກສນ", "ກສມ", ແມນກົງຈັກການຈັດຕັ່ງຫນຶ໊ງ ທີເປັນຫົວທປ່ວຍວິຊາການ ຂອງພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ; .ມີພາລະບົດບາດເປັນເສນາທິການ ໃຫ້ແກຄະນະກໍາມະການປົກຄອງ ຂັ້ນ ເມືອງ, ພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ໃນການຄຸ້ມຄອງຈຸລະພາກ ກຽວກັບວຽກງານກະສິກໍາ, ປ່າໄມ້, ການປຸງແຕ່ງກະສິກໍາ ແລະ ປາໄມ້ ຂັ້ນຕົ້ນ, ວຽກງານພັດທະນາຊົນນະ ບົດ, ວຽກງານຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ ພາຍໃນນະຄອນ, ເມືອງ. /7 ຫຼວດທີ 2 ຫ້າທີ ແລະ ຂອບເຂດສິດ ມາດຕາ 3 ຫາທີ ຫ້ອງການກະສິກໍາ ແລະ ສິງແວດລ້ອມ ນະຄອນ, ເມືອງ ມີຫ້າທີ ດັ່ງນີ້: 1. ປະຕິບັດລັດຖະທໍາມະນູນ, ກົດຫນາຍ ແລະ ມະຕິ ຂອງສະພາແຫງຊາດ, ສະພາປະຊາຊົນຂັ້ນແຂວງ, ລັດ ຖະບັນຍັດ ຂອງປະທານປະເທດ, ດໍາລັດ, ມະຕິ ແລະ ນິຕິກໍາ ຂອງລັດຖະບານ, ນາຍົກລັດຖະມົນຕີ, ລັດຖະມົນຕີ, ຄະນະກໍາມະການປົກຄອງ ຂັ້ນແຂວງ ແລະ ຂັ້ນເມືອງ ກ່ຽວກັບວຽກງານຂອງຂະແຫນງ ກະສິກໍາ ແລະ ສິງແວດລ້ອມ; 2. ເຜີຍແຜ, ເຊືອມຊຶມ ແລະ ຄົ້ນຄວ້າຜັນຂະຫຍາຍ ແນວທາງນະໂຍບາຍ ຂອງພັກ, ນະໂຍບາຍ, ແຜນຍຸດ ທະສາດ ແລະ ມະຕິຕົກລົງ ຂອງລັດຖະບານ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຄະນະກໍາມະການ ປົກຄອງ ຂັນແຂວງ ແລະ ຂັນເມືອງ ກ່ຽວກັບວຽກງານຂອງຂະແຫນງກະສິກໍາ ແລະ ສິງແວດລ້ອມ ມາ ເປັນແຜນການ, ແຜນງານ, ໂຄງການລະອຽດ ຂອງຕົນ ພ້ອມທັງຮັບຜິດຊອບໃນການຈັດຕັ່ງປະຕິບັດ ໃຫ້ໄດ້ຮັບຜົນດີ; 3. ຄົ້ນຄວ່າ ສ້າງ, ປັບປຸງ ບັນດານິຕິກໍາ, ລະບຽບການ ອັນຈໍາເປັນສໍາລັບຄຸ້ມຄອງວຽກງານ ຂອງຫ້ອງ ການກະສິກໍາ ແລະ ສິ່ງແວດລ້ອມ ໂດຍຜັນຂະຫຍາຍບັນດານິຕິກໍາ, ລະບຽບການຕາງໆ ຂອງກະຊວງ ກະສິກໍາ ແລະ ສິງແວດລ້ອມ, ພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ວາງອອກ ຕາມການແປງຂັນຄຸ່ມຄອງ; 4. ຊຸກຍູ້, ສົ່ງເສີມ ການຜະລິດສະບຽງອາຫານໃຫ້ພຽງພໍ ເພືອຄ້າປະກັນຄວາມບັັນຄົງທາງດ້ານສະບຽງອາ ຫານ ແລະ ໂພຊະນາການ; ມີວັດຖຸດິບປ້ອນໂຮງງານປຸງແຕງ; ຍູ່ແຮງການຜະລິດກະສິກໍາ ແລະ ປ່າໄມ້ ເປັນສິນຄ້າແບບຫຼາກຫຼາຍ ຕາມທາແຮງທີໄດ້ປຽບຂອງທ້ອງຖິນ ໂດຍມີການກໍານົດເຂດການຜະລິດຕິດ ພັນກັບການປຸງແຕງ ແລະ ການຕະຫຼາດ; ຊຸກຍູ່ການພັດທະນາ ວິສາຫະກິດຝາມ, ຄອບຄົວຕົວແບບ ໃນ ການຜະລິດສິນຄ້າສົດ, ຊີວະພາບ, ສະອາດ, ປອດໄພ, ຜະລິດສິນຄ້າ ເພືອຊົມໃຊ້ພາຍໃນນະຄອນ, ເມືອງ ແລະ ສະຫນອງໃຫ້ຕະຫຼາດພາຍໃນປະເທດ ເພືອທົດແທນການນໍາເຂົ້າຈາກຕ້າງປະເທດເທື່ອລະ ກ້າວ ໂດຍສອດຄອງກັບມາດຕະຖານສຸຂານາໄມ ພືດ ແລະ ສັດ ຂອງປະເທດຄູຄໍ້າ; 5. ຊຸກຍູ່, ສົ່ງເສີມ ແລະ ຖ້າຍທອດ, ຈັດຝຶກອົບຮົມ, ແນະນໍາດ້ານເຕັກນິກ ກ່ຽວກັບການຜະລິດແນວພັນ ພືດ-ສັດ, ການປັບປຸງດິນ, ການປູກ, ການລ້ຽງ, ການປຸງແຕ່ງ, ການນໍາໃຊ້ກົນຈັກ ແລະ ດ້ານການບໍລິ ຫານຈັດການກຸມ, ສະຫະກອນ ແລະ ກອງທຶນ, ການເຂົ້າເຖິງຕະຫຼາດ ແລະ ແຫຼ່ງທຶນ ໃຫ້ຊາວກະສິ ກອນ, ກຸມ, ສະຫະກອນ ແລະ ຜູ້ປະກອບການ ເພືອແນໃສຍົກລະດັບຄວາມສາມາດ ຂອງການຜະລິດ ແລະ ການປຸງແຕ່ງ ໃຫ້ມີຄຸນນະພາບຕາມຄວາມຕ້ອງການ ຂອງຕະຫຼາດ ເພືອເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ ພ້ອມທັງສ້າງ ແລະ ຍົກລະດັບຄວາມຮູ້ວິຊາການກະສິກໍາ ແລະ ປ່າໄມ້ ຂັ້ນບ້ານ; 6. ສ້າງ, ປັບປຸງ, ຕິດຕາມ ແລະ ປະເມີນ ກຸມ, ສະຫະກອນ ແລະ ກອງທຶນ ລວມທັງການສົ່ງເສີມການຜະ ລິດແບບຜູກພັນຕາມສັນຍາ, ຜະລິດຕາມຄວາມຕ້ອງການ ຂອງຕະຫຼາດ ໃຫ້ເປັນຂະບວນກວ້າງຂວາງ; 7. ພັດທະນາສະຖານີບໍລິການເຕັກນິກກະສິກໍາ ຕາມທາແຮງເຂດການຜະລິດ ຂອງນະຄອນ, ເມືອງ ໃຫ້ເຂັ້ມ ແຂງ, ຮັບປະກັນການເຄືອນໄຫວໃຫ້ມີປະສິດທິພາບ ດ້ວຍການປະກອບທຶນ, ພະນັກງານວິຊາການ ທີມີ ຄວາມຮູ້-ຄວາມສາມາດ, ປະກອບວັດຖຸ-ເຕັກນິກ ແລະ ເຕັກໂນໂລຊີ ການປູກ, ການລ້ຽງ, ການປຸງ ແຕ່ງ ທີທັນສະໄຫນໃຫ້ສະຖານີ ເພືອຖ້າຍທອດບົດຮຽນ, ເປັນປອນສາທິດໃຫ້ແກຊາວກະສິກອນ, ຜູ້ຜະ ລິດ, ກຸມປຸງແຕງ, ຜູ້ປະກອບການ, ນັກສຶກສາ ແລະ ສັງຄົມ; ,//
ເກັບກໍາ ແລະ ສະຫນອງ ຂໍ້ມູນທີຈໍາເປັນໃຫ້ແກການຢັ້ງຢືນກະສິກໍາສະອາດ, ສຸຂານາໄມ ພືດ ແລະ ສັດ ເພືອສົ່ງອອກຜະລິດຕະພັນກະສິກໍາ ແລະ ປ່າໄມ້; ຄຸ້ມຄອງ, ຕິດຕາມ, ກວດກາ ຜະລິດຕະພັນກະສິກໍາ, ປ່າໄມ້, ປັດໄຈການຜະລິດ ຕາມມາດຕະຖານດ້ານເຕັກນິກ ແລະ ຄຸນນະພາບ ທີກະຊວງວາງອອກ; ຄຸ້ມ ຄອງການນໍາໃຊ້, ການເຄືອນຍ້າຍ ແລະ ປົກປັກຮັກສາ ພືດ, ສັດລ້ຽງ, ສັດນ້ໍາ, ແນວພັນໄມ້ ແລະ ປັດ ໄຈການຜະລິດ ຕາມກົດຫນາຍ ແລະ ລະບຽບການ; ປ້ອງກັນ ແລະ ສະກັດກັນການລະບາດ ຂອງພະ ຍາດ, ພະຍາດສັດ ແລະ ສັດຕູພືດ ພາຍໃນນະຄອນ, ເມືອງ; ສົມທົບກັບຂະແຫນງການສາຍຕັ້ງ ແລະ ພາກສ່ວນກ່ຽວຂ້ອງ ຄຸ້ມຄອງ, ຊຸກຍູ່, ສົ່ງເສີມ ແລະ ພັດທະນາ ໂຮງງານປຸງແຕ່ງກະສິກໍາ ແລະ ປາໄມ້ ຂັ້ນຕົ້ນ ຕາມການແປງຂັ້ນຄຸ້ມຄອງ ບົນພື້ນຖານກົດຫນາຍ ແລະ ລະບຽບການ; 10. ຄຸ້ມຄອງ, ຕິດຕາມ, ກວດກາ ການນໍາໃຊ້ປັດໄຈ ເຂົ້າໃນການຜະລິດກະສິກໍາ ເປັນຕົ້ນ ຝຸ່ນເຄມີ, ຢາປາບ ສັດຕູພືດ, ຢາຂ້າຫຍ້າ, ສານຄວບຄຸມການຈະເລີນເຕີບໂຕຂອງພືດ, ການຕັດແຕງພັນທຸກໍາ (GMO), ຢາປົວພະຍາດສັດ, ຢາວັກຊີນ, ຄຼີນິກປົວສັດ, ອາຫານສັດສໍາເລັດຮູບ, ວັດຖຸດິບສໍາລັບການຜະລິດຢາ ແລະ ອາຫານສັດ ແລະ ສານເຄມີອື່ນໆ ໃຫ້ໄດ້ຕາມມາດຕະຖານກະສິກໍາສະອາດ; 11. ສ້າງ ແລະ ປັບປຸງ ກຸມຜູ້ນໍາໃຊ້ນ້ໍາ ໃຫ້ຖືກກັບລະບຽບການ ແລະ ມີຄວາມເຂັ້ມແຂງ ຮັບປະກັນໃຫ້ລະ ບົບຊົນລະປະທານທີລັດໄດ້ລົງທຶນສ້າງ ໃຫ້ມີການຄຸ້ມຄອງ ແລະ ນໍາໃຊ້ ຢ່າງມີປະສິດທິຜົນ; ຊຸກຍູ້, ສິ່ງ ເສີມປະຊາຊົນໃຫ້ເປັນເຈົ້າການສ້າງ ແລະ ປັບປຸງ ຊົນລະປະທານພູມປັນຍາຊາວບ້ານ, ນໍາໃຊ້ພະລັງງານ ທົດແທນເຂົ້າໃນການສູບນ້ໍາໃນລະດັບຄອບຄົວ ເພືອໃຫ້ຊຸມຊົນພັດທະນາ, ນ້ໍາໃຊ້ ແລະ ປົກປັກຮັກສາ ພ້ອມທັງຝຶກອົບຮົມວຽກງານຄຸ້ມຄອງ-ນໍາໃຊ້ ໃຫ້ກຸມນໍາໃຊ້ນ້ໍາຊົນລະປະທານ ຮວມກັບພາກສວນທີ ກ່ຽວຂ້ອງ ຕາມການແປງຂັ້ນຄຸ່ມຄອງ; 12. ຄຸ້ມຄອງປົກປັກຮັກສາປ່າໄມ້ ຕາມລະບົບ 03 ປະເພດປ່າ ເປັນຕົນ ປ່າສະຫງວນແຫງຊາດ ຫຼື ອຸທິຍານ ແຫງຊາດ, ປ່າປ້ອງກັນແຫງຊາດ ແລະ ປ່າຜະລິດ ທີຕັ່ງຢູ່ເມືອງຂອງຕົນ ຕາມການແປງຂັນຄຸ່ມຄອງ; ເຂົ້າຮ່ວມຈັດຕັ້ງປະຕິບັດມາດຕະການພື້ນຟູປ່າໄມ້ ແລະ ປົກປັກຮັກສາແຫຼ່ງນ້າ-ຄວາມສົມດຸນ ຂອງລະ ບົບນິເວດ ແລະ ຊີວະນາໆພັນ ພ້ອມທັງການປ້ອງກັນໄຟໄຫນ້ລາມປ່າ; ສົ່ງເສີມການປັ້ນຟູປ່າໄມ້ ແລະ ການປູກໄມ້ເປັນສິນຄ້າ ຕິດພັນກັບການສົ່ງເສີມການທອງທຽວທໍາມະຊາດ, ການພັດທະນາກະສິກໍາ, ປ່າ ໄມ້ ແລະ ການປູກ-ການລ້ຽງສັດ ແບບປະສົມປະສານ, ການຫຼຸດຜອນການປ່ອຍທາດອາຍເຮືອນແກ້ວ ຈາກການທໍາລາຍປາໄມ້ ແລະ ການເຮັດໃຫ້ປາໄມ້ເສື່ອມໂຊມ ແລະ ຍູ້ແຮງການຄ້າຂາຍສິນເຊືອກາກ ບອນປາໄມ້ໃນເຂດປາໄມ້ທີມີເງືອນໄຂ ຕາມທິດສີຂຽວ ແລະ ຍືນຍົງ; 13. ສົມທົບກັບຂະແຫນງການສາຍຕັ່ງ ແລະ ພາກສວນກ່ຽວຂ້ອງ ຊຸກຍູ້ ແລະ ອໍານວຍຄວາມສະດວກ ໃຫ້ແກ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕາງປະເທດ ທີລົງທຶນໃສ່ການປູກໄມ້ ແລະ ເຄືອງປ່າຂອງດົງ ເປັນສິນຄ້າ ແລະ ປົກປັກຮັກສາສິງແວດລ້ອມ; ວາງແຜນການຄຸ້ມຄອງ, ປົກປັກຮັກ ສາ, ພັດທະນາ ແລະ ນໍາໃຊ້ 03 ປະເພດປ່າ ແລະ ເນື້ອທີປ່າໄມ້ ໃນເຂດຄຸ້ມຄອງຂອງບ້ານ ຕາມການ ແປງຂັ້ນຄຸ້ມຄອງ ພ້ອມທັງມີມາດຕະການປ້ອງກັນໄຟໄຫນ້ລາມປາ ຢູ່ທ້ອງຖິນຂອງຕົນ; 14. ເປັນເຈົ້າການຈັດຕັ່ງຜັນຂະຫຍາຍການຄຸ້ມຄອງ ແລະ ພັດທະນາທີດິນ ຕາມການແປງຂັ້ນຄຸ້ມຄອງ ເປັນ ຕົ້ນ ແຜນແມບົດຈັດສັນທີດິນແຫ່ງຊາດ, ສໍາຫຼວດ ແລະ ກໍານົດ, ວາງແຜນການນໍາໃຊ້ທີດິນ, ຈັດສັນ ທີດິນຂອງລັດແບບມີກໍານົດ, ປັກຫຼັກກນາຍ ເຂດທີດິນສະຫງວນ, ອະນຸລັກດິນທີຈະນໍາໃຊ້ ແລະ ພັດ ທະນາການຫັນປ່ຽນປະເພດທີ່ດິນ, ຂຶ້ນທະບຽນອອກໃບຕາດິນລັດ ໃນການໃຫ້ເຊົ່າ ຫຼື ສໍາປະທານ; ອອກໃບຕາດິນ ແລະ ອອກໃບຢັ້ງຢືນຫ້ອງຊຸດ ຄອນໂດມີນຽມ, ຈົດທະບຽນນິຕິກໍາທີດິນ, ສ້າງເຂດ ແລະ ຫົວຫນ່ວຍ ລາຄາປະເມີນທີດິນ, ອະນຸຍາດ ແລະ ຄຸ່ມຄອງ ວຽກງານທຸລະກິດ ກຽວກັບທີດິນ, ຄຸ່ມ ຄອງລະບົບຂໍ້ມູນຂ່າວສານທີດິນ, ພັດທະນາທີດິນແຕລະປະເພດ ເປັນຕົ້ນ ທີດິນກະສິກໍາ ແລະ ທີດິນປ່າ ໄມ້ ຕາມການແປງຂຶ້ນຄຸ້ມຄອງ; ,//
15. ຊຸກຢູ້, ຕິດຕາມ, ກວດກາ ວຽກງານຄຸ້ມຄອງ ແລະ ພັດທະນາທີດິນ ຕາມການແປງຂັ້ນຄຸ່ມຄອງ ເປັນ ຕົ້ນ ການຂຶ້ນທະບຽນອອກໃບຕາດິນ, ອອກໃບຢັ້ງຢືນການນໍາໃຊ້, ການພັດທະນາ, ປ່ຽນເປົ້າຫນາຍ, ການສ້າງສໍາມະໂນ ແລະ ປະເມີນລາຄາ; 16. ເກັບກໍາຂໍ້ມູນ, ສ້າງເປັນສະຖິຕິ ແລະ ຕິດຕາມປະເມີນຜົນ ການນໍາໃຊ້ທີດິນກະສິກໍາປະເພດຕາງໆ ລວມ ທັງການເຊົ່າ, ສໍາປະທານ, ອອກໃບຢັ້ງຢືນການນໍາໃຊ້ ແລະ ໃບຢັ້ງຢືນ ການພັດທະນາ; 17. ຄຸ້ມຄອງ, ໃຫ້ບໍລິການວິໄຈ ແລະ ສົ່ງເສີມປັບປຸງດິນກະສິກໍາ, ການຜະລິດ ແລະ ນໍາໃຊ້ຝຸ່ນ ເປັນຕົ້ນ ອົງ ຄະທາດ, ຊີວະພາບ, ເຄມີ ແລະ ອືນໆ ພາຍໃນນະຄອນ, ເມືອງ; 18. ສາທິດ ແລະ ຜັນຂະຫຍາຍ ຮູບແບບການພັດທະນາທີດິນກະສິກໍາທີເຫນາະສົມກັບການຜະລິດແຕລະ ເຂດ ຂອງນະຄອນ, ເມືອງ; ຄຸ້ມຄອງ, ຕິດຕາມ, ກວດກາ ການນໍາໃຊ້ທີດິນກະສິກໍາ, ດິນປ່າໄມ້, ດິນບໍ່ ລິເວນນ້ໍາ, ແຫຼ້ງນ້າ ແລະ ຊັບພະຍາກອນປ່າໄມ້ ໃນຂອບເຂດຮັບຜິດຊອບຂອງຕົນ ໃຫ້ເກີດປະໂຫຍດ ສູງສຸດ ແລະ ມີຄວາມຍືນຍົງ; 19. ເປັນໃຈກາງປະສານງານກັບບັນດາຫ້ອງການອ້ອມຂ້າງ ຂອງນະຄອນ, ເມືອງ ໃນການພັດທະນາຊົນນະ ບົດຮອບດ້ານ ຕາມພາລະບົດບາດ ຂອງບັນດາຫ້ອງການທີຂຶ້ນກັບນະຄອນ, ເມືອງ; ຄົ້ນຄວ້າ, ກໍານົດຈຸດ ສຸມພັດທະນາຊົນນະບົດໃນແຕລະໄລຍະ ຕາມທິດສາມສ້າງ ໃຫ້ສອດຄອງກັບສະພາບຄວາມເປັນຈິງ ຂອງທ້ອງຖິນ ພ້ອມທັງຊຸກຍູ່, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ເປັນແຕລະໄລຍະ; 20. ສ້າງ ແລະ ປັບປຸງ ແຜນຄຸ້ມຄອງນໍາ ແລະ ຊັບພະຍາກອນນໍາ ຕາມການແປງຂັ້ນຄຸ້ມຄອງ ເປັນຕົ້ນ ການ ຜັນຂະຫຍາຍຍຸດທະສາດການຄຸ້ມຄອງ, ການບໍລິຫານ ແລະ ການນໍາໃຊ້ນ້ໍາ ແລະ ຊັບພະຍາກອນນ້ໍາ, ການຄຸ້ມຄອງ ທີ່ດິນບໍລິເວນນ້້າ, ນ້ໍາໃຕ້ດິນ ລວມທັງສ້າງ ແລະ ປັບປຸງ ສະພາບລວມ ແລະ ແຜນຄຸ້ມ ຄອງອາງຮັບນ້ໍາ, ອາງເກັບນ້ໍາ ແລະ ແຜນຄຸ້ມຄອງຄຸນນະພາບນ້ໍາ ຕາມອາງຮັບນ້ໍາຂະຫນາດກາງ ເປັນແຕ ລະໄລຍະ; ປະສານສົມທົບກັບກົມຊັບພະຍາກອນນ້ໍາ ແລະ ພາກສວນທີກຽວຂ້ອງ; ອອກອະນຸຍາດ ນໍາ ໃຊ້ນ້ໍາໃຕ້ດິນຂະຫນາດກາງ, ຢັ້ງຢືນດ້ານວິຊາການ ກຽວກັບການບໍລິການຂຸດເຈາະ ຫຼື ຊີເຈາະ ນ້ໍາໃຕ້ດິນ ຂະຫນາດນ້ອຍ; ກໍານົດເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາຂັ້ນນະຄອນ, ເມືອງ, ປົກປັກຮັກສາ, ພື້ນຟູ, ພັດທະນານ້ໍາ ແລະ ຊັບພະຍາກອນນໍາ ຂັ້ນເມືອງ; 21. ສໍາຫຼວດ, ຂຶ້ນບັນຊີ, ເກັບກໍາຂໍ້ມູນ ປະລິມານ ແລະ ຄຸນນະພາບນ້າ, ທີດິນບໍລິເວນນ້ໍາ ແລະ ການນໍາ ໃຊ້ນ້ໍາ; ສ້າງຂໍ້ມູນຂາວສານນ້ໍາ ແລະ ຊັບພະຍາກອນນໍາ ທີຢູ່ໃນຂອບເຂດ ຂອງນະຄອນ, ເມືອງ, ເທດ ສະບານ ບົນພື້ນຖານສອດຄອງ ແລະ ເຊືອມຕໍ່ກັບລະບົບຂໍ້ມູນຂ່າວສານນ້ໍາ ແລະ ຊັບພະຍາກອນນ້ໍາ ແຫງຊາດ; 22. ສົມທົບກັບຂະແຫນງການຂັ້ນແຂວງ ແລະ ພາກສວນທີກຽວຂ່້ອງ ປັບປຸງ, ສ້າງ ແລະ ຂະຫຍາຍຕາຫນ່າງ ສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ພາຍໃນນະຄອນ, ເມືອງ ໃຫ້ທັນສະໄຫນ; ນໍາໃຊ້ຕາຫປາງ ສະຖານີ ອຸຕຸການບິນ, ສະຖານນີອຸຕຸກະເສດ; ຍົກລະດັບສະຖານີ ຕິດຕາມແຜນດິນໄຫວ ເພືອເຮັດການບໍລິການ ຂໍ້ມູນຂາວສານ ລວມທັງການເຮັດພະຍາກອນ ແລະ ການແຈ້ງເຕືອນໄພລວງຫ້າ ໃຫ້ແກສັງຄົມ, ການ ຄົມມະນາຄົມທາງອາກາດ ແລະ ການຜະລິດກະສິກໍາຂອງທ້ອງຖິນ ໃຫ້ທັນເວລາ; 23. ຈັດຕັ້ງປະຕິບັດ ການຕິດຕາມສະພາບອາກາດ, ວັດແທກ, ເກັບກໍາ, ສັງລວມ ແລະ ລາຍງານ ຂໍ້ມູນອຸຕຸ ນິຍົມ ແລະ ອຸທົກກະສາດ; ສະເຫນີປັບປຸງຍົກລະດັບຕາຫປາງ ສະຖານີພູມອາກາດ, ສະຖານີອຸຕຸກະເສດ, ຈຸດວັດແທກປະລິມານນ້ໍາຝົນ ແລະ ຈຸດວັດແທກລະດັບນ້ໍາ ພ້ອມທັງຄຸ້ມຄອງ ແລະ ປົກປັກຮັກສາ ບັນ ດາສະຖານີດັ່ງກາວ ລວມທັງສະຖານີແຜນດິນໄຫວ ໃຫ້ມີຄວາມຍືນຍົງ; 24. ສົມທົບກັບພາກສວນທີກຽວຂ້ອງ ຕິດຕາມ, ກວດກາ ການນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິງ ແວດລ້ອມ, ມົນລະພຶດ, ໂຄງການລົງທຶນ ແລະ ກິດຈະການຕາງໆ; ກວດກາ ແລະ ສະກັດກັນການບຸກ ///
ລຸກປ່າໄມ້, ການຂຸດຄົ້ນໄມ້, ການເຄືອນຍ້າຍໄມ້, ການຄ່າໄມ້, ສັດນໍາ-ສັດປາ, ເຄືອງປ່າຂອງດົງ ແລະ ຊີ ວະນາໆພັນທີຜິດກົດຫນາຍ ຕາມການແປງຂັ່ນຄຸ້ມຄອງ ເພືອດໍາເນີນຄະດີຕໍ່ຜູ້ກະທໍາຜິດ ລວມທັງການ ຫັນປ່ຽນທີດິນປາໄມ້, ທີດິນກະສິກໍາ ແລະ ທີດິນເຂດຊົນລະປະທານ ຕາມກົດຫນາຍ ແລະ ລະບຽບການ ກໍານົດໄວ້; 25. ຊກຍູ້ທຸລະກິດຄອບຄົວ ສ້າງແຜນແກ້ໄຂບັນຫາສິງແວດລ້ອມ; ແຈ້ງເຕືອນ, ປັບໃບນ, ອອກ, ຕໍ່ອາຍຸ, ໂຈະ, ຖອນ ຫຼື ຍົກເລີກ ໃບຢັ້ງຢືນ ກຽວກັບສິງແວດລ້ອມ ຕາມການແປງຂັ້ນຄຸ້ມຄອງ; ສົ່ງເສີມວຽກ ງານສ້າງຈິດສໍານຶກ ກຽວກັບສິງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ; ປະກອບສວນສ່າງຕົວ ເມືອງ, ຕາແສງ, ບ້ານ, ໂຮງຮຽນ, ສໍານັກງານຫ້ອງການ ຂຽວສະອາດງາມຕາ ລວມທັງການຄຸ້ມຄອງສິງ ເສດເຫຼືອ; 26. ປະກອບສວນ ສ້າງບົດປະເມີນ, ສ້າງແຜນທີຄວາມສຽງ ແລະ ຄວາມບອບບາງ ຈາກການປ່ຽນແປງດິນ ຟ້າອາກາດ, ຄາດຄະເນການປ່ອຍທາດອາຍເຮືອນແກ້ວ; ສົມທົບກັບພາກສວນທີກຽວຂ້ອງ ຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານສິນເຊືອກາກບອນ ໃນແຕ ລະຂົງເຂດ ໂດຍສອດຄ້ອງກັບມາດຕະຖານຫຼຸດ ຜ່ອນທາດອາຍເຮືອນແກ້ວ ຕາມການແປງຂັນຄຸ້ມຄອງ; 27. ກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ເປັນຕົ້ນ: ດິນ, ນ້ໍາ, ແຮທາດ, ປ່າໄມ້ ແລະ ຊີວະນາໆພັນ ຂອງບັນດາຂະແບນງການ, ໂຄງການລົງທຶນ ແລະ ກິດຈະການຕາງໆ ຕາມພາລະບົດ ບາດ ແລະ ຄວາມຮັບຜິດຊອບຂອງຕົນ; .ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສັນຍາສໍາປະ ທານ ແລະ ສັນຍາຕ່າງໆ ທີຕິດພັນກັບໂຄງການ ລວມທັງທຸລະະກິດຄອບຄົວ; 28. ສົມທົບກັບພາກສ່ວນທີກຽວຂ້ອງ ກວດກາ, ປະເມີນ ແລະ ແກ້ໄຂ ຮັບມືເຫດການສຸກເສີນທາງດ້ານ ສິ່ງແວດລ້ອມທີເກີດຈາກທໍາມະຊາດ ຫຼື ເກີດຈາກກິດຈະການຕ່າງໆ, ສິງແວດລ້ອມຕົວເມືອງທີຕິດພັນ ກັບບັນຫາມົນລະພິດ ສຽງ, ກິນ, ນ້ໍາເປື້ອນ, ສິ່ງເສດເຫຼືອ ແລະ ສານເຄມີ ບົນພື້ນຖານຄໍາສະເຫນີ ແລະ ຄໍາຮ້ອງຟ້ອງ ຂອງປະຊາຊົນພາຍໃນທ່ອງຖິນຕົນ; 29. ສົ່ງເສີມ ການນໍາໃຊ້ຜົນສໍາເລັດ ຂອງການຄົ້ນຄວ້າ, ທົດລອງ ດ້ານວິທະຍາສາດເຕັກນິກກະສິກໍາ ແລະ ງ
ສິ່ງແວດລ້ອມ, ການປັບປຸງ, ເລືອກເຟັ້ນ ແລະ ຂະຫຍາຍ ແນວພັນພືດ, ໄມ້, ສັດ ແລະ ສັດນ້າ ຕິດພັນ ກັບການຜະລິດເປັນສິນຄ້າ; ມີສວນຮວມໃນການຄຸ້ມຄອງແຫຼັງພັນທຸກໍາພືດ, ສັດ ຂອງ ສປປ ລາວ ຕາມທີກົດຫນາຍກໍານົດ ແລະ ຄຸ່ມຄອງປົກປ້ອງລິຂະສິດຜົນ ຂອງການຄົນຄວ້າທົດລອງ; 30. ຊຸກຍູ້, ສົ່ງເສີມ, ເອື້ອອໍານວຍຄວາມສະດວກ ໃຫ້ແກການລົງທຶນຂອງຜູ້ປະກອບການ ທັງພາຍໃນ ແລະ ຕາງປະເທດ ໃຫ້ເປັນຂະບວນການແຂງແຮງ; ຄຸ້ມຄອງ ແລະ ຈັດຕັງປະຕິບັດ ບັນດາໂຄງການງົບປະ ມານຂອງລັດ ແລະ ໂຄງການຮວມມືກັບຕາງປະເທດ ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ຖືກຕ້ອງ ແລະ ສອດຄອງກັບລະບຽບກົດຫນາຍວາງອອກແຕລະໄລຍະ ພ້ອມທັງຕິດຕາມ, ກວດກາ ແລະ ປະເມີນ ຜົນການຈັດຕັ່ງປະຕິບັດ ໃຫ້ໄດ້ຜົນສໍາເລັດເປັນຢ່າງດີ; 31. ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ຕົກລົງ ກ່ຽວກັບການລົງທຶນພາຍໃນ ແລະ ຕາງປະເທດ ທີຕິດພັນ ກັບວຽກງານກະສິກໍາ ແລະ ສິງແວດລ້ອມ ພາຍໃນນະຄອນ, ເມືອງ ບົນພື້ນຖານກົດຫນາຍ ແລະ ລະ ບຽບການ ໃນແຕລະໄລຍະ; 32. ສົມທົບກັບພາກສວນທີກຽວຂ້ອງ ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງ, ການກໍານົດຕໍາແຫນງງານ ຂອງ ຂະແຫງການ ເປັນລະບົບຄົບຊຸດ ຕາມທິດກະທັດຮັດ, ມີປະສິດທິພາບ; ສາງ ແລະ ປັບປຸງ ແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກການ, ຜັນຂະຫຍາຍແຜນຍຸດທະສາດພັດທະນາຊັບພະຍາກອນ ມະນຸດ ໃຫ້ມີຄຸນນະພາບ; ຄຸ້ມຄອງ, ບໍາລຸງ-ກໍ່ສ້າງ ສະມາຊິກພັກ,ພະນັກງານ-ລັດຖະກອນ, ພາລະກອນ; ມ. ຕີລາຄາປະເມີນຜົນ ສະມາຊິກພັກ, ພະນັກງານ-ລັດຖະກອນ, ພາລະກອນ ຢ່າງເປັນປົກກະຕິ; ປະຕິບັດ ນະໂຍບາຍ ແລະ ວຽກງານແຂງຂັນ-ຍ້ອງຍໍ ຕໍ່ພະນັກງານ-ລັດຖະກອນ, ພາລະກອນ ຂອງຕົນ ຕາມກົດ ບນາຍ ແລະ ລະບຽບການ ທີກໍານົດໄວ້; 33. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສົນທິສັນຍາ, ສັນຍາສາກົນ ທີ ສປປ ລາວ ເປັນພາຄີ ໃນຂະແຫນງ ກະສິກໍາ ແລະ ສິງແວດລ້ອມ; ເປັນຫົວຫປ່ວຍປະສານງານຂັ້ນເມືອງ ວຽກງານຂອງຄະນະກໍາມະການແມ ນ້ໍາຂອງແຫງຊາດ ເພືອການປະສານງານ, ຊຸກຍູ່ສົ່ງເສີມ ແລະ ສະບນອງຂໍ້ມູນທີກ້ຽວຂ້ອງທາງວິຊາການ ເພືອຈັດຕັ່ງປະຕິບັດສັນຍາ ວາດ້ວຍການຮວມມື ເພືອພັດທະນາອາງແມນ້າຂອງແບບຍືນຍົງ ປີ 1995 ແລະ ການຮວມມືສາກົນ ໃນຂົງເຂດການຄຸ້ມຄອງອາງແມນ້ໍາຂອງ ເປັນຕົ້ນ ການຮວມມືດ້ານຊັບພະຍາ ກອນນ້ໍາ ຂອງຂອບການຮວມມືແມນ້າຂອງ-ແມນ້າລ້ານຊ້າງ; 34. ສ້າງ, ຄຸ້ມຄອງ, ປັບປຸງ ແລະ ຂະຫຍາຍ ລະບົບເຄືອຂາຍຖານຂໍ້ມູນສະຖິຕິ ແລະ ວຽກງານຂ່າວສານ ຂອງນະຄອນ, ເມືອງ; ສັງລວມບົດຮຽນຕົວແບບທີດີ, ຜົນສໍາເລັດຈາກການຄົ້ນຄວ່າທົດລອງ ພ້ອມທັງ ໂຄສະນາ, ເຜີຍແຜອອກສູສັງຄົມ ຢ່າງກວ້າງຂວາງ; 35. ເກັບກໍາສະຖິຕິ ແລະ ສະຫນອງຂໍ້ມູນຂ່າວສານ ດ້ານກະສິກໍາ ແລະ ສິງແວດລ້ອມ ໃຫ້ເປັນລະບົບ, ຄົບ ຖ້ວນ, ຖືກຕ້ອງ ແລະ ທັນສະພາບການ ໂດຍການນໍາໃຊ້ລະບົບເຕັກໂນໂລຊີທີທັນສະໄບນ ເຟພືອເປັນປອນ ອີງໃນການວາງແຜນ, ການຈັດຕັ້ງປະຕິບັດໂຄງການ ພ້ອມທັງຕິດຕາມ, ກວດກາ ແລະ ປະເມີນຜົນ ບັນ ດາແຜນງານ, ແຜນການ ແລະ ໂຄງການ ທີຈັດຕັ່ງປະຕິບັດຢູ່ທ້ອງຖິນຂອງຕົນ ໃຫ້ມີປະ ສິດທິຜົນ; 36. ຄຸ້ມຄອງ, ບໍລິຫານການເງິນ ແລະ ຊັບສິນ ຂອງຫ້ອງການກະສິກໍາ ແລະ ສິງແວດລ້ອມ ນະຄອນ, ເມືອງ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບສັງລວມ ຕາມກົດຫນາຍ ແລະ ລະບຽບການ; 37. ສົມທົບພາກສ່ວນກຽວຂ້ອງ ໃນການລະດົມທຶນ ແລະ ສະຫນອງທຶນ ໃຫ້ແກການຈັດຕັ້ງປະຕິບັດບັນດາ ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ພາຍໃນທ້ອງຖິນຕົນ, ວາງມາດຕະການໃນ ການຄຸ້ມຄອງ, ນ້ໍາໃຊ້ກອງທຶນຫຼຸດຜ້ອນຄວາມທຸກຍາກ ແລະ ການປ່ອຍສິນເຊືອ ຂອງທະນາຄານ ແລະ ສະຖາບັນການເງິນ ທີກຽວຂ້ອງ ພ້ອມທັງຊຸກຍູ້, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດໃຫ້ຖືກ ຕ້ອງ ຕາມກົດຫນາຍ ແລະ ລະບຽບການກໍານົດໄວ້; 38. ຊຸກຍູ່, ຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດລະບຽບການ, ກົດຫນາຍ, ຍຸດທະສາດ, ແຜນງານ, ແຜນການ, ໂຄງການລົງທຶນ ຂອງລັດ ຫຼື ໂຄງການທຶນກູ້ຢືມ ແລະ ຊວຍເຫຼືອທາງການເພືອ ການພັດທະນາ, ນິຕິກໍາ ແລະ ລະບຽບການຕ່າງໆ ທີພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນ ຫຼວງວຽງຈັນ, ແຂວງ, ຄະນະກໍາມະການປົກຄອງ ຂັ້ນເມືອງ ວາງອອກ ໃຫ້ມີປະສິດທິຜົນສູງ; ຕ້ານ ແລະ ສະກັດກັນການສໍ້ລາດບັງຫຼວງ, ແກ້ໄຂຄໍາຮ້ອງ, ຄໍາສະເຫນີ ຂອງພົນລະເມືອງ ຕາມການແປງຂັນຄຸ່ມ ຄອງ; 39. ປະສານສົມທົບກັບພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ແລະ ຫນ່ວຍງານ ອືນຂັນເມືອງ ໃນການຈັດຕັ່ງປະຕິບັດຫ້າທີ, ພາລະບົດບາດ ຂອງຕົນ ເປັນແຕລະໄລຍະ ຢ່າງເປັນລະບົບ ຕໍ່ເນືອງ; 40. ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ, ລະບຽບການ ແລະ ການມອບບນາຍ ຂອງຄະນະ ກໍາມະການປົກຄອງ ຂັ້ນເມືອງ ແລະ ພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ. //
ມາດຕາ 4 ຂອບເຂດສິດ ຫ້ອງການກະສິກໍາ ແລະ ສິງແວດລ້ອມ ນະຄອນ, ເມືອງ ມີສິດ ດັ່ງນີ້: 1. ສະເຫຼີປັບປຸງກົງຈັກການຈັດຕັ້ງ, ບັນຈຸ, ສັບຊ້ອນຈັດວາງພະນັກງານນໍາພາ-ຄຸ້ມຄອງ ພາຍໃນຫ້ອງການ ຕໍ່ຄະນະກໍາມະການປົກຄອງ ຂັ້ນເມືອງ ໂດຍເອກະພາບກັບພະແນກກະສິກໍາ ແລະ ສິງແວດລ້ອມ ບົນພື້ນ ຖານການແປງຂັ້ນຄຸ້ມຄອງ; ສະເຫີການກໍານົດຕໍາແຫຟງງານ ສອດຄອງກັບກົດຫນາຍ ແລະ ລະບຽບການ ທີກໍານົດໄວ້ ຕາມທິດກະທັດຮັດ, ເຂັມແຂງ ແລະ ມີປະສິດທິພາບ; 2. ຈັດຕັ່ງປະຕິບັດບັນດານິຕິກໍາ, ຄໍາແນະນໍາ, ຂໍ້ກໍານົດ, ເຕັກນິກ ແລະ ມາດຕະຖານ ທີກະຊວງ ວາງອອກ ເພືອຄຸ່ມຄອງວຽກງານກະສິກໍາ, ປາໄມ້, ຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ, ການປຸງແຕ່ງ ກະສິກໍາ ແລະ ປ່າໄມ້ ແລະ ວຽກງານພັດທະນາຊົນນະບົດ ຂອງນະຄອນ, ເມືອງ; ຜັນຂະຫຍາຍຈັດຕັ້ງ ປະຕິບັດການຊື້ນໍາ ຂອງກະຊວງ, ພະແນກກະສິກໍາ ແລະ ສິ່ງແວດລ້ອມ ໃນດ້ານເຕັກນິກວິຊາການ ຕາມ ລະບົບກົນໄກຄຸ້ມຄອງສາຍຕັ່ງ, ແປງຂັ້ນຄຸ້ມຄອງ, ແປງຄວາມຮັບຜິດຊອບ ແລະ ແປງສິດ ໃນການຕົກ ລົງບັນຫາ; ເຜີຍແຜ່ເນວທາງນະໂຍບາຍ, ກົດຫນາຍ, ລະບຽບການ ແລະ ມາດຕະການຕ່າງໆ ທີກຽວ ຂ້ອງກັບພາລະບົດບາດ ຂອງທ້ອງຖິ່ນຕົນ; ຈັດກອງປະຊຸມ, ງານວາງສະແດງສິນຄ້າກະສິກໍາ ແລະ ຕະ ຫຼາດນັດ, ຝຶກອົບຮົມ, ສໍາມະນາວິຊາການ; 3. ຕິດຕາມ, ກວດກາ ການນໍາໃຊ້ທີດິນ ແລະ ຊັບພະຍາກອນທໍາມະຊາດ ເປັນຕົ້ນ ດິນ, ແຮທາດ, ນ້ໍາ, ປ່າໄມ້, ຊີວະນາໆພັນ ແລະ ອືນໆ, ການພັດທະນາທີດິນກະສິກໍາ ແລະ ການປົກປັກຮັກສາສິງແວດລ້ອມ ຕາມການແປງຂັ້ນຄຸ້ມຄອງ ພາຍໃນນະຄອນ, ເມືອງ; 4. ນໍາສະເຫຼີ ຮາງ ຍຸດທະສາດ, ແຜນແມບົດ ຈັດສັນທີດິນຂັນແຂວງ; ອອກຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ, ຄໍາແນະນໍາ ກຽວກັບວຽກງານຄຸ້ມຄອງ ແລະ ພັດທະນາ ທີດິນ; ຄົ້ນຄວ້າ, ນໍາສະເຫນີ ຄະນະກໍາມະການ ປົກຄອງຂັນເມືອງ ພິຈາລະນາ ອອກອະນຸຍາດ; ສັ່ງໂຈະ ຫຼື ຍົກເລີກ ກິດຈະກໍາໃດຫຶງ ກຽວກັບການ ຄຸ່ມຄອງ ແລະ ພັດທະນາທີດິນ ແລະ ໂຮງງານຜະລິດຝຸ່ນ ຕາມການແປງຂັນຄຸ່ມຄອງ; ຄິດໄລຄາທໍານຽມ ແລະ ເກັບຄາບໍລິການໃນການຈົດທະບຽນການເຄືອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນ ຕາມ ກົດຫນາຍ ແລະ ລະບຽບການ; 5. ກາວເຕືອນ ຫຼື ນໍາໃຊ້ມາດຕະຖານອືນ ຕາມກົດຫນາຍ ຕໍ່ຜູ້ທີສ້າງຜົນແສຍຫາຍແກຊັບພະຍາກອນທໍາມະ ຊາດ ແລະ ສິງແວດລ້ອມ ແລະ ບໍ່ປະຕິບັດພັນທະທາງດ້ານສິງແວດລ້ອມ ຕາມແຜນຄຸ້ມຄອງ; ຕິດຕາມ, ກວດກາສິງແວດລ້ອມ, ສັນຍາສໍາປະທານ ແລະ ສັນຍາຕ້າງໆ ພາຍໃນນະຄອນ, ເມືອງ; 6. ເຂົ້າຮວມເກັບກໍາຂໍ້ມູນ ເພືອສ້າງບົດລາຍງານສະພາບສິງແວດລ້ອມ ແລະ .ສະພາບມົນລະພິດ ຂອງ ແຂວງ; ເຂົ້າຮ່ວມຕິດຕາມ ແລະ ສະຫນອງຂໍ້ມູນ ການຈັດຕັ້ງປະຕິບັດບັນດາມາດຕະການ ແລະ ໂຄງການ ກຽວກັບການປັບຕົວ ແລະ ການຫຼຸດຜ້ອນທາດອາຍເຮືອນແກ້ວ; 7. ເຂົ້າຮ່ວມເປັນເຈົ້າການໃນການເຊືອມສານວຽກງານປ້ອງກັນ, ການກຽມພ້ອມ ແລະ ການຫຼຸດຜ້ອນ ຄວາມສຽງໄພພິບັດເຂົ້າໃນແຜນງານ, ແຜນການ ຂອງຂະແຫນງການ ແລະ ເປັນໃຈກາງປະສານງານໃນ ວຽກງານ ຂອງນະຄອນຫຼວງວຽງຈັນ, ແຂວງ ກ່ຽວກັບການຫຼຸດຜ້ອນຄວາມສຽງ, ສ້າງຄວາມທົນທານ ແລະ ການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ; 8. ສະເຫຼີພາກສ່ວນທີກຽວຂ້ອງ ອອກ, ໂຈະຊົ່ວຄາວ, ຍົກເລີກ ຫຼື ຖອນໃບຢັ້ງຢືນ, ໃບອະນຸຍາດ, ໃບທະ ບຽນດໍາເນີນກິດຈະການສໍາລັບຜູ້ປະກອບການບໍລິການດ້ານກະສິກໍາ ແລະ ສິງແວດລ້ອມ ທີເຄືອນໄຫວ ບໍ່ຖືກຕ້ອງ ແລະ ບໍ່ສອດຄອງກັບກົດຫນາຍ ແລະ ລະບຽບການ; 9. ອອກຄໍາແນະນໍາ, ແຈ້ງການ, ຫັງສືສະເຫີ ເຖິງ ຫ້ອງການອ້ອມຂ້າງນະຄອນ, ເມືອງ, ຫ້ອງການກະສິກໍາ ແລະ ສິງແວດລ້ອມ ນະຄອນ, ເມືອງ, ໂຄງການ, ຫົວຫນ່ວຍວິຊາການ ແລະ ຫົວຫຫ່ວຍການຜະລິດ, ຫົວ ,,/
ຫວຍທຸລະກິດ ກຽວກັບວຽກງານກະສິກໍາ, ປ່າໄມ້, ຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ, ການປຸງແຕງກະສິກໍາ ແລະ ວຽກງານພັດທະນາຊົນນະບົດ ພາຍໃນນະຄອນ, ເມືອງ; 10. ນໍາສະເຫນີຄະນະກໍາມະການປົກຄອງ ຂັນເມືອງ ປັບປຸງ, ໂຈະ ການປະຕິບັດ ຫຼື ຍົກເລີກ ນິຕິກໍາ ຂອງ ຫ້ອງການອືນ ທີຂັດກັບກົດຫນພາຍ ແລະ ລະບຽບການຂອງຂະແຫນງການຕົນ; 11. ສະເຫນີຂໍອະນຸມັດສ້າງຕັ່ງ, ປັບປຸງ ຫຼື ຍຸບກຸມການຜະລິດ, ສະມາຄົມ, ສະຫະກອນ ຫຼື ຫົວຫປ່ວຍການຜະ ລິດກະສິກໍາ ແລະ ປ່າໄມ້ ທີຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ; 12. ຄົ້ນຄວ້າ, ປະກອບຄໍາເຫັນ ກຽວກັບການລົງທຶນພາຍໃນ ແລະ ຕາງປະເທດ ດ້ານກະສິກໍາ ແລະ ປ່າໄມ້; ປະກອບຂໍ້ມູນໃຫ້ແກການຢັ້ງຢືນບົດວິພາກເສດຖະກິດ-ເຕັກນິກ, ຢັ້ງຢືນແຜນນໍາເຂົ້າ, ອອກ ຫຼື ຖອນ ໃບອະນຸຍາດດໍາເນີນທຸລະກິດກະສິກໍາ ແລະ ປ່າໄມ້ ຕາມການແປງຂັ່ນຄຸ້ມຄອງ ບົນພື້ນຖານກົດຫນາຍ ແລະ ລະບຽບການ ໃນແຕລະໄລຍະ; 13. ກວດກາພື້ນທີ ແລະ ການດໍາເນີນທຸລະກິດ ທີຕິດພັນກັບວຽກງານກະສິກໍາ ແລະ ສິງແວດລ້ອມ ເພື່ອສະ ຫນອງຂໍ້ມູນໃຫ້ແກການຢັ້ງຢືນດ້ານຄຸນນະພາບ, ຄວາມປອດໄພ ສໍາລັບການສະເຫີອະນຸຍາດສົ່ງອອກ, ນໍາເຂົ້າ ແລະ ສົ່ງຜ່ານ ຜະລິດຕະພັນກະສິກໍາ ແລະ ປາໄມ້, ບັນດາວັດຖຸອຸປະກອນ, ປັດໄຈການຜະລິດ ຕາມການແປງຂັ້ນຄຸ້ມຄອງ ບົນພື້ນຖານກົດຫນາຍ ແລະ ລະບຽບການ; ຄຸ້ມຄອງກວດກາ, ກັກກັນ ພືດ- ສັດ, ການກວດກາ, ສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ກຽວກັບສັດນ້ໍາ, ສັດປ່າ, ໄມ້ ແລະ ເຄືອງປ່າຂອງດົງ ຢູ່ດານທ້ອງຖິນ, ດານປະເພນີ ຕາມການມອບຫາຍສິດຈາກຄະນະກໍາມະການປົກຄອງ ຂັນເມືອງ ແລະ ພາກສວນທີກຽວຂ້ອງ ພ້ອມທັງວາງມາດຕະການຕິດຕາມ ແລະ ສະກັດກັນການແຜລະ ບາດ ຂອງສັດຕູພືດ ແລະ ພະຍາດສັດ ໃຫ້ທັນເວລາ; ສະຫນອງຂໍ້ມູນ ເພື່ອຂຶ້ນທະບຽນປ່າປູກ, ຢັ້ງຢືນ ສວນປູກພືດ, ໄມ້ປຸກ, ຟາມລ້ຽງສັດ ແລະ ສັດນ້ໍາ ຕາມການແປງຂັ້ນຄຸ່ມຄອງ; 14. ຄົ້ນຄວ້າ, ວາງແຜນ ແລະ ນໍາສະເຫຼີ ຄະນະກໍາມະການປົກຄອງ ຂັ້ນເມືອງ ກ່ຽວກັບວຽກງານພັດທະນາ ຊົນນະບົດ ຊອກຫາຮູບແບບ ແລະ ວິທີການທີເຫນາະສົມ ໃນການຈັດສັນພູມລໍາເນົາ, ການຝຶກອົບຮົມ ວິຊາຊີບ ແລະ ຈັດສັນອາຊີບຄົງທີ ໃຫ້ປະຊາຊົນພາຍຫຼັງຢຸດຕິການຖາງປ່າເຮັດໄຮ; 15. ທົບທວນ ແລະ ພິຈາລະນາ ຮັບຮອງເອົາແຜນຄຸ້ມຄອງສິ່ງແວດລ້ອມ ສໍາລັບທຸລະກິດແບບຄອບຄົວໃນ ຂອບເຂດນະຄອນ, ເມືອງ; ເຂົ້າຮ່ວມຂະບວນການທົບທວນ ແລະ ພິຈາລະນາຮັບຮອງເອົາບົດລາຍງານ ການສຶກສາເບື້ອງຕົ່ນ ກຽວກັບຜົນກະທົບຕໍ່ສິງແວດລ້ອມ, ບົດປະເມີນຜົນກະທົບຕໍ່ສິງແວດລ້ອມແບບ ລະອຽດຂອງໂຄງການລົງທຶນ ໃນຂອບເຂດທ້ອງຖິນຕົນ; 16. ເຂົ້າຮ່ວມຈັດຕັ້ງປະຕິບັດການສັງເກດສະພາບອາກາດ, ວັດແທກ, ເກັບກໍາ, ສັງລວມ ແລະ ຄຸ້ມຄອງ ລາຍງານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ໄພພິບັດທໍາມະຊາດ ແລະ ແຜນດິນໄຫວ; 17. ນໍາສະເຫີຄະນະກໍາມະການປົກຄອງ ຂັ້ນເມືອງ ແຕງຕັ່ງຄະນະສະເພາະກິດ ເພືອຕິດຕາມ, ກວດກາສິງ ແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕາງໆ ຕາມການແປງຂັ້ນຄຸ່ມຄອງ ໃນກໍລະນີເກີດ ເຫດສຸກເສີນ; 18. ຮຽກໂຮມພະນັກງານນໍາພາ-ຄຸ້ມຄອງ ແລະ ພະນັກງານ-ລັດຖະກອນ ໃນຄວາມຮັບຜິດຊອບຂອງຕົນ, ເຂົ້າຮວມກອງປະຊຸມ ຫຼື ລາຍງານສອງແສງວຽກງານເປັນແຕລະໄລຍະ; ຫັນພະນັກງານລົງປະຈໍາຢູ່ສູນ, ສະຖານີ ແລະ ກອງຄຸ້ມຄອງ 03 ປະເພດປ່າ ຢູ່ພາກສະຫນາມ ຕາມຄວາມຮຽກຮ໋ອງຕ້ອງການ ຂອງຫ້າ ທີ່ວຽກງານ ຕາມທີໄດ້ກໍານົດໄວ້ ໃນລະບຽບການ ທີກຽວຂ້ອງ; 19. ຄຸ້ມຄອງ, ບໍາລຸງກໍ່ສ້າງ, ນໍາໃຊ້, ຈັດວາງ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະ ກອນທີ ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ຕາມການແປງຂັ່ນຄຸ້ມຄອງ; 20. ຄຸ້ມຄອງ, ແປງປັນ ແລະ ມອບບນາຍ ແຜນການ, ງົບປະມານ, ພາຫະນະ ແລະ ອຸປະກອນ ທີ່ໄດ້ຮັບອະນຸ ມັດຈາກຄະນະກໍາມະການປົກຄອງຂັນເມືອງ ແລະ ພະແນກການສາຍຕັ້ງ ໃຫ້ບັນດາຫປວຍງານ ແລະ//
ທຽບເທົ່າ, ໂຄງການອ້ອມຂ້າງນະຄອນ, ເມືອງ ແລະ ຫົວຫປວຍວິຊາການທີຂຶ້ນກັບຕົນ ເພືອນໍາໃຊ້ເຂົ້າ ໃນການຈັດຕັ້ງປະຕິບັດວຽກງານ ຕາມກົດຫນາຍ ແລະ ລະບຽບການ ໃຫ້ມີປະສິດທິຜົນສູງ; 21. ດໍາເນີນການກວດກາຜົນການຈັດຕັ່ງປະຕິບັດແຜນງານ, ແຜນການ ແລະ ໂຄງການພັດທະນາກະສິກໍາ, ປ່າໄມ້, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ພັດທະນາຊົນນະບົດ ຂອງນະຄອນ, ເມືອງ ເພືອສະຫຼຸບສັງລວມ, ວິໄຈ ແລະ ປະເມີນຜົນ ໃຫ້ເຫັນດ້ານດີ, ດ້ານອອນ-ຄົງຄ້າງ ແລະ ວາງມາດຕະ ການແກ້ໄຂໃນຕໍ່ຫ້າ ພ້ອມທັງລາຍງານຄະນະກໍາມະການປົກຄອງ ຂັນເມືອງ ແລະ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ; 22. ປະຕິບັດສິດອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ, ລະບຽບການ ແລະ ຕາມການມອບບນາຍ ຂອງຄະ ນະກໍາມະການປົກຄອງ ຂັ້ນເມືອງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ແຂວງ. ຫຼວດທີ 3 ໂຄງປະກອບການຈັດຕັ່ງ ມາດຕາ 5 ໂຄງປະກອບກົງຈັກ ໂຄງປະກອບກົງຈັກ ຂອງຫ້ອງການກະສິກໍາ ແລະ ສິງແວດລ້ອມ ນະຄອນ, ເມືອງ ແມນອີງໃສສະພາບ ຈຸດພິເສດ ຂອງແຕລະທ້ອງຖິນ ຕາມທິດກົງຈັກກະທັດຮັດ, ຫັກແຫ້ນ, ເຂັ້ມແຂງ, ເຄືອນໄຫວມີປະສິດທິ ພາບ ແລະ ປະສິດທິຜົນ ຕາມການຕົກລົງ ຂອງປະທານຄະນະກໍາມະການປົກຄອງ ຂັນເມືອງ ແລະ ການເຫັນດີ ເປັນເອກະພາບ ຂອງພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ແຂວງ ບົນພື້ນຖານສອດຄອງກັບ ແຈ້ງການ ສະບັບເລກທີ 0014/ກສ, ລົງວັນທີ 04 ກໍລະກົດ 2025 ດັງນີ້: - ຫຟວຍງານບໍລິຫານ, ແຜນການ, ຈັດຕັ້ງ ແລະ ກວດກາ; ອ ຫວຍງານສົ່ງເສີມກະສິກໍາ ແລະ ສະຫະກອນ; ຜ ຫວຍງານປູກຝັງ; ຫວຍງານລ້ຽງສັດ ແລະ ການປະມົງ; ຫຂ ຫຟວຍງານຊົນລະປະທານ, ຊັບພະຍາກອນນ້ໍາ, ອຸຕຸນິຍົມ ແລະ ອຸທົກກະສາດ; ບຫຟວຍງານສິງແວດລ້ອມ ແລະ ປ່າໄມ້; ແຫ ບຟວຍງານຄຸ້ມຄອງ ແລະ ພັດທະນາທີດິນ; ຜ ຫວຍງານພັດທະນາຊົນນະບົດ ແລະ ຫຼຸດຜ້ອນຄວາມທຸກຍາກ; © ບຟວຍງານກວດກາຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ.
ມາດຕາ 6 ໂຄງປະກອບບຸກຄະລາກອນ ບຸກຄະລາກອນ ຂອງຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ນະຄອນ, ເມືອງ ປະກອບດ້ວຍ: ຫົວຫ້າຫ້ອງການ ຈໍານວນ 01 ທານ ຮັບຜິດຊອບຕໍ່ ປະທານກໍາມະການປົກຄອງ ຂັ້ນເມືອງ ແລະ ພະ ແນກກະສິກໍາ ແລະ ສິ່ງແວດລ້ອມ ໃນການຄຸ້ມຄອງວຽກງານກະສິກໍາ ແລະ ສິ່ງແວດລ້ອມ ຊຶງມີສິດ ແລະ ຫ້າທີ ຕາມທີໄດ້ກໍານົດໄວ້; ໃນເວລາຫົວຫ້າຫ້ອງການ ຕິດຂັດ ຕ້ອງມອບສິດ ໃຫ້ຮອງຫົວຫ້າຫ້ອງ ການ ທານໃດຫນຶງ ເປັນຜູ້ຮັກສາການແທນ; ຮອງຫົວຫ້າຫ້ອງການ ຈໍານວນຫນຶງ ຊວຍຫົວຫ້າຫ້ອງການ ໃນການຊື້ນໍາວຽກງານຂອງຕົນ ແລະ ຮັບ ຜິດຊອບວຽກງານໃດຫຶງ ຕາມການມອບບນາຍ ຂອງຫົວຫ້າຫ້ອງການ; ຮອງຫົວຫ້າຫ້ອງການ ເປັນຜູ້ ຮັກສາການແທນ ໃນເວລາຫົວຫ້າຫ້ອງການ ຕິດຂັດ, /// 9 3. ຫົວຫ້າຫຟ່ວຍງານ ແລະ ທຽບເທົ່າ; ຮອງຫົວຫ້າຫນ່ວຍງານ ແລະ ທຽບເທົ່າ ແລະ ລັດຖະກອນວິຊາການ ຈໍານວນຫນຶງ ຕາມການກໍານົດຕໍາແຫງງານ; ການບັນຈຸ, ສັບຊ້ອນ, ຍົກຢ້າຍ ຫຼື ບົດຕໍາແຫຟ່ງ ແມນປະຕິບັດຕາມກົດຫນາຍ ແລະ ລະບຽບການ ທີໄດ້ກໍານົດໄວ່. ຫຼວດທີ 4 ຫຼັກການ ແລະ ແບບແຜນວິທີເຮັດວຽກ ມາດຕາ 7 ຫຼັກການ ຫ້ອງການກະສິກໍາ ແລະ ສິງແວດລ້ອມ ນະຄອນ, ເມືອງ ເຄືອນໄຫວຕາມຫຼັກການ ດັງນີ້: 1. ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນຫນູຄະນະ ກຽວກັບບັນຫາລວມ ຂອງຫ້ອງການກະ ສິກໍາ ແລະ ສິງແວດລ້ອມ ນະຄອນ, ເມືອງ; 2. ປະຕິບັດລະບອບຫົວຫ້າດຽວ ຕາມການແປງຂັນຄຸ່ມຄອງ, ມີການແປງງານໃຫ້ບຸກຄົນຮັບຜິດຊອບ ຢ່າງ ຈະແຈ້ງ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງ ຂອງພະນັກງານ-ລັດຖະກອນ ທຸກລະດັບ; ນໍາໃຊ້ຄວາມ ຮູ້ຄວາມສາມາດ ຂອງຕົນຢ່າງສຸດຂີດ ເພືອເຮັດຫຼ້ອນຫ້້າທີວຽກງານ ທີໄດ້ຮັບມອບບນາຍ; ເຄົາລົບ ແລະ ປະຕິບັດກົດຫນາຍ ແລະ ລະບຽບການ ຢ່າງເຂັມງວດ; 3. ທຸກການເຄືອນໄຫວວຽກງານ ຂອງຫ້ອງການກະສິກໍາ ແລະ ສິງແວດລ້ອມ ນະຄອນ, ເມືອງ ແມ່ນອີງໃສ ກົດຫນາຍ, ລະບຽບການ ແລະ ຫຼັກການລວມ ຂອງລັດຖະບານ, ອົງການປົກຄອງທ້ອງຖິນ, ກະຊວງ ແລະ ພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ມາຈັດຕັ່ງຜັນຂະຫຍາຍ ໃຫ້ ໄດ້ຮັບຜົນດີ.
ມາດຕາ 8 ແບບແຜນວິທີເຮັດວຽກ ຫ້ອງການກະສິກໍາ ແລະ ສິງແວດລ້ອມ ນະຄອນ, ເມືອງ ມີແບບແຜນວິທີເຮັດວຽກ ດັ່ງນີ້: 1. ເຮັດວຽກມີແຜນງານ, ແຜນການ ແລະ ໂຄງການລະອຽດ; ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າ ຫນາຍ ໃນແຕ່ລະໄລຍະ; ປະສານສົມທົບຢ່າງແຫ້ນແຟ້ນກັບຫ້ອງການອືນ, ຄະນະກໍາມະການປົກຄອງ ຂັນເມືອງ ແລະ ພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ແນໃສະນູນໃຊ້ກໍາ ລັງແຮງ ຂອງທຸກພາກສວນ ເພືອພັດທະນາວຽກງານກະສິກໍາ ແລະ ສິງແວດລ້ອມ; 2. ປະຕິບັດລະບອບປະຊຸມ, ສອງແສງ ປະຈໍາເດືອນ, 3 ເດືອນ, 6 ເດືອນ, ປະຈໍາປີ ຫຼື ກອງປະຊຸມວິຊາ ການ ແລະ ປະຕິບັດລະບອບລາຍງານໃຫ້ ຄະນະກໍາມະການປົກຄອງ ຂັນເມືອງ ແລະ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ເປັນປົກກະຕິ; 3. ເຮັດວຽກມີການກວດກາ, ຕິດຕາມ, ຊຸກຍູ້, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາຜົນໄດ້-ຜົນເສຍ ພ້ອມທັງປະຕິບັດລະບອບລາຍງານສອງແສງ ຢ່າງເຂັມງວດ; 4. ປະຕິບັດການພົວພັນປະສານງານ ພາຍໃນ ແລະ ພາຍນອກ ໃຫ້ສອດຄອງ ຕາມລະບຽບຫຼັກການ. ຫຼວດທີ 5 ບົດບັນຍັດສຸດທ້າຍ ມາດຕາ 9 ງົບປະມານ ແລະ ຕາປະທັບ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ນະຄອນ, ເມືອງ ມີງົບປະມານ ແລະ ຕາປະທັບ ເພື່ອນໍາໃຊ້ ເຂົ້າໃນການເຄືອນໄຫວວຽກງານທາງລັດຖະການ ຕາມກົດຫນາຍ ແລະ ລະບຽບການ ທີ່ກຽວຂ້ອງກໍານົດ. // 10 ມາດຕາ 10 ການຈັດຕັ້ງປະຕິບັດ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ນະຄອນ, ເມືອງ, ພະແນກກະສິກໍາ ແລະ ສິງແວດລ້ອມ ນະ ຄອນຫຼວງວຽງຈັນ, ແຂວງ, ບັນດາຫນ່ວຍງານ ແລະ ທຽບເທົ່າ ທີຂຶ້ນກັບຫ້ອງການ ແລະ ພາກສວນທີກຽວ ຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ຕາມຂໍ້ຕົກລົງສະບັບນີ້ ຢ່າງເຂັມງວດ. ມອບໃຫ້ ຄະນະກໍາມະການປົກຄອງ ຂັ້ນເມືອງ ຜັນຂະຫຍາຍຂໍ້ຕົກລົງສະບັບນີ້ ອອກເປັນອັນລະອຽດ ໃຫ້ແກການຈັດຕັ້ງປະຕິບັດເຄືອນໄຫວວຽກງານອັນສະເພາະ ຂອງຫ້ອງການກະສິກໍາ ແລະ ສິງແວດລ້ອມ ນະ ຄອນ, ເມືອງ.
ມາດຕາ 11 ຜົນສັກສິດ Fa o ະ & ae gy v ະ, I ະ , ພ. X ° 0 ແາ ຂ້ ລຼ, ຂໍຕົກລົງສະບັບນີ ມີນໍາໃຊ້ໄດ້ ນັບແຕວັນລົງລາຍເຊັນເປັນຕົ່ນໄປ ແລະ ນໍາໃຊ້ປ່ຽນແທນ ຂໍ້ຕົກລົງ ວາ ດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ, ນະຄອນ ສະບັບເລກທີ 0956/ກປ, ລົງວັນທີ 28 ມີນາ 2022 ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ ເມືອງ, ນະຄອນ ສະບັບເລກທີ 5507/ກຊສ, ລົງວັນທີ 27 ຕຸລາ 2021. ມູ/ ປອ. ລິນຄໍາ ດວງສະຫວັນ 11