Decision No.0957 on the Management of Budgets for Environmental Technical Monitoring and River Basin Management
颁布于 2023-05-16 · 文本截至 2026-10-01
以研究形式发布的公开法律与官方指引,不构成法律、税务或金融建议。
研究内容本身以英文撰写。标题和标签已翻译,调查结果和引文未翻译。
关于这部法律
- 语言
- Lao
- 类型
- 条例
- 国家
- 老挝
- 主题
- Environment, Water, Waste and hazardous substances
- 关键词
- protection of environment, inspection, environmental impact assessment (EIA), special fund, water resources management, basin/catchment/watershed, institution, inland waters, governance, waste management
在哪里阅读
该法律没有记录来源链接。
文本
所收录的法律原文,按条款排列。每个条款都有自己的链接。
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ 7 -:- 4 09 ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເລກທີ................ ./ກຊສ ນະຄອນຫຼວງວຽງຈັນ, ວັນທີ:[ 1802 ໄທ].20# 2 ເຮາ ຂໍຕົກລົງ ວ່າດ້ວຍການຄຸ້ມຄອງງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ - ອີງຕາມ ມາດຕາ 21 ແລະ 22 ຂອງກົດບນາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 29/ສພຊ, ລົງ ວັນທີ 18 ທັນວາ 2012; - ອີງຕາມ ມາດຕາ 19, 24, 65 ແລະ ມາດຕາ 66 ຂອງກົດບນາຍວ່າຕ້ວຍນ້ໍາ ແລະ ຊັບພະຍາກອນນ້ໍາ ສະບັບເລກທີ 23/ສພຊ, ລົງວັນທີ 11 ພຶດສະພາ 2017; - ອີງຕາມ ດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 389/ລບ, ລົງວັນທີ20 ຕຸລາ 2022; - ອີງຕາມ ດໍາລັດວ່າດ້ວຍການຄຸ້ມຄອງອ່າງຮັບນ້ໍາ ແລະ ອ່າງເກັບນ້ໍາ ສະບັບເລກທີ 20/ລບ, ລົງວັນທີ 20 ມັງກອນ 2021; - ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ສະບັບເລກທີ 573/ນຍ, ລົງວັນທີ 20 ກັນຍາ 2021; - ອີງຕາມ ພັງສືສະເຫີ ຂອງກົມແຜນການ ແລະ ການເງິນ ສະບັບເລກທີ 1696/ກຊສ.ກຜງ, ລົງວັນທີ 8 ພຶດສະພາ 2023. ລັດຖະມົນຕີຕົກລົງ: ບ0ນວດທີ 1 ບົດບັນຍັດທົ່ວໄປ ມາດຕາ 1 ຈູດປະສົງ ຂໍ້ຕົກລົງສະບັບນີ້ ກໍານົດລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ງົບປະ ມານເຂົ້າໃນການຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາໃຫ້ເປັນເອກະພາບ ໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນການສະຫນອງງົບປະມານໃຫ້ມີຄວາມຄ່ອງຕົວ, ວ່ອງໄວ, ຍຸຕິທໍາ, ໂປ່ງ ໃສ, ສອດຄ່ອງຕາມກົດຫນາຍ ແລະ ລະບຽບການ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະ ສິດທິພາບ ແລະ ປະສິດທິຜົນ ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແລະ ການພັດທະນາເສດຖະກິດສັງຄົມໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ. ມາດຕາ 2 ການຄຸ້ມຄອງງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ ການຄຸ້ມຄອງງົບປະມານຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ ແມ່ນ ການຄຸ້ມຄອງລາຍຮັບ-ລາຍຈ່າຍ ທີ່ໄດ້ມາຈາກງົບປະມານຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ແຜນການຄຸ້ມຄອງອ່າງຮັບນ້ໍາ ຂອງບັນດາໂຄງການ ຫຼື ກິດຈະການຕ່າງໆ ທີ່ມອບໃຫ້ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍຜ່ານກອງທຶນປົກປັກຮັກສາສິ່ງແວດລ້ອມ ເພື່ອນໍາໃຊ້ເຂົ້າໃນວຽກ ງານທີ່ຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ, ການຄຸ້ມຄອງອ່າງຮັບນ້ໍາ ແລະ ວຽກງານຄຸ້ມຄອງຊັບພະ ເນ 1
1 ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ ລວມທັງເຫດການສຸກເສີນທາງດ້ານສິງແວດ ລ້ອມ. ມາດຕາ 3 ຂອບເຂດການນໍາໃຊ້ ກລົງສະບັບນີ້ ນໍາໃຊ້ສໍາລັບບັນດາກົມ, ກອງ, ສະຖາບັນ ພາຍໃນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ນະຄອນ ທີ່ນໍາໃຊ້ງົບປະມານຕິດຕາມ ກວດ ກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນໍໍາ ໃນຂອບເຂດທົ່ວປະເທດ. wonti 2 ແຫຼ່ງລາຍຮັບ, ການສ້າງແຜນ ແລະ ເກັບລາຍຮັບ ະ ະ ມ .. ພ. ຽ ງົບປະມານຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນໍໍາ - o -3 ມາດຕາ 4 ແຫຼ່ງລາຍຮັບງົບປະມານຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ ແຫຼ່ງລາຍຮັບງົບປະມານ ຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແມ່ນ ແຫຼ່ງລາຍຮັບທີ່ໄດ້ມາ ຈາກການປະກອບພັນທະທາງດ້ານສິງແວດລ້ອມຂອງບັນດາໂດງການລົງທຶນ ຫຼື ກິດຈະການຕ່າງໆ ຕາມທີ່ໄດ້ ກໍານົດໄວ້ໃນແຜນດຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ໂດຍສອດຄ່ອງຕາມດໍາລັດວ່າດ້ວຍການປະ ເມີນຜົນກະທົບຕໍ່ສິ່ງແວດລ້ອມ ທີ່ໄດ້ໂອນເງິນເຂົ້າໃນບັນຊີເງິນຝາກຂອງຫ້ອງການກອງທຶນປົກປັກຮັກສາສິ່ງ ແວດລ້ອມ ທີ່ເປີດຢູ່ຄັງເງິນແຫ່ງຊາດ . ແຫຼ່ງລາຍຮັບງົບປະມານແຜນການຄຸ້ມຄອງອ່າງຮັບນ້ໍາ ແມ່ນ ແຫຼ່ງລາຍຮັບທີ່ໄດ້ມາຈາກການປະກອບ ພັນທະຂອງບັນດາໂຄງການລົງທຶນ ຫຼື ກິດຈະການຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນແຜນການຕຸ້ມຄອງອ່າງຮັບນ້ໍາ ໂດຍສອດຄ່ອງຕາມກົດແນາຍວ່າດ້ວຍນໍໍາ ແລະ ຊັບພະຍາກອນນ້ໍາ ເພື່ອນໍາໃຊ້ເຂົ້ໃນວຽກງານການຄຸ້ມຄອງ ຊັບພະຍາກອນນ້ໍາ ທີ່ໄດ້ໂອນເງິນເຂົ້າບັນຊີເງິນຝາກຂອງຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ທີ່ເປີດ ຢູ່ຄັ້ງເງິນແຫ່ງຊາດ.
ມາດຕາ 5 ການສ້າງແຜນ ແລະ ການເກັບລາຍຮັບງົບປະມານຕິດຕາມ ກວດກາວີຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ ໃນການສ້າງແຜນ ແລະ ເກັບລາຍຮັບງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ ດັ່ດັ່ງນີ້: 1. ກົມສິ່ງແວດລ້ອມ; . ກົມຊັບພະຍາກອນນໍໍາ; N . ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; > . ກົມແຜນການ ແລະ ການເງິນ; ຫ X ຫ້ອງການກອງທຶນບົກປັກຮັກສາສິ່ງແວດລ້ອມ; > . ຫ້ອງການ, ບັນດາກົມ, ກອງ ແລະ ສະຖາບັນ ພາຍໃນກະຊວງ; 7. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ແລະ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ. ມາດຕາ 6 ຄວາມຮັບຜິດຊອບຂອງກົມສິ່ງແວດລ້ອມ ໃນການສ້າງແຜນ ແລະ ເກັບລາຍຮັບງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ກົມສິ່ງ ແວດລ້ອມ ມີຄວາມຮັບຜິດຊອບ ດັ່ງນີ້: .4 2 1. ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການສ້າງແຜນ ແລະ ເຈລະຈາງົບປະມານ ຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ຕະຫຼອດໄລຍະຂອງໂຄງການ ຂອງບັນດາໂຄງການລົງທຶນ ຫຼື ກິດ ຈະການຕ່າງໆ; 2. ສະຫຼຸບສັງລວມບັນຊີໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ໄດ້ອອກໃບຢັ້ງກ່ຽວກັບສິ່ງແວດລ້ອມ ຮັບຮອງບົດປະເມີນຜົນກະທົບຕໍ່ສິງແວດລ້ອມ, ໃບຢັ້ງຍືນຮັບຮອງຕໍ່ແຜນການຄຸ້ມຄອງ ແລະ ຕິດຕາມກວດ ກາສິ່ງແວດລ້ອມ ແຕ່ລະໄລຍະ ແລະ ເອກະສານຊ້ອນທ້າຍສັນຍາສໍາປະທານວ່າດ້ວຍພັນທະດ້ານສິ່ງແວດ ລ້ອມສັງຄົມ ແລະ ທໍາມະຊາດ ແລະ ແຜນການຄຸ້ມຄອງອ່າງຮັບນ້ໍາ ສິ່ງໃຫ້ກົມກວດກາຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ແລະ ກົມຊັບພະຍາກອນນ້ໍາ ພາຍໃນກໍານົດ ສິບວັນ ທາງລັດຖະການ ພາຍຫຼັງທີ່ໄດ້ ຮັບຮອງ; 3. ພາຍຫຼັງທີ່ ໄດ້ຮັບຫັງສືແຈ້ງຈາກກົມກວດກາຊັບພະບາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກົມຊັບພະຍາກອນນ້ໍາ ກ່ຽວກັບການບໍ່ປະຕິບັດພັນທະດ້ານງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດ ລ້ອມ ແລະ ແຜນການຄຸ້ມຄອງອ່າງຮັບນ້ໍາ ຂອງບັນດາໂຄງການລົງທຶນ ຫຼື ກິດຈະການຕ່າງໆ ແລ້ວໃຫ້ດໍາເນີນ ການຕາມແຕ່ລະກໍລະນີ ຕັ່ງນີ້: -- ກໍລະນີໂຄງການບໍມີສັນຍາສໍາປະທານ ຖ້າບໍ່ປະຕິບັດພັນທະຕາມທີ່ໄດ້ກໍານົດໄວ້ໃນເງື່ອນໄຂຂອງ ໃບຍັ້ງຢືນກ່ຽວກັບສິ່ງແວດລ້ອມ ແມ່ນ ບໍອະນຸຍາດໃຫ້ຕໍ່ອາຍຸໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມຕໍ່ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ; - ກໍລະນີໂຄງການມີສັນຍາສໍາປະທານ ຖ້າບໍ່ປະຕິບັດພັນທະຕາມເອກະສານຊ້ອນທ້າຍຂອງສັນຍາສໍາ ປະທານວ່າດ້ວຍພັນທະດ້ານສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ແມ່ນ ຈະປະສານກັບພາກສ່ວນທີ່ກ່ຽວ ຂ້ອງທີ່ເປັນຄູ່ສັນຍາ ເພື່ອດໍາເນີນການແຈ້ງເຕືອນ, ປັບໄທນ ແລະ ປະຕິບັດມາດຕະການ ຕາມທີ່ໄດ້ກໍານົດໄວ້ໃນ ສັນຍາ; 4. ຂຶ້ນແຜນນໍາໃຊ້ງົບປະມານປະຈໍາປີ ໃນຄວາມຮັບຜິດຊອບຂອງຕົນ ທີ່ຈະນໍາໃຊ້ງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ຄຸ້ມຄອງອ່າງຮັບນ້ໍາ ນໍາສະເພີກົມແຜຜນການ ແລະ ການເງິນ ເພື່ອ ພິຈາລະນາ ແລະ ສະເຫຼີລັດຖະມົນຕີ ພິຈາລະນາອະນຸມັດງົບປະມານ. ມາດຕາ 7 ຄວາມຮັບຜິດຊອບຂອງກົມຊັບພະຍາກອນນ້ໍາ ໃນການສ້າງແຜນ ແລະ ເກັບລາຍຮັບງົບປະມານແຜນຄຸ້ມຄອງອ່າງຮັບນ້ໍາກົມຊັບພະຍາກອນນ້ໍາ ມີຄວາມ ຮັບຜິດຊອບ ດັ່ງນີ້: 1. ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການສ້າງແຜນ ແລະ ເຈລະນາງົບປະມານ ແຜນການຄຸ້ມຄອງອ່າງຮັບນ້ໍາ ຕະຫຼອດໄລຍະຂອງບັນດາໂຄງການລົງທຶນ § ກິດຈະການຕ່າງໆ; 2. ຄາດຄະເນລາຍຮັບປະຈໍາປີ ຈາກຜູ້ພັດທະນາໂຄງການໃນການຈັດຕັ້ງປະຕິບັດພັນທະໃນການຄຸ້ມຄອງ ອ່າງຮັບນ້ໍາ ຂອງໂຄງການລົງທຶນ ຫຼື ກິດຈະການຕ່າງໆ ພ້ອມທັງສະຫຼຸບ-ສັງລວມການແຈ້ງ ແລະ ປະຕິບັດພັນ ທະງົບປະມານ ໃຫ້ທ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມແລະ ກົກົມແຜນການ ແລະ ການເງິນ; 3. ສະຫຼຸບສັງລວມບັນຊີແຜນການຄຸ້ມຄອງອ່າງຮັບນ້ໍາ ຂອງບັນດາໂຄງການລົງທຶນຫຼື ກິດຈະການຕ່າງໆ ທີ່ ໄດ້ອອກໃບອະນຸຍາດນໍາໃຊ້ນ້ໍາ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ນ້ໍາໃຫ້ມີປະສິດທິພາບ; 4. ຂຶ້ນແຜນນໍາໃຊ້ງົບປະມານປະຈໍາປີ ໃນການຄຸ້ມຄອງອ່າງຮັບນ້ໍາແຕ່ລະຂະຫນາດ ແລ້ວນໍາສະເຫຼີກົມ ແຜນການ ແລະ ການເງິນ ເພື່ອພິຈາລະນາ ແລະ ສະເຫີລັດຖະມົນຕີພິຈາລະນາອະນຸມັດງົບປະມານ; 5. ເຮັດພັງສືແຈ້ງທວງ ງົບປະມານຕາມແຜນການຄຸ້ມຄອງອ່າງຮັບນ້ໍາ ຈາກບັນດາໂຄງການລົງທຶນ ຫຼື ກິດຈະການຕ່າງໆ ປະຈໍາປີ ເພື່ອໂອນງົບປະມານເຂົ້າບັນຊີເງິນຝາກ ຂອງທ້ອງການກອງທຶນປຶກປັກຮັກສາຣີງ ມ/ ພ
ແວດລ້ອມທີ່ເປີດຢູ່ຄັ້ງເງິນແຫ່ງຊາດ ພ້ອມທັງຕິດຕາມສັງລວມການມອບງົບປະມານຕັ່ງກ່າວ ແລະ ແຈ້ງໃຫ້ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ເປັນປົກກະຕິ; 6. ຊຸກຍູ້ຜູ້ພັດທະນາໂຄງການໃນການຈັດຕັ້ງປະຕິບັດພັນທະໃນແຜນການຄຸ້ມຄອງອ່າງຮັບນ້ໍາ ຈາກບັນ ດາໂຄງການລົງທຶນ ແລະ ກິດຈະການຕ່າງໆ ແລະ ການສະຫບນອງພາຫະນະ, ອຸປະກອນໃນການຄຸ້ມຄອງອ່າງ ຮັບນໍ້າ ປະຈໍາປີ ໃຫ້ສູນກາງ ແລະ ທ້ອງຖິ່ນ ຕາມທີ່ໄດ້ກໍານົດຢູ່ໃນແຜນການຄຸ້ມຄອງອ່າງຮັບນ້ໍາ. ມາດຕາ 8 ຄວາມຮັບຜິດຊອບຂອງກົມກວດກາຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ ໃນການສ້າງແຜນ ແລະ ເກັບລາຍຮັບງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມກົມກວດ ກາຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມມີຄວາມຮັບຜິດຊອບ ດັ່ງນີ້: 1. ຄາດຄະເນລາຍຮັບປະຈໍາປີ ຈາກຜູ້ພັດທະນາໂຄງການໃນການຈັດຕັ້ງປະຕິບັດພັນທະຕິດຕາມກວດ ກາດ້ານສິ່ງແວດລ້ອມຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ພ້ອມທັງສະຫຼຸບສັງລວມການແຈ້ງ ແລະ ປະຕິບັດພັນທະງົບປະມານ ໃຫ້ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ກົມສິ່ງແວດລ້ອມ ແລະ ກົມ ແຜນການ ແລະ ການເງິນ; 2. ເຮັດຫັງສືແຈ້ງທວງງົບປະມານຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ຈາກບັນດາໂຄງການ ລົງທຶນ ແລະ ກິດຈະການຕ່າງໆ ປະຈໍາປີ ເພື່ອໂອນງົບປະມານເຂົ້າບັນຊີເງິນຝາກ ຂອງຫ້ອງການກອງທຶນປົກ ປັກຮັກສາສິ່ງແວດລ້ອມ ທີ່ເບີດຢູ່ຄັ້ງເງິນແຫ່ງຊາດ ພ້ອມທັງຕິດຕາມສັງລວມການມອບງົບປະມານດັ່ງກ່າວ ແລະ ແຈ້ງໃຫ້ຫ້ອງການກອງທຶນບົກປັກຮັກສາສິ່ງແວດລ້ອມ ເປັນປົກກະຕິ; 3. ສະຫຼຸບສັງລວມແຜນຄຸ້ມຄອງ ແລະ ຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ຂອງບັນດາໂຄງ ການລົງທຶນ ຫຼື ກິດຈະການຕ່າງໆ ເພືອຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມແຕ່ລະໄລຍະ ຕາມກົດ ບນາຍ ແລະ ລະບຽບການ; 4. ຂຶ້ນແຜນນໍາໃຊ້ງົບປະ,ະມານບປະຈໍາປີ ໃນການຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ໂຄງການລົງ ທຶນ ແລະ ກິດຈະການຕ່າໆ ຂອງຕົນ, ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ແລະ ນໍາສະເຫີກົມແຜນການ ແລະ ການເງິນ ເພືອພິຈາລະນາ; 5. ຊຸກຍູ້ຜູ້ພັດທະນາໂຄງການໃນການຈັດຕັ້ງປະຕິບັດພັນທະຕິດຕາມ ແລະ ກວດກາວິຊາການດ້ານສິ່ງ ແວດລ້ອມ ຈາກບັນດາໂຄງການລົງທຶນ ແລະ ກິດຈະການຕ່າງໆ ແລະ ການສະຫອງພາຫະນະ, ອຸປະກອນ ໃນ ການຕິດຕາມກວດກາສິ່ງແວດລ້ອມປະຈໍາປີ ໃຫ້ສູນກາງ ແລະ ທ້ອງຖິ່ນ ຕາມທີ່ໄດ້ກໍານົດຢູ່ໃນແຜນງົບປະ ມານຕິດຕາມກວດກາ. ມາດຕາ ອ ຄວາມຮັບຜິດຊອບຂອງກົມແຜນການ ແລະ ການເງິນ ໃນການສ້າງແຜນ ແລະ ເກັບລາຍຮັບງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ແຜນການຄຸ້ມຄອງອ່າງຮັບນ້ໍາກົມແຜນການ ແລະ ການເງິນ ມີຄວາມຮັບຜິດຊອບ ດັ່ງນີ້: 1. ສັງລວມແຜນການນໍາໃຊ້ງົບປະມານປະຈໍາປີ ໃນການຕິດຕາມ ກວດກາວິຊາການດ້ານສິ່ງແວດ ລ້ອມ, ແຜນການຄຸ້ມຄອງອ່າງຮັບນ້ໍາ ແລະ ແຜນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈາກຫ້ອງການ, ບັນດາກົມ, ກອງ, ສະຖາບັນ ພາຍໃນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ເພື່ອນໍາສະເຫີລັດຖະມົນຕີ ພິຈາລະນາຮັບຮອງ: 2. ນໍາສິ່ງແຜນການນໍາໃຊ້ງົບປະມານ ຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ແຜນການ ຄຸ້ມຄອງອ່າງຮັບນ້ໍາປະຈໍາປີ ໃຫ້ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ເພື່ອສັງລວມເຂົ້າໃນແຜນການ ງົບປະມານລາຍຈ່າຍປະຈໍາປີ ຂອງຫ້ອງການດັ່ງກ່າວ ແລ້ວສົ່ງຄືນໃຫ້ກົມແຜນການ ແລະ ການເງິນ ເພື່ອກໍານົດ ມພາຍ 4
ເຂົ້າໃນແຜນງົບປະມານລາຍຮັບ-ລາຍຈ່າຍວິຊາການປະຈໍາປີ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ & ແວດລ້ອມ; 3. ແຈ້ງແຜນງົບປະມານລາຍຮັບ-ລາຍຈ່າຍວິຊາການປະຈໍາປີ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ແກ່ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ຕາມຕົວເລກອະນຸມັດຈາກກະ ຊວງການເງິນ ໂດຍແຍກລະອຽດງົບປະມານບ້ວງຂອງຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ງົບ ປະມານບ້ວງຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ຄຸ້ມຄອງອ່າງຮັບນ້ໍາ ພ້ອມທັງເປັນຜູ້ຈັດສັນຕົວ ເລກງົບປະມານລາຍຈ່າຍໃຫ້ຫ້ອງການ,ບັນດາກົມ, ກອງ, ສະຖາບັນ ພາຍໃນກະຊວງ. ມາດຕາ 10 ຄວາມຮັບຜິດຊອບຂອງຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໃນການສ້າງແຜນ ແລະ ເກັບລາຍຮັບງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາຫ້ອງການກອງທຶນບົກບັກຮັກສາສິ່ງແວດລ້ອມມີຄວາມຮັບຜິດຊອບ ດັ່ງນີ້: 1. ສັງລວມແຜນຄາດຄະເນລາຍຮັບ-ລາຍຈ່າຍປະຈໍາປີ ໂດຍໃຫ້ແຍກລະອຽດລະຫວ່າງງົບປະມານລາຍ ຮັບ ຂອງຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ງົບປະມານລາຍຮັບຈາກການຕິດຕາມ ກວດກາ ວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ ນໍາສົ່ງໃຫ້ກົມແຜຜນການ ແລະ ການເງິນ ເພື່ອສັງ ລວມເຂົ້າແຜນງົບປະມານລາຍຮັບ-ລາຍຈ່າຍວິຊາການປະຈໍາປີ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; 2. ກວດຜ່ານແຜນຄິດໄລ່ງົບປະມານ ຂອງແຕ່ລະກິດຈະກໍາ ແລະ ການປະກອບເອກະສານຂໍຖອນງົບ ປະມານ ຂອງບັນດາ ພາກສ່ວນຕ່າງໆ ສູນກາງ ແລະ ທ້ອງຖິ່ນ ໃນການນໍາໃຊ້ງົບປະມານຕິດຕາມກວດກາວິຊາ ການດ້ານສິ່ງແວດລ້ອມ ແລະການຄຸ້ມຄອງອ່າງຮັບນ້ໍາ ແລ້ວນໍາສະເຫີປະທານສະພາບໍລິຫານກອງທຶນປົກປັກ ຮັກສາສິ່ງແວດລ້ອມ ພິຈາລະນາອະນຸມັດການນໍາໃຊ້ງົບປະມານດັ່ງກ່າວ; 3. ສະຫນອງງົບປະມານ ຕາມລະບຽບການເງິນ ເພື່ອການເຄື່ອນໄຫວວຽກງານໃນກໍລະນີຮີບດ່ວນ ແລະ ສຸກເສີນທາງດ້ານສິ່ງແວດລ້ອມ ຂອງຄະນະນໍາກະຊວງ, ຫ້ອງການ,ບັນດາກົມ, ກອງ ແລະ ສະຖາບັນພາຍໃນ ກະຊວງ ແລະ ຂະແຫງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະ ເທດ ຕາມການຕົກລົງຂອງລັດຖະມົນຕີ.
ມາດຕາ 11 ຄວາມຮັບຜິດຊອບຂອງຫ້ອງການ, ບັນດາກົມ, ກອງ ແລະ ສະຖາບັນ ພາຍໃນກະຊວງ ຫ້ອງການ, ບັນດາກົມ, ກອງ, ສະຖາບັນ ພາຍໃນກະຊວງ ຮັບຜິດຊອບຂຶ້ນແຜນນໍາໃຊ້ງົບປະມານ ທີ່ຕິດພັນກັບພາລະບົດບາດ, ສິດ ແລະ ຫ້າທີ່ຂອງຕົນເອງ ເພື່ອຂໍນໍາໃຊ້ງົບປະມານຕິດຕາມ ກວດກາວິຊາການ ດ້ານສິ່ງແວດລ້ອມ ແລະການຄຸ້ມຄອງອ່າງຮັບນ້ໍາ ແລ້ວສົ່ງໃຫ້ກົມແຜນການ ແລະ ການເງິນ ເພື່ອຄື້ນຄ້ວານໍາ ສະເບຫີລັດຖະມົນຕີ ພິຈາລະນາອະນຸມັດງົບປະມານ. ມາດຕາ 12 ຄວາມຮັບຜິດຊອບຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ແລະ ຫ້ອງ ການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ພະແນກຊັບພະນາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ແລະ ຫ້ອງການຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຮັບຜິດຊອບສ້າງແຜນງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງ ແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນໍໍາດັ່ງນີ້: 1. ປະສານສົມທົບກັບ ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກົມຊັບພະ ຍາກອນນ້ໍາ ເພື່ອສະບນອງຂໍ້ມູນແຜນການເຄື່ອນໄຫວວຽກງານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ຂອງບັນດາໂຄງການລົງທຶນ ຫຼື ກິດຈະການຕ່າງໆ ແຕ່ລະໄລຍະ ແລະ ການຄຸ້ມຄອງອ່າງຮັບນ້ໍາ ແຕ່ລະຂະຫາດ ພ 7774 5 ນໍາສິ່ງໃຫ້ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກົມຊັບພະຍາກອນນ້ໍາ ເພື່ອສັງ ລວມສ້າງແຜນງົບປະມານປະຈໍາປີ ; 2. ຂຶ້ນແຜນຄິດໄລ່ງົບປະມານ ແລະ ປະກອບເອກະສານຂໍຖອນງົບປະມານທີ່ນໍາໃຊ້ເຂົ້າໃນການຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ຂອງບັນດາໂຄງການລົງທຶນ ຫຼື ກິດຈະການຕ່າງໆ ແຕ່ລະໄລຍະ ແລະ ການຄຸ້ມຄອງອ່າງຮັບນ້ໍາ ແຕ່ລະຂະບນາດ ຕາມການແບ່ງປັນຕົວເລກງົບປະມານປະຈໍາປີ ຂອງກົມແຜນການ ແລະ ການເງິນ ແລ້ວສົ່ງໃຫ້ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ປະຕິບັດຕາມລະບຽບການ ໃນການ ຂໍຖອນງົບປະມານ; ສໍາລັບງົບປະມານຕິດຕາມກວດກາວິຊາການດ້ານສິງແວດລ້ອມ ຂອງບັນດາໂຄງການລົງທຶນ ຫຼື ກິດຈະ ການຕ່າງໆ ທີ່ດໍາເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ໃຫ້ພະແນກຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເປັນເຈົ້າການໃນການທວງງົບປະມານ ຈາກບັນດາໂຄງການລົງທຶນ ຫຼື ກິດຈະການຕ່າງໆ ເພື່ອໂອນເຂົ້າບັນຊີຄັງເງິນແຫ່ງຊາດປະຈໍາແຂວງ, ນະຄອນຫຼວງ. ຖ້າໂຄງການລົງທຶນ ຫຼື ກິດຈະການໃດ ໄດ້ມອບງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ເຂົ້າບັນຊີຄັງເງິນແຫ່ງຊາດ ປະຈໍາແຂວງ, ນະຄອນຫຼວງ ແມ່ນ ໃຫ້ນໍາໃຊ້ເຂົ້າໃນວຽກງານຕິດຕາມ ກວດກາວິຊາການດ້ານສິງແວດລ້ອມ ໂດງ ການລົງທຶນ ຫຼື ກິດຈະການນັ້ນເລີຍ, ພ້ອມທັງໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ ສະຫຸບ ແລະ ແຈ້ງບັນຊີປະເພດໂຄງການທີ່ໄດ້ອະນຸຍາດ ຫຼື ຮັບຮອງບົດປະເມີນຜົນກະ ທົບຕໍ່ສິ່ງແວດລ້ອມເບື້ອງຕົ້ນ (ອອກໃບປັ້ງຢືນກ່ຽວກັບສິ່ງແວດລ້ອມ) ພ້ອມດ້ວຍການແຈ້ງທວງພັນທະການ ກວດກາສິ່ງແວດລ້ອມ ໃຫ້ກົມແຜນການ ແລະ ການເງິນ ແລະ ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນແຕ່ລະໄລຍະ ເພື່ອເປັນບ່ອນອີງໃນການກວດກາ ແລະ ຕິດຕາມ. ສ່ວນໂຄງການລົງ ທຶນ ຫຼື ກິດຈະການໃດ ບໍ່ໄດ້ຮັບງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ໃຫ້ຂຶ້ນແຜນສະເພີນໍາໃຊ້ ງົບປະມານຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ ທີ່ໄດ້ມອບເຂົ້າຫ້ອງ ການກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມທັງໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ແຈ້ງຕົວເລກລາຍຮັບປະຈໍາບີ ທີ່ໄດ້ຮັບຈາກບັນດາໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ດໍາເນີນ ການສຶກສາເບືອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ສົ່ງໃຫ້ກົມແຜນການ ແລະ ການເງິນ ແລະ ຫ້ອງການ ເ ຈອ: ະ. ກ <, Y- ມ “+.5. ຣລ ຂ. ະ
ກອງທຶນປົກປັກຮັກສາສິງແວດລ້ອມ ເປັນປົກກະຕິ. ຫນວດທີ 3 ການນໍາໃຊ້ ແລະ ການສະຫຼຸບງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ ມາດຕາ 13 ການນໍາໃຊ້ງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ ງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ ໃຫ້ນໍາໃຊ້ເຂົ້າ ບັນດາຫ້າວຽກຕົ້ນຕໍ ດັ່ງນີ້: 1. ວຽກງານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ຂອງບັນດາໂຄງການລົງທືນຫຼືກິດຈະການ ຕ່າງໆ ໃນຂອບເຂດທົ່ວປະເທດ; 2. ວຽກງານການຄຸ້ມຄອງອ່າງຮັບນ້ໍາ ໃນຂອບເຂດທົ່ວປະເທດ; 3. ວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມລວມທັງເຫດການສຸກເສີນທາງ ຕ້ານສິງຫວດຂ້ອມ ພ ພ້ ຫ້ອງການ, ກົມ, ກອງ. ສະຖາບັນ ພາຍໃນກະຊວງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມຂັ້ນແຂວງ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ທີ່ຕ້ອງການ ນໍາໃຊ້ງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ແຜນການຄຸ້ມຄອງອ່າງຮັບນ້ໍາ ຕ້ອງສ້າງ ແຜນງົບປະມານປະຈໍາບີຂອງຕົນ ແລ້ວນໍາສົ່ງໃຫ້ ກົມແຜນການ ແລະ ການເງິນ ເພື່ອສັງລວມ ແລະ ລາຍງານການນໍາກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອພິຈາລະນາຮັບຮອງ; ສໍາລັບແຜນກິດຈະກໍາລະອຽດ ຕ້ອງປະກອບມີແຜນວຽກ, ແຜນຄົນ ແລະ ແຜນງົບປະມານ ໂດຍສອດ ຄ່ອງກັບກົດຫນາຍ ແລະ ລະບຽບການ ທີ່ກ່ຽວຂ້ອງຂອງຂະແບນງການເງິນ ແລ້ວນໍາສະເຫີຫ້ອງການກອງທຶນ ບົກປັກຮັກສາສິ່ງແວດລ້ອມ ກວດຜ່ານແຜນຄິດໄລ່ງົບປະມານ ຂອງແຕ່ລະກິດຈະກໍາ ແລະ ການປະກອບເອ ກະສານຂໍຖອນງົບປະມານ ແລ້ວນໍາສະເຫີທ່ານປະທານສະພາບໍລິຫານກອງທຶນປົກປັກຮັກສາສິງແວດລ້ອມ ເພື່ອ ພິຈາລະນາອະນຸມັດການນໍາໃຊ້ງົບປະມານດັ່ງກ່າວ. ສໍາລັບການນໍາໃຊ້ງົບປະມານ ເພື່ອການເດືອນໄຫວວຽກງານໃນກໍລະນີຣິບດ່ວນ ແລະ ສຸກເສີນທາງດ້ານ ສິ່ງແວດລ້ອມ ຂອງດະນະນໍາກະຊວງ, ຫ້ອງການ, ບັນດາກົມ, ກອງ ແລະ ສະຖາບັນ ພາຍໃນກະຊວງ ແລະ ຂະ ແບນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຕາມການ ຕົກລົງຂອງລັດຖະມົນຕີ ແມ່ນ ມອບໃຫ້ກອງທຶນປົກປັກຮັກສາສິ່ງແວດລ້ອມ ປະສານສົມທົບກັບກະຊວງການ ເງິນ ແລະ ພາກສ່ວນກ່ຽວຂ້ອງ ສ້າງກົນໄກສະເພາະ ເພື່ອຮັບປະກັນຄວາມວ່ອງໄວ ແລະ ການນໍາງົບປະມານໃຫ້ ທັນກັບສະພາບການ.
ມາດຕາ 14 ການສະຫຼຸບການນໍາໃຊ້ງົບປະມານ ຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມແລະ ການຄຸ້ມຄອງອ່າງ ຮັບນໍາ ທຸກພາກສ່ວນທີ່ໄດ້ຮັບອະນຸມັດໃຫ້ນໍາໃຊ້ງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ແຜນການຄຸ້ມຄອງອ່າງຮັບນ້ໍາຕ້ອງສະຫຼຸບການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍ ຕາມກົດຫນາຍ ແລະ ລະບຽບ ການທີ່ກ່ຽວຂ້ອງຂອງຂະແນງການເງິນສົ່ງໃຫ້ທ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມພາຍໃນກໍານົດເວ ລາ ສິບຫາວັນ ທາງລັດຖະການ ພາຍຫຼັງສໍາເລັດການເຄືອນໄຫວວຽກງານ. ການສະຫຼຸບການໃຊ້ຈ່າຍທຸກຄັ້ງຕ້ອງຄັດຕິດບົດລາຍງານຜົນໄດ້ຮັບ ຈາກການນໍາໃຊ້ຽົບປະມານດັ່ງກ່າວ ມາພ້ອມ. ໃນກໍລະນີ ຫາກບໍ່ມີການສະຫຼຸບການໃຊ້ຈ່າຍທັນຕາມກໍານົດເວລາ ແມ່ນບໍ່ສາມາດສະເຫີຂໍອະນຸມັດ ງວດໃຫ່ໄດ້ ຈີນກວ່າຈະສະຫຼຸບການນໍໍາໃຊ້ງົບປະມານ ຕາມແຜນກິດຈະກໍາເກົ່າສໍາເລັດ. ຫ້ອງການກອງທຶນປົກປັກຮັກສາລິ່ງແວດລ້ອມ ສະຫຼຸບການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍ ປະຈໍາ ເດືອນ, ສາມເດືອນ, ທົກເດືອນ, ເກົ້າເດືອນ ແລະ ປະຈໍາປີໃຫ້ກົມແຜນການ ແລະ ການເງິນ ເພື່ອຕິດຕາມ ກວດ ກາ ຕາມລະບຽບການ. ມາດຕາ 15 ການຊຸກຍູ້ ແລະ ຕິດຕາມກວດກາການນໍາໃຊ້ງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ ໃນການຊຸກຍູ້ ແລະ ຕິດຕາມກວດກາການນໍໍາໃຊ້ງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດ ລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ ໃຫ້ປະຕິບັດດັງນີ: 1. ກົມສິ່ງແວດລ້ອມພິຈາລະນາຄົ້ນຄວ້າເງື່ອນໄຂການຕໍ່ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຕໍ່ແຜນຄຸ້ມ ຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ໂດຍອີງໃສ່ເງື່ອນໄຂການປະຕິບັດພັນທະດ້ານສິ່ງແວດລ້ອມ ຂອງ ໂຄງການລົງທຶນ ຫຼື ກິດຈະການຕ່າງໆ ຕາມການສະເຫຼືຂອງກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ; ., ພ
7 2. ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມລາຍງານ ແລະ ຊື້ແຈງກ່ຽວກັບສະພາບ ການຈັດຕັ້ງປະຕິບັດໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ຕິດພັນກັບການປະກອບພັນທະດ້ານສິ່ງແວດ ລ້ອມ ເພື່ອເປັນຂໍ້ມູນໃນການກວດສອບ; 3. ກົມຊັບພະຍາກອນນ້ໍາ ລາຍງານ ແລະ ຊື້ແຈງກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ຕິດພັນກັບການປະກອບພັນທະງົບປະມານແຜນການຄຸ້ມຄອງອ່າງຮັບນ້ໍາ ເພື່ອເປັນ ຂໍ້ມູນໃນການກວດສອບ; 4. ກົມແຜນການ ແລະ ການເງິນ ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດການນໍາໃຊ້ງົບປະມານລາຍ ຮັບ-ລາຍຈ່າຍ, ງົບປະມານ ຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາຂອງ ຫ້ອງການກອງທຶນປົກປັກຮັກສິ່ງແວດລ້ອມ ທີ່ເປັນທົ່ວນ່ວຍງົບປະມານຂັ້ນສອງ ທີ່ຂຶ້ນກັບຫົວນນ່ວຍງົບປະ ມານຂັ້ນ ຫຶງ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ບັນດາພາກສ່ວນຕ່າງໆ ທີ່ນໍາໃຊ້ງົບປະມານບ້ວງດັ່ງກ່າວ ຢູ່ຂັ້ນສູນກາງ ແລະ ທ້ອງຖີ່ນ ເປັນແຕ່ລະໄລຍະ; ສັງລວມ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດການນໍາໃຊ້ງົບປະມານຕິດຕາມ ກວດກາວິຊາການ ດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ ໃຫ້ທ່ານລັດຖະມົນຕີຮັບຊາບ ໂດຍອີງໃສ່ບົດສະຫຼຸບລາຍ ງານທີ່ໄດ້ຮັບຈາກຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ຜົນໄດ້ຮັບຈາກການລົງຊຸກຍູ້ ແລະ ຕິດ ຕາມປະຈໍາປີ ຂອງກົມແຜນການ ແລະ ການເງິນ. 8 ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມຊຸກຍູ້ ແລະ ຕິດຕາມບັນດາພາກສ່ວນຕ່າງໆ ທີ່ນໍາໃຊ້ ງົບປະມານຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ແຜນການຄຸ້ມຄອງອ່າງຮັບນ້ໍາ ໃນການສະຫຼຸບ ເອກະສານທາງດ້ານການເງິນ ຕາມລະບຽບການຂອງຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ. ຫນວດທີ 4 ບົດບັນຍັດສຸດທ້າຍ ມາດຕາ 16 ການຈັດຕັ້ງປະຕິບັດ ມອບໃຫ້ກົມແຜນການ ແລະ ການເງິນ, ກົມສິ່ງແວດລ້ອມ, ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກົມຊັບພະຍາກອນນ້ໍາຫຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ບັນດາກົມກອງພາຍ ໃນກະຊວງ, ພະແນກຊັບພະຍາກອນທໍາມະຊາດ ເເລະ ສິ່ງແວດລ້ອມຂຶ້ນແຂວງ, ຫ້ອງການຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມ ງວດ ແລະ ໃຫ້ໄດ້ຮັບຜົນດີ.
ມາດຕາ 17 ຜົນສັກສິດ Yo o ະ. Bano -~ .ະ. ,ຂ - ຂໍຕົກລົງສະບັບນີມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ໂລ ະ ລູ ລ ແລະ ພາຍທຫຼັງລົງຈົດຕນາຍເຫດທາງ ລັດຖະການ ສິບຫ້າວັນ. ຂໍ້ກໍານົດໃດທີ່ຂັດກັບຂໍ້ຕົກລົງສະບັບນີ້ ຄ້ວນເຖືກຄກເອບ ເຟ 8 ນ.ບຸນຄາໍ ວໍລະຈິດ