Skip to content
Nelum
Laws of Laos

Decree No. 373/GOV on Fines and Other Measures Against Violators of Laws and Regulations Related to Minerals

Made 2023-12-01 · Text as of 2026-10-01

Public law and official guidance, published as research. Not legal, tax or financial advice.

About this law

Language
Lao
Kind
Regulation
Country
Laos
Subjects
Mineral resources
Keywords
mining, minerals, offences/penalties, enforcement/compliance
Categories
metals-base, metals-precious, minerals-critical

Where to read it

    No source link is recorded for this law.

Text

The law's own text, section by section, as held. Each section has its own link.

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ລັດຖະບານ ເລກທີ ຊ້ 75 /ລບ ນະຄອນຫຼວງວຽງຈັນ, Ui 01-12.2025 ດໍາລັດ ວາດ້ວຍການປັບໃຫນ ແລະ ການນໍາໃຊ້ມາດຕະການອືນ ຕໍ່ຜູ້ລະເມີດ ກົດຫນາຍ ແລະ ລະບຽບການ ກຽວກັບແຮທາດ - ອີງຕາມ ກົດຫນາຍວາດ້ວຍລັດຖະບານ ສະບັບເລກທີ 03/ສພຊ, ລົງວັນທີ 16 ພະຈິກ 2021; - ອີງຕາມ ກົດຫນາຍວາດ້ວຍແຮທາດ ສະບັບເລກທີ 3 ] /ສພຊ, ລົງວັນທີ 03 ພະຈິກ 2017; - ອີງຕາມ ຫັງສືສະເຫຼີ ຂອງກະຊວງພະລັງງານ ແລະ ບໍ່ແຮ ສະບັບເລກທີ 0077/ພບ, ລົງວັນທີ 16 ມັງກອນ 2023. ລັດຖະບານ ອອກດໍາລັດ: ພາກທີ [ ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ ດໍາລັດສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການປັບໃບນ ແລະ ການ ນໍາໃຊ້ມາດຕະການອືນ ຕໍ່ຜູ້ລະເມີດກົດຫນາຍ ແລະ ລະບຽບການ ກ່ຽວກັບແຮທາດ ເພືອເປັນປອນອີງໃຫ້ແກ ເຈົ້າຫ້າທີ ໃນການປັບໃບນ ແລະ ການນໍາໃຊ້ມາດຕະການອືນຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ແນໃສ່ ເຮັດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັງ ມີສະຕິຕືນຕົວເຄົາລົບ, ປະຕິບັດກົດຫຜນາຍ ແລະ ລະບຽບການ ຮັບປະກັນການດໍາເນີນທຸລະກິດກຽວກັບແຮທາດ ໃຫ້ສອດຄອງຕາມກົດບນາຍ, ສັນຍາ, ລະບຽບການ ແລະ ມີ ປະສິດທິຜົນສູງ ປະກອບສວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ມາດຕາ 2 ການປັບໃຫ ແລະ ການນໍາໃຊ້ມາດຕະການອືນ ການປັບໃບນ ແມນ ມາດຕະການທາງດ້ານການເງິນ ທີນໍາໃຊ້ຕໍ່ຜູ້ລະເມີດທາງດ້ານບໍລິຫານ ຊຶງບໍ່ເປັນ ການກະທໍາຜິດທາງອາຍາ ກຽວກັບກົດຫນາຍ ແລະ ລະບຽບການ ກຽວກັບແຮທາດ ຕາມອັດຕາຄາປັບໃຫນທີໄດ້ ກໍານົດໄວ້ໃນດໍາລັດສະບັບນີ້. ການນໍາໃຊ້ມາດຕະການອືນ ແມນ ການນໍາໃຊ້ມາດຕະການເຟີມ ຈາກມາດຕະການປັບໃຫນ ຕໍ່ຜູ້ລະເມີດ ທາງດ້ານບໍລິຫານ ຊຶງບໍ່ເປັນການກະທໍາຜິດທາງອາຍາ ກຽວກັບກົດຫນາຍ ແລະ ລະບຽບການກຽວກັບແຮທາດ ເປັນຕົ້ນ ການສຶກສາອົບຮົມ, ການຍຶດອຸປະກອນ, ເຄືອງມື , ໂຈະ ຫຼື ຖອນໃບອະນຸຍາດດໍາເນີນກິດຈະການ. |

  2. ມາດຕາ 3 ຫຼັກການກຽວກັບການປັບໃບນ ແລະ ການນໍາໃຊ້ມາດຕະການອືນ ການປັບໃຫນ ແລະ ການນໍາໃຊ້ມາດຕະການອືນ ຕໍ່ຜູ້ລະເມີດກົດຫນາຍ ແລະ ລະບຽບການ ກ່ຽວກັບແຮ່ທາດ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້: ]. ສອດຄອງກັບ ກົດຫນາຍ ແລະ ລະບຽບການ; 2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ; 3. ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ; 4. ຮັບປະກັນການປະຕິບັດອັດຕາປັບໃຫເປັນເອກະພາບ , ຖືກຕ້ອງ, ເປັນທໍາ, ໂປ່ງໃສ ແລະ ສາມາດ ກວດສອບໄດ້. ມາດຕາ 4 ຂອບເຂດການນໍາໃຊ້ ດໍາລັດສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕາງປະເທດ ທີີ ພົວພັນ ແລະ ເຄືອນໄຫວກຽວກັບວຽກງານແຮທາດ . ພາກທີ 11 ການປັບໃຫ ຫວດທີ 1 ຈູ, ຂ ການປັບໃຫນບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມາດຕາ 5 ການ ຂຸດຄົ້ນ, ຊື້ ຂາຍ, ເຄືອນຍ້າຍ ແລະ ເກັບກຸ້ແຮທາດ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັງ ທີດໍາເນີນການ ຂຸດຄົ້ນ, ຊື້ ຂາຍ, ເຄືອນຍ້າຍ ແລະ ເກັບກູ້ແຮ ທາດ ໂດຍບໍ່ປະຕິບັດຕາມຂັ້ນຕອນ ແລະ ລະບຽບການ ຢ່າງຖືກຕ້ອງ, ຄົບຖ້ວນ ຈາກຂະແບນງການພະລັງງານ ແລະ ບໍ່ແຮ ຈະຖືກປັບໃຫນ ດັ່ງນີ້: 1) 300.000.000 ກີບ ສໍາລັບການລະເມີດຄັ່ງທີ່ຫນຶງ; 2) 600.000.000 ກີບ ສໍາລັບການລະເມີດຄັ່ງທີສອງ; 3) 900.000.000 ກີບ ສໍາລັບການລະເມີດຄັງທີສາມຂຶ້ນໄປ. ມາດຕາ 6 ການ ໃຊ້ຄວາມຮຸນແຮງ ແລະ ແອບອ່າງຊືຜູ້ອືນ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີໃຊ້ຄວາມຮຸນແຮງ ແລະ ແອບອ່າງຊຶຜູ້ອືນ ເຜືອນາບຂູ ພະນັກງານ, ເຈົ້າຫ້າທີກວດກາບໍ່ແຮ, ເຈົ້າຫ້າທີກວດກາວຽກງານແຮທາດ ແລະ ຜູ້ລົງທຶນ ຈະຖຶກປັບໃບນ ດັ່ງນີ້: 1) ]5.000.000 ກີບ ສໍາລັບການລະເມີດຄັ່ງທີຫຶຶງ; 2) 30.000.000 ກີບ ສໍາລັບການລະເມີດຄັ່ງທີສອງ; 3) 45.000.000 ກີບ ສໍາລັບການລະເມີດຄັງທີສາມຂຶ້ນໄປ.

  3. ມາດຕາ 7 ການ ຊຸກເຊື່ອງ, ທໍາລາຍ ຫຼື ຊື້ ຂາຍຕົວຢ່າງ ແຮທາດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີຊຸກເຊືອງ, ທໍາລາຍ ຫຼື ຊື້ ຂາຍ ຕົວຢ່າງແຮທາດ ທີໄດ້ມາຈາກທໍາມະ ຊາດ ຈະຖືກປັບໃຫ ດັ່ງນີ້: 1) 5.000.000 ກີບ ສໍາລັບການລະເມີດຄັ່ງທີຫຶງ; ກ 2) 10.000.000 ກີບ ສໍາລັບການລະເມີດຄັ່ງທີສອງ; 3) 5.000.000 ກີບ ສໍາລັບການລະເມີດຄັ່ງທີສາມຂຶ້ນໄປ. ມາດຕາ 8 ການ ຍ່າຍ, ປ່ຽນແປງ ຫຼື ທໍາລາຍ ເຄືອງຫນາຍເຂດອະນຸຍາດ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຍ່າຍ, ປ່ຽນແປງ ຫຼື ທໍາລາຍ ເຄືອງຫນາຍເຂດອະນຸຍາດສໍາປະທານ ຈະຖືກປັບໃຫມ ດັ່ງນີ້: 1) <.000.000 ກີບ ສໍາລັບການລະເມີດຄັ່ງທີຫນຶງ; 2) 10.000.000 ກີບ ສໍາລັບການລະເມີດຄັງທີສອງ; 3) ]5.000.000 ກີບ ສໍາລັບການລະເມີດຄັ່ງທີສາມຂຶ້ນໄປ. ຫນວດທີ 2 ການປັບໃຫຜູ້ລົງທຶນ ມາດຕາ 9 ການ ຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ, ປຸງແຕງ ຫຼື ຊື່ ຂາຍແຮທາດ ຜູ່ລົງທຶນ ທີ່ດໍາເນີນການ ຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ, ປຸງແຕ່ງ ຫຼື ຊື້ ຂາຍແຮທາດ ໂດຍບໍ່ປະຕິບັດ ຕາມຂັ້ນຕອນ ແລະ ລະບຽບການ ຢ່າງຖືກຕ້ອງ, ຄົບຖ້ວນ ຈາກຂະແຫນງການພະລັງງານ ແລະ ບໍ່ແຮ ຈະຖືກປັບໃບນ ດັ່ງນີ້: 1) ]..000.000.000 ກີບ ສໍາລັບການລະເມີດການຊອກຄົ້ນ ແລະ ສໍາຫຼວດແຮ່ທາດ; 2) 2.000.000.000 ກີບ ສໍາລັບການລະເມີດການຂຸດຄົນ ແລະ ປຸງແຕ່ງແຮທາດ; 3) ].000.000.000 ກີບ ສໍາລັບການລະເມີດການຊື້ ຂາຍແຮ່ທາດ. ມາດຕາ 10 ການ ຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕງແຮທາດ ບໍ່ຖືກຕາມແຜນການທີໄດ້ຮັບຮອງ, ນອກ ເຂດສໍາປະທານ ຜູ້ລົງທຶນ ທີດໍາເນີນການຊອກຄົນ, ສໍາຫຼວດ ບໍ່ຖືກຕາມແຜນການທີໄດ້ຮັບຮອງ ຈະຖືກປັບໃ#ບນ ດັ່ງນີ້: 1) 0.000.000 ກີບ ສໍາລັບການລະເມີດຄັ່ງທີຫນຶງ; 2) 100.000.000 ກີບ ສໍາລັບການລະເມີດຄັ່ງທີສອງ. ຜູ້ລົງທຶນ ທີດໍາເນີນການຂຸດຄົ້ນ ແລະ ປຸງແຕ່ງ ແຮທາດ ບໍ່ຖືກຕາມແຜນການທີໄດ້ຮັບຮອງ ຈະຖືກປັບໃຫນ

  4. 1) 150.000.000 ກີບ ສໍາລັບການລະເມີດຄັງທີ່ຫນຶງ; 2) 300.000.000 ກີບ ສໍາລັບການລະເມີດຄັ່ງທີສອງ. ຜູ້ລົງທຶນ ທີດໍາເນີນການຊອກຄົ້ນ ແລະ ສໍາຫຼວດ ຢູ່ນອກເຂດສໍາປະທານ ຈະຖືກປັບໃບນ ດັ່ງນີ້: 1) 100.000.000 ກີບ ສໍາລັບການລະເມີດຄັ່ງທີຫຶຶງ; 2) 200.000.000 ກີບ ສໍາລັບການລະເມີດຄັງທີສອງ. ກ . າ ກ ຈູ ະ < & ຜູ້ລົງທຶນ ທີດ້າເນີນການຂຸດຄົ້ນ ແລະ ປຸງແຕ່ງ ແຮທາດ ຢູ່ນອກເຂດສໍາປະທານ ຈະຖືກປັບໃຫນ ດັງນີ້: ລູ o ເ່ ຂ a £ 1) 200.000.000 ກີບ ສໍາລັບການລະເມີດຄັງທີຫນຶງ; 2) 400.000.000 ກີບ ສໍາລັບການລະເມີດຄັ່ງທີສອງ. 3 ມາດຕາ 11 ການ ຊື້ ຂາຍ ແຮທາດໂດຍບໍ່ມີການຢັ້ງຢືນແຫຼງທີມາຂອງແຮທາດ ຜູ້ລົງທຶນ ທີດໍາເນີນການຊື້ ຂາຍ ແຮທາດ ໂດຍບໍ່ມີການຢັ້ງຢືນແຫຼງທີມາຂອງແຮທາດ ຈະຖືກປັບໃບນ 300.000.000 ກີບ. ມາດຕາ 12 ການ ຍ້າຍ, ປ່ຽນແປງ ຫຼື ທໍາລາຍ ປ້າຍ, ເຄືອງຫນາຍເຂດສໍາປະທານ ຜູ້ລົງທຶນ ທີດໍາເນີນການຍ້າຍ, ປ່ຽນແປງ ຫຼື ທໍາລາຍປ້າຍ, ເຄືອງຫນາຍເຂດສໍາປະທານ ຈະຖືກປັບ ໃຫ ດັ່ງນີ້: 1) 50.000.000 ກີບ ສໍາລັບການລະເມີດຄັ້ງທີຫນົງ; 2) 100.000.000 ກີບ ສໍາລັບການລະເມີດຄັ່ງທີສອງ. ມາດຕາ 13 ການ ຂຸດຄົ້ນ, ຊື້ ຂາຍ, ເຄືອນຍ້າຍ ຫຼື ຂົນສົ່ງ ແຮທາດສະຫງວນ ແລະ ແຮທາດຫວງຫ້າມ ຜູ້ລົງທຶນ ທີດໍາເນີນການຂຸດຄົນ, ຊື້ ຂາຍ, ເຄືອນຍ້າຍ ຫຼື ຂົນສົ່ງ ແຮທາດສະຫງວນ ແລະ ແຮທາດຫວງ ຫ້າມ ຈະຖືກປັບໃຫນ 1.000.000.000 ກີບ. ມາດຕາ 14 ການເຄືອນຍ້າຍ ຫຼື ຂົນສົ່ງ ແຮທາດ ແລະ ຜະລິດຕະພັນແຮທາດ ຜູ້ລົງທຶນ ທີ່ດໍາເນີນການເຄືອນຍ້າຍ ຫຼື ຂົນສົ່ງ ແຮທາດ ແລະ ຜະລິດຕະພັນແຮ່ທາດ ເກີນນ້ໍາຫັກ, ເກີນຈໍານວນ, ເກີນຂະຫນາດ ແລະ ບໍ່ຖືກຕາມເງືອນໄຂຂອງການເຄືອນຍ້າຍແຮທາດ ຈະຖືກປັບໃບນ ດັ່ງນີ້: 1) 50.000.000 ກີບ ສໍາລັບການລະເມີດຄັ່ງທີ່ຫຶງ; 2) 100.000.000 ກີບ ສໍາລັບການລະເມີດຄັ່ງທີ່ສອງ.

  5. ມາດຕາ 15 ການນໍາໃຊ້ໃບອະນຸຍາດ ຜູ້ລົງທຶນ ຫາກໄດ້ມອບ, ໂອນ ຫຼື ຂາຍ, ນໍາໃຊ້ ໃບອະນຸຍາດຊອກຄົ້ນ ເພືອຮ່ວມທຶນກັບຜູ້ອືນ ແລະ ເປັນຫຼັກຊັບຄໍາປະກັນເງິນກູ້ ຫຼື ເປັນເອກະສານຕໍ່ລອງຜົນປະໂຫຍດອືນ ໂດຍບໍ່ຖືກຕ້ອງຕາມກົດຫນາຍ ຈະຖືກ ປັບໃບນ 300.000.000 ກີບ. ຜູ້ລົງທຶນ ຫາກນໍາໃຊ້ໃບອະນຸຍາດສໍາຫຼວດ ເຜືອເປັນຫຼັກຊັບຄໍາປະກັນເງິນກູ້ ຈະຖຶກປັບໃຫນ 600.000.000 ຜູ້ລົງທຶນ ຫາກນໍາໃຊ້ໃບອະນຸຍາດຂຸດຄົ້ນ ເພືອເປັນຫຼັກຊັບຄໍາປະກັນເງິນກຸ້ ຈະຖືກປັບໃບນ 1.000.000.000 ມາດຕາ 16 ການຈ້າງ ບຸກຄົນ ຂຸດຄົ້ນ ແລະ ຮອນເອົາແຮທາດ ທີບໍ່ຖືກຕ້ອງ ຜູ້ລົງທຶນ ຈ້າງ ບຸກຄົນ ຂຸດຄົນ ແລະ ຮອນເອົາແຮທາດ ທີບໍ່ຖືກຕ້ອງ ດ້ວຍວິທີການຕາງໆ ຈະຖືກປັບໃບນ ດັ່ງນີ້: 1) 300.000.000 ກີບ ສໍາລັບການລະເມີດຄັງທີຫນຶງ; 2) 600.000.000 ກີບ ສໍາລັບການລະເມີດຄັ້ງທີສອງ. ມາດຕາ 17 ການ ທໍາລາຍ, ຂາຍ ແລະ ເກັບ ຕົວຢ່າງແຮທາດ ຜູ້ລົງທຶນ ຫາກໄດ້ທໍາລາຍຕົວຢ່າງແຮທາດ, ຂາຍຕົວຢ່າງແຮທາດ ແລະ ເກັບຕົວຢ່າງແຮທາດ ໂດຍບໍ່ ໄດ້ຮັບອະນຸຍາດ ຈະຖືກປັບໃຫນ 100.000.000 ກີບ. ມາດຕາ 18 ການໃຊ້ຄວາມຮຸນແຮງ ຫຼື ແອບອ່າງຊືຜູ້ອືນ ຜູ້ລົງທຶນ ຫາກໄດ້ໃຊ້ຄວາມຮຸນແຮງ ຫຼື ແອບອ່າງຊືຜູ້ອືນ ເພື່ອນາບຂູ່ ພະນັກງານ, ເຈົ້າຫນ້າທີກວດກາບໍ ແຮ, ເຈົ້າຫ້າທີກວດກາວຽກງານແຮທາດ ແລະ ປະຊາຊົນ ຈະຖືກປັບໃບນ ດັ່ງນີ້: 1) 0.000.000 ກີບ ສໍາລັບການລະເມີດຄັ່ງທີຫຶງ; 2) 100.000.000 ກີບ ສໍາລັບການລະເມີດຄັ້ງທີສອງ. ມາດຕາ 19 ການລາຍງານບໍ່ສອດຄອງກັບຄວາມເປັນຈິງ ຫຼື ປິດບັງຂໍ້ມູນ ຜູ້ລົງທຶນ ຫາກໄດ້ລາຍງານບໍ່ສອດຄອງກັບຄວາມເປັນຈິງ ຫຼື ປິດບັງຂໍ້ມູນ ກຽວກັບແຮທາດ ຈະຖືກປັບໃຫນ ດັ່ງນີ້: 1) 50.000.000 ກີບ ສໍາລັບການລະເມີດຄັ່ງທີຫຶຶງ; 2) 100.000.000 ກີບ ສໍາລັບການລະເມີດຄັ່ງທີສອງ. ມາດຕາ 20 ການ ຊື້ ຂາຍ ຜະລິດຕະພັນແຮທາດ ໂດຍບໍ່ໄດ້ຮັບອະນຸຍາດ ຜູ້ລົງທຶນ ຫາກໄດ້ ຊື້ ຂາຍ ຜະລິດຕະພັນແຮ່ທາດ ໂດຍບໍ່ໄດ້ຮັບອະນຸຍາດ ເປັນຕົ້ນ ຊື່ ຂາຍ ໂດຍບໍ່ ຜານຕະຫຼາດ ຊື້ ຂາຍ ແຮທາດຂອງພາຍໃນ ຫຼື ສາກົນ ລວມທັງການ ຊື້ ຂາຍ ທີບໍ່ຜານລະບົບທະນາຄານ ຈະ ຖືກປັບໃຫນ ດັ່ງນີ້: 1) ]50.000.000 ກີບ ສໍາລັບການລະເມີດຄັງທີຫຶງ; 2) 300.000.000 ກີບ ສໍາລັບການລະເມີດຄັ່ງທີສອງ.

  6. ມາດຕາ 21 ການນໍາໃຊ້ໃບອະນຸຍາດ ບໍ່ຖືກຕາມການອະນຸຍາດ ຜູ້ລົງທຶນ ຫາກໄດ້ນໍາໃຊ້ໃບອະນຸຍາດ ບໍ່ຖືກຕາມການອະນຸຍາດ ຈະຖືກປັບໃຫນ ດັ່ງນີ້: 1) 500.000.000 ກີບ ສໍາລັບການລະເມີດຄັ້ງທີຫຶງ; 2) 1.000.000.000 ກີບ ສໍາລັບການລະເມີດຄັງທີ່ສອງ. ມາດຕາ 22 ການນໍາໃຊ້ໃບອະນຸຍາດ ທີຫົດອາຍຸ ຜູ້ລົງທຶນ ຫາກໄດ້ນໍາໃຊ້ໃບອະນຸຍາດດໍາເນີນທຸລະກິດກຽວກັບແຮທາດ ທີຫນົດອາຍຸ ຈະຖືກປັບໃຫນ 20.000.000 ກີບ. ຜູ້ໄດ້ຮັບອະນຸຍາດດໍາເນີນທຸລະກິດໃຫ້ການບໍລິການ ທີຕິດພັນກັບທຸລະກິດກຽວກັບແຮທາດ ຫາກນໍາ ໃຊ້ໃບອະນຸຍາດ ທີຫົດອາຍຸ ຈະຖຶກບັບໃບນ 10.000.000 ກີບ. ມາດຕາ 23 ການບໍ່ມີ ແລະ ບໍ່ປະຕິບັດ ມາດຕະການ ຄວາມປອດໄພ ແລະ ສຸຂະພາບແຮງງານ ຜູ້ລົງທຶນ ທີບໍ່ມີືມາດຕະການ ຄວາມປອດໄພ ແລະ ສຸຂະພາບແຮງງານ ເປັນຕົ້ນ ລະບຽບຄວາມປອດ ໄພສະເພາະຂອງໂຄງການ ແລະ ແຮງງານ, ການຝຶກອົບຮົມຄວາມປອດໄພ, ການປະກອບອຸປະກອນປ້ອງກັນໄພ ແຮງງານ, ການຕິດຕັ້ງປ້າຍຫ້າມ-ປ້າຍເຕືອນໄພ, ຫນ່ວຍງານແພດປະຈໍາພາກສະຫນາມ, ສູນປິນປົວສຸຂະພາບ ເບື້ອງຕົ້ນ, ການປະກັນສັງຄົມ ແລະ ການກວດກາສຸຂະພາບປະຈໍາປີ ລວມທັງການບໍ່ບັງຂັບຜູ້ອ8ກແຮງງານ ໃຫ້ ປະຕິບັດມາດຕະການ ຄວາມປອດໄພ ແລະ ສຸຂະພາບແຮງງານ ຈະຖືກປັບໃຫນ ດັ່ງນີ້: 1) 40.000.000 ກີບ ສໍາລັບການລະເມີດຄັ່ງທີ່ຫນຶງ; 2) 80.000.000 ກີບ ສໍາລັບການລະເມີດຄັ່ງທີສອງ. w ມາດຕາ 24 ການເກັບຮັກສາທາດເຄມີ ບໍ່ຖືກຕ້ອງຕາມເຕັກນິກ ຫຼື ການນໍາໃຊ້ທາດເຄມີ ບໍ່ສອດຄ໊ອງຕາມເປົ໋າຫນາຍ ຜູ້ລົງທຶນ ທີເກັບຮັກສາທາດເຄມີ ບໍ່ຖືກຕ້ອງຕາມເຕັກນິກ ຫຼື ການນໍາໃຊ້ ບໍ່ສອດຄອງຕາມເປົ້າຫນາຍ ຈະຖືກປັບໃຫນ ດັ່ງນີ້: 1) 50.000.000 ກີບ ສໍາລັບການລະເມີດຄັ້ງທີຫນິງ; 2) 100.000.000 ກີບ ສໍາລັບການລະເມີດຄັງທີສອງ. ມາດຕາ 25 ການບໍ່ປະຕິບັດມາດຕະການປົກປັກຮັກສາສິງແວດລ້ອມ ຜູ້ລົງທຶນ ທີບໍ່ປະຕິບັດມາດຕະການປົກປັກຮັກສາສິງແວດລ້ອມສັງຄົມ ແລະ ທໍາມະຊາດ ຈະຖືກປັບໃບນ ດັ່ງນີ້: 1) 0.000.000 ກີບ ສໍາລັບການລະເມີດຄັ່ງທີ່ຫຶງ; 2) 100.000.000 ກີບ ສໍາລັບການລະເມີດຄັງທີສອງ.

  7. ມາດຕາ 26 ການບໍ່ລາຍງານຄວາມຄືບຫ້າປະຈໍາເດືອນ, ປະຈໍາງວດ ແລະ ປະຈໍາປີ ກຽວກັບການຈັດຕັ່ງປະຕິບັດ ວຽກງານ ຜູ້ລົງທຶນ ທີດໍາເນີນທຸລະກິດກຽວກັບແຮທາດ ບໍ່ລາຍງານຄວາມຄືບຫ້້າປະຈໍາເດືອນ, ປະຈໍາງວດ ແລະ ປະຈໍາປີ ກຽວກັບການຈັດຕັ້ງປະຕິບັດວຽກງານ ຈະຖືກປັບໃຫນ ດັ່ງນີ້: 1) 3.000.000 ກີບ ສໍາລັບການລະເມີດຄັງທີບນຶງ; 2) 6.000.000 ກີບ ສໍາລັບການລະເມີດຄັງທີສອງ. ມາດຕາ 27 ການບໍ່ລາຍງານກຽວກັບອຸປະຕິເຫດທີເກີດຂຶ້ນ ຜູ້ລົງທຶນ ທີບໍ່ລາຍງານກຽວກັບອຸປະຕິເຫດ ຫຼື ປາກົດການອືນທີເກີດຂຶ້ນຈາກກິດຈະການ ກ່ຽວກັບແຮ່ທາດ ຊຶ່ງມີ ຫຼື ອາດຈະມີຜົນກະທົບອັນບໍ່ດີຕໍ່ສິງແວດລ້ອມ ຫຼື ສຸຂະພາບຂອງບຸກຄົນ ຫຼື ຊຸມຊົນ ພາຍໃນ ຊາວສີ ຊົ່ວໂມງ ຈະຖຶກປັບໃຫນ ດັ່ງນີ້: 1) 10.000.000 ກີບ ສໍາລັບການລະເມີດຄັ່ງທີຫນຶງ; 2) 20.000.000 ກີບ ສໍາລັບການລະເມີດຄັ່ງທີສອງ. ມາດຕາ 28 ການບໍ່ປະຕິບັດຕາມການຕົກລົງ, ການຊົດເຊີຍ ແລະ ໃຊ້ແທນຄາເສຍຫາຍ ໃຫ້ຜູ້ທີໄດ້ຮັບຜົນກະທົບ ຜູ້ລົງທຶນ ທີບໍ່ປະຕິບັດຕາມການຕົກລົງ, ການຊົດເຊີຍ ແລະ ໃຊ້ແທນຄາເສຍຫາຍ ໃຫ້ຜູ້ທີໄດ້ຮັບຜົນກະທົບ ຕາມການຕົກລົງ ຈະຖືກປັບໃຫນ ດັ່ງນີ້: 1) 10.000.000 ກີບ ສໍາລັບການລະເມີດຄັ່ງທີຫຶຶງ; 2) 20.000.000 ກີບ ສໍາລັບການລະເມີດຄັ່ງທີສອງ. ມາດຕາ 29 ການບໍ່ປະຕິບັດພັນທະຄາສໍາປະທານໃຫ້ລັດ o e o & ຜູ້ລົງທຶນ ທີບໍ່ປະຕິບັດພັນທະຄາສໍາປະທານໃຫ້ລັດ ຕາມທິໄດ້ຕົກລົງໃນສັນຍາ ຈະຖືກປັບໃນນ ດັ່ງນີ້: ລຸແ ແ: ແຈະ e ກອດ ະ ະ: , <. ກຼ ລ - 1) 0.000.000 ກີບ ສໍາລັບການລະເມີດຄັງທີຫນຶງ; 2) 100.000.000 ກີບ ສໍາລັບການລະເມີດຄັງທີສອງ. ມາດຕາ 30 ການບໍ່ມີແຜນການປິດບໍ່ແຮ ຜູ້ລົງທຶນ ທີ່ບໍ່ມີແຜນການປິດບໍ່ແຮ ຈະຖືກປັບໃຫນ ດັ່ງນີ້: 1) 50.000.000 ກີບ ສໍາລັບການລະເມີດຄັງທີຫນຶງ; 2) ]00.000.000 ກີບ ສໍາລັບການລະເມີດຄັ້ງທີສອງ.

  8. ມາດຕາ 31 ການບໍ່ປະຕິບັດການຄໍາປະກັນການປິດບໍ່ແຮ ຜູ້ລົງທຶນ ທີບໍ່ວາງເງິນຄໍາປະກັນການປິດບໍ່ແຮ ຕາມກົດຫນາຍ ຈະຖືກປັບໃຫນ ດັ່ງນີ້: 1) 0.000.000 ກີບ ສໍາລັບການລະເມີດຄັ້ງທີ່ຫຶງ; 2) 20.000.000 ກີບ ສໍາລັບການລະເມີດຄັ່ງທີສອງ. ມາດຕາ 32 ການບໍ່ໃຫ້ການຮວມມື ແລະ ບໍ່ອໍານວຍຄວາມສະດວກແກເຈົ້າຫ້າທີຂອງລັດ ໃນການກວດກາວຽກ ງານແຮທາດ ຜູ້ລົງທຶນ ທີບໍ່ໃຫ້ການຮວມມື ແລະ ບໍ່ອໍານວຍຄວາມສະດວກແກເຈົ້າຫ້າທີຂອງລັດ ໃນການກວດກາ ວຽກງານແຮທາດ ຈະຖືກປັບໃຫ ດັງນີ້: 1) .000.000 ກີບ ສໍາລັບການລະເມີດຄັງທີຫົຶງ; 2) 10.000.000 ກີບ ສໍາລັບການລະເມີດຄັງທີສອງ. ພາກທີ 11[ ມາດຕະການອືນ ຕໍ່ຜູ້ລະມມີດກົດຫນາຍ ແລະ ລະບຽບການ ກ່ຽວກັບແຮທາດ ມາດຕາ 33 ມາດຕະການອືນ ຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີລະເມີດກົດຫນາຍ ແລະ ລະບຽບການ ກ່ຽວກັບແຮ່ທາດ ນອກຈາກຖືກປັບໃຫນ ຕາມດໍາລັດສະບັບນີ້ແລ້ວ ຍັງຈະຖືກ ກາວເຕືອນ, ເຮັດບົດບັນທຶກ, ຍຶດ ວັດຖຸປະກອນ, ກົນ ຈັກ, ເຄືອງມື ທີນໍາໃຊ້ເຂົ້າໃນການລະເມີດ ພ້ອມທັງໃຊ້ແທນຄາເສຍຫາຍຕາມທີຕົນໄດ້ກໍ່ຂຶ້ນ. ມາດຕາ 34 ມາດຕະການອືນ ຕໍ່ຜູ້ລົງທຶນ ຜູ້ລົງທຶນ ທີລະເມີດກົດຫນາຍ ແລະ ລະບຽບການ ກ່ຽວກັບແຮ່ທາດ ນອກຈາກຖືກປັບໃຫນ ຕາມທີໄດ້ ກໍານົດໄວ້ໃນດໍາລັດສະບັບນີ້ແລ້ວ ຍັງຖືກປະຕິບັດມາດຕະການອືນ ດັ່ງນີ້: 1. ກາວເຕືອນ, ເຮັດບົດບັນທຶກ, ຍຶດ ຕົວຢ່າງ, ຜົນຜະລິດ, ອຸປະກອນກົນຈັກ ທີ່ນໍາໃຊ້ເຂົ້າໃນການ ລະເມີດ ພ້ອມທັງ ໃຊ້ແທນຄາເສຍຫາຍຕາມທີຕົນໄດ້ກໍ່ຂຶ້ນ ສໍາລັບການລະເມີດຄັ່ງທີຫຶງ; 2. ເຮັດບົດບັນທຶກ, ຍຶດ ຕົວຢ່າງ, ຜົນຜະລິດ, ອຸປະກອນກົນຈັກ ທີ່ນໍາໃຊ້ເຂົ້າໃນການລະເມີດ, ໂຈະ ໃບອະນຸຍາດ ພ້ອມທັງ ໃຊ້ແທນຄາເສຍຫາຍຕາມທີຕົນໄດ້ກໍ່ຂຶ້ນ ສໍາລັບການລະເມີດຄັ່ງທີສອງ; 3. ເຮັດບົດບັນທຶກ, ຍຶດ ຕົວຢ່າງ, ຜົນຜະລິດ, ອຸປະກອນກົນຈັກ ທີນໍາໃຊ້ເຂົ້າໃນການລະເມີດ, ຖອນໃບອະນຸຍາດ ພ້ອມທັງ ໃຊ້ແທນຄາເສຍຫາຍທີຕົນໄດ້ກໍຂຶ້ນ ສໍາລັບການລະເມີດຄັງທີສາມ.

  9. ພາກທີ 1V ການຄຸ້ມຄອງ ແລະ ການນໍາໃຊ້ເງິນ ທີໄດ້ມາຈາກການປັບໃຫ ມາດຕາ 35 ການຄຸ້ມຄອງເງິນທີໄດ້ຈາກການປັບໃຫນ ເງິນປັບໃຫທີເກັບໄດ້ຈາກການລະເມີດດໍາລັດສະບັບນີ້ ເຈັດສິບສ່ວນຮ້ອຍ (70%) ມອບເຂົ້າງົບປະມານ ແຫ່ງລັດ ແລະ ສາມສິບສ່ວນຮ້ອຍ (30%) ໃຫ້ນໍາໃຊ້ເຂົ້າໃນວຽກງານແຮທາດ ຕາມທີໄດ້ກໍານົດໄວ້ໃນມາດຕາ 36 ຂອງດໍາລັດສະບັບນີ້. ມາດຕາ 36 ເປົ້າຫນາຍການນໍາໃຊ້ເງິນທີໄດ້ຈາກການປັບໃບນ ເງິນທີໄດ້ຈາກການປັບໃບນ ໃຫ້ນໍາໃຊ້ເຂົ້າໃນເປົ້າຫນາຍ ດັງນີ້: 1. ຈັດຝຶກອົບຮົມ, ໂຄສະນາ, ເຜີຍແຜກົດປນາຍ ແລະ ລະບຽບການ ກຽວກັບແຮທາດ; ຕິດຕາມ, ກວດກາ ການຈັດຕັ່ງປະຕິບັດ ກົດຫນາຍ ແລະ ລະບຽບການ ກ່ຽວກັບແຮ່ທາດ; 2. 3. ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ພະນັກງານ ແລະ ເຈົ້າຫ້າທີກວດກາບໍ່ແຮ ທີຮັບຜິດຊອບ ວຽກງານການປັບໃຫ ແລະ ການນໍາໃຊ້ມາດຕະການອືນ ຕໍ່ຜູ້ລະເມີດ ກົດຫນາຍ ແລະ ລະບຽບການ ກຽວກັບ ແຮທາດ; 4. ຈັດຊື້ ອຸປກກອນ ແລະ ສິງອໍານວຍຄວາມສະດວກ ເພືອຮັບໃຊ້ວຽກງານການປັບໃບນ ແລະ ການ ນໍາໃຊ້ມາດຕະການອືນ ຕໍ່ຜູ້ລະເມີດ ກົດຫນາຍ ແລະ ລະບຽບການ ກ່ຽວກັບແຮ່ທາດ; 5. ນໍາໃຊ້ເຂົ້າໃນການປະຕິບັດວຽກງານອືນ ກຽວກັບແຮທາດ. ພາກທີ Vv ບົດບັນຍັດສຸດທ້າຍ ມາດຕາ 37 ການຈັດຕັ້ງປະຕິບັດ ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ ເປັນເຈົ້າການຈັດຕັ້ງປະຕິບັດດໍາລັດສະບັບນີ້ ໂດຍປະສານ ສົມທົບກັບບັນດາກະຊວງ, ອົງການ, ອົງການປົກຄອງທ້ອງຖິນ ແລະ ພາກສວນອືນທີກຽວຂ່ອງ. ກະຊວງ, ອົງການ, ອົງການປົກຄອງທ້ອງຖິນ ແລະ ພາກສ່ວນອືນທີ່ກຽວຂ່ອງ ຈົ່ງຮັບຮູ້ ແລະ ໃຫ້ການ ຮວມມືໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ຢ່າງເຂັ້ມງວດ. ມາດຕາ 38 ຜົນສັກສິດ ດໍາລັດສະບັບນີ້ ມີຜົນສັກສິດ ນັບແຕວັນທີ 01 ເມສາ 2024 ເປັນຕົ້ນໄປຽນ, ຕາງຫ້າ ລັດຖະບານ ແຫງ ສປປ ລາວ ນາຍົກລັດຖະມົນຕີ

Decree No. 373/GOV on Fines and Other Measures Against Violators of Laws and Regulations Related to Minerals · Nelum