Decree No.550 Organisation and Functionality of the Ministry of Industry and Commerce
Made 2025-09-01 · Text as of 2026-10-01
Public law and official guidance, published as research. Not legal, tax or financial advice.
About this law
- Language
- Lao
- Kind
- Regulation
- Country
- Laos
- Subjects
- General
- Keywords
- internal trade, international trade, business/industry/corporations, registration, policy/planning, consumer protection, intellectual property rights
- Categories
- *
Where to read it
No source link is recorded for this law.
Text
The law's own text, section by section, as held. Each section has its own link.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ນາຍົກລັດຖະມົນຕີ ເລກທີ ຝີ 5 0 /ນຍ ນະຄອນຫຼວງວຽງຈັນ, ວັນທີ ຕື 1 /09/25 ດໍາລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ - ອີງຕາມ ກົດຫາຍວ່າດ້ວຍລັດຖະບານ ສະບັບເລກທີ 03/ສພຊ. ລົງວັນທີ 16 ພະຈິກ 2021; - ອີງຕາມ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງ ລັດຖະບານ ສະບັບເລກທີ 05/ສພຊ, ລົງວັນທີ 20 ມີນາ 2025; - ອີງຕາມ ຫັງສືສະເຫີຂອງ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 412/ຄຈສພ, ລົງວັນທີ 25 ສິງຫາ 2025. ນາຍົກລັດຖະມົນຕີ ອອກດໍາລັດ: ຫນວດທີ 1 ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ L K o ດໍາລັດສະບັບນີ້ກໍານົດ ທີ່ຕັ້ງ. ພາລະບົດບາດ, ຫ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ປະຕິບັດກົດຫນາຍ, ລະບຽບການຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ໃນການຄຸ້ມຄອງ, ກວດກາ, ຊຸກຍູ້, ສົງເສີມ ແລະ ພັດທະນາວຽກງານອຸດສາຫະກໍາ, ການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການຄ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ ກະຊວງອຸດສາຫະກໍາ ແລະ ການຄ້າ ຂຽນເປັນຕົວອັກສອນຫຍໍ້ວ່າ: "ອຄ" ຂຽນເປັນພາສາອັງກິດ Ministry 01 Industry and Commerce ຂຽນຫຍໍ້ວ່າ: “MOIC” ແມ່ນ ກົງຈັກການຈັດຕັ້ງຫຼຶ່ງ ຂອງ ລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກລວມສູນ ຂົງເຂດວຽກງານ ອຸດສາຫະກໍາ, ພະລັງງານ, ບໍ່ແຮ່ ແລະ ການຄ້າ ໃນຂອບເຂດທົ່ວປະເທດ.
ບນວດທີ 2 ຫ້າທີ່ ແລະ ຂອບເຂດສິດ ມາດຕາ 3 ຫ້າທີ່ ະຊວງອຸດສາຫະກໍາ ແລະ ການຄ້າ ມີຫ້າທີ່ ດັ່ງນີ້: 1. ປະຕິບັດລັດຖະທໍາມະນູນ, ກົດຫນາຍ ແລະ ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງປະທານ ປະເທດ, ດໍາລັດ, ມະຕິຂອງລັດຖະບານ ແລະ ນາຍົກລັດຖະມົນຕີ; 2. ຄົ້ນຄວ້າ, ເຊື່ອມຊຶມ ແລະ ຫັ້ນເອົາແນວທາງນະໂຍບາຍຂອງພັກ ແລະ ມະຕິຕົກລົງຂອງລັດຖະບານ ມາເປັນຍຸດທະສາດ, ກົດພາຍ, ລະບຽບການ, ແຜນການ, ແຜນງານ ແລະ ໂຄງການລະອຽດຂອງ ກະຊວງ ເພື່ອນໍາສະເຫີລັດຖະບານພິຈາລະນາ, ພ້ອມທັງ ນໍາພາ-ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນ ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ປະກົດຜົນເປັນຈິງ; 3. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ຍຸດທະສາດ, ແຜນພັດທະນາ, ກົດຫນາຍ ແລະ ນິຕິກໍາ ກ່ຽວກັບວຽກ ງານອຸດສາຫະກໍາ ແລະ ການຄ້າ ໃຫ້ພາກສ່ວນກ່ຽວຂ້ອງ ແລະ ທົ່ວສັງຄົມ ຮັບຊາບຢ່າງທົ່ວເຖິງ; 4. ສົ່ງເສີມ, ພັດທະນາ ແລະ ຄຸ້ມຄອງ ວຽກງານອຸດສາຫະກໍາປຸງແຕ່ງທຸກປະເພດ , ເຂດ ແລະ ນິຄົມ ອຸດສາຫະກໍາ ເປັນຕົ້ນ ວຽກງານສະຖິຕິອຸດສາຫະກໍາ, ການສ້າງຕັ້ງໂຮງງານ ແລະ ການດໍາເນີນ ກິດຈະການໂຮງງານ, ການຄຸ້ມຄອງເຄື່ອງຈັກ, ຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພອຸດສາຫະກໍາ, ຄຸ້ມຄອງສິ່ງເສດເຫຼືອອັນຕະລາຍ, ສົ່ງເສີມການຜະລິດທີ່ສະອາດ ແລະ ອຸດສາຫະກໍາສີຂຽວ: 5. ຄຸ້ມຄອງ ວຽກງານເຄມີ ເປັນຕົ້ນ ການຈົດທະບຽນເຄມີ, ການອະນຸຍາດນໍາເຂົ້າ-ສົ່ງອອກ, ສົ່ງຜ່ານເຄມີ, ເກັບກໍາຂໍ້ມູນ ແລະ ວິໄຈທາດເຄມີ ແລະ ຄຸ້ມຄອງເຄມີອຸດສາຫະກໍາ; 6. ຄຸ້ມຄອງລວມສູນວຽກງານພະລັງງານ ເປັນຕົ້ນ ຄົ້ນຄວ້າກໍານົດລະບຽບການ, ມາດຕະຖານເຕັກນິກ ລວມທັງ ຄຸ້ມຄອງ, ຕິດຕາມ, ກວດກາ ໂຄງການ, ກິດຈະການ ແລະ ທຸລະກິດດ້ານພະລັງງານ; ກໍານົດ ໂຄງສ້າງລາຄາພະລັງງານ; ຄຸ້ມຄອງບັງຄັບໃຊ້ມາດຕະຖານເຕັກນິກ ແລະ ລະບຽບການ; ຮັບຮອງການ ສຶກສາສໍາຫຼວດ, ອອກແບບ; ຢັ້ງຢືນການກໍ່ສ້າງສໍາເລັດ, ແຜນຕດໍາເນີນງານບໍາລຸງຮັກສາ, ແຜນຮັບມືສຸກ ເສີນ; ສ້າງຫົວນນ່ວຍລາຄາກາງຂອງໂຄງການດ້ານພະລັງງານ, ລວມທັງ ຊີ້ ນໍາກອງເລຂາຄະນະ ກໍາມະການແຫ່ງຊາດ ວ່າດ້ວຍຄວາມປອດໄພຂອງເຂື່ອນ ແລະ ສ້າງນະໂຍບາຍຮັບປະກັນຄວາມຫັ້ນ ຄົງທາງດ້ານພະລັງງານຂອງປະເທດ; 7. ຄຸ້ມຄອງ ກ່ຽວກັບ ວຽກງານທໍລະນີສາດ-ບໍ່ແຮ່ ເປັນຕົ້ນ ການສຶກສາ, ຄົ້ນຄວ້າທໍລະນີສາດ,ທໍລະນີ ໄພພິບັດ, ທໍລະນີທ່ອງທ່ຽວ; ການຊອກຄົ້ນ ແລະ ສໍາຫຼວດແຮ່ທາດໂລຫະ, ແຮ່ທາດອະໂລຫະ, ແຮ່ ທາດພະລັງງານເຊື້ອໄຟ, ນ້ໍາແຮ່ທາດ, ແຮ່ທາດກໍາມັນຕະລັງສີ, ນ້ໍາມັນ ແລະ ອາຍແກັດທໍາມະຊາດ; ການສ້າງແຜນທີ່ທໍລະນີສາດ-ແຮ່ທາດ; ຢັ້ງຢືນປະລິມານຊັບພະຍາກອນແຮ່ທາດ ແລະ ສະສົມແຮ່ທາດ, ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ, ປຸງແຕ່ງ-ຫຼໍ່ຫຼອມ; ຈໍາຫນ່າຍ, ນໍາເຂົ້າ, ສົ່ງຜ່ານ, ຂົນສົ່ງແຮ່ທາດ ແລະ ຜະລິດຕະພັນແຮ່ທາດ; ການປີດບໍ່ແຮ່ ແລະ ການສົ່ງຄືນເນື້ອທີ່ເຂດບໍ່ ແຮ່ ແລະ ກວດກາ ແລະ ການລົງທຶນໃນຂົງເຂດທໍລະນີສາດ ແລະ ບໍ່ແຮ່; 8. ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາ ຕະຫຼາດ ແລະ ການຈໍາຫນ່າຍສິນຄ້າ ແລະ ບໍລິການ, ການຄ້າທາງເອ ເລັກໂຕຣນິກ, ຄຸ້ມຄອງລາຄາສິນຄ້າ ແລະ ບໍລິການ, ທຸລະກິດນ້ໍາມັນເຊື່ອໄຟ ແລະ ອາຍແກ໊ສ, ສະມາຄົມເສດຖະກິດ, ກຸ່ມ-ສະຫະກອນການຄ້າ, ສະພາການຄ້າຕ່າງປະເທດ ປະຈໍາ ສປປ ລາວ, ການ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້, ການສົ່ງເສີມການແຂ່ງຂັນທາງທຸລະກິດ ແລະ ການກວດກາການຄ້າ; 9. ຄຸ້ມຄອງວຽກງານການນໍາເຂົ້າ, ສົ່ງອອກ, ສົ່ງຜ່ານສິນຄ້າ. ການອໍານວຍຄວາມສະດວກທາງດ້ານການຄ້າ ລວມທັງ ເປັນກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງແຫ່ງຊາດ; ຄຸ້ມຄອງວຽກງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ, ວຽກງານສູນຂໍ້ມູນຂ່າວສານທາງດ້ານ ການຄ້າ ຂອງ ສປປ ລາວ. ວຽກງານແຫຼ່ງກໍາເນີດສິນຄ້າ; ວຽກງານສົ່ງເສີມການຄ້າ, ການຂະຫຍາຍ ຕະຫຼາດຕ່າງປະເທດ, ການວາງສະແດງສິນຄ້າ, ການຈັບຄູ່ທຸລະກິດ ແລະ ການສ້າງຄວາມເຂັ້ມແຂງໃຫ້ ຜູ້ສົງອອກ;
. ເຈລະຈາ, ຮ່ວມມື ແລະ ເຊື່ອມໂຍງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ກັບສາກົນ ລວມທັງ ເປັນຈຸດປະສານງານ ແລະ ກອງເລຂາວຽກງານອົງການການຄ້າໂລກ, ເສົາຄ້າປະຊາຄົມເສດຖະກິດ ອາຊຽນ ແລະ ວຽກງານເຊື່ອມໂຍງເສດຖະກິດກັບສາກົນ, ຄົນຄວ້າມາດຕະການປົກປ້ອງ ແລະ ແກ້ໄຂ ທາງການຄ້າສາກົນ, ວຽກງານທີ່ປຶກສາເສດຖະກິດ-ການຄ້າ ປະຈໍາຢູ່ຕ່າງປະເທດ; = າກ ຮູ. ຈ 8.2 ຂາຫ . ສຶກສາ, ຄົ້ນຄວ້າໃຫ້ຄໍາເຫັນການເຂົ້າຮ່ວມເປັນພາຄີຂອງສົນທິສັນຍາ ແລະ ສັນຍາສາກົນ ທີ່ຕິດພັນກັບ ພາລະບົດບາດຂອງກະຊວງ ພ້ອມທັງເປັນເຈົ້າການໃນການຈັດຕັ້ງປະຕິບັດພັນທະຕໍ່ສົນທິສັນຍາ ແລະ ສັນຍາສາກົນ; ! ຕຸ້ມຄອງການຊ່ວຍເຫຼືອຂອງຕ່າງປະເທດໃນຂະແຫງອຸດສາຫະກໍາ ແລະ ການຄ້າ ພ້ອມທັງ ຊຸກຍູ້ ການເຄື່ອນໄຫວຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ເປັນຈຸດປະສານງານ ລະຫວ່າງພາກລັດ ແລະ ພາກທຸລະກິດລາວ; . ຄຸ້ມຄອງ ແລະ ປົກປ້ອງ ສິດທາງດ້ານຊັບສິນທາງປັນຍາ, ຊຸກຍູ້, ສົ່ງເສີມ ຫົວຄິດປະດິດສ້າງ, ການ ປະດິດຄິດແຕ່ງ, ແນວຄວາມຄິດການລິເລີ່ມ. ເສດຖະກິດພູມປັນຍາ, ວິທະຍາສາດ, ເຕັກໂນໂລຊີ, ນະ ຣັດຕະກໍາ, ການຖ່າຍທອດເຕັກໂນໂລຊີ ແລະ ສ້າງມູນຄ່າເພີ່ມ ຂອງສິນຄ້າ ແລະ ການບໍລິການ, ຮັບປະກັນຜົນປະໂຫຍດອັນຊອບທໍາ ແລະ ແກ້ໄຂຂໍ້ຂັດແບ່ງທາງດ້ານຊັບສິນທາງປັນຍາ ລວມທັງການ ຮ່ວມມື ທາງດ້ານຊັບສິນທາງປັນຍາ; . ຄຸ້ມຄອງວຽກງານມາດຕະຖານ ແລະ ວັດແທກ, ລວມທັງ ການກວດທຽບ, ກວດຄືນ, ທົດສອບ, ແລະ ຢັ້ງຢືນຕ້ານມາດຕະຖານ ແລະ ວັດແທກ ຕໍ່ຜະລິດຕະພັນສິນຄ້າ ທີ່ຜະລິດ, ນໍາເຂົ້າ, ສົງອອກ ແລະ ຈໍາ ຫ່າຍ ຢູ່ ສປປ ລາວ, ເປັນໃຈກາງຄົ້ນຄວ້າກໍານົດມາດຕະຖານແຫ່ງຊາດຂອງສິນຄ້າ ແລະ ບໍລິການ ແລະ ວຽກງານສິ່ງກີດຂວາງທາງດ້ານເຕັກນິກຕໍ່ການຄ້າພາຍໃຕ້ສົນທິສັນຍາການຄ້າ; . ຄຸ້ມຄອງວິສາຫະກິດ ເປັນຕົ້ນ ວຽກງານທະບຽນວິສາຫະກິດ, ການສ້າງສະພາບແວດລ້ອມເອື້ອອໍານວຍ ແກ່ການປະກອບທຸລະກິດ, ການຄຸ້ມຄອງ ການເຄື່ອນໄຫວຂອງວິສາຫະກິດລັດລົງທຶນ ແລະ ການປະຕິ ຮູບລັດວິສາຫະກິດທີ່ຂຶ້ນກັບກະຊວງ, ການເຈລະຈາ, ຄຸ້ມຄອງຕິດຕາມ ການຈັດຕັ້ງປະຕິບັດສັນຍາໃນ ການພັດທະນາໂຄງການ ແລະ ກິດຈະການ ໃນຂະແບນງການອຸດສາຫະກໍາ ແລະ ການຄ້າ ລວມທັງ ວຽກງານປະເມີນການປະຕິບັດກົດຫນາຍ, ລະບຽບການ, ສັນຍາທີ່ວິສາຫະກິດມີກັບລັດຖະບານ; . ຄຸ້ມຄອງ, ສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະບນາດນ້ອຍ ແລະ ກາງ (ຈນກ) ກ່ຽວກັບວຽກ ງານພັດທະນາ ຈນກ, ວຽກງານສົ່ງເສີມຜູ້ປະກອບກິດຈະການ ແລະ ສະຕາດອັບ, ວຽກງານຜະລິດຕະ ພາບ ແລະ ຄຸນນະພາບ, ວຽກງານພັດທະນາສິນຄ້າ, ວຽກງານຫັດຖະກໍາ ແລະ ວຽກງານການເຂົ້າເຖິງ ແຫຼ່ງທຶນຂອງ ຈນກ; ຄຸ້ມຄອງ, ກວດກາ ກອງທຶນສົ່ງເສີມ ຈນກ ແລະ ເປັນ ຄະ ນະຈັດຕັ້ງປະ ຕິບັດ ຂອງກອງທຶນສົ່ງເສີມການຜະລິດສິນຄ້າລາວ; ເປັນອົງການຜະລິດຕະພາບແຫ່ງ ສປປ ລາວ; . ຄົ້ນຄວ້າ, ວິເຄາະວິໄຈ ເພື່ອການວາງ ແລະ ທົບທວນນະໂຍບາຍ ແລະ ຍຸດທະສາດການພັດທະນາ ຂະແຫງອຸດສາຫະກໍາ ແລະ ການຄ້າ ຕາມພາລະບົດບາດຂອງກະຊວງ; ຝຶກອົບຮົມດ້ານວິຊາການໃຫ້ ພະນັກງານ-ລັດຖະກອນ ທົ່ວຂະແຫນງອຸດສາຫະກໍາ ແລະ ການຄ້າ; ຄົ້ນຄວ້າວິທະຍາສາດ, ເຕັກໂນໂລ ຊີ ແລະ ເຜີຍແຜ່ ການນໍາໃຊ້ວິທະຍາສາດ. ວິທະຍາການໃຫ່, ເຕັກນິກວິຊາການ ໃນຂົງເຂດ ຊຸດສາຫະ ກໍາ ແລະ ການຄ້າ ລວມທັງການບໍລິການດ້ານວິຊາການກ່ຽວຂ້ອງໃຫ້ແກ່ສັງຄົມ; ພ້ອມທັງ ຊີ້ນໍາ. ຄຸ້ມຄອງ ແລະ ພັດທະນາວິທະຍາໄລການຄ້າ; . ຕິດຕາມ, ກວດກາ, ຊຸກຍູ້ ອົງການຈັດຕັ້ງລັດ, ວິສາຫະກິດ, ພະນັກງານ-ລັດຖະກອນ, ພະນັກງານລັດ ວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງ ໃນການປະຕິບັດນະໂຍບາຍ, ລະບຽບກົດຫາຍ, ແຜນຍຸດທະ ສາດ, ແຜນພັດທະນາ, ແຜນວຽກຈຸດສຸມ ແລະ ບູລິມະສິດ, ການປະຕິບັດພາະບົດບາດ, ສິດ, ຫ້າທີ່ ແລະ ຄວາມຮັບຜິດຊອບ; ການປະ ະຕິບັດລະບຽບການເຕັກນິກວິຊາສະເພາະ ແລະ ຫຼັກການຄຸ້ມຄອງຂອງຂະແຫງການ; ຕິດຕາມ, ກວດກາຄໍາຮ້ອງ-ຄໍາສະເຫີ, ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ຂອງຂະແຫງງອຸດສາຫະກໍາ ແລະ ການຄ້າ;
. ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ, ປັບປຸງພາລະບົດບາດ, ກໍານົດຕໍາແຫນ່ງງານ, ຂຶ້ນແຜນກໍ່ສ້າງ-ບໍາລຸງ ຍົກລະດັບ ໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ສາມາດຕອບສະຫນອງກັບຄວາມຮຽກຮ້ອງຕ້ອງການ ຂອງ ຫ້າທີ່ວຽກງານ ແລະ ຄຸ້ມຄອງຕິດຕາມກວດກາ, ປະເມີນຜົນ, ບັນຈຸ. ສັບຊ້ອນ, ນໍາໃຊ້, ປະຕິບັດ ະໂຍບາຍ ແລະ ວິໄນຕໍ່ພະນັກງານ-ລັດຖະກອນ ຂອງຂະແເຫງງອຸດສາຫະກໍາ ແລະ ການຄ້າ ຕາມກົດຫນາຍ ແລະ ລະບຽບການ; 20. ສ້າງ, ພັດທະນາ ແລະ ສົ່ງເສີມການຫັນເປັນຕິຈິຕອນ ໃນຂະແຫງງອຸດສາຫະກໍາ ແລະ ການຄ້າ ທີ່ຕິດພັນ ກັບພາລະບົດບາດຂອງກະຊວງ ໂດຍນໍາໃຊ້ເຕັກໂນໂລຊີທັນສະໄຫນ ແລະ ລະບົບຄອມພິວເຕີ ແລະ ສ້າງຖານຂໍ້ມູນຂ່າວສານ; 21. ຄຸ້ມຄອງຊັບສົມບັດຂອງລັດ, ການນໍາໃຊ້ງົບປະມານຂອງກະຊວງ, ພ້ອມທັງຂຶ້ນແຜນໂຄງການ ລວມທັງ ໂຄງການລົງທຶນຂອງລັດ. ງົບປະມານ ແລະ ສະຫຼຸບລາຍງານ ຕາມກົດບນາຍ ແລະ ລະບຽບການ; 22, ຊີ້ນໍາ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດວຽກງານທາງດ້ານວິຊາການ ຂອງຂະແຫນງການຕົນຢູ່ຂັ້ນ ທ້ອງຖິ່ນ ໂດຍມີການແບ່ງຂັ້ນ, ແບ່ງຄວາມຮັບຜິດຊອບ ແລະ ສິດຕົກລົງບັນຫາ ຕາມກົດບນາຍ ແລະ ລະບຽບການ; 23. ຕິດຕາມ, ຊຸກຍູ້. ສະຫຼຸບສັງລວມ ແລະ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຂະແບນງການຕົນ ຕໍ່ລັດຖະບານ, ນາຍົກ-ຮອງນາຍົກລັດຖະມົນຕີ ຜູ້ຊື້ນໍາຂົງແຂດວຽກງານຂະແບນງອຸດສາຫະກໍາ ແລະ ການຄ້າ; 24. ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ, ລະບຽບການ ແລະ ຕາມການມອບຫາຍຂອງ ລັດຖະບານ. ມາດຕາ 4 ຂອບເຂດສິດ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ມີຂອບເຂດສິດ ດັ່ງນີ້: ສະເຫຼືສ້າງ, ປັບປຸງ ຫຼື ຍົກເລີກກົດຫນາຍ, ລັດຖະບັນຍັດ, ດໍາລັດ ທີ່ກ່ຽວຂ້ອງກັບວຽກງານຂະແຫງ ອຸດສາຫະກໍາ ແລະ ການຄ້າ ຕໍ່ລັດຖະບານ; ອອກຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ເພື່ອຄຸ້ມຄອງບໍລິຫານລັດ ໃນຂະແຫງອຸດສາຫະ ກໍາ ແລະ ການຄ້າ; ຢຸດການປະຕິບັດ, ລົບລ້າງ ຫຼື ຍົກເລີກຂໍ້ຕົກລົງ. ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ຂອງອົງ ການຈັດຕັ້ງຂັ້ນລຸ່ມ ທີ່ຂຶ້ນກັບຂະແຫນງອຸດສາຫະກໍາ ແລະ ການຄ້າ ແລະ ສະເຫີລັດຖະບານ ປັບປຸງ, ຢຸດການປະຕິບັດ, ລົບລ້າງ ຫຼື ຍົກເລີກ ນິຕິກໍາ ຂອງຂະແຫນງການອື່ນ ຫຼື ອົງການປົກຄອງທ້ອງຖິ່ນ ທີ່ ຂັດກັບລະບຽບການ ຫຼື ຂັດກັບກົດຫນາຍທີ່ປະກາດໃຊ້ແລ້ວ; ອອກ, ໂຈະ, ຖອນ, ລົບລ້າງ ໃບອະນຸຍາດດໍາເນີນທຸລະກິດ, ໃບຢັ້ງຢືນເຕັກນິກ ແລະ ໃບອະນຸຍາດ ກ່ຽວຂ້ອງ ໃນຂົງເຂດອຸດສາຫະກໍາ ແລະ ການຄ້າ ທີ່ຢູ່ໃນພາລະບົດບາດຂອງກະຊວງ ຕາມກົດຫນາາຍ ແລະ ລະບຽບການ; ພົວພັນ, ຮ່ວມມືກັບຕ່າງປະເທດ, ເຈລະຈາ ແລະ ລົງນາມໃນສົນທິສັນຍາ ແລະ ສັນຍາກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕາມພາລະບົດບາດ ແລະ ຕາມການມອບຫນາາຍຂອງລັດຖະບານ; ພິຈາລະນາເພື່ອແກ້ໄຂຄໍາຮ້ອງ-ຄໍາສະເຫີ ທີ່ຕິດພັນກັບຂະແຫນງອຸດສາຫະກໍາ ແລະ ການຄ້າ ພ້ອມທັງ ໃຫ້ຄໍາປຶກສາທາງດ້ານນະໂຍບາຍ, ວິຊາການ ແລະ ກົດຫນາຍ ແກ່ບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ; ປະສານສົມທົບກັບຂະແບນງການທີ່ກ່ຽວຂ້ອງ ຢູ່ສຸນກາງ ແລະ ທ້ອງຖິ່ນ ເພື່ອຮ່ວມມືໃນການປະຕິບັດ ພາລະບົດບາດ, ຫ້າທີ່ ຂອງຂະແບນງອຸດສາຫະກໍາ ແລະ ການຄ້າ ຕາມກົດຫນາຍ ແລະ ລະບຽບການ; ກວດກາການຈັດຕັ້ງປະຕິບັດກົດຫນາຍ, ລະບຽບການ ແລະ ນິຕິກໍາ ຂອງຂະແຫນງອຸດສາຫະກໍາ ແລະ ການຄ້າ; ສະເຫີສ້າງຕັ້ງ, ປັບປຸງ ຫຼື ຍຸບເລີກ ກົງຈັກຫົວຫນ່ວຍວິຊາການຂັ້ນກົມ, ສະເຫີສ້າງຕັ້ງຫ້ອງການ ຫຼື ແຕ່ງຕັ້ງຜູ້ຕາງຫນ້າຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄປປະຈໍາການຢູ່ຕ່າງປະເທດ;
ກໍານົດພາລະບົດບາດ, ກົງຈັກການຈັດຕັ້ງ, ຕໍາແຫ່ງງານ ແລະ ມາດຕະຖານຕໍາແຫ່ງງານ ໃນໂຄງ ປະກອບກົງຈັກການຈັດຕັ້ງ ຂອງກະຊວງ ແລະ ກົງຈັກການຈັດຕັ້ງດ້ານວິຊາການ ຢູ່ຂັ້ນທ້ອງຖິ່ນ; . ຕົກລົງແຕ່ງຕັ້ງ, ປົດຕໍາແຫນ່ງ, ຍົກຍ້າຍ, ບັນຈຸ, ສັບຊ້ອນ, ນໍາໃຊ້, ບໍາລຸງກໍ່ສ້າງ, ຍ້ອງຍໍ, ປະຕິບັດ ນະໂຍບາຍ, ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ຂອງຂະແຫນງອຸດສາຫະກໍາ ແລະ ການຄ້າ ຕາມ ກົດຫນາຍ ແລະ ລະບຽບການ; ໂລ. ຄຸ້ມຄອງ, ນໍາໃຊ້ງົບປະມານ, ຊັບສິນຂອງລັດ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຕາມກົດຫນາຍ ແລະ ລະບຽບການ ແລະ ວາງມາດຕະການອັນຈໍາເປັນ ເພື່ອປະຕິບັດ ແຜນການປະຈໍາປີ ຂອງຕົນ; . ສະເຫຼີລັດຖະບານ ຍ້ອງຍໍ ການຈັດຕັ້ງ ຫຼື ບຸກຄົນ ທີ່ມີຜົນງານດີເດັນ ໃນການປະກອບສ່ວນພັດທະນາ ວຽກງານອຸດສາຫະກໍາ ແລະ ການຄ້າ; . ນໍາໃຊ້ສິດອື່ນ ຕາມທີ່ ໄດ້ກໍານົດໄວ້ໃນກົດບນາຍ, ລະບຽບການ ແລະ ຕາມການມອບຫາຍຂອງ ລັດຖະບານ. ຫນວດທີ 3 ໂຄງປະກອບການຈັດຕັ້ງ ມາດຕາ 5 ໂຄງປະກອບກົງຈັກ ໂຄງປະກອບກົງຈັກຂອງກະຊວງອຸດສາຫະກໍາ ແລະ ການຄ້າ ປະກອບມີ: 1. ຫ້ອງການ; 2. ກົມຈັດຕັ້ງ; 3. ກົມກວດກາ; 4. ກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ; 5. ກົມອຸດສາຫະກໍາປຸງແຕ່ງ; 6. ກົມພະລັງງານ; 7. ກົມທໍລະນີສາດ ແລະ ບໍ່ແຮ່; 8. ກົມເຈລະຈາ ແລະ ຮ່ວມມືສາກົນ; 9. ກົມການຄ້າພາຍໃນ; 10. ກົມການຄ້າຕ່າງປະເທດ; 11. ກົມຊັບສິນທາງປັນຍາ; 12. ກົມມາດຕະຖານ ແລະ ວັດແທກ; 13. ກົມຄຸ້ມຄອງວິສາຫະກິດ; 14. ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ; 15. ສະຖາບັນອຸດສາຫະກໍາ, ການຄ້າ ແລະ ພະລັງງານ. ກະຊວງອຸດສາຫະກໍາ ແລະ ການຄ້າ ມີກົງຈັກການຈັດຕັ້ງດ້ານວິຊາການຂອງດົນຢູ່ຂຶ້ນທ້ອງຖິ່ນ ຕາມ ເງື່ອນໄຂ, ຄວາມເພາະສົມ ແລະ ຄວາມພ້ອມຂອງແຕ່ລະທ້ອງຖິ່ນ ແລະ ຕາມການຕົກລົງຂອງອົງການ ປົກຄອງທ້ອງຖິ່ນ ບົນພື້ນຖານຄວາມເປັນເອກະພາບກັບກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄະນະຈັດ ຕັ້ງສູນກາງພັກ.
ມາດຕາ 6 ໂຄງປະກອບບຸກຄະລາກອນ ບຸກຄະລາກອນຂອງກະຊວງອຸດສາຫະກໍາ ແລະ ການຄ້າ ປະກອບດ້ວຍ: ລັດຖະມົນຕີກະຊວງ 01 ທ່ານ ຮັບຜິດຊອບຕໍ່ລັດຖະບານ, ນາຍົກລັດຖະມົນຕີ ແລະ ຮອງນາຍົກລັດ ຖະ ມົນຕີ ຜູ້ຊີ້ນໍາຂົງເຂດວຽກງານອຸດສາຫະກໍາ ແລະ ການຄ້າ ໃນການຄຸ້ມຄອງມະຫາພາກຕາມການ ຄຸ້ມຄອງ ຂອງຂະແຫງການຕົນຮັບຜິດຊອບ ຊຶ່ງມີສິດ ແລະ ຫ້າທີ່ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍວ່າ 5 ດ້ວຍລັດຖະບານ. ໃນເວລາຕິດຂັດ ລັດຖະມົນຕີກະຊວງ ຕ້ອງມອບສິດໃຫ້ຮອງລັດຖະມົນຕີທ່ານໃດ el ເປັນຜູ້ຮັກສາການແທນ; ຮອງລັດຖະມົນຕີຈໍານວນຫຶ່ງ ຊ່ວຍລັດຖະມົນຕີກະຊວງ ໃນການຊື້ນໍາວງກງານຂອງກະຊວງ ໂດຍ ຮັບຜິດຊອບລົງເລິກຊ່ວຍຊີ້ນໍາວຽກງານ ຕາມການມອບຫນາຍຂອງລັດຖະມົນຕີກະຊວງ; ຫົວຫ້າຫ້ອງການ, ຫົວຫ້າກົມ, ຫົວຫ້າສະຖາບັນ, ຮອງຫົວຫ້າຫ້ອງການ, ຮອງຫົວຫ້າກົມ, ຮອງຫົວ ຫ້າສະຖາບັນ, ທີ່ປືກສາເສດຖະກິດ-ການຄ້າ ແລະ ຜູ້ຕາງຫ້າປະຈໍາຢູ່ຕ່າປະເທດ, ຫົວຫ້າພະແນກ, ຫົວ ຫ້າສູນ, ຮອງຫົວຫ້າພະແນກ, ຮອງຫົວຫ້າສູນ ແລະ ລັດຖະກອນວິຊາການ ຕາມກໍານົດຕໍາແຫ່ງານ. ການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ແມ່ນປະຕິບັດຕາມກົດຫນາຍ ແລະ ລະບຽບການ. ບນວດທີ 4 ຫຼັກການ ແລະ ແບບແຜນວິທີເຮັດວຽກ ມາດຕາ 7 ຫຼັກການ ກະຊວງອຸດສາຫະກໍາ ແລະ ການຄ້າ ປະຕິບັດຕາມຫຼັກການ ດັ່ງນີ້: ປະຕິບັດຫຼັກການລວມສູນປະຊາທິປະໄຕ. ຕົກລົງເປັນຫພູ່ຄະນະ ໃນບັນຫາທີ່ສໍາຄັນ ພົວພັນຜົນ ປະໂຫຍດອັນໃຫຍ່ຫຼວງຂອງຊາດ; ປະຕິບັດລະບອບຫົວຫ້າດຽວ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ , ປຸກລະດົມກໍາລັງແຮງ ດ້ານສະຕິປັນຍາ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງລວມຫູ່ ແລະ ບຸກຄົນ ເພື່ອປະຕິບັດຫ້າ ທີ່ການເມືອງທີ່ໄດ້ຮັບມອບບນາຍ ໃຫ້ມີຜົນສໍາເລັດ; ເຄົາລົບ ແລະ ປະຕິບັດກົດຫນາຍ ແລະ ລະບຽບການຢ່າງເຂັ້ມງວດ , ທຸກການເຄື່ອນໄຫວຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ພະນັກງານ-ລັດຖະກອນ ແມ່ນອີງໃສ່ກົດຫນາຍ, ລະບຽບການ , ປະຕິບັດສິດ ຫ້າທີ່ຕາມການມອບບນາຍດ້ວຍຄວາມຮັບຜິດຊອບ ແລະ ຫຼັກການລວມຂອງລັດຖະບານ, ນໍາເອົາແນວທາງນະໂຍບາຍຂອງພັກ ແລະ ລັດຖະບານມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ..
ມາດຕາ 8 ແບບແຜນວິທີເຮັດວຽກ ກະຊວງອຸດສາຫະກໍາ ແລະ ການຄ້າ ມີແບບແຜນວິທີເຮັດວຽກ ດັງນີ້: ເຮັດວຽກມີແຜນການ, ແຜນງານ ແລະ ໂຄງການ ຢ່າງມີຈຸດສຸມ, ມີການກໍານົດຄາດຫນາຍ, ເປົ້າບນາຍ ແລະ ຕົວຊື້ວັດຜົນສໍາເລັດ ໃນແຕ່ລະໄລຍະ; ເຮັດວຽກມີການກວດກາ, ຕິດຕາມ, ຊຸກຍູ້, ປະເມີນຜົນ ແລະ ຖອດຖອນບົດຮຽນ ຜ່ານລະບອບ ປະຊຸມປະຈໍາເດືອນ, ປະຈໍາໄຕມາດ, ປະຈໍາປີ ຫຼື ກອງປະຊຸມວິຊາການ ພ້ອມທັງ ມີການສະຫຼຸບລາຍ ງານລັດຖະບານ ເປັນແຕ່ລະໄລຍະ; ປະສານງານ ແລະ ສົມທົບຢ່າງແຫ້ນແຟ້ນກັບທຸກຂະແບຫງການທັງສູນກາງ, ທ້ອງຖິ່ນ ແລະ ອົງ ການຈັດຕັ້ງຕ່າງໆ ຕາມພາລະບົດບາດ, ສິດ, ຫ້າທີ່ ແລະ ຕາມການມອບຫນາາຍຂອງລັດຖະບານ ຫຼື ນາຍົກລັດຖະມົນຕີ ແນໃສ່ຫນໃຊ້ກໍາລັງແຮງຂອງທຸກພາກສ່ວນ ເພື່ອພັດທະນາ ຂະແຫນງອຸດສາຫະ ກໍາ ແລະ ການຄ້າ; ປະຕິບັດການພົວພັນປະສານງານ ພາຍໃນ ແລະ ພາຍນອກ ໃຫ້ສອດຄ່ອງຕາມລະບຽບຫຼັກການ. ບນວດທີ 5 ບົດບັນຍັດສຸດທ້າຍ ມາດຕາ ງບປະມານ ແລະ ຕາປະທັບ 9 ກະຊວງອຸດສາຫະກໍາ ແລະ ການຄ້າ ມີງົບປະມານ, ຕາປະທັບ ແລະ ກາບນາຍ ຂອງຕົນ ເພື່ອຮັບໃຊ້ ເຄື່ອນໄຫວວຽກງານທາງລັດຖະການ ຕາມກົດຫນາຍ ແລະ ລະບຽບການທີ່ກ່ຽວຂ້ອງກໍານົດ. ມາດຕາ !0 ການຜັນຂະຫຍາຍ ມອບໃຫ້ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ອອກຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ກົງຈັກການຈັດຕັ້ງດ້ານວິຊາການຂອງ ທ້ອງຖິ່ນທີ່ຢູ່ພາຍໃຕ້ການຊື້ນໍາດ້ານວິຊາການ ທີ່ກໍານົດໃນມາດຕາ 5 ຂອງດໍາລັດສະບັບນີ້ ບົນພື້ນຖານການ ແບ່ງຂັ້ນຄຸ້ມຄອງ ມອບຄວາມຮັບຜິດຊອບຢ່າງຈະແຈ້ງ, ຮັດກຸມ ແລະ ເພາະສົມ ໃນອົງການປົກຄອງ ທ້ອງຖິ່ນ ເພື່ອຮັບໃຊ້ວຽກງານໃຫ້ໄດ້ຮັບຜົນດີ. ມາດຕາ 11 ການຈັດຕັ້ງປະຕິບັດ ກະຊວງອຸດສາຫະກໍາ ແລະ ການຄ້າ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ , ບັນດາກະຊວງ, ອົງການລັດທຽບເທົາກະຊວງ, ແຂວງ, ນະຄອນຫຼວງ ຈຶ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດດໍາລັດສະບັບນີ້ ຢ່າງເຂັ້ມ ງວດ.
ມາດຕາ 12 ຜົນສັກສິດ ດໍາລັດສະບັບນີ້ນໍາໃຊ້ ປ່ຽນແທນ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງອຸດ ສາຫະກໍາ ແລະ ການຄ້າ ສະບັບເລກທີ 275/ນຍ, ລົງວັນທີ 01 ກັນຍາ 2023 ແລະ ດໍາລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 624/ນຍ, ລົງວັນທີ 22 ຕຸລາ 202] ແລະ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.