Skip to content
Nelum
Laws of Laos

Law on Value Added Tax

Made 2018-06-20 · Text as of 2026-10-01

Public law and official guidance, published as research. Not legal, tax or financial advice.

About this law

Language
Lao
Kind
Act
Organisation
Mekong River Commission (MRC)
Country
Laos
Subjects
General
Keywords
taxes, registration, inspection, enforcement/compliance, offences/penalties, investment, fiscal and market measures

Where to read it

Text

The law's own text, section by section, as held. Each section has its own link.

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ປະທານປະເທດ ເລັກທີ.....ໂຂ້ຂ໌. , /ບີປິທ ນະຄອນຫຼວງວຽງຈັນ, SUR.... 2,590 2024 ລດຖະດາລດ ກ່ຽວກັບການປະກາດໃຊ້ກົດບນາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) > ອີງຕາມ ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ຫນວດທີ VI ມາດຕາ 67 & 1; > ອີງຕາມ ມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 128/ສພຊ, ລົງວັນທີ 28 ມິຖຸນາ 2024 ກ່ຽວກັບການຮັບຮອງເອົາກົດບນາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ): - ອີງຕາມ ຫັງສຶສະເນີຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 22/ຄປຈ. ລົງວັນທີ 29 ກໍລະກົດ 2024. ະທານປະເທດ າຫາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ: ມາດຕາ 1 ປະກາດໃຊ້ກົດຫນາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ). ມາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ສະພາແຫ່ງຊາດ ເລກທີ | 2 ບ້ / ສພຊ ນະຄອນຫຼວງວຽງຈັນ, ວັນທີ ໃ 8 / 06/ 24 ມະຕິ ກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຮັບຮອງເອົາກົດຫນາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) - ອີງຕາມລັດຖະທໍາມະນຸນ ແຫງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015 ມາດຕາ 53 ຂໍ້ 1; - ອີງຕາມກົດຫນາຍວາດ້ວຍການປັບປຸງບາງມາດຕາຂອງກົດບນາຍວາດ້ວຍສະພາແຫງຊາດ ແລະ ກົດບນາຍ ວາດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 82/ສພຊ, ລົງວັນທີ 30 ມິຖນາ 2020 ມາດຕາ 11 ຂໍ 1. ພາຍຫຼັງທີກອງປະຊຸມສະໄບນສາມັນ ເທືອທີ 7 ຂອງສະພາແຫງຊາດ ຊດທີ IX ໄດ້ຄົ້ນຄວ້າພິຈາລະນາຢ່າງ ກວ້າງຂວາງ ແລະ ເລິກເຊິງ ກ່ຽວກັບເນື້ອໃນຂອງກົດຫນາຍວາດ້ວຍອາກອນມູນຄາເຟີມ (ສະບັບປັບປຸງ) ໃນວາລະ ຕອນເຊົ່າຂອງກອງປະຊຸມຄັ້ງວັນທີ 28 ມິຖຸນາ 2024 ແລະ ຖືກພິຈາລະນາຮັບຮອງເອົາໃນວາລະຕອນປາຍຂອງ ວັນທີ 28 ມິຖຸນາ 2024.

  2. ກອງປະຊຸມສະພາແຫ່ງຊາດ ຕົກລົງ: ມາດຕາ 1 ຮັບຮອງເອົາກົດຫນາຍວາດ້ວຍອາກອນມູນຄາເພີ່ມ (ສະບັບປັບປຸງ) ດ້ວຍຄະແນນສຽງຫຼາຍກວາເຄິງຫຶງ ຂອງຈໍານວນສະມາຊິກສະພາແຫງຊາດ ທີເຂົ້າຮ່ວມກອງປະຊມ. ມາດຕາ 2 ມະຕິສະບັບນີ້ ມີຜົນສັກສິດນັບແຕວັນລົງລາຍເຊັນ ເປັນຕົ້ນໄປ. ປະທານສະພາແຫ່ງຊາດ ປອ ໄຊສົມພອນ ພົມວິທານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ສະພາແຫງຊາດ ເລກທີ 60 /ສພຊ ນະຄອນຫຼວງວຽງຈັນ, ວັນທີ 28 ມິຖຸນາ 2024 ກົດບນາຍ ວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ພາກທີ | າາາ ໂຈ ບົດບັນຍັດທົ່ວໄປ ມາດຕາ 1 (ປັບປຸງ) ຈຸດປະສົງ ກົດບນາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ກຽວກັບການຄຸ້ມຄອງ ແລະ ການຕິດຕາມ ກວດກາ ວຽກງານອາກອນມູນຄາເຟພີ໊ມ ເພືອໃຫ້ວຽກງານດັ່ງກ້າວ ມີປະສິດທິພາບ ແລະ ປະສິດທິຜົນ, ສົ່ງເສີມ ການລົງທຶນ, ການຜະລິດ, ການດໍາເນີນທຸລະກິດ , ການສົ່ງອອກ, ການສະຫອອງ ສິນຄ້າ ແລະ ການບໍລິການ ແນໃສເພີ່ມລາຍຮັບເຂົ່າງົບປະມານແຫ່ງລັດ, ສາມາດເຊືອມໂຍງກັບພາກພື້ນ ແລະ ສາກົນ ປະກອບສວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ມາດຕາ 2 (ປັບປຸງ) ອາກອນມູນຄ່າເພີ່ມ ອາກອນມູນຄາເຟີ໊ມ ແມນ ອາກອນທີເກັບ ຕາມມູນຄາ ສິນຄ້າ ແລະ ການບໍລິການ ທີ່ເພີ່ມຂຶ້ນ ຈາກການ ນໍາເຂົ້າສິນຄ້າ, ການສົ່ງອອກສິນຄ້າ, ການສະຫນອງ ສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ ຊຶ່ງຜູ້ຊົມໃຊ້ ສຸດທ້າຍ ເປັນຜູ້ເສຍ. ອາກອນມູນຄາເຟີ່ມ ຂຽນຫຍໍ້ວາ “ອມພ. ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ ຄໍາສັບທີນໍາໃຊ້ໃນກົດຫນາຍສະບັບນີ້ ມີຄວາມບນາຍ ດັ່ງນີ້: 1. ສິນຄ້າ ບນາຍເຖິງ ສິງທີ ມີຕົວຕົນ ຫຼື ບໍ່ມີຕົວຕົນ ຊຶງສາມາດ ເຄືອນຍ້າຍໄດ້ ຫຼື ບໍ່ສາມາດເຄືອນ ຍ້າຍໄດ້ ແລະ ຊັບສິນອືນ ທີນໍາໃຊ້ເຂົ້າໃນ ການຜະລິດ, ການສະຫນອງ ສິນຄ້າ ແລະ ການບໍລິການ;

  3. 2. ການບໍລິການ ພາຍເຖິງ ການຮັບໃຊ້, ການກະທໍາ, ການສ່າງສິງໃດຫງຶງ, ການໃຫ້ຄໍາປຶກສາ ຫຼື ການໃຫ້ບໍລິການອືນ ໂດຍມີຄາຕອບແທນເປັນເງິນ ຫຼື ຜົນປະໂຫຍດອືນ; 3. ການສົ່ງອອກ ຫຼາຍເຖິງ ການສົ່ງສິນຄ້າອອກຈາກ ສປປ ລາວ ໄປຕາງປະເທດ ລວມທັງການ ສົ່ງເຂົ້າໄປເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ຜານລະບົບການແຈ້ງພາສີແບບເອເລັກໂຕຣນິກ ຂອງຂະແຫນງພາສີ; 4. ການນໍາເຂົ້າ ຫນາຍເຖິງ ການນ້ໍາເອົາສິນຄ້າຈາກຕາງປະເທດເຂົ້າມາ ສປປ ລາວ ລວມທັງການ ນໍາເຂົ້າສິນຄ້າຈາກເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ຜ່ານລະບົບການແຈ້ງພາສີແບບເອເລັກ ໂຕຣນິກຂອງຂະແຫນງພາສີ; 5. ການສະຫນອງສິນຄ້າ ຫນາຍເຖິງ ການມອບ, ການໂອນ ສິດຊົມໃຊ້ສິນຄ້າໃຫ້ແກຜູ້ອືນ ໂດຍໄດ້ ຮັບຄາຕອບແທນເປັນ ເງິນ ຫຼື ຜົນປະໂຫຍດອືນ ລວມທັງ ການໃຫ້ລ້າ, ການແລກປຽນ, nwiged ແລະ ການຊົມໃຊ້ເອງ; 6. ການສະຫນງການບໍລິການ ພາຍເຖິງ ການເຄືອນໄຫວທຸລະກິດ ທີ່ເປັນການໃຫ້ບໍລິການ ຊຶ່ງບໍ່ແປນການສະຫນອງສິນຄ້າ ໂດຍໄດ້ຮັບຄາບໍລິການເປັນ ເງິນ ຫຼື ຜົນປະໂຫຍດອືນ ທີ່ສາມາດຕີລາຄາເປັນເງິນ ໄດ້ ລວມທັງ ການໃຫ້ບໍລິການລ້າ, ການແລກປ່ຽນ, ການໃຊ້ຫໍ້, ການຊົມໃຊ້ເອງ; 7. ຜູ້ເສຍ ອມພ ບນາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີນໍາເຂົ້າສິນຄ້າ, ຊື້ສິນຄ້າ ແລະ ຊົມໃຊ້ການບໍລິການ ຈາກ ຜູ້ມອບ ອມພ ລວມທັງ ຈາກນິຕິບຸກຄົນຕາງປະເທດ ທີ່ບໍ່ ໄດ້ສ້າງຕັ້ງວິສາຫະກິດຢູ່ ສປປ ລາວ ເພື່ອຊົມໃຊ້ເອງ ຢູ່ ສປປ ລາວ; 8. ຜູ້ມອບ ອມພ ພາາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີດໍາເນີນທຸລະກິດຢູ່ໃນລະບົບ ອມພ ທັງພາຍໃນ ແລະ ຕາງປະເທດ ທີ່ໄດ້ຮັບອະນຸຍາດ ຫຼື ຖືກມອບບນາຍ ຈາກຂອງຂະແຫນງການທີ່ກຽວຂ້ອງ; 9. ອມພ ສົ້ນອອກ ບນາຍເຖິງ ຈໍານວນເງິນ ອມພ ທີຄິດໄລເກັບຈາກການສະບຫນອງ ສິນຄ້າ ແລະ ການບໍລິການ ຊຶງຈາຍໂດຍ ຜູ້ຊື້ສິນຄ້າ ແລະ ຜູ້ຊົມໃຊ້ການບໍລິການ; 10. ອມພ ສົ້ນເຂົ້າ ຫນາຍເຖິງ ຈໍານວນເງິນ ອມພ ທີຜູ້ມອບ ອມພ ໄດ້ຈາຍ ຈາກການນໍາເຂົ້າສິນຄ້າ ຫຼື ການຊື້ ສິນຄ້າ ແລະ ໃຊ້ການບໍລິການ ຢູ່ພາຍໃນປະເທດ ລວມທັງ ອມພ ທີໄດ້ຈາຍ ໃນການຊື້ສິນຄ້າ ແລະ ໃຊ້ການບໍລິການ ຈາກນິຕິບຸກຄົນຕາງປະເທດ ທີບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ເຜື່ອນໍາໃຊ້ເຂົ້າໃນ ການເຄືອນໄຫວທຸລະກິດ; 11. ສິນເຊື່ອ ອມພ ຫຼາຍເຖິງ ອມພ ສົ້ນເຂົ້າ ຊຶງຜູ້ມອບ ອມພ ໄດ້ຈ້າຍ ໃນເວລາ ນໍາເຂົ້າສິນຄ່າ, ຊື່ສິນຄ້າ ແລະ ໃຊ້ການບໍລິການ ຢູ່ໃນປະເທດ ທີນໍາມາຫັກໃນເດືອນບໍ່ບນົດ ຕ້ອງຍົກໄປຫັກຕໍ່ໃນເດືອນຖັດໄປ; 12. ໄລຍະການແຈ້ງ ແລະ ການມອບ ອມພ ຫນາຍເຖິງ ໄລຍະທີຜູ້ມອບ ອມພ ຊຶງຕ້ອງແຈ້ງ ແລະ ມອບ ອມພ ທັງຫົດ ທີ່ຕິດພັນກັບການເຄືອນໄຫວດໍາເນີນທຸລະກິດໃນໄລຍະນັ້ນ; 13. ຜູ້ມີພູມລໍາເນົາ ບນາຍເຖິງ ບຸກຄົນທີມີທີ່ຢູ່ຖາວອນ, ມີສໍາມະໂນຄົວ ຫຼື ນິຕິບຸກຄົນ ທີ ໄດ້ສ້າງຕັ່ງ ວິສາຫະກິດ ຢູ່ ສປປ ລາວ ລວມທັງ ບຸກຄົນ, ນິຕິບຸກຄົນ ທີອາໄສຢູ່ ຫຼື ດໍາເນີນທຸລະກິດຢູ່ໃນ ເຂດເສດຖະກິດ ພິເສດ ແລະ ເຂດເສດຖະກິດສະເພາະ; 14. ຜູ້ບໍ່ມືພູມລໍາເນົາ ຫນາຍເຖິງ ບຸກຄົນ ທີ່ບໍ່ມີທີ່ຢູ່ຖາວອນ, ບໍ່ມີສໍາມະໂນຄົວ ຫຼື ນິຕິບຸກຄົນຕາງ ປະເທດ ທີບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ລວມທັງ ບຸກຄົນ ຫຼື ນິຕິບຸກຄົນ ທີບໍ່ອາໄສຢູ່ ຫຼື ບໍ່ດ້າເນີນ ທຸລະກິດຢູ່ໃນ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ;

  4. 15. ເລືອດຄົນ ຫນາຍເຖິງ ຜະລິດຕະພັນ ຈາກ ເລືອດ ແລະ ນ້ໍາເລືອດ ຄົນ ທີໄດ້ຮັບການຢັ້ງຢືນການ ແພດວາມີຄຸນນະພາບ ; 16. ອັດຕາສູນສ່ວນຮ້ອຍ (0%) ບນາຍເຖິງ ອັດຕາທີຮຽກເກັບ ອມພ ຕາມການສົ່ງອອກສິນຄ່າ ລວມທັງຜະລິດຕະພັນແຮທາດສໍາເລັດຮູບ ຊຶງແຕກຕາງຈາກການຍົກເວັນ ອມພ ເນືອງຈາກການນໍາໃຊ້ອັດຕາສູນ ສ່ວນຮ້ອຍ ມີສິດຂໍຄືນເງິນ ອມພ ສົ້ນເຂົ້າໄດ້. ສໍາລັບການຍົກເວັນນັ້ນ ບໍ່ມີສິດຂໍຫັກ ແລະ ຂໍຄືນ ອມພ ສົ້ນເຂົ້າ, ແຕ່ສາມາດເອົາ ອມພ ສົ່ນເຂົ້າລົງເປັນລາຍຈາຍ; 17. ການຂົນສົ່ງຜ່ານແດນສາກົນ ຫນາຍເຖິງ ການບໍລິການຂົນສົ່ງ ຜູ້ໂດຍສານ, ສິນຄ່າ ແລະ ເຄືອງຂອງ ຜ່ານດິນແດນ ສປປ ລາວ; 18. ລັດຖະການສ່ວຍສາອາກອນ ຫາຍເຖິງ ກົມສວຍສາອາກອນ, ສວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ ແລະ ສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະຄອນ; 19. ຫ້ອງການສ່ວຍສາອາກອນ ຫນາຍເຖິງ ປອນເຮັດວຽກຂອງພະນັກງານ-ລັດຖະກອນສວຍສາ ອາກອນແຕລະຂັ້ນ; 20. ເຈົ້າຫ້ໍາທີ່ສ່ວຍສາອາກອນ ຫນາຍເຖິງ ພະນັກງານສວຍສາອາກອນ ທີຖືກແຕງຕັ່ງໃຫ້ໄປ ເຄືອນໄຫວ ແລະ ປະຕິບັດຫນ້າທີ ຢູ່ສະຖານທີສະເພາະ ຫຼື ວຽກງານໃດຫນຶ່ງ; 21. ເຂດເສດຖະກິດພິເສດ ຫນາຍເຖິງ ເຂດການລົງທຶນຢູ່ໃນເຂດອໍານາດອະທິປະໄຕ ແລະ ຜືນ ແຜນດິນຂອງ ສປປ ລາວ ທີມີກົນໄກຄຸ້ມຄອງບໍລິຫານການລົງທຶນ ແລະ ນະໂຍບາຍສົ່ງເສີມສະເພາະ ຊຶງຖືກສ່າງຕັ່ງ ຂຶ້ນໂດຍການຕົກລົງຂອງລັດຖະບານ; 22. ເຂດເສດຖະກິດສະເພາະ ຫນາຍເຖິງ ເຂດການລົງທຶນທີ ໄດ້ຮັບການສ້າງຕັ້ງ ໂດຍລັດຖະບານ ຢູ່ນອກເຂດເສດຖະກິດຟິເສດ ເພືອດ້າເນີນກິດຈະການໃນຂະແບນງການໃດຫນຶງສະເພາະ ເປັນຕົ້ນ ນິຄົມອຸດສາຫະ ກໍາ, ເຂດເຕັກໂນໂລຊີລະດັບສູງ. ມາດຕາ 4 (ປັບປຸງ) ນະໂຍບາຍຂອງລັດ ກ່ຽວກັບວຽກງານອາກອນມູນຄ່າເພີ່ມ ລັດ ວາງນະໂຍບາຍ ກຽວກັບວຽກງານ ອມພ ເພືອຊຸກຍູ້, ສົ່ງເສີມ ການຜະລິດສິນຄ້າ, ການບໍລິການ ແລະ ການລົງທຶນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນືອງ, ພັດທະນາລະບົບ ການຈັດເກັບ ແລະ ການແຈ້ງມອບ ອມພ ໃຫ້ມີຄວາມສະດວກ, ທັນສະໄຫນ ຮັບປະກັນ ຄວາມຍຸຕິທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້. ລັດ ສ້າງເງື່ອນໄຂ ແລະ ອີານວຍຄວາມສະດວກ ໃນການຄຸ້ມຄອງວຽກງານ ອມພ ດ້ວຍການປະກອບ ບຸກຄະລາກອນ, ສ້າງໂຄງລາງພື້ນຖານ, ສະຫນອງງົບປະມານ, ພາຫະນະ ແລະ ວັດຖຸປະກອນຮັບໃຊ້ທີ່ຈໍາເປັນ ຕາມຄວາມສາມາດໃນແຕລະໄລຍະ. ລັດ ສ້າງ ສະພາບແວດລ້ອມທີດີ, ເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃຫ້ແກຜູ້ປະກອບການໃນການ ແຈ້ງ ແລະ ມອບ ອມພ.

  5. ມາດຕາ 5 (ປັບປຸງ) ຫຼັກການກ່ຽວກັບວຽກງານອາກອນມູນຄ່າເພີ່ມ ໃນການເຄືອນໄຫວວຽກງານ ອມພ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້: 1. ຄຸ້ມຄອງ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ; 2. ສົ່ງເສີມ ການຜະລິດສິນຄ້າ, ການບໍລິການ ແລະ ການລົງທຶນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນືອງ; 3. ຮັບປະກັນ ຄວາມສະເຫນີພາບ, ຄວາມທັນສະໄຫນ, ບໍລິການສະດວກ, ວອງໄວ, ຍຸຕິທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້; 4. ປະສານສົມທົບກັບພາກສວນທີກຽວຂ້ອງ; 5. ປະຕິບັດຕາມ ສົນທິສັນຍາ ທີ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີກຽວຂ້ອງ. o oo ຈ, < & ມາດຕາ 6 ພັນທະຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັງ ທີ່ຊົມໃຊ້ ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ລ້ວນແຕ່ ມີພັນທະເສຍ ອມພ ຕາມທີໄດ້ກໍານົດໄວ້ໃນກົດຫນາຍສະບັບນີ້. ມາດຕາ 7 ຂອບເຂດການນໍາໃຊ້ກົດບນາຍ ະ ະ ., , ກົດຫນາຍສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົ ນ ຫຼ ການຈັດຕັ້ງ ທັງພາຍໃນ ແລະ ຕາງປະເທດ ທີດໍາເນີນທຸລະກິດ ແລະ ຊົມໃຊ ສິນຄ້າ ແລະ ການບໍລິການ ຢູ ສປປ ລາວ. ມາດຕາ 8 (ປັບປຸງ) ການຮ່ວມມືສາກົນ ລັດ ສົ່ງເສີມ ການພົວພັນ ຮ່ວມມືກັບ ຕາງປະເທດ, ພາກພື້ນ ແລະ ສາກົນ ກຽວກັບວຽກງານ ອມພ ດ້ວຍການ ແລກປ່ຽນ ຂໍ້ມູນ ຂ່າວສານ, ບົດຮຽນ, ເຕັກນິກ, ການນໍາໃຊ້ເຕັກໂນໂລຊີທີທັນສະໄຫນ, ການພັດ ະນາຊັບພະຍາກອນມະນຸດ ເພື່ອພັດທະນາວຽກງານດັ່ງກາວ, ປະຕິບັດ ສົນທິສັນຍາ ທີ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີກຽວຂ້ອງ. ພາກທີ Il ລະບົບພື້ນຖານຂອງອາກອນມູນຄ່າເພີ່ມ ມາດຕາ 9 (ປັບປຸງ) ລະບົບພື້ນຖານຂອງອາກອນມູນຄ່າເພີ່ມ ລະບົບພື້ນຖານຂອງ ອມພ ມີ ດັ່ງນີ້: 1. ການເກັບ ອມພ; ພ . ການຄິດໄລ ອມພູ; 0 . ການຫັກ ແລະ ການສົ່ງຄືນ ອມພ; > ການແຈ້ງ ແລະ ການມອບ ອມພ; ຫ ການເຂົ້າ, ການອອກ ລະບົບ ອມພ; ຫ ການຖືບັນຊີ ແລະ ການອອກໃບເກັບເງິນ ອມພ; + ການກວດກາ ແລະ ການຄຸ້ມຄອງ ອມພ ທີ່ຄ້າງມອບ.

  6. ບນວດທີ 1 ການເກັບອາກອນມູນຄ່າເພີ່ມ ມາດຕາ 10 (ປັບປຸງ) ຜູ້ເກັບອາກອນມູນຄ່າເພີ່ມ ຜູ້ເກັບ ອມພ ປະກອບມີ ດັ່ງນີ້: 1. ເຈົ້າຫ້າທີພາສີ; າ, ະ ຮ້ນ ແອອ ກຄົນ, ນິຕິບຸກຄົນ ຫຼື ການຈັດຕັງ ທີດໍາເນີນທຸລະກິດຢູ່ໃນລະບົບ ອມພ; າສິນຄ້າ ແລ e ການບໍລິການ ຈາກນິຕິບຸກຄົນ ຕ້າງປະເທດຫີປໄດ້ສ່າງປັງຕິສາຫເິດ ຢູ່ ສປປ ລາວ ມາດຕາ 11 (ປັບປຸງ) ກິດຈະກໍາທີ່ຖືກເກັບອາກອນມູນຄ່າເພີ່ມ ກິດຈະກໍາທີ່ຖືກເກັບ ອມພ ມີ ດັ່ງນີ້: 1. ການນໍາເຂົ້າສິນຄ້າ ຈາກຕ້າງປະເທດ, ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ; 2. ການສະຫອອງ ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ໂດຍ ຜູ້ມອບ ອມພ; 3. ການສະຫອງ ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ໂດຍນິຕິບຸກຄົນຕາງປະເທດ ທີ່ບໍ່ໄດ້ສ້າງຕັ້ງ ວິສາຫະກິດ ຢູ່ ສປປ ລາວ; 4. ການສະຫອງ ສິນຄ້າ ແລະ ການບໍລິການ ຢູ່ນອກເຂດເສດຖະກິດພິເສດ ແລະ ເຂດເສດຖະກິດ ສະເພາະໃນ ສປປ ລາວ ໂດຍວິສາຫະກິດທີຈົດທະບຽນສ້າງຕັ່ງຢູ່ໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດ ສະເພາະ; 5. ການສະຫນອງ ສິນຄ້າ ແລະ ການບໍລິການ ຜ່ານລະບົບເອເລັກໂຕຣນິກ ໂດຍ ຜູ້ມີພູມລ້າເນົາ ຫຼື ຜູ້ບໍ່ມີ ພູມລໍາເນົາ. ມາດຕາ 12 (ປັບປຸງ) ກິດຈະກໍາທີ່ຖືກຍອົກເວັ້ນອາກອນມູນຄ່າເພີ່ມ ກິດຈະກໍາທີ່ຖືກຍົກເວັ່ນ ອມພ ມີ ດັ່ງນີ້: 1. ສິນຄ່າທີ່ນໍາເຂົ້າ: 1.1.ແນວພັນພືດທຸກປະເພດ, ແນວພັນສັດ, ນ້ໍາເຊື່ອສັດ, ວັກຊີນກັນພະຍາດ, ອຸປະກອນ ແລະ ນ້ໍາຢາ (ໄນໂຕຣເຈນແຫຼວ) ເຜືອເກັບຮັກສາ ວັກຊີນກັນພະຍາດ ແລະ ນ້າເຊື້ອສັດ, ຫົວອາຫານສັດ, ວັດຖຸດິບ, ວັດຖຸດິບເຄິງສໍາເລັດຮູບ ຮັບໃຊ້ ການຜະລິດຫົວອາຫານສັດ ແລະ ການຜະລິດຢາວັກຊີນປົວສັດ ທີພາຍໃນ ປະເທດບໍ່ສາມາດຕອບສະຫນອງໄດ້; 1.2. ວັດຖຸດິບທີນ້ໍາໃຊ້ເຂົ້າໃນອຸດສາຫະກໍາປຸງແຕງຜະລິດຕະພັນກະສິກໍາ ເປັນຕົນ ການຜະລິດ ຝູ່ນວິທະຍາສາດ, ຢາປາບສັດຕູພືດ ທີ່ ເປັນອັນຕະລາຍຫ້ອຍ ຕາມທີໄດ້ກໍານົດໄວ້ໃນກົດຫນາຍທີກຽວຂ້ອງ ທີ່ພາຍໃນປະເທດບໍ່ສາມາດຕອບສະຫນອງໄດ້ ; 1.3. ວັດຖຸປະກອນ ແລະ ເຄືອງກົນຈັກ ຮັບໃຊ້ວຽກງານກະສິກໍາ ທີ່ພາຍໃນປະເທດບໍ່ສາມາດຕອບ ສະຫນອງໄດ້; 1.4. ເຄມີ ເພືອການຄົ້ນຄວ້າ, ທົດລອງ, ການວິໄຈວິທະຍາສາດ ຂອງອົງການຈັດຕັ້ງລັດ ໂດຍການ ອະນຸຍາດຈາກຂະແຫນງການທີກຽວຂ້ອງ; 1.5. ສະແຕັມອາກອນ ຫຼື ສະແຕັມໄປສະນີ; 1.6. ເຮືອບິນ ແລະ ວັດຖຸປະກອນຮັບໃຊ້ການຂົນສົ່ງທາງອາກາດ ທັງພາຍໃນ ແລະ ຕາງປະເທດ ບໍ່ລວມເຮືອບິນມາຮັບໃຊ່ສວນຕົວ ຫຼື ທີ່ບໍ່ໄດ້ຮັບໃຊ້ສາຍການບິນ; 1.7. ນ້ໍາມັນເຊື້ອໄຟ ແລະ ນ້ໍາມັນອືນ ເພືອຮັບໃຊ້ການບໍລິການຂົນສົ່ງສາກົນທາງອາກາດ; 1.8. ສິນຄ້າ ເພືອນໍາໃຊ້ເຂົ້າໃນວຽກງານທາງລັດຖະການ ຂອງ ສໍານັກງານຜູ່ຕາງຫນ້າ, ອົງການຈັດຕັງ ສາກົນ ທີ່ປະຈໍາ ຢູ່ ສປປ ລາວ ຕາມ ສົນທິສັນຍາ, ສັນຍາສາກົນ ແລະ ຕາມການອະນຸຍາດຈາກກະຊວງທີ່ກຽວຂ່ອງ; 1.9.ປຶ້ມ ແບບຮຽນ, ແບບສອນ, ອຸປະກອນທີ່ທັນສະໄຫ ເພືອຮັບໃຊ້ການຮຽນ-ການສອນ, ຮັບໃຊ້ໃນຫ້ອງຄົ້ນຄວ້າ ແລະ ທົດລອງ ໂດຍການອະນຸຍາດຈາກກະຊວງທີກຽວຂ່ອງ;

  7. 5 1.10. ຄໍາແທງ ເພືອຄໍາປະກັນການພິມທະນະບັດ, ການນໍາເຂົ້າທະນະບັດ ແລະ ການນໍາເຂົ້າ ເຄື່ອງຈັກ ແລະ ວັດຖຸປະກອນຕ່າງໆ ລວມທັງເຈ໋້ຍ ຫຼື ໂລຫະ ເພືອພິມທະນະບັດ ໂດຍທະນາຄານແຫງ ສປປ ລາວ ຫຼື ຜູ້ໄດ້ຮັບ ອະນຸຍາດຈາກທະນາຄານແຫ່ງ ສປປ ລາວ; 1.11. ຢາປົວສັດ, ອະໄວຍະວະທຽມ ເພືອປ່ຽນຖາຍໃສຮາງກາຍຂອງສັດ; 1.12. ຢາພື້ນເມືອງ, ອະໄວຍະວະທຽມ ເພືອປ່ຽນຖ້າຍໃສ່ຮາງກາຍຂອງຄົນ, ເລືອດຄົນ, ເຄືອງຄີາຊ ແລະ ລໍຮັບໃຊ້ ຄົນເຈັບ, ຄົນພິການ ແລະ ຜູ້ສູງອາຍຸ; 1.13. ເຄື່ອງມື , ອຸປະກອນການແພດ, ເຄືອງວິເຄາະຕາງໆ ຂອງບັນດາໂຮງຫໍ, ສຸກສາລາ ຂອງ ລັດ ເພືອຮັບໃຊ້ບໍລິການສັງຄົມ ໂດຍການອະນຸຍາດຈາກຂະແຫນງການທີກຽວຂ້ອງ; 1.14. ຍານພາຫະນະ ແລະ ເຄືອງຈັກ ຮັບໃຊ້ວຽກງານວິຊາສະເພາະ, ເຄືອນໄຫວຮັບໃຊ້ ສາທາລະນະປະໂຫຍດ ເປັນຕົ້ນ ລົດດັບເພີງ, ລົດຮັບສົ່ງຄົນເຈັບ, ລົດກູ້ໄພ, ລົດສະເພາະສ້ອມແປງເຄື ອນທີ , ລົດຖາຍທອດໂທລະພາບ , ວິທະຍຸ, ເຄືອງວັດແທກມົນລະພິດ ຂອງລັດ ແລະ ອົງການຈັດຕັ້ງສັງຄົມ ໂດຍການ ອະນຸຍາດຈາກຂະແຫນງການທີ່ກຽວຂ້ອງ; 1.15. ຍານພາຫະນະ ແລະ ອຸປະກອນເຕັກນິກ ຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ຍົກເວັ້ນລົດຮັບໃຊ້ວຽກງານບໍລິຫານ; 1.16. ເຄືອງຮັບໃຊ້ບາງປະເພດ ແລະ ຂອງຂວັນ ຂອງນັກສຶກສາ, ພະນັກງານ-ລັດຖະກອນ, ນັກການທູດ ທີສໍາເລັດວຽກງານຢູ່ຕາງປະເທດ ແລະ ຄົນຕາງປະເທດ ທີມີຈຸດປະສົງຍືກຍ້າຍມາ ຢູ່ ສປປ ລາວ ແບບຖາວອນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍວາດ້ວຍພາສີ, ຍົກເວັ້ນວັດຖຸສິ່ງຂອງທີ່ໄດ້ຈາກການສຶບທອດມູນ ມໍຣະດົກ; 1.17. ສິນຄ້າ ແລະ ການບໍລິການ ເພືອສະຫນອງໃຫ້ແກ ໂຄງການຊວຍເຫຼືອລ້າ ຊຶງໄດ້ກໍານົດໄວ້ ໃນ ສັນຍາ, ຂໍ້ຜູກພັນ ທີລັດຖະບານເຊັນກັບຕາງປະເທດ; 1.18. ການນໍໍາເຂົ້າພະລັງງານໄຟຟ້າຈາກຕາງປະເທດ ເພື່ອມາສະຫນອງ ຢູ່ ສປປ ລາວ. 2. ການສະຫນອງ ສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ: 2.1.ພຼືດກະສິກໍາ ທີ່ຍັງບໍ່ທັນໄດ້ຮັບການປຸງແຕງ ຫຼື ຜ່ານການປຸງແຕ່ງຂັນຕົ້ນ ເປັນຕົ້ນ ການຝານ, ການບົດ, ການສີເອົາເປືອກອອກ, ການເອົາເມັດອອກ; 2.2.ສັດທຸກປະເພດ ທີມີຊີວິດ ຫຼື ບໍ່ມີຊີວິດ ທັງເປັນໂຕ ຫຼື ເປັນຊິ້ນສ່ວນ ທີ່ຍັງບໍ່ທັນໄດ້ປຸງແຕງ ຫຼື ໄດ້ປຸງແຕງຂັ້ນຕົ້ນ ເພືອເຮັດໃຫ້ຢູ່ໃນສະພາບສົດ ຫຼື ບໍ່ໃຫ້ເນົ່າເປືອຍ; 2.3.ແນວພັນຜືດທຸກປະເພດ, ແນວພັນສັດ, ຫົວອາຫານສັດ, ທຸກປະເພດຢາປິນບົວ ແລະ ວັກ ຊິນກັນພະຍາດສັດ, ວັດຖຸດິບ, ວັດຖຸດິບເຄິງສໍາເລັດຮູບ ຮັບໃຊ້ ການຜະລິດຫົວອາຫານສັດ, ຝູ່ນສໍາເລັດຮູບ, ການຜະລິດວັກຊີນກັນ ແລະ ປິນປົວສັດ; 2.4.ວັດຖຸດິບ ທີນໍາໃຊ້ເຂົ້າໃນອຸດສາຫະກໍາປູງແຕ່ງຜະລິດຕະພັນກະສິກໍາ ເປັນຕົ້ນ ການຜະລິດ ຝຸ່ນຊີວະພາບ, ຝຸ່ນວິທະຍາສາດ, ຢາປາບສັດຕູພືດ ທີ່ເປັນອັນຕະລາຍຫນ້ອຍ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ ທີ່ກ່ຽວຂ້ອງ; 2.5.ສິນຄ້າ ໃນເຮືອບິນທີບໍລິການຂົນສົ່ງສາກົນທາງອາກາດ; 2.6.ວັດຖຸປະກອນ ແລະ ເຄືອງກົນຈັກ ຮັບໃຊ້ວຽກງານກະສິກໍາ; 2.7.ສະແຕັມອາກອນ ຫຼື ສະແຕັມໄປສະນີ; 2.8.ການຂົນສົ່ງຜານແດນສາກົນ; 2.9.ປຶ້ມແບບຮຽນ, ແບບສອນ, ອຸປະກອນທີທັນສະໄຫນ ເພື່ອຮັບໃຊ້ການຮຽນ-ການສອນ , ຮັບໃຊ້ໃນຫ້ອງຄົ້ນຄວ້າ ແລະ ທົດລອງ ທີ່ໄດ້ຮັບອະນຸຍາດຈາກກະຊວງທີກຽວຂ້ອງ;

  8. 2.10. ຫັງສືພິມ, ວາລະສານການເມືອງ ແລະ ການບໍລິການ ລາຍການໂທລະພາບ, ວິທະຍຸກະ ຈາຍສຽງ ທີ່ເຜີຍແຜ່ ແນວທາງ ນະໂຍບາຍ ແລະ ຮັບໃຊ້ຫ້າທີການເມືອງຂອງລັດ ໂດຍບໍ່ມີລັກສະນະທຸລະກິດ; 2.11. ການບໍລິການກຽວກັບການ ສຶກສາ ແລະ ກິລາ ເຊັ່ນ ໂຮງຮຽນລ້ຽງເດັກ, ໂຮງຮຽນ ອະນຸບານ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມ, ໂຮງຮຽນວິຊາຊີບ, ໂຮງຮຽນສອນກິລາ-ກາຍຍະກິໍາ, ວິທະຍາໄລ, ວິທະຍາຄານ ແລະ ມະຫາວິທະຍາໄລ; 2.12. ດອກເບ້ຍເງິນຝາກ, ດອກເບັຍເງິນກູ້, ລາຍຮັບຈາກການໂອນເງິນ, ກໍາໄລຈາກອັດຕາ ແລກປ່ຽນ ແລະ ທຸລະກໍາທາງດ້ານການເງິນອືນ ຈາກການເຄືອນໄຫວຂອງ ທະນາຄານທຸລະກິດ, ສະຖາບັນ ການເງິນອືນ ທີ່ໄດ້ຮັບອະນຸຍາດຈາກທະນາຄານແຫງ ສປປ ລາວ; 2.13. ຜົນຕອບແທນທີ ໄດ້ຈາກ ການລົງທຶນໃນຫຼັກຊັບທີ ຈົດທະບຽນໃນຕະຫຼາດຫຼັກຊັບ, ການບໍລິການຂອງຕະຫຼາດຫຼັກຊັບ, ການບໍລິການຂອງສູນຮັບຝາກຫຼັກຊັບ, ການບໍລິການຂອງສະຖາບັນສືກາງ ດ້ານຫຼັກຊັບ ທີ່ໃຫ້ບໍລິການໃນຂົງເຂດວຽກງານຫຼັກຊັບ ແລະ ການບໍລິການອືນ; 2.14. ກິດຈະການປະກັນໄພ ສຸຂະພາບ, ຊິວິດ ຄົນ, ສັດລ້ຽງ ແລະ ຕົ້ນໄມ້ປຸກ; 2.15. ການບໍລິການ ກວດ, ປິນປົວ ແລະ ວິໄຈ ພະຍາດ ຄົນ ແລະ ສັດ; 2.16. ຢາປົວສັດ, ອະໄວຍະວະທຽມ ເພືອປ່ຽນຖ້າຍໃສຮາງກາຍຂອງສັດ; 2.17. ຢາພື້ນເມືອງ, ອະໄວຍະວະທຽມ ເພືອປ່ຽນຖົາຍໃສຮາງກາຍຂອງຄົນ, ເລືອດຄົນ, ເຄືອງຄໍາຊ ແລະ ລໍຮັບໃຊ້ ຄົນເຈັບ, ຄົນພິການ ແລະ ຜູ້ສູງອາຍຸ; 2.18. ເຄືອງມື, ອຸປະກອນການແພດ , ເຄືອງວິເຄາະຕ່າງໆ ໃຫ້ແກບັນດາ ໂຮງຫໍ,, ສຸກສາລາ ຂອງລັດ ເພືອຮັບໃຊ້ບໍລິການສັງຄົມ; 2.19. ສິນຄ້າ ແລະ ການບໍລິການ ໃຫ້ແກໂຄງການຊວຍເຫຼືອລ້າ ຂຶ໊ງໄດ້ກໍານົດໄວ້ໃນ ສັນຍາ, ຂໍ້ຜູກພັນ ທີລັດຖະບານເຊັນກັບຕາງປະເທດ ແລະ ລະບຽບການທີກ່ຽວຂ້ອງ; 2.20. ການສະບນອງພະລັງງານໄຟຟ້າ ຂອງຜູ້ຜະລິດພະລັງງານໄຟຟ້າ ຢູ່ພາຍໃນປະເທດໃຫ້ວິສາ ຫະກິດໄຟຟ້າ; 2.21. ສິນຄ້າທີ່ສະຫນອງຢູ່ຮ້ານຄ້າປອດພາສີ; 2.22. ການຜະລິດພາຍໃນທີສະຫນອງຜົນຜະລິດໃຫ້ແກໂຄງການລົງທຶນ ທີ່ຜະລິດເພື່ອສົ່ງອອກ; 2.23. ການສະຫນອງ ວັດຖຸດິບ, ວັດຖຸປະກອນອືນ ທີ່ຜະລິດ ຢູ່ ສປປ ລາວ ຊຶງຂອດການນໍາເຂົ້າ ໄດ້ຮັບການຍົກເວັ້ນ ຕາມລາຍການສິນຄ່າທີໄດ້ກໍານົດໄວ້ໃນ ຂໍ້ 1 ຂອງມາດຕານີ້. 3. ການສົ່ງອອກ: 3.1. ແຮທາດດິບ ຫຼື ແຮດິບເຄິ່ງສໍາເລັດຮູບ ທີ່ສົ່ງເຂົ້າຜະລິດ ໃນເຂດເສດຖະກິດພິເສດ, ເຂດເສດຖະກິດ ສະເພາະ ແລະ ນອກເຂດ ເຟພືອປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບ ເພືອສົ່ງອອກໄປຕ່າງປະເທດ; 3.2.ການສົ່ງອອກພະລັງງານໄຟຟ້າ ເຂົ້າ ເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ ແລະ ການສົ່ງອອກໄປຕາງປະເທດ; 3.3.ການສົ່ງອອກສິນຄ້າ ຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 2 ຂອງມາດຕານີ້. ກະຊວງການເງິນ ປະສານສົມທົບກັບກະຊວງອືນທີກຽວຂ້ອງ ກໍານົດບັນຊີລະອຽດກຽວກັບ ສິນຄ້າ ແລະ ການບໍລິການທີ່ຖືກຍົກເວັ້ນ ອມພ ຕາມ ຂໍ້ 1, 2 ແລະ 3 ຂອງມາດຕານີ້.

  9. & oo oo & o o 3 A ມາດຕາ 13 (ປັບປຸງ) ສະຖານທີ່ສະຫນອງ ສິນຄ້າ ແລະ ການບໍລິການ ທີ່ຖືກເກັບອາກອນມູນຄ່າເພີ່ມ ສະຖານທີ່ສະຫນອງ ສິນຄ້າ ແລະ ການບໍລິການ ທີ ຖືກເກັບ ອມພ ແມ່ນ ປອນສະຫນອງ ສິນຄ້າ ແລະ ການບໍລິການ ທີເກີດຂຶ້ນໃນດິນແດນຂອງ ສປປ ລາວ ຊຶງມີ ດັ່ງນີ້: 1, ສະຖານທີສະຫນອງສິນຄ່າ: 1.1. ສິນຄໍາທີມີຕົວຈິງໃນເວລາສະຫນອງ ສໍາລັບການສະຫນອງສິນຄ້າ ທີ່ບໍ່ມີການຂົນສົ່ງ; 1.2. ການຂົນສົ່ງສິນຄ້າເລີມຕົ້ນ ສໍາລັບການສະຫນອງສິນຄ້າ ທີ່ມີການຂົນສົ່ງໂດຍຜູ້ສະ ບນອງ ເອງ ຫຼື ໃນນາມຜູ້ສະຫນອງ ໂດຍຜູ້ຊື້ ຫຼື ໃນນາມຜູ້ຊື້; 1.3. ສິນຄໍາຖືກຕິດຕັ້ງ ຫຼື ປະກອບ ສໍາລັບການສະຫນອງສິນຄໍາ ທີ່ມີການຕິດຕັ້ງ ຫຼື ປະກອບ ໂດຍຜູ້ ສະຫນອງເອງ ຫຼື ໃນນາມຜູ້ສະຫນອງ; 1.4. ສໍາລັບສິນຄ້າທີ່ຖືກຂາຍຢູ່ຕາງປະເທດ ໂດຍຜູ້ມອບ ອມພ ກອນຖືກຂົນສົ່ງ ແລະ ຖືກນໍາເຂົ້າ ມາ ສປປ ລາວ ໂດຍຜູ້ມອບເອງ ຫຼື ໃນນາມຜູ້ມອບ ໃຫ້ຜູ້ຊື້ທີ່ມີພູມລໍາເນົາ ຫຼື ຈົດທະບຽນສ່າງຕັ່ງວິສາຫະກິດ ຕາມກົດຫນາຍຂອງ ສປປ ລາວ; 1.5. ສໍາລັບການສະຫນອງສິນຄ້າຕົວຈິງ ຢູ່ ສປປ ລາວ ແຕ້ຖືກຂົນສົ່ງ ໄປຕາງປະເທດ, ເຂົ້າ ເຂດເສດ ຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ໂດຍຜູ້ສະຫນອງ ຫຼື ຜູ້ຊື້ເອງ; 1.6. ສໍາລັບການສະບນອງສິນຄ້າ ກອນການແຈ້ງເສຍພາສີຂາເຂົ້າ ໂດຍຜູ້ນໍາເຂົ້າ. 2. ສະຖານທີ່ສະຫນອງການບໍລິການ: 2.1.ຜູ້ຮັບການສະຫນອງການບໍລິການ ທີມີພູມລໍາເນົາ ແລະ ໄດ້ຈົດທະບຽນສໍາງຕັ້ງວິສາຫະກິດ ຕາມກົດບນາຍຂອງ ສປປ ລາວ; 2.2.ການບໍລິການທີປຶກສາ ພົວພັນກັບຂໍ້ມູນ ຢູ່ ສປປ ລາວ ເຖິງວາຜູ້ຮັບການສະຫນອງການ ບໍລິການ ຈະມີພູມລໍາເນົາ ແລະ ໄດ້ຈົດທະບຽນສ້າງຕັ່ງວິສາຫະກິດ ຕາມກົດໆນາຍຂອງ ສປປ ລາວ ຫຼື ບໍ່ ກໍ່ຕາມ; 2.3.ການບໍລິການ ທີຕິດພັນໂດຍກົງກັບອະສັງຫາລິມະຊັບ ຕັ້ງຢູ່ ສປປ ລາວ ເຊັ່ນ ການອອກແບບ, ການກໍສ້າງ, ການບ້າລຸງຮັກສາ, ການສ້ອມແປງ, ການບໍລິການ ແລະ ການເຄື່ອນໄຫວອືນ; 2.4.ການບໍລິການໃຫ້ເຊົ່າ ສິນຄ້າ ຫຼື ຊັບສິນ ຂອງວິສາຫະກິດ ທີສາມາດເຄືອນຍ້າຍໄດ້ ເປັນຕົ້ນ ລົດ, ເຮືອ, ເຮືອບິນ ຂອງຜູ້ມອບ ອມພ ຖ້າວາສິນຄ້ານັ້ນຖືກນໍາໃຊ້ຕົວຈິງ ຢູ່ ສປປ ລາວ; 2.5.ການບໍລິການຂົນສົ່ງໂດຍສານ ແລະ ສິນຄໍ້າ ຖ້າວາການເຄືອນໄຫວຕົວຈິງ ຫາກເກີດຂຶ້ນຢູ່ ສປປ ລາວ; 2.6.ການບໍລິການກິດຈະກໍາທາງດ້ານ ວັດທະນະທໍາ, ສິນລະປະກໍາ, ກິລາ-ກາຍຍະກໍາ, ວິທະຍາສາດ, ການສຶກສາ, ສາທາລະນະສຸກ, ບັນເທິງ ຫຼື ຄ້າຍຄືກັນ ລວມເຖິງການສະຫນອງການບໍລິການໃຫ້ຜູ້ຈັດງານທີ ກຽວຂ່ອງກັບກິດຈະການເຫຼົ່ານີ້; 2.7.ການບໍລິການດ້ານ ໄປສະນີ ແລະ ໂທລະຄົມມະນາຄົມ ຖ້າວາປອນສະຫນອງການບໍລິການ ດັ່ງກາວ ຫາກຈົດທະບຽນສາງຕັ່ງວິສາຫະກິດ ຕາມກົດຫນາຍຂອງ ສປປ ລາວ ເຖິງວາຜູ້ຮັບການສະຫນອງການ ບໍລິການ ຈະຢູ່ ພາຍໃນ ຫຼື ຕາງປະເທດ ກໍ່ຕາມ ແຕບໍ່ລວມເອົາການບໍລິການໃຫ້ເຊົ່າດາວທຽມ ທີ່ບໍ່ໄດ້ສະຫນອງ ການບໍລິການພາຍໃນປະເທດ; 2.8.ການບໍລິການທ້ອງທຽວ ແລະ ກິດຈະການອືນທີ່ປິນອ້ອມ.

  10. ບນວດທີ 2 ການຄິດໄລ່ອາກອນມູນຄ່າເພີ່ມ ຂລ . . A ມາດຕາ 14 ວິທີຄິດໄລ່ອາກອນມູນຄ່າເພີ່ມ ວິທີຄຶດໄລ ອມພ ໃຫ້ເອົາ ພື້ນຖານການຄິດໄລ ອມພ ຄຸນ ອັດຕາ ອມພ. ມາດຕາ 15 (ປັບປຸງ) ພື້ນຖານການຄິດໄລ່ອາກອນມູນຄ່າເພີ່ມ ພື້ນຖານການຄິດໄລ ອມພ ໃຫ້ປະຕິບັດ ດັ່ງນີ້: 1. ສໍາລັບສິນຄ້າ ແລະ ການບໍລິການທົ່ວໄປ: 1.1. ລາຄາ ຊື້ ຂາຍ ຕົວຈິງຮອດຊາຍແດນ ບວກ ພາສີຂາເຂົ້າ ບວກ ອາກອນຊົມໃຊ້ (ຖ້າມີ) ສໍາລັບການນໍໍາເຂົ້າສິນຄ້າ; 1.2. ມູນຄາການສະຫນອງ ສິນຄ້າ ແລະ ການບໍລິການ ບວກ ອາກອນຊົມໃຊ້ (ຖ້າມີ) ແຕບໍ່ລວມ ອມພ ສໍາລັບການສະຫອງ ສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ; 1.3. ມູນຄາການຊື້ ສິນຄ້າ ແລະ ການບໍລິການຕົວຈິງ ທີ່ບໍ່ລວມ ອມພ ສໍາລັບການສະຫນອງ ສິນຄ້າ ແລະ ການບໍລິການຈາກ ນິຕິບຸກຄົນຕາງປະເທດ ທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ; 1.4. ມູນຄາຊື້ ສິນຄ້າ ແລະ ການບໍລິການ ຕົວຈິງ ທີ່ບໍ່ລວມ ອມພ ສໍາລັບການສະຫນອງ ສິນຄາ ແລະ ການບໍລິການ ຈາກຜູ້ມີພູມລໍາເນົາທີ ໄດ້ສ້າງຕັ້ງວິສາຫະກິດຢູ່ໃນ ເຂດເສດຖະກິດພິເສດ ແລະ ເຂດເສດຖະ ກິດສະເພາະ; 1.5. ລາຄາ ຊື້ ຂາຍ ຕົວຈິງຮອດຊາຍແດນ ບວກ ພາສີຂາເຂົ້າ ບວກ ອາກອນຊົມໃຊ້ (ຖ້າມີ) ບວກ ກໍາໄລລວມ ສໍາລັບຜູ້ນໍາເຂົ້າສິນຄ້າເພືອຊົມໃຊ້ເອງ; 1.6. ມູນຄາການສະຫນອງ ສິນຄ້າ ແລະ ການບໍລິການ ຕາມຕົວຈິງ ຫຼື ທ້ອງຕະຫຼາດ ບວກ ອາກອນ ຊົມໃຊ້ (ຖ້າມີ) ສໍາລັບ ການແລກປ່ຽນ, ການໃຫ້ລ້າ, ການໃຊ້ຫົ້ ແລະ ການຊົມໃຊ໋ເອງ; 1.7. ມູນຄາການສະຫນອງ ສິນຄ້າ ແລະ ການບໍລິການ ຕົວຈິງ ບວກ ອາກອນຊົມໃຊ້ (ຖ້າມີ) ສໍາລັບ ການສະຫນອງ ສິນຄ້າ ແລະ ການບໍລິການ ຜ່ານລະບົບເອເລັກໂຕຣນິກ. 2. ສໍາລັບແຮທາດ: 2.1.ລາຄາ ຊື້ ຂາຍ ຕົວຈິງຮອດດານຊາຍແດນ ບວກ ພາສີຂາເຂົ້າ ສໍາລັບການນໍາເຂົ້າ; 2.2.ລາຄາ ຊື້ ຂາຍ ຕົວຈິງ ຫຼື ລາຄາຕະຫຼາດສາກົນ ຫຼື ລາຄາທີລັດຖະບານກໍານົດ ສໍາລັບການ ສະຫນອງ ຫຼື ຊື້ ຂາຍ ແຮທາດ ຢູ່ ສປປ ລາວ, ສົ່ງອອກ ໄປຕ່າງປະເທດ, ສົ່ງເຂົ້ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ລວມທັງການແລກປ່ຽນ, ການໃຫ້ລ້າ, ການໃຊ້ຫື ແລະ ການຊົມໃຊ້ເອງ. 3. ສໍາລັບພະລັງງານໄຟຟ້າ: 3.1. ບໍລິມາດຫົວຫປ່ວຍພະລັງງານໄຟຟ້າຕາມພໍ້ນນັບໄຟ ທີບັນທຶກໃນແຕລະເດືອນ ຄຸນໃຫ້ລາຄາ ຕາມສັນຍາ ຊື້ ຂາຍ ພາຍໃນ ຫຼື ຕ່າງປະເທດ ສໍາລັບຜູ້ຜະລິດພະລັງງານ ໄຟຟ້າ; 3.2. ລາຄາພະລັງງານໄຟຟ້າ ຕາມຂັ້ນການຊົມໃຊ້ພະລັງງານໄຟຟ້າ ທີລັດຖະບານກໍານົດໃນແຕລະ ໄລຍະ ຫຼື ຕາມສັນຍາ ຊື້ ຂາຍ ພະລັງງານໄຟຟ້າ ສໍາລັບ ວິສາຫະກິດໄຟຟ້າ ແລະ ຜູ້ຊົມໃຊ້. ໃນກໍລະນີ ຜູ້ມອບ ອມພ ມີລາຍຮັບສໍາຮອງ ກໍໃຫ້ລວມເຂົ້າເປັນພື້ນຖານການຄິດໄລ ອມພ ອັນດຽວ. ຖ້າວາລາຍຮັບຈາກການດໍາເນີນທຸລະກິດ ຫາກເປັນເງິນຕາຕາງປະເທດ ກໍໃຫ້ຄິດໄລເບັນເງິນກີບ ຕາມອັດຕາແລກປ່ຽນຂອງທະນາຄານ ແຫ່ງ ສປປ ລາວ ໃນເວລານັ້ນ.

  11. ມາດຕາ 16 ການດັດແກ້ພື້ນຖານການຄິດໄລ່ອາກອນມູນຄ່າເພີ່ມ ພື້ນຖານການຄິດໄລ ອມພ ຈະຖືກດັດແກ້ຕາມແຕລະກໍລະນີ ດັ່ງນີ້: 1. ລູກຄໍາສົ່ງ ສິນຄ້າ ຫຼື ຄາບໍລິການ ຄືນ ບາງສວນ ຫຼື ທັງຫນົດ; 2. ຜູ້ມອບ ອມພ ຍົກເລີກການຊື້ ສິນຄ້າ ຫຼື ການບໍລິການ ຕາມພາຍຫຼັງ; 3. ຜູ້ມອບ ອມພ ໄດ້ມີການ ຫຼຸດ ຫຼື ເພີ້ມ ລາຄາ ສິນຄາ ຫຼື ຄາບໍລິການ ຕາມພາຍຫຼັງ. ການດັດແກ້ພື້ນຖານການຄິດໄລ ອມພ ຕາມແຕລະກໍລະນີທີໄດ້ກໍານົດໄວ້ໃນມາດຕານີ້ ຈະຖືກປະຕິບັດ ໄດ້ ກໍຕໍ່ເມືອຜູ້ສະຫຫຼອງ ໄດ້ອອກໃບເກັບເງິນທີມີ ອມພ ແລະ ໄດ້ແຈ້ງມອບຈໍານວນເງິນ ອມພ ຕາມກົດບນາຍ. ມາດຕາ 17 (ປັບປຸງ) ອັດຕາອາກອນມູນຄ່າເພີ່ມ ອັດຕາ ອມພ ມີ ດັ່ງນີ້: 1. ອັດຕາ ສິບສ່ວນຮ້ອຍ (10%): 1.1. ການນໍາເຂົ້າສິນຄ້າ; 1.2.ການສະຫອອງ ສິນຄາ ແລະ ການບໍລິການ ທີຖືກເກັບ ອມພ ຢູ່ ສປປ ລາວ; 1.3.ການຊື້ສິນຄ້າ ແລະ ການບໍລິການ ຈາກນິຕິບຸກຄົນຕາງປະເທດ ທີບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ. 2. ອັດຕາ ສູນສວນຮ້ອຍ (0%) ສໍາລັບການສົ່ງອອກສິນຄ່າ ໄປຕາງປະເທດ, ເຂົ້າ ເຂດເສດຖະກິດ ພິເສດ ແລະ ເຂດເສດຖະກິດສະເພາະ ລວມທັງຜະລິດຕະພັນແຮທາດສໍາເລັດຮູບ. ມາດຕາ 18 (ປັບປຸງ) ການ ຄິດໄລ່ ແລະ ເກັບອາກອນມູນຄ່າເພີ່ມ ການ ຄິດໄລ ແລະ ເກັບ ອມພ ໃຫ້ປະຕິບັດຕາມແຕລະກໍລະນີ ດັ່ງນີ້: 1. ການນໍາເຂົ້າສິນຄ້າຈາກຕາງປະເທດ ໃຫ້ ຄິດໄລ ແລະ ເກັບ ໃນເວລາແຈ້ງເສຍພາສີຂາເຂົ້າ; 2. ການສະຫອອງ ສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ ໃຫ້ ຄິດໄລ ແລະ ເກັບ ໃນເວລາມີການ ສະຫອອງ ສິນຄ້າ ແລະ ການບໍລິການ. ສໍາລັບ ສິນຄ້າ ແລະ ການບໍລິການ ທີ ແລກປ່ຽນ, ໃຫ້ລ້າ, ໃຊ້ຫ ແລະ ຊົມໃຊ້ເອງ ໃຫ້ຄິດໄລ ແລະ ເກັບ ໃນເວລາມີການນໍາໃຊ້ຕົວຈິງ ຫຼື ໃນເວລາມີການ ໂອນ ຫຼື ມອບ ກໍາມະສິດ; 3. ການຊື້ສິນຄ້າ ແລະ ການບໍລິການ ຈາກນິຕິບຸກຄົນຕາງປະເທດ ທີບໍ່ໄດ້ສ້າງຕັ້ງວິສາຫະກິດຢູ່ ສປປ ລາວ ໃຫ້ ຫັກ ແລະ ເກັບ ອມພ ໄວ້ ໃນເວລາມີການເບີກຈາຍເງິນ ໃຫ້ນິຕິບຸກຄົນດັ່ງກາວ. ສໍາລັບສິນຄ້າທີມີຄວາມສໍາຄັນ ແລະ ຈໍາເປັນ ໃຫ້ລັດຖະບານເປັນຜູ້ກໍານົດລະບຽບການສະເພາະ.

  12. ມາດຕາ 19 ກໍານົດເວລາຄິດໄລ່ ແລະ ເກັບອາກອນມູນຄ່າເພີ່ມ ຄືນ ເຈົ້າຫ້າທີສວຍສາອາກອນ ສາມາດຄິດໄລ ແລະ ເກັບ ອມພ ຄືນຢ້ອນຫຼັງໄດ້ ພາຍໃນເວລາ ສາມປີ ນັບແຕວັນໄດ້ໄລລຽງ ແລະ ມອບ ອມພ ຖ້າຫາກເຫັນວາມີ ຫຼັກຖານຢັ້ງຢືນຊັດເຈນ ແລະ ຂໍ້ມູນພຽງພໍ. ອມພ ທີຄົດໄລຄືນນັ້ນ ຕ້ອງມອບພາຍໃນເວລາ ສິບຫ້າວັນ ນັບແຕວັນລັດຖະການສວຍສາອາກອນ ໄດ້ອອກເອກະສານຄິດໄລທາງການ ເປັນຕົ້ນໄປ. ບນວດທີ 3 ການຫັກ ແລະ ການສົ່ງຄືນອາກອນມູນຄ່າເພີ່ມ ມາດຕາ 20 (ປັບປຸງ) ການຫັກ ແລະ ການສົ່ງຄືນ ອາກອນມູນຄ່າເພີ່ມ ການຫັກ ອມພ ແມນ ການຫັກ ອມພ ສົ້ນເຂົ້າ ຄືນໃຫ້ ຜູ້ມອບ ອມພ. ການສົ່ງຄືນ ອມພ ແມນ ການທົດແທນຄືນ ອມພ ໃຫ້ແກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີໄດ້ຈາຍ ອມພ ຈາກການນໍາເຂົ້າສິນຄ້າ, ການຊື້ສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ, ການຊື້ສິນຄ້າ ແລະ ການ 10 ບໍລິການ ຈາກນິຕິບຸກຄົນຕ່າງປະເທດ ທີ່ບໍ່ໄດ້ສ້າງຕັ່ງວິສາຫະກິດ ຢູ່ ສປປ ລາວ, ຈາກການສົ່ງອອກ, ມີສິນເຊື໊ອ ອມພ ເກີນ ສາມເດືອນ, ຍົກເລີກ, ແຍກກິດຈະການ, ຢຸດເຊົາກິດຈະການ ຫຼື ລືມລະລາຍ ຕາມກົດບນາຍ. a ໂມ a, o ຈຼວ a ຂໍ້ o ມາດຕາ 21 (ປັບປຸງ) ຜູ້ມີສິດຫັກອາກອນມູນຄ່າເພີ່ມສົ້ນເຂົ້າ ຜູ້ມີສິດຫັກ ອມພ ສົ້ນເຂົ້າ ແມນ ຜູ້ມອບ ອມພ ທີປະຕິບັດ ຖືກຕ້ອງ ແລະ ຄົບຖ້ວນ ຕາມທີ ໄດ້ກໍານົດໄວ້ ໃນມາດຕາ 22 ແລະ 23 ຂອງກົດບນາຍສະບັບນີ້. ກ A 2 “ແ, ມາດຕາ 22 (ປັບປຸງ) ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ອະນຸຍາດໃຫ້ຫັກ ອມພ ສົ້ນເຂົ້າ ທີອະນຸຍາດໃຫ້ຫັກ ແມ່ນ ອມພ ສັ້ນເຂົ້າ ທີຕິດພັນໂດຍກົງກັບ ສິນຄ້າ ແລະ ການບໍລິການ ທີ່ນໍາໃຊ້ເຂົ້າໃນ ການຜະລິດ, ການດໍາເນີນທຸລະກິດ ຫຼື ການສະຫນອງ ສິນຄ້າ ແລະ ການບໍລິການ ທີ ຖືກເສຍ ອມພ. ມາດຕາ 23 (ປັບປຸງ) ເງື່ອນໄຂການຫັກອາກອນມູນຄ່າເພີ່ມສົ້ນເຂົ້າ ເງືອນໄຂການຫັກ ອມພ ສົ້ນເຂົ້າ ມີ ດັ່ງນີ້: 1. ອມພ ທີ່ໄດ້ມອບແລ້ວ ຈາກການຊື້ສິນຄ້າ ແລະ ການບໍລິການ ຈາກນິຕິບຸກຄົນຕ້າງປະເທດ ທີບໍ ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ; 2. ຜູ້ມອບ ອມພ ໂດຍມີການແຈ້ງມອບ ອມພ ເປັນປົກກະຕິແຕລະເດືອນ, ແຈ້ງມອບຜ່ານລະບົບຄຸ໋ມ ຄອງຂໍ້ມູນລາຍຮັບສ່ວຍສາອາກອນ (Tax RIS), ມອບເງິນຜ່ານ ລະບົບທະນາຄານ ແລະ ລະບົບອືນ ທີ່ທະນາຄານ ແຫ່ງ ສປປ ລາວ ອະນຸຍາດ ຫຼື ຜ່ານຄັງເງິນແຫງຊາດ; 3. ການ ຊື້ ຂາຍ ສິນຄ້າ ແລະ ການບໍລິການ ຕ້ອງຊໍາລະຜ່ານລະບົບທະນາຄານ ຢູ່ ສປປ ລາວ; 4. ເອກະສານຢັ້ງຢືນການຂໍຫັກ ຖືກຕ້ອງ ແລະ ຄົບຖ້ວນ ເຊັ່ນ ໃບເກັບເງິນ, ໃບຮັບເງິນ, ໃບແຈ້ງມີ ແລະ ເອກະສານຢັ້ງຢືນອືນ; 5. ອມພ ສົ້ນເຂົ້າ ຕ້ອງເລີມຫັກໃນເດືອນທີ່ມີ ອມພ ສົ້ນເຂົ້າເກີດຂຶ້ນ ຖ້າຫັກບໍ່ບນົດ ພາຍໃນເວລາ ສາມເດືອນ ກໍສາມາດຂໍຄືນເປັນເງິນໄດ້. ຈຸນລະວິສາຫະກິດ ແລະ ວິສາຫະກິດຂະຫນາດນ້ອຍ ທີ່ໄດ້ເຂົ້າລະບົບ ອມພ ໃນໄລຍະ ຫນຶງ ປີ ທໍາອິດ ສາມາດຫັກ ອມພ ສົ້ນເຂົ້າແບບກໍານົດ ຕາມລະບຽບການທີ ກະຊວງການເງິນ ວາງອອກ.

  13. ມາດຕາ 24 (ປັບປຸງ) ອາກອນມູນຄ່າເພີ່ມສົ້ນເຂົ້າ ທີ່ບ໋ອະນຸຍາດໃຫ້ຫັກ ອມພ ສົ້ນເຂົ້າ ທີບໍ່ອະນຸຍາດໃຫ້ຫັກ ແມນ ອມພ ທີໄດ້ຈາຍໃນເວລາ ນໍາເຂົ້າສິນຄ້າ, ຊື້ສິນຄ້າ ແລະ ການບໍລິການ ຕາມແຕລະກໍລະນີ ດັງນີ້: 1. ອມພ ສິ້ນເຂົ້າ ທີຕິດພັນກັບການສະຫນອງ ທີ່ຖືກຍົກເວັ້ນ ອມພ; 2. ອມພ ສົ້ນເຂົ້າ ທີໄດ້ຮັບການຫັກ, ສົ່ງຄືນ ຫຼື ລົງເປັນລາຍຈາຍແລ້ວ; 3. ອມພ ສົ້ນເຂົ້າ ຈາກການປະຕິບັດບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕາມທີໄດ້ກໍານົດໄວ້ໃນມາດຕາ 22 ແລະ 23 ຂອງກົດຫນາຍສະບັບນີ້; 4. ອມພ ສົ້ນເຂົ້າຂອງ ສິນຄ້າ ແລະ ການບໍລິການ ທີ່ບໍ່ໄດ້ນໍາໃຊ້ໂດຍກົງເຂົ້າໃນການດໍາເນີນທຸລະກິດ ຊຶງຕິດພັນກັບລາຍຈາຍຂອງຜູ່ມອບ ອມພ ມີ ດັ່ງນີ້: 4.1. ລາຍຈາຍທີ່ຕິດພັນກັບການຊື້ ສິນຄ້າ ແລະ ການບໍລິການ ທີບໍ່ເປັນການດໍາເນີນທຸລະກິດໂດຍກົງ; 11 4.2. ລາຍຊາຍນອກທຸລະກິດ ແລະ ລາຍຈາຍສວນຕົວຂອງເຈົ້າຂອງທຸລະກິດ, ຜູ້ຖືຮຸ້ນ ຫຼື ຂາຮຸ່ນ ແລະ ພະນັກງານຂອງຕົນ; 43, ລາຍຈາຍຂອງທຸລະກິດ ທີ່ບໍ່ມີເອກະສານຢັ້ງຢືນ ຫຼື ມີເອກະສານຢັ້ງຢືນ ແຕບໍ່ ຖືກຕ້ອງ ແລະ ບໍ່ຄົບຖ້ວນ; 4.4. ລາຍຈາຍທີ່ຕິດພັນກັບຊັບສົມບັດຄົງທີ ທີບໍ່ໄດ້ຈົດ ຫຼື ໄດ້ຈົດເປັນຊັບສິນຂອງວິສາຫະກິດ ແຕບໍ່ໄດ້ນ້າໃຊ້ເຂົ້າໃນການດໍາເນີນທຸລະກິດທັງຫນົດ ຫຼື ບາງສວນ ເປັນຕົ້ນ ເອົາໃຫ້ຜູ້ຖືຮຸ້ນ, ຜູ້ອໍານວຍການ, ຜູ້ຈັດການ ຫຼື ພະນັກງານ ນໍາໃຊ້ສວນຕົວ ຫຼື ມີເກີນຄວາມຕ້ອງການໃນການດໍາເນີນທຸລະກິດ; 4.5. ລາຍຈາຍທີ່ຕິດພັນກັບ ໄຟຟ້າ, ນ້າປະປາ, ນ້ໍາມັນເຊື້ອໄຟ, ອາຍແກັດ ສະເພາະອັດຕາສວນ ທີບໍ່ໄດ້ນໍາໃຊ້ໂດຍກົງເຂົ້າໃນການດໍາເນີນທຸລະກິດ; 5. ອມພ ລື້ນເຂົ້າ ທີມີເອກະສານຢັ້ງຢືນຖືກຕ້ອງ ແຕ່ບໍ່ ໄດ້ບັນທຶກເຂົ້າໃນໃບແຈ້ງ-ມອບ ອມພ ເກີນ ສາມເດືອນ ນັບແຕ່ເດືອນທີ່ມີ ອມພ ສິ້ນເຂົ້າເກີດຂຶ້ນ ແຕ່ອະນຸຍາດໃຫ້ລົງເປັນລາຍຈາຍ; 6. ອມພ ສົ້ນເຂົ້າ ທີຕິດພັນກັບການຊົມໃຊ້ການບໍລິການຂົນສົ່ງ ຈາກນິຕິບຸກຄົນຕາງປະເທດ ທີ່ບໍ່ໄດ້ ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ; 7. ອມພ ສົ້ນເຂົ້າ ຈາກພະລັງງານໄຟຟ້າ ແຕອະນຸຍາດໃຫ້ລົງເປັນ ລາຍຈາຍ ຫຼື ຕົ້ນທຶນຊັບສົມບັດຄົງທີ, ຍົກເວັ້ນການສະຫນອງໄຟຟ້າ ໃຫ້ຜູ້ຊົມໃຊ້ ຢູ່ ສປປ ລາວ; 8. ອມພ ສົ້ນເຂົ້າ າກແຮທາດ ໃນຂອດການສົ່ງອອກ ແຕ້ອະນຸຍາດໃຫ້ລົງເປັນລາຍຈາຍ ຫຼື ຕົ້ນທຶນ ຊັບສົມບັດຄົງທີ.

  14. ອາກອນມູນຄ່າເພີ່ມ ງອອກສິນຄ້າ ຕາມກິດຈະກໍາທີໄດ້ກໍານົດໄວ້ໃນມາດຕາ 11 ຂອງກົດຫນາຍ 2. ຜູ້ມອບ ອມພ ຊຶງໄດ້ໄລລຽງເປັນແຕລະເດືອນ ແຕຫັກ ອມພ ສົ້ນເຂົ້າບໍ່ພນົດ ພາຍໃນເວລາ ສາມເດືອນ ນັບແຕເດືອນທີມີ ອມພ ສົ້ນເຂົ້າ ເກີດຂຶ້ນ; 3. ຜູ້ມອບ ອມພ ທີ່ຄວບກິດຈະການ ສໍາລັບຫົວຫຟ່ວຍທີຖືກ ຍົກເລີກ, ແຍກກິດຈະການ, ຢຸດເຊົາ ຫຼື ລົ້ມລະລາຍ ຕາມກົດບນາຍ; 4. ສໍານັກງານຜູ້ຕາາງຫນ້າ, ຣົງການຈັດຕັ້ງສາກົນ ແລະ ນັກການທູດ ຕາມການຢັ້ງຢືນຂອງກະຊວງການ ຕາງປະເທດ; 5. ຜູ້ໂດຍສານ ແລະ ນັກທອງທຽວຕາງປະເທດ ທີ່ຊື້ສິນຄໍາ ຢູ່ ສປປ ລາວ ແລະ ນໍາສິນຄ້າດັ່ງກາວໄປ ຊົມໃຊ້ຢູ່ຕາງປະເທດ ໂດຍຜ່ານດ້ານສະຫນາມບິນສາກົນ ແລະ ດານສາກົນທີ ໄດ້ຮັບອະນຸຍາດ; 6. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ເສຍ ອມພ ເກີນກວາທີໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 26 (ປັບປຸງ) ອາກອນມູນຄ່າເພີ່ມທີ່ອະນຸຍາດໃຫ້ສົ່ງຄືນ ອມພ ທີອະນຸຍາດໃຫ້ສົ່ງຄືນ ມີ ດັ່ງນີ້: 1. ອມພ ສົ້ນເຂົ້າ ຂອງກິດຈະກໍາທີ ໄດ້ກໍານົດໄວ້ໃນມາດຕາ 11 ຂອງກົດບນາຍສະບັບນີ້ ສໍາລັບສິນຄ້າ ທີ່ສົ່ງອອກ; 2. ອມພ ສົ່ນເຂົ້າ ຊຶງໄດ້ໄລລຽງເປັນແຕລະເດືອນ ແຕ້ຫັກບໍ່ຫຼົດ ພາຍໃນເວລາ ສາມເດືອນ ນັບແຕ່ ເດືອນ ທີມີ ອມພ ສົ້ນເຂົ້າ ເກີດຂຶ້ນ; 12 3. ອມພ ສົ້ນເຂົ້າ ທີ່ຍັງເຫຼືອໃນເວລາຄວບກິດຈະການ ສໍາລັບຫົວຫນຼວຍທີຖືກ ຍົກເລີກ, ແຍກກິດ ຈະການ, ຢຸດເຊົາກິດຈະການ ຫຼື ລົມລະລາຍ ຕາມກົດຫນາຍ; 4. ອມພ ທີ່ຕິດພັນກັບການຊື້ສິນຄ້າ ຢູພາຍໃນປະເທດ ຂອງ ສໍານັກງານຜູ້ຕາງຫ້າ, ອົງການຈັດຕັ້ງ ສາກົນ ແລະ ນັກການທູດ; 5. ອມພ ທີຕິດພັນກັບການຊື້ສິນຄ້າ ຢູ່ ສປປ ລາວ ຂອງ ຜູ້ໂດຍສານຂາອອກ ແລະ ນັກທ້ອງທຽວ ຕາງປະເທດ ເຜືອໄປຊົມໃຊ້ຢູ່ຕ້າງປະເທດ. 6. ອມພ ທີ ເສຍເກີນ ຕິດພັນກັບການຊື້ ສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ ຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ; ວິທີການ, ຂັ້ນຕອນ ແລະ ເງືອນໄຂ ການສົ່ງຄືນ ອມພ ສໍາລັບ ຂໍ້ 2 ແລະ £ 5 ຂອງມາດຕານີ້ ໃຫ້ກະຊວງການເງິນ ອອກລະບຽບການສະເພາະ.

  15. ມາດຕາ 27 (ປັບປຸງ) ເງື່ອນໄຂການສົ່ງຄືນອາກອນມູນຄ່າເພີ່ມ ການສົ່ງຄືນ ອມພ ໃຫ້ປະຕິບັດຕາມເງືອນໄຂ ດັ່ງນີ້: 1. ຜູ້ມອບ ອມພ ທີ່ມີການສົ່ງອອກສິນຄ້າໄປຕາງປະເທດ ຕ້ອງ: 1.1. ຖືບັນຊີຖືກຕ້ອງຕາມກົດຫນາຍວາດ້ວຍການບັນຊີ; 1.2. ນໍາໃຊ້ໃບເກັບເງິນ ຖືກຕ້ອງຕາມລະບຽບການກຽວກັບໃບເກັບເງິນ; 1.3. ມີ ສັນຍາ ຊື້ ຂາຍ ທີກ້ຽວຂ້ອງ, ເອກະສານຢັ້ງຢືນການສົ່ງອອກ ຢ່າງ ຖືກຕ້ອງ ແລະ ຄົບຖ້ວນ; 1.4. ມີການໂອນລາຍຮັບຕາມມູນຄາສົ່ງອອກ ກັບຄືນ ສປປ ລາວ ຮ້ອຍສວນຮ້ອຍ ໂດຍຜານ ລະບົບທະນາຄານ ຢູ່ ສປປ ລາວ ຫຼື ຕາມການອະນຸຍາດຂອງທະນາຄານແຫງ ສປປ ລາວ; 1.5. ແຈ້ງ ແລະ ມອບ ອມພ ຖືກຕ້ອງ ແລະ ຄົບຖ້ວນ ຕາມກົດບນາຍ; 2. ຜູ້ມອບ ອມພ ມີສິນເຊືອ ອມພ ທີຜ່ານການກວດກາ ສາມເດືອນ ຕິດຕໍ່ກັນ ແລະ ມີບົດບັນທຶກ ຈາກເຈົ້າຫນ້າທີສ່ວຍສາອາກອນ; 3. ຜູ້ມອບ ອມພ ທີມີການຄວບກິດຈະການ ສໍາລັບຫົວຫນ່ວຍທີຖືກ ຍົກເລີກ, ແຍກກິດຈະການ, ຢຸດເຊົາກິດຈະການ ຫຼື ລົ້ມລະລາຍ ຕ້ອງ: 3.1. ມີສັນຍາຮວມທຸລະກິດ ພ້ອມດ້ວຍເອກະສານຢັ້ງຢືນ ການຄວບ, ການແຍກ ກິດຈະການ ຈາກຂະເບນງການທີກຽວຂ້ອງ; 3.2. ມີເອກະສານຢັ້ງຢືນການມອບພັນທະອາກອນ ທີ ຖືກຕ້ອງ ແລະ ຄົບຖ້ວນ ພ້ອມດ້ວຍ ເອກະສານຢັ້ງຢືນການຢຸດເຊົາກິດຈະການຂອງຂະເເບນງການທີ່ກຽວຂ້ອງ; 3.3. ມີຄໍາຕັດສີນຂອງສານ ແລະ ເອກະສານອືນ ທີກຽວຂ້ອງກັບການລົ້ມລະລາຍຂອງວິສາຫະກິດ; 4. ສໍານັກງານຜູ້ຕາງຫນ້າ, ອົງການຈັດຕັ້ງສາກົນ ແລະ ນັກການທຸດ ຕ້ອງມີການຢັ້ງຢືນ ແລະ ເຫັນດີ ຈາກກະຊວງການຕາງປະເທດ; 5. ຜູ້ໂດຍສານຂາອອກ ແລະ ນັກທອງທ່ຽວຕາງປະເທດ ຕ້ອງມີໃບເກັບເງິນ ອມພ ແລະ ແຈ໋ງສິນຄ້າ ຕໍ່ເຈົ່າຫ້າທີພາສີປະຈໍາດ້ານສາກົນທີ ໄດ້ກໍານົດ; 6. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທິໄດ້ ເສຍ ອມພ ເກີນ ຕ້ອງມີເອກະສານ ແລະ ຫຼັກຖານ ຢັ້ງຢືນ. ສໍາລັບການສົ່ງຄືນ ອມພ ສົ້ນເຂົ້າ ຂອງກິດຈະກໍາກຽວກັບ ແຮທາດ ແລະ ພະລັງງານໄຟຟ້ານັ້ນ ໄດ້ກໍານົດ ໄວ້ໃນລະບຽບການຕ້າງຫາກ.

  16. 15 ການຄົ້ນຄວ້າ ແລະ ພິຈາລະນາ ການສົ່ງຄືນ ອມພ ໃຫ້ປະຕິບັດຕາມການແປງຂັ້ນຄຸ່ມຄອງຂອງຂະແຫນງ ສວຍສາອາກອນ. ມາດຕາ 28 (ປັບປຸງ) ການຂໍຄືນອາກອນມູນຄ່າເພີ່ມ ການຂໍຄືນ ອມພ ໃຫ້ປະຕິບັດ ດັ່ງນີ້: 1. ຂໍຄືນເປັນແຕລະເດືອນ ນັບແຕເດືອນທີ່ມື ອມພ ສິ້ນເຂົ້າເກີດຂຶ້ນ ສໍາລັບ ຜູ້ມອບ ອມພ ທີ່ມີການ ສົ່ງອອກສິນຄ້າ, ການສະຫນອງ ສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ ປົກກະຕິ ແລະ ຕໍ່ເນືອງ; 2. ຂໍຄືນ ອມພ g ທີຝ້ານການຫັກບໍ່ພົດໃນ ສາມເດືອນ ຜານມາ ສໍາລັບຜູ້ມອບ ອມພ ຜ່ານການກວດກາ ສາມເດືອນ ຕິດຕໍ່ກັນ ແລະ ມີບົດບັນທຶກຈາກເຈົ້າຫ້າທີ່ສວຍສາອາກອນ. 3. ຂໍຄືນ ອມພ ກໍລະນີມີການຄວບກິດຈະການ ສໍາລັບຫົວຫນ່ວຍທີ ຖືກ ຍົກເລີກ, ແຍກກິດຈະການ, ຢຸດເຊົາກິດຈະການ ຫຼື ລົ້ມລະລາຍ ແຕບໍ່ໃຫ້ເກີນ ສາມເດືອນ ນັບແຕ່ມີການຕົກລົງຈາກຂະແຫນງການທີກຽວຂ້ອງ ເປັນລາຍລັກອັກສອນ ເປັນຕົ້ນໄປ; 4. ຂໍຄືນເປັນແຕລະເດືອນ ແຕບໍ່ໃຫ້ເກີນ ສາມເດືອນ ນັບແຕມີການສະເຫີຂອງກະຊວງການ ຕ່າງປະເທດ ເປັນຕົ້ນໄປ ສໍາລັບ ສໍານັກງານຜູ້ຕາງຫ້າ, ອົງການຈັດຕັ້ງສາກົນ ແລະ ນັກການທູດ; 5. ຂໍຄືນເປັນແຕລະຄັງ ທີມີການເດີນທາງອອກຈາກ ສປປ ລາວ ສໍາລັບ ຜູ້ໂດຍສານຂາອອກ ແລະ ນັກທອງທຽວຕາງປະເທດ; 6. ຂໍຄືນເປັນແຕລະຄັ້ງ ທີ່ມີການ ເສຍ ອມພ ເກີນ ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ. ສໍາລັບວິທີການ ແລະ ຂັ້ນຕອນ ໃນການສົ່ງຄືນເງິນ ອມພ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ມາດຕາ 29 (ປັບປຸງ) ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ບ໋ອະນຸຍາດໃຫ້ສົ່ງຄືນ ອມພ ສົ້ນເຂົ້າ ທີບໍ່ອະນຸຍາດໃຫ້ສົ່ງຄືນ ມີ ດັ່ງນີ້: 1. ອມພ ສົ້ນເຂົ້າທີ່ບໍ່ອະນຸຍາດໃຫ້ຫັກ ຕາມທີໄດ້ກໍານົດໄວ້ໃນມາດຕາ 24 ຂອງກົດບນາຍສະບັບນີ້; 2. ອມພ ສິ້ນເຂົ້າທີ່ໃຫ້ຫັກ ຫຼື ສົ່ງຄືນ ແຕ່ປະຕິບັດເງືອນໄຂບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕາມທີ່ໄດ້ ກໍານົດໄວ້ໃນມາດຕາ 23 ແລະ 27 ຂອງກົດຫນາຍສະບັບນີ້.

  17. ບນວດທີ 4 ການແຈ້ງ ແລະ ການມອບ ອາກອນມູນຄ່າເພີ່ມ ມາດຕາ 30 (ປັບປຸງ) ການແຈ້ງອາກອນມູນຄ່າເພີ່ມ ການແຈ້ງ ອມພ ໃຫ້ປະຕິບັດ ດັ່ງນີ້: 1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນໍາເຂົ້າສິນຄ້າ ຕ້ອງແຈ້ງ ອມພ ໃນເວລາມີການນໍາເຂົ້າ ສິນຄ້າ ພ້ອມກັນກັບການແຈ້ງເສຍພາສີຂາເຂົ້າຢູ່ດານປອນນ້ໍາເຂົ້າ; 2. ຜູ້ມອບ ອມພ ຕ້ອງແຈ້ງ ອມພ ບໍ່ໃຫ້ກາຍວັນທີ 20 ຂອງເດືອນຖັດໄປ ຕໍ່ລັດຖະການສ່ວຍສາ ອາກອນ ປອນຕົນຂຶ້ນກັບ; 3. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີມີການຊື້ສິນຄ້າ ແລະ ການບໍລິການ ຈາກນິຕິບຸກຄົນ ຕາງປະເທດທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ໃຫ້ແຈ້ງ ອມພ ບໍ່ໃຫ້ກາຍ ສິບຫ້າວັນ ພາຍຫຼັງຄິດໄລ ເກັບ ຫຼື ຫັກ ອມພ ໄວ້ຢູ່ລັດຖະການສ່ວຍສາອາກອນ ປອນຕົນຂຶ້ນກັບ; 14 4. ຜູ້ມອບ ອມພ ໃຫ້ແຈ້ງ ອມພ ໃນແຕລະຄັ້ງ ທີເບີກຈາຍເງິນງົບປະມານແຫ່ງລັດ ຈາກການສະຫນອງ ສິນຄ້າ ແລະ ການບໍລິການ. ລະບຽບການ, ຂັ້ນຕອນ, ແບບພິມໃບແຈ້ງ ອມພ ແລະ ແບບຟິມຕາຕະລາງລາຍງານການນ້ໍາໃຊ້ ໃບເກັບເງິນ ລວມທັງການແຈ້ງຜ່ານລະບົບເອເລັກໂຕຣນິກ ໄດ້ກໍານົດໄວ້ໃນລະບຽບການຕາງຫາກ. ມາດຕາ 31 (ປັບປຸງ) ການມອບອາກອນມູນຄ່າເພີ່ມ ການມອບ ອມພ ໃຫ້ປະຕິບັດ ດັ່ງນີ້: 1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັງ ທີ່ນໍາເຂົ້າສິນຄ້າ ໃຫ້ມອບຢູ່ດານປອນນ້າເຂົ້າສິນຄ່າ ຫຼື ຄັງເງິນແຫງຊາດ ຫຼື ຢູ່ທະນາຄານທີ່ມີບັນຊີຂອງຄັງເງິນແຫ່ງຊາດ ຫຼື ໃຫ້ມອບ ອມພ ໃນເວລາມີການສະຫນອງ ສິນຄ້າຢູ່ພາຍໃນປະເທດ ຕາມເງື່ອນໄຂທີ່ລັດຖະບານກໍານົດ; 2. ຜູ້ມອບ ອມພ ໃຫ້ມອບ ອມພ ເປັນແຕລະເດືອນ ບໍ່ໃຫ້ກາຍ ວັນທີ 20 ຂອງເດືອນຖັດໄປ ຢູ່ຄັງເງິນແຫງຊາດ ຫຼື ຢູ່ທະນາຄານ ທີ່ມືບັນຊີຂອງຄັງເງິນແຫງຊາດ; 3. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີຊື່ສິນຄ້າ ແລະ ການບໍລິການ ຈາກນິຕິບຸກຄົນຕ່າງປະເທດ ທີບໍ່ໄດ້ສ້າງຕັ່ງວິສາຫະກິດ ຢູ່ ສປປ ລາວ ໃຫ້ມອບ ອມພ ຢູ່ ຄັງເງິນແຫງຊາດ ຫຼື ຢູ່ທະນາຄານ ທີມີບັນຊີຂອງ ຄັງເງິນແຫງຊາດ ພາຍໃນເວລາ ສິບຫ້າວັນ ນັບແຕວັນຊໍາລະເງິນໃຫ້ແກຜູ້ສະຫນອງດັ່ງກາວ ເປັນຕົ້ນໄປ; 4. ຜູ້ມອບ ອມພ ໃຫ້ມອບ ອມພ ໃນແຕລະຄັງ ທີເບີກຈາຍເງິນງົບປະມານແຫງລັດ ຈາກການສະຫນອງ ສິນຄ້າ ແລະ ການບໍລິການ ຢູ່ຄັງເງິນແຫງຊາດ ຫຼື ຢູ່ທະນາຄານ ທີມີບັນຊີຂອງຄັງເງິນແຫງຊາດ.

  18. ມາດຕາ 32 ອາກອນມູນຄ່າເພີ່ມ ທີ່ຕ້ອງມອບ ຫຼື ຍົກໄປຫັກໃນເດືອນຖັດໄປ ອມພ ທີ ຕ້ອງມອບ ຫຼື ຍົກໄປຫັກໃນເດືອນຖັດໄປ ແມນ ຜົນລົບລະຫວາງ ອມພ Ausen ແລະ ອມພ ສົ້ນເຂົ້າ ທີສາມາດຫັກໄດ້ ໃນກໍລະນີ ອມພ ສຶນອອກ ຫາກຫຼາຍກວາ ອມພ ສົ້ນເຂົາ ໃຫ້ຖືວາມີ ອມພ ທີ່ຕ້ອງ ມອບຕືມ, ໃນກໍລະນີ ອມພ Ausen ຫາກຫ້ອຍກວາ ອມພ ສື້ນເຂົ້າ ໃຫ້ຖືວາມີ ອມພ ທີ່ຕ້ອງໄດ້ຍົກໄປຫັກ ໃນເດືອນຖັດໄປ. ບນວດທີ 5 ການເຂົາ, ການອອກ ລະບົບອາກອນມູນຄ່າເພີ່ມ ມາດຕາ 33 (ປັບປຸງ) ການເຂົ້າໃນລະບົບອາກອນມູນຄ່າເພີ່ມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັງ ທີໄດ້ຂຶ້ນທະບຽນວິສາຫະກິດ ພ້ອມທັງໄດ້ຮັບເລກປະຈໍາຕົວຜູ້ເສຍ ອາກອນ ແລະ ໄດ້ຮັບອະນຸຍາດດໍາເນີນທຸລະກິດ ຈາກຂະແບນງການທີກຽວຂ້ອງ ຕ້ອງໄດ້ເຂົ້າໃນລະບົບ ອມພ. ສໍາລັບ ການເຂົ້າໃນລະບົບ ອມພ ຂອງຈຸນລະວິສາຫະກິດ ໄດ້ກໍານົດໄວ້ໃນລະບຽບການຕາງຫາກ. ມາດຕາ 34 (ປັບປຸງ) ການອອກຈາກລະບົບອາກອນມູນຄ່າເພີ່ມ ຜູ້ມອບ ອມພ ຈະຖືກອອກຈາກລະບົບ ໃນກໍລະນີ ຄວບກິດຈະການ ສໍາລັບຫົວຫນ່ວຍທີຖືກ ຍົກເລີກ, ຢູດເຊົ່າ ຫຼື ລົມລະລາຍ. 15 ຫນວດທີ 6 ການຖືບັນຊີ ແລະ ການອອກໃບເກັບເງິນອາກອນມູນຄ່າເພີ່ມ ມາດຕາ 35 ການຖືບັນຊີ ຜູ້ມອບ ອມພ ຕ້ອງຖີບັນຊີ ຕາມກົດຫນາຍວາດ້ວຍການບັນຊີ. ຂໍມູນຍັງຢືນການລົງບັນຊີ, ເອກະສານການບັນຊີ ຕ້ອງເກັບຮັກສາໄວ້ພາຍໃນເວລາ ສິບປີ ແລະ ໃຫ້ນໍາ < າ ກ ຈາ ຈອກ ຂ X ມຸ dd ມ ສະເຫນີໄດ້ທຸກເວລາ ຖາຫາກມການກວດກາຂອງ ເຈາຫພາຫທສວຍສາອາກອນ ຫຼື ເຈາພາທອນທກຽວຂອງ. ມາດຕາ 36 ການອອກໃບເກັບເງິນ ການອອກໃບເກັບເງິນ ແມນ ການອອກເອກະສານຢັ້ງຢືນ ການບັນທຶກບັນຊີ, ການສະຫນອງ ສິນຄ້າ ແລະ ການບໍລິການ, ການຈາຍ ອມພ ໃນເວລາຊື້, ການເກັບ ອມພ ເວລາສະຫນອງ, ການຫັກ ແລະ ການຂໍຄືນ ອມພ. ຜູ້ມອບ ອມພ ທຸກຄັງທີມີການສະຫນອງ ສິນຄ້າ ແລະ ການບໍລິການ ຕ້ອງອອກໃບເກັບເງິນໃຫ້ແກຜູ້ຊື່ ໃຫ້ຖືກຕ້ອງຕາມລະບຽບການ. ການອອກໃບເກັບເງິນ ໄດ້ກໍານົດໄວ້ໃນລະບຽບການຕາງຫາກ.

  19. ມາດຕາ 37 (ປັບປຸງ) ມາດຕະຖານການລາຍງານການເງິນ ແລະ ການນໍາໃຊ້ໃບເກັບເງິນ ຜູ້ມອບ ອມພ ຕ້ອງປະຕິບັດມາດຕະຖານລາຍງານການເງິນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍວາດ້ວຍ ການບັນຊີ ແລະ ການນໍາໃຊ້ໃບເກັບເງິນທີຖືກຕ້ອງຕາມລະບຽບການ ທີປະກາດໃຊ້ໃນແຕລະໄລຍະ. ບນວດທີ 7 ການກວດກາ ແລະ ການຄຸ້ມຄອງ ອາກອນມູນຄ່າເພີ່ມທີຄ້າງມອບ ມາດຕາ 38 (ປັບປຸງ) ການກວດກາ ການກວດກາ ແນໃສຮັບປະກັນການປະຕິບັດພັນທະຂອງ ຜູ້ມອບ ອມພ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ. ການກວດກາ ສາມາດດໍາເນີນ ດັ່ງນີ້: 1. ກວດກາເອກະສານ ຂອງ ຜູ້ມອບ ອມພ ຢູ່ລັດຖະການສວຍສາອາກອນ; 2. ກວດກາເອກະສານ ຂອງ ຜູ້ມອບ ອມພ ຢູ່ ສໍານັກງານ, ສາຂາ ຫຼື ຕົວແທນຈໍາຫປາຍ ລວມທັງ ສາງສິນຄ້າ, ສະຖານທີ ການຜະລິດ, ການສະຫນອງ ສິນຄ້າ ແລະ ການບໍລິການ; 3. ກວດກາສິນຄ້າຕົວຈິງ ຂອງ ຜູ້ມອບ ອມພ ຢູ່ສະຖານທີ ທີ່ກ່ຽວຂ້ອງ ເປັນຕົ້ນ ຢູ່ ສາງ, ປອນເຄືອນ ຍ້າຍສິນຄ້າ ຢູ່ພາຍໃນປະເທດ. ການກວດກາ ສາມາດດໍາເນີນຕາມຮູບການ ປົກກະຕິ, ແຈ້ງໃຫ້ຮູ້ລວງຫນ້າ ຫຼື ກະທັນຫັນ. ຜູ້ຖືກກວດກາ ຕ້ອງໃຫ້ຄວາມຮວມມືໃນການກວດກາຂອງເຈົ້າຫ້າທີ, ພາຍຫຼັງສໍາເລັດການກວດກາ ທຸກຄັ້ງແລ້ວ ເຈົ້າຫ້າທີກວດກາ ຕ້ອງເຮັດບົດບັນທຶກການກວດກາເປັນລາຍລັກອັກສອນ ໂດຍຊ່ອງຫນ້າ ຜູ້ມອບ ອມພ ທີ່ຖືກກວດກາ, ຫຼັງຈາກນັ້ນ ຕ້ອງອານ ຫຼື ໃຫ້ຜູ້ກຽວອານບົດບັນທຶກດັ່ງກາວ ດ້ວຍຕົນເອງ ແລ້ວໃຫ້ລົງ ລາຍເຊັນໄວ້ເປັນຫຼັກຖານ. ໃນການກວດການັ້ນ ເຈົ້າຫ້າທີກວດກາຕ້ອງປະຕິບັດຕາມກົດບນາຍ ຢາງເຂັ້ມງວດ. 16 ມາດຕາ 39 ການຄຸ້ມຄອງອາກອນມູນຄ່າເພີ່ມ ທີ່ຄ້າງມອບ ອມພ ທີຄ້າງມອບ ມີ ດັ່ງນີ້: 1. ອມພ ຈາກການແຈ໋ງມອບທີ່ບໍ່ທັນໄດ້ມອບ; 2. ອມພ ຈາກ ການກວດກາ ຫຼື ກໍລະນີອືນ ທີ່ຜູ້ມອບ ອມພ ບໍ່ທັນໄດ້ມອບ. ການຄຸ້ມຄອງ ອມພ ທີຄ້າງມອບ ດໍາເນີນດ້ວຍການບັນທຶກ ຕິດຕາມເປົ້າຫນາຍ, ຈໍານວນ ອມພ ທີ່ຄ້າງ ມອບ, ເລັ່ງທວງ ແລະ ເກັບເຂົ້າງົບປະມານໃຫ້ຄົບຖ້ວນ.

  20. ພາກທີ !|| ສິດ ແລະ ຫ້າທີ່ ຂອງ ຜູ້ມອບອາກອນມູນຄ່າເພີ່ມ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ມາດຕາ 40 (ປັບປຸງ) ສິດ ແລະ ຫນ້າທີ່ ຂອງຜູ້ມອບອາກອນມູນຄ່າເພີ່ມ ຜູ້ມອບ ອມພ ມີ ສິດ ແລະ ຫາທີ ດັ່ງນີ້: 1. ຜູ້ມອບ ອມພ ມີ ສິດ: 1.1.ໄດ້ຮັບການສະຫນອງ ຂໍ້ມູນ ຂາວສານ, ການຊື້ແຈງ, ການອະທິບາຍ ແລະ ການໃຫ້ຄໍາແນະນໍາ ກຽວກັບ ອມພ; 1.2.ໄດ້ຮັບການຮັກສາຄວາມລັບ ກຽວກັບຂໍ້ມູນຂອງຜູ້ມອບ ອມພ; 1.3.ໄດ້ຮັບເງິນ ອມພ ທີມອບເກີນນັ້ນຄືນ ຕາມກົດຫນາຍ; 1.4.ຮ່ອງທຸກ ກ່ຽວກັບການກະທໍາຂອງ ພະນັກງານ-ລັດຖະກອນ, ເຈົ່າຫນ້າທີ່ສ່ວຍສາອາກອນ ຫຼື ການຈັດຕັ້ງ ທີບໍ່ຖືກຕ້ອງ ແລະ ບໍ່ສອດຄອງກັບກົດຫນາຍ; 1.5.ນໍາໃຊ້ສິດອືນ ຕາມທີ ໄດ້ກໍານົດໄວ້ໃນກົດຫນາຍ. 2. ຜູ້ມອບ ອມພ ມີ ຫາທີ: 2.1.ຄິດໄລເກັບ, ຫັກ, ແຈ້ງ ແລະ ມອບ ອມພ ໃຫ້ ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ; 2.2.ຮັບຜິດຊອບ ຕໍ່ ການແຈ້ງ ລາຍຮັບ, ຄິດໄລເກັບ ອມພ ສົ້ນອອກ ແລະ ລາຍຈາຍ, ອມພ ສົ້ນເຂົ້າ ຕິດພັນກັບ ການຫັກ ຫຼື ການຂໍຄືນ ອມພ ໃຫ້ຊັດເຈນ ແລະ ຖືກຕ້ອງ ຕາມຄວາມຈິງ; 2.3.ຮັບຜິດຊອບ ມອບ ອມພ ສົນອອກ ຈາກການ ບໍຄິດໄລເກັບ ຫຼື ຄິດໄລເກັບບໍ່ຖືກຈາກ ສິນຄ້າທີຖືກເສຍ ອມພ; 2.4.ລາຍງານບັນຊີເງິນຝາກຂອງຕົນຢູ່ ຄັງເງິນ, ທະນາຄານ ແລະ ສະຖາບັນການເງິນອືນ ໃຫ້ແກລັດຖະການສວຍສາອາກອນ; 2.5.ລາຍງານ ມູນຄາ ອມພ ທີ່ໄດ້ຮັບການຍົກເວັ້ນ ແລະ ອັດຕາສູນສ່ວນຮ້ອຍ ຕາມກົດບນາຍ ແລະ ຕາມການຕົກລົງຂອງລັດຖະບານ; 2.6.ຖືບັນຊີ ແລະ ນໍາໃຊ້ໃບເກັບເງິນ ຕາມກົດປນາຍ ແລະ ລະບຽບການ; 2.7.ສະຫອງເອກະສານ ທີພົວພັນກັບການກວດກາ ອມພ ໃຫ້ແກ ລັດຖະການສວຍສາອາກອນ ຕາມລະບຽບການ ເຊັ່ນ: 2.7.1. ເອກະສານນໍາເຂົ້າສິນຄ້າທີຜ່ານການຮັບຮອງຈາກຂະແຫນງພາສີ ແລະ ຫຼັກຖານ ການຈາຍ ພາສີ, ອາກອນ; 2.7.2. ໃບເກັບເງິນ ອມພ; 17

  21. 2.7.3. ສັນຍາ, ຫຼັກຖານການຈາຍ ອມພ ແລະ ອາກອນກໍາໄລ (ຖ້າມີ) ຈາກນິຕິບຸກຄົນ ຕາງປະເທດ ທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ; 2.7.4. ບົດສະຫຼຸບບັນຊີ ກຽວກັບສາງສິນຄ້າ; 2.7.5. ບັນຊີທະນາຄານ. 2.8.ປະຕິບັດ ຂໍ້ຕົກລົງ, ຄໍາສັງ, ຄໍາແນະນໍາ ແລະ ແຈ້ງການ ຂອງລັດຖະການສວຍສາອາກອນ ກຽວກັບ ອມພ ທີ່ຄ້າງມອບ ແລະ ຄາປັບໃຫ, ຖ້າຫາກຍັງ ບໍ່ເອົາໃຈໃສ່ ແລະ ບໍ່ໃຫ້ຄວາມຮວມມື ກໍ່ຕ້ອງຍິນ ຍອມໃຫ້ ຍຶດ ຫຼື ອາຍັດ ຊັບສິນທິຕົນມີ ຊຶງມີມູນຄາເທົ່າກັບຈໍານວນເງິນ ອມພ ທີຕົນຄ້າງມອບ; 2.9.ຮັກສາ ແລະ ເກັບມ້ຽນ ເອກະສານ ທີພົວພັນກັບການກວດກາ ອມພ ຕາມກົດຫນາຍ; 2.10. ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 41 ສິດ ແລະ ຫ້າທີ່ ຂອງພາກສ່ວນອື່ນທີ່ກ່ຽວຂ້ອງ ພາກສວນອືນທີກຽວຂ້ອງ ມີ ສິດ ແລະ ຫນ້າທີ ດັ່ງນີ້: 1. ຕິດຕາມ, ກວດກາ ການຄິດໄລ, ການເກັບ, ການຫັກ, ການມອບ ແລະ ການສົ່ງຄືນ ອມພ ຂອງ ລັດຖະການສວຍສາອາກອນ; 2. ໄດ້ຮັບການປົກປ້ອງ ແລະ ຮັກສາຄວາມລັບ ກຽວກັບ ອມພ ຕາມກົດຫນາຍ; ຜ ະຫນອງຂໍ້ມູນ ກຽວກັບ ຜູ້ມອບ ອມພ; < . ແຈ້ງ ແລະ ລາຍງານ ການລະເມີດກົດຫບນາຍ ກຽວກັບ ອມພ ຕໍ່ລັດຖະການສ່ວຍສາອາກອນ; ຫ . ຮັກສາ ແລະ ເກັບມ້ຽນ ເອກະສານກຽວກັບ ອມພ ຕາມກົດຫນາຍ; ຫ . ໃຫ້ຄວາມຮວມມື ແລະ ຊວຍເຫຼືອ ລັດຖະການສວຍສາອາກອນ ຕາມພາລະບົດບາດຂອງຕົນ; N . ນໍາໃຊ້ສິດ ແລະ ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 42 (ປັບປຸງ) ຂໍ້ຫ້າມທົ່ວໄປ ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້: 1. ປະຕິເສດການສະຫນອງ ຂໍ້ມູນ ຂາວສານ ກ່ຽວກັບ ການກະທໍາຜິດ ຫຼື ການລະເມີດກົດຫນາຍ ແລະ ລະບຽບການ ກຽວກັບວຽກງານ ອມພ; 2. ຮວມກັນ ກະທໍາຜິດ, ປົກປິດ ແລະ ຊຸກເຊື່ອງ ຜູ້ກະທໍາຜິດ ກຽວກັບວຽກງານ ອມພ; 3. ໃຫ້ ຫຼື ຮັບສິນບົນ, ຄາຈ້າງ ລາງວັນ, ສົມຮຸ້ຮ່ວມຄິດເຮົາເງິນຂອງລັດ; 4. ບມິນປະບນາດ, ບັງຄັບ ນາບຂູ, ທໍາຮ້າຍຮາງກາຍ ພະນັກງານ-ລັດຖະກອນ, ເຈົ້າຫ້າທີພາສີ ແລະ ເຈົ້າຫ້າທີ່ສ່ວຍສາອາກອນ, ຜູ້ເສຍ ຫຼື ຜູ້ມອບ ອມພູ; 5. ຄິດໄລເກັບ ອມພ ໂດຍບໍ່ມອບເຂົ້າງົບປະມານ ຢ່າງຖືກຕ້ອງ ແລະ ຄົບຖ້ວນ; 6. ປະຕິເສດການຈາຍ ອມພ ຈາກການນ້າເຂົ້າສິນຄ້າ ຫຼື ການຊື້ສິນຄ້າ ແລະ ການບໍລິການ ຢູ່ພາຍໃນ ປະເທດ;

  22. 18 7. ມີພຶດຕິກໍາອືນ ທີເປັນການລະເມີດກົດຫນາຍ. ມາດຕາ 43 (ປັບປຸງ) ຂໍ້ຫ້າມສໍາລັບ ຜູ້ເສຍ ແລະ ຜູ້ມອບ ອາກອນມູນຄ່າເພີ່ມ ຫ້າມ ຜູ້ເສຍ ແລະ ຜູ້ມອບ ອມພ ມີພຶດຕິກໍາ ດັ່ງນີ້: 1. ຄິດໄລເກັບ, ຫັກ, ແຈ້ງ ແລະ ມອບ ອມພ ບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ແລະ ບໍ່ທັນເວລາ; 2. ທໍາລາຍ, ປອມແປງ ຂໍ້ມູນ ຫຼັກຖານ, ປົກປິດ, ເຊື໊ອງອໍາລາຍຮັບ ແລະ ຊກເຊື່ອງການກະທໍາຜິດ ທີຕິດພັນກັບການເສຍອາກອນ; 3. ນໍາໃຊ້ໃບເກັບເງິນທີ ບໍ່ຖືກຕ້ອງຕາມແບບພິມຂອງກະຊວງການເງິນ ຫຼື ພິມ, ນໍາໃຊ້ແບບພິມທີ ບໍ່ໄດ້ຮັບອະນຸຍາດ; 4. ໃຫ້ ຫຼື ຮັບ ສິນບົນ, ຄາຈ້າງ, ລາງວັນ, ສົມຮູ້ຮວມຄຶດ ກັບ ພະນັກງານ-ລັດຖະກອນ, ເຈົ້າຫ້າທີ ພາສີ ແລະ ເຈົ້າຫ້າທີສ່ວຍສາອາກອນ ເອົາເງິນຂອງລັດ; 5. ປອມແປງເອກະສານ ແລະ ນໍາໃຊ້ເອກະສານປອມ ກ່ຽວກັບວຽກງານ ອມພ; 6. ບນິນປະບນາດ, ບັງຄັບ ນາບຂູ, ທໍາຮ້າຍຮາງກາຍ ພະນັກງານ-ລັດຖະກອນ, ເຈົ້າຫ້າທີພາສີ ແລະ ເຈົ້າຫນ້າທີສວຍສາອາກອນ; 7. ມືພຶດຕິກໍາອືນ ທີເປັນການລະເມີດກົດຫນາຍ. ມາດຕາ 44 (ປັບປຸງ) ຂໍ້ຫ້າມສໍາລັບ ພະນັກງານ-ລັດຖະກອນ, ເຈົ້າຫ້າທີ່ພາສີ ແລະ ເຈົ້າຫ້າທີ່ສ່ວຍສາອາກອນ ຫ້າມ ພະນັກງານ-ລັດຖະກອນ, ເຈົ້າຫ້າທີພາສີ ແລະ ເຈົ້າຫ້າທີສ່ວຍສາອາກອນ ມີພຶດຕິກໍາ ດັ່ງນີ້: 1. ເປີດເຜີຍຄວາມລັບຂອງ ລັດ, ທາງລັດຖະການ ແລະ ຂໍ້ມູນທີເປັນຄວາມລັບຂອງຜູ້ມອບ ອມພ; 2. ສ້າງຄວາມຫຍຸ້ງຍາກ, ຖີ່ວງດຶງ, ແກຍາວເວລາໃນການ ຄົ້ນຄວ້າ, ແກ້ໄຂ ແລະ ປອມແປງ ເອກະສານ ກຽວກັບ ອມພ; 3. ປະລະຫ້າທີ່ ແລະ ຂາດຄວາມຮັບຜິດຊອບ ຕໍ່ວຽກງານທີໄດ້ຮັບມອບຫນາຍ; 4. ສວຍໃຊ້ຫ້າທີ່ຕໍາແຫຟງ, ໃຊ້ຄວາມຮຸນແຮງ, ບັງຄັບນາບຊູ, ທວງເອົາ, ຂໍເອົາ ຫຼື ຮັບສິນບົນ ເພືອຜົນປະໂຫຍດ ຂອງຕົນ, ຄອບຄົວ, ຍາດພິນ້ອງ, ຈຸ້ມເຈື້ອ, ພັກພວກ ຫຼື ຫນູຄະນະ ຊຶງກໍ່ໃຫ້ເກີດຄວາມເສຍ ຫາຍ ແກຜົນປະໂຫຍດຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັງ; 5. ເກັບ ອມພ ໂດຍບໍ່ແມນຫ້າທີ່ຮັບຜິດຊອບຂອງຕົນ ຫຼື ບໍ່ໄດ້ຮັບອະນຸຍາດຈາກການຈັດຕັ່ງທີ ກຽວຂອງ; 6. ນໍາເອົາເງິນ ອມພ ທີເກັບໄດ້ໄປນໍາໃຊ້ ໂດຍບໍ່ມອບເຂົ້າງົບປະມານແຫງລັດ; 7. ມີພຶດຕິກໍາອືນ ທີເປັນການລະເມີດກົດຫນາຍ.

  23. 19 ພາກທີ ຜ ການແກ້ໄຂຄໍາສະເຫນີ ກ່ຽວກັບອາກອນມູນຄ່າເພີ່ມ ມາດຕາ 45 ການຍືນຄໍາສະເຫີຂອງ ຜູ້ມອບອາກອນມູນຄ່າເພີ່ມ ຜູ້ມອບ ອມພ ມີສິດຢືນຄໍາສະເຫ ກຽວກັບ ການປະຕິບັດ ອມພ ທີ່ຕົນເຫັນວາບໍ່ຖືກຕ້ອງຕາມກົດບນາຍ. ຄໍາສະເຫນີຕ້ອງຢືນໂດຍກົ ລັດຖະການສວຍສາອາກອນປອນຕົນຂຶ້ນກັບ ພາຍໃນເວລາ ສາມສິບວັນ ນັບແຕວັນ ໄດ້ຮັບໃບສັງມອບ ຫຼື ແຈ້ງການ ຂອງລັດຖະການສວຍສາອາກອນ ຫຼື ວັນພົບເຫັນເຫດການທີ່ຕົນເຫັນວາບໍ ຖືກຕ້ອງນັ້ນ ເປັນຕົ້ນໄປ. ລັດຖະການສວຍສາອາກອນ ທີ່ໄດ້ຮັບຄໍາສະເຫຼີ ມີສິດທວງໃຫ້ຜູ້ສະເຫນືສະຫນອງບັນດາເອກະສານ, ຂໍ້ມູນຕ່າງໆ ທີກ່ຽວຂ້ອງກັບການສະເຫນີນັ້ນໃຫ້ຕົນ. ມາດຕາ 46 ການພິຈາລະນາແກ້ໄຂຄໍາສະເຫນີ ລັດຖະການສວຍສາອາກອນ ຕ້ອງພິຈາລະນາແກ້ໄຂ ພາຍໃນເວລາ ສາມສິບວັນ ນັບແຕວັນໄດ້ຮັບຄໍາສະ ເບນີນັ້ນ ເປັນຕົ້ນໄປ, ຍົກເວັ້ນກໍລະນີມີຄວາມຫຍຸ້ງຍາກສັບສົນ ກໍສາມາດຕໍ່ເວລານັນໄດ້ ແຕບໍ່ໃຫ້ເກີນ ຫົກສິບວັນ. ການຕົກລົງແກ້ໄຂຂອງລັດຖະການສວຍສາອາກອນ ມີຜົນບັງຄັບປະຕິບັດສໍາລັບ ຜູ້ມອບ ອມພ, ເວັ້ນເສຍແຕ່ຫາກຍັງບໍ່ເຫັນດີນໍາການຕົກລົງແກ້ໄຂນັ້ນ ກໍມີສິດນໍາສະເຫນີຕໍ່ລັດຖະການສວຍສາອາກອນຂັ້ນເທິງ ຖັດນັ້ນ ພາຍໃນເວລາ ຊາວວັນ ເພືອພິຈາລະນາແກ້ໄຂ ເປັນຂຶ້ນສຸດທ້າຍ. ໃນກໍລະນີ ຜູ້ມອບ ອມພ ຍັງບໍ່ເຫັນດີນໍາການແກ້ໄຂຄ້າສະເຫນີຂອງລັດຖະການສວຍສາອາກອນ ຂັ້ນສຸດທ້າຍແລ້ວ ກໍມີສິດສະເຫນີຕາມກົດຫນາຍວາດ້ວຍການແກ້ໄຂຄໍາຮ້ອງທຸກ. ລັດຖະການສວຍສາອາກອນ ຕ້ອງສົ່ງຈໍານວນ ອມພ ແລະ ຄາປັບໃຫນ ທີມອບເກີນຄືນພາຍໃນເວລາ ສິບຫ້າວັນ ນັບແຕວັນມີການຕົກລົງຂອງລັດຖະການສ່ວຍສາອາກອນຂັ້ນເທິງຖັດນັ້ນ ເປັນຕົ້ນໄປ. ພາກທີ VI ການຄຸ້ມຄອງ ແລະ ການກວດກາ ວຽກງານອາກອນມູນຄ່າເພີ່ມ ບນວດ 1 ການຄຸ້ມຄອງວຽກງານອາກອນມູນຄ່າເພີ່ມ

  24. ມາດຕາ 47 ອົງການຄຸ້ມຄອງວຽກງານອາກອນມູນຄ່າເພີ່ມ ລັດຖະບານ ຄຸ້ມຄອງວຽກງານ ອມພ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງການເງິນ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບ ກະຊວງອືນ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານ ອມພ ປະກອບດ້ວຍ: 1. ກະຊວງການເງິນ; 2. ກົມສ່ວຍສາອາກອນ; 3. ສວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ; 4. ສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະຄອນ. 20 ມາດຕາ 48 (ປັບປຸງ) ສິດ ແລະ ຫ້າທີ່ ຂອງກະຊວງການເງິນ ໃນການຄຸ້ມຄອງວຽກງານ ອມພ ກະຊວງການເງິນ ມີ ສິດ ແລະ ຫນ້າທີ ດັ່ງນີ້: 1. ຄົ້ນຄວ້າ, ສ້າງ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ ແລະ ລະບຽບການ ກຽວກັບວຽກງານ ອມພ ເຟພືອສະເຫຼີລັດຖະບານພິຈາລະນາ; 2. ຜັນຂະຫຍາຍ ນະໂຍບາຍ, S0y, ແຜນຍຸດທະສາດ ແລະ ລະບຽບການ ກຽວກັບວຽກງານ ອມພ ເປັນ ແຜນການ, ແຜນງານ, ໂຄງການ ແລະ ຈັດຕັງປະຕິບັດ; 3. ໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົບ ນະໂຍບາຍ, ກົດປນາຍ, ແຜນຍຸດທະສາດ ແລະ ລະບຽບການ ກຽວກັບວຽກງານ ອມພ; 4. ຮັບຜິດຊອບຕໍ່ລັດຖະບານ ໃນການຄຸ້ມຄອງ ການຈັດຕັ່ງປະຕິບັດວຽກງານ ອມພ ໃນຂອບເຂດ ທົ່ວປະເທດ; 5. ຝຶກອົບຮົມ, ໃຫ້ຄໍາແນະນໍາ ແກຫົວຫຟ່ວຍທຸລະກິດ ທີ້ກ່ຽວຂ້ອງກັບວຽກງານ ອມພ; 6. ຊື່ນໍາ, ຕິດຕາມ ກວດກາ ການຈັດຕັງປະຕິບັດ ກົດຫນາຍ, ແຜນຍຸດທະສາດ ແລະ ລະບຽບການ ກຽວກັບວຽກງານ ອມພ ແລະ ການປະຕິບັດຫ້າທີຂອງ ພະນັກງານ-ລັດຖະກອນ ແລະ ເຈົ້າຫນ້ໍາທີສວຍສາ ອາກອນ; 7. ຊີ່ນໍາວຽກງານວິຊາສະເພາະ, ຄຸ້ມຄອງ, ສ້າງ, ຍົກລະດັບວິຊາການໃຫ້ແກບຸກຄະລາກອນ, ສະຫນອງ ງົບປະມານ ແລະ ປະກອບພາຫະນະ, ອຸປະກອນເຕັກນິກ ຮັບໃຊ້ກົງຈັກ ອມພ; 8. ປະສານສົມທົບກັບ ຄະນະກໍາມະການປົກຄອງຂັນແຂວງ ໃນການແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແຫນງ, ປະຕິບັດນະໂຍບາຍ ຫຼື ລົງວິໄນ ຕໍ່ ພະນັກງານ-ລັດຖະກອນ ແລະ ເຈົ້າຫ້າທີ່ສ່ວຍສາອາກອນ; 9. ປະສານສົມທົບກັບ ກະຊວງອືນ, ອົງການ ແລະ ອົງການປົກຄອງທ່ອງຖິ່ນ ທີ່ກ້່ຽວຂ້ອງກັບວຽກງານ ອມພ; 10. ຮັບ, ພິຈາລະນາ ແລະ ແກ້ໄຂຄໍາສະເຫນີຂອງ ຜູ້ມອບ ອມພ ໃນຂອບເຂດທົ່ວປະເທດ; 11. ພົວພັນ ຮວມມື ກັບ ຕາງປະເທດ, ພາກພື້ນ ແລະ ສາກົນ ກຽວກັບວຽກງານ ອມພ; 12. ສະຫຼຸບ, ລາຍງານ ການຈັດຕັ້ງປະຕິບັດວຽກງານ ອມພ ຕໍ່ລັດຖະບານຢ່າງເປັນປົກກະຕິ; 13. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ.

  25. ມາດຕາ 49 (ປັບປຸງ) ສິດ ແລະ ຫ້າທີ່ ຂອງກົມສ່ວຍສາອາກອນ ໃນການຄຸ້ມຄອງວຽກງານ ອມພ ກົມສວຍສາອາກອນ ມີ ສິດ ແລະ ຫ້າທີ່ ຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ ດັ່ງນີ້: 1. ຄື້ນຄວ່າສ້າງ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ, ແຜນການ, ແຜນງານ ຫຼື ໂຄງການ ກຽວກັບ ວຽກງານ ອມພ ເພື່ອສະເຫນີຕໍ່ກະຊວງການເງິນ ພິຈາລະນາ; 2. ຈັດຕັ້ງປະຕິບັດ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ, ແຜນການ, ແຜນງານ ຫຼື ໂຄງການ ກຽວກັບວຽກງານ ອມພ; 3. ໂຄສະນາ ເຜີຍແຜ່ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ ແລະ ລະບຽບການ ກຽວກັບວຽກງານ ອມພ; 4. ຊີ່ນໍາ ແລະ ຕິດຕາມ ກວດກາ ການເຄືອນໄຫວວຽກງານ ອມພ ຂອງສວຍສາອາກອນປະຈໍາ ຂັນແຂວງ ແລະ ຂັ້ນເມືອງ; 21 5. ຄົນຄວ່າລົບລ້າງ ເອກະສານທີອົງການຄຸ້ມຄອງວຽກງານ ອມພ ຂັ້ນລຸມຂອງຕົນ ອອກໂດຍບໍ່ ຖືກຕ້ອງ; 6. ຄົ້ນຄວ້າ ແລະ ພິຈາລະນາຕົກລົງ ກຽວກັບການສົ່ງຄືນ ອມພ ຕາມການສະເຫນີຂອງ ຜູ້ເສຍ ອາກອນ ຫຼື ສ່ວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ; 7. ນໍາໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານຄຸ້ມຄອງ, ຕິດຕາມວຽກງານ ອມພ; 8. ຄຸ່ມຄອງ ແລະ ນໍາໃຊ້ລະບົບຄຸ່ມຄອງຂໍ້ມູນລາຍຮັບສວຍສາອາກອນ; 9. ຮັບ, ພິຈາລະນາ ແລະ ແກ້ໄຂ el ກຽວກັບວຽກງານ ອມພ; 10. ປະສານສົມທົບກັບພາກສວນອືນທີ່ກຽວຂ້ອງ ກຽວກັບວຽກງານ ອມພ; 11.ພົວພັນ ຮວມມືກັບ ຕາງປະເທດ, ພາກພື້ນ ແລະ ສາກົນ ກຽວກັບວຽກງານ ອມພ ຕາມການ ມອບຫນາຍ; 12. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານ ອມພ ຕໍ່ກະຊວງການເງິນ ຢາງເປັນ ປົກກະຕິ; 13. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 50 (ປັບປຸງ) ສິດ ແລະ ຫ້າທີ່ ຂອງສ່ວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ ໃນການຄຸ້ມຄອງວຽກງານ ອມພ ສວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ ມື ສິດ ແລະ ຫາທີ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ຮາງ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ, ແຜນການ ແລະ ລະບຽບການ ກຽວກັບວຽກງານ ອມພ; 2. ໂຄສະນາ ເຜີຍແຜ່, ສຶກສາອົບຮົມ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ກົດຫນາຍ ແລະ ລະບຽບການ ກຽວກັບວຽກງານ ອມພ; ' 3. ຝຶກອົບຮົມ, ໃຫ້ຄໍາແນະນໍາ ແກທົວຫຟວຍທຸລະກິດທີ່ກ່ຽວຂ້ອງ ກັບວຽກງານ ອມພ; 4. ສ້າງແຜນການເກັບລາຍຮັບຈາກ ອມພ ປະຈໍາປີຂອງ ແຂວງ, ນະຄອນຫຼວງ; 5. ຮັບຜິດຊອບຕໍ່ກະຊວງການເງິນ ໃນການຄຸ້ມຄອງການຈັດຕັ້ງປະຕິບັດ ການເກັບ ອມພ ໃຫ້ ຄົບຖ້ວນ, ຖືກຕ້ອງ ຕາມກົດບຫນາຍ; 6. ຊື່ນໍາ, ຄຸ່ມຄອງ, ຕິດຕາມ ກວດກາ ການປະຕິບັດຫ້າທີຂອງສວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະຄອນ ແລະ ພະນັກງານ-ລັດຖະກອນ ແລະ ເຈົ້າຫ້າທີສ່ວຍສາອາກອນ;

  26. 7. ສະເຫີລັດຖະມົນຕີກະຊວງການເງິນ ພິຈາລະນາ ຍ້່ອງຍໍຜູ້ມີຜົນງານ ແລະ ລົງວິໄນ ຕໍ່ຜູ້ລະເມີດ ກົດຫນາຍ ໂດຍປະສານສົມທົບກັບ ຄະນະກໍາມະການປົກຄອງຂັນແຂວງ; 8. ຮັບ, ພິຈາລະນາ ແລະ ແກ້ໄຂຄໍາສະເບນີຂອງ ຜູ້ມອບ ອມພ; 9. ພົວພັນຮວມມືກັບຕ້າງປະທດ ກຽວກັບວຽກງານ ອມພ ຕາມການມອບບນາຍຂອງຂັ້ນເທິງ; 10. ສະຫຼູບ, ລາຍງານ ການຈັດຕັ້ງປະຕິບັດວຽກງານ ອມພ ຕໍ່ ກະຊວງການເງິນ ແລະ ຄະນະກໍາມະການ ປົກຄອງຂັນແຂວງ ຢ່າງເປັນປົກກະຕິ; 11. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ. 22 ມາດຕາ 51 (ປັບປຸງ) ສິດ ແລະ ຫ້າທີ່ ຂອງສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະຄອນ ໃນການຄຸ້ມຄອງວຽກງານ ອມພ ສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ຫ້າທີ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັງນີ່: 1. ຄົ້ນຄວ້າ ແລະ ປະກອບຄ່າເຫັນຕໍ່ຮາງ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ, ແຜນການ ແລະ ລະບຽບການ ກຽວກັບວຽກງານ ອມພ; 2. ເຜີຍແຜ່ ຈັດຕັ້ງປະຕິບັດ ນະໂຍບາຍ, ກົດຫນາຍ, ແຜນຍຸດທະສາດ ແລະ ລະບຽບການ ກຽວກັບ ວຽກງານ ອມພ; 3. ຝຶກອົບຮົມ, ແນະນໍາ ຫົວຫຟ່ວຍທຸລະກິດທີກ່ຽວຂ້ອງກັບວຽກງານ ອມພ; 4. ເປັນເຈົ່າການຈັດຕັ້ງປະຕິບັດ, ຄຸ້ມຄອງ ແລະ ເກັບ ອມພ; 5. ຊີ້ນໍາ, ຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ່ງປະຕິບັດຫ້າທີ ຂອງ ພະນັກງານ-ລັດຖະກອນ ແລະ ເຈົ້າຫ້າທີສວຍສາອາກອນ; 6. ຮັບ, ພິຈາລະນາ ແລະ ແກ້ໄຂຄໍາສະເຫນີ ຂອງ ຜູ້ມອບ ອມພ; 7. ສະຫຼຸບ, ລາຍງານ ການຈັດຕັ້ງປະຕິບັດວຽກງານ ອມພ ຕໍ່ສວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ ແລະ ຄະນະກໍາມະການ ປົກຄອງຂຶນເມືອງ ຢ່າງເປັນປົກກະຕິ; 8. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອືນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. ບນວດທີ 2 ການກວດກາວຽກງານອາກອນມູນຄ່າເພີ່ມ ມາດຕາ 52 ອົງການກວດກາວຽກງານອາກອນມູນຄ່າເພີ່ມ ອົງການກວດກາວຽກງານ ອມພ ປະກອບດ້ວຍ: 1. ອົງການກວດກາພາຍໃນ ຊຶ່ງແມນ ອົງການດຽວກັບອົງການຄຸ້ມຄອງວຽກງານ ອມພ ຕາມທີ ໄດ້ກໍານົດໄວ້ໃນມາດຕາ 47 ຂອງກົດບຫນາຍສະບັບນີ້; 2. ອົງການກວດກາພາຍນອກ ຊຶງແມນ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດກາລັດ ແຕລະຂັ້ນ, ອົງການກວດສອບແຫງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົາລາວ, ອົງການຈັດຕັ້ງ ມະຫາຊົນ, ອົງການຈັດຕັ້ງສັງຄົມ, ສືມວນຊົນ ແລະ ພາກສວນອືນທີກຽວຂ້ອງ.

  27. ມາດຕາ 53 (ໃບນ) ເນື້ອໃນການກວດກາ ການກວດກາວຽກງານ ອມພ ມີເນື້ອໃນ ດັ່ງນີ້: 1. ການຈັດຕັ້ງປະຕິບັດ ກົດຫນາຍ ແລະ ນິຕິກໍາອືນ ກຽວກັບວຽກງານ ອມພ; 2. ການຈັດຕັ້ງ ແລະ ການເຄືອນໄຫວ ຂອງອົງການຄຸ້ມຄອງວຽກງານ ວມພ; 3. ການນໍາໃຊ້ສິດ, ການປະຕິບັດຫ້າທີ ແລະ ການນໍາໃຊ້ມາດຕະການຕໍ່ຜູ້ລະເມີດ; 4. ເນື້ອໃນອືນ ທີເຫັນວາມີຄວາມຈໍາເປັນ. 23 ມາດຕາ 54 (ໃຫນ່) ການກວດກາທາງດ້ານວິຊາການ ການກວດກາທາງດ້ານວິຊາການ ກຽວກັບວຽກງານ ອມພ ມີ ດັ່ງນີ້: 1. ແຜນການເກັບພັນທະ ອມພ; N . ການແຈ້ງ ແລະ ການມອບ ອມພ ຂອງຜູ້ມອບ ອມພ; ຜ . ການກວດກາຫຼັງການເສຍ ອມພ; > . ການສົ່ງຄືນ ອມພ; ຜ . ສະຖານທີ, ວັດຖຸປະກອນ ແລະ ເອກະສານ ກຽວກັບການຄິດໄລ ອມພ; ຫ . ການສະຫຼຸບ ການເກັບ ແລະ ການມອບ ພັນທະ ອມພ; 0 . ເນື້ອໃນອື່ນ ທີກ່ຽວຂ້ອງກັບວຽກງານ ອມພ. ມາດຕາ 55 ຮູບການ ການກວດກາ ການກວດກາ ມີ ສາມຮູບການ ດັ່ງນີ້: 1. ການກວດກາຕາມປົກກະຕິ ຊຶງແມນ ການກວດກາທີດໍາເນີນໄປຕາມແຜນການຢ່າງເປັນປະຈໍາ ແລະ ມີການກໍານົດເວລາອັນແນນອນ; 2. ການກວດກາໂດຍແຈ໋້ງໃຫ້ຮຸ້ລວງຫນ້າ ຊຶງແມນ ການກວດການອກແຜນການ ເມືອເຫັນວາມີຄວາມ ຈໍາເປັນ ຊຶງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ກອນລວງຫ້າ; 3. ການກວດກາແບບກະທັນຫັນ ຊຶ່ງແມນ ການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາ ຮູ້ກອນລວງຫ້າ. ໃນການກວດກາວຽກງານ ອມພ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມກົດຫນາຍ ແລະ ລະບຽບການ ຢ່າງເຂັ້ມງວດ. ພາກທີ Vil ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ boaan ມາດຕາ 56 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີມີຜົນງານດີເດັນ ໃນການປະຕິບັດກົດຫນາຍສະບັບນີ້ ຈະໄດ້ຮັບ ການຍ້ອງຍໍ, ອໍານວຍຄວາມສະດວກ ຫຼື ນະໂຍບາຍອືນ ຕາມລະບຽບການ.

  28. ມາດຕາ 57 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີລະເມີດກົດໆນາຍ ແລະ ລະບຽບການ ກຽວກັບ ອມພ ຈະຖືກ ສຶກສາອົບຮົມ, ກາວເຕືອນ, ລົງວິໄນ, ບັບໃຫ, ໃຊ້ແທນຄາເສຍຫາຍທາງແຟງທີຕົນໄດ້ກໍຂຶ້ນ ຫຼື ຖືກລົງໂທດ ທາງອາຍາ ຕາມກົດບຫນາຍ. ມາດຕາ 58 (ປັບປຸງ) ມາດຕະການປັບໃບນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັງ ທີມີພຶດຕິກໍາລະເມີດກົດຫນາຍ ແລະ ລະບຽບການ ກ່ຽວກັບວຽກ ງານ ອມພ ຈະຖືກປັບໃບນ ຕາມແຕລະກໍລະນີ. ສໍາລັບລາຍລະອຽດຂອງພຶດຕິກໍາ ແລະ ອັດຕາປັບໃຫນ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. 24 ມາດຕາ 59 (ໃຫນ່) ການປ່ຽນແປງອັດຕາອາກອນມູນຄ່າເພີ່ມ ໃນກໍລະນີຈໍາເປັນ ຮີບດວນ ທີຕ້ອງໄດ້ປ່ຽນແປງອັດຕາ ອມພ ເພືອໃຫ້ສອດຄອງກັບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ໃນແຕລະໄລຍະນັ້ນ ໃຫ້ລັດຖະບານ ຄົ້ນຄວ້າ ແລ້ວສະເຫນີຄະນະປະຈໍາສະພາແຫ່ງຊາດ ເພືອພິຈາລະນາ ນໍາສະເຫີຕໍ່ປະທານປະເທດ ອອກລັດຖະບັນຍັດປະກາດໃຊ້, ຫຼັງຈາກນັ້ນ ຄະນະປະຈໍາສະພາ ແຫງຊາດ ຕ້ອງລາຍງານຕໍ່ກອງປະຊຸມສະພາແຫງຊາດ ເທື່ອຖັດໄປ. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອືນ ບໍ່ມີສິດປ່ຽນແປງຮັດຕາ ອມພ. ມາດຕາ 60 ການຈັດຕັ້ງປະຕິບັດ ສະບັບນີ. ມາດຕາ 61 (ປັບປຸງ) ຜົນສັກສິດ ກົດຫນາຍສະບັບນີ້ ມີຜົນສັກສິດ ນັບແຕວັນທີ 1 ມັງກອນ 2025 ພາຍຫຼັງປະທານປະເທດ ແຫງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ ແລະ ໄດ້ລົງຈົດຫນາຍເຫດທາງ ລັດຖະການ ເປັນຕົ້ນໄປ. ກົດຫນາຍສະບັບນີ້ ປຽນແທນກົດບນາຍວາດ້ວຍອາກອນມູນຄາເພີມ ສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018 ແລະ ມາດຕາ 2 ໂຣແມັງ Il ຂອງກົດຫນາຍວາດ້ວຍການປັບປຸງບາງມາດຕາກ້ຽວກັບສ່ວຍສາ ອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021. ປະທານສະພາແຫ່ງຊາດ ຢອ ໄຊສົມພອນ ພົມວິທານ

  29. 25

Law on Value Added Tax · Nelum