Skip to content
Nelum
Laws of Laos

Ministerial Order No. 2219/MAF on Strengthening the Strictness of Management, Monitoring, and Inspection of Eco‑Tourism in Conservation Forests and National Parks

Made 2020-11-27 · Text as of 2026-10-01

Public law and official guidance, published as research. Not legal, tax or financial advice.

About this law

Original title
ຄໍາສັ່ງ ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດ ຕໍ່ ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ກິດຈະການການທ່ອງທ່ຽວທຳມະຊາດ ໃນເຂດປ່າສະຫງວນ ແລະ ອຸທິຍານແຫ່ງຊາດ (ເລກທີ 2219/ກປ).
Language
Lao
Kind
Regulation
Organisation
Mekong River Commission (MRC)
Country
Laos
Subjects
Forestry, Wild species and ecosystems
Keywords
protected area, monitoring, inspection, enforcement/compliance, zoning, forest management/forest conservation, biodiversity, tourism

Where to read it

    No source link is recorded for this law.

Text

The law's own text, section by section, as held. Each section has its own link.

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ 7 7 | 1 ກະຊວງກະສິກໍາ ແລະ ປ່າໄມ້ o & ຄໍາສັ່ງ . ກຽວກັບການເພີ່ມທະວີຄວາມເຂີ້ມງວດ ຕໍ5 ການຄຸ້ມຄອງ, ຈ & ຂ & - > ຕິດຕາມ ແລະ ກວດກາ ກິດຈະການການທ່ອງທ່ຽວທໍາມະຊາດ ໃນເຂດປ່າສະຫງວນ ແລະ ອຸທິຍານແຫ່ງຊາດ ເຖິງ: - ທານ ຫົວພ້າກົມປ່າໄມ້; - ທານ ຫົວຫນ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ. > ອີງຕາມ ກົດຫນາຍວາດ້ວຍປ່າໄມ້ ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019; - ອີງຕາມ ດໍາລັດວາດ້ວຍປ່າສະຫງວນ ສະບັບເລກທີ 134/ລບ, ລົງວັນທີ 13 ພຶດສະພາ 2015; > ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 99/ນຍ, ລົງວັນທີ 09 ມີນາ 2017 ວ່າດ້ວຍ ການຈັດຕັ້ງ ແລະ ການເຄືອນໄຫວຂອງກະຊວງກະສິກໍາ ແລະ ປ່າໄ - ອີງຕາມ ຫັງສືສະເຫີຂອງກົມປ່າໄມ້ ສະບັບເລກທີ 5050/ກປມ, ລົງວັນທີ 22 ກັນຍາ 2020; ອິງຕາມ ການຄົນຄວ້າ ແລະ ສະເຫີຂອງກົມນະໂຍບາຍ ແລະ ນິຕິກໍາ ສະບັບເລກທີ 667/ກບນ, ລົງວັນທີ 02 ຕຸລາ 2020. ໃນໄລຍະຜ່ານມາ, ລັດຖະບານ ໄດ້ມີນະໂຍບາຍ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ່ງດໍາເນິນກົດ ການການທ່ອງທຽວທໍາມະຊາດ ໃນເຂດປ່າໄມ້ ແລະ ທີ່ດິນປ່າໄມ້ ໂດຍສະເພາະ ການທອງທຽວທໍາມະຊາດໃນເຂດ ປາສະຫງວນທີມີຄວາມຫຼາກຫຼາຍດ້ານຊີວະນາໆພັນ ແລະ ທິວທັດອັນສວຍງາມ ຕິດພັນກັບການຮັບປະກັນບໍ່ມີຜົນ ກະທົບອັນບໍດິຕໍ່ສິງແວດລ້ອມ, ມີຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມສໍາຄັນຂອງປ່າໄມ້ ຕາມທິດນໍາທີວາ “ຜົນ ເເລະ ປ1ຢູ່ຮ່ວມກຸ້ນຢ77ສັນຜິ” ຊຶງເປັນການສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ແກປະຊາຊົນໃນ ທ້ອງຖິ່ນ ໄດ້ດີພໍສົມຄວນ; ຄຽງຄູກັນນັ້ນ, ກໍມີບາງກິດຈະການຍັງບໍ່ປະຕິບັດຕາມກົດຫນາຍ ແລະ ລະບຽບການ ກຽວຂ້ອງຢ່າງເຂັ້ມງວດເປັນຕົ້ນ ການອະນຸມັດດໍາເນີນກິດຈະການແບບຊະຊາຍ ແລະ ການຄຸ້ມຄອງບໍ່ລວມສູນເປັນ ເອກະພາບອັນໄດ້ເຮັດໃຫ້ລັດ ກໍຄືປ່າສະຫງວນ ແລະປະຊາຊົນ ບໍ່ໄດ້ຮັບຜົນປະໂຫຍດເທົ່າທີ່ຄວນ. ເພື່ອແກ່ໄຂບັນຫາດັ່ງກາວ ແນໃສຄຸ້ມຄອງກິດຈະການການການທ່ອງທຽວທໍາມະຊາດໃນເຂດປ່າສະຫງວນ ໃຫ້ມີປະສິດທິພາບ, ເປັນລະບົບ ແລະ ລວມສູນທັງສອດຄອງຕາມກົດຫນາຍ ແລະ ລະບຽບການ ນັ້ນ,

  2. ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອອກຄໍາສັ່ງ: 1. ໃຫ້ກົມປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ຊີ້ນໍາກອງຄຸ້ມຄອງປ່າສະຫງວນແຫງ ຊາດ, ເຂດອຸທິຍານແຫງຊາດ ແລະ ກອງຄຸ້ມຄອງເຂດຮັກສາພັນສັດປ່າແຫງຊາດຮີບຮ່ອນປະຕິບັດບາງວຽກ ພະ ຈຸດສຸມເລັງດວນ ດັ່ງນີ: 1.1. ໂຄສະນາເຜີຍແຜ່ ກົດຫນາຍ, ດໍາລັດ ແລະ ລະບຽບກ່ຽວກັບປາໄມ້ທີຕິດພັນກັບວຽກງານທ່ອງທ່ຽວທໍາ ມະຊາດໃນເຂດປ່າສະຫງວນ ໃຫ້ແກການຈັດຕັ້ງ, ສັງຄົມ ແລະ ຜູ້ປະກອບການ ໄດ້ມີຄວາມຮັບຮູ້, ເຂົາໃຈ ແລະ ປະຕິບັດພັນທະຢ່າງເຕັມສວນ ຕາມທີກົດຫນາຍ ແລະ ລະບຽບການ ວາງອອກ; 1.2. ສົມທົບກັບ ພາກສ່ວນກ່ຽວຂ້ອງ ດໍາເນີນການກວດກາ, ເກັບກໍາຂໍ້ມູນ ແລະ ຂຶ້ນບັນຊີຄືນບັນດາຜູ້ ດໍາເນີນກິດຈະການການທ້ອງທ່ຽວທໍາມະຊາດ ຢູ່ໃນ ແລະ ອ໋ອມຂ້າງເຂດປ່າສະຫງວນທຸກລະດັບ ແລະ ທຸກປະເພດ ທີດໍາເນີນກິດຈະການໃນໄລຍະຜ່ານມາ ແລ້ວລາຍງານ ກົມປ່າໄມ້ຊາບ ພາຍໃນເດືອນ ທັນວາ 2020 ເພື່ອສັງລວມບັນຊີລາຍຊີຜູ້ປະກອບການ ທີຍັງປະຕິບັດບໍ່ຖືກຕ້ອງ ຕາມກົດຫນາຍ ແລະ ລະບຽບການວາງອອກ ພ້ອມທັງຄົ້ນຄວ້າ, ສະເຫຼີ ມາດຕະການ ແລະ ວິທີການແກ້ໄຂໃຫ້ ກະຊວງກະສິ ກໍາ ແລະ ປ່າໄມ້ ພິຈາລະນາ; 1.3. ເປັນເຈົ້າການ ສໍາຫຼວດ, ເກັບກໍາຂໍ້ມູນເຂດທີມີທິວທັດສວຍງາມ, ມີທ່າແຮງບົ່ມຊ້ອນດ້ານຕ່າງໆ ແລະ ບໍ່ມີຄວາມສຽງທີຈະສົ່ງຜົນກະທົບອັນບໍ່ດີຕໍ່ສິງແວດລ້ອມ ເຜືອກໍານົດ ແລະ ຈັດສັນເປັນເຂດສະເພາະ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລົງທຶນພັດທະນາກິດຈະການການທ່ອງທ່ຽວທໍາມະຊາດ ໃນເຂດປ່າສະຫງວນ ຫຼື ອຸທິຍານແຫ່ງຊາດ; ໃຫ້ ກົມປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ຄົ້ນຄວ້າ ແລະ ສົ່ງເສີມຜູ້ທີມີ ເງືອນໄຂຄົບຖ້ວນ ແລະ ໄດ້ສະແດງເຈດຈໍານົງດໍາເນີນທຸລະກິດການທ້ອງທຽວທໍາມະຊາດໃນເຂດປາສະຫງວນ ໃຫ້ຖືກຕ້ອງຕາມກົດຫນາຍວາດ້ວຍປ່າໄມ້, ດໍາລັດວາດ້ວຍປ່າສະຫງວນ ແລະ ລະບຽບການທີກຽວຂ່ອງຢ່າງ ເຂັ້ມງວດ. ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັງ ຈັບຈອງທີດິນປ່າສະຫງວນ ເພືອດໍາເນີນ ກິດຈະການການທ່ອງທ່ຽວທໍາມະຊາດ ຫຼື ກິດຈະການຮືນ ໂດຍບໍ່ຖືກຕ້ອງຕາມກົດບນາຍ; ໃຫ້ ກົມປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ເກັບກໍາຂໍ້ມູນ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັງ ທີມີຜົນງານດີເດັ່ນ ໃນການປະກອບສວນ ເຫືອແຮງ, ສະຕິປັນຍາ ແລະ ຊັບສິນ ເຂົ້າໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ເພືອສະເຫີຂັ້ນເທິງຍ້ອງຍໍ ແລະ ປະຕິບັດ ນະໂຍບາຍ ຕາມກົດຫນາຍ ແລະ ລະບຽບການ;

  3. ພາຍຫຼັງໄດ້ຮັບຄໍາສັ່ງສະບັບນີ້ແລ້ວ ໃຫ້ຮີບຮ້ອນໂຄສະນາເຜີຍແຜ່ໃຫ້ແກເປົ້າຫນາຍ ເປັນຕົ້ນ ພະນັກງານປ່າໄມ້, ເຈົ້າຫ້າທີ່ປ່າໄມ້, ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮັບຊາບຢ່າງທົ່ວເຖິງ ແລະ ຈັດຕັ້ງປະຕິບັດຢ່າງ ເຂັ້ມງວດ. ຜານການຈັດຕັ່ງປະຕິບັດຕົວຈິງ ມີຂໍ້ສະດວກ ແລະ ຫຍຸ້ງຍາກແນວໃດ ໃຫ້ລາຍງານ ກະຊວງກະສິ ກໍາ ແລະ ປາໄມ້ ຮັບຊາບຢ່າງເປັນປົກກະຕິ ເພືອຫາວິທີແກ້ໄຂຢ່າງທັນການ; ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບແຕວັນລົງລາຍເຊັນ ແລະ ໄດ້ລົງຈົດຫນາຍເຫດທາງລັດຖະການ ສິບຫ້າ ວັນ.

Ministerial Order No. 2219/MAF on Strengthening the Strictness of Management, Monitoring, and Inspection of Eco‑Tourism in Conservation Forests and National Parks · Nelum