Law No.11 on National Heritage
Made 2021-11-16 · Text as of 2026-10-01
Public law and official guidance, published as research. Not legal, tax or financial advice.
About this law
- Language
- Lao
- Kind
- Act
- Organisation
- Mekong River Commission (MRC)
- Country
- Laos
- Subjects
- Wild species and ecosystems, General
- Keywords
- cultural heritage, registration, classification/declassification, monitoring, sustainable development, tourism, legal proceedings/administrative proceedings, offences/penalties, internal trade, international trade, enforcement/compliance, protected area, protection of habitats, biodiversity, ecosystem conservation, environmental impact assessment (EIA)
- Categories
- *
Where to read it
No source link is recorded for this law.
Text
The law's own text, section by section, as held. Each section has its own link.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ປະທານປະເທດ ເລກທີ.....24 2... /ປປທ ນະຄອນທຼວງວຽງຈັນ, ວັນທີ..29.ທັນວາ.2021.. ລັດຖະດາໍລັດ ຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກຽວກັບການປະກາດໃຊ້ ກົດຫນາຍ ວາດ້ວຍມໍຣະດົກແທງຊາດ (ສະບັບປັບປຸງ) -- ອີງຕາມ ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ບນພວດທີ VI ມາດຕາ 67 ຂໍ 1; - ອີງຕາມ ມະຕິຂອງກອງປະຊຸມສະພາແທ່ງຊາດ ສະບັບເລກທີ 38/ສພຊ, ລົງວັນທີ 16 ພະຈິກ 2021 ກຽວກັບການຮັບຮອງເອົາ ກົດປນາຍວາດ້ວຍມໍຮະດົກແຫ່ງຊາດ (ສະບັບປັບປຸງ); -. ອີງຕາມ ພັງສືສະເນີຂອງຄະນະປະຈໍາສະພາແຫງຊາດ ສະບັບເລກທີ 18/ຄປຈ, ລົງວັນທີ 15 ທັນວາ 2021. ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊໍ່ນລາວ ອອກລັດຖະດາລັດ: ມາດຕາ 1 ປະກາດໃຊ້ ກົດບນາຍ ວາດ້ວຍມໍຣະດົກແທ່ງຊາດ (ສະບັບປັບປຸງ). ມາດຕາ 2 ລັດຖະດາລັດສະບັບນີ້ ມີຜົນສັກອິດນັບແຕວັນລົງລາຍເຊັນ ເປັນຕົນໄປ. ປະທານປະເທດ ແທ່ງ ສປປ ລາວ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ສະພາແຫ່ງຊາດ ເລກທີ + / ສພຊ ນະຄອນຫຼວງວຽງຈັນ, ວັນທີ 4 ແ / 11 / 21 ມະຕິ ຂອງກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຮັບຮອງເອົາກົດຫນາຍວ່າດ້ວຍຊາຍແດນແຫ່ງຊາດ - ອີງຕາມລັດຖະທໍາມະນູນ ແຫງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ມາດຕາ 53 ຂໍ້ 1 ແລະ ກົດຫນາຍວາດ້ວຍການປັບປຸງບາງມາດຕາຂອງກົດຫນາຍວາດ້ວຍສະພາແຫງຊາດ ແລະ ກົດຫນາຍວາ ດ້ວຍສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ ປີ 2020) ມາດຕາ 1 ຂໍ້ 1.
(ຊາ o o . ຂ ໃລ ະ ຕ ກ ຈ ພາຍຫຼັງທີກອງປະຊຸມສະໄບນສາມັນ ເທື່ອທີ 2 ຂອງສະພາແຫງຊາດ ຊຸດທີ !% ໄດ້ຄົນຄວ້າພິຈາລະນາຢ່າງ ກວ້າງຂວາງ ແລະ ເລິກເຊິງ ກຽວກັບເນື້ອໃນຂອງກົດຫນາຍວາດ້ວຍຊາຍແດນແຫ່ງຊາດ ໃນວາລະຕອນປາຍຂອງກອງປະຊຸມ ຄັງວັນທີ 15 ພະຈິກ 2021 ແລະ ຖືກພິຈາລະນາຮັບຮອງເອົາ ໃນວາລະຕອນປາຍຂອງກອງປະຊຸມ ຄັງວັນທີ 16 ພະຈິກ 2021. ກອງປະຊຸມສະພາແຫ່ງຊາດ ຕົກລົງ: ມາດຕາ 1 ຮັບຮອງເອົາກົດຫນາຍວາດ້ວຍຊາຍແດນແຫງຊາດ ດ້ວຍຄະແນນຫຼາຍກວາເຄິງຫນຶງ ຂອງຈໍານວນສະມາຊິກສະ ພາແຫງຊາດ ທີເຂົ້າຮວມກອງປະຊມ . ມາດຕາ 2 ມະຕິສະບັບນີ້ ມີຜົນສັກສິດນັບແຕວັນລົງລາຍເຊັນ ເປັນຕົ້ນໄປ. ປະທານສະພາແຫ່ງຊາດ ປອ ໄຊສົມພອນ ພົມວິຫານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ສະພາແຫ່ງຊາດ ເລກທີ 11 /ສພຊ ນະຄອນຫຼວງວຽງຈັນ, ວັນທີ 16 ພະຈິກ 2021 ກົດຫນາຍ ວ່າດ້ວຍມໍຣະດົກແຫ່ງຊາດ (ສະບັບປັບປຸງ) ພາກທີ ! ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ ກົດຫນາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ນໍາໃຊ້ , ປົກປັກຮັກສາ, ອະນຸລັກ, ບູລະນະ, ປະຕິສັງຂອນ ເພື່ອຮັກສາໄວ້ ຊຶ່ງຄຸນຄ່າ ຂອງມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ແນໃສ່ສຶກສາອົບຮົມພົນລະເມືອງໃຫ້ມີນ້ໍາໃຈຮັກຊາດ, ຮັກມູນ ເຊື້ອອັນດີງາມຂອງຊາດ, ເປັນປັດໄຈຄ້າປະກັນການຍືນຍົງຄົງຕົວ ຂອງຊາດລາວຕະຫຼອດໄປ, ສາມາດເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ມາດຕາ 2 (ປັບປຸງ) ມໍຣະດົກແຫ່ງຊາດ ມໍຣະດົກແຫ່ງຊາດ ແມ່ນ ຜະລິດຕະພັນທີ່ມະນຸດສ້າງຂຶ້ນ ຫຼຶື ສິ່ງທີ່ເກີດຂຶ້ນໂດຍທໍາມະຊາດ ທີ່ ມີຄຸນຄ່າສູງທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ, ເປັນຊັບສົມບັດອັນລ້າຄ່າ, ເປັນກໍາມະ ສິດລວມຂອງວົງຄະນາຍາດແຫ່ງຊາດລາວ ທີ່ມີຢູ່ທັງພາຍໃນ ແລະ ຕ່າງປະເທດ. ມໍຣະດົກແຫ່ງຊາດ ປະກອບດ້ວຍ ມໍຣະດົກທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາ ມະຊາດ ທີ່ເປັນວັດຖຸ, ບໍ່ເປັນວັດຖຸ. ເປັນສັງຫາລິມະຊັບ ຫຼື ອະສັງຫາລິມະຊັບ, ມີຊີວິດ ຫຼື ບໍ່ມີຊີວິດ ຊຶ່ງຢັງ ຢືນເຖິງຄວາມເປັນມາຂອງຊາດລາວ, ຄົນລາວໃນແຕ່ລະຍຸກແຕ່ລະສະໄຫນ. ມາດຕາ 8 (ປັບປຸງ) ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດຫນາຍສະບັບນີ້ ມີຄວາມບນາຍ ດັ່ງນີ້: 1. ຮ່ອງຮອຍປະຫວັດສາດ ຫນາຍເຖິງ ສະຖານທີ່, ສິ່ງກໍ່ສ້າງທາງດ້ານ ສະຖາປັດຕະຍະກໍາ, ບູຮານສະຖານ ຊຶ່ງມີວັດຖຸບູຮານ ທີ່ມີຄຸນຄ່າສູງ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ວິທະຍາສາດ; 2. ສະຖາປັດຕະຍະກໍາ ຫນາຍເຖິງ ສິ່ງກໍ່ສ້າງແຫ່ງສິລະປະທີ່ໂດດເດັ່ນທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ຊຶ່ງຕິດພັນກັບແບບແຜນດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ, ຂອງບັນພະບຸລຸດ ແລະ ວິລະບູລຸດແຫ່ງຊາດ ; 3. ວັດຖຸບູຮານ ບນາຍເຖິງ ຜະລິດຕະພັນທາງດ້ານວັດຖຸ ທີ່ສ້າງຂຶ້ນໂດຍມະນຸດອັນເປັນຫຼັກ ຖານຢັ້ງຢືນ ເຖິງປະຫວັດສາດແຫ່ງຂະບວນວິວັດຂອງສັງຄົມມະນຸດ; 4. ແຫຼ່ງບູຮານວິທະຍາ ຫນາຍເຖິງ ສະຖານທີ່ ຊຶ່ງວັດຖຸບູຮານ, ສະຖານບູຮານ ແລະ ບັນດາ ຮ່ອງຮອຍຫຼັກຖານທາງປະຫວັດສາດ ຖືກຄົ້ນພົບຢູ່ຮ່ວມກັນເປັນກຸ່ມ: 5. ວັດຖຸຈໍາລອງແບບ ຫນາຍເຖິງ ວັດຖຸທີ່ສ້າງຂຶ້ນໃຫ່ ໂດຍການກ່າຍເອົາແບບວັດຖຸບູຮານ ຊຶ່ງມີລັກສະນະຮູບຊົງ, ສັດສ່ວນ, ສີສັນ, ລວດລາຍ, ການຕົບແຕ່ງ ແລະ ຈຸດພິເສດອື່ນ ຕາມແບບສະບັບເດີມ; 6. ການປົກປັກຮັກສາມໍຣະດົກແຫ່ງຊາດ ບນາຍເຖິງ ການປ້ອງກັນບໍ່ໃຫ້ຖືກລັກ, ທໍາລາຍ, ຈຸດເຜົາ, ຖືກເສຍຫາຍຈາກທໍາມະຊາດ ຫຼື ຖືກເອົາໄປນໍາໃຊ້ ໂດຍບໍ່ຖືກຕ້ອງຕາມກົດບນາຍ; 7. ການອະນຸລັກມໍຣະດົກແຫ່ງຊາດ ບນາຍເຖິງ ຂະບວນການ ແລະ ວິທີການຮັກສາໄວ້ ຊຶ່ງ ຄຸນຄ່າ, ຮ່ອງຮອຍ, ສີສັນທາງດ້ານ ວັດທະນະທໍາ, ປະຫວັດສາດ, ທໍາມະຊາດ ຂອງມໍຣະດົກແຫ່ງຊາດ ເພື່ອບໍ່ ໃຫ້ເສື້ອມໂຊມ ແລະ ສູນຫາຍ; 8. ການບູລະນະ ບນາບເຖິງ ການສ້ອມແປງ ຫຼື ຟື້ນຟູສ່ວນໃດຫຶ່ງຂອງມໍຣະດົກນັ້ນໆ ໂດຍ ຮັກສາຮູບແບບ, ລວດລາຍ, ສິລະປະ ແລະ ລາຍລະອຽດເດີມ ຂອງອາຄານສິ່ງກໍສ້າງໃຫ້ຖືກຕ້ອງຕາມຍຸກສະ ໄຫ ທີ່ແນ່ນອນ ຊຶ່ງນໍາໃຊ້ວັດສະດຸ ແລະ ວິທີການດັງເດີມ ເພື່ອສ້ອມແຊມສ່ວນທີ່ຂາດຫາຍໄປໃຫ້ສົມບູນ: 9. ການປະຕິສັງຂອນ ບນາຍເຖິງ ຂະບວນການຕ່າງໆທີ່ລວມເອົາການບູລະນະສ້ອມແປງ ເພື່ອໃຫ້ວັດຖຸ ຫຼື ສິ່ງກໍ່ສ້າງດ້ານວັດທະນະທໍາ, ປະຫວັດສາດ, ທັດສະນີຍະພາບທໍາມະຊາດ ຄືນສູ່ສະພາບ ແລະ ເອກະລັກຕັ້ງເດີມ ດ້ວຍການອີງຕາມຂໍ້ມູນຫຼັກຖານທາງປະຫວັດສາດທີ່ມີຢູ່; 10. ມໍຣະດົກສະຖານ ຫນາຍເຖິງ ບູຮານສະຖານ, ປູຊະນິຍະສະຖານ, ອະນຸສອນສະຖານ, ສະຖານທີ່ທໍາມະຊາດ ແລະ ສະຖາປັດຕະຍະກໍາ ຊຶ່ງມີຄຸນຄ່າທາງດ້ານ ວັດທະນະທໍາ, ປະຫວັດສາດ, ວິທະຍາ ສາດ ຫຼື ເຕັກໂນໂລຊີ , ທັດສະນິຍະພາບທີ່ສືບທອດກັນມາ; 11. ປູຊະນິຍະສະຖານ ບນາຍເຖິງ ສະຖານທີ່ ຊຶ່ງເປັນບ່ອນເຄົາລົບບູຊາ ຂອງປະຊາຊົນ ທີ່ຕິດ ພັນກັບການເຄື່ອນໄຫວທາງສາສະບນາ, ຮີດຄອງປະເພນີ ແລະ ຮ່ອງຮອຍປະຫວັດສາດ; 12. ອະນຸສອນສະຖານ ຫນາຍເຖິງ ສະຖານທີ່ລະນຶກເຖິງວິລະກໍາຂອງບັນພະບຸລຸດ ແລະ ຂະບວນການຕໍ່ສູ້ອັນພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ ໃນການປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ເພື່ອຄວາມຊົງຈໍາຂອງອະນຸຊົນຄົນຮຸ່ນຫຼັງ; 15. ຊັບສົມບັດອັນລ້ໍາຄ່າ ຫນາຍເຖິງ ຊັບສົມບັດທີ່ມີຄຸນຄ່າສູງ, ໂດດເດັ່ນ ແລະ ຫາຍາກ; 14. ຄວາມຊົງຈໍາຂອງໂລກ (Memory 01 the World) ຫນາຍເຖິງ ເຫດການໃດຫຼຶ່ງທີ່ເກີດ ຂຶ້ນ ແລະ ຖືກບັນທຶກໄວ້ ເພື່ອໃຫ້ດົນຮຸ່ນຫຼັງໄດ້ຮັບຮູ້ ໂດຍມືການຂຶ້ນທະບຽນ, ອະນຸລັກ ແລະ ປົກປັກຮັກສາ ກ່ຽວກັບເຫດການທີ່ມີຄວາມສໍາຄັນສູງທາງດ້ານມໍຣະດົກວັດທະນະທໍາ ແລະ ປະຫວັດສາດ ຂອງຊາດ, ຂອງ ພາກພື້ນ ແລະ ຂອງໂລກ ເພື່ອເກັບຮັກສາໄວ້ເປັນຄວາມຊົງຈໍາຂອງມວນມະນຸດຊາດ; 15. ເຄື່ອງຄ້າຂອງຄຸນ ຫນາຍເຖິງ ວັດຖຸທີ່ມີຄູຸນຄ່າທາງດ້ານຈິດໃຈ ຊຶ່ງເປັນສ່ວນຫຶ່ງຂອງຊັບ ສົມບັດອັນລ້າດ່າ ທີ່ປວງຊົນລາວ ໃຫ້ຄວາມເດົາລົບ ສັກກາລະບູຊາ.
ມາດຕາ 4 (ປັບປຸງ) ນະໂຍບາຍຂອງລັດກ່ຽວກັບວຽກງານມໍຣະດົກແຫ່ງຊາດ ລັດ ສົ່ງເສີມ ແລະ ຖືເປັນບຸລິມະສິດຕໍ່ວຽກງານມໍຣະດົກແຫ່ງຊາດ ດ້ວຍການປົກປັກຮັກສາ, ອະນຸລັກມໍຣະດົກແຫ່ງຊາດ, ປະກອບບຸກຄະລາກອນ, ສະຫນອງງົບປະມານ, ພາຫະນະ, ວັດຖຸປະກອນ. ເຕັກ ນິກ ແລະ ເຕັກໂນໂລຂຊີທັນສະໄຫນ. ລັດ ສົ່ງເສີມ ແລະ ສ້າງເງື່ອນໄຂ ອໍານວຍຄວາມສະດວກໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ ຕັ້ງທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນ ແລະ ມີສ່ວນຮ່ວມໃນການສະຫນອງຂໍ້ມູນ ຂ່າວສານ, ປົກປັກ ຮັກສາ, ອະນຸລັກ, ບູລະນະ, ປະຕິສັງຂອນ ແລະ ຟື້ນຟູ ມໍຣະດົກແຫ່ງຊາດ ເພື່ອໃຫ້ມີຄວາມບືນຍົງຄົງຕົວ. ລັດ ສົ່ງເສີມ ການຄົ້ນຄວ້າ, ການປະດິດຄິດແຕ່ງ, ການເຜີຍແຜ່ຄຸນຄ່າ ທີ່ມີລັກສະນະຊາດ, ມະ ຫາຊົນ ແລະ ກ້າວຫ້າຂອງມໍຣະດົກແຫ່ງຊາດ ພ້ອມທັງຈໍາກັດ, ແກ້ໄຂສິ່ງກົດຫ່ວງຖ່ວງດຶງ ຄວາມກ້າວຫໍ້າ ຂອງປະຊາຊົນລາວບັນດາເຜົ່າ ແລະ ຂອງປະເທດຊາດ. ລັດ ຮັບຮູ້ ແລະ ປົກປ້ອງກໍາມະສິດ ກ່ຽວກັບມໍຣະດົກແຫ່ງຊາດ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຂຶ້ນທະບຽນ ຢ່າງຖືກຕ້ອງຕາມກົດໆນາຍ ແລະ ລະບຽບການ. ມາດຕາ 5 (ປັບປຸງ) ຫຼັກການກ່ຽວກັບວຽກງານມໍຣະດົກແຫ່ງຊາດ ການເຄື່ອນໄຫວວຽກງານມໍຣະດົກແຫ່ງຊາດ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້: 1. ການສຶກສາ, ສໍາຫຼວດ, ຂຸດຄົ້ນ, ເກັບນູ້, ກອບນູ້. ຄົ້ນຄວ້າວິໄຈ, ການປະດິດຄິດແຕ່ງ, 03¢ ນທະບຽນ, ການໂຄສະນາ ເຜີຍແຜ່ ຕ້ອງຮັບປະກັນຄວາມຍືນຍົງຄົງຕົວຂອງມໍຣະດົກແຫ່ງຊາດ, ເປັນກໍາລັງ ດັນ ໃນການພັດທະນາປະເທດຊາດ ໃຫ້ຮັ່ງມີ, ເຂັ້ມແຂງ ສອດຄ່ອງກັບແນວທາງ, ນະໂຍບາຍ, ກົດຫນາຍ ແລະ e ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ; 2. ການຄຸ້ມຄອງ, ປົກປັກຮັກສາ ແລະ ອະນຸລັກມໍຣະດົກແຫ່ງຊາດ ຕ້ອງໃຫ້ສອດຄ່ອງກັບ o -ະ ແນວທາງ, ນະໂຍບາຍ, ກົດຫນາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ; 3. ການບູລະນະ, ປະຕິສັງຂອນ ແລະ ຟື້ນຟູ ມໍຣະດົກແຫ່ງຊາດ ຕ້ອງຮັບປະກັນລັກສະນະ ຊາດ, ວິທະຍາສາດ ແລະ ມະຫາຊົນ ພ້ອມທັງຈໍາກັດ, ແກ້ໄຂສິ່ງກົດຫຫວງຖ່ວງດຶງຄວາມກ້າວຫ້າ ຂອງປະຊາ ຊົນລາວບັນດາເຜົ່າ ແລະ ຂອງປະເທດຊາດ; 4. ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ ໃຫ້ມີຄວາມຍຸຕິທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້; 5. ການຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍຣະດົກແຫ່ງຊາດ ຮັບປະກັນການມີສ່ວນ ຮ່ວມຂອງປະຊາຊົນ, ອົງການຈັດຕັ້ງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະ ຫາຊົນ ແລະ ພາກສ່ວນເສດຖະກິດ.
ມາດຕາ 6 (ປັບປຸງ) ພັນທະຂອງພົນລະເມືອງ ພົນລະເມືອງລາວ ແລະ ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ທີ່ອາໄສ ຢູ່ ສປປ ລາວ ລ້ວນແຕ່ມີພັນ ທະໃນການປົກປັກຮັກສາ, ອະນຸລັກ, ບູລະນະ ແລະ ປະຕິສັງຂອນ ມໍຣະດົກແຫ່ງຊາດ ໃຫ້ມີດວາມຍືນຍົງຄົງຕົວ. ຄົນຕ່າງປະເທດ, ນັກທ່ອງທ່ຽວທີ່ເຂົ້າມາ ສປປ ລາວ ລວມທັງຄົນລາວ ຢູ່ ຕ່າງປະເທດ ກໍ່ມີ ພັນທະ ປະກອບສ່ວນເຂົ້າໃນການປຶກປັກຮັກສາ ແລະ ອະນຸລັກ ມໍຣະດົກແຫ່ງຊາດ. ມາດຕາ 7 ຂອບເຂດການນໍາໃຊ້ກົດຫນາຍ ກົດຫນາຍສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີເຄື້ອນໄຫວວຽກງານມໍຣະດົກ ແຫ່ງຊາດ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຢູ ສປປ ລາວ. ມາດຕາ 8 (ປັບປຸງ) ການຮ່ວມມືສາກົນ ລັດ ສົງເສີມການພົວພັນ, ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານ ມໍຣະດົກແຫ່ງຊາດ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ຄົ້ນຄວ້າວິທະຍາສາດ, ຝຶກອົບຮົມວິຊາ ການ, ເຜີຍແຜ່ວັດທະນະທໍາ, ວາງສະແດງ, ຍາດແຍ່ງທຶນຮອນ, ການຄົ້ນຄວ້າຂຶ້ນທະບຽນມໍຣະດົກລະດັບ ພາກພື້ນ ແລະ ລະດັບໂລກ ຮ່ວມກັນ, ປະຕິບັດສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ. ພາກທີ !| ປະເພດມໍຣະດົກແຫ່ງຊາດ ຫນວດທີ 1 ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາ ມາດຕາ 9 (ໃຫ່) ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາ ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາ ແມ່ນ ມໍຣະດົກທີເປັນວັດຖຸ ຫຼື ບໍ່ເປັນວັດຖຸ, ເປັນສັງ ຫາລິມະຊັບ ແລະ ອະສັງຫາລິມະຊັບ ທີ່ມີຄຸນຄ່າສູງທາງດ້ານວັດທະນະທໍາ, ສິລະປະ, ພູມປັນຍາ, ວິທະຍາ ສາດ ຊິງເປັນສົມບັດຂອງຊາດ ແລະ ໄດ້ຮັບການສືບທອດກັນມາແຕ່ລະຍຸກແຕ່ລະສະໄຫນ. ມາດຕາ 10 ປະເພດມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາ ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາ ມີ ສອງປະເພດ ຄື: 1. ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາ ທີ່ເປັນວັດຖຸ: 2. ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາ ທີ່ບໍ່ເປັນວັດຖຸ.
ມາດຕາ 11 ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາທີ່ເປັນວັດຖຸ ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາທີເປັນວັດຖຸ ແມ່ນ ມໍຣະດົກທີ່ມີຕົວຕົນ, ເປັນຊັບສົມບັດອັນ ລ້າຄ່າທາງດ້ານວັດທະນະທໍາ ທີ່ເປັນເອກະລັກ ເປັນຕົ້ນ ເຄື່ອງມືການຜະລິດ, ເຄື່ອງຫັດຖະກໍາ, ເຄື່ອງອຸປະໂພກ, ບໍລິໂພກ, ສິລະປະວັດຖຸ, ເຄື່ອງດົນຕີພື້ນເມືອງ, ສິ່ງຈາລຶກບູຮານ, ວັດຖຸບູຮານ, ບູຮານສະຖານ, ປູຊະນິຍະສະ ຖານ. ມາດຕາ +2 (ປັບປຸງ) ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາທີ່ບໍ່ເປັນວັດຖຸ ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາທີ່ບໍ່ເປັນວັດຖຸ ແມ່ນ ມໍຣະດົກທີ່ບໍ່ມີຕົວຕົນ, ເປັນ ຊັບສົມບັດອັນລ້າຄ່າທາງດ້ານວັດທະນະທໍາ ເຊັ່ນ ພູມປັນຍາ, ຄວາມຮູ້, ປັດຊະຍາຂອງມະຫາຊົນ, ຄວາມເຊື່ອຖື, ຮີດຄອງປະເພນີອັນດີງາມ ຊຶ່ງສະແດງອອກໃນວິຖິຊີວິດ, ມາລະຍາດໃນສັງຄົມ, ພາສາ, ຕົວອັກສອນ, ຕົວເລກ, ພື້ນແຜ່ນ, ຫັງສືຜູກໃບລານ, ຕໍານານ, ນິທານ, ສຸພາສິດ, ກາບກອນ, ສຽງດົນຕີພື້ນເມືອງ, ບົດຟ້ອນພື້ນເມືອງ. ສຽງຮ້ອງ, ທໍານອງເພງ, ຂັບລໍາ, ຕໍາລາຢາພື້ນເມືອງ ແລະ ມໍຣະດົກອື່ນ ທີ່ບໍ່ເປັນວັດຖຸ ຊຶ່ງໄດ້ສືບທອດກັນມາ. ບນວດທີ 2 ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດ ມາດຕາ 13 (ໃຫ່) ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດ ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດ ແມ່ນ ມໍຣະດົກທີ່ເປັນວັດຖຸ ຫຼື ບໍ່ເປັນວັດຖຸ, ເປັນ ສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ທີ່ມີຄຸນຄ່າສູງທາງດ້ານປະຫວັດສາດ, ການຕໍ່ສູ້ທາງດ້ານການເມືອງ, ການທະຫານ ກ່ຽວກັບສິລະປະວັດຖຸ ຊຶ່ງເປັນສົມບັດຂອງຊາດ ແລະ ໄດ້ຮັບການສືບທອດ ກັນມາແຕ່ລະຍຸກ ແຕ່ລະສະໄຫມ. ມາດຕາ 14 ປະເພດມໍຣະດົກແຫ່ງຊາດທາງດ້ານປະຫວັດສາດ ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດ ມີ ສອງປະເພດ ຄື: 1. ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດ ທີ່ເປັນວັດຖຸ; 2. ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດ ທີ່ບໍ່ເປັນວັດຖຸ.
ມາດຕາ 15 (ປັບປຸງ) ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດທີ່ເປັນວັດຖຸ ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດທີເປັນວັດຖຸ ແມ່ນ ມໍຣະດົກທີມີຕົວຕົນ, ເປັນຊັບ ສົມບັດອັນລ້າຄ່າທາງດ້ານປະຫວັດສາດ ຫຼື ຄວາມຊົງຈໍາຂອງໂລກ ເປັນຕົ້ນ ຫໍ່, ໂຮງ, ອາວຸດຍຸດໂທປະກອນ, ພາຫະນະ, ເຄື່ອງອຸປະໂພກ, ເຄື່ອງບໍລິໂພກ, ເອກະສານ ທີ່ໄດ້ບັນທຶກໄວ້, ສະຖານທີ່ປະຫວັດສາດ ເຊັ່ນ ສະຫໍ ລະພູມ, ອະນຸສອນສະຖານ, ຖານທີ່ພັ້ນຂອງຂະບວນການຕໍ່ສູ້ຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ, ວິລະ ຊົນ, ນັກຮົບແຂ່ງຂັນ, ບັນພະບຸລຸດ ແລະ ຜູ້ນໍາການປະຕິວັດ. ມາດຕາ 16 ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດທີ່ບໍ່ເປັນວັດຖຸ ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດທີ່ບໍ່ເປັນວັດຖຸ ແມ່ນ ມໍຣະດົກທາງດ້ານຈິດໃຈ ທີ່ຕິດພັນກັບ ປະຫວັດສາດ ໃນແຕ່ລະຍຸກແຕ່ລະສະໄບນ ເປັນຕົ້ນ ແນວຄິດ, ທິດສະດີ, ອຸດົມການ ຊຶ່ງສະແດງເຖິງມູນເຊື້ອ ຮັກຊາດ, ພິລະອາດຫານຕໍ່ສູ້ບໍ່ຍອມຈໍານົນ, ພູມປັນຍາ, ຄວາມຮູ້, ຄວາມສາມາດ, ຍຸດທະສາດ, ສິລະປະຍຸດ, ຍຸດທະວິທີ, ບົດຮຽນໃນການຕໍ່ສູ້, ການນໍາພາ, ການປົກຄອງ ແລະ ການສ້າງສາພັດທະນາປະເທດຊາດ ເຊັ່ນ ການຕໍ່ສູ້ກູ້ຊາດຂອງແນວລາວຮັກຊາດ ທີ່ໄດ້ເປັນຄວາມຊົງຈໍາຂອງໂລກລະດັບພາກພືນ. ຫວດທີ 3 ມໍຣະດົກແຫ່ງຊາດທາງດ້ານທໍາມະຊາດ ມາດຕາ 17 (ໃຫນ່) ມໍຣະດົກແຫ່ງຊາດທາງດ້ານທໍາມະຊາດ ມໍຣະດົກແຫ່ງຊາດທາງດ້ານທໍາມະຊາດ ແມ່ນ ມໍຣະດົກທີເກີດຂຶ້ນໂດຍທໍາມະຊາດ ທີ່ມີຊີວິດ ຫຼື ບໍ່ມີຊີວິດ ຊຶງມີຄຸນຄ່າສູງທາງດ້ານ ທັດສະນິຍະພາບ, ນິເວດວິທະຍາ, ວິທະຍາສາດ ແລະ ຊີວະນາໆພັນ ທີ່ຍັງ ຄົງຄວາມສົມບູນທາງທໍາມະຊາດ ແລະ ຄວາມສວຍສົດງົດງາມ. ມາດຕາ 18 ປະເພດມໍຣະດົກແຫ່ງຊາດທາງດ້ານທໍາມະຊາດ ມໍຣະດົກແຫ່ງຊາດທາງດ້ານທໍາມະຊາດ ມີ ສອງປະເພດ ຄື: 1. ມໍຣະດົກແຫ່ງຊາດທາງດ້ານທໍາມະຊາດທີ່ມີຄຸນຄ່າທາງດ້ານທັດສະນິຍະພາບ; 2. ມໍຣະດົກແຫ່ງຊາດທາງດ້ານທໍາມະຊາດທີ່ມີຄຸນຄ່າທາງດ້ານນິເວດວິທະຍາ ແລະ ວິທະຍາສາດ.
ມາດຕາ 19 ມໍຣະດົກແຫ່ງຊາດທາງດ້ານທໍາມະຊາດທີມີຄຸນຄ່າທາງດ້ານທັດສະນິຍະພາບ a_ . ມໍຣະດົກແຫ່ງຊາດທາງດ້ານທໍາມະຊາດທີມີຄຸນຄ່າທາງດ້ານທັດສະນິຍະພາບ ແມ່ນ ມໍຣະດົກທີ່ມີຄວາມ ສວຍງາມອັນໂດດເດັ່ນ, ອຸດົມສົມບູນໄປດ້ວຍຊີວະນາໆພັນ ເປັນຕົ້ນ ປ່າສະຫງວນ, ເຂດອະນຸລັກຊີວະນາໆພັນ, ເຈືອ ເຊາ ຈ ,ຈ້ 1 ະ ກະກາ -~ ຖ້າທໍາມະຊາດ, ພູ, ຜາ, ນໍາຕົກຕາດ, ແກ້ງ, ຄອນ, ແມ່ນໍາ, ລໍາເຊ, ເກາະດອນ, ຫ້ວຍ, ຫນອງ, ດອງ, ບຶງ, ພືດ, ສັດ. ມາດຕາ 20 ມໍຣະດົກແຫ່ງຊາດທາງດ້ານທໍາມະຊາດທີ່ມີຄຸນຄ່າທາງດ້ານນິເວດວິທະຍາ ແລະ ວິທະຍາສາດ ມໍຣະດົກແຫ່ງຊາດທາງຕ້ານທໍາມະຊາດທີ່ມີຄຸນຄ່າທາງດ້ານນິເວດວິທະຍາ ແລະ ວິທະຍາສາດ ແມ່ນ ມໍຣະດົກອັນລ້ໍາຄ່າທາງດ້ານທໍາມະຊາດ ທີ່ມີຄວາມສໍາຄັນ, ໂດດເດັ່ນທາງດ້ານທໍລະນີສາດ, ຊີວະສາດ ແລະ ພູມສາດ ເປັນຕົ້ນ ແຮ່ທາດ, ພືດ, ສັດ, ພູ, ຜາ, ປ່າໄມ້. ພາກທີ |[| ລະດັບມໍຣະດົກແຫ່ງຊາດ ແລະ ສົມບັດມິງເມືອງ ຫວດທີ 1 ລະດັບມໍຣະດົກແຫ່ງຊາດ ມາດຕາ 21 (ປັບປຸງ) ລະດັບມໍຣະດົກແຫ່ງຊາດ ມໍຣະດົກແຫ່ງຊາດ ມີ ສື່ລະດັບດັ່ງນີ້: 1. ລະດັບທ້ອງຖິ່ນ; ຂ. ລະດັບຊາດ; 3. ລະດັບພາກພື້ນ; 4. ລະດັບໂລກ. ສໍາລັບເງື່ອນໄຂ, ມາດຕະຖານ ແລະ ຂັ້ນຕອນການຈັດລະຕັບມໍຣະດົກແຫ່ງຊາດ ແຕ່ລະດັບ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ມາດຕາ ຂຂ ມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ ມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ ແມ່ນ ມໍຣະດົກທິມີຄຸນຄ່ ອັນໂດດເດັ່ນລະດັບທ້ອງຖິ່ນ ທາງດ້ານ a & . ຈອ ອ ຂ ອັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຊຶງເກີດຂຶ ນ ຫຼື ຕັ້ງຢູ່ໃນພືນທີ່ຂອງທ້ອງຖິ່ນ. ມາດຕາ 23 ມໍຮະດົກແຫ່ງຊາດລະດັບຊາດ າ ມໍຣະດົກແຫ່ງຊາດລະດັບຊາດ ແມ່ນ ມໍຣະດົກທີ່ມີຄຸນຄ່ ນໂດດເດັ່ນລະດັບຊາດທາງດ້ານ ວັດທະ ນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຊຶ່ງເກີດຂຶ້ນ ຫຼື ຕັ້ງຢູ່ໃນພື້ນທີ່ໃດຫນຶ່ງຂອງ ສປປ ລາວ ທີ່ເປັນມໍຣະ ດົກຂອງວົງສາຄະນາຍາດແຫ່ງຊາດ.
ມາດຕາ 24 ມໍຣະດົກແຫ່ງຊາດລະດັບພາກພື້ນ ມໍຣະດົກແຫ່ງຊາດລະດັບພາກພື້ນ ແມ່ນ ມໍຣະດົກທີ່ມີຄຸນຄ່າອັນໂດດເດັ່ນລະດັບພາກພື້ນ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຊຶ່ງເກີດຂຶ້ນ ແລະ ຕັ້ງຢູ່ໃນພື້ນທີ່ໃດຟົ່ງຂອງ ສປປ ລາວ ໂດຍ ໄດ້ຮັບການຮັບຮອງຈາກອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ ປະຈໍາ ພາກພຟ. ມາດຕາ 25 ມໍຣະດົກແຫ່ງຊາດລະດັບໂລກ ມໍຣະດົກແຫ່ງຊາດລະດັບໂລກ ແມ່ນ ມໍຣະດົກຂອງລາວທີ່ມີຄຸນຄ່າອັນໂດດເດັ້ນລະດັບໂລກ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຊຶ່ງເກີດຂຶ້ນ ແລະ ຕັ້ງຢູ່ໃນພື້ນທີໃດຫຶງ ຂອງ ສປປ ລາວ ໂດຍໄດ້ຮັບການຮັບຮອງຈາກອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ ເຊັ່ນ ຕົວເມືອງເກົາຫຼວງພະບາງ, ພູມີທັດວັດພູຈໍາປາສັກ, ແຫຼ່ງໄຫຫີນຊຽງຂວາງ, ສຽງແຄນເຊື້ອຊາດລາວ. ຫວດທີ້ 2 ສົມບັດມິງເມືອງ ມາດຕາ 26 (ປັບປຸງ) ສົມບັດມິງເມືອງ ສົມບັດມິ່ງເມືອງ ແມ່ນ ມໍຣະດົກແຫ່ງຊາດທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາ ມະຊາດ ທີ່ມີຄຸນຄ່າສູງ, ໂດດເດັ່ນ, ຫາຍາກ, ເປັນເອກະລັກຂອງຊາດ ແລະ ເປັນທີ່ສັກກາລະບູຊາຂອງປະຊາ ຊົນລາວບັນດາເຜົ່າ ຊຶ່ງຕ້ອງໄດ້ເອົາໃຈໃສ່ປົກປັກຮັກສາ, ອະນຸລັກ ໃຫ້ພັ້ນຄົງຢູ່ຄູ່ບ້ານຄູ່ເມືອງ. ມາດຕາ 27 (ປັບປຸງ) ປະເພດສົມບັດມຶງເມືອງ ສົມບັດມິ່ງເມືອງ . ມີທັງປະເພດທີ່ເປັນວັດຖຸ ຫຼື ບໍ່ເປັນວັດຖຸ, ສັງຫາລິມະຊັບ ຫຼື ອະສັງຫາລິ ມະຊັບ ເຊັ່ນ ພຣະບາງ, ພຣະອົງຕີ້, ພຣະມ່ານ, ພຣະທາດຫຼວງວຽງຈັນ, ຫໍພຣະແກ້ວ, ວັດສີສະເກດ, ວັດ ຊຽງທອງ, ສຽງແຄນເຊື້ອຊາດລາວ, ຮີດສິບສອງ ຄອງສິບສີ່, ວັນນະກໍາສັງສິນໄຊ , ຄໍາພະຫຍາ, ຫັງສືຜູກໃບ ລານ, ຕໍານານນິທານພື້ນບ້ານພູທ້າວ ພູນາງ ແລະ ອື່ນໆ. ພາກທີ IV ການຄຸ້ມຄອງ, ການນໍາໃຊ້, ການປົກປັກຮັກສາ, ການອະນຸລັກ, ການບູລະນະ ແລະ ການປະ, ຕິສັງຂອນ ມໍຣະດົກແຫ່ງຊາດ
ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ຫນວດທີ 1 ການຄຸ້ມຄອງມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ມາດຕາ 28 (ປັບປຸງ) ການຄຸ້ມຄອງ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ໃນຂອບເຂດທົ່ວປະເທດ ໄດ້ຮັບການຄຸ້ມຄອງ ດ້ດ້ວຍການຂຶ້ນທະບຽນ ແລະ ການແບ່ງຂັ້ນຄຸ້ມຄອງລະຫວ່າງ ສູນກາງ, ທ້ອງຖິ່ນ ແລະ ຂະ ແບມງການທີ່ກ່ຽວຂ້ອງ. ລັດ ຄຸ້ມຄອງ, ປົກປ້ອງ ກໍາມະສິດຫຼື ລິຂະສິດ ຕໍ່ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະ ທໍາ ແລະ ປະຫວັດສາດ ທີ່ເປັນຂອງ ບຸກຄົນ, ນິຕິບຸກຄົນ ຫຼືຫຼື ການຈັດຕັ້ງ ຢູ່ພາຍໃນປະເທດ. ການຄຸ້ມຄອງມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ດໍາເນີນດ້ວຍ ການຂຶ້ນທະບຽນ ແລະ ການຈໍາລອງແບບ, ການສ້າງໃຫນ, ການວາງສະແດງ, ການຄົ້ນຄວ້າວິໄຈ, ການສົ່ງອອກ ເພື່ອການວິໄຈ, ການນໍາເຂົ້າ, ການໂຄສະນາ, ການເຜີຍແຜ່ ຫຼື ການຈໍາຫນ່າຍ, ການໂອນ, ການຊື້ ຂາຍ ແລະ ການສືບທອດ. ມາດຕາ 29 (ບັບປຸງ) ການຂຶ້ນທະບຽນ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ທີ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີໄວ້ໃນຄອບຄອງ ຕ້ອງໄດ້ຂຶ້ນທະບຽນ. ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ຕ້ອງມີອາຍຸແຕ່ ຫ້າສິບປີ ຂຶ້ນໄປ. ສໍາລັບທາງ ດ້ານປະຫວັດສາດ ທີ່ໄດ້ຮັບການຂຶ້ນທະບຽນ ຕ້ອງແມ່ນເຫດການເຄດືອນໄຫວໃນອະດີດແຕ່ລະໄລຍະ ເຊັນ ປະ ຫວັດສາດການຕໍ່ສູ້ກູ້ຊາດ, ປະຫວັດສາດພັກ, ປະຫວັດການເຄື່ອນໄຫວອະດີດການນໍາຂັ້ນສູງ ພັກ-ລັດ ແລະ ປະຊາຊົນ ໃນການປົກປັກຮັກສາ ແລະ ສ້າງສ້າງພັດທະນາປະເທດຊາດ. ລັດ ດໍາເນີນການຊອກຄົ້ນ, ເກັບກໍາມໍຣະດົກປະເພດຕ່າງໆ ເພື່ອປະເມີນດຸນຄ່າ, ຈັດແບ່ງ ລະດັບ ແລະ ຂຶ້ນທະບຽນ ພ້ອມກັນນັ້ນ ກໍຊຸກຍູ້ໃຫ້ຜູ້ດຄອບຄອງມໍຣະດົກ ສະເຫີຂຶ້ນທະບຽນ ດັ່ງນີ້: 1. ມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ ໃຫ້ຂຶ້ນທະບຽນ ນໍາພະແນກຖະແຫຼງຂ່າວ, ວັດທະ ະທໍາ ແລະ ທ່ອງທ່ຽວ ແຂວງ, ນະຄອນຫຼວງ; 2. ມໍຣະດົກແຫ່ງຊາດລະດັບຊາດ ໃຫ້ຂຶ້ນທະບຽນ ນໍາກະຊວງຖະແຫຼງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ; 3. ມໍຣະດົກແຫ່ງຊາດລະດັບພາກພື້ນ ແລະ ລະດັບໂລກ ໃຫ້ຂຶ້ນທະບຽນນໍາອົງການຈັດຕັ້ງ ສາກົນ ທີ່ກ່ຽວຂ້ອງຕາມການສະເຫີຂອງລັດຖະບານ ແຫ່ງ ສປປ ລາວ;
4. ມໍຣະດົກແຫ່ງຊາດລະດັບຊາດ, ລະດັບພາກພື້ນ ແລະ ລະດັບໂລກ ທີ່ມີຄຸນຄ່າສູງ, ຫາ ຍາກ ແລະ ເປັນເອກະລັກຂອງຊາດທີ່ໄດ້ຮັບການຄົ້ນຄວ້າ ແລະ ຢັ້ງຢືນແລ້ວ ໃຫ້ສະເຫີຂຶ້ນທະບຽນກໍາມະ ສິດ ແລະ ລິຂະສິດ ນໍາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ; ມໍຣະດົກແຫ່ງຊາດ ທີ່ຢູ່ສໍານັກງານຜູ້ຕາງຫ້າຂອງ ສປປ ລາວ ຢູ່ຕ່າງປະເທດ ໃຫ້ຂຶ້ນທະບຽນ ນໍາກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ມໍຣະດົກແຫ່ງຊາດທີ່ເປັນສົມບັດມິ່ງເມືອງ ໃຫ້ຂຶ້ນທະບຽນນໍາກະຊວງຖະແຫຼງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ, ພາຍຫຼັງຂຶ້ນທະບຽນແລ້ວ ລັດຈະຮັບຮູ້ມໍຣະດົກດັງກ່າວ ເປັນມໍລະດົກແຫ່ງຊາດ ພ້ອມທັງຮັບຮູ້ສຶດກອບດອງເຈົ້າຂອງມໍຣະດົກ, ຖ້າຫາກມໍຣະດົກນັ້ນ ບໍ່ໄດ້ຂຶ້ນທະບຽນ ເຈົ້າຂອງມໍຣະດົກ ຈະ ບໍ່ມີສິດດໍາເນີນກິດຈະການຕ່າງໆ ກ່ຽວກັບມໍຣະດົກດັ່ງກ່າວ. ການຂຶ້ນທະບຽນ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້: 1. ການຍືນຄໍາຮ້ອງຂໍຂຶ້ນທະບຽນ: 2. ການພິຈາລະນາການຂຶ້ນທະບຽນ; 3. ການເກັບຮັກສາເອກະສານຂຶ້ນທະບຽນ; 4. ການປ່ຽນແປງ, ການລົບລ້າງ ແລະ ການຄັດຄ້ານ ການຂຶ້ນທະບຽນ. ມາດຕາ 30 ການຍື່ນຄໍາຮ້ອງຂໍຂຶ້ນທະບຽນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍຂຶ້ນທະບຽນ ຕ້ອງຍື່ນຄໍາຮ້ອງຕໍ່ຂະແຫາງການຖະ ແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍຜ່ານອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ, ສໍາລັບເຂດຫ່າງ ໄກສອກທຼີກຈາກຕົວເມືອງ ໃຫ້ຍືນຕໍ່ອົງການປົກຄອງບ້ານບ່ອນຕົນອາໄສຢູ່. ມາດຕາ 31 ການພິຈາລະນາການຂຶ້ນທະບຽນ ພາຍຫຼັງໄດ້ຮັບຄໍາຮ້ອງຂໍຂຶ້ນທະບຽນແລ້ວ ຂະແບນງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ກ່ຽວຂ້ອງ ຕ້ອງພິຈາລະນາຄໍາຮ້ອງດັ່ງກ່າວພາຍໃນເວລາ ເກົ້າສິບວັນ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ຄໍາຮ້ອງຂໍຂຶ້ນທະບຽນ ແລະ ການຂຶ້ນທະບຽນນັ້ນ ໃຫ້ປະຕິບັດຕາມລະບຽບການຂຶ້ນທະບຽນຊຶ່ງກະ ຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ວາງອອກ.
ມາດຕາ 32 (ປັບປຸງ) ການເກັບຮັກສາເອກະສານຂຶ້ນທະບຽນ ຂະແຫນງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຜູ້ເກັບຮັກສາເອກະສານ ຂຶ້ນທະບຽນ ກ່ຽວກັບມໍຣະດົກແຫ່ງຊາດ ໂດຍເກັບມ້ຽນໃນຖານຂໍ້ມູນ ຫຼື ຫ້ອງເກັບມ້ຽນໄວ້ສະເພາະ ເພື່ອບໍ່ ໃຫ້ຕົກເຮັຍເສຍຫາຍ ຫຼື ຖືກທໍາລາຍ. ມາດຕາ 33 ການປ່ຽນແປງ, ການລົບລ້າງ ແລະ ການຄັດຄ້ານການຂຶ້ນທະບຽນ ບຸກຄົນໃດທີ່ເຫັນວ່າ ການຂຶ້ນທະບຽນນັ້ນ ບໍ່ຖືກຕ້ອງແລ້ວ ກໍມີສິດຮ້ອງຂໍຕໍ່ຂະແຫນງການຖະເເຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ບ່ອນຕົນອາໄສຢູ່ ເພື່ອໃຫ້ປ່ຽນແປງຫຼື ລົບລ້າງ. ໃນກໍລະນີຂະແຫນງ ການດັ່ງກ່າວ ຫາກບໍ່ພິຈາລະນາ ບຸກຄົນນັ້ນກໍ່ມີສິດຮ້ອງຂໍຕໍ່ສານປະຊາຊົນ ເພື່ອໃຫ້ປ່ຽນແປງ ຫຼື ຫຼື ລົບລ້າງການ ຂຶ້ນທະບຽນດັ່ງກ່າວ. ສໍາລັບການຂຶ້ນທະບຽນທີ່ແຕະຕ້ອງເຖິງສິດ ແລະ ຜົນປະໂຫຍດຂອງ ບຸກຄົນອື່ນນັ້ນ ບຸກຄົນດັ່ງກ່າວ ກໍມີສິດຂໍຄັດຄ້ານການຂຶ້ນທະບຽນ ເພື່ອໃຫ້ຂະແຜນງການທີ່ກ່ຽວຂ້ອງພິຈາລະນາ ຕາມກົດບນາຍ. 9 ໃນກໍລະນີຂະແຫງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຫາກເຫັນວ່າການຂຶ້ນທະ ບຽນຂອງຕົນບໍ່ຖືກຕ້ອງ ກໍມີສິດປ່ຽນແປງ ຫຼື ລົບລ້າງໂດຍຫ້າທີ່ໄດ້ ພາຍໃນເວລາ ສິບຫ້າວັນ ນັບແຕ່ວັນໄດ້ ພົບເຫັນ ເປັນຕົ້ນໄປ. ການປ່ຽນແປງ, ການລົບລ້າງ ແລະ ການຄັດຄ້ານ ການຂຶ້ນທະບຽນ ໃຫ້ພິຈາລະນາພາຍໃນເວລາ ສາມສິບວັນ ນັບແຕ່ວັນໄດ້ຮັບຄໍາຮ້ອງ ເປັນຕົ້ນໄປ. ມາດຕາ 34 (ປັບປຸງ) ການຈໍາລອງແບບ ການຈໍາລອງແບບ ແມ່ນ ການສ້າງວັດຖຸໃຫ່ຂຶ້ນ ດ້ວຍການກ່າຍເອົາ ແບບ , ສີສັນ, ລວດລາຍ ຂອງມໍຣະດົກດັ້ງເດີມ. ການຈໍາລອງແບບ ຕ້ອງກໍານົດ ຂະຫນາດ, ສັດສ່ວນ, ສີສັນ, ລວດລາຍ, ຮູບຮ່າງ ແລະ ລັກ ສະນະທີ່ຄ້າຍຄືມໍຣະດົກດັງເດີມຫຼາຍທີ່ສຸດ ແລະ ຕ້ອງໄດ້ໃສ່ເດືອງຫນາຍຂອງວັດຖຸຈໍາລອງນັ້ນ. ບຸກຄົນ, ນິຕິບຸກຄົນ ທີ່ມີຈຸດປະສົງ ຈໍາລອງແບບມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ນ, ແລະ ປະຫວັດສາດ ຕ້ອງໄດ້ຮັບອະນຸຍາດຈາກຂະແຫງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ສໍາລັບຮູບແບບ, ຂັ້ນຕອນການອະນຸຍາດ ລວມທັງສິດ ແລະ ພັນທະຂອງຜູ້ຈໍາລອງແບບ ໄດ້ ກໍານົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 35 ການສ້າງໃຫ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສ້າງ, ປັນຫຼ ສິ່ງໃນນ່ລະດັບຊາດ ເຊັ່ນ ອານຸສາວະ ລີ, ບັນພະບຸລຸດ, ຜູ້ນໍາ, ວິລະຊົນແຫ່ງຊາດ, ສາສະນະສະຖານ, ພຣະພຸດທະຮູບ ຕ້ອງໄດ້ຮັບອະນຸຍາດຈາກ ລັດຖະບານ. ສໍາລັບການສ້າງ ແລະ ການປັ້ນຫຼໍ່ ສິ່ງໃນລະດັບທ້ອງຖິ່ນ ລວມທັງການປັ້ນຫຼໍ່ຮູບອະນຸສອນຂອງຕະ ກຸນສ່ວນບຸກຄົນ ຕ້ອງໄດ້ຮັບອະນຸຍາດຈາກຂະແຫນງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍ ປະສານສົມທົບກັບຂະແບນງການອື່ນທີ່ກ່ຽວຂ້ອງ. ມາດຕາ 36 (ປັບປຸງ) ການວາງສະແດງ ການວາງສະແດງມໍຣະດົກແຫ່ງຊາດ ມີ ສາມປະເພດ ຕົ້ນຕໍ່ ດັ່ງນີ້: 1. ການວາງສະແດງ ເພື່ອເຜີຍແຜ່ໃຫ້ມວນຊົນເຂົ້າຊົມ; 2. ການວາງສະແດງ ເພື່ອໃຫ້ມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ການບຸ ລະນະປະຕິສັງຂອນ; 3. ການວາງສະແດງ ເພື່ອການຄ້າ. ການວາງສະແດງມໍຣະດົກແຫ່ງຊາດ ອາດຈະດໍາເນີນຢູ່ພາຍໃນ ຫຼື ຢູ່ຕ່າງປະເທດ. ການວາງສະແດງມໍຮະດົກແຫ່ງຊາດ ຢູ່ພາຍໃນປະເທດ ຕ້ອງໄດ້ຮັບອະນຸຍາດຈາກຂະແຫນງງ ການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພາຍຫຼັງປະສານສົມທົບກັບຂະແຫນງການອືນ ແລະ ອົງ ການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ. ສໍາລັບການວາງສະແດງມໍຣະດົກແຫ່ງຊາດ ຢູ່ຕ່າງປະເທດນັ້ນ ຕ້ອງໄດ້ຮັບອະນຸຍາດຈາກລັດ ຖະບານ ຕາມການສະເຫຼືຂອງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ພາຍຫຼັງໄດ້ສໍາເລັດ ການວາງສະແດງແລ້ວ ຕ້ອງນໍາເອົາມໍຣະດົກແຫ່ງຊາດດັ່ງກ່າວ ກັບຄືນປະເທດໃນສະພາບເດີມ. 10 ມາດຕາ 37 (ປັບປຸງ) ການຄົ້ນຄວ້າ, ວິໄຈ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ພາຍໃນ ແລະ ຕ່າງປະເທດໄດ້ຮັບການສົ່ງເສີມ ໃຫ້ດໍາ ເນີນການຄົ້ນຄວ້າ, ວິໄຈ ກ່ຽວກັບມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ດ້ວຍນະ ໂຍບາຍຕ່າງໆ ຕາມກົດບນາຍ. ການຄົ້ນຄວ້າ, ວິໄຈ ກ່ຽວກັບມໍຣະດົກແຫ່ງຊາດ ຕ້ອງໄດ້ຮັບອະນຸຍາດຈາກຂະແບນງການ -ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂະແທນງງການອື່ນທີ່ກ່ຽວຂ້ອງ. ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຮ່ວມມືກັບຕ່າງປະເທດ ໃນການ ຄົ້ນຄວ້າ, ວິໄຈ ກ່ຽວກັບມໍຣະດົກແຫ່ງຊາດນັ້ນ ຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ. ຂໍ້ມູນ ແລະ ຜົນຂອງການຄົ້ນຄວ້າ, ວິໄຈ ຕ້ອງມອບຕົ້ນສະບັບໃຫ້ຂະແຫນງການຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂະແຫນງການອືນ ທີ່ກ່ຽວຂ້ອງເພື່ອເກັບຮັກສາໄວ້ ແລະ ໂຄສະ ນາ ເຜີຍແຜ່ ຕາມລະບຽບການ.
ມາດຕາ 38 (ປັບປຸງ) ການສົ່ງອອກ ເພື່ອການວິໄຈ ການສົ່ງອອກຊີ້ນສ່ວນວັດຖຸ ທີ່ເປັນມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາ ແລະ ປະຫວັດ ສາດ ເພື່ອການວິໄຈ ຕ້ອງໄດ້ຮັບອະນຸຍາດຈາກຂະແຫນງການຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ການສົ່ງອອກຊັ້ນສ່ວນວັດຖຸທີ່ເປັນມໍຣະດົກແຫ່ງຊາດ ທາງດ້ານວັດທະນະທໍາ ແລະ ປະຫວັດ ສາດ ທີ່ມີຄຸນຄ່າສູງ ແລະ ຫາຍາກ ເພື່ອການວິໄຈ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ຕາມການສະເຫຼີຂອງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຕ້ອງໄດ້ນໍາເອົາຊິ້ນສ່ວນວັດຖຸດັ່ງກ່າວ ພ້ອມດ້ວຍ ຜົນຂອງການວິໄຈກັບຄືນປະເທດພາຍໃນເວລາ ສາມປີ ນັບແຕ່ວັນໄດ້ຮັບອະນຸຍາດສົ່ງອອກ. ມາດຕາ 88 (ປັບປຸງ) ການນໍາເຂົ້າ, ໂຄສະນາ ເຜີຍແຜ່ ຫຼື ຈໍາຫນ່າຍ ການນໍາເຂົ້າ, ໂຄສະນາ ເຜີຍແຜ່, oy, ແມ່ພິມ ແລະ ຜະລິດຕະພັນ ທາງດ້ານວັດ ະນະທໍາ ຂອງຕ່າງປະເທດ ຕ້ອງໄດ້ຮັບການກວດກາ ແລະ ອະນຸຍາດ ຈາກຂະແຫງງການຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ. ບໍ່ອະນຸຍາດໃຫ້ນໍາເຂົ້າຜະລິດຕະພັນທາງດ້ານວັດທະນະທໍາ ຂອງຕ່າງປະເທດ ທີ່ເປັນວັດຖຸ ຈໍາລອງແບບ ທີ່ບໍ່ສອດຄ່ອງກັບວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ. ມາດຕາ 40 (ປັບປຸງ) ການໂອນ ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາ ແລະ ປະຫວັດສາດ ທີ່ໄດ້ຂຶ້ນທະບຽນແລ້ວ ສາ ມາດໂອນກໍາມະສິດ, ລິຂະສິດ ໃຫ້ຜູ້ອື່ນພາຍໃນປະເທດໄດ້ ແຕ່ຕ້ອງແຈ້ງໃຫ້ ຂະແຫນງການຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ບ່ອນຕົນຂຶ້ນທະບຽນ ແລະ ດໍາເນີນການໂອນ ຕາມກົດບນາຍ ແລະ ລະບຽບການ. ມາດຕາ 41 (ປັບປຸງ) ການຊື້ ຂາຍ, ແລກປ່ຽນ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແແລະ ປະຫວັດສາດ ທີ່ເປັນກໍາມະສິດ ຂອງບຸກ ຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກມີຈຸດປະສົງຊື້ ຂາຍ ຕ້ອງໄດ້ຮັບອະນຸຍາດຈາກຂະແຫນງການຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ໃນກໍລະນີມໍຣະດົກແຫ່ງຊາດນັ້ນຫາກມີຄຸນຄ່າສູງ, ໂດດເດັນ ລັດ ມີບຸ ລຶມະສິດຊື້ເອົາມໍຣະດົກຕັ່ງກ່າວ ຕາມລາຄາທີ່ຕົກລົງກັນ. 11
ລັດ ບໍ່ອະນຸຍາດໃຫ້ຊື່ ຂ່າຍ ມໍຣະດົກແຫ່ງຊາດ ອອກນອກປະເທດ. ມໍຣະດົກແຫ່ງຊາດ, ວັດຖຸບູຮານ ບໍ່ສາມາດມອບເປັນຂອງຂວັນໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕ່າງປະເທດໄດ້. ສໍາລັບການແລກປ່ຽນ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ລະ ຫວ່າງປະເທດນັ້ນ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ບົນພື້ນຖານການສະເຫຼີຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ມາດຕາ 42 (ປັບປຸງ) ການສືບທອດ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ທີ່ໄດ້ຂຶ້ນທະບຽນແລ້ວ ສາ ມາດສຶບທອດ, ມອບໂອນໃຫ້ຜູ້ອື່ນໄດ້ ແຕ່ກ່ອນຈະດໍາເນີນການໂອນໃຫ້ຜູ້ສືບທອດ ຕ້ອງໄດ້ຂໍອະນຸຍາດຈາກ ຂະແບນງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ບ່ອນທີ່ຂຶ້ນທະບຽນນັ້ນ. ໃນກໍລະນີທີ່ມີຫຼາຍຄົນ ໄດ້ຮັບການສຶບທອດຮ່ວມກັນ ຕ້ອງມອບສິດເປັນລາຍລັກອັກສອນ ໃຫ້ຜູ້ໃດຜູ້ຫນຶ່ງ ເປັນຕົວແທນ. ຫຼວດທີ່ 2 ການນໍາໃຊ້ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ມາດຕາ 48 ການນໍາໃຊ້ ການນໍາໃຊ້ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ຕ້ອງໃຫ້ຖືກຕ້ອງຕາມ ຈຸດປະສົງ, ໃຫ້ມີປະສິດທິຜົນ, ຮັກສາສະຖານະພາບເດີມ ແລະ ຍືນຍົງ ໂດຍນໍາໃຊ້ລາຍຮັບທີ່ໄດ້ມາຈາກມໍຣະ ດົກແຫ່ງຊາດນັ້ນ ເຂົ້າໃນການພັດທະນາວຽກງານມໍຣະດົກແຫ່ງຊາດ. ມາດຕາ 44 (ປັບປຸງ) ເປົ້າຫນາຍການນໍາໃຊ້ ການນໍາໃຊ້ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ມີ ເປົ້າຫນາຍ ດັ່ງນີ້: 1. ໃຫ້ເປັນພື້ນຖານ ແຫ່ງດວາມຍືນຍົງຄົງຕົວ ແລະ ຫັ້ນຄົງ ຂອງຊາດ, ເປັນກໍາລັງດັນໃຫ້ ສັງຄົມຂະຫຍາຍຕົວ ທັງແມ່ນຈຸດຫນາຍຂອງການພັດທະນາປະເທດຊາດ ໃຫ້ຮັ່ງມີ, ເຂັ້ມແຂງ; 2. ສຶກສາອົບຮົມພົນລະເມືອງ ໃຫ້ມີນ້ໍາໃຈຮັກຊາດ, ມີຄວາມເອກອ້າງທະນົງໃຈ ຕໍ່ມູນ ເຊື້ອຂະຫຍັນຫັນພຽນ, ປະດິດສ້າງ, ຕໍ່ສູ້ພິລະອາດຫານ, ສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ; 3. ເພີ່ມທະວີຄັງສາງມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ໃຫ້ອຸ ດົມຮັ່ງມີ; 4. ສົ່ງເສີມອຸດສາຫະກໍາການທ່ອງທ່ຽວ; 5. ເຊື່ອມໂຍງເຂົ້າກັບການນໍາໃຊ້ມໍຣະດົກ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ຂອງພາກພື້ນ ແລະ ສາກົນ; 6. ຄົ້ນຄວ້າ, ວິໄຈ ທາງດ້ານບູຮານວິທະຍາ, ປະຫວັດສາດ ແລະ ອື່ນໆ.
12 ຫວດທີ 3 ການປົກປັກຮັກສາ, ການອະນຸລັກ, ການບູລະນະ ແລະ ການປະຕິສັງຂອນ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ມາດຕາ 45 ການປົກປັກຮັກສາ ແລະ ການອະນຸລັກມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດ ສາດ ທີ່ເປັນວັດຖຸ ໃນການປົກປັກຮັກສາ ແລະ ການອະນຸລັກມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະ ຫວັດສາດ ທີ່ເປັນວັດຖຸ ບຸກຄົນ. ນິຕິບຸກດົນ ຫຼື ການຈັດຕັ້ງ ໃຫ້ປະຕິບັດ ດັ່ງນີ້: 1. ຕ້ອງຄາດຄະເນຜົນເສຍຫາຍທີ່ຈະເກີດຂຶ້ນແກ່ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ພ້ອມທັງມີມາດຕະການສະກັດກັ້ນ, ແກ້ໄຂຢ່າງເຫນາະສົມ ແລະ ທັນການ; 2. ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການພັດທະນາອຸດສາຫະກໍາ, ກະສິກໍາ, ພື້ນ ຖຖານໂຄງລ່າງໃນເຂດທີ່ມີ ຫຼື ສົງໄສວ່າມືມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ຊຶ່ງ ຕ້ອງໄດ້ຮັບອະນຸຍາດຈາກຂະແຫງງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມທັງມີມາດຕະ ການ ເພື່ອປົກປັກຮັກສາມໍຣະດົກແຫ່ງຊາດດັ່ງກ່າວ ບໍ່ໃຫ້ເສຍຫາຍ; ມາດຕາ 46 ເຂດມໍຣະດົກສະຖານ ມໍຣະດົກສະຖານ ໄດ້ແບ່ງອອກເປັນສີ່ເຂດ ດັ່ງນີ້: 1. ເຂດ 1 ແມ່ນ ເຂດໃຈກາງ ເປັນສະຖານທີ່ຕັ້ງຂອງມໍຣະດົກ ຊຶ່ງຕ້ອງຮັກສາສະພາບເດີມໄວ້ ແລະ ບໍ່ໃຫ້ມີການປຸກສ້າງ; 2. ເຂດ 2 ແມ່ນ ເຂດອ້ອມຮອບເຂດໃຈກາງ ຊຶ່ງອະນຸຍາດໃຫ້ດໍາເນີນກິດຈະກໍາ ຈໍານວນຫນຶ່ງ ເພື່ອ ສິ່ງເສີມຄຸນຄ່າຂອງເຂດ 1 ແຕ່ບໍ່ໃຫ້ກໍ່ຄວາມເສຍຫາຍຕໍ່ສະພາບແວດລ້ອມຂອງ ເຂດນັ້ນ; 3. ເຂດ 3 ແມ່ນ ເຂດກັນຊົນ, ເຂດປ້ອງກັນ ຊຶ່ງອະນຸຍາດໃຫ້ມີການປຸກສ້າງ ເພື່ອປ້ອງກັນ ແລະ ຮັບໃຊ້ໃຫ້ແກ່ ເຂດ 1 , ເຂດ 2 ເພື່ອຮອງຮັບການພັດທະນາ, ການທ່ອງທ່ຽວ ແລະ ການຂົນສົ່ງ; 4. ເຂດ 4 ແມ່ນ ເຂດຄຸ້ມຄອງ ຊຶ່ງອະນຸຍາດໃຫ້ມີການປຸກສ້າງ ເພື່ອຮັບໃຊ້ໃຫ້ແກ່ເຂດ 1, ເຂດ 2 ແລະ ເຂດ 3 ເພື່ອຂະຫຍາຍຕົວເມືອງ ແລະ ຮອງຮັບການທ່ອງທ່ຽວ.
ມາດຕາ 47 ການປົກປັກຮັກສາເຂດມໍຣະດົກສະຖານ ເຂດມໍຣະດົກສະຖານ ຕ້ອງໄດ້ຮັບການປົກປັກຮັກສາ ເພື່ອບໍ່ໃຫ້ຖືກ ບຸກລຸກ, ທໍາລາຍ ຫຼື ເສຍຫາຍ ຈາກການກະທໍາຂອງຄົນ ຫຼື ຈາກໄພທໍາມະຊາດ. ໃນກໍລະນີທີ່ມີການບຸກລຸກ. ທໍາລາຍນັ້ນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕ້ອງສະກັດກັ້ນ ແລະ ມີ ມາດຕະການແກ້ໄຂຢ່າງທັນການ ໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ບ່ອນມໍຣະດົກສະຖານ ຕັ້ງຢູ່ ແລ້ວແຈ້ງໃຫ້ຂະແຫນງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ມາດຕາ 48 ການບຸລະນະ ແລະ ການປະຕິສັງຂອນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີສ່ວນຮ່ວມໃນການບູລະນະ ແລະ ການປະຕິສັງຂອນ ມໍຣະດົກ ແຫ່ງຊາດ ທາງຕ້ານ ວັດທະນະທໍາ ແລະ ປະຫວັດສາດ. ການບູລະນະ ແລະ ການປະຕິສັງຂອນ ມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ, ລະດັບຊາດ ນັ້ນຕ້ອງໄດ້ ຮັບອະນຸຍາດຈາກຂະແຫງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ບ່ອນທີ່ຕົນຂຶ້ນທະບຽນ. 13 ມາດຕາ 49 (ໃຫ່) ການປົວແປງມໍຣະດົກທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍານີນໂຄງການພັດທະນາ ຫຼື ກິດຈະກໍາການເຄື່ອນໄຫວ ຕ່າງໆທາງດ້ານເສດຖະກິດ-ສັງຄົມ ທີ່ອາດກໍໃຫ້ເກີດຜົນກະທົບໃນທາງລົບ ຫຼື ຜົນເສຍຫາຍຕໍ່ມໍຣະດົກແຫ່ງ ຊາດ ທາງດ້ານ ວັດທະນະທໍາ, ປະຫວັດສາດ ໂດຍທາງກົງ ຫຼື ທາງອ້ອມ, ໂດຍເຈດຕະນາ ຫຼື ບໍ່ເຈດຕະນາ ຕ້ອງໄດ້ຮັບການປົວແປງມໍຣະດົກດັ່ງກ່າວ ໃຫ້ກັບຄືນສູ່ສະພາບເດີມ ພາຍໃຕ້ການຕິດຕາມກວດກາຂອງຂະ ແບນງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ມາດຕາ 50 ເງື່ອນໄຂການບຸລະນະສ້ອມແປງ ແລະ ການປະຕິສັງຂອນ ການບູລະນະ, ສ້ອມແປງ ແລະ ການປະຕິສັງຂອນ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ໃຫ້ປະຕິບັດຕາມເງື່ອນໄຂ ດັ່ງນີ້: 1. ຕ້ອງແມ່ນວິສາຫະກິດສະເພາະ ຫຼື ວິສາຫະກິດ ທີ່ ມີເງື່ອນໄຂ ໃນການບູລະນະສ້ອມແປງ ແລະ ການປະຕິສັງຂອນ ມໍຣະດົກແຫ່ງຊາດ ຕ້ອງທີ່ມີນາຍຊ່າງ, ສີມື i ຊໍານານງານທາງດ້ານ ວັດທະນະທໍາ ແລະ ປະ ທີມື: ຫວັດສາດ ທີ່ໄດ້ຂຶ້ນທະບຽນ ຢ່າງຖືກຕ້ອງຕາມກົດບນາຍ; 2. ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງມໍຣະດົກແຫ່ງຊາດ ບ່ອນມໍຣະດົກແຫ່ງຊາດນັ້ນ ໄດ້ ຂຶ້ນທະບຽນນໍາ. ສໍາລັບມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ລະດັບຊາດ, ລະດັບ ພາກພື້ນ ແລະ ລະດັບໂລກ ຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ , ວັດທະນະທໍາ ແລະ ທ່ອງທ່ຽວ; 3. ຕ້ອງຮັກສາຄຸນລັກສະນະເດີມ ຂອງມໍຣະດົກແຫ່ງຊາດ ນັ້ນໄວ້.
ມາດຕາ ຣ1 ການປົກປັກຮັກສາ ແລະ ການອະນຸລັກມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ທີ່ບໍ່ເປັນວັດຖຸ ການປົກປັກຮັກສາ ແລະ ການອະນຸລັກມໍຣະດົກແຫ່ງຊາດທີ່ບໍ່ເປັນວັດຖຸ ຕ້ອງໄດ້ຂຶ້ນທະບຽນທັງ ຕ້ອງໄດ້ຮັບການປົກປັກຮັກສາ ແລະ ການອະນຸລັກ. ການປົກປັກຮັກສາ ແລະ ການອະນຸລັກມໍຣະດົກແຫ່ງຊາດ ທາງດ້ານວັດທະນະທໍາ ແລະ ປະຫວັດ ສາດ ທີ່ບໍ່ເປັນວັດຖຸ ຕ້ອງໄປຄຽງຄູ່ກັບການສົ່ງເສີມ. ເຜີຍແຜ່ ແລະ ນໍາໃຊ້ຢ່າງກວ້າງຂວາງ ທັງພາຍໃນ ແລະ ຕ່າງປະເທດ. ການຄົ້ນຄວ້າ, ປະດິດແຕ່ງ ຕ້ອງຮັບປະກັນລັກສະນະຊາດ, ວິທະຍາສາດ ແລະ ມະຫາຊົນ. ຄົນຕ່າງດ້າວ ແລະ ຄົນຕ່າງປະເທດ ລວມທັງການຈັດຕັ້ງຂອງບຸກຄົນດັ່ງກ່າວ, ອົງການຈັດຕັ້ງສາກົນ ດໍາເນີນການຄົ້ນຄວ້າ, ວິໄຈ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ທີ່ບໍ່ເປັນວັດຖຸ ຈຫ ຕ້ອງປະຕິບັດໃຫ້ສອດຄ່ອງກັບເນື້ອໃນ ແລະ ຄວາມເປັນຈິງຂອງມໍຣະດົກ ລວມທັງຮັກສາຄຸນລັກສະນະເດີມ ຂອງມໍຣະດົກແຫ່ງຊາດນັ້ນໄວ້ ແລະ ກໍ່ຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. 14 ພາກທີ v ການຄຸ້ມຄອງ, ການນໍາໃຊ້, ການປົກປັກຮັກສາ, ການອະນຸລັກ ແລະ ການຟື້ນຟູ ມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ຫນວດທີ 1 ການຄຸ້ມຄອງມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ມາດຕາ 52 ການຄຸ້ມຄອງ ມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ໃນຂອບເຂດທົ່ວປະເທດ ໄດ້ຮັບການຄຸ້ມຄອງດ້ວຍການຂຶ້ນ ະບຽນ ແລະ ການແບ່ງຂັ້ນຄຸ້ມຄອງລະຫວ່າງ ສຸນກາງ ແລະ ທ້ອງຖິ່ນ, ລະຫວ່າງ ຂະແຫນງການທີ່ກ່ຽວຂ້ອງ ດ້ວຍກັນ ເຊັ່ນ ຂະແຫນງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຂະແຫງການຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ, ຂະແຫນງການກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ. ລັດ ຄຸ້ມຄອງ, ປົກປ້ອງ ກໍາມະສິດ ແລະ ລິຂະສິດ ກ່ຽວກັບມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ທີ່ເປັນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ ພາຍໃນປະເທດ.
ມາດຕາ 53 ການຂຶ້ນທະບຽນ ມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ທີ່ ບຸກຄົນ, ນິຕິບຸກດົນ ຫຼື ການຈັດຕັ້ງ ມີໄວ້ໃນຄອບຄອງ ຕ້ອງໄດ້ຂຶ້ນທະບຽນ. ລັດດໍາເນີນການຊອກຄົ້ນ, ເກັບກໍາມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດໃນເຂດຕ່າງໆ ເຊັ່ນ ເຂດ ທິວທັດທໍາມະຊາດ, ເຂດນິເວດວິທະຍາ ເພື່ອປະເມີນຄູນຄ່າ, ຈັດແບ່ງລະດັບ ແລະ ຂຶ້ນທະບຽນ ພ້ອມກັນ ນັ້ນ ກໍຊຸກຍູ້ໃຫ້ຜູ້ຕອບຄອງມໍຣະດົກແຫ່ງຊາດ ສະເຫີຂຶ້ນທະບຽນ ດັ່ງນີ້: 1. ມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ລະດັບທ້ອງຖິ່ນ ໃຫ້ຂຶ້ນທະບຽນນໍາພະແນກຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ນະຄອນຫຼວງ; 2. ມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ລະດັບຊາດ ໃຫ້ຂຶ້ນທະບຽນນໍາກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; 3. ມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ລະດັບພາກພື້ນ ແລະ ລະດັບໂລກ ໃຫ້ຂຶ້ນທະບຽນນໍາ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ຕາມການສະເຫຼີຂອງລັດຖະບານ ແຫ່ງ ສປປ ລາວ; ພາຍຫຼັງຂຶ້ນທະບຽນແລ້ວ ລັດຈະຮັບຮູ້ມໍຣະດົກດັງກ່າວ ເປັນມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ພ້ອມທັງຮັບຮູ້ສືດຄອບຄອງຂອງເຈົ້າຂອງມໍຣະດົກ. ຖ້າຫາກມໍຣະດົກບັງບໍ່ໄດ້ຂຶ້ນທະບຽນນັ້ນ ເຈົ້າຂອງມໍຣະດົກ ຈະບໍ່ມີສິດດໍາເນີນກິດຈະກໍາຕ່າງໆ ກ່ຽວ ກັບມໍຣະດົກດັງກ່າວ ເຊັນ ການຈໍາລອງແບບ. ມໍຣະດົກແຫ່ງຊາດລະດັບຊາດ ທາງດ້ານທໍາມະຊາດ ທີ່ມີຄຸນຄ່າສູງ, ຫາຍາກ ແລະ ເປັນເອກະລັກຂອງ ຊາດ ທີ່ຮັບການດົ້ນຄວ້າ ແລະ ຢັ້ງຢືນແລ້ວ ຕ້ອງໄດ້ສະເຫຼີຂຶ້ນທະບຽນ ກໍາມະສິດ ແລະ ລິຂະສິດຂອງຊາດ ນໍາອົງການຈັດຕັ້ງສາກົນທີກ່ຽວຂ້ອງ. 15 ມາດຕາ 54 (ປັບປຸງ) ການຄຸ້ມຄອງແຫຼ່ງຊີວະນາໆພັນ ແຫຼ່ງຊີວະນາໆພັນ ຊຶ່ງເປັນມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ເປັນຕົ້ນ ທາມ, ບຶງ, ບຸ່ງ ຕ້ອງໄດ້ຮັບການຄຸ້ມຄອງ ດ້ວຍການກວດກາ, ການຂຶ້ນທະບຽນ ເພື່ອປົກປັກຮັກສາທໍາມະຊາດ ໃຫ້ຍືນຍົງ ແລະ ອຸດົມສົມບູນ.
ມາດຕາ 55 ການຄຸ້ມຄອງປ່າສະຫງວນ ປ່າສະຫງວນທີໄດ້ຂຶ້ນທະບຽນເປັນມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດແລ້ວ ຕ້ອງໄດ້ຮັບການ ຄຸ້ມຄອງ ເພືອປົກປັກຮັກສາທໍາມະຊາດ ໃຫ້ຍືນຍົງ ແລະ ອຸດົມສົມບູນ. ມາດຕາ 56 ການຄຸ້ມຄອງສວນອຸທິຍານ ສວນອຸທິຍານທໍາມະຊາດ ຊຶ່ງອຸດົມອັງມີໄປດ້ວຍລະບົບນິເວດ, ສະອາດສວຍງາມ ແລະ ເປັນຫ້າປະ ທັບໃຈ ທີ່ກາຍເປັນມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດນັ້ນ ຕ້ອງໄດ້ຮັບການຄຸ້ມຄອງ ເພື່ອໃຫ້ເປັນສະ ຖານທີ່ພັກຜ່ອນສໍາລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ມາດຕາ 57 ການຄຸ້ມຄອງເຂດທິວທັດທໍາມະຊາດ ເຂດທິວທັດທໍາມະຊາດ ຊຶ່ງມີຄຸນຄ່າທາງດ້ານ ທັດສະນິຍະພາບ ອັນສວຍສົດງົດງາມ ແລະ ໂດດເດັ່ນ ແຜງ. ມີ ພູ, ຜາ, ປ່າໄມ້, ແມ່ນ້ໍາ, ລໍາເຊ, ນ້ໍາຕົກຕາດ ແລະ ອື່ນໆ ຕ້ອງຂຶ້ນທະບຽນ ເປັນມໍຣະດົກແຫ່ງຊາດ ທາງ ກະ ານທໍາມະຊາດ ແລະ ຕ້ອງໄດ້ຮັບການຄຸ້ມຄອງ ເພື່ອຮັກສາຄວາມສວຍງາມ ຂອງທໍາມະຊາດ ໃຫ້ຍືນຍົງ ແລະ “ພໍ ດົມສົມບູນ. ມາດຕາ 58 (ໃຫ່) ການຄຸ້ມຄອງເຂດທໍລະນີສາດ ແລະ ຊີວະສາດ ເຂດທໍລະນີສາດ ແລະ ຊີວະສາດ ທີ່ມີຄຸນຄ່າໂດດເດັນ ທາງດ້ານນິເວດວິທະຍາ ແລະ ວິທະຍາ ສາດ ເປັນຕົ້ນ ແຮ່ທາດ, ພືດ, ສັດ, ພູ, ຜາ, ປ່າໄມ້ ຕ້ອງຂຶ້ນທະບຽນ ເປັນມໍຣະດົກແຫ່ງຊາດ ທາງດ້ານທໍາມະ ຊາດ ແລະ ຕ້ອງໄດ້ຮັບການຄຸ້ມຄອງ ເພື່ອໃຫ້ມີຄວາມສົມດຸນ, ຍືນຍົງ ແລະ ອຸດົມສົມບູນ. ຫວດທີ 2 ການນໍາໃຊ້, ການປົກປັກຮັກສາ, ການອະນຸລັກ ແລະ ການຟື້ນຟູ ມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ມາດຕາ 59 ການນໍາໃຊ້ ມໍຣະດົກແຫ່ງຊາດທາງດ້ານທໍາມະຊາດ ຕ້ອງນໍາໃຊ້: 1. ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ; 2 ຫ້ມີປະສິດທິຜົນ, ຍຶນຍົງ, ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ; ໃຫ້ມີ 3. ໃຫ້ຖືກຕ້ອງຕາມກົດຫນາຍ ແລະ ລະບຽບການ.
16 ມາດຕາ 60 ເປົ້າບນາຍການນໍາໃຊ້ ເປົ້າບນາຍການນໍາໃຊ້ມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ມີເປົ້ານາຍ ດັ່ງນີ້: 1. ໃຫ້ເປັນພື້ນຖານ ແຫ່ງການຍືນຍົງຄົງຕົວ ຂອງຊາດ, ເປັນກໍາລັງດັນ ໃຫ້ສັງຄົມຂະຫຍາຍຕົວທັງ ແມ່ນຈຸດຫນາຍຂອງການພັດທະນາປະເທດຂາດ ໃຫ້ຮັ່ງມີ, ເຂັ້ມແຂງ; 2. ສຶກສາອົບຮົມ, ປູກຈິດສໍານຶກໃຫ້ພົນລະເມືອງມີນໍໍາໃຈຮັກຊາດ, ມີຄວາມເອກອ້າງທະນົງໃຈ, ມື ສະຕິໃນການປົກປັກຮັກສາສະພາບແວດລ້ອມ ໃຫ້ຍືນຍົງ ແລະ ພັດທະນາປະເທດຊາດ ໃຫ້ອຸດົມຮັ່ງມີ; 3. ສົ່ງເສີມອຸດສາຫະກໍາການທ່ອງທ່ຽວທໍາມະຊາດ; 4. ເຊື່ອມໂຍງກັບການນໍາໃຊ້ມໍຣະດົກທາງດ້ານທໍາມະ ຊາດ ຂອງພາກພື້ນ ແລະ ສາກົນ; 5. ຄົ້ນຄວ້າ, ວິໄຈ ທາງດ້ານທໍາມະຊາດ, ນິເວດວິທະຍາ ແລະ ອື່ນໆ. ມາດຕາ 61 ການປົກປັກຮັກສາ ແລະ ການອະນຸລັກ ໃນການປົກປັກຮັກສາ ແລະ ການອະນຸລັກ ມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ບຸກຄົນ, ນິຕິບຸກ ຄົນ ແລະ ການຈັດຕັ້ງ ໃຫ້ປະຕິບັດ ດັ່ງນີ້: 1. ຕ້ອງຄາດຄະເນຜົນເສຍຫາຍ ທີ່ຈະເກີດຂຶ້ນແກ່ມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ພ້ອມທັງ ມີມາດຕະການສະກັດກັ້ນ, ແກ້ໄຂຢ່າງເຫນາະສົມ ແລະ ທັນການ; 2. ພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະພັດທະນາອຸດສາຫະກໍາ, ກະສິກໍາ, ໂຄງລ່າງພື້ນ .ຖານໃນເຂດທີ່ມີມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ຊຶ່ງຕ້ອງໄດ້ຮັບອະນຸຍາດຈາກຂະເເຫນພງການຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມທັງມີມາດຕະການ ເພື່ອປົກປັກຮັກສາມໍຣະດົກແຫ່ງຊາດດັ່ງກ່າວ ບໍ່ໃຫ້ຖືກບຸກລຸກ ຫຼື ທໍາລາຍ. ມາດຕາ 62 (ປັບປຸງ) ການຟື້ນຟູມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ການຟື້ນຟູມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ແມ່ນ ການເຮັດໃຫ້ທໍາມະຊາດທີ່ຖືກທໍາ ລາຍ ແລະ ເຊື່ອມໂຊມ ມີການຟື້ນຕົວ ແລະ ໄດ້ຮັບການປົວແປງໃຫ້ຢູ່ໃນສະພາບທີດີ ແລະ ລະບົບນິເວດ ໃຫ້ ມີຄວາມສົມບູນ. ບຸກຄົນ, ນິຕິບຸກຄົນ ການຈັດຕັ້ງທີ່ດໍາເນີນໂຄງການພັດທະນາ & ກິດຈະກໍາການເດືອນ ໄຫວຕ່າງໆທາງດ້ານເສດຖະກິດ-ສັງຄົມ ຮ> ແຂ ກໍໃຫ້ເກີດຜົນກະທົບໃນທາງລົບ ຫຼື ຜົນເສຍຫາຍຕໍ່ມໍຣະດົກແຫ່ງ ຊາດ ທາງດ້ານທໍາມະຊາດ ໂດຍທາງກົງຫຼື ທາງອ້ອມ, ໂດຍເຈດຕະນາ ຫຼື ບໍ່ເຈດຕະນາ ຕ້ອງໄດ້ຮັບຜິດຊອບ 153 ຟື້ນຟູ ມໍຣະດົກດັງກ່າວ ໃຫ້ກັບຄືນສູ່ສະພາບເດີມ ພາຍໃຕ້ການຕິດຕາມກວດກາ ຂອງຂະແຫນງງການທີ່ກ່ຽວ ຂ້ອງ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
ມາດຕາ 68 ເງື່ອນໄຂການຟື້ນຟຸ ການຟື້ນຟູ ມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ໃຫ້ປະຕິບັດຕາມເງື່ອນໄຂ ດັ່ງນີ້: 1. ຕ້ອງແມ່ນວິສາຫະກິດສະເພາະ ຫຼື ວິສາຫະກິດ ທີ່ມີເງື່ອນໄຂໃນການຟື້ນຟູມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ, ມີທຶນພຽງພໍ, ມີພະນັກງານທີ່ຊໍານານງານ ທາງດ້ານທໍາມະຊາດ ແລະ ໄດ້ຈົດທະບຽນ ຢ່າງຖືກຕ້ອງຕາມກົດຫນາຍ; 2. ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ບ່ອນມໍຣະດົກແຫ່ງຊາດ ນັ້ນ ໄດ້ຂຶ້ນທະບຽນນໍາ. ສໍາລັບມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ລະດັບຊາດ, ລະດັບພາກພື້ນ ແລະ ລະດັບໂລກ ຕ້ອງໄດ້ຮັບອະນຸຍາດຈຖາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; 17 3. ຕ້ອງຮັກສາທິວທັດທໍາມະຊາດ ແລະ ລະບົບນິເວດ ໃຫ້ມີການຄົງຕົວ ແລະ ສວຍສົດງົດງາມ. ມາດຕາ 64 ການພັດທະນາ ການພັດທະນາມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ແມ່ນ ການເຮັດໃຫ້ມໍຣະດົກນັ້ນ ຍືນຍົງ, ອຸ ດົມສົມບູນ ແລະ ຮັງມີຂຶ້ນ ເພື່ອເປັນບ່ອນອີງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ການສຶກ ສາ, ຄົ້ນຄວ້າ, ຊອກຮູ້ຄຸນຄ່າອັນຍອດຍິງຂອງມໍຣະດົກດັງກ່າວ ພ້ອມທັງເສີມຂະຫຍາຍທ່າແຮງຂອງມໍຣະດົກ ນັ້ນເຂົ້າໃນວຽກງານທ່ອງທ່ຽວ, ວຽກງານປົກປັກຮັກສາສິ່ງແວດລ້ອມທໍາມະຊາດ ໃນຂອບເຂດທົ່ວປະເທດ ທັງເບັນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພາກທີ VI ການປະເມີນຜົນກະທົບຕໍ່ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ມາດຕາ 65 (ໃຫນ່) ການປະເມີນຜົນກະທົບຕໍ່ມໍຣະດົກແຫ່ງຊາດ ທາງດ້ານ ວັທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ການປະເມີນຜົນກະທົບຕໍ່ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາ ມະຊາດ ແມ່ນ ຂະບວນການສໍາຫຼວດ, ສຶກສາ, ຄົ້ນຄວ້າ, ວິໄຈ ແລະ ຄາດຄະເນຜົນກະທົບຕໍ່ມໍຣະດົກແຫ່ງ ຊາດ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ໃນດ້ານບວກ ແລະ ດ້ານລົບ ທີ່ອາດຈະເກີດ ຂຶ້ນຈາກໂຄງການພັດທະນາ ຫຼື ກິດຈະກໍາການເຄື່ອນໄຫວຕ່າງໆ ທັງໃນໄລຍະສັ້ນ ແລະ ໃນໄລຍະຍາວ ເພື່ອກໍາ ນົດວິທີການ ແລະ ມາດຕະການທີ່ເຫນາະສົມ ໃນການປ້ອງກັນ, ຫຼີກເວັ້ນ ແລະ ຫຼຸດຜ່ອນ ຜົນກະທົບທີ່ອາດ ຈະມືຕໍ່ມໍຣະດົກ. ທຸກໂຄງການພັດທະນາ ຫຼື ກິດຈະການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມ ເປັນຕົ້ນ ການ ພັດທະນາ ອຸດສະຫະກໍາ, ກະສິກໍາ, ໂຄງລ່າງພື້ນຖານ ຊຶງອາດສິ່ງຜົນກະທົບທາງກົງ ຫຼື ທາງອ້ອມ ຕໍ່ມໍຣະດົກ ແຫ່ງຊາດ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຕ້ອງໄດ້ເຮັດການປະເມີນຜົນກະທົບຕໍ່ມໍ່ ຣະດົກດັ່ງກ່າວ ພ້ອມທັງສ້າງບົດລາຍງານ ແລະ ແຜນການກ່ຽວກັບວິທີການຄຸ້ມຄອງ, ຕິດຕາມ, ກວດກາ. ສໍາລັບຂັ້ນຕອນ ແລະ ວິທີການ ໃນການປະເມີນຜົນກະທົບຕໍ່ມໍຣະດົກເຫ່ງຊາດ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ,
ມາດຕາ 66 (ໃຫ່) ການຮັບຮອງການປະເມີນຜົນກະທົບ ຕໍ່ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ, ປະຫວັດ ສາດ ແລະ ທໍາມະຊາດ ການປະເມີນຜົນກະທົບຕໍ່ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຕ້ອງໄດ້ຮັບການຮັບຮອງຈາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລ້ວຈຶ່ງສາ ມາດດໍາເນີນໂຄງການພັດທະນາ ຫຼື ກິດຈະການການເຄື່ອນໄຫວຕ່າງໆ. 18 ພາກທີ Vil ການພົບເຫັນ, ການພົບພໍ້, ການຄົ້ນພົບ, ການຂຸດຄົ້ນ ແລະ ການທວງຄືນ ມໍຣະດົກແຫ່ງຊາດ ມາດຕາ 67 (ໃຫ່) ການພົບເຫັນ, ການພົບພໍ້ ແລະ ການຄົ້ນພົບ ມໍຣະດົກແຫ່ງຊາດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນກິດຈະການໃດຫຶງ ທີ່ໄດ້ພົບເຫັນ, ພົບພໍ້ ແລະ ຄົ້ນພົບມໍຣະດົກແຫ່ງຊາດ ຕ້ອງລາຍງານໃຫ້ອົງການປົກຄອງທ້ອງຖິ່ນ ແລະ ຂະແຫມງການຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ທີ່ກ່ຽວຂ້ອງໃນທັນໃດ ພ້ອມທັງໂຈະກິດຈະການນັ້ນ ຈົນກວ່າຈະໄດ້ຮັບການ ຕົກລົງ ໃຫ້ສືບຕໍ່ ຫຼື ໄຈະກິດກະການດັ່ງກ່າວ. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ ພົບເຫັນ, ພົບພໍ້ ແລະ ຄົ້ນພົບ ສະຖານທີ່ ຫຼື ໄດ້ຮັບ ຂໍ້ມູນກ່ຽວກັບສະຖານທີ່ ທີ່ມີ ຫຼື ສົງໄສວ່າມີມຶຮະດົກແຫ່ງຊາດ, ເຄື່ອງຄ້າຂອງຄຸນ ຕ້ອງລາຍງານໃຫ້ອົງການ ປົກຄອງທ້ອງຖິ່ນ ແລະ ຂະແຫນງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນທັນໃດ ແລະ ບໍ່ໃຫ້ ຂຸດຄົ້ນ ຫຼື ເຄື່ອນຍ້າຍ ໂດຍບໍ່ໄດ້ຮັບອະນຸຍາດ. ມາດຕາ 68 (ໃຫ່) ການຂຸດຄົ້ນມໍຣະດົກແຫ່ງຊາດ ການຂຸດຄົ້ນມໍລະດົກແຫ່ງຊາດ ແມ່ນ ການຂຸດຄົ້ນທາງດ້ານບູຮານວິທະຍາ ເພື່ອກອບກູ້ຮ່ອງ ຮອຍຫຼັກຖານທາງວັດຖຸ ຂໍ້ມູນທາງປະຫວັດສາດ ຊຶ່ງອາດລວມທັງສ່ວນທີ່ຢູ່ໃຕ້ດິນ ຫຼື ໃຕ້ນໍໍາ, ແນໃສ່ການສຶກ ສາ, ສໍາຫຼວດ, ຄົ້ນຄວ້າ, ວິໄຈ. ຢັ້ງຢືນຄຸນຄ່າຄວາມຫນາຍຄວາມສໍາຄັນ ແລະ ອາຍຸຄວາມເກົ່າແກ່ຂອງມໍຣະດົກ ແຫ່ງຊາດ ນັ້ນຢ່າງມີວິທະຍາສາດ. ການຂຸດຄົ້ນມໍຣະດົກແຫ່ງຊາດ ມີທັງເພື່ອຮັບໃຊ້ວຽກງານການຄົ້ນ ດວ້າ, ການບູລະນະ, ປະຕິສັງຂອນມໍຣະດົກສະຖານ ແລະ ການກອບບກູ້ສຸກເສິນ ໃນກໍລະນີມີການພົບພໍ້ໂດຍບັງເອີນ ຢູ່ໃນພື້ນທີ່ໂງງການພັດທະນາເສດຖະກິດ- -ສັງຄົມ. ການຂຸດຄົ້ນມໍຣະດົກແຫ່ງຊາດ ຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ອັດທະນະທໍາ ແລະ ທ່ອງທ່ຽວ. ບຸກຄົນ, ນິຕິບຸກດົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະສາມາດດໍາເນີນ ການຂຸດຄົ້ນມໍຣະດົກແຫ່ງຊາດ ຕ້ອງມີວຸດທິການສຶກສາກ່ຽວກັບວຽກງານມໍຣະດົກ, ມີປະສົບການຢ່າງຫ້ອຍ ຫ້າປີ ຂຶ້ນໄປ ແລະ ເປັນທີ່ຍອມຮັບຈາກຂະແຫນງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ສໍາລັບ ການດໍາເນີນການຂຸດຄົ້ນມໍຣະດົກແຫ່ງຊາດ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 69 (ໃຫ່) ການທວງຄື່ນມໍຣະດົກແຫ່ງຊາດ ລັດ ສາມາດທວງດືນມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາມະ ຊາດ ທີ່ເປັນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ພາຍໃນ ຫຼື ຕົກຢູ່ນອກດິນແດນຂອງ ສປປ ລາວ ຫຼື ຖືກຕ່າງປະເທດເອົາໄປເປັນກໍາມະສິດ ຫຼື ລິຂະສິດ ທີ່ບໍ່ຖືກຕ້ອງຕາມກົດບນາຍ. ລັດ ມີສິດທວງຄືນ ດ້ວຍຮູບການຕ່າງໆ ໂດຍປະຕິບັດຕາມສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ. 19 ພາກທີ VI ສະມາຄົມກ່ຽວກັບມໍຣະດົກ ວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ມາດຕາ 70 (ໃຫ່) ສະມາຄົມກ່ຽວກັບມໍຣະດົກແຫ່ງຊາດ ສະມາຄົມກ່ຽວກັບມໍຣະດົກແຫ່ງຊາດ ແມ່ນ ການຈັດຕັ້ງສັງຄົມ ທີ່ເຕົ້າໂຮມ ບຸກຄົນ, ນິຕິບຸກ ຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເດືອນໄຫວກິດຈະກໍາ ເພື່ອປົກປັກຮັກສາ, ອະນຸລັກ, ບຸ ະນະ, ສຶບທອດ ແລະ ສົ່ງເສີມ ວຽກງານຂອງມໍຣະດົກແຫ່ງຊາດ ທີ່ຢູ່ ສປປ ລາວ ຊຶ່ງໄດ້ຮັບການອະນຸຍາດ ສ້າງຕັ້ງຈາກຂະແຫງງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂຶ້ນທະບຽນນໍາຂະແຫງການ ພາຍໃນ. ສະມາຄົມກ່ຽວກັບມໍຣະດົກແຫ່ງຊາດ ມີບົດບາດຊ່ວຍເຫຼືອ ແລະ ຮ່ວມມືກັບຂະແຫງການທີ່ ກ່ຽວຂ້ອງ, ສ້າງຄວາມເຂັ້ມແຂງ ແລະ ມີສ່ວນຮ່ວມໃນການເຄືອນໄຫວວຽກງານກ່ຽວກັບມໍຣະດົກແຫ່ງຊາດ ທັງພາຍໃນ ແລະ ຕ່າງປະເທດ, ເປັນການຈັດຕັ້ງທີ່ເຂັ້ມແຂງ ທີ່ເປັນກໍາລັງແຮງປະກອບສ່ວນເຂົ້າໃນການສົ່ງ ເສີມ ແລະ ພັດທະນາວຽກງານມໍຣະດົກແຫ່ງຊາດ ໃຫ້ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ. ມາດຕາ 71 (ໃຫ່) ສິດ ແລະ ພ້າທີ່ ຂອງສະມາຄົມກ່ຽວກັບມໍຣະດົກແຫ່ງຊາດ ສະມາຄົມກ່ຽວກັບມໍຣະດົກແຫ່ງຊາດ ມີ ສິດ ແລະ ຫາທີ່ ດັ່ງນີ້: 1. ເຜີຍແຜ່ ແນວທາງ, ນະໂຍບາຍ, ກົດຫນາຍ, ລະບຽບການ ກ່ຽວກັບວຽກງານມໍຣະດົກ ແຫ່ງຊາດ ລວມທັງກົດລະບຽບ ໃຫ້ສະມາຊິກຂອງຕົນ ແລະ ມວນຊົນຮັບຮູ້, ເຂົ້າໃຈ ແລະ ປະຕິບັດ; ຂ. ສ້າງ ແລະ ປັບປຸງການຈັດຕັ້ງຂອງຕົນໃຫ້ເຕີປໃຫຍ່ເຂັ້ມແຂງ, ນໍາໃຊ້ວິທະຍາສາດ. ເຕັກ ນິກ ແລະ ເຕັກໂນໂລຊີທີ່ທັນສະໄບນ ເຂົ້າໃນການເດືອນໄຫວວຽກງານ; ວ. ຊຸກຍູ້ ບຸກຄົນ, ຫົວທ່ວຍວິສາຫະກິດຜະລິດຕະພັນ ມໍຣະດົກແຫ່ງຊາດ ເຂົ້າເປັນສະມາ ຊິກຂອງຕົນ, ເພື່ອຊ່ວຍເຫຼືອ ແລະ ສົ່ງເສີມສະມາຊິກໃນການປະກອບອາຊີບ ໃຫ້ຈະເລີນກ້າວຫ້າ, ຄຸ້ມຄອງ ແລະ ປົກປ້ອງຜົນປະໂຫຍດອັນຊອບທໍາຂອງສະມາຊິກ; 4. ເປັນຕົວແທນໃຫ້ສະມາຊິກໃນການພົວພັນ, ຮ່ວມມື, ເຂົ້າຮ່ວມກອງປະຊຸມ, ສະເຫີຄໍາ ເຫັນຕໍ່ຂະແຫາງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂະແບນງການອື່ນທີ່ກ່ຽວຂ້ອງ; 5. ຕິດຕາມການເຄື່ອນໄຫວ, ໃຫ້ຄໍາແນະນໍາ ແລະ ແກ້ໄຂຂໍ້ຂັດແຍ່ງຂອງສະມາຊິກໃນການ ຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 6. ສະຫນອງຂໍ້ມູນ ຂ່າວສານ ໃຫ້ສະມາຊິກຂອງຕົນ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ, ການຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ; 7. ໃຫ້ການຮ່ວມມື, ປະສານສົມທົບກັບຂະແຫງການ ແລະ ອົງການປົກຄອງທ້ອງຖິ່ນທີ່ ກ່ຽວຂ້ອງ ເພື່ອປຶກສາຫາລື, ແລກປ່ຽນຄໍາເຫັນ ກ່ຽວກັບການພັດທະນາ, ການໂຄສະນາສົ່ງເສີມ ແລະ ການ ຄຸ້ມຄອງ ມໍຣະດົກແຫ່ງຊາດ ; 8. ຝຶກອົບຮົມ, ຍົກລະດັບດ້ານວິຊາສະເພາະກ່ຽວກັບມໍຣະດົກແຫ່ງຊາດ ໃຫ້ແກ່ສະມາຊິກຕົນ; 9. ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານມໍຣະດົກແຫ່ງຊາດ ລວມທັງຕົວເລກສະຖິຕິ ໃຫ້ຂະແຫມງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂະແຫນງການອື່ນ ທີ່ກ່ຽວຂ້ອງ ຢ່າງເປັນ ປົກກະຕິ; 10. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອຶນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ. 20
ພາກທີ [% ກອງທຶນມໍຣະດົກແຫ່ງຊາດ ມາດຕາ 72 ກອງທຶນມໍຣະດົກແຫ່ງຊາດ ກອງທຶນມໍຣະດົກແຫ່ງຊາດ ແມ່ນ ກອງທຶນທີ່ສ້າງຕັ້ງຂັ້ນ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກ ງານມໍຣະດົກແຫ່ງຊາດ ເປັນຕົ້ນ ການຄຸ້ມຄອງ, ການປົກປັກຮັກສາ, ອະນຸລັກ, ບູລະນະສ້ອມແປງ ແລະ ປະຕິ ສັງຂອນມໍຣະດົກແຫ່ງຊາດ ໃຫ້ຍືນຍົງ ແລະ ພັດທະນາ. ມາດຕາ 73 (ປັບປຸງ) ແຫຼ່ງກອງທຶນມໍຣະດົກແຫ່ງຊາດ ແຫຼ່ງກອງທຶນມໍຣະດົກແຫ່ງຊາດ ໄດ້ມາຈາກ: 1. ງົບປະມານຂອງລັດ; ຂ. ລາຍໄດ້ຈາກການນໍາໃຊ້ຄຸນຄ່າຂອງມໍຣະດົກແຫ່ງຊາດ ເຊັ່ນ ຄ່າການບໍລິການເຂົ້າຊົມ, ຄ່າການຖ່າຍທໍາ ເພື່ອຈຸດປະສົງທາງການຄ້າ ແລະ ການຄົ້ນຄວ້າ, ວິໄຈ ມໍຣະດົກແຫ່ງຊາດ; 3. ພັນທະຈາກພາກສ່ວນຕ່າງໆທີ່ດໍາເນີນກິດຈະການ ຊຶ່ງຕິດພັນກັບມໍຣະດົກແຫ່ງຊາດ; 4. ການປະກອບສ່ວນ, ການຊ່ວຍເຫຼືອ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງ ພາຍໃນ ແລະ ຕ່າງປະເທດ; 5. ລາຍໄດ້ຈາກການເດືອນໄຫວກິດຈະກໍາ ກ່ຽວກັບມໍຣະດົກແຫ່ງຊາດ ແລະ ອື່ນໆ ຕາມ ກົດຫນາຍ. ມາດຕາ 74 ການຄຸ້ມຄອງ ແລະ ການນໍາໃຊ້ກອງທຶນມໍຣະດົກແຫ່ງຊາດ ການຄຸ້ມຄອງ ແລະ ການນໍາໃຊ້ກອງທຶນມໍຣະດົກແຫ່ງຊາດ ຕ້ອງລວມສູນຜ່ານປະຕູດຽວ, ຮັບປະ ກັນຄວາມໂປ່ງໃສ, ສາມາດກວດສອບໄດ້, ສອດຄ່ອງກັບຈຸດປະສົງທີ່ໄດ້ກໍານົດໄວ້ໃນມາດຕາ 72 ຂອງກົດ ຫາຍສະບັບນີ້, ຖືກຕ້ອງຕາມກົດຫພາຍວ່າດ້ວຍງົບປະມານແຫ່ງລັດ ແລະ ກົດບນາຍອື່ນທີ່ກ່ຽວຂ້ອງ. ສໍາລັບການເຄື່ອນໄຫວ, ການຄຸ້ມຄອງ ແລະ ນໍາໃຊ້ກອງທຶນມໍຣະດົກແຫ່ງຊາດ ໄດ້ກໍານົດໄວ້ໃນ ະບຽບການຕ່າງຫາກ. ພາກທີ X ຂໍ້ຫ້າມ ມາດຕາ 75 (ປັບປຸງ) ຂໍ້ຫ້າມທົ່ວໄປ ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້: 1. ບຸກລຸກ ຫຼື ທໍາລາຍ ແຫຼ່ງບູຮານວິທະຍາ, ວັດຖຸບູຮານ, ພຣະພຸດທະຮູບ, ບູຮານ ສະຖານ, ປູສະນິຍະສະຖານ, ສະຖານທີ່ປະຫວັດສາດ, ບຽດຍຶດ, ຈັບຈອງ ທີ່ດິນເຂດອະນຸລັກມໍຣະດົກແຫ່ງ ຊາດ, ປ່ຽນແປງສະຖານະພາບເດີມ ຂອງມໍຣະດົກແຫ່ງຊາດ ໄປສູ່ສະຖານະພາບອື່ນ, ບິດເບືອນເນື້ອໃນ ປະຫວັດສາດ; 2. ສໍາປະທານມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ລະດັບ ຊາດ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ , ວັດທະນະທໍາ ແລະ ທ່ອງທ່ຽວ; 21
3. ນໍາໃຊ້ເຂດມໍຣະດົກແຫ່ງຊາດ By ມໍຣະດົກສະຖານ, ສະຖານທີ່ປະຫວັດສາດ ເຂົ້າໃນ ເປົ້າຫນາຍໃດຫຶ່ງທີ່ຈະພາໃຫ້ປ່ຽນແປງສະຖານະພາບເດີມ; 4. ຈົດກ່າຍ, ລອກແບບ ເອົາຜົນງານການຄົ້ນຄວ້າ, ປະດິດແຕ່ງຂອງຜູ້ອືນ ກ່ຽວກັບມໍຣະ ດົກແຫ່ງຊາດ ມາເປັນລິຂະສິດຂອງຕົນ ຫຼື ພິມເຜີຍແຜ່ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງລິຂະສິດ ແລະ ພາກສ່ວນທີ່ກ່ຽວຂ້ອງ; 5. ທໍາລາຍປ່າສະຫງວນແຫ່ງຊາດ ຫຼື ຂຸດຄົ້ນຊັບພະຍາກອນທໍາມະຊາດຢູ່ຫ້າດິນ, ໃຕ້ດິນ, ໃຕ້ນ້ໍາ, ໃນເຂດມໍຣະດົກແຫ່ງຊາດ, ບຽດຍຶດ, ຈັບຈອງທີ່ດິນເຂດປົກປັກຮັກສາ ຊີວະນາໆພັນ, ສວນອຸດທິຍານ ແລະ ເຂດທິວທັດທໍາມະຊາດ ລວມທັງ ການປ່ຽນແປງສະຖານະພາບເດີມຂອງມໍຣະດົກແຫ່ງຊາດ ; 6. ນໍາເຂົ້າ, ຈໍາຫນາຍ ແລະ ເຜີຍແຜ່ ຜະລິດຕະພັນທາງດ້ານວັດທະນະທໍາ ຂອງຕ່າງປະ ເທດ ທີ່ເປັນວັດຖຸ ໂດຍສະເພາະພຣະພຸດທະຮູບ ຫຼື ທີ່ບໍ່ເປັນວັດຖຸ ທີ່ບໍ່ສອດຄ່ອງກັບວັດທະນະທໍາ, ຮີດຄອງ ປະເພນີອັນດີງາມຂອງຊາດລາວ; 7. ໂຄສະນາ ເຜີຍແຜ່ ກ່ຽວກັບມໍຣະດົກແຫ່ງຊາດ ທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ; ຣ. ດໍາເນີນການສໍາຫຼວດ, ຄົ້ນຄວ້າ ແລະ ຂຸດຄົ້ນ ມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ; ອ. ມີພຶດຕິກໍາອືນທີ່ເປັນການລະເມີດ ກົດຫນາຍ. ມາດຕາ 76 ຂໍ້ຫ້າມສໍາລັບພະນັກງານທີ່ຮັບຜິດຊອບວຽກງານມໍຣະດົກແຫ່ງຊາດ ຫ້າມ ພະນັກງານທີ່ຮັບຜິດຊອບວຽກງານມໍຣະດົກແຫ່ງຊາດ ມີພຶດຕິກໍາ ດັ່ງນີ້: 1. ສວຍໃຊ້ສິດ, ຫ້າທີ່, ຕໍາແຫນ່ງ ເພື່ອຜົນປະໂຫຍດສ່ວນຕົວ ຈາກວຽກງານມໍຣະດົກແຫ່ງຊາດ; 2. ສວຍໃຊ້ສິດ, ຫ້າທີ່ ເກີນຂອບເຂດ ຊຶ່ງກໍໃຫ້ເກີດຄວາມເສຍຫາຍ ແກ່ຜົນປະໂຫຍດຂອງລັດ, ລວມຫູ່ ຫຼື ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ; 3. ປະລະຫ້າທີ່ ແລະ ຄວາມຮັບຜິດຊອບ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ ຊຶ່ງການຈັດຕັ້ງ ມອບບນາຍໃຫ້; 4. ເປີດເຜີຍຄວາມລັບຂອງລັດ, ຄວາມລັບທາງລັດຖະການ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ; 5. ປອມແປງເອກະສານ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ; 6. ດໍາເນີນ ຫຼື ເຂົ້າຮ່ວມທຸລະກິດ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ ໃນທຸກຮູບແບບ; 7. ທໍາລາຍຂໍ້ມູນຫຼັກຖານ, ປິດບັງ, ເຊື່ອງອໍາລາຍຮັບ, ໃຫ້ ຫຼື ຮັບ, ທວງເອົາ, ຂໍເອົາສິນບົນ, ສົມຮູ້ ຮ່ວມຄຶດກັບບຸກຄົນອື່ນ ແລະ ຊຸກເຊື່ອງການກະທໍາຜິດທີ່ຕິດພັນກັບວຽກງານມໍຣະດົກແຫ່ງຊາດ; 8. ປ່ຽນແທນ, ປ່ຽນເອົາ ວັດຖຸ, ຍຶດເອົາເຂດມໍຣະດົກແຫ່ງຊາດ; 9. ໂຄສະນາ ບິດເບືອນຄວາມຈິງ ກ່ຽວກັບເນື້ອໃນ, ຂອບເຂດການເຄື່ອນໄຫວ, ການຊີ້ ຂາຍ ວັດຖຸ ພັນ, ຜະລິດຕະພັນ ກ່ຽວກັບມໍຣະດົກແຫ່ງຊາດ; 10. ເກັບຄ່າທໍານຽມ, ຄ່າບໍລິການ ບໍ່ຖືກຕ້ອງຕາມລະບຽບການ; 11. ກ່າຍ, ລອກແບບ, ຈໍາລອງແບບ ວັດຖຸພັນ, ຜະລິດຕະພັນ ກ່ຽວກັບມໍຣະດົກແຫ່ງຊາດ ໂດຍບໍ່ ໄດ້ຮັບອະນຸຍາດ; 12. ມີພຶດຕິກໍາອື່ນທີ່ເປັນການລະເມີດກົດຫນາຍ.
22 ມາດຕາ 77 (ປັບປຸງ) ຂໍ້ຫ້າມສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ອື່ນທີ່ກ່ຽວຂ້ອງ ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນທີ່ກ່ຽວຂ້ອງ ມີພຶດຕິກໍາ ດັ່ງນີ້: 1. ປອມແປງ, ລັກລອບ, ຮຽນແບບ ແລະ ຂຸກເຊື່ອງ ມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບ ອະນຸຍາດ; 2. ທພິ້ນປະບນາດ, ບັງຄັບ, ນາບຂູ່, ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອືນຕໍ່ພະນັກ ງານທີ່ກ່ຽວຂ້ອງ ເພື່ອຫາຜົນປະໂຫຍດສ່ວນຕົວຫຼື ພັກພວກ ທີ່ພົວພັນກັບວຽກງານມໍຣະດົກແຫ່ງຊາດ; 3. ດໍາເນີນທຸລະກິດກ່ຽວກັບມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ; 4. ຂັດຂວາງການປະຕິບັດຫ້າທີ່ຂອງພະນັກງານທີ່ກ່ຽວຂ້ອງ; 5. ປະຕິເສດການສະຫອງຂໍ້ມູນ, ຮ່ວມມືໃນການປົກປິດ ແລະ ແກ່ຍາວການຄົ້ນຄວ້າ ວຽກງານມໍຣະດົກແຫ່ງຊາດ; 6. ຊຶ້ ຂາຍ, ທໍາລາຍ, ຂຸດຄົ້ນ, ນໍາເຂົ້າ, ສົ່ງອອກ ມໍຣະດົກແຫ່ງຊາດໂດຍບໍ່ໄດ້ຮັບອະນຸຍາດ; 7. ມີພຶດຕິກໍາອືນທີເປັນການລະເມີດກົດຫນາຍ. ພາກທີ ;([ ການຄຸ້ມຄອງ ແລະ ການກວດກາ ຫຼວດທີ 1 ການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ມາດຕາ 78 (ປັບປຸງ) ການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ລັດຖະບານ ຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ຢ່າງລວມສູນ ແລະ ເປັນເອກະພາບ ໃນ ຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຜູ້ຮັບຜິດ ຊອບໂດຍກົງ ແລະ ເປັນໃຈກາງປະສານສົມທົບກັບຂະແບນງການອືນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງ. ອົງການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ປະກອບດ້ວຍ: 1. ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; 2. ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ນະຄອນຫຼວງ; 3. ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງ, ເທດສະບານ, ນະຄອນ; 4. ອົງການປົກຄອງບ້ານ. ນອກຈາກນີ້ ກໍ່ຍັງມີຄະນະກໍາມະການຄຸ້ມດອງມໍຣະດົກແຫ່ງຊາດ ຂັ້ນສູນກາງ ຊຶ່ງແມ່ນການ ຈັດຕັ້ງພຶງທີ່ບໍ່ປະຈໍາການ, ມີພາລະບົດບາດເປັນເສນາທິການໃນການຄົ້ນຄວ້າ, ຊີ້ນໍາ, ປະສານງານກັບບັນດາ ຂະແບງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດວຽກງານຄຸ້ມຄອງມໍຣະດົກ ແຫ່ງຊາດ. ຄະນະກໍາມະການຄຸ້ມຄອງມໍຣະດົກແຫ່ງຊາດ ຂັ້ນສູນກາງ ໄດ້ຮັບການແຕ່ງຕັ້ງໂດຍນາຍົກ ລັດຖະມົນຕີ ຕາມການສະເຫຼີຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ສໍາລັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄຸ້ມຄອງມໍຣະດົກແຫ່ງຊາດ ຂັ້ນສູນກາງ ໄດ້ກໍານົດໄວ້ໃນລະບຽບ ການຕ່າງຫາກ.
23 ໃນກໍລະນີຈໍາເປັນ ອາດຈະສ້າງຕັ້ງຄະນະກໍາມະການຄຸ້ມຄອງມໍຣະດົກແຫ່ງຊາດ ຂັ້ນທ້ອງ ມາດຕາ 79 (ປັບປຸງ) ສິດ ແລະ ຫ້າທີ່ຂອງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ມີ ສິດ ແລະ ຫໍາທີ່ ດັ່ງນີ້: 1. ຄົ້ນຄວ້າ, ສ້າງນະໂຍບາຍ, ຍຸດທະສາດ, ກົດໆນາຍ, ລະບຽບການ ກ່ຽວກັບວຽກງານມໍ ຣະດົກແຫ່ງຊາດ ເພື່ອສະເຫຼີລັດຖະບານ ພິຈາລະນາ; ຂ. ຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ລະບຽບການ ເປັນແຜນການ, ແຜນງານ, ໂຄງການລະອຽດ ແລະ ຈັດຕັ້ງປະຕິບັດ; 3. ໂຄສະນາ ເຜີຍແຜ່, ສຶກສາອົບຮົມ ນະໂຍບາຍ, ກົດຫນາຍ ກ່ຽວກັບວຽກງານມໍຣະດົກ ແຫ່ງຊາດ; 4. ຄົ້ນຄວ້າ, ສ້າງແຜນງົບປະມານ ເພື່ອນໍາໃຊ້ເຂົ້າໃນວຽກງານມໍຣະດົກແຫ່ງຊາດ; 5. ຊື້ນໍາການສໍາຫຼວດ, ເກັບກໍາຂໍ້ມູນ, ວິໄຈ, ຂຸດຄົ້ນມໍຣະດົກແຫ່ງຊາດແຕ່ລະປະເພດ; 6. ຮັບຜິດຊອບໂດຍກົງຕໍ່ມໍຣະດົກລະດັບຊາດ, ລະດັບພາກພື້ນ ແລະ ລະດັບໂລກ; 7. ຊີນໍາ, ຊຸກຍູ້, ຕິດຕາມ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນ ການຈັດຕັ້ງປະຕິບັດກົດຕນາຍ, ແຜນການ, ໂຄງການ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ; 8. ຂຶ້ນທະບຽນ ແລະ ອອກອະນຸຍາດ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ ທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນ; ອ. ສ້າງ, ບໍາລຸງ, ຝຶກອົບຮົມ ແລະ ນໍາໃຊ້ ບຸກຄະລາກອນກ່ຽວກັບວຽກງານມໍຣະດົກແຫ່ງ ຊາດ: 10. ປະສານສົມທົບກັບກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອືນ ທີ່ກ່ຽວຂ້ອງ ໃນການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ; 11. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານມໍຣະ ດົກແຫ່ງຊາດ; 12. ສະຫຼຸບ, ລາຍງານ ແລະ ປະເມີນຜົນ ໃນການຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງ ຊາດ ຕໍ່ລັດຖະບານ ຢ່າງເປັນປົກກະຕິ; o - A Sy v e e o 13. ນໍາໃຊ້ສິດ ແລະ ປະຕິບັດຫໍ້າທີ່ອືນ ຕາມທີໄດ້ກໍານົດໄວ້ ໃນກົດບນາຍ.
ມາດຕາ 80 (ປັບປຸງ) ສິດ ແລະ ຫ້າທີ່ ຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ນະຄອນ ຫຼວງ ໃນການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ນະຄອນຫຼວງ ມີ ສິດ ແລະ ຫາທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ຜັນຂະຫຍາຍນະໂຍບາຍ, ກົດຫນາຍ, ແຜນການ, ໂຄງການຂອງກະຊວງ ມາເປັນ ລະບຽບການ, ແຜນການ, ໂຄງການຂອງຕົນ ແລ້ວຈັດຕັ້ງປະຕິບັດ; 2. ໂຄສະນາ ເຜີຍແຜ່, ສຶກສາອົບຮົມ ນະໂຍບາຍ, ກົດຫນາຍ ກ່ຽວກັບວຽກງານມໍຣະດົກ ແຫ່ງຊາດ; 24 3 . ຄົ້ນຄວ້າ, ສ້າງແຜນງົບປະມານ ເພື່ອນໍາໃຊ້ເຂົ້າໃນວຽກງານມໍຣະດົກແຫ່ງຊາດ; 4. 20+ າຫຼວດ , ເກັບກໍາຂໍ້ມູນ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ:; 5 ນທະບຽນ ແລະ ອອກອະນຸຍາດ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ; ວະ 0% 6. ຊີນໍາ, ຊຸກຍູ້ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງ, ສະບານ, ນະຄອນ ໃນການຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ; 7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ວຽກງານມໍຣະດົກແຫ່ງຊາດ; 8. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ ຕາມການ ມອບຫນາຍ; 9. ສະຫຼຸບ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ ແລ້ວລາຍງານຕໍ່ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ອົງການປົກດອງຂັ້ນແຂວງ ຢ່າງເປັນປົກກະຕິ; 10. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 81 (ປັບປຸງ) ສິດ ແລະ ຫ້າທີ່ ຂອງຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງ, ເທດ ສະບານ, ນະຄອນ ໃນການດຸ້ມຄອງວຽກງານມໍຣະດົກແຫ່ງຊາດ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ຫ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ຈັດຕັ້ງປະຕິບັດກົດຫນາຍ, ແຜນການ, ໂຄງການ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ; ຂ. ເຜີຍແຜ່, ສຶກສາອົບຮົມ ນະໂຍບາຍ ແລະ ກົດບນາຍ ກ່ຽວກັບວຽກງານມໍຣະດົກແຫ່ງ ຊາດ, 3, ຄົ້ນຄວ້າ, ສ້າງແຜນງົບປະມານ ເພື່ອນໍາໃຊ້ເຂົ້າໃນວຽກງານມໍຣະດົກແຫ່ງຊາດ; 4. ສໍາຫຼວດ. ເກັບກໍາຂໍ້ມູນ, ຂຶ້ນບັນຊີ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ; 5. ໃຫ້ຄວາມເຫັນກ່ຽວກັບການອະນຸຍາດໃຫ້ດໍາເນີນວຽກງານມໍຣະດົກແຫ່ງຊາດ; ຣ. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມຄອງ ແລະ ການຈັດຕັ້ງປະຕິ ບັດວຽກງານມໍຮະດົກແຫ່ງຊາດ; 7. ສະຫຼຸບ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ ແລ້ວລາຍງານ ຕໍ່ ພະແນກຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງ ຂັ້ນ ເມືອງ ແລະ ຂັ້ນເທິງຂອງຕົນ ຢ່າງເປັນປົກກະຕິ; ຣ. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດບນາຍ.
ມາດຕາ s2 (ປັບປຸງ) ສິດ ແລະ ຫ້າທີ່ຂອງອົງການປົກຄອງບ້ານ ໃນການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ອົງການປົກຄອງບ້ານ ມີ ສິດ ແລະ ຫ້າທີ່ ດັ່ງນີ້: 1. ຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ, ປະຕິສັງຂອນ, ນໍາໃຊ້ ແລະ ຈັດຕັ້ງປະຕິບັດວຽກ ງານມໍຣະດົກແຫ່ງຊາດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; ຂ. ສໍາຫຼວດ, ຂຶ້ນບັນຊີມໍຣະດົກແຫ່ງຊາດ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອໃຫ້ຂັ້ນເທິງ ພິຈາລະນາ; 25 8. ສະຫຼຸບ, ລາຍງານການຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ ຕໍ່ຫ້ອງການຖະ ແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງ, ເທດສະບານ, ນະຄອນ ແລະ ອົງການປົກຄອງຂັ້ນເມືອງ ຢ່າງ ເປັນປົກກະຕິ: 4. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ ແລະ ຕາມການ ມອບຫນາຍ. ມາດຕາ 83 ສິດ ແລະ ຫ້າທີ່ຂອງຂະແບນງການອື່ນ ໃນການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ຂະແຫງການອື່ນ ເປັນຕົ້ນ ຂະແບນງການໂຍທາທິການ ແລະ ຂົນສົ່ງ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະສິກໍາ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂະແຫງການພາຍໃນ, ສາທາລະນະສຸກ, ແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ມີ ສິດ ແລະ ຫ້າທີ່ປະສານສົມທົບກັບຂະແຫງງການຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕາມພາລະບົດບາດຂອງຕົນ. ຫຼວດທີ້ 2 ການກວດກາວຽກງານມໍຣະດົກແຫ່ງຊາດ ມາດຕາ 84 ການກວດກາວຽກງານມໍຣະດົກແຫ່ງຊາດ ການກວດກາວຽກງານມໍຣະດົກແຫ່ງຊາດ ປະກອບດ້ວຍ: 1. ອົງການກວດກາພາຍໃນ ຊຶ່ງແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານມໍຣະດົກແຫ່ງ ຊາດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 78 ຂອງກົດຫນາຍສະບັບນີ້; 2. ອົງການກວດກາພາຍນອກ ຊຶ່ງແມ່ນ ສະພາແຫ່ງຊາດ, ອົງການກວດກາແຫ່ງລັດ, ອົງການກວດ ສອບແຫ່ງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນ ແລະ ສີ່ ມວນຊົນ.
ມາດຕາ 85 (ໃຫ່) ເນື້ອໃນການກວດກາ ການກວດກາວຽກງານມໍຣະດົກແຫ່ງຊາດ ມີເນື້ອໃນ ດັ່ງນີ້: 1. ການຈັດຕັ້ງປະຕິບັດນະໂຍບາຍ, Ao ແລະ ລະບຽບການ ກ່ຽວກັບວຽກງານມໍຣະ ດົກແຫ່ງຊາດ: 2. ການສ້າງ ແລະ ການປະຕິບັດແຜນການ, ໂຄງການກ່ຽວກັບວຽກງານມໍຣະດົກແຫ່ງຊາດ ໃນແຕ່ລະໄລຍະ; 8. ລັກສະນະ, ເນື້ອໃນ ຂອງຂໍ້ມູນມໍຣະດົກແຫ່ງຊາດ ທີ່ນໍາໄປໂຄສະນາ ແລະ ເຜີຍແຜ່; 4. ການສ້າງ, ບໍາລຸງ, ນໍາໃຊ້ ແລະ ປະຕິບັດນະໂຍບາຍ ຕໍ່ພະນັກງານທີ່ຮັບຜິດຊອບວຽກງານ ມໍຣະດົກແຫ່ງຊາດ; 5. ການປະກອບ ແລະ ນໍາໃຊ້ວັດຖຸປະກອນ, ພາຫະນະ ແລະ ງົບປະມານ ໃນການຈັດຕັ້ງ ປະຕິບັດວຽກງານມໍຣະດົກແຫ່ງຊາດ ; 6. ການແກ້ໄຂຄໍາສະເຫຼີຂອງ ບຸກຄົນ , ນິຕິບຸກດົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານມໍຣະ ດົກແຫ່ງຊາດ; 26 & @ A w ນ ຈ່ງ 7. ເນືອໃນອືນທີ່ເຫັນວ່າຈໍາເປັນ. ມາດຕາ 86 (ໃຫ່) ຮູບການ ການກວດກາ ຮູບການ ການກວດກາວຽກງານມໍຣະດົກແຫ່ງຊາດ ມື ສາມຮູບການ ຄື: 1. ການກວດກາປົກກະຕິ ຊຶ່ງແມ່ນ ການກວດກາຕາມແຜນການ ຂອງອົງການບໍລິຫານຢ່າງ ເປັນປະຈໍາ ແລະ ກໍານົດເວລາອັນແນ່ນອນ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງຫ້າ ຊຶ່ງແມ່ນ ການກວດກາຕາມ ຄໍາສັ່ງ, ຂໍ້ຕົກລົງ, ຄໍາແນະນໍາ, ແຈ້ງການ ຂອງຫົວຫໍ້າບໍລິຫານ, ຄະນະກວດກາແຕ່ລະຂັ້ນ ແລະ ຄໍາສະເຫຼືຂອງພົນລະເມືອງ ໂດຍ ແຈ້ງໃຫ້ເປົ້າຫນາຍຖືກກວດກາ ຮູ້ລ່ວງຫ້າ; 3. ການກວດກາແບບກະທັນຫັນ ຊຶ່ງແມ່ນ ກວດກາແບບຮີບດ່ວນ ໂດຍບໍ່ແຈ້ງໃຫ້ເປົ້າຫນາຍ ຖືກກວດກາ ຮູ້ລ່ວງຫໍ້າ. ໃນການດໍາເນີນການກວດກາວຽກງານມໍຣະດົກແຫ່ງຊາດນັ້ນ ຕ້ອງປະຕິບັດຕາມກົດຫນາຍ ຢ່າງ ເຂັ້ມງວດ. ພາກທີ Xl ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ (ສຸສາ o ມາດຕາ 87 ນະໂຍບາຍຕໍ່ຜູ້ມີຜົນງານ ຈຣ ວ ຊ, - a o & ະ ແນ, ະ & ກກາ ະ. S 1 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານໃນການຈັດຕັ້ງປະຕິບັດກົດຫນາຍສະບັບນີ ເປັນຕົ້ນ ການຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ, ບຸລະນະ ແລະ ພັດທະນາມໍຣະດົກແຫ່ງຊາດ ຈະໄດ້ຮັບການຍ້ອງບໍ ສັນລະເສີນ ແລະ ນະໂຍບາຍອືນ ຕາມລະບຽບການ. ມ ເນກນ ~ o ~ ¥ ຂ້ ¥ @ ມ a ະ ມ ບ, , , - . ຜູ້ມີຜົນງານໃນການພົບເຫັນ, ພົບພໍ້, ຄົ້ນຄວ້າ ຫຼື ໃຫ້ຂໍ້ມູນ ທີ່ເປັນປະໂຫຍດ ກ່ຽວກັບມໍຣະດົກແຫ່ງ o ະ . ມ. ຊາດນັ້ນ ນອກຈາກຈະໄດ້ຮັບນະໂຍບາຍຕາມວັກທີຫຼຶ່ງ ເທິງນີ້ແລ້ວ ຍັງຈະໄດ້ຮັບຜິນປະໂຫຍດອືນ ຕາມກົດ ບນາຍ ແລະ ລະບຽບການ.
ມາດຕາ 88 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດຫນາຍສະບັບນີ້ ຈະຖືກ ສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃຫນ, ໃຊ້ແທນທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມກົດຫນາຍ. ສໍາລັບພຶດຕິກໍາ ແລະ ອັດຕາການປັບໃຫ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ມາດຕາ 89 (ໃບນ) ມາດຕະການທາງອາຍາ ບຸກຄົນ, ນິຕິບຸກຄົນ ຫາກໄດ້ລະເມີດກົດຫນາຍສະບັບນີ້ ຊຶ່ງເປັນການທໍາຜິດທາງອາຍາ ຈະຖືກ ລົງໂທດຕາມທີ່ໄດ້ກໍານົດໄວ້ໃນປະມວນກົດຫນາຍອາຍາ. ສໍາລັບການກະທໍາຜິດທາງອາຍາ ກ່ຽວກັບມໍຣະດົກແຫ່ງຊາດ ຍັງມີການຊື່ ຂາຍ, ການທໍາລາຍ, ການຂຸດຄົ້ນ, ການນໍາເຂົ້າ ຫຼື ສົ່ງອອກ, ການໂຄສະນາ ແລະ ເຜີຍແຜ່. 27 ມາດຕາ 90 (ໃຫ່) ການຊື້ ຂາຍ ມໍຣະດົກແຫ່ງຊາດ ໂດຍບໍ່ຖືກຕ້ອງຕາມກົດຫນາຍ ບຸກຄົນ, ນິຕິບຸກຄົນ ຫາກໄດ້ຊື້ ຂາຍ ມໍຣະດົກແຫ່ງຊາດ ໂດຍບໍ່ຖືກຕ້ອງຕາມກົດຫນາຍ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກປັບໃບນ ແຕ່ 10.000.000 ກີບ ຫາ 50.000.000 ກີບ. ໃນກໍລະນີ ການຊີ້ ຂາຍ ມໍຣະດົກແຫ່ງຊາດ ໂດຍບໍ່ຖືກຕ້ອງຕາມກົດຫນາຍ ຫາກເປັນອາຈິນ, ມີ ການຈັດຕັ້ງເປັນກຸ່ມ ຫຼື ກໍໃຫ້ເກີດຄວາມເສຍຫາຍຕໍ່ຄຸນຄ່າມໍຣະດົກແຫ່ງຊາດ ຈະຖືກລົງໂທດຕັດອິດສະລະ ພາບ ແຕ່ ສາມປີ ຫາ ເຈັດປີ ແລະ ຈະຖືກປັບໃຫນ ແຕ່ 50.000.000 ກີບ ຫາ 100.000.000 ກີບ. ມາດຕາ o1 (ໃຫນ) ການທໍາລາຍມໍຣະດົກແຫ່ງຊາດ ບຸກດົນ, ນິຕິບຸກຄົນ ຫາກໄດ້ທໍາລາຍ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ທົກເດືອນ ຫາ ແປດປີ ແລະ ຈະຖືກປັບໃຫນແຕ່ 5.000.000 ກີບ ຫາ 100.000.000 ກີບ. ມາດຕາ 92 (ໃຫ່) ການຂຸດຄົ້ນມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ ບຸກຄົນ, ນິຕີບຸກຄົນ ຫາກໄດ້ຂຸດຄົ້ນມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກລົງ ໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກປັບໃບນ ແຕ່ 5.000.000 ກີບ ຫາ 50.000.000 ກີບ. ໃນກໍລະນີ ການຂຸດຄົ້ນມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ ຫາກມີການຈັດຕັ້ງເປັນກຸ່ມ ຫຼື ກໍໃຫ້ເກີດຄວາມເສຍຫາຍຕໍ່ຄຸນຄ່າມໍຣະດົກແຫ່ງຊາດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກບັບໃຫນ ແຕ່ 50.000.000 ກິບ ຫາ 100.000.000 ກີບ.
ມາດຕາ 93 (ໃຫ ການນໍາເຂົ້າ ຫຼື ສົງອອກ ມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ ບຸກຄົນ, ນິຕິບຸກຄົນ ຫາກນໍາເຂົ້າ ຫຼື ສົງອອກ ມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ ຈະ ຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກປັບໃບນ ແຕ່ 5.000.000 ກີບ ຫາ 50.000.000 ກີບ. ໃນກໍລະນີ ການນໍາເຂົ້າ ຫຼື ສົ່ງອອກ ມໍຣະດົກແຫ່ງຊາດໂດຍບໍ່ໄດ້ຮັບອະນຸຍາດ ຫາກເປັນອາ ຈີນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍໃຫ້ເກີດຄວາມເສຍຫາຍຕໍ່ຄຸນຄ່າມໍຣະດົກແຫ່ງຊາດ ຈະຖືກລົງໂທດຕັດອິດ ສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃບນ ແຕ່ 50.000.000 ກີບ ຫາ 100.000.000 ກີບ. ມາດຕາ 94 (ໃຫ່) ການໂຄສະນາ ເຜີຍແຜ່ ກ່ຽວກັບມໍຣະດົກແຫ່ງຊາດ ບຸກຄົນ, ນິຕິບຸກຄົນ ຫາກໂຄສະນາ ເຜີຍແຜ່ ກ່ຽວກັບມໍຣະດົກແຫ່ງຊາດ ດ້ວຍການກະທໍາທີ່ ເປັນລາມົກອະນາຈານ, ເສື່ອມເສຍ, ບໍ່ເຕນາະສົມ, ບໍ່ຖືກຕ້ອງຕາມຄວາມເບັນຈິງ ຊຶ່ງສ້າງຄວາມເສຍຫາຍ ແກ່ ມໍຣະດົກແຫ່ງຊາດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃຫນ ແຕ່ 1.000.000 ກີບ ຫາ 10.000.000 ກີບ. 28 ພາກທີ Xl ບົດບັນຍັດສຸດທ້າຍ ມາດຕາ 95 ການຈັດຕັ້ງປະຕິບັດ ຫນາຍ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດ ສະບັບນີ. ມາດຕາ 96 (ປັບປຸງ) ຜົນສັກສິດ ກົດຫນາຍສະບັບນີ້ ມີຜົນສັກສິດພາຍຫຼັງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິ ັດຖະການ ສິບທ້າວັນ. ປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ ແລະ ໄດ້ລົງຈົດຕນາຍເຫດທາງລ ກົດຫນາຍສະບັບນີ້ ປ່ຽນແທນກົດຫນາຍວ່າດ້ວຍມໍຣະດົກແຫ່ງຊາດ ສະບັບເລກທີ 44/ສພຊ, ລົງວັນທີ 24 ທັນວາ 2013. ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບກົດຫນາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ. ປອ ໄຊສົມພອນ ພົມວິທານ
29