Skip to content
Nelum
Laws of Laos

Law on Health No. 38

Made 2023-07-17 · Text as of 2026-10-01

Public law and official guidance, published as research. Not legal, tax or financial advice.

About this law

Language
Lao
Kind
Act
Country
Laos
Subjects
General
Keywords
public health, equity

Where to read it

    No source link is recorded for this law.

Text

The law's own text, section by section, as held. Each section has its own link.

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ປະທານປະເທດ ເລກທີ... 4./ບບທ ນະຄອນທຼວງວຽງຈັນ, ວັນທີ.30.ສິງຫຼາ.2023...... ລັດຖະດາໍລັດ ຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກຽວກັບການປະກາດໃຊ້ກົດຫນາຍວາດ້ວຍສາທາລະນະສຸກ > ອີງຕາມ ລັດຖະທໍາມະນູນ ແຫງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ຫນວດທີ VI ມາດຕາ 67 ຂໍ້ 1; > ອີງຕາມ ມະຕິຂອງກອງປະຊຸມສະພາແຫງຊາດ ສະບັບເລກທີ 88/ສພຊ, ລົງວັນທີ 17 ກໍລະກົດ 2023 ກຽວກັບການ ຮັບຮອງເອົາກົດຫນາຍວາດ້ວຍສາທາລະນະສຸກ; ຂະ. ຂ > ອີງຕາມ ຫັງສືສະເຫຼືຂອງຄະນະປະຈໍາສະພາແຫງຊາດ ສະບັບເລກທີ 22/ຄປຈ, ລົງວັນທີ 15 ສິງຫາ 2023. ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ: ມາດຕາ 1 ປະກາດໃຊ້ກົດຫນາຍວາດ້ວຍສາທາລະນະສຸກ. o ຈຼະ ຕ້ an ພ o ະ ະກ - X ມາດຕາ 2 ລັດຖະດໍາລັດສະບັບນີ ມີຜົນສັກສິດ ນັບແຕວັນລົງລາຍເຊັນ ເປັນຕົ້ນໄປ. ປະທານປະເທດ ແຫ່ງ ສປປ ລາວ =Y ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ະພາແຫ່ງຊາດ ເລກທີ 88 / ສພຊ ນະຄອນຫຼວງວຽງຈັນ, ວັນທີ 17 / 07 /23 ມະຕິ ຂອງກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຮັບຮອງເອົາກົດຫນາຍວ່າດ້ວຍສາທາລະນະສຸກ ອິງຕາມລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 63/ສພຊ . ລົງວັນທີ 8 ທັນວາ 2015 ມາດຕາ 53 ຂໍນ ອິງຕາມກົດຫນາຍວ່າດ້ວຍການປັບບຸງບາງມາດຕາຂອງກົດຫນາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດຫນາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 82/ສພຊ. ລົງວັນທີ 30 ມີຖຸນາ 2020 ມາດຕາ 11 ຂໍາ

  2. ພາຍຫຼັງທິກອງປະຊຸມສະໄບນສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ [% ໄດ້ຄົນຄວ້າພິຈາລະນາ ຢ່າງ ກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນືອໃນຂອງກົດຫນາຍວ່າດ້ວຍສາທາລະນະສຸກ ໃນວາລະຂອງກອງປະຊຸມ ຄັ້ງວັນທີ 11 ກໍລະກົດ 2023 ແລະ ຖືກພິຈາລະນາຮັບຮອງເອົາໃນວາລະຕອນເຊົາຂອງວັນທີ 17 ກໍລະກົດ 2023. ກອງປະຊຸມສະພາແຫ່ງຊາດ ຕົກລົງ: ມາດຕາ 1 ຮັບຮອງເອົາກົດຫນາຍວ່າດ້ວຍສາທາລະນະສຸກ ດ້ວຍຄະແນນສຽງຫຼາຍກວ່າເຄິງຫຶງ ຂອງຈໍານວນສະມາຊິກ ສະພາແຫ່ງຊາດ ທິເຂົາຮ່ວມກອງປະຊຸມ ມາດຕາ ຂ ມະຕິສະບັບນີ ມິຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົນໄປ. ປະທານສະພາແຫ່ງຊາດ ປ໊ອ ໄຊສົມພອນ ພົມວິທານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ສະພາແຫ່ງຊາດ ເລກທີ 38 /ສພຊ ນະຄອນຫຼວງວຽງຈັນ, ວັນທີ 17 ກໍລະກົດ 2028 ກົດຫນາຍ ວ່າດ້ວຍສາທາລະນະສຸກ ມາດຕາ 1 ຈຸດປະສົງ ກົດຫາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານສາທາລະນະສຸກ ເພື່ອເຮັດໃຫ້ວຽກງານດັງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນລະບົບ, ມີປະສິດທິພາບ, ປະສິດທິຜົນ ແນໃສ່ຮັບປະກັນໃຫ້ພົນລະເມືອງ ມີສຸຂະພາບດີ ແລະ ອາຍຸຍືນຍາວ, ສາມາດເຊື່ອມ ໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ມາດຕາ ຂ ສາທາລະນະສຸກ ສາທາລະນະສຸກ ແມ່ນ ຂະບວນການນໍາໃຊ້ ວິທະຍາສາດ, ສິລະປະ ແລະ ທັກສະ ໃນການບໍລິການ ສາທາລະນະສຸກ ແລະ ການສະຫັບສະຫນູນການບໍລິການສາທາລະນະສຸກ ດ້ວຍການມີສ່ວນຮ່ວມຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ລັດ, ເອກະຊົນ, ສັງຄົມ ແລະ ຊຸມຊົນ.

  3. ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໆນາຍສະບັບນີ້ ມີດວາມຫນາຍ ດັ່ງນີ້: 1. ສິລະປະ ຫນາຍເຖິງ ການປະພຶດ ແລະ ການສື່ສານ ຂອງບຸກຄະລາກອນສາທາລະນະສຸກ ໃນການ ປະຕິບັດວຽກງານ ດ້ວຍສີມືທີ່ດີ, ມີຄຸນນະພາບ, ມີຄວາມພາກພຽນ ແລະ ສ້າງຄວາມເພິ່ງພໍໃຈ; 2. ທັກສະ ຫນາຍເຖິງ ຄວາມຊໍານານໃນການນໍາໃຊ້ ຄວາມສາມາດ ແລະ ເຕັກນິກວິຊາສະເພາະ ເຂົ້າໃນການ ປະຕິບັດວຽກງານສາທາລະນະສຸກ ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ; 3. ລາຍຮັບທາງດ້ານວິຊາການ ຫນາຍເຖິງ ລາຍຮັບທີ່ໄດ້ຈາກ: - ການບໍລິການທາງດ້ານການແພດ ຊຶ່ງມີຄ່າ ກວດ, ປິ່ນປົວ, ວິເຄາະ, ສ່ອງລັງສີ, ຜ່າຕັດ, ຢາ, ຜະລິດຕະພັນການແພດ ແລະ ອືນໆ; - ການບໍລິການທີ່ບໍ່ແມ່ນທາງດ້ານການແພດ ຊຶ່ງມີ ຄ່າໃຫ້ເຊົ່າສະຖານທີ່ຝາກລົດ, ຄ່າໃຫ້ເຊົ່າ ຮ້ານອາຫານ, ຮ້ານຄ້າ, ປ່ອງບໍລິການ ແລະ ອື່ນໆ; 4.ຄວາມເປັນມືອາຊີບ ບນາຍເຖິງ ຄວາມອາດສາມາດໃນການເຮັດວຽກ ດ້ວຍການນໍາໃຊ້ ຄວາມຮູ້, ຄວາມສາມາດ, ຄວາມຊໍານານງານ ແລະ ຈັນຍາບັນ ໃນການປະຕິບັດວຽກງານສາທາລະນະສຸກ ຕາມມາດຕະຖານ; 5.ຫໍຕໍາແຍ ບນາຍເຖິງ ຜູ້ຊ່ວຍການອອກລູກ ຕາມແຜນບູຮານ ໂດຍສືບທອດ ຄວາມຮູ້, ປະສົບການ ຈາກບຸກຄົນໃນຊຸມຊົນ ແລະ ໄດ້ຮັບການຝຶກອົບຮົມຂຶ້ນພື້ນຖານ; 6.ຕົວຊື້ບອກ o]y ຕົວເລກສະຖິຕິ ເພື່ອກໍານົດຄາດບນາຍສູ້ຊົນ ໃນການຈັດຕັ້ງປະຕິບັດວຽກງານ ສາທາລະນະສຸກ ໃນແຕ່ລະໄລຍະ; 7.ລສັດຖະກອນແພດ ບນາຍເຖິງ ພົນລະເມືອງລາວ ຜູ້ມີວຸດທິການສຶກສາທາງດ້ານການແພດຊັ້ນໃດຫໍ່ງ ]ີ ຖືກບັນຈຸ ໃຫ້ເຮັດວຽກຫຼື ແຕ່ງຕັ້ງໃຫ້ດໍາລົງຕໍາແຫນງໃດຫົຶ່ງ ຢູ່ຂະແຫນງການສາທາລະນະສຸກ, ສະຖານທີ່ບໍລິການ ະວ ປິນປົວຂອງລັດ, ສະຖານການສຶກສາສາທາລະນະສຸກ ແລະ ອົງການກາແດງລາວ ຊຶ່ງໄດ້ຮັບເງິນເດືອນ ແລະ ເງິນອຸດຫນູນ ຈາກງົບປະມານຂອງລັດ; 8.ເຫດການສຸກເສີນທາງດ້ານສາທາລະນະສຸກ ຜນາຍເຖິງ ເຫດການທີ່ເກີດຂຶ້ນ ຈາກການລະບາດພະຍາດ ຂະຫນາດໃຫຍ່ ແລະ ແພ່ລາມໄວ ລວມທັງເຫດການທີ່ເກີດຂຶ້ນຢ່າງກະທັນຫັນຈາກໄພພິບັດທໍາມະຊາດ ແລະ/ຫຼື ມະນຸດສ້າງຂຶ້ນ ແລ້ວພາໃຫ້ມີການເສຍຊີວິດ ແລະ ເຈັບເປັນຈໍານວນຫຼາຍ ຊຶ່ງຕ້ອງໄດ້ຮັບການປິ່ນປົວທາງດ້ານ ຮ່າງກາຍ, ຈິດໃຈ ແລະ ກອບບນູ້ເອົາຊີວິດ; 9. ບນໍຢາພື້ນເມືອງ ບນາຍເຖິງ ບຸກຄົນທີ່ມີຄວາມຮູ້ ຄວາມສາມາດ ໃນການສົ່ງເສີມ, ຮັກສາສຸຂະພາບ ຂອງປະຊາຊົນ ຢູ່ທ້ອງຖິ່ນ ດ້ວຍການນໍາໃຊ້ຊ້ ວິທີການປິ່ນປົວ, ພູມປັນຍາ ການແພດ ແລະ ການຢາພື້ນເມືອງ ທີ່ສືບທອດກັນມາ; 10. ພັນທະກິດ ບນາຍເຖຶງ ຫ້າວຽກທີ່ຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອ ໃຫ້ບັນລຸວິໄສທັດ; 1. ສຸຂະພາບຫຶ່ງດຽວ ຫນາຍເຖິງ ຂະບວນການເຮັດວຽກຮ່ວມກັນ ຂອງຫຼາຍຂະແບນງງກການທີ່ມີການ ພົວພັນຢ່າງສະບນິດເເຫ້ນ ແລະ ອາໄສ ຊຶ່ງກັນ ແລະ ກັນ ໂດຍຕັດແຍກອອກຈາກກັນບໍ່ໄດ້ ລະຫວ່າງ ຄົນ, ສັດ, ສິ່ງແວດລ້ອມ ເພື່ອເຮັດໃຫ້ມີສຸຂະພາບທີ່ດີ ແລະ ມີືຄວາມສົມດູນກັນແບບບືນບົງ; 12. ພັນທຸກໍາ ຫນາຍເຖິງ ຄຸນລັກສະນະພື້ນຖານ ຂອງສິ່ງທີ່ມີຊີວິດ ທີ່ເປັນລະຫັດໃນການສືບທອດ ຫຼື ການສົ່ງຕໍ່ ຜ່ານຮຸ່ນຫຶ່ງ ໄປສູ່ອີກຮຸ່ນຫຶ່ງ; 13. ນະວັດຕະກໍາ ບນາຍເຖິງ ການນໍາໃຊ້ຄວາມຮູ້, ຄວາມສາມາດ, ກໍາມະວິທີການຜະລິດ ແລະ ປະສົບ ການດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຄົ້ນຄວ້າ, ປະດິດສ້າງ, ບໍລິການ. ພັດທະນາຜະລິດຕະພັນ, ສິນຄ້າ ທີ່ມີຄຸນນະພາບສູງ ໃນຮູບແບບໃນ່ ອອກສູ່ສັງຄົມ; 14, ຄະນະກໍາມະການຈັນຍາທໍາ ຫນາຍເຖິງ ຄະນະກໍາມະການທີ່ເຮັດຫ້າທີ່ທົບທວນ ແລະ ຮັບຮອງ ເອົາບົດສະເຫີໂຄງການຄົ້ນຄວ້າວິທະຍາສາດ ໂດຍມີຈຸດປະສົງ ເພື່ອປົກປ້ອງ ສິດ, ຜົນປະໂຫຍດ ແລະ ຄວາມປອດໄພ ຂອງຜູ້ເຂົ້າຮ່ວມ ໃນການຄົ້ນຄວ້າວິທະຍາສາດສາທາລະນະສຸກ.

  4. ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານສາທາລະນະສຸກ ລັດ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ພັພັດທະນາວຽກງານສາທາລະນະສຸກ ຕາມທິດຖືເອົາ ການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເປັນຕົ້ນຕໍ, ຖືເອົາການ ປິນປົວ, ຟື້ນປູທ້າທິ່ການ, ການບໍລິການ ແລະ ການສະ ຫັບສະຫຽູນເປັນສໍາຄັນ ດ້ວຍການປະກອບ, ສ້າງ ແລະ ພັດທະນາ ບຸກຄະລາກອນ, ສະຫນອງງົບປະມານ, ພາຫະນະ ແລະ ວັດຖຸປະກອນ ລວມທັງການກໍ່ສ້າງໂຄງລ່າງພື້ນຖານ ເຂົ້າໃນວຽກງານສາທາລະນະສຸກ ຢ່າງເຫນາະສົມ ແລະ ການສົ່ງເສີມສຸຂະພາບທົຶ່ງດຽວ. ລັດ ເອົາໃຈໃສ່ ໂຄສະນາ ເຜີຍແຜ່ ແລະ ສະຫມອງ ຂໍ້ມູນ ຂ່າວສານ ກ່ຽວກັບວຽກງານສາທາລະນະສຸກ ດ້ວຍຫຼາຍຮູບການ ເພື່ອໃຫ້ພົນລະເມືອງທຸກຄົນ, ຄອບດົວ, ຊຸມຊົນ ແລະ ສັງຄົມ ມີຄວາມຮັບຮູ້ ແລະ ເປັນເຈົ້າ ການໃນການຮັກສາສຸຂະພາບ. ລັດ ຊຸກຍູ້ ແລະ ສົ່ງເສີມ ໃຫ້ ບຸກຄົນ. ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນ ແລະ ມີສ່ວນຮ່ວມ ໃນການພັດທະນາ ແລະ ລົງທຶນ ເຂົ້າໃນວຽກງານສາທາລະນະສຸກ ໃຫ້ເຕີບ ໃຫຍ່ຂະຫຍາຍຕົວ, ທັນສະໄບນ ແລະ ບີົ໊ນຍົງ. ມາດຕາ 5 ຫຼັກການກ່ຽວກັບວຽກງານສາທາລະນະສຸກ ການເຄື່ອນໄຫວວຽກງານສາທາລະນະສຸກ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້: 1. ສອດຄ່ອງກັບ ແນວທາງ ນະໂຍບາຍ, ລັດຖະທໍາມະນູນ, ກົດຫນາຍ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນພັດທະນາສາທາລະນະສຸກ ໃນແຕ່ລະໄລຍະ; 2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ; 8. ບໍລິການ ວ່ອງໄວ, ຫັນສະໄຫ, ຍຸຕິທໍາ, ໂປງໃສ ແລະ ສາມາດກວດສອບໄດ້; 4. ຮັບປະກັນການມີມະນຸດສະທໍາ, ມີຈັນຍາບັນ, ຈັນຍາທໍາ, ຮັບປະກັນສຸຂະພາບ ແລະ ຊີວິດ ຂອງພົນລະເມືອງ ດ້ວບການສະ, ຫນອງການບໍລິການສຸຂະພາບທີ່ ມີຄຸນນະພາບ, ສະເຫີພາບ ແລະ ທົ່ວເຖິງຕາມ ຫຼັກການວິທະຍາສາດທາງດ້ານການແພດ; 5. ປະສານສົມທົບ ແລະ ມີສ່ວນຮ່ວມຂອງ ຂະແຫມງການ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນ ໃນສັງຄົມ: 6. ປະຕິບັດ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.

  5. ມາດຕາ 6 ສິດ ແລະ ພັນທະ ຂອງພົນລະເມືອງຕໍ່ວຽກງານສາທາລະນະສຸກ ພົນລະເມືອງທຸກຄົນ ໂດຍບໍ່ຈໍາແນກ ເພດ, ໄວ, ເຜົ່າ, ເຊື້ອຊາດ, ສັນຊາດ, ສາສະຫນາ ແລະ ຖານະທາງ ດ້ານເສດຖະກິດ< ສັງຄົມ ລ້ວນແຕ່ມີສິດໄດ້ຮັບການບໍລິການສາທາລະນະສຸກ ແລະ ມີພັນທະປະກອບທຶນ, ວັດຖຸປະກອນ, ເຫື່ອແຮງ, ສະຕິປັນຍາ ແລະ ເຂົ້າຮ່ວມກິດຈະກໍາ ເພື່ອພັດທະນາວຽກງານສາທາລະນະສຸກ ໃຫ້ມີຄຸນນະພາບ ແລະ ຍືນຍົງ ຕາມທີ່ໄດ້ກໍານົດໄວ້ໃນກິດບນາຍ. ມາດຕາ 7 ຂອບເຂດການນໍາໃຊ້ກົດຫນາຍ ກົດຫນາຍສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ ແລະ ເຄືອນໄຫວກ່ຽວກັບວຽກງານສາທາລະນະສຸກ ຢູ່ ສປປ ລາວ. ມາດຕາ 8 ການຮ່ວມມືສາກົນ ລັດ ສົ່ງເສີມການພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານສາທາ ລະນະສຸກ ດ້ວຍການແລກບໍຽນ ບົດຮຽນ, ຂໍ້ມູນ ຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ ແລະ ຍົກລະດັບ ຄວາມຮູ້ທາງດ້ານວິຊາການ ເພື່ອພັດທະນາວຽກງານສາທາລະນະສຸກ. ປະຕິບັດສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ. w ພາກທີ 1l ວຽກງານສາທາລະນະສຸກ ມາດຕາ ອ ວຽກງານສາທາລະນະສຸກ ວຽກງານສາທາລະນະສຸກ ມີ ດັ່ງນີ້: 1. ການບໍລິການສາທາລະນະສຸກ; 2. ການສະຫັບສະຫຼູນການບໍລິການສາທາລະນະສຸກ. ຫນວດທີ 1 ການບໍລິການສາທາລະນະສຸກ ມາດຕາ 10 ການບໍລິການສາທາລະນະສຸກ ການບໍລິການສາທາລະນະສຸກ ມີ ດັ່ງນີ: 1. ການອະນາໄມ ແລະ ສິ່ງເສີມສຸຂະພາບ; 2. ການກັນ ແລະ ຄວບຄຸມພະຍາດ; 8. ການປິ່ນບົວ ແລະ ຟື້ນຟູຫ້າທີ່ການ; 4. ການບໍລິການອື່ນດ້ານສາທາລະນະສຸກ. ມາດຕາ 11 ການອະນາໄມ ແລະ ສົ່ງເສີມສຸຂະພາບ ການອະນາໄມ ແລະ ສົ່ງເສີມສຸຂະ ພາບ ແມ່ນ ການບໍລິການສາທາລະນະສຸກກ່ຽວກັບການ ທໍາຄວາມ ສະອາດ, ກໍາຈັດ, ຄວບຄຸມສິ່ງທີ່ເບັນອັນຕະລາຍຕໍ່ສຸຂະພາບ ແລະ ສ້າງສະພາບທີ່ເອື້ອອໍານວຍ ດ້ວຍການໃຫ້ ຂໍ້ມູນ ຂ່າວສານ, ສ້າງໃຫ້ຄົນມີສະຕິຕື່ນຕົວເປັນເຈົ້າການປະຕິບັດຕາມຫຼັກການ ແລະ ວິທີການຕ່າງໆ ໃນການ ເບິ່ງແຍງດູແລ ແລະ ຮັກສາສຸຂະພາບຂອງ ຕົນ, ຄອບຄົວ, ຊຸມຊົນ ແລະ ສັງຄົມ ເພື່ອໃຫ້ມີການດໍາລົງຊີວິດ ຖືກຕ້ອງ ຕາມຫຼັກການສຸຂານາໄມ ແລະ ມີແບບແຜນການດໍາລົງຊີວິດທີ່ດີ. ການອະນາໄມ ແລະ ສົ່ງເສີມສຸຂະພາບ ປະກອບດ້ວຍ ການຮັກສາສຸຂະພາບ ແມ່ ແລະ ເດັກ, ການໂພ ຊະນາການ, ການຈັດຫານ້ໍາສະອາດ, ການອະນາໄມສິ່ງແວດລ້ອມ, ການຮັກສາສຸຂະພາບຂັ້ນຕົ້ນ ແລະ ວຽກງານອື່ນທີ່ຕິດພັນ.

  6. ມາດຕາ 12 ການກັນ ແລະ ຄວບຄຸມພະຍາດ ການກັນ ແລະ ຄວບຄຸມພະຍາດ ແມ່ນ ການບໍລິການສາທາລະນະສຸກ ກ່ຽວກັບການນໍາໃຊ້ ມາດຕະການ ຂ ານສາທາລະນະສຸກ, ມາດຕະການດ້ານສັງຄົມ, ຫຼັກການຄຸ້ມຄອງຄວາມປອດໄພ, ຫຼັກການຄຸ້ມຄອງຄວາມບນັນຄົງ ດ້ານຊີວະພາບ ແລະ ການນໍາໃຊ້ມາດຕະການອືນທີ່ຈໍາເປັນ ເຂົ້າໃນການກັນ ແລະ ຄວບຄູມ ພະຍາດ ເພື່ອຈໍາກັດ ຫຼື ຫຼຸດຜ່ອນ ການເກີດເປັນພະຍາດ ລວມທັງການຫຼຸດຜ່ອນປັດໄຈສ່ຽງ, ຄວາມຮຸນແຮງ ແລະ ຄວາມອັນຕະລາຍ ຂອງພະຍາດ. ການກັນ ແລະ ຄວບຄຸມພະຍາດ ປະກອບດ້ວຍ ການກັນ ແລະ ຄວບຄຸມ ພະຍາດຕິດຕໍ່ ແລະ ພະຍາດ ບໍ່ຕຶດຕໍ່. ມາດຕາ 13 ການປິ່ນປົວ ແລະ ຟື້ນຟູຫ້າທີ່ການ ການປິນປົວ ແລະ ຟື້ນປູຫ້າທີ່ການ ແມ່ນ ການບໍລິການ ສາທາລະນະສຸກ ກ່ຽວກັບການໃຫ້ບໍລິການ ຄົນເຈັບຕ້ວຍຄວາມຮັບຜິດຊອບ,ມີ ສິລະປະ ແລະ ທັກສະ ເພື່ອກວດ, ຊອກຄົ້ນຫາ, ບຶງມະຕິພະຍາດ, ວາງຢາ, ປະຕິບັດເຕັກນິກການແພດ ແລະ ນໍາໃຊ້ວິທີການໃນການປິນປົວ ໂດຍສົມທົບກັບ ການແພດພື້ນເມືອງ, ການແພດ ສະໄບນໃບນ, ວິທີການທາງສັງຄົມ ແລະ ການສຶກສາ ເພື່ອເຮັດໃຫ້ຄົນເຈັບ ໄດ້ຮັບການພັກຜ່ອນ, ຟື້ນຟູສຸຂະພາບ, ຫາຍຈາກພະຍາດ ແລະ ມີສຸຂະພາບດີ. ມາດຕາ 14 ການບໍລິການອື່ນດ້ານສາທາລະນະສຸກ ການບໍລິການອື່ນຕ້ານສາທາລະນະສຸກ ແມ່ນ ການບໍລິການ ທີ່ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການບໍລິການສາທາລະນະສຸກ ເພື່ອໃຫ້ສາມາດດໍາເນີນໄດ້ ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ ເປັນຕົ້ນ ການສະຫນອງເລືອດທີ່ປອດໄພ, ການປະຖົມພະຍາບານ ແລະ ການສົ່ງຕໍ່ຄົນເຈັບ. ຫວດທີ 2 ການສະບັບສະບນນ ການບໍລິການສາທາລະນະສຸກ ມາດຕາ 15 ການສະຫັບສະຫນນ ການບໍລິການສາທາລະນະສຸກ ການສະຫັບສະບຫນຼນ ການບໍລິການສາທາລະນະສຸກ ມີ ດັ່ງນີ: - ການຄຸ້ມຄອງ ຢາ ແລະ ຜະລິດຕະພັນການແພດ; ວ . ການຄຸ້ມຄອງຊັບພະຍາກອນທີ່ເປັນຢາ; ຜ . ການຄຸ້ມຄອງອາຫານ; ຂ . ການປະກັນສຸຂະພາບ; ຫ . ເສດຖະສາດສາທາລະນະສຸກ; ຫ . ການສຶກສາສາທາລະນະສຸກ; N . ການຄົ້ນຄວ້າວິທະຍາສາດສາທາລະນະສຸກ; ຜ ະບົບ ຂໍ້ມູນ ຂ່າວສານ ຕ້ານສາທາລະນະສຸກ; ແ . ການປະເມີນຜົນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ; 10.ການສະຫັບສະບນນອືນດ້ານສາທາລະນະສຸກ.

  7. ມາດຕາ 16 ການຄຸ້ມຄອງ ຢາ ແລະ ຜະລິດຕະພັນການແພດ ການຄຸ້ມຄອງ ຢາ ແລະ ຜະລິດຕະພັນການແພດ ແມ່ນ ການສະຫັບສະບຫນຼນການບໍລິການສາທາລະນະ ສຸກ ກ່ຽວກັບການຄົ້ນຄວ້າ, ການພັດທະນາ, ການທົດລອງ, ການວິໄຈຄຸນນະພາບ, ການຢັ້ງຢືນ ຢາ ແລະ ຜະລິດຕະພັນການແພດ ເຊັ່ນ ການກໍານົດບັນຊີ, ຈັດປະເພດ, ຕິດຕາມຄວາມປອດໄພ, ໃຫ້ ຂໍ້ມູນ ຂ່າວສານ, ປຸງເເຕ່ງ, ຜ້ຜະລິດ, ຂຶ້ນທະບຽນ, ຈົດແຈ້ງ, ເກັບຮັກສາ, ຈໍາຫນ່າຍ, ແຈກຢາຍ ຢາ ແລະ ຜະລິດຕະພັນການແພດ ເພື່ອຮັບປະກັນຄຸນນະພາບ, ມາດຕະຖານ, ຄວາມປອດໄພ, ລາຄາ, ການນໍາໃຊ້ ຢາ ແລະ ຜະລິດຕະພັນການແພດ ຢ່າງສົມເຫດສົມຜົນ ແລະ ມີຄວາມຍຸຕິທໍາ. ມາດຕາ 17 ການຄຸ້ມຄອງຊັບພະຍາກອນທີ່ເປັນຢາ ການຄຸ້ມຄອງຊັບພະຍາກອນທີ່ເປັນຢາ ແມ່ນ ການສະຫັບສະບຫນູນການບໍລິການສາທາລະນະສຸກ ກ່ຽວກັບ ການສົ່ງເສີມການປາພື້ນເມືອງ ດ້ວຍການ ປູກ, ລໍ້ຽງ, ຂຸດຄົ້ນພືດ, ຕົ້ນໄມ້, ສັດ ແລະ ແຮ່ທາດ ທີ່ເປັນຢາ ລວມທັງ ການພັດທະນາ, ອະນຸລັກ, ປົກປັກຮັກສາ, ປຸງແຕ່ງ, ຜະລິດ, ນໍາໃຊ້, ນໍາເຂົ້າ, Heen ແລະ ສົ່ງຜ່ານ ຊັບພະຍາກອນທີ່ເປັນຢາແບບຍືນຍົງ, ມີຄວາມອຸດົມສົມບູນ, ບໍ່ໃຫ້ສູນພັນ ເພື່ອນໍາໃຊ້ເຂົ້າໃນການບໍລິການ ສາທາລະນະສຸກ. ມາດຕາ 18 ການຄຸ້ມຄອງອາຫານ ການຄຸ້ມຄອງອາຫານ ແມ່ນ ການສະຫັບສະຫຸນການບໍລິການສາທາລະນະສຸກ ກ່ຽວກັບການຄຸ້ມຄອງ, ການຕິດຕາມ ກວດກາ ການປະຕິບັດຫຼັກການສຸຂານາໄມ, ວິທີການ ແລະ ເງື່ອນໄຂ ໃນການ ຜະລິດ, ປຸງແຕ່ງ, ຂຶ້ນທະບຽນ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ຈໍາຫນາຍ ແລະ ວິໄຈຄຸນນະພາບອາຫານ ລວມທັງການເກັບຮັກສາ ແລະ ໂຄສະນາກ່ຽວກັບອາຫານ ເພື່ອຮັບປະກັນ ຄຸນນະພາບ, ມາດຕະຖານ ແລະ ຄວາມປອດໄພຂອງອາຫານ. ມາດຕາ 19 ການປະກັນສຸຂະພາບ ການປະກັນສຸຂະພາບ ແມ່ນ ການສະຫັບສະຫູນການບໍລິການສາທາລະນະສຸກ ກ່ຽວກັບການຮັບ ປະກັນໃຫ້ພົນລະເມືອງລາວ ແລະ ຜູ້ປະກັນຕົນ ໄດ້ເຂົ້າເຖິງການບໍລິການສຸຂະພາບ ຢ່າງທົ່ວເຖິງ, ສະເຫນີພາບ ແລະ ຫຼຸດຜ່ອນການໃຊ້ຈ່າຍຂອງຄົນເຈັບ ເປັນຕົ້ນ ການສົ່ງເສີມສຸຂະພາບ, ກັນພະຍາດ , ກວດ, ບຶງມະຕິ, ປິນບົວ ແລະ ຟື້ນຟູຫໍ້າທີ່ການ ດ້ວຍການສົມທົບທຶນເຂົ້າກອງທຶນປະກັນສຸຂະພາບແຫ່ງຊາດ ຕາມກົດຫນາຍ.

  8. ມາດຕາ 20 ເສດຖະສາດສາຫາລະນະສຸກ ເສດຖະສາດສາທາລະນະສຸກ ແມ່ນ ການສະຫັບສະຫນນການບໍລິການສາທາລະນະສຸກ ດ້ວຍການ ນໍາໃຊ້ຫຼັກການທາງເສດຖະສາດ, ຄະນິດສາດ ແລະ ຂໍ້ມູນຕົວຈິງທີ່ກ່ຽວຂ້ອງ ເຂົ້າໃນການຄິດໄລ່ ເພື່ອຄາດ ຄະເນ, ປະເມີນ ຄວາມເປັນໄປໄດ້, ຄວາມເຫນາະສົມ, ປະສິດທິພາບ, ປະສິດທິຜີນ ແລະ ຫຼຸດຜ່ອນ ຄ່າໃຊ້ຈ່າຍ, ງົບປະມານ ທີ່ບໍ່ຈໍາເປັນ ລວມທັງການຕໍ່ລອງລາດາທີ່ຖືກຕ້ອງ ແລະ ເຫນາະສົມ ກັບຜູ້ສະຫນອງການບໍລິການ ສຸຂະພາບ. ຢາ, ວັກຊິນ ແລະ ຜະລິດຕະພັນການແພດ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ແກ່ສຸຂະພາບຂອງ ປະຊາຊົນ. ມາດຕາ 21 ການສຶກສາສາທາລະນະສຸກ ການສຶກສາສາທາລະນະສຸກ ແມ່ນ ການ ສ້າງ, ບໍາລຸງ, ຄົ້ນດວ້າ, ວິໄຈ, ທົດລອງ, ຝຶກອົບຮົມ, ຝຶກປະຕິບັດ ຕົວຈິງ ໃຫ້ແກ່ນັກສຶກສາ, ບຸກຄະລາກອນສາທາລະນະສຸກ ຢູ່ສະຖານການສຶກສາສາທາລະນະສຸກ, ສະຖານທີ່ ບໍລິການສາທາລະນະສຸກ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ມະຫາວິທະຍາໄລ, ວິທະຍາໄລ, ສະຖາບັນ, ສູນ, ໂຮງຫໍ, ໂຮງງານ. ມາດຕາ 22 ການຄົ້ນຄວ້າວິທະຍາສາດສາທາລະນະສຸກ ການຄົ້ນຄວ້າວິທະຍາສາດສາທາລະນະສຸກ ແມ່ນ ຂະບວນການ ເກັບກໍາ, ລວບລວມຂໍ້ມູນ, ວິເຄາະ ແລະ ແປຜົນ ຂໍ້ມູນທີ່ກ່ຽວຂ້ອງ ຢ່າງເປັນລະບົບ ເປັນຕົ້ນ ການຄົ້ນຄວ້າດ້ານ ພຶດຕິກໍາ, ການທົດລອງດ້ານຄຣີນິກ, ພັນທຸກໍາ, ສາທາລະນະສຸກສາດ, ນະວັດຕະກໍາ, ເຕັກນິກວິທະຍາສາດດ້ານການແພດ, ປາ ແລະ ຜະລິດຕະພັນການ 6 ແພດ ເພື່ອໃຫ້ໄດ້ຄວາມຮູ້ໃຫນ, ຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ຕ້ອງເຜີຍແຜ່, ສະຫນອງຂໍ້ມູນ ທີ່ໄດ້ມາຈາກ ການຄົ້ນຄວ້າ ເຂົ້າໃນການປັບປຸງວຽກງານສາທາລະນະສຸກ. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນການຄົ້ນດວ້າວິທະຍາສາດສາທາລະນະສຸກ ຢູ່ ສປປ ລາວ ຕ້ອງຂໍອະນຸຍາດນໍາຕະນະກໍາມະການຈັນຍາທໍາທີ່ກ່ຽວຂ້ອງ ຕາມລະບຽບການ.

  9. ມາດຕາ 23 ລະບົບ ຂໍ້ມູນ ຂ່າວສານ ດ້ານສາທາລະນະສຸກ ລະບົບ ຂໍ້ມູນ ຂ່າວສານ ດ້ານສາທາລະນະສຸກ ແມ່ນ ລະບົບຂໍ້ມູນທີ່ສັງລວມການລາຍງານຈາກ ບ້ານ, ສະ :ຖານທີ່ບໍລິການສາ :ທາລະນະສຸກ, ການສໍາຫຼວດ, ການຄົ້ນຄວ້າວິທະຍາສາດ ແລະ ການເຝົ້າລະວັງ ລວມທັງ ການສັງລວມຕົວຊື້ບອກ ລະດັບຊາດ ແລະ ສາກົນ ເພື່ອປະເມີນ, ວິເຄາະ, ແປຜົນ ແລ້ວລາຍງານ, ວາງແຜນການ ແຕ່ລະໄລຍະ ເເລະ ເຜີຍເເຜ່ ຂໍ້ມູນ ຂ່າວສານ ຕ້ານສາທາລະນະສຸກ ໃນຂອບເຂດທົ່ວປະເທດ. ກະຊວງສາທາລະນະສຸກ ປະສານສົມທົບກັບກະຊວງອື່ນ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ຄົ້ນຄວ້າ ສ້າງ, ຄຸ້ມຄອງ ແລະ ນໍາໃຊ້ ລະບົບ ຂໍ້ມູນ ຂ່າວສານ ດ້ານສາທາລະນະສຸກ ໃນຮູບແບບ ເອເລັກໂຕຣນິກ ແລະ ຮູບແບບອືນ. ມາດຕາ 24 ການປະເມີນຜົນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ການປະ ເມີນຜົນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ແມ່ນ ການຕິດຕາມ ກວດກາ ການຈັດຕັ້ງ ປະຕິບັດຕາມມາດຕະຖານ ແລະ ຕົວຊື້ບອກດ້ໍາ 1ນສາທາລະນະສຸກ, ການຕິລາຄາ ຜົນສໍາເລັດ, ຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອພັດທະນາວຽກງານສາທາລະນະສຸກ. ມາດຕະຖານ ແລະ ຕົວຊີ້ບອກ ດ້ານສາທາລະນະສຸກ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ມາດຕາ 25 ການສະຫັບສະຫນູນອືນດ້ານສາທາລະນະສຸກ ການສະຫັບສະບນນອືນດ້ານສາທາລະນະສຸກ ແມ່ນ ການເຄື່ອນໄຫວວຽກງານອືນ ທີ່ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ການບໍລິການສາທາລະນະສູກ ເປັນຕົ້ນ ການສ້າງກົນໄກປະສານງານ, ການມີສ່ວນ ຮ່ວມລະຫວ່າງ ຄູ່ຮ່ວມພັດທະນາ, ການນໍາໃຊ້ກໍາລັງມະຫາຊົນ. ພາກທີ I ບຸກຄະລາກອນສາຫາລະນະສຸກ ມາດຕາ 26 ບຸກຄະລາກອນສາທາລະນະສຸກ ບຸກຄະລາກອນສາທາລະນະສຸກ ແມ່ນ ພະນັກງານ-ລັດຖະກອນ, ລັດຖະກອນແພດ, ຜູ້ປະກອບວິຊາຊີບ ປິ່ນປົວ, ພະນັກງານ ຕາມສັນຍາ ແລະ ອາສາສະຫັກຢູ່ສະຖານທີ່ບໍລິການສາທາລະນະສຸກ, ອາສາສະຫັກສາທາ ລະນະສຸກບ້ານ, ຫໍ່ຕໍາແຍ, ບໍຢາພື້ນເມືອງ.

  10. ມາດຕາ 27 ການຄຸ້ມຄອງບຸກຄະລາກອນສາທາລະນະສຸກ ຂະແຫງງການສາທາລະນະສຸກ, ຂະແຫງການປ້ອງກັນປະເທດ, ຂະແຫງການປ້ອງກັນຄວາມສະຫງົບ ເປັນຜູ້ຄຸ້ມຄອງບຸກຄະລາກອນສາທາລະນະສຸກພາກລັດ ລວມທັງພະນັກງານຕາມສັນຍາ ແລະ ອາສາສະຫຽັກຢູ່ ະຖານທີບໍລິການສາທາລະນະສຸກ, ອາສາສະບນັກສາທາລະນະສຸກບ້ານ, ຫໍ່ຕໍາແຍ, ຫໍຢາພື້ນເມືອງ ດ້ວຍການ ບັນຈຸ, ສັບຊ້ອນ, ຈັດວາງ, ຂຶ້ນບັນຊີ ແລະ ຂຶ້ນທະບຽນ ຕາມພາລະບົດບາດຂອງຕົນ ໂດຍມືການປະສານສົມທົບ ກັບຂະແບນງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ສໍາລັບການຄຸ້ມຄອງບຸກກະລາກອນສາທາລະນະສຸກ ໃນຂົງເຂດເອກະຊົນ ໃຫ້ປະຕິບັດຕາມກົດເນາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ມາດຕາ 28 ການພັດທະນາບຸກຄະລາກອນສາທາລະນະສຸກ ການພັດທະນາບຸກຄະລາກອນສາທາລະນະສຸກ ແມ່ນ ການສ້າງ, ການບໍາລຸງ, ການຍົກລະດັບ ແລະ ພັດທະນາຊັບພະຍາກອນມະນຸດ ໃນຂົງເຂດສາທາລະນະສຸກ ໃຫ້ມີຄວາມຮູ້, ຄວາມສາມາດ, ມີສິລະປະ, ທັກສະ, ມີຈັນຍາບັນ, ຈັນຍາທໍາ ແລະ ມີຄວາມເປັນມືອາຊີບ ໃນການປະຕິບັດວຽກງານສາທາລະນະສຸກ ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ ເພື່ອບັນລູຄວາມຕ້ອງການດ້ານບຸກຄະລາກອນສາທາລະນະສຸກ ທັງດ້ານປະລິມານ ແລະ ຄູນນະພາບ. ຂະແບນງການສາທາລະນະສຸກ, ຂະແຫນງການອື່ນ ສົ່ງເສີມ, ສ້າງເງື່ອນໄຂ ໃຫ້ບຸກຄະລາກອນ ສາທາລະນະສຸກ ທັງພາກລັດ ແລະ ເອກະຊົນ ໄດ້ຮັບການຝຶກອົບຮົມ, ຍົກລະດັບດ້ານວິຊາສະເພາະ, ໄດ້ຮັບ ການພັດທະນາ ເພື່ອສ້າງເປັນຜູ້ສືບທອດ ເແລະ ຕອບສະຫນອງຄວາມຕ້ອງການຂອງວຽກງານສາທາລະນະສຸກ ໃນແຕ່ລະໄລຍະ. ພາກທີ IV ການລົງທຶນໃສ່ວຽກງານສາທາລະນະສຸກ ມາດຕາ 29 ການລົງທຶນຂອງລັດ ການລົງທຶນຂອງລັດ ແມ່ນ ການສະຫນອງງົບປະມານ ໃຫ້ແກ່ການບໍລິການສາທາລະນະສຸກ, ການສະບັບ ສະບນູນການບໍລິການສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ, ການກໍ່ສ້າງໂຄງລ່າງພື້ນຖານ, ການສະຫນອງ ພາຫະນະ ແລະ ວັດຖຸປະກອນ ເພື່ອໃຫ້ບັນລຸເປົ້ານາຍການປົກຄຸມສຸຂະພາບທົ່ວປວງຊົນ, ຮັບປະກັນໃຫ້ການເຄື່ອນໄຫວວຽກງານສາທາລະນະສຸກ ມີປະສິດທິພາບ, ມີປະສິດທິຜົນ ແລະ ຍືນຍົງ.

  11. ມາດຕາ 30 ແຫຼ່ງທຶນ ແຫຼ່ງທຶນ ທີ່ນໍາໃຊ້ເຂົ້າໃນວຽກງານສາທາລະນະສຸກ ມີ ດັ່ງນີ້: 1. ງົບປະມານຂອງລັດ; ຂ. ກອງທຶນປະກັນສຸຂະພາບແຫ່ງຊາດ, ກອງທຶນຄວບດຸມຢາສູບ ແລະ ກອງທຶນອື່ນທີ່ກ່ຽວຂ້ອງ; 3. ລາຍຮັບທາງດ້ານວິຊາການ; 4. ການຊ່ວຍເຫຼືອຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລວມທັງ ການຈັດຕັ້ງສາກົນ; 5. ລາຍຮັບອື່ນ ທີ່ຖືກຕ້ອງຕາມກົດບນາຍ. ການຄຸ້ມຄອງ ແລະ ການນໍາໃຊ້ແຫຼ່ງທຶນ ໃຫ້ປະຕິບັດຕາມກົດຫນາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ມາດຕາ 31 ງົບປະມານ ລັດ ຈັດບຸລິມະສິດ ແລະ ເພີ່ມອັດຕາສ່ວນລາຍຈ່າຍງົບປະມານແຫ່ງລັດ ເກົ້າສ່ວນຮ້ອບ ຂຶ້ນໄປ ໃຫ້ແກ່ ການບໍລິການສາທາລະນະສຸກ ແລະ ການສະຫັບສະຫນູນການບໍລິການສາທາລະນະສຸກ. ການຄຸ້ມຄອງ ແລະ ການນໍາໃຊ້ງົບປະມານ ໃຫ້ລວມສູນ ໂດຍຂຶ້ນກັບສາຍຕັ້ງ ຕາມລະບຽບການ ກ່ຽວກັບການຄຸ້ມຄອງການເງິນ ແລະ ການບັນຊີ . ມາດຕາ 32 ຄ່າທໍານຽມ ແລະ ຄ່າບໍລິການ ການເກັບຄ່າທໍານຽມ ແລະ ຄ່າບໍລິການ ກ່ຽວກັບວຽກງານສາທາລະນະສູກຂອງພາກລັດ ໃຫ້ປະຕິບັດ ຕາມລະບຽບການ ກ່ຽວກັບຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ. ສໍາລັບຄໍາບໍລິການຂອງພາກເອກະຊົນ ໃຫ້ປະຕິບັດຕາມສະຖານທີ່ບໍລິການສາທາລະນະສຸກເອກະຊົນ ພາຍໃຕ້ການຄວບຄຸມຂອງລັດ ແລະ ຕ້ອງແຈ້ງລາດາໃຫ້ຜູ້ໃຊ້ບໍລິການ ກ່ອນການບໍລິການປິ່ນປົວ. ມາດຕາ 33 ການລົງທຶນຂອງພາກເອກະຊົນ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ລົງທຶນໃສ່ວຽກງານ ສາທາລະນະສຸກ ເປັນຕົ້ນ ການກໍ່ສ້າງໂຄງລ່າງພື້ນຖານ, ການສະຫນອງການບໍລີການສຸຂະພາບ ແລະ ຜະລິດຕະພັນ ການແພດ ຈະໄດ້ຮັບນະໂຍບາຍສົ່ງເສີມການລົງທຶນ ຕາມກົດຫນາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດຫນາຍ ອື່ນທີ່ກ່ຽວຂ້ອງ. ມາດຕາ 34 ການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ລັດ ສົ່ງເສີມ ການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ໃນການກໍ່ສ້າງ, ປັບປຸງ, ພັດທະນາ ວຽກງານສາທາລະນະສຸກ. ການລົງທຶນຮ່ວມລະຫວ່າງ ພາກລັດ ແລະ ພາກເອກະຊົນ ໄດ້ກໍານົດໄວ້ ໃນລະບຽບການຕ່າງຫາກ.

  12. ພາກທີ vV ສະພາຄຸ້ມຄອງວິຊາຊີບ, ສະພາວິທະຍາສາດ ແລະ ສະມາຄົມ ສາທາລະນະສຸກ ຫນວດທີ 1 ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ມາດຕາ 35 ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ະພາຄຸ້ມຄອງວິຊາຊິບສາທາລະນະສຸກ ແມ່ນ ອົງການຄຸ້ມຄອງວິຊາຊີບ ຢູ່ພາຍໃຕ້ການຄຸ້ມຄອງ ຂອງກະຊວງສາທາລະນະສຸກ ມີພາລະບົດບາດ ເປັນເສນາທິການໃຫ້ແກ່ກະຊວງສາທາລະນະສຸກ ໃນການ ຄຸ້ມຄອງທາງດ້ານວິຊາການ ກ່ຽວກັບການຄວບຄຸມຄຸນນະພາບ, ຄວາມສາມາດ, ຈັນຍາບັນ, ຈັນຍາທໍາ, ມາດຕະຖານການປະຕິບັດງານທີ່ດີ ຂອງຜູ້ປະກອບວິຊາຊີບສາທາລະນະສຸກ, ປົກປ້ອງສິດ, ຜົນປະໂຫຍດ ຂອງຜູ້ໃຫ້ ແລະ ຜູ້ຮັບບໍລິການສາທາລະນະສຸກ. ການຈັດຕັ້ງ ແລະ ການເດືອນໄຫວຂອງສະພາຄຸ້ມຄອງວິຊາຊີບສາທາລະນະສູກ ໄດ້ກໍານົດໄວ້ໃນ ລະບຽບການຕ່າງຫາກ. ມາດຕາ 86 ສິດ ແລະ ຫ້າທີ ຂອງສະພາຕຄຸ້ມຄອງວິຊາຊີບສາທາລະນະສຸກ ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ມີ ສິດ ແລະ ຫ້າທີ່ ດັ່ງນີ: 1. ຄົ້ນຄວ້າ, ປະກອບຄໍາເຫັນຕໍ່ນະໂຍບາຍ, ລະບຽບການ ກ່ຽວກັບຜູ້ປະກອບວິຊາຊີບສາທາ ລະນະສຸກ; ຂ. ໃຫ້ຄໍາປຶກສາ ແກ່ຜູ້ປະກອບວິຊາຊີບສາທາລະນະສຸກ ກ່ຽວກັບ ຄູນນະພາບ , ຈັນຍາບັນ, ຈັນຍາທໍາ ແລະ ມາດຕະຖານ ການປະຕິບັດງານທີ່ດີ; 5. ຊຸກຍູ້, ຕິດຕາມ, ຕີລາຄາ ແລະ ປະເມີນຜົນ ການເຄື່ອນໄຫວຂອງຜູ້ປະກອບວິຊາຊີບສາທາ ລະນະສຸກ; 4. ອອກ, ໂຈະ § ຖອນ ໃບຢັ້ງຢືນວິຊາຊີບສາທາລະນະສຸກ; 5. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດບນາຍ. ຫນວດທີ 2 ສະພາວິທະຍາສາດສາທາລະນະສຸກ ມາດຕາ 37 ສະພາວິທະຍາສາດສາທາລະນະສຸກ ສະພາວິທະຍາສາດສາທາລະນະສຸກ ແມ່ນ ການຈັດຕັ້ງທາງດ້ານວິຊາການ ທີ່ສ້າງຕັ້ງໂດຍກະຊວງສາທາ ລະນະສຸກ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງສາທາລະນະສຸກ ກ່ຽວກັບການຄົ້ນດວ້າວິທະຍາສາດ ສາທາລະນະສຸກ. ໂຄງປະກອບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະພາວິທະຍາສາດສາທາລະນະສຸກ ໄດ້ກໍານົດໄວ້ໃນ ລະບຽບການຕ່າງຫາກ.

  13. ມາດຕາ 38 ສິດ ແລະ ຫ້າທີ ຂອງສະພາວິທະຍາສາດສາທາລະນະສຸກ ສະພາວິທະຍາສາດສາທາລະນະສຸກ ມີ ສິດ ແລະ ຫຼ້າທີ່ ດັ່ງນີ້: 1.ຄົນຄວ້າ, ສ້າງ ນະໂຍບາຍ, ແຜນຍຸດທະສາດ ແລະ ແຜນການ ກ່ຽວກັບການຄົນດວ້າວິທະຍາສາດ ສາທາລະນະສຸກ ເພື່ອນໍາສະເພີກະຊວງສາທາລະນະສຸກ ພິຈາລະນາ: 2. ສັງລວມບົດສະເຫີຄົ້ນຄວ້າວິທະຍາສາດສາທາລະນະສຸກ ຂອງພາກສ່ວນຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຂໍອະນຸມັດຈາກກະຊວງສາທາລະນະສຸກ; 8. ຄັດເລືອກ, ຈົດທະບຽນ ແລະ ຮັບຮອງ ຫົວບົດຄົ້ນຄວ້າວິທະຍາສາດສາທາລະນະສູກ ຢູ່ພາຍໃນ ແລະ ຕ່າງປະເທດ ແລ້້ວນໍາສະເຫີກະຊວງສາທາລະນະສຸກ ພິຈາລະນານໍາໃຊ້ເຂົ້າໃນການພັດທະນາວຽກງານສາທາ ລະນະສຸກ; 4. ຄົ້ນຄວ້າ, ເລືອກເຟັ້ນ ແລະ ຮັບຮອງ ເຕັກນິກ, ເຕັກໂນໂລຊີ, ວິທະຍາສາດໃຫ່ ດ້ານສາທາລະນະສຸກ ທັງພາຍໃນ ແລະ ຕ່າງປະເທດ ແລ້ວນໍາສະເຫີກະຊວງສາທາລະນະສຸກ ພິຈາລະນານໍາໃຊ້ເຂົ້າໃນການພັດທະນາ ວຽກງານສາທາລະນະສຸກ; 5. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອືນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. 10 ຫຼວດທີ່ 3 ສະມາຄົມສາທາລະນະສຸກ ມາດຕາ 39 ສະມາຄົມສາທາລະນະສຸກ ສະມາຄົມສາທາລະນະສຸກ ແມ່ນ ການຈັດຕັ້ງສັງຄົມ ທີ່ສ້າງຕັ້ງຂຶ້ນດ້ວຍຄວາມສະຫັກໃຈ, ມີຫຼາຍສາຂາ ວິຊາເຄື່ອນໄຫວເປັນປະຈໍາ, ບໍ່ຫວັງຜົນກໍາໄລ, ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ, ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາ ຂອງສະມາຄົມ, ສະມາຊິກສະມາຄົມ ຫຼື ຊຸມຊົນ, ປະກອບສ່ວນເຂົາໃນການພັດທະນາວຽກງານ ສາທາລະນະສຸກ. ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະມາຄົມສາທາລະນະສຸກ ໄດ້ກໍານົດໄວ້ໃນລະບຽບການ ຕ່າງຫາກ. ມາດຕາ 40 ສິດ ແລະ ພ້າທີ່ ຂອງສະມາຄົມສາທາລະນະສຸກ ສະມາຄົມສາທາລະນະສຸກ ມີ ສິດ ແລະ ຫຼ້າທີ່ ດັ່ງນີ້: 1. ເຄື່ອນໄຫວໃຫ້ຖືກຕ້ອງ ຕາມແນວທາງ ນະໂຍບາຍ, ລັດຖະທໍາມະນູນ, ກົດຫນາຍ ແລະ ລະບຽບ ການ; ຂ. ປະສານສົມທົບກັບ ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານຂອງຕົນ; 38. ລະດົມ, ຂົນຂວາຍ ແລະ ຮັບເອົາການສະຫັບສະບນູນ ແລະ ການຊ່ວຍເຫຼືອຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໂດຍສອດຄ່ອງກັບກົດປນາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ; 4. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດບນາຍ.

  14. ພາກທີ VI ຄວາມຮັບຜິດຊອບ, ການມີສ່ວນຮ່ວມ ໃນວຽກງານສາທາລະນະສຸກ ແລະ ການໂຕ້ຕອບເຫດການສຸກເສີນທາງດ້ານສາທາລະນະສຸກ ມາດຕາ 41 ຄວາມຮັບຜິດຊອບຂອງລັດ ອົງການຈັດຕັ້ງຂອງລັດແຕ່ລະຂັ້ນ ມີຄວາມຮັບຜິດຊອບ ໃນວຽກງານສາທາລະນະສຸກ ລວມທັງການ ໂຕ້ຕອບເຫດການສຸກເສີນທາງຕ້ານສາທາລະນະສຸກ ຕ້ວຍການເປັນເຈົ້າການໃນການຈັດຕັ້ງປະຕິບັດແຜນຍຸດ ທະສາດ, ກົດຫນາຍ, ສ້າງເງື່ອນໄຂ, ອໍານວຍຄວາມສະດວກ, ໂຄສະນາ ເຜີຍແຜ່, ປຸກລະດົມ ແລະ ການກໍານົດ ມາດຕະການໃນການປະຕິບັດວຽກງານ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ. ມາດຕາ 42 ຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມຂອງສັງຄົມ ທຸກພາກສ່ວນໃນສັງຄົມ ມີຄວາມຮັບຜິດຊອບ ແລະ ມີສ່ວນຮ່ວມ ໃນວຽກງານສາທາລະນະສຸກ ລວມທັງ ການໂຕ້ຕອບເຫດການສຸກເສີນທາງດ້ານສາທາລະນະສຸກ ເປັນຕົ້ນ ການສຶກສາອົບຮົມ, ການໂຄສະນາ ເຜີຍແຜ່ ຂໍ້ມູນ ຂ່າວສານ ຕ້ານສາທາລະນະສູກ, ການປູກລະດົມ ທົ່ວປວງຊົນ ໃຫ້ຄວາມສໍາຄັນແກ່ວຽກງານສາທາລະນະ 11 ສຸກ ແລະ ເອົາໃຈໃສ່ ປະຕິບັດມາດຕະການທີ່ລັດວາງອອກ ໃນແຕ່ລະໄລຍະ ເພື່ອໃຫ້ພົນລະເມືອງທຸກຄົນ ມີສຸຂະພາບດີ ແລະ ອາຍຸບືນບາວ. ມາດຕາ 48 ການໂຕ້ຕອບເຫດການສຸກເສີນທາງດ້ານສາທາລະນະສຸກ ການໂຕ້ຕອບເຫດການສຸກເສີນທາງດ້ານສາທາລະນະສຸກ ແມ່ນ ການນໍາໃຊ້ ມາດຕະການດ້ານສາທາ ລະນະສຸກ, ມາດຕະການທາງດ້ານສັງຄົມ, ມາດຕະການອື່ນທີ່ຈໍາເປັນ ແລະ .ລະບຽບການສາກົນດ້ານສາທາ ລະນະສຸກ ເຊັ່ນ ການນໍາໃຊ້ວິທີການທາງດ້ານການແພດ, ການສະຫນອງ ຢາ, ວັກຊີນກັນພະຍາດ, ອຸປະກອນການ ແພດ, ພາຫະນ , ວັດຖຸປະກອນ, ບຸກຄະລາກອນສາທາລະນະສຸກ ແລະ ການກໍສ້າງໂຄງລ່າງພື້ນຖານ. ຂະແບນງການສາທາລະນະສຸກ ເປັນເຈົ້າການປະສານສົບຫົບກັບ ຂະແຫນງການ, ອົງການ, ອົງການ ປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການກະກຽມ ແລະ ໂຕ້ຕອບເຫດການສຸກເສີນທາງ ດ້ານສາທາລະນະສຸກ ຢ່າງທັນການ.

  15. ພາກທີ ໄ!| ຂໍຫ້າມ ມາດຕາ 44 ຂໍ້ຫ້າມທົ່ວໄປ ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້: 1. ສ້າງ ອຸປະສັກ, ຂັດຂວາງ, ໃຊ້ຄວາມຮຸນແຮງ, ບັງຄັບ ນາບຂູ່ , ຈໍາແນກ, ບິ້ນປະບນາດ ຕໍ່ການ ເຄື່ອນໄຫວວຽກງານ & ການປະຕິບັດຫໍ້າທີ່ ຂອງບຸກຄະລາກອນສາທາລະນະສຸກ; 2.ໃສ່ຮ້າຍ ປ້າຍສີ ຫຼື ໂຄສະນາທັບຖົມ ການຈັດຕັ້ງ ແລະ ບຸກຄະລາກອນສາທາລະນະສຸກ; 8.ໃຫ້ ຫຼື ເປັນສື່ກາງໃນການໃຫ້ ຫຼື ຮັບສິນບົນ; 4.ໂຄສະນາ ເຜີຍແຜ່ ຫຼື ສະຫນອງຂໍ້ມູນ ເກີນຄວາມເປັນຈິງ, ໃນທາງບິດເບືອນ, ທີ່ສ້າງຄວາມ ເສື່ອມເສບໃຫ້ແກ່ວຽກງານສາທາລະນະສຸກ; ຣ.ນໍາໃຊ້, ເປີດເຜີຍ, ດັດແປງ, ສິ່ງ ຫຼື ທໍາລາຍ ຂໍ້ມູນ ຂ່າວສານດ້ານສາທາລະນະສຸກ ໂດຍບໍ່ໄດ້ຮັບ ອະນຸຍາດ; ຣ.ມີພຶດຕິກໍາອືນ ທີ່ເປັນການລະເມີດກົດຫນາຍ. ມາດຕາ 45 ຂໍ້ຫ້າມ ສໍາລັບບຸກຄະລາກອນສາທາລະນະສຸກ ຫ້າມ ບຸກກະລາກອນສາທາລະນະສຸກ ມີພຶດຕິກໍາ ຕັ່ງນີ້: 1.ສວຍໃຊ້ ສິດ, ຫ້າທີ່, ຕໍາແຫ່ງ ເພື່ອຫາຜິນປະໂຫຍດ ແກ່ຕົນ, ຄອບຄົວ, ຍາດພີ່ນ້ອງ ຫຼື ພັກພວກຕົນ; 2. ກົດຫ່ວງ. ຖ່ວງດຶງ, ປອມແປງ ເອກະສານ, ນໍາໃຊ້ເອກະສານປອມ ຫຼື ອອກ, ທໍາລາຍ ເອກະສານ ໂດຍບໍ່ໄດ້ຮັບອະນຸຍາດ; 5. ປະຕິບັດຫ້າທີ່ດ້ວຍຄວາມປະບນາດ, ເລີ່ນເລີ້, ເມີນເສີຍ, ລໍາອຽງ, ຂາດ ຄວາມຮັບຜິດຊອບ, ຈັນຍາບັນ ແລະ ຈັນຍາທໍາ ທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ສຸຂະພາບ ຫຼື ຊີວິດ ຂອງບຸກຄົນອື່ນ; 4. ຂໍເອົາ, ທວງເອົາ, ຮັບເອົາ ສິນບົນ ຈາກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ; 5. ຮຽກເອົາຄ່າທໍານຽມ ຫຼື ຄ່າບໍລິການ ທີ່ບໍ່ຖຶກຕ້ອງຕາມກົດຫນາຍ ແລະ ລະບຽບການ; 6. ນໍາໃຊ້ລາຍຮັບດ້ານວິຊາການ ບໍ່ຖືກຕ້ອງຕາມກົດຫນາບ ແລະ ລະບຽບການ; 7. ເປີດເຜີຍຄວາມລັບທາງລັດຖະການ, ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໂດຍບໍ່ໄດ້ຮັບ ອະນຸຍາດ; ຣ. ມິພຶດຕິກໍາອືນ ທີ່ເປັນການລະເມີດກົດຫນາຍ .

  16. ພາກທີ | ການຄຸ້ມຄອງ ແລະ ການກວດກາ ວຽກງານສາທາລະນະສຸກ ຫວດທີ 1 ການຄຸ້ມຄອງວຽກງານສາທາລະນະສຸກ ມາດຕາ 46 ອົງການຄຸ້ມດອງ ລັດຖະບານ ຄຸ້ມຄອງວຽກງານສາທາລະນະສຸກ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວ ປະເທດ ໂດຍມອບໃຫ້ກະຊວງສາທາລະນະສູກ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບ ກັບກະຊວງອືນ. ອົງການ, ອົງການບົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງ ວຽກງານສາທາລະນະສຸກ ປະກອບດ້ວຍ: 1. ກະຊວງສາທາລະນະສຸກ; 2. ພະແນກສາທາລະນະສຸກ ແຂວງ, ນະຄອນຫຼວງ; 3. ຫ້ອງການສາທາລະນະສຸກ ເມືອງ, ເທດສະບານ, ນະຄອນ. ເພືອຮັບປະກັນໃຫ້ວຽກງານສາທາລະນະສຸກ ດໍາເນີນໄປຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ ອົງການ ຄຸ້ມຄອງວຽກງານສາທາລະນະສຸກ ອາດໃຫ້ສຸກສາລາ ຫຼື ຄະນະກໍາມະການຮັກສາສຸຂະພາບຂັ້ນບ້ານ ຊ່ວຍໃນການ ຄຸ້ມຄອງວຽກງານສາທາລະນະສຸກ. ສໍາລັບ ສິດ ແລະ ຫ້າທີ່ຂອງ ສຸກສາລາ ຫຼື ຄະນະກໍາມະການຮັກສາສູຂະພາບຂັ້ນບ້ານ ໄດ້ກໍານົດໄວ້ໃນ ລະບຽບການຕ່າງຫາກ. ມາດຕາ 47 ສິດ ແລະ ຫ້າທີ່ ຂອງກະຊວງສາທາລະນະສຸກ ໃນການຄຸ້ມຄອງວຽກງານສາທາລະນະສຸກ ກະຊວງສາທາລະນະສຸກ ມີ ສິດ ແລະ ຫ້າທີ່ ດັ່ງນີ້: 1. ຄົ້ນຄວ້າ, ສ້າງ, ປັບປຸງ ນະໂຍບາຍ, ແຜນຍຸດທະສາດ, ກົດຫນາຍ, ແຜນພັດທະນາ ແລະ ລະບຽບການ ກ່ຽວກັບວຽກງານສາທາລະນະສຸກ ເພື່ອສະເຫີລັດຖະບານ ພິຈາລະນາ; 2. ຜັນຂະຫຍາຍ ນະໂຍບາຍບ, ແຜນຍຸດທະສາດ, ກົດຫນາຍ, ແຜນພັດທະນາ ແລະ ລະບຽບການ ກ່ຽວກັບວຽກງານສາທາລະນະສຸກ ມາເປັນ ແຜນການ, ແຜນງານ ແລະ ໂຄງການລະອຽດ ແລະ ຈັດຕັ້ງ ປະຕິບັດ; 3. ໂຄສະນາ ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດຫນາຍ, ແຜນພັດທະນາ, ລະບຽບການ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບວຽກງານສາທາລະນະສຸກ; 4. ອອກ ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ກ່ຽວກັບວຽກງານສາທາລະນະສຸກ; 6. ໂຈະ ຫຼື ຍົກເລີກ ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ກ່ຽວກັບວຽກງານສາທາລະນະສຸກ ຂອງພະແນກສາທາລະນະສຸກ ແຂວງ. ນະຄອນຫຼວງ ທີ່ຂັດກັບກົດຫນາຍ;

  17. 6. ຄຸ້ມຄອງ, ຕິດຕາມ ການເຄືອນໄຫວ ຂອງສະພາຄຸ້ມຄອງວິຊາຊີບ. ສະພາວິທະຍາສາດ ແລະ ສະມາຄົມສາທາລະນະສຸກ; 7. ຄົ້ນຄວ້າ ສ້າງ, ຄຸ້ມຄອງ ແລະ ພັດທະນາ ລະບົບ ຂໍ້ມູນ ຂ່າວສານ ດ້ານສາທາລະນະສຸກ: 8. ສ້າງ, ບໍາລຸງ, ຄຸ້ມຄອງ ແລະ ນໍາໃຊ້ ບຸກຄະລາກອນສາທາລະນະສຸກ; 9. ຮັບ, ພິຈາລະນາ ແລະ ແກ້ໄຂ ຄໍາສະເຫຼີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບ ວຽກງານສາທາລະນະສຸກ; 10. ປຸກລະດົມ ແລະ ຂົນຂວາຍ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນວຽກງານ ສາທາລະນະສຸກ; 11. ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ວງກງານສາທາລະນະສຸກ ໃນຂອບເຂດ ທົ່ວ ປະເທດ; 12. ປະສານສົມທົບກັບ ກະຊວງອືນ, ອົງການ. ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ; 13. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານສາທາລະນະສຸກ; 14. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານສາທາລະນະສູຸກ ຕໍ່ລັດຖະບານ ຢ່າງເປັນ 15. ນໍາໃຊ້ສິດ ແແລະ ປະຕິບັດຫ້າທີ່ອືນ ຕາມທີໄດ້ກໍານົດໄວ້ ໃນກົດຫນາຍ. ມາດຕາ 48 ສິດ ແລະ ຫ້າທີ່ ຂອງພະແນກສາທາລະນະສຸກ ແຂວງ, ນະຄອນຫຼວງ ໃນການຄຸ້ມຄອງວຽກງານສາທາລະນະສຸກ ພະແນກສາທາລະນະສຸກ ແຂວງ, ນະຄອນຫຼວງ ມີ ສິດ ແລະ ຫຼ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົ້ນ ດັ່ງນີ້: 1. ຈັດຕັ້ງປະ ຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດຫນາຍ, ແຜນພັດທະນາ, ລະບຽບການ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບວຽກງານສາທາລະນະສຸກ; 2. ໂຄສະນາ ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດຫນາຍ, ແຜນພັດທະນາ ແລະ ລະບຽບການ ກ່ຽວກັບວຽກງານສາທາລະນະສຸກ; 3. ອອກ ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ກ່ຽວກັບວຽກງານສາທາລະນະສຸກ; 4. ໂຈະ ຫຼື ຍົກເລີກ ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ກ່ຽວກັບວຽກງານສາທາລະນະສູກ ຂອງຫ້ອງການສາທາລະນະສຸກ ເມືອງ, ເທດສະບານ, ນະຄອນ ທີ່ຂັດກັບກົດຫນາຍ; 5. ຄຸ້ມຄອງ, ນໍາໃຊ້, ແລກປ່ຽນ ຂໍ້ມູນ ຂ່າວສານ ດ້ານສາທາລະນະສຸກ; 6. ສ້າງ, ບໍາລຸງ. ຄຸ້ມຄອງ ແລະ ນໍາໃຊ້ ບຸກຄະລາກອນສາທາລະນະສຸກ; 7. ຮັບ. ພິຈາລະນາ ແລະ ແກ້ໄຂ ຄໍາສະເຫີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບ ວຽກງານສາທາລະນະສຸກ 8. ປຸກລະດົມ ແລະ ຂົນຂວາຍ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃຫ້ມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນວຽກງານ ສາທາລະນະສຸກ; 9. ຕິດຕາມ ແລະ ປະ ເມີນຜົນການຈັດຕັ້ງປະ ຕິບັດ ວຽກງານສາທາລະນະສຸກ; 10.ປະສານສົມທົບກັບ ພະແນກອື່ນ, ອົງການ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກ; 11. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານສາທາລະນະສຸກ ຕາມການມອບຫນາຍ; 14

  18. 12.ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ຕໍ່ ກະຊວງສາທາລະນະສຸກ ແລະ ອົງການປຶກຄອງ ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ; 15.ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 49 ສິດ ແລະ o ຂອງຫ້ອງການສາທາລະນະສຸກ ເມືອງ, ເທດສະບານ, ນະຄອນ ໃນການຄຸ້ມຄອງວຽກງານສາທາລະນະ :ສຸກ ຫ້ອງການສາຫາລະ :ນະສຸກ ເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ຫ້າທີ່ ຕາມຂອບເຂດດວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດບນາຍ, ແຜນພັດທະນາ, ລະບຽບການ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບວຽກງານສາທາລະນະສຸກ; ຂ. ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ , ກົດຫນາຍ, ແຜນພັດທະນາ ແລະ ລະບຽບການ ກ່ຽວ ກັບວຽກງານສາທາລະນະສຸກ; 8. ອອກ ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ກ່ຽວກັບວຽກງານສາທາລະນະສຸກ; 4. ຄຸ້ມຄອງ, ນໍາໃຊ້, ແລກປ່ຽນ ຂໍ້ມູນ ຂ່າວສານ ດ້ານສາທາລະນະສຸກ; 5. ສະເຫຼີ ສ້າງ, ບໍາລຸງ. ຄຸ້ມຄອງ ແລະ ນໍາໃຊ້ ບຸກຄະລາກອນສາທາລະນະສຸກ: 6. ຮັບ, ພິຈາລະນາ ແລະ ແກ້ໄຂ ຄໍາສະເຫຼີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບ ວຽກງານສາທາລະນະສຸກ; 7. ປຸກລະດົມ ແລະ ຂົນຂວາຍ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃຫ້ມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນວຽກງານ ສາທາລະນະສຸກ; 8. ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກ, 9. ປະສານສົມທົບກັບຫ້ອງການອື່ນ, ອົງການ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກ; 10.ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານສາຫາລະນະສຸກ ຕໍ່ ພະແນກສາທາລະນະສຸກ ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງ ເມືອງ, ເທດສະບານ, ນະຄອນ ຢ່າງເປັນປົກກະຕິ; 11. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 50 ສິດ ແລະ ຫ້າທີ່ ຂອງກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງວຽກງານສາທາລະນະສຸກ ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນ ອື່ນທີ່ກ່ຽວຂ້ອງ ມີ ສິດ ແລະ ຫ້າທີ່ ໃຫ້ການຮ່ວມມື ແລະ ປະສານສົມທົບກັບຂະແຫງງການສາທາລະນະສຸກ ຕາມພາລະບົດບາດ ແລະ ຄວາມຮັບຜຶດຊອບຂອງຕົນ.

  19. ຫວດທີ 2 ການກວດກາວຽກງານສາທາລະນະສຸກ ມາດຕາ 51 ອົງການກວດກາ ອົງການກວດກາວຽກງານສາທາລະນະສຸກ ປະກອບດ້ວຍ: 1. ອົງການກວດກາພາຍໃນ ຊຶ່ງແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານສາທາລະນະສຸກ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 46 ຂອງກົດຫນາາຍສະບັບນີ້; 2. ອົງການກວດກາພາຍນອກ ຊຶ່ງແມ່ນ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດກາລັດ ແຕ່ລະຂັ້ນ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງ ມະຫາຊົນ, ອົງການຈັດຕັ້ງສັງຄົມ, ພົນລະເມືອງ ແລະ ສື່ມວນຊົນ. ມາດຕາ 52 ເນື້ອໃນການກວດກາ ການກວດກາວຽກງານສາທາລະນະສຸກ ມີເນື້ອໃນ ດັ່ງນີ້: 1. ການປະຕິບັດກົດຫພພາຍ ແລະ ລະບຽບການ ກ່ຽວກັບວຽກງານສາທາລະນະສຸກ; 2. ການນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ ຂອງພະນັກງານ-ລັດຖະກອນ ແລະ ບຸກຄົນອືນ ທີ່ກ່ຽວຂ້ອງ; 3. ການສ້າງ ແລະ ປະຕິບັດແຜນພັດທະນາສາທາລະນະສຸກ; 4. ເນື້ອໃນອື່ນ ທີ່ເຫັນວ່າມີຄວາມຈໍາເປັນ. ມາດຕາ 53 ຮູບການການກວດກາ ການກວດກາວຽກງານສາທາລະນະສຸກ J ສາມຮູບການ ດັ່ງນີ້: 1. ການກວດກາຕາມປົກກະຕິ ຊຶ່ງແມ່ນ ການກວດກາດໍາເນີນຕາມແຜນການຢ່າງເປັນປະຈໍາ ແລະ ມີກໍາ ນົດເວລາທີ່ແນ່ນອນ; 2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງຫ້າ ຊຶ່ງແມ່ນ ການກວດການອກແຜນການ ເມືອເຫັນວ່າມີຄວາມ ຈໍາເປັນ ໂດຍແຈ້ງໃຫ້ຜູ້ຖືກກວດກາ ຮູ້ກ່ອນລ່ວງຫໍ້າ; 3. ການກວດກາແບບກະທັນຫັນ ຊຶ່ງແມ່ນ ການກວດກາແບບຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດ ກາຮູ້ກ່ອນລ່ວງຫ້້າ. ໃນການດໍາເນີນການກວດກາວຽກງານສາທາລະນະສຸກ ຕ້ອງປະຕິບັດຕາມກົດຫນາຍ ຢ່າງເຂັ້ມງວດ. 16 ພາກທີ !% ເຄືອງແບບ, ເຄື່ອງໆນາຍ, ຕາປະທັບ ແລະ ວັນ ສາທາລະນະສຸກ ມາດຕາ 54 ເຄື່ອງແບບ ກະຊວງສາທາລະນະສຸກ ເປັນຜູ້ກໍານົດເຄືອງແບບສະເພາະຂອງບຸກຄະລາກອນສາທາລະນະສຸກ.

  20. ມາດຕາ 55 ເຄື່ອງບນາຍ ແລະ ຕາປະທັບ ຂະແຫນການສາທາລະນະສຸກ ມີ ເຄື່ອງຫນາຍ ແລະ ຕາປະທັບ ເພື່ອນໍໍາໃຊ້ເຂົາໃນການເຄືອນໄຫວ ວຽກງານຂອງຕົນ ໂດຍກະຊວງສາທາລະນະສຸກ ເປັນຜູ້ກໍານົດ. ມາດຕາ 56 ວັນສາທາລະນະສຸກ ລັດ ກໍານົດ ເອົາວັນແພດລາວ ວັນທີ 18 ມິຖຸນາ ເປັນວັນສາທາລະນະສຸກ. ໃນແຕ່ລະປີ ຂະແຫນງການສາທາລະນະສຸກ ສ້າງຂະບວນການ ແລະ ຈັດກິດຈະກໍາ ເພື່ອລະນຶກເຖິງຜົນງານ ແລະ ສັນລະເສີນຄູນງາມຄວາມດີ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ແຕ່ສະໄບນ ຕໍ່ສູ້ກູ້ຊາດ ຈົນເຖິງປັດຈຸບັນ ທັງເປັນການປຸກລະດົມມວນຊົນ ໃຫ້ເຫັນຄວາມສໍາດັນ ແລະ ເປັນເຈົ້າການໃນການສົ່ງເສີມການ ຮັກສາສຸຂະພາບ ທົ່ວປວງຊົນ. ພາກທີ X ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ມາດຕາ 57 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ້ນ ໃນການປະຕິບັດກົດຫນາຍສະບັບນີ ຈະໄດ້ຮັບ ການຍ້ອງຍໍ ຫຼື ະໂ 9,ນະໂຍບາຍອືນ ຕາມລະບຽບການ. ມາດຕາ 58 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີລະເມີດກົດຫນາຍສະບັບນີ້ ເປັນຕົນ ຣົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃຫ, ໃຊ້ແທນຄ່າເສຍຫາຍທາງແພ່ງທີ່ຕົນໄດ້ກໍຂຶ້ນ ຕາມກົດຫນາຍ. ພາກທີ XI ບົດບັນຍັດສຸດທ້າຍ ມາດຕາ 59 ການຈັດຕັ້ງປະຕິບັດ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດຫນາຍສະບັບນີ. ມາດຕາ 60 ຜົນສັກສິດ ກົດຫນາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 25 ກັນຍາ 2023 ພາຍຫຼັງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ ແລະ ໄດ້ລົງຈົດຫນາຍເຫດ ທາງລັດຖະການ ເປັນຕົ້ນໄປ. ປະທານສະພາແຫ່ງຊາດ ປອ ໄຂລົມພອນ ພົມວິທານ

Law on Health No. 38 · Nelum