Skip to content
Nelum
Laws of Laos

Decree No.05 on the Promotion Fund for Micro, Small, and Medium Enterprises (MSME Promotion Fund)

Made 2023-01-12 · Text as of 2026-10-01

Public law and official guidance, published as research. Not legal, tax or financial advice.

About this law

Language
Lao
Kind
Regulation
Organisation
Mekong River Commission (MRC)
Country
Laos
Subjects
General
Keywords
small and medium enterprises, special fund, registration, financing, capacity building

Where to read it

    No source link is recorded for this law.

Text

The law's own text, section by section, as held. Each section has its own link.

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ລັດຖະບານ ເລກທີ 08/ລບ ນະຄອນຫຼວງວຽງຈັນ, ວັນທີ (2 ມົ້ງຄອນ 2023 ດໍາລັດ ວາດ້ວຍກອງທຶນສົງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ > ອີງຕາມ ກົດພາຍວາດ້ວຍລັດຖະບານ ສະບັບເລກທີ 03/ສພຊ, ລົງວັນທີ 16 ພະຈິກ 2021; - ອີງຕາມ ກົດຫພາາຍວາດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ສະບັບເລກທິ 16/ສພຊ, ລົງວັນທີ 07 ກໍລະກົດ 2022; - ອີງຕາມ ຫັງສືສະເຫີຂອງ ກະຊວງອຸດສາຫະກໍາ ແລະ ການຄໍ້າ ສະບັບເລກທີ 1596/ອຄ, ລົງ ວັນທີ 09 ພະຈິກ 2022. ລັດຖະບານ ອອກດໍາລັດ: ບນວດທີ 1 ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ ດໍາລັດສະບັບນີ້ ກໍານົດຫຼັກການ ແລະ ລະບຽບການ ກຽວກັບການຈັດຕັ່ງ, ການຄຸ້ມຄອງ, ການນໍາໃຊ້ ແລະ ການກວດກາກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ເພືອສະຫນອງ ທຶນ ໃຫ້ແກນະໂຍບາຍສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະບນາດນ້ອຍ ແລະ ກາງ ໃຫ້ມີຄວາມເຂັມແຂງ ແລະ ເຕີບໃຫຢຂະຫຍາຍຕົວ ແນໃສເພີ່ມທະວີການຜະລິດສິນຄ້າ, ການຄ້າ ແລະ ການບໍລິການ, ການຂະຫຍາຍ ຖານລາຍຮັບ, ສ້າງປະຖົມປັດໄຈ ໃຫ້ການຫັນເປັນອຸດສາຫະກໍາ ແລະ ທັນສະໄບນ ເທື່ອລະກ້າວ ປະກອບສວນ ເຂົ້າໃນການພັດທະນາເສດຖະກິດແຫງຊາດ ແລະ ການລຶບລ້າງຄວາມທຸກຍາກ. ມາດຕາ 2 ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະບນາດນ້ອຍ ແລະ ກາງ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກົດຂະຫນາດນ້ອຍ ແລະ ກາງ ຂຽນຫຍໍ໋ວາ “ທສວ” ເປັນພາສາອັງກິດວາ Micro, Small and Medium Enterprise Promotion Fund, ຂຽນຫຍໍວາ “MSME Fund” ແມນ ກອງທຶນທີສ້າງຕັ່ງຂຶ້ນ ເພື່ອລະດົມ ແລະ ສະສົມທຶນຈາກແຫຼ່ງທຶນຕາງໆ ທັງພາຍໃນ ແລະ ຕ້າງປະເທດ ແນໃສໃຫ້ມີທຶນພຽງພໍ, ບນູນວຽນນໍາໃຊ້ເຂົ້າໃນການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດ

  2. ຂະຫນາດນ້ອຍ ແລະ ກາງ ຢ່າງກວ້າງຂວາງ, ຕໍ່ເນື່ອງ, ບືນຍົງ ແລະ ມີປະສິດທິຜົນ ໂດຍຢູ່ພາຍໃຕ້ການຄຸ້ມຄອງ ແລະ ກວດກາຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງການເງິນ. ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນດໍາລັດສະບັບນີ້ ມີຄວາມບນາຍ ດັ່ງນີ້: 1. ຈຸນລະວິສາຫະກິດ, ວິສາຫະກິດຂະບນາດນ້ອຍ ແລະ ກາງ ຫນາຍເຖິງ ຫົວຫງ່ວຍທຸລະກິດ ທີ່ໄດ້ ຮັບການສ້າງຕັ້ງ ແລະ ເຄື່ອນໄຫວຢ່າງຖືກຕ້ອງ ຕາມກົດຫນາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍກໍານົດ ຂະຫນາດ ຕາມຈໍານວນແຮງງານສະເລ່ຍໃນປີ, ມູນຄ່າຊັບສິນທັງຫພົດ ແລະ ລວມຍອດລາຍຮັບທຸລະກິດປະ ຈໍາປີຂອງແຕ່ລະຂະແຫນງວິສາຫະກິດ ຊຶ່ງລັດຖະບານ ເປັນຜູ້ກໍານົດ ໃນແຕ່ລະໄລຍະ. ຈຸນລະວິສາຫະກິດ, ວິ ສາຫະກິດຂະຫນາດນ້ອຍ ແລະ ກາງ ຂຽນຫຍໍ້ວ່າ “ຈນກາ; 2. ທຸລະກິດສະຕາດອັບ (Start-up) ບນາຍເຖິງ ວິສາຫະກິດ ຫຼື ໂຄງການທຸລະກິດແບບໃນນ່ ດ້ວຍ ການ ນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາດ້ານຕ່າງໆ ຊຶ່ງມີຮູບແບບທຸລະກິດ ທີ່ຮອງຮັບການຂະຫຍາຍຕົວ ໃນຈັງຫວະທີ່ໄວໄດ້; 3. ນະວັດຕະກໍາໃຫ່ (nnovation) ປນາຍເຖິງ ການປະດິດສ້າງ, ການພັດທະນາ ແລະ ການນໍາສະ ເຫຼີຜະລິດຕະພັນ, ຂະບວນການ ຫຼື ການບໍລິການແນວໃຫນ່ ເພື່ອເພີ່ມປະສິດທິພາບ, ປະສິດທິຜົນ ແລະ ຄວາມ ສາມາດໃນການແຂ່ງຂັນ. ມາດຕາ 4 ນະໂຍບາຍຂອງລັດ ກ່ຽວກັບ ທສວ ລັດ ປະກອບທຶນເບື້ອງຕົ້ນ ໃນການສ້າງຕັ້ງ ທສວ ແລະ ສະຫນອງທຶນ ຕາມຄວາມສາມາດຕົວຈິງ ໃນ ແຕ່ລະໄລຍະ ເພື່ອຮັບປະກັນການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມ ຈນກ ຂອງລັດຖະບານ ໃຫ້ປະກົດຜົນ ເປັນຈິງ. ລັດ ນໍາໃຊ້ ທສວ ເປັນເຄື່ອງມືໃນການດັດສົມການສະບນອງສິນເຊື່ອ ຈນກ ຕາມນະໂຍບາຍຂອງລັດຖະ ບານ ໃນແຕ່ລະໄລຍະ ແຕ່ບໍ່ແມ່ນປ່ຽນແທນການສະບນອງສິນເຊື່ອ ທີ່ທະນາຄານທຸລະກິດ ຫຼື ສະຖາບັນການ ເງິນອື່ນ ດໍາເນີນຢູ່. ລັດ ສ້າງເງື່ອນໄຂ ໃຫ້ ທສວ ເຄື່ອນໄຫວວຽກງານ ຢ່າງເປັນເຈົ້າຕົນເອງ, ມີປະສິດທິພາບ ແລະ ປະສິດ ທິຜົນ ໂດຍໃຫ້ບັນດາຂະແຫນງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ອໍານວຍຄວາມສະດວກ ແລະ ໃຫ້ການ ຮ່ວມມືກັບການເຄື່ອນໄຫວຂອງ ທສວ ພ້ອມທັງຄົ້ນຄວ້າ ສະເບີ່ສະພາແຫ່ງຊາດ ພິຈາລະນາປັບປຸງບາງມາດຕາ ຂອງກົດຫນາຍ ທີ່ເປັນອຸປະສັກຕໍ່ການເຄື່ອນໄຫວວຽກງານ ທສວ. ລັດ ອໍານວຍຄວາມສະດວກ ໃຫ້ ທສວ ເພື່ອລະດົມທຶນຈາກແຫຼ່ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.

  3. ມາດຕາ 5 ຫຼັກການການເຄື່ອນໄກຫວຂອງ ທສວ ທສວ ເຄື່ອນໄຫວວຽກງານ ຕາມຫຼັກການ ດັ່ງນີ້: 1. ສອດຄ່ອງກັບລັດຖະທໍາມະນູນ, ກົດກນາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດ ທະນາ ຈນກ; 2. ມີຄວາມເປັນເຈົ້າຕົນເອງ ທາງດ້ານການເງິນ ແລະ ການເຄື່ອນໄຫວວຽກງານ; 3. ຮັບປະກັນການເຄື່ອນໄຫວ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມຍືນຍົງ; 4. ຮັບປະກັນຄວາມໂປ່ງໃສ ແລະ ຄວາມຍຸຕິທໍາ ໃນການນໍາໃຊ້ທຶນຂອງ ທສວ; 5. ຮັບປະກັນ ໃຫ້ມີການນໍາພາ-ຊີ້ນໍາ, ຕິດຕາມ, ກວດກາ ແລະ ປະເມີນຜົນ ຢ່າງເປັນປົກກະຕິ. ຫນວດທີ 2 ແຫຼ່ງທຶນ ແລະ ການນໍາໃຊ້ທຶນຂອງ ຫສວ ມາດຕາ 6 ແຫຼ່ງທຶນຂອງ ທສວ ທສວ ໄດ້ທຶນມາຈາກແຫຼ່ງຕ່າງໆ ດັ່ງນີ້: 1. ການປະກອບທຶນຂອງລັດຖະບານ ໃນແຕ່ລະໄລຍະ; 2. ການຊ່ວຍເຫຼືອລ້າ; 3. ການກູ້ຢືມຈາກພາຍໃນ ຫຼື ຕ່າງປະເທດ; 4. ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ດ້ວຍຄວາມສະຫັກໃຈ:; 5. ລາຍຮັບຈາກການບໍລິຫານ ທສວ; 6. ແຫຼ່ງທຶນອື່ນ ທີ່ບໍ່ຂັດກັບກົດຫນາຍ. ມາດຕາ 7 ເປົ້າຫນາຍການນໍາໃຊ້ທຶນຂອງ ທສວ ທຶນຂອງ ທສວ ຈະນໍາໃຊ້ໃນ ສອງ ເປົ້າບນາຍ ດັ່ງນີ້: 1. ສະຫອງສິນເຊື່ອ ໃຫ້ ຈນກ ໃນບັນດາຂະແຫນງ ຫຼື ຂົງເຂດບູລິມະສິດ ຕາມນະໂຍບາຍຂອງລັດ ຖະບານ ໃນແຕ່ລະໄລຍະ; 2. ສະຫນງທຶນໃຫ້ບັນດາໂຄງການວິຊາການ ຕາມນະໂຍບາຍສົ່ງເສີມ ຈນກ ຕາມທີ່ກໍານົດໄວ້ໃນ ກົດຫພາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ. ທຶນທີ່ໄດ້ຮັບຈາກການປະກອບທຶນຂອງລັດຖະບານ ຕາມທີ່ກໍານົດໄວ້ໃນຂໍ້ 1 ມາດຕາ 6 ຂອງດໍາ ລັດສະບັບນີ້ ໃຫ້ນໍາໃຊ້ເຂົ້າໃນເປົ້າຫນາຍ ຕາມທີ່ກໍານົດໄວ້ໃນຂໍ້ 1 ຂອງມາດຕານີ້ ຈໍານວນ ເກົ້າສິບເອັດສ່ວນ ຮ້ອຍ ຂຶ້ນໄປ, ນໍາໃຊ້ສໍາລັບໂຄງການວິຊາການ ບໍ່ເກີນ ແປດສ່ວນຮ້ອຍ ແລະ ນໍາໃຊ້ສໍາລັບການບໍລິຫານກອງ 2, + a & ທຶນ ບໍ່ເກີນ ຫຶງສ່ວນຮ້ອຍ. ໃນກໍລະນີລັດຖະບານ ບໍ່ປະກອບທຶນ ພ o ດສະ, ຈ ຂ ະ ໃຫ້ ທສວ ຢ່າງຕໍ່ເນື່ອງ ໃນແຕ່ລະປີ + 2

  4. ລັດຖະບານ ຈະພິຈາລະນາ ສະຫນອງທຶນສໍາລັບໂຄງການວິຊາການ ແລະ ການບໍລິຫານ ທສວ ຕາມຄວາມ ເຫນາະສົມ. ທຶນທີ່ໄດ້ຮັບຈາກແຫຼ່ງອື່ນ >. Ay v ທີ່ບໍ່ແມ່ນການປະກອບທຶນຂອງລັດຖະບານ ' < ກ o ໃຫ້ປະຕິບັດຕາມເງື່ອນໄຂ ຈະ, ະ ດ ພ ໃ. ຂອງຜູ້ໃຫ້ທຶນ ແລະ ການພິຈາລະນາຂອງສະພາບໍລິຫານ ທສວ. ບນວດທີ 3 ການສະບນອງສິນເຊື່ອ ມາດຕາ 8 ການສະຫອງສິນເຊື່ອ ທສວ ສາມາດສະບນອງສິນເຊື່ອ ໃຫ້ ຈນກ ເພື່ອເປັນເຄື່ອງມືດັດສົມການສະບນອງສິນເຊື່ອ ແລະ ສ້າງເງື່ອນໄຂໃຫ້ ຈນກ ສາມາດເຂົ້າເຖິງແຫຼ່ງທຶນໄດ້ຫຼາຍຂຶ້ນ ໂດຍມີດອກເບ້ຍ ແລະ ໄລຍະການນູ້ຢືມ ທີ່ ເບພາະສົມ ຕາມນະໂຍບາຍຂອງລັດຖະບານ ໃນຮູບແບບ ຕັ່ງນີ້: 1. ຜ່ານທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ ເພື່ອເປັນທຶນໃນການເຄື່ອນໄຫວທຸລະກິດ ຂອງ ຈນກ; 2. ການຊ່ວຍພື້ນຟູ ຈນກ ທີ່ບໍ່ມີສະພາບຄ່ອງທາງການເງິນ ແຕ່ມີຄວາມສາມາດໃນການຜະລິດ ແລະ ມີຕະຫຼາດຮອງຮັບ ທີ່ເນັ້ນຄົງ; 3. ການລົງທຶນຮ່ວມກັບ ຈນກ ທີ່ມີແຜນທຸລະກິດທີ່ດີ, ມີທ່າແຮງໃນການຂະຫຍາຍທຸລະກິດ ແຕ່ບໍ່ ສາມາດເຂົ້າເຖິງແຫຼ່ງທຶນໄດ້ ຍ້ອນຂາດຫຼັກຊັບຄ້າປະກັນ; &2 ະ. o ເນ Aad £y o ຕ່ ຈະ ແ ນ. 4. ການປະກອບທຶນ ໃຫ້ກອງທຶນອີນ ທີ່ມີເງື່ອນໄຂ ເພືອສະບນອງສິນເຊື໊ອ ໃຫ້ ຈນກ ເປັນຕົ້ນ ຜູ້ ປະກອບກິດຈະການໃຫ່, ທຸລະກິດແບບສະຕາດອັບ, ການສົ່ງເສີມນະວັດຕະກໍາ:; 5. ຮູບແບບອື່ນ ທີ່ເຫັນວ່າມີປະສິດທິຜົນ. ຈະກ @ ແນ ອຈ < ຂ າ P2 X o ຈຸ , ຜ້ ະ ສໍາລັບທຶນທີ່ລັດຖະບານປະກອບໃຫ້ ຕາມທີ່ກໍານົດໄວ້ໃນຂໍ້ 1 ມາດຕາ 6 ຂອງດໍາລັດສະບັບນີ້ ໃຫ້ ນໍາໃຊ້ສະຫນອງສິນເຊື່ອ ໃນຮູບແບບທີ 1 ເທົ່ານັ້ນ. ສໍາລັບທຶນທີ່ໄດ້ຮັບຈາກແຫຼ່ງທຶນອື່ນ ສາມາດນໍາໃຊ້ສະຫນອງສິນເຊື່ອໃນທຸກຮູບແບບ ໂດຍສອດຄ່ອງ ກັບເງື່ອນໄຂຂອງຜູ້ໃຫ້ທຶນ ແລະ ຕາມການຕົກລົງຂອງສະພາບໍລິຫານ ທສວ. ການສະຫວອງສິນເຊື່ອ ຕາມຮູບແບບ ທີ່ກໍານົດໃນຂໍ້ 2, 3, 4 ແລະ 5 ຂອງມາດຕານີ້ ໄດ້ກໍານົດໄວ້ ໃນລະບຽບການສະເພາະ.

  5. ມາດຕາ 9 ຂະແຫງງ ແລະ ຂົງເຂດບຸລິມະສິດທີ່ໄດ້ຮັບການສົ່ງເສີມ ຈນກ ທີ່ຈະໄດ້ຮັບບຸລິມະສິດໃນການສະບນອງສິນເຊື່ອ ບ້ວງການປະກອບທຶນຂອງລັດຖະບານ ມີ ຂະແຜງງ ດັ່ງນີ້: 1. ຂະແບນງການຜະລິດສິນຄ້າ ມີ: - ອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ; - ຫັດຖະກໍາ; - ປູກຝັງ ແລະ ລ້ຽງສັດ. 2. ຂະແຫນງການຄ້າ ທີ່ດໍາເນີນການ ກ່ຽວກັບການເກັບຊື້ຜົນຜະລິດກະສິກໍາ ເພື່ອສະຫນວງໂຮງງານ ແລະ ສົ່ງອອກຕ່າງປະເທດ; 3. ຂະແຫງການບໍລິການ ທີ່ດໍາເນີນການ ກ່ຽວກັບການບໍລິການດ້ານການທ່ອງທ່ຽວ. ກະຊວງອຸດສາຫະກໍາ ແລະ ການຄ້າ ຄົ້ນຄວ້າ ແລະ ປັບປຸງຂະແຫນງບູລິມະສິດ ໃນແຕ່ລະໄລຍະ ຕາມ ການເຫັນດີຂອງລັດຖະບານ. ຂົງເຂດບູລິມະສິດ ປະກອບມີ ເຂດຫ່າງໄກສອກຫຼີກ ແລະ ເຂດທຸກຍາກ ຕາມການກໍານົດຂອງລັດ ຖະບານ ໃນແຕ່ລະໄລຍະ. ມາດຕາ 10 ການກໍານົດຈໍານວນເງິນກູ້ສູງສຸດ ແລະ ໄລຍະເວລາກູ້ຢືມ ຈໍານວນເງິນກູ້ທີ່ສະບນອງ ໃຫ້ ຈນກ ສູງສຸດ ບໍ່ເກີນ ເຈັດສິບສ່ວນຮ້ອຍ ຂອງມຸນດ່າຊັບສິນທັງບົດ ຂອງວິສາຫະກິດທີ່ກູ້ຢືມ. ໄລຍະເວລາກູ້ຢືມສູງສຸດ ບໍ່ເກີນ ສິບປີ ສໍາລັບທຶນຄົງທີ່ ແລະ ບໍ່ເກີນ ຫ້າປີ ສໍາລັບ ທຶນຫນູນວຽນ. ຈນກ ທີ່ລົງທຶນຢູ່ໃນຂົງເຂດບູລິມະສິດຂອງລັດຖະບານ ຈະໄດ້ຮັບການພິຈາລະນາຈໍານວນທຶນ ສູງ ສຸດ ເຈັດສິບສ່ວນຮ້ອຍ ຂຶ້ນໄປ, ແຕ່ບໍ່ເກີນ ຮ້ອຍສ່ວນຮ້ອຍ ຂອງມູນຄ່າຊັບສິນທັງຫນົດຂອງວິສາຫະກິດທີ່ກູ້ ຍືມ ໂດຍມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ພິຈາລະນາຕົກລົງ ຕາມການສະເຫີຂອງສະພາ ບໍລິຫານ ທສວ. > o . o & ມາດຕາ 11 ດອກເບັຍສໍາລັບທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນ ດອກເບ້ຍສໍາລັບທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນ ແມ່ນ ດອກເບ້ຍ ທີ່ ທສວ ເກັບ ຈາກການສະຫນອງທຶນ ໃຫ້ທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ ເພື່ອເປັນສິນເຊື່ອ ໃຫ້ ຈນກ. ດອກເບັຍສໍາລັບທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນ ໃຫ້ປະຕິບັດ ດັ່ງນີ້: 1. ການສະຫອງສິນເຊື່ອ ທີ່ໄດ້ຮັບຈາກການປະກອບທຶນຂອງລັດຖະບານ ຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 1 ມາດຕາ 6 ຂອງດໍາລັດສະບັບນີ້ ບໍ່ໃຫ້ເກັບດອກເບັຍ; 2. ການສະບນອງສິນເຊື່ອ ທີ່ໄດ້ຮັບຈາກແຫຼ່ງອື່ນ ທີ່ບໍ່ແມ່ນການປະກອບທຶນຂອງລັດຖະບານ ໃຫ້ ປະຕິບັດຕາມເງື່ອນໄຂຂອງຜູ້ໃຫ້ທຶນ ຫຼື ຕາມການພິຈາລະນາຂອງສະພາບໍລິຫານ ທສວ.

  6. ມາດຕາ 12 ດອກເບັຍສໍາລັບ ຈນກ ດອກເບັຍສໍາລັບ ຈນກ ແມ່ນ ດອກເບ້ຍ ທີ່ທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ ເກັບຈາກ ການສະຫນອງສິນເຊື່ອ ໃຫ້ ຈນກ. ດອກເບັຍສໍາລັບ ຈນກ ໃຫ້ປະຕິບັດ ດັ່ງນີ້: 1. ການສະຫນອງສິນເຊື່ອ ທີ່ໄດ້ຮັບຈາກການປະກອບທຶນຂອງລັດຖະບານ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ມາດຕາ 6 ຂອງດໍາລັດສະບັບນີ້ ໃຫ້ເກັບດອກເບ້ຍ ໃນອັດຕາສູງສຸດ ບໍ່ເກີນ ສາມສ່ວນຮ້ອຍ ຕໍ່ປີ; 2. ການສະຫອງສິນເຊື່ອ ຜ່ານທະນາຄານທຸລະກິດ ທີ່ນໍາໃຊ້ທຶນຈາກແຫຼ່ງອື່ນ ຊຶ່ງບໍ່ແມ່ນການປະ ກອບທຶນຂອງລັດຖະບານ ໃຫ້ເກັບດອກເບັ້ຍ ໃນອັດຕາທີ່ຕໍາກວ່າ ອັດຕາດອກເບັຍເງິນກູ້ ໂດຍສະເລ່ຍຂອງ ຫ້າ ທະນາຄານທຸລະກິດ ຢ່າງຫນ້ອຍ ສາມສິບສ່ວນຮ້ອຍ ຫຼື ປະຕິບັດຕາມເງື່ອນໄຂຂອງຜູ້ໃຫ້ທຶນ ແລະ ດອກ ເບ້ຍຕົ້ນທຶນ ໂດຍກໍານົດອັດຕາດອກເບ້ຍສ່ວນຕ່າງ ບໍ່ເກີນ ສາມສ່ວນຮ້ອຍ ຈາກອັດຕາດອກເບ້ຍຕົ້ນທຶນ ທີ່ໄດ້ ຮັບມາ. ສໍາລັບການສະຫນອງສິນເຊື່ອ ຜ່ານສະຖາບັນການເງິນຈຸລະພາກ ໃຫ້ເກັບດອກເບ້ຍ ຕາມການ ພິຈາລະນາຂອງສະພາບໍລິຫານ ທສວ. ມາດຕາ 13 ຕື່ອນໄຂຂອງທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ ທີ່ຈະໄດ້ທຶນ ໃນການກໍານົດເງື່ອນໄຂຂອງທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ ທີ່ຈະໄດ້ຮັບທຶນຈາກ ທສວ ໃຫ້ອິງໃສ່ປັດໄຈ ດັ່ງນີ້: 1. ການປະຕິບັດລະບຽບການວ່າດ້ວຍຄວາມຫັ້ນດົງຂອງ ທະນາດານ ແຫ່ງ ສປປ ລາວ; 2. ຜົນການດໍາເນີນທຸລະກິດ; 3. ປະສົບການໃນການປ່ອຍກູ້ ໃຫ້ແກ່ ຈນກ; 4. ຈໍານວນສາຂາ; ະພາບໍລິຫານ ທສວ ເປັນຜູ້ກໍານົດລະອຽດ ເງື່ອນໄຂແຕ່ລະປັດໄຈ. ມາດຕາ 14 ເງື່ອນໄຂຂອງ ຈນກ ທີ່ຈະໄດ້ຮັບສິນເຊື່ອ ເງື່ອນໄຂການພິຈາລະນາຄັດເລືອກ ຈນກ ໃນການສະຫມອງສິນເຊື່ອຂອງ ທສວ ຕາມທີ່ກໍານົດໄວ້ໃນຂໍ້ 1 ມາດຕາ 8 ຂອງດໍາລັດສະບັບນີ້ ໃຫ້ປະຕິບັດ ດັ່ງນີ້: 1. ສໍາລັບທຶນທີ່ລັດຖະບານປະກອບໃຫ້ ຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້: - ມີແຜນການດໍາເນີນທຸລະກິດ ທີ່ຈະແຈ້ງ ແລະ ຊັດເຈນ; - ໄດ້ຮັບການຝຶກອົບຮົມ, ສ້າງຄວາມເຂັ້ມແຂງ ຈາກຂະແບນງການອຸດສາຫະກໍາ ແລະ ການຄ້າ ຫຼື ພາກສ່ວນອື່ນ ໂດຍໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກຂະແບນງການອຸດສາຫະກໍາ ແລະ ການຄ້າ; - ເປັນວິສາຫະກິດທີ່ຖືບັນຊີ ຕາມກົດບນາຍວ່າດ້ວຍການບັນຊີ ແລະ ລະບຽບການທີ່ກ່ຽວຂ້ອງ; - ບໍ່ເປັນພີ່ບໍ່ເກີດດອກອອກຜົນ ຢູ່ທະນາຄານທຸລະກິດ ຫຼື ສະຖາບັນການເງິນ ໃດຫໍ່ງ; - ເປັນຂະແຫນງ ຫຼື ຂົງເຂດບູລິມະສິດ ທີ່ລັດຖະບານ ກໍານົດ ໃນແຕ່ລະໄລຍະ ແລະ ເປັນໂຄງການ ທີ່ມີຜົນຕອບແທນດ້ານທຸລະກິດ ເພື່ອຮັບປະກັນ ໃຫ້ ທສວ ມີຄວາມຍືນຍົງ:

  7. - ວິສາຫະກິດ ທີ່ບໍ່ໄດ້ຮັບນະໂຍບາຍສົ່ງເສີມດ້ານສິນເຊື່ອອືນຂອງລັດຖະບານ ໃນເວລາດຽວກັນ. o o Aby ມ ະ, - o b A ໃຈ -~ 2. ສໍາລັບທຶນຈາກແຫຼ່ງອື່ນ ຕ້ອງປະຕິບັດຕາມເງື່ອນໄຂຂອງຜູ້ໃຫ້ທຶນ ຫຼື ຕາມການພິຈາລະນາຂອງ ສະພາບໍລິຫານ ທສວ. ບນວດທີ 4 ການສະນຫນອງທຶນໃຫ້ໂຄງການວິຊາການ ມາດຕາ 15 ການສະຫວອງທຶນໃຫ້ໂຄງການວິຊາການ ທສວ ສະບນອງທຶນໃຫ້ໂຄງການວິຊາການ ເພື່ອຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ເຊັນ ການຝຶກອົບ ຮົມ, ການປະຊຸມສໍາມະນາດ້ານວິຊາການ, ການຈັດຈ້າງຜູ້ຊ່ຽວຊານຕ້ານຕ່າງໆ, ການປັບປຸງ ທຼ ຍົກລະດັບ ເຕັກໂນໂລຊີ, ການພັດທະນາຜະລິດຕະພັນ, ການອອກແບບ ແລະ ການຫຸ້ມທໍ່ສິນຄ້າ, ການປັບປຸງມາດຕະ ຖານຄຸນນະພາບ, ການວາງສະແດງ, ການທັດສະນະສຶກສາແລກປ່ຽນບົດຮຽນຂອງຜູ້ປະກອບກິດຈະການ, ການ ປັບປຸງທຸລະກິດດ້ານອື່ນໆ. ໂຄງການວິຊາການ ທີ່ຈະໄດ້ຮັບການສະຫນອງທຶນ ຕ້ອງສອດຄ່ອງກັບກິດຈະການ ຕາມທີ່ກໍານົດໄວ້ ໃນກົດຫນາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ, ແຜນພັດທະນາ ຈນກ ຂອງລັດຖະບານ, ແຂວງ ແລະ ນະຄອນຫຼວງ ວາງອອກ ໃນແຕ່ລະໄລຍະ. ສໍາລັບລະບຽບການສະບນອງທຶນ ໃຫ້ໂຄງການວິຊາການ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ ໂດຍ ມອບໃຫ້ສະພາບໍລິຫານ ທສວ ເບັນຜູ້ພິຈາລະນາຮັບຮອງ. ມາດຕາ 16 ເງື່ອນໄຂການພິຈາລະນາສະຫນອງທຶນໃຫ້ໂຄງການວິຊາການ ໂຄງການທີ່ຈະໄດ້ຮັບການພິຈາລະນາສະຫນອງທຶນຈາກ ທສວ ຕ້ອງມີເງື່ອນໄຂ ດັ່ງນີ້: 1. ເປັນໂຄງການ ທີ່ສອດຄ່ອງກັບນະໂຍບາຍສົ່ງເສີມ ຈນກ ຕາມທີ່ກໍານົດໄວ້ໃນກົດຫນາຍວ່າດ້ວຍການ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ; 2. ເປັນໂຄງການ ທີ່ສະເຫີໂດຍ: - ຫ່ວຍງານຂອງລັດ ທີ່ມີບົດບາດສົ່ງເສີມ ຈນກ; - ສະພາການຄ້າ ແລະ ອຸດສາຫະກໍາ, ສູນບໍລິການ ຈນກ, ສະມາຄົມ, ກຸ່ມທຸລະກິດ, ທະນາຄານ ທຸລະກິດ ແລະ ສະຖາບັນການເງິນອື່ນ; - ຫົວຫ່ວຍ ຈນກ.

  8. ຫນວດທີ 5 ການເງິນ ແລະ ການບັນຊີ ມາດຕາ 17 ລາຍຮັບຂອງ ທສວ ລາຍຮັບຈາກການບໍລິຫານ ທສວມີ ດັ່ງນີ້: 1. ດອກເບ້ຍ ແລະ ລາຍຮັບ ຈາກການສະບນອງສິນເຊື່ອ; 2. ລາຍຮັບອື່ນ ຈາກການເຄື່ອນໄຫວຂອງ ທສວ ທີ່ຖືກຕ້ອງຕາມກົດຫນາຍ. ລາຍຮັບຈາກການບໍລິຫານຂອງ ທສວ ແມ່ນຮັບເຂົ້າບັນຊີສະເພາະຂອງ ທສວ ຢູ່ຄັງເງິນແຫ່ງຊາດ. ມາດຕາ 18 ລາຍຈ່າຍຂອງ ທສວ ລາຍຈ່າຍ ຂອງ ທສວມີ ດັ່ງນີ້: 1. ການສະຫນອງສິນເຊື່ອ ໃຫ້ ຈນກ ຕາມທີ່ກໍານົດໄວ້ໃນມາດຕາ 8 ຂອງດໍາລັດສະບັບນີ້; 2. ການສະຫອອງທຶນໃຫ້ໂຄງການວິຊາການ ຕາມທີ່ກໍານົດໃນມາດຕາ 15 ຂອງດໍາລັດສະບັບນີ້: 3. ການຊໍາລະຕົ້ນທຶນ, ດອກເບ້ຍເງິນກູ້ ແລະ ລາຍຈ່າຍອື່ນ ຕາມສັນຍາ; 4. ການໃຊ້ຈ່າຍບໍລິຫານ ສໍາລັບການເຄື່ອນໄຫວວຽກງານຂອງ ທສວ ແລະ ຄະນະກໍາມະການສິ່ງ ເສີມ ຈນກ ຂັ້ນສຸນກາງ ປະກອບມີ: - ເງິນເດືອນພະນັກງານ ຕາມສັນຍາ ແລະ ຄ່າຈ້າງຊ່ຽວຊານສະເພາະໃດຫຶ່ງ ຂອງ ທສວ ໃນກໍລະ ນີຈໍາເປັນ; - ບໍາລຸງ, ກໍ່ສ້າງພະນັກງານ ຂອງ ທສວ; - ການເຄື່ອນໄຫວວຽກງານປະຈໍາປີ ຂອງສະພາບໍລິຫານ ທສວ, ຄະນະກໍາມະການກວດກາພາຍໃນ, ຄະນະກໍາມະການສົ່ງເສີມ ຈນກ ຂັ້ນສູນກາງ ແລະ ພະນັກງານ ທສວ ລວມທັງເງິນເບັຍປະຊຸມ, ເງິນນະໂຍບາຍ: - ຈັດຊື້ ແລະ ບໍາລຸງຮັກສາ ຊັບສົມບັດຕົງທີ່ ຂອງ ທສວ; - ການໃຊ້ຈ່າຍບໍລິຫານອື່ນ ຂອງ ທສວ. ສະພາບໍລິຫານ ທສວ ຄົ້ນຄວ້າກໍານົດລະບຽບການສະເພາະ ສໍາລັບການຄຸ້ມຄອງລາຍຈ່າຍ ຂອງ ທສວ ໃຫ້ລະອຽດ, ຮັດກຸມ, ຮັບປະກັນໃຫ້ນໍາໃຊ້ຖືກຕ້ອງ ຕາມເປົ້າຫນາຍ ແລະ ມີຄວາມໂປງໃສ. ມາດຕາ 19 ການຄູ້ມຄອງລາຍຮັບ-ລາຍຈ່າຍ ຂອງ ທສວ ທຸກລາຍຮັບ-ລາຍຈ່າຍ ຂອງ ທສວ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງ ແລະ ຕິດຕາມ ກວດກາຂອງກະ ຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງການເງິນ ຢ່າງເຂັ້ມງວດ ແລະ ມີຄະນະກໍາມະການກວດກາ ພາຍໃນ ຕິດຕາມ, ກວດກາ ຢ່າງເປັນປົກກະຕິ. ທຸກລາຍຮັບ-ລາຍຈໍາຍ ຂອງ ທສວ ຕ້ອງນອນໃນແຜນງົບປະມານແຫ່ງລັດປະຈໍາປີ, ຈັດຕັ້ງປະຕິບັດ ຜ່ານລະບົບຄັງເງິນແຫ່ງຊາດ ແລະ ທະນາຄານທຸລະກິດ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ. ທສວ ຕ້ອງສະຫຼຸບລາຍຮັບ-ລາຍຈ່າຍ ປະຈໍາເດືອນ, ສາມເດືອນ, ຫົກເດືອນ, ເກົ້າເດືອນ ແລະ ປະ ຈໍາປີ ເພື່ອລາຍງານ ໃຫ້ສະພາບໍລິຫານ ທສວ.

  9. ມາດຕາ 20 ການເບີກຈ່າຍທຶນ ຂອງ ທສວ ການເບີກຈ່າຍທຶນ ທສວ ໃຫ້ປະຕິບັດ ດັ່ງນີ້: 1. ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ອະນຸມັດເບີກຈ່າຍຈາກບັນຊີ ຂອງ ທສວ ທີ່ ເປີດຢູ່ຄັງເງິນແຫ່ງຊາດ ເພື່ອໂອນໄປບັນຊິສະເພາະ ຂອງ ທສວ ທີ່ເປີດຢູ່ທະນາຄານທຸລະກິດ: 2. ຜູ້ອໍານວຍການ ທສວ ເປັນຜູ້ສັງຈ່າຍຈາກບັນຊີ ຢູ່ທະນາຄານທຸລະກິດ ສໍາລັບການຈັດຕັ້ງປະຕິບັດ ໃນແຕ່ລະກິດຈະກໍາ ຕາມການຕົກລົງເຫັນດີຂອງສະພາບໍລິຫານ ທສວ: ການດິດໄລ່ການເບີກຈ່າຍຕ່າງໆ ໃຫ້ປະຕິບັດຕາມລະບຽບການສະເພາະ ຂອງ ທສວ ໂດຍສອດຄ່ອງ ກັບນະໂຍບາຍຂອງລັດ, ເງື່ອນໄຂຂອງຜູ້ໃຫ້ທຶນກູ້ຢຶມ ແລະ ລະບຽບການ ຄຸ້ມຄອງການເງິນ ແລະ ງົບປະມານ ແຫ່ງລັດ. ມາດຕາ 21 ການບັນຊີ ແລະ ປົງົບປະມານ ທສວ ປະຕິບັດລະບົບບັນຊີ, ສາລະບານງົບປະມານ ແລະ ປຶ້ມຄູ່ມື ກ່ຽວກັບການບໍລິຫານການເງິນ- ການບັນຊີສະເພາະ ຕາມເງື່ອນໄຂ ມາດຕະຖານ ແລະ ຜັງບັນຊີ ທີ່ກະຊວງການເງິນ ປະກາດໃຊ້ ໃນແຕ່ລະ ໄລຍະ ເພື່ອຄຸ້ມຄອງລາຍຮັບ-ລາຍຈ່າຍ. ລາຍຮັບ-ລາຍຈ່າຍງົບປະມານທັງຫົດ ຂອງ ທສວ ໃຫ້ເປີດບັນຊີຢູ່ຄັງເງິ່ນແຫ່ງຊາດ ແລະ ທະນາຄານ ທຸລະກິດໃດຫຶ່ງ ຕາມການເທັນດີຂອງລັດຖະບານ. ບີງົບປະມານ, ການສະຫຼຸບ ແລະ ລາຍງານ ຂອງ ທສວ ໃຫ້ປະຕິບັດຕາມກົດບນາຍວ່າດ້ວຍງົບປະມານ ແຫ່ງລັດ ແລະ ກົດຫນາຍວ່າດ້ວຍການບັນຊີ. ມາດຕາ 22 ແຜນງົບປະມານການເຄື່ອນໄຫວປະຈໍາປີ ຂອງ ທສວ ການສ້າງແຜນງົບປະມານການເຄື່ອນໄຫວປະຈໍາປີຂອງຕົນ ໂດຍສອດຄ່ອງກັບກົດບນາຍວ່າດ້ວຍງົບ ປະມານແຫ່ງລັດ. ການສ້າງແຜນງົບປະມານປະຈໍາປີ ຂອງ ທສວ ແມ່ນ ສະພາບໍລິຫານ ທສວ ຄົ້ນຄວ້າກໍານົດ ແຜນແລ້ວ ສະເບນີລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອດໍາເນີນຕາມຫຼັກການ ແລະ ຂັ້ນຕອນ ຕາມທີ່ກໍານົດໄວ້ໃນກົດຫນາຍວ່າດ້ວຍງົບປະມານແຫ່ງລັດ. ໃນການສະຫຼຸບປີງົບປະມານ ຕ້ອງຍົກຍອດຖເງິນທີ່ຍັງເຫຼືອ ໃນ ທສວ ເຂົ້າເປັນລາຍຮັບ ຂອງ ທສວ ໃນ ບີຖັດໄປ.

  10. ຫວດທີ 6 ການຄຸ້ມຄອງບໍລິຫານ ທສວ ມາດຕາ 23 ໂຄງປະກອບການຈັດຕັ້ງ ຂອງ ທສວ ໂຄງປະກອບການຈັດຕັ້ງ ຂອງ ທສວ ປະກອບດ້ວຍ: 1. ສະພາບໍລິຫານ ທສວ; 2. ຄະນະກໍາມະການກວດກາພາຍໃນ; 3. ກອງເລຂາ ທສວ. ມາດຕາ 24 ສະພາບໍລິຫານ ທສວ ສະພາບໍລິຫານເປັນອົງການບໍລິຫານສູງສຸດ ຂອງ ທສວ, ເປັນອົງການທີ່ບໍ່ປະຈໍາການ ມີພາລະບົດບາດ ໃນການນໍາພາ-ຊື້ນໍາ ແລະ ຕິດຕາມ ກວດກາການຄຸ້ມຄອງບໍລິຫານ ທສວ ໃຫ້ສອດຄ່ອງກັບລັດຖະທໍາມະນູນ, ກົດບນາຍ ແລະ ແຜນພັດທະນາ aun, ມາດຕາ 25 ໂຄງປະກອບບຸກຄະລາກອນຂອງສະພາບໍລິຫານ ທສວ ໂຄງປະກອບບຸກຄະລາກອນຂອງສະພາບໍລິຫານ ທສວ ປະກອບດ້ວຍ: 1. ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານ; 2. ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຮອງປະທານ ແລະ ເປັນຜູ້ປະຈໍາການ; 3. ຫົວຫ້າກົມ, ກະຊວງການເງິນ ເປັນຄະນະ ແລະ ເປັນປະທານກວດກາພາຍໃນ; ຫົວຫ້າກົມ, ທະນາຄານ ແຫ່ງ ສປປ ລາວ ເປັນຄະນະ ແລະ ເປັນຮອງປະທານກວດກາ ພາຍໃນ; ຫົວຫ້າກົມ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນຄະນະ; ຫົວຫ້າກົມ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນຄະນະ; ຫົວຫ້າກົມ, ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ເປັນຄະນະ; ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເປັນຄະນະ ແລະ ເປັນກໍາມະການຄະນະກວດກາ ພາຍໃນ; ຜູ້ອໍານວຍການ ທສວ ເປັນຄະນະ ທັງເປັນຫົວຫນ້າ ກອງເລຂາ ທສວ. ມາດຕາ 26 ການແຕ່ງຕັ້ງ, ປົດຕໍາແຫນ່ງຂອງສະມາຊິກສະພາບໍລິຫານ ທສວ ສະມາຊິກສະພາບໍລິຫານ ທສວ ຖືກແຕ່ງຕັ້ງ ຫຼື ປົດຕໍາແຫນ່ງ ໂດຍນາຍົກລັດຖະມົນຕີ ຕາມການສະ ເທີຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.

  11. ມາດຕາ 27 ສິດ ແລະ ນພ້າທີ່ຂອງສະພາບໍລິຫານ ທສວ ສະພາບໍລິຫານ ທສວ ມີ ສິດ ແລະ ຫາທີ່ ດັ່ງນີ້: 1. ກໍານົດນະໂຍບາຍ, ລະບຽບການ ໃນການຄຸ້ມຄອງ ແລະ ການເຄື່ອນໄຫວວຽກງານ ຂອງ ທສວ; 2. ກໍານົດອັດຕາສ່ວນການນໍາໃຊ້ທຶນ ເຂົ້າໃນແຕ່ລະເປົ້າຫນາຍ ຕາມທີ່ກໍານົດໄວ້ໃນມາດຕາ 8 ຂອງ ດໍາລັດສະບັບນີ້; 3. ກໍານົດອັດຕາດອກເບັຍເງິນກູ້ ຜ່ານທະນາຄານທຸລະກິດ, ສະຖາບັນການເງິນອື່ນ; ກ.- +. 4. ກໍານົດເງື່ອນໄຂຂອງທະນາຄານທຸລະກິດ ຫຼື ສະຖາບັນການເງີນອື່ນ ທີ່ຈະໄດ້ຮັບທຶນ ຂອງ ທສວ; 5. ຮັບຮອງລະບຽບການ. ສະບນອງທຶນໃຫ້ໂຄງການວິຊາການ; 6. ຮັບຮອງບົດລາຍງານ ແລະ ແຜນງົບປະມານການເຄື່ອນໄຫວປະ ຈໍາປີ, ຜົນການກວດສອບປະຈໍາ ປີ, ແຜນລາຍຮັບ ແລະ ລາຍຈ່າຍ ແລະ ມມາດຕະການຈັດຕັ້ງປະຕິບັດແຜນດັ່ງກ່າວ; 7. ພິຈາລະນາຮັບຮອງເອົາ ການສະເຫີແຕ່ງຕັ້ງ ຫຼື ປົດຕໍາແຫນ່ງ ຮອງຜູ້ອໍານວຍການ ທສວ ຕາມການ ສະເຫົີຂອງຜູ້ອໍານວຍການ ທສວ; 8. ກໍານົດຂອບເຂດສິດຂອງຜູ້ອໍານວຍການ ທສວ ໃນການນໍາໃຊ້ທຶນ ຂອງ ທສວ ເຂົ້າໃນແຕ່ລະ ເປົ້າຫນາຍ; 9. ຊີ້ນໍາ, ຊຸກຍູ້ ແລະ ຕິດຕາມ ກວດກາການເຄື່ອນໄຫວຂອງກອງເລຂາ ທສວ: 10. ຕິດຕາມ ກວດກາ ແລະ ປະເມີນຜົນການນໍາໃຊ້ທຶນ ຂອງ ທສວ: 11. ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ; 12. ຮັບຜິດຊອບຕໍ່ຜົນສໍາເລັດ ແລະ ຂໍ້ບົກຜ່ອງ ໃນການຄຸ້ມຄອງບໍລິຫານ ທສວ: 13. ຈັດສັນງົບປະມານໃຫ້ພຽງພໍ ເພື່ອຊໍາລະຕົ້ນທຶນ, ດອກເບັ້ຍເງິນກູ້ ແລະ ລາຍຈ່າຍອື່ນ ໃຫ້ຄົບ ຖ້ວນ ແລະ ຖືກຕ້ອງ ຕາມກໍານົດເວລາ ທີ່ໄດ້ກໍານົດໄວ້ໃນສັນຍາກູ້ຢືມ: 14. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມກົດໆນາຍ, ລະບຽບການ ຫຼື ຕາມການມອບຫນາຍ. ສະມາຊິກສະພາບໍລິຫານ ທສວ ບໍ່ໄດ້ຮັບເງິນເດືອນຈາກ ທສວ, ແຕ່ຈະໄດ້ຮັບເບັບປະຊຸມ ແລະ ເງິນ ນະໂຍບາຍ ຕາມລະບຽບການ. ມາດຕາ 28 ກອງປະຊຸມສະພາບໍລິຫານ ທສວ ສະພາບໍລິຫານ ທສວ ເຄື່ອນໄຫວວຽກງານຕາມລະບອບປະຊຸມ ຊຶ່ງຈັດຂຶ້ນ ສີ່ຄັ້ງ ຕໍ່ປີ. ໃນກໍລະນີ ຈໍາເປັນ ແລະ ຮີບດ່ວນ ສາມາດເປີດກອງປະຊຸມສະໄບນວິສາມັນ ໄດ້ທຸກເວລາ ຕາມການຮຽກປະຊຸມຂອງ ປະທານສະພາບໍລິຫານ ຫຼື ຕາມການສະເຫຼີຂອງສະມາຊິກສະພາບໍລິຫານ ແຕ່ສາມຄົນ ຂຶ້ນໄປ. ກອງປະຊຸມສະພາບໍລິຫານ ທສວ ຈະເປີດຂຶ້ນໄດ້ກໍ່ຕໍ່ເມື່ອ ມີສະມາຊິກສະພາບໍລິຫານ ເຂົ້າຮ່ວມ ຢ່າງ ຫ້ອຍ ສອງສ່ວນສາມ ຂອງຈໍານວນສະມາຊິກທັງຫົດ. ມະຕິຂອງກອງປະຊຸມສະພາບໍລິຫານ ຈະມີຜົນ ບັງຄັບໃຊ້ກໍຕໍ່ເມື່ອ ໄດ້ຮັບກະແນນສຽງສ່ວນຫຼາຍຂອງສະມາຊິກສະພາບໍລິຫານ ທີ່ເຂົ້າຮ່ວມກອງປະຊຸມ.

  12. ມາດຕາ 29 ຄະນະກໍາມະການກວດກາພາຍໃນ ຄະນະກໍາມະການກວດກາພາຍໃນ ເປັນຄະນະທີ່ບໍ່ປະຈໍາການ ປະກອບມີ ສາມ ທ່ານ, ປະທານ ol ທ່ານ, ຮອງປະທານ ພຶ່ງ ທ່ານ ແລະ ກໍາມະການ ຫຶງ ທ່ານ. ຮອງຜູ້ອໍານວຍການ ທສວ ຜູ້ຮັບຜິດຊອບວຽກງານກວດກາພາຍໃນ ຂອງ ທສວ ເຮັດຫ້າທີ່ເປັນກອງ ເລຂາ ໃຫ້ຄະນະກໍາມະການກວດກາພາຍໃນຂອງສະພາບໍລິຫານ ທສວ. ມາດຕາ 30 ສິດ ແລະ ຫ້າທີ່ຂອງຄະນະກໍາມະການກວດກາພາຍໃນ ຄະນະກໍາມະການກວດກາພາຍໃນ ມີ ສິດ ແລະ ຫາທີ່ ດັ່ງນີ້: >- ກວດກາການຈັດຕັ້ງປະຕິບັດກົດຫນາຍ ແລະ ລະບຽບການ; ກວດກາຄວາມຖືກຕ້ອງຂອງເອກະສານລາຍງານການເງິນ; ກວດກາປະສິດທິຜົນຂອງການດໍາເນີນງານ; ຂຜ ກວດກາການຈັດຕັ້ງປະຕິບັດຫ້າທີ່ວງກງານກວດກາຂອງຫງ່ວຍງານກວດກາພາຍໃນ ຂອງ ທສວ; ເຂົ້າຮ່ວມ ແລະ ລາຍງານຜົນການກວດກາ ໃຫ້ກອງປະຊຸມສະພາບໍລິຫານ ທສວ; >ຫ ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມການມອບບນາຍຂອງສະພາບໍລິຫານ ທສວ. ມາດຕາ 31 ໂຄງປະກອບບຸກຄະລາກອນ ຂອງກອງເລຂາ ທສວ ໂຄງປະກອບບຸກຄະລາກອນ ຂອງກອງເລຂາ ທສວ ປະກອບມີ ຜູ້ອໍານວຍການ ແລະ ຮອງຜູ້ອໍານວຍ ການ ທສວ ຈໍານວນຫຶ່ງ, ຫົວຫ້າພະແນກ, ຮອງທົວຫ້າພະແນກ ຈໍານວນຫຶ່ງ, ພະນັກງານວິຊາການ, ະນັກງານຕາມສັນຍາ ແລະ ຊ່ຽວຊານສະເພາະດ້ານ. ຜູ້ອໍານວຍການ ທສວ ມີຕໍາແຫ່ງເທົ່າຫົວຫ້າກົມ ໂດຍແມ່ນຫົວຫ້າສໍານັກງານສົ່ງເສີມ ຈນກ ເບັນ ຜູ້ອໍານວຍການໂດຍຕໍາແຫ່ງ, ຮອງຜູ້ອໍານວຍການ ມີຕໍາແບນ່ງເທົ່າຮອງຫົວຫ້າກົມ. ມາດຕາ 32 ການແຕ່ງຕັ້ງບຸກຄະລາກອນຂອງກອງເລຂາ ທສວ ຜູ້ອໍານວຍການ ທສວ ແມ່ນຖືກແຕ່ງຕັ້ງໂດຍຕໍາແຫນ່ງ ຄື ຫົວຫ້າສໍານັກງານສົ່ງເສີມ ຈນກ, ຮອງອໍານວຍ ການ ທສວ ຖືກແຕ່ງຕັ້ງ ຫຼື ປົດຕໍາແຫນ່ງ ໂດຍລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕາມການ ຮັບຮອງຂອງສະພາບໍລິຫານ ທສວ, 10 ກາ L :. ຮ້, ຂ . . ຈ າ. ,ລ ຫົວຫ້າພະແນກ ແລະ ຮອງຫົວຫ້າພະແນກ ຖືກແຕ່ງຕັ້ງ ຫຼື ບົດຕໍາແຫນ່ງ ໂດຍລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ຕາມການສະເຫີຂອງຜູ້ອໍານວຍການ ທສວ.

  13. ມາດຕາ 33 ສິດ ແລະ ພ້າທີ່ຂອງຜູ້ອໍານວຍການ ທສວ ຜູ້ອໍານວຍການ ທສວ ມີ ສິດ ແລະ ຫາທີ່ ຕົ້ນຕໍ ດັ່ງນີ້: 1. ຮັບຜິດຊອບຕໍ່ສະພາບໍລິຫານ ທສວ ໃນການຄຸ້ມຄອງວຽກງານປະຈໍາວັນ ຂອງ ທສວ ຕາມນະ ໂຍບາຍ, ມະຕິຂອງສະພາບໍລິຫານ ທສວ ແລະ ສອດຄ່ອງກັບກົດຫາຍ; 2. ສ້າງບົດລາຍງານ ແລະ ແຜນການເຄື່ອນໄຫວປະຈໍາປີ, ແຜນລາຍຮັບ ແລະ ລາຍຈ່າຍປະຈໍາປີ ເພື່ອສະເຫີສະພາບໍລິຫານ ທສວ ພິຈາລະນາຮັບຮອງ; 3. ຄົ້ນຄວ້າອັດຕາດອກເບັຍເງິນກູ້ ຜ່ານທະນາຄານທຸລະກິດ, ສະຖາບັນການເງິນອື່ນ; ຄົ້ນຄວ້າເງື່ອນໄຂຂອງທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ ທີ່ຈະໄດ້ຮັບທຶນ ຂອງ ທສວ; > ທຫ ຂ ຄົ້ນຄວ້າ ແລະ ສ້າງລະບຽບການ ສະຫນອງທຶນໃຫ້ໂຄງການວິຊາການ; ຄົ້ນຄວ້າ ແລະ ສ້າງລະບຽບການບໍລິຫານ ທສວ ເພື່ອນໍາສະເຫີສະພາບໍລິຫານ ທສວ ພິຈາລະນາ ຮັບຮອງ; 7. ຂົນຂວາຍ, ລະດົມທຶນຈາກແຫຼ່ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ; 8. ພິຈາລະນາອະນຸມັດ ການນໍາໃຊ້ທຶນ ຂອງ ທສວ ຕາມເປົ້າຫນາຍ ແລະ ຂອບເຂດສິດ ທີ່ສະພາບໍ ລີຫານ ທສວ ກໍານົດໃຫ້: 9. ສະເຫຼີແຕ່ງຕັ້ງ ຫຼື ປົດຕໍາແຫນ່ງ ຮອງຜູ້ອໍານວຍການ ທສວ, ຫົວຫ້າ ແລະ ຮອງຫົວຫ້າພະແນກ ຂອງ ທສວ; 10. ຮັບສະຫພັກ, ຄັດເລືອກ ແລະ ບັນຈຸສັບຊ້ອນບຸກຄະລາກອນ ເຂົ້າເຮັດວຽກໃນ ທສວ ຕາມຕໍາ ແຫນ່ງງານ ແລະ ຈໍານວນ ທີ່ໄດ້ຮັບອະນຸມັດຈາກສະພາບໍລິຫານ ທສວ: 11. ຄັດເລືອກ ແລະ ວ່າຈ້າງຜູ້ຊ່ຽວຊານ ຫຼື ທີ່ປຶກສາ ເພື່ອປະຕິບັດຫ້າທີ່ສະເພາະໃດຫຶ່ງ ຕາມຄວາມ ຈໍາເປັນ ແລະ ການເຫັນດີຂອງສະພາບໍລິຫານ ທສວ; 12. ພົວພັນ, ຮ່ວມມືກັບອົງການຈັດຕັ້ງ ແລະ ຄູ່ຮ່ວມພັດທະນາກ່ຽວກັບວຽກງານ ທສວ; 13. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານ ຂອງ ຫສວ ປະຈໍາ ສາມເດືອນ, ຫົກເດືອນ, ເກົ້າເດືອນ ແລະ ປະຈໍາປີ ໃຫ້ສະພາບໍລິຫານ ທສວ; 14. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມການມອບບນາຍຂອງສະພາບໍລິຫານ ທສວ.

  14. ບນວດທີ 7 ການກວດສອບ, ການກວດກາ ແລະ ລາຍງານ ມາດຕາ 34 ການກວດສອບ ທສວ ຕ້ອງໄດ້ຮັບການກວດສອບທຸກປີ ໂດຍອົງການກວດສອບແຫ່ງລັດ ຫຼື ຜູ້ກວດສອບອິດສະລະ. ໃນກໍ່ລະນີຫາກພົບເຫັນວ່າ ມີການກະທໍາຜິດ, ຜູ້ກະທໍາຜິດ ຕ້ອງຖືກດໍາເນີນຄະດີ ຕາມກົດຫນາຍທີ່ກ່ຽວຂ້ອງ. ມາດຕາ 35 ການກວດກາ ທສວ ການກວດກາ ແມ່ນ ການປະເມີນຜົນການເຄື່ອນໄຫວຂອງ ທສວ ໂດຍຄະນະກໍາມະການກວດກາ ພາຍໃນ, ສະພາບໍລິຫານ ທສວ ແລະ ອົງການກວດກາ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ເພື່ອຮັບປະກັນຄວາມໂປ່ງໃສ, ມີປະສິດທິພາບ, ປະສິດທິຜົນ, ຖືກຕັ້ອງ ຕາມກົດບນາຍ ແລະ ລະບຽບການ. ມາດຕາ 36 ເນື້ອໃນການກວດກາ ການກວດກາ ທສວມີ ເນື້ອໃນຕົ້ນຕໍ ດັ່ງນີ້: 1. ການຈັດຕັ້ງປະຕິບັດແຜນການ, ແຜນງານ, ໂຄງການ ກ່ຽວກັບ ທສວ; 2. ແຫຼ່ງລາຍຮັບຂອງ ທສວ, ແຜນລາຍຈ່າຍການຈັດຕັ້ງປະຕິບັດ ແລະ ງົບປະມານຄູ້ມຄອງບໍລິຫານ ທສວ; 3. ການຈັດຕັ້ງປະຕິບັດວຽກງານບຸກຄະລາກອນ ຂອງ ທສວ ແລະ ການປະຕິບັດນະໂຍບາຍຕ່າງໆ. ມາດຕາ 37 ຮູບການການກວດກາ ການກວດກາ ທສວ ມີ ສາມ ຮູບການ ດັ່ງນີ້: 1. ການກວດກາຕາມລະບົບບົກກະຕິ ຊຶ່ງແມ່ນ ການກວດກາທີ່ດໍາເນີນໄປຕາມແຜນການ ຢ່າງເປັນ ປະຈໍາ ແລະ ມີກໍານົດເວລາທີ່ແນ່ນອນ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງຫ້າ ຊຶ່ງແມ່ນ ການກວດການອກແຜນການ ເມື່ອເຫັນວ່າ ມີຄວາມຈໍາເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງຫ້າ; 3. ການກວດກາແບບກະທັນຫັນ ຊຶ່ງແມ່ນ ການກວດກາໂດຍຮີບດ່ວນ ທີ່ບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດ ກາຮູ້ລ່ວງຫ້າ. ໃນການດໍາເນີນການກວດກາ ຕ້ອງປະຕິບັດຕາມກົດຫນາຍ ແລະ ລະບຽບການຢ່າງເຂັ້ມງວດ. ມາດຕາ 38 ການລາຍງານ ທສວ ຕ້ອງສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງຕົນ ສາມເດືອນ, ຫົກເດືອນ, ເກົ້າ ເດືອນ ແລະ ທຶ່ງປີ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ ແລະ ອົງການກວດສອບແຫ່ງ ລັດ ເພື່ອຕິດຕາມ ກວດກາ.

  15. o8 ຄວາມຮັບຜິດຊອບຂອງກະຊວງ ແລະ ອົງການທີ່ກ່ຽວຂ້ອງ ມາດຕາ 39 ຄວາມຮັບຜິດຊອບຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໃນການຄຸ້ມຄອງ ທສວ ກະຊວງອຸດສາຫະກໍາ ແລະ ການຄ້າ ມີຄວາມຮັບຜິດຊອບ ດັ່ງນີ້: 1. ຄົ້ນຄວ້າສ້າງ ນະໂຍບາຍ, ນິຕິກໍາ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ທສວ ເພື່ອສະເຫຼີ ລັດຖະບານ ຕົກລົງ; 2. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ນິຕິກໍາ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ທສວ ໃຫ້ ພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ຢ່າງທົ່ວເຖິງ; 3. ກໍານົດຂະແຫງບູລິມະສິດ ໃນການສົ່ງເສີມແຕ່ລະໄລຍະ ໂດຍປະສານສົມທົບກັບຂະແຫນງງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ; 4. ສະເຫຼີແຜນການເດືອນໄຫວ ແລະ ແຜນງົບປະມານປະຈໍາປີ ຂອງ ທສວ ທີ່ສະພາບໍລິຫານ ທສວ ໄດ້ອະນຸມັດແລ້ວນັ້ນ ໃຫ້ລັດຖະບານ ພິຈາລະນາເອົາເຂົ້າແຜນງົບປະມານປະຈໍາປີ: 5. ສະເຫຼີລັດຖະບານ ພິຈາລະນາການສະບນອງງົບປະມານ, ການກູ້ປົມ ແລະ ການຊ່ວຍເຫຼືອລ້າ ຈາກຕ່າງປະເທດ ເພື່ອເພີ່ມທຶນ ໃຫ້ ທສວ ຕາມຄວາມຕ້ອງການ ໃນແຕ່ລະໄລຍະ; 6. ພິຈາລະນາ ວົງເງິນການສະຫນອງສິນເຊື່ອ ໃຫ້ ຈນກ ທີ່ລົງທຶນໃນຂົງເຂດບູລິມະສິດ ທີ່ເກີນ ເຈັດ ສິບສ່ວນຮ້ອຍ ແຕ່ບໍ່ເກີນ ຮ້ອຍສ່ວນຮ້ອຍ ຂອງມູນຄ່າຊັບສິນທັງທນົດຂອງວິສາຫະກິດທີ່ກູ້ຢືມ: 7. ຄົ້ນຄວ້າ ແລະ ສະເຫຼີ ນາຍົກລັດຖະມົນຕີ ພິຈາລະນາ ແຕ່ງຕັ້ງ ຫຼື ປົດຕໍາແຫນ່ງ ສະມາຊິກສະພາ ບໍລິຫານ ທສວ; 8. ແຕ່ງຕັ້ງ ຫຼື ປົດຕໍາແຫນ່ງ ຮອງຜູ້ອໍານວຍການ ທສວ, ຫົວຫ້າພະແນກ ແລະ ຮອງຫົວຫ້າພະແນກ; 9. ໃຫ້ຄໍາປຶກສາ, ຝືກຮົບຮົມ ແລະ ຊ່ວຍເຫຼືອດ້ານວິຊາການ ໃຫ້ແກ່ ຈນກ; 10. ປະສານສົມທົບກັບ ກະຊວງການເງິນ, ທະນາດານ ແຫ່ງ ສປປ ລາວ ເພື່ອໃຫ້ທິດຊື້ນໍາ ກ່ຽວກັບ ການເຄື່ອນໄຫວ ທສວ; 11. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ທສວ ໃຫ້ລັດຖະບານ ຢ່າງເປັນ ປົກກະຕິ; 12. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດບນາຍ.

  16. ມາດຕາ 40 ຄວາມຮັບຜິດຊອບຂອງກະຊວງການເງິນ ໃນການຄຸ້ມຄອງ ທສວ ກະຊວງການເງິນ ມີ ຄວາມຮັບຜິດຊອບ ດັ່ງນີ້: 1. ຈັດສັນງົບປະມານ ໃຫ້ ທສວ ແຕ່ລະໄລຍະ ຕາມການຕົກລົງຂອງລັດຖະບານ; 2. ອໍານວຍຄວາມສະດວກ ໃຫ້ ທສວ ໃນການເຂົ້າເຖິງແຫຼ່ງທຶນຈາກແຫຼ່ງຕ່າງໆ ທີ່ເປັນໄປໄດ້; 3. ຕິດຕາມ ແລະ ໃຫ້ການແນະນໍາ ກ່ຽວກັບລະບຽບການນໍາໃຊ້ເງິນ ຂອງ ທສວ; 4. ຄົ້ນຄວ້າລະບຽບການທີ່ຈໍາເປັນ ເພື່ອອໍານວຍຄວາມສະດວກ ໃຫ້ການເຄື່ອນໄຫວວຽກງານຂອງ ທສວ; 5. ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມທຶນ ໃຫ້ ທສວ ຕາມຄວາມເຫນາະສົມ ໃນ ແຕ່ລະໄລຍະ; 6. ເຈລະຈາ ແລະ ເຊັນສັນຍາກັບອົງການຈັດຕັ້ງສາກົນ, ສະຖາບັນການເງິນ ແລະ ຕ່າງປະເທດ ກ່ຽວກັບການຮ່ວມມືດ້ານການເງິນ ເພື່ອສະຫນອງທຶນ ໃຫ້ ທສວ; 7. ອໍານວຍຄວາມສະດວກ ໃນການຊໍາລະຕົ້ນທຶນ, ດອກເບ້ຍເງິນກູ້ ແລະ ລາຍຈ່າຍອື່ນ ໃຫ້ສາ ມາດຊໍາລະຖືກຕ້ອງຕາມກໍານົດເວລາ ທີ່ໄດ້ກໍານົດໄວ້ໃນສັນຍາກູ້ຍືມ; 8. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 41 ຄວາມຮັບຜິດຊອບຂອງທະນາຄານ ແຫ່ງ ສປປ ລາວ ໃນການຄຸ້ມຄອງ ທສວ ທະນາຄານ ແຫ່ງ ສປປ ລາວ ມີ ຄວາມຮັບຜິດຊອບ ດັ່ງນີ້: 1. ຄົ້ນຄວ້າ ລະບຽບການ ແລະ ເງື່ອນໄຂ ທີ່ຕິດພັນກັບພາລະບົດບາດຂອງທະນາຄານ ແຫ່ງ ສປປ ລາວ ໃນການສົ່ງເສີມ ຈນກ ເຂົ້າເຖິງແຫຼ່ງທຶນໃຫ້ເພີ່ມຂຶ້ນ; 2. ໃຫ້ການປຶກສາ ແລະ ປະກອບຄໍາເຫັນແກ່ ທສວ ກ່ຽວກັບການກໍານົດ ນະໂຍບາຍ, ກົນໄກ ແລະ ະບຽບການສິນເຊື່ອ ເພື່ອສົ່ງເສີມ ຈນກ ຂອງ ທສວ; 3. ຮັບໂອນເງິນຈາກສະຖາບັນການເງິນສາກົນ ແລະ ຕ່າງປະເທດ ເພື່ອເປັນບ່ອນຄ່ຽນຖ່າຍເງິນ ໃຫ້ ທສວ; a o o & Sy e ະ o 4. ມີຄວາມຮັບຜິດຊອບອືນ ຕາມທີ່ໄດ້ກໍານົດໄວ້ໃນກົດບນາຍ. ມາດຕາ 42 ຄວາມຮັບຜິດຊອບຂອງກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ມີຄວາມຮັບຜິດຊອບ ໃນການ ອໍານວຍຄວາມສະດວກ ໃຫ້ການຈັດຕັ້ງເຄື່ອນໄຫວ, ການລະດົມທຶນ, ການສະຫນອງຂໍ້ມູນ ແລະ ໃຫ້ການຮ່ວມ ມືດ້ານຕ່າງໆ ຕາມການສະເຫີ ຂອງ ທສວ. ຂະແບນງການ ທີ່ຮັບຜິດຊອບຂະແບນງການບູລີມະສິດ ມີຫ້າທີ່ໃນການສ້າງຄວາມເຂັ້ມແຂງດ້ານວິຊາ ການ ແລະ ຄວາມອາດສາມາດໃນການແຂ່ງຂັນ ໃຫ້ ຈນກ ໃນຂະແບນງການ ທີ່ຢູ່ພາຍໃຕ້ຄວາມຮັບຜິດ ຊອບ ຂອງຕົນ.

  17. ມາດຕາ 43 ຄວາມຮັບຜິດຊອບຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນ ທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນ ມືຄວາມຮັບຜິດຊອບ ດັ່ງນີ້: 1. ພິຈາລະນາອະນຸມັດປ່ອຍກູ້ ໃຫ້ ຈນກ ຕ້ອງສອດຄ່ອງຕາມເງື່ອນໄຂຂອງ ທສວ ແລະ ຜູ້ໃຫ້ທຶນ; 2. ປະເມີນ ແລະ ອະນຸມັດປ່ອຍກູ້ ຕາມຂັ້ນຕອນຂອງທະນາຄານ ຢ່າງເຂັ້ມງວດ ແລະ ວ່ອງໄວ; 3. ຕິດຕາມ, ກວດສອບການນໍາໃຊ້ທຶນ ຂອງ ຈນກ ໃຫ້ຖືກຕ້ອງສອດຄ່ອງຕາມຈຸດປະສົງ ແລະ ເປົ້າຫນາຍ; 4. ຕ້ອງຮັບປະກັນ ບໍ່ໃຫ້ນໍາເອົາເງິນທຶນ ທີ່ ທສວ ສະຫນອງໃຫ້ ໄປຝາກຕໍ່ ແລະ ນໍາໃຊ້ ເພື່ອ ຈຸດປະສົງອື່ນ ທີ່ນອກເຫຼືອຈາກການປ່ອຍກູ້ ໃຫ້ ຈນກ; 5. ຊໍາລະຕົ້ນທຶນ ແລະ ດອກເບັຍ ໃຫ້ ທສວ ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນຕາມກໍານົດເວລາ ທີ່ໄດ້ກໍານົດໄວ້ໃນສັນຍາກັບ ທສວ; 6. ໃຫ້ຄໍາປຶກສາ, ຝືກອົບຮົມ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ ຈນກ ທີ່ກູ້ຢືມບ້ວງທຶນຂອງ ທສວ; 7. ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບແຫຼ່ງທຶນ ຂອງ ທສວ ໃຫ້ ຈນກ ຮັບຊາບ ແລະ ຢ່າງທົ່ວເຖິງ; 8. ສະຫຼຸບ ແລະ ລາຍງານການນໍາໃຊ້ເງີນທຶນ ໃຫ້ ທສວ ປະຈໍາເດືອນ, ສາມເດືອນ, ຫົກເດືອນ, ເກົ້າ ເດືອນ ແລະ ປະຈໍາປີ; 9. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 44 ຄວາມຮັບຜິດຊອບ ຂອງ ຈນກ ຈນກ ມີ ຄວາມຮັບຜິດຊອບ ດັງນີ້: 1. ນໍາໃຊ້ເງິນກູ້ ແລະ ທິນໂຄງການວິຊາການ ໃຫ້ຖືກຕ້ອງຕາມເປົ້າຫນາຍ, ສອດຄ່ອງກັບສັນຍາ ທີ່ ໄດ້ເຊັນກັບທະນາຄານ, ສະຖາບັນການເງິນອື່ນ ຫຼື ທສວ; 2. ປະຕິບັດພັນທະ ຕາມທີ່ກໍານົດໄວ້ໃນສັນຍາ ຢ່າງຄົບຖ້ວນ ແລະ ເຂັ້ມງວດ ຕາມສັນຍາທີ່ໄດ້ເຊັນ ກັບທະນາຄານ, ສະຖາບັນການເງິນອື່ນ ຫຼື ທສວ; 3. ສະຫອງຂໍ້ມູນ ແລະ ເອກະສານ ກ່ຽວກັບການນູ້ຢືມ, ການນໍາໃຊ້ທຶນ ຂອງ ທສວ ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ເຊື່ອຖືໄດ້ ໃຫ້ທະນາຄານ ຫຼື ສະຖາບັນການເງິນອື່ນ ຕາມກໍານົດເວລາ; 4. ສະຫນອງຂໍ້ມູນ ແລະ ເອກະສານ ກ່ຽວກັບການນໍາໃຊ້ທຶນໂຄງການວິຊາການ ຂອງ ຫສວ ຢ່າງ ຄົບຖ້ວນ, ຖືກຕ້ອງ ແລະ ເຊືອຖືໄດ້ ໃຫ້ ທສວ ຕາມກໍານົດເວລາ; 5. ມີຄວາມຮັບຜິດຊອບອືນ ຕາມທີໄດ້ກໍານົດໄວ້ໃນກົດບນາຍ

  18. ມາດຕາ 45 ຄວາມຮັບຜິດຊອບຂອງຜູ້ໄດ້ຮັບທຶນໂຄງການວິຊາການ ຜູ້ຮັບທຶນໂຄງການວິຊາການ ຕາມທີໄດ້ກໍານົດໃນມາດຕາ 16 ຂອງດາລັດສະບັບນີ້ ມີຄວາມຮັບ ຜິດຊອບ ດັ່ງນີ້: ນໍາໃຊ້ທຶນໂຄງການວິຊາການ ໃຫ້ຖືກຕ້ອງຕາມເປົ໋າຫນາຍ, ສອດຄອ ທສວ; 2. ປະຕິບັດພັນທະ ທີລະບຸໃນສັນຍາ ຢ່າງຄົບຖ້ວນ ແລະ ເຂັມງວດ ຕາມສັນຍາທີໄດ້ເຂັນກັບ ທສວ; 3. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດໂຄງການ ແລະ ການນໍາໃຊ້ເງິນ ໃຫ້ ທສວ ຢ່າງຄົບ ຖ້ວນ, ຖືກຕ້ອງ ແລະ ທັນຕາມກໍານົດເວລາ; 4. ມີຄວາມຮັບຜິດຊອບອົນ ຕາມທີ ໄດ້ກໍານົດ ໄວ້ໃນກົດບນາຍ. ຫນວດທີ 9 ບົດບັນຍັດສຸດທາຍ ມາດຕາ 46 ເຄືອງບນາຍ ແລະ ຕາປະທັບ ທສວ ມີ ເຄືອງຫນາຍ ແລະ ຕາປະທັບເປັນຂອງຕົນເອງ ເພືອຮັບໃຊ້ເຂົ່າໃນການເຄືອນໄຫວວຽກງານ ທາງລັດຖະການ. ມາດຕາ 47 ການຈັດຕັ້ງປະຕິບັດ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການສົມທົບກັບກະຊວງການເງິນ, ທະນາຄານ ແຫງ ສປປ ລາວ ແລະ ພາກສ່ວນທີກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້. ກະຊວງ, ອົງການ ແລະ ອົງການປົກຄອງທ໋ອງຖິນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ໃຫ້ການຮ່ວມມື ໃນ ການປະຕິບັດດໍາລັດສະບັບນີ້ ຢ່າງເຂັມງວດ. ມາດຕາ 48 ຜົນສັກສິດ ດໍາລັດສະບັບນີ້ ມີຜົນສັກສິດ ນັບແຕວັນທີ 28 ກຸມພາ 2023 ເປັນຕົ້ນໄປ. ດໍາລັດສະບັບນີ້ ປ່ຽນແທນ ດໍາລັດວາດ້ວຍກອງຫິນສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ ສະບັບເລກທີ 299/ລບ, ລົງວັນທີ 04 ກັນຍາ 2019.1 ຕາງຫໍ້າລັດຖະບານ ແຫ່ງ ສປປ ລາວ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ

Decree No.05 on the Promotion Fund for Micro, Small, and Medium Enterprises (MSME Promotion Fund) · Nelum