跳到主要内容
Nelum
老挝的法律

Decision No.0358 on the List of Investment Projects and Activities Categorized for Conducting Environmental Impact Assessment

颁布于 2023-02-23 · 文本截至 2026-10-01

以研究形式发布的公开法律与官方指引,不构成法律、税务或金融建议。

研究内容本身以英文撰写。标题和标签已翻译,调查结果和引文未翻译。

关于这部法律

语言
Lao
类型
其他
组织
Mekong River Commission (MRC)
国家
老挝
主题
Environment
关键词
environmental impact assessment (EIA), classification/declassification, investment, protection of environment

在哪里阅读

    该法律没有记录来源链接。

文本

所收录的法律原文,按条款排列。每个条款都有自己的链接。

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ 0 3158 - i%a?l ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເລກທີ A .. /ກຊສ ວ່າດ້ວຍບັນຊີການຈັດແບ່ງກຸ່ມໂຄງການລົງທຶນ o o ຫຼື ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ -- ອີງຕາມ ມາດຕາ 21 ແລະ 22 ຂອງກົດຫນາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 29/ ສພຊ, ລົງວັນທີ 18 ທັນວາ 2012; — ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ສະບັບເລກທີ 573/ນຍ, ລົງວັນທີ 20 ກັນຍາ 2021; -. ອີງຕາມ ດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 389/ລບ, ລົງວັນທີ 20 ຕຸລາ 2022; -. ອີງຕາມ ຫັງສືສະເຫີຂອງກົມສິ່ງແວດລ້ອມ ສະບັບເລກທີ 0276/ກຊສ.ກສລ, ລົງວັນທີ 26 ມັງກອນ 2023. ລັດຖະມົນຕີ ຕົກລົງ: ມາດຕາ 1 ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກໍານົດບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ຕ້ອງດໍາເນີນການສຶກ ສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ການ ສ້າງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍວ່າດ້ວຍການປົກປັກຮັກສາ ສິ່ງແວດລ້ອມ, ດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ກົດຫນາຍອື່ນທີ່ກ່ຽວຂ້ອງ. ມາດຕາ 2 ບັນຊີໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ຕ້ອງດໍາເນີນການສຶກສາເບື້ອງຕົ້ນ ກ່ຽວກັບ ຜົນ ກະທົບຕໍ່ສິ່ງແວດລ້ອມ ບັນຊີໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ຕ້ອງດໍາເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດ ລ້ອມ ມີດັ່ງນີ້: a/a ປະເພດໂຄງການລົງທຶນ ຫຼື ກິດຈະການຕ່າງໆ ຕ້ອງດໍາເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ 1. | ໂຄງການລົງທຶນ ຫຼື ກິດຈະການ ພະລັງງານ: - . ການພັດທະນາໂຄງການໄຟຟ້າພະລັງງານນ້ໍາ ແຕ່ 1 ຫາ 5 ເມກາວັດ; - ການພັດທະນາໂຄງການໄຟຟ້າພະລັງງານອາຍຊີວະພາບ ທຸກຂະຫນາດ; . . ການພັດທະນາໂຄງການໄຟຟ້າພະລັງງານຊີວະມວນ ຕໍາກວ່າ 5 ເມກາວັດ; -. ການພັດທະນາໂຄງການໄຟຟ້າພະລັງງານລົມ ຕໍາກວ່າ 50 ເມກາວັດ; -. ການພັດທະນາໂຄງການໄຟຟ້າແສງຕາເວັນ ຕໍາກວ່າ 50 ເມກາວັດ.

  2. ໂຄງການລົງທຶນ ຫຼື ກິດຈະການ ນ້ໍາມັນເຊື້ອໄຟ: - ການສ້າງສາງເກັບນ້ໍາມັນ ແຕ່ 5.000 ຫາ 50.000 ແມັດກ້ອນ; — ການສ້າງຕັ້ງປ້ານ້ໍາມັນ ແປດ ຫົວສິດຂຶ້ນໄປ ແລະ ມີຮ້ານບໍລິການຕ່າງໆທີ່ຕິດພັນກັບການບໍລິການປ້ານ້ໍາ ມັນ. ໂຄງການລົງທຶນ ຫຼື ກິດຈະການ ແຮ່ທາດ: > ການຂຸດຄົນແຮ່ທາດອະໂລຫະ ສໍາລັບການກໍ່ສ້າງ ເຊັ່ນ: ຊາຍ, ຫີນແຮ່ ຢູ່ໃນແມ່ນ້ໍາ ທີ່ມີບໍລິມາດຂຸດຄົນ ະ. . ະ -. ເ ແ Kໃ ມພ ະ . ຂ ບນ້ອບກວ່າ 50.000 ແມັດກ້ອນ ຕໍ່ປີ ແລະ/ຫຼື ເນື່ອທິຫ້ານ້ໍາ ະ. ບໍ່ເກີນ 4 ເຮັກຕາ; < ການຂຸດຄົ້ນແຮ່ທາດອະໂລທະ ສໍາລັບການກໍ່ສ້າງ ເຊັ່ນ: ທີນຜາ, ບໍ່ດີນ, ຊາຍ ຢູ່ເທິງຫ້າດິນ ທີ່ມີບໍລິ <. ະ . o + o ຫ້ 2 [3 ະ. ມາດຂຸດຄົນ slieunan 100.000 ແມັດກ້ອນ ຕໍ່ປີ ແລະ/ຫຼື ເນື້ອທີ່ດິນ ບໍ່ເກີນ 4 ເຮັກຕາ. ໂຄງການລົງທຶນ ຫຼື ກິດຈະການ ກະສິກໍາ ແລະ ປ່າໄມ້: - ການປູກພືດສະບຽງອາຫານ, ພືດເປັນຢາ ແລະ ພືດຊະນິດອື່ນໆ ທຸກຂະບນາດ; > ການປູກໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອຈຸດປະສົງທາງດ້ານການຄ້າ ໃນເຂດທີ່ດິນປ່າຊຸດໂຊມ ແລະ ທີ່ ດິນປ່າປອກໂຫຼ້ນ ທີ່ຢູ່ໃນເຂດປ່າຜະລິດ ຕາມແຜນຈັດສັນ ທຸກຂະຫນາດ; > ການຕໍາເນີນກິດຈະການລະບົບນີເວດປ່າໄມ້ ໃນເຂດປ່າປ້ອງກັນ, ປ່າສະຫງວນ ແຫ່ງຊາດ ແລະ ປ່າຜະລິດ ທີ່ລັດຈັດສັນໃຫ້ ທຸກຂະຫນາດ; - ການປູກພືດອຸດສາຫະກໍາ ຫຼື ພືດພະລັງງານ ເປັນຕົ້ນ ມັນຕົ້ນ, ອ້ອຍ, ສາລີ, ປາມ, ບນາກເຍົາ ທຸກຂະ ຫນາດ; - ການລ້ຽງແມງໄມ້ທຸກຊະນິດ ເພື່ອຈຸດປະສົງທາງດ້ານການຄ້າ ທຸກຂະຫນາດ; -- ການລ້ຽງສັດໃຫຍ່ ເປັນຕົ້ນ ງົວ, ຄວາຍ, ມ້າ, ອຸດ, ນົກກະຈອກເທບ ທີ່ນອນໃນເຂດທຸກຍາກ, ຫ່າງ ໄກສອກຫຼີກ, ໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ບໍ່ເອື້ອອໍານວຍແກ່ການລົງທຶນ ແຕ່ 500 ຫາ 3.000 ໂຕ ຕໍ່ຫຶ່ງໂຄງການ ຫຼື ກິດຈະການ; -- ການລ້ຽງສັດໃຫຍ່ ເປັນຕົ້ນ ງົວ, ຄວາຍ, ແບ້, ມ້າ, ອຸດ, ນົກກະຈອກເທບ ທີ່ນອນໃນເຂດທີ່ມີໂຄງລ່າງ ພື້ນຖານເສດຖະກິດ-ສັງຄົມ ເອື້ອອໍານວຍ ແກ່ການລົງທຶນ ແຕ່ 100 ຫາ 300 ໂຕ ຕໍ່ຫຶ້ງໂຄງການ ຫຼຶ ກິດຈະການ; - ການລ້ຽງຫຸ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ບໍ່ເອື້ອ ອໍານວຍແກ່ການລົງທຶນ ແຕ່ 300 ຫາ 2.000 ໂຕ ຕໍ່ພຶ້ງໂຄງການ ຫຼື ກິດຈະການ; - ການລ້ຽງຫູ ທີ່ນອນໃນເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອອໍານວຍແກ່ການລົງທຶນ ແຕ່ 50 ຫາ 200 ໂຕ ຕໍ່ຫື່ງໂຄງການ ຫຼື ກິດຈະການ; - ການລ້ຽງສັດປີກ ເປັນຕົ້ນ ເປັດ, ໄກ່, ຫ່ານ, ນົກ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງລ່າງ ພື້ນຖານເສດຖະກິດ-ສັງຄົມ ບໍ່ເອື້ອອໍານວຍ ແກ່ການລົງທຶນ ແຕ່ 5.000 ໂຕ ຂຶ້ນໄປ ຕໍ່ຫຟົ້ງໂຄງການ ຫຼື ກິດຈະການ; < ການລ້ຽງສັດປີກ ເປັນຕົ້ນ ເປັດ, ໄກ່, ທ່ານ, ນົກ ທີ່ນອນໃນເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງ ຄົມ ເອື້ອອໍານວຍແກ່ການລົງທຶນແຕ່ 1.000 ໂຕ ຂຶ້ນໄປ ຕໍ່ຫນຶ່ງໂຄງການ ຫຼື ກິດຈະການ; - ການລ້ຽງແຂ້ ເພື່ອຈຸດປະສົງທາງດ້ານການຄ້າ ຕໍ່ຫພັ້ງໂຄງການ ຫຼື ກິດຈະການ ທຸກຂະຫນາດ; - ການລ້ຽງປາ ຫຼື ສັດນ້ໍາອື່ນ ດ້ວຍການຂຸດເປັນຫນອງ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງ ລ່າງພື້ນຖານເສດຖະກິດ-ສັງຄົມ ບໍ່ເອື້ອອໍານວຍແກ່ການລົງທຶນ ມີເນື້ອທີ່ດິນ ແຕ່ 20 ເຮັກຕາ ຂຶ້ນໄປ ຕໍ່ພົ່ງໂຄງການ ຫຼື ກິດຈະການ; - ການລ້ຽງປາ ຫຼື ສັດນ້ໍາອື່ນດ້ວຍການຂຸດເປັນເນອງ ທີ່ນອນໃນເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງ ຄົມ ເອື້ອອໍານວຍແກ່ການລົງທຶນ ມີເນື້ອທີ່ດິນ ແຕ່ 10 ເຮັກຕາ ຂຶ້ນໄປ ຕໍ່ຫຶ່ງໂຄງການ ຫຼື ກິດຈະການ;

  3. 47 -- ການລ້ຽງປາ ຫຼື ສັດນ້ໍາອື່ນ ແບບກະຊັງຕາມແມ່ນ້ໍາທໍາມະຊາດ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກ ຫຼີກ, ໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ບໍ່ເອື້ອອໍານວຍແກ່ການລົງທຶນ ມີເນື້ອທີ່ດິນ ແຕ່ 1.000 ຕາ ແມັດ ຂຶ້ນໄປ ຕໍ່ຫຟຶ່ງໂຄງການ ຫຼື ກິດຈະການ; P @ ະກ - ການລ້ຽງປາ ຫຼື ສັດນ້ໍາອື່ນ ແບບກະຊັງຕາມແມ່ ນໍາທໍາມະຊາດ ທີ່ນອນໃນເຂດທີ່ມີໂຄງລ່າງພື້ນຖານ ເສດຖະກິດ-ສັງຄົມ ເອື້ອອໍານວຍແກ່ການລົງທຶນ ມືເນື້ອທີ່ດິນ ແຕ່ 500 ຕາແມັດ ຂຶ້ນໄປ ຕໍ່ຫຶ່ງໂຄງ ການ ຫຼື ກິດຈະການ. ໂຄງການລົງທຶນ ຫຼື ກິດຈະການ ອຸດສາຫະກໍາປຸງແຕ່ງ: 1.ການປຸງແຕ່ງຜະລິດຕະພັນສະບຽງອາຫານ: < ບ່ອນຂ້າສັດຍ່ອຍ ແລະ ໂຮງງານຂ້າສັດ ຂະຫພພາດນ້ອຍ ປະເພດ ງົວ, ຄວາຍ, ຫູ, ແກະ, ແບ້ ແລະ ສັດ ບີກ ທຸກຂະຫນາດ; - ໂຮງງານຜະລິດ ຫຼື ປຸງແຕ່ງ ຫຼື ຮັກສາອາຫານ ທີ່ຜະລິດຈາກສັດ ຫຼື ພືດ ເປັນຕົ້ນ ຊີ້ນ, ປາ, ອາຫານທະ ເລ, ນ້ໍາບນາກໄມ້, ນົມ ແລະ ຜະລິດຕະພັນຈາກນົມ, ອາຫານຈາກມັນ, ເຜືອກ ຈໍານວນຫຼາຍກວ່າ 10 ໂຕນ ຕໍ່ມື້ຂຶ້ນໄປ; - ໂຮງງານຜະລິດແປ້ງ ຈໍານວນ ແຕ່ 30.000 ຫາ 100.000 ໂຕນ ຕໍ່ປີ; - ໂຮງງານຜະລິດ ເຂົ້າປຸ້ນ, ເຂົ້າປຽກ, ເສັ້ນພີ່, ເສັ້ນເຝີ, ມະກາໂຣນີ, ແລະ ອືນໆ ຈໍານວນ ຫຼາຍກວ່າ 10 ໂຕນ ຕໍ່ມື້ຂຶ້ນໄປ; - ໂຮງງານປຸງແຕ່ງຜັກ, ຫໍ່ໄມ້, ຫນາກໄມ້ ຈໍານວນຫຼາຍກວ່າ 10 ໂຕນ ຕໍ່ມື້ຂຶ້ນໄປ; < ໂຮງງານຜະລິດ ເກືອກິນ ແຕ່ 10 ໂຕນຕໍ່ມື້ ຂຶ້ນໄປ. 2. ການຜະລິດເຄື່ອງດື່ມ: -- ໂຮງງານຜະລິດເຫຼົ້າ ປະລິມານ ແຕ່ 500.000 ລິດ ຕໍ່ ປີຂຶ້ນໄປ; > ໂຮງງານຜະລິດເບຍ ປະລິມານ 500.000 ຫາ 10.000.000 ລິດ ຕໍ່ປີ; -- ໂຮງງານຜະລິດເຫຼົ້າວາຍ ປະລິມານ 500.000 ຫາ 10.000.000 ລິດ ຕໍ່ປີ; - ໂຮງງານຜະລິດເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ປະລິມານ ແຕ່ 1.000.000 ລິດ ຕໍ່ປີຂຶ້ນໄປ. 3. ການຜະລິດຢາສູບ: > ໂຮງງານຜະລິດຢາສູບ ແຕ່ 500 ໂຕນ ຕໍ່ປີຂຶ້ນໄປ. 4. ການຜະລິດແຜ່ນແພ, ຜະລິດຕະພັນຫັງ ແລະ ຜະລິດຕະພັນອື່ນທີ່ກ່ຽວຂ້ອງກັບແຜ່ນແພ ແລະ ຫັງ: — ໂຮງງານຕໍາແຜ່ນ, ຕັດຫຍິບ ທີ່ມີການຟອກ, ຍ້ອມສີ ທີ່ນໍາໃຊ້ສານເດມີ ເປັນຕົ້ນ ແຜ່ນແພ, ເສັ້ນຝ້າຍ ຫຼື ເສັ້ນໄຍ ແລະ ອື່ນໆ ທີ່ມີບໍລິມາດນ້ໍາເປື້ອນຈະປ່ອຍອອກຈາກ ໂຮງງານ ແຕ່ 50 ແມັດກ້ອນ ຕໍ່ວັນ ຂຶ້ນໄປ; - ໂຮງງານຜະລິດພົມ ທີ່ມີບໍລິມາດນ້ໍາເປື້ອນຈະປ່ອຍອອກຈາກໂຮງງານ ແຕ່ 50 ແມັດກ້ອນ ຕໍ່ວັນຂຶ້ນ ໄປ; - ໂຮງງານຕັດຫຍິບທີ່ມີແຮງງານເກີນ 800 ຄົນຂຶ້ນໄປ. > ໂຮງງານເອື້ອບ ແລະ ນວດຫັງສັດ ແຕ່ 5 ໂຕນ ຕໍ່ມື້ຂຶ້ນໄປ: - ໂຮງງານຜະລິດ ເຄື່ອງໃຊ້ຈາກຫັງສັດ ຫຼື ຂົນສັດ ທີ່ມີຂະບວນການຫຼັກ, ຟອກ, ຍ້ອມສີ ແຕ່ 10 ຫາ 50 ໂຕນ ຕໍ່ມື້. 5. ການຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ: - ໂຮງງານຜະລິດເຫຍື້ອເຈ້ຍ, ແຜ່ນເຈັຍ, ເຈັຍຫຸ້ມທໍ່, ເຈັບອ່ອນ, ເຈ້ຍແຂງ ທີ່ມີກໍາລັງການຜະລິດ ແຕ່ 10 ຫາ 50 ໂຕນຕໍ່ມື້; - ໂຮງພິມທີ່ນໍາໃຊ້ເຈ້ຍເຂົ້າໃນການຜະລິດ ແຕ່ 10 ຫາ 50 ໂຕນຕໍ່ມື້. “ະ

  4. 6. ການຜະລິດນ້ໍາມັນຈາກພືດກະສິກໍາ ແລະ ການປຸງແຕ່ງຖ່ານເຜົາໄຫນ້ເພື່ອເປັນເຊື້ອໄຟ: - ໂຮງກັ່ນ ຫຼື ໂຮງງານຜະລິດ ນ້ໍາມັນຈາກພືດກະສິກໍາ ເພື່ອບໍລິໂພກ ທຸກຂະຫນາດ; - ໂຮງງານປຸງແຕ່ງຖ່ານເຜົ່າໄບນ້ ເພື່ອເປັນເຊື້ອໄຟ ແຕ່ 5 ຫາ 10 ໂຕນຕໍ່ເດືອນ. 7. ການຜະລິດເຄມີ ແລະ ຜະລິດຕະພັນເຄມີ: - ໂຮງງານຜະລິດສະບູຸ ກ້ອນ, ຝຸ່ນ, ແຫຼວ; ຜະລິດຕະພັນເພື່ອການຊັກລ້າງ ແຕ່ 3.000 ຫາ 5.000 ໂຕນ ຕໍ່ປີ; - ສາງເກັບມ້ຽນວັດຖຸລະເບີດ, ເຄມີ ແລະ ຜະລິດຕະພັນເຄມີອັນຕະລາຍ ປະເພດ 2 ແລະ 3 ແລະ ຜະ ລິດຕະພັນອື່ນທີ່ມີສ່ວນປະສົມຂອງເດມີອັນຕະລາຍ ແຕ່ 1 ຫາ 5 ໂຕນ ຕໍ່ປີ; - ໂຮງງານຜະລິດເຄມີອັນຕະລາຍ ປະເພດ 4 ທຸກຂະຫນາດ. 8. ຜະລິດຕະພັນ ຢາງ ແລະ ປລາສະຕິກ: - ໂຮງງານຜະລິດຕະພັນປລາສະຕິກ ທີ່ນໍາໃຊ້ສິ່ງເສດເຫຼືອປລາສະຕິກເປັນວັດຖຸດິບ ຈໍານວນ ແຕ່ 300 ຫາ 1.000 ໂຕນ ຕໍ່ປີ. -. ໂຮງງານປຸງແຕ່ງຢາງພາລາ ຈໍານວນ ແຕ່ 3.000 ໂຕນ ຕໍ່ປີຂຶ້ນໄປ. 9. ແຮ່ອະໂລຫະອື່ນໆ: - ໂຮງງານຜະລິດ ແກ້ວ ແຕ່ 1.000 ໂຕນ ຕໍ່ປີຂຶ້ນໄປ; > ໂຮງງານຜະລິດຊີມັງຈາກເຄິ່ງສໍາເລັດຮູບ (WA ເປັນວັດຖຸດິບ) ແຕ່ 1.000 ໂຕນ ຕໍ່ປີລົງມາ: - ໂຮງງານຜະລິດປຸນຂາວ ທີ່ມີການເຜົ່າໄຫນ້ ແຕ່ 1.000 ໂຕນ ຕໍ່ປີລົງມາ; 10. ການຜະລິດໂລຫະຂັ້ນພື້ນຖານ: - ໂຮງງານຜະລິດ ເຫຼັກຂັ້ນຕົ້ນ ແລະ ເຫຼັກກ້າ ເພື່ອນໍາໃຊ້ເປັນຜະລິດຕະພັນ ຈໍານວນ ແຕ່ 3.000 ຫາ 5.000 ໂຕນ ຕໍ່ປີ; - ໂຮງງານການຫຼອມໂລຫະທີ່ບໍ່ແມ່ນເຫຼັກ ເປັນຕົ້ນ ການຫຼອມໂລຫະເຄິ່ງສໍາເລັດຮູບ ເຊັ່ນ ອາລູມີນຽມ, ແມັກນິຊຽມ, ໄຕຕານຽມ , ສັງກະສີ ແລະ ອື່ນໆ ແຕ່ 1.000 ໂຕນ ຕໍ່ປີລົງມາ. 11. ໂຮງງານຜະລິດ ເຄື່ອງຄອມພິວເຕີ, ເຄື່ອງອິເລັກໂທຼນິກ ແລະ ຜະລິດຕະພັນກ່ຽວກັບ ສາຍຕາ: - ໂຮງງານຜະລິດ ເຄື່ອງຄອມພິວເຕີ ທຸກຂະຫນາດ; - ໂຮງງານຜະລິດຫຼອດໄຟຣີເລັກໂທຼນິກ ທຸກຂະບນາດ ; - ໂຮງງານຜະລິດເດື່ອງໃຊ້ອີເລັກໂທຼນິກ ທຸກຂະບນາດ; - ໂຮງງານຜະລິດຕະພັນກ່ຽວກັບສາຍຕາ ທຸກຂະຫນາດ. 12. ຜະລິດອຸປະກອນໄຟຟ້າ: - ໂຮງງານຜະລິດຫໍ້ໄຟ ທຸກຂະຫນາດ; - ໂຮງງານຜະລິດພໍ້ແປງ ທຸກຂະບນາດ; < ໂຮງງານຜະລິດອຸປະກອນໄຟຟ້າ ທຸກຂະຫນາດ. 13. ຜະລິດເຄື່ອງຈັກ ແລະ ອຸປະກອນ: - ໂຮງງານຜະລິດເດື່ອງກົນຈັກທັກ ທຸກຂະຫນາດ; -- ໂຮງານຜະລິດ ລິບ, ຂັ້ນໄດເລື່ອນ ທຸກຂະຫນາດ; - ໂຮງງານຜະລິດເຕົ່າຫຼອມ ທຸກຂະຫນາດ. 14. ຜະລິດເຄື່ອງປະກອບພາຫະນະ: - ໂຮງງານຜະລິດ ລົດໃຫຍ່, ຮ່າງລົດໃຫຍ່ ແລະ ເຄື່ອງປະກອບລົດໃຫຍ່ ທຸກຂະບນາດ; - ໂຮງງານຜະລິດ ລົດຈັກ ແລະ ເຄື່ອງປະກອບລົດຈັກ ທຸກຂະຫນາດ; ~ ໂຮງງານປະກອບລົດຖີບ ແລະ ເຄື່ອງປະກອບລົດຖີບ ທຸກຂະຫນາດ.

  5. 47 15. ຜະລິດອຸປະກອນການຂົນສົ່ງ ແລະ ຜະລິດຕະພັນເຄື່ອງກໍ່ສ້າງ: - ໂຮງງານຜະລິດອຸປະກອນຂົນສົງ ເປັນຕົ້ນ ເຮືອ, ລາງລົດໄຟ, ເຮືອບິນ ແລະ ຊັ້ນສ່ວນຕ່າງໆສໍາລັບການ ຜະລິດດັ່ງກ່າວ ທຸກຂະຫນາດ; - ໂຮງງານຜະລິດເຄື່ອງກໍ່ສ້າງ ເປັນຕົ້ນ ດິນຈີ່, ດິນຂໍ, ເຄື່ອງປັ້ນດິນເຜົາ, ດິນບ໋ອກ, ກະເບື້ອງ, ກະໂລປູ ພື້ນ, ຊີແພັກ ແຕ່ 1.000 ຫາ 5.000 ແມັດກ້ອນຕໍ່ເດືອນ. ໂຄງການລົງທຶນ ຫຼື ກິດຈະການ ກໍ່ສ້າງໂຄງລ່າງພື້ນຖານ: - ການກໍ່ສ້າງຄອງລະບາຍນ້ໍາເປື້ອນ ທຸກຂະຫນາດ; - ການກໍ່ສ້າງລະບົບບໍາບັດນ້ໍາເປື້ອນ ຫຼື ສະຖານທີ່ບໍາບັດນ້ໍາເປື້ອນ ທຸກຂະຫນາດ; - ການກໍ່ສ້າງຕອນໂດມີນຽມ, ອາພາດເມັ້ນ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງລ່າງພື້ນຖານ ເສດຖະກິດ-ສັງຄົມ ບໍ່ເອື້ອອໍານວຍແກ່ການລົງທຶນແຕ່ 50 ຫາ 90 ຫ້ອງ ຕໍ່ຫ່ງໂຄງການ ຫຼື ກິດຈະ ການ; - ການກໍ່ສ້າງາຄອນໂດມີນຽມ, ອາພາດເມັ້ນ ທີ່ນອນໃນເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອ ອໍານວຍແກ່ການລົງທຶນແຕ່ 30 ຫາ 70 ຫ້ອງ ຕໍ່ຫຟຶ່ງໂຄງການ ຫຼື ກິດຈະການ; > ການກໍ່ສ້າງເຮືອນຈັດສັນ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງລ່າງພື້ນຖານເສດຖະກິດ-ສັງ ຄົມ ບໍ່ເອື້ອອໍານວຍ ແກ່ການລົງທຶນແຕ່ 30 ຫາ 70 ຫຼັງ ຕໍ່ຫຶ່ງໂຄງການ ຫຼື ກິດຈະການ; - ການກໍ່ສ້າງເຮືອນຈັດສັນ ທີ່ນອນໃນເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອອໍານວຍແກ່ການ ລົງທຶນແຕ່ 20 ຫາ 40 ຫຼັງ ຕໍ່ຫຼຶ່ງໂຄງການ ຫຼື ກິດຈະການ; -- ການກໍ່ສ້າງໂຮງແຮມ ແລະ ບ້ານພັກ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງລ່າງພື້ນຖານເສດ ຖະກິດ-ສັງຄົມ ບໍ່ເອື້ອອໍານວຍແກ່ການລົງທຶນ ຫນ້ອຍກວ່າ 150 ຫ້ອງ ຕໍ່ຫຶ່ງໂຄງການ ຫຼື ກິດຈະການ; >. ການກໍ່ສ້າງໂຮງແຮມ ແລະ ບ້ານພັກ ທີ່ນອນໃນເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອອໍາ ນວຍແກ່ການລົງທຶນ ຫ້ອຍກວ່າ 80 ທ້ອງ ຕໍ່ຫົ້ງໂຄງການ ຫຼື ກິດຈະການ; - ການກໍ່ສ້າງໂຄງລ່າງພື້ນຖານກິລາ-ກາຍະກໍາ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງລ່າງພື້ນ ຖານເສດຖະກິດ-ສັງຄົມ ບໍ່ເອື້ອອໍານວຍແກ່ການລົງທຶນ ເນື້ອທີ່ດິນ ແຕ່ 5 ຫາ 20 ເຮັກຕາ ຕໍ່ຫຶ໋ງໂດງ ການ ຫຼື ກິດຈະການ; - ການກໍ່ສ້າງໂຄງລ່າງພື້ນຖານກິລາ-ກາຍະກໍາ ທີ່ນອນໃນເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອ ອໍານວຍແກ່ການລົງທຶນ ເນື້ອທີ່ດິນ ແຕ່ 3 ຫາ 10 ເຮັກຕາ ຕໍ່ຫ່ງໂຄງການ ຫຼື ກິດຈະການ; - ການກໍ່ສ້າງສະຫນາມກ໋ອບ ບໍ່ເກີນ 9 ຂຸມ ຕໍ່ທຶ່ງໂຄງການ ຫຼື ກິດຈະການ; - ການກໍ່ສ້າງໂຮງຫໍ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ບໍ ເອື້ອອໍານວຍແກ່ການລົງທຶນ ບໍເກີນ 150 ຕຽງ ຕໍ່ພຶ້ງໂຄງການ ຫຼື ກິດຈະການ: - ການກໍ່ສ້າງໂຮງເໍ່ ທີ່ນອນໃນເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອີ້ອອໍານວຍແກ່ການລົງ ທຶນ ບໍ່ເກີນ 80 ຕຽງ ຕໍ່ພື້ງໂຄງການ ຫຼື ກິດຈະການ; -- ການກໍ່ສ້າງທາງຫຼວງທີ່ເປັນການກໍ່ສ້າງໃຫ່ ປະກອບມີ ການກໍ່ສ້າງ ທາງຫຼວງເມືອງ, ທາງຕົວເມືອງ, ທາງ ຊົນນະບົດ, ທາງສະເພາະ ທຸກຂະຫນາດ; -- ການກໍ່ສ້າງດືນໃຫ່ ແລະ ການຍົກລະດັບມາດຕະຖານ ທາງຫຼວງ ປະກອບມີ ການກໍ່ສ້າງຄືນໃຫ໋ ແລະ ການຍົກລະດັບມາດຕະຖານ ທາງຫຼວງແຂວງ, ທາງຫຼວງເມືອງ ທຸກຂະບນາດ; - ການປັບປຸງ ຫຼື ຂະຫຍາຍສະບນາມບິນ, ເດີ່ນບິນ ທີ່ບໍ່ມີການຂະຫຍາຍພື້ນທີ່ເຂດປະຕິບັດການບິນ ຫຼື ເຂດສາທາລະນະ ທຸກຂະຫນາດ; - ການປັບປຸງທາງເດີນເຮືອຕາມແມ່ນ້ໍາ ທີ່ເປັນສາຂາແມ່ນ້ໍາຂອງ ຫຼື ສາຂາແມ່ນ້ໍາອື່ນ ທຸກຂະຫນາດ; ~ ການສ້າງທ່າເຮືອ ໂດຍສານ ແລະ ຂົນສົ່ງສິນຄ້າທົ່ວໄປ ບໍ່ເກີນ 500 ໂຕນ (ບໍລວມນ້ໍາຫັກເຮືອ); - ການສ້າງສະຖານີຄ່ຽນຖ່ານສິນຄ້າ ທຸກຂະຫນາດ; o

  6. -- ການກໍ່ສ້າງປ້ອງກັນຕະຝັງເຈື່ອນ ຕາມແມ່ນ້ໍາຂອງ ແລະ ສາຂາແມ່ນ້ໍາຂອງ ຫຼື ສາຂາແມ່ນ້ໍາອື່ນ ທີ່ນອນ ໃນເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອີ້ອອໍານວຍແກ່ການລົງທຶນ ແຕ່ 10 ກິໂລແມັດ ຂຶ້ນ ໄປ ຕໍ່ຫຼຶ້ງໂຄງການ ທີ່ບໍ່ມີການຈັດສັນ ແລະ ຍົກຍ້າຍປະຊາຊົນ: - ການກໍ່ສ້າງປ້ອງກັນຕະຝັງເຈື້ອນ ຕາມແມ່ນ້ໍາຂອງ ແລະ ສາຂາແມ່ນ້ໍາຂອງ ຫຼື ສາຂາແມ່ນ້ໍາອື່ນ ທີ່ນອນໃນ ເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອອໍານວຍແກ່ການລົງທຶນ ແຕ່ 1 ຫາ 10 ກິໂລແມັດ ຕໍ່ ຫຼຶງໂຄງການ ທີ່ມີການຈັດສັນ ແລະ ຍົກຍ້າຍປະຊາຊົນ; - ກິດຈະການກໍ່ສ້າງສະຖານການຮຽນ-ການສອນຂອງການສຶກສາຊັ້ນສູງ ທຸກຂະຫນາດ ເປັນຕົ້ນ ລະດັບ ອະນຸປະລິຍາ, ປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ລວມທັງການສຶກສາ ລົງເລິກຂະແຫມງວິຊາ, ຊ່ຽວຊານຂັ້ນຫນຶ່ງ ແລະ ຊ່ຽວຊານຂັ້ນສອງ; -- ກິດຈະການກໍ່ສ້າງ ສະບນາມຂີ້ເຫຍື້ອ ແລະ ບ່ອນກໍາຈັດຂີ້ເຫຍື້ອ ທີ່ບໍ່ເປັນອັນຕະລາຍ ແຕ່ 1.000 ຫາ 5.000 ໂຕນຕໍ່ປີ; — ກິດຈະການກໍ່ສ້າງ ນ້ໍາປະປາ, ສວນສາທາລະນະ, ສະຖານີຂົນສົ່ງ ຜູ້ໂດຍສານ ຫຼື ຂົນສິ່ງສິນຄ້າທາງບົກ ທຸກຂະຫນາດ; - ກິດຈະການກໍ່ສ້າງອ່າງກັກເກັບນ້ໍາ ເພື່ອການສະຫນອງນໍໍາປະປາ ແຕ່ 1.000.000 ຫາ 3.000.000 ແມັດ ກ້ອນຕໍ່ມື້; -- ກິດຈະການຕິດຕັ້ງເສົາ, ສາບ ໂທລະຄົມມະນາຄົມ ແລະ ການສື່ສານ ທຸກຂະຫາດ; - ກິດຈະການການສ້າງລະບົບຊົນລະປະທານ, ເບືອງ, ຝາຍ ແລະ ຄອງລະບາຍນໍ້າ ທຸກຂະຫນາດ; - ກິດຈະການການສ້າງຂົວ ຢູ່ສາຂາແມ່ນ້ໍາຂອງ ແລະ ແມ່ນ້ໍາອືນ ທີ່ມີການກໍ່ສ້າງຂົວຂະຫນາດກາງ ແລະ ຂະຫນາດໃຫຍ່: - ການພັດທະນາແຫຼ່ງທ່ອງທ່ຽວແບບອະນຸລັກ ໃນເຂດທໍາມະຊາດ, ປະຫວັດສາດ, ເຂດມໍລະດົກ, ວັດທະ ນະທໍາ ແລະ ເຂດທີ່ດິນປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ ທຸກລະດັບ ທີ່ລັດໄດ້ຈັດສັນໄວ້ ທຸກ ຂະຫາາດ. ກິດຈະການ ສ້າງຫ້ອງທົດລອງ, ສູນວິໄຈວິທະຍາສາດ: - ຫ້ອງທົດລອງ ຫຼື ສູນວິໄຈ ດ້ານສິ່ງແວດລ້ອມ ສໍາລັບ ບໍລິການດ້ານສິ່ງແວດລ້ອມ ທຸກຂະຫນາດ ເປັນຕົ້ນ ການວິໄຈ ຄຸນນະພາບນ້ໍາ, ອາກາດ, ດິນ, ສິ່ງລົບກວນ, ສານເຄມີອັນຕະລາຍ; > ຫ້ອງທົດລອງ ຫຼື ສຸນວິໄຈວິທະຍາສາດດ້ານສາທາລະນະສຸກ ທຸກຂະຫນາດ; - ຫ້ອງທົດລອງ § ສູນວິໄຈດ້ານກະສິກໍາ, ປ່າໄມ້ ທຸກຂະຫນາດ; - ຫ້ອງທົດລອງ ຫຼື ສູນວິໄຈຕ້ານອາຫານສັດ ແລະ ຢາປົວສັດ ທຸກຂະຫນ - ຫ້ອງທົດລອງ ຫຼື ສູນວິໄຈດ້ານທໍ່ລະນິສາດ ທຸກຂະຫນາດ; - ຫ້ອງທົດລອງ ຫຼື ສູນວິໄຈດ້ານພະລັງງານທົດແທນ ທຸກຂະຫນາດ ເປັນຕົ້ນ ພະລັງງານຊີວະມວນ, ພະ ລັງງານແສງຕາເວັນ.

  7. . . ຖຖ້າຫາກແມ່ນໂຄງການປູກໄມ້ ແດກ ກ ແລະ ເຄື່ອງປ່າຂອງດົງ ເພື່ອການພື້ນຟູປ່າ, ການຄົ້ນຄວ້າທາງວິທະຍາສາດ, ການ ອະນຸລັກຊີວະນາໆພັນ, ປົກປັກຮັກສາແຫຼ່ງນໍ້ໍາ ແລະ ສິ່ງແວດລ້ອມ ແມ່ນບໍ່ຈໍາເປັນຕ້ອງດໍາເນີນການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ. 4 ມາດຕາ 3 ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ ຕ້ອງດໍາເນີນການປະເມີນຜົນ ກະທົບຕໍ່ສິ່ງແວດລ້ອມແບບລະອຽດ ບັນຊີໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ຕ້ອງດໍາເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະ ອຽດ ມີດັ່ງນີ້: ລ/ດ ະເພດໂຄງການລົງທຶນ ຫຼື ກິດຈະການຕ່າງໆ ຕ້ອງດໍາເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບບລະອຽດ 1. | ໂຄງການລົງທຶນ ຫຼື ກິດຈະການ ພະລັງງານ: - ການຜະລິດໄຟຟ້າດ້ວຍພະລັງງານນ້ໍາ ສູງກວ່າ 5 ເມກາວັດ ຂຶ້ນໄປ; - ການຜະລິດໄຟຟ້າດ້ວຍພະລັງງານນິວເຄຣຍ ແລະ ພະລັງງານໄຮໂດເຈນ ທຸກຂະຫນາດ; - ການຜະລິດໄຟຟ້າດ້ວຍພະລັງງານອາຍແກ໊ດທໍາມະຊາດ ທຸກຂະຫນາດ; - ການຜະລິດໄຟຟ້າດ້ວຍພະລັງງານລົມ ແຕ່ 50 ເມກາວັດ ຂຶ້ນໄປ: -. ການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ ແຕ່ 50 ເມກາວັດ ຂຶ້ນໄປ; - ການພັດທະນາໄຟຟ້າຈາກພາກພື້ນດິນ ທຸກຂະຫນາດ; - ການຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນຖ່ານຫີນ ທຸກຂະຫນາດ; > ການຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນຈາກສິ່ງເສດເຫຼືອ ທຸກຂະຫນາດ; >. ສະຖານີ ແລະ ສາຍສົ່ງໄຟຟ້າແຮງດັນ ແຕ່ 115 ກິໂລໂວນ ຂຶ້ນໄປ; < ການພັດທະນາໂຄງການໄຟຟ້າ ດ້ວຍຊີວະມວນ ແຕ່ 5 ເມກາວັດ ຂຶ້ນໄປ. 2. | ໂຄງການລົງທຶນ ຫຼື ກິດຈະການ ນ້ໍາມັນເຊື້ອໄຟ: - ການສ້າງທໍ່ຂົນສົ່ງນ້ໍາມັນ ແລະ ອາຍແກ໊ດທໍາມະຊາດ ທຸກຂະຫນາດ; -- ການຂຸດຄົ້ນນ້ໍາມັນເຊື້ອໄຟ ຫຼື ອາຍແກັດທໍາມະຊາດ ທຸກຂະຫນາດ; - ການສ້າງໂຮງງານກັນ ຫຼື ໂຮງງານຜະລິດນ້ໍາມັນຈາກພືດກະສິກໍາ ເພື່ອນໍາໃຊ້ເປັນເຊື້ອໄຟ ທຸກຂະຫນາດ; — ການສ້າງສາງເກັບນ້ໍາມັນ ຫຼາຍກວ່າ 50.000 ແມັດກ້ອນ ຂຶ້ນໄປ. 3. | ໂຄງການລົງທຶນ ຫຼື ກິດຈະການ ແຮ່ທາດ: - ການຂຸດຄົ້ນແຮ່ທາດອະໂລຫະ ສໍາລັບການກໍ່ສ້າງ ເຊັ່ນ: ຊາຍ, ຫີນແຮ່ ຢູ່ໃນແມ່ນ້ໍາ ທີ່ມີບໍລິມາດຂຸດຄົ້ນ ແຕ່ 50.000 ແມັດກ້ອນຂຶ້ນໄປຕໍ່ປີ ແລະ/ຫຼື ເນື້ອທີ່ຫ້ານ້ໍາ ຫຼາຍກວ່າ 4 ເຮັກຕາ; - ການຂຸດຄົ້ນແຮ່ທາດອະໂລຫະ ສໍາລັບການກໍ່ສ້າງ ເຊັ່ນ: ທີນຜາ, ບໍ່ດິນ, ດິນດໍາ, ດິນແດງ, ດິນຫນຽວ ຂາວ, ຊາຍ ຢູ່ເທິງຫ້າດິນ ທີ່ມີບໍລິມາດຂຸດຄົ້ນ ແຕ່ 100.000 ແມັດກ້ອນຂື້ນໄປ ຕໍ່ປີ ແລະ/ຫຼື ເນື້ອທີ່ ດິນ ຫຼາຍກວ່າ 4 ເຮັກຕາ; - ການຂຸດຄົ້ນແຮ່ທາດອະໂລຫະ ສໍາລັບ ການກໍ່ສ້າງ ແລະ ອຸດສາຫະກໍາ ທີ່ນອນຢູ່ໃນແມ່ນ້ໍາຂອງ ທຸກຂະ ຫນາດ; > ການດໍາເນີນກິດຈະການແຮ່ທາດ ໃນບນວດແຮ່ທາດໂລຫະ ທຸກຂະຫາດ ປະກອບດ້ວຍ ອັງຕີມອນ, ອາກເຊນິກ, ບົກຊິດ, ບີສມຸດ, ໂກຼມິດ, ໂກບານ, ທອງ, ຄໍາ, ເງິນ, ອິນດຽມ, ເຫຼັກ, ກົ່ວ, ຊືນ, ສັງ ກະສີ, ມັງການ, ບາຫຼອດ, ໂມລິບເດັນ, ນິແກນ, ຕັງສະແຕນ, ຊາຍທີ່ມີແຮ່, ແຮ່ທາດມີຫ້ອຍ, ແຮ່ ທາດຫາຍາກ, ແຮ່ທາດກໍາມັນຕະພາບລັງສີ ແລະ ອື່ນໆ; - ການດໍາເນີນກິດຈະການແຮ່ທາດ ໃນບນວດແຮ່ທາດອະໂລຫະ ທຸກຂະຫນາດ ປະກອບດ້ວຍ ບາຣິດ, ເບັນໂຕນິດ, ການຊິດ, 180, ໂດໂລມິດ, ແກ້ວມໍລະກົດ, ແຟນສະປາ, ຟູ໊ອໍຣິດ, ກາກເນັດ, ກຣາຟີດ, ຫີນກາວ, ຮາລຶດ, ກາວແລັງ, ຫີນປູນ, ມັກເຢຊິດ, ເກືອມັກເຢຊຽມ, ຫີນອ່ອນ (ມາເບິນ), ປາໂກດິດ, ມິກາ, ກວັກຊິດ, ຖ່ານຕົມ, ໂຟສຟາດ, ໂປຕາສ, ຣູບີ, ຊັບເຟຍ, ຕວກມາລິນ, ຫີນບາຊານ, ຫີນກຣາ ນິດ, ອັງເດຊິດ, ກາໂບຣ, ແຊກປັງຕີນິດ, ຣິໂອຣິດ, ດິໂອຣິດ ແລະ ອື່ນໆ; 47

  8. - ການດໍາເນີນກິດຈະການແຮ່ທາດ ໃນທນວດແຮ່ທາດພະລັງງານເຊື້ອໄຟ ທຸກຂະຫນາດ ປະກອບດ້ວຍ ຖ່ານ "າ ພ. ທກາ ຫີນ, ນ້ໍາມັນດິບ, ອາຍແກັດທໍາມະຊາດ, ທີນເເຜ່ນບັນຈຸນ້ໍາມັນ ແລະ ອື່ນໆ. ໂຄງການລົງທຶນ ຫຼື ກິດຈະການກະສິກໍາ ແລະ ປ່າໄມ້: — ການລ້ຽງສັດໃຫຍ່ ເປັນຕົ້ນ ງົວ, ຄວາຍ, ມ້າ, 90, ນົກກະຈອກເທບ ທີ່ນອນໃນເຂດທຸກຍາກ, ຫ່າງໄກ ສອກຫຼີກ, ໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ບໍ່ເອື້ອອໍານວຍເເກ່ການລົງທຶນ ຫຼາຍກວ່າ 3.000 ໂຕ ຕໍ່ຫື້ງໂຄງການ ຫຼື ກິດຈະການ; - ການລ້ຽງສັດໃຫຍ່ ເປັນຕົ້ນ ງົວ, ຄວາຍ, ແບ້, ມ້າ, ອຸດ, ນົກກະຈອກເທບ ທີ່ນອນໃນເຂດທີ່ມີໂຄງລ່າງ ພື້ນຖານເສດຖະກິດ-ສັງຄົມ ເອື້ອອໍານວຍແກ່ການລົງທຶນ ຫຼາຍກວ່າ 300 ໂຕ ຕໍ່ຫ່ງໂຄງການ ຫຼື ກິດ ຈະການ; — ການລ້ຽງຫູ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ບໍ່ເອື້ອອໍາ ນວຍແກ່ການລົງທຶນ ຫຼາຍກວ່າ 2.000 ໂຕ ຕໍ່ຫຟຶ່ງໂຄງການ ຫຼື ກິດຈະການ; ການລ້ຽງບ ທີ່ນອນໃນເຂດທີ່ມີ ໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອອໍານວຍແກ່ການລົງທຶນຫຼາຍ ກວ່າ 200 ໂຕ ຕໍ່ຫຼ່ງໂຄງການ ຫຼື ກິດຈະການ. ໂຄງການລົງທຶນ ຫຼື ກິດຈະການ ອຸດສາຫະກໍາປຸງແຕ່ງ: 1. ການປຸງແຕ່ງຜະລິດຕະພັນສະບຽງອາຫານ: - ໂຮງງານຜະລິດແປ້ງ ຈໍານວນ ຫຼາຍກວ່າ 100.000 ໂຕນ ຕໍ່ປີ; - ໂຮງງານຜະລິດ ນ້ໍາຕານຊາຍດິບ ແລະ ນ້ໍາຕານຊາຍ ທຸກຂະຫນາດ. 2. ການຜະລິດເຄື່ອງດື່ມ: -- ໂຮງງານຜະລິດເບຍ ປະລິມານ ຫຼາຍກວ່າ 10.000.000 ລິດ ຕໍ່ປີ; - ໂຮງງານຜະລິດເຫຼົ້າວາຍ ປະລິມານ ຫຼາຍກວ່າ 10.000.000 ລິດ ຕໍ່ປີ. 3. ຜະລິດຕະພັນຫັງ ແລະ ຜະລິດຕະພັນອື່ນທີ່ກ່ຽວຂ້ອງກັບສັດ: - ໂຮງງານຜະລິດເຄື່ອງໃຊ້ຈາກຫັງສັດ ຫຼື ຂົນສັດ ທີ່ມີຂະບວນການຫັກ, ຟອກ, ຍ້ອມສີ ຈໍານວນ ຫຼາຍ ກວ່າ 50 ໂຕນ ຕໍ່ມື້. 4. ການຜະລິດເຈ້ຍ ແລະ ຜະລິດຕະພັນເຈັ້ຍ: - ໂຮງງານຜະລິດເຫຍື້ອເຈ້ຍ, ແຜ່ນເຈ້ຍ, ເຈ້ຍຫຸ້ມຫໍ່, ເຈ້ຍອ່ອນ ແລະ ເຈ້ຍແຂງ ທີ່ມີກໍາລັງການຜະລິດ ຫຼາຍກວ່າ 50 ໂຕນ ຕໍ່ມື້; - ໂຮງພິມທີ່ນໍາໃຊ້ເຈັ້ຍເຂົ້າໃນການຜະລິດ ຫຼາຍກວ່າ 50 ໂຕນ ຕໍ່ມື້. 5. ການຜະລິດ ນ້ໍາມັນ, ແກ໊ສທໍາມະຊາດ, ຖ່ານເຜົາໄຫນ້ ແລະ ຜະລິດຕະພັນນ້ໍາມັນກັ້ນ ຕອງ: . ໂຮງກັ່ນນ້ໍາມັນ ເປໂຕຣລຽມ ທຸກຂະຫນາດ; - ໂຮງງານ ແຍກ ຫຼື ແປຮູບ ແກ໊ດທໍາມະຊາດ ທຸກຂະຫນາດ; - ໂຮງກັນນ້ໍາມັນເຕົາ ທຸກຂະຫນາດ; - ໂຮງງານປຸງແຕ່ງຖ່ານເຜົາໄທນ້ ເພື່ອເປັນເຊື້ອໄຟ ຫຼາຍກວ່າ 10 ໂຕນຕໍ່ເດືອນ; - ໂຮງງານ ກັນນ້ໍາມັນ ຫຼື ຜະລິດນ້ໍາມັນ ເຊື້ອໄຟ ແລະ ໄຮໂດຣຄາບອນ ທຸກຂະຫນາດ. 6. ການຜະລິດ ເຄມີ ແລະ ຜະລິດຕະພັນເຄມີ: > ໂຮງງານຜະລິດວັດຖຸລະເບີດ ແລະ ຜະລິດຕະພັນເຄມີອັນຕະລາຍ ປະເພດ 1, 2 ແລະ 3 ທຸກຂະ ຫນາດ; - ສາງເກັບມ້ຽນວັດຖຸລະເບີດ, ເຄມີ ແລະ ຜະລິດຕະພັນເຄມີອັນຕະລາຍ ປະເພດ 2 ແລະ 3 ແລະ ຜະ ລິດຕະພັນອື່ນທີ່ມີສ່ວນປະສົມຂອງເຄມີອັນຕະລາຍ ຫຼາຍກວ່າ 5 ໂຕນ ຕໍ່ປີ;

  9. 44 - ໂຮງງານຜະລິດສະບູ ກ້ອນ, ຝຸ່ນ, ແຫຼວ; ຜະລິດຕະພັນເພື່ອການຊັກລ້າງ ຫຼາຍກວ່າ 5.000 ໂຕນ ຕໍ່ປີ; - ໂຮງງານຜະລິດ ທາດອອກລິດ ຫຼື ທາດ ທີ່ໃຊ້ປ້ອງກັນ ຫຼື ປາບ ສັດຕຸພືດ ຫຼື ແມງໄມ້ ໂດຍໃຊ້ຂະບວນ ການທາງເຄມີ ທຸກຂະຫນາດ; > ໂຮງງານຜະລິດ ປູຍເຄມີ ເຊັ່ນ: ເກືອຟຣໍລັດ, ເກືອໂປຣຕັດ ທຸກຂະຫນາດ. 7. ຜະລິດຕະພັນ ຢາງ ແລະ ປລາສະຕິກ: - ໂຮງງານຜະລິດຕະພັນປລາສະຕິກ ທີ່ນໍາໃຊ້ສິ່ງເສດເຫຼືອປລາສະຕິກ ເປັນວັດຖຸດິບ, ຜະລິດຕະພັນທີ່ ໄດ້ຈາກປລາສະຕິກ ຫຼາຍກວ່າ 1.000 ໂຕນ ຕໍ່ປີ. 8. ແຮ່ອະໂລຫະອື່ນໆ: - ໂຮງງານຜະລິດຊີມັງຄົບວົງຈອນ ທີ່ມີການເຜົາໄທນ້ ທຸກຂະຫນາດ; - ໂຮງງານຜະລິດຊີມັງຈາກເຄິ່ງສໍາເລັດຮູບ (ໃຊ້ກຼິ້ງເກີ ເປັນວັດຖຸດິບ) ຫຼາຍກວ່າ 1.000 ໂຕນ ຕໍ່ປີ; - ໂຮງງານຜະລິດປູນຂາວ ທີ່ມີການເຜົາໄທນ້ ຫຼາຍກວ່າ 1.000 ໂຕນ ຕໍ່ປີ. 9. ການຜະລິດໂລຫະຂັ້ນພື້ນຖານ: - ໂຮງງານຜະລິດ ເຫຼັກຂັ້ນຕົ້ນ ແລະ ເຫຼັກກ້າ ເພື່ອນໍາໃຊ້ເປັນຜະລິດຕະພັນ ຈໍານວນ ຫຼາຍກວ່າ 5.000 ໂຕນ ຕໍ່ປີ; - ໂຮງງານການຫຼອມໂລຫະທີ່ບໍ່ແມ່ນເຫຼັກ ເປັນຕົ້ນ ການຫຼອມໂລຫະເຄິ່ງສໍາເລັດຮູບ ເຊັ່ນ ອາລູມີນຽມ, ແມັກນິຊຽມ, ໄຕຕານຽມ, ສັງກະສີ ແລະ ອື່ນໆ ຫຼາຍກວ່າ 1.000 ໂຕນ ຕໍ່ປີ. 10. ການຜະລິດແປຮູບ: - ໂຮງງານ ແປຮູບ (ຣິໄຊເຄີ້ນ) ສິ່ງເສດເຫຼືອ ເພື່ອນໍາໃຊ້ຄືນໃຫນ່ ທຸກຂະຫນາດ ເປັນຕົ້ນ ສິ່ງເສດເຫຼືອເອ ເລັກໂຕຣນິກ, ຖ່ານໄຟສາຍ, ຫໍ້ໄຟເກົາ, ປລາສະຕິກ; - ສະຖານທີ່ ຝັງກົບສິ່ງເສດເຫຼືອ ທຸກຂະຫນາດ; -- ໂຮງງານ ເຜົ່າສິ່ງເສດເຫຼືອອັນຕະລາຍ ທຸກຂະບນາດ: -- ໂຮງງານ ເຜົ່າສິ່ງເສດເຫຼືອທົ່ວໄປ ທຸກຂະບນາດ. ໂຄງການລົງທຶນ ຫຼື ກິດຈະການ ກໍສ້າງໂຄງລ່າງພື້ນຖານ: - ການຖົ່ມ ບຶງ, ຫອງ, ແມ່ນ້ໍາ ທໍາມະຊາດ ທຸກຂະຫນາດ; - ການປ່ຽນແປງ ຫຼື ອວ່າຍ ແລວນ້ໍາ ທຸກຂະບນາດ; - ການພັດທະນາຕົວເມືອງໃຫ່ ທຸກຂະຫນາດ; - ການກໍ່ສ້ງຄອນໂດມີນຽມ, ອາພາດເມັ້ນ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງລ່າງພື້ນ ຖານເສດຖະກິດ-ສັງຄົມ ບໍ່ເອື້ອອໍານວຍ ແກ່ການລົງທຶນ ຫຼາຍກວ່າ 90 ທ້ອງ ຕໍ່ຫ້ງໂຄງການ ຫຼື ກິດ ຈະການ; - mufifiuflsuini‘m:u, ອາພາດເມັ້ນ ທີ່ນອນໃນເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອ ອໍານວຍແກ່ການລົງທຶນ ຫຼາຍກວ່າ 70 ຫ້ອງ ຕໍ່ຫຼຶງໂຄງການ ຫຼື ກິດຈະການ; - ການກໍ່ສ້າງເຮືອນຈັດສັນ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງລ່າງພື້ນຖານເສດຖະກິດ-ສັງ ຄົມ ບໍ່ເອື້ອອໍານວຍແກ່ການລົງທຶນ ຫຼາຍກວ່າ 70 ຫຼັງ ຕໍ່ທ່ງໂຄງການ ຫຼື ກິດຈະການ; -- ການກໍ່ສ້າງເຮືອນຈັດສັນ ທີ່ນອນໃນເຂດ ທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອອໍານວຍແກ່ ການລົງທຶນ ຫຼາຍກວ່າ 40 ຫຼັງ ຕໍ່ພຶງໂຄງການ ຫຼື ກິດຈະການ; < ການກໍ່ສ້າງໂຮງແຮມ ແລະ ບ້ານພັກ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງລ່າງພື້ນຖານ ເສດຖະກິດ-ສັງຄົມ ບໍ່ເອື້ອອໍານວຍແກ່ການລົງທຶນ ແຕ່ 150 ທ້ອງຂຶ້ນໄປ ຕໍ່ຫຼຶ້ງໂຄງການ ຫຼື ກິດຈະ ການ; - ການກໍ່ສ້າງໂຮງແຮມ ແລະ ບ້ານພັກ ທີ່ນອນໃນເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອ ອໍານວຍແກ່ການລົງທຶນ ແຕ່ 80 ຫ້ອງຂຶ້ນໄປ ຕໍ່ຫຶ່ງໂຄງການ ຫຼື ກິດຈະການ; - ການຮື້ຖອນຕຶກອາຄານຂະຫນາດໃຫຍ່; 4

  10. ການກໍ່ສ້າງໂຄງລ່າງພື້ນຖານກິລາ-ກາຍະກໍາ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງລ່າງພື້ນ ຖານເສດຖະກິດ-ສັງຄົມ ບໍ່ເອື້ອອໍານວຍແກ່ການລົງທຶນເນື້ອທີ່ດິນ ຫຼາຍກວ່າ 10 ເຮັກຕາຂຶ້ນໄປຕໍ່ ຫຼຶ່ງໂຄງການ ຫຼື ກິດຈະການ; ການກໍ່ສ້າງໂຄງລ່າງພື້ນຖານກິລາ-ກາຍະກໍາ ທີ່ນອນໃນເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອອໍານວຍແກ່ການລົງທຶນ ເນື້ອທີ່ດິນ ຫຼາຍກວ່າ 5 ເຮັກຕາ ຂຶ້ນໄປ ຕໍ່ຫຟຶ້ງໂຄງການ ຫຼື ກິດຈະການ; ການກໍສ້າງສະຫນາມກ໋ອບ ຫຼາຍກວ່າ 09 ຂຸມ ຂຶ້ນໄປ ຕໍ່ຫຼຶງໂຄງການ ຫຼື ກິດຈະການ; ການກໍ່ສ້າງໂຮງຫນໍ ທີ່ນອນໃນເຂດທຸກຍາກ, ຫ່າງໄກສອກຫຼີກ, ໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ບໍ່ເອື້ອອໍານວຍແກ່ການລົງທຶນ ຫຼາຍກວ່າ 150 ຕຽງ ຂຶ້ນໄປຕໍ່ທຶ່ງໂຄງການ ຫຼື ກິດຈະການ; ການກໍສ້າງໂຮງບໍໍ ທີ່ນອນໃນເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອອໍານວຍແກ່ການລົງ ທຶນ ຫຼາຍກວ່າ 80 ຕຽງ ຂຶ້ນໄປຕໍ່ຫື້ງໂຄງການ ຫຼື ກິດຈະການ; ການກໍ່ສ້າງທາງລົດໄຟ, ທາງດ່ວນ ທຸກຂະຫນາດ; ການກໍ່ສ້າງທາງຫຼວງທີ່ເປັນການກໍ່ສ້າງໃຫ່ ປະກອບມີ ການກໍ່ສ້າງ ທາງຫຼວງເເຫ່ງຊາດ ແລະ ທາງຫຼວງ ແຂວງ; ການກໍ່ສ້າງຄືນໃບນ່ ແລະ ການຍົກລະດັບມາດຕະຖານທາງຫຼວງ ປະກອບມີການກໍ່ສ້າງຄືນໃບນ່ ແລະ ການຍົກລະດັບມາດຕະຖານ ທາງຫຼວງແຫ່ງຊາດ; ການປັບປຸງ ຫຼື ຂະຫຍາຍສະຫນາມບິນ, ເດີ່ນບິນ ທີ່ມີການຂະຫຍາຍພື້ນທີ່ເຂດປະຕິບັດການບິນ ຫຼື ເຂດສາທາລະນະ ທຸກຂະປນາດ; ການປັບປຸງທາງເດີນເຮືອຕາມແມ່ນ້ໍາຂອງ ທຸກຂະຫນາດ; ການສ້າງທ່າເຮືອ ໂດຍສານ ແລະ ຂົນສົ່ງສິນຄ້າທົ່ວໄປ ຫຼາຍກວ່າ 500 ໂຕນ ຂຶ້ນໄປ (ບໍລວມນ້ໍາຫັກ ເຮືອ); ການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ທີ່ເປັນສາຂາແມ່ນ້ໍາຂອງ ຫຼື ສາຂາແມ່ນ້ໍາອື່ນ ທີ່ນອນໃນເຂດທີ່ມີໂຄງ ລ່າງພື້ນຖານເສດຖະກິດ-ສັງຄົມ ເອື້ອອໍານວຍແກ່ການລົງທຶນ ຫຼາຍກວ່າ 5 ກິໂລແມັດ ຕໍ່ຫຶ່ງໂດງການ; ການກໍ່ສ້າງປ້ອງກັນຕະຜັງເຈື່ອນ ຕາມແມ່ນ້ໍາຂອງ ແລະ ສາຂາແມ່ນ້ໍາຂອງ ຫຼື ສາຂາແມ່ນ້ໍາອື່ນ ທີ່ນອນໃນ ເຂດທີ່ມີໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ເອື່ອອໍານວຍແກ່ການລົງທຶນ ຫຼາຍກວ່າ 10 ກິໂລແມັດ ຕໍ່ ຫຼື່ງໂດງການ ທີ່ມີການຈັດສັນ ແລະ ຍົກຍ້າຍປະຊາຊົນ; ກິດຈະການກໍ່ສ້າງ ສະຫນາມຂີ້ເຫຍື້ອ ແລະ ບ່ອນກໍາຈັດຂີ້ເຫຍື້ອ ທີ່ບໍ່ອັນຕະລາຍ ຫຼາຍກວ່າ 5.000 ໂຕນ ຕໍ່ປີ; ກິດຈະການກໍ່ສ້າງອ່າງກັກເກັບນ້ໍາ ເພື່ອການຜະລິດ ແລະ ສະຫນອງນ້ໍາປະປາ ຫຼາຍກວ່າ 3.000.000 ແມັດກ້ອນ ຕໍ່ມື້; ສູນການຄ້າ ທຸກຂະຫນາດ; ກິດຈະການກໍ່ສ້າງ ທ່າບົກ ຫຼື ໂລຊິດສະຕິກ ທຸກຂະຫນາດ; ກິດຈະການການສ້າງຂົວຢູ່ຕາມແມ່ນໍໍາຂອງ ທຸກຂະຫນາດ; ການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນ ເພື່ອຮອງຮັບການທ່ອງທ່ຽວ ເປັນຕົ້ນ ສະຖານທີ່ພັກແຮມ, ໂຮງແຮມ, ບ້ານພັກ, ຮ້ານອາຫານ, ການຄ້າ ແລະ ການບໍລິການ ອື່ນໆ ທຸກຂະຫນາດ.

  11. ນອກຈາກນີ້ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແມ່ນໃຫ້ອີງຕາມຈຸດພິເສດ ແລະ ລັກ ສະນະຂອງໂຄງການ ດັ່ງນີ້: 1. ໂຄງການລົງທຶນ ແລະ ກິດຈະການ ທີ່ປະກອບດ້ວຍຫຼາຍກິດຈະການຍ່ອຍ ຊຶ່ງຕ້ອງດໍາເນີນການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ ທີ່ນອນໃນຂອບເຂດພື້ນທີ່ດຽວກັນ ຕ້ອງສ້າງເປັນບົດລາຍງານການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມສະບັບດຽວ ໂດຍກວມເອົາທຸກອົງປະກອບຂອງໂຄງການ ແລະ ກິດຈະການຍ່ອຍນັ້ນໂຮມເຕົ້າ) 10 ກັນ. ກ່ອນຈະຈັດຕັ້ງປະຕິບັດກິດຈະການຍ່ອຍໃນເຂດພື້ນທີ່ໂຄງການ ຫຼື ກິດຈະການໃດຫຶ່ງ ຕ້ອງໄດ້ສ້າງແຜນຄຸ້ມ ຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ສະເພາະຂອງກິດຈະການຍ່ອຍດັ່ງກ່າວ ແລ້ວສະເຫຼີກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອພິຈາລະນາ ແລະ ຮັບຮອງ; 2. ໂຄງການລົງທຶນ ແລະ ກິດຈະການ ທີ່ມີກິດຈະກໍາດຽວກັນ ແຕ່ດໍາເນີນໃນຫຼາຍພື້ນທີ່ ຕ້ອງດໍາເນີນການປະ ເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ສະບັບດຽວທີ່ກວມເອົາທຸກພື້ນທີ່ທັງທົດ ແລ້ວສະເຫີຫາກະຊວງຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຮັບຮອງໂຄງການລົງ ທຶນ ແລະ ກິດຈະການດັ່ງກ່າວ. ກ່ອນຈະຈັດຕັ້ງປະຕິບັດກິດຈະການ ໃນແຕ່ລະເຂດພື້ນທີ່ໂຄງການ ຕ້ອງໄດ້ສ້າງແຜນ ຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມສະເພາະຂອງກິດຈະການດັງກ່າວ ແລ້ວສະເຫີກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອພິຈາລະນາອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຮັບຮອງໂຄງການລົງທຶນ ແລະ ກິດຈະການ ໃນພື້ນທີ່ດັງກ່າວນັ້ນເສຍກ່ອນ; 3. ການສ້າງຕັ້ງເຂດເສດຖະກິດພິເສດ, ນິຄົມອຸດສາຫະກໍາ, ການພັດທະນາຕົວເມືອງໃບນ່ ນອກຈາກດໍາເນີນ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ທີ່ກວມລວມເອົາທັງບນົດເຂດແລ້ວ ກ່ອນຈັດຕັ້ງປະຕິບັດໂຄງ ການ ຫຼື ກິດຈະການບ່ອຍ ທີ່ນອນໃນເຂດດັ່ງກ່າວ ຕ້ອງດໍາເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຕາມບັນຊີທີ່ ໄດ້ກໍານົດໄວ້ໃນຕາຕະລາງຂ້າງເທິງນີ້.

  12. ມາດຕາ 4 ການດໍາເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ໃນໂຄງການລົງທຶນ ຫຼື ກິດຈະການທີ່ ບໍ່ໄດ້ກໍານົດໄວ້ບັນຊີການຈັດແບ່ງກຸ່ມໂຄງການລົງທຶນ ແລະ ກິດຈະການຕ່າງໆ ໃນກໍລະນີທີ່ໂຄງການລົງທຶນ ຫຼື ກິດຈະການໃດພື່ງ ທີ່ບໍ່ໄດ້ກໍານົດໄວ້ບັນຊີການຈັດແບ່ງກຸ່ມໂຄງການລົງ ທຶນ ແລະ ກິດຈະການຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 2 ແລະ ມາດຕາ 3 ຂອງຂໍ້ຕົກລົງສະບັບນີ້ ເຈົ້າຂອງໂຄງການ ຫຼື ກິດຈະການຕ່າງໆ ຕ້ອງປະສານສົມທົບກັບກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອດໍາເນີນການກັນຕອງ ໂດຍອີງໃສ່ຂໍ້ມູນໂຄງການ ຫຼື ກິດຈະການນັ້ນ ໃນການພິຈາລະນາກ່ຽວກັບຄວາມຈໍາເປັນ ຫຼື ບໍ່ຈໍາເປັນໃນການດໍາເນີນການປະເມີນຜົນກະທົບຕໍ່ & ນ ສິງແວດລອມ. ມາດຕາ 5 ການຈັດຕັງປະຕິບັດ ກົມສິ່ງແວດລ້ອມ ປະສານສົມທົບກັບພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະ ຄອນຫຼວງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ແລະ ພາກ ສ່ວນອື່ນໆທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຈົງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້. ມາດຕາ 6 ຜົນສັກສິດ ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ. ຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງສະບັບເລກທີ 8056/ກຊສ, ລົງວັນທີ 17 ທັນວາ 2013 ວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ບັນຊີ ໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ຈະຕ້ອງດໍາເນີນການສຶກສາເບື້ອງ ຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ. ຂໍ້ກໍານົດໃດທີ່ຂັດກັບຂໍ້ຕົກລົງສະບັບນີ້ ຫ້ລນສຕໍຖືກຍົກເລີບ 11 ນ.ບຸນຄາໍ ວໍລະຈິດ

Decision No.0358 on the List of Investment Projects and Activities Categorized for Conducting Environmental Impact Assessment · Nelum