Decision No.0752 on the Registration of Importers and Exporters
颁布于 2023-05-23 · 文本截至 2026-10-01
以研究形式发布的公开法律与官方指引,不构成法律、税务或金融建议。
研究内容本身以英文撰写。标题和标签已翻译,调查结果和引文未翻译。
关于这部法律
- 语言
- Lao
- 类型
- 条例
- 国家
- 老挝
- 主题
- General
- 关键词
- international trade, registration
- 类别
- *
在哪里阅读
该法律没有记录来源链接。
文本
所收录的法律原文,按条款排列。每个条款都有自己的链接。
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ " 9 2 0752 ກະຊວງອຸດສາຫະກາ ແລະ ການຄາ ເລກທີ... ./ອຄ ນະຄອນຫຼວງວຽງຈັນ, ວັນທີ 2D ພຶດສະພາ 2023 & - ຂໍຕົກລົງ - v oo K o ¥ ວາດ້ວຍການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ "ະ - ອິງຕາມ ດໍາລັດ ວາດ້ວຍການຈັດຕັ້ງ ແລະ ການເຄືອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກ ທີ 604/ນຍ, ລົງວັນທີ 15 ຕຸລາ 2021; - ອີງຕາມ ດໍາລັດ ວາດ້ວຍການນໍາເຂົ້າ ແລະ ການສົ່ງອອກສິນຄ້າ ສະບັບເລກທີ 114/ລບ, ລົງວັນທີ 06 ເມສາ 2011; - ອີງຕາມ ຫັງສືສະເຫີຂອງກົມການນໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 1160/ກຂອ, ລົງວັນທີ 03 ພຶດສະພາ 2023. ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ: ບນວດທີ 1 ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກໍານົດ ລະບຽບການ ແລະ ມາດຕະການ ກ່ຽວກັບການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງ ອອກສິນຄ້າ ຢູ່ ສປປ ລາວ ເພືອຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າ ແບບລວມສູນ ແລະ ເປັນເອກະ ພາບໃນຂອບເຂດທົ່ວປະເທດ ແນໃສເຮັດໃຫ້ການຄ່າເຂົ້າສູ່ລະບົບ, ຮັບປະກັນການຄຸ້ມຄອງລາຍຮັບ ແລະ ການຊໍາລະເປັນເງິນຕາຈາກການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ສົ່ງເສີມການຜະລິດສິນຄ້າພາຍໃນທີມີທາແຮງ ປະກອບສວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ມາດຕາ 2 ການລົງທະບຽນຜູ້ນໍາເຂົ້າ ແລະ ລົງອອກສິນຄ້າ ການລົງທະບຽນຜູ້ນໍໍາເຂົ້າ ແລະ ສົ່ງອອກສິນຄ້າ ແມ່ນເກັບກໍາຂໍ້ມູນຜູ້ທີ່ດ້າເນີນທຸລະກິດນ້າເຂົ້າ ແລະ ສົ່ງ ອອກ ສິນຄ່າທີລັດຖະບານຄຸ້ມຄອງລາຍຮັບ ແລະ ການຊໍາລະຈາກການນໍາເຂົ້າ ແລະ ສົ່ງອອກ ເປັນອັນສະເພາະ ແລະ ສິນຄໍາທີ່ມີຜົນກະທົບໄວຕໍຊິວິດການເປັນຢູ່ຂອງປະຊາຊົນ. ກ໊ອນສາມາດນໍາເຂົ້າ ແລະ ສົ່ງອອກສິນຄ້າ ທີລັດຖະບານຄຸ້ມຄອງ ແລະ ທີກະທົບໄວຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ຜູ້ນໍາເຂົ້າ ແລະ ສົ່ງອອກ ຕ້ອງລົງທະບຽນນໍາກະຊວງອຸດສາຫະກໍາ ແລະ ການຄໍ້າ. ກະຊວງອຸດ
ສາຫະກໍາ ແລະ ການຄ້າ ເປັນໃຈກາງປະສານສົມທົບກັບຂະແຫນງການກຽວຂ້ອງ ໃນການກໍານົດລາຍການ ສິນຄ້າດັ່ງກ້າວ ທີຕ້ອງໄດ້ລົງທະບຽນ ເປັນແຕ່ລະໄລຍະ. ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມບນາຍດັ່ງນີ້: 1. ຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຫນາຍເຖິງ ວິສາຫະກິດ ແລະ ຜູ້ຄ້າຕາງປະເທດ ທີໄດ້ຮັບອະນຸຍາດ ໃຫ້ດໍາເນີນທຸລະກິດນໍາເຂົ້າ ແລະ ສົ່ງອອກສິນຄ້າ ຕາມກົດຫນາຍ ແລະ ລະບຽບການທີກ່ຽວຂ້ອງ; 2. ສິນຄ້າ ຫນາຍເຖິງ ຜະລິດຕະພັນທີມີມຸນຄາທາງເສດຖະກິດ ຊິງຖືກນໍາເຂົ້າ ແລະ ສົ່ງອອກ ເພືອ ຈຸດປະສົງການຜະລິດ, ປຸງແຕ່ງ, ຊົມໃຊ້ ແລະ ຈໍາຫນາຍ ຕາມທີໄດ້ກໍານົດໄວ້ໃນປຶ້ມສາລະບານສິນຄ່າ ແລະ ອັດຕາພາສີ ລະບົບເອກະພາບ; 3. ໃບຢັ້ງຢືນການລົງທະບຽນ ແມນເອກະສານຢັ້ງຢືນການສໍາເລັດການລົງທະບຽນຂອງ ຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າທີລັດຖະບານຄຸ້ມຄອງ ແລະ ສິນຄ່າທີກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທີ ອອກໂດຍ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ມາດຕາ 4 ຂອບເຂດການນໍາໃຊ້ ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ້າງປະເທດ ທີ ເຄືອນໄຫວກຽວກັບການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຝູ້ ສປປ ລາວ. ຫນວດທີ 2 ການສະເຫນີຂໍ່ລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ່າ ມາດຕາ 5້ ເອກະສານປະກອບການລົງທະບຽນ ການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າທີ ລັດຖະບານຄຸ້ມຄອງ ຫຼື ມີຜົນກະທົບໄວຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນ ໃຫ້ປະກອບເອກະສານ ສະເຫນີຕໍ່ ກົມການນໍາເຂົ້າ ແລະ ສົ່ງອອກ ດັ່ງນີ້: 1. ໃບສະເຫີ ຕາມແບບພິມ ທີ ກົມການນໍາເຂົ້າ ແລະ ສົ່ງອອກ ກໍານົດ; 2. ສໍາເນົາໃບທະບຽນວິສາຫະກິດ ຫຼື ໃບຢັ້ງຢືນສິດທາງດ້ານການຄ້າຂອງຜູ້ຄ້າຕ້າງປະເທດ (ສໍາລັບຜູ້ຄໍາ ຕາງປະເທດ); 3, ສໍາເນົາໃບອະນຸຍາດດໍາເນີນທຸລະກິດ ສໍາລັບກິດຈະການທີຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດ.
ມາດຕາ 6 ການພິຈາລະນາອອກໃບຢັ້ງຢືນການລົງທະບຽນ ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີໄດ້ກໍານົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະ ບັບນີ້, ກົມການນໍາເຂົ້າ ແລະ ສົ່ງອອກ ຕ້ອງພິຈາລະນາອອກໃບຢັ້ງຢືນການລົງທະບຽນ ໃຫ້ຜູ້ສະເຫນື ພາຍໃນ ສາມ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານ. ກໍລະນີເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ຜູ້ກວດກາເອກະສານ ຕ້ອງແຈ້ງໃຫ້ຜູ້ສະເຫີຊາບ ໂດຍທັນທີ ເພືອໃຫ້ປັບປຸງແກ້ໄຂ ໃຫ້ຄົບຖ້ວນ ແລະ ຖືກຕ້ອງ. ມາດຕາ 7 ອາຍຸ, ການຕໍ່ອາຍຸ ແລະ ການດັດແກ້ເນື້ອໃນ ໃບປັ້ງຢືນການລົງທະບຽນ ໃບຢັ້ງຢືນການລົງທະບຽນ ມີອາຍຸການນໍາໃຊ້ 1 ປີ ແລະ ສາມາດຕໍ່ໄດ້. ການດັດແກ້ເນື້ອໃນຂອງໃບຢັ້ງຍືນການລົງທະບຽນ ປະກອບດ້ວຍ ການດັດແກ້ ຂໍ້ມູນວິສາຫະກິດ ແລະ ລາຍການສິນຄ້າ. ຜູ້ທິມີຈຸດປະສົງສະເຫນີ ຕໍ່ອາຍຸ ຫຼື ຂໍດັດແກ້ເນື້ອໃນ ໃບຢັ້ງຢືນການລົງທະບຽນ ໃຫ້ປະກອບເອກະສານຍືນ ຕໍ່ ກົມການນໍາເຂົ້າ ແລະ ສົ່ງອອກ ດັ່ງນີ້: 1. ໃບສະເຫຼື ຕາມແບບພິມ ທີ ກົມການນໍາເຂົ້າ ແລະ ສົ່ງວອກ ກໍານົດ; 2. ສໍາເນົາໃບທະບຽນວິສາຫະກິດ ຫຼື ໃບຢັ້ງຢືນສິດທາງດ້ານການຄ້າຂອງຜູ້ຄ້າຕາງປະເທດ (ສໍາລັບຜູ້ຄ້າ ຕາງປະເທດ); w . ສໍາເນົາໃບອະນຸຍາດດໍາເນີນທຸລະກິດ ສໍາລັບກິດຈະການທີຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດ; 4. ໃບປັ້ງຢືນການລົງທະບຽນ ສະບັບຕົ້ນ. ມາດຕາ 8 ການອອກໃບຢັ້ງຢືນການລົງທະບຽນ ຄືນໃຫ ກໍລະນີ ໃບຢັງຍືນການລົງທະບຽນ ເສຍຫາຍ ຫຼື ສູນຫາຍ, ຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ສາມາດສະເຫນີ ຫາ ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ເພືອຂໍອອກໃບຢັ້ງຢືນການລົງທະບຽນ ຄືນໃບນ ໂດຍປະກອບເອກະສານ ດັ່ງນີ້: 1.ໃບສະເຫຼີ ຕາມແບບພິມ ທີ ກົມການນໍາເຂົ້າ ແລະ ສົ່ງອອກ ກໍານົດ; 2.ສໍາເນົາ ໃບທະບຽນວິສາຫະກິດ ຫຼື ໃບຢັ້ງຢືນສິດທາງດ້ານການຄ້າຂອງຜູ້ຄ້າຕ່າງປະເທດ (ສໍາລັບຜູ້ຄ້າ ຕາງປະເທດ); 3.ສໍາເນົາ ໃບອະນຸຍາດດໍາເນີນທຸລະກິດ ສໍາລັບກິດຈະການທີຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດ; 4.ສໍາເນົາ ໃບຢັ້ງຢືນການລົງທະບຽນ; 5.ໃບແຈ້ງເສຍຫາຍຢັ້ງຢືນຈາກຂະແບນງການປ້ອງກັນຄວາມສະຫງົບ.
ມາດຕາ 9 ການໂຈະ ຫຼື ຖອນ ໃບຢັ້ງຢືນການລົງທະບຽນ ໃບຢັ້ງຍືນການລົງທະບຽນ ຈະຖືກ ໂຈະ ຫຼື ຖອນ ຕາມກໍລະນີ ດັ່ງນີ້: ! . ຜູ້ນໍາເຂົ້າ ແລະ ສົ່ງອອກ ບໍ່ປະຕິບັດຕາມພັນທະທີລະບຸໄວ້ໃນມາດຕາ 11 ຂອງຂໍ້ຕົກລົງສະບັບນີ້; 2. ຜູ້ນໍາເຂົ້າ ແລະ ສົ່ງອອກ ລະເມີດຂໍ້ຫ້າມທີລະບຸໄວ້ໃນມາດຕາ 12 ຂອງຂໍຕົກລົງສະບັບນີ້; ະ າ K A a < . o v ລດ ຂ ຈະ & ງ, K 2 cen o o, oo . ຈ 3. ຜູ້ນໍາເຂົາ ແລະ ສິງອອກ ສະເຫນຂຍ໋ກເລກການດໍາເນນກົດຈະການ ດ້ວຍຄວາມສະຫນັກໃຈ. ຫນວດທີ 3 ສິດ ແລະ ພັນທະ ຂອງຜູ້ນໍາເຂົ້າ ແລະ ສົ່ງອອກ ມາດຕາ 10 ສິດຂອງຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄາ ມີສິດດັ່ງນີ້: 1. ນໍາເຂົ້າ ແລະ ສົ່າອອກ ສິນຄ້າ ຕາມທີໄດ້ລະບຸໄວ້ໃນໃບຢັ້ງຢືນການລົງທະບຽນ; 2. ສະເຫນີ ດັດແກ້ເນື້ອໃນ, ຕໍ່ອາຍຸ, ໂຈະ ແລະ ຖອນ ໃບຢັ້ງຢືນການລົງທະບຽນ; 3. ສະເຫນີຂໍຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ກຽວກັບວຽກງານທີ່ຕິດພັນກັບການນໍາເຂົ້າ ແລະ ສົ່ງອອກ ສິນຄໍາ; 4. ສະເຫນີຮ່ອງທຸກ ຫຼື ລາຍງານການປະຕິບັດຫ້າທີຂອງເຈົ້າຫນ້າທີທີ່ກຽວຂ້ອງ ຫຼື ການເຄືອນໄຫວ ຂອງຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ທີບໍ່ສອດຄອງກັບກົດຫນາຍ ແລະ ລະບຽບການ ຕໍ່ຫນ່ວຍງານ ກວດກາຂອງພາກສວນກຽວຂ້ອງ: 5. ນໍາໃຊ້ສິດອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ. ~ v K A ະ, ມາດຕາ 11 ພັນທະຂອງຜູ້ນໍາເຂົາ ແລະ ສົງອອກ ສິນຄໍ້າ ຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄາ ມີພັນທະດັ່ງນີ້: 1. ດໍາເນີນການຊໍາລະການຄ້າ ແລະ ການບໍລິການກັບຕ່າງປະເທດ ຕາມກົດຫນາຍ ແລະ ລະບຽບການທີ ກ່ຽວຂ້ອງ; . ແຈ້ງເສຍພາສີ ແລະ ອາກອນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ; ໂນ ກູ່, o < ແະ ແ. & ໃ. ຈ ກ . ມີລະບົບບັນທຶກ ຕິດຕາມສິນຄ້າ ທີ ນໍາເຂົ້າ, ສົ່ງອອກ ແລະ ຈໍາຫນາຍ; . ເກັບສໍາເນົ່າເອກະສານອະນຸຍາດນ້າເຂົ້າ ແລະ ສົ່ງອອກ ສິນຄ້າ ແລະ ເອກະສານຢັ້ງຍືນການຊໍາລະສະ ສາງຜານບັນຊີທະນາຄານທຸລະກິດ ຢູ່ ສປປ ລາວ ຄົບຊຸດ; . ລາຍງານ ແລະ ສະຫນອງຂໍ້ມູນກ່ຽວກັບການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ໃຫ້ກົມການນໍາເຂົ້າ - R ແລະ ສົ່ງອອກ ເປັນແຕລະໄຕມາດ; X 1.'11‘Zéazfluzfiua:tméflumusfiuasg ແລະ ຕິດຕາມການດໍາເນີນກິດຈະການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງຕົນ; . ປະຕິບັດພັນທະອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ.
ຫນວດທີ 4 ຣັ o ຂໍຫ້າມ ມາດຕາ12 ຂໍ້ຫ້າມສໍາລັບຜູ້ນໍາເຂົ້າ-ສິ່ງອອກສິນຄ້າ ຫ້າມຜູ້ນໍາເຂົາ-ສົ່ງອອກສິນຄ້າ ມີພຶດຕິກໍາ ດັ່ງນີ້: 1. ດ໊າເນິນການນ້ໍາເຂົ້າ-ສົ່ງອອກສິນຄໍາ ທີລັດຖະບານຄຸ້ມຄອງ ຫຼື ມີຄວາມກະທົບໄວຕໍ່ຊີວິດການເປັນ ຢູ່ຂອງປະຊາຊົນ ໂດຍບໍ່ມີໃບຢັ້ງຢືນການລົງທະບຽນ; 2. ນໍາເອົາໃບຢັ້ງຢືນການລົງທະບຽນ ໃຫ້ບຸກຄົນອືນນໍາໃຊ້; 3. ປອມແປງເອກະສານ ຫຼື ນໍໍາໃຊ້ເອກະສານປອມແປງ; 4. ມີພຶດຕິກໍາອືນ ທີເປັນການລະເມີດ ກົດຫນາຍ ແລະ ລະບຽບການ. <. ະ. <. -. ມາດຕາ 13 ຂໍ້ຫ້າມສໍາລັບເຈົ້າຫນ້ໍາທີ-ພະນັກງານ ຫ້າມເຈົ້າຫນ້າທີ-ພະນັກງານ ມີພຶດຕິກໍາ ດັ່ງນີ້: 1. ກົດຫນ່ວງ, ຖ້ວງດຶງ, ແກ່ຍາວເວລາໃນການກວດກາ ແລະ ພິຈາລະນາອອກໃບຢັ້ງຢືນການລົງທະ ບຽນ; ເ . ສວຍໃຊ້ອໍານາດ, ຕໍາແຫນງ ຫຼື ຫນ້າທີ ເພືອຮຽກຮ້ອງເອົາຜົນປະໂຫຍດ; ເ . ປອມແປງເອກະສານ, ປະລະຫນ້າທີ, ຄວາມຮັບຜິດຊອບ ແລະ ບິດເບືອນຄວາມຈິງ; . . ສົມຮູຮວມຄິດ, ປົກປ້ອງ, ປິດບັງຂໍ້ມູນ ແລະ ໃຫ້ຄວາມຮ່ວມມືແກຜູ້ປະກອບການ; . ເບີດເຜີຍຂໍ້ມູນຄວາມລັບ ໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ນໍາເຂົ້າ-ສົງອອກສິນຄ້າທີກ່ຽວຂ້ອງ; ອ ຜທ . ມີພຶດຕິກໍາອືນ ທີເປັນການລະເມີດ ກົດຫນາຍ ແລະ ລະບຽບການ. ຫນວດທີ 5 ມ - :., K & ຈູ ມ ການຄຸ້ມຄອງວຽກງານລົງທະບຽນຜູ້ນໍາເຂົາ ແລະ ສົ່ງອອກສິນຄ້າ ມາດຕາ 14 ການຈັດຕັ້ງປະຕິບັດຄຸ້ມຄອງວຽກງານລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ່າ ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດຕັ້ງປະຕິບັດຄຸ້ມຄອງວຽກງານການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ຢູ ສປປ ລາວ ຢ່າງລວມສຸນ ໂດຍມອບໃຫ້ ກົມການນໍາເຂົ້າ ແລະ ສົ່ງວວກ ເປັນເຈົ້າການ ປະສານສົມທົບກັບພາກສວນກ່ຽວຂ່ອງ ຈັດຕັ້ງປະຕິບັດຂໍຕົກລົງສະບັບນີ້.
ມາດຕາ 15 ສິດ ແລະ ຫ້າທີຂອງ ກົມການນໍາເຂົ້າ ແລະ ສົ່ງອອກ ກົມການນໍາເຂົ້າ ແລະ ສົ່ງອອກ ມີສິດ ແລະ ຫນ້າທີ ດັ່ງນີ້: 1. ຄົ້ນຄ້ວາສ້າງ ແລະ ປັບປຸງ ນິຕິກໍາ, ແຜນງານ, ແຜນການ ແລະ ໂຄງການ ກຽວກັບວຽກງານການຢັ້ງ ຢືນເປັນຜຸ້ນໍາເຂົ້າ ແລະ ສົ່ງອອກ ສິນຄາ ເພື່ອສະເຫນີຂັ້ນເທິງຮັບຮອງ ແລະ ປະກາດໃຊ້ ພ້ອມທັງຈັດ ຕັ້ງປະຕິບັດໃຫ້ໄດ້ຮັບຜົນດິ; 2. ພິຈາລະນາ ອອກ, ໂຈະ ແລະ ຖອນ ໃບຢັ້ງຢືນການລົງທະບຽນ; 3. ກວດສອບການເຄືອນໄຫວກິດຈະການຂອງຜູ້ນໍາເຂົ້າ ແລະ ສົ່ງອອກ ສິ້ນຄ້າ; 4. ເກັບກໍາຂໍ້ມູນ ແລະ ສັງລວມ ສະພາບການການນ້ໍາເຂົ້າ ແລະ ສົ່ງອອກ ສິນຄ້າ ເພື່ອລາຍງານຂັ້ນເທິງ ຊາບ ແລະ ໃຫ້ທິດຊື່ນໍາ; 5. ຈັດກອງປະຊຸມເພື່ອປຶກສາຫາລື , ເຜີຍແຜ່ ແລະ ຖອດຖອນບົດຮຽນຮວມກັບພາກລັດ ແລະ ທຸລະ ກິດ ທັງພາຍໃນ ແລະ ຕ້າງປະເທດ ກ່ຽວກັບວຽກງານການຄູ້ມຄອງຜູ້ນ້ໍາເຂົ້າ ແລະ ສົ່ງອອກ ສິນຄາ; 6. ປະສານສົມທົບກັບຂະແບນງການທີກຽວຂ້ອງ ເພື່ອດັດສົມຜູ້ນໍາເຂົ້າ ແລະ ສົ່ງວອກ ສິນຄາ ທີເຄື່ອນ ໄຫວບໍ່ສອດຄ້ອງກັບກົດຫນາຍ ແລະ ລະບຽບການ ເປັນຕົ້ນ ການລັກລອບການນໍາເຂົ້າ, ການແຈ້ງ ພາສີນ້າເຂົ້າບໍ່ຖືກກັບສິນຄ້າຕົວຈິງ (ປະເພດ, ປະລິມານ, ມູນຄາ), ການນໍາເຂົ້າຜ່ານດານທີບໍ່ໄດ້ຮັບ ອະນຸຍາດ ແລະ ອືນໆ; 7. ເກັບຮັກສາເອກະສານທີຕິດພັນກັບການຢັ້ງຢືນເປັນຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄາ; 8. ສະເຫນີຂໍການຊວຍເຫຼືອດ້ານເຕັກນິກ ແລະ ວິຊາການ ເພືອປັບປຸງວຽກງານການຢັ້ງຢືນ ຜູ້ນໍາເຂົ້າ ແລະ ສົ່ງອອກ ສິນຄາ ໃຫ້ເປັນທັນສະໄບຫນ; 9. ນໍາໃຊ້ງົບປະມານ, ພາຫະນະ, ວັດຖຸອຸປະກອນຮັບໃຊ້ ວຽກງານທາງລັດຖະການ ແລະ ງົບປະມານ ໂຄງການສົ່ງເສິມວິຊາການທີກົມເປັນຜູ້ຈັດຕັ້ງປະຕິບັດ; 10, ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ.
ຫນວດທີ 6 ນະໂຍບາຍຕໍ່ຜູ້ມີຜົນງານແລະ ມາດຕະການຕໍ່ຜູ້ລະເມີດ +. ມາດຕາ 16 ນະໂຍບາຍຕໍ່ຜູ້ມີຜົນງານ - fo - ແ ແາ ະ < > “ກ ກ: ະ ຂ “ະ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັງ ທິມີຜົນງານໃນການຈັດຕັ່ງປະຕິບັດຂໍຕົກລົງສະບັບນີ ຈະໄດ້ຮັບ ການຍ້ອງຍໍ ແລະ ນະໂຍບາຍ ຕາມທີກໍານົດໄວ້ໃນກົດຫນາຍ ແລະ ລະບຽບການກ່ຽວຂ້ອງ. ມາດຕາ 17 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການກ່າວເຕືອນ , ສຶກສາອົບຮົມ, ລົງວິໄນ, ປັບໃບນ, ຊົດໃຊ້ຄ້າເສຍຫາຍທາງແຟງ ຫຼື ລົງໂທດທາງອາຍາ ຕາມແຕລະກໍລະນີ ເບົາ ຫຼື ພັກ ຕາມກົດຫນາຍ ແລະ ລະບຽບການ. ຫນວດທີ 7 ບົດບັນຍັດສຸດທ້າຍ ະ & ໃຈ ມາດຕາ 18 ການຈັດຕັງປະຕິບັດ ມອບໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ ເປັນເຈົ້າການປະສານສົມທົບ ກັບພາກສວນທີກ່ຽວຂ້ອງ ໃນ ການຈັດຕັ່ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິຜົນສຸງ. ມາດຕາ 19 ຜົນສັກສິດ ຂໍຕົກລົງສະບັບນີ ມີຜົນສັກສິດພາຍຫຼັງລົງລາຍເຊັນປະກາດໃຊ້ ສິສິບຫ້າ ວັນ ແລະ ໄດ້ພິມລົງໃນຈົດ ບຫນາຍເຫດທາງລັດຖະການ. ເ ບຸນເຖິງ ດວງສະຫວັນ