Law No. 19/NA on Electricity (Amended)
Made 2017-05-09 · Text as of 2026-10-01
Public law and official guidance, published as research. Not legal, tax or financial advice.
About this law
- Original title
- ລັດຖະດຳລັດ ຂອງປະທານປະເທດ ກ່ຽວກັບການປະກາດໃຊ້ກົດໝາຍ ວ່າດ້ວຍໄຟຟ້າ (ສະບັບປັບປຸງ).
- Language
- Lao
- Kind
- Regulation
- Organisation
- Mekong River Commission (MRC)
- Country
- Laos
- Subjects
- Energy
- Keywords
- energy conservation/energy production, hydropower generation, renewable energy, concession, inspection, sustainable development, authorization/permit, environmental impact assessment (EIA), monitoring, offences/penalties, enforcement/compliance
Where to read it
No source link is recorded for this law.
Text
The law's own text, section by section, as held. Each section has its own link.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ປະທານປະເທດ ເລກທີ... 4.4 ຈື. o ນະຄອນຫຼວງວຽງຈັນ, ວັນທີ...40..%: 2011... ລັດຖະດາໍລັດ ຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກຽວກັບການປະກາດໃຊ່ກົດບນາຍ ວາດ້ວຍໄຟຟ້າ (ສະບັບປັບປຸງ) > ອີງຕາມ ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ບນວດທີ VI ມາດຕາ ຜ7 ຂໍ້ 1; - ອີງຕາມ ມະຕິຂອງກອງປະຊຸມສະພາແທງຊາດ ສະບັບເລກທີ 06/ສພຊ, ລົງວັນທີ 09 ພຶດສະພາ 2017 ກຽວກັບການຮັບຮອງເອົາກົດປນາຍ ວາດ້ວຍໄຟຟ້າ (ສະບັບປັບປຸງ); > ອີງຕາມ ທັງສືສະເຫນີຂອງຄະນະປະຈາສະພາແຫທງຊາດ ສະບັບເລກທີ 01ນຄປຈ, ລົງວັນທີ 07 ມິຖຸນາ 2017. ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ: ມາດຕາ 1 .ປະກາດໃຊ້ກົດບນນາຍ ວາດ້ວຍໄຟຟ້າ (ສະບັບປັບປຸງ). ມາດຕາ 2 ລັດຖະດາລັດສະບັບ ນີ້ ມີຜົນສັກສິດ ນັບແຕວັນລົງລາຍເຂັນ ເປັນຕົ້ນໄປ. ປະທານປະເທດ ແທງ ສປປ ລາວ ບຸນຍັງ ວໍລະຈິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະບາບ ວັດທະນະຖາວອນ ສະພາແຫ່ງຊາດ ເລກທີ [| ບົ /ສພຊ ນະຄອນຫຼວງວຽງຈັນ, ວັນທີ ,... ປີ. ວີ // ຍ 111 ມະຕິ ຂອງກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຮັບຮອງເອົາກົດຫນາຍວ່າດ້ວຍໄຟຟ້າ (ສະບັບປັບປຸງ) ອີງຕາມ ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ມາດຕາ 53 & 1 ແລະ ກົດຫນາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ ປີ 2015) ມາດຕາ 11 ຂໍ້ 1.
ພາຍຫຼັງທີ່ກອງປະຊຸມສະໄຫນສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIl ໄດ້ຄົ້ນຄວ້າພິຈາລະນາ ຢ່າງກວ້າງຂວາງ ແລະ ເລິກເຊິງ ກ່ຽວກັບເນືອໃນຂອງກົດຫນາຍວ່າດ້ວຍໄຟຟ້າ (ສະບັບປັບປຸງ) ໃນວາລະກອງປະ ຊຸມຕອນເຊົາ ຂອງ ວັນທີ 09 ພຶດສະພາ 2017. ກອງປະຊຸມສະພາແຫ່ງຊາດ ຕົກລົງ: ມາດຕາ 1 ຮັບຮອງເອົາກົດຫນາຍວ່າດ້ວຍໄຟຟ້າ (ສະບັບປັບປຸງ) ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.. ຂ ຂໍ້ ຂກ. o o o .ະ. ລ - ະ. R ມາດຕາ 2 ມະຕິສະບັບນີ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົນໄປ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ສະພາແຫ່ງຊາດ ເລກທີ 19 /ສພຊ ນະຄອນຫຼວງວຽງຈັນ, ວັນທີ 9 ພຶດສະພາ 2017 ກົດຫາຍວ່າດ້ວຍ ໄຟຟ້າ (ສະບັບປັບປຸງ) ພາກທີ | ບົດບັນຍັດທົ່ວໄປ ມາດຕາ 1 (ປັບປຸງ) ຈຸດປະສົງ ກົດພາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ .ມາດຕະການກ່ຽວກັບການຈັດຕັ້ງ, ການ ເຄື່ອນໄຫວ, ການວາງແຜນ, ການຄຸ້ມຄອງ ແລະ ການຕິດຕາມກວດກາວຽກງານໄຟຟ້າ ເພື່ອເຮັດໃຫ້ການດໍາເນີນ ກິດຈະການໄຟຟ້າ ແລະ ທຸລະກິດໄຟຟ້າ ມີປະສິດທິຜົນສູງ ແນໃສ່ນໍາໃຊ້ທໍາແຮງດ້ານຊັບພະຍາກອນທໍາມະຊາດ ເຂົ້າໃນການສິ່ງໄຟຟ້າ ແລະ ການຜະລິດໄຟຟ້າຢ່າງປະປັດ ຕາມທິດສິຂຽວ ແລະ ຍີນຍົງ, ຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ມາດຕາ ຂ (ປັບປຸງ) ໄຟຟ້າ ໄຟຟ້າ ແມ່ນ ພະລັງງານຊະນິດຫຶ່ງ ຊຶ່ງປະກອບດ້ວຍ ກໍາລັງໄຟຟ້າ, ກະແສໄຟຟ້າ, ແຮງດັນໄຟຟ້າ, ຄວາມຖີ່ ທີ່ຜະລິດມາຈາກແຫຼ່ງຊັບພະຍາກອນທໍາມະຊາດ ເຊັ່ນ ພະລັງງານນ້ໍາ, ພະລັງງານລົມ, ແສງຕາເວັນ, ນ້າ ມັນເຊື້ອໄຟ, ຖ່ານຫີນ, ຊີວະມວນ, ຄວາມຮ້ອນໃຕ້ດິນ, ອາຍແກ໊ສ ລວມທັງພະລັງງານນີວເຄຼຍ ແລະ ອື່ນໆ.
ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໆນາຍສະບັບນີ້ ມີຄວາມຫນາຍ ດັງນີ້: 1. ການພັດທະນາໂຄງການໄຟຟ້າ ຫນາຍເຖິງ ຂະບວນການສຶກສາ, ສໍາຫຼວດເກັບກໍາຂໍ້ມູນ. ຈັດຫາແຫຼ່ງ ທຶນ, ຊອກຜູ້ຊື້ໄຟຟ້າ, ອອກແບບ, ກໍ່ສ້າງ, ແກ້ໄຂບັນຫາທີ່ຕິດພັນກັບສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ແລະ ການດໍາເນີນງານ ຂອງໂຄງການໄຟຟ້າ; 2. ການດໍາເນີນງານແບບຮອບຄອບ ooy ການປະຕິບັດ, ຮູບແບບ ແລະ ວິທີການ ຊຶ່ງຂະແບນງ ການໄຟຟ້າໃນທົ່ວໂລກຍອມຮັບເປັນສ່ວນໃຫຍ່ ແລະ ເປັນພື້ນຖານສໍາລັບການຕັດສີນໃຈ ຫຼື ການປະຕິບັດ ທີ່ຈະ ນໍາໄປສູ່ການນໍາໃຊ້ທຶນຢ່າງມີປະສິດທິຜົນ, ມີຄວາມປອດໄພ ແລະ ເຊື່ອຖືໄດ້; ວ. ກໍາລັງຕິດຕັ້ງ ຫນາຍເຖິງ ຄວາມສາມາດຜະລິດໄຟຟ້າ ຂອງໂຮງງານໄຟຟ້າ ຫຼື ເຄື່ອງກໍາເພີດໄຟຟ້າ; 4. ໂຄງການບູລິມະສິດ ເນາຍເຖິງ ໂຄງການທີ່ກໍານົດຢູ່ໃນແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ແລະ ແຜນພັດທະນາພະລັງງານໄຟຟ້າຂັ້ນແຂວງ; 5. ໂຄງການຂະບນາດນ້ອຍ ພາຍເຖິງ ໂຄງການຜະລິດໄຟຟ້າ ທີ່ມີກໍາລັງຕິດຕັ້ງແຕ່ ຫ້າພັນ ກິໂລວັດ ລົງມາ; 6. ສະຖານີຈ່າຍໄຟຟ້າ ຫນາຍເຖິງ ສະຖານີໄຟຟ້າທີ່ຕໍ່ກັບລະບົບສົ່ງໄຟຟ້າ ເພື່ອປ່ຽນ ຫຼື ຫຼຸດແຮງດັນລົງ ມາໃຫ້ເຫນພາະສົມກັບການແຈກຈ່າຍ ເພືອສະຫນອງໄຟຟ້າໃຫ້ແກ່ຜູ້ຊົມໃຊ້; 7. ສະພາບການດໍາເນີນງານທີ່ດີ ຫນາຍເຖິງ ສະພາບຂອງຊັບສິນ ຫຼື ເຄື່ອງຈັກ ທີ່ເຜນາະສົມກັບເປົ້າຫນາຍ ການນໍາໃຊ້ , ສາມາດເຮັດວຽກໄດ້ຕາມຈຸດປະສົງເປັນຢ່າງດີ ແລະ ມີສະພາບທີ່ສາມາດສະບນອງຕາມຄຸນລັກສະ ນະທາງຕ້ານເຕັກນິກ; 8. ບົດບັນທຶກຄວາມເຂົ້າໃຈ ບນາຍເຖິງ ເອກະສານທີ່ເຊັ່ນກັນລະຫວ່າງ ລ້ລັດຖະບານ ຫຼື ອົງການປົກຄອງ ທ້ອງຖິ່ນ ຕາງຫ້າໂດຍຂະແຜນງການພະລັງງານ ແລະ ບໍ່ແຮ່ ແລະ ຂະແບນງການແຜນນການ ແລະ ການລົງທຶນກັບ ນິຕິບຸກຄົນ ເພື່ອການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນຂອງໂດງການໄຟຟ້າ ກໍານົດຂອບເວລາທີ່ກໍານົດໃຫ້ ເພື່ອ ກ້າວໄປຫາຂັ້ນຕອນການພັດທະນາໂຄງການ; ອ. ສັນຍາພັດທະນາໂຄງການ ຫນາຍເຖິງ ສັນຍາທີ່ເຊັນລະຫວ່າງ ລັດຖະບານ ຫຼື ອົງການປົກຄອງທ້ອງ ຖິ່ນ ຕາງຫ້າໂດຍຂະແບນງການພະລັງງານ ແລະ ບໍ່ແຮ່ ແລະ ຂະແຫນງການແຜນການ ແລະ ການລົງທຶນ ກັບນິຕິ ບຸກຄົນ ຊຶ່ງມີຈຸດປະສົງໃນການສືບຕໍ່ເຮັດການສຶກສາບົດສຶກສາຄວາມເປັນໄປໄດ້ ໃຫ້ສໍາເລັດເປັນຂັ້ນສຸດທ້າຍ ລວມທັງຕົວເລກຜົນປະໂຫຍດ ແລະ ຜົນກະທົບທີ່ຈະມີຕໍ່ລັດຖະບານ, ການເຂົ້າຫາຕະຫຼາດຂາຍໄຟຟ້າ, ແຫຼ່ງທຶນ, ຜູ້ຮັບເຫນົາ ແລະ ອືນໆ ຕາມທີ່ໄດ້ກໍານົດໄວ້ໃນສັນຍາພັດທະນາໂຄງການ; 10. ສິ່ງປະກອບສ້າງຂອງໂຄງການໄຟຟ້າ ຫາບເຖິງ ອຸປະກອນໄຟຟ້າ ແລະ ກົນຈັກ, ສິ່ງກໍ່ສ້າງດ້ານໂຍທາ, ສະຖານີຕັດຕໍ່, ສາຍສິ່ງສະເພາະຮອດຈຸດຮັບສິ່ງ, ອາຄານ, ໂຮງຈັກໄຟຟ້າ, ເຄື່ອງຈັກ ແລະ ອຸປະກອນອືນ ເພື່ອດໍາ ເນີນໂຄງການໄຟຟ້າ; 11. ທຸລະກິດການຜະລິດໄຟຟ້າສະເພາະ (Independent Power Producer ຂຽນຫຍໍ້ {PP) ຫນາຍ ເຖິງ ໂຄງການໄຟຟ້າ ຫຼື ທຸລະກິດໄຟຟ້າ ທີ່ເອກະຊົນລົງທຶນທັງບົດ ຫຼື ຮ່ວມທຶນກັບລັດວິສາຫະກິດ ເພື່ອຫວັງ ຜົນກໍາໄລ ຊຶ່ງເປັນເອກະລາດຈາກລັດວິສາຫະກິດທີ່ເປັນຜູ້ຜະລິດ ແລະ ຜູ້ສະະນອງໄຟຟ້າຕົ້ນຕໍຂອງປະເທດ; 12. ມາດຕະຖານເຕັກນິກໄຟຟ້າຂອງລາວ ບນາຍເຖິງ ມາດຕະຖານໄຟຟ້າ ທີ່ ສປປ ລາວ ກໍານົດ ແລະ ນໍາ ໃຊ້ເຂົ້າໃນການຄຸ້ມຄອງກິດຈະການໄຟຟ້າ ຊຶ່ງລວມມີ ການອອກແບບ, ການກໍ່ສ້າງ, ການຜະລິດ, ການດໍາເນີນ ງານ, ການສົ່ງ, ການຈໍາຫນ່າຍ, ການບໍລິການ ແລະ ການຊົມໃຊ້ໄຟຟ້າ; 13. ແຫຼ່ງພະລັງງານໄຟຟ້າ ບນາຍເຖິງ ແຫຼ່ງຊັບພະຍາກອນທໍາມະຊາດ ທີ່ສາມາດນໍາໃຊ້ເພື່ອຜະລິດ ໄຟຟ້າ ຊຶ່ງລວມມີ ແຫຼ່ງທີ່ສາມາດທົດແທນໄດ້ ແລະ ແຫຼ່ງທີ່ບໍ່ສາມາດທົດແທນໄດ້; 14. ບີໂອໂອ (Buid, Own and Operate-BOO) ບນາຍເຖິງ ກໍ່ສ້າງ, ເປັນເຈົ້າຂອງ ແລະ ດໍາເນິນ ງານ; 15. ບີໂອທີ (Build, Operate and Transfer-BOT) ບນາຍເຖິງ ກໍສ້າງ, ດໍາເນີນງານ ແລະ ມອບ ໂອນ;
16. ຜົນກະທົບແບບສະສົມ ບນາຍເຖິງ ຜົນກະທົບ ທີ່ເກີດຈາກຫຼາຍກິດຈະກໍາ ໃນອະດີດ, ປັດຈຸບັນ ແລະ ອະນາຄົດ, ກິດຈະກໍາຂອງມະນຸດ ທາງກົງ ແລະ ທາງອ້ອມ ໂດຍຜ່ານໄລຍະເວລາ ໄດ້ໂຮມກັນເປັນຜົນ ກະທົບພນຶ່ງ ຕໍ່ສິ່ງແວດລ້ອມ; 17. ສະຖານີຕັດຕໍ່ (Switchyard) ຫນາຍເຖິງ ສະຖານີໄຟຟ້າ ທີ່ເປັນສ່ວນຫຶ່ງຂອງໂຮງຜະລິດໄຟຟ້າ ເພື່ອເປັນຂົວຕໍ່ລະຫວ່າງໂຮງຜະລິດໄຟຟ້າ ແລະ ສາຍສົ່ງໄຟຟ້າ; 18. ສັນຍາຫົວຂໍ້ໃຫຍ່ ຫນາຍເຖິງ ສັນຍາທີ່ເຊັນລະຫວ່າງ ລັດຖະບານ ຫຼື ອົງການປົກຄອງທ້ອງຖິ່ນ ຕາງ ຫ້າໂດຍຂະແຫນງການພະລັງງານ ແລະ ບໍ່ແຮ່ ແລະ ຂະແຫນງການແຜນການ ແລະ ການລົງທຶນ ກັບຜູ້ພັດທະນາ ໂຄງການທີ່ຊະນະການປະມູນ ຊຶ່ງໄດ້ກໍານົດບັນດາຕົວເລກຜົນປະໂຫຍດເບື້ອງດົ້ນຂອງລັດ ຕາມຜີນຂອງການປະ ມຸນ ແລະ ເງືອນໄຂອື່ນໆ ໃນການພັດທະນາໂຄງການ ລວມທັງຮູບແບບໂຄງປະກອບທາງດ້ານເຕັກນິກຂອງໂຄງ ການ ເພື່ອເປັນພື້ນຖານໃນການສຶກສາດວາມເປັນໄປໄດ້ໃນລາຍລະອຽດຂອງໂຄງການ; 19. ໄຟຟ້າຊົນນະບົດ ຫນາຍເຖິງ ລະບົບໄຟຟ້າສະເພາະຕ່າງທາກຂອງເຂດໃດຫຶງ ຊຶ່ງຜະລິດໄຟຟ້າດ້ວຍ ພະລັງງານນ້ໍາຂະຫນາດນ້ອຍ, ດ້ວຍເຄື່ອງຈັກທີ່ແລ່ນດ້ວຍນ້ໍາມັນ, ດ້ວຍພະລັງງານແສງຕາເວັນ ຫຼື ພະລັງງານອື່ນ ເພື່ອຮັບໃຊ້ເຂດຊົນນະບົດຫ່າງໄກສອກຫຼີກ. ມາດຕາ 4 (ປັບປຸງ) ກໍາມະສິດກ່ຽວກັບແຫຼ່ງພະລັງງານໄຟຟ້າ ແຫຼ່ງພະລັງງານໄຟຟ້າ ເປັນກໍາມະສິດຂອງວົງຄະນະຍາດແຫ່ງຊາດ ຊຶງລັດເປັນຕົວແທນ ແລະ ຄຸ້ມດອງ ຢ່າງລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ອະນຸຍາດໃຫ້ບຸກຄົນ, ນິຕິບຸກດົນ ຫຼື ການຈັດຕັ້ງ ນໍາໃຊ້ຕາມກົດຫນາຍ. ມາດຕາ 5 (ປັບປຸງ) ນະໂຍບາຍຂອງລັດກ່ຽວກັບວຽກງານໄຟຟ້າ ລັດ ຊຸກຍູ້, ສົ່ງເສີມການພັດທະນາພະລັງງານໄຟຟ້າ ດຕ້ວຍການນໍາໃຊ້ເຕັກໂນໂລຊີຫັນສະໄຫນ, ສະອາດ ແລະ ເປັນມິດກັບສິ່ງແວດລ້ອມ ໂດຍນໍາໃຊ້ແຫຼ່ງຊັບພະຍາກອນທໍາມະຊາດ ຢ່າງປະຢັດ, ມີປະສິດທິພາບ, ປະ ສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ ເພື່ອຕອບສະຫນອງຄວາມຕ້ອງການໃຫ້ແກ່ການດໍາລົງຊີວິດ ແລະ ການ ພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ລັດ ສິ່ງເສີມການຄົ້ນດວ້າວິທະຍາສາດ ແລະ ການພັດທະນາຊັບພະຍາກອນມະນຸດ ເພື່ອຮັບໃຊ້ໃນການ ພັດທະນາ, ການຄຸ້ມຄອງ ແລະ ການບໍລິການ ກ່ຽວກັບວຽກງານໄຟຟ້າ. ລັດ ມີນະໂຍບາຍລາຄາໄຟຟ້າ ເພື່ອສິ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ, ຂະຫນາດກາງ ແລະ ປະຊາຊົນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ. ລັດ ຊຸກຍູ້, ສິ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າ ໃສ່ກິດຈະການໄຟຟ້າ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຜູ້ຊົມໃຊ້ ໄຟຟ້າ ແລະ ຜູ້ລົງທຶນ ຕາມກົດ ບນາຍ.
ມາດຕາ 6 (ປັບປຸງ) ຫຼັກການກ່ຽວກັບວຽກງານໄຟຟ້າ ວຽກງານໄຟຟ້າ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້: 1. ສອດຄ່ອງກັບແນວທາງ ນະໂຍບາຍ, ຍຸດທະສາດ, ກົດຫນາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ການບ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນແຕ່ລະໄລຍະ; 2. ປົກປັກຮັກສາສິງແວດລ້ອມ ຕາມທິດສີຂຽວ, ສະອາດ ແລະ ຍືນຍົງ; 3. ນໍາໃຊ້ແຫຼ່ງຊັບພະຍາກອນທໍາມະຊາດ ຢ່າງປະຢັດ, ມີປະສິດທິພາບ ແລະ ປະສິດ ຜິນ; 4. ຜະລິດ ແລະ ສະຫນອງໄຟຟ້າຢ່າງມີສະຖຽນລະພາບ, ປະສິດທິຜົນ ແລະ ລາຄາ 5> S ສິມເຫດສີມຜິນ, ເປີດເຜີຍ, ໂປ່ງໃສ ແລະ ສາມາດກວດສອບໄດ້; 5. ນໍາໃຊ້ ໄຟຟ້າ ຢ່າງປະຢັດ ແລະ ມີປະສິດທິຜົນ. ມາດຕາ 7 (ປັບປຸງ) ຂອບເຂດການນໍາໃຊ້ກົດຫນາຍ ກົດບນາຍສະບັບນີ ນໍາໃຊ້ສໍາລັບບຸກດົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ < ດ, . ະ = ຂ - + ລ ະ ະ ທີ່ມີສ່ວນກ່ຽວຂ້ອງກັບກິດຈະການໄຟຟ້າ ລວມທັງຜູ້ຊົມໃຊ້ ໄຟຟ້າ. ມາດຕາ e (ປັບປຸງ) ການຮ່ວມມືສາກົນ ລັດ ສິ່ງເສີມການພົວພັນ ແລະ ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານ ໄຟຟ້າ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ພັດທະນາບຸກຄະລາກອນ, ເຕັກນິກ, ວິທະຍາສາດ, ເຕັກ ໂນໂລຊີ, ປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. a ພາກທ || ມ, ະ " ແຜນພັດທະນາພະລັງງານໄຟຟ້າ ມາດຕາ ອ (ໃບນ) ແຜນພັດທະນາພະລັງງານໄຟຟ້າ ລັດຖະບານກໍານົດ ພຸດທະສາດການພັດທະນາພະລັງງານໄຟຟ້າ ໂດຍສອດຄ່ອງກັບຍຸດທະສາດການພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອເປັນພືນຖານໃຫ້ແກ່ການສ້າງແຜນພັດທະນາພະລັງງານໄຟຟ້າ ໃນແຕ່ລະ ໄລຍະ. ແຜນພັດທະນາພະລັງງານໄຟຟ້າ ປະກອບດ້ວຍ ແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ແລະ ແຜນ ພັດທະນາພະລັງງານໄຟຟ້າຂັນແຂວງ.
ຫນວດທີ 1 ຍຸດທະສາດການພັດທະນາພະລັງງານໄຟຟ້າ ມາດຕາ 10 (ໃນ່) ຍຸດທະສາດການພັດທະນາພະລັງງານໄຟຟ້າ ຍຸດທະສາດການພັດທະນາພະລັງງານໄຟຟ້າ ແມ່ນ ແຜນໄລຍະ ສິບ ປີ ທີ່ກໍານົດນະໂຍບາຍ ແລະ ທິດ ະ 5. ຮ່ ມ N ພ ນ, ທາງລວມ ຂອງຂະແຜນງການພະລັງງານໄຟຟ້າ ຊຶງປະກອບດ້ວຍ ຕົວເລກຄາດຄະເນຄວາມຕ້ອງການໄຟຟ້າ, ການ ພັດທະນາແຫຼ່ງຜະລິດຈາກແຫຼ່ງພະລັງງານຕ່າງໆ, ການພັດທະນາລະບົບສາຍສົ່ງ ແລະ ລະບົບຈໍາຫ່າຍ, ການສົ່ງ ອອກເປັນສິນຄ້າ ແລະ ການເຊື່ອມໂຍງລະບົບກັບພາກພື້ນ ລວມທັງການແບ່ງປັນການນໍາໃຊ້ຊັບພະຍາກອນທໍາ ມະຊາດຢ່າງສົມດູນ ແລະ ກົມກຽວກັບການພັດທະນາຂອງຂະແບນງການອື່ນ ແລະ ການປົກປັກຮັກສາປ່າໄມ້ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາ, ບໍລິຫານ ແລະ ຄຸ້ມຄອງວຽກງານໄຟຟ້າ ແນໃສ່ຮັບປະກັນການນໍາໃຊ້ ແຫຼ່ງຊັບພະຍາກອນທໍາມະຊາດຢ່າງປະຢັດ, ມີປະສິດທິພາບ, ປະສິດທິຜົນ, ຕາມທິດສີຂຽວ, ສະອາດ ແລະ ຍືນ ຍົງ, ຮັບປະກັນການຕອບສະຫນອງຄວາມຕ້ອງການໃຫ້ແກ່ການດໍາລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງ ຄົມຂອງຊາດ, ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ. ມາດຕາ 11 (ໃຫ່) ການສ້າງຍຸດທະສາດການພັດທະນາພະລັງງານໄຟຟ້າ ການສ້າງຍຸດທະສາດການພັດທະນາພະລັງງາານໄຟຟ້າ ຕ້ອງຮັບປະກັນຄວາມສອດດ່ອງກັບນະໂຍບາຍ, ວິໄສທັດ ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ, ຮັບປະກັນການແບ່ງ ປັນການນໍາໃຊ້ຊັບພະຍາກອນທໍາມະຊາດ ຢ່າງກົມກຽວກັບການພັດທະນາຂອງຂະແຫນງການອືນ ແລະ ການປົກ ປັກຮັກສາປ່າໄມ້, ຄວາມຕ້ອງການຊົມໃຊ້ໄຟນ້າຂອງສັງຄົມ ແລະ ຄວາມພັ້ນຄົງຂອງລະບົບພະລັງງານ. ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ດົ້ນຄວ້າ ສ້າງຍຸດທະສາດການພັດທະນາພະລັງງານໄຟຟ້າ ເພື່ອສະ ເຫຼີລັດຖະບານພິຈາລະນາ ແລ້ວສະເຫີຕໍ່ສະພາເຫ່ງຊາດພິຈາລະນາຮັບຮອງ.
ຫນວດທີ 2 ແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ມາດຕາ 12 (ໃຫ່) ແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ແມ່ນ ແຜນໄລຍະ ຫ້າ ປີ ທີ່ສ້າງຂຶ້ນບົນພື້ນຖານຄວາມສອດ ຄ່ອງກັບຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ. ແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ປະກອບດ້ວຍເນື້ອໃນຕົ້ນຕໍ່ ຄື: 1. ການຄາດຄະເນຄວາມຕ້ອງການພະລັງງານໄຟຟ້າເພື່ອຊົມໃຊ້ ພາຍໃນປະເທດ ແລະ ເພື່ອການສົ່ງຂາຍ ຕ່າງປະເທດ; 2. ແຫຼ່ງຜະລິດພະລັງງານໄຟຟ້າ, ປະລິມານການຜະລິດ, .ກການຂະຫຍາຍສາຍສິ່ງ ແລະ ຕາຂ່າຍຈໍາຫນ່າຍ ໄຟຟ້າ ເພື່ອໃຫ້ພຽງພັກັບຄວາມຕ້ອງການ ຕາມທີ່ ໄດ້ກໍານົດໄວ້ໃນຂໍ້ 1 ຂອງມາດຕານີ້ ພ້ອມທັງກໍານົດໂຄງການບູ ລິມະສິດທີ່ກົມກຽວກັບແຜນພັດທະນາຂອງຂະແຫນງການອື່ນ ເປັນຕົ້ນ ຂະແບນງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະສິກໍາ ແລະ ປ່າໄມ້, ອຸດສາຫະກໍາ ແລະ ການຄ້າ, ໂຍທາທິການ ແລະ ຂົນສົ່ງ, ຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; 3. ແຜນການຈັດຫາທຶນ ແລະ ງົບປະມານໃນການພັດທະນາ. ລັດຖະບານ ເປັນຜູ້ຈັດຕັ້ງປະຕິບັດ ແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ພາຍຫຼັງສະພາແຫ່ງ ຊາດ ໄດ້ຮັບຮອງ. ມາດຕາ 13 (ໃນ່) ການສ້າງແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ກະຊວງພະລັງງານ ແລະ ບໍ່ແຮ໌ ຄົ້ນຄວ້າ ສ້າງແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ໂດຍປະສານສົມ ທົບກັບກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອສະເຫີຮ່າງແຜນ ການຕັ່ງກ່າວຕໍ່ລັດຖະບານພີຈາລະນາ ແລ້ວສະເຫີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ. ການສ້າງແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ຕ້ອງອີງໃສ່ເງື່ອນໄຂ ແລະ ປັດໄຈ ຕັ່ງນີ້: 1. ຄວາມສອດຄ່ອງກັບແນວທາງ ນະໂຍບາຍ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ; 2. ການນໍາໃຊ້ ແລະ ການຄຸ້ມຄອງຊັບພະຍາກອນນໍໍາ, ທີ່ດິນ ແລະ ປ່າໄມ້ ຢ່າງກົມກຽວ ແລະ ຖືກຕ້ອງ ຕາມກົດຫນາຍ; 3. ຄວາມຕ້ອງການຊົມໃຊ້ໄຟຟ້າຂອງຄົວເຮືອນ, ທຸລະກິດ, ອຸດສາຫະກໍາ ແລະ ແຜນການສົ່ງອອກ; 4. ແຫຼ່ງພະລັງງານໄຟຟ້າທາງເລືອກ ທີ່ຕົ້ນທຶນຕໍາ; ຣ. ຕຸນນະພາບຂອງການສະຫງອງ ແລະ ປະສິດທິພາບຂອງການຊົມໃຊ້ພະລັງງານໄຟຟ້າ; ສາຍສົ່ງ; N2 ເງື່ອນໄຂ ແລະ ປັດໄຈອື່ນ.
ມາດຕາ 14 (ໃຫ່) ການດັດແກ້ ແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ໃນກໍລະນີຈໍາເປັນ ລັດຖະບານ ສາມາດທົບທວນ ແລະ ດັດແກ້ ແຜນພັດທະນາພະລັງງານໄຟຟ້າແຫ່ງ ຊາດ ແລ້ວສະເຫຼີຕໍ່ສະພາແຫ່ງຊາດ ພິຈາລະນາ. ຖ້າການດັດແກ້ແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ຂອງລັດຖະບານ ຫາກເປັນການດັດແກ້ເນື້ອ ໃນທີ່ຕິດພັນກັບແຜນພັດທະນາພະລັງງານໄຟຟ້າຂັ້ນແຂວງ, ກະຊວງພະລັງງານ ແລະ ບໍ່ແຮ່ ຕ້ອງແຈ້ງຜົນການດັດ ແກ້ຕັ່ງກ່າວຕໍ່ແຂວງທີ່ກ່ຽວຂ້ອງ ເພື່ອດໍາເນີນການດັດແກ້ແຜນພັດທະນາພະລັງງານໄຟຟ້າຂັ້ນແຂວງຂອງແຂວງນັ້ນ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ ໃນມາດຕາ 17 ຂອງກົດຫນາຍສະບັບນີ້. ຫນວດທີ 3 ແຜນພັດທະນາພະລັງງານໄຟຟ້າຂັນແຂວງ ມາດຕາ 15 (ໃຫນ່) ແຜນພັດທະນາພະລັງງານໄຟຟ້າຂັ້ນແຂວງ ແຜນພັດທະນາພະລັງງານໄຟຟ້າຂັ້ນແຂວງ ແມ່ນ ແຜນໄລຍະ ທ້າ ປີ ທີ່ສ້າງຂຶ້ນບົນພື້ນຖານຄວາມສອດ ຄ່ອງກັບຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມຂັ້ນແຂວງ ແລະ ແຜນພັດທະນາພະລັງງານໄຟຟ້າແຫ່ງ ຊາດ ໃນແຕ່ລະໄລຍະ. ແຜນພັດທະນາພະລັງງານໄຟຟ້າຂັ້ນແຂວງ ມີອົງປະກອບ ທາງດ້ານເນື້ອໃນດືກັນກັບແຜນພັດທະນາ ພະລັງງານໄຟຟ້າແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 12 ຂອງກົດຫນາຍສະບັບນີ້. ມາດຕາ 16 (ໃຫ່) ການສ້າງແຜນພັດທະນາພະລັງງານໄຟຟ້າຂັ້ນແຂວງ o . & . ະ ຈ . ະ ທົກ ເດືອນ ກ່ອນສິນສຸດໄລຍະຂອງແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ພະແນກພະລັງງານ ແລະ ບໍ່ແຮ່ ຕ້ອງສົມທົບກັບພະແນກ ແລະ ຫ່ວຍງານກ່ຽວຂ້ອງ ຄົນຄວ້າ, ເກັບກໍາຂໍມູນພືນຖານ ກ່ຽວກັບການສ້າງ ແຜນພັດທະນາພະລັງງານໄຟຟ້າຂັ້ນແຂວງຂອງຕົນ ແລ້ວນໍາສົ່ງໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອເປັນຂໍ້ມູນ ໃນການສ້າງແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ. ພາຍຫຼັງສະພາແຫ່ງຊາດຮັບຮອງແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ, ພະແນກພະລັງງານ ແລະ ບໍ່ ແຮ່ .ລືນທົບກັບພະແນກ ແລະ ຫນ່ວຍງານກ່ຽວຂ້ອງ ຄົ້ນຄວ້າ, ຜັນຂະຫຍາຍ ແລະ ກໍານົດເປັນແຜນຈັດຕັ້ງປະຕິ ບັດຂັ້ນແຂວງຂອງຕົນ ແລ້ວນໍາສະເຫີຕໍ່ເຈົ້າແຂວງ ຫຼື ເຈົ້າຄອງນະຄອນຫຼວງ ເພື່ອພິຈາລະນາ ສະເຫີຕໍ່ສະພາປະ ຊາຊົນຂັ້ນແຂວງພິຈາລະນາ. ເງື່ອນໄຂ ແລະ ປັດໄຈ ໃນການສ້າງແຜນພັດທະນາພະລັງງານໄຟຟ້າຂັ້ນແຂວງ ໃຫ້ປະຕິບັດຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາ 13 ວັກ 2 ຂອງກົດຫນາຍສະບັບນີ້.
ມາດຕາ 17 (ໃຫ່) ການດັດແກ້ແຜນພັດທະນາພະລັງງານໄຟຟ້າຂັ້ນແຂວງ ໃນກໍລະນີຈໍາເປັນ ອົງການປົກດຄອງຂັນແຂວງສາມາດທົບທວນ ແລະ ດັດແກ້ແຜນພັດທະນາພະ ລັງງານໄຟຟ້າຂັ້ນແຂວງຂອງຕົນ ແລ້ວສະເຫີຕໍ່ສະພາປະຊາຊົນຂັ້ນແຂວງ ພິຈາລະນາ. ພາກທີ 1l ກິດຈະການໄຟຟ້າ ມາດຕາ 18 (ປັບປຸງ) ກິດຈະການໄຟຟ້າ ກິດຈະ: ການໄຟຟ້າ ປະກອບດ້ວຍ ການວາງແຜນໂຄງການ, ການສໍາຫຼວດເກັບກໍາຂໍ້ມູນ, ການອອກແບບ, ການກໍ່ສ້າງ ແລະ ຕິດຕັ້ງ, ການດໍາເນີນງານ, , ການສ້ອມແປງ. ການຜະລິດ, ການສົ່ງ, ການໃຊ້ສາຍສົ່ງໄຟຟ້າຮ່ວມ ກັນ, ການຈໍາຫນ່າຍ, ການສົ່ງອອກ, ການນໍາເຂົ້າ ແລະ ການບໍລິການກ່ຽວກັບໄຟຟ້າ. ມາດຕາ 19 (ປັບປຸງ) ການວາງແຜນໂຄງການ ການວາງແຜນໂຄງການ ແມ່ນ ການຄົນຄວ້າຂັນຕອນ ແລະ ບາດກ້າວການພັດທະນາໂຄງການໄຟຟ້າ . P -, ະ, ະ = . ມ, ກ່ອນດໍາເນີນການສໍາຫຼວດເກັບກໍາຂໍ້ມູນ, ການອອກແບບ, ການກໍ່ສ້າງ ແລະ ການດໍາເນີນງານຂອງໂຄງການໄຟຟ້າ. ມາດຕາ 20 (ປັບປຸງ) ການສໍາຫຼວດເກັບກໍາຂໍ້ມູນ ການສໍາຫຼວດເກັບກໍາຂໍ້ມູນ ແມ່ນ ການເກັບກໍາຂໍ້ມູນ ທາງດ້ານອຸທົກກະສາດ, ທໍ່ລະນີສາດ, ສິ່ງແວດ ລ້ອມ ແລະ ເສດຖະກິດ-ສັງຄົມ ເພື່ອເປັນບອນອີງໃນການຄິດໄລ່ ປະສິດທິຜົນທາງດ້ານເສດຖະກິດເຕັກນິກ, ການອອກແບບ, ການກໍ່ສ້າງ, ການຕິດຕັ້ງອຸປະກອນ ແລະ ສິ່ງປະກອບສ້າງຂອງໂຄງການໄຟຟ້າ. ມາດຕາ 21 (ປັບປຸງ) ການອອກແບບ ການອອກແບບ ແມ່ນ ການກໍານົດແຜນວາດ ກ່ຽວກັບການຈັດວາງໂຄງຮ່າງການກໍ່ສ້າງ, ການຕິດຕັ້ງອຸ ປະກອນ ແລະ ສິ່ງປະກອບສ້າງຂອງໂຄງການໄຟຟ້າ. ການອອກແບບ ປະກອບດ້ວຍ ການອອກແບບເບື້ອງຕົ້ນ, ການອອກແບບລະອຽດ ແລະ ການອອກ ແບບສູດທ້າຍຂອງໂຄງການໄຟຟ້າ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ມາດຕາ 22 (ປັບປຸງ) ການກໍ່ສ້າງ ແລະ ຕິດຕັ້ງ ການກໍສ້າງ ແລະ ຕິດຕັ້ງ ອຸປະກອນ ແລະ ສິ່ງປະກອບສ້າງຂອງໂຄງການໄຟຟ້າ ຕ້ອງປະຕິບັດຕາມການ ອອກແບບທີ່ສອດດ່ອງກັບມາດຕະຖານເຕັກນິກໄຟຟ້າຂອງລາວ ຫຼຶ ມາດຕະຖານສາກົນທີ່ສູງກວ່າ ເພື່ອຮັບປະ ກັນຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະ ຊາດ. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດໍາເນີນການກໍ່ສ້າງ, ຕິດຕັ້ງ, ຂະຫຍາຍ, ສ້ອມແປງ ແລະ ບໍາ ລຸງຮັກສາອຸປະກອນ ແລະ ສິ່ງປະກອບສ້າງຂອງໂຄງການໄຟຟ້າ ຕ້ອງປະຕິບັດຕາມມາດຕະຖານເຕັກນິກໄຟຟ້າ ຂອງລາວ ຫຼື ມາດຕະຖານສາກົນທີ່ສູງກວ່າ ຢ່າງເຂັ້ມງວດ.
ມາດຕາ 23 (ໃຫ່) ການດໍາເນີນງານ ການດໍາເນີນງານ ແມ່ນ ຂະບວນການຄຸ້ມຄອງໂຄງການໄຟຟ້າ ພາຍຫຼັງການກໍ່ສ້າງ ແລະ/ຫຼື ຕິດຕັ້ງໂຄງ ການໄຟຟ້າສໍາເລັດ ຊຶ່ງລວມມີ ການສ້ອມແປງ ແລະ ບໍາລຸງຮັກສາອຸປະກອນ ແລະ ສິ່ງປະກອບສ້າງຂອງໂຄງການ ໄຟຟ້າ ແລະ ການບໍລິຫານກິດຈະການ ຊຶ່ງຕ້ອງປະຕິບັດຕາມວິທີຂອງການດໍາເນີນງານທີ່ຮອບຄອບ ແລະ ຕາມ ມາດຕະຖານເຕັກນິກໄຟຟ້າຂອງລາວ ຢ່າງເຂັ້ມງວດ. ມາດຕາ ຂ4 (ໃນ່) ການສ້ອມແປງ ການສ້ອມແປງ ແມ່ນ ຂະບວນການປະຕິບັດວຽກເພືອແກ້ໄຂບັນຫາ ຫຼື ຈຸດບົກພ່ອງ ຂອງອຸປະກອນ & ະ -. #.ຂ.ຂໍ້ 1 ນ . ແລະ ສິ່ງປະກອບສ້າງຂອງໂຄງການໄຟຟ້າ ທີເກີດຂຶ້ນໃນການກໍສ້າງ ແລະ ດໍາເນີນງານ. ມາດຕາ 25 (ປັບປຸງ) ການຜະລິດໄຟຟ້າ ການຜະລິດໄຟຟ້າ ແມ່ນ ຂະບວນການຜະລິດພະລັງງານໄຟຟ້າຈາກແຫຼ່ງພະລັງງານໄຟຟ້າ ເຊັ່ນ ພະລັງ ເຊີ ະ ະ > າາ ໃກາ ໃນ i, ພະລັງງານຄວາມຮ້ອນ ແລະ ພະລັງງານທາງເລືອກ ໂດຍນໍາໃຊ້ອຸປະກອນທີທັນສະໄບນ, ມີຄຸນນະພາບສູງ ແລະ ໄດ້ມາດຕະຖານສາກົນ. ະ o - S v o ຂຼ ມ ຣະ ທີ່ໄດ້ກ໋ o ທຸກການພັດທະນາໂຄງການຜະລິດໄຟຟ້າ ທີດໍາເນີນໂດຍລັດວິສາຫະກິດ ຕ້ອງປະຕິບັດຕາມທີໄດ້ກໍານົດ ະ - - ~ ຮັ້ ໄວ້ໃນມາດຕາ sz ວັກ 3 ຂອງກົດຫນາຍສະບັບນີ. ມາດຕາ 26 (ປັບປຸງ) ການສົ່ງໄຟຟ້າ ການສົ່ງໄຟຟ້າ ແມ່ນ ຂະບວນການສົ່ງ ຫຼື ລໍາລຽງໄຟຟ້າຈາກແຫຼ່ງຜະລິດໄຟຟ້າໄປຫາສະຖານີໄຟຟ້າ ແລະ ລະຫວ່າງສະຖານີໄຟຟ້າໄປຫາສະຖານີຈ່າຍໄຟຟ້າ. ໄຟຟ້າ ສາມາດສົ່ງຜ່ານ: 1. ລະບົບສາຍສົ່ງໄຟຟ້າແຫ່ງຊາດ; 2. ສາຍສິ່ງສະເພາະໂຄງການຜະລິດໄຟຟ້າ ໃນ ສປປ ລາວ ຫາ ລະບົບສາຍສົ່ງໄຟຟ້າແຫ່ງຊາດ; 3. ສາຍສົ່ງສະ| ເພາະໂຄງການຜະລິດໄຟຟ້າ ໃນ ສປປ ລາວ ທີ່ສິ່ງຂາຍຂ້າມຊາຍແດນ; 4. ສາຍສິ່ງສະເພາະລະຫວ່າງປະເທດ ທີ່ຜ່ານດິນແດນ ສປປ ລາວ ໂດຍສອດຄ່ອງກັບກົດບນາຍ, ສົນ ທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ທຸກການລົງທຶນກໍ່ສ້າງສາຍສົ່ງໄຟຟ້າ ສາມາດດໍາເນີນໂດຍລັດວິສາຫະກິດ ຫຼື ເອກະຊົນ ຊຶ່ງຕ້ອງໄດ້ຂໍ ອະນຸຍາດນໍາລັດຖະບານ. ກໍລະນີ ສາຍສົ່ງໄຟຟ້າທີ່ມີແຮງດັນ ຫ້າຮ້ອຍ ກິໂລໂວນ ຂຶ້ນໄປ ຕ້ອງໄດ້ຂໍອະນຸຍາດ ນໍາກະນະປະຈໍາສະພາແຫ່ງຊາດ. ການກໍ່ສ້າງສາຍສົ່ງ ໃສ່ ຫຼື ຜ່ານ ທີ່ດິນຂອງລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ນັບທັງຈຸດທີ່ຕັ້ງ ຕີນເສົາ ແລະ ແລວສາຍສົ່ງ ຕ້ອງມີການຊົດເຊີຍເປັນແຕ່ລະກໍລະນີ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະ ບຽບການທີ່ກ່ຽວຂ້ອງ ໃນແຕ່ລະໄລຍະ. ມາດຕາ 27 (ໃຫ່) ການໃຊ້ສາຍສິ່ງໄຟຟ້າຮ່ວມກັນ ການໃຊ້ສາຍສົ່ງໄຟຟ້າຮ່ວມກັນ ແມ່ນ ການສົ່ງໄຟຟ້າຈາກຫຼາຍໂຄງການຜະລິດໄຟຟ້າ ຜ່ານສາຍສິ່ງໄຟຟ້າ ດຽວກັນ. ເຈົ້າຂອງສາຍສົ່ງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 26 ຂອງກົດຫນາຍສະບັບນີ້ ຕ້ອງອະນຸຍາດໃຫ້ໂຄງການ ຜະລິດໄຟຟ້າອືນ ສາມາດນໍາໃຊ້ສາຍສົ່ງຂອງຕົນ ໂດຍເສຍຄ່າຜ່ານສາຍສິ່ງ, ຊ່ວຍຈ່າຍຄ່າລົງທຶນກໍ່ສ້າງສາຍສິງ ຫຼື ຮູບການອື່ນ ພາຍໃຕ້ການຄຸ້ມຄອງ ແລະ ການກວດກາຂອງກະຊວງພະລັງງານ ແລະ ບໍ່ແຮ່ ແລະ/ຫຼື ອົງການອື່ນທີ່ ຖືກມອບຫນາຍ. ມາດຕາ 28 (ປັບປຸງ) ລະບົບສາຍສິ່ງໄຟຟ້າແຫ່ງຊາດ ະບົບສາຍສົ່ງໄຟຟ້າແຫ່ງຊາດ ແມ່ນ ລະບົບສາຍສິ່ງໄຟຟ້າ ແລະ ສະຖານີໄຟຟ້າແຮງສູງ ທີ່ມີແຮງດັນແຕ່ ຮ້ອຍສິບຫ້າ ກິໂລໂວນ ຂຶ້ນໄປ ທີ່ເຊື່ອມຕໍ່ຈາກພາກສ່ວນຫຼຶງກັບພາກສ່ວນອື່ນໃນທົ່ວປະເທດ ແລະ ເຊື່ອມຕໍ່ກັບ ລະບົບສາຍສົ່ງຂອງຕ່າງປະເທດ. ທຸກໂຄງການຜະລິດໄຟຟ້າ ຕ້ອງສິ່ງໄຟຟ້າເຂົ້າລະບົບສາຍສົ່ງໄຟຟ້າແຫ່ງຊາດ ຍົກເວັ້ນກໍລະນີ ຕັ່ງນີ້: 1. ໂຮງງານຜະລິດໄຟຟ້າຂະຫນາດນ້ອຍ ທີ່ຮັບໃຊ້ສະເພາະເຂດຊຸມຊົນ ຫຼື ບ່ອນທີ່ບໍ່ມີລະບົບຈໍາຫນາຍ ໄຟຟ້າ ລວມທັງການຈໍາຫນາຍໄຟຟ້າໃນຂອບເຂດບໍລິເວນໃກ້ຄຽງທີ່ຕັ້ງຂອງໂຮງງານຜະລິດໄຟຟ້າ; 2. ໂຮງງານຜະລິດໄຟຟ້າຂະບນາດນ້ອຍ ທີ່ສາມາດຕໍ່ເຂົ້າລະບົບຈໍາຫນ່າຍໄຟຟ້າໂດຍກົງ; 3. ການສົ່ງໄຟຟ້າຕາມທີ່ໄດ້ກໍານົດໄວ້ໃນມາດຕາ ຂ6 ຂໍ້ 3 ແລະ ຂໍ້ 4 ຂອງກົດຫນາຍສະບັບນີ້; 4. ການຜະລິດໄຟຟ້າທີ່ນໍາໃຊ້ສິ່ງເສດເຫຼືອຈາກຂະບວນການຜະລິດຂອງໂຮງງານປຸງແຕ່ງ ຫຼື ໂຮງງານອຸດ ສາຫະກໍາ ເຊັ່ນ ຂີ້ອ້ອຍຂອງໂຮງງານນ້ໍາຕານ. ການສ້າງສາຍສິ່ງສະເພາະໂຄງການຜະລິດໄຟຟ້າ ເພື່ອເຊື່ອມຕໍ່ກັບລະບົບສາຍສົ່ງໄຟຟ້າແຫ່ງຊາດ ຕາມທີ່ ໄດ້ກໍານົດໄວ້ໃນມາດຕາ 26 ຂໍ້ 2 ຂອງກົດຫນາຍສະບັບນີ້ ແມ່ນ ຜູ້ຜະລິດໄຟຟ້າ ເປັນຜູ້ຮັບຜິດຊອບການກໍ່ສ້າງ ແລະ ບໍາລຸງຮັກສາ ໂດຍສອດຄ່ອງກັບມາດຕະຖານເຕັກນິກໄຟຟ້າຂອງລາວ. ໃນກໍລະນີທີ່ມີຄວາມຈໍາເປັນ ລັດ ສາມາດເວນຄືນສາຍສິ່ງສະເພາະໂຄງການຜະລິດໄຟຟ້າ ເພື່ອເອົາລວມ ເຂົ້າໃນລະບົບສາຍສິ່ງໄຟຟ້າແຫ່ງຊາດ ໂດຍຈ່າຍດ່າຊົດເຊີຍທີ່ສົມເຫດສົມຜົນ ແລະ ຍຸຕິທໍາ ບົນພື້ນຖານມູນຄ່າ ຕົວຈິງ. ລັດ ເປັນຜູ້ຄຸ້ມດອງ ລະບົບສາຍສົ່ງໄຟຟ້າແຫ່ງຊາດ.
ມາດຕາ 29 (ປັບປຸງ) ການຈໍາຫນ່າຍໄຟຟ້າ ການຈໍາຫນ່າຍໄຟຟ້າ ແມ່ນ ການແຈກຈ່າຍໄຟຟ້າຈາກລະບົບຈໍາຫ່າຍໄຟຟ້າ ຫຼື ຈາກເຄື່ອງຜະລິດໄຟຟ້າ ໄປຫາຈຸດຊົມໃຊ້ໄຟຟ້າປະເພດຕ່າງໆ ຊຶ່ງເອີ້ນວ່າ ຕາຂ່າຍໄຟຟ້າ. ລັດ ເປັນຜູ້ຈໍາຫນາຍໄຟຟ້າສໍາລັບການຊົມໃຊ້ພາຍໃນ ໂດຍຜ່ານລັດວິສາຫະກິດຂອງຕົນ. ການຈໍາຫ່າຍໄຟຟ້າ ຕ້ອງຮັບປະກັນ ດັ່ງນີ້: 1. ຢ່າງຕໍ່ເນືອງ, ເປັນປົກກະຕິ ພາຍໃຕ້ລາຄາທີ່ລັດຖະບານກໍານົດ; ຂ. ຢ່າງທົ່ວເຖິງ, ພຽງພໍ ແລະ ປະຢັດ; 8. ຢ່າງປອດໄພ, ໂປ່ງໃສ, ເປີດເຜີຍ ແລະ ສາມາດກວດສອບໄດ້ໃນທຸກຂັ້ນຕອນຕັ້ງແຕ່ຕົ້ນທຶນການ ຜະລິດຈົນຮອດຈໍາຫ່າຍ; 4. ການພັດທະນາເສດຖະກິດ-ສັງຄົມຂອງຊາດ; 5. ຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ມາດຕາ 30 (ໃຫ່) ລະບົບຈໍາຫ່າຍໄຟຟ້າ ລະບົບຈໍາຫ່າຍໄຟຟ້າ ປະກອບດ້ວຍ ສະຖານີຫຼຸດແຮງດັນໄຟຟ້າຈາກ ຮ້ອຍສິບຫ້າ ກິໂລໂວນ ມາເປັນ ແຮງດັນກາງ ແລະ ແຮງດັນຕໍ່າ ລົງໄປຮອດຫໍ້ນັບໄຟຂອງຜູ້ຊົມໃຊ້ ໄຟຟ້າ. ລັດ ເປັນຜູ້ລົງທຶນກໍ່ສ້າງ ແລະ ຄຸ້ມຄອງ ລະບົບຈໍາຫນ່າຍໄຟຟ້າໃນທົ່ວປະເທດ. ມາດຕາ 31 ການສົ່ງອອກ ແລະ ການນໍາເຂົ້າໄຟຟ້າ ການສົ່ງໄຟຟ້າ ເພື່ອເປັນສິນຄ້າອອກຕ່າງປະເທດ ຕ້ອງຮັບປະກັນບູລິມະສິດໃນການສະບນອງ ໃຫ້ແກ່ ການຊົມໃຊ້ພາຍໃນຢ່າງພຽງພໍ ລວມທັງການຂະຫຍາຍອຸດສາຫະກໍາ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ໄດ້ຮັບການເຫັນດີຈາກລັດຖະບານ. ການນໍາໄຟຟ້າຈາກຕ່າງປະເທດເຂົ້າມາ ສປປ ລາວ ຈະປະຕິບັດໄດ້ກໍ່ຕໍ່ເມືອ ໄດ້ຮັບການເຫັນດີຈາກ ລັດຖະບານ ໂດຍອີງໃສ່ຄວາມຈໍາເປັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ມາດຕາ 32 ການບໍລິການກ່ຽວກັບໄຟຟ້າ ການບໍລິການກ່ຽວກັບໄຟຟ້າ ດໍາເນີນດ້ວຍ ການຕິດຕັ້ງ, ການບໍາລຸງຮັກສາ, ການກວດກາ, ການສ້ອມ ແປງ, ການໃຫ້ຄໍາປຶກສາ ກ່ຽວກັບອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ ໃຫ້ຜູ້ຊົມໃຊ້ ແລະ ຜູ້ສະຫນອງ.
ມາດຕາ 33 (ປັບປຸງ) ການສ້າງ ແລະ ປະຕິບັດມາດຕະຖານເຕັກນິກໄຟຟ້າ ກະຊວງພະລັງງານ ແລະ ບໍ່ແຮ່ ສ້າງ ແລະ ປັບປຸງມາດຕະຖານເຕັກນິກໄຟຟ້າຂອງລາວ ໃຫ້ທຽບເທົ່າ ກັບມາດຕະຖານສາກົນ ແລະ ສອດຄ່ອງກັບກົດຫນາຍວ່າຕ້ວຍມາດຕະຖານ ໃນແຕ່ລະໄລຍະ ເພື່ອໃຫ້ເດືອງມື, ອຸປະກອນໄຟຟ້າ, ສາຍສົ່ງໄຟຟ້າ, ເຄື່ອງຮັບໄຟຟ້າ ແລະ ສິ່ງປະກອບສ້າງຂອງໂຄງການໄຟຟ້າ ໄດ້ມາດຕະຖານ, ຮັບປະກັນຄວາມປອດໄພ, ປະຢັດ ແລະ ເປັນມາດຕະຖານດຽວກັນໃນທົ່ວປະເທດເພື່ອສາມາດກວດກາຄຸນ ນະພາບຂອງເຄື່ອງໃຊ້ໄຟຟ້າທຸກຊະນິດທີຜະລິດຢູ່ພາຍໃນປະເທດ ແລະ ນໍາເຂົ້າຈາກຕ່າງປະເທດ. ການຕິດຕັ້ງໃນ່, ການຂະຫຍາຍ, ການສ້ອມແປງ, ການອອກແບບ, ການກໍ່ສ້າງ, ການດໍາເນີນງານ ແລະ ການບໍາລຸງຮັກສາ ຫຼື ການຄຸ້ມຄອງອຸປະກອນ ແລະ ສິ່ງປະກອບສ້າງຂອງໂຄງການໄຟຟ້າ ຕ້ອງປະຕິບັດຕາມມາດ ຕະຖານເຕັກນິກໄຟຟ້າຂອງລາວ. 10 ມາດຕາ 34 (ປັບປຸງ) ຄວາມປອດໄຟໃນການກໍ່ສ້າງ, ການດໍາເນີນງານ ແລະ ການບໍາລຸງຮັກສາ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນທຸລະກິດໄຟຟ້າ ຕ້ອງຮັບປະກັນຄວາມປອດໄພຂອງການກໍ່ ສ້າງ, ການດໍາເນີນງານ ແລະ ການບໍາລຸງຮັກສາອູປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າຂອງວິສະວະກໍາກໍ່ສ້າງ ໂຮງງານຜະລິດໄຟຟ້າ ເຊັ້ນ ເຂື່ອນ, ຝາຍນ້ໍາລົ້ນ, ອຸໂມງສິ່ງນໍາ, ທໍ່ແຮງດັນ, ໂຮງຈັກໄຟຟ້າ, ສະຖານີຕັດຕໍ່, ສາຍສົ່ງ ໄຟຟ້າ, ສະຖານີໄຟຟ້າ, ສາຍຈໍາຫນ່າຍ ຫຼື ສາຍແຈກໄຟຟ້າ, ອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ. ເພື່ອຮັບ ປະກັນຄວາມປອດໄພດັງກ່າວ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຕໍາເນີນທຸລະກິດໄຟຟ້າຕ້ອງສ້າງລະບຽບ ການສະເພາະແຕ່ລະໂຄງການ ກ່ຽວກັບຄວາມປອດໄຟໃນການກໍ່ສ້າງ, ການດໍາເນີນງານ, ການບໍາລຸງຮັກສາ, ສົ່ງ ແລະ Ay ໃຫ້ສອດຄ່ອງກັບມາດຕະຖານເຕັກນິກໄຟຟ້າຂອງລາວ ແລ້ວນໍາສະເຫີຕໍ່ຂະແບນງການພະລັງງານ ແລະ ບໍ່ແຮ່ ເພື່ອພິຈາລະນາ ເປັນແຕ່ລະໄລຍະ ຫຼື ຕາມກໍານົດເວລາທີ່ຖືກແຈ້ງໃຫ້ຊາບ.
." ມາດຕາ 35 (ປັບປຸງ) ການດັດແປງໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກໄຟຟ້າ ໃນກໍລະນີທີ່ພົບເຫັນ ການອອກແບບ, ການກໍສ້າງ, ການຕິດຕັ້ງ, ການຂະຫຍາຍ, ການສ້ອມແປງອຸປະ ກອນ ແລະ ສິ່ງປະກອບສ້າງຂອງໂຄງການໄຟຟ້າ ບໍ່ໄດ້ມາດຕະຖານເຕັກນິກ ຫຼື ບໍ່ໄດ້ຄຸນນະພາບ, ຂະແຫນງການ ພະລັງງານ ແລະ ບໍ່ແຮ່ ຫຼື ຂະແພພງການທີ່ຖືກມອບບນາຍ ມີສິດອອກຄໍາສັ່ງ ໃຫ້ຜູ້ຕໍາເນີນທຸລະກິດໄຟຟ້າດັດ ແປງ, ສ້ອມແປງດືນ ຫຼື ບັບບຸງແກ້ໄຂ ໃຫ້ຖືກຕ້ອງ ແລະ ສອດດ່ອງກັບມາດຕະຖານເຕັກນິກໄຟຟ້າຂອງລາວ. ໃນກໍລະນີມີຄວາມສ່ຽງສູງ ທີ່ຈະກໍໃຫ້ເກີດຄວາມບໍ່ປອດໄພຕໍ່ຊີວິດ ແລະ ຊັບສິນຂອງຜູ້ອື່ນ ຂະແຫນງ ການພະລັງງານ ແລະ ບໍ່ແຮ່ ຫຼື ຂະແບນງການທີ່ຖືກມອບຫນາຍ ສາມາດສັງໂຈະກິດຈະການທີ່ກ່າວມາເທິງນັ້ນ ຊົ່ວ ຄາວ ຫຼື ສັ່ງຢຸດຖາວອນ ຊຶ່ງຜູ້ດໍາເນີນທຸລະກິດໄຟຟ້າດັ່ງກ່າວ ບໍ່ສາມາດຮຽກຮ້ອງ ຫຼື ຮ້ອງຟ້ອງເອົາຄ່າເສຍຫາຍ ຈາກການອອກຄໍາສັ່ງດັ່ງກ່າວ. ພາກທີ IV ທຸລະກິດໄຟຟ້າ ມາດຕາ 36 (ປັບປຸງ) ທຸລະກິດໄຟຟ້າ ກິດຈະການໄຟຟ້າຕາມທີ່ໄດ້ກໍານົດໄວ້ໃນມາດຕາ 18 ຂອງກົດຫນາຍສະບັບນີ້ ສາມາດດໍາເນີນເປັນທຸ ລະກິດໄຟຟ້າໄດ້. ທຸລະກິດໄຟຟ້າແບ່ງອອກເປັນ ສາມ ປະເພດ ຄື ທຸລະກິດບໍລິການໄຟຟ້າທົ່ວໄປ, ທຸລະກິດຜະລິດໄຟ ຟ້ໍາສະເພາະ ແລະ ທຸລະກິດສໍາປະທານສາຍສົ່ງໄຟຟ້າ. ຫຼວດທີ່ 1 ທຸລະກິດບໍລິການໄຟຟ້າທົ່ວໄປ ມາດຕາ 37 (ໃຫ່) ທຸລະກິດບໍລິການໄຟຟ້າທົ່ວໄປ ທຸລະກິດບໍລິການໄຟຟ້າທົ່ວໄປ ປະກອບມີ ການວາງແຜນ, ການສໍາຫຼວດເກັບກໍາຂໍ້ມູນ, ການອອກແບບ, ການກໍ່ສ້າງ, ການຕິດຕັ້ງ, ການດໍາເນີນງານ, ການບໍລິການ ແລະ ການບໍາລຸງຮັກສາອຸປະກອນ ແລະ ສິ່ງປະກອບ ສ້າງຂອງໂຄງການໄຟຟ້າ. 11 ມາດຕາ 38 (ໃນນ) ການດໍາເນີນທຸລະກິດບໍລິການໄຟຟ້າທົ່ວໄປ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີມີຈຸດປະສົງດໍາເນີນທຸລະກິດບໍລິການໄຟຟ້າທົ່ວໄປ ຕ້ອງຍືນຄໍາ ຮ້ອງ ແລະ ເອກະສານປະກອບ ຕໍ່ຂະແຫງການທີ່ກ່ຽວຂ້ອງ ຕາມທີໄດ້ກໍານົດໄວ້ໃນກົດຫພາຍວ່າດ້ວຍການສົ່ງ ເສີມການລົງທຶນ ແລະ ກົດຫນາຍອືນທີ່ກ່ຽວຂ້ອງ ແລະ ຕ້ອງຂໍອະນຸຍາດດໍາເນີນທຸລະກິດບໍລິການໄຟຟ້າທົ່ວໄປ ນໍາຂະແບນງການພະລັງງານ ແລະ ບໍ່ແຮ່.
ມາດຕາ 389 (ໃຫ່) ເງື່ອນໄຂໃນການດໍາເນີນທຸລະກິດບໍລິການໄຟຟ້າທົ່ວໄປ ຜູ້ທີ່ຈະດໍາເນີນທຸລະກິດບໍລິການໄຟຟ້າທົ່ວໄປ ຕ້ອງມີເງື່ອນໄຂ ດັ່ງນີ: 1. ມີປະສົບການ ຫຼື ມີບຸກກະລາກອນທີ່ຊໍານານງານ ກ່ຽວກັບກິດຈະການທີ່ຕົນຈະດໍາເນີນ; 2. ມີຖານະທາງດ້ານການເງິນທີ່ພັ້ນຄົງ ສົມຄູ່ກັບທຸລະກິດທີ່ດົນຈະດໍາເນີນ; 3. ເງື່ອນໄຂອື່ນທີ່ຈໍາເປັນ ຕາມແຕ່ລະປະເພດທຸລະກິດບໍລິການໄຟຟ້າທົ່ວໄປ. ມາດຕາ 40 (ໃຫ່) ການພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດ ການພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດບໍລິການໄຟຟ້າທົ່ວໄປ ໃຫ້ປະຕິບັດຕາມລະບຽບການ .ຂອງຂະແຫນງການພະລັງງານ ແລະ ບໍ່ແຮ່. ມາດຕາ 41 (ປັບປຸງ) ການດັດແກ້ໃບອະນຸຍາດດໍາເນີນທຸລະກິດບໍລິການໄຟຟ້າທົ່ວໄປ ຜູ້ດໍາເນີນທຸລະກິດບໍລິການໄຟຟ້າທົ່ວໄປ ທີ່ມີຈຸດປະສົງດັດແກ້ ໃບອະນຸຍາດດໍາເນີນທຸລະກິດຂອງຕົນ ຕ້ອງຍື່ນຄໍາຮ້ອງພ້ອມດ້ວຍເຫດຜົນຂອງການຂໍຕັດແກ້ນັ້ນ ຕໍ່ຂະແທນງການພະລັງງານ ແລະ ບໍ່ແຮ່ ເພື່ອພິຈາລະນາ. ຫວດທີ ຂ ທຸລະກິດຜະລິດໄຟຟ້າສະເພາະ ມາດຕາ 42 (ໃຫ່) ທຸລະກິດຜະລິດໄຟຟ້າສະເພາະ ທຸລະກິດຜະລິດໄຟຟ້າສະເພາະ ແມ່ນ ທຸລະກິດທີ່ໄດ້ຮັບສໍາປະທານຈາກລັດ ຊຶ່ງດໍາເພີນກິດຈະການ ກ່ຽວກັບການຜະລິດໄຟຟ້າ ຫຼື ທັງຜະລິດ ແລະ ສົ່ງໄຟຟ້າໄປຄຽງຄູ່ກັນ. ມາດຕາ 43 (ປັບປຸງ) ການອະນຸຍາດດໍາເນີນທຸລະກິດຜະລິດໄຟຟ້າສະເພາະ ການອະນຸຍາດດໍາເນີນທຸລະກິດຜະລິດໄຟຟ້າສະເພາະ ໃຫ້ປະຕິບັດຕາມແຕ່ລະກໍລະນີ ດັ່ງນີ້: 1. ໂຄງການຜະລິດໄຟຟ້າສະເພາະ ທີ່ມີກໍາລັງຕິດຕັ້ງ ແຕ່ ຫນຶ່ງຮ້ອຍ ກິໂລວັດ ລົງມາ ແລະ/ຫຼື ມີຜົນກະ ທົບຕໍ່ປະຊາຊົນທີ່ຕ້ອງຖືກຍົກຍ້າຍ ແຕ່ ຊາວ ຄອບຄົວ ລົງມາ ແມ່ນ ເຈົ້າເມືອງ, ຫົວຫ້າເທດສະບານ, ເຈົ້ານະ ຄອນ ເປັນຜູ້ພິຈາລະນາ ຕາມການສະເຫີຂອງຫ້ອງການພະລັງງານ ແລະ ບໍ່ແຮ່ ຂັ້ນຕົນ ໂດຍການເຫັນດີທາງດ້ານ ວິຊາການຈາກພະແນກພະລັງງານ ແລະ ບໍ່ແຮ່ ຂັ້ນແຂວງ; 2. ໂຄງການຜະລິດໄຟຟ້າສະເພາະ ທີ່ມີກໍາລັງຕິດຕັ້ງສູງກວ່າ ຫຶ່ງຮ້ອຍ ກິໂລວັດ ຫາ ຫ້າພັນ ກິໂລວັດ ແມ່ນເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ເປັນຜູ້ພິຈາລະນາ ຕາມການສະເຫີຂອງພະແນກພະລັງງານ ແລະ ບໍ່ແຮ່ ຂັ້ນຕົນ ໂດຍການເຫັນດີທາງດ້ານວິຊາການຈາກກະຊວງພະລັງງານ ແລະ ບໍ່ແຮ່. ໃນກໍລະນີໂຄງການມີຜົນກະທົບ
12 ຕໍ່ປະຊາຊົນທີ່ຕ້ອງຖືກຍົກຍ້າຍ ຫຼາຍກວ່າ ຊາວ ຄອບດົວ ຂຶ້ນໄປ ແມ່ນ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເປັນຜູ້ພິຈາລະນາ ຕາມການສະເຫີຂອງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ; 3. ໂຄງການຜະລິດໄຟຟ້າສະເພາະ ທີ່ມີກໍາລັງຕິດຕັ້ງສູງກວ່າ ຫ້າພັນ ກິໂລວັດ ຫາ ຫຶ່ງຮ້ອຍ ເມກາວັດ ແມ່ນ ລັດຖະບານ ເປັນຜູ້ພິຈາລະນາຕາມການສະເບີຂອງກະຊວງພະລັງງານ ແລະ ບໍ່ແຮ່ ພາຍຫຼັງສົມທົບກັບຂະ ແຫນງການທີ່ກ່ຽວຂ້ອງ; 4 o 4. ໂຄງການຜະລິດໄຟຟ້າສະເພາະ ທີ່ມີກໍາລັງຕິດຕັ້ງສູງກວ່າ ພຶ່ງຮ້ອຍ ເມກາວັດ ຂຶ້ນໄປ ແມ່ນຄະນະ ປະຈໍາສະພາແຫ່ງຊາດ ເປັນຜູ້ພິຈາລະນາຕາມການສະເຫຼີຂອງລັດຖະບານ; 5. ໃນກໍລະນີໂດງການທີ່ມີອ່າງເກັບນ້ໍາ ຫຼາຍກວ່າ ສິບພັນ ເຮັກຕາ ຂຶ້ນໄປ ແລະ/ຫຼື ມີຜົນກະທົບຕໍ່ ປະຊາຊົນທີ່ຕ້ອງຖືກຍົກຍ້າຍ ຫຼາຍກວ່າ ຫ້າຮ້ອຍ ຄອບຄົວ ແມ່ນ ຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ພິຈາ ລະນາຕາມການສະເຫີຂອງລັດຖະບານ. ກ. ຮູບແບບທຸລະກິດຜະລິດໄຟຟ້າສະເພາະ ມາດຕາ 44 (ໃຫ່) ຮູບແບບການລົງທຶນໃສ່ທຸລະກິດຜະລິດໄຟຟ້າສະເພາະ ການລົງທຶນໃສ່ທຸລະກິດຜະລິດໄຟຟ້າສະເພາະ ມີຮູບແບບ ດັ່ງນີ້: 1. ກໍ່ສ້າງ, ເປັນເຈົ້າຂອງ, ດໍາເນີນງານ ແລະ ມອບໂອນໃຫ້ລັດຖະບານ (ບີໂອທີ); ຂ. ກໍ່ສ້າງ, ເປັນເຈົ້າຂອງ ແລະ ດໍາເນີນງານ (ບີໂອໂອ): 3. ຮູບແບບອື່ນ ຕາມການກໍານົດຂອງລັດຖະບານ. ມາດຕາ 45 (o) ທຸລະກິດຜະລິດໄຟຟ້າສະເພາະ ຮູບແບບບີໂອທີ ທຸລະກິດຜະລິດໄຟຟ້າສະເພາະ ຮູບແບບບີໂອທີ ແມ່ນ ຮູບແບບທຸລະກິດທີ່ໄດ້ຮັບສໍາປະທານໂຕງການ ໄຟຟ້າຈາກລັດ ໃຫ້ນິຕິບຸກຄົນ ເປັນຜູ້ລົງທຶນກໍ່ສ້າງ, ດໍາເນີນງານ ແລະ ເປັນເຈົ້າຂອງ ໄປຈົນເຖິງ ກໍານົດເວລາ .ມອບໂອນທຸລະກິດດັ່ງກ່າວໃຫ້ລັດຖະບານເມື່ອສິ້ນສຸດອາຍຸສໍາປະທານ ໂດຍທີ່ສິ່ງປະກອບສ້າງຂອງໂຄງການໄຟ ຟ້າຕ້ອງຢູ່ໃນສະພາບການດໍາເນີນງານທີ່ດີ. ທຸລະກິດຜະລິດໄຟຟ້າສະເພາະ ຮູບແບບບີໂອທີ ແມ່ນ ໂຄງການໄຟຟ້າ ພະລັງງານນ້ໍາ ທີ່ມີກໍາລັງຕິດຕັ້ງຫຼາຍກວ່າ ຫ້າພັນ ກິໂລວັດ ຂຶ້ນໄປ.
ມາດຕາ 46 (ໃນ່) ທຸລະກິດຜະລິດໄຟຟ້າສະເພາະ ຮູບແບບບີໂອໂອ ທຸລະກິດຜະລິດໄຟຟ້າສະເພາະ ຮູບແບບບີໂອໂອ ແມ່ນ ຮູບແບບທຸລະກິດທີ່ໄດ້ຮັບສໍາປະທານໂຄງການ ໄຟຟ້າຈາກລັດ ໃຫ້ນິຕິບຸກດົນ ເປັນຜູ້ລົງທຶນກໍສ້າງ, ເປັນເຈົ້າຂອງ ແລະ ດໍາເນີນງານໄປຈົນສິ້ນສຸດອາຍຸສໍາປະ ທານ. ທຸລະກິດຜະລິດໄຟຟ້າສະເພາະ ຮູບແບບບີໂອໂອ ລວມມີໂຄງການໄຟຟ້າພະລັງງານນ້ໍາຂະຫນາດນ້ອຍ, ໂຄງ ການໄຟຟ້າພະລັງງານຄວາມຮ້ອນ, ພະລັງງານແສງຕາເວັນ, ພະລັງງານລົມ ແລະ ອື່ນໆ ຕາມການກໍານົດຂອງລັດ ຖະບານ. 13 ຂ. ການຈັດຫາຜູ້ພັດທະນາໂຄງການໃນທຸລະກິດຜະລິດໄຟຟ້າສະເພາະ ມາດຕາ 47 (ໃຫ່) ການຈັດຫາຜູ້ພັດທະນາໂຄງການໃນທຸລະກິດຜະລິດໄຟຟ້າສະເພາະ ການຈັດຫາຜູ້ພັດທະນາໂຄງການໃນທຸລະກິດຜະລິດໄຟຟ້າສະເພາະ ຕ້ອງດໍາເນີນດ້ວຍ ສອງ ຮູບແບບ 1. ຜ່ານການປະມູນ ຊຶ່ງແມ່ນໂຄງການທີລັດຖະບານມີຂໍ້ມູນເບືອງດົນ ຈາກການສຶກສາ, ເກັບກໍາ ແລະ ລວບລວມຂໍ້ມູນຂອງລັດຖະບານ ທີ່ພຽງພໍຈະສາມາດຈັດປະມູນໄດ້; ຂ. ບໍ່ຜ່ານການປະມູນ ຊຶ່ງແມ່ນໂຄງການຕາມທີ່ໄດ້ກໍານົດໄວ້ໃນມາດຕາ 52 ຂອງກົດຫນາຍສະບັບນີ. ມາດຕາ 48 (ໃຫ່) ການຈັດຫາຜູ້ພັດທະນາໂຄງການຜ່ານການປະມູນ ການຈັດຫາຜູ້ພັດທະນາໂຄງການຜ່ານການປະມູນ ແມ່ນ ການຄັດເລືອກຜູ້ພັດທະນາໂຄງການຈາກຫຼາຍ ຫົວຫ່ວຍວິສາຫະກິດ ທັງພາຍໃນ ແລະ ຕ່າງປະເທດ ຜ່ານການປະມູນ ໂດຍອີງຕາມຂໍ້ມູນທີ່ຂະແບາງການພະ ລັງງານ ແລະ ບໍ່ແຮ່ ຫຼື ຕານການສະເຫີຂອງຂະແບນງການພະລັງງານ ແລະ ບໍ່ແຮ່ ຕາມທີ່ໄດ້ກໍານົດໄລ້ໃນມາດຕາ 50 ຂອງກົດຫນາຍສະບັບນີ້. ມາດຕາ 49 (ໃຫ່) ການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ເພື່ອຈັດຫາຜູ້ພັດທະນາໂຄງການຜ່ານການປະມຸນ ຂະແຫງການພະລັງງານ ແລະ ບໍ່ແຮ່ ຕ້ອງສຶກສາຄວາມເບັນໄປໄດ້ເບື້ອງຕົ້ນ ຂອງໂຄງການບູລິມະສິດ ທີ່ ໄດ້ກໍານົດໄວ້ໃນແຜຜນພັດທະນາພະລັງງານໄຟຟ້າແຫ່ງຊາດ. ຈຸດປະສົ່ງຂອງການສຶກສາດັງກ່າວ ແມ່ນເພື່ອໃຫ້ໄດ້ຂໍ້ ມູນກ່ຽວກັບຄວາມເປັນໄປໄດ້ທາງດ້ານເຕັກນິກ ແລະ ການເງິນ ລວມທັງຜົນກະທົບຂອງໂຄງການດ້ານເສດຖະ ກິດ, ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ເບື້ອງຕົ້ນ. ຂະແຫນງການພະລັງງານ ແລະ ບໍ່ແຮ່ ອາດຕໍາເນີນການສຶກສາຄວາມເບັນໄປໄດ້ເບື້ອງຕົ້ນ ດ້ວຍດົນເອງ § ວ່າຈ້າງບໍລິສັດດໍາເນີນທຸລະກິດບໍລິການໄຟຟ້າທົ່ວໄປ. ການສຶກສາຄວາມເປັນໄປໄດ້ເບື່ອງດົ້ນ ຕ້ອງພິຈາລະນາເນຶ້ອໃນ ແລະ ປັດໄຈ ດັ່ງນີ້: 1. ຄວາມເປັນມາຂອງໂຄງການ, ຂໍ້ມູນຕັດສິນໂຄງການ ທີ່ພົວພັນເຖິງພູມສັນຖານ, ນ້ໍາ, ການສຶກສາ ດ້ານທໍລະນີສາດເບື້ອງຕົ້ນ, ແຜນຜັງ ແລະ ທາງເລືອກທີ່ດີທີ່ສຸດຂອງໂຄງການ, ລາຍລະອຽດກ່ຽວກັບຮົງປະກອບ ແລະ ຄຸນລັກສະນະຂອງໂດງການ, ການວາງແຜນໂຄງລ່າງ ແລະ ການກໍ່ສ້າງ, ຕາຕະລາງການກໍ່ສ້າງ, ບັນຫາທາງ ດ້ານສັງຄົມ ແລະ ສິ່ງແວດລ້ອມ ລວມທັງບັນຫາການກໍສ້າງສາຍສິ່ງ ແລະ ເສັ້ນທາງເຂົ້າ-ອອກໂຄງການ; ຂ. ການວິເຄາະດ້ານການເງິນ; 3. ການປະເມີນ ແລະ ວິໄຈອື່ນ ທີ່ຂະແຫນງການພະລັງງານ ແລະ ບໍ່ແຮ່ ເຫັນວ່າເພພາະສົມ ໂດຍ ສົມທົບກັບຂະແຜນງການອື່ນຕາມທີ່ເຫັນວ່າຈໍາເປັນ; 4. ຕົ້ນທຶນຕ້ອງບໍ່ສູງກວ່າລາຄາກາງທີກໍານົດໂດຍ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ລາຄາຕົ້ນທຶນ ການຜະລິດຕໍ່ກິໂລວັດ ບໍ່ສູງກວ່າຕົ້ນທຶນການຜະລິດໃນລະບົບ; 5. ປັດໄຈອື່ນໆ.
ມາດຕາ 50 (ໃຫ່) ການປະມູນ ພາຍຫຼັງສໍາເລັດການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ, ຂະແຫນງການພະລັງງານ ແລະ ບໍ່ແຮ່ ເປັນຜູ້ ຮັບຜິດຊອບປະກາດເຊີນນິຕິບຸກຄົນເຂົ້າຮ່ວມການປະມຸນແຂ່ງຂັນເອົາໂຄງການບູລິມະສິດດັ່ງກ່າວ ແລ້ວລາຍ 14 ງານຜີນການປະມູນ ຕໍ່ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອພິຈາລະນາ ຫຼື ສະເຫຼີຕໍ່ອົງ ການທີ່ມີສິດອໍານາດຕາມລະບຽບການ ໃນການອະນຸມັດເຊັນສັນຍາຫົວຂໍ້ໃຫຍ່. ຜູ້ຊະນະການປະມູນ ແມ່ນ ຜູ້ທີ່ຜ່ານການຕັດເລືອກບົນພື້ນຖານດ້ານເຕັກນິກ, .ຖານະຕ້ານການເງິນ, ການຈັດຕັ້ງ ແລະ ດ້ານກົດຫນາຍ ແລະ ເປັນຜູ້ທີ່ມີຂໍ້ສະເພີປະມູນທີ່ດີສຸດ. ສໍາລັບໂຄງການຂະຫນາດນ້ອຍ ກະຊວງພະລັງງານ ແລະ ບໍ່ແຮ່ ຕ້ອງໃຫ້ການຊ່ວຍເຫຼືອທາງດ້ໍານວິຊາ ການແກ່ທ້ອງຖິ່ນ ໃນການສຶກສາຄວາມເປັນໄປໄດ້ເບື້ອງດົ້ນ ແລະ ການປະມຸນ ລວມທັງການຮັບຮອງ ແລະ ກວດກາທາງດ້ານເຕັກນິກ. ຫຼັກການ, ເງື່ອນໄຂ, ຂັ້ນຕອນ ແລະ ວິທີການປະມຸນ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ມາດຕາ 51 (ໃນ່) ຂັ້ນຕອນພາຍຫຼັງການປະມຸນ ພາຍຫຼັງຊະນະການປະມູນ ຜູ້ພັດທະນາໂຄງການຕ່າງປະເທດ ຕ້ອງສ້າງຕັ້ງ ນິຕິບຸກຄົນ ຢູ່ ສປປ ລາວ ເພື່ອມາເຊັນສັນຍາທົວຂໍ້ໃຫຍ່. ພາຍຫຼັງເຊັນສັນຍາຫົວຂໍ້ໃຫຍ່ ຜູ້ພັດທະນາໂຄງການ ຕ້ອງວາງເງິນຄ້າປະກັນຕາມການກໍານົດຂອງລັດ ຖະບານ ແລະ ດໍາເນີນການສຶກສາຄວາມເປັນໄປໄດ້ດ້ານເຕັກນິກ ແລະ ການເງິນ ແລະ ການປະເມີນຜົນກະທົບຕໍ່ ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 59 ແລະ ມາດຕາ 60 ຂອງກົດໆນາຍສະ ບັບນີ້. ຂະແບນງການພະລັງງານ ແລະ ບໍ່ແຮ່ ແລະ ຂະແບນງການແຜນການ ແລະ ການລົງທຶນ ຕາງຫໍ້າລັດ ຖະບານ ເຊັນສັນຍາຫົວຂໍ້ໃຫຍ່ກັບຜູ້ພັດທະນາໂຄງການ. ມາດຕາ 52 (ໃພ້) ການຄົ້ນຄວ້າໂຄງການທີ່ບໍ່ຜ່ານການປະມູນ ການຄົ້ນຄວ້າໂຄງການທີ່ບໍ່ຜ່ານການປະມູນ ແມ່ນ ການພິຈາລະນາອະນຸມັດໂຄງການ ໂດຍອີງຕາມຂໍ້ສະ ເຫຼີຂອງຜູ້ລົງທຶນ. ໂຄງການທີ່ບໍ່ຜ່ານການປະມຸນ ແມ່ນ ໂຄງການທີ່ປະເທດຊາດໄດ້ຮັບຜົນປະໂຫຍດສູງກວ່າຜົນປະ ໂຫຍດທີ່ໄດ້ກໍານົດໄວ້ໃນກົດຫນາຍ, ຫົວຫນ່ວຍວິສາຫະກິດທີ່ສະເຫີພັດທະນາໂຄງການດັ່ງກ່າວ ມີເງື່ອນໄຂຄົບ ຖ້ວນດ້ານເຕັກນິກ ແລະ ການເງິນທີ່ແນ່ນອນ ແລະ ຕ້ອງມີເງື່ອນໄຂໃດຫົ່ງ ດັ່ງນີ້: 1. ເປັນໂຄງການນໍາໃຊ້ເຕັກໂນໂລຊີໃຫນ່ ໃນ ສປປ ລາວ; 2. ເປັນໂຄງການທີ່ມິລັກສະນະຍຸດທະສາດຂອງລັດ. ລັດຖະບານສາມາດອະນຸມັດໃຫ້ວິສາຫະກິດຂອງຕົນ ພັດທະນາໂຄງການຜະລິດໄຟຟ້າ ໂດຍບໍ່ຈໍາເປັນ ຜ່ານການປະມູນ ແຕ່ຕ້ອງປະຕິບັດຕາມຂັ້ນຕອນການພັດທະນາໂຄງການຜະລິດໄຟຟ້າຕາມລະບຽບການ. ເງື່ອນໄຂການພິຈາລະນາອະນຸມັດໂຄງການທີ່ບໍ່ຜ່ານການປະມຸນ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 53 (ໃຫ່) ຂັ້ນຕອນການພັດທະນາໂຄງການທີ່ບໍ່ຜ່ານການປະມຸນ ຜູ້ພັດທະນາທີ່ຖືກຄັດເລືອກໃຫ້ພັດທະນາໂຄງການທີ່ບໍ່ຜ່ານການປະມູນ ຕ້ອງເຊັນ ແລະ ປະຕິບັດຕາມ ເອກະສານ ຕັ່ງນີ້: 1. ບົດບັນທຶກຄວາມເຂົ້າໃຈ; 2, ສັນຍາພັດທະນາໂຄງການ; 3. ສັນຍາສໍາປະທານ: 4. ສັນຍາອື່ນທີ່ຈໍາເປັນ ເຊັນ ສັນຍາຊື້ຂາຍໄຟຟ້າ, ສັນຍາກູ້ຢືມເງິນ, ສັນຍາກໍ່ສ້າງ ຊຶ່ງຖືກເຊັນ ພາຍ ຫຼັງເຊັ້ນສັນຍາສໍາປະທານ. ສໍາລັບສັນຍາຊື້ຂາຍໄຟຟ້ານັ້ນ ຕ້ອງໄດ້ຮັບການຮັບຮອງຈາກລັດຖະບານ ຕາມການ ສະເຫຼີຂອງກະຊວງພະລັງງານ ແລະ ບໍ່ແຮ່. ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບກະຊວງທີ່ກ່ຽວຂ້ອງ ສ້າງ ແລະ ປັບປຸງ ຮ່າງບົດບັນທຶກ ຄວາມເຂົ້າໃຈ, ຮ່າງສັນຍາພັດທະນາໂຄງການ ແລະ ຮ່າງສັນຍາສໍາປະທານ ເພື່ອນໍາໃຊ້ເຂົ້າໃນການພັດທະນາທຸລະ ກິດຜະລິດໄຟຟ້າສະເພາະ ແລະ ທຸລະກິດສໍາປະທານສາຍສົ່ງ. ທຸກໂຄງການໄຟຟ້າ ຕ້ອງນໍາໃຊ້ຮ່າງສັມບຍາມາດຕະ ຖຖານທີ່ຖືກຮັບຮອງໂດຍລັດຖະບານ ໃນແຕ່ລະໄລຍະ ເຂົ້າໃນການເຈລະຈາກັບຜູ້ພັດທະນາ. ມາດຕາ 54 (ໃຫ) ການຄົ້ນຄວ້າເອົາຜູ້ພັດທະນາໂຄງການທີ່ບໍ່ຜ່ານການປະມູນ ນິຕິບຸກຄົນ ທີ່ຕ້ອງການດໍາເນີນທຸລະກິດຜະລິດໄຟຟ້າສະເພາະ ທີ່ບໍ່ຕ່ນການປະມູນ ຕ້ອງປິ່ນຄໍາຮ້ອງ ແລະ ເອກະສານອື່ນທີ່ກ່ຽວຂ້ອງຕໍ່ ທ້ອງການບໍລິການ ການລົງທຶນປະຕູດຽວ ເພື່ອກັນກອງເບື້ອງຕົ້ນ ແລ້ວສົ່ງ ໃຫ້ຂະແບນງການພະລັງງານ ແລະ ບໍ່ແຮ່ ສຶບຕໍ່ຄົ້ນຄວ້າ. ຂະແຫນງການພະລັງງານ ແລະ ບໍ່ແຮ່ ຈະປະເມີນວ່າຄໍາຮ້ອງດັ່ງກ່າວຖືກຕ້ອງກັບເງື່ອນໄຂ ຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາ s2 ຂອງກົດຫາຍສະບັບນີ້ ຫຼື ບໍ່. ຜົນຂອງການປະເມີນດັ່ງກ່າວ ຕ້ອງລາຍງານຕໍ່ຄະນະກໍາມະ ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອພິຈາລະນາ ສະເບນີຕໍ່ອົງການທີ່ມີສິດອໍານາດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 48 ຂອງກົດຫນາຍສະບັບນີ້ ເພື່ອຂໍອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ. ຂະແບນງການພະລັງງານ ແລະ ບໍ່ແຮ່ ແລະ ຂະແຫນງການແຜນການ ແລະ ການລົງທຶນ ເປັນຜູ້ຕາງຫ້າລັດ ຖະບານ ຫຼື ອົງການປົກຄອງທ້ອງຖິ່ນ ເຊັນບົດບັນທຶກຄວາມເຂົ້າໃຈກັບຜູ້ພັດທະນາ. ສໍາລັບການພັດທະນາໂຄງການຂະບມາດນ້ອຍ ຕ້ອງໄດ້ຮັບການເຫັນດີທາງດ້ານວິຊາການຈາກກະຊວງພະ ລັງງານ ແລະ ບໍ່ແຮ່ ກ່ອນ ແລ້ວຈຶ່ງລາຍງານຕໍ່ຄະນະກໍາມະການສິ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ເພື່ອພິຈາລະນາ. ພາຍຫຼັງເຊັນບົດບັນທຶກຄວາມເຂົ້າໃຈ, ຜູ້ພັດທະນາໂຄງການ ຕ້ອງດໍາເນີນການສຶກສາຄວາມເປັນໄປໄດ້ ເບື້ອງດົ້ນ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ເບື້ອງຕົ້ນ. ສໍາລັບຜູ້ພັດທະນາທີ ເປັນນິຕິບຸກຄົນຕ່າງປະເທດນັ້ນ ຕ້ອງຂໍອະນຸຍາດສ້າງຕັ້ງທ້ອງການຜູ້ຕາງຫໍ້າ ຢູ່ ສປປ ລາວ ນໍາຫ້ອງການບໍລິການ ການລົງທຶນປະຕູດຽວ ກ່ອນຈະດໍາເນີນໂຄງການດັ່ງກ່າວ. ສໍາລັບຜູ້ພັດທະນາຕ່າງປະເທດ ພາຍຫຼັງການປະຕິບັດບົດບັນທຶກຄວາມເຂົ້າໃຈສໍາເລັດແລ້ວ ຜູ້ພັດທະ ນາ ຕ້ອງສ້າງຕັ້ງນິຕິບຸກດົນຢູ່ ສປປ ລາວ ເພື່ອເຊັນສັນຍາພັດທະນາໂດງການ.
ມາດຕາ 55 (ໃຫ່) ຂັ້ນຕອນ ສັນຍາພັດທະນາໂຄງການ ຂະແຫນງການພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການສົມທົບກັບຂະແຜນງການ ແລະ ອົງການປົກຄອງທ້ອງ ຖິ່ນທີ່ກ່ຽວຂ້ອງຮ່າງ ແລະ ເຈລະຈາ ສັນຍາພັດທະນາໂຄງການກັບຜູ້ພັດທະນາໂຄງການ ແລ້ວລາຍງານຜົນການ ເຈລະຈາຕໍ່ຄຕະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອພິຈາລະນາສະເຫີຕໍ່ອົງການທີ່ມີສິດອໍານາດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 43 ຂອງກົດຫນາຍສະບັບນີ້ ເພື່ອຂໍອະນຸມັດເຊັນ ສັນຍາພັດທະນາໂຄງການ. ຂະແບນງການພະລັງງານ ແລະ ບໍ່ແຮ່ ແລະ ຂະແຫນງການແຜນການ ແລະ ການລົງທຶນ ເປັນຜູ້ຕາງຫໍ້າ ລັດຖະບານ ຫຼື ອົງການປົກຄອງທ້ອງຖິ່ນ ເຊັນສັນຍາພັດທະນາໂຄງການກັບຜູ້ພັດທະນາໂຄງການ. 16 ພາຍຫຼັງເຊັນສັນຍາພັດທະນາໂຄງການ, ຜູ້ພັດທະນາໂຄງການ ຕ້ອງດໍາເນີນການສຶກສາຄວາມເປັນໄປ ໄດ້ຂັ້ນສຸດທ້າຍ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 59 ແລະ ມາດຕາ 60 ຂອງກົດຫນາຍສະບັບນີ້. ພາບຫຼັງສໍາເລັດການປະຕິບັດເງື່ອນໄຂ ຕາມທີ່ໄດ້ກໍານົດໄວ້ໃນສັນຍາພັດທະນາໂຄງການ ແລະ ສໍາເລັດ ການເຈລະຈາຮ່າງສັນຍາສໍາປະທານແລ້ວ ຜູ້ພັດທະນາໂຄງການ ຕ້ອງຂໍໃບອະນຸຍາດລົງທຶນ ແລະ ສ້າງຕັ້ງບໍລິສັດ ໂດງການນໍໍາຫ້ອງການປໍລິການການລົງທຶນປະຕູດຽວ. ຈາກນັ້ນ ຂະແບນງການພະລັງງານ ແລະ ບໍ່ແຮ່ ຕ້ອງລາຍ ງານຕໍ່ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກ່ຽວກັບຜົນການເຈລະຈາ ເພື່ອພິຈາລະນາແລ້ວສະ ເພີຕໍ່ອົງການທີ່ມີສິດອໍານາດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 43 ຂອງກົດຫນາຍສະບັບນີ້ ເພື່ອຂໍອະນຸມັດເຊັນ ສັນຍາສໍາປະທານ. ຂະແບນງການພະລັງງານ ແລະ ບໍ່ແຮ່ ແລະ ຂະແຫນງການແຜນການ ແລະ ການລົງທຶນ ເປັນຜູ້ຕາງຫ້າລັດ ຖະບານ ຫຼື ອົງການປົກຄອງທ້ອງຖິ່ນ ເຊັນສັນຍາສໍາປະທານກັບບໍລິສັດໂຄງການ. ສໍາລັບການພັດທະນາໂຄງການຂະຫາາດນ້ອຍ ກະຊວງພະລັງງານ ແລະ ບໍ່ແຮ່ ມີຫ້າທີ່ຊ່ວຍເຫຼືອທາງ ດ້ານວິຊາການແກ່ທ້ອງຖິ່ນ ໃນການຮ່າງເອກະສານສັນຍາຕ່າງໆ ລວມທັງການຮັບຮອງ ແລະ ກວດກາບັນດາເອ ກະສານທາງງດ້ານເຕັກນິກ.
ມາດຕາ 56 (ໃຫ່) ອາຍຸ ແລະ ການຕໍ່ອາຍຸຂອງບົດບັນທຶກຄວາມເຂົ້າໃຈ ແລະ ສັນຍາພັດທະນາໂຄງການ ບົດບັນທຶກຄວາມເຂົ້າໃຈ ແລະ ສັນຍາພັດທະນາໂຄງການ ແຕ່ລະສະບັບມີອາຍຸບໍ່ເກີນ ຊາວສີ ເດືອນ ແລະ ສາມາດຕໍ່ໄດ້ຕາມການເຫັນດີ ຂອງລັດຖະບານ ຫຼື ອົງການປົກຄອງທ້ອງຖິ່ນ ບົນພື້ນຖານຜູ້ພັດທະນາ ໂຄງການ ໄດ້ປະຕິບັດບົດບັນທຶກຄວາມເຂົ້າໃຈ ຫຼືຫຼື ສັນຍາພັດທະນາໂຄງການ ໄດ້ຢ່າງຫ້ອຍ ສອງສ່ວນສາມ ຂອງພ້າວຽກທັງບົດ. ພາຍຫຼັງເຊັນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາພັດທະນາໂຄງການ. ຜູ້ພັດທະນາໂຄງການ ຕ້ອງວາງ ເງິນຄໍ້າປະກັນ ຕາມການກໍານົດຂອງລັດຖະບານ. ຄໍາຮ້ອງຂໍຕໍ່ອາຍຸບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາພັດທະນາໂຄງການ ດ້ອງຍື່ນຕໍ່ຫ້ອງການບໍລິການ ການລົງທຶນປະຕູດຽວ ຫົກສິບ ວັນ ກ່ອນເອກະສານຕັ່ງກ່າວຈະຫົດອາຍຸ. ສ່ວນເງິນຄ້າປະກັນ ຈະຕົກເປັນ ຂອງລັດ ແລະ ຜູ້ພັດທະນາໂຄງການ ຄ້ອງວາງເງິນຄ້າປະກັນໃຫ່ ດ້ວຍຈໍານວນເທົ່າເດີມ. ໃນກໍລະນີ ຜູ້ພັດທະນາໂຄງການ ບໍ່ສາມາດປະຕິບັດຕາມເງື່ອນໄຂ ແລະ ກໍານົດເວລາທີ່ໄດ້ກໍານົດໄວ້ໃນ ບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາພັດທະນາໂຄງການ, ລັດຖະບານ ສາມາດນໍາໃຊ້ມາດຕະການທີ່ໄດ້ກໍານົດໄວ້ ໃນສັນຍາ. ໃນກໍລະນີ ຍົກເລີກສັນຍາ, ຜູ້ພັດທະນາໂຄງການ ຈະບໍ່ໄດ້ຮັບການຊົດເຊີຍຄວາມເສຍຫາຍ ແລະ ເງິນ ຄ້າປະກັນ ກໍຈະຕົກເປັນຂອງລັດ. ມາດຕາ 57 (ໃຫ່) ການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ສໍາລັບໂຄງການທີ່ບໍ່ຜ່ານການປະມູນ ໃນການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ຜູ້ພັດທະນາໂດງການ ຕ້ອງປະຕິບັດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 49 ວັກ 3 ຂອງກົດຫນາຍສະບັບນີ້. ບົດລາຍງານການສຶກສາດວາມເປັນໄປໄດ້ເບື້ອງຕົ້ນ ຂອງໂຄງການທີ່ບໍ່ ຜ່ານການປະມູນ ຕ້ອງໄດ້ຮັບການທົບທວນ ແລະ ຮັບຮອງໂດຍຂະແບງງການພະລັງງານ ແລະ ບໍ່ແຮ່. ມາດຕາ 58 (ໃຫ່) ການສຶກສາຄວາມເປັນໄປໄດ້ຂັນສຸດທ້າຍ ສໍາລັບໂດງການທີ່ບໍ່ຜ່ານການປະມູນ ຜູ້ພັດທະນາໂຄງການ ເປັນຜູ້ດໍາເນິນການສຶກສາຄວາມເປັນໄປໄດ້ຂຶ້ນສຸດທ້າຍ ພາຍຫຼັງເຊັນສັນຍາພັດ ທະນາໂຄງການ. ການສຶກສາຄວາມເປັນໄປໄດ້ຂັ້ນສຸດທ້າຍມີ ສອງ ອົງປະກອບ ດັ່ງນີ້:
17 1. ຄວາມເປັນໄປໄດ້ດ້ານເຕັກນິກ ແລະ ການເງິນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 59 ຂອງກົດຫນາຍສະ ບັບນີ້; 2. ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 60 ຂອງກົດຫນາຍສະບັບນີ້. ຂະແບນງການພະລັງງານ ແລະ ບໍ່ແຮ່ ມີສິດປະຕິເສດບົດລາຍງານການສຶກສາດວາມເປັນໄປໄດ້ຂັ້ນສຸດ ທ້າຍ ຖ້າຫາກເຫັນວ່າບໍ່ມີຄວາມຄົບຖ້ວນ ຫຼື ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ຫຼາຍກວ່າ ຜົນປະໂຫຍດທີ່ລັດ, ສັງຄົມ ແລະ ປະຊາຊົນ ຈະໄດ້ຈາກການພັດທະນາໂດງການ. ມາດຕາ 59 (ປັບປຸງ) ການສຶກສາຄວາມເປັນໄປໄດ້ດ້ານເຕັກນິກ ແລະ ການເງິນ ການສຶກສາຄວາມເປັນໄປໄດ້ດ້ານເຕັກນິກ ແລະ ການເງິນ ຕ້ອງນໍາໃຊ້ຂໍ້ມູນ ແລະ ວິທີການວິໄຈທີ່ຫ້າ ເຊື່ອຖືໄດ້ ແລະ ຕ້ອງມີເນື້ອໃນດົ້ນຕໍ ດັງນີ້: 1. ພະລັງງານໄຟຟ້າສູງສຸດທີ່ຈະຜະລິດໄດ້ ມືຄວາມສອດຄ່ອງກັບຂໍ້ມູນທາງດ້ານອຸທົກກະສາດ ແລະ ການນໍາໃຊ້ນ້ໍາ; 2. ຄາດຄະເນມູນຄ່າຂອງໂຄງການ ທີ່ສະແດງໃຫ້ເຫັນເຖິງຄວາມສອດຄ່ອງລະຫວ່າງການອອກແບບ, ຫ້າວຽກ, ປະລິມານວຽກ ແລະ ຫົວຫນ່ວຍລາຄາ; 3. ຄາດຄະເນອາຍຸການນໍາໃຊ້ ແລະ ຄວາມທົນທານຂອງສິ່ງກໍ່ສ້າງດົ້ນຕໍ່, ອຸປະກອນ ແລະ ອົງປະກອບ ທີ່ເປັນອັນສະເພາະຂອງໂຄງການ; 4. ດາດຄະເນລາຄາໄຟຟ້າ ແລະ ະຫຼາດເພື່ອຈໍາຫນ່າຍ; 5. ລາຍລະອຽດກ່ຽວກັບການກໍ່ສ້າງ, ການຕິດຕັ້ງ ແລະ ເວລາເລີ່ມຂາຍໄຟຟ້າ; 6. ລາຍລະອຽດກ່ຽວກັບການດໍາເນີນງານ, ສໍາລັບທຸລະກິດຜະລິດໄຟຟ້າສະເພາະຮູບແບບບີໂອໂອ ຕ້ອງ ມີລາຍລະອຽດກ່ຽວການປົວແປງ ແລະ ຟື້ນຟູພື້ນທີ່ໂຄງການ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 68 ຂອງກົດຫນາຍ ສະບັບນີ້; 7. ຂໍ້ມູນ. ການປະເມີນ ແລະ ການວິເຄາະອື່ນທີ່ ຂະແຫນງການພະລັງງານ ແລະ ບໍ່ແຮ່ ສົມທົບກັບ ຂະະແຫນງການອື່ນອາດຕ້ອງການຕື່ມ; ຣ. ຜົນໄດ້ຮັບຂອງການສຶກສາດ້ານເຕັກນິກ ແລະ ການເງິນຂັນສຸດທ້າຍ. ບົດລາຍງານການສຶກສາຄວາມເປັນໄປໄດ້ດ້ານເຕັກນິກ ແລະ ການເງິນ ຕ້ອງໄດ້ຮັບການທົບທວນ ແລະ ຮັບຮອງໂດຍຂະແຫນງການພະລັງງານ ແລະ ບໍ່ແຮ່ ຊຶ່ງສາມາດວ່າຈ້າງຜູ້ຊ່ຽວຊານ, ສ່ວນຄ່າໃຊ້ຈ່າຍ ໃຫ້ ເປັນຄວາມຮັບຜິດຊອບຂອງຜູ້ພັດທະນາໂຄງການ. ໃນການທົບທວນ ແລະ ຮັບຮອງ ບົດລາຍງານການສຶກສາຄວາມເປັນໄປໄດ້ດ້ານເຕັກນິກ ແລະ ການ ເງິນຂອງໂຄງການຂະຫນາດນ້ອຍ ຕ້ອງປະສານສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອຮັບປະກັນ ຄວາມປອດໄພ ແລະ ຄວາມພັ້ນຄົງທາງຕ້ານພະລັງງານຂອງທ້ອງຖິ່ນ.
ມາດຕາ 60 (ປັບປຸງ) ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ a. o -~ =3 ະ ຂ o a & Koo ະຣັ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສິງຄົມ ແລະ ທາມະຊາດ ມີເນືອໃນຕົນຕໍ ດງນ: 1. ຜົນເສຍຫາຍ ແລະ ການຈັດສັນຍົກຍ້າຍ ປະຊາຊົນ ແລະ ປ່າຊ້າ ທີໄດ້ຮັບຜົນກະທົບຈາກການພັດ ທະນາໂຄງການ ລວມທັງການຈັດສັນທີດິນທໍາການຜະລິດ, ການຊົດເຊີຍ, ສິດ ແລະ ຜົນປະໂຫຍດຂອງຜູ້ໄດ້ຮັບ 18 ຜົນກະທົບທີ່ຄວນໄດ້ຮັບ, ແຜນຟື້ນຟູຊີວິດການເປັນຢູ່, ຄາດຫນາຍຜົນສໍາເລັດໃນການແກ້ໄຂຜົນກະທົບ ແລະ ມຸນຄ່າການຈັດສັນຍົກຍ້າຍ; 2. ຜົນກະທົບຕໍ່ສິ່ງແວດລ້ອມ ພ້ອມທັງວິທີການ ແລະ ມາດຕະການແກ້ໄຂ ຫຼື ຫຼຸດຜ່ອນຜົນກະທົບອັນ ບໍ່ດີຕໍ່ສິ່ງແວດລ້ອມ, ແຫຼ່ງນ້າ, ຫ້າດິນ, ພື້ນດິນ, ລະບົບນິເວດວິທະຍາ, ຊີວະນາໆພັນ ແລະ ທີ່ຢູ່ອາໄສຂອງສັດ ນ້ໍາ ແລະ ສັດປ່າ; 3. ວິທີການຫຼຸດຜ່ອນຜົນກະທົບຕໍ່ບໍລິມາດນ້ໍາ ທີ່ເກີດຈາກການກໍ່ສ້າງ ແລະ ການຜະລິດໄຟຟ້າ ລວມ ທັງຜົນກະທົບແບບສະສິມຢູ່ລຸ່ມເຂື່ອນໄຟຟ້າ; 4. ການປະເມີນ ແລະ ວິໄຈອືນ ຕາມທີ່ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຂະແຫນງການພະລັງງານ ແລະ ບໍ່ແຮ່ ກໍານົດ. ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ຕ້ອງໄດ້ຮັບການທົບທວນ ແລະ ຮັບຮອງ ໂດຍຂະແບນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ບົນພື້ນຖານການປະສານ ສົມທົບກັບຂະແຫນງການພະລັງງານ ແລະ ບໍ່ແຮ່, ຂະແບນງການອືນ ແລະ ອົງການປົກດອງທ້ອງຖິ່ນທີ່ກ່ຽວຂ້ອງ. ໃນການທົບທວນບົດລາຍງານດັ່ງກ່າວ ສາມາດວ່າຈ້າງຜູ້ຊ່ຽວຊານ ຊຶ່ງດ່າໃຊ້ຈ່າຍໃຫ້ເປັນຄວາມຮັບຜິດຊອບຂອງ ຜູ້ພັດທະນາໂຄງການ. ຄ. ກົນໄກຄຸ້ມຄອງທຸລະກິດຜະລິດໄຟຟ້າສະເພາະ ມາດຕາ 61 (ໃຫ່) ກົນໄກການຄຸ້ມຄອງທຸລະກິດຜະລິດໄຟຟ້າສະເພາະ ການຄຸ້ມຄອງທຸລະກິດຜະລິດໄຟຟ້າສະເພາະ ດໍາເນີນດ້ວຍກົນໄກ ດັ່ງນີ້: - ບໍລິສັດໂຄງການ; - ສັນຍາສໍາປະທານ; - ອາຍູສໍາປະທານ; - ການຕິດຕາມກວດກາ; - ການດັດແກ້ສັນຍາສໍາປະທານ; - ການມອບໂອນຊັບສິນໂຄງການ ສໍາລັບໂຄງການໄຟຟ້າຮູບແບບບີໂອທີ; - ການຮື້ຖອນສິ່ງກໍ່ສ້າງ ແລະ ຟື້ນຟູພື້ນທີ່ໂຄງການ ສໍາລັບໂຄງການໄຟຟ້າຮູບແບບບີໂອໂອ; - ການຈັດສັນຍົກຍ້າຍ; - ຄະນະຮັບຜິດຊອບການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ; - ຄະນະກໍາມະການຊື້ນໍາຮ່ວມ; - ຄະນະກໍາມະການສະເພາະກິດ; - ການສິນສຸດການສໍາປະທານ; - ກິດຈະການໄຟຟ້າທີ່ບໍ່ຈໍາເປັນມີສັນຍາສໍາປະທານ; - ການນໍາໃຊ້ທີ່ດິນສໍາລັບໂຄງການໄຟຟ້າ; - ການປະກອບສ່ວນໃຫ້ກອງທຶນ ແລະ ການພັດທະນາ; - ການລາຍງານ.
18 ມາດຕາ 62 (ໃຫ່ ບໍລິສັດໂຄງການ ບໍລິສັດໂຄງການ ແມ່ນ ນິຕິບຸກຄົນທີ່ຜູ້ພັດທະນາໂດງການສ້າງຕັ້ງຂຶ້ນ ຢູ່ ສປປ ລາວ ກ່ອນເຊັນສັນຍາ ສໍາປະທານ ເພື່ອດໍາເນີນກິດຈະການໂຄງການໄຟຟ້າຕາມສັນຍາ. ທຶນຈົດທະບຽນທັງບົົດຂອງບໍລິສັດໂຄງການ ຕ້ອງບໍ່ຫຼຸດ ຊາວ ສ່ວນຮ້ອຍ ຂອງມູນຄ່າທັງບົດຂອງໂຄງ ການ. ບໍລິສັດໂຄງການ ຕ້ອງສ້າງຕັ້ງຫ້ອງການບໍລິຫານແບບຄົບຊຸດ ຕາມທີ່ໄດ້ກໍານົດໄວ້ໃນສັນຍາ ແລະ ຕ້ອງ ມີພະນັກງານ ປະຈໍາການຢູ່ບໍລິສັດໂຄງການ. ພາຍໃນເວລາ ທົກສິບ ວັນ ພາຍຫຼັງສັນຍາສໍາປະທານມີຜົນສັກສິດ ບໍລິສັດໂດງການຕ້ອງນໍາເຂົ້າທຶນຢ່າງ ຫ້ອຍ ສິບສ່ວນຮ້ອຍ ຂອງທຶນຈົດທະບຽນທັງຫົດຂອງບໍລິສັດໂຄງການ ແລະ ຕ້ອງນໍາເຂົ້າທຶນທັງຫົດໃຫ້ຄົບ ຖ້ວນກ່ອນສໍາເລັດການກໍ່ສ້າງໂຄງການ. ບໍລິສັດໂຄງການ ບໍ່ມີສິດດໍາເນີນກິດຈະການ ຫຼື ທຸລະກິດອື່ນ ເວັ້ນເສຍແຕ່ຫາກໄດ້ຮັບການອະນຸຍາດ ຈາກລັດຖະບານ. ມາດຕາ 63 (ໃນນ) ສັນຍາສໍາປະທານ ສັນຍາສໍາປະທານ ແມ່ນ ສັນຍາທີ່ ລັດຖະບານ ຫຼື ອົງການປົກຄອງທ້ອງຖິ່ນ ເຊັນກັບບໍລິສັດໂຄງການ ຊຶ່ງກໍານົດກ່ຽວກັບທຸລະກິດໄຟຟ້າ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 42 ແລະ ມາດຕາ 78 ຂອງກົດບນາຍສະບັບນີ້ ອາຍຸສໍາປະທານ, ສິດ, ພັນທະ ແລະ ຜົນປະໂຫຍດຂອງຄູ່ສັນຍາ ແລະ ບຸກດົນອືນ ລວມທັງບັນຫາອືນກ່ຽວກັບ ການປະຕິບັດໂຄງການ. ມາດຕາ 64 (ປັບປຸງ) ອາຍຸສໍາປະທານ ອາຍຸສໍາປະທານປະກອບດ້້ວບ "ໄລຍະການກໍ່ສ້າງ ແລະ ໄລບະການດໍາເນີນງານ. ໄລຍະການກໍ່ສ້າງ ແມ່ນ ເລີ່ມແຕ່ວັນສັນຍາສໍາປະທານ ມີຜົນສັກສິດໄປຈົນເຖິງວັນເລີ່ມຕົ້ນດໍາເນີນງານ ທາງການຄ້າ. ໄລຍະການດໍາເນີນງານ ໃຫ້ປະຕິບັດ ດັ່ງນີ້: 1. ຮູບແບບ ບີໂອທີ: - ໂຄງການຜະລິດໄຟຟ້າ ບໍ່ເກີນ ຊາວຫ້າ ປີ; - ໂຄງການສໍາປະທານສາຍສົ່ງໄຟຟ້າ ຕາມການກໍານົດຂອງລັດຖະບານ ແລະ ຮັບຮອງໂດຍຄະນະ ປະຈໍາສະພາເເຫ່ງຊາດ. 2. ຮູບແບບ ບີໂອໂອ: - ໂຄງການໄຟຟ້າພະລັງງານນ້ໍາຂະຫນາດນ້ອຍ ບໍ່ເກີນ ສີ່ສິບ ປີ; - ໂຄງການໄຟຟ້າພະລັງງານຄວາມຮ້ອນ, ພະລັງງານແສງຕາເວັນ, ພະລັງງານລົມ ບໍ່ເກີນ ຊາວຫ້າ ປີ; - ພະລັງງານອືນ ຕາມການກໍານົດຂອງລັດຖະບານ. ອາຍຸສໍາປະທານ ສາມາດຕໍ່ໄດ້ຕາມການຕົກລົງເຫັນດີຂອງລັດຖະບານ ຊຶ່ງບໍລິສັດໂຄງການ ຕ້ອງສະເຫຼີຂໍ ຕໍ່ກ່ອນສິ້ນສຸດອາຍຸສໍາປະທານ ຫ້າ ປີ.
20 ມາດຕາ 65 (ໃຫ່ ການຕິດຕາມກວດກາ ຂະແຫງການພະລັງງານ ແລະ ບໍ່ແຮ່ ປະສານສົມທົບກັບຂະແບນງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ຕິດຕາມກວດກາທຸລະກິດຜະລິດໄຟຟ້າສະເພາະ ຕາມກໍລະນີ ດັ່ງນີ້: 1. ໄລຍະສຶກສາໂຄງການ ການກະກຽມບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ລວມທັງການເກັບ ກໍາຂໍ້ມູນ, ການເຜີຍແຜ່ຂໍ້ມູນໃຫ້ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ, ການປະຊຸມປຶກສາຫາລື ໃນແຕ່ລະ ໄລຍະ ຕ້ອງຮັບປະກັນການມີສ່ວນຮ່ວມຂອງປະຊາຊົນຜູ້ໄດ້ຮັບຜົນກະທົບ, ອົງການປົກຄອງທ້ອງຖິ່ນ ຢ່າງກວ້າງ ຂວາງ ໂດຍມີການເຂົ້າຮ່ວມຂອງຂະແບນງການພະລັງງານ ແລະ ບໍ່ແຮ່ ແລະ ຂະແຫງງການອືນກ່ຽວຂ້ອງ. 2. ໄລຍະກໍ່ສ້າງໂຄງການ - ການກໍ່ສ້າງໂຄງການໄຟຟ້າ ໃຫ້ຖືກຕ້ອງຕາມແບບ ແລະ ມາດຕະຖານ ຫຼື ຄຸນລັກສະນະທີກໍານົດ ໄວ້ໃນບົດລາຍງານການສຶກສາຄວາມເປັນໄປໄດ້ຂັ້ນສຸດທ້າຍ ທີ່ໄດ້ຖືກຮັບຮອງ. ໃນກໍລະນີທີ່ມີຄວາມຈໍາເປັນດັດ ແປງ ຫຼື ດັດແກ້ແບບ ບໍລິສັດໂຄງການຕ້ອງແຈ້ງ ຕໍ່ຂະະແບງງການພະລັງງານ ແລະ ບໍ່ແຮ່ ພ້ອມທັງສະຫອງຂໍ້ມູນ, ເອກະສານ ແລະ ລາຍລະອຽດສະຫັບສະຫຼູນເຫດຜົນທີ່ສະເຫີດັດແປງ ຫຼື ດັດແກ້ດັ່ງກ່າວ ເພື່ອໃຫ້ຂະແຫນງ ການພະລັງງານ ແລະ ບໍ່ແຮ່ ຮັບຮອງສູດທ້າຍ; - ການປະຕິບັດພັນທະຂອງ ບໍລິສັດໂຄງການ ຕາມທີ່ຕົກລົງກັນໃນສັນຍາສໍາປະທານ ພ້ອມທັງຮັບ ປະກັນໃຫ້ໄປຕາມແຜນການ, ມີຄຸນນະພາບ, ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ມາດຕະການຫຼຸດຜ່ອນ ຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ. ຂະແບນງການພະລັງງານ ແລະ ບໍ່ແຮ່ ສາມາດວ່າຈ້າງວິສະວະກອນ ຫຼື ທີ່ປຶກສາເອກະລາດ ມາຊ່ວຍ ໃນການຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການ ໃນໄລຍະການກໍ່ສ້າງ ໂດຍທີ່ບໍລິສັດໂຄງການເປັນຜູ້ຮັບ ຜິດຊອບຄ່າໃຊ້ຈ່າຍຂອງການວ່າຈໍ້າງ. ຂະແບນງການພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການປະສານສິມທົບກັບຂະແຫງງການ ແລະ ອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ກວດກາການປະຕິບັດບັນດາພັນທະ ເພື່ອເປັນພື້ນຖານໃນການອອກໄບຢັ້ງຢືນສໍາ ເລັດພັນທະຂອງບໍລິສັດໂດງການ ຕາມທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ. 3. ໄລຍະການດໍາເນີນງານ ແລະ ການບໍາລຸງຮັກສາໂຄງການ ການດໍາເນີນງານ ແລະ ການບໍາລຸງຮັກສາໂຄງການ ຕ້ອງໃຫ້ຖືກຕາມແຜນການ, ຄຸນລັກສະນະ, ມາດຕະຖານ ແລະ ຄ່າໃຊ້ຈ່າຍ ລວມທັງການຈັດຕັ້ງປະຕິບັດແຜນຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບຕໍ່ສິ່ງແວດ ລ້ອມ-ສັງຄົມ ແລະ ທໍາມະຊາດ ທີຖືກຮັບຮອງຕາມສັນຍາສໍາປະທານ. ໃນກໍລະນີເຫັນວ່າ ບໍລິສັດໂຄງການ ບໍ່ໄດ້ປະຕິບັດຕາມແບບ, ແຜນການ, ຄຸນລັກສະນະ ແລະ ມາດ ຕະຖານເຕັກນິກ ຂະແຫນງການພະລັງງານ ແລະ ບໍ່ແຮ່ ຕ້ອງແຈ້ງໃຫ້ບໍລິສັດໂຄງການຊາບ ກ່ຽວກັບບັນຫາດັງ ກ່າວ ເພື່ອໃຫ້ແກ້ໄຂ. ຖ້າບໍລິສັດໂດງການ ບໍ່ສາມາດແກ້ໄຂພາຍໃນເວລາທີ່ຂະແບນງການພະລັງງານ ແລະ ບໍ່ແຮ່ ກໍານົດໃຫ້, ໂຄງການອາດຖືກໂຈະ ຫຼື ສັນຍາສໍາປະທານອາດຖືກຍົກເລີກ.
ມາດຕາ 66 (ໃນ່) ການດັດແກ້ສັນຍາສໍາປະທານ ສັນຍາສໍາປະທານ ສາມາດດັດແກ້ໄດ້ ຕາມການຕົກລົງຂອງສອງຝ່າຍ ແລະ ຕ້ອງປະຕິບັດຄົບຖ້ວນ ຕາມເງື່ອນໄຂ ດັງນີ້: 21 1. ຮັບປະກັນຜົນປະໂຫຍດລວມຂອງລັດໃນອາຍຸສໍາປະທານ ທີ່ໄດ້ຈາກໂຄງການຕ້ອງບໍ່ຫຼຸດລົງ ຖ້າທຽບ ໃສ່ກ່ອນການດັດແກ້; 2. ບໍ່ໃຫ້ຫຼຸດຫ້າວຽກ ຫຼື ມາດຕະຖານການກໍ່ສ້າງ ຫຼື ບໍ່ໃຫ້ປ່ຽນແປງຂໍ້ຜຸກມັດພື້ນຖານ ທີ່ໄດ້ກໍານົດໄວ້ ໃນສັນຍາ; 3. ມີປັດໄຈເຮັດໃຫ້ຜົນປະໂຫຍດຂອງໂຄງການ ແລະ ລັດຖະບານ ເພີ່ມຂຶ້ນ. ມາດຕາ 67 (ໃຫ່) ການມອບໂອນຊັບສິນໂຄງການ ສໍາລັບໂດງການໄຟຟ້າຮູບແບບບີໂອທີ ພາບຫຼັງສິນສຸດອາຍຸສໍາປະທານ ຊັບສິນ ແລະ ສິດກ່ຽວກັບສິ່ງປະກອບສ້າງຂອງໂຄງການໄຟຟ້າ ແລະ ເອ ກະສານທີ່ກ່ຽວຂ້ອງທັງຫົດ ເປັນຕົ້ນ ຄູ່ມື, ຂໍ້ມູນ, ເອກະສານກ່ຽວກັບການອອກແບບ, ການກໍ່ສ້າງ, ການດໍາເນີນ ງານ ແລະ ການບໍາລຸງຮັກສາ ແລະ ອື່ນໆ ຈະຕ້ອງໂອນໃຫ້ລັດ ໂດຍບໍ່ມີການຊົດເຊີຍ. ຂະແຫນງການພະລັງງານ ແລະ ບໍ່ແຮ່ ເປັນເຈົ້າານປະສານສົມທົບກັບຂະແບງງການທີ່ກ່ຽວຂ້ອງ ຮັບໂອນຊັບສິນ ແລະ ເອກະສານທີ່ກ່ຽວ ຂ້ອງຂອງໂຄງການໄຟຟ້າ. ຊັບສິນ ແລະ ສິ່ງປະກອບສ້າງຂອງໂຄງການໄຟຟ້າ ທີ່ຈະມອບໂອນໃຫ້ລັດ ຕ້ອງຢູ່ໃນສະພາບການດໍາ ເນີນງານທີ່ດີ ໂດຍໄດ້ຮັບການກວດກາ ແລະ ຢັ້ງຢືນ ຈາາວິສາວະກອນເອກະລາດ ແລະ/ຫຼື ອົງການທີ່ລັດເຫັນດີ. ສອງ ປີ ກ່ອນອາຍຸສໍາປະທານສິ້ນສຸດ, ບໍລິສັດໂຄງການໄຟຟ້າໃນຮູບແບບບີໂອທີ ຕ້ອງສ້ອມແປງໃຫຍ່ ສິ່ງປະກອບສ້າງຂອງໂດງການໄຟຟ້າ ເປັນຕົ້ນ ກົນຈັກ ແລະ ສິ່ງກໍ່ສ້າງຄ້ານໂຍທາ ພ້ອມທັງອະນາໄມຕະກອນ ຖ້າ ຈໍາເປັນເພື່ອຮັບປະກັນວ່າ ສິ່ງກໍສ້າງທັງບພົດຢູ່ໃນສະພາບການດໍາເນີນງານທີ່ດີ ແລະ ຜະລິດໄຟຟ້າໄດ້ຕາມປະສິດ ທິພາບ ຕາມການອອກແບບ. ສະພາບຂອງສິ່ງປະກອບສ້າງຂອງໂຄງການໄຟຟ້າ ຕ້ອງຖືກກວດກາ ແລະ ຢັ້ງປືນ ໂດຍວິສະວະກອນເອກະລາດ ແລະ/ຫຼື ອົງການອືນທີ່ລັດເຫັນດີ. ລັດຈະບໍ່ຊົດເຊີຍສໍາລັບການສ້ອມແປງໃຫຍ່ໃຫ້ ກົນຈັກ ແລະ ສິ່ງປະກອບສ້າງຕັ່ງກ່າວ. ຫຶງ ປີ ກ່ອນອາຍຸສໍາປະທານສິ້ນສຸດ ບໍລິສັດໂຄງການ ຕ້ອງຝຶກອົບຮົມວຽກງານສໍາຄັນ ກ່ຽວກັບການດໍາ ເນີນງານ ແລະ ບໍາລຸງຮັກສາ ໃຫ້ແກ່ພະນັກງານຂອງລັດ.
ມາດຕາ 68 (ໃຫ່) ການຣີ້ຖອນສິ່ງກໍ່ສ້າງ ແລະ ຟື້ນຟູພື້ນທີ່ໂຄງການ ສໍາລັບໂຄງການໄຟພ້າຮູບແບບບີໂອໂອ ເມື່ອສິ້ນສຸດອາຍຸສໍາປະທານ ຜູ້ສໍາປະທານຕ້ອງຮັບຜິດຊອບຕໍ່ເຂດໂຄງການ ດັ່ງນີ້: 1. ຕ້ອງປັບປຸງ ແລະ ຟື້ນຟູເຂດໂຄງການ ເພື່ອໃຫ້ຢູ່ໃນສະພາບປົກກະຕິ ຕາມກົດຫນາຍ ແລະ ສັນຍາສໍາ ປະທານ; 2. ຕ້ອງມີງົບປະມານພຽງພໍຢູ່ໃນບັນຊີສະເພາະ ຕາມການຮັບຮອງຂອງຂະແບນງການພະລັງງານ ແລະ ບໍ ແຮ່. ການປັບປຸງ ແລະ ຟື້ນພູເຂດໂຄງການຕ້ອງເລີ່ມປະຕິບັດ ສອງ ປີ ກ່ອນສິ້ນສຸດອາຍຸສໍາປະທານ ແລະ ຕ້ອງສໍາ ເລັດພາຍໃນ ສອງ ປີ ຫຼັງສິ້ນສຸດອາຍຸສໍາປະທານ. ຂະແຫນງງການພະລັງງານ ແລະ ບໍ່ແຮ່ ປະສານສົມທົບກັບຂະ ແຫນງການອືນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ປະເມີນການປັບປຸງ ແລະ ຟື້ນຟູເຂດໂຄງການ; 8. ຕ້ອງຣີ້ຖອນ ສິ່ງກໍ່ສ້າງຂອງໂຄງການ ແລະ ຟື້ນຟູເຂດພື້ນທີ່ໂດງການໃຫ້ຢູ່ໃນສະພາບທໍາມະຊາດປົກ ກະຕິ ເວັ້ນເສຍແຕ່ ລັດຖະບານ ຫຼື ອົງການປົກຄອງທ້ອງຖິ່ນ ຕ້ອງການນໍາໃຊ້ສິ່ງກໍສ້າງທັງບນົດ ຫຼື ສ່ວນໃດຫົຶ່ງ ຊຶ່ງຜູ້ສໍາປະທານ ຕ້ອງສ້ອມແປງ ແລະ ປ່ຽນຖ່າຍອຸປະກອນ ແລະ ກົນຈັກທີ່ຈໍາເປັນ ແຕ່ມູນດ່າໃນການປະຕິບັດ ນັ້ນ ບໍ່ໃຫ້ເກີນມຸນຄ່າທີ່ໄດ້ຮັບຮອງ. 22 ມາດຕາ 69 (ໃບນ) ການຈັດສັນຍົກຍ້າຍ ສໍາລັບໂຄງການໄຟຟ້າທີ່ມີຜົນກະທົບຕໍ່ສັງດົມ, ຫຼັງຈາກເຊັນສັນຍາພັດທະນາໂຄງການ ຫຼື ສັນຍາທົວຂໍ້ ໃຫຍ່ແລ້ວ ຖ້າມີຄວາມຈໍາເປັນ, ຂະແຫນງການທີກ່ຽວຂ້ອງ ຫຼື ຄະນະຮັບຜິດຊອບການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ທີ່ຖືກແຕ່ງຕັ້ງ ສົມທົບກັບອົງການປົກດອງທ້ອງຖິ່ນ, ຜູ້ພັດທະນາໂຄງການ ຫຼື ບໍລິສັດໂຄງການດໍາເນີນການສໍາຫຼວດ ແລະ ເກັບກໍາຂໍ້ມູນກ່ຽວກັບຜົນກະທົບຕໍ່ສັງຄົມ, ສ້າງດວາມເຂົ້າໃຈໃຫ້ ແກ່ປະຊາຊົນທີ່ຈະຖືກຜົນກະທົບ . ກ່ຽວກັບໂຄງການ ແລະ ນະໂຍບາຍຂອງລັດຕໍ່ໂຄງການ, ກໍານົດຫົວຫນນ່ວຍລາ ຄາຊົດເຊີຍ, ກໍານົດທີ່ຕັ້ງ ແລະ ເນື້ອທີ່ ທີ່ດິນທໍາການຜະລິດ ແລະ ທີ່ດິນປຸກສ້າງ, ມາດຕະຖານຂອງເຮືອນຍົກ ຍ້າຍ, ສິ່ງປະກອບສ້າງທາງດ້ານໂຄງລ່າງພື້ນຖານ, ການຊ່ວຍເຫຼືອໃນໄລຍະຂ້າມຜ່ານ ແລະ ແຜນຟື້ນຟູຊີວິດການ ເປັນຢູ່. ສໍາລັບການກໍານົດຫົວຫນວຍລາຄາຊົດເຊີຍ ຕ້ອງອີງໃສ່ກົດບນາຍ ຫຼື ລະບຽບການທີ່ລັດວາງອອກ ໃນແຕ່ ລະໄລຍະ. ພາຍຫຼັງເຊັນສັນຍາສໍາປະທານ ບໍລິສັດໂຄງການ ສົມທົບກັບຂະແຫງງກກາານທີ່ກ່ຽວຂ້ອງ ຫຼື ຄະນະກໍາມະ ການຈັດສັນບົກຍ້າຍທີ່ຢູ່ອາໄສ ດໍາເນີນການຈັດສັນບົກຍ້າຍ ຊຶ່ງຄ່າໃຊ້ຈ່າຍໃນການດໍາເນີນງານ ໃຫ້ເປັນຄວາມ ຮັບຜິດຊອບຂອງບໍລິສັດໂຄງການ.
ມາດຕາ 70 (ໃຫ່) ຄະນະຮັບຜິດຊອບການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ .ໂຄງປະກອບການຈັດຕັ້ງຂອງຄະນະຮັບຜິດຊອບການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍ ປະຊາຊົນ ມີ ດັ່ງນີ້: 1. ຫ່ວຍງານຮັບຜິດຊອບຈັດສັນຍົກຍ້າຍປະຊາຊົນຂອງເມືອງ; 2. ຫ່ວຍງານຮັບຜິດຊອບຈັດສັນຍົກຍ້າຍປະຊາຊົນຂອງບ້ານ; 3. ຫ່ວຍງານຄຸ້ມຄອງການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ທັງເປັນກອງ ເລຂາເຮັດວຽກປະຈໍາການໃຫ້ແກ່ຄະນະຮັບຜິດຊອບການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະ ຊາຊົນ. ໂຄງປະກອບບຸກຄະ: ລາກອນຂອງຄະນະຮັບຜິດຊອບການທົດແທນຄໍາເສຍຫາບ ແລະ ການຈັດສັນຍົກ ຍ້າຍປະຊາຊົນ ສໍາລັບໂຄງການຜະລິດໄຟຟ້າສະເພາະ ທີ່ມີຜົນກະທົບຕໍ່ປະຊາຊົນ ຫຼາຍກວ່າ ຊາວ ຄອບຄົວ ມິ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ເປັນຫົວຫ້າຄະນະ, ຫົວຫ້າກົມທຸລະກິດພະລັງງານຂອງກະຊວງພະລັງງານ ແລະ ບໍ່ແຮ່, ຫົວພ້າພະແນກການຂອງຂະແບນງການທີ່ກ່ຽວຂ້ອງ ແລະ ເຈົ້າເມືອງ, ຫົວຫ້າເທດສະບານ, ເຈົ້າ ນະຄອນ ທີ່ໂຄງການໄຟຟ້າຕັ້ງຢູ່ ເປັນຄະນະ ຊຶ່ງແຕ່ງຕັ້ງໂດຍນາຍົກລັດຖະມົນຕີ ຕາມການສະເຫີຂອງກະຊວງ ພະລັງງານ ແລະ ບໍ່ແຮ່. ໂຄງປະກອບບຸກຄະລາກອນຂອງດະນະຮັບຜິດຊອບການທົດແທນຄ່າເສຍຫາຍ ແລະ ການຈັດສັນບົກ ຍ້າຍປະຊາຊົນ ສໍາລັບໂຄງການຜະລິດໄຟຟ້າສະເພາະ ທີ່ມີຜົນກະທົບຕໍ່ປະຊາຊົນ ແຕ່ ຊາວ ຄອບຄົວ ລົງມາ ມີ ເຈົ້າເມືອງ, ຫົວຫ້າເທດສະບານ, ເຈົ້ານະຄອນ ເປັນຫົວຫ້າຄະນະ, ຫົວຫ້າຫ້ອງການຂອງຂະແຫງງການທີ່ກ່ຽວ ຂ້ອງ ແລະ ຄະນະປົກຄອງບ້ານທີ່ໂຄງການໄຟຟ້າຕັ້ງຢູ່ ເປັນຄະນະ ຊຶ່ງແຕ່ງຕັ້ງໂດຍເຈົ້າແຂວງ, ເຈົ້າຄອງນະຄອນ ຫຼວງ ຕາມການສະເຫຼີຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ນະຄອນຫຼວງ. 23 ງົບປະມານໃນການເຄືອນໄຫວຂອງຄະນະຮັບຜິດຊອບການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກ ຍ້າຍປະຊາຊົນ ໃຫ້ເປັນຄວາມຮັບຜິດຊອບຂອງຜູ້ພັດທະນາ ຫຼື ບໍລິສັດໂຄງການ ແລະ ໃຫ້ຖືເປັນຄ່າໃຊ້ຈ່າຍຂອງ ຈາງພັດທະນາ ຫຼື ບໍລິສັດໂຄງການ. ຮິດ ແລະ ຫ້າທີ່ ຂອງຄະນະຮັບຜິດຊອບການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະ ຊາຊົນ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 71 (ໃຫ່) ຄະນະກໍາມະການຊື້ນໍາຮ່ວມ ຄະນະກໍາມະການຊີ້ນໍາຮ່ວມ ແມ່ນ ຄະນະສະເພາະຂອງໂຄງການໄຟຟ້າ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 43 ຂໍ້ 3 ແລະ 4 ເພື່ອປະສານງານ, ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໂດງການ ລວມທັງການພິຈາລະນາແກ້ໄຂບັນຫາທີ່ເກີດຂຶ້ນ. ຄະນະກໍາມະການຊື້ນໍາຮ່ວມ ຖືກແຕ່ງຕັ້ງພາຍຫຼັງໄດ້ເຊັນສັນຍາສໍາປະທານ ໂດຍນາບົກລັດຖະມົນຕີ ຕາມການສະເຫຼີຂອງກະຊວງພະລັງງານ ແລະ ບໍ່ແຮ່. ຄະນະດັງກ່າວປະກອບມີ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນຫົວຫ້າ, ຜູ້ຕາງຫ້າຈາກກະຊວງ, ແຂວງທີ່ກ່ຽວຂ້ອງ ແລະ ບໍລິສັດໂຄງການ ເປັນຄະນະ, ກົມທີ່ ກ່ຽວຂ້ອງຂອງກະຊວງພະລັງງານ ແລະ ບໍ່ແຮ່ ເປັນກອງເລຂາ. ງົບປະມານໃນການເຄື່ອນໄຫວຂອງຄະນະກໍາມະການດັ່ງກ່າວ ແລະ ກອງເລຂາ ໃຫ້ເປັນຄວາມຮັບຜິດ ຊອບຂອງຜູ້ພັດທະນາ ຫຼື ບໍລິສັດໂຄງການ ແລະ ໃຫ້ຖືເປັນດ່າໃຊ້ຈ່າຍຂອງ ຜູ້ພັດທະນາ ຫຼື ບໍລິສັດໂຄງການ. ມາດຕາ 72 (ໃຫ່) ຄະນະກໍາມະການສະເພາະກິດ ການແຕ່ງຕັ້ງຄະນະກໍາມະການສະເພາະກິດ ຖ້າມີຄວາມຈໍາເປັນ ໃຫ້ປະຕິບັດ ດັ່ງນີ້: 4. ໂຄງການຜະລິດໄຟຟ້າສະເພາະ ທີ່ມີກໍາລັງຕິດຕັ້ງ ສູງກວ່າ ຫ້າພັນ ກິໂລວັດ ແມ່ນ ນາຍົກລັດຖະ ມົນຕີ ເປັນຜູ້ແຕ່ງຕັ້ງ ຕາມການສະເຫຼີຂອງກະຊວງພະລັງງານ ແລະ ບໍ່ແຮ່; 2. ໂຄງການຜະລິດໄຟຟ້າສະເພາະ ທີ່ມີກໍາລັງຕິດຕັ້ງແຕ່ ຫ້າພັນ ກິໂລວັດ ລົງມາ ແມ່ນ ເຈົ້າແຂວງ, ເຈົ້າ ຄອງນະດອນຫຼວງ ເປັນຜູ້ແຕ່ງຕັ້ງ ຕາມການສະເຫີຂອງພະແນກພະລັງງານ ແລະ ບໍ່ແຮ່. ຄະນະກໍາມະການສະເພາະກິດ ປະກອບດ້ວຍ ຄະນະກໍາມະການສິ່ງແວດລ້ອມທໍາມະຊາດ ແລະ ປ່າໄມ້, ຄະນະກໍາມະການບໍລິຫານນ້ໍາຂອງບັນດາເຂື່ອນໄຟຟ້າພະລັງນ້ໍາ ໂດຍປະກອບມີ ອົງການປົກຄອງທ້ອງຖິ່ນ ແລະ ຂະແຫງງການທີ່ກ່ຽວຂ້ອງ. ງົບປະມານໃນການເຄື່ອນໄຫວຂອງຄະນະກໍາມະການດັ່ງກ່າວ ໃຫ້ເປັນຄວາມຮັບຜິດຊອບຂອງຜູ້ພັດ ທະນາ ຫຼື ບໍລິສັດໂຄງການ ແລະ ໃຫ້ຖືເປັນຄ່າໃຊ້ຈ່າຍຂອງ ຜູ້ພັດທະນາ ຫຼື ບໍລິສັດໂຄງການ.
ມາດຕາ 73 (ປັບປຸງ) ການສິ້ນສຸດການສໍາປະທານ ການສໍາປະທານຈະສັ້ນສຸດລົງໃນກໍລະນີ ດັ່ງນີ້: 1. ຫົົດກໍານົດເວລາສໍາປະທານ; 2. ຢຸດເຊົາການສໍາປະທານກ່ອນກໍານົດເວລາ ຕາມການສະເຫີຂອງຜູ້ສໍາປະທານ ແລະ ການເຫັນດີຂອງ ລັດຖະບານ; 3. ຖືກຖອນສິດສໍາປະທານຍ້ອນ ມີການລະເມີດກົດຫນາຍ, ລະບຽບການຢ່າງຮ້າຍແຮງ ຫຼື ບໍ່ປະຕິບັດ ພັນທະຕາມສັນຍາ; 24 4. ບໍ່ສາມາດສ້ອມແປງ ຫຼື ຟື້ນຟູກິດຈະການທີ່ໄດ້ຮັບຄວາມເສຍຫາຍຈາກເຫດສຸດວິໄສ; 5. ມີການຍົກເລີກສັນຍາ ຕາມທີໄດ້ກໍານົດໄວ້ໃນສັນຍາສໍາປະທານ; 6. ບໍ່ເດືອນໄຫວວຽກງານໂຄງການ ເປັນເວລາເກີນ ຮ້ອຍແປດສິບ ວັນ ຕິດຕໍ່ກັນ. ໃກາ ມາດຕາ 74 (ປັບປຸງ) ກິດຈະການໄຟຟ້າທີບໍ່ຈໍາເປັນມີສັນຍາສໍາປະທານ ກິດຈະການສົ່ງໄຟຟ້າ ຫຼ ຫຼື ການຕິດຕັ້ງອຸປະກອນ ສິ່ງປະ ກອບສ້າງທາງຕ້ານໄຟຟ້າທີ ລັລັດວິສາຫະກິດ ເປັນ ຜູ້ລົງທຶນພຽງຜູ້ດຽວ ແມ່ນບໍ່ຈໍາເປັນມີສັນຍາສໍາປະທານ ແຕ່ຕ້ອງຜ່ານຂະບວນການປະມູນ ຕາມລະບຽບການ ກ່ຽວກັບການລົງທຶນຂອງລັດ. ສໍາລັບຂັ້ນຕອນການອະນຸຍາດ, ການພັດທະນາ, ການຄຸ້ມຄອງ, ເງື່ອນໄຂ ແລະ ພັນທະຕ່າງໆກ່ຽວກັບ ໂຄງການໄຟຟ້າທີ່ບໍ່ຈໍາເປັນມີສັນຍາສໍາປະທານ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ມາດຕາ 75 (ປັບປຸງ) ການນໍາໃຊ້ທີ່ດິນສໍາລັບໂດງການໄຟຟ້າ ການນໍາໃຊ້ທີ່ດິນສໍາລັບໂຄງການໄຟຟ້າ ຕ້ອງປະຕິບັດ ຕັ່ງນີ້: ຜູ້ພັດທະນາໂຄງການ ຕ້ອງກໍານົດຢ່າງຈະແຈ້ງກ່ຽວກັບຂອບເຂດການນໍາໃຊ້ທີ່ດິນ, ວິທີການຊົດເຊີຍ ໃນເວລາສຶກສາຄວາມເປັນໄປໄດ້ດ້ານເຕັກນິກ ແລະ ການເງິນ, ຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະ ຊາດຂອງໂຄງການ; ຂ. ຂະແບນງການພະລັງງານ ແລະ ບໍ່ແຮ່ ຕ້ອງປະສານສົມທົບ ແລະ ຮ່໋ວມມືກັບຂະແຫພງການຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຂະແບນງການອືນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອວາງ ແຜນນໍາໃຊ້ເນື້ອທີ່ດິນໃນເຂດທີ່ໄດ້ຮັບສໍາປະທານ; 3. ຂະແຫງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕ້ອງອອກເອກະສານກ່ຽວກັບການ ມອບສິດນໍາໃຊ້ທີ່ດິນໃຫ້ບໍລິສັດໂດງການ ຕາມກົດບນາຍວ່າດ້ວຍທີ່ດິນ ພາຍຫຼັງທີ່ໄດ້ຮັບອະນຸຍາດ; 4. ໃນກໍລະນີໂຄງການໄຟຟ້າມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ, ຂະແຫນງການພະ ລັງງານ ແລະ ບໍ່ແຮ່ ເປັນຜູ້ຕີລາຄາຜົນໄດ້ ແລະ ຜົນເສຍ ໂດຍປະສານສົມທົບກັບຂະແຫນງການຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ, ຂະແຫນງການກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພືອລາຍງານອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ, ລັດຖະບານ, ສະພາປະຊາຊົນຂັ້ນແຂວງ ຫຼື ສະພາແຫ່ງຊາດ ພິຈາລະນາ ຕາມແຕ່ລະກໍລະນີ.
ມາດຕາ 76 (ປັບປຸງ) ການປະກອບສ່ວນໃຫ້ກອງທຶນ ແລະ ການພັດທະນາ ບໍລິສັດໂຄງການ ຫຼື ຜູ້ສໍາປະທານ ນອກຈາກເສຍຄ່າຊັບພະຍາກອນທໍາມະຊາດ, ພາສີ, ອາກອນແລ້ວ ຍັງຕ້ອງໄດ້ປະກອບສ່ວນໃຫ້ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ເງິນທຶນ ເພື່ອພັດທະນາເສດຖະກິດ-ສັງ ຄົມຂອງທ້ອງຖິ່ນບ່ອນໂຄງການຕັ້ງປູ່ ແລະ ບໍລິເວນໃກ້ຄຽງ, ເຂດຕອນລຸ່ມຂອງໂຄງການ ແລະ ປະກອບທຶນ ເຂົ້າ ໃນການປົກປັກຮັກສາອ່າງໂຕ່ງ ແລະ ປຸກປ່າທົດແທນສໍາລັບເຂດທີ່ດິນປ່າໄມ້ທີ່ຖືກນໍໍາຖ້ວມ ແລະ ເຂດທີ່ດິນນໍາ ໃຊ້ຊົ່ວຄາວ. 25 ມາດຕາ 77 ການລາຍງານ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນທຸລະກິດໄຟຟ້າ ຕ້ອງລາຍງານໃຫ້ຂະແບນງການພະລັງງານ ແລະ ບໍ່ແຮ່ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ ກ່ຽວກັບການອອກແບບ, ການກໍ່ສ້າງ, ການດໍາເນີນງານ ແລະ ຄວາມປອດໄພກ່ຽວກັບໄຟຟ້າ ຕາມລະບຽບການ. ຫມວດທີ 3 ທຸລະກິດສໍາປະທານສາຍສົ່ງໄຟຟ້າ ມາດຕາ 78 (ໃຫ່) ທຸລະກິດສໍາປະທານສາຍລິ່ງໄຟຟ້າ ທຸລະກິດສໍາປະທານສາຍສົ່ງໄຟຟ້າ ແມ່ນ ທຸລະກິດທີລັດໃຫ້ສໍາປະທານໃນຮູບແບບບີໂອທີ ແກ່ນິຕິບຸກ ຄົນລາວ ໃຫ້ດໍາເນີນການສຶກສາ, ອອກແບບ, ກໍ່ສ້າງ, ດໍາເນີນງານ ແລະ ມອບໂອນໃຫ້ແກ່ລັດຖະບານເມື່ອສິນ ສຸດອາຍຸສໍາປະທານ ຕາມທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ. ລັດຖະບານ ເປັນຜູ້ອະນຸຍາດ ໂຄງການສໍາປະທານສາຍສົ່ງ ຕາມການສະເຫຂອງກະຊວງພະລັງງານ ແລະ ບໍ່ແຮ່. ກໍລະນີ ສາຍສົ່ງໄຟຟ້າທີ່ມີແຮງດັນ ຫ້າຮ້ອຍ ກິໂລໂດນ ຂຶ້ນໄປ ຕ້ອງໄດ້ຮັບອະນຸຍາດຈາກຕະນະປະຈໍາສະ ພາແຫ່ງຊາດ. ມາາດຕາ 79 (ໃຫ່) ການລົງທຶນໃນທຸລະກິດສໍາປະທານສາຍສີງໄຟຟ້າ ການລົງທຶນໃນທຸລະກິດສໍາປະທານສາຍສົ່ງໄຟຟ້າ ສາມາດປະຕິບັດໄດ້ໂດຍການຮ່ວມທຶນລະຫວ່າງລັດ ກັບເອກະຊົນ ພາຍໃນ ຫຼື ຕ່າງປະເທດ ໂດຍຜ່ານຮູບແບບການປະມູນ ຫຼື ຮູບແບບບໍ່ຜ່ານການປະມູນ ຊຶ່ງຂຶ້ນ ຕອນ, ເງື່ອນໄຂການພັດທະນາ ໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນພາກທີ 1V, ຫນວດທີ 2, ຂໍ້ ຂ ຂອງກົດເນາຍ ສະບັບນີ້. ລັດ ສາມາດຮ່ວມທຶນກັບເອກະຊົນ ເພື່ອພັດທະນາລະບົບສາຍສົ່ງໄຟຟ້າແຫ່ງຊາດ ໂດຍລັດເປັນຜູ້ຄຸ້ມ ຄອງ ແລະ ດໍາເນີນງານ.
ພາກທີ ຜ ໄຟຟ້າຊົນນະບົດ ມາດຕາ 80 (ປັບປຸງ) ການສິ່ງເສີມໄຟຟ້າຊົນນະບົດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລະ ທຸກພາກສ່ວນເສດຖະກິດ ທີ່ລົງທຶນຜະລິດ, ຈໍາຫນ່າຍ, ດໍາ ເນີນທຸລະກິດຊື້-ຂາຍໄຟຟ້າ, ລົງຫຶນເຂົ້າໃນການກໍ່ສ້າງສາຍສິ່ງ, ສາຍຈໍາຫນ່າຍໄຟຟ້າ, ບໍລິການດ້ານໄຟຟ້າ ຫຼື ຜະ ລິດໄຟຟ້າຕ້ວຍພະລັງງານທາງເລືອກ ເພື່ອສະຫນອງໄຟຟ້າຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ແລະ ເຂດພູດອຍ ຈະໄດ້ຮັບນະໂຍບາຍສົ່ງເສີມພິເສດ ກ່ຽວກັບການລົງທຶນດືກັບກິດຈະການສົ່ງເສີມການລົງທຶນອື່ນ ຕາມທີ່ໄດ້ກໍາ ນົດໄວ້ໃນກົດຫນາຍວ່າຕ້ວຍການສົ່ງເສີມການລົງທຶນ ແລະ ກົດຫພາຍອື່ນທີ່ກ່ຽວຂ້ອງ. 26 ມາດຕາ 81 (ປັບປຸງ) ການລົງທຶນໃສ່ໄຟຟ້າຊົນນະບົດ ພາກສ່ວນທີ່ສາມາດລົງທຶນໃສ່ໄຟຟ້າຊົນນະບົດ ມີ ດັ່ງນີ້: 1. ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ລົງທຶນໃສ່ການກໍ່ສ້າງ ແລະ ການຕິດຕັ້ງອຸ ປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ; 2. ບຸກຄົນ, ນິຕິບຸກດົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃນການກໍ່ສ້າງ. ການຕິດ ຕັ້ງອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ ໂດຍມອບໃຫ້ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະ ຄອນ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້: ວ. ທົວຫ່ວຍວິສາຫະກິດໄຟຟ້າທີ່ດໍາເນີນການ ຈໍາຫນາຍ, ກໍ່ສ້າງ, ຕິດຕັ້ງ ແລະ ບໍລິການໄຟຟ້າ ມິຄວາມ ຮັບຜິດຊອບລົງທຶນໃນການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າເເຮງດັນກາງ, s, ແຮງດັນຕໍາຫາບໍ້ນັບໄຟ, ສ່ວນບຸກ ຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຊົມໃຊ້ ໄຟຟ້ານັ້ນ ຮັບຜິດຊອບຄ່າໃຊ້ຈ່າຍ ໂດຍເລີ່ມນັບແຕ່ພໍ້ນັບໄຟເຂົ້າຫາ ເຮືອນ ຫຼື ສໍານັກງານຂອງຕົນ; 4. ປະຊາຊົນລາວບັນດາເຜົ່າ ປະກອບສ່ວນທາງດ້ານຊັບສິນ ແລະ ແຮງງານເຂົ້າໃສ່ໄຟຟ້າຊົນນະບົດ ໃນ ຂອບເຂດທ້ອງຖິ່ນຂອງຕົນ; ຣ. ເຂດຊົນນະບົດທ່າງໄກສອກຫຼີກ, ເຂດຈຸດສຸມ ຫຼື ເຂດທີ່ມີຄ ວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ບໍ່ມີຜູ້ໄປລົງທຶນໃສ່ທຸລະກິດໄຟຟ້ານັ້ນ ລັດມີນະໂຍບາຍລົ່ງເສີມ ຫຼື ສະຫນອງທຶນກໍ່ສ້າງສາຍສົ່ງລະບົບແຮງ ດັນກາງ, ຫໍ້ແປງ, ແຮງດັນຕໍາຫາຫໍນັບໄຟ.
ມາດຕາ ຣຂ ການອະນຸຍາດໂຄງການໄຟຟ້າຊົນນະບົດ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ເປັນຜູ້ອະນຸຍາດໂຄງການໄຟຟ້າຊົນນະບົດທີ່ ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມກົນໄກປະຕູດຽວ ແລະ ຕາມຂະບາາດກໍາລັງຕິດຕັ້ງທີ່ໄດ້ກໍານົດໄວ້ໃນ ມາດຕາ 43 ຂອງກົດບແນາຍສະບັບນີ້. ພາກທີ VI ພະລັງງານໄຟຟ້າທາງເລືອກ, ການປະຢັດ ແລະ ອະນຸລັກພະລັງງານໄຟຟ້າ ມາດຕາ 83 (ໃຫ່) ພະລັງງານໄຟຟ້າທາງເລືອກ ພະລັງງານໄຟຟ້າທາງເລືອກ ແມ່ນ ພະລັງງານໄຟຟ້າທີ່ຜະລິດມາຈາກແຫຼ່ງພະລັງງານຕ່າງໆ ເຊັ່ນ ພະລັງ ງານແສງຕາເວັນ, ພະລັງງານລົມ, ພະລັງງານຊີວະມວນ, ນ້ໍາມັນເຊື້ອໄຟຊີວະພາບ, ອາຍແກ໊ສຊີວະພາບ, ຄວາມ ຮ້ອນໃຕ້ດິນ, ສິ່ງເສດເຫຼືອ ແລະ ແຫຼ່ງພະລັງງານອື່ນ ເພື່ອຕອບສະຫນອງຄວາມຕ້ອງການພະລັງງານໄຟຟ້າ ຂອງສັງ ຄົມ. ມາດຕາ 84 (ໃຫ່) ການສົ່ງເສີມການນໍາໃຊ້ພະລັງງານໄຟຟ້າທາງເລືອກ ພະລັງງານໄຟຟ້າທາງເລືອກໃຫ່ທີ່ສະອາດ ໄດ້ຮັບການສົ່ງເສີມໃຫ້ນໍາໃຊ້ເປັນພະລັງງານໄຟຟ້າທົດແທນ ເພື່ອຮັບປະກັນການຕອບສະຫນອງພະລັງງານໄຟຟ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະ ໄລຍະ, ອະນຸລັກຊັບພະຍາກອນທໍາມະຊາດ, ປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍທາດອາຍພິດ ເຮືອນແກ້ວ ແລະ ສົ່ງເສີມການປະກອບອາຊີບຂອງປະຊາຊົນ ເປັນຕົ້ນ ການບູກພືດທີ່ໃຊ້ເປັນພະລັງງານໄຟຟ້າ ທາງເລືອກ. 27 ກະຊວງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການໃນການສຶກສາຄົ້ນຄວ້າ, ວາງແຜນ ແລະ ກໍານົດນະໂຍບາຍ ກ່ຽວກັບການພັດທະນາພະລັງງານໄຟຟ້າທາງເລືອກ ໂດຍສອດຄ່ອງກັບສະພາບເສດຖະກິດ-ສັງຄົມຂອງປະເທດ. ມາດຕາ 85 (ໃຫ່) ການປະຢັດ ແລະ ອະນຸລັກພະລັງງານໄຟຟ້າ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕ້ອງປະປັດ ແລະ ອະນຸລັກພະລັງງານໄຟຟ້າ, ນໍາໃຊ້ພະລັງງານໄຟ ຟ້າຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຫຼີກລຽງການນໍາໃຊ້ພະລັງງານໄຟຟ້າເກີນຄວາມຈໍາເປັນ ເພື່ອຮັບປະ ກັນຜົນປະໂຫຍດສູງສຸດທາງດ້ານເສດຖະກິດ-ສັຈັງຄົມ ແລະ ຮັບປະ; .ກັນຄວາມຫັນດົງທາງຕ້ານພະລັງງານໄຟຟ້າ. ກະຊວງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການຄົ້ນຄວ້າ, ວາງແຜນ, ກໍານົດນະໂຍບາຍ ແລະ ກົນໄກ ໃນ ການຈັດຕັ້ງປະຕິບັດ ກ່ຽວກັບການປະປັດ ແລະ ອະນຸລັກພະລັງງານໄຟຟ້າ ໂດຍສອດຄ່ອງກັບສະພາບເສດຖະ ກິດ-ສັງຄົມ ຂອງປະເທດ.
ພາກທີ VIl ລາຄາໄຟຟ້າ ມາດຕາ 86 (ປັບປຸງ) ລາຄາໄຟຟ້າ ລາຄາໄຟຟ້າແບ່ງອອກເປັນ ສອງ ປະເພດ ດັງນີ້: 1. ລາຄາຊື້ ແລະ ຈໍາຫນ່າຍຢູ່ພາຍໃນ; 2. ລາຄາຊື້ເຂົ້າ ແລະ ລາຄາຂາຍອອກຕ່າງປະເທດ. ລັດຖະບານ ເປັນຜູ້ກໍານົດລາຄາໄຟຟ້າແຕ່ລະປະເພດ ຕາມການຄົ້ນຄວ້າ ແລະ ນໍາສະເຫືຂອງກະຊວງ ພະລັງງານ ແລະ ບໍ່ແຮ່. ມາດຕາ 87 (ປັບປຸງ) ການກໍານົດລາດາຊື້ ແລະ ຈໍາຫນ່າຍຢູ່ພາຍໃນ ການກໍານົດລາຄາຊື້ ແລະ ຈໍາບນ່າຍຢູ່ພາຍໃນ ມີ ດັ່ງນີ້: +. ການກໍານົດລາຄາຊື້ໄຟຟ້າຈາກແຫຼ່ງຜະລິດໄຟຟ້າ ໂດຍລັດວິສາຫະກິດທີ່ໄດ້ຮັບມອບຫນາຍຈາກລັດ ຕ້ອງຮັບປະກັນຄຸນນະພາບໄຟຟ້າ ທີ່ສະຫນອງໃຫ້ລະບົບໄຟຟ້າໄດ້ຢ່າງພື້ນຄົງ, ລາດາບໍ່ສູງກວ່າລາຄາຕົ້ນທຶນການ ຜະລິດໄຟຟ້າຂອງທັງຫົດລະບົບ ຫຼື ຕໍາກວ່າລັດລົງທຶນຜະລິດເອງ ຫຼື ທຽບເທົ່າຕົ້ນທຶນຂອງການຜະລິດໄຟຟ້າທີ່ ໄດ້ຈາກແຫຼ່ງພະລັງງານປະເພດດຽວກັນຢູ່ປະເທດໃກ້ຄຽງ; ໃນການຄິດໄລ່ລາຄາໄຟຟ້າທີ່ຊື້ຈາກຜູ້ຜະລິດໄຟຟ້າ ແມ່ນ ໃຫ້ຄິດໄລ່ຢູ່ຈຸດຮັບສົ່ງໄຟນ້າ ຊຶ່ງແມ່ນຈຸດ ເຊື່ອມຕໍ່ລະຫວ່າງລະບົບກັບສາຍສົ່ງສະເພາະໂຄງການຜະລິດໄຟຟ້າ. 2. ລາຄາຈໍາຫ່າຍຢູ່ພາຍໃນ ຕ້ອງຮັບປະກັນຄວາມສອດຄ່ອງກັບສະພາບເສດຖະກິດ- ສັງຄົມຂອງຊາດ, ຕົ້ນທຶນ, ຄຸນນະພາບໄຟຟ້າ, ນະໂຍບາຍສົ່ງເສີມການຜະລິດໃນຂະແຫນງການອື່ນ ຫຼື ເຂດຫ່າງໄກສອກຫຼີກທີ່ລັດ ກໍານົດ, ແທດເບນາະກັບເປົ້າຫນາຍການຊົມໃຊ້, ຊ່ວງເວລາການຊົມໃຊ້ ແລະ ປະເພດຜູ້ຊົມໃຊ້ . ລັດຖະບານ ຕ້ອງຄົ້ນຄວ້າ ແລະ ມີນະໂຍບາຍອຸດຫູນກ່ຽວກັບລາຄາໄຟຟ້າ ສໍາລັບເຂດຊົນນະບົດຫ່າງ ໄກສອກຫຼີກ ໃຫ້ກັບປະຊາຊົນ ແລະ ທຸລະກິດ. ການຄົ້ນຄວ້າ ແລະ ກໍານົດລາຄາຈໍາຫນ່າຍຢູ່ພາບໃນ ຕ້ອງມີການສົມທົບກັບຄະນະປະຈໍາສະພາແຫ່ງຊາດ. 28 ມາດຕາ 88 (ໃຫ່) ການກໍານົດລາຄາໄຟຟ້າຊີເຂົາ ແລະ ຂາຍອອກຕ່າງປະເທດ ລັດຖະບານ ເປັນຜູ້ອະນຸຍາດ ລາຄາໄຟຟ້າຊີເຂົາ ແລະ ຮັບຮອງລາຄາຂາຍອອກຕ່າງປະເທດ ຕາມແຕ່ ລະກໍລະນີ ຕາມການສະເຫີຂອງກະຊວງພະລັງງານ ແລະ ບໍ່ແຮ່.
ມາດຕາ 89 (ປັບປຸງ) ລາຄາໄຟຟ້າຊົນນະບົດ ລາຄາໄຟຟ້າຊົນນະບົດ ປະກອບດ້ວຍ ດັ່ງນີ້: 1. ລາຄາໄຟຟ້າເພື່ອຮັບໃຊ້ຊົນນະບົດທີ່ເຊື່ອມກັບລະບົບໄຟຟ້າລວມ ໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 87 ຂອງກົດຫນາຍສະບັບນີ້; 2. ລາຄາຊື້ຂາຍໄຟຟ້າຂອງໂຄງການໄຟຟ້າທີ່ລັດລົງທຶນ ຊຶ່ງບໍ່ທັນເຊື່ອມກັບລະບົບໄຟຟ້າລວມ ໃຫ້ກະ ຊວງພະລັງງານ ແລະ ບໍ່ແຮ່ ປະສານສົມທົບກັບກະຊວງ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອຄົ້ນ ຄວ້າກໍານົດລາຄາໄຟຟ້າ; 3. ລາຄາຊື້ຂາຍໄຟຟ້າຊົນນະບົດ ທີ່ເອກະຊົນລົງທຶນ ໃຫ້ຜູ້ລົງທຶນປະສານສົມທົບກັບຂະແຫນງການພະ ລັງງານ ແລະ ບໍ່ແຮ່ ແລະ ຂະແບນງການອືນທີ່ກ່ຽວຂ້ອງ ເພືອຄົນຄວ້າ ແລະ ສະເຫຼີອົງການປົກຄອງທ້ອງຖິ່ນທີ່ ກ່ຽວຂ້ອງ ພິຈາລະນາ. ພາກທີ ຝໄ[[ ສິດ ແລະ ພັນທະຂອງຜູ້ຜະລິດ, ຜູ້ຈໍາຫນາຍ ແລະ ຜູ້ຊົມໃຊ້ ໄຟຟ້າ ມາດຕາ ອ0 (ປັບປຸງ) ສິດ ແລະ ພັນທະຂອງຜູ້ຜະລິດໄຟຟ້າ ຜູ້ຜະລິດໄຟຟ້າ ມີ ສິດ ດັ່ງນີ້: 1. ເຮັດສັນຍາຊື້ຂາຍໄຟຟ້າກັບຜູ້ຊື້ໄຟຟ້າ; 2. ເຊົ່າ ຫຼື ນໍາໃຊ້ທີ່ດິນ, ນ້ໍາ, ຊັບພະຍາກອນອື່ນ ຫຼື ແຫຼ່ງພະລັງງານ ທີ່ຈໍາເປັນສໍາລັບການດໍາເນີນທຸ ລະກິດໄຟຟ້າ ຕາມທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ; 3. ໄດ້ຮັບຄ່າບໍລິການໄຟຟ້າ ແລະ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ; 4. ໄດ້ຮັບການແນະນໍາທາງດ້ານເຕັກນິກວິຊາການ ແລະ ເຕັກໂນໂລຊີ ກ່ຽວກັບໄຟຟ້າ; 5. ໂອນ ຫຼື ມອບຮຸ້ນ ຫຼື ກໍາມະສິດໃນທຸລະກິດໄຟຟ້າ ໃນຂອບເຂດອາຍຸສໍາປະທານທີ່ຍັງເຫຼືອໃຫ້ແກ່ຜູ້ ອື່ນ ຕາມການເຫັນດີຂອງລັດຖະບານ ຫຼື ອົງການປົກຄອງທ້ອງຖິ່ນ ແຕ່ບໍ່ອະນຸຍາດໃຫ້ມີການໂອນ ຫຼື ມອບຮຸ້ນ ໃດໆ ກ່ອນການກໍ່ສ້າງໂຄງການສໍາເລັດ; 6. ກູ້ຢືມເງິນຈາກພາຍໃນ ຫຼື ຕ່າງປະເທດ ເພື່ອນໍາໃຊ້ເຂົ້າໃນການດໍາເນີນກິດຈະການໄຟຟ້າ ໂດຍ ສອດຄ່ອງກັບກົດຫນາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ: 7. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. ຜູ້ຜະລິດໄຟຟ້າ ມີ ພັນທະ ດັ່ງນີ້: 1. ປະຕິບັດລະບຽບການກ່ຽວກັບຄວາມປອດໄພ ໃນການດໍາເນີນງານ, ການບໍາລຸງຮັກສາ ແລະ ມາດ ຕະຖານເຕັກນິກໄຟຟ້າຂອງລາວ ຢ່າງເຂັ້ມງວດ; 2. ເສຍຄ່າຊັບພະຍາກອນທໍາມະຊາດ, ພາສີ, ອາກອນ ແລະ ປະຕິບັດພັນທະອືນ ຕາມກົດຫພາຍ, ລະ ບຽບການ ແລະ ສັນຍາສໍາປະທານ;
ຂອ 3. ຜະລິດ ແລະ ສະຫນອງກະແສໄຟຟ້າ ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ; 4. ຊົດເຊີຍຄ່າເສຍຫາຍ ທີ່ດິນ ແລະ ຜົນລະປຸກ, ຍົກຍ້າຍຈັດສັນບ່ອນຢູ່. ບ່ອນທໍາມາຫາກິນຢ່າງເຫນາະ ສົມໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການໂຄງການໄຟຟ້າ; 5. ຮັບຜິດຊອບຄ່າໃຊ້ຈ່າຍ ໃໃນນການເຄື່ອນໄຫວຂອງຄະນະກໍາມະການສະເພາະກິດຕ່າງໆ, ການວ່າຈ້າງ ວິສະວະກອນ ຫຼື ທີ່ປຶກສາເອກະລາດ ທີ່ລັດຖະບານໄດ້ແຕ່ງຕັ້ງ ເພືອປະຕິບັດ ແລະ ຕິດຕາມກວດກາໂຄງການ; 6. ກໍ່ສ້າງ ແລະ ດໍາເນີນງານ ຕາມສັນຍາສໍາປະທານ, ບົດລາຍງານການສຶກສາດວາມເປັນໄປໄດ້ດ້ານເຕັກ ນິກ ແລະ ການເງິນ ແລະ ແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ, ມີການດໍາເນີນງານແບບ ຮອບຄອບ ແລະ ປະຕິບັດລະບຽບການທີ່ກ່ຽວຂ້ອງ; 7. ວາງເງິນຄ້າປະກັນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ ຫຼື ສັນຍາ; ຣ. ໃຊ້ແທນຄ່າເສຍຫາຍໃນກໍລະນີທີ່ໄດ້ກໍ່ຄວາມເສຍຫາຍຕໍ່ຊີວິດ, ສຸຂະພາບ ແລະ ຊັບສິນຂອງຜູ້ອື່ນ ແລະ ຟື້ນຟູສິ່ງແວດລ້ອມ; 9. ລາຍງານຜົນການຜະລິດ, ດໍາເນີນງານ, ການປະຕິບັດສັນຍາ ລວມທັງການໃຊ້ຈ່າຍຕ່າງໆຂອງໂຄງ ການ ຕາມລະບຽບການ; 10. ບໍາລຸງຮັກສາສິ່ງປະກອບສ້າງຂອງໂຄງການໄຟຟ້າ ໃຫ້ຢູ່ໃນສະພາບການດໍາເນີນງານທີ່ດີ: 11. ຊື້ປະກັນໄພສິ່ງປະກອບສ້າງຂອງໂຄງການໄຟຟ້າຂອງຕົນ ໃຫ້ຄົບຖ້ວນ ຕາມສັນຍາສໍາປະທານ ແລະ ປະກັນສັງຄົມໃຫ້ແກ່ພະນັກງານ ຕາມກົດຫນາຍ; 12. ເຮັດການປະມຸນໃນການຄັດເລືອກຜູ້ຮັບເຫົາກໍ່ສ້າງ, ຜູ້ສະຫນອງອຸປະກອນ ແລະ ກົນຈັກ ແລະ ຜູ້ ບໍລິການອືນໆ ໂດຍປະຕິບັດຕາມລາຄາກາງ ທີ່ລັດຖະບານກໍານົດແຕ່ລະໄລຍະ ສໍາລັບທຸລະກິດຜະລິດໄຟຟ້າ ສະເພາະທີ່ບໍ່ຜ່ານການປະມຸນ; 13. ສໍາລັບໂຄງການໄຟຟ້າທີ່ມີອ່າງເກັບນ້ໍານັ້ນ ຕ້ອງປ່ອຍນ້ໍາຊົດເຊີຍຕາມທໍາມະຊາດ ຫຼື ນໍໍາຮັກສາສິ່ງ ແວດລ້ອມສໍາລັບສາຍນ້ໍາຢູ່ຕອນລຸ່ມຂອງເຂື່ອນ ບໍ່ໃຫ້ຫຼຸດ ສິບສ່ວນຮ້ອຍ ຂອງປະລິມານສະເລ່ຍຂອງນໍາທີ່ໄຫຼ ເຂົ້າອ່າງເກັບ ນໍາໃນລະດູແລ້ງ ຫຼື ຕາມການກໍານົດຂອງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; 14. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ.
ມາດຕາ 91 (ປັບປຸງ) ສິດ ແລະ ພັນທະຂອງຜູ້ຈໍາຫນ່າຍໄຟຟ້າ ຜູ້ຈໍາຫນ່າຍໄຟຟ້າ ມີ ສິດ ຕັ່ງນີ້: 1. ເກັບຄ່າໄຟຟ້າຈາກການຈໍາຫນ່າຍ ແລະ ການບໍລິການ; 2. ວາງມາດຕະການຮັກສາຄວາມປອດໄພຂອງສັງຄົມ ແລະ ສິ່ງແວດລ້ອມ ກ່ຽວກັບການຈໍາຫ່າຍ ໄຟຟ້າ; 3. ກວດກາການກໍ່ສ້າງ, ການຕິດຕັ້ງ ແລະ ການນໍາໃຊ້ ໄຟຟ້າຂອງຜູ້ຊົມໃຊ້ ໄຟຟ້າ; 4. ແຈ້ງເຕືອນ, ຮ້ອງຟ້ອງຜູ້ຊົມໃຊ້ໄຟຟ້າທິລະເມີດລະບຽບການກ່ຽວກັບໄຟຟ້າ ຫຼື ສ້າງຄວາມເສຍ ຫາຍ ຫຼື ສິ່ງທີ່ສາມາດກໍ່ໃຫ້ເກີດຄວາມເສຍຫາຍຕໍ່ການຈໍາຫນ່າຍໄຟຟ້າ; 5. ງົດການຈໍາຫ່າຍໄຟຟ້າໃຫ້ຜູ້ຊົມໃຊ້ທີ່ລະເມີດລະບຽບການກ່ຽວກັບໄຟຟ້າຢ່າງຮ້າຍແຮງ; 6. ປະຕິເສດຄໍາຮ້ອງຂໍຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຕ້ອງການນໍາໃຊ້ສາຍຈໍາຫ່າຍໄຟຟ້າ ຂອງຕົນເມື່ອເຫັນວ່າບໍ່ມີຄວາມປອດໄພທາງດ້ານເຕັກນິກ; 7. ນໍາໃຊ້ສິດອຶນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. 30 ຜູ້ຈໍານ່າຍໄຟຟ້າ ມີ ພັນທະ ດັ່ງນີ້: ະຣ 1. ສະຫນອງໄຟຟ້າໃຫ້ຜູ້ຊົມໃຊ້ໄຟຟ້າ ທີ່ຢູ່ໃນຂອບເຂດທີຢູ່ອາໄສ ແລະ ເຂດໃຫ້ບໍລິການຢ່າງທົ່ວເຖິງ, ຕາມກໍານົດເວລາ, ເປັນປົກກະຕິ ແລະ ມີຄຸນນະພາບ ຕາມມາດຕະຖານເຕັກນິກໄຟຟ້າຂອງລາວ; 2. ແຈ້ງລ່ວງພ້າໃຫ້ຜູ້ຊົມໃຊ້ໄຟຟ້າຊາບ ກ່ອນຈະຕັດໄຟຟ້າແຕ່ລະເທື່ອ ຍົກເວັ້ນກໍລະນີສຸກເສີນ; 3. ສ້າງ ແລະ ແນະນໍາລະບຽບການກ່ຽວກັບການນໍາໃຊ້ໄຟຟ້າ, ຂໍ້ມູນ ຂ່າວສານ ທີ່ຈໍາເປັນໃຫ້ແກ່ຜູ້ ຊົມໃຊ້ໄຟຟ້າໃຫ້ມີຄວາມປອດໄພ, ບໍລິການໃຫ້ຜູ້ຊົມໃຊ້ໄຟຟ້າ ຕ້ວຍຄວາມຮັບຜິດຊອບ ແລະ ທັນເວລາ; 4. ນໍາໃຊ້ອຸປະກອນໄຟຟ້າ ເປັນຕົ້ນ ຫໍ້ນັບໄຟຟ້າ ຕ້ອງມີຄຸນນະພາບດີ, ທັນສະໄຫນ ແລະ ໄດ້ມາດ ຕະຖານສາກົນ; 5. ຮັບປະກັນຄວາມປອດໄພ ແລະ ສະຫວັດດີການຂອງພະນັກງານໄຟຟ້າ, ຄວາມປອດໄພຂອງສັງ ຄົມ; 6. ເສຍພາສີ, ອາກອນ, ຄ່າທໍານຽມ, ຄ່າບໍລິການ ແລະ ປະຕິບັດພັນທະອືນ ຕາມກົດບນາຍ; 7. ໃຊ້ແທນຄ່າເສຍຫາຍ ໃນກໍລະນີທີ່ໄດ້ກໍຄວາມເສຍຫາຍດໍ ຊີວິດ, ສຸຂະພາບ, ຊັບສິນຂອງປະຊາ ຊົນ, ສາທາລະນະ ແລະ ສິ່ງແວດລ້ອມ; 8. ອະນຸຍາດໃຫ້ບຸກຄົນ. ນິຕິບຸກຄົນ ຫຼື ການຈັດຕັ້ງນໍາໃຊ້ສາຍຈໍາຫນາຍໄຟຟ້າຂອງຕົນ ຕາມມາດ ຕະຖານເຕັກນິກໄຟຟ້າຂອງລາວ; ອ. ສະຫຼຸບ, ລາຍງານຜົນການຈໍາຫ່າຍ ແລະ ການຄຸ້ມຄອງໄຟຟ້າຕາມມາດຕະຖານເຕັກນິກໄຟຟ້າ ຂອງລາວ ຕໍ່ຂະແບນງການພະລັງງານ ແລະ ບໍ່ແຮ່ ຢ່າງເປັນປົກກະຕິ; 10. ປະຕິບັດພັນທະອືນ ຕາມທີ່ໄດ້ກໍານົດໄວ້ໃນກົດບນາຍ.
ມາດຕາ 92 (ປັບປຸງ) ສິດ ແລະ ພັນທະຂອງຜູ້ຊົມໃຊ້ໄຟຟ້າ ຜູ້ຊົມໃຊ້ໄຟຟ້າ ມີ ສິດ ດັ່ງນີ້: 1. ໄດ້ຮັບຄວາມປອດໄພ ໃນການນໍາໃຊ້ ໄຟຟ້າ; 2. ໄດ້ຮັບການບໍລິການຝ່າງສະດວກ ແລະ ວ່ອງໄວ ໃນການຕໍ່ໄຟເຂົ້າທີ່ພັກອາໄສ ຫຼື ສໍານັກງານຂອງ ຕົນ ຖ້າຫາກຕົນຢູ່ໃນເຂດທີ່ຢູ່ອາໄສ ແລະ ເຂດໃຫ້ບໍລິການຂອງຜູ້ຈໍາຫ່າຍ; 3. ໄດ້ຮັບການກວດກາ ດ້ານເຕັກນິກໃນການຊົມໃຊ້ໄຟຟພ້າຂອງຕົນທຸກໆ ສາມ ປີ ຫຼື ຕາມການສະເຫີ ຂອງຜູ້ຊົມໃຊ້ ໄຟຟ້າ ໂດຍຂະແຜນງການພະລັງງານ ແລະ ບໍ່ແຮ່; 4. ໄດ້ຮັບຄໍາແນະນໍາ ກ່ຽວກັບການນໍາໃຊ້ ໄຟຟ້າ; 5. ສະເຫຼີໃຫ້ກວດກາ ການຄິດໄລ່ລາຄາໄຟຟ້າ ທີ່ຕົນເຫັນວ່າບໍ່ຖືກຕ້ອງ; 6. ສະເຫຼີ ຫຼື ຮ້ອງຟ້ອງຕໍ່ຜູ້ດໍາເພີນກິດຈະການໄຟຟ້າ ຍ້ອນການບໍລິການທີ່ບໍດີ ຫຼື ເຕັກນິກໄຟຟ້າທີ່ບໍ ຮັບປະກັນ ແລະ ສ້າງຄວາມເສຍຫາຍຕໍ່ຊັບສິນຂອງຕົນ; 7. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດບນາຍ. ຜູ້ຊົມໃຊ້ໄຟຟ້າ ມີ ພັນທະ ດັ່ງນີ້: 1. ຮັບຜິດຊອບ, ບໍາລຸງຮັກສາ, ປ່ຽນຖ່າຍສາຍ ແລະ ອຸປະກອນໄຟຟ້າພາຍໃນເຮືອນ ທຼື ສໍານັກງານ ຂອງຕົນ; 2. ປະຕິບັດລະບຽບການ ແລະ ຄໍາແນະນໍາກ່ຽວກັບການຊົມໃຊ້ ໄຟຟ້າ; 31 3. ຊົມໃຊ້ໄຟຟ້າຢ່າງປະປັດ ແລະ ມີປະສິດທິພາບ; 4. ເສຍຄ່າໄຟຟ້າ ແລະ ຄ່າບໍລິການທີ່ຕົນຊົມໃຊ້ໃຫ້ຄົບຖ້ວນ ແລະ ເປັນປົກກະຕິ; 5. ອໍານວຍຄວາມສະດວກໃຫ້ແກ່ພະນັກງານໄຟຟ້າ ໃນການຕິດຕັ້ງ, ສ້ອມແປງ, ກວດກາ ແລະ ຈົດຕົວ ເລກຊົມໃຊ້ ໄຟຟ້າ; 6. ແຈ້ງໃຫ້ພະນັກງານໄຟຟ້າໂດຍດ່ວນ ໃນກໍລະນີທີ່ພົບເຫັນປາກົດການຜິດປົກກະຕິກ່ຽວກັບໄຟຟ້າ; 7. Uvneuzaugauumnsnmeu.,nsu ແລະ ສິ່ງປະ: :ກອບສ້າງດ້ານໄຟຟ້າ; 8. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. ພາກທີ !% ຂໍ້ຫ້າມ ມາດຕາ ອ3 (ປັບປຸງ) ຂໍ້ຫ້າມສໍາລັບພະນັກງານຂອງ ລັດ ແລະ ລັດວິສາຫະກິດ ຫ້າມ ພະນັກງານຂອງ ລັດ ແລະ ລັດວິສາຫະກິດ ມີພຶດຕິກໍາ ດັ່ງນີ້: 1. ສວຍໃຊ້ຫ້າທີ່ຕໍາແຫ່ງ ເພື່ອຜົນປະໂຫຍດສ່ວນຕົວ ຈາກທຸລະກິດໄຟຟ້າ; 2. ໃຊ້ສິດຫ້າທີ່ເກີນຂອບເຂດ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜີນປະໂຫຍດຂອງລັດ, ລວມຫູ່ ຫຼື ສິດ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ; 3. ທວງເອົາ, ຂໍເອົາ, ຮັບເອົາສິນບົນ ຈາກທຸລະກິດໄຟຟ້າ; ຂ> . ປະລະພ້າທີ່ ແລະ ຄວາມຮັບຜິດຊອບກ່ຽວກັບ ກິດຈະການໄຟຟ້າທີ່ການຈັດຕັ້ງມອບບນາຍໃຫ້; ຜຫ . ເປີດເຜີຍຄວາມລັບຂອງລັດ ແລະ ທາງລັດຖະການກ່ຽວກັບກິດຈະການໄຟຟ້າ; ຫ . ປອມແປງເອກະສານຕ່າງໆກ່ຽວກັບກິດຈະການໄຟຟ້າ; . ດໍາເນີນ ຫຼື ເຂົ້າຮ່ວນການດໍາເນີນທຸລະກິດໄຟຟ້າ ທີ່ຕິດພັນກັບວຽກງານທີ່ດິນຮັບຜິດຊອບ; ຜ . ໃຊ້ຄວາມຮຸນແຮງ, ບັບັງຄັບ, ນາບຂູ່ ແລະ ນໍາໃຊ້ມາດຕະການອືນທີ່ບໍ່ຖືກຕ້ອງຕາມກົດຫນາຍ; ຜ . ຊຶ ແລະ ຂາຍອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າຢ່າງຜິດກົດຫນາຍ; 10.ມີພຶດຕິກໍາອືນ ທີ່ເປັນການລະເມີດກົດຫນາຍ.
ມາດຕາ ອ4 (ປັບປຸງ) ຂໍ້ທ້າມສໍາລັບນັກທຸລະກິດ ຫ້າມ ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ມີພຶດຕິກໍາ &ດັ່ງນີ້: 1. ຕໍາເນີນກິດຈະການໄຟຟ້າ ຢູ່ໃນເຂດ ປ່າສະຫງວນ ແລະ ປ່າປ້ອງກັນ; 2. ດໍາເນີນການສໍາຫຼວດ ແລະ ພັດທະນາທຸລະກິດໄຟຟ້າໂດຍບໍ່ໄດ້ຮັບອະນຸຍາດ; 3. ກໍ່ສ້າງ, ຕິດຕັ້ງ ແລະ ດໍາເນີນງານກ່ຽວກັບອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າທີ່ບໍ່ໄດ້ມາດ ຕະຖານ; 4. ຖ່ວງດຶງ, ແກ່ຍາວການປະຕິບັດໂຄງການພັດທະນາພະລັງງານໄຟຟ້າທີ່ຕົນໄດ້ຮັບອະນຸຍາດແລ້ວ; 5. ນໍາໃຊ້ ຫຼື ແຈ້ງຂໍ້ມູນ ກ່ຽວກັບການສໍາຫຼວດ, ອອກແບບ, ກໍ່ສ້າງ ແລະ ດໍາເນີນງານກ່ຽວກັບກິດຈະ ການໄຟຟ້າທີ່ບໍ່ຖືກຕ້ອງ; 6. ຊືຈ້າງ, ໃຫ້ສິນບົນພະນັກງານ, ເຈົ້າຫ້າທີ ຫຼື ປະຊາຊົນ; 7. ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອືນເພື່ອນາບຂູ່ພະນັກງານ, ເຈົ້າຫ້າທີ່ຫຼື ປະຊາຊົນ; 32 8. ຊື້-ຂາຍອຸປະກອນໄຟຟ້າ ຢ່າງຜິດກົດຫນາຍ ແລະ ສິ່ງປະກອບສ້າງດ້ານໄຟຟ້າທີ່ບໍ່ໄດ້ມາດຕະຖານ: 9. ລະເມີດສິດ ແລະ ຫ້າທີ່ຂອງອົງການປົກຄອງທ້ອງຖິ່ນກ່ຽວກັບທຸລະກິດໄຟຟ້າ; 10. ມີພຶດຕິກໍາອືນ ທີເປັນການລະເມີດກົດບນາຍ. ມາດຕາ ອ5 (ປັບປຸງ) ຂໍ້ຫ້າມສໍາລັບປະຊາຊົນ ຫ້າມ ປະຊາຊົນ ມີພຶດຕິກໍາ ດັ່ງນີ້: 1. ບຸກລຸກ, ທໍາລາຍປ່າໄມ້ ເປັນຕົ້ນ ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຍອດນໍ້າ ເພື່ອຮັບປະກັນບໍ່ໃຫ້ ນ້ໍາບົກແຫ້ງສໍາລັບການຜະລິດໄຟຟ້າ; 2. ບຸກລູກສະຖານທີ່, ລັກ, ທໍາລາຍອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ; 3. ທໍາການປູກສ້າງ, ຕັ້ງຖິ່ນຖານ ຫຼື ທໍາການຜະລິດຢູ່ໃກ້ກັບບໍລິເວນສະຖານທີ່ຕັ້ງຂອງອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ ໂດຍບໍ່ໄດ້ຮັບອະນຸຍາດ ຢ່າງເດັດຂາດ; 4. ຮ່ວມມືກັບນັກທຸລະກິດ, ພະນັກງານໄຟຟ້າ ເຂົ້າບຸກລູກສະຖານທີ່, ລັກ, ທໍາລາຍອຸປະກອນ ແລະ ສິ່ງປະກອບສ້າງຕ້ານໄຟຟ້າ; 5. ຂັດຂວາງການປະຕິບັດຫ້າທີ່ຂອງພະນັກງານຂອງລັດທີ່ກ່ຽວຂ້ອງ; 6. ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອືນເພື່ອນາບຂູ່ພະນັກງານຂອງລັດທີ່ກ່ຽວຂ້ອງ ຫຼື ຜູ້ອຶນເພື່ອ ຫາຜົນປະໂຫຍດສ່ວນຕົວ; 7. ຊ, ຂາຍ, ນໍາໃຊ້ ອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ ບໍ່ໄດ້ມາດຕະຖານ; ອ. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫນາຍ.
ມາດຕາ ອຣ6 (ປັບປຸງ) ຂໍ້ຫ້າມສໍາລັບການຈັດຕັ້ງ ແລະ ບຸກຄົນອືນ ຫ້າມ ການຈັດຕັ້ງ ແລະ ບຸກຄົນອືນ ມີພຶດຕິກໍາ ດັ່ງນີ້: 1. ໃຊ້ສິດ, ປະຕິບັດພ້າທີ່ ເກີນຂອບເຂດ,ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອິນ ນາບຂູ່ພະນັກ ງານໄຟຟ້າ ເພື່ອຫາຜົນປະໂຫຍດທີ່ບໍ່ຊອບທໍາ; 2. ສວຍໃຊ້ຫ້າທີ່ຕໍາແຫ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ພັກພວກກ່ຽວກັບທຸລະກິດໄຟຟ້າ; ວ. ດໍາເນີນທຸລະກິດໄຟຟ້າດ້ວຍຕົນເອງ ຫຼື ມີຮຸ້ນສ່ວນໂດຍບໍ່ໄດ້ຮັບອະນຸຍາດ; 4. ອະນຸຍາດສໍາຫຼວດ, ອອກແບບ, ກໍສ້າງ ຫຼື ດໍາເນີນງານກ່ຽວກັບອຸປະກອນ ແລະ ສິ່ງປະກອບສ້າງ ຂອງໂຄງການໄຟຟ້າຢ່າງບໍ່ຖືກຕ້ອງຕາມກົດຫນາຍ; ຣ. ດໍາເນີນ ຫຼື ອະນຸຍາດດໍາເນີນ ກິດຈະການໄຟຟ້າ ຢູ່ໃນເຂດປ່າສະຫງວນ ແລະ ປ່າປ້ອງກັນ; 6. ກົດຫ່ວງການດໍາເນີນຄະດີກ່ຽວກັບຂໍ້ຂັດແຍ່ງທາງດ້ານທຸລະກິດໄຟຟ້າ; 7. ຂັດຂວາງການປະຕິບັດພ້າທີ່ຂອງພະນັກງານໄຟຟ້າ; 8. ດໍາເນີນທຸລະກິດໄຟຟ້າທີ່ບໍ່ໄດ້ຮັບອະນຸຍາດຕາມກົດຫນາຍ; ອ. ຮັບເພົົາເຮັດກິດຈະການ ຫຼື ກິດຈະກໍາໃດຫຶ່ງໃນໂຄງການໄຟຟ້າ ໂດຍບໍ່ໄດ້ຮັບອະນຸຍາດ; 10. ຜະລິດ, ປະກອບ, ຊື້, ຂາຍ, ຈໍາຫນ່າຍ, ນໍາເຂົ້າອຸປະກອນ ແລະ ສິ່ງປະກອບສ້າງຕ້ານໄຟຟ້າທີ່ບໍ່ໄດ້ ມາດຕະຖານ ຫຼື ຄຸນນະພາບຕໍ່າ; 11. ມີພຶດຕິກໍາອືນ ທີ່ເປັນການລະເມີດກົດແນາຍ. 33 ພາກທີ X ການແກ້ໄຂຂໍຂັດແບ່ງ ມາດຕາ 97 ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງ ສາມາດຈະດໍາເນີນດ້ວຍຮູບການໃດຫຶ່ງ ດັ່ງນີ້: 1. ການໄກ່ເກ່ຍ ຫຼື ການປະນີປະນອມກັນ; . ການແກ້ໄຂທາງດ້ານບໍລິຫານ; ຜ . ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; > . ການຕັດສີນຂອງສານ; ຫ . ການແກ້ໄຂທີມີລັກສະນະສາກົນ. ມາດຕາ 98 ການໄກ່ເກ່ຍ ຫຼື ການປະນີປະນອມກັນ ໃນກໍລະນີທີ່ເກີດຂໍ້ຂັດແຍ່ງ ໃນການດໍາເນີນທຸລະກິດໄຟຟ້າຄູ່ກໍລະນີ ສາມາດເຈລະຈາ, ໄກ່ເກ່ຍ ຫຼື ປະນີປະນອມກັນໄດ້.
ມາດຕາ 99 ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີທີ່ເກີດຂໍ້ຂັດແຍ່ງ ຄູ່ກໍລະນີມີສຶດສະເຫຼີຕໍ່ຂະແທນງການພະລັງງານ ແລະ ບໍ່ແຮ່ ບ່ອນທີ່ຕົນ ໄດ້ຮັບອະນຸຍາດນັ້ນ ເປັນຜູ້ແກ້ໄຂ. ມາດຕາ 100 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີທີເກີດຂໍຂັດແຍ່ງ ດູ່ກໍລະນີມີສຶິດສະເຫຕໍ່ອົງການແກ້ໄຂຂໍຂັດແຍ່ງທາງດ້ານເສດຖະກິດ ເພືອພິຈາລະນາແກ້ໄຂຕາມກົດຫນາຍ. ມາດຕາ 101 ການຕັດສີນຂອງສານ ຂໍຂັດແຍ່ງທີ່ເກີດຂຶນໃນການດໍາເນີນທຸລະກິດໄຟຟ້າ ຄູ່ກໍລະນີຝ່າຍໃດຝ່າຍຫຶງ ມີສິດຮ້ອງຟ້ອງຕໍ່ສານ ະຊາຊົນ ເພືອພິຈາລະນາຕັດສີນ ຕາມກົດບນາຍ. ມາດຕາ 102 ການແກ້ໄຂທີ່ມີລັກສະນະສາກົນ ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບການດໍາເນີນທຸລະກິດໄຟຟ້າ ລະຜວ່າງຜູ້ລົງທຶນພາຍໃນກັບຜູ້ລົງທຶນ ຕ່າງປະເທດ ຫຼື ຜູ້ລົງທຶນຕ່າງປະເທດຕ້ວຍກັນ ຢູ່ ສປປ ລາວ ຫຼື ລະຫວ່າງຜູ້ລົງທຶນຕ່າງປະເທດກັບລັດຖະ ບານໃຫ້ນໍາໃຊ້ອົງການແກ້ໄຂຂໍ້ຂັດແຍ່ງພາຍໃນ, ຕ່າງປະເທດ ຫຼື ສາກົນ ຕາມການຕົກລົງຂອງຄູ່ກໍລະນີ. 34 ພາກທີ %[ ການຄຸ້ມຄອງ ແລະ ກວດກາ ວຽກງານໄຟຟ້າ ຫວດທີ 1 ການຄຸ້ມຄອງວຽກງານໄຟຟ້າ ມາດຕາ 103 ອົງການຄຸ້ມຄອງວຽກງານໄຟຟ້າ ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານໄຟຟ້າຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ຂະແຫງການພະລັງງານ ແລະ ບໍ່ແຮ່ ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບ ຂະແຫນງການອືນທີ່ກ່ຽວຂ້ອງ ເປັນຕົ້ນ ຂະແຫນງການ ແຜນການ ແລະ ການລົງທຶນ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະສິກໍາ ແລະ ປ່າໄມ້, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການເງິນ, ອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານໄຟຟ້າ ປະກອບດ້ວຍ: ງ. ກະຊວງພະລັງງານ ແລະ ບໍ່ແຮ່; 2. ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ນະຄອນຫຼວງ; 3. ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ, ເທດສະບານ, ນະຄອນ.
ມາດຕາ 104 (ປັບປຸງ) ສິດ ແລະ ຫ້າທີ່ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ໃນການຄຸ້ມຄອງວຽກງານໄຟຟ້າ ກະຊວງພະລັງງານ ແລະ ບໍ່ແຮ່ ມີ ສິດ ແລະ ຫ້າທີ່ ດັ່ງນີ້: 1. ຄົ້ນຄວ້າ, ສ້າງ ນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ແຜນພັດທະນາພະລັງງານໄຟຟ້າ ເພື່ອ ສະເຫຼືລັດຖະບານ ພິຈາລະນາ; 2. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດຫນາຍ ແລະ ແຜນພັດ ທະນາພະລັງງານໄຟຟ້າ ຢ່າງກວ້າງຂວາງ; 3. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ແຜນພັດທະນາພະລັງງານໄຟຟ້າ ກ່ຽວກັບວຽກງານໄຟຟ້າ ຢ່າງກວ້າງຂວາງ; 4. ສໍາຫຼວດເກັບກໍາຂໍ້ມູນ ແລະ ສະຖິຕິ ກ່ຽວກັບໄຟຟ້າ; 5. ຊີ້ນໍາ ແລະ ຕິດຕາມກວດກາ ທົວຫ່ວຍວິສາຫະກິດ ແລະ ກິດຈະການໄຟຟ້າ ທັງພາກລັດ ແລະ ເອ 6. ສຶກສາຄົ້ນຄວ້າ ແລະ ໃຫ້ຄໍາເຫັນດ້ານວິຊາການ ກ່ຽວກັບການລົງທຶນໃສ່ທຸລະກິດໄຟຟ້າ; 7. ຄົ້ນຄວ້າ, ຮັບຮອງ ແລະ/ຫຼື ປະຕິເສດ ບົດລາຍງານການສຶກສາຄວາມເປັນໄປໄດ້ດ້ານເຕັກນິກ ແລະ ການເງິນ, ການອອກແບບເບື້ອງຕົ້ນ, ການອອກແບບລະອຽດ ແລະ ບົດລາຍງານການປະເມີນຜົນກະທົບຕ້ານສິ່ງ ແວດລ້ອມ-ສັງຄົມ ແລະ ທໍາມະຊາດເບື້ອງຕົ້ນ ຂອງໂຄງການໄປຟຟ້າ; 8. ສຶກສາຄົ້ນຄວ້າລາຄາໄຟຟ້າ, ສັນຍາຊື້ຂາຍໄຟຟ້າ, ສັນຍາຮ່ວມມືດ້ານພະລັງງານໄຟຟ້າກັບຕ່າງປະເທດ ແລ້ວນໍາສະເພີລັດຖະບານ ເພື່ອພິຈາລະນາ; 35 ອ. ສະເຫີແຕ່ງຕັ້ງ ຄະນະກໍາມະການສະເພາະກິດໃດພນຶ່ງ ທີ່ກ່ຽວຂ້ອງກັບການພັດທະນາ ແລະ ດໍາເນີນ ທຸລະກິດໄຟຟ້າ, ແຕ່ງຕັ້ງຜູ້ຕາງຫ້າເຂົ້ເປັນປະທານ ຫຼື ສະມາຊິກຂອງສະພາບໍລິຫານຂອງຫົວຫນ່ວຍວິສາຫະກິດ ໄຟຟ້າ; 10.ຮ່າງ, ເຈລະຈາ, ເຊັນ ແລະ ຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ, ສັນຍາພັດທະນາໂຄງການ, ສັນຍາຫົວຂໍ້ໃຫຍ່, ສັນຍາສໍາປະທານ ແລະ ສັນຍາອືນ ລວມທັງເອກະສານຊ້ອນທ້າຍ; 11. ເຈລະຈາກ່ຽວກັບ ສິດ ແລະ ພັນທະ ຂອງລັດຖະບານ ແລະ ຜູ້ຂໍສໍາປະທານ, ວິເຄາະຜົນໄດ້ ແລະ ຜົນເສຍ ແລ້ວລາຍງານຕໍ່ລັດຖະບານ ເພື່ອສະເຫຼີຕໍ່ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ; 12. ແຈ້ງເຕືອນເພື່ອໃຫ້ແກ້ໄຂ, ສັ່ງໂຈະຊົ່ວຄາວ ຫຼື ແກ້ໄຂບັນຫາທີ່ພົວພັນກັບການພັດທະນາໂຄງການ ໄຟຟ້າ ຂອງຫົວຫ່ວຍວິສາຫະກິດໄຟຟ້າ ຖ້າເຫັນວ່າບັນຫາດັ່ງກ່າວຈະສິ່ງຜົນເສຍຫາຍຕໍ່ລັດຖະບານ ຫຼື ຄວາມ ປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ; 15. ຄົ້ນຄວ້າ ການຕໍ່ອາຍຸ, ການສັ່ງໂຈະ ຫຼື ການຍົກເລີກສັນຍາ ກ່ຽວກັບໂຄງການໄຟຟ້າ; 14. ສະເຫີລັດຖະບານພິຈາລະນາ ກ່ຽວກັບການກະກຽມວຽກລ່ວງຫໍ້າ ກ່ອນການກໍ່ສ້າງໃຫຍ່; 15. ຮັບຮອງເອົາການແຕ່ງຕັ້ງຫົວຫ້າວິສະວະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມການສະ ເຫີຂອງຜູ້ດໍາເນີນທຸລະກິດໄຟຟ້າ; 16. ປະສານສົມທົບກັບທຸກຂະແຫນການ ໃນການຕິດຕາມ ແລະ ຄຸ້ມຄອງ ການຈັດຕັ້ງປະຕິບັດວຽກ ງານໄຟຟ້າ ລວມທັງການແກ້ໄຂ, ຕິດຕາມ, ກວດກາວຽກງານການຊົດເຊີຍ, ຈັດສັນຍົກຍ້າຍ, ຟື້ນຟູຊີວິດການ ເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບ ແລະ ວຽກງານສິ່ງແວດລ້ອມທໍາມະຊາດ ຂອງໂຄງການໄຟຟ້າ; 17. ສ້າງ, ບໍາລຸງຍົກລະດັບພະນັກງານວິຊາການ, ພະນັກງານບໍລິຫານຄຸ້ມຄອງຂອງຂະເເຫນງການພະລັງ ງານ ແລະ ບໍ່ແຮ່; 18. ພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານໄຟຟ້າ ແລະ ການຊອກ ແຫຼ່ງທຶນເພື່ອພັດທະນາໄຟຟ້າ; 19. ສະຫຼຸບ, ລາຍງານ ຜົນຂອງການຈັດຕັ້ງປະຕິບັດວຽກງານໄຟຟ້າໃຫ້ລັດຖະບານ ຢ່າງເປັນປົກກະຕິ; 20. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດະນາຍ.
ມາດຕາ 105 (ປັບປຸງ) ສິດ ແລະ ຫ້າທີ່ ຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ນະຄອນຫຼວງ ໃນການຄຸ້ມຄອງວຽກງານໄຟຟ້າ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ນະຄອນຫຼວງ ມື ສິດ ແລະ ຫ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ຄົ້ນຄວ້າ ສ້າງ ແລະ ສະເຫຼີ ແຜນພັດທະນາພະລັງງານໄຟຟ້າ; 2. ໂຄສະນາ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ແຜນພັດທະ ນາພະລັງງານໄຟຟ້າ; 3. ສໍາຫຼວດ, ເກັບກໍາຂໍ້ມູນ ແລະ ສະຖິຕິ ກ່ຽວກັບໄຟຟ້າ; 4. ຊີ້ນໍາ ແລະ ຕິດຕາມຫົວຫ່່ວຍວິສາຫະກິດ ແລະ ກິດຈະການໄຟຟ້າ ທັງພາກລັດ ແລະ ເອກະຊົນ; 5. ຄົ້ນຄວ້າ ແລະ ໃຫ້ຄໍາເຫັນດ້ານວິຊາການກ່ຽວກັບການລົງທຶນໃສ່ທຸລະກິດໄຟຟ້າ; 6. ຄົ້ນຄວ້າ, ຮັບຮອງ ແລະ/ຫຼື ປະຕິເສດ ບົດລາຍງານການສຶກສາດວາມເປັນໄປໄດ້ດ້ານເຕັກນິກ ແລະ ການເງິນ, ການອອກແບບເບື້ອງຕົ້ນ, ການອອກແບບລະອຽດ ແລະ ບົດລາຍງານການປະເມີນຜົນກະທົບດ້ານສິ່ງ ແວດລ້ອມ-ສັງຄົມ ແລະ ທໍາມະຊາດເບື້ອງຕົ້ນ ຂອງໂຄງການໄຟຟ້າ; 36 7. ລາຍງານ ສະເນີ ຂໍ້ຄໍາເຫັນທາງດ້ານວິຊາການ ນໍາກະຊວງພະລັງງານ ແລະ ບໍ່ແຮ່ ກ່ຽວກັບການພັດ ທະນາໂຄງການໄຟຟ້າ ທີ່ມີກໍາລັງຕິດຕັ້ງສູງກວ່າ ຫຶ່ງຮ້ອຍ ກິໂລວັດ ຫາ ຫ້າພັນ ກິໂລວັດ ກ່ອນສະເຫີລາຍງານ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ພິຈາລະນາ; 8. ຮ່າງ, ເຈລະຈາ, ເຊັນ ແລະ ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ, ສັນຍາພັດທະນາໂຄງການ, ສັນຍາຫົວຂໍ້ໃຫຍ່ ແລະ/ຫຼື ສັນຍາສໍາປະທານ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 43 ຂອງກົດຫພາຍສະບັບນີ້; ອ. ເຈລະຈາກ່ຽວກັບ ສິດ ແລະ ພັນທະ ຂອງລັດຖະບານ ແລະ ຜູ້ຂໍສໍາປະທານ, ວິເຄາະຜົນໄດ້ ແລະ ຜົນເສຍ ແລ້ວລາຍງານຕໍ່ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອສະເຫີຕໍ່ລັດຖະບານ ພິຈາລະນາ; 10.ແຈ້ງເຕືອນເພື່ອໃຫ້ແກ້ໄຂ, ສັງໂຈະຊົ່ວຕາວ ຫຼື ແກ້ໄຂ ບັນຫາທີ່ພົວພັນກັບການພັດທະນາໂດງການ ໄຟຟ້າ ຂອງຫົວຫນ່ວຍວິສາຫະກິດໄຟຟ້າ ຖ້າເຫັນວ່າບັນຫາຕັ້ງກ່າວຈະສົ່ງຜິນເສຍຫາຍຕໍ່ລັດຖະບານ ຫຼື ຄວາມ ປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ; 11. ຄົ້ນຄວ້າ ການຕໍ່ອາຍຸ, ການສັ່ງໂຈະ ຫຼື ການຍົກເລີກສັນຍາ ພັດທະນາໂຄງການ ຫຼື ບໍລິສັດໂຄງ ການ ແລ້ວລາຍງານ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ເພື່ອພິຈາລະນາ; 12. ຮັບຮອງເອົາການແຕ່ງຕັ້ງຫົວທ້າວິສະວະກອນ ຕາມການສະເຫນີຂອງຜູ້ດໍາເນີນທຸລະກິດໄຟຟ້າ; 13. ປະສານສົມທົບກັບທຸກຂະແບນງການ ໃນການຕິດຕາມ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດວຽກ ງານໄຟຟ້າ ລວມທັງການແກ້ໄຂ, ຕິດຕາມ, ກວດກາ ວຽກງານການຊົດເຊິຍ, ຈັດສັນຍົກຍ້າຍ, ຟື້ນຟູຊີວິດການ ເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບ ແລະ ວຽກງານສິ່ງແວດລ້ອມທໍາມະຊາດ ຂອງໂຄງການໄຟຟ້າ; 14. ສະເຫນີ ສ້າງ, ບໍາລຸງຍົກລະດັບພະນັກງານວິຊາການ, ພະນັກງານບໍລິຫານຄຸ້ມກອງ ກ່ຽວກັບວຽກ ງານໄຟຟ້າ; 15. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ຕາມການມອບຫາຍຂອງກະຊວງພະລັງງານ ແລະ ບໍ່ແຮ່ ຫຼື ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ; 16. ສະຫຼຸບ, ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານໄຟຟ້າຕໍ່ອົງການປົກຄອງ ແຂວງ, ນະຄອນ ຫຼວງ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ຢ່າງເປັນປົກກະຕິ; 17. ນໍາໃຊ້ສິດ ແລະ ປະຕິບັດຫໍ້າທີ່ວື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດບນາຍ.
ມາດຕາ 106 (ປັບປຸງ) ສິດ ແລະ ພ້າທີ່ ຂອງ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ, ເທດສະບານ, ນະຄອນ ໃນການຄຸ້ມຄອງວຽກງານໄຟຟ້າ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ຫໍ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ໂຄສະນາ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ແຜນພັດ ທະນາພະລັງງານໄຟຟ້າ; 2. ສໍາຫຼວດ, ເກັບກໍາຂໍ້ມູນ ແລະ ສະຖິຕິ ກ່ຽວກັບໄຟຟ້າ; 5. ຊີ້ນໍາ ແລະ ຕິດຕາມທົວຫນ່ວບວິສາຫະກິດ ແລະ ກິດຈະການໄຟຟ້າ ທັງພາກລັດ ແລະ ເອກະຊົນ; 4. ຄົ້ນຄວ້າ ແລະ ໃຫ້ຄໍາເຫັນດ້ານວິຊາການກ່ຽວກັບການລົງທຶນໃສ່ທຸລະກິດໄຟຟ້າ; 5. ຄົ້ນຄວ້າ, ຮັບຮອງ ແລະ/ຫຼື ປະຕິເສດ ບົດລາຍງານການສຶກສາຄວາມເປັນໄປໄດ້ ຂອງໂຄງການໄຟຟ້າ; 6. ລາຍງານ ສະເຫຼີ ຂໍຄໍາເຫັນທາງດ້ານວິຊາການ ນໍາພະແນກພະລັງງານ ແລະ ບໍ່ແຮ່ ກ່ຽວກັບຂໍ້ສະ ເຫີພັດທະນາໂຄງການໄຟຟ້າ ທີ່ມີກໍາລັງຕິດຕັ້ງ ແຕ່ ຫຶ່ງຮ້ອຍ ກິໂລວັດ ລົງມາ ກ່ອນສະເຫີລາຍງານເຈົ້າເມືອງ, ຫົວຫ້າແທດສະບານ, ເຈົ້ານະຄອນ ພິຈາລະນາ; 37 7. ປະສານສົມທົບກັບທຸກຂະແຫງການ ໃນການຕິດຕາມ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດວຽກ ງານໄຟຟ້າ ລວມທັງການແກ້ໄຂ, ຕິດຕາມ, ກວດກາວຽກງານການຊົດເຊີຍ, ຈັດສັນຍົກຍ້າຍ, ຟື້ນຟູຊີວິດການ ເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບ ແລະ ວຽກງານສິ່ງແວດລ້ອມທໍາມະຊາດ ຂອງໂດງການໄຟຟ້າ; ຮ. ສະເຫຼີ ສ້າງ, ບໍາລຸງຍົກລະດັບພະນັກງານວິຊາການ, ພະນັກງານບໍລິຫານຄຸ້ມຄອງ ກ່ຽວກັບວຽກ ງານພັດທະນາໄຟຟ້າ; 9. ສະຫຼຸບ, ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານໄຟຟ້າ ຕໍ່ອົງການປົກຄອງ ເມືອງ, ເທດສະ ບານ, ນະຄອນ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ; 10. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 107 ສິດ ແລະ ຫ້າທີ່ ຂອງຂະແຫນງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງວຽກງານໄຟຟ້າຂະແບນງການອືນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ມີສິດ ແລະ ຫ້າທີ່ ປະສານສົມທົບກັບຂະແບນງການພະລັງງານ ແລະ ບໍ່ແຮ່ ຕາມພາລະບົດບາດ, ສິດ ແລະ ຫ້າທີ່ຂອງ ດົນ.
ຫວດທີ 2 ການກວດກາວຽກງານໄຟຟ້າ ມາດຕາ 108 (ປັບປຸງ) ອົງການກວດກາ ຮຣົງການກວດກາວຽກງານໄຟຟ້າ ປະກອບດ້ວຍ: 1. ອົງການກວດກາພາຍໃນ; 2. ອົງການກວດກາພາບນອກ. ອົງການກວດກາພາຍໃນ ແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານໄຟຟ້າ ຕາມທີ່ໄດ້ກໍານົດ ໄວ້ໃນມາດຕາ 103 ຂອງກົດຫພາຍສະບັບນີ້; ອົງການກວດກາພາຍນອກ ແມ່ນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດກາລັດ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມ. ມາດຕາ 10ອ (ປັບປຸງ) ເນື້ອໃນຂອງການກວດກາ ການກວດກາວຽກງານໄຟຟ້າ ມີເນື້ອໃນ ດັ່ງນີ້: 1. ການປະຕິບັດຂັ້ນຕອນຂອງການດໍາເນີນທຸລະກິດໄຟຟ້າ; ນ . ການປະຕິບັດກໍານົດເວລາຂອງການດໍາເນີນທຸລະກິດໄຟຟ້າ; ຜ . ການປະຕິບັດບົດລາຍງານຄວາມເປັນໄປໄດ້ດ້ານເຕັກນິກ ແລະ ການເງິນ ຂອງໂຄງການໄຟຟ້າ; . . ການປະຕິບັດແຜນການດໍາເນີນງານກ່ຽວກັບທຸລະກິດໄຟຟ້າ; ທ . ການປະຕິບັດມາດຕະການຄວາມປອດໄພ ຂອງສິ່ງປະກອບສ້າງຂອງໂຄງການໄຟຟ້າ ຕາມທີ່ໄດ້ກໍາ ນົດໄວ້ໃນລະບຽບການຕ່າງຫາກ; 6. ການປະຕິບັດກົດບນາຍ ແລະ ສັນຍາ ກ່ຽວກັບທຸລະກິດໄຟຟ້າ; 7. ການປະຕິບັດມາດຕະຖານວັດແທກ ແລະ ມາດຕະຖານເຕັກນິກໄຟຟ້າຂອງລາວ; 38 ອ. ການອອກແບບ, ການກໍ່ສ້າງ, ການຕິດຕັ້ງ, ດໍາເນີນງານ ແລະ ການບໍາລຸງຮັກສາຣູປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ; 9. ການນໍາໃຊ້ມາດຕະການຈໍາກັດຜົນກະທົບຕໍ່ສິ່ງແວດລ້ອມ; 10. ແຜນການການຈັດການ ແລະ ການບໍລິຫານນ້ໍາ ເພື່ອການຜະລິດພະລັງງານໄຟຟ້າ ໃຫ້ໄດ້ຜີນປະ ໂຫຍດສູງສຸດ ຂອງບັນດາເຂື່ອນ ທີ່ຢູ່ໃນອ່າງໂຕ່ງດຽວກັນ; 11. ການໃຊ້ແທນຄ່າເສຍຫາຍຕໍ່ຊີວິດ, ສຸຂະພາບ, ຊັບສິນຂອງປະຊາຊົນ ແລະ ສິ່ງແວດລ້ອມ; 12. ລະບົບການເງິນ, ນະໂຍບາຍ ແລະ ສະຫວັດດີການສັງຄົມ; 15. ການຈົດ ແລະ ບັນທຶກຕົວເລກການຊົມໃຊ້ ໄຟຟ້າ.
ມາດຕາ 110 ຮູບການກວດກາ ການກວດກາວຽກງານໄຟຟ້າ ມີ ສາມ ຮູບການ ຕັ່ງນີ້: 1. ການກວດກາປົກກະຕິ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລວງຫ້າ; 3. ການກວດກາແບບກະທັນຫັນ. ການກວດກາປົກກະຕິ ແມ່ນ ການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາ ແລະ ມີກໍານົດ ເວລາອັນແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງຫ້າ ແມ່ນ ການກວດການອກແຜນການເມື່ອເຫັນວ່າມີຄວາມ ຈໍາເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງຫ້າ. ການກວດກາແບບກະທັນຫັນ ແມ່ນ ການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ ລ່ວງຫໍ້າ. ພາກທີ X ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ມາດຕາ 1114 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດຫນາຍສະບັບນີ້ ເປັນ ຕົ້ນ ການເຄື່ອນໄຫວວຽກງານໄຟຟ້າ, ການແກ້ໄຂຜົນກະທົບຕໍ່ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ. ມາດຕາ 112 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດຫນາຍສະບັບນີ້ ຈະຖຶກປະຕິບັດມາດຕະການ ສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ບັບໃຫນ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມ ແຕ່ກໍລະນີ ເບົາ ຫຼື ຫັກ. 59 ມາດຕາ 113 ມາດຕະການສຶກສາອົບຮົມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດຫນາຍສະບັບນີ້ ເປັນຕົ້ນ ຂໍ້ຫ້າມໃນສະຖານເບົາ ຫຼື ບໍ່ປະຕິບັດຕາມມາດຕະຖານເຕັກນິກໄຟຟ້າ ຊຶ່ງກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍ, ບໍ່ລາຍງານການດໍາເນີນທຸລະກິດ ໄຟຟ້າ, ລາຍງານບໍ່ທັນຕາມກໍານົດເວລາ ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ. ມາດຕາ 14 ມາດຕະການທາງວິໄນ ເຈົ້າຫ້າທີ່ ຫຼື ພະນັກງານໄຟຟ້າ ທີ່ໄດ້ລະເມີດກົດໆນາຍ ແລະ ຂໍ້ຫ້າມ ກ່ຽວກັບວຽກງານໄຟຟ້າທີ່ເປັນ ການກະທໍາບໍຮ້າຍແຮງ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ແລະ ກໍຄວາມເສຍຫາຍແຕ່ ຫຶງລ້ານ ກີບລົງມາ, ບໍ່ ຈິງໃຈລາຍງານ, ຫຼົບຫຼີືກຈາກກວາມຜິດຂອງຕົນ ຈະຖືກປະຕິບັດມາດຕະການທາງງວິໄນດັ້ດັ່ງນີ້: 1. ກ່າວເຕືອນຄວາມຜິດ ແລ້ວບັນທຶກລົງໃນຊີວະປະຫວັດ; 2. ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງບໍ່; 3. ຍົກຍ້າຍໄປຮັບຕໍາແບນ່ງໃຫ້ທີ່ຕໍາກວ່າເກົ່າ; 4. ຖືກໄລ່ອອກຈາກການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ຖືກລົງວິໄນ ຍັງຕ້ອງສິ່ງຊັບສິນທີ່ດົນໄດ້ມາ ໂດຍບໍ່ຖືກຕ້ອງຕາມກົດຫນາຍນັ້ນຄືນໃຫ້ແກ່ລັດ.
ມາດຕາ 115 ມາດຕະການປັບໃບນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດຫນາຍສະບັບນີ້ ແລະ ກໍ່ຄວາມເສຍຫາຍ ຊຶ່ງບໍ່ ເປັນການກະທໍາຜິດທາງອາຍາ ຈະຖືກປັບໃບນ ເນື່ອງມາຈາກການກະທໍາໃດຫົ່ງ &ດັ່ງນີ້: 1. ດໍາເນີນທຸລະກິດໄຟຟ້າ ໂດຍບໍ່ໄດ້ຮັບອະນຸຍາດ; . ກໍສ້າງ, ຕິດຕັ້ງອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ ໂດຍບໍ່ໄດ້ຮັບອະນຸຍາດ; . ຕໍ່ໄຟຟ້າເຂົ້າເຮືອນ ໂດຍບໍ່ໄດ້ຮັບອະນຸຍາດ; . ໃຫ້ຜູ້ອື່ນຕໍ່ໄຟຟ້າຈາກເຮືອນຂອງຕົນ ໂດຍບໍ່ໄດ້ຮັບອະນຸຍາດ; ຫລວ . ດັດແປງຫໍ້ນັບໄຟ; ບໍ່ປະຕິບັດຕາມມາດຕະຖານເຕັກນິກໄຟຟ້າ ແລະ ມາດຕະການຄວາມປອດໄບ; ບໍ່ປະຕິບັດມາດຕະການໃນການຈໍາກັດຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ; . ບໍ່ເສຍພາສີ, ອາກອນ ແລະ ບໍ່ປະຕິບັດພັນທະອືນ ຕາມກົດຫນາຍ; ອ. ບໍ່ໃຊ້ແທນດ່າເສຍຫາຍທີ່ຕົນໄດ້ກໍ່ຄວາມເສຍຫາຍແກ່ຊີວິດ, ສຸຂະພາບ, ຊັບສິນຂອງປະຊາຊົນ ແລະ ສິ່ງແວດລ້ອມ. ອັດຕາປັບໃຫນ ໄດ້ກໍານົດໄວ້ ໃນລະບຽບການຕ່າງຫາກ. ມາດຕາ 116 ມາດຕະການທາງແພ່ງ ບຸກຄົນ, ນິຕິບຸກຄົນ ຫຼືຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດຫນາຍສະບັບນີ້ ຊຶ່ງໄດ້ກໍ່ຄວາມເສຍຫາຍແກ່!ກຜູ້ ອືນກ່ຽວກັບວຽກງານໄຟຟ້າ ຕ້ອງໄດ້ໃຊ້ແທນຄ່າເສຍຫາຍທີ່ດົນໄດ້ກໍຂຶ້ນ. ມາດຕາ 117 ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດຫນາຍສະບັບນີ້ ຊຶງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດ ຕາມທີ່ໄດ້ ກໍານົດໄວ້ໃນກົດຫນາຍອາຍາ ແລ້ວແຕ່ກໍລະນີເບົາ ຫຼື ພັກ. 40 ພາກທີ X1 ບົດບັນຍັດສຸດທ້າຍ ມາດຕາ 118 ການຈັດຕັງປະຕິບັດ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໆນາຍສະ ບັບນີ. (513 ມາດຕາ 119 (ປັບປຸງ) ຜົນສັກສິດ ກົດຫນາຍສະບັບນີ້ ມີຜົນສັກສິດນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ ແລະ ພາຍຫຼັງໄດ້ລົງໃນຈົດຫນາຍເຫດທາງລັດຖະການ ສິບຫ້າ ວັນ. ກົດບພາຍສະບັບນີ້ ປ່ຽນແທນກົດບນາຍວ່າດ້ວຍໄຟຟ້າ ສະບັບເລກທີ 03/ສພຊ, ລົງວັນທີ 20 ທັນວາ 2011. ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບກົດຫນາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.
41