Law No.16 on the Promotion of Micro, Small and Medium-sized Enterprises (Amended)
Made 2022-07-01 · Text as of 2026-10-01
Public law and official guidance, published as research. Not legal, tax or financial advice.
About this law
- Language
- Lao
- Kind
- Act
- Organisation
- Mekong River Commission (MRC)
- Country
- Laos
- Subjects
- General
- Keywords
- small and medium enterprises, special fund, registration, financing, capacity building, innovation, internal trade, international trade, fiscal and market measures
- Categories
- *
Where to read it
No source link is recorded for this law.
Text
The law's own text, section by section, as held. Each section has its own link.
ສາທາລະນະລັດ ປະຊາທິປະໄຕ ປະຊາຂົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ປະທານປະເທດ ເລກທີ....105 - /ປປທ ນະຄອນທຼວງວຽງຈັນ, ວັນທີ....19.ສິງຫາ.2022... ລັດຖະດາໍລັດ ຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກຽວກັບການປະກາດໃຊ່ກົດຫນພາຍວາດ້ວຍການສົ່ງ ເສີມຈຸນລະວິສາທະກິດ, ວິສາທະກິດຂະບນາດນ້ອຍ ແລະ ກາງ (ສະບັບປັບປຸງ) - ອີງຕາມ ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງປີ 2015) wooll VI ມາດຕາ 67 ຂໍ 1 - ອີງຕາມ ມະຕິຂອງກອງປະຊຸມສະພາແຫງຊາດ ສະບັບເລກທີ 48/ສພຊ, ລົງວັນທີ 07 ກໍລະກົດ 2022 ກຽວກັບການຮັບຮອງເອົາກົດບນາຍວາດ້ວຍການສົ່ງເສີມຈຸນລະວິສາທະກິດ, ວິສາຫະກິດຂະບນາດນ້່ອຍ ແລະ ກາງ (ສະບັບປັບປຸງ); - ອີງຕາມ ບັງສືສະເນີຂອງຄະນະປະຈາສະພາແຫງຊາດ ສະບັບເລກທີ 09/ຄປຈ, ລົງວັນທີ 05 ສິງຫາ 2022. ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ: ມາດຕາ 1 ປະກາດໃຊ້ຖົດຫນາຍວາດ້ວຍການສົ່ງເຄີມຈຸນລະວິສາທະກິດ, ວິສາທະກິດຂະບນາດນ້ອຍ ແລະ ກາງ (ສະບັບປັບປຸງ). ຂຊ. o ມາດຕາ 2 ລັດຖະດາລັດສະບັບນີ້ ມີ ນສັກສິດ ນັບແຕວັນລົງລາຍເຊັນ ເປັນຕົ້ນໄປ. ປະທານປະເທດ ແທ່ງ ສປປ ລາວ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ສະພາແຫ່ງຊາດ ເລກທີ ຜ | ສພຊ ນະຄອນຫຼວງວຽງຈັນ, ວັນທີ ປ / / [7 / 27 ມະຕິ ຂອງກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຮັບຮອງເອົາກົດຫນາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ (ສະບັບປັບປຸງ)
- ອີງຕາມລັດຖະທໍາມະນູນ ແຫງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ມາດຕາ 53 ຂໍ້ 1 ແລະ ກົດບນາຍວາດ້ວຍການປັບປຸງບາງມາດຕາຂອງກົດບນາຍວາດ້ວຍສະພາແຫງຊາດ ແລະ ກົດບນາຍວາ ດ້ວຍສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ ປີ 2020) ມາດຕາ 11 ຂໍ 1. ພາຍຫຼັງທີກອງປະຊຸມສະໄຫນສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ !% ໄດ້ຄົ້ນຄວ້າພິຈາລະນາຢ່າງກວ່າງ ຂວາງ ແລະ ເລິກເຊິງ ກຽວກັບເນື້ອໃນຂອງກົດໆນາຍວາດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ (ສະບັບປັບປຸງ) ໃນວາລະຂອງກອງປະຊຸມ ຄັງວັນທີ 29 ມິຖຸນາ 2022 ແລະ ຖືກພິຈາລະນາຮັບຮອງເອົາໃນວາລະ ຕອນເຊົ່າຂອງ ວັນທີ 7 ກໍລະກົດ 2022. ກອງປະຊຸມສະພາແຫ່ງຊາດ ຕົກລົງ: ມາດຕາ 1 ຮັບຮອງເອົາກົດຫນາຍວາດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກົດຂະຫນາດນ້ອຍ ແລະ ກາງ (ສະບັບ ປັບປຸງ) ດ້ວຍຄະແນນສຽງຫຼາຍກວາເຄິງບນຶງ ຂອງຈໍານວນສະມາຂິກສະພາແຫງຊາດ ທີ່ເຂົ້າຮວມກອງປະຊມ. < ະ. & ກູ o o ະ "ະ, ສລ - o A ມາດຕາ 2 ມະຕິສະບັບນີ້ ມີຜົນສັກສິດນັບແຕວັນລົງລາຍເຊັນ ເປັນຕົນໄປ. ສະພາແຫ່ງຊາດ ,ພແສະທອນຫະ ' \”\/3 ະຫວ ະະຮະພາະບາ ປອ ໄຊສົມພອນ ພົມວິທານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ສະພາແຫ່ງຊາດ ເລກທີ 16 /ສພຊ ນະຄອນຫຼວງວຽງຈັນ, ວັນທີ 7 ກໍລະກົດ 2022 ກົດຫນາຍວ່າດ້ວຍ ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ (ສະບັບປັບປຸງ) ມາດຕາ1 (ປັບປຸງ) ຈຸດປະສົງ ກົດຫນາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເດືອນ ໄຫວ, ການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດ ຂະຫນາດນ້ອຍ ແລະ ກາງ ເພື່ອພັດທະນາ ແລະ ສ້າງຄວາມສາມາດໃນການແຂ່ງຂັນຂອງຈຸນລະວິສາຫະກິດ, ວິສາຫະກິດຂະຫນາດ ນ້ອຍ ແລະ ກາງ, ຊຸກຍູ້ການຜະລິດສິນຄ້າ, ການຄ້າ ແລະ ການບໍລິການ ແນໃສ່ສ້າງວຽກເຮັດງານທໍາ, ສ້າງລາຍຮັບ, ປົກປ້ອງພູມປັນຍາທ້ອງຖິ່ນ, ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ໃຫ້ມີການພັດທະນາຢ່າງທົ່ວເຖີງ ແລະ ຍືນຍົງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃຫ້ເຕີບໃຫຍ່ເຂັ້ມແຂງ.
ມາດຕາ 2 (ປັບປຸງ) ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ແມ່ນ ຫົວຫນ່ວຍທຸລະກິດ ທີ່ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວຢ່າງຖືກຕ້ອງ ຕາມກົດປນາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍກໍານົດຂະຫພາດ ຕາມຈໍານວນ ແຮງງານສະເລ່ຍໃນປີ, ມູນຄ່າຊັບສິນ ທັງທົດ ແລະ ລວມຍອດລາຍຮັບທຸລະກິດ ປະຈໍາປີ ຂອງແຕ່ລະຂະແຫງງວິສາ ຫະກິດ ຊຶ່ງລັດຖະບານ ເປັນຜູ້ກໍານົດ ໃນແຕ່ລະໄລຍະ. ຈຸນລະວິສາຫະກິດ, ວິສາຫະກິດຂະຫງາດນ້ອຍ ແລະ ກາງ ຂຽນຫຍໍ້ວ່າ “ຈນກ". ມາດຕາ 8 ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ການສົ່ງເສີມ ຈນກ ແມ່ນ ການວາງນະໂຍບາຍ ແລະ ການກໍານົດມາດຕະການ ເພື່ອສ້າງສະພາບແວດ ລ້ອມ ແລະ ເງືອນໄຂດ້ານຕ່າງໆ ທີ່ອໍານວຍຄວາມສະດວກ ໃຫ້ແກ່ຜູ້ປະກອບກິດຈະການ ໃນການສ້າງຕັ້ງ, ດໍາເນີນ ແລະ ພັດທະນາ ຈນກ. ມາດຕາ 4 (ປັບປຸງ) ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ ໃນກົດຫນາຍສະບັບນີ້ ມີຄວາມຫນາຍ ດັ່ງນີ້: 1. ຜູ້ປະກອບກິດຈະການ ຫນາຍເຖິງ ເຈົ້າຂອງ ຫຼື ຫຼື ຜູ້ບໍລິຫານວິສາຫະກິດທີ່ເຮັດທຸລະກິດໃດຫຶງ ເພື ເພື່ອສ້າງ ລາຍໄດ້ ທີ່ເກີດຈາກຫົວຄິດປະດິດສ້າງ, ພູມປັນຍາ ແລະ ມີຄວາມຮັບຜິດຊອບຕໍ່ຄວາມສ່ຽງທັງ ກໍາໄລ-ຂາດທຶນ ດ້ວຍຕົນເອງ; 2. ສຸນກໍ່ສ້າງຜູ້ປະກອບກິດຈະການ (Business Incubation Centre) ບນາຍເຖິງ ການຈັດຕັ້ງຫນົງທີ່ ໃຫ້ການຊ່ວຍເຫຼືອທຸລະກິດແເບບບສະຕາດອັບ ແລະ ຜູ້ປະກອບກິດຈະການ ໃນການພັດທະນາທຸລະກິດ ດ້ວຍການ ບໍລິການວິຊາການພັດທະນາທຸລະກິດແບບຄົບວົງຈອນ ເລີ່ມຈາກການຝຶກອົບຮົມ ດ້ານບໍລິຫານທຸລະກິດ, ການໃຫ້ ຄໍາປຶກສາ, ການສະຫນອງສະຖານທີ່ປະກອບກິດຈະການ ແລະ ເຂົ້າຫາແຫຼ່ງທຶນ; 3. ທຸລະກິດແຟຣນຊາຍ (Franchise) ບນາຍເຖິງ ທຸລະກິດທີ່ໄດ້ຮັບສິດ ແລະ ດໍາເນີນຕາມເງື່ອນໄຂ ຂອງເຈົ້າຂອງຍີຫໍ້ ຫຼື ຊື່ການຄ້າໃດທນຶ່ງ ທີ່ໄດ້ຈົດທະບຽນຊັບສິນທາງປັນຍາຖືກຕ້ອງຕາມກົດຫນາຍ ຢູ່ ສປປ ລາວ ຫຼື ຕ່າງປະເທດ ໃນ ການຜະລິດ, ການຈໍາຫ່າຍສິນຄ້າ ແລະ ການບໍລິການ; 4. ຕ່ອງໂສ້ມູນຄ່າເພີ່ມ ຫນາຍເຖິງ ບັນດາຂອດການເດືອນໄຫວທຸລະກິດທີ່ພົວພັນກັນ ຊຶ່ງເລີ່ມຈາກ ຂອດວັດຖຸດິບ ເພື່ອສະຫນອງໃຫ້ແກ່ ການຜະລິດ, ການແປຮູບ, ການປຸງແຕ່ງ, ການຄ້າ, ການຕະຫຼາດ ຈົນເຖິງ ການຊົມໃຊ້ສໍາລັບສິນຄ້າໃດນົ່ງ; 5. ຜະລິດຕະພາບ ພພາຍເຖິງ ປະສິດທິພາບ ແລະ ປະສິດທິຜົນ ຂອງການເຄືອນໄຫວວຽກງານ, ການ ຜະລິດທຸລະກິດ ໂດຍເປັນການປຽບທຽບ ລະຫວ່າງຜົນໄດ້ຮັບ ແລະ ປັດໄຈນໍາເຂົ້າ ເຊັ່ນ ແຮງງານ, ທຶນ, ວັດຖຸດິບ ແລະ ເວລາ; 6. ການບໍລິການວິຊາການເພື່ອພັດທະນາທຸລະກິດ (Business Development Services-BDS) ຫຼາຍເຖິງ ການສະຫຼອງບໍລິການດ້ານວິຊາການຂອງການຈັດຕັ້ງ ແລະ ບຸກຄົນ ເພື່ອປັບປຸງ ຈນກ ດ້ວຍຮູບ ແບບຕ່າງໆ ເຊັ່ນ ການຝຶກອົບຮົມ, ການຖ່າຍທອດເຕັກໂນໂລຊີ, ການວາງແຜນທຸລະກິດ, ການຕະຫຼາດ, ການ ໃຫ້ການປຶກສາ, ການແນະນໍາ, ການວິເຄາະ, ວິໄຈ, ການສະຫນອງ ຂໍ້ມູນ ຂ່າວສານ ແລະ ອື່ນໆ: 7. ການຮ່ວມກຸ່ມທຸລະກິດ (Business Cluster) ບນາຍເຖິງ ການຮ່ວມມືຂອງບັນດາຫົວຫ່ວບທຸລະ ກິດໃນຂະແຫງງດຽວກັນ ຫຼື ກ່ຽວພັນກັນ ແລະ ມີທີ່ຕັ້ງໃນບໍລິເວນດຽວກັນ ໂດຍຫູນໃຊ້ທ່າແຮງຂອງແຕ່ລະຫົວ ຫ່ວຍທຸລະກິດເຂົ້າໃນການຮ່ວມມືກັນ ເພື່ອເຮັດໃຫ້ຫຼຸດຕົ້ນທຶນ ແລະ ສ້າງຄວາມສາມາດໃນການແຂ່ງຂັນ; 8. ທຸລະກິດແບບສະຕາດອັບ (Startup) ບນາຍເຖິງ ທຸລະກິດ ຫຼື ໂຄງການທຸລະກິດຮູບແບບໃຫ່ ດ້ວຍການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາດ້ານຕ່າງໆ ຊຶ່ງມີຮູບແບບທຸລະກິດທີ່ຮອງຮັບການຂະຫຍາຍ ຕົວໃນຈັງຫວະທີ່ໄວໄດ້; ອ. ນະວັດຕະກໍາ ປນາຍເຖິງ ການປະດິດສ້າງ, ການພັດທະນາ ແລະ ການນໍາສະເບຫີຜະລິດຕະພັນ, ຂະບວນການ ຫຼື ການບໍລິການແນວໃຫ່ ທີ່ມີປະສິດທິພາບ, ປະສິດທິຜົນ ແລະ ຄວາມສາມາດໃນການແຂ່ງຂັນ; 10. ສະຖານທີ່ເຮັດວຽກຮ່ວມ (Coworking Space) ບນາຍເຖິງ ສະຖານທີ່ເຮັດວຽກ ທີ່ສາມາດ ໃຊ້ຮ່ວມກັນ ຊຶ່ງເປີດໃຫ້ບໍລິການທົ່ວໄປ ໂດຍມີອຸປະກອນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ; 11. ລະບົບນິເວດທາງທຸລະກິດ (Business Ecosystem) ຫນາຍເຖິງ ບັນດາເຄືອຂ່າຍຫນ່ວຍງານ ແລະ ອົງການທີ່ກ່ຽວຂ້ອງກັບທຸລະກິດ ທີ່ແຂ່ງຂັນ ແລະ ຮ່ວມມືກັນ ໃນການຜະລິດ ແລະ ສົ່ງມອບສິນຄ້າ ແລະ ບໍລິການ; 12. ຜູ້ລົງທຶນອິດສະລະ (Angel Fund) ບນາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສະຫນອງ ທຶນ ໂດຍກົງໃຫ້ແກ່ທຸລະກິດແບບສະຕາດອັບໃນໄລຍະເລີ່ມຕົ້ນ;
13. ກອງທຶນຮ່ວມລົງທຶນ (Venture Capital) ບນາຍເຖິງ ກອງທຶນທີ່ໄດ້ຮັບການສ້າງຕັ້ງ ແລະ ລະດົມທຶນຈາກບຸກຄົນ ຫຼື ນິຕິບຸກຄົນ ເພື່ອລົງທຶນໃສ່ທຸລະກິດແບບສະຕາດອັບ § ທຸລະກິດຂະຫນາດນ້ອຍ ທີ ມີທ່າແຮງພັດທະນາໃນໄລຍະຍາວ; 14. ການລະດົມທຶນຈາກບຸກຄົນທົ່ວໄປ (Crowd Funding) ຫນາຍເຖິງ ການລະດົມທຶນຈາກບຸກຄົນທົ່ວ ໄປ ຢ່າງກວ້າງຂວາງ ເພື່ອເຮັດທຸລະກິດ; 15. ພລັດຟອມ (Platform) ບພາຍເຖິງ ແບບຈໍາລອງທຸລະກິດ ທີ່ຊ່ວຍໃນການແລກປ່ຽນສິນຄ້າ ແລະ ບໍລິການ ລະຫວ່າງ ຜູ້ຜະລິດ ແລະ ຜູ້ບໍລິໂພກ. ມາດຕາ 5 (ປັບປຸງ ນະໂຍບາຍຂອງລັດ ກ່ຽວກັບວຽກງານສິ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫາາດນ້ອຍ ແລະ ກາງ ລັດ ຊຸກຍຸ້ວຽກງານສົ່ງເສີມ ຈນກ ດ້ວຍການວາງນະໂຍບາຍ, ສ້າງກົນໄກ ແລະ ເງື່ອນໄຂອໍານວຍຄວາມ ສະດວກອື່ນ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອພັດທະນາ ຈນກ ໃຫ້ຫຼາກຫຼາຍ, ເຂັ້ມແຂງ, ທັນສະໄບນ, ທົ່ວເຖິງ ຕາມທິດສີຂຽວ ແລະ ຍືນຍົງ. ລັດ ເອົາໃຈໃສ່ກໍ່ສ້າງໂຄງລ່າງພື້ນຖານ, ພັດທະນາບຸກດຄະລາກອນ, ສະຫນອງ ງົບປະມານ, ພາຫະນະ ແລະ ວັດຖຸປະກອນທີ່ຈໍາເປັນ ໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ຈນກ ຢ່າງ ມີປະສິດທິພາບ ແລະ ປະສິດທິຜົນ. ລັດ ຊຸກຍູ້ ສິ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາກລັດ ແລະ ພາກທຸລະກິດ ປະກອບສ່ວນ ໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ຈນກ ເພື່ອໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ. ມາດຕາ 6 ຫຼັກການກ່ຽວກັບວຽກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ວຽກງານສົ່ງເສີມ ຈນກ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້: 1. ສອດຄ່ອງກັບ ນະໂຍບາຍ, ກົດຫນາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມເເຫ່ງຊາດ, ເຂດແຄວ້ນ, ຂະແບນງການ ແລະ ສອດຄ່ອງກັບເງື່ອນໄຂຂອງຂະແຫນງ ຈນກ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 9 ຂອງກົດຫນາຍສະບັບນີ້; 2. ຮັບປະກັນໃຫ້ ຈນກ ໄດ້ຮັບການສ້າງຕັ້ງ, ດໍາເນີນ ແລະ ພັດທະນາ ດ້ວຍຄວາມສະດວກ, ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ກວດສອບໄດ້; 8. ຮັບປະກັນການສ້າງວຽກເຮັດງານທໍາ, ຍົກລະດັບສີມືແຮງງານ ແລະ ຍົກສູງຄຸນນະພາບຊີວິດຂອງ ປະຊາຊົນ; 4. ຮັບຮູ້, ຮັບປະກັນ ການປົກປ້ອງກໍາມະສິດ ແລະ ສິດຜົນປະໂຫຍດ ທີ່ຖືກຕ້ອງຕາມກົດຫນາຍຂອງ ຈນກ; 5. ປົກປັກຮັກສາ ແລະ ຟື້ນຟູຊັບພະຍາກອນທໍາມະຊາດ, ສິ່ງແວດລ້ອມ ແລະ ຮັບປະກັນຄວາມ ປອດໄພຂອງສັງຄົມ.
ມາດຕາ 7 ຂອບເຂດການນໍາໃຊ້ກົດຫນາຍ = ະ. ຂ້ - 5... w < ະ ຮັ ຮູ້ 2o o e, ກົດຫນາຍສະບັບນີ້ ນໍາໃຊ້ສໍາລັບທຸກຂະແບນງ ຈນກ ທີ່ສ້າງຕັ້ງຂຶ້ນ ແລະ ດໍາເນີນກິດຈະການ ຢ່າງຖືກ ຕ້ອງຕາມກົດຫນາຍຂອງ ສປປ ລາວ. ມາດຕາ 8 ການຮ່ວມມືສາກົນ ລັດ ສິ່ງເສີມການພົວພັນຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານສິ່ງເສີມ ຈນກ ດ້ວຍການ ແລກປ່ຽນບົດຮຽນ ແລະ ຂໍ້ມູນ ຂ່າວສານ, ການຍົກລະດັບຄວາມຮູ້ ແລະ ຄວາມສາມາດ ຂອງບຸກຄະລາກອນ, ການຖ່າຍທອດເຕັກໂນໂລຊີ , ການຊ່ວຍເຫຼືອ ແລະ ອື່ນໆ ບົນພື້ນຖານຄວາມເປັນເອກະ ລາດ, ສະເຫຼີືພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ປະຕິບັດຕາມສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ. ພາກທີ |[ ຂະແຫນງງຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ມາດຕາ 9 ຂະແຫງຈຸນລະວິສາຫະກິດ, ວິສາຫະກິດຂະບນາດນ້ອຍ ແລະ ກາງ & ຈຸນລະວິສາຫະກິດ, ວິສາຫະກິດຂະບນາດນ້ອຍ ແລະ ກາງ ແບ່ງອອກເປັນ ສາມຂະແຫງງ ດັ່ງນີ້: 1. ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ທີ່ດໍາເນີນການຜະລິດສິນຄ້າ: 2. ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ທີ່ດໍາເນີນການຄ້າ; 3. ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ທີ່ດໍາເນີນການບໍລິການ. ມາດຕາ 10 ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ທີ່ດໍາເນີນການຜະລິດສິນຄ້າ ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ທີ່ດໍາເນີນການຜະລິດສິນຄ້າ ແມ່ນ ຂະແຫນງ ວິສາຫະກິດ ທີ່ເດືອນໄຫວທຸລະກິດ ໃນຂົງເຂດອຸດສາຫະກໍາປຸງແຕ່ງ, ຫັດຖະກໍາ ແລະ ການຜະລິດກະສິກໍາ ເພື່ອເປັນສິນຄ້າ. ມາດຕາ 11 ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ທີ່ດໍາເນີນການຄ້າ ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ທີ່ດໍາເນີນການຄ້າ ແມ່ນ ຂະແຫນງວິສາ ຫະກິດທີ່ເດືອນໄຫວທຸລະກິດ ໃນຂົງເຂດການຄ້າ ຂາຍຍົກ, ຂາຍຍ່ອຍ.
ມາດຕາ 12 ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ທີ່ດໍາເນີນການບໍລິການ ຈຸນລະວິສາຫະກິດ, ວິສາຫະກິດຂະຫາດນ້ອຍ ແລະ ກາງ ທີ່ດໍາເນີນການບໍລິການ ແມ່ນ ຂະແຫນງ ວິສາທະກິດທີເຄື່ອນໄຫວທຸລະກິດ ໃນຂົງເຂດການບໍລິການ ດ້ານການທ່ອງທ່ຽວ, ຄົມມະນາຄົມ-ຂົນສົ່ງ, ການ o, - .o & ເງິນ, ການສຶກສາ, ສາທາລະນະສຸກ ແລະ ການບໍລິການອືນ. ພາກທີ ||| ນະໂຍບາຍສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ມາດຕາ 18 (ປັບປຸງ) ນະໂຍບາຍສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ການສົ່ງເສີມ ຈນກ ປະກອບດ້ວຍ ນະໂຍບາຍ ດັ່ງນີ້: 1. ການສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດ; 2. ການເຂົ້າເຖິງແຫຼ່ງທຶນ; ຜ . ການໃຫ້ນະໂຍບາຍດ້ານ ພາສີ, ອາກອນ ແລະ ບັນຊີ; ຂ . ການສ້າງ ແລະ ພັດທະນາຜູ້ປະກອບກິດຈະການ; ຫ . ການບໍລິການວິຊາການ ເພື່ອພັດທະນາທຸລະກິດ; ຫ . ການຮ່ວມມື ລະຫວ່າງ ຈນກ ກັບວິສາຫະກິດຂະບຫນາດໃຫຍ່; N . ການເພີ່ມຜະລິດຕະພາບ ແລະ ຄຸນນະພາບ; ຜ . ການເຂົ້າເຖິງ ແລະ ຂະຫຍາຍຕະຫຼາດ; ດ . ການຮ່ວມກຸ່ມທຸລະກິດ; 10. ການພັດທະນາສະຖານທີ່ປະກອບກິດຈະການ; 11. ການນໍາໃຊ້ເຕັກໂນໂລຊີທີ່ກ້າວຫ້າ ແລະ ເປັນມິດຕໍ່ສິ່ງແວດລ້ອມ; 12. ການນໍາໃຊ້ ແລະ ການປົກປ້ອງສິດທາງດ້ານຊັບສິນທາງປັນຍາ; 13. ການສະຫນອງ ແລະ ເຂົ້າເຖິງ ຂໍ້ມູນ ຂ່າວສານ; 14. ການສົ່ງເສີມປັດໄຈດ້ານການຜະລິດ; 15. ການສົ່ງເສີມການປະດິດ ແລະ ນໍາໃຊ້ນະວັດຕະກໍາ; 16. ການສົ່ງເສີມທຸລະກິດແບບສະຕາດຮັບ; 17. ການເຂົ້າເຖິງການຈັດຊື້-ຈັດຈ້າງ; 18. ນະໂຍບາຍອື່ນ ທີ່ລັດຖະບານກໍານົດໃນແຕ່ລະໄລຍະ. ມາດຕາ 14 (ປັບປຸງ) ການສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດ ລັດ ສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດ ຂອງ ຈນກ ດັ່ງນີ້: 1. ສ້າງ ແລະ ປັບປຸງນິຕິກໍາ ໃຫ້ລະອຽດ, ຄົບຖ້ວນ, ສົມບູນ ແລະ ຮັດກຸມ ພ້ອມທັງກໍານົດວິທີການ ຄຸ້ມຄອງ ແລະ ບໍລິການຂອງລັດ ເພື່ອອໍານວຍຄວາມສະດວກໃຫ້ການສ້າງຕັ້ງ, ດໍາເນີນ ແລະ ພັດທະນາທຸລະກິດ ເຮັດໃຫ້ຫຼຸດຜ່ອນຕົ້ນທຶນ, ເວລາໃນການສ້າງຕັ້ງ ແລະ ດໍາເນີນທຸລະກິດ; 2. ຕິດຕາມ, ເກັບກໍາຂໍ້ມູນ ແລະ ປະເມີນຜົນນິຕິກໍາ ທັງກ່ອນ ແລະ ຫຼັງການຈັດຕັ້ງປະຕິບັດ ເພື່ອຮັບ ປະກັນປະສິດທິພາບ ແລະ ປະສິດທິຜົນຂອງການຈັດຕັ້ງປະຕິບັດນິຕິກໍາ ທີ່ປະກາດໃຊ້ ໃນແຕ່ລະໄລຍະ; 3. ສ້າງເງື່ອນໄຂ ແລະ ກົນໄກປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ເພື່ອແກ້ໄຂບັນຫາ ທີ່ເປັນການກົດຫນວງການພັດທະນາຂອງທຸລະກິດ; 4. ສ້າງ ແລະ ພັດທະນາບຸກຄະລະກອນ ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນ ໃນການບໍລິ ການສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດ.
ມາດຕາ 15 (ປັບປຸງ) ການເຂົ້າເຖິງແຫຼ່ງທຶນ ລັດ ສົ່ງເສີມໃຫ້ ຈນກ ໃນການເຂົ້າເຖິງແຫຼ່ງທຶນ ດັ່ງນີ້: 1. ປັບປຸງໂຄງລ່າງ ແລະ ສະພາບແວດລ້ອມດ້ານສິນເຊື່ອ, ສ້າງຄວາມເຂັ້ມແຂງຂອງທະນາຄານທຸ ລະກິດ ແລະ ສະຖາບັນການເງິນອື່ນ ໃຫ້ສາມາດສະຫນອງສິນເຊື້ອແກ່ ຈນກ ທີ່ແທດເຫນາະຕາມສະພາບຕົວຈິງ ຢ່າງມີ ປະສິດທິພາບ ແລະ ປະສິດທິຜົນ; 2. ສ້າງດວາມເຂັ້ມແຂງໃຫ້ ຈນກ ຮູ້ຫຼັກການ ແລະ ວິທີການ ເຂົ້າເຖິງແຫຼ່ງທຶນ ພ້ອມທັງຮູ້ກ່ຽວກັບ ຫຼັກການຂອງການບໍລິຫານດ້ານ ການເງິນ, ການບັນຊີ; 3. ສະຫອງທຶນໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນອືນ ເພື່ອສະຫພອງສິນເຊື່ອໃຫ້ ຈນກ ໃນອັດຕາດອກເບ້ຍ, ໄລຍະເວລາ ແລະ ເງື່ອນໄຂທີ່ເພາະສົມ ໂດຍໃຫ້ບຸລິມະສິດແກ່ ຈນກ ທີ່ ຢູ່ເຂດ ຊົນນະບົດ ແລະ ຫ່າງໄກສອກຫຼີກ; 4. ຄົ້ນຄວ້າສ້າງຕັ້ງສະຖາບັນການເງິນສະເພາະ ເພື່ອສະຫນອງສິນເຊື່ອ ໃຫ້ ຈນກ. ທະນາຄານແຫ່ງ ສປປ ລາວ ຄົ້ນຄວ້າ ແລະ ກໍານົດມາດຕະການຕ່າງໆ ເພື່ອຊຸກຍູ້, ສົ່ງເສີມ ແລະ ສ້າງ ເງື່ອນໄຂໃຫ້ທະນາດານທຸລະກິດ ແລະ ສະຖາບັນການເງິນອື່ນ ອອກຜະລິດຕະພັນດ້ານການເງິນຫຼາຍປະເພດ ໃນການສະຫນອງສິນເຊື່ອ ເຊັ່ນ ການຄໍາປະກັນສິນເຊື່ອ, ການເຊົ່າສິນເຊື່ອ, ການຮ່ວມລົງທຶນ ແລະ ອື່ນໆ ເພື່ອຮັບປະກັນໃຫ້ ຈນກ ສາມາດເຂົ້າເຖິງແຫຼ່ງທຶນໄດ້ ສະດວກ, ກວ້າງຂວາງ ແລະ ທົ່ວເຖິງ. ກະຊວງການເງິນ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການຄົ້ນຄວ້າກໍານົດຫຼັກການ, ະບຽບການ ແລະ ວິທີການລະອຽດ ກ່ຽວກັບການສິ່ງເສີມການເຂົ້າເຖິງແຫຼ່ງທຶນ ສໍາລັບ ຈນກ ໃຫ້ມີຄວາມ ເປັນເອກະພາບ, ສະດວກ, ວ່ອງໄວ ແລະ ຮັບປະກັນປະສິດທິພາບ. ມາດຕາ 16 (ປັບປຸງ) ການໃຫ້ນະໂຍບາຍດ້ານ ພາສີ, ອາກອນ ແລະ ບັນຊີ ລັດ ໃຫ້ນະໂຍບາຍສົ່ງເສີມ ຈນກ ດ້ານ ພາສີ, ອາກອນ ແລະ ບັນຊີ ດັ່ງນີ້: 1. ໃຫ້ນະໂຍບາຍສົ່ງເສີມດ້ານ ພາສີ ແລະ ອາກອນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍທີ່ກ່ຽວຂ້ອງ; 2. ໃຫ້ນະໂຍບາຍສົ່ງເສີມພິເສດດ້ານພາສີ ແລະ ອາກອນ ຕາມການຕົກລົງຂອງຄະນະປະຈໍາສະພາແຫ່ງ ຊາດ ບົນພື້ນຖານການສະເຫຼີຂອງລັດຖະບານ ສໍາລັບ ຈນກ ທີ່ສ້າງຕັ້ງຂຶ້ນໃຫນ, ທຸລະກິດແບບສະຕາດອັບ, ທຸລະກິດທີ່ຮັບໃຊ້ນະໂຍບາຍສະເພາະດ້ານໃດຫຶງຂອງລັດຖະບານ, ທຸລະກິດທີ່ໄດ້ຮັບຜົນກະທົບຈາກໄພພິ ບັດ ຫຼື ວິກິດການ ແລະ ອື່ນໆ; 8. ຊຸກຍູ້, ສົ່ງເສີມ ການພັດທະນາລະບົບບັນຊີ ແລະ ສ້າງກົນໄກ ນໍາໃຊ້ລະບົບບັນຊີທີ່ສະດວກ, ງ່າຍດາຍ ແລະ ເຫນາະສົມ ກັບ ຈນກ ແຕ່ລະຂະຫນາດ ເພື່ອເປັນພື້ນຖານດິດໄລ່ອາກອນ.
ມາດຕາ 17 (ປັບປຸງ) ການສ້າງ ແລະ ພັດທະນາ ຜູ້ປະກອບກິດຈະການ ລັດ ສົ່ງເສີມການສ້າງ ແລະ ພັດທະນາ ຜູ້ປະກອບກິດຈະການ ດັ່ງນີ້: 1. ສົ່ງເສີມພາກສ່ວນຕ່າງໆ ສ້າງສູນຝຶກ ແລະ ຝຶກອົບຮົມ ເພື່ອສ້າງ ແລະ ພັດທະນາ ຜູ້ປະກອບກິດ ຈະການ ໂດຍສະເພາະຜູ້ປະກອບກິດຈະການ ເພດຍິງ, ໄວຫຸ່ມ ແລະ ຄົນພິການ ໃຫ້ຮູ້ກ່ຽວກັບການເລີ່ມຕົ້ນ ແລະ ດໍາເນີນທຸລະກິດໃນຮູບແບບຕ່າງໆ; 2. ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ເກີດມີທຸລະກິດແບບສະຕາດອັບ, ທຸລະກິດແຟຣນຊາຍ, ທຸລະ ກິດ ເພືອສັງຄົມ ແລະ ຮູບແບບອື່ນ ທີ່ກະຕຸ້ນໃຫ້ເກີດມີຜູ້ປະກອບກິດຈະການໃຫ່; 3. ໃຫ້ການຊ່ວຍເຫຼືອ ຜູ້ປະກອບກິດຈະການໃນການພັດທະນາຕົນເອງ ດ້ວຍການຈັດຝຶກອົບຮົມ, ສະຫນອງທຶນສົມທົບ ຫຼື ສ້າງເງື່ອນໄຂ ໃຫ້ໄດ້ເຂົ້າຮ່ວມການຍົກລະດັບຄວາມຮູ້ ທັງຢູ່ພາຍໃນ ແລະ ຕ່າງປະເທດ; 4. ສ້າງ ແລະ ບັນຈຸການຮຽນຮູ້ ກ່ຽວກັບການປະກອບກິດຈະການ ເຂົ້າໃນຫຼັກສູດໃນລະບົບການສຶກສາ; 5. ສົ່ງເສີມການຈັດກິດຈະກໍາ ກ່ຽວກັບການສ້າງຜູ້ປະກອບກິດຈະການ ເຊັ່ນ ການແຂ່ງຂັນແຜນທຸລະ ກິດ, ຈໍາລອງການປະກອບກິດຈະການ ແລະ ການຍ້ອງຍໍຜູ້ປະກອບກິດຈະການດີເດັ່ນ. ມາດຕາ 18 (ປັບປຸງ) ການບໍລິການວິຊາການ ເພື່ອພັດທະນາທຸລະກິດ ລັດ ສົ່ງເສີມການບໍລິການວິຊາການ ເພື່ອພັດທະນາທຸລະກິດ ດັ່ງນີ້: 1. ຊຸກຍູ້, ສົ່ງເສີມ, ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ພາກສ່ວນຕ່າງໆ ສ້າງຕັ້ງຫ່ວຍງານ ຫຼື ວິສາຫະກິດ ໃຫ້ບໍລິການວິຊາການ ເພື່ອພັດທະນາທຸລະກິດ; 2. ສິ່ງເສີມການສ້າງຊ່ຽວຊານດ້ານຕ່າງໆ ແລະ ການສ້າງເຄືອຂ່າຍຜູ້ສະຫນອງບໍລິການວິຊາການ ເພື່ອໃຫ້ບໍລິການແກ່ ຈນກ ຢ່າງກວ້າງຂວາງ ແລະ ແທດເບນາະກັບຄວາມຕ້ອງການ ເປັນຕົ້ນ ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ; 3. ໃຫ້ການສະຫັບສະບຼນທາງດ້ານທຶນ ໃນຮູບແບບຕ່າງໆ ໃຫ້ ຈນກ ເພືອເຂົ້າເຖິງການບໍລິການວິ ຊາການ ເພື່ອພັດທະນາທຸລະກິດ.
ມາດຕາ 19 (ປັບປຸງ) ການຮ່ວມມື ລະຫວ່າງ ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ກັບວິສາຫະກິດຂະຫນາດໃຫຍ່ ລັດ ສົ່ງເສີມການຮ່ວມມືລະຫວ່າງ ຈນກ ກັບວິສາຫະກິດຂະບນາດໃຫຍ່ ດັ່ງນີ້: 1. ສ້າງນະໂຍບາຍ ແລະ ກົນໄກ ທີ່ເອື້ອອໍານວຍ ເພື່ອໃຫ້ມີການຮ່ວມມືກັນ ລະຫວ່າງ ຈນກ ກັບວິ ສາຫະກິດຂະຫນາດໃຫຍ່; 2. ຊຸກຍູ້ວິສາຫະກິດຂະຫນາດໃຫຍ່ ໃຫ້ໂອກາດ ແລະ ບຸລິມະສິດແກ່ ຈນກ ເປັນຜູ້ສະຫນອງວັດຖຸດິບ, ວັດຖຸເຄິ່ງສໍາເລັດຮູບ, ສິນຄ້າ ແລະ ການບໍລິການ ລວມທັງການຮັບເພົາຕໍ່ຊ່ວງ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ ຈນກ ໂດຍການຖ່າຍທອດເຕັກໂນໂລຊີ ແລະ ຄວາມຮູ້ຄວາມສາມາດທາງດ້ານການບໍລິຫານ; 8. ສ້າງເງື່ອນໄຂໃຫ້ ຈນກ ແລະ ວິສາຫະກິດຂະຫາາດໃຫຍ່ ໄດ້ພົບປະ ແລະ ແລກປ່ຽນຂໍ້ມູນ ດ້ວຍ ຮູບແບບຕ່າງໆ ເພື່ອສ້າງໂອກາດທາງທຸລະກິດຮ່ວມກັນ; 4. ຊຸກຍູ້, ສົ່ງເສີມ ຈນກ ໃນການປັບປຸງຄວາມສາມາດບໍລິຫານຈັດການ ແລະ ພັດທະນາເຕັກໂນໂລຊີ ເພື່ອຮັບປະກັນການສະຫນອງ ວັດຖຸດິບ, ວັດຖຸເເດິງສໍາເລັດຮູບ, ສິນຄ້າ ແລະ ການບໍລິການ ໃຫ້ມີຄຸນນະພາບ ແລະ ມີປະລິມານພຽງພໍກັບຄວາມຕ້ອງການຂອງວິສາຫະກິດຂະຫນາດໃຫຍ່. ມາດຕາ 20 (ປັບປຸງ) ການເພີ່ມຜະລິດຕະພາບ ແລະ ຄຸນນະພາບ ລັດ ສົ່ງເສີມ ຈນກ ເພື່ອເພີ່ມຜະລິດຕະພາບ ແລະ ຄຸນນະພາບ ດັ່ງນີ້: 1. ປັບປຸງແບບແຜນວິທີເຮັດວຽກ ແລະ ພັດທະນາສີມືແຮງງານ, ຍົກສູງສະຕິການອອກແຮງງານໄປ ສູ່ຮູບແບບອຸດສາຫະກໍາທັນສະໄຫ) ແລະ ມີລັກສະນະປະດິດສ້າງ ເພື່ອຍົກສູງຄວາມສາມາດໃນການແຂ່ງຂັນ ແລະ ການພັດທະນາແບບຍືນຍົງ ຂອງ ຈນກ; 2. ສົ່ງເສີມ ແລະ ຊ່ວຍເຫຼືອ ຜູ້ປະກອບກິດຈະການ ໃຫ້ໄດ້ຮັບການບໍລິການຄໍາປຶກສາ ເພືອໃຫ້ ຈນກ ໄດ້ຮັບການຢັ້ງຢືນດ້ານຜະລິດຕະພາບ ແລະ ຄຸນນະພາບລະດັບຊາດ ແລະ ສາກົນ ເຊັ່ນ ລະບົບບໍລິຫານຈັດ ການດ້ານອາຫານປອດໄພ, ລະບົບບໍລິຫານຈັດການດ້ານຄຸນນະພາບ, ລະບົບບໍລິຫານຈັດການດ້ານສິ່ງແວດ ລ້ອມ, ລະບົບບໍລິການຈັດການດ້ານການເພີ່ມຜະລິດຕະພາບ ແລະ ລະບົບອື່ນ; 3. ສະຫັັບສະຫຼນໂຄງການຕ່າງໆ ກ່ຽວກັບການຍົກສູງ ປະສິດທິພາບ ແລະ ປະສິດທິຜົນ ຂອງການ ຜະລິດສິນຄ້າ, ການຄ້າ ແລະ ການບໍລິການ ເຊັ່ນ ການບໍາລຸງຍົກລະດັບຜູ້ປະກອບກິດຈະການ, ການພັດທະນາ ສີມືແຮງງານ, ການນໍາໃຊ້ເຕັກໂນໂລຊີທີ່ກ້າວຫ້າ, ການປັບປຸງຄຸນນະພາບ ແລະ ມາດຕະຖານຜະລິດຕະພັນ ແລະ ການບໍລິການ.
ມາດຕາ 21 (ປັບປຸງ) ການເຂົ້າເຖິງ ແລະ ຂະຫຍາຍ ຕະຫຼາດ ລັດ ສົ່ງເສີມ ຈນກ ເພື່ອສາມາດເຂົ້າເຖິງ ແລະ ຂະຫຍາຍ ຕະຫຼາດ ດັ່ງນີ້: 1. ສ້າງເງື່ອນໄຂໃຫ້ພາກສ່ວນຕ່າງໆ ຈັດງານວາງສະແດງສິນຄ້າ ແລະ ການບໍລິການ ຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງເງືອນໄຂ ແລະ ໃຫ້ການຊ່ວຍເຫຼືອ ຜູ້ປະກອບກິດຈະການ ສາມາດເຂົ້າຮ່ວມງານ ວາງສະແດງສິນຄ້າ ຢູ່ພາບໃນ ແລະ ຕ່າງປະເທດ, ສ້າງເງື່ອນໄຂ ໃຫ້ມີການຈັບຄູ່ໃນການ ຊື້ ຂາຍ ສິນຄ້າ; 2. ສົ່ງເສີມໃຫ້ ຈນກ ເຂົ້າຮ່ວມໃນຕ່ອງໂສ້ມູນຄ່າເພີ່ມຢູ່ ພາຍໃນ, ພາກພື້ນ ແລະ ສາກົນ; 3. ສົ່ງເສີມການໂຄສະນາສິນຄ້າ ແລະ ການບໍລິການ ດ້ວຍຮູບແບບຕ່າງໆ ໂດຍປັບປຸງຂັ້ນຕອນ ແລະ ຂໍ້ຈໍາກັດຕ່າງໆ ໃນການໂຄສະນາສິນຄ້າ ແລະ ການບໍລິການ ໃຫ້ສາມາດແຂ່ງຂັນຕະຫຼາດ ພາຍໃນ ແລະ ຕ່າງ ປະເທດ ເພື່ອສິ່ງເສີມການສົ່ງອອກ; 4. ສ້າງ ແລະ ພັດທະນາ ພລັດຟອມການຄ້າທາງເອເລັກໂຕຣນິກ ລວມທັງສ້າງເງື່ອນໄຂການຊໍາລະສະ ສາງ ແລະ ການສົ່ງມອບສິນຄ້າ ແລະ ການບໍລິການ, ສ້າງເງື່ອນໄຂໃຫ້ ຈນກ ນໍາໃຊ້ພລັດຟອມດັ່ງກ່າວ ເພື່ອໂຄສະນາ ແລະ ຈໍາຫນ່າຍສິນຄ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ; 5. ຊຸກຍູ້, ສົ່ງເສີມການສຶກສາຄົ້ນຄວ້າ ກ່ຽວກັບຕະຫຼາດ ທັງພາຍໃນ ເເລະ ຕ່າງປະເທດ ເພື່ອສະ ຫຼອງຂໍ້ມູນ ກ່ຽວກັບຄວາມຕ້ອງການຂອງຕະຫຼາດ ພ້ອມທັງໃຫ້ຄໍາແນະນໍາແກ່ຜູ້ປະກອບກິດຈະການ ໃຫ້ຜະ ລຶດແທດເບນາະກັບຄວາມຕ້ອງການຂອງຕະຫຼາດ; 6. ຊຸກຍູ້ ແລະ ສົ່ງເສີມ ການແຂ່ງຂັນທາງທຸລະກິດ ໃຫ້ສອດຄ່ອງກັບກົດໆກນາຍ ແລະ ລະບຽບການທີ່ ກ່ຽວຂ້ອງ. ມາດຕາ 22 (ປັບປຸງ) ການຮ່ວມກຸ່ມທຸລະກິດ ລັດ ສິ່ງເສີມການຮ່ວມກຸ່ມທຸລະກິດ ຂອງ ຈນກ ດັ່ງນີ້: 1. ສົ່ງເສີມ ໃຫ້ມີການຮ່ວມມືກັນ ໃນການນໍາໃຊ້ເຄື່ອງມືການຜະລິດ, ການຄ້າ ແລະ ສິ່ງອໍານວຍຄວາມ ສະດວກຕ່າງໆຮ່ວມກັນ ເພື່ອຫຼຸດຜ່ອນຕົ້ນທຶນ ການຜະລິດ, ການຄ້າ ແລະ ການບໍລິການ, ຍົກສູງຄວາມສາ ມາດໃນການສະຫນອງສິນຄ້າ ແລະ ການບໍລິການ ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນ; 2. ສ້າງເງື່ອນໄຂ ໃຫ້ ຈນກ ມີການປຶກສາຫາລື, ເກັບກໍາ ແລະ ສະຫນອງຂໍ້ມູນ ໃຫ້ກັນກ່ຽວກັບຄວາມ ສາມາດຂອງ ການຜະລິດ, ການຄ້າ ແລະ ການບໍລິການ ເພື່ອນໍາໃຊ້ທ່າແຮງຮ່ວມກັນ.
ມາດຕາ ຂອ (ປັບປຸງ) ການພັດທະນາສະຖານທີ່ປະກອບກິດຈະການ ລັດ ສົ່ງເສີມການພັດທະນາສະຖານທີ່ປະກອບກິດຈະການ ດັ່ງນີ້: 1. ສ້າງ, ປັບປຸງ ນະໂຍບາຍ, ກົດຫນາຍ ແລະ ລະບຽບການ ກ່ຽວກັບການພັດທະນາສະຖານທີ່ປະກອບ ກິດຈະການ ເປັນຕົ້ນ ເຂດການຜະລິດ, ສູນການຄ້າ, ຮ້ານຊັບພະສິນຄ້າ ແລະ ຕະຫຼາດ, ນິຄົມອຸດສາຫະກໍາ, ເຂດການລົງທຶນຕ່າງໆ; ຂ. ຊູກຍູ້. ສົ່ງເສີມ ແລະ ອໍານວຍຄວາມສະດວກໃນການສ້າງໂຄງລ່າງພື້ນຖານ ໃຫ້ແກ່ສະຖານທີ່ປະ ກອບກິດຈະການ ແລະ ສ້າງເງື່ອນໄຂ ໃຫ້ຜູ້ປະກອບກິດຈະການ ຈນກ ສາມາດນໍາໃຊ້ສະຖານທີ່ປະກອບ ກິດຈະການທີ່ຫັ້ນຄົງ ໃນການດໍາເນີນທຸລະກິດ; 3. ຊຸກຍູ້, ສົ່ງເສີມພາກສ່ວນຕ່າງໆ ໃຫ້ປົກບ້ອງສະຖານທີ່ປະກອບກິດຈະການ ຂອງ ຈນກ ເພື່ອຫຼຸດ ຜ່ອນ ຫຼື ຫຼີກລ່ຽງຜົນກະທົບຈາກໂຄງການພັດທະນາຕ່າງໆ. ະແຫງການອຸດສາຫະກໍາ ແລະ ການຄ້າ ປະສານສົມທົບກັບຂະແຫນງການ ແລະ ອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງ ສ້າງແຜນກໍານົດສະຖານທີ່ປະກອບກິດຈະການ ທັງໄລຍະສັ້ນ ແລະ ໄລຍະຍາວ ເພື່ອ ຮອງຮັບການຂະຫຍາຍຕົວຂອງ ຈນກ ໃນແຕ່ລະໄລຍະ. ມາດຕາ 24 (ປັບປຸງ) ການນໍາໃຊ້ເຕັກໂນໂລຊີທີ່ກ້າວຫ້າ ແລະ ເປັນມິດຕໍ່ສິ່ງແວດລ້ອມ ລັດ ສົ່ງເສີມ ຈນກ ນໍາໃຊ້ເຕັກໂນໂລຊີທີ່ກ້າວຫ້າ ແລະ ເປັນມິດຕໍ່ສິ່ງແວດລ້ອມ ດັ່ງນີ້: 1. ຊຸກຍູ້, ສົ່ງເສີມ ຈນກ ຄົ້ນຄວ້າ ແລະ ນໍາໃຊ້ເຕັກໂນໂລຊີທີ່ກ້າວຫ້າ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຂົ້າໃນການຜະລິດສິນຄ້າ, ການຄ້າ ແລະ ການບໍລິການ; 2. ສະຫອງທຶນໃນຮູບແບບຕ່າງໆ ໃຫ້ ຈນກ ນໍາໃຊ້ເຂົ້າໃນການປັບປຸງເຕັກໂນໂລຊີ ໃຫ້ທັນສະໄຫນ ແລະ ແທດເຫນະກັບການດໍາເນີນທຸລະກິດ; 5. ຊຸກຍູ້, ສິ່ງເສີມສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາ ຄົ້ນຄວ້າ ແລະ ພັດທະນາເຕັກໂນໂລ ຊີທີ່ກ້າວຫ້າ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເພື່ອຖ່າຍທອດໃຫ້ ຈນກ ນໍາໃຊ້ເຂົ້າໃນການດໍາເນີນການຜະລິດ ສິນຄ້າ, ການຄ້າ ແລະ ການບໍລິການ ໃຫ້ມີຜະລິດຕະພາບ ແລະ ຄຸນນະພາບສູງຂຶ້ນ ພ້ອມທັງເປັນມິດຕໍ່ສິ່ງແວດ ບເ E ອ.
ມາດຕາ 25 (ປັບປຸງ) ການນໍາໃຊ້ ແລະ ປົກປ້ອງສິດທາງດ້ານຊັບສິນທາງປັນຍາ ລັດ ສົ່ງເສີມ ຈນກ ນໍາໃຊ້ ແລະ ປົກປ້ອງສິດທາງດ້ານຊັບສິນທາງປັນຍາ ດັ່ງນີ້: 1. ສ້າງເງື່ອນໄຂສະດວກ ໃຫ້ ຈນກ ປະດິດສ້າງ, ປະດິດຄິດແຕ່ງ, ສ້າງເສດຖະກິດພູມປັນຍາ ແລະ ນໍາໃຊ້ສິດທາງດ້ານຊັບສິນທາງປັນຍາ; 2. ຊ່ວຍເຫຼືອ ຈນກ ຈົດທະບຽນ. ຄຸ້ມຄອງ ແລະ ປົກບ້ອງສິດທາງດ້ານຊັບສິນທາງປັນຍາ; 3. ໂຄສະນາ ເຜີຍແຜ່ ກົດຫນາຍ ແລະ ລະບຽບການ ກ່ຽວກັບການນໍາໃຊ້ ແລະ ການປົກປ້ອງສິດທາງ ດ້ານຊັບສິນທາງປັນຍາໃຫ້ ຈນກ ຮັບຮູ້ ຢ່າງທົ່ວເຖິງ ເພື່ອໃຫ້ຮູ້ວິທີການນໍາໃຊ້, ການປົກປ້ອງ ແລະ ຜົນປະ ໂຫຍດ ທີ່ໄດ້ຮັບຈາກການປົກປ້ອງສິດທາງດ້ານຊັບສິນທາງປັນຍາ. ມາດຕາ 26 (ປັບປຸງ) ການສະຫນອງ ແລະ ການເຂົ້າເຖິງ ຂໍ້ມູນ ຂ່າວສານ ລັດ ສົ່ງເລີມການສະຫນອງ ແລະ ການເຂົ້າເຖິງ ຂໍ້ມູນ ຂ່າວສານ ໃຫ້ ຈນກ ດັ່ງນີ້: 1. ສະຫນອງ ຂໍ້ມູນ ຂ່າວສານ ດ້ານນະໂຍບາຍ, ນິຕິກໍາ ແລະ ຂໍ້ມູນ ຂ່າວສານອື່ນ ກ່ຽວກັບການດໍາ ເນີນທຸລະກິດ ດ້ວຍຮູບແບບຕ່າງໆ ເປັນຕົ້ນ ຈັດກອງປະຊຸມເຜີຍແຜ່ ແນະນໍາ, ເຜີຍແຜ່ໃນຮູບແບບ ເອເລັກ ໂຕຣນິກ, ປຶ້ມຄູ່ມື, ວາລະສານ, ແຜ່ນພັບໂຄສະນາ ຜ່ານພາຫະນະສື່ມວນຊົນ; ອ, , +; ໂກ = k4 . . ຈະ ຂ. ສງເສມ ທງພາກລດ ແລະ ພາກທຸລະກິດ ໃນການສ້າງສູນສະບຫນອງຂໍ້ມູນ ຂາວສານ ກຽວກບການ ດໍາເນີນທຸລະກິດ ເພື່ອສະຫນອງໃຫ້ ຈນກ ຢ່າງທົ່ວເຖິງ. ມາດຕາ 27 (ໃຫ່) ການສິ່ງເສີມບັດໄຈດ້ານການຜະລິດ ລັດ ສົ່ງເສີມບັດໄຈດ້ານການຜະລິດ ດັ່ງນີ້: 1. ຊຸກຍູ້, ສົ່ງເສີມພາກສ່ວນຕ່າງໆ ໃນການຄົ້ນຄວ້າສ້າງນະໂຍບາຍ ແລະ ນິຕິກໍາ ກ່ຽວກັບການສົ່ງ ເສີມປັດໄຈດ້ານການຜະລິດຂອງ ຈນກ ເປັນຕົ້ນ ການຫຼຸດຜ່ອນຕົ້ນທຶນ ເຊັ່ນ ຫຼຸດຄ່າໄຟຟ້າ, ຄ່ານ້ໍາປະປາ ແລະ ອື່ນໆ ທີ່ຕິດພັນກັບໂດງປະກອບຕົ້ນທຶນການຜະລິດ; 2. ຊຸກຍູ້ ແລະ ຕິດຕາມ ກວດກາ ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດນະໂຍບາຍ, ກົດຫນາຍ ແລະ ລະບຽບການ ກ່ຽວກັບການສົ່ງເສີມປັດໄຈດ້ານການຜະລິດ ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ.
ມາດຕາ 28 (ໃນນີ) ການສິ່ງເສີມການປະດິດ ແລະ ນໍາໃຊ້ນະວັດຕະກໍາ ລັດ ສົ່ງເສີມການປະດິດ ແລະ ນໍາໃຊ້ ນະວັດຕະກໍາ ດັ່ງນີ້: 1. ຊຸກຍູ້, ສິ່ງເສີມ ຈນກ ໃນການປະດິດ ແລະ ນໍາໃຊ້ນະວັດຕະກໍາດ້ານຕ່າງໆ ເປັນຕົ້ນ ນະວັດຕະກໍາດ້ານ ເຕັກໂນໂລຊີ ໃນການຜະລິດ, ການຕະຫຼາດ, ການອອກແບບ ແລະ ການຫູຸ້ມຫໍ່ສິນຄ້າ, ການບໍລິຫານທຸລະກິດ ເພື່ອນໍາໃຊ້ເຂົ້າໃນການພັດທະນາທຸລະກິດ; 2. ສະຫຼັບສະຫູນທຶນ ໃຫ້ສະຖາບັນດົ້ນຄວ້າ ແລະ ສະຖາບັນການສຶກສາ ຄົ້ນຄວ້າປະດິດນະວັດຕະ ກໍາດ້ານຕ່າງໆ ເພື່ອໃຫ້ ຈນກ ນໍາໃຊ້. ມາດຕາ 29 (ໃຫ່) ການສົ່ງເສີມທຸລະກິດແບບສະຕາດອັບ ລັດ ສົ່ງເສີມທຸລະກິດແບບສະຕາດອັບ ຕັ່ງນີ້: 1. ຊຸກຍູ້, ສົ່ງເສີມ ໄວຫຸ່ມ, ເພດຍິງ, ຄົນພິການ, ຜູ້ປະກອບກິດຈະການ ນໍາໃຊ້ສະຕິປັນຍາ ແລະ ຄວາມ ຮູ້ທາງດ້ານວິທະຍາສາດ, ເຕັກໂນໂລຊີ ,ນະວັດຕະກໍາ ແລະ ອື່ນໆ ເພື່ອສ້າງທຸລະກິດແບບສະຕາດອັບ ດ້ວຍການສ້າງ ຈິດສໍານຶກ, ສ້າງສູນຝຶກອົບຮົມ, ການໃຫ້ທຶນໄປທັດສະນະສຶກສາ, ໄປຍົກລະດັບໄລຍະສັ້ນ, ກາງ ແລະ ຍາວ; 2. ສ້າງເງື່ອນໄຂ, ສະຖານທີ່ເຮັດວຽກຮ່ວມ, ສູນກໍ່ສ້າງຜູ້ປະກອບກິດຈະການ, ສ້າງກິດຈະກໍາກະຕຸກ ຊຸກຍູ້ທຸລະກິດແບບສະຕາດອັບໃນຮູບແບບຕ່າງໆ ແລະ ສ້າງໂອກາດ ການເຂົ້າເຖິງຕະຫຼາດຂອງຜູ້ປະກອບ ກິດຈະການແບບສະຕາດອັບ; 3. ສ້າງລະບົບນິເວດທາງທຸລະກິດ ເພື່ອພັດທະນາທຸລະກິດແບບສະຕາດອັບ ດ້ວຍການອອກນິຕິກໍາ ແລະ ສ້າງເງື່ອນໄຂທີ່ຈໍາເປັນ ເພື່ອຮອງຮັບການສະຫນອງທຶນ ໃຫ້ແກ່ທຸລະກິດແບບສະຕາດອັບ ຈາກແຫຼ່ງທຶນ ຕ່າງໆ ເປັນຕົ້ນ ຜູ້ລົງທຶນອິດສະລະ, ການລະດົມທຶນຈາກ ບຸກຄົນທົ່ວໄປ, ກອງທຶນຮ່ວມລົງທຶນ; 4. ຮັບຮູ້ ແລະ ໃຫ້ການຢັ້ງຢືນທຸລະກິດແບບສະຕາດອັບ ເພື່ອໃຫ້ສາມາດເຄດື່ອນໄຫວໄດ້ ກ່ອນຂຶ້ນ ທະບຽນວິສາຫະກິດ ແລະ ຂໍອະນຸຍາດດໍາເນີນທຸລະກິດ ຕາມກໍານົດເວລາທີ່ລັດຖະບານອະນຸຍາດ. ມາດຕາ 30 (ໃຫ່) ການເຂົ້າເຖິງການຈັດຊື້-ຈັດຈ້າງ ລັດ ສົ່ງເສີມ ຈນກ ເຂົ້າເຖິງການຈັດຊື້-ຈັດຈ້າງ ດັ່ງນີ້: 1. ສ້າງເງື່ອນໄຂ ແລະ ໃຫ້ໂອກາດ ຈນກ ສາມາດເຂົ້າເຖິງການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແລະ ໂຄງການທີ່ລັດຮ່ວມທຶນ; ຂ.ສ້າງຄວາມເຂັ້ມແຂງໃຫ້ ຈນກ ສາມາດສະຫນອງສິນຄ້າ ແລະ ການບໍລິການ ໃນປະລິມານ ແລະ ຄຸນນະພາບ ໂດຍສອດຄ່ອງກັບເງື່ອນໄຂຂອງຜູ້ຈັດຊື້-ຈັດຈ້າງ.
10 ພາກທີ IV ການວາງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ມາດຕາ 31 (ປັບປຸງ) ການວາງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຄະນະກໍາມະການສົ່ງເສີມ ຈນກ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການຊີ້ນໍາສໍານັກ ງານສົ່ງເສີມ ຈນກ ໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ວາງແຜນພັດທະນາ ຈນກ ເພື່ອນໍາສະເຫີລັດຖະບານ ພິຈາລະນາ ແລະ ບັນຈຸ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາ ຫ້າປີ ແລະ ປະຈໍາປີ. ມາດຕາ 82 ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາ ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດ ນ້ອຍ ແລະ ກາງ ບັນດາຂະແຫງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ມີຫ້າທີ່ຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາ ຈນກ ຕາມພາລະບົດບາດຂອງຕົນ. ມາດຕາ 38 ການຕິດຕາມປະເມີນຜົນ ແລະ ການລາຍງານ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການ ຊີ້ນໍາສໍານັກງານສົ່ງເສີມ ຈນກ ໃນການຕິດຕາມ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາ ຈນກ ແຕ່ລະໄລຍະ. ບັນດາຂະແຫນງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຕ້ອງໃຫ້ການຮ່ວມມື ໃນການສະຫນອງຂໍ້ມູນ ແລະ ລາຍງານ ກ່ຽວກັບຜົນຂອງການຈັດຕັ້ງປະຕິບັດແຜນພັດທະນາ ຈນກ ຕໍ່ຂະແຫງ ການອຸດສາຫະກໍາ ແລະ ການຄ້າ ຂັ້ນຂອງຕົນ ໃນແຕ່ລະໄລຍະ. ພາກທີ V ຫ + + o o o o ມ ກອງທຶນສິ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ມາດຕາ 34 (ປັບປຸງ) ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ກອງທຶນສົ່ງເສີມ ຈນກ ຂຽນຫຍໍ້ວ່າ “ທສວ” ແມ່ນ ກອງທຶນທີ່ສ້າງຕັ້ງຂຶ້ນ ເພື່ອລະດົມ ແລະ ສະສົມ ທຶນຈາກແຫຼ່ງທຶນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ແນໃສ່ໃຫ້ມີທຶນພຽງພໍ, ຫນູນວຽນ ນໍາໃຊ້ເຂົ້າໃນການ ສົ່ງເສີມ ຈນກ ຢ່າງກວ້າງຂວາງ, ຕໍ່ເນື່ອງ, ຍືນຍົງ ແລະ ມີປະສິດທິຜົນ ໂດຍຢູ່ພາຍໃຕ້ການຄຸ້ມຄອງ ແລະ ກວດກາ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງການເງິນ. ແຂວງ, ນະຄອນຫຼວງ ທີ່ມີເງື່ອນໄຂ ສາມາດສ້າງຕັ້ງກອງທຶນສົ່ງເສີມ ຈນກ ເພື່ອລະດົມ ແລະ ສະສົມທຶນ ນໍາ ໃຊ້ເຂົ້າໃນການສົ່ງເສີມ ຈນກ ພາຍໃນແຂວງ, ນະຄອນຫຼວງ ຂອງຕົນ ໂດຍສອດຄ່ອງກັບກົດຫນາຍ ແລະ ລະບຽບ ການທີ່ກ່ຽວຂ້ອງ. ສໍາລັບການສ້າງຕັ້ງ, ການຄຸ້ມຄອງ ແລະ ການເຄື່ອນໄຫວຂອງກອງທຶນສົ່ງເສີມ ຈນກ ຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
11 ມາດຕາ 35 (ປັບປຸງ) ຈຸດປະສຶງຂອງ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ການສ້າງຕັ້ງ ທສວ ມີຈຸດປະສົງ ດັ່ງນີ້: 1. ເປັນບ່ອນລະດົມທຶນຈາກແຫຼ່ງຕ່າງໆ ແນໃສ່ຮັບປະກັນໃຫ້ມີທຶນທີ່ຫັ້ນດົງ ແລະ ຕໍ່ເນື່ອງເຂົ້າໃນ ການສົ່ງເສີມ ຈນກ ໃຫ້ມີປະສິດທິຜົນ; 2. ເປັນແຫຼ່ງທຶນສະຫນອງ ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນ ນໍາໃຊ້ເຂົ້າໃນການ ສະບນອງສິນເຊື່ອໃຫ້ແກ່ ຈນກ; 3. ເປັນແຫຼ່ງທຶນຈັດຕັ້ງປະຕິບັດໂຄງການວິຊາການ ເພື່ອປັບປຸງສະພາບແວດລ້ອມດ້ານທຸລະກິດ, ສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດໃນການແຂ່ງຂັນຂອງ ຈນກ; 4. ເປັນເຄື່ອງມືດັດສົມການສະບນອງສິນເຊື່ອ ເພື່ອສ້າງເງືອນໄຂໃຫ້ ຈນກ ສາມາດເຂົ້າເຖິງແຫຼ່ງທຶນ ໄດ້ຫຼາຍຂຶ້ນ ໂດຍມີດອກເບ້ຍ ແລະ ໄລຍະການນູ້ຢືມທີ່ເຫງາະສົມ ຕາມນະໂຍບາຍຂອງລັດຖະບານໃນແຕ່ລະ ໄລຍະ. ມາດຕາ 36 (ປັບປຸງ) ແຫຼ່ງທຶນຂອງກອງທຶນສິ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະບນາດນ້ອຍ ແລະ ກາງ ແຫຼ່ງທຶນຂອງ ທສວ ໄດ້ມາຈາກແຫຼ່ງຕ່າງໆ ດັ່ງນີ້: 1. ການປະກອບທຶນຂອງລັດຖະບານໃນແຕ່ລະໄລຍະ; ພ . ການຊ່ວຍເຫຼືອລ້າ; ຜ . ການກູ້ຢືມຈາກ ພາຍໃນ ຫຼື ຕ່າງປະເທດ; ລ . ການປະກອບສ່ວນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ດ້ວຍດວາມສະຫັກໃຈ; ຫ . ລາຍຮັບຈາກການບໍລິຫານກອງທຶນ; ຫ . ແຫຼ່ງທຶນອື່ນ ທີ່ຖືກຕ້ອງຕາມກົດບນາຍ. ມາດຕາ 37 (ໃນນ) ລາຍຮັບຈາກການບໍລິຫານກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະບນາດນ້ອຍ ແລະ ກາງ ລາຍຮັບຈາກການບໍລິຫານ ທສວ ມີ ດັ່ງນີ້: 1. ດອກເບ້ຍ ແລະ ລາຍຮັບຈາກການສະຫນອງສິນເຊື່ອ; ຂ. ລາຍຮັບອື່ນຈາກການເດືອນໄຫວຂອງ ທສວ ທີ່ຖືກຕ້ອງຕາມກົດຫພາຍ. ລາຍຮັບຈາກການບໍລິຫານຂອງ ທສວ ແມ່ນ ຮັບເຂົ້າບັນຊີສະເພາະຂອງ ທສວ ຢູ່ດັ້ງເງິນແຫ່ງ ຊາດ ແລະ ນໍາໃຊ້ ຕາມເປົ້າຫນາຍທີ່ກໍານົດໄວ້ໃນມາດຕາ 39 ຂອງກົດຫພາຍສະບັບນີ້.
ມາດຕາ 38 (ປັບປຸງ) ການຄຸ້ມຄອງລາຍຮັບ-ລາຍຈ່າຍ ຂອງກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດ ຂະຫນາດນ້ອຍ ແລະ ກາງ ລາຍຮັບ-ລາຍຈ່າຍຂອງ ທສວ ຕ້ອງນອນໃນແຜນງົບປະມານແຫ່ງລັດປະຈໍາປີ, ຈັດຕັ້ງປະຕິບັດຜ່ານ ລະບົບຄັງເງີນແຫ່ງຊາດ ຫຼື ທະນາຄານທຸລະກິດ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ. ທຸກລາຍຮັບ-ລາຍຈ່າຍ ຂອງ ທສວ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງ, ຕິດຕາມ ກວດກາຂອງກະຊວງອຸດ ສາຫະກໍາ ແລະ ການຄ້າ ແລະ ກະຊວງການເງິນ. 12 ມາດຕາ 89 (ໃຫ່) ການນໍາໃຊ້ທຶນຂອງກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ການນໍາໃຊ້ທຶນຂອງ ທສວມີ ດັ່ງນີ້: 1. ສະຫວງສິນເຊື່ອ; 2. ສະຫນອງທຶນໃຫ້ໂຄງການວິຊາການ; 8. ຊໍາລະຕົ້ນທຶນ ແລະ ດອກເບ້ຍເງິນກູ້; 4. ໃຊ້ຈ່າຍບໍລິຫານ. ມາດຕາ 40 (ໃບນ) ການສະຫນອງສິນເຊື່ອ ກອງທຶນສົ່ງເສີມ ຈນກ ສາມາດສະຫນອງສິນເຊື່ອ ໃຫ້ ຈນກ ໃນຮູບແບບຕ່າງໆ ດັງນີ້: 1. ສິນເຊື່ອ ຜ່ານທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ ເພືອເປັນທຶນໃນການເຄື່ອນໄຫວ ທຸລະກິດ ຂອງ ຈນກ; 2. ສິນເຊື່ອ ເພື່ອຊ່ວຍຟື້ນຟູ ຈນກ ທີ່ມີບັນຫາດ້ານການເງິນ ແຕ່ມີຄວາມສາມາດໃນການຜະລິດ ແລະ ມີຕະຫຼາດຮອງຮັບ ທີ່ພັ້ນຄົງ; a 3. ສິນເຊື່ອ ໃນຮູບແບບການລົງທຶນຮ່ວມກັບ ຈນກ ທີ່ມີແຜນທຸລະກິດທີ່ດີ ມີທ່າແຮງໃນການ ຂະຫຍາຍທຸລະກິດ ແຕ່ບໍ່ສາມາດ ເຂົ້າເຖິງແຫຼ່ງທຶນໄດ້ ຍ້ອນຂາດຫຼັກຊັບຄ້າປະກັນ; 4. ສິນເຊື້ອ ໃນຮູບແບບປະກອບທຶນ ໃຫ້ກອງທຶນອືນທີ່ມີເງື່ອນໄຂ ເພື່ອສະຫນອງຕໍ່ໃຫ້ ຈນກ ເປັນຕົ້ນ ຜູ້ປະກອບກິດຈະການໃຫ່, ທຸລະກິດແບບສະຕາດອັບ ແລະ ການສົ່ງເສີມນະວັດຕະກໍາ; 5. ສິນເຊືອໃນຮູບແບບອືນ ທີເຫັນວ່າມີປະສິດທິຜົນ. ມາດຕາ 41 (ໃຫນ) ການສະຫນອງທຶນໃຫ້ໂຄງການວິຊາການ ກອງທຶນສົ່ງເສີມ ຈນກ ສາມາດສະຫນອງທຶນໃຫ້ ໂຄງການວິຊາການ ເພື່ອໃຫ້ ຈນກ, ການຈັດຕັ້ງລັດ ແລະ ການຈັດຕັ້ງພາກທຸລະກິດ ທີ່ຈັດຕັ້ງປະຕິບັດວຽກງານສົ່ງເສີມ ຈນກ ໃນຮູບແບບຕ່າງໆ ດັ່ງນີ້: 1. ສະຫອງທຶນ ເພື່ອຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ເຊັ່ນ ການຝຶກອົບຮົມ, ການປະຊຸມສໍາມະນາ ດ້ານວິຊາການ, ການວາງສະແດງ, ການຈັດຈ້າງຜູ້ຊ່ຽວຊານດ້ານຕ່າງໆ, ການທັດສະນະສຶກສາແລກປ່ຽນບົດ ຮຽນຂອງຜູ້ປະກອບກິດຈະການ. ການປັບປຸງ ຫຼື ຍົກລະດັບເຕັກໂນໂລຊີ, ການພັດທະນາຜະລິດຕະພາບ ແລະ ຄຸນນະພາບ, ການປັບປຸງແຜນການຕະຫຼາດ, ການປະດິດນະວັດຕະກໍາ, ການດໍາເນີນທຸລະກິດແບບສະຕາດອັບ ແລະ ການປັບປຸງທຸລະກິດດ້ານອືນ; 2. ສະຫອງທຶນສົມທົບ ເພື່ອໃຫ້ ຈນກ ນໍາໃຊ້ເຂົ້າໃນການຈັດຊື້ອຸປະກອນ, ເຄື່ອງມື ເພື່ອປັບປຸງ ການດໍາເນີນງານ ແລະ ເຄື່ອງຈັກຕ່າງໆ ຮັບໃຊ້ເຂົ້າໃນການຜະລິດ. ໂຄງການວິຊາການ ທີ່ຈະໄດ້ຮັບການສະຫນອງທຶນ ຕ້ອງສອດຄ່ອງກັບນະໂຍບາຍ ທີ່ກໍານົດໄວ້ ໃນມາດຕາ 13 ຂອງກົດຫນາຍສະບັບນີ້, ແຜນພັດທະນາ ຈນກ ຂອງລັດຖະບານ, ແຂວງ, ນະຄອນຫຼວງ ໄດ້ວາງອອກ ໃນເເຕ່ລະໄລຍະ.
ມາດຕາ 42 (ໃບນ່) ການຊໍາລະຕົ້ນທຶນ ແລະ ດອກເບ້ຍເງິນກູ້ ກອງທຶນສົ່ງເສີມ ຈນກ ຕ້ອງຈັດສັນງົບປະມານໃຫ້ພຽງພໍ ເພື່ອຊໍາລະຕົ້ນທຶນ ແລະ ດອກເບັຍເງິນກູ້ໃຫ້ ດົບຖ້ວນ ແລະ ຖືກຕ້ອງ ຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນສັນຍາກູ້ຢືມ. ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ອໍານວຍຄວາມສະດວກໃນການຊໍາລະຕົ້ນທຶນ ແລະ ດອກເບ້ຍເງິນກູ້ ໃຫ້ສາມາດຊໍາລະຖືກຕ້ອງ ຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນສັນຍາກູ້ຢືມ. 15 ມາດຕາ 43 (ໃຫ່) ການໃຊ້ຈ່າຍບໍລິຫານ ການໃຊ້ຈ່າຍບໍລິຫານ ໃຫ້ນໍາໃຊ້ສໍາລັບການເດືອນໄຫວວຽກງານຂອງ ທສວ ແລະ ຄະນະກໍາມະການ ສົ່ງເສີມ ຈນກ ຂັ້ນສູນກາງ ຕາມແຜນການເຄື່ອນໄຫວວຽກງານປະຈໍາປີ ແລະ ແຜນລາຍຈ່າຍປະຈໍາປີຂອງ ທສວ. ລາຍລະອຽດ ກ່ຽວກັບການນໍາໃຊ້ໃນວຽກງານບໍລິຫານ ທສວ ແລະ ຄະນະກໍາມະການສົ່ງເສີມ ຈນກ ຂັ້ນສູນກາງ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ມາດຕາ 44 (ໃຫ່) ການສ້າງແຜນງົບປະມານປະຈໍາປີ ການສ້າງແຜນງົບປະມານປະຈໍາປີ ຂອງ ທສວ ແມ່ນ ສະພາບໍລິຫານ ທສວ ຄົ້ນຄວ້າ ກໍານົດແຜນແລ້ວ ນໍາສະເຫີລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອດໍາເນີນຕາມຫຼັກການ ແລະ ຂັ້ນຕອນ ທີ່ໄດ້ກໍານົດ ໄວ້ໃນກົດບນາຍວ່າດ້ວຍງົບປະມານແຫ່ງລັດ. ມາດຕາ 45 (ໃຫ່) ການເບີກຈ່າຍທຶນຂອງກອງທຶນສິ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ການເບີກຈ່າຍທຶນ ທສວ ໃຫ້ປະຕິບັດ ດັ່ງນີ້: 1. ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ອະນຸມັດເບີກຈ່າຍຈາກບັນຊີຂອງ ທສວ ທີ່ ເປີດຢູ່ຄັ້ງເງິນແຫ່ງຊາດ ເພື່ອໂອນໄປບັນຊີສະເພາະຂອງ ທສວ ທີ່ເປີດຢູ່ທະນາຄານທຸລະກິດ; ຂ. ຜູ້ອໍານວຍການ ທສວ ເປັນຜູ້ສັງຈ່າຍຈາກບັນຊີ ຢູ່ທະນາຄານທຸລະກິດ ສໍາລັບການຈັດຕັ້ງປະຕິບັດ ໃນແຕ່ລະກິດຈະກໍາ; 3. ທຸກການເບີກຈ່າຍ ຕ້ອງນອນໃນແຜນງົບປະມານປະຈໍາປີ ຂອງ ທສວ; ການຄິດໄລ່ການເບີກຈ່າຍຕ່າງໆ ໃຫ້ປະຕິບັດຕາມລະບຽບສະເພາະຂອງ ທສວ ໂດຍສອດຄ່ອງກັບນະໂຍ ບາຍຂອງລັດ, ເງື່ອນໄຂຜູ້ໃຫ້ທຶນນູ້ຢືມ ແລະ ລະບຽບການຕຸ້ມຄອງການເງີນ ແລະ ງົບປະມານແຫ່ງລັດ.
ມາດຕາ 46 (ໃຫ່) ການບັນຊີ ແລະ ປີງົບປະມານ ກອງທຶນສົ່ງເສີມ ຈນກ ປະຕິບັດລະບົບບັນຊີ. ສາລະບານງົບປະມານ ແລະ ປຶ້ມຄູ່ມືການບໍລິຫານການ ເງິນ-ການບັນຊີສະເພາະ ຕາມເງືອນໄຂມາດຕະຖານບັນຊີ ແລະ ຜັງບັນຊີ ທີ່ກະຊວງການເງິນ ປະກາດໃຊ້ໃນ ແຕ່ລະໄລຍະ ເພື່ອຄຸ້ມຄອງລາຍຮັບ-ລາຍຈ່າຍ. ລາຍຮັບ-ລາຍຈ່າຍງົບປະມານ ທັງຫົດຂອງ ທສວ ໃຫ້ເປີດບັນຊີຢູ່ດັງເງິນແຫງຊາດ ແລະ ທະນາຄານ ທຸລະກິດໃດຫນຶ່ງ ຕາມການເຫັນດີຂອງລັດຖະບານ. ປີງົບປະມານ ແລະ ການສະຫຼຸບລາຍງານຂອງ ທສວ ໃຫ້ປະຕິບັດຕາມກົດຫນາຍວ່າດ້ວຍງົບປະມານແຫ່ງ ລັດ ແລະ ກົດຫນາຍວ່າດ້ວຍການບັນຊີ. ພາກທີ Vi ການຈັດຕັ້ງ ກ່ຽວກັບວຽກງານສົງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະບນາດນ້ອຍ ແລະ ກາງ ມາດຕາ 47 (ໃຫ່) ການຈັດຕັ້ງ ກ່ຽວກັບວຽກງານສິ່ງເສີມຈຸນລະວິສາຫະກິດ, ວິສາຫະກົດຂະຫນາດນ້ອຍ ແລະ ກາງ ການຈັດຕັ້ງ ກ່ຽວກັບວຽກງານສົ່ງເສີມ ຈນກມີ ດັ່ງນີ້: 1. ຄະນະກໍາມະການສົ່ງເສີມ ຈນກ; 14 2. ສໍານັກງານສົງເສີມ ຈນກ; 3. ການຈັດຕັ້ງສົ່ງເສີມ ຈນກ ຂອງພາກທຸລະກິດ. ບນວດທີ 1 ຄະນະກໍາມະການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ມາດຕາ 48 (ໃຫ່) ຄະນະກໍາມະການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະບນາດນ້ອຍ ແລະ ກາງ ຄະນະກໍາມະການສົ່ງເສີມ ຈນກ ແມ່ນ ການຈັດຕັ້ງທີ່ບໍ່ປະຈໍາການ ມີພາລະບົດບາດໃນການ ຄົ້ນຄວ້າ, ຮົມ 113 ນໍາ. ຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດວຽກງານສົ່ງເສີມ ຈນກ. ຄະນະກໍາມະການສົ່ງເສີມ ຈນກ ປະກອບດ້ວຍ ຄະນະກໍາມະການສົ່ງເສີມ ຈນກ ຂັ້ນສູນກາງ ແລະ ຂັ້ນແຂວງ. ມາດຕາ a9 (ໃນ່) ຄະນະກໍາມະການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະບນາດນ້ອຍ ແລະ ກາງ ຂັ້ນສູນກາງ ຄະນະກໍາມະການສົ່ງເສີມ ຈນກ ຂັ້ນສູນກາງ ຂຽນຫຍໍ້ວ່າ “ຄສວສ” ຖືກແຕ່ງຕັ້ງໂດຍ ນາຍົກລັດຖະ ມົນຕີ ຕາມການສະເຫຼີຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງມີຮອງນາຍົກລັດຖະມົນຕີເປັນປະທານ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຮອງປະທານ ທັງເປັນຜູ້ປະຈໍາການ ແລະ ຄະນະກໍາມະ ການຈໍານວນຫຶ່ງຈາກ ພາກລັດ ແລະ ພາກທຸລະກິດ. ຄະນະກໍາມະການສົ່ງເສີມ ຈນກ ຂັ້ນສູນກາງ ມີສໍານັກງານສົ່ງເສີມ ຈນກ ເປັນກອງເລຂາ.
ມາດຕາ 50 (ໃນ) ສິດ ແລະ ຫ້າທີ່ຂອງຄະນະກໍາມະການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຂັ້ນສູນກາງ ຄະນະກໍາມະການສົ່ງເສີມ ຈນກ ຂັ້ນສຸນກາງ ມີ ສິດ ແລະ dnd ດັ່ງນີ້: 1. ຄົ້ນຄວ້າ, ມີຄໍາເຫັນ ຕໍ່ ນະໂຍບາຍ, ແຜນພັດທະນາ ແລະ ນິຕິກໍາ ກ່ຽວກັບການສົ່ງເສີມ ຈນກ ໃນແຕ່ ລະໄລຍະ; 2. ໂຄສະນາ ເຜີຍແຜ່ ນະໂຍບາຍ, ແຜນພັດທະນາ ແລະ ນິຕິກໍາ ກ່ຽວກັບການສົ່ງເສີມ ຈນກ; 3. ຊີ້ນໍາບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການຫັນເອົານະໂຍບາຍ, ແຜນການ, ມະຕິຂອງລັດຖະບານ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ກ່ຽວກັບການສົ່ງເສີມ ຈນກ ເຊື່ອມສານ ເຂົ້າໃນແຜນພັດທະນາຂະແບນງການຕົນ; 4. ຊີ້ນໍາ, ຊຸກຍູ້, ຕິດຕາມ ກວດກາ ການເດື໊ອນໄຫວວຽກງານສົ່ງເສີມ ຈນກ ຂອງສໍານັກງານສົ່ງເສີມ ຈນກ, ການຈັດຕັ້ງປະຕິບັດວຽກງານສົ່ງເສີມ ຈນກ ຂອງບັນດາກະຊວງ, ການເຄື່ອນໄຫວວຽກງານຂອງ ຄສວຂ ແລະ ການຈັດຕັ້ງສົ່ງເສີມ ຈນກ ຂອງພາກທຸລະກິດ; 8. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານສົ່ງເສີມ ຈນກ ຂອງຕົນ ໃຫ້ລັດຖະບານໃນແຕ່ລະ ໄລຍະ; ຕະກອຸ" ມນ ນົດໄວ້ 6. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ ່ອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ. 15 ມາດຕາ 51 (ໃຫ່) ຄະນະກໍາມະການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຂັ້ນແຂວງ ຄະນະກໍາມະການ ສົ່ງເສີມ ຈນກ ຂັ້ນແຂວງ ຂຽນຫຍໍ້ວ່າ “ຄສວຂ” ຖືກແຕ່ງຕັ້ງໂດຍເຈົ້າແຂວງ, ເຈົ້າ ຄອງນະຄອນຫຼວງ ຕາມການສະເຫີຂອງພະແນກອຸດສາຫະກໍາ ແລະ ການຄ້າ ຂັ້ນແຂວງ ຊຶ່ງມີຮອງເຈົ້າແຂວງ ເປັນປະທານ, ຫົວຫ້າພະແນກອຸດສາຫະກໍາ ແລະ ການຄ້າ ເປັນຮອງປະທານ ທັງເປັນຜູ້ປະຈໍາການ ແລະ ດະນະກໍາມະການຈໍານວນຫຼຶງ ຈາກພາກລັດ ແລະ ພາກທຸລະກິດ. ຄະນະກໍາມະການສົ່ງເສີມ ຈນກ ຂັ້ນແຂວງ ມີພະແນກອຸດສາຫະກໍາ ແລະ ການຄ້າ ຂັ້ນແຂວງ ເປັນ ກອງເລຂາ.
ມາດຕາ 52 (ໃຫນ່) ສິດ ແລະ ພ້າທີ່ຂອງຄະນະກໍາມະການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຂັ້ນແຂວງ ຄະນະກໍາມະການສົ່ງເສີມ ຈນກ ຂັ້ນແຂວງ ມີ ສິດ ແລະ ຫຼ້າທີ່ ດັ່ງນີ້: 1. ໂຄສະນາ ເຜີຍແຜ່ ນະໂຍບາຍ, ແຜນພັດທະນາ ແລະ ນິຕິກໍາ ກ່ຽວກັບການສົ່ງເສີມ ຈນກ ຢູ່ພາຍ ໃນແຂວງ, ນະຄອນຫຼວງຂອງຕົນ; 2. éfiwfiummmunmu ແລະ ອົງການປົກຄອງຂັ້ນເມືອງ ນໍາເອົາວຽກງານສິ່ງເສີມ ຈນກ ເຊື່ອມ ສານເຂົ້າໃນແຜນພັດທະນາຂະແບງງການຕົນ; 3. ຊີ້ນໍາ, ຊຸກຍູ້, ຕິດຕາມ ກວດກາ ການເຄື່ອນໄຫວວຽກງານສົ່ງເສີມ ຈນກ ຢູ່ໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ; 4. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານສົ່ງເສີມ ຈນກ ຢູ່ພາຍໃນແຂວງ, ນະຄອນຫຼວງ ຂອງຕົນ ໃຫ້ຄະນະກໍາມະການສົ່ງເສີມ ຈນກ ຂັ້ນສູນກາງ ໃນແຕ່ລະໄລຍະ; 5. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. ຫນວດທີ 2 ສໍານັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ມາດຕາ 53 (ໃຫ່) ສໍານັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້້ອຍ ແລະ ກາງ ສໍານັກງານສົ່ງເສີມ ຈນກ ຂຽນຫຍໍ້ວ່າ “ສຈນກ" ແມ່ນ ການຈັດຕັ້ງວິຊາການຫຶ່ງ ມີຖານະເທົ່າກັບກົມ, ສັງກັດຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ ມີພາລະບົດບາດເປັນເສນາທິການ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄສວສ ໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງວຽກງານສົ່ງເສີມ ຈນກ. ການຈັດຕັ້ງ ແລະ ການເດືອນໄຫວຂອງ ສຈນກ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ມາດຕາ ຣ4 (ໃຫນ) ສິດ ແລະ ຫ້າທີ່ຂອງສໍານັກງານສິ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ສໍານັກງານສົ່ງເສີມ ຈນກ ມື ສິດ ແລະ ol ດັ່ງນີ້: 1. ຈັດຕັ້ງປະຕິບັດ ນະໂຍບາຍ, ແຜນພັດທະນາ ແລະ ນິຕິກໍາ ກ່ຽວກັບການສົ່ງເສີມ ຈນກ; 2. ໂຄສະນາ ເຜີຍແຜ່ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ນະໂຍບາຍ, ແຜນພັດທະນາ ແລະ ນິຕິກໍາ ກ່ຽວກັບການສົ່ງເສີມ ຈນກ;
16 3. ຄົ້ນຄວ້າສ້າງນະໂຍບາຍສົ່ງເສີມ ແລະ ນິຕິກໍາ ກ່ຽວກັບການສົ່ງເສີມ ຈນກ ເພື່ອສະເຫີຕໍ່ ດສວສ ແລະ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພິຈາລະນາ; 4. ຜັນຂະຫຍາຍການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມ ຈນກ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 13 ຂອງ ກົດຫນາຍສະບັບນີ້; 5. ຊຸກຍູ້ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມ ຈນກ ຕາມທີ່ໄດ້ກໍານົດໃນມາດຕາ 13 ຂອງກົດຫນາຍສະບັບນີ້ ຕາມຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ; 6. ຄຸ້ມຄອງການຈັດຕັ້ງປະຕິບັດວຽກງານຂອງ ທສວ ຕາມລະບຽບການເດືອນໄຫວຂອງ ທສວ; 7. ຄົ້ນຄວ້າ, ກໍານົດຕໍາແຫ່ງງານ ແລະ ສ້າງແຜນພັດທະນາບຸກຄະລາກອນ ໃນແຕ່ລະໄລຍະ ແລະ ະເຫີຕົວເລກພະນັກງານ ແລະ ລັດຖະກອນໃຫ ຕາມຄວາມຈໍາເປັນ ໃນແຕ່ລະປີ; 8. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກັບ ພາກລັດ, ພາກທຸລະກິດ ໃນການຈັດຕັ້ງປະຕິບັດ ນະໂຍບາຍ ແລະ ແຜນພັດທະນາ ຈນກ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 9. ລະດົມທຶນ ແລະ ສະຫນອງທຶນ ໃຫ້ແກ່ໂຄງການກ່ຽວຂ້ອງກັບ ການສົ່ງເສີມ ຈນກ ທີ່ຈັດຕັ້ງປະຕິບັດ ໂດຍພາກສ່ວນອື່ນ; 10. ຍົກລະດັບຄວາມຮູ້, ຄວາມສາມາດດ້ານການສົ່ງເສີມ ຈນກ ໃຫ້ແກ່ພະນັກງານຂອງລັດ, ພາກທຸລະກິດ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງກັບການສົງເສີມ ຈນກ; 11. ພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານສົ່ງເສີມ ຈນກ; 12. ປະສານສົມທົບກັບ ດສວຂ ເພື່ອເກັບກໍາ ແລະ ສັງລວມ ຜົນການຈັດຕັ້ງປະຕິບັດວຽກງານສົ່ງ ເສີມ ຈນກ ຢູ່ຂັ້ນທ້ອງຖິ່ນ ເພື່ອລາຍງານຕໍ່ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄສວສ ຢ່າງ ເປັນປົກກະຕິ; 13. ສະຫຼຸບ ແລະ ລາຍງານ ຜົນຂອງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສົ່ງເສີມ ຈນກ ໃຫ້ລັດ ຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄສວສ ຢ່າງເປັນປົກກະຕິ; 14. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ.
ຫນວດທີ 3 ການຈັດຕັ້ງກ່ຽວກັບວຽກງານສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຂອງພາກທຸລະກິດ ມາດຕາ 55 (ໃຫ່) ການຈັດຕັ້ງກ່ຽວກັບວຽກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຂອງພາກທຸລະກິດ ການຈັດຕັ້ງກ່ຽວກັບວຽກງານສົ່ງເສີມ ຈນກ ຂອງພາກທຸລະກິດ ປະກອບດ້ວຍການຈັດຕັ້ງ ດັ່ງນີ້: 1. ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ; 2. ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ, ນະຄອນຫຼວງ; 3. ສະມາຄົມສົ່ງເສີມ ຈນກ; 4. ການຈັດຕັ້ງອື່ນຂອງພາກທຸລະກິດ. 17 ມາດຕາ 56 (ປັບປຸງ) ສິດ ແລະ ຫ້າທີ່ຂອງການຈັດຕັ້ງກ່ຽວກັບວຽກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດ ບນາດນ້ອຍ ແລະ ກາງ ຂອງພາກທຸລະກິດ ການຈັດຕັ້ງກ່ຽວກັບວຽກງານສົ່ງເສີມ ຈນກ ຂອງພາກທຸລະກິດ ມີ ສິດ ແລະ ຫຼ້າທີ່ ດັ່ງນີ້: 1. ເປັນຂົວຕໍ່ໃຫ້ແກ່ພາກລັດ ກັບພາກທຸລະກິດ ໃນການພົວພັນປະສານງານ, ການສະຫນອງຂໍ້ມູນ, ການເຜີຍແຜ່ ນະໂຍບາຍ ແລະ ນິຕິກໍາ ກ່ຽວກັບການສົ່ງເສີມ ຈນກ ໃຫ້ບັນດາຫົວຫນວຍທຸລະກິດ ຢ່າງກວ້າງ ຂວາງ ໃນຮູບແບບຕ່າງໆ; 2. ສ້າງຕັ້ງສູນ ຫຼື ຫນວຍງານ ເພື່ອສະຫ1ອງການບໍລິການວິຊາການ ເພື່ອພັດທະນາທຸລະກິດ, ຂໍ້ມູນ ຂ່າວສານ ໃຫ້ ຈນກ ຢ່າງທັນການ ແລະ ທົ່ວເຖິງ; 8. ຄົ້ນຄວ້າ ແລະ ມີຄໍາເຫັນຕໍ່ນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກໍາ ກ່ຽວກັບການສົ່ງເສີມ ຈນກ; 4. ຈັດ ແລະ ເຂົ້າຮ່ວມ ງານວາງສະແດງສິນຄ້າ ຕາມຂອບເຂດສິດຂອງຕົນ; 5. ສະເບີຍ້ອງຍໍ ຈນກ ທີ່ມີຜົນງານດີເດັ້ນໃນການເຄື່ອນໄຫວທຸລະກິດ, ປະກອບສ່ວນພັດທະນາ ແລະ ຊ່ວຍເຫຼືອສັງຄົມ; 6. ສະຫຼຸບ ແລະ ລາຍງານການປະຕິບັດວຽກງານສົ່ງເສີມ ຈນກ ທີ່ຕົນຮັບຜິດຊອບໃຫ້ຄະນະກໍາ ມະການສົ່ງເສີມ ຈນກ ຢ່າງເປັນປົກກະຕິ; 7. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອືນ ຕາມທີ່ກໍານົດໄວ້ໃນກົດຫນາຍ.
ພາກທີ Vi ຂໍຫ້າມ ມາດຕາ 57 ຂໍ້ຫ້າມສໍາລັບການຈັດຕັ້ງ ແລະ ພະນັກສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຫ້າມ ການຈັດຕັ້ງ ແລະ ພະນັກງານສົ່ງເສີມ ຈນກ ມີພຶດຕິກໍາ ຕັ້ ດັ່ງນີ້: 1. ເປີດເຜີຍຂໍ້ມູນທີ່ເປັນຄວາມລັບທາງດ້ານທຸລະກິດຂອງ ຈນກ ເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກ ຈນກ ນັ້ນ; 2. ປອມແປງ, ບິດເບືອນຂໍ້ມຸນສະເພາະຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດຫຶ່ງ ເພື່ອຜົນປະ ໂທຍດສ່ວນຕົວ ຫຼື ສ້າງຄວາມເສຍຫາຍ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ນັ້ນໂດຍເຈດຕະນາ; Q] 8. ທວງ, ຮຽກເອົາ ຫຼື ຮັບສິນບົນຈາກຜູ້ປະກອບກິດຈະການ; 4. ລະເມີດຈັນຍາບັນຂອງພະນັກງານ; 5. ມີພຶດຕິກໍາອືນ ທີເປັນການລະເມີດກົດບນາຍ. ມາດຕາ 58 ຂໍ້ຫ້າມສໍາລັບຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ແລະ ຜູ້ປະກອບກິດຈະການ ຫ້າມ ຈນກ ແລະ ຜູ້ປະກອບກິດຈະການ ມີພຶດຕິກໍາ ດັ່ງນີ້: 1. ລາຍງານຂໍ້ມູນເທັດ ກ່ຽວກັບສະພາບການເຄື່ອນໄຫວທຸລະກິດຂອງຕົນ: 2. ປອມແປງ, ບິດເບືອນຂໍ້ມູນສະເພາະຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອືນ ເພື່ອຜົນປະໂຫຍດ ຂອງທຸລະກິດຕົນ ຫຼື ສ້າງຄວາມເສຍຫາຍ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ນັ້ນໂດຍເຈດຕະນາ: 8. ສະເຫຼີໃຫ້ ຫຼື ໃຫ້ສິນບົນແກ່ ການຈັດຕັ້ງ ແລະ ພະນັກງານສົ່ງເສີມ ຈນກ; 4. ມີພຶດຕິກໍາອືນ ທີ່ເປັນການລະເມີດກົດຫນາຍ. 18 ພາກທີ ໄ[|| ການຄຸ້ມຄອງ ແລະ ກວດກາວຽກງານ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຫວດທີ 1 ການຄຸ້ມຄອງວຽກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ມາດຕາ 59 (ປັບປຸງ) ອົງການຄຸ້ມຄອງວຽກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫມາດນ້ອຍ ແລະ ກາງ ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານສົ່ງເສີມ ຈນກ ຢ່າງລວມສູນ ແລະ ເອກະພາບ ໃນຂອບເຂດທົ່ວ ປະເທດ ໂດຍມອປໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ຮັບຜິດຊອບ ໂດຍກົງ ແລະ ເປັນເຈົ້າການປະສານ ສົມທົບກັບ ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານສົ່ງເສີມ ຈນກ ປະກອບດ້ວຍ: 1. ກະຊວງອຸດສາຫະກໍາ ແລະ ການຄ້າ; 2. ພະແນກອຸດສາຫະກໍາ ແລະ ການຄ້າ ຂັ້ນແຂວງ; 3. ຫ້ອງການອຸດສາຫະກໍາ ແລະ ການຄ້າ ຂັ້ນເມືອງ.
ມາດຕາ 60 (ປັບປຸງ) ສິດ ແລະ ຫ້າທີ່ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໃນການຄຸ້ມຄອງວຽກງານສົ່ງເສີມ ຈນກ ກະຊວງອຸດສາຫະກໍາ ແລະ ການຄ້າ ມີ ສິດ ແລະ ຫ້າທີ່ ດັ່ງນີ້: 1. ຄົ້ນຄວ້າ, ສ້າງນະໂຍບາຍ, ກົດຫນາຍ, ແຜນພັດທະນາ ແລະ ລະບຽບການ ກ່ຽວກັບການສົ່ງເສີມ -ຈຸນກ ເພື່ອສະເຫີລັດຖະບານພິຈາລະນາ; 2. ຜັນຂະຫຍາຍ ນະໂຍບາຍ, ກົດຫນາຍ, ແຜນພັດທະນາ ແລະ ລະບຽບການ ກ່ຽວກັບການສົ່ງ ເສີມ ຈນກ; 3. ໂຄສະນາ ເຜີຍແຜ່ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ນະໂຍບາຍ, ກົດຫນາຍ, ແຜນພັດທະນາ ແລະ ລະບຽບການ ກ່ຽວກັບການສົ່ງເສີມ ຈນກ ຢ່າງກວ້າງຂວາງ ໃນຂອບເຂດທົ່ວປະເທດ; 4. ຄົ້ນດວ້າກໍານົດເງື່ອນໄຂການຈັດແບ່ງຂະຫນນາາດ ຈນກ ເພື່ອນໍາສະເຫີຕໍ່ລັດຖະບານພິຈາລະນາ ຕົກລົງ ແລະ ປະກາດໃຊ້ໃນແຕ່ລະໄລຍະ; ຣ. ຊີ້ນໍາການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມ ຈນກ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; 6. ຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດ ນະໂຍບາຍ, ກົດຫນາຍ, ແຜນພັດທະນາ ແລະ ລະບຽບການ ກ່ຽວກັບການສົ່ງເສີມ ຈນກ; 7. ຊີ້ນໍາການຈັດຕັ້ງປະຕິບັດວຽກງານຂອງສໍານັກງານສົ່ງເສິມ ຈນກ; 8. ຄົ້ນຄວ້າແກ້ໄຂຄໍາສະເຫີຂອງພາກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບວຽກງານ ສົ່ງເສີມ ຈນກ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; ອ. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ໃນການຈັດຕັ້ງປະຕິບັດ ນະໂຍບາຍ ແລະ ແຜນພັດທະນາ ຈນກ ຕາມຄວາມຮັບຜິດຊອບຂອງຕົນ; 10. ພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານສົ່ງເສີມ ຈນກ; 19 ໃາ < ະ & ດນ A a Py 11. ສະຫຼຸບ ແລະ ລາຍງານຜົນຂອງການເຄືອນໄຫວຈັດຕັ້ງປະຕິບັດວຽກງານສົ່ງເສີມ ຈນກ ໃຫ້ລັດ ຖະບານ ຢ່າງເປັນປົກກະຕິ; 12. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອືນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ.
ມາດຕາ 61 (ປັບປຸງ) ສິດ ແລະ ຫ້າທີ່ຂອງພະແນກອຸດສາຫະກໍາ ແລະ ການຄ້າ ຂັ້ນແຂວງ ໃນການຄຸ້ມຄອງວຽກງານສົ່ງເສີມ ຈນກ ພະແນກອຸດສາຫະກໍາ ແລະ ການຄ້າຂັ້ນແຂວງ ມີ ສິດ ແລະ ot ດັ່ງນີ: 1. ຈັດຕັ້ງປະຕິບັດ ນະໂຍບາຍ, ກົດຫນາຍ, ແຜນພັດທະນາ ແລະ ລະບຽບການ ກ່ຽວກັບການສົ່ງ ເສີມ ຈນກ ພາຍໃນແຂວງ, ນະຄອນຫຼວງຂອງຕົນ; 2. ໂຄສະນາ ເຜີຍແຜ່ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ນະໂຍບາຍ, ກົດຫນາຍ, ແຜນພັດທະນາ ແລະ ລະບຽບການ ກ່ຽວກັບການສົ່ງເສີມ ຈນກ ໃຫ້ພາກລັດ ແລະ ພາກທຸລະກິດຮັບຮູ້ຢ່າງກວ້າງຂວາງ ພາບໃນ ແຂວງ, ນະຄອນຫຼວງ ຂອງຕົນ; 8. ຊີ້ນໍາ ແລະ ຕິດຕາມການເຄື່ອນໄຫວຂອງຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງ, ເທດສະ ບານ, ນະຄອນ ກ່ຽວກັບວຽກງານສົ່ງເສີມ ຈນກ; 4. ສະຫນອງ ຂໍ້ມູນ ຂ່າວສານ ກ່ຽວກັບວຽກງານສົ່ງເສີມ ຈນກ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແເຜນພັດທະນາ ຈນກ ໃນແຕ່ລະໄລຍະ ຢູ່ທ້ອງຖິ່ນຂອງຕົນ; 5. ຮັບຄໍາສະເຫີຂອງພາກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບວຽກງານສົ່ງເສີມ ຈນກ ພາຍໃນ ແຂວງ, ນະຄອນຫຼວງ ເພື່ອສັງລວມລາຍງານ ຂັ້ນເທິງພິຈາລະນາ; 6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ໃນການຈັດຕັ້ງປະ ຕິບັດນະໂຍບາຍ, ຍຸດທະສາດ ແລະ ແຜນພັດທະນາ ຈນກ ຕາມຄວາມຮັບຜິດຊອບຂອງຕົນ; 7. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານສົ່ງເສີມ ຈນກ ຕາມການມອບຫນາຍ; 8. ສະຫຼຸບ ແລະ ລາຍງານ ຜົນຂອງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສົ່ງເສີມ ຈນກ ໃຫ້ອົງ ການປົກດອງຂັ້ນແຂວງ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ຢ່າງເປັນປົກກະຕິ; 9. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ກົດຫນາຍ. ມາດຕາ 62 (ໃບນ່) ສິດ ແລະ ຫໍ້າທີ່ຂອງຫ້ອງການອູດສາຫະກໍາ ແລະ ການຄ້າ ຂັ້ນເມືອງ ໃນການຄຸ້ມຄອງວຽກງານສົ່ງເສີມ ຈນກ ຫ້ອງການອູຸດສາຫະກໍາ ແລະ ການຄ້າຂັ້ນເມືອງ ມີ ສິດ ແລະ ຫ້າ ດັ່ງນີ້: Sa- 1. ຈັດຕັ້ງປະຕິບັດ ແຜນການ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ກ່ຽວກັບວຽກງານສົ່ງເສີມ ຈນກ ທີ່ຂັ້ນ ເທິງໄດ້ວາງອອກ; 2. ເຜີຍແຜ່ ນະໂຍບາຍ, ກົດຫນາຍ ແລະ ລະບຽບການ ກ່ຽວກັບການສົ່ງເສີມ ຈນກ ພາຍໃນເມືອງ, ເທດສະບານ, ນະຄອນ ຂອງຕົນ ໃຫ້ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ; 5. ຊີ້ນໍາ, ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ຈນກ ພາຍໃນເມືອງ, ເທດສະ ບານ, ນະດອນ ຂອງຕົນ; 4. ຮັບຄໍາສະເຫຼືຂອງພາກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບວຽກງານສົ່ງເສີມ ຈນກ ພາຍໃນ ເມືອງ, ເທດສະບານ, ນະຄອນ ຂອງຕົນ ເພື່ອສັງລວມລາຍງານຂັ້ນເທິງພິຈາລະນາ;
20 5. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ໃນການຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ ແລະ ແຜນພັດທະນາ ຈນກ ຕາມຄວາມຮັບຜິດຊອບຂອງຕົນ:; 6. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ຈນກ ຢູ່ພາຍໃນ ເມືອງ, ເທດສະ ບານ, ນະຄອນ ຂອງຕົນ ໃຫ້ອົງການປົກຄອງຂັ້ນເມືອງ ແລະ ພະແນກອຸດສະຫະກໍາ ແລະ ການຄ້າຂັ້ນແຂວງ ຢ່າງເປັນປົກກະຕິ; 7. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດບນາຍ. ມາດຕາ 68 (ປັບປຸງ) ສິດ ແລະ ຫ້າທີ່ຂອງຂະແບນງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂະແຫນງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ມື ສຶດ ແລະ ຫ້າທີ່ ໃນການ ສົ່ງເສີມ, ຊຸກຍູ້, ຕິດຕາມ ກວດກາ, ໃຫ້ການຮ່ວມມື ແລະ ປະສານສົມທົບກັບອົງການຄຸ້ມຄອງວຽກງານສົ່ງ ເສີມ ຈນກ ແລະ ການຈັດຕັ້ງສິ່ງເສີມ ຈນກ ໃນການຈັດຕັ້ງປະຕິບັດກົດຫນາຍສະບັບນີ້ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ. ຫວດທີ ຂ ການກວດກາວຽກງານສົງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ມາດຕາ 64 (ປັບປຸງ) ອົງການກວດກາວຽກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ອົງການກວດກາວຽກງານສົ່ງເສີມ ຈນກ ປະກອບດ້ວຍ: 1. ອົງການກວດກາພາຍໃນ ຊຶ່ງແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານສົ່ງເສີມ ຈນກ ຕາມ ທີ່ໄດ້ກໍານົດໄວ້ໃນມາດຕາ 59 ຂອງກົດຫນາຍສະບັບນີ້. 2. ອົງການກວດກາພາຍນອກ ຊຶ່ງແມ່ນ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດກາ ແຫ່ງລັດ, 8ງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາ ຊົນ, ອົງການຈັດຕັ້ງສັງຄົມ ແລະ ສື່ມວນຊົນ. ມາດຕາ 65 ເນື້ອໃນການກວດກາ ການກວດກາວຽກງານສົ່ງເສີມ ຈນກມີ ດັ່ງນີ້: 1. ການປະຕິບັດນະໂຍບາຍ, ແຜນຍຸດທະສາດ, ກົດຫນາຍ ແລະ ລະບຽບການ ກ່ຽວກັບວຽກງານ ສິ່ງເສີມ ຈນກ: 2. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມດອງ ແລະ ກວດກາວຽກງານສົ່ງເສີມ ຈນກ; 3. ການຄຸ້ມຄອງ, ຕິດຕາມ ກວດກາ ແລະ ນໍາໃຊ້ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດ ຂະຫນາດນ້ອຍ ແລະ ກາງ; 4. ການນໍາໃຊ້ສິດ, ການປະຕິບັດຫ້າທີ່ຂອງພະນັກງານ ແລະ ເຈົ້າຫ້າທີ່ ທີ່ກ່ຽວຂ້ອງກັບວຽກງານ ສົ່ງເສີມ ຈນກ.
21 ມາດຕາ 66 ຮູບການກວດກາ ການກວດກາວຽກງານສົ່ງເສີມ ຈນກ ມີ ສາມຮູບການ ດັ່ງນີ້: 1. ການກວດກາປົກກະຕິ ຊຶ່ງແມ່ນ ການກວດກາ ຕາມແຜນການ ຢ່າງເປັນປະຈໍາ ແລະ ມີການ ກໍານົດເວລາອັນແນ່ນອນ: 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງຫ້າ ຊຶ່ງແມ່ນ ການກວດການອກແຜນການ ເມື່ອເຫັນວ່າ ມີຄວາມຈໍາເປັນ ຊຶ່ງຕ້ອງແຈ້ງໃຫ້ ຜູ້ຖືກກວດກາຊາບລ່ວງຫ້າ; 3. ການກວດກາກະທັນທັນ ຊຶ່ງແມ່ນ ການກວດກາເມືອເຫັນວ່າມືຄວາມຈໍາເປັນ ແຕ່ການລົງກວດ ການັ້ນ ດໍາເນີນຢ່າງຮີບດ່ວນ ໂດຍບໍ່ມີການແຈ້ງໃຫ້ເປົາຫນາຍທີ່ຈະຖືກກວດກາຮູ້ກ່ອນລ່ວງຫໍ້າ. ໃນການດໍາເນີນການກວດກາວຽກງານສົ່ງເສີມ ຈນກ ໃຫ້ປະຕິບັດຖືກຕ້ອງຕາມກົດຫນາຍ ຢ່າງເຂັ້ມງວດ. ພາກທີ 1X ງົບປະມານ, ເຄືອງບນາຍ ແລະ ຕາປະທັບ ມາດຕາ 67 ງົບປະມານ ລັດຖະບານ ຈັດສັນງົບປະມານເປັນການສະເພາະ ສໍາລັບວຽກງານສົ່ງເສີມ ຈນກ ຊຶງໄດ້ບັນຈຸເຂົາໃນ ແຜນງົບປະມານແຫ່ງລັດ ໂດຍສອດຄ່ອງກັບກົດຫນາຍວ່າດ້ວຍງົບປະມານແຫ່ງລັດ. ມາດຕາ 68 ເຄືອງໆນາຍ ແລະ ຕາປະທັບ ດູມ K a ສໍານັກງານສົ່ງເສີມ ຈນກ ມີ ເຄືອງບນາຍ ແລະ ຕາປະທັບ ເປັນຂອງຕົນ ເພື່ອນໍໍາໃຊ້ເຂົາໃນການເຄື່ອນ s ແ, < ຂ a & . ~ - A e ໄຫວວຽກງານທາງລັດຖະການ. ພາກທີ % ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ມາດຕາ 69 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະ ຕິບັດວຽກງານສົ່ງເສີມ ຈນກ ຢ່າງມີປະສິດທິຜົນ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອືນ ຕາມລະບຽບການ. ມາດຕາ 70 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີໄດ້ລະເມີດກົດຫນາຍສະບັບນີ ເປັນຕົ້ນ ບັນດາຂໍ້ຫ້າມ ຈະຖືກກ່າວ ເຕືອນ. ສຶກສາອົບຮົມ, ລົງວິໄນ, ປັບໃຫນ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມກົດຫນາຍ.
22 ພາກທີ X ບົດບັນຍັດສຸດທ້າຍ ມາດຕາ 71 ການຈັດຕັ້ງປະຕິບັດ ສັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດຫນາຍສະບັບນີ້. ມາດຕາ 72 (ປັບປຸງ) ຜົນສັກສິດ ກົດຫນາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 11 ຕຸລາ 2022 ພາຍຫຼັງປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ ແລະ ໄດ້ລົງຈົດຫນາຍເຫດທາງລັດ .ຖະການ ເປັນຕົ້ນໄປ. ກົດຫນາຍສະບັບນີ້ ປ່ຽນແທນກົດຫາຍວ່າດ້ວຍການສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ ສະບັບເລກທີ 11ສພຊ, ລົງວັນທີ 21 ທັນວາ 2011. ປອ ໄຊສົມພອນ ພ້ນລິທານ 23