Skip to content
Nelum
Laws of Laos

Ministerial Decision on Crop Protection Net

Made 2025-07-16 · Text as of 2026-10-01

Public law and official guidance, published as research. Not legal, tax or financial advice.

About this law

Language
Lao
Kind
Regulation
Country
Laos
Subjects
Cultivated plants
Keywords
internal trade, international trade, standards, registration, plant production, plant protection, inspection, offences/penalties
Categories
*, agriculture

Where to read it

Text

The law's own text, section by section, as held. Each section has its own link.

  1. <!-- page 1 --> ສາທາລະນະລັດ ປະຊາທິປະໄຕ ປະຊາຊີນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວຸດກະນະຖາວອ ] າ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເລກທີ /ກສ ນະຄອນຫຼວງວຽງຈັນ, ວັນທີ , ລ )! 1025 ໄ ". 3” 09 ະ ໆາ 2ຂຕກລ ວ່າດ້ວຍ ຕາຫ່າງປ໊ອງກັນພືດ ງຕາມ ກົດຫາຍ ວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ , ງວັນທີ ]5 ພະຈິກ 2016; ງຕາມ ມະຕິຕົກລົງ ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງ ດຖະບານ ສະບັບເລກທີ 05/ສພຊ, ລົງວັນທີ 20 ມີນາ 2023; ງຕາມ ພັງສືສະເຫືຂອງກົມປູກຝັງ ສະບັບເລກທີ 4027/ກປຝ, ລົງວັນທີ 05 ມິຖຸນາ 2023; (09 (00 2) (09 2ງ (00 ງຕາມ ຫັ້ງສືສະເຫີຂອງຫ້ອງການ ສະບັບເລກທີ 0145/ຫກ, ລົງວັນທີ 10 ກໍລະກົດ 2025. ລັດຖະມົນຕີກະຊວງກະສິກໍາ ແລະ ສິງແວດລ້ອມ ອອກຂໍຕົກລົງ: ມາດຕາ 1 ຈຸດປະສົງ ຂໍຕົກລົງສະບັບນີ ກໍານົດ ຫຼັກການ ແລະ ລະບຽບການ ກ່ຽວກັບການສ້າງຕັ້ງ ແລະ ເຄື່ອນໄຫວ ຂອງ ຕາຫ່າງປ້ອງກັນພືດ ເພື່ອປະຕິບັດໃຫ້ຖືກຕາມຫຼັກວິຊາການ, ທັນກັບສະພາບການ ແລະ ມີຄວາມເປັນເອກກະ ພາບ ໃນຂອບເຂດທົ່ວປະເທດ ແນໃສ່ເປົ້າລະວັງ ແລະ ສະກັດກັນການແພ່ລະບາດສັດຕຸພຶດ, ທົດສອບວິໄຈ ຄຸນນະພາບປັດໄຈການຜະລິດ ແລະ ສານຕົກຄ້າງ, ຫຼຸດຜ່ອນຜົນເສຍຫາຍຈາກສັດຕູພືດ ແລະ ຜົນກະທົບຕໍ່ສຸ ຂະພາບ ຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ປະກອບສ່ວນໃຫ້ແກ່ການຄໍາປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຕາມທິດ ສະອາດ, ປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ມາດຕາ 2 ຕາຫນ່າງປ້ອງກັນພືດ ຕາຫ່າງປ້ອງກັນພືດ ແມ່ນ ລະບົບເຄືອຂ່າຍປະສານງານດ້ານວິຊາການປ້ອງກັນພືດ ເພື່ອສໍາຫຼວດ, ຕິດ ຕາມ ແລະ ເຝົ້າລະວັງສັດຕູພືດ, ການວິໄຈສັດຕູພືດ, ການເກັບຮັກສາຕົວຢ່າງ, ການສ້າງຖານຂໍ້ມູນສັດຕູພືດ, ການພະຍາກອນແຜ່ລະບາດຂອງສັດຕູພືດ, ການຄວບຄຸມ ແລະ ນໍາໃຊ້ເຕັກນິກການປ້ອງກັນພືດແບບປະສົມ ປະສານ ລວມທັງການທົດສອບວິໄຈຄຸນນະພາບຝຸ່ນ, ຢາປາບສັດຕູພືດ, ເມັດພັນພືດ ແລະ ການຕົກຄ້າງເຄມີ ກະສິກໍາ ໃນຂອບເຂດທົວປະເທດ.

  2. <!-- page 2 --> ມາດຕາ 3 ອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ່ ມີຄວາມຫມາຍ ດັງນີ້: 1. ບັນຊີສັດຕູພືດ ຫນາຍເຖິງ ລາຍຊື່ ຂອງສັດຕູພືດ ເຊັນ ບັນຊີລາຍຊື່ພະຍາດພືດ, ແມງໄມ້ສັດຕູ ພຶດ. ຫຍ້າ ຫຼື ວັດຊະພືດ ແລະ ສັດຮາວີພືດ ຫຼື ສັດຕູພຶດໃນເລົ່າສາງ ຊຶ່ງເປັນຂໍ້ມູນພື້ນຖານ ໃຫ້ແກ່ການເຈລະ ຈາເຕັກນິກເປິດຕະຫຼາດພືດ ແລະ ຜະລິດຕະພັນພຶດຂອງ ສປປ ລາວ ກັບປະເທດຄູ່ຄ້າ; 2. ບົ່ງມະຕິ ຫຼາຍເຖິງ ການພິສຸດອັນຈໍາເພາະຂອງພືດ ໂດຍຜ່ານລັກສະນະອາການ ແລະ ສັນຍາ ລັກຈໍາເພາະຂອງພືດ ແລະ ຜະລິດຕະພັນພືດ ລວມເຖິງປັດໄຈອືນ ທີ່ພົວພັນກັບຂະບວນການຂອງນືດທີ່ຜິດ ປົກກະຕິ ຊຶ່ງເກີດຈາກສັດຕູພຶດທໍາລາຍ ແລະ ປັດໄຈອື່ນ; 3. ການພະຍາກອນ ຫຼາຍເຖິງ ການຄາດຄະເນ ຫຼື ການປະເມີນສັດຕຸພືດລ່ວງຫນ້າ ເພື່ອກ່າວ ເຕືອນການລະບາດຂອງສັດຕູພຶດ ທີ່ກ່ຽວຂ້ອງກັບປັດໄຈດິນຟ້າອາກາດ ເຊັ້ນ ອຸນຫະພູມ, ຄວາມຊຸ່ມຊື່ນ, ແສງແດດ, ປະລິມານນ້ໍາຝົນ ແລະ ທິດທາງລົມ; 4. ການເຝົ້າລະວັງ ພາຍເຖິງ ການຕິດຕາມ ສະພາບການລະບາດຂອງສັດຕູພືດ ໃນພື້ນທີ່ການຜະ ລິດ ເພື່ອຄວບຄຸມບໍ່ໃຫ້ມີການລະບາດຮ້າຍແຮງ ແລະ ຫາວິທີທາງແກ້ໄຂໃຫ້ທັນກັບສະພາບການ: 5. ການຕືກຄ້າງເຄມີກະສິກໍາ ພາຍເຖິງ ການຕົກຄ້າງຂອງຢາປາບສັດຕູພືດ, ທາດໂລຫະພັ້ກ, ສານພຶດຈາກເຊື້ອຈຸລິນຊີ ແລະ ເຄມີປົນເປື້ອນອື່ນ ໃນພືດ ແລະ ຜະລິດຕະພັນພືດ. ມາດຕາ 4 ຂອບເຂດການນໍາໃຊ້ ຮັກ ຫ ພມ ຈ໌ ຈ ນ ເ < ວວ > ຂ” ຈ < ວ ຫຼູ. ຈ+ ຂໍຕົກລົງສະບັບນີ ນໍາໃຊ້ສໍາລັບ ບຸນຄົນ, ນິຕິບຸກຄົນ ແລະ ການຈັດຕັງ ທີເຄືອນໄຫວ ແລະ ພົວພັນ ກັບຕາຫຼ່າງປ້ອງກັນພືດ ຢູ່ ສປປ ລາວ. ໆນວດທີ 2 ການສ້າງຕາຫ່າງປ້ອງກັນພືດ ມາດຕາ 5 ການສ້າງຕາຫນ່າງປ້ອງກັນພືດ ການສ້າງຕາຫນ່າງປ້ອງກັນພືດ ແມ່ນ ການພັດທະນາລະບົບເຄືອຂ່າຍປະສານງານດ້ານວິຊາການປ້ອງ ກັນພືດ ເພື່ອເຊືອມໂຍງກັບບັນດາຫົວຫ່ວຍຈັດຕັ້ງປະຕິບັດ ຊຶ່ງມີທີ່ຕັ້ງປະຈໍາຢູ່ ສູນກາງ, ແຂວງ, ເມືອງ, ຕາແສງ ແລະ ບ້ານ ເປົ້າຫນາຍ. ຕາຫ່າງປ້ອງກັນພືດ ປະກອບດ້ວຍ ຈຸດປະສານງານ, ຄລືນິກພືດ , ຫ່ວຍງານບໍລິການປ້ອງກັນ ແລະ ກໍາຈັດສັດຕູພືດ ແລະ ບນໍ້ພືດ. ມາດຕາ 6 ຈຸດປະສານງານ ຈຸດປະສານງານ ແມ່ນ ອົງປະກອບຫຼຶງຂອງຕາຫຼ່າງປ້ອງກັນພືດ ຊຶ່ງມື ພະນັກງານວິຊາການປະຈໍາຢູ່ ຂັນສູນກາງ, ແຂວງ, ເມືອງ, ຕາແສງ ແລະ ບ້ານເປົ້າຫາຍ ເພື່ອເຮັດຫ້າທີ່ ຂຶ້ນແຜນ, ຕິດຕາມ, ກວດກາ ແລະ ລາຍງານຂັ້ນເທິງຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານ ຂອງ ດລີນິກພືດ, ຫ່ວຍງານບໍລິການປ້ອງກັນ ແລະ ກໍາຈັດສັດຕູພືດ ແລະ ບນໍພືດ. ມາດຕາ 7 ຄລີນິກພືດ ຄລໍນັກພືດ ແມ່ນ ຈຸດບໍລິການ ທົດສອບວິໄຈ ສັດຕູພືດ, ປັດໄຈການຜະລິດ, ສານຕົກຄ້າງ, ແນະນໍາ ມ < % < ວູ ະຼູ ຈງ ຈ < . ແມ ດນ ຈ ມ < ການປ້ອງກັນ ແລະ ກໍາຈັດສັດຕູພືດ ຊຶງມີທີ່ຕັ້ງຢູ່ ສູນປ້ອງກັນພືດ , ຂະແຫນງປູກຝັງຂັນແຂວງ, ຫ້ອງການກະສິ ວ <; 2 ຈ ແນ < ຈໍ່ ພ ຫ້ ກາ ແລະ ສິງແວດລອມຂນເມອງ ແລະ ຕາແສງ ຕາມມາດຕະຖານ ແລະ ເງື່ອນໄຂຕົນຕໍ່ ດງນ: ] . ພໍພຶດ ຢ່າງຫ້ອຍ ສອງ ຄົນ; .,

  3. <!-- page 3 --> ຫ້ອງເຮັດວຽກ ເພື່ອຮັບປະກັນການເຄື່ອນໄຫວບໍລິການຂອງຄລີນິກພືດ; ປ່າຍ ທີ່ບົງບອກເຖິງ ການຈັດຕັ້ງທີ່ຕົນຂຶ້ນກັບ, ສະຖານທີ່ຕັ້ງ ແລະ ເບີໂທສາຍດ່ວນ; ກ້ອງຈຸລະທັດ ຢ່າງຫ້ອຍ ຫຼົງ ເຄືອງ; ອຸປະກອນດ້ານການວິໄຈສັດຕຸພຶດ ແລະ ອຸປະກອນທົດສອບປັດໄຈການຜະລິດຂັ້ນພື້ນຖານ; ບັ້ງສິດຢາ ຢ່າງບ້້ອຍ ຫຼິ່ງ ຊຸດ; ຊຸດປ່ອງກັນຄວາມປອດໄພຂັ້ນພືນຖານ. ຫຫ ສໆ ມາດຕາ 8 ຫນ່ວຍບໍລິການປ້ອງກັນ ແລະ ກໍາຈັດສັດຕູພືດ ບນ່ວຍບໍລິການປັ້ອງກັນ ແລະ ກໍາຈັດສັດຕູພືດ ແມ່ນ ຈຸດບໍລິການຝຶກອົບຮົມບນໍພຶດປະຈໍາບ້ານ, ຈັດ ຫາຢາປາບສັດຕູພືດ, ຜະລິດຕະພັນຊີວະພາບ, ສ້າງຖານຂໍ້ມູນການລະບາດຂອງສັດຕູພືດ ແລະ ບໍລິການປ້ອງ ກັນ ແລະ ກໍາຈັດສັດຕູພືດ ຕາມການແນະນໍາຂອງຄລີນິກພືດ ຊຶ່ງໄດ້ຮັບການສ້າງຕັ້ງຂຶນຢູ່ ສູນປ້ອງກັນພືດ, ຂະ ແຫງປູກຝັງຂັ້ນແຂວງ ແລະ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມຂັ້ນເມືອງ ຕາມມາດຕະຖານ ແລະ ເງື່ອນໄຂຕົ້ນຕໍ່ ດັງນີ: 1. ບນໍພຶດ ປະຈໍາບ້ານ ຢ່າງຫ້ອຍ ສອງ ຄົນ ທີ່ໄດ້ຜ່ານການຝຶກອົບຮົມການນໍາໃຊ້ຢາປາບສັດຕູພຶດ ແລະ ມີຄວາມຊ່ຽວຊານ ຕາມຫຼັກສູດ ທີ່ກົມປູກຝັງກໍານົດ: 2. ສາງເກັບມ້ຽນວັດຖຸເຄມີປ້ອງກັນພືດ; 3. ຢາປາບສັດຕູພືດ, ບັງສິດຢາ ແລະ ຊຸດປ້ອງກັນຄວາມປອດໄພ ຕາມເຕັກນິກວິຊາການ. . ມາດຕາ 9 ຫມໍພືດ ນໍພືດ ແມ່ນ ບຸກຄົນ ທີ່ໄດ້ຮັບການຢັ້ງຢືນທາງດ້ານລິຊາການປ້ອງກັນພືດ ຈາກສູນປ້ອງກັນພືດ, ຂະແ ຫນງປູກຝັງຂັ້ນແຂວງ, ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມຂັ້ນເມືອງ ປະຈໍາຢູ່ດລີນິກພືດ, ຫ່ວຍງານ ບໍລິການປ້ອງກັນ ແລະ ກໍາຈັດສັດຕູພືດ ແລະ ບ້ານເປົ້າພາຍ ເພື່ອເຮັດມີຫ້າທີ່ ເຝົ້າລະວັງ, ລາຍງານສະ ພາບ ການລະບາດ, ວິໄຈສັດຕູພຶດທົ່ວໄປທີ່ສໍາຄັນ , ທົດສອບປັດໄຈການຜະລິດ ແລະ ແນະນໍໍາການປ້ອງກັນ ແລະ ກໍາຈັດສັດຕູພືດ, ຈັດຫາຢາປາບສັດຕູພືດ ແລະ ຜະລິດຕະພັນຊີວະພາບ ໃຫ້ແກ່ຊາວກະສິກອນ. ຫນໍ້ພຶດປະຈໍາບ້ານ ໄດ້ມາຈາກການເລືອກເອົາຕົວແທນຂອງຊາວກະສິກອນ ຫຼື ຜູ້ປະກອບການ ທີ່ມີ ຄວາມສະຫັກໃຈ ບ້ານລະ ຫົງງ ຫາ ສາມ ທ່ານ ມາຝຶກອົບຮົມ ກ່ຽວກັບ ເຕັກນິກການປ້ອງກັນພືດ ຕາມຫຼັກ ສຸດທີ່ກົມປູກຝັງກໍານົດ ເພື່ອໃຫ້ການເປັນຜູ້ຊໍານານງານດ້ານການປ້ອງກັນ ແລະ ກໍາຈັດສັດຕູພືດ ແລະສາມາດ ນໍໍາພາຊາວກະສິກອນປະຕິບັດຕົວຈິງ. ໆນວດທີ 3 ກິດຈະການຕາຫນ່າງປ້ອງກັນພືດ ມາດຕາ 10 ກິດຈະການຕາຫນ່າງປ້ອງກັນພືດ ກິດຈະການຕາຫ່າງປ້ອງກັນພືດ ແມ່ນ ບັນດາວຽກງານ ຫຼື ຄວາມຮັບຜົດຊອບຂອງຕາຫ່າງປ້ອງກັນ ພືດ ທີ່ເຄື່ອນໄຫວເປັນປະຈໍາ ຊຶ່ງປະກອບດ້ວຍ: 1. ການສໍາຫຼວດສັດຕູພືດ; ການວິໄຈສັດຕູພືດ; ການເກັບຮັກສາຕົວຢ່າງ ແລະ ສ້າງຖານຂໍ້ມູນສັດຕູພຶດ: ການພະຍາກອນ ແລະ ເຝົ້າລະວັງສັດຕູພຶດ; ການທົດສອບ ແລະ ວິໄຈ ປັດໄຈການຜະລິດ; ການຄວບຄຸມ, ປ້ອງກັນ ແລະ ກໍາຈັດ ສັດຕູພືດ ແລະ ການຕອບໂຕ້ສຸກເສີນ; ຫຫຣ>ສໆ

  4. <!-- page 4 --> 7. ການສ້າງຄວາມເຂັມແຂງ ໃຫ້ແກ່ວິຊາການປ້ອງກັນພຶດ; 8. ການລາຍງານການລະບາດຂອງສັດຕູພືດ ມາດຕາ 11 ກາງສໍາຫຼວດສັດຕຸພຶດ ການສໍາຫຼວດສັດຕູພືດ ແມ່ນ ຂະບວນການປະຕິບັດໃນພາກສະຫນາມ ເພື່ອຕິດຕາມ, ເຝົ່າລະວັງສັດຕູ ພືດ ຕາມເຕັກນິກວິຊາການ ດ້ວຍການນໍາໃຊ້ຂໍ້ມູນສັດຕູພືດ ໃນການພະຍາກອນ ຫຼື ຄາດຄະເນ ການແພ່ລະ ບາດ ແລະ ແຈ້ງເຕືອນໃຫ້ແກ່ຊາວກະສິກອນ ເພື່ອກຽມພ້ອມຮັບມື ແລະ ເລືອກວິທີການທີ່ເປນາະສົມ ໃນການ ປ້ອງກັນ ແລະ ກໍາຈັດ ສັດຕູພຶດ. ມາດຕາ 12 ການວິໄຈສັດຕູພືດ ການວິໄຈສັດຕູພືດ ແມ່ນ ການຈໍາແນກສັດຕູພືດ ແລະ ການວິນິໄສສັດຕູພືດຂັ້ນພື້ນຖານ ດ້ວຍການ ສັງເກດລັກສະນະອາການຂອງພືດ ແລະ ສັດຕູພືດ ເພື່ອໃຫ້ຮູ້ສາເຫດການທໍາລາຍ ແລະ ນໍາໃຊ້ຂໍ້ມູນດັ້ງກ່າວ ເຂົ້າ ໃນການສ້າງຖານຂໍ້ມູນ ບັນຊີສັດຕູພືດ, ການແພ່ລະບາດ ແລະ ຫາວິທີການປ້ອງກັນ ແລະ ກໍາຈັດທີ່ເາະສິມ. 7 ມາດຕາ 13 ການເກັບຮັກສາຕົວຢ່າງ ແລະ ສ້າງຖານຂໍ້ມູນສັດດູພຶດ ) ການເກັບຮັກສາຕົວຢ່າງ ແມ່ນ ການເກັບຫຼັກຖານ. ມີຂໍ້ມູນລະອຽດຂອງສັດຕູພືດ ເພື່ອໃຊ້ເປັນບ່ອນ ນ <3 ອີງດ້ານວິທະຍາສາດ ວ່າພົບໃນພື້ນທີ່ລົງສໍາຫຼວດສັດຕູພືດຊະນິດໃດຫຼຶງ ແລະ ການແພ່ລະບາດຂອງສັດຕູພືດ ຊະນິດນັ້ນໆ. ການສ້າງຖານຂໍ້ມູນສັດຕູພຶດ ແມ່ນ ການເອົາຜົນການວິໄຈຊະນິດສັດຕູຜືດ ແລະ ລາຍລະອຽດຂອງ ການສໍາຫຼວດ ຈົດເຂົ່າບັນທຶກໄວ້ໃນໂປຼແກ້ມຄອມພືວເຕີ ຊຶ່ງເປັນຂໍ້ມູນພື້ນຖານສໍາລັບນໍາໃຊ້ເຂົ້າໃນການພະຍາ ກອນ ແລະ ຄາດຄະເນການລະບາດສັດຕູພຶດ ເພື່ອເປັນຂໍ້ມູນສໍາຄັນໃນການແຈ້ງເຕືອນກ່ອນເກີດການລະບາດ. ມາດຕາ 14 ການພະຍາກອນ ແລະ ເຝົ້າລະວັງສັດຕຸພືດ ການພະຍາກອນສັດຕູພືດ ແມ່ນ ການຄາດຄະເນ ຫຼື ການປະເມີນການລະບາດຂອງສັດຕູພືດລ່ວງຫນ້ໍາ ເພື່ອແຈ້ງເຕືອນກ່ຽວກັບປັດໄຈດິນຟ້າອາກາດ ເຊັ່ນ ອຸນຫະພູມ, ຄວາມຊຸ່ມຊື່ນ, ແສງແດດ, ປະລິມານນ້ໍາຝົນ ແລະ ທິດທາງລົມ. ການເຜົ້າລະວັງສັດຕູພືດ ແມ່ນ ການຕິດຕາມປະກົດການເກີດຂຶ້ນຂອງສັດຕູພືດເບື້ອງຕົ້ນ ໃນພື້ນທີ ການຜະລິດ ເພື່ອຄວບຄຸມບໍ່ໃຫ້ມີການລະບາດຮ້າຍແຮງ, ຊອກຫາວິທີການປ້ອງກັນ ແລະ ກໍາຈັດ ໃຫ້ທັນກັບ ສະພາບການ. . ມາດຕາ 15 ການແຈ້ງເຕືອນການລະບາດຂອງສັດຕູພືດ ການແຈ້ງເຕືອນການລະບາດຂອງສັດຕູພືດ ແມ່ນ ການອອກຂ່າວ, ແຈ້ງການ ຂອງສະພາບການແພ່ ລະບາດສັດຕູພືດ ປະຈໍາລະດູການ ແລະ ກໍານົດຂໍ້ແນະນໍາ ກ່ຽວກັບ ການປ້ອງກັນ ແລະ ກໍາຈັດສັດຕູພືດ ດ້ວຍ ການນໍໍາໃຊ້ເຕັກນິກການປ້ອງກັນ ແລະ ຄວບຄຸມສັດຕູພືດ ໃນແຕ່ລະຊ່ວງລະດູການຜະລິດ ຂອງແຕ່ລະເຂດ ໂດຍໃຫ້ຄໍາແນະນໍາຜ່ານ ຄູ່ມື, ແຜ່ນພັບ, ໂປສເຕີ ແລະ ສື່ຂ່າວທ້ອງຖິ່ນ. ມາດຕາ 16 ການທົດສອບ ແລະ ວິໄຈປັດໄຈການຜະລິດ ການທົດສອບປັດໄຈການຜະລິດ ແມ່ນ ການທົດສອບຄຸນນະພາບ ແລະ ມາດຕະຖານຂອງປັດໄຈ ການຜະລິດ ລວມທັງສານຕົກຄ້າງເຄມີກະສິກໍາຂຶ້ນພື້ນຖານທີ່ອ່ານຜົນໄວ ຊຶ່ງນໍາໃຊ້ເຂົ້າໃນການຝະລິດກະສິກໍາ ເຊັນ ຝຸ່ນ, ຢາປາບສັດຕູພືດ, ແນວພັນພັນພືດ ເພື່ອໃຫ້ບັ້ນໃຈວ່າປັດໄຈການຜະລິດເຫຼົານັ້ນ ມຶຄວາມປອດໄພ, ປັດສະຈາກສານຕົກຄ້າງ ທີເປັນອັນຕະລາຍ ແລະ ມືປະສິດທິພາບໃນການຊ່ວຍໃຫ້ພຶດຈະເລີນເຕີບໂຕໄຕ້ດີ. ການວິໄຈປັດໄຈການຝະລິດ ແມ່ນ ການວິເຄາະທາງດ້ານປະລິມານ ດ້ວຍການນໍາໃຊ້ເຄື່ອງມືທີ່ທັນສະໄຫນ ຕາມມາດຕະຖານສາກົນ 180756 17025 ຫຼື ມາດຕະຖານປະຕິບັດທີ່ດີຂອງຫ້ອງວິໄຈ ພາກພື້ນ ແລະ ສາກົນ. 4

  5. <!-- page 5 --> ມາດດຕາ 17 ການຄວບຄຸມ, ປ້ອງກັນ ແລະ ກໍາຈັດ ສັດຕູພຶດ ແລະ ການຕອບໂຕ້ສຸກເສີນ ການຄວບຄຸມ, ປ້ອງກັນ ແລະ ກໍາຈັດ ສັດຕູພຶດ ແມ່ນ ການນໍາໃຊ້ວິທີການປ້ອງກັນພຶດແບບປະສົມ ປະສານ ແລະ ຖ່າຍທອດເຕັກນິກອິຊາການປ້ອງກັນພືດ ໃຫ້ແກ່ວິຊາການຂັ້ນ ແຂວງ, ເມືອງ, ຕາແສງ, ຊາວ ກະສິກອນ ແລະ ຜູ້ປະກອບການ ໂດຍຜ່ານການຝຶກອົບຮົມ ກ່ຽວກັບວຽກງານປ້ອງກັນ ແລະ ກໍາຈັດສັດຕູພືດ. ການຕອບໂຕ້ສຸກເສີນ ແມ່ນ ການຈັດການສັດຕູພຶດ ທີນໍາໃຊ້ເຕັກນຶກຕ່າງໆ ເພື່ອໃຫ້ທັນກັບສະພາບ ການລະບາດ ເຊັນ ການນໍາໃຊ້ເຊື້ອຊີວະວິທະຍາ, ສະຫຸນໄພ, ນໍາໃຊ້ຢາປາບສັດຕູພຶດທີ່ຖືກວິທີ, ເຕັກນິກການ ປ້ອງກັນ ແລະ ກໍາຈັດ ທີຖືກຕ້ອງ ແລະ ມີປະສິດທິພາບ. ຕາບນ່າງປ້ອງກັນພືດ ຕ້ອງຂຶ້ນແງນກະກຽມລ່ວງຫ້້າ ໃນແຕ່ລະດູການຜະລິດ ກ່ຽວກັບ ຄວາມຕ້ອງ ການທາງດ້ານບຸກຄະລາກອນ, ພາຫະນະ, ວັດຖູປະກອນ, ຢາປາບສັດຕູພຶດ ແລະ ປັດໄຈຮັບໃຊ້ອື່ນ ທີ່ນໍາໃຊ້ ເຂົ້າໃນການ ຄວບຄຸມ, ປ້ອງກັນ ແລະ ກໍາຈັດ ການລະບາດສັດຕູພືດ ທີ່ອາດເກີດຂຶ້ນໃນທ້ອງຖິ່ນຂອງຕົນໃຫ້ ທັນສະພາບການ. ມາດຕາ 18 ການສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການປ້ອງກັນພືດ ການສ້າງຄວາມເຂັມແຂງ ໃຫ້ແກ່ວິຊາການປ້ອງກັນພືດ ແມ່ນ ການສ້າງຫຼັກສູດຝຶກອົບຮົມ, ຖ່າຍ ທອດເຕັກນິກວິຊາການປ້ອງກັນພືດ ໃຫ້ແກ່ວິຊາການຂັນແຂວງ, ຂັ້ນເມືອງ, ຂັ້ນຕາແສງ. ຊາວກະສິກອນ, ຜູ້ປະກອບການ, ນິຕິບຸກຄົນ ແລະ ບຸກຄົນທົ່ວໄປ ສໍາລັບຜູ້ທີ່ໃຫ້ຄວາມສົນໃຈ ຜ່ານການຈັດຝຶກອົບຮົມ ແລະ ເຂົາຮ່ວມປະຊຸມ, ສໍາມະນາ ຢູ່ ພາຍໃນ, ພາກພື້ນ ແລະ ສາກົນ. ມາດຕາ 19 ການລາຍງານການລະບາດຂອງສັດຕຸພືດ ເຈົ້າຂອງພື້ນທີ່ການປູກພືດ ຫຼື ບຸກຄົນໃດຫຶ່ງ ທີ່ພົບເຫັນການທໍາລາຍພືດ ຫຼື ການແພ່ລະບາດ ຂອງ ດດຸພຶດ ຕ້ອງລາຍງານຕໍ່ອົງການປົກຄອງ ຕາມສາຍວິຊາການຂອງຕົນ ແລະ ລາຍງານຫາສູນປ້ອງກັນພືດ, ມປູກຝັງ ພາຍໃນ ສິບສອງ ຫາ ຊາວສີ່ຊົ່ວໂມງ ພ້ອມທັງກະກຽມຄວາມພ້ອມໃນການປ້ອງກັນ ແລະ ກໍາຈັດ ດຕູພືດສຸກເສີນ. ຕາຫ່າງປ້ອງກັນພືດແຕ່ລະຂັ້ນ ຕ້ອງສ້າງຖານຂໍ້ມູນ ແຫຼງສະຫນອງວັດຖູປະກອນ, ເຕັກນິກ, ຢາປາບສັດ ຕູພືດ ແລະ ປັດໄຈຮັບໃຊ້ອື່ນ ເພື່ອສ້າງແຜນຄວາມຕ້ອງການ ແລະ ນໍໍາໃຊ້ເຂົາໃນການຄວບຄູມສັດຕູພືດ ໃຫ້ທັນ ສະພາບການ, ຄລືນິກພືດ, ຫ໋ວຍງານບໍລິການປ້ອງກັນ ແລະ ກໍາຈັດສັດຕູພືດ ແລະ ຫນໍ້ພືດ ຕ້ອງລາຍງານຜົນການຈັດ ຕັ້ງປະຕິບັດວຽກງານຂອງຕົນ, ສັງລວມຂໍ້ມູນສັດຕູພືດ, ສະພາບການລະບາດ ແລະ ການເສຍຫາຍຂອງພືດ ໃຫ້ ການຈັດຕັ້ງຂັ້ນເທິງຖັດຕົນ ຮັບຊາບຢ່າງເປັນປົກກະຕິ ປະຈໍາເດືອນ, ສາມ ເດືອນ. ຫົກ ເດືອນ ແລະ ປະຈໍາປີ. 206 ຈງງ 20 ໆນວດທີ 4 ການແບ່ງຄວາມຮັບຜິດຊອບກ່ຽວກັບຕາຫນ່າງປ້ອງກັນພືດ ມາດຕາ 20 ສິດ ແລະ ຫນ້າທີ່ ຂອງກົມປູກຝັງ ໃນວຽກງານຕາຫນ່າງປ້ອງກັນພືດ ກົມປຸກຝັງ ມີ ສິດ ແລະ ບ້າທີ່ ຕາມຂອບເຂດຄວາມຮັບຜິດຊອບ ຂອງຕົນ ດັງນີ້: 1. ເປັນເສນາທິການ ໃຫ້ແກ່ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໃນການຄົ້ນຄວ້າ ແລະ ຜັນຂະ ຫຼບາຍ ແນວທາງ, ນະໂຍບາຍ, ຍຸດທະສາດ, ກົດຫາຍ ແລະ ລະບຽບການ ໃຫ້ເປັນແຜນງານ, ໂຄງການລະ ອຽດ ເພື່ອຖຸ້ມດອງວຽກງານຕາຫນ່າງປ້ອງກັນພືດ ໃນຂອບເຂດທົ່ວປະເທດ:; 2. ໂຄສະນາເຜີຍແຜ່ ແນວທາງ, ນະໂຍບາຍ, ຍຸດທະສາດ, ກົດຫາຍ ແລະ ລະບຽບການ ທີ່ກ່ຽວ ຂ້ອງ ລົງຮອດທ້ອງຖິ່ນ: .,

  6. <!-- page 6 --> 3. ຊິນໍາ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຕາຫນ່າງປ້ອງກັນພືດຂອງຂະແຫງງ ປູກຝັງຂັ້ນແຂວງ ຕາມສາຍວິຊາສະເພາະ ໃນຂອບເຂດທົວປະເທດ: 4. ຜັນຂະຫຍາຍຍຸດທະສາດ, ສ້າງແຜນ ເພື່ອບໍາລຸງ ຍົກລະດັບ ແລະ ແຕ່ງຕັງພະນັກງາານຕາຫນ່າງ ປ່ອງກັນພຶດ ໂດຍມີການປະສານສຶມທົບກັບ ຂະແຫງງການອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ: 5. ປຸກລະດົມຂົນຂວາຍ, ຍາດແຍ່ງ, ຄູ້ມຄອງ, ນໍາໃຊ້ທຶນຮອນທັງພາຍໃນ ແລະ ຕ່າງປະເທດ ເພື່ອ ພັດທະນາວຽກງານຕາຫນ່າງປ້ອງກັນພືດ; 6. ປະສານສົມທົບກັບພາກສ່ວນອື່ນ ແລະ ອົງການປຶກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ໃນການຈັດຕັ້ງ ວຽກງານປ້ອງກັນພືດ ໃນແຕ່ລະໄລຍະ; 7. ພົວພັນຮ່ວມມື ກັບຕ່າງປະເທດ ເພື່ອພັດທະນາຕາຫຼ່າງປ້ອງກັນພືດ ໃຫ້ຂະຫຍາຍອອກໄປຢ່າງ ກອ້າງຂວາງ; 8. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຕາຫ່າງປ້ອງກັນພືດ ເຊັ້ນ ການລະບາດ ຂອງສັດຕູພືດ, ການປ້ອງກັນ ແລະ ກໍາຈັດ ການລະບາດຂອງສັດຕູພືດ ໃຫ້ແກ່ກະຊວງກະສິກໍາ ແລະ ສິ່ງແວດ ລ້ອມ ຢ່າງເປັນປົກກະຕິ; 9. ນໍາໃຊ້ ສິດ ແລະ ປະຕິບັດບນ້ໍາທີອື່ນ ຕາມທີ່ໄດ້ກໍານົດໄວ້ໃນ ກົດຫາຍ ແລະ ລະບຽບການ. ມາດຕາ 21 ສິດ ແລະ ຫນ້າທີ່ ຂອງສູນປ້ອງກັນພືດ ໃນວຽກງານຕາຫ່າງປ້ອງກັນພືດ ສູນປ້ອງກັນພືດ ມີ ສິດ ແລະ ພ້າທີ່ ຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ ດັ່ງນີ້: 1. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ກົດຫາຍ ວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ, ດໍາ ລັດ ວ່າດ້ວຍການຄູ້ມຄອງຢາປາບສັດຕູພືດ, ດໍາລັດ ວ່າດ້ວຍແນວພັນພືດ ລົງຮອດທ້ອງຖິ່ນ; 2. ໂຄສະນາ ເຜີຍແຜ່ ແລະ ຜັນຂະຫຍາຍ ວຽກງານຕາຫ່າງປ້ອງກັນພຶດ ລົງສູ່ແຂວງ, ເມືອງ, ຕາ ແສງ ແລະ ບ້ານເປົ່າຫາຍ ໃນຂອບເຂດທົວປະເທດ: 3. ຝຶກອົບຮົມ ກ່ຽວກັບ ການສໍາຫຼວດ, ການວິໄຈສັດຕູພືດຂັ້ນພື້ນຖານ, ການເກັບຮັກສາຕົວຢ່າງ, ທົດສອບ ແລະ ວິໄຈປັດໄຈການຜະລິດ ພ້ອມທັງນໍາເອົາຕົວຢ່າງມາຫ້ອງວິໄຈ ຂອງສູນປ້ອງກັນພືດ:; 4. ທົດສອບ ແລະ ວິໄຈ ປັດໄຈການຜະລິດ, ສັດຕູພຶດ ແລະ ຜະລິດຕະພັນພືດ ກ່ອນ ແລະ ຫຼັງ ການເກັບກ່ຽວ; 5. ສ້າງ, ປັບປຸງຖານຂໍ້ມູນ. ເກັບຮັກສາຕົວຢ່າງສັດຕູພືດ ເພື່ອສະຫອງຂໍ້ມູນສັດຕູພຶດ ຂອງ ສປປ ລາວ ໃຫ້ແກ່ການພັດທະນາລະບົບການຄວບຄູມສັດຕູພືດ ແນໃສ່ຍົກສູງທັງປະລິມານ ແລະ ຄຸນນະພາບ ຂອງ ການຜະລິດພືດ: 6. ປະສານສົບທົບກັບພາກສ່ວນກ່ຽວຂ້ອງຂັ້ນ ແຂວງ, ເມືອງ, ຕາແສງ ແລະ ບ້ານເປົ້າຫາຍ ໃນ ການສໍາຫຼວດ, ຕິດຕາມ ເພື່ອເຝົ້າລະວັງສະພາບການລະບາດຂອງສັດຕູພືດ ພ້ອມທັງອອກແຈ້ງການ ແລະ ແນະນໍາດ້ານເຕັກນິກວິຊາການ ໃນການປ້ອງກັນ ແລະ ກໍາຈັດສັດຕຸພືດ ແຕ່ລະໄລຍະຂອງລະດູການຜະລິດ: 7. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຕາພ່າງປ້ອງກັນພືດ ໃຫ້ກົມປູກຝັງ ໄດ້ຮັບ ຊາບຢ່າງເປັນປົກກະຕິ; 8. ນໍາໃຊ້ ສິດ ແລະ ປະຕິບັດຫຼ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນ ກົດຫາຍ ແລະ ລະບຽບການ. ມາດຕາ 22 ສິດ ແລະ ຫນ້າທີ່ ຂອງຂະແຫນງປູກຝັງຂັ້ນແຂວງ ໃນວຽກງານຕາຫຼ່າງປ້ອງກັນພືດ ຂະແຫງງປູກຝັງຂັນແຂວງ ມີ ສຶດ ແລະ ພ້າທີ່ ຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ຈັດຕັ້ງ ແລະ ຜັນຂະຫຍາຍ ກົດພາຍວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ, ຕໍາລັດ ວ່າ ດ້ວຍ ການຄຸ້ມຄອງຢາປາບສັດຕູພືດ, ຂໍຕົກລົງ ວ່າດ້ວຍຕາຫ່າງປ້ອງກັນພືດ ແລະ ນິຕິກໍາກ່ຽວຂ້ອງ ໃຫ້ເປັນ

  7. <!-- page 7 --> ໂຄງການລະອຽດ ພ້ອມທັງຈັດຕັ້ງປະຕິບັດ; 2. ສ້າງ ແລະ ຈັດຕັ່ງປະຕິບັດວຽກງານ ຄລືນຶກພືດ ແລະ ພ່ວຍງານ ບໍລິການປ້ອງກັນ ແລະ ກໍາຈັດ ສັດຕູພືດ ຕາມມາດຕະຖານ ແລະ ເງື່ອນໄຂທີໄດ້ກໍານົດໄວ້ໃນມາດຕາ 7 ແລະ 8 ຂອງຂໍ້ຕົກລົງສະບັບນີ່; 3. ຊີນໍາ, ຕິດຕາມ, ປະເມີນຜົນ ການຈັດຕັ້ງປະຕິບັດ ວຽກງານຕາຫ່າງປ້ອງກັນພືດ ຂອງພ່ວຍງານ ປູກຝັງຂັນເມືອງ; 4. ປະສານສົມທົບກັບ ຫ່ວຍງານປູກຝັງຂັ້ນເມືອງ ແລະ ສູນປ້ອງກັນພືດ ເພື່ອດໍາເນີນການ ສໍາຫຼວດ, ຕິດຕາມ, ວິນິໄສສັດຕູພືດຂັ້ນພື້ນຖານ ພ້ອມທັງແຍກ ແລະ ນໍາສິ່ງຕົວຢ່າງໄປລິໄຈທີ່ຫ້ອງວິໄຈສັດຕູພືດ ຂອງ ສູນປ້ອງກັນພືດ; 5. ສ້າງຕາຕະລາງ, ສັງລວມລາຍຊື່ບັນຊີສັຄູພຶດຂັ້ນແຂວງ ໃນແຕ່ລະພືດທີ່ໄດ້ສໍາຫຼວດ, ເກັບຕົວຢ່າງ, > ວິນິໄສ ແລະ ເກັບຮັກສາຕົວຢ່າງ ພ້ອມທັງລາຍງານໃຫ້ ສູນປ້ອງກັນພືດ, ກົມປູກຝັງ ຢ່າງເປັນປົກກະຕິ; ນ 9 6. ປຸກລະດົມຂົນຂວາຍ, ຢາດແຍ່ງ, ຄູ້ມຄອງ, ນ້າໃຊ້ທຶນຮອນພາຍໃນ ແລະ ຕ່າງປະເທດ ເພື່ອ ພັດ ທະນາວຽກງານຕາບນ່າງປ້ອງກັນພືດ; 7. ເປັນເຈົ້າການ ສະກັດກັ້ນ ແລະ ຄວບຄູມ ການເຄື່ອນຍ້າຍທ່ອນພັນ ຈາກເຂດທີ່ມີການລະບາດ ຂອງສັດຕູພືດ; 8. ສະຫຼຸບ ແລະ ລາຍງານຜົນການຈັດຕັ້ງປະຕິບັດວຽກງານຕາຫ່າງປ້ອງກັນພືດ ໃຫ້ພະແນກກະສິ ກໍາ ແລະ ສິ່ງແວດລ້ອມຂັ້ນແຂວງ ແລະ ສູນປ້ອງກັນພືດ ຢ່າງເປັນປົກກະຕິ; 9. ນໍາໃຊ້ ສິດ ແລະ ປະຕິບັດເນ້ໍາທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນ ກົດປນາຍ ແລະ ລະບຽບການ. ມາດຕາ 23 ສິດ ແລະ ຫນ້າທີ່ ຂອງຫ່ວຍງານປູກຝັງຂັ້ນເມືອງ ໃນວຽກງານຕາຫນ່າງປ້ອງກັນພືດ ຫ່ວຍງານປູກຝັງຂັນເມືອງ ມີ ສິດ ແລະ ພ້າທີ່ ຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ປະສານສົມທົບກັບອົງການບົກຄອງທ້ອງຖິ່ນຂັ້ນເມືອງ, ຫ່ວຍງານເສດຖະກິດ-ການເງິນຕາແສງ, ບ້ານເປົ້າຫນາຍ ແລະ ພາດສ່ວນທີ່ກ່ຽວຂ້ອງ ເພື່ອປະຕິບັດ ວຽກງານຕາຫ່າງປ້ອງກັນພືດ; 2. ສໍາຫຼວດ, ເກັບຕົວຢ່າງສັດຕູພຶດ, ວິໄຈ, ເກັບຮັກສາຕົວຢ່າງ, ສ້າງຖານຂໍ້ມູນສັດຕູພືດ ພ້ອມທັງ ນໍາສົ່ງຕົວຢ່າງ ໄປວິໄຈຢູ່ຫ້ອງວິໄຈຂັ້ນແຂວງ ແລະ ສູນປ້ອງກັນພືດ; 3. ຕິດຕາມ, ເຝົ້າລະວັງ ແລະ ສັງລວມຂໍ້ມູນການລະບາດຂອງສັດຕູພືດ ແລ້ວນໍາສົ່ງໃຫ້ຂະແຫງງ ປູກຝັງຂັ້ນແຂວງ ເພື່ອສ້າງຖານຂໍ້ມູນຂອງແຂວງ; 4. ຕິດຕາມ, ຊຸກຢູ້, ນໍາພາ ການຈັດຕັ້ງປະຕິບັດວຽກງານຕາຫ່າງປ້ອງກັນພືດ ຂອງຫ່ວຍງານເສດ ຖະກິດ-ການເງິນຕາແສງ:; 5. ເປັນເຈົ້າການ ສະກັດກັນ ແລະ ຄວບຄຸມ ການເຄື່ອນຍ້າຍທ່ອນພັນ ຈາກເຂດທີ່ມີການລະບາດ ຂອງສັດຕູພືດ; 6. ສະຫຼຸບ ແລະ ລາຍງານຜົນການຈັດຕັ້ງປະຕິບັດວຽກງານຕາຫນ່າງປ້ອງກັນພືດ ໃຫ້ຫ້ອງການກະສິ ກໍາ ແລະ ສິ່ງແວດລ້ອມຂັ້ນເມືອງ ແລະ ຂະແຫງງປູກຝັງຂັນແຂວງ ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ; 7. ນໍາໃຊ້ ສິດ ແລະ ປະຕິບັດເນົ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນ ກົດຫາຍ ແລະ ລະບຽບການ. ມາດຕາ 24 ສິດ ແລະ ຫນ້າທີ່ ຂອງຫ່ວຍງານເສດຖະກິດ-ການເງິນຕາແສງ ໃນວຽກງານຕາຫ່າງປ້ອງກັນພຶດ ຫ່ວຍງານເສດຖະກິດ-ການເງິນຕາແສງ ມື ສິດ ແລະ ພນ້ໍາທີ່ ຕາມ ຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ່: ]. ຈັດຕັ້ງປະຕິບັດ ຂໍ້ຕົກລົງ ວ່າດ້ວຍ ຕາຫ່າງປ້ອງກັນພືດ ຢ່າງເຂັ້ມງວດ: 2. ສໍາຫຼວດ, ເກັບຕົວຢ່າງສັດຕູພືດ, ວິໄຈ, ເກັບຮັກສາຕົວຢ່າງ ແລະ ນໍາສົ່ງຕົວຢ່າງ ໃຫ້ບນ່ວຍງານ ປູກຝັງຂັນເມືອງ ເພື່ອວິໄຈສັດຕູພຶດເບື້ອງຕົນ; 7 ນ

  8. <!-- page 8 --> < 37 3. ຕິດຕາມ, ເຝົາລະວັງ, ສັງເກດການ ແລະ ສັງລວມຂໍ້ມູນການລະບາດຂອງສັດຕູພືດ ພ້ອມທັງ ນ 3“ 5 ນໍາສົ່ງຂໍມູນໃຫ້ກັບຂັນເທິງ ຕາມສາຍວິຊາສະເພາະ: 4. ປະສານສົມທົບກັບຫ່ວຍງານປຸກຝັງຂັ້ນເມືອງ ແລະ ແລກປ່ຽນບົດຮຽນກັບບ້ານເປິ້່າຫາຍ ກ່ຽວ ກັບການວຽກງານຕາຫຼ່າງປ້ອງກັນພືດ; 5. ເປັນເຈົ້າການ ສະກັດກັ້ນ ແລະ ຄວບຄຸມ ການເຄື່ອນຍ້າຍທ່ອນພັນ ຈາກເຂດທີ່ມີການລະບາດ ຂອງສັດຕູພຶດ; 6. ສະຫຼຸບ ແລະ ລາຍງານ ສະພາບການແຜ່ລະບາດຂອງສັດຕູພຶດ ໃຫ້ຄະນະກໍາມະການປົກຄອງຕາ ແສງ ແລະ ຫນ່ວຍງານປູກຝັງຂັນເມືອງ ຢ່າງເປັນປົກກະຕິ; 7. ນໍາໃຊ້ ສຶດ ແລະ ປະຕິບັດບນ້ໍາທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນ ກົດຫາຍ ແລະ ລະບຽບການ. ມາດຕາ 25 ສິດ ແລະ ຫນ້າທີ່ ຂອງດ່ານກັກກັນພືດ ໃນວຽກງານຕາຫ່າງປ້ອງກັນພືດ ດ່ານກັກກັນພືດ ມີ ສິດ ແລະ !ນ້ໍາທີ ຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ ດັ່ງນີ່: 1. ກວດກາ, ເກັບຕົວຢ່າງ ປັດໄຈການຜະລິດ, ພືດ ແລະ ນໍໍາສົ່ງຫາ ຄລີນຶກພືດ ເພື່ອທົດສອບວິໄຈ ຄຸນນະພາບ, ສານຕົກຄ້າງ ແລະ ວິໄຈສັດຕູພືດ; 2. ຊ່ວຍປະສານສົມທົບກັບເຈົ້າຫ້າທີ່ ທີ່ກ່ຽວຂ້ອງກັບດ່ານສາກົນທີ່ມືສາຍແດນຕິດຈອດກັນ ເພື່ອແຈ້ງ ແລະ ໄກ່ເກ່ຍ ບັນຫາກ່ຽວກັບດູນນະພາບປັດໄຈການສະລິດ, ການຕົກຄ້າງຂອງສານເຄມື ໃນພືດ ແລະ ຜະລິດຕະພັນພືດ; ຢ່ 3. ສະກັດກັນ ການນໍາເຂົ້າ, ສົ່ງອອກ ປັດໄຈການຜະລິດທີ່ບໍ່ຖືກຕ້ອງ ເຊັ້ນ ການຕິດສະຫຼາກຢາປາບ ດຕູພືດບໍ່ຖືກຕ້ອງ ແລະ ການນໍາເຂົາແນວພັນພືດທີ່ຕັດແຕ່ງພັນທູກໍາ: 4. ເຂົາຮ່ວມ ໃນການເຝົ້າລະວັງ, ປ້ອງກັນ, ກໍາຈັດ ແລະ ຄວບຄຸມ ການລະບາດສັດຕູພືດທ້ອງຖິ່ນ, ດຕຸພຶດຂ້າມແດນ ຕາມການມອບຫນາຍຂອງຂັນເທິງຕົນ: 5. ອໍານວຍຄວາມສະດວກ ໃນການນໍາເຂົ້າ ອຸປະກອນ, ເຄມີກະສິກໍາ ໃນການຄວບຄຸມການລະບາດ ສັດຕຸພືດ ແລະ ຮັບໃຊ້ວຽກງານ ຂອງຕາບນາງປ້ອງກັນພຶດ; 20ເ 20ເ ລ ແກ ວ ນ < ແນ ພ ບວ. ນ ວາ 6. ນໍາໃຊ້ ສິດ ແລະ ປະຕິບັດຫ້າທີອືນ ຕາທີ່ໄດ້ກໍານົດໄວ້ໃນ ກົດຫນາຍ ແລະ ລະບຽບການ. ມາດຕາ 26 ສິດ ແລະ ພັນທະຂອງຜູ້ດໍາເນິນທຸລະກິດ ໃນວຽກງານຕາຫ່າງປ້ອງກັນພືດ ຜູ້ໍາເນິນທຸລະກິດ ມີ ສິດ ແລະ ພັນທະ ດັງນີ້: 1. ໃຫ້ຄວາມຮ່ວມມື ໃນການເຝົ້າລະວັງ ແລະ ການລາຍງານ ສະພາບການລະບາດຂອງສັດຕູພືດ; 2. ເຂົ້າຮ່ວມ ໃນການສະຫນອງຢາປາບສັດຕູພຶດ ແລະ ວັດຖູປະກອນທີ່ກ່ຽວຂ້ອງ ເພື່ອຄວບຄຸມການ ລະບາດສັດດູພືດ; 3. ໃຫ້ບໍລິການ ດ້ານຄລີນິກພຶດ, ຫ່ວຍງານບໍລິການປ້ອງກັນ ແລະ ກໍາຈັດສັດຕູພືດ ແລະ ບນໍພືດ ຕາມຫຼັກສູດຜຶກອົບຮົມ ທີ່ ກົມປູກຝັງກໍານົດ ແລະ ການຢັ້ງຢືນຈາກຂະແຫນງການທີ່ກ່ຽວຂ້ອງ: 4. ສະຫຼັບສະຫນູນດ້ານທຶນຮອນ, ເຫືອແຮງ, ສະຕິປັນຍາ ເຂົ້າໃນວຽກງານຕາຫ່າງປ້ອງກັນພືດ: 5. ສ້າງຕັ້ງ ສະມາຄົມປ້ອງກັນພືດ ເພື່ອເຮັດພ້ໍາທີ ແລກປ່ຽນຄວາມຮູ້, ຕິດຕາມ, ກວດກາ ແລະ ຝຶກອົບຮົມວຽກງານວິຊາການປ້ອງກັນພືດ: 6. ໃຫ້ຄວາມຮ່ວມມືແກ່ ພະນັກງານ-ລັດຖະກອນ ຫຼື ເຈົ້າຫຼ້າທີ ທີ່ຮັບຜິດຊອບວຽກງານຕາຫ່າງ ປ້ອງກັນພຶດ ໃນການຕິດຕາມ ກວດກາ ການດໍາເນີນທຸລະກິດກ່ຽວກັບການປູກຝັງ; 7. ປະຕິບັດພັນທະ ພາສີ, ອາກອນ ແລະ ພັນທະອື່ນ ກ່ຽວກັບ ຕາຫ່າງປ້ອງກັນພືດ; 8. ນໍາໃຊ້ ສິດ ແລະ ປະຕິບັດພັນທະອືນ ຕາມທີ່ໄຕ້ກໍານ໌ໄວ້ໃນ ກົດຫາຍ ແລະ ລະບຽບການ.

  9. <!-- page 9 --> ໆມນວດທີ 5 ງົບປະມານ, ເຄືອງແບບ ແລະ ບັດວິຊາການ ມາດຕາ 27 ງົບປະມານ ຽົບປະມານຮັບໃຊ້ການເຄື່ອນໄຫວວຽກງານຕາຫ່າງປ້ອງກັນພຶດ ໄດ້ຈາກໂຄງການລົງທຶນຂອງສັດ, ໂຄງການໄພພິບັດ, ການຊ່ວຍເຫຼືອທັງພາຍໃນ ແລະ ຕ່າງປະເທດ, ການເກັບລາຍຮັບທາງດ້ານວິຊາການຈາກ ວຽກງານປ້ອງກັນພືດ, ກັກກັນພືດ, ການທົດສອບ ແລະ ວິໄຈຄຸນນະພາບປັດໄຈການຜະລິດ ແລະ ສານພິດ ຕົກຄ້າງຢາປາບສັດຕູພຶດ ແລະ ງົບປະມານອືນ ທີ່ຖືກຕ້ອງຕາມກົດຫາຍ. ຕາຫ່າງປ້ອງກັນພຶດແຕ່ລະຂັ້ນ ເປັນຜູ້ສ້າງໂຄງການ., ກິດຈະການເຄື່ອນໄຫວ, ແຜນຄວາມຕ້ອງການ ງົບປະມານ, ວັດຖູປະກອນ, ຢາປາບສັດຕູພືດ ນໍໍາສະເຫີຂັນເທິງຂອງຕົນເປັນແຕ່ໄລຍະ ເພື່ອກຽມພ້ອມທາງ ດ້ານງົບປະມານ ໃຫ້ແກ່ການເຄື່ອນໄຫວວຽກງານຕາຫ່າງປ້ອງກັນພືດ ໃຫ້ທັນກັບສະພາບການ ແນໃສ່ປ້ອງ ກັນການລະບາດຂອງສັດຕູພຶດ ທີ່ຈະເກີດຂຶ້ນປະຈໍາລະດູການ. ມາດຕາ 28 ເຄືອງແບບ, ກາຫນາຍ ແລະ ບັດວິຊາການ ພະນັກງານຕາຫ່າງປ້ອງກັນພືດ ມີເຄື່ອງແບບ ແລະ ກາຫນາຍສະເພາະຂອງຕົນ ເພື່ອຮັບໃຊ້ເຂົ້າໃນ ການເຄື່ອນໄຫວວຽກງານຕາຫ່າງປ້ອງກັນພືດ ໂດຍນໍາໃຊ້ເຄື່ອງແບບ ແລະ ກາຫນາຍຂອງສູນປ້ອງກັນພືດ. ບັດວິຊາການ ແມ່ນເອກະສານຢັ້ງຢືນການເຄື່ອນໄຫວຂອງພນໍ້ພືດ ທີ່ຜ່ານການຝຶກອົບຮົມຕາມຫັກສູດ ຂອງກົມປູກຝັງ. ມາດຕາ 29 ການຈັດຕັງປະຕິບັດ ມອບໃຫ້ ກົມປູກຝັງ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເປັນເຈົ້າການປະສານສົມທົບກັບພາກສ່ວນ ທີກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂຄສະນາເຜີຍແຜ່, ແນະນໍາ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິຜົນສູງ. ມາດຕາ 30 ຜົນສັກສິດ ຂ

Ministerial Decision on Crop Protection Net · Nelum