Skip to content
Nelum
Laws of Laos

Decision No.4211/MAF on the Import, Export, and Transit of Aquatic Animals and Aquatic Products

Made 2019-11-29 · Text as of 2026-10-01

Public law and official guidance, published as research. Not legal, tax or financial advice.

About this law

Original title
ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ .
Language
Lao
Kind
Regulation
Organisation
Mekong River Commission (MRC)
Country
Laos
Subjects
Fisheries and aquaculture, Wild species and ecosystems
Keywords
public health, protection of environment, biodiversity, international trade, aquatic animals, authorization/permit, inspection, certification, biosecurity, business/industry/corporations, transport/storage, risk assessment/management, animal health, quarantine, pests/diseases, endangered species, protection of species
Categories
*

Where to read it

    No source link is recorded for this law.

Text

The law's own text, section by section, as held. Each section has its own link.

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ຣະ 4211 ກະຊວງກະສິກໍາ ແລະ ປ່າໄມ້ gl 5/ A /ກປ ນະຄອນຫຼວງວຽງຈັນ, ວັນທີ .2.0.0.1.1.0.1 9 ຂໍຕົກລົງ ວ່າດ້ວຍ ການນໍາເຂົາ, ສົງອອກ ແລະ ສົ່ງຜ່ານ ສັດນໍາ ແລະ ຜະລິດຕະພັນສັດນໍາ - ອີງຕາມ ກົດຫນາຍວ່າຕ້ວຍການປະມົງ ສະບັບເລກທີ 03/ສພຊ, ລົງວັນທີ 09 ກໍລະກົດ 2009; - ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 99/ນຍ, ລົງວັນທີ 09 ມີນາ 2017 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້; - ອີງຕາມ ຫັງສືສະເຫີຂອງ ກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ 3015/ກລປ, ລົງວັນທີ 23 ຕຸລາ 2019; - ອີງຕາມ ການຄົ້ນຄ້ວາ ແລະ ສະເຫີຂອງ ກົມນະໂຍບາຍ ແລະ ນິຕິກໍາ ສະບັບເລກທີ 688/ກບນ, ລົງວັນທີ 20 ພະຈິກ 2019. ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ອອກຂໍຕົກລົງ: ຫນວດທີ 1 ບົດບັນຍັດທົວໄປ ມາດຕາ 1 ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ. ລະບຽບການ ແລະ ມາດຕະການ ກ່ຽວກັບການຄວບຄຸມການນໍາ ເຂົ້າ. ສົງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນໍາ ຢູ່ ສປປ ລາວ ເພື່ອປ້ອງກັນ ແລະ ສະກັດ ກັນການເຂົ້າມາ, ກໍຕົວ, ແຜ່ກະຈາຍຂອງພະຍາດສັດນ້ໍາ ແລະ ການທໍາລາຍຈາກສັດນ້ໍາຕ່າງແດນ ທີ່ເປັນ ອັນຕະລາຍຕໍ່ຊັບພະຍາກອນສັດນ້ໍາພາຍໃນປະເທດ ແນໃສ່ປົກປ້ອງຊີວິດ, ສຸຂະພາບຂອງຄົນ, ສັດນ້ໍາ, ພັນ ສັດນ້ໍາພື້ນເມືອງ ແລະ ສິ່ງແວດລ້ອມ ໃຫ້ມີຄວາມປອດໄພ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ສັນຍາ ສຸຂານາໄມສັດ ແລະ ສຸຂານາໄມພືດ, ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ມາດຕາ ຂື ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນໍໍາ ແມ່ນການຈັດຕັ້ງປະຕິບັດ ບັນດາລະບຽບການກ່ຽວກັບຂັ້ນຕອນການອະນຸຍາດຂອງ ຮົງການຄຸ້ມຄອງການປະມົງ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ນໍາສັດນ້ໍາ ຫຼື ຜະລິດຕະພັນສັດນໍໍາ ເຂົ້າ, ອອກ ຫຼື ສົ່ງຜ່ານ ສປປ ລາວ ໂດຍຜ່ານ ດ່ານກວດກາສັດຕະວະແພດ .

  2. ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີດວາມບພາຍ ດັ່ງນີ້: 1. ສິນຄ້າທີ່ຖືກຂົນສົ່ງ ຫນາຍເຖິງ ລາຍການສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ທີ່ຖືກເຄື່ອນຍ້າຍ ຈາກປະເທດຫົົງໄປອີກປະເທດຫຶງ ທີ່ໄດ້ມີການບັນຈຸ, ຫຸ້ມຫໍ່ ແລະ ມີເອກະສານຢັ້ງຍືນດ້ານສຸຂະພາບ ຫຼື ສຸຂານາໄມຈາກອົງການຄຸ້ມຄອງຂອງປະເທດຕົ້ນທາງ; ຂ. ເຊື້ອພະຍາດສັດນໍໍາ ຫນາຍເຖິງ ຈຸລິນຊີ. ແມ່ກາຝາກ ແລະ ເຊື້ອເຫັດ ໃດຫນຶ່ງ ທີ່ເປັນສາເຫດ ຫຼື ເປັນຕົວປະກອບໃຫ້ເກີດພະຍາດໃນສັດນ້ໍາ; 3. ການຕິດເຊື້ອ ຫນາຍເຖິງ ການເຂົ້າໄປ ແລະ ກໍ່ຕົວ a ການເພີ່ມຈໍານວນຂອງເຊື້ອພະຍາດສັດນ້ໍາ ຢູ່ໃນຮ່າງກາຍຂອງຄົນ, ສັດ ແລະ ສັດນ້ໍາ; 4. ພະຍາດສັດນ້ໍາທີ່ຈໍາເປັນດ້ອງແຈ້ງ ຫຼາຍເຖິງ ພະຍາດສັດນ້ໍາ ທີ່ສາມາດຕິດຕໍ່ຈາກສັດນໍໍາສູ່ສັດນໍໍາ ຫຼື ຈາກສັດນ້ໍາສູ່ດົນ ຊຶ່ງມີການແຜ່ລາມໄວ, ສ້າງຜົນກະທົບທາງລົບຕໍ່ສຸຂະພາບ, ຊີວິດ, ເສດຖະກິດ ແລະ ສັງຄົມ; ຣ. ການກັກກັນສັດນ້ໍາ ຫນາຍເຖິງ ການຂັງສັດນ້ໍາໄວ້ ເພື່ອໃຫ້ສັດນ້ໍາໄດ້ພັກຜ່ອນ ໂດຍມີການໃຫ້ ອາຫານປົກກະຕຶ ເພື່ອເຝົ້າລະວັງ, ຕິດຕາມ, ກວດກາ, ວິໄຈ ແລະ ຢັ້ງຢືນ, ປີນປົວຮັກສາ ແລະ ຂ້າເຊື້ອ ພະຍາດ; 6. ການປະເມີນຄວາມສ່ຽງ ບນາຍເຖິງ ການປະເມີນເພື່ອຊອກຫາຄວາມເປັນໄປໄດ້ກ່ຽວກັບ ຜົນ ະທົບທາງດ້ານຊີວະ, ເສດຖະກິດ ທີ່ເກີດຈາກການນໍາເຂົ້າ ຊຶງອາດເປັນອັນຕະລາຍ ຫຼື ແຜ່ກະຈາຍຢູ່ດິນ ແດນ ຂອງ ສປປ ລາວ; 7. ການຂົນສົ່ງ ຫນາຍເຖິງ ວິທີການຂົນສິ່ງສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ໂດຍທາງບົກ, ທາງນ້ໍາ ຫຼື ທາງອາກາດ; 8. ເຈົ້າຫ້າທີ່ສັດຕະວະແພດ ບນາຍເຖິງ ພະນັກງານສັດຕະວະແພດ ຫຼື ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຊຶ່ງ ໄດ້ຮັບການຝຶກອົບຮົມ ຍົກລະດັບຄວາມຮູ້, ຄວາມສາມາດ ໃນການກວດກາວຽກງານລ້ຽງສັດ, ສັດຕະວະ ແພດ ແລະ ການປະມົງ; 9. CITES (Convention on International Trade in Endangered Species of Wild Fauna and Flora: CITES) ພາຍເຖິງ ສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສຸນພັນລະຫວ່າງຊາດ; 10. OIE (Office International des Epizooties: 0(6) ຫນາຍເຖິງ ອົງການສຸຂະພາບສັດສາ ກົນ ຊຶ່ງເປັນອົງການຈັດຕັ້ງສາກົນທີ່ຮັບຜິດຊອບວຽກງານ ສຸຂະພາບສັດ ແລະ ສັດນ້ໍາ.

  3. ມາດຕາ 4 ຫຼັກການກ່ຽວກັບການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ +. ຣ້. ຊໍ່ 4. ,. ະ-- ະ ະ ະ ມ. ແ ແະ ນເ ການນໍາເຂົາ, ສິງອອກ ແລະ ສົ່ງຜ່ານ ສັດນໍາ ແລະ ຜະລິດຕະພັນສັດນໍາ ຕ້ອງຮັບປະກັນຫຼັກການ " ສອດຄ່ອງກັບ ນະໂຍບາຍ, ກົດຫນາຍ ແລະ ນິຕິກໍາ ຂອງ ສປປ ລາວ; 2. ຮັບປະກັນ ຄຸນນະພາບ ແລະ ຄວາມປອດໄພ ຕໍ່ສຸຂະພາບສັດນໍໍາ ແລະ ຜູ້ບໍລິໂພກ; 8. ປະຕິບັດ ຢ່າງເປັນເອກະພາບ, ໂປ່ງໃສ, ຍຸຕິທໍາ ແລະ ສາມາດກວດກາໄດ້; 4. ຮັບປະກັນ ບໍ່ສ້າງສິ່ງກີດຂວາງທີ່ບໍ່ຈໍາເປັນ ຕໍ່ການຄ້າ ແລະ ບໍ່ເລືອກປະຕິບັດ; 5. ສອດຄ່ອງກັບມາດຕະຖານດ້ານເຕັກນິກ ແລະ ຄໍາແນະນໍາຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ລວມທັງ ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ມາດຕາ 5 ຂອບເຂດການນໍາໃຊ້ ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີກ່ຽວຂ້ອງກັບການນໍາເຂົາ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ໃນ ສປປ ລາວ. ບນວດທີ 2 o A . ¥ o o . ¥ ການນໍາເຂົາ ສັດນໍາ ແລະ ຜະລິດຕະພັນສັດນໍາ ມາດຕາ 6 ການອະນຸຍາດນໍາເຂົ້າ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງນໍາເຂົ້າ ສັດນ້ໍາ ແລະ ຜະລິດຕະພັນສັດນໍໍາ ທີ່ໄດ້ ກໍານົດໄວ້ໃນເອກະສານຊ້ອນທ້າຍ 1 ຂອງຂໍ້ຕົກລົງສະບັບນີ້ ເພື່ອເປົ້ານາຍທາງການຄ້າ ຕ້ອງໄດ້ຮັບອະນຸຍາດ ຈາກ ກົມລ້ຽງສັດ ແລະ ການປະມົງ. ສໍາລັບ ການນໍາເຂົ້າເພື່ອບໍລິໂພກພາຍໃນຄອບຄົວ ແມ່ນບໍ່ໄດ້ຂໍໃບອະນຸ ຍາດນໍາເຂົ້າ ແຕ່ຕ້ອງໄດ້ແຈ້ງສິນຄ້າຕໍ່ເຈົ້າຫ້າທີ່ສັດຕະວະເພດປະຈໍາດ່ານ ເພື່ອດໍາເນີນການກວດກາ, ບັນທຶກ ຫຼື ນໍາໃຊ້ມາດຕະການທີ່ຈໍາເປັນ ຕາມທີ່ ກົມລ້ຽງສັດ ແລະ ການປະມົງ ກໍານົດ. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນໍາເອົາສັດນ້ໍາສາຍພັນຕ່າງແດນເຂົ້າມາລ້ຽງໃນ ສປປ ລາວ ຕ້ອງໄດ້ຮັບອະນຸຍາດ ຈາກກົມລ້ຽງສັດ ແລະ ການປະມົງ ແລະ ຕ້ອງມີໃບຢັ້ງຢືນການສຶກສາຜົນ ກະທົບຕໍ່ລະບົບນິເວດວິທະຍາ ແລະ ສິ່ງແວດລ້ອມ ຈາກສະຖາບັນທີ່ເຊື່ອຖືໄດ້, ມີການຢັ້ງຢືນຄວາມປອດ ໄພດ້ານຊີວະພາບ ແລະ ໄດ້ຜ່ານການປະເມີນຄວາມສ່ຽງຈາກ ອົງການຄຸ້ມດຄອງການປະມົງ ຂອງ ສປປ ລາວ.

  4. ມາດຕາ 7 ເງື່ອນໄຂການນໍາເຂົ້າ ສັດນໍ້າ ແລະ ຜະລິດຕະພັນສັດນ້ໍາ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງນໍາເຂົ້າ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ມາ ໃນ ສປປ ລາວ ໃຫ້ປະຕິບັດຕາມເງື່ອນໄຂ ດັ່ງນີ້: 1. ມີໃບອະນຸຍາດນໍາເຂົ້າທີ່ອອກໃຫ້ໂດຍ ອົງການຄຸ້ມຄອງການປະມົງ; 2. ມີໃບຍັ້ງຢືນສຸຂະພາບສັດນ້ໍາ ຫຼື ໃບຢັ້ງຢືນສຸຂານາໄມຜະລິດຕະພັນສັດນ້ໍາ ທີ່ອອກໃຫ້ໂດຍອົງ ການ ຫຼື ເຈົ້າຫ້າທີ່ຂອງລັດ ທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ ໂດຍຖືກຕ້ອງຕາມເງື່ອນໄຂການນໍາເຂົ້າຂອງ ສປປ ລາວ; 8. ໃນກໍລະນີນໍາເຂົ້າ ເພື່ອລ້ຽງເປັນແນວພັນສັດນ້ໍາ ຕ້ອງມີໃບຢັ້ງຢືນກໍາມະພັນສັດນ້ໍາ ແລະ ໃບປັ້ງຢືນມາດຕະຖານຟາມລ້ຽງສັດນ້ໍາ; 4. ນໍໍາເຂົ້າສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ຕາມດ່ານທີ່ກໍານົດ ໂດຍອົງການຄຸ້ມຄອງການປະມົງ. ໃນກໍລະນີ ໄດ້ຮັບອະນຸຍາດນໍາເຂົ້າແລ້ວ, ແຕ່ຜົນຂອງການວິເຄາະຄວາມສ່ຽງ ໂດຍອົງການຄຸ້ມຄອງ ວຽກງານການປະມົງ ທີ່ຢັ້ງຍືນວ່າມີຄວາມສ່ຽງທີ່ຈະນໍາເອົາເຊື້ອພະຍາດເຂົ້າມາແຜ່ລາມ ຫຼື ນໍາເອົາທາດເບືອ ເຂົ້າມາແຜ່ກະຈາຍຢູ່ພາຍໃນປະເທດນັ້ນ ແມ່ນບໍ່ອະນຸຍາດໃຫ້ນໍາເຂົ້າ ໂດຍໃຫ້ແຈ້ງເຫດຜົນເປັນລາຍລັກ ອັກສອນ ກ່ຽວກັບການຫ້າມນັ້ນ ໃຫ້ແກ່ຜູ້ນໍາເຂົ້າຊາບ ມາດຕາ 8 ການປະກອບເອກະສານສໍາລັບການຂໍອະນຸຍາດນໍາເຂົ້າ ການປະກອບເອກະສານສໍາລັບການຂໍອະນຸຍາດນໍາເຂົ້າ ມີ ດັ່ງນີ້: 1. ໃບຄໍາຮ້ອງຂໍອະນຸຍາດນໍາເຂົ້າ ຕາມແບບພິມທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ; ສໍາເນົາ ບັດປະຈໍາຕົວ ຫຼື ສໍາມະໂນຄົວ: ສໍາເນົາ ຫັງສີເດີນທາງ (ຖ້າເປັນຄົນຕ່າງປະເທດ); 3 4. ໃບມອບສິດ (ຖ້າໃຫ້ຜູ້ອື່ນມາແລ່ນເອກະສານແທນ); 5. ສໍາເນົາໃບທະບຽນວິສາຫະກິດ. ເອກະສານເພີ່ມເຕີມອືນ ໃນມື້ນໍາສິນຄ້າເຂົ້າຕົວຈິງ ມີດັ່ງນີ້: 1. ໃບຢັ້ງຢືນສຸຂະພາບສັດນ້ໍາ ຫຼື ສຸຂານາເມ ຈາກອົງການຄຸ້ມຄອງວຽກງານສັດຕະວະແພດ ຫຼື ປະ ມົງ ຂອງປະເທດຕົ້ນທາງ; 2. ສໍາເນົາ ໃບຂົນສົ່ງສິນຄ້າ g Billof ອຜັດ0//ນກພອນ/ Bill ກໍ່ລະນີຂົນສົ່ງທາງທ່າເຮືອ ຫຼື ເຮືອບິນ; 3. ໃບຢັ້ງຢືນ CITES ຂອງປະເທດຕົ້ນທາງ ຫຼື ເອກະສານທີ່ກ່ຽວຂ້ອງກັບປະເທດທີສາມ ຖ້າເປັນ ະເພດສັດນ້ໍາຫວງຫ້າມຫຼື ຄວບຄຸມຂອງສາກົນ; 4. ໃບຢັ້ງປືນການບໍາບັດ, ຜົນການວິໄຈ ແລະ ການປ້ອງກັນພະຍາດສັດນ້ໍາ ຖ້າມີຄວາມຈໍາເປັນ.

  5. ມາດຕາ 9 ການກະກຽມກ່ອນການນໍາເຂົ້າ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົ່ງນໍາເຂົ້າສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ຕ້ອງ ກະກຽມ ແລະ ດໍາເນີນການຕາມຂັ້ນຕອນ ດັງນີ້: 1. ທພົວພັນເອົາຂໍ້ມູນ, ລະບຽບການ ແລະ ຄໍາຮ້ອງຂໍນໍາເຂົ້າສັດນ້ໍາ ແລະ ຜະລິດຕະພັນສັດນໍໍາ ຢູ່ ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ, ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ, ດ່ານກວດກາສັດຕະວະ ແພດສາກົນ, ກົມລ້ຽງສັດ ແລະ ການປະມົງ ຫຼື ດາວໂລດເອົາທີເວບໄຊ www.dfmaf.gov.la ຫຼື www.laotradeportal.gov.la; 2. ຍື່ນຄໍາຮ້ອງ ຕໍ່ກົມລ້ຽງສັດ ແລະ ການປະມົງ ຢ່າງຫ້ອຍ ສິບຫ້າວັນ ກ່ອນນໍາເຂົ້າ ຕາມແບບພິມ ທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ 3 ຂອງຂໍ້ຕົກລົງສະບັບນີ້ ເພືອໃຫ້ ກົມລ້ຽງສັດ ແລະ ການປະມົງ ປະເມີນຄວາມສ່ຽງ ແລະ ພິຈາລະນາ ອອກໃບອະນຸຍາດ ຕາມແບບພິມ ທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນ ທ້າຍ 4 ຂອງຂໍ້ຕົກລົງສະບັບນີ້ ພາຍໃນ ຫ້າວັນລັດຖະການ. ສໍາລັບອາຍຸຂອງໃບອະນຸຍາດນໍາເຂົ້າ ແມ່ນໃຫ້ ອີງໃສ່ລະດັບຂອງຄວາມສ່ຽງ ຕາມແຕ່ລະປະເພດ, ຊະນິດ ແລະ ຈໍານວນຂອງສິນຄ້າ ແຕ່ສູງສຸດບໍ່ໃຫ້ເກີນ ເກົ້າສິບວັນ: 8. ສົ່ງໃບອະນຸຍາດນໍາເຂົ້າ ແລະ ເງື່ອນໄຂ ເຖິງຜູ້ສົ່ງອອກ ເພື່ອກະກຽມສິນຄ້າ ແລະ ຂໍອະນຸຍາດ ຈາກອົງການຄຸ້ມຄອງປະມົງຂອງປະເທດຕົ້ນທາງ ໃຫ້ສອດດ່ອງກັບເງື່ອນໄຂຂອງ ສປປ ລາວ; 4. ແຈ້ງເອກະສານ, ວັນ, ເວລາ ທີ່ແນ່ນອນສໍາລັບການນໍາເຂົ້າ ຕໍ່ຕ່ານກວດກາສັດຕະວະແພດ ສາກົນ ບ່ອນທີ່ຈະນໍາເຂົ້າ ຢ່າງຫ້ອຍ ພຶ່ງວັນ ກ່ອນມື້ນໍາເຂົ້າ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງ ເອກະສານ ໂດຍການອອກໃບຍັ້ງຢືນການກວດກາເອກະສານຢູ່ດ່ານ. ຖ້າເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບ ຖ້ວນໃຫ້ຜູ້ຂໍອະນຸຍາດນໍາໄປປະກອບໃຫ້ຖືກຕ້ອງ. ມາດຕາ 10 ການປະຕິບັດຢູ່ດ່ານໃນເວລານໍາເຂົ້າ ໃນເວລານໍາເຂົ້າສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາຢູ່ດ່ານ ໃຫ້ປະຕິບັດ ດັ່ງນີ້: 1. ຜູ້ນໍາເຂົາ ແຈ້ງໃບຢັ້ງຢືນການກວດກາເອກະສານຢູ່ດ່ານ, ລາຍການສັດນ້ໍາ ແລະ ຜະລິດຕະພັນ ສັດນໍາ ຕໍ່ເຈົາຫ້າທີສັດຕະວະແພດປະຈໍາດ່ານ; ກຫ s .~ ¥ . <. :- - ຂຣ o e ¥ ຂ. ເຈົ້າຫ້າທີສັດຕະວະແພດປະຈໍາດ່ານ ບັນທຶກຂໍ້ມູນກ່ຽວກັບສັດນໍາ ແລະ ຜະລດຕະພນສດນາ ໂລ ໄ້ :. . ຂ, & ຈກ ຂ , +. ເຂົາໃນຖານຂໍ້ມູນ ແລວດາເນນການກວດກາ ແລະ ອອກໃບປັ້ງຢືນການກວດກາຢູ່ດ່ານ ຕາມແບບພມທກາ

  6. ນົດໄວ້ໃນເອກະສານຊ້ອນທ້າຍ 6 ຂອງຂໍ້ຕົກລົງສະບັບນີ ພ້ອມທັງສໍາເນົາໄວ້ ຫຶງສະບັບ ແລະ ແຈ້ງໃຫ້ຜູ້ນໍາ ເຂົ້າຈ່າຍຄ່າທໍານຽມ ແລະ ບໍລິການຕາມລະບຽບການ ແລ້ວຈຶ່ງອະນຸຍາດໃຫ້ເຄື່ອນຍ້າຍສິນຄ້າໄປຫາພາກ ສ່ວນພາສີ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ. ໃນກໍລະນີພົບເອກະສານມີການດັດແກ້ເນື້ອໃນ, ປອມລາຍເຊັນ ຫຼື ຕາປະທັບ ເຈົ້າຫ້າທີ່ສັດຕະວະແພດປະຈໍາດ່ານ ຕ້ອງປະຕິເສດການນໍາເຂົ້າ ພ້ອມທັງກັກສິນຄ້ານັ້ນໄວ້ ເພື່ອດໍາເນີນການກວດກາ, ສືບສວນ-ສອບສວນ ແລະ ລາຍງານໃຫ້ ກົມລ້ຽງສັດ ແລະ ການປະມົງ ແລະ ພະ ແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ຮັບຊາບໂດຍດ່ວນ; 3. ໃນກໍລະນີສົງໄສ ສັດນ້ໍາ ຫຼື ຜະລິດຕະພັນສັດນ້ໍາ ຕິດ ຫຼື ປົນເປື້ອນຕ້ວຍພະຍາດສັດນ້ໍາທີ່ຈໍາ ເປັນຕ້ອງແຈ້ງ ຕາມທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 2 ໃຫ້ເຈົ້າຫ້າທີ່ສັດຕະວະແພດປະຈໍາດ່ານ ແຈ້ງຜູ້ ນໍາເຂົ້າ ນໍາສິນຄ້າໄປກັກກັນຢູ່ສະຖານທີ່ກັກກັນ, ແນະນໍາແຜນການຕິດຕາມ , ກັກກັນ ແລະ ມາດຕະການ ດ້ານວິຊາການທີ່ນໍາໃຊ້ ໃຫ້ແກ່ຜູ້ນໍາເຂົ້າຊາບ ພ້ອມທັງປະຕິບັດມາດຕະການໃດຫຶ່ງ ໂດຍດ່ວນ ດັງນີ້: < ເກັບ ແລະ ສົ່ງຕົວຢ່າງຂອງສັດນ້ໍາ ແລະ ຜະລິດຕະພັນສັດນ້ໍານັ້ນ ໄປວິໄຈ; < ດໍາເນີນການອະນາໄມ ຂ້າເຊື້ອພາຫະນະ ແລະ ອຸປະກອນສໍາລັບການຂົນສົ່ງ; - ພາຍຫຼັງສໍາເລັດການວິໄຈ ຕ້ອງແຈ້ງຜົນການວິໄຈ ໃຫ້ຜູ້ນໍາເຂົ້າຊາບ. 4. ກໍລະນີ ພົບພະຍາດສັດນ້ໍາທີ່ຈໍາເປັນຕ້ອງແຈ້ງ, ຢາ ຫຼື ສານຕົກຄ້າງທີ່ເປັນອັນຕະລາຍ, ເຈົ້າຫ້າທີ່ ສັດຕະວະແພດປະຈໍາດ່ານ ຕ້ອງນໍາໃຊ້ມາດຕະການໃດຫົ່ງ ດັ່ງນີ້: - ກັກ § ກັກກັນສັດນ້ໍາ ຫຼື ຜະລິດຕະພັນສັດນໍໍາ; - ສົ່ງສິນຄ້າກັບດືນປະເທດສົ່ງອອກ; < ບໍາບັດ, ອະນາໄມ ແລະ ຂ້າເຊື້ອພະຍາດທີ່ຕິດ ຫຼື ຍິນເປື້ອນມານໍາສິນຄ້າ ແລະ ວັດຖຸປະກອນ ທີ່ກ່ຽວຂ້ອງ; - mwmu‘fiufifijr'nomwujnfigmw; < ລາຍງານໃຫ້ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ກົມລ້ຽງສັດ ແລະ ການປະມົງ ຮັບ ຊາບ ເພື່ອແຈ້ງຂໍ້ມູນໄປຍັງອົງການສຸຂະພາບສັດສາກົນ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ປະເທດທີ່ສົ່ງອອກ ຊາບ ພາຍໃນ ຊາວສີ່ຊົ່ວໂມງ.

  7. ມາດຕາ 11 ການໃຫ້ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາຜ່ານດ່ານ ພາຍຫຼັງ ເຈົ້າຫ້າທີ່ສັດຕະວະແພດປະຈໍາດ່ານ ດໍາເນີນການກວດກາເອກະສານທີ່ກ່ຽວຂ້ອງກັບສິນຄ້າ ແລະ ອອກໃບຢັ້ງຢືນການກວດກາແລ້ວ, ເຈົ້າຫ້າທີ່ສັດຕະວະແພດປະຈໍາດ່ານ ຕ້ອງປ່ອຍສິນຄ້າຜ່ານດ່ານ ພ້ອມທັງ ແນະນໍາໃຫ້ຜູ້ນໍາເຂົ້າໄປແຈ້ງເອກະສານຕໍ່ເຈົ້າຫ້າທີ່ພາສີ ຫຼື ເຈົ້າຫ້າທີ່ອື່ນທີ່ກ່ຽວຂ້ອງ ເພື່ອດໍາເນີນ ຕາມລະບຽບການ. ກໍລະນີ ມີຄວາມຈໍາເປັນຕ້ອງໄດ້ກວດກາພາຍຫຼັງການນໍາເຂົ້າ ເຈົ້າຫ້າທີ່ສັດຕະວະແພດປະຈໍາດ່ານ ຕ້ອງແຈ້ງໃຫ້ຕຜູ້ນໍາເຂົ້າ ເຄື່ອນຍ້າຍສັດນ້ໍາ ແລະ ຜະລິດຕະພັນສັດນໍໍາ ໄປຫາສະຖານທີ່ກັກກັນ ຫຼື ສະຖານທີ່ ອື່ນ ທີ່ອົງການຄຸ້ມຄອງການປະມົງ ຮັບຮອງ ເພຶ່ອດໍາເນີນການຕິດຕາມກວດກາ ຕາມໄລຍະເວລາທີ່ກໍານົດ. ມາດຕາ 12 ການໂຈະ ຫຼື ຍົກເລີກ ໃບອະນຸຍາດນໍາເຂົ້າ ດ່ານກວດກາສັດຕະວະແພດ ສະເຫຼີກົມລ້ຽງສັດ ແລະ ການປະມົງ ເພື່ອພິຈາລະນາ ໂຈະ ຫຼື ຍົກເລີກ ໃບອະນຸຍາດນໍາເຂົ້າ ຖ້າເຫັນວ່າມືການລະເມີດ faxitao ດັ່ງນີ້: 1. ກວດພົບ ປະເພດ ຫຼື ປະລິມານສິນຄ້າ ບໍ່ຖືກຕ້ອງກັບຂໍ້ມຸນທີ່ໄດ້ກໍານົດໄວ້ ໃນໃບອະນຸຍາດ; 2. ນໍາສິນຄ້າເຂົ້າດ່ານ ບໍ່ຖືກຕາມການກໍານົດໄວ້ໃນໃບອະນຸຍາດນໍາເຂົ້າ; 3. ນໍາໃຊ້ໃບອະນຸຍາດນໍາເຂົ້າທີຜພົດອາຍຸການນໍາໃຊ້; 4. ສົງໄສ ມີ ຫຼື ບົນເປື້ອນເຊື້ອພະຍາດ ທີ່ກໍານົດຢູ່ໃນບັນຊີລາຍຊື່ພະຍາດສັດນ້ໍາທີ່ຈໍາເປັນຕ້ອງ ແຈ້ງ; 5. ກວດພົບພະຍາດສັດນ້ໍາຕ່າງແດນຊະນິດໃຫນ ຫຼື ພະຍາດສັດນ້ໍາທີ່ບໍ່ຮູ້ຈັກ ຫຼື ພະຍາດທີ່ນອນຢູ່ ໃນບັນຊີພະຍາດສັດນ້ໍາທີ່ຈໍາເປັນຕ້ອງແຈ້ງ; 6. ມີການຢັ້ງຢືນວ່າສິນຄ້ານໍາເຂົ້າ ມີການປົນເປື້ອນດ້ວຍຢາ, ສານກະຕຸ້ນ ຫຼື ສານເຄມີທີ່ເປັນອັນຕະ ລາຍເກີນລະດັບຄວາມປອດໄພ ຕໍ່ສຸຂະພາບ ຂອງຄົນ, ສັດ ແລະ ສິ່ງແວດລ້ອມ; 7. ມີການລາຍງານ ພະຍາດສັດນ້ໍາລະບາດຢູ່ປະເທດສົ່ງອອກ.

  8. ມາດຕາ 13 ການຕິດຕາມກວດກາພາຍຫຼັງການນໍາເຂົາ ການຕິດຕາມກວດກາພາຍຫຼັງການນໍາເຂົາ ໃຫ້ດໍາເນີນໄດ້ ໃນກໍລະນີທີ່ມິຄວາມຈໍາເປັນ ດັ່ງນີ: 1. ມີການກັກກັນສັດນ້ໍາ ທີ່ພືນອາການສົງໄສເກີດພະຍາດສັດນໍໍາ ຫຼື ມີການສົງໄສພົບສິ່ງທີ່ເປັນ ສ່. ອັນຕະລາຍໃນຜະລິດຕະພັນສັດນ້ໍາ ຊຶ່ງຕ້ອງໄດ້ຕິດຕາມກວດກາ ແລະ ເກັບຕົວຢ່າງນໍາໄປວິໄຈເພີ່ມ; > ຄ o 2. ສັດນໍາໄດ້ຮັບບາດເຈັບ ຫຼື ມີອາການຜິດປົກກະຕິ ຈາກການຂົນສົ່ງ ຊຶ້ງຕ້ອງໄດ້ຕິດຕາມ, ບໍາບັດ ແລະ ປິີ່ນປົວເປັນການສະເພາະ; 3. ສັດນ້ໍາ ຕ້ອງໄດ້ກັກກັນຢູ່ສະຖານທີ່ໃດຫຶງ ທີ່ອົງການຄຸ້ມຄອງການປະມົງ ຮັບຮອງ ກ່ອນນໍາເຂົ້າ ລ້ຽງໃນຟາມ. ໃນລະຫວ່າງການຕິດຕາມ ກວດກາ ຢູ່ສະຖານທີ່ກັກກັນ ຫາກບໍ່ພົບພະຍາດສັດນ້ໍາທີ່ຈໍາເປັນຕ້ອງແຈ້ງ ຫຼື ບໍ່ພົບສິ່ງທີ່ເປັນອັນຕະລາຍ, ເຈົ້າຫ້າທີ່ສັດຕະວະແພດປະຈໍາດ່ານ ຕ້ອງອອກໃບຢັ້ງຢືນການກັກກັນສັດນ້ໍາ ພ້ອມທັງອະນຸຍາດປ່ອຍສິນຄ້າອອກຈາກສະຖານທີ່ກັກກັນ. ກໍລະນີພົບເຊື້ອພະຍາດສັດນ້ໍາທີ່ຈໍາເປັນຕ້ອງ ແຈ້ງ ຫຼື ສິ່ງເປັນອັນຕະລາຍ ເຈົ້າຫ້າທີ່ສັດຕະວະແພດ ຕ້ອງລາຍງານໃຫ້ອົງການຄຸ້ມດອງການປະມົງ ຊາບ ໂດຍດ່ວນ ເພື່ອດໍາເນີນມາດຕະການຄວບຄຸມໃຫ້ທັນການ. ບນວດທີ 3 ການສົ່ງອອກ ສັດນໍາ ແລະ ຜະລິດຕະພັນສັດນໍາ ມາດຕາ 14 ການກະກຽມກ່ອນການສົ່ງອອກ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ສົ່ງອອກສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ຕ້ອງກະກຽມ ແລະ ປະຕິບັດຕາມຂັ້ນຕອນ ດັ່ງນີ້: 1. ພົວພັນເອົາ ຂໍ້ມູນ, ລະບຽບການ ແລະ ຄໍາຮ້ອງຂໍນໍາເຂົ້າສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ຂອງ ປະເທດທີ່ຈະນໍາເຂົ້າ; 2. ຂໍອະນຸຍາດນໍາເຂົ້າຕາມລະບຽບການທີ່ອົງການຄຸ້ມຄອງຂອງປະເທດນໍາເຂົ້າກໍານົດ; 3. ແຈ້ງໃບອະນຸຍາດ ແລະ ເງືອນໄຂການນໍາເຂົ້າ ຂອງປະເທດທີ່ຈະນໍາເຂົ້າ ໃຫ້ກົມລ້ຽງສັດ ແລະ ການປະມົງ ຊາບ; 4. ຍື່ນຄໍາຮ້ອງ ພ້ອມດ້ວຍເອກະສານຂໍອະນຸຍາດສົ່ງອອກ ຕໍ່ ກົມລ້ຽງສັດ ແລະ ການປະມົງ ຢ່າງຊ້າ ກກ ສິບຫ້າວັນ ກ່ອນການສົ່ງອອກ ຕາມແບບພິມທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ 3 ຂອງຂໍ້ຕົກລົງສະບັບ ນີ້ ເພື່ອດໍາເນີນການກວດກາ ແລະ ອອກໂບຢັ້ງຢືນສຸຂະພາບສັດນໍໍາ ຫຼື ສຸຂານາໄມ ຕາມແບບພິມທີ່ກໍານົດໄວ້ ໃນເອກະສານຊ້ອນທ້າຍ 5 ຂອງຂໍ້ຕົກລົງສະບັບນີ້ ແລະ ໃບອະນຸຍາດສົ່ງອອກໃຫ້ແກ່ຜູ້ຂໍສົ່ງອອກ.

  9. ມາດຕາ 15 ການປະຕິບັດຢູ່ດ່ານໃນເວລາສົ່ງອອກ ໃນເວລາສົ່ງອອກ ສັດນ້ໍາ ແລະ ຜະລິດຕະພັນສັດນໍໍາ ຢູ່ດ່ານ ໃຫ້ປະຕິບັດ ດັ່ງນີ້: 1. ຜູ້ສົງອອກ ຕ້ອງແຈ້ງເອກະສານ ແລະ ບອກວັນ, ເວລາ ທີ່ແນ່ນອນສໍາລັບການສົ່ງອອກ ຕໍ່ດ່ານ ກວດກາສັດຕະວະແພດສາກົນບ່ອນທີ່ຈະສົ່ງອອກ ປ່າງພ້ອຍ ຫຶ່ງວັນ ກ່ອນການສົ່ງອອກ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ. ຖ້າເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ເຈົ້າຫ້າທີ່ສັດຕະວະ ແພດປະຈໍາດ່ານ ຕ້ອງແນະນໍາໃຫ້ຜູ້ຂໍອະນຸຍາດນໍາໄປປະກອບໃຫ້ຖືກຕ້ອງ; 2. ໃນມື້ສົ່ງອອກ ຜູ້ສົ່ງອອກ ຕ້ອງແຈ້ງໃບປັ້ງຢືນການກວດກາເອກະສານ ແລະ ລາຍການສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ຕໍ່ເຈົ້າຫ້າສັດຕະວະແພດປະຈໍາດ່ານ ເພື່ອບັນທຶກເຂົ້າໃນຖານຂໍ້ມຸນ; 3. ເຈົ້າຫ້າທີ່ສັດຕະວະແພດປະຈໍາດ່ານ ກວດກາເອກະສານ ແລະ ສິນຄ້າຕົວຈິງ ແລະ ອອກ ໃບຢັ້ງຢປືນການກວດກາຢູ່ດ່ານ ພ້ອມທັງແຈ້ງໃຫ້ຜູ້ສົ່ງອອກ ຈ່າຍດ່າທໍານຽມ ແລະ ຄ່າບໍລິການຕາມລະບຽບ ການ ຈຶ່ງອະນຸຍາດໃຫ້ເດື່ອນຍ້າຍສິນຄ້າໄປຫາພາກສ່ວນພາສີ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ. ມາດຕາ 16 ການປະຕິເສດການສິ່ງອອກ ກົມລ້ຽງສັດ ແລະ ການປະມົງ ສາມາດປະຕິເສດ ພ້ອມທັງແຈ້ງໃຫ້ເຈົ້າຂອງສິນຄ້າຊາບໃນກໍລະນີ ເອ ກະສານມີການດັດແກ້ເນື້ອໃນ, ປອມລາຍເຊັນ ຫຼື ຕາປະທັບຂອງເຈົ້າຫ້າທີ່ສັດຕະວະແພດ, ມີລາຍງານ ການພົບເຊື້ອພະຍາດສັດນ້ໍາທີ່ຈໍາເປັນຕ້ອງແຈ້ງ ຫຼື ພະຍາດສັດນ້ໍາອື່ນ ຫຼື ສິ່ງທີ່ເປັນອັນຕະລາຍ ທີ່ປະເທດນໍາ ເຂົ້າຫ້າມນໍາເຂົ້າຢູ່ສະຖານທີ່ ທີ່ເປັນແຫຼ່ງກໍາເນີດສິນຄ້າ. ຫນວດທີ 4 2. . - o - o% ¥ ການສົ່ງຜ່ານ ສັດນໍາ ແລະ ຜະລິດຕະພັນສັດນໍາ ມາດຕາ 17 ການຂໍອະນຸຍາດສົ່ງຜ່ານ - oo - ະ ຮ້. < 6 ກ່ະ + o ະ. ¥ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີມີຈຸດປະສົງ ສົ່ງສັດນໍາ ແລະ ຜະລິດຕະພັນສັດນໍໍາ ຜ່ານ ສປປ ລາວ ຕ້ອງປະກອບເອກະສານ ແລະ ຍືນຄໍາຮ້ອງຂໍອະນຸຍາດສົ່ງຜ່ານຕໍ່ ກົມລ້ຽງສັດ ແລະ ການປະມົງ ຕາມແບບພິມທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ 3 ຂອງຂໍ້ຕົກລົງສະບັບນີ້ ຢ່າງຫນ້ອຍ ສິບຫ້າວັນ ກ່ອນ ສິນຄ້າມາເຖິງດ່ານຂາເຂົາ.

  10. ມາດຕາ 18 ເອກະສານປະກອບສໍາລັບການຂໍໃບອະນຸຍາດສົ່ງຜ່ານ ເອກະສານປະກອບສໍາລັບການຂໍໃບອະນຸຍາດສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ມີ ຕັ່ງນີ້: ສໍາເນົາ ບັດປະຈໍາຕົວ ຫຼື ສໍາມະໂນດົວ; ພ ສໍາເນົາ ຫັງສືເດີນທາງ (ຖ້າເປັນຄົນຕ່າງປະເທດ); ຜ ໃບມອບສິດ (ຖ້າໃຫ້ຜູ້ອື່ນມາແລ່ນເອກະສານແທນ); > ສໍາເນົາ ໃບທະບຽນວິສາຫະກິດ. & , ລ, & Be o ຫຈ ເອກະສານເພີ່ມເຕີມອື່ນ ໃນມືນໍາສິນຄ້າເຂົາຕົວຈິງ ມີ ດັ່ງນີ: & v X ແຈ - ະ ຫ ະ ຂ 1. ໃບຢັ້ງຢືນສຸຂະພາບສັດນໍາ ຫຼື ສຸຂານາໂມຈາກອົງການຄຸ້ມຄອງວຽກງານສັດຕະວະແພດ ຫຼື ອົງ ການຄຸ້ມຄອງການປະມົງ ຂອງປະເທດຕົ້ນທາງ; 2. ໃບປັ້ງຢືນ CITES ຂອງປະເທດຕົ້ນທາງ ຫຼື ເອກະສານທີ່ກ່ຽວຂ້ອງກັບປະເທດທີສາມ ຖ້າເບັນ ປະເພດສັດນ້ໍາຫວງຫ້າມ ຫຼື ຄວບຄຸມຂອງສາກົນ; 3. ເອກະສານແຈ້ງ ກ່ຽວກັບການບໍາບັດ ຖ້າຈໍາເປັນ; 4. ສໍາເນົາ ໃບຂົນສົ່ງສິນຄ້າຫຼື 811 of Lading/Airway Bill ກໍ່ລະນີຂົນສົ່ງທາງທ່າເຮືອ ຫຼື ເຮືອບິນ; ຣ. ເອກະສານຫຼັກຖານອືນ ເປັນຕົ້ນ ໃບອະນຸຍາດຂອງການນໍາເຂົ້າຂອງປະເທດປາຍທາງງ ຫຼື ສັນຍາ ລະຫວ່າງຄູ່ຄ້າ ຂອງປະເທດຕົ້ນທາງ ແລະ ປະເທດປາຍທາງ. ມາດຕາ 198 ການປະຕິບັດຢູ່ດ່ານໃນເວລານໍາເຂົ້າເພື່ອສິ່ງຜ່ານ ກ່ອນສິນຄ້າມາເຖິງດ່ານຂາເຂົ້າຢາງຫ້ອຍຫຶ່ງວັນ ຜູ້ຂົນສົ່ງສິນຄ້າ ຕ້ອງແຈ້ງເອກະສານກ່ຽວກັບສິນຄ້າ ຕໍ່ເຈົ້າຫ້າທີ່ສັດຕະວະແພດປະຈໍາດ່ານ ທີ່ກ່ຽວຂ້ອງ. ສໍາລັບຂັ້ນຕອນການກວດກາ ແລະ ຢັ້ງຢືນ ສໍາລັບດ່ານຂາເຂົ້າ ໃຫ້ປະຕິບັດຕາມຂັ້ນຕອນການປະຕິ ບັດຢູ່ດ່ານໃນເວລານໍາເຂົ້າ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 1o ຂອງຂໍ້ຕົກລົງສະບັບນີ້. ສໍາລັບຂັ້ນຕອນ ຢູ່ດ່ານຂາອອກ ໃຫ້ປະຕິບັດ ຕາມມາດຕາ 15 ຂອງຂໍ້ຕົກລົງສະບັບນີ້. ມາດຕາ 20 ມາດຕະການຄວບຄູມການສົ່ງຜ່ານ ການສົ່ງຜ່ານສັດນໍໍາ ແລະ ຜະລິດຕະພັນສັດນ້ໍາ ຕ້ອງປະຕິບັດຕາມມາດຕະການ ດັ່ງນີ້: 1. ໄປຕາມເສັ້ນທາງທີ່ກໍານົດໄວ້ໃນໃບອະນຸຍາດ, ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງໄດ້ນໍາສິນຄ້າ ຂົນສົ່ງໄປເສັ້ນທາງອື່ນ ຍ້ອນເກີດເຫດການສຸກເສີນໃດຫຶ່ງ ຜູ້ຂົນສົ່ງຜ່ານ ຕ້ອງແຈ້ງໃຫ້ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ຫຼື ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ບ່ອນທີ່ເກີດເຫດສຸກເສີນ ເພື່ອແກ້ໄຂຊ່ວຍໃຫ້ ທັນການ ພ້ອມທັງແຈ້ງໃຫ້ເຈົ້າຫ້າທີ່ສັດຕະວະແພດປະຈໍາດ່ານຂາເຂົ້າ ແລະ ອອກ ຮັບຊາບ; 2. ຕໍາເນີນການບໍາບັດສິນຄ້າທີ່ຂົນສິ່ງຜ່ານ ໃນກໍລະນີທີ່ພົບການສົງໄສ; 3. ມີລະບົບການຕິດຕາມ ໃນເວລາຂົນສົ່ງ; 4. ຮັບປະກັນການບັນຈຸ ເຊັ່ນ: ພາຫະນະ, ຕູ້ແຊ່ເຢັນ, ພາຊະນະບັນຈຸ ແລະ ການຫຸ້ມຫໍ່ ຕ້ອງບໍ່ໃຫ້

  11. 5. ຂົນສົ່ງຜ່ານ ຕາມໄລຍະເວລາທີ່ກໍານົດ; 6. ດໍາເນີນການກໍາຈັດນ້ໍາ ແລະ ສິ່ງເສດເຫຼືອ ຢ່າງມີປະສິດທິພາບ; 7. ໃນກໍລະນີສຸກເສີນ ທີ່ມີການຄ່ຽນຖ່າຍສິນຄ້າຕ້ອງມີການກວດກາຕິດຕາມ ໂດຍເຈົ້າຫ້າທີ່ ທີ່ໄດ້ ຮັບມອບຫນາຍ; ອ. ມີລະບົບຮອງຮັບ ເພື່ອກັນ ແລະ ຄວບຄຸມພະຍາດສັດນ້ໍາ ທີ່ຈໍາເປັນຕ້ອງແຈ້ງ; 9. ປະກອບເອກະສານ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ປະເທດປາຍທາງຮຽກຮ້ອງ. ມາດຕາ 21 ການປະຕິເສດການສົ່ງຜ່ານ ດ່ານກວດກາສັດຕະວະແພດ ສາມາດສະເຫນີ ກົມລ້ຽງສັດ ແລະ ການປະມົງ ເພືອພິຈາລະນາ ໂຈະ ຫຼື ຍົກເລີກໃບອະນຸຍາດສົ່ງຜ່ານ ຖ້າພົບ ກໍລະນີໃດຫຶ່ງ ດັ່ງນີ້: - ປະເພດ ຫຼື ປະລິມານສິນຄ້າ ບໍ່ຖືກຕ້ອງກັບຂໍ້ມູນທີ່ໄດ້ກໍານົດໄວ້ ໃນໃບອະນຸຍາດສົ່ງຜ່ານ; ທ ນໍາສິນຄ້າເຂົ້າດ່ານ ທີ່ບໍຖືກຕາມການກໍານົດໃນໃບອະນຸຍາດນໍາເຂົ້າ; ຜ ນໍາໃຊ້ໃບອະນຸຍາດສົ່ງຜ່ານທີ່ຜພົດອາຍຸການນໍາໃຊ້; # ສົງໄສ ມີ ຫຼື ປົນເປືອນເຊື່ອພະຍາດ ທີກໍານົດໃນບັນຊີລາຍຊື່ພະຍາດສັດນໍໍາທີຈໍາເປັນຕ້ອງແຈ້ງ; 5. ມີການລາຍງານພະຍາດສັດນ້ໍາ ລະບາດຢູ່ປະເທດສົ່ງອອກ. ຫາກເກີດກໍລະນີຕ້ອງໄດ້ປະຕິເສດ, ສົ່ງກັບ ຫຼື ມີການທໍາລາຍ ກົມລ້ຽງສັດ ແລະ ການປະມົງ ຕ້ອງ ແຈ້ງໃຫ້ອົງການທີກ່ຽວຂ້ອງ ຂອງປະເທດຕົນທາງຊາບ ພາຍໃນ ຊາວສີຊົວໂມງ. ຫວດທີ 5 @ ™ - ¥ o - . ¥ ການເດືອນຍ້າຍ ສັດນໍາ ແລະ ຜະລິດຕະພັນສັດນໍາ ມາດຕາ 22 ພາຫະນະຂົນສົ່ງສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ພາຫະນະທີ່ນໍາໃຊ້ເຂົ້າໃນການຂົນສົ່ງສັດນໍໍາ ແລະ ຜະລິດຕະພັນສັດນ້ໍາ ຕ້ອງອອກແບບໃຫ້ສາມາດ ທົນຕໍ່ການຮັບນ້ໍາຫນັກຂອງສິນຄ້າທີ່ຈະບັນຈຸ, ສາມາດກວດກາສ່ວນປະກອບພາຍໃນໄດ້ຢ່າງສະດວກ, ຮັບປະ ກັນບໍ່ໃຫ້ຮົ່ວຊຶມ ແລະ ກະຈາຍນ້ໍາເສດເຫຼືອອອກສູ່ພາຍນອກ.

  12. ມາດຕາ 23 ນ້ໍາໃຊ້ສໍາລັບການຂົນສົ່ງສັດນ້ໍາ ນ້ໍາທີ່ໃຊ້ສໍາລັບການຂົນສົ່ງສັດນ້ໍາ ຕ້ອງມີຄຸນນະພາບເບນາະສົມກັບສັດນ້ໍາແຕ່ລະຊະນິດ. ນ້ໍາທີ່ເຫຼືອຫຼັງຈາກການຂົນສົ່ງສັດນ້ໍາ ກ່ອນປ່ອຍລົງສູ່ທໍາມະຊາດ ຫຼື ສະຖານທີ່ອຶ່ນຕ້ອງບໍາບັດຕາມ ວິທີການ ທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ. ມາດຕາ 24 ການອະນາໄມ ແລະ ຂ້າເຊື້ອ o @ Aoy o PSR ອາ . ພາຫະນະ, ຖັງ ຫຼື ອຸປະກອນທີໃຊ້ສໍາລັບການຂົນສົ່ງສັດນໍາ ຕ້ອງທໍາຄວາມສະອາດ, ອະນາໄມ ແລະ ຂ້າເຊື້ອຖັງ ກ່ອນ ແລະ ຫຼັງການຂົນສົ່ງທຸກຄັ້ງ. @ ແຜ່ວ: & ມູ & ະ ¥ : s O ຕຸ ຢາ ຫຼື ສານເຄມີທີໃຊ້ເຂົາໃນການຂ້າເຊື້ອພະຍາດສັດນໍາ ຕ້ອງນໍາໃຊ້ຊະນິດທີເຫນາະສົມ ແລະ ປອດໄພ ຕໍ່ພາຫະນະ, ຜູ້ນໍາໃຊ້ ທັງສອດຄ່ອງກັບຄໍາແນະນໍາຂອງຜູ້ຜະລິດ. ມາດຕາ 25 ການຂົນສົ່ງ ປາ ແລະ ສັດນ້ໍາ ທີ່ມີ ການຂົນສົ່ງ ປາ ແລະ ສັດນ້ໍາທີ່ມີຊີວິດ ຄວນບັນຈຸໃສ່ຄອນເທນເນີ, ຖັງ ຫຼື ຖົງ ທີ່ມີນ້າສະອາດ, ມີ ປະລິມານອົກຊີແຊນທີ່ພຽງພໍ ແລະ ອັດຕາການປ່ອຍທີ່ເຫນພາະສົມ ຕາມຄໍາແນະນໍາຂອງ ກົມລ້ຽງສັດ ແລະ ການປະມົງ. ໃນກໍລະນີ ຂົນສົ່ງປາ ແລະ ສັດນ້ໍາ ດ້ວຍເຮືອບິນ ຜູ້ປະກອບການຕ້ອງປະຕິບັດຕາມກົດລະບຽບການ ຂົນສົ່ງສັດນ້ໍາທີ່ມີຊີວິດ ຂອງສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດ (International Air Transport Association: Live Aquatic Animal Regulation, General Container Requiments for Aquatic). ມາດຕາ 26 ການຂົນສົງຜະລິດຕະພັນສັດນໍາ ເພື່ອການບໍລິໂພກ ການຂົນສົງຜະລິດຕະພັນສັດນໍາ ສໍາລັບການບໍລິໂພກ ເປັນຕົນ ປາ, ສັດນໍາເປັນໂຕທີຕາຍແລ້ວ, ຊີນ ຂ້. ແ ະແ ະກ @ ະ - aa o ປາ, ຊີ້ນສັດນ້ໍາທີ່ແຍກເປັນສິ້ນສ່ວນ ຫຼື ຊອຍແລ້ວ ຄວນຂົນສົ່ງໃນສະພາບທີ່ມີຄວາມເຢັນ ແລະ ປະຕິບັດ ມາດຕະການຄວບຄຸມຄວາມປອດໄພຂອງອາຫານທີ ກະຊວງສາທາລະນະສຸກ ກໍານົດ.

  13. ຫນວດທີ 6 ຂໍຫ້າມ ມາດຕາ 27 ຂໍ້ຫ້າມທົ່ວໄປ ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາ ຕັ້ງນີ: 1. ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາປະເພດເກືອດຫ້າມ ຕາມທີ່ ກົມລ້ຽງສັດ ແລະ ການປະ ມົງ ກໍານົດ; 2. ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ຜະລິດຕະພັນສິນຄ້າກ່ຽວກັບສັດນ້ໍາ ທີ່ປົນເປື້ອນສານເຄມີທີ່ ເປັນອັນຕະລາຍຕໍ່ຜູ້ບໍລິໂພກ; 3. ນໍາເຂົ້າ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ຈາກປະເທດ ຫຼື ealod ຂອງປະເທດສົ່ງອອກທີ່ a v ¥ e ນ & ເກີດການລະບາດຂອງສັດນໍາທີຈໍາເປັນຕ້ອງແຈ້ງ; 4. ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ຜະລິດຕະພັນສັດນໍໍາ ທີ່ບໍ່ເພພາະສົມສໍາລັບການບໍລິໂພກ ຫຼື ບໍ່ o ຂໍ້ - ໂກ ວ ~ o ¥ ເຈ ,, ນ o ຈ " ະ ຈາ "າກ ຈາກ ນ ຂໍ້ o ແ ຫ ສາມາດໃຊ້ເປັນປະໂຫຍດໄດ້ ຫຼື ບໍ່ໄດ້ຜ່ານການບໍາບັດ-ຂ້າເຊື້ອຕາມຫຼັກວິຊາການທີກົມລ້ຽງສັດ ແລະ ການ ປະມົງ ກໍານົດ; o KA . ະ-- ຂ, ນູ ະເ 4 ະ 5. ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນໍໍາ ປະເພດຄຸ້ມຄອງ ແລະ ຫວງ ຫ້າມ ພາຍໃຕ້ຂໍ້ຕົກລົງຂອງສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະ ~ . ແຈ ໄ ພ ມາມ ສູນພັນລະຫວ່າງຊາດ (CITES) ທີບໍ່ໄດ້ຮັບການອະນຸຍາດ; o KA <... o < o ະ ະ ຈ ຂ້ . ແນມ > 6. ນໍາເຂົາ, ສົງອອກ ແລະ ສົ່ງຜ່ານ ສັດນໍາ ແລະ ຜະລິດຕະພັນສັດນໍາ ເຂົາ-ອອກ ດ່ານທີບໍ່ໄດ້ກໍາ ນົດຢູ່ໃນໃບອະນຸຍາດ; 7. ຖອກນໍໍາເສຍທີນໍາໃຊ້ ສໍາລັບການຂົນສົ່ງສັດນໍໍາ ທີ່ປົນເປືອນດ້ວຍ ເຊື້ອພະຍາດ ຫຼື ສານເຄມີທີ ເປັນອັນຕະລາຍ ລົງສູ່ຫ້ວຍຮ່ອງ, ຄອງລະບາຍນໍາ ຫຼື ແຫຼ່ງນໍາທໍາມະຊາດ; 8. ມີພຶດຕິກໍາອືນ ທີເປັນການລະເມີດ ກົດຫນາຍ ແລະ ລະບຽບການ.

  14. ¥a o o ະ, <. o ມາດຕາ 28 ຂຫາມສໍາລຸບພະນກງານ ແລະ ເຈົາຫ້້າທີ ຫ້າມ ພະນັກງານ-ລັດຖະກອນ ແລະ ເຈົ້າຫ້າທີ່ສັດຕະວະແພດ ມີພຶດຕິກໍາ ດັ່ງນີ້: 1. ສວຍໃຊ້ ສິດ, ຫ້າທີ່ ແລະ ຕໍາແຫ່ງ ເພື່ອບັງຄັບ, ນາບຂູ່. ກົດຫ່ວງ, ຖ່ວງດຶງ ຫຼື ຮຽກເອົາສິນ ບົນ ຊຶ່ງກໍໃຫ້ເກີດຄວາມເສຍຫາຍ ແກ່ຜົນປະໂຫຍດຂອງ ລັດ, ລວມທ ແລະ ບຸກຄົນ; 2. ເປີດເຜີຍຄວາມລັບ ຂອງ ລັດ ຫຼື ທາງລັດຖະການ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ; 3. ປອມແປງເອກະສານ ຫຼື ອອກເອກະສານ ບໍ່ຖືກຕ້ອງ; 4. ປະຕິບັດຫ້າທີ່ ດ້ວຍຄວາມປະຫາດ, ເມີນເສີຍ, ຂາດຄວາມຮັບຜິດຊອບ ແລະ ຈັນຍາບັນ ທີ່ກໍ່ ໃຫ້ເກີດຄວາມເສຍຫາຍ ຕໍ່ ລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ; 5. ຮຽກເອົາ ຄ່າທໍານຽມ, ຄ່າບໍລິການ ແລະ ນໍາໃຊ້ລາຍຮັບວິຊາການບໍ່ຖືກຕ້ອງຕາມລະບຽບການ; 6. ມີພຶດຕິກໍາອື່ນ ທີ່ເປັນການລະເມີດ ກົດຫນາຍ ແລະ ລະບຽບການ. 10 ຫນວດທີ 7 ການຄຸ້ມຄອງ ແລະ ກວດກາ ການນໍາເຂົາ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍາ ແລະ ຜະລິດຕະພັນສັດນໍາ ມາດຕາ 29 ອົງການຄຸ້ມຄອງ ແລະ ກວດກາ ອົງການຄຸ້ມຄອງ ແລະ ກວດກາ ການນໍາເຂົ້າ, ສົ່ງອອກ ແລະ ສິ່ງຜ່ານສັດນໍໍາ ແລະ ຜະລິດຕະພັນ ສັດນ້ໍາ ແມ່ນອັນດຽວກັນກັບອົງການຄຸ້ມຄອງການປະມົງ ຊຶ່ງປະກອບດ້ວຍ: - ອົງການຄຸ້ມຄອງການປະມົງຂັນສູນກາງ ແມ່ນ ກົມລ້ຽງສັດ ແລະ ການປະມົງ; ອົງການຄຸ້ມຄອງການປະມົງຂັ້ນແຂວງ ແມ່ນ ຂະແບນງລ້ຽງສັດ ແລະ ການປະມົງ; ຜຫ ~ & . ະ 51: . . ອົງການຄຸ້ມຄອງການປະມົງຂັ້ນເມືອງ ແມ່ນ ຫ້ອງການກະສິກໍາ ແລະ ປ່າໄມ້; > ດ່ານກວດກາສັດຕະວະແພດ . ມາດຕາ 30 ສິດ ແລະ ຫ້າທີ ຂອງ ກົມລ້ຽງສັດ ແລະ ການປະມົງ ໃນການຄຸ້ມຄອງວຽກງານ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ, ກົມ ລ້ຽງສັດ ແລະ ການປະມົງ ມີສິດ ແລະ ຫ້າທີ່ ດັ່ງນີ້: 1. ສ້າງລະບົບການຄວບດຸມ ແລະ ຕິດຕາມ ກວດກາ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ຂອງ ສປປ ລາວ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ; 2. ຮ່າງມາດຕະຖານເຕັກນິກ ແລະ ລະບຽບການສະເພາະ ກ່ຽວກັບການນໍາເຂົ້າ, ສົ່ງອອກ ແລະ ສົ່ງ ຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ເພື່ອສະເຫີ ກະຊວງກະສິກໍາ ແລະ ປ່າໄມ້ ຮັບຮອງປະກາເໃຊ້; 3. ພັດທະນາ ຄູ່ມື ແລະ ຄໍາແນະນໍາດ້ານວິຊາການ, ຄູ່ມືກ່ຽວກັບການກວດກາການນໍາເຂົ້າ, ສົ່ງ ອອກ ແລະ ສົ່ງຜ່ານ ໃຫ້ສອດຄ່ອງ ແລະ ຮັດກຸມ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າຫ້າທີ່ ຫຼື ການຈັດຕັ້ງ ທີ່ໄດ້ ຮັບມອບຫນາຍ ໄດ້ນໍາໃຊ້ຢ່າງເປັນເອກະພາບ; 4. ດໍາເນີນການປະເມີນຄວາມສ່ຽງ, ກວດກາ ແລະ ຢັ້ງຢືນ ດ້ານສຸຂານາໄມສັດນ້ໍາ; 5. ປືກສາຫາລື ກັບປະເທດຄູ່ຄ້າ ກ່ຽວກັບການກໍານົດຄວາມເທົ່າທຽມກັນ, ຮັບຮູ້ມາດຕະການໃນ ການຄວບຄຸມການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ລະຫວ່າງ ສປປ ລາວ ກັບ ຕ່າງປະເທດ; 6. ອອກ, ໂຈະ ຫຼື ຖອນໃບອະນຸຍາດ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດນ້ໍາ ແລະ ຜະລິດຕະພັນ ສັດນ້ໍາ; 7. ຊີື້ນໍາດ່ານກວດກາສັດຕະວະແພດ ແລະ ຄຸ້ມຄອງການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ; ຣ. ເຝົ້າລະວັງ, ກັນ ແລະ ນໍາໃຊ້ມາດຕະການຄວບຄຸມພະຍາດສັດນ້ໍາ ຢູ່ໃນຂະບວນການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ; ອ. ສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ການກັກກັນກ່ອນສົ່ງອອກ ແລະ ຫຼັງການນໍາເຂົ້າ; 10. ນໍາໃຊ້ມາດຕະການຕໍ່ຜູ້ລະເມີດ ລະບຽບການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະ ລິດຕະພັນສັດນ້ໍາ ເປັນຕົ້ນ ບໍຕໍໃບອະນຸຍາດ, ສັງໃຫ້ສົ່ງກັບ ຫຼື ທໍາລາຍ; 11. ຮັບ ແລະ ແກ້ໄຂ ຄໍາສະເຫີກ່ຽວກັບ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດນ້ໍາ ແລະ ຜະລິດ ຕະພັນສັດນ້ໍາ; 12. ລາຍງານ ການຈັດຕັ້ງປະຕິບັດວຽກງານ ຄວບຄຸມການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດນ້ໍາ

  15. ແລະ ຜະລິດຕະພັນສັດນໍາ ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ຢ່າງເປັນປົກກະຕິ: 13. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອືນ ຕາມກົດຫນາຍ ແລະ ລະບຽບການ. ມາດຕາ 31 ສິດ ແລະ ຫາທີ່ ຂອງ ຂະແຫນງລ້ຽງສັດ ແລະ ການປະມົງຂັນແຂວງ ໃນການຕຸ້ມຄອງວຽກງານນໍາເຂົ້າ. ສິ່ງອອກ ແລະ ສົ່ງຜ່ານສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ, ຂະແຫງ ລ້ຽງສັດ ແລະ ການປະມົງຂຶ້ນແຂວງ ມີສິດ ແລະ ຫໍ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ຈັດຕັ້ງປະຕິບັດ ແຜນການຄວບຄຸມ ແລະ ຕິດຕາມ ກວດກາ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງ ຜ່ານສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ຂອງ ອົງການຄຸ້ມດອງການປະມົງຂັ້ນສຸນກາງ; 2. ຕິດຕາມ, ກວດກາ ແລະ ລາຍງານ ການປະຕິບັດມາດຕະຖານເຕັກນິກ ແລະ ລະບຽບການກ່ຽວ ກັບການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ; 3. ເຂົ້າຮ່ວມການປະເມີນຄວາມສ່ຽງ ແລະ ກວດກາການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ; 4. ຄຸ້ມຄອງການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ; 5. ນໍາໃຊ້ມາດຕະການດ້ານວິຊາການ ເປັນຕົ້ນ ການເຝົ້າລະວັງ, ກັນ, ຄວບຄຸມ ແລະ ກໍາຈັດພະຍາດ ສັດນ້ໍາ ຫຼື ທໍາລາຍສິ່ງທີ່ເປັນອັນຕະລາຍ ຍູ່ໃນຂະບວນການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ: 6. ນໍາໃຊ້ມາດຕະການຕໍ່ຜູ້ທີ່ລະເມີດ ລະບຽບການນໍາເຂົ້າ, ສົ່ງອອກ ແລະ ສັ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ເປັນຕົ້ນ ສະເຫ ງົດຕໍ່ໃບອະນຸຍາດ, ໂຈະ ຫຼື ຍົກເລີກໃບອະນຸຍາດ, ສັງໃຫ້ສົ່ງກັບ ຫຼື ທໍາລາຍ; 7. ຈັດຕັ້ງປະຕິບັດຄໍາແນະນໍາດ້ານວິຊາການ ກ່ຽວກັບການກວດກາການນໍາເຂົ້າ, ສົ່ງອອກ ແລະ ສົ່ງ ຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ທີ່ ອົງການຄຸ້ມຄອງການປະມົງຂັ້ນສູນກາງ ກໍານົດ; 8. ອໍານວຍຄວາມສະດວກ ແລະ ກວດກາ ໃນການກັກກັນກ່ອນການສົ່ງອອກ, ຫຼັງການນໍາເຂົ້າ ແລະ ລະຫວ່າງການສົ່ງຜ່ານ; 9. ຮັບ ແລະ ແກ້ໄຂຄໍາສະເຫຼີກ່ຽວກັບ ການນໍາເຂົ້າ, ສົ່ງອອກ ແລະ ສິ່ງຜ່ານສັດນ້ໍາ ແລະ ຜະລິດ ຕະພັນສັດນໍໍາ; 10. ລາຍງານ ການຈັດຕັ້ງປະຕິບັດວຽກງານ ຄວບຄຸມການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດນໍໍາ ແລະ ຜະລິດຕະພັນສັດນ້ໍາ ໃຫ້ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ຢ່າງເປັນປົກກະຕິ; 11. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມກົດຫນາຍ ແລະ ລະບຽບການ.

  16. ມາດຕາ 32 ສິດ ແລະ o ຂອງຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ໃນການຄຸ້ມຄອງວຽກງານ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ, ຫ້ອງ ການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ມີສິດ ແລະ ຫ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ຊ່ວຍ ອົງການຄຸ້ມຄອງການປະມົງຂັ້ນແຂວງ ໃນການຈັດຕັ້ງປະຕິບັດແຜນການຄວບຄຸມ ແລະ ຕິດຕາມກວດກາ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ; 2. ເຂົ້າຮ່ວມການປະເມີນຄວາມສ່ຽງ ແລະ ກວດກາການນໍາເຂົ້າ, ສິ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນໍໍາ; 3. ນໍາໃຊ້ມາດຕະການດ້ານວິຊາການ ເປັນຕົ້ນ ການເຝົ່າລະວັງ, ກັນ, ຄວບຄຸມ ແລະ ກໍາຈັດພະຍາດ ະ.-“. ແ ເຈ ເ ະ ກ . K 0 ສັດນ້ໍາ ຫຼື ທໍາລາຍສິ່ງທີ່ເປັນອັນຕະລາຍ ຢູ່ໃນຂະບວນການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ຕາມການມອບ 12 ບຫພາຍຂອງ ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ; 4. ສະເຫຼີ ພະແນກກະສິກໍາ ແລະ ປ້າໄມ້ຂັ້ນແຂວງ ນໍາໃຊ້ມາດຕະການຕໍ່ຜູ້ທີ່ບໍ່ໃຫ້ຄດວາມຮ່ວມມື ໃນການປະຕິບັດເງື່ອນໄຂການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ຂອງ ສປປ ລາວ ເປັນຕົ້ນ ບໍ່ຕໍ່ໃບອະນຸຍາດ, ການໂຈະ-ຍົກເລີກ, ການສັ່ງໃຫ້ສົ່ງກັບ ຫຼື ທໍາລາຍ: 5. ຈັດຕັ້ງປະຕິບັດຄໍາແນະນໍາດ້ານວິຊາການ ກ່ຽວກັບການກວດກາການນໍາເຂົ້າ, ສົງອອກ ແລະ ສົ່ງ ຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນໍໍາ ທີ່ ອົງການຄຸ້ມຄອງການປະມົງຂັ້ນສູນກາງ ກໍານົດ; 6. ອໍານວຍຄວາມສະດວກ ແລະ ກວດກາ ໃນການກັກກັນກ່ອນສົ່ງອອກ, ຫຼັງການນໍາເຂົ້າ, ແລະ ລະຫວ່າງການສົ່ງຜ່ານ; 7. ຮັບ ແລະ ແກ້ໄຂຄໍາສະເຫຼີກ່ຽວກັບ ການນໍາເຂົ້າ, ສິ່ງອອກ ແລະ ສົ່ງຜ່ານສັດນ້ໍາ ແລະ ຜະລິດ ຕະພັນສັດນໍໍາ; 8. ລາຍງານ ການຈັດຕັ້ງປະຕິບັດວຽກງານ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດນ້ໍາ ແລະ ຜະລິດຕະ ພັນສັດນ້ໍາ ໃຫ້ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ແລະ ອົງການປົກຄອງຂັ້ນເມືອງ ຢ່າງເປັນປົກກະຕິ; ອ. ນໍາໃຊ້ ສິດ ແລະ ປະຕິບັດຫ້າທີ່ອືນ ຕາມກົດຫນາຍ ແລະ ລະບຽບການ.

  17. ມາດຕາ 88 ສິດ ແລະ ຫ້າທີ່ຂອງດ່ານກວດກາສັດຕະວະແພດ ໃນການຄຸ້ມຄອງວຽກງານ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ, ດ່ານ ກວດກາສັດຕະວະແພດ ມີສິດ ແລະ ຫ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ສະກັດກັ້ນ ການລະເມີດກົດຕນາຍ ແລະ ລະບຽບການ ກ່ຽວກັບ ການລ້ຽງສັດ ແລະ ສັດຕະວະ ແພດ ແລະ ການປະມົງ; ຂ. ກວດກາ, ອໍານວຍຄວາມສະດວກ ໃຫ້ແກ່ການ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ຕາມກົດຫນາຍ ແລະ ລະບຽບການ; 3. ກວດກາ, ພິຈາລະນາ ແລະ ຢັ້ງຢືນຄວາມຖືກຕ້ອງ ຂອງຜະລິດຕະພັນສິນຄ້າປະມົງ ແລະ ເອກະ ສານທີ່ກ່ຽວຂ້ອງໃນການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ; 4. ນໍາໃຊ້ມາດຕະການສຸຂານາໄມ ເປັນຕົ້ນ ກັກ, ສິ່ງຕົວຢ່າງໄປວິໄຈ, ບໍາບັດ, ປະຕິເສດການນໍາເຂົ້າ, ສົ່ງກັບຄືນ, ທໍາລາຍສັດນ້ໍາ, ຜະລິດຕະພັນສັດນໍໍາ ຫຼື ວັດຖຸ ທີ່ບົນເປື້ອນດ້ວຍເຊື້ອພະຍາດສັດນ້ໍາທີ່ຈໍາເປັນ ຕ້ອງແຈ້ງ; 5. ເກັບກໍາຂໍ້ມຸນເບື້ອງຕົ້ນ ກ່ຽວກັບການກະທໍາຜິດ ແລະ ລາຍງານໃຫ້ການຈັດຕັ້ງ ແລະ ເຈົ້າຫ້າທີ່ ທີ່ກ່ຽວຂ້ອງ ເພື່ອແກ້ໄຂຕາມກົດຫນາຍ ແລະ ລະບຽບການ: 6. ເກັບ ຄ່າທໍານຽມ ແລະ ຄ່າບໍລິການດ້ານວິຊາການ ພ້ອມທັງຄຸ້ມຄອງ, ນໍາໃຊ້ ຕາມລະບຽບການ; 7. ປະສານສົມທົບກັບພາກສ່ວນອືນທີ່ກ່ຽວຂ້ອງ ໃນການຈັດຕັງປະຕິບັດຫ້າທີຂອງຕົນ; - 2 o o ະ o K @ ໃຊກ ຈ % ຂ ຮ. ຮັບ ແລະ ແກ້ໄຂຄໍາສະເຫີກ່ຽວກັບ ການນໍາເຂົາ, ສົງອອກ ແລະ ສົງຜ່ານສັດນໍາ ແລະ ຜະລິດ ຕະພັນສັດນໍໍາ; 9. ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ ອົງການຄຸ້ມຄອງການປະມົງ ຕາມການແບ່ງ ຂັ້ນຄຸ້ມຄອງ ຢ່າງເປັນປົກກະຕິ; 10. ນໍາໃຊ້ ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມກົດຫນາຍ ແລະ ລະບຽບການ. 13 ມາດຕາ 34 ສິດ ແລະ ຫໍ້າທີ່ ຂອງເຈົ້າຫໍ້າທີ່ສັດຕະວະແພດ ໃນການຄຸ້ມຄອງວຽກງານ ນໍນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດນ້ໍາ ແລະ ຜະລິດຕະພັນສັດນໍໍາ, ເຈົ້າ ຫ້າທີ່ສັດຕະວະແພດ ມີສິດ ແລະ ຫາທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງດົນ ດັ່ງນີ້: 1. ກວດກາສະຖານທີ່ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ສະຖານທີ່ກັກກັນ, ສະຖານທີ່ເຕົ້າໂຮມສັດນ້ໍາ ແລະ ສະຖານທີ່ກ່ຽວຂ້ອງອືນ ລວມທັງສະຖານທີ່ເກັບຮັກສາຜະລິດຕະພັນສັດນ້ໍາ, ຍານພາຫະນະບັນທຸກ ໃນໂມງລັດຖະການ ຫຼື ຕາມການມອບພາາຍ ໃນກໍລະນີທີ່ມີເຫດການສົ່ງໄສວ່າມີການກະທໍາຜິດ ຫຼື ລະເມີດ ກົດຫນາຍ ຫຼື ລະບຽບການ; 2. ກວດກາເອກະສານກ່ຽວຂ້ອງກັບສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ລວມທັງ ວິທີການລ້ຽງ ຫຼື ວິທີການເກັບຮັກສາຜະລິດຕະພັນສັດນ້ໍາ; 3. ເກັບຕົວຢ່າງ ເພື່ອການກວດກາວິໄຈຊອກຫາພະຍາດ ແລະ ສິ່ງທີ່ເປັນອັນຕະລາຍ ພ້ອມທັງສືບ ສວນ-ສອບສວນຫາຂໍ້ມູນທີ່ແທ້ຈິງ; 4. ກວດຄົ້ນ, ຢຶດ ສັດນ້ໍາ ຫຼື ຜະລິດຕະພັນສັດນ້ໍາ ທີ່ບໍ່ໄດ້ຮັບອະນຸຍາດ, ຕິດ ຫຼື ປົນເປື້ອນດ້ວຍ ເຊື້ອພະຍາດ ແລະ ສິ່ງທີ່ເປັນອັນຕະລາຍ ລວມທັງເດືອງມື, ເຄື່ອງໃຊ້, ພາຊະນະບັນຈຸ, ຫີບຫໍ່, ສະຫຼາກ ແລະ ເອກະສານ ຫຼື ວັດຖຸອື່ນ ທີ່ມີເຫດອັນຄວນທີ່ເຊື່ອໄດ້ວ່າມີການກ່ຽວຂ້ອງກັບການກະທໍາຄວາມຜິດ ຫຼືຫຼຶ ລະເມີດກົດຫນາຍ ແລະ ຂໍ້ຕົກລົງສະບັບນີ້; ຣ. ສະເຫຼີໃຫ້ບຸກຄົນ ມາໃຫ້ປາກຄໍາ ຫຼື ຮຽກເອົາເອກະສານ ຫຼື ຫຼັກຖານ ເພື່ອປະກອບການພິ ຈາລະນາຂອງພະນັກງານ ແລະ ເຈົ້າຫ້າທີ່; 6. .ປະສານຫຜຜູ້ໄດ້ຮັບອະນຸຍາດ ແລະ ຜູ້ມີຫ້າທີ່ກ່ຽວຂ້ອງກັບ ການຜະລິດ, ຈໍາຫນ່າຍ, ນໍາເຂົ້າ ຫຼື ສົ່ງອອກ ແລະ ໃຫ້ອໍານວຍຄວາມສະດວກ ໃຫ້ແກ່ການປະຕິບັດຫ້າທີ່ຂອງເຈົ້າຫ້າທີ່; 7. .ສະແດງບັດສະເພາະເຈົ້າຫ້າທີ່ສັດຕະວະແພດ ໃນເວລາປະຕິບັດງານ ຕໍ່ບຸກຄົນທີ່ກ່ຽວຂ້ອງ; ອ. ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ການຈັດຕັ້ງ ຢ່າງເປັນປົກກະຕິ ແລະ ໃນກໍລະ ນີພົບການລະເມີດ ຫຼື ບໍ່ໃຫ້ຄວາມຮ່ວມມືຂອງຜູ້ປະກອບການ; ອ. ນໍາໃຊ້ ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມກົດຫນາຍ ແລະ ລະບຽບການ.

  18. ມາດຕາ 35 ການກວດກາວຽກງານ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ໍາ ແລະ ຜະລິດຕະພັນສັດນໍາ ການກວດກາວຽກງານ ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດນ້ໍາ ແລະ ຜະລິດຕະພັນສັດນ້ໍາ ແມ່ນການ ກວດກາການຈັດຕັ້ງປະຕິບັດລະບຽບກົດຫນາຍກ່ຽວກັບສັດນ້ໍາ ແລະ ຜະລິດຕະພັນສັດນໍໍາ ເພື່ອໃຫ້ວຽກງານ ດັ່ງກ່າວ ຖືກຕ້ອງຕາມລະບຽບ, ກົດຫນາຍ ຊຶ່ງມີ ສາມ ຮູບການ ດັ່ງນີ້: 1. ການກວດກາຕາມປົກກະຕິ ແມ່ນການກວດກາຕາມແຜນການຢ່າງເປັນປະຈໍາ ແລະ ມືກໍານົດເວ ລາທີ່ແນ່ນອນ; ຂ. ການກວດກາໂດຍແຈ້ງໃຫ້ຮຸ້ລ່ວງຫ້າ ແມ່ນການກວດການອກແຜນການ ໂດຍມີການແຈ້ງໃຫ້ຜູ້ ຖືກກວດກາ ຮູ້ກ່ອນລ່ວງຫ້າ; 3. ການກວດກາແບບກະທັນຫັນ ແມ່ນການກວດກາຢ່າງຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາ ຮູ້ລ່ວງຫໍ້າ. 14 ຫວດທີ 8 ບົດບັນຍັດສຸດທ້າຍ ມາດຕາ 36 ການຈັດຕັງປະຕິບັດ ມອບໃຫ້ ກົມລ້ຽງສັດ ແລະ ການປະມົງ ເປັນໃຈກາງສົມທົບກັບພາກສວ່ນທີກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິຜົນ. ມາດຕາ 37 ຜົນສັກສິດ ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງເຜີຍແຜ່ໃນຈົດຫນາຍເຫດ ທາງລັດຖະການ ສິບຫ້າວັນ. ຂໍ້ກໍານົດ ແລະ ບົດບັນຍັດໃດ ທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ. .- ະ າ. ,ຂ ລດຖະມນຕ

Decision No.4211/MAF on the Import, Export, and Transit of Aquatic Animals and Aquatic Products · Nelum