Skip to content
Nelum
Laws of Laos

Decision No.2003 Organisation and Functionality of the Department of Enterprise Management

Made 2025-09-09 · Text as of 2026-10-01

Public law and official guidance, published as research. Not legal, tax or financial advice.

About this law

Language
Lao
Kind
Regulation
Country
Laos
Subjects
General
Keywords
business/industry/corporations, governance, institution, monitoring, registration
Categories
*

Where to read it

    No source link is recorded for this law.

Text

The law's own text, section by section, as held. Each section has its own link.

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ #003 /ອຄ. ນະຄອນຫຼວງວຽງຈັນ, ວັນທີ 03 ກັນຍາ 2025. ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມຄຸ້ມຄອງວິສາຫະກິດ - ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະ ບັບ ເລກທີ 550/ນຍ, ລົງວັນທີ 01 ກັນຍາ 2025; - ອີງຕາມ ຫັງສືສະເຫີຂອງກົມຄຸ້ມຄອງວິສາຫະກິດ ເລກທີ 0119/ກຄວ, ລົງວັນທີ 29 ກໍລະກົດ 2025; - ອີງຕາມ ຫັງສືສະເຫີຂອງກົມຈັດຕັ້ງ ສະບັບເລກທີ 309/ກຈ, ລົງວັນທີ 09 ກັນຍາ 2025. ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ: ບນວດທີ 1 ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກໍານົດທີ່ຕັ້ງ, ພາລະບົດບາດ, ຫ້າທີ່ ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງທາງດ້ານນິຕິກໍາໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກົມຄຸ້ມຄອງວິສາຫະກິດ ໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ AL ກົມຄຸ້ມຄອງວິສາຫະກິດ ມີຊື່ຫຍໍ້ວ່າ “ກຄວ” ເປັນພາສາອັງກິດວ່າ “Department of Enterprise Management’ ຊື່ຫຍໍ້ “DEM” ແມ່ນກົງຈັກການຈັດຕັ້ງຫຶ່ງຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ມີ ພາລະບົດບາດເປັນເສນາທິການໃນການຄຸ້ມຄອງວຽກງານທະບຽນວິສາຫະກິດ, ວຽກງານການຄຸ້ມຄອງທຸລະກິດ ໄຟຟ້າສະເພາະ ແລະ ທຸລະກິດສໍາປະທານສາຍສົ່ງ ແລະ ວຽກງານວິສາຫະກິດເອກະຊົນລົງທຶນ, ລັດລົງທຶນ ໃນ ຂົງເຂດອຸດສາຫະກໍາ ແລະ ການຄ້າ. ບນວດທີ 2 ຫ້າທີ່ ແລະ ຂອບເຂດສິດ - ມາດຕາ 3 ຫ້າທີ - ກ o wep ຈ່ ໄດຮ ກົມຄຸ້ມຄອງວິສາຫະກິດ ມີຫ້າທີ່ ດັງນີ້: 1. ປະຕິບັດກົດຫນາາຍ, ນິຕິກໍາ ແລະ ລະບຽບການ ຂອງຂັ້ນເທິງ ແລະ ຂອງກະຊວງອຸດສາຫະກໍາ ແລະ ການ ຄ້າ ວາງອອກຢ່າງເຂັ້ມງວດ; 2. ຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດຫນາຍ ແລະ ລະບຽບການ ,

  2. ຂອງລັດຖະບານ ທີ່ຕິດພັນກັບວຽກງານຄຸ້ ມຄອງວິສາຫະກິດ ມາເປັນແຜນການ, ແຜນງານ ແລະ ໂຄງການ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ຄົ້ນຄວ້າ, ສ້າງ, ປັບປຸງ ແລະ ປະກອບຄໍາເຫັນໃສ່ວິໄສຫັດ, ຮ່າງແຜນຍຸດທະສາດ, ນະໂຍບາຍ ແລະ ການ ພັດທະນາ, ກົດຫນາຍ ແລະ ລະບຽບການທີ່ຕິດພັນກັບວຽກງານຄຸ້ມຄອງວິສາຫະກິດເອກະຊົນລົງທຶນ, ວິ ສາຫະກິດລັດລົງທຶນ, ການພັດທະນາ ແລະ ລົງທຶນທຸລະກິດໄຟຟ້າສະເພາະ ໃຫ້ສອດຄ່ອງໃນແຕ່ລະ ໄລຍະ; ໃຫ້ ຄໍາແນະນໍາ, ຄໍາປຶກສາ, ບໍລິການແຈ້ງຂຶ້ນ, ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ, ໂຈະການນໍາ ໃຊ້ໃບທະບຽນວິສາຫະກິດ, ຍຸບເລີກວິສາຫະກິດ, ລົບລ້າງໃບທະບຽນວິສາຫະກິດ, ລຶບຊື່ວິສາຫະກິດ ອອກຈາກການຄຸ້ມຄອງຖານຂໍ້ມູນວິສາຫະກິດແຫ່ງຊາດ ແລະ ໃຊ້ມາດຕະການອື່ນໆ ຕໍ່ວິສາຫະກິດ ທີ່ຢູ່ ໃນຂັ້ນຄຸ້ມຄອງ ຂອງກົມ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ໃຫ້ ຄໍາແນະນໍາ, ຄໍາປຶກສາ, ປະສານສົມທົບ, ຊຸກຍູ້ , ຕິດຕາມ, ກວດກາ, ຄຸ້ມຄອງ, ປະເມີນຜົນ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງວິສາຫະກິດ ທີ່ໄດ້ແຈ້ງຂຶ້ນທະບຽນວິສາຫະກິດ, ໂຄງການໄຟຟ້າ, ທຸລະກິດໄຟຟ້າ, ວິສາຫະກິດລັດລົງທຶນ ແລະ ເອກະຊົນລົງທຶນ ທີ່ຂຶ້ນກັບການຄຸ້ມຄອງ ຂອງຂະແຫນ ງການອຸດສາຫະກໍາ ແລະ ການຄ້າ ໃຫ້ເຄື່ອນໄຫວ ແລະ ປະຕິບັດຖືກຕ້ອງ, ສອດຄ່ອງ ຕາມກົດຫນາຍ ແລະ ລະບຽບການ ຕາມຂັ້ນຄຸ້ມຄອງຂອງຕົນ; ເຂົ້າຮ້ວມໃນຂະບວນການສຶກສາ, ທົບທວນ ແລະ ປະກອບຄໍາເຫັນ ໃສ່ບົດວິພາກເສດຖະກິດ-ເຕັກນິກ, ການເງິນ, ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ; ຄຸ້ມຄອງ ແລະ ຕິດຕາມ ໂຄງການໄຟຟ້າ ແລະ ທຸລະກິດໄຟຟ້າ ນັບຕັ້ງແຕ່ ເລີ່ມສໍາຫຼວດ, ສຶກສາ, ພັດທະນາ, ກໍ່ສ້າງ, ດໍາເນີນງານ ຈົນສິ້ນສຸດຂະບວນການມອບ-ໂອນໂຄງການ ຄືນແກ່ລັດຖະບານໃນ ໂຄງການ ປະເພດ 801 ແລະ ການສໍາເລັດການພື້ນຟູບູລະນະພື້ນຟູພື້ນທີ່ໂຄງການ ປະເພດ 800;

  3. ເປັນໃຈກາງໃນການຄົ້ນຄວ້າ, ພັດທະນາສ້າງນິຕິກໍາ, ລະບຽບການໃນການປະມູນ, ຈັດການປະມູນຄັດ ເລືອກຜູ້ລົງທຶນໂຄງການໄຟຟ້າສະເພາະ ແລະ ລາຍງານເພື່ອຂໍອະນຸມັດຂັ້ນເທິງ; ເຂົ້າຮ່ວມໃນການຮ່າງບົດບັນທຶກຄວາມເຂົ້າໃຈລາຄາໄຟຟ້າ, ສັນຍາຊື້-ຂາຍໄຟຟ້າ, ເອກະສານການເງິນ ຫຼື ສັນຍາເງິນກູ້, ເອກະສານຄ້າປະກັນ, ສັນຍາຮັບເພົາກໍ່ສ້າງ, ສັນຍາຈັດຊື້-ຈັດຈ້າງ, ສັນຍາບໍລິການ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງກັບໂຄງການທຸລະກິດຜະລິດໄຟຟ້າສະເພາະ; 10. ເປັນເຈົ້າການຄົ້ນຄວ້າ, ຮ່າງ, ເຈລະຈາ ແລະ ດັດແກ້ ສັນຍາພັດທະນາໂຄງການ, ສັນຍາສໍາປະທານ, ເປັນ ກອງເລຂາໃນການເຈລະຈາສັນຍາສໍາປະທານ ໂຄງການໄຟຟ້າ, ທຸລະກິດໄຟຟ້າ, ລວມທັງເອກະສານຊ້ອນ ທ້າຍ, ເອກະສານທີ່ກ່ຽວຂ້ອງກັບໂຄງການໄຟຟ້າ. ສະຫຼຸບຜົນເຈລະຈາ ແລະ ລາຍງານຂັ້ນເທິງ ເພື່ອຂໍທິດ ຊີ້ນໍາ ຫຼື ຂໍການອະນຸມັດຈາກອົງການທີ່ມີສິດ-ອໍານາດຕົກລົງ, ເພື່ອຮັບຮອງ; 11 . ເປັນກອງເລຂາໃນການຈັດຕັ້ງປະຕິບັດນະໂຍບາຍຄວາມຍືນຍົງຂອງໂຄງການພັດທະນາໄຟຟ້າ. 12. ເປັນເຈົ້າການຄົ້ນຄວ້າ ແລະ ຢັ້ງຢືນ ແຜນນໍາເຂົ້າ ແລະ/ຫຼື ສົງອອກວັດສະດຸ-ອຸປະກອນ, ພາຫະນະກົນ ຈັກ (Master List), ແຮງງານຕ່າງປະເທດ ແລະ ອື່ນໆ ຕາມທີ່ກໍານົດໃນ ສັນຍາສໍາປະທານ ເພື່ອຮັບໃຊ້ ການກໍ່ສ້າງ, ການດໍາເນີນງານ ແລະ ບໍາລຸງຮັກສາ ໂຄງການທຸລະກິດຜະລິດໄຟຟ້າສະເພາະ; 13. ຄົ້ນຄວ້າ ແລະ ລາຍງານກ່ຽວກັບຄວາມພ້ອມຂອງໂຄງການເພື່ອຢັ້ງຢືນການປະກາດມື້ດໍາເນີນການຂາຍ ,, ໄຟຢ່າງເປັນທາງການ (Commercial Operation Date); 14. ຕິດຕາມການວາງແຜນປະຈໍາປີ ກ່ຽວກັບການບໍາລຸງຮັກສາ ແລະ ດໍາເນີນງານ(0006ເ(ອຖ້ວດ and !/[ທກາໄຣກອກ66)ບັນດາໂຄງການທຸລະກິດຜະລິດໄຟຟ້າສະເພາະ 15. ຕິດຕາມການຈ່າຍຄ່າພາກຫຼວງ, ອາກອນກໍາໄລ, ອາກອນລາຍໄດ້, ຄ່າປັບໃບນ ແລະ ຄ່າຊັກຕ່າງໆ ທີ່ຈະ ຖືກຈ່າຍໃນ ໂຄງການໄຟຟ້າ ແລະ ທຸລະກິດໄຟຟ້າ; 16. ຄົ້ນຄວ້າ ແລະ ນໍາສະເຫີ ກ່ຽວກັບການຂໍຕໍ່ອາຍຸ, ການສັງໂຈະ, ການຢຸດຕິຊົ່ວຄາວ ແລະ ການຍົກເລີກ ສັນຍາ ຕໍ່ກັບຜູ້ພັດທະນາ ຫຼື ບໍລິສັດໂຄງການ ໃນກິດຈະການທຸລະກິດຜະລິດໄຟຟ້າສະເພາະ; 17. ປະສານສົມທົບກັບບັນດາກະຊວງ ແລະ ບັນດາອົງການລັດທີ່ກ່ຽວຂ້ອງ ເພື່ອກໍານົດອັດຕາພາສີ, ອາກອນ,

  4. ຄ່າຊັບພະຍາກອນທໍາມະຊາດ, ຄ່າທໍານຽມ ແລະ ສິ່ງຈູງໃຈຕ່າງໆ ໃຫ້ເຫນາະສົມ ເພື່ອແນໃສ່ ການສົ່ງເສີມ ແລະ ດຶງດູດການລົງທຶນ ໂຄງການທຸລະກິດຜະລິດໄຟຟ້າສະເພາະ ເພື່ອໃຫ້ພຽງພໍກັບຄວາມຕ້ອງການ ຂອງ ຕະຫຼາດພະລັງງານພາຍໃນ ໃນແຕ່ລະໄລຍະ; 18. ເປັນຫ່ວຍງານຕາງຫ້າລັດຖະບານ ໃນການຄຸ້ມຄອງ, ຕິດຕາມ ແລະ ສັງລວມລາຍງານການປະຕິບັດ ພັນທະສັນຍາຕ່າງໆ ຂອງທຸລະກິດຜະລິດໄຟຟ້າສະເພາະ ແລະ ທຸລະກິດສໍາປະທານສາຍສິ່ງ ທີ່ ລັດຖະບານເປັນ ຄູ່ສັນຍາ ຫຼື ບໍ່ເປັນຄູ່ສັນຍາ; 19. ເປັນຈຸດໃຈກາງປະສານສົມທົບໃຫ້ກັບຜູ້ພັດທະນາ ຫຼື ບໍລິສັດໂຄງການ, ຜູ້ມີສ່ວນຮ່ວມ ແລະ ຂະແຫນງ ການກ່ຽວຂ້ອງຂອງລັດ ທັງ ສູນກາງ ແລະທ້ອງຖິ່ນ ກ່ຽວກັບທຸກບັນຫາທີ່ປີ່ນອ້ອມໂຄງການທຸລະກິດ ຜະລິດໄຟຟ້າສະເພາະ ແລະ ໂຄງການສໍາປະທານສາຍສົ່ງ; 20. ເປັນຄະນະ ຫຼື ເປັນກອງເລຂາ ໃຫ້ແກ່ຄະນະກໍາມະການຊື້ນໍາຮ່ວມໂຄງການທຸລະກິດຜະລິດໄຟຟ້າ ສະເພາະ; 21. ປະຕິບັດຫ້າທີ່ ເປັນສະມາຊິກສະພາບໍລິຫານໃນວິສາຫະກິດ ຫຼື ບໍລິສັດໂຄງການ ທີ່ກ່ຽວຂ້ອງກັບ ໂຄງການທຸລະກິດຜະລິດໄຟຟ້າສະເພາະ ຕາມການມອບບນາຍ ຫຼື ແຕ່ງຕັ້ງຈາກຂັ້ນເທິງ; 22. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ຄະນະກໍາມະການທີ່ກ່ຽວຂ້ອງກັບວຽກງານ ທົດແທນ , ຊົດເຊີຍ, ຈັດສັນ - ຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຂອງໃນໂຄງການທຸລະກິດ ໄຟຟ້າສະເພາະ ແລະ ໂຄງການສໍາປະທານສາຍສົງາ ຕາມແຕ່ລະກໍລະນີ; 23. ອໍານວຍຄວາມສະດວກດ້ານຕ່າງໆໃນການປະກອບທຸລະກິດໃຫ້ແກ່ຜູ້ລົງທຶນ ແລະ ວິສາຫະກິດ; 24. ຄົ້ນຄ້ວາ, ລາຍງານ, ນໍາສະເຫີຂັ້ນເທິງ ເພື່ອພິຈາລະນາໃຫ້ທິດຊີ້ນໍາ ກ່ຽວກັບການປັບປຸງ, ແກ້ໄຂຄວາມ ຫຍຸ້ງຍາກໃນການເລີ່ມຕົ້ນໃນການດໍາເນີນທຸລະກິດໃຫ້ມີຄວາມສະດວກໃນແຕ່ລະໄລຍະ; 25. ປະສານສົມທົບ ແລະ ປຶກສາຫາລືກັບຂະແບນງການກ່ຽວຂ້ອງ ເພື່ອປັບປຸງ ແລະ ແກ້ໄຂຂັ້ນຕອນຂອງ ການເລີ່ມຕົ້ນ ແລະ ດໍາເນີນທຸລະກິດ; 26. ເປັນກອງເລຂາໃນວຽກງານ ວິສາຫະກິດລັດລົງທຶນ ຂອງຂະແຫນງການອຸດສາຫະກໍາ ແລະ ການຄ້າ; 27. ເປັນເຈົ້າການປະສານສົມທົບໃນການຄົ້ນຄວ້າປັບປຸງ ກົນໄກການປະສານງານ ແລະ ຄຸ້ມຄອງ ລະຫວ່າງ ກະຊວງ ແລະ ວິສາຫະກິດລັດລົງທຶນຂອງ ຂະແຫນງການອຸດສາຫະກໍາ ແລະ ການຄ້າ; 28. ເປັນເສນາທິການຄົ້ນຄວ້າ, ຊ່ວຍວຽກ ແລະ ສະຫນອງຂໍ້ມູນຕ່າງໆຂອງ ວິສາຫະກິດລັດລົງທຶນທີ່ຂຶ້ນກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ພາກສ່ວນກ່ຽວຂ້ອງ; 29. ປະສານສົມທົບກັບບັນດາຂະແຫງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ, ສະພາການຄ້າ ແລະ ,,

  5. ອຸດສາຫະກໍາ, ຫ້ອງການທີ່ປືກສາເສດຖະກິດການຄ້າຢູ່ຕ່າງປະເທດ, ວິສາຫະກິດ ແລະ ພາກສ່ວນອື່ນ ທີ່ຕິດພັນກັບວຽກງານຄຸ້ມຄອງວິສາຫະກິດ; 30. ສ້າງ, ພັດທະນາ, ຄຸ້ມຄອງ ລະບົບທະບຽນວິສາຫະກິດ ແລະ ຖານຂໍ້ມູນວິສາຫະກິດແຫ່ງຊາດ ແລະ ຖຖານຂໍ້ມູນວ່າດ້ວຍລະບຽບການການອອກໃບອະນຸຍາດດໍາເນີນທຸລະກິດ; 31. ສ້າງ, ພັດທະນາ, ຄຸ້ມຄອງ ລະບົບຂໍ້ມູນກິດຈະການທຸລະກິດຜະລິດໄຟຟ້າສະເພາະ ທັງທາງດ້ານເຕັກນິກ, ເສດຖະກິດ, ການປະຕິບັດພັນທະຕາມສັນຍາ ເພື່ອຈຸດປະສົງໃນການນໍາໃຊ້ ໃນການຄຸ້ ມຄອງຕາມ ຫຼັກການການດໍາເນີນງານແບບຮອບຄອບ; 32. ຈັດຕັ້ງປະຕິບັດການຕິດຕາມ, ຊຸກຍູ້ ການປະຕິບັດພັນທະຂອງຜູ້ພັດທະນາ, ບໍລິສັດໂຄງການທຸລະກິດ ຜະລິດໄຟຟ້າສະເພາະ ແລະ ສໍາປະທານສາຍສົ່ງ ຢ່າງເປັນລະບົບ ແລະ ລາຍງານຂັ້ນເທິງໃຫ້ໄດ້ຮັບຊາບ ຢ່າງເປັນປະຈໍາ; 33. ເກັບກໍາ, ປົກປັກຮັກສາ, ບໍລິການສະຫນອງ ແລະ ເຜີຍແຜ່ຂໍ້ມູນວິສາຫະກິດ ໃຫ້ແກ່ຜູ້ລົງທຶນ ແລະ ສາທາລະນະ; . ຊຸກຍູ້, ໃຫ້ຄໍາປຶກສາ, ຝຶກອົບຮົມ, ແນະນໍາດ້ານວິຊາການ ແລະ ສ້າງຄວາມເຂັ້ມແຂງ ໃຫ້ເຈົ້າຫ້າທີ່ ທະບຽນວິສາຫະກິດທີ່ໄດ້ຮັບການແຕ່ງຕັ້ງ ແລະ ພະນັກງານຂັ້ນທ້ອງຖິ່ນໃນສາຍວຽກຂອງຕົນ ໃນການ ຈັດ ຕັ້ງປະຕິບັດວຽກງານຄຸ້ມຄອງວິສາຫະກິດ; 35. ຊຸກຍູ້, ໃຫ້ຄໍາປຶກສາ, ຝຶກອົບຮົມ, ແນະນໍາດ້ານວິຊາການ ແລະ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງ ທຸລະກິດທຸລະກິດຜະລິດໄຟຟ້າສະເພາະ ແລະ ສໍາປະທານສາຍສົ່ງ ຢ່າງເປັນລະບົບ ແກ່ຂະແຫນການ ຮັບຜິດຊອບທ້ອງຖິ່ນຕາມຂອບເຂດສິດ; 36. ຕິດຕາມ, ຊຸກຍູ້ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງວິສາຫະກິດ ຂັ້ນທ້ອງຖິ່ນໃນ ແຕ່ລະໄລຍະ; 37. ເຜີຍແຜ່ບັນດາກົດຫນາຍ, ລະບຽບການ, ນິຕິກໍາ ແລະ ສັນຍາທີ່ກ່ຽວຂ້ອງ ໃນວຽກງານຄຸ້ມຄອງວິສາຫະ ກິດໃຫ້ ພາກລັດ, ພາກເອກະຊົນ ລວມທັງ ຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ຮັບຊາບ ແລະ ເຂົ້າໃຈ ຢ່າງທົ່ວເຖິງ ໃນແຕ່ລະໄລຍະ; 38. ພົວພັນຮ່ວມມື ແລະ ປະສານງານ ກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອລະດົມ ຂົນຂວາຍເອົາການຮ່ວມມື, ຊ່ວຍເຫຼືອ ແລະ ສະຫັບສະຫູນ ເຂົ້າໃນການພັດທະນາຂົງເຂດອຸດສາຫະກໍາ ແລະ ການຄ້າ ໂດຍສະເພາະວຽກງານ ຄຸ້ມຄອງວິສາຫະກິດ; 39. ຄຸ້ມຄອງຊັບສິນຕ່າງໆ ທີ່ກົມໄດ້ຮັບຕາມລະບຽບການເຊັນ: ວັດຖຸ, ອຸປະກອນ, ພາຫະນະ, ເຄື່ອງໃຊ້ສອຍ ແລະ ງົບປະມານ ຢ່າງເຂັ້ມງວດ; 40. ຄົ້ນຄວ້າ ແລະ ນໍາສະເຫີ ກ່ຽວກັບການຍ້ອງຍໍ, ຊົມເຊີຍ, ມອບລາງວັນ ໃຫ້ແກ່ຫົວຫງ່ວຍວິສາຫະກິດ , ໂຄງການໄຟຟ້າ ແລະ ທຸລະກິດໄຟຟ້າ; 41. ສົມທົບກັບກົມຈັດຕັ້ງ ໃນການຄົ້ນຄວ້າ ນໍາສະເຫີກ່ຽວກັບວຽກຈັດຕັ້ງ, ພັກ-ພະນັກງານ ພາຍໃນກົມ; 42. ສະຫຼຸບ, ລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງວິສາຫະກິດ ໃຫ້ຂັ້ນເທິງຊາບ ແລະ ໃຫ້ທິດຊີ້ນໍາ ໃນແຕ່ລະໄລຍະ; 43 . ປະຕິບັດຫ້າທີ່ອື່ນ ຕາມການມອບຫນາຍຂອງຄະນະນໍາກະຊວງ ຕາມກົດຫບນາຍ ແລະ ລະບຽບການ.

  6. ມາດຕາ 4 ຂອບເຂດສິດ ກົມຄຸ້ມຄອງວິສາຫະກິດ ມີຂອບເຂດສິດ ດັງນີ້: ,, ໃຫ້ຄໍາແນະນໍາ ຫຼື ຄໍາປຶກສາ, ອອກ, ປ່ຽນແປງເນື້ອໃນ ໃບທະບຽນວິສາຫະກິດ, ໂຈະການນໍາໃຊ້ໃບ ທະບຽນວິສາຫະກິດ, ຍຸບເລີກວິສາຫະກິດ, ລົບລ້າງໃບທະບຽນວິສາຫະກິດ, ລຶບຊື່ວິສາຫະກິດອອກ ຈາກການຄຸ້ມຄອງຖານຂໍ້ມູນວິສາຫະກິດແຫ່ງຊາດ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ວິສາຫະກິດ ທີ່ຢູ່ໃນ ຂັ້ນຄຸ້ມຄອງຂອງກົມ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ແຈ້ງການ ໃຫ້ວິສາຫະກິດເພື່ອຊາບ, ປະຕິບັດ, ເຂົ້າມາພົບ ຫຼື ເຂົ້າມາລາຍງານ ການເຄື່ອນໄຫວວິສາຫະ ກິດໃນກໍລະນີຈໍາເປັນ ແລະ ແຈ້ງໃຫ້ມາປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ທີ່ບໍ່ສອດຄ່ອງກັບກົດ ຫນາຍວ່າດ້ວຍວິສາຫະກິດ ແລະ ລະບຽບການຂອງຂະແຫນງການທີ່ກ່ຽວຂ້ອງໃນຂັ້ນຄຸ້ມຄອງຂອງກົມ; ສັງໃຫ້ປ່ຽນແປງ, ລົບລ້າງໃບທະບຽນວິສາຫະກິດ, ໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຫຼື ຍຸບເລີກວິ ສາຫະກິດ, ການອອກນິຕິກໍາ ຫຼື ນໍາໃຊ້ມາດຕະການຕໍ່ວິສາຫະກິດ ທີ່ບໍ່ຖືກຕ້ອງ ຂອງເຈົ້າຫ້າ ທີ່ທະບຽນ ວິສາຫະກິດ ຂັ້ນທ້ອງຖິ່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ສະເຫຼີແຕ່ງຕັ້ງ, ປ່ຽນແປງ ແລະ ຍົກເລີກ ເຈົ້າຫ້າທີ່ທະບຽນວິສາຫະກິດ ຕາມກົດຫນາຍວ່າດ້ວຍວິສາຫະ ກິດ ແລະ ລະບຽບການທີ່ກ່ຽວຂ້ອງ; ຄົ້ນຄວ້າ ນໍາສະເພພີຄະນະນໍາກະຊວງ ໃນການແຕ່ງຕັ້ງ, ການປ່ຽນຜູ້ຕາງຫ້າຂອງຂະແຫນງອຸດສະຫະກໍາ ແລະ ການຄ້າ ໃນຄະນະສະພາບໍລິຫານ, ຄະນະອໍານວຍການ ທີ່ປະຈໍາຢູ່ວິສາຫະກິດລັດລົງທຶນຂອງຂະ ແ ຫການ; ເຊັນຢັ້ງຢືນ ບັນດາເອກະສານຕ່າງໆທີ່ກ່ຽວຂ້ອງກັບວຽກງານຂອງກົມ ແລະ ຕາມການມອບບນາຍຂອງ ຄະນະນໍາກະຊວງ; ແຈ້ງເຖິງພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ໃນການຈັດຕັ້ງປະຕິບັດວຽກງານໂຄງການ ທຸລະກິດຜະລິດໄຟຟ້າສະເພາະ ແລະ ທຸລະກິດສໍາປະທານສາຍສົ່ງ; ເຊີນຜູ້ພັດທະນາ, ຜູ້ລົງທຶນ, ບໍລິສັດໂຄງການ ມາລາຍງານຄວາມຄືບຫ້າການຈັດຕັ້ງປະຕິບັດໂຄງການ ແລະ ສະພາບການເຄື່ອນໄຫວວຽກງານຂອງໂຄງການທຸລະກິດຜະລິດໄຟຟ້າສະເພາະ ແລະ ທຸລະກິດສໍາ ປະທານສາຍສົ່ງ ໃນແຕ່ລະໄລຍະ; ເປັນຜູ້ສ້າງ, ປັບປຸງ ແລະ ນໍາໃຊ້ຮ່າງມາດຕະຖານທີ່ລັດຖະບານໄດ້ຮັບຮອງໃນແຕ່ລະໄລຍະ ເພື່ອເຈລະຈາ ສັນຍາພັດທະນາໂຄງການ ແລະ ສັນຍາສໍາປະທານໂຄງການໂຄງການທຸລະກິດຜະລິດໄຟຟ້າສະເພາະ ແລະ ທຸລະກິດສໍາປະທານສາຍສົ່ງ; 10. ຄັດເລືອກ, ວ່າຈ້າງທີ່ປືກສາເອກະລາດ ຕາມສັນຍາພັດທະນາໂຄງການ ແລະ/ຫຼື ສັນຍາສໍາປະທານ ເພື່ອ ຊ່ວຍໃນການປະເມີນ, ຕິດຕາມ ແລະ ກວດກາບັນດາ ເອກະສານສັນຍາຂັ້ນຕ່າງໆ, ຂໍ້ມູນສະເພາະດ້ານໃດ by ຫຼື ທັງຫນົດຂອງເອກະສານໂຄງການ ເພື່ອມີຄໍາເຫັນໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ກ່ອນສະຫຼຸບລາຍ ງານສະເຫຼີຂັ້ນເທິງພິຈາລະນາອະນຸມັດ ຫຼື ກ່ອນການລົງລາຍເຊັນ; ແລະ ເຕັກນິກດ້ານຕ່າງໆ ຂອງ ໂຄງການ ທັງໃນຊ່ວງໄລຍະກໍ່ສ້າງ, ດໍາເນີນງານ ແລະ ກ່ອນການມອບ-ໂອນໂຄງການຄືນໃຫ້ລັດຖະບານ; 11. ເຫັນດີ, ອະນຸມັດ, ອະນຸຍາດ, ຄັດຄ້ານ ຫຼື ປະຕິເສດ ບົດລາຍງານຄວາມຄືບຫ້າຂອງໂຄງການ, ບົດວິພາກ ເສດຖະກິດ-ເຕັກນິກ, ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ລວມທັງການອະນຸຍາດ ສະເພາະ ຂອງຂະແຫນງການກ່ຽວຂ້ອງ ແນໃສ່ຄວາມກົມກຽວກັບເອກະສານໂຄງການ ແລະ ຈຸດພິເສດສະເພາະໃນ ແຕ່ລະໂຄງການ; 4

  7. P ກ g o +. .#. & ມ 12. ສະເຫຼີ ແຕ່ງຕັ້ງ, ປ່ຽນແປງ ຫຼື ຍຸບເລີກຄະນະກໍາມະການສະເພາະກິດໃດຫົ໋ງ ທີ່ກ່ຽວຂ້ອງກັບການ ພັດທະນາ ໂຄງການໄຟຟ້າ ຫຼື ທຸລະກິດໄຟຟ້າ; o & o "ະາ ອຈາກ "ກ 13. ສະເຫຼີ ເພື່ອພິຈາລະນາໂຈະ ຫຼື ຢຸດຕິຊົ່ວຄາວ ຫຼື ມີຄໍາສັ່ງໃຫ້ແກ້ໄຂບັນຫາໃດຫົຶ່ງ ທີ່ ກ່ຽວຂ້ອງກັບການ ພັດທະນາ ໂຄງການໄຟຟ້າ ຫຼື ທຸລະກິດໄຟຟ້າ ແລະ ວຽກງານຄຸ້ມຄອງວິສາຫະກິດ ທີ່ເຫັນວ່າບໍ່ ສອດຄ່ອງກັບຂໍ້ກໍານົດຂອງກົດຫນາຍ ຫຼື ສັນຍາ; 14. ເຊັນຫຍໍ້ ແລະ ເຊັນເປັນພະຍານໃນບົດບັນທຶກຄວາມເຂົ້າໃຈ, ສັນຍາ ຫຼື ເອກະສານໂຄງການ ທີ່ກ່ຽວ ຂ້ອງກັບພາກລັດ ໃນການພັດທະນາ ໂຄງການໄຟຟ້າ ແລະ ທຸລະກິດໄຟຟ້າ ຕາມການມອບບນາຍຂອງຂັ້ນ ເທິງ; o ກທຸກ ” ກກກ ມຽ“... ຈາກຄ 15. ຕິດຕາມ, ທວງ ແລະ ບັງຄັບໃຊ້ສັນຍາ ເພື່ອໃຫ້ຄູ່ສັນຍາປະຕິບັດພັນທະ ຕາມທີ່ກໍານົດໄວ້ໃນບົດບັນທຶກ ຄວາມເຂົ້າໃຈ ແລະ ສັນຍາຕ່າງໆ; 16. ອອກໃບຢັ້ງຢືນ ຜົນສໍາເລັດການປະຕິບັດພັນທະຂອງຜູ້ ພັດທະນາ ຫຼື ບໍລິສັດໂຄງການ ຕາມທີ່ກໍານົດໃນ ບົດບັນທຶກຄວາມເຂົ້າໃຈ, ສັນຍາພັດທະນາໂຄງການ ແລະ ສັນຍາສໍາປະທານ; ລົງຕິດຕາມ ການຈັດຕັ້ງປະຕິບັດພັນທະຢູ່ພື້ນທີ່ຂອງໂຄງການ ຕາມສັນຍາ ພາຍໃຕ້ ງົບປະມານຂອງ n.2 ~ & Qe ນ, ຮ້. ຂຼ - ະ = 17. ໂຄງການ; 18. ແຈ້ງເຕືອນ, ປັບໄຫນ ຫຼື ແຈ້ງຫັງສືເພື່ອຍົກເລີກສັນຍາ ຕໍ່ກັບຜູ້ພັດທະນາ ຫຼື ບໍລິສັດໂຄງການ ໃນກໍລະນີ ລະເມີດສັນຍາ; 19. ສຶກສາ-ອົບຮົມ, ບໍາລຸງສ້າງ, ຄຸ້ມຄອງ ແລະ ນໍາໃຊ້ພະນັກງານພາຍໃນກົມ ພ້ອມທັງຕິດຕາມ, ກວດກາ ແລະຄົນຄວ້າສະເຫີປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານດີເດັ້ນ ແລະ ປະຕິບັດວິໄນຕໍ່ຜູ້ທີ່ຜິດລະບຽບ; 20. ສະເຫຼີກົມຈັດຕັ້ງ ໃນການຄົ້ນຄວ້າ ແລະ ນໍາສະເຫີກ່ຽວກັບວຽກຈັດຕັ້ງ, ພັກ-ພະນັກງານພາຍໃນກົມ; 21, ຂຶ້ນແຜນງົບປະມານໃນການເຄື່ອນໄຫວວຽກງານຄຸ້ມຄອງວິສາຫະກິດໃນແຕ່ລະໄລຍະ; 22. ນໍາໃຊ້ງົບປະມານຂອງໂຄງການ (ທີ່ບໍ່ແມ່ນງົບປະມານຂອງລັດ) ໃນການເຄື່ອນໄຫວວຽກງານ ສະເພາະ ຂອງໂຄງການ; 23 . ນໍາໃຊ້ສິດອື່ນຕາມພາລະບົດບາດ ແລະ ຕາມການມອບທຫນາຍຂອງ ຂັ້ນເທິງ;

  8. ບນວດທີ 3 ໂຄງປະກອບການຈັດຕັ້ງ ມາດຕາ 5 ໂຄງປະກອບກົງຈັກ ກົມຄຸ້ມຄອງວິສາຫະກິດ ມີໂຄງປະກອບກົງຈັກ ດັ່ງນີ້: > ພະແນກ ຄົ້ນຄວ້າ-ສັງລວມ; ພະແນກ ທະບຽນວິສາຫະກິດ; ຜ ພະແນກ ອໍານວຍຄວາມສະດວກການປະກອບທຸລະກິດ; ຂ ພະແນກ ສັນຍາ; ຫ ພະແນກ ພັດທະນາໂຄງການ; ຫ ພະແນກ ສັງຄົມ-ຊຸມຊົນ ແລະ ສິ່ງແວດລ້ອມ; ,, 7. ພະແນກ ຕິດຕາມໂຄງການ; 8. ພະແນກ ຄຸ້ມຄອງວິສາຫະກິດ ແລະ ວິສາຫະກິດລັດລົງທຶນ; 9. ພະແນກ ຖານຂໍ້ມູນວິສາຫະກິດແຫ່ງຊາດ. ມາດຕາ 6 ໂຄງປະກອບບຸກຄະລາກອນ ກົມຄຸ້ມຄອງວິສາຫະກິດ ມີໂຄງປະກອບບຸກຄະລາກອນ ດັງນີ້: 1. ຫົວຫ້າກົມຈໍານວນ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີຜູ້ຊີ້ນໍາຂົງຂດ ວຽກ ງານກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດວຽກງານຂອງກົມ; ໃນເວລາຫົວຫ້າກົມຕິດຂັດຕ້ອງມອບສິດໃຫ້ຮອງຫົວຫ້າກົມທ່ານໃດທ່ານຫຶ່ງຮັກສາການແທນ. 2. ຮອງຫົວຫ້າກົມຈໍານວນຫົຶ່ງ ຊ່ວຍຫົວຫ້າກົມຊື້ນໍາວງກງານໃດຫຶ່ງ ຕາມການແບ່ງງານ ແລະ ການມອບ ຫນາຍ, ຮັບຜິດຊອບຕໍ່ຫົວຫ້າກົມກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງວຽກງານທີ່ຕົນ ຊີ້ນໍາ; ຮອງຫົວຫ້າກົມຜູ້ຮັກສາການແທນຕ້ອງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການ ແທນນັ້ນ ໃຫ້ຫົວຫ້າກົມພາຍຫຼັງກັບມາປະຈໍາການ. 3. ຫົວຫ້າພະແນກ, ຮອງຫົວຫ້າພະແນກ ແລະ ມີພະນັກງານວິຊາການຈໍານວນຫຶ່ງ ຕາມການກໍານົດຕໍາ ແ ຫ່ງງານທີ່ກໍານົດໄວ້. ສໍາລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ແມ່ນປະຕິບັດຕາມກົດຫນາຍ ແລະ ລະບຽບການ. ຫນວດທີ 4 ຫ້າທີ່ຂອງແຕ່ລະພະແນກ ມາດຕາ 7 ຫ້າທີ່ຂອງພະແນກ ຄົ້ນຄ້ວາ-ສັງລວມ ພະແນກ ຄົ້ນຄ້ວາ-ສັງລວມ ມີຫໍ້າທີ່ ດັ່ງນີ້: 1. ຄົ້ນຄວ້າ, ສ້າງ, ສັງລວມນະໂຍບາຍ, ແຜນພັດທະນາ ແລະ ແຜນການເຄື່ອນໄຫວວຽກງານຂອງກົມ; 2. ສະຫຼຸບ, ສັງລວມ ວຽກງານຂອງກົມ ປະຈໍາເດືອນ, ງວດ, 06 ເດືອນ, ປະຈໍາປີ ແລະ ເກັບກໍາສະຖິຕິ ການຈັດຕັ້ງປະຕິບັດວຽກງານຂອງກົມ; 3. ຊ່ວຍຄະນະຫງ່ວຍພັກ ແລະ ຄະນະກົມ ໃນວຽກງານພັກ, ວຽກງານກວດກາ, ພະນັກງານ ແລະ ວຽກງານ ການ ປະຕິບັດນະໂຍບາຍຕ່າງໆ; 4. ຮັບຜິດຊອບວຽກງານບໍລິຫານ, ເລຂານຸການ, ຄຸ້ມຄອງເອກະສານຂາເຂົ້າ-ຂາອອກ ແລະ ຕາປະທັບ ແລະ ອໍານວຍຄວາມສະດວກດ້ານຕ່າງໆພາຍໃນກົມ; 5. ເຮັດຫ້າທີ່ປະສານງານວຽກງານພາຍໃນກົມ, ກັບພາຍນອກໃນວຽກງານທີ່ຕິດພັນ ແລະ ຕາມການມອບ ຫາຍຂອງຄະນະກົມ; ຮັບຜິດຊອບວຽກງານພິທີການ ແລະ ວຽກງານປ້ອງກັນຂອງກົມ; ຂຶ້ນແຜນງົບປະມານ ແລະ ຈັດຕັ້ງປະຕິບັດໂຄງການການລົງທຶນຂອງລັດ, ໂຄງການສົ່ງເສີມວິຊາການຂອງ %

  9. ກົ. ມ; ຂຶ້ນແຜນເຄື່ອງຮັບໃຊ້ຫ້ອງການປະຈໍາເດືອນ, ປະຈໍາງວດ, 06 ເດືອນ ແລະ ປະຈໍາປີ; ,, ສັງລວມ, ຕິດຕາມ, ຄຸ້ມຄອງງົບປະມານ ແລະ ຊັບສິນ ຂອງກົມ; . ເປັນເຈົ້າການໃນການກະກຽມເຮັດວຽກກັບ ອົງການກວດສອບແຫ່ງລັດໃນແຕ່ລະໄລຍະ; 11. ເປັນເຈົ້າການສ້າງແຜນກະກຽມກອງປະຊຸມກົມ ພ້ອມດ້ວຍເຮັດບົດບັນທຶກກອງປະຊຸມ ແລະ ສະຫລຸບ ລາຍງານການເຄື່ອນໄຫວງານໂດຍລວມ; 12. ອໍານວຍຄວາມສະດວກໃນການຈັດກອງປະຊຸມ, ຈັດຕາຕະລາງການນໍາໃຊ້ຫ້ອງປະຊຸມໃຫ້ຄະນະກົມ ແລະ ບັນດາພະແນກພາຍໃນກົມ; < ok . b B "າກກ 2. . ທກ 13. ເປັນເຈົາການປະສານງານ ແລະ ສະເຫີຂັ້ນເທິງ ເພືອພິຈາລະນາຍ້ອງຍໍ ໃຫ້ແກ່ກົມກອງ ແລະ ບຸກຄົນ ທີ່ມີ ຜົນງານປະກອບສ່ວນການພັດທະນາ ໂຄງການໄຟຟ້າ ຫຼື ທຸລະກິດໄຟຟ້າ; 14. ຕິດຕາມກວດກາ ເກັບກໍາປະຫວັດ, ການເຄື່ອນໄຫວຂອງພະນັກງານ-ລັດຖະກອນໃນກົມໃນແຕ່ລະ ໄລຍະ; - . .. ຕ. . - "າຫາ . , , ໂມ & 15. ຄົນຄວ້າ ນໍາສະເຫີການປັບປຸງກົງຈັກການຈັດຕັ່ງ, ແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແຫນ່ງ, ບໍາລຸງ, ກໍ່ສ້າງ, ບັນຈຸ, ສັບຊ້ອນ, ປະຕິບັດວິໄນ ແລະ ນະໂຍບາຍ, ຍ້ອງຍໍ ແກ່ພະນັກງານ-ລັດຖະກອນພາຍໃນກົມ; 16. ປະຕິບັດການປະເມີນຜົນ, ການປະຕິບັດວຽກງານຂອງລັດຖະກອນປະຈໍາປີ , ການຂຶ້ນແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ ແລະ ການກໍານົດຕໍາແຫ່ງງານໃຫ້ຄົບຖ້ວນ ໂດຍສົມກັບກົມຈັດຕັ້ງ ແລະ ພະນັກງານ; 17. ເປັນໃຈກາງໃນການຕິດຕາມການຈັດຕັ້ງບັນດາ, ແຈ້ງການ, ຄໍາສັ່ງ ທີ່ກົມໄດ້ຮັບ ເພື່ອສັງລວມເປັນຂໍ້ມູນ ລາຍງານ; 18. ຕາງຫ້າເຂົ້າຮ່ວມກອງປະຊຸມສ່ອງແສງປະຈໍາເດືອນຂອງກະຊວງ ຕາມການມອບຫນາຍຂອງຄະນະກົມ; 19. ເປັນເຈົ້າການໃນການຄົ້ນຄວ້າ, ຢັ້ງຢືນແຜນ ນໍາເຂົ້າ-ສົງອອກຄືນວັດຖຸ, ອຸປະກອນກົນຈັກ (Master List) ແລະ ແຮງງານ ເພື່ອມາຮັບໃຊ້ໃນການກໍ່ສ້າງ, ການບໍາລຸງຮັກສາ ຂອງໂຄງການ ພະລັງງານ ຕາມ ສັນຍາ ຮ່ວມກັບ ຂະແຫງການທີ່ກ່ຽວຂ້ອງ ໂດຍສອດຄ່ອງກັບສັນຍາສໍາປະທານ, ມະຕິຕົກລົງຂອງ ຄະນະປະຈໍາສະພາແຫ່ງຊາດ; 20. ສະຫຼຸບບັນຊີລາຍການສິນຄ້າຍຸດທະສາດ, ເຄື່ອງນໍາເຂົ້າຖາວອນ ແລະ ຊົ່ວຄາວ ລວມທັງບັນຊີແຮງງານ ຄົນຕ່າງປະເທດຂອງແຕ່ລະໂຄງການ; 21. ຄົ້ນຄວ້າ, ສັງລວມການປະກອບຄໍາເຫັນໃນວຽກງານແຜນພັດທະນາຂອງຂະແຫນງການ ແລະ ວຽກງານ ປິ່ນອ້ອມ ຕາມການສະເຫຼີຂອງພາກສ່ວນ ຫຼື ຂະແຫນງການກ່ຽວຂ້ອງ; 22. ສັງລວມແຜນວຽກຈຸດສຸມ ແລະ ແຜນວຽກບຸລິມະສິດໃນແຕ່ລະໄລຍະ; 23. ປະຕິບັດຫ້າທີ່ອື່ນ ຕາມການມອບບນາຍຂອງຄະນະກົມ.

  10. ມາດຕາ 8 ຫ້າທີ່ຂອງພະແນກ ທະບຽນວິສາຫະກິດ ພະແນກ ທະບຽນວິສາຫະກິດ ມີຫ້າທີ່ ດັ່ງນີ້: 1. ຄົ້ນຄວ້າສ້າງຮ່າງຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການກ່ຽວກັບການພັດທະນາວຽກງານ ທະບຽນວິສາຫະກິດໃນແຕ່ລະໄລຍະ; ,, ຄົ້ນຄວ້າ ນໍາສະເຫີເພື່ອ ປັບປຸງ ນິຕິກໍາ ແລະ ແບບພິມຄໍາຮ້ອງ ກ່ຽວກັບ ວຽກງານທະບຽນວິສາຫະກິດ ໃນແຕ່ລະໄລຍະ; ບໍລິການໃຫ້ ຄໍາແນະນໍາ ແລະ ຄໍາປຶກສາ ໃນວຽກງານ ການແຈ້ງຂຶ້ນ ແລະ ການປ່ຽນແປງ ເນື້ອໃນ ທະບຽນວິສາຫະກິດ; ກວດກາຄວາມຖືກຕ້ອງ ຫຼື ປະຕິເສດ ຊື່ວິສາຫະກິດ ໃນການແຈ້ງຂຶ້ນທະບຽນວິສາຫະກິດ ແລະ ການ ປ່ຽນແປງຊື່ວິສາຫະກິດ; ອອກໃບທະບຽນວິສາຫະກິດ ແລະ ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຕາມກົດຫນາຍ ວ່າດ້ວຍວິ ສາຫະກິດ ແລະ ລະບຽບການ; ໂຈະການຮັບເອກະສານປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຂອງຫົວຫນ່ວຍທຸລະກິດ ທີ່ພະແນກ ຄຸ້ມຄອງວິສາຫະກິດ ແລະ ວິສາຫະກິດລັດລົງທຶນ ໄດ້ແຈ້ງກ່ຽວກັບຫົວຫນ່ວຍທຸລະກິດ ທີ່ບໍ່ປະກອບທຶນ ຈົດທະບຽນ ຫຼື ຖືກໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຫຼື ຖືກມາດຕະການອື່ນ ຕາມທີ່ໄດ້ກໍານົດໄວ້ ໃນກົດຫນາຍ ແລະ ລະບຽບການ; ຕິດຕາມ, ເກັບກໍາ, ສັງລວມບັນຫາ ແລະ ຂໍ້ສະເຫີ ຈາກທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານ ທະບຽນວິສາຫະກິດ ເປັນຕົ້ນ ການອອກໃບທະບຽນວິສາຫະກິດ ແລະ ປ່ຽນແປງເນື້ອໃນ ໃບທະບຽນວິ ສາຫະກິດ ແລະ ລາຍງານໃຫ້ຂັ້ນເທິງຂອງຕົນເພື່ອພາບ ແລະ ເພື່ອປັບປຸງແກ້ໄຂ; ຄົ້ນຄວ້າ, ລາຍງານຄະນະນໍາກະຊວງ ເພື່ອສະເຫຼີພິຈາລະນາແຕ່ງຕັ້ງເຈົ້າຫ້າທີ່ທະບຽນວິສາຫະກິດຂອງ ກົມ, (ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ) ແຂວງ, ນະຄອນຫຼວງ ແລະ ນິຄົມອຸດສາຫະກໍາ ແລະ ການຄ້າ; ສະຫຼຸບ, ສັງລວມ ການຈັດເກັບເງິນຄ່າທໍານຽມ ແລະ ຄ່າບໍລິການ ທີ່ຕິດພັນກັບວຽກງານທະບຽນວິສາຫະ ກິດໃນແຕ່ລະໄລຍະ; 10. ຄົ້ນຄວ້າ, ປະກອບຄໍາເຫັນໃນວຽກງານທີ່ຕິດພັນຂອງພະແນກ; 11. ສະຫຼຸບ, ສັງລວມ ແລະ ສັງລວມ ແລະ ເກັບກໍາສະຖິຕິການຈັດຕັ້ງປະຕິບັດວຽກງານຂອງພະແນກ; 12. ປະຕິບັດຫ້າທີ່ອື່ນ ຕາມການມອບບນາຍຂອງຄະນະກົມ. ມາດຕາ 9 ຫ້າທີ່ຂອງພະແນກ ອໍານວຍຄວາມສະດວກການປະກອບທຸລະກິດ ພະແນກ ອໍານວຍຄວາມສະດວກການປະກອບທຸລະກິດ ມີຫ້າທີ່ ດັ່ງນີ້: +. ຄົ້ນຄວ້າ ສ້າງຮ່າງຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບການພັດທະນາວຽກ ງານອໍາ ນວຍຄວາມສະດວກການປະກອບທຸລະກິດ ໃນແຕ່ລະໄລຍະ; ຄົ້ນຄວ້າ, ຕິດຕາມ ການປະເມີນສະພາບແວດລ້ອມການເລີ່ມຕົ້ນທຸລະກິດ ແລະ ການອະນຸຍາດ ດໍາເນີນ ທຸລະກິດ ຢູ່ ສປປ ລາວ; ຕິດຕາມ ເກັບກໍາ, ສັງລວມ, ປະເດັນ, ບັນຫາ, ຂໍ້ສະເຫີ, ຂໍ້ຫຍຸ້ງຍາກຈາກພາກທຸລະກິດໃນການຂໍ ໃບ ອະນຸຍາດດໍາເນີນທຸລະກິດ ແລະ ຄົ້ນຄວ້າວິທີແກ້ໄຂ ເພື່ອລາຍງານຂໍທິດຊີ້ນໍາຂັ້ນເທິງ ເປັນແຕ່ລະໄລຍະ; ເປັນເຈົ້າການໃນການຈັດກອງປະຊຸມຮ່ວມກັບຂະແຫນງການທີ່ກ່ຽວຂ້ອງ ເພື່ອປັບປຸງແກ້ໄຂຂໍ້ ຫຍຸ້ງ ຍາກ ທີ່ກ່ຽວກັບ ການເລີ່ມຕົ້ນທຸລະກິດ ແລະ ການດໍາເນີນທຸລະກິດຕາມການສະເຫີຂອງພາກ ທຸລະກິດ ຫຼື ບົດລາຍງານຂອງສາກົນ; ,,

  11. ເປັນເຈົ້າການຄົ້ນຄ້ວາ, ສ້າງ ແລະ ປັບປຸງ ບັນດານິຕິກໍາ, ລະບຽບການ ແລະ ຄໍາແນະນໍາ ທີ່ຕິດພັນ ກັບ ວຽກງານທະບຽນວິສາຫະກິດ; ຄົ້ນຄວ້າ, ປະກອບຄໍາເຫັນ, ແຈ້ງຕອບ ຕາມການສະເຫຼີຂອງພາກສ່ວນ ຫຼື ຂະແຫນງການກ່ຽວຂ້ອງ ທີ່ຕິດ ພັນກັບວຽກງານຕົນ; ຊຸກຍູ້ໃຫ້ຄໍາແນະນໍາ ຫຼື ຄໍາປຶກສາ, ຝຶກອົບຮົມ, ແນະນໍາດ້ານວິຊາການ ແລະ ສ້າງຄວາມເຂັ້ມແຂງ ໃຫ້ເຈົ້າ ຫ້າ ທີ່ທະບຽນວິສາຫະກິດ, ລວມທັງເຈົ້າຫ້າທີ່ທະບຽນວິສາຫະກິດ ໃນເຂດເສດຖະກິດພິເສດທີ່ໄດ້ຮັບ ການແຕ່ງຕັ້ງ ແລະ ພະນັກງານຂັ້ນທ້ອງຖິ່ນໃນສາຍວຽກຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມ ຄອງວິສາຫະກິດ; ເຜີຍແຜ່ ບັນດາກົດຫນາຍ, ລະບຽບການ ແລະ ນິຕິກໍາທີ່ກ່ຽວຂ້ອງໃນວຽກງານຄຸ້ມຄອງວິສາຫະກິດ ໃຫ້ ພາກລັດ, ພາກເອກະຊົນ ລວມທັງ ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ຮັບຊາບ ແລະ ເຂົ້າໃຈຢ່າງທົ່ວ ເຖິງໃນແຕ່ລະໄລຍະ; ສ້າງ, ຈັດພິມສື່ໂຄສະນາ ເປັນຕົ້ນ ແຜ່ນພັບ, ວາລະສານ, ວິດີໂອ ແລະ ໂຄສະນາເຜີຍແຜ່ຜົນຂອງ ການ ປັບປຸງສະພາບແວດລ້ອມການເລີ່ມຕົ້ນທຸລະກິດ ແລະ ການດໍາເນີນທຸລະກິດ; 10. ຕິດຕາມການຈັດຕັ້ງປະຕິບັດ ແລະ ການປັບປຸງ ຂັ້ນຕອນການເລີ່ມຕົ້ນທຸລະກິດ ແລະ ການດໍາເນີນ ທຸລະ ກິດຂອງຂະແຫນງງການກ່ຽວຂ້ອງ; 1. ຄົ້ນຄວ້າ, ສຶກສາ ແລະ ຖອດຖອນບົດຮຽນ ກ່ຽວກັບສະພາບແວດລ້ອມດໍາເນີນທຸລະກິດຈາກສາກົນ ເພື່ອເປັນພື້ນຖານ ໃນປັບປັບປຸງໃນແຕ່ລະໄລຍະ; 12. ສັງລວມ ແລະ ປັບປຸງ ບັນຊີກິດຈະການທີ່ຕ້ອງຂໍອະນຸຍາດດໍາເນີນທຸລະກິດ, ບັນຊີກິດຈະການເກືອດ ຫ້າມ, ບັນຊີສະຫງວນສໍາລັບພົນລະເມືອງລາວ ແລະ ບັນຊີທີ່ມີເງື່ອນໄຂສໍາລັບຜູ້ລົງທຶນຕ່າງປະເທດ ໃນ ແຕ່ລະໄລຍະ; 13. ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ເຮັດວຽກກັບບັນດາອົງການຈັດຕັ້ງ ສາກົນທີ່ ໄດ້ຊ່ວຍເຫຼືອດ້ານງົບປະມານໃນການພັດທະນາວຽກງານຄຸ້ມຄອງວິສາຫະກິດໃນແຕ່ລະໄລຍະ; 14. ຊຸກຍູ້, ຕິດຕາມ ຂະແຫນງການກ່ຽວຂ້ອງ ໃນການສະຫອອງ ນິຕິກໍາ ແລະ ຂໍ້ມູນກ່ຽວຂ້ອງ ໃນການ ອອກ ໃບອະນຸຍາດດໍາເນີນທຸລະກິດໃນຂະແຫງການຕົນ ເຂົ້າໃນເວັບໄຊຖານຂໍ້ ມູນດ້ານລະບຽບການ ຂໍອະນຸຍາດດໍາເນີນທຸລະກິດ; 15. ເປັນໃຈກາງຂົນຂວາຍການຊ່ວຍເຫຼືອ ຈາກອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນວຽກ ງານຄຸ້ມຄອງວິສາຫະກິດ ລວມທັງການເລີ່ມຕົ້ນທຸລະກິດ ແລະ ການປັບປຸງຂັ້ນຕອນການອະນຸຍາດ ດໍາ ເນີນທຸລະກິດ; 16. ເປັນຈຸດປະສານງານຂອງ ຄະນະປະສານງານບໍລິການການລົງທຶນຂັ້ນກະຊວງ, ວຽກງານອາຊຽນ ທີ່ ກ່ຽວຂ້ອງກັບກົມ ແລະ ວຽກງານການປະເມີນສະພາບແວດລ້ອມໃນການເລີ່ມຕົ້ນທຸລະກິດ ແລະ ຈຸດ ປະສານງານອື່ນໆ ຕາມການຕົກລົງ ແລະ ມອບບນາຍຂອງກະຊວງ; & =, o . s &~ a9 ~ ຮ, Qe Qe ນ. ຄົ້ນຄວ້າ, ສະຫຼຸບສັງລວມ, ປະກອບຄໍາເຫັນ, ເກັບກໍາສະຖິຕິການຈັດຕັ້ງປະຕິບັດໃນວຽກງານທີ່ຕິດ ພັນ ຂອງພະແນກ; 18. ປະຕິບັດຫ້າທີ່ອື່ນ ຕາມການມອບບນາຍຂອງຄະນະກົມ.,,,

  12. 10 ມາດຕາ 10 ຫ້າທີ່ຂອງພະແນກ ສັນຍາ ພະແນກ ສັນຍາ ມີຫຼ້າທີ່ ດັ່ງນີ້: ແນະນໍາຂັ້ນຕອນການພັດທະນາ ແລະ ລົງທຶນໃນທຸລະກິດຜະລິດໄຟຟ້າສະເພາະ ຢູ່ ສປປລາວ ແລະ ຂໍ້ມູນ ອື່ນໆທີ່ກ່ຽວຂ້ອງທີ່ບໍ່ເປັນຄວາມລັບ ໃຫ້ຜູ້ສົນໃຈ ແລະ ຄົ້ນຄວ້າມີຄໍາເຫັນຕໍ່ໂຄງການສະເຫີຂໍລົງທຶນໃຫ; ຄົ້ນຄວ້າ, ທົບທວນ, ປະກອບຄໍາເຫັນ ບັນດາເອກະສານຄໍາຮ້ອງ ພ້ອມທັງສັງລວມການປະກອບຄໍາເຫັນກ່ຽວ ກັບການຂໍສະເຫຼີການລົງທຶນດ້ານໂຄງການພະລັງງານໄຟຟ້າ; ເປັນເຈົ້າການໃນການທົບທວນ ຫຼື ວ່າຈ້າງທີ່ປຶກສາ ເພື່ອມາຊ່ວຍທົບທວນຂໍ້ມູນສະເພາະດ້ານໃດຫ່ງ ຫຼືທັງຫນົ ດຂອງໂຄງການ ລວມທັງ ເອກະສານໂຄງການ ເພື່ອເປັນພື້ນຖານຄົ້ນຄວ້າ ແລະ ປະກອບຄໍາເຫັນໃຫ້ກັບຂັ້ນ ເທິງ ເພື່ອພິຈາລະນາຊີ້ນໍາບັນຫາໃດຫົຶ່ງເຊັ່ນ: ຂໍ້ຂັດແຍ່ງ, ຮ່າງນິຕິກໍາ, ຮ່າງສັນຍາ, ການຕີຄວາມ ບນາຍເນື້ອ ໃນສັນຍາ ການຍົກເລີກສັນຍາ, ການປະເມີນວິເຄາະໂຄງການທາງດ້ານເສດຖະກິດ-ການເງິນ ແລະ ອື່ນໆ ຕາມການຊີ້ນໍາ; ເຂົ້າຮ່ວມມີຄໍາເຫັນການເຈລະຈາບົດບັນທຶກຄວາມເຂົ້າໃຈການພັດທະນາໂຄງການພະລັງງານໄຟຟ້າ, ລາຄາ ໄຟຟ້າ, ສັນຍາຊື້-ຂາຍໄຟຟ້າ, ການເຊື່ອມຕໍ່, ການແລກປ່ຽນໄຟຟ້າ, ເອກະສານການເງິນ ຫຼື ສັນຍາເງິນກູ້, ເອກະສານຄໍ້າປະກັນ, ສັນຍາຮັບເພນົາກໍ່ສ້າງ, ສັນຍາຈັດຊື້-ຈັດຈ້າງ, ສັນຍາບໍລິການ ແລະ ເອກະສານຕ່າງໆ ທີ່ ກ່ຽວຂ້ອງກັບໂຄງການທຸລະກິດຜະລິດໄຟຟ້າ ຫຼື ອື່ນໆ ຕາມການຊີ້ນໍາ; ທົບທວນຄວາມກົມກຽວ ແລະ ຄວາມສອດຄ່ອງຂອງບັນດາສັນຍາ ເຊັ່ນ: ສັນຍາຊື້-ຂາຍໄຟຟ້າ, ສັນຍາກໍ່ສ້າງ ແລະ ສັນຍາການເງິນ ກັບສັນຍາທີ່ລັດຖະບານລາວເປັນຝ່າຍລົງນາມ ກ່ອນຈະສະເຫີໃຫ້ຂັ້ນ ເທິງຮັບຮອງເອົາ ສັນຍາດັ່ງກ່າວ; ຄົ້ນຄວ້າ, ລາຍງານ ແລະ ປະກອບຄໍາເຫັນກ່ຽວກັບ ການການແຕ່ງຕັ້ງຂາຮຸ້ນລັດຖະບານ, ການປ່ຽນແປງຂາ ຮຸ້ນ, ຕະຫຼາດໄຟ, ການໂອນສິດ, ການດັດແກ້ສັນຍາ, ການແກ້ໄຂຂໍ້ຂັດແຍ່ງ, ການຍົກເລີກສັນຍາ, ລະບຽບ ການ, ນິຕິກໍາ, ກົດຫນາຍ ແລະ ອື່ນໆຕາມການມອບຫນາຍ; ເປັນເຈົ້າການຮ່າງ, ເຈລະຈາ ແລະ ດັດແກ້ ສັນຍາພັດທະນາໂຄງການ ລວມທັງເອກະສານຊ້ອນທ້າຍ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງໂຄງການໄຟຟ້າ ສັງລວມຄໍາເຫັນຂອງຂະແບນງການທີ່ກ່ຽວຂ້ອງ, ສະຫຼຸບຜົນ ເຈລະຈາ ແລະ ລາຍງານຫົວຫໍ້າກົມ ແລະ ລັດຖະມົນຕີ; ເຂົ້າຮ່ວມມີຄໍາເຫັນ ກ່ຽວກັບການພິຈາລະນາ ການຕໍ່ອາຍຸສັນຍາພັດທະນາໂຄງການ; ຕິດຕາມ, ສົມທົບ ແລະ ໃຫ້ການສະຫັບສະຫຼນ ໃນວຽກການຄຸ້ມຄອງການປະຕິບັດພັນທະຂອງຝ່າຍຕ່າງໆ ໃນສັນຍາ ລວມທັງການສ້າງຄວາມເຂົ້າໃຈຕໍ່ສັນຍາ, ການຕີຄວາມບນາຍຂອງເນື້ອໃນສັນຍາທີ່ ໄດ້ເຊັນແລ້ວ ເພື່ອປ້ອງກັນຂໍ້ຜິດພາດໃນໄລຍະຈັດຕັ້ງປະຕິບັດ; 10. ຄົ້ນຄວ້າ, ວິເຄາະເນື້ອໃນບົດບັນທຶກຄວາມເຂົ້າໃຈລາຄາໄຟຟ້າ, ບັນດາສັນຍາ ແລະ ເອກະສານໂຄງການທຸລະ ກິດຜະລິດໄຟຟ້າສະເພາະ ທີ່ລັດຖະບານບໍ່ໄດ້ເຂົ້າຮ່ວມເປັນຄູ່ສັນຍາ ຫຼື ບໍ່ເປັນຄູ່ສັນຍາ ໂດຍຊັ່ງຊາຜົນ ປະໂຫຍດທີ່ລັດຖະບານຈະໄດ້ຮັບ ແລ້ວ ລາຍງານຂັ້ນເທິງພິຈາລະນາອະນຸມັດ ກ່ອນການເຊັນບົດບັນທຶກ, ບັນດາສັນຍາ ແລະ ເອກະສານດັ່ງກ່າວເຫຼົ່ານັ້ນ; 11. ຄົ້ນຄວ້າ ແລະ ກະກຽມບົດລາຍງານໃຫ້ແກ່ກົມເພື່ອຂໍທິດຊີ້ນໍາຈາກການນໍາກະຊວງ ອຄ ແລະ/ຫຼື ອົງການທີ່ ມີສິດອໍານາດອະນຸມັດ ຕໍ່ກັບບັນດາເອກະສານໂຄງການທຸລະກິດຜະລິດໄຟຟ້າສະເພາະ ໂດຍສະເພາະການ,,

  13. 11 ເຊັນຮ່ວມກັນລະຫວ່າງຜູ້ພັດທະນາ ຫຼື ບໍລິສັດໂຄງການກັບຜູ້ຊື້ ໄຟຟ້າ, ຜູ້ໃຫ້ບໍລິການ, ສະຖາບັນການເງິນ ແລະ ອື່ນໆ ທີ່ກ່ຽວຂ້ອງກັບ ໂຄງການ; 12. ຄົ້ນຄວ້າ ແລະ ປະກອບຄໍາເຫັນ ກ່ຽວກັບການສະເຫີສ້າງຕັ້ງບໍລິສັດໂຄງການ; 13. ເປັນເຈົ້າການໃນການກະກຽມການເຈລະຈາສັນຍາສໍາປະທານໂຄງການຜະລິດໄຟຟ້າສະເພາະ ໂດຍການຈັດຕັ້ງ ປະຕິບັດວຽກສໍາຄັນທີ່ພົວພັນ ອັນໄດ້ແກ່: ການທົບທວນຄວາມເປັນໄປໄດ້ທາງດ້ານເສດຖະກິດ ແລະ ການ ເງິນ ຂັ້ນສຸດທ້າຍ, ການເຮັດວຽກປະເມີນມູນຄ່າໂຄງການ, ການທົບທວນບົດລາຍງານຜົນປະໂຫຍດ, ການ ທົບທວນ ແລະ ຄົ້ນຄວ້າລາຄາໄຟຟ້າ ແລະ ຮ່າງສັນຍາຊື້ ຂາຍໄຟຟ້າ, ການນໍາສົ່ງຮ່າງສັນຍາສໍາປະທານ ມາດຕະຖານທີ່ລັດຖະບານໄດ້ຮັບຮອງໃຫ້ແກ່ຜູ້ພັດທະນາ, ການສັງລວມ ແລະ ຄົ້ນຄວ້າຄໍາເຫັນຂອງ ພາກສ່ວນກ່ຽວຂ້ອງຂອງລັດ ເພື່ອເປັນພື້ນຖານໃນການ ເຈລະຈາ ສັນຍາສໍາປະທານ ແລະ ເອກະສານຊ້ອນ ທ້າຍສັນຍາ ທີ່ບໍ່ມີຂະແບນງການອື່ນຮັບຜິດຊອບ; 14. ລາຍງານຜົນສໍາເລັດຂອງການເຈລະຈາສັນຍາສໍາປະທານ ແລະ ເອກະສານຊ້ອນທ້າຍ, ຜົນປະໂຫຍດຂອງແຕ່ ລະພາກສ່ວນ, ການຮັບສົ່ງໄຟຟ້າ ແລະອື່ນໆ ໃຫ້ລັດຖະບານ ແລະ ສະພາແຫ່ງຊາດພິຈາລະນາ ຮັບຮອງ ຕາມ ແຕ່ກໍລະນີທີ່ກົດຫນາຍກໍານົດ; 15. ເປັນເຈົ້າການ ໃນການກະກຽມບັນດາເອກະສານ ແລະ ຂໍ້ມູນເພື່ອສະເຫີໄປຍັງຫນ່ວຍງານທີ່ມີສິດອໍານາດພິຈ ລະນາຮັບຮອງ, ອະນຸມັດ ຫຼື ຢັ້ງຢືນ ຕາມຂໍ້ກໍານົດຂອງກົດຫນາຍ ເພື່ອເຮັດໃຫ້ສັນຍາສໍາປະທານມີຜົນສັກສິດ , ຕິດຕາມຄວາມຄືບຫ້າ, ຄົ້ນຄວ້າ ການສໍາເລັດເງື່ອນໄຂໃນສັນຍາສໍາປະທານມີຜົນສັກສິດ ຂອງທັງເບື້ອງ ບໍລິສັດໂຄງການ ແລະ ເບື້ອງລັດຖະບານ ເພື່ອລາຍງານຂັ້ນເທິງຮັບຊາບຊື້ນໍາ ກ່ອນອອກໃບຢັ້ງຢືນຜົນສັກສິດ ຂອງສັນຍາສໍາປະທານ; 16. ເປັນເຈົ້າການຮ່ວມກັນກັບ ບໍລິສັດໂຄງການ ໃນການເຜີຍແຜ່ ສັນຍາພັດທະນາໂຄງການ, ເງື່ອນໄຂສັນຍາສໍາ ປະທານ, ນິຕິກໍາທີ່ກ່ຽວຂ້ອງກັບການຄຸ້ມຄອງໂຄງການ, ແຜນການດໍາເນີນການກໍ່ສ້າງໂຄງການ ໃຫ້ແກ່ຕົວ ແທນປະຊາຊົນເຂດໂຄງການ, ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ທີ່ມີຫ້າທີ່ໃນການ ຮ່ວມຄຸ້ມຄອງໂຄງການ ໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈທີ່ ຖືກຕ້ອງ ກ່ຽວກັບ ຜົນປະໂຫຍດ, ສິດ, ຫ້າທີ່ ແລະ ກົນໄກການຄຸ້ມຄອງໂຄງການທຸລະກິດຜະລິດໄຟຟ້າສະເພາະ; 17. ຄົ້ນຄວ້າ ແລະ ລາຍງານຂັ້ນເທິງໄດ້ຮັບຊາບກ່ຽວກັບຄວາມພ້ອມຂອງໂຄງການເພື່ອຢັ້ງຢືນການປະກາດມື້ ດໍາເນີນການຂາຍໄຟຢ່າງເປັນທາງການ (COD); 18. ເປັນເຈົ້າການເຮັດວຽກຮ່ວມກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເພື່ອທົບທວນຄືນປະສິດທິຜົນທາງດ້ານການ ເງິນ ພາຍຫຼັງການກໍ່ສ້າງສໍາເລັດ ເພື່ອຢັ້ງຢືນຜົນປະໂຫຍດທີ່ລັດຖະບານຈະໄດ້ຮັບ ຕາມກົນໄກຂອງສັນຍາສໍາ ປະທານ; 19. ເກັບມ້ຽນ ສັນຍາ, ເອກະສານໂຄງການ ຢ່າງເປັນລະບົບ ໃຫ້ຄົບຖ້ວນ ທັງສະບັບຈິງ ແລະ ໃນຮູບແບບດິຈິ ຕອນ ຢ່າງສົມບູນຄົບຖ້ວນ, ຮັບປະກັນບໍ່ໃຫ້ເຮ່ຍ, ຊໍາລຸດເສຍຫາຍ; 20. ທ້ອນໂຮມ, ເກັບກໍາ ບັນດານິຕິກໍາ ທີ່ກ່ຽວຂ້ອງພົວພັນກັບການຄຸ້ມຄອງ ແລະ ດໍາເນີນທຸລະກິດຜະລິດໄຟຟ້າ ໃນລະບົບກົດຫນາຍຂອງ ສປປ ລາວ, ລະບົບກົດບນາຍ ທີ່ຖືກນໍາໃຊ້ໃນສັນຍາ ເພື່ອເປັນບ່ອນອີງໃນ ການຄົ້ນຄວ້າ ແລະ ດໍາເນີນວຽກງານ ຂອງກົມ; 21. ເປັນຫຼັກໃນການ ຕິດຕາມ, ຊຸກຍູ້ ແລະ ປະເມີນການປະຕິບັດສອດຄ່ອງກັບສັນຍາສໍາປະທານ (compliance monitoring) ຂອງຄູ່ສັນຍາສັນຍາສໍາປະທານ ເພື່ອສັງລວມລາຍງານ ແລະ ສະເຫຼີມາດ,,

  14. 12 ຕະການປະຕິບັດຕາມກົນໄກສັນຍາສໍາປະທານ ແລະ ມາດຕະການແກ້ໄຂ ທີ່ເຫນາະສົມ ໃຫ້ທ່ວງທັນກັບ ສະພາບ; 22. ຊ່ວຍກົມໃນການຄົ້ນຄວ້າບັນດາເອກະສານນິຕິກໍາການລົງທຶນ ໃນຂົງເຂດວຽກງານຂອງກະຊວງ ເພື່ອນໍາສະເ ຫຼີຕໍ່ລັດຖະມົນຕີ ແລະ ຂັ້ນເທິງພິຈາລະນາ; 23. ຊ່ວຍຂັ້ນເທິງຄົ້ນຄວ້າ, ຈັດການປະມູນຄັດເລືອກຜູ້ລົງທຶນ, ລາຍງານ ເພື່ອຂໍອະນຸມັດຈາກຂັ້ນເທິງ ພ້ອມທັງ ເປັນເຈົ້າການ ຫຼື ເຂົ້າຮ້ວມການຕິດຕາມ, ກວດກາ ແລະ ປະເມີນຜົນ ຕາມການມອບຫນາຍ; 24. ເປັນເຈົ້າການປະສານກັບພາກສ່ວນຕ່າງໆ ພາຍໃນກົມ ແລະ ທາງນອກ ຈັດຝຶກອົບຮົມໃຫ້ພະນັກງານ- ລັດຖະກອນ ໃນທົ່ວຂະແຫງການກ່ຽວກັບ ວຽກງານກົດຫນາຍ, ສັນຍາ ແລະ ການລົງທຶນໃນຂະແຫງການ ທີ່ເປັນປະໂຫຍດພົວພັນ ແລະ ຈໍາເປັນເພື່ອຍົກປະສິດຕິພາບໃນການຄຸ້ມຄອງທຸລະກິດປະລິດໄຟຟ້າສະເພາະ; 25. ປະຕິບັດຫ້າທີ່ອື່ນ ຕາມການມອບບນາຍຂອງຄະນະກົມ. ມາດຕາ 11 ຫ້າທີ່ຂອງພະແນກ ພັດທະນາໂຄງການ ຈຼ ຕະຍະກໍາ ພະແນກ ພັດທະນາໂຄງການ ມີຫ້າທີ່ ດັ່ງນີ້: ຄຸ້ມຄອງບັນດາ ໂຄງການໄຟຟ້າ ຫຼື ທຸລະກິດໄຟຟ້າ ໃນໄລຍະສຶກສາເບື້ອງຕົ້ນ, ໄລຍະພັດທະນາ, ກໍ່ສ້າງ, ວຽກງານຕໍ່ເຕີມ ແລະ ວຽກງານສ້ອມແປງໃນຊ່ວງດໍາເນີນງານ; ຄົ້ນຄວ້າ ແລະ ທົບທວນບົດສຶກສາຄວາມເປັນໄປໄດ້, ບົດສຶກສາທາງດ້ານເຕັກນິກ, ແບບແຜນ ເຕັກນິກ ເພື່ອເປັນບ່ອນອີງແກ່ການປະກອບຄໍາເຫັນຂອງກົມ ໃຫ້ຂະແຫນງການກ່ຽວຂ້ອງ; ເກັບກໍາ ຂໍ້ມູນ ທາງດ້ານເຕັກນິກ, ບໍລິມາດ, ມູນຄ່າຫົວຫນ່ວຍ ແລະ ຈຸດພິເສດທາງດ້ານເຕັກນິກສະເພາະ ຂອງແຕ່ໂຄງການ ເພື່ອເປັນຂໍ້ມູນທຽບຖານໃນການຄົ້ນຄວ້າວຽກງານຂອງກົມ; ເປັນເຈົ້າການ ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂອງກົມ ແລະ ພາກສ່ວນອື່ນ ໃນການຕິດຕາມ ຄວາມຄືບຫ້າການປະຕິບັດພັນທະຕາມສັນຍາຂອງ ໂຄງການທຸລະກິດຜະລິດໄຟຟ້າສະເພາະ ໃນໄລຍະ ສຶກສາ, ໄລຍະກໍ່ສ້າງ. ເປັນເຈົ້າການຄົ້ນຄວ້າປະກອບຄໍາເຫັນ ແລະ ເຮັດບົດລາຍງານ ຄວາມຄືບຫ້າ ແລະ ການປະຕິບັດວຽກ ຕ່າງໆ ເພື່ອໃຫ້ກົມພິຈາລະນາກ່ຽວກັບການຂໍຕໍ່ ແລະ ການສິ້ນສຸດອາຍຸ ຂອງບົດບັນທຶກຄວາມເຂົ້າໃຈ ແລະສັນຍາພັດທະນາໂຄງການ; ໂຈ ຈ, ະຂຸ ຊ S <. +, ເປັນເຈົາການປະສານສົມທົບກັບກົມວິຊາການໃນການຄົ້ນຄວ້າ O , ຄັດເລືອກ, ລາຍງານຜົນ ແລະ ຮ່າງສັນຍາ ວ່າຈ້າງບໍລິສັດວິສະວະກອນທີ່ປຶກສາຂອງລັດຖະບານ (GOL Engineer) ໂຄງການຜະລິດໄຟຟ້າ ສະເພາະ ແລະ ເປັນເຈົ້າການປະສານສົມທົບກັບບໍລິສັດໂຄງການ ແລະ ພາກສ່ວນກ່ຽວຂ້ອງຂອງລັດ ໃນ ການລົງຕິດຕາມ ຄວາມຄືບຫ້າການກໍ່ສ້າງ ຕາມເງື່ອນໄຂທີ່ກໍານົດໃນສັນຍາ ແລະ ການກວດກາດ້ານ ເຕັກນິກຮ່ວມກັບ ບໍລິສັດວິສະວະກອນທີ່ປຶກສາຂອງລັດຖະບານ ໃນໄລຍະການອອກແບບ ແລະກໍ່ສ້າງ ໂຄງການ ໂຄງການ ; ເປັນເຈົ້າການຕິດຕາມຄວາມຄືບຫ້າ ການປະຕິບັດພັນທະທີ່ກໍານົດໃນບົດບັນທຶກຄວາມເຂົ້າໃຈ ແລະ ສັນຍາພັດທະນາໂຄງການ ເພື່ອສັງລວມ ແລະ ປະກອບຄໍາເຫັນໃຫ້ກົມລາຍງານສະເຫຼີຕໍ່ຂັ້ນເທີງ ເພື່ອ ພິຈາລະນາອະນຸມັດ ກ່ອນກ້າວເຂົ້າສູ່ຂະບວນການເຈລະຈາສັນຍາພັດທະນາໂຄງການ ແລະ ສັນຍາສໍາ ປະທານຢ່າງເປັນທາງການ; ສະເຫຼີແຕ່ງຕັ້ງ, ປັບປຸງ ຫຼື ຍຸບເລີກຄະນະກໍາມະການຊື້ນໍາຮ່ວມ ທີ່ກ່ຽວພັນກັບການພັດທະນາໂຄງການ ທຸລະກິດຜະລິດໄຟຟ້າສະເພາະ ຕາມກົດຫນາຍໄຟຟ້າ ແລະເງື່ອນໄຂທີ່ກໍານົດໃນສັນຍາ; ,,,

  15. 13 ເປັນເຈົ້າການຕິດຕາມ ແລະ ປະຕິບັດຜົນຂອງການປະຊຸມຄະນະກໍາມະການຊື້ນໍາຮ່ວມ ໃນແຕ່ລະໄລຍະ ຂອງການຈັດຕັ້ງປະຕິບັດໂຄງການ; 10. ພົວພັນ ແລະ ປະສານກັບພາກສ່ວນກ່ຽວຂ້ອງ ລວມທັງອໍານາດການປົກຄອງທ້ອງຖິ່ນ ເພື່ອອໍານວຍ ຄວາມສະດວກໃຫ້ຂັ້ນນໍາ, ຂະແຫນງການຕ່າງໆ ແລະ ຜູ້ສົນໃຈພັດທະນາ ໂຄງການໄຟຟ້າ ແລະ ທຸລະກິດ ໄຟຟ້າ ໃນການລົງເກັບກໍາຂໍ້ມູນ ແລະ ເຄື່ອນໄຫວວຽກງານຢູ ພາກສະຫນາມ, ລວມທັງການແຈ້ງຕໍ່ ພາກສ່ວນ ກ່ຽວຂ້ອງຂອງທ້ອງຖິ່ນ ໃນເວລາບໍລິສັດຜູ້ພັດທະນາໂຄງການ ມີແຜນລົງສໍາຫຼວດ ແລະເກັບ ກໍາຂໍ້ມູນ ຢູ່ພາາກສະຫນາມຂອງໂຄງການໃນແຕ່ລະໄລຍະ; 11. ເຂົ້າຮ່ວມກັບພາກສ່ວນຮັບຜິດຊອບເຕັກນິກ, ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ລົງເກັບກໍາ ຂໍ້ມູນຕົວຈິງຕໍ່ກັບການພັດທະນາໂຄງການ ຢູ່ພາກສະຫນາມໃນໄລຍະດໍາເນີນການສຶກສາ; 12. ຮ່ວມກັບພະແນກພາຍໃນກົມ ແລະ ຂະແຫນງການທີ່ກ່ຽວຂ້ອງ ເພື່ອເຜີຍແຜ່ບັນດາເນື້ອໃນເອກະສານ ໂຄງການທີ່ຈໍາເປັນ ໃຫ້ມີຄວາມເຂົ້າໃຈເປັນເອກະພາບ ໃນການຈັດຕັ້ງປະຕິບັດໂຄງການຕາມເງື່ອນ ໄຂ ຂອງສັນຍາ, ລະບຽບການ ແລະ ກົດຫນາຍ ແນໃສ່ການປະສານສົມທົບ ແລະ ເອື້ອອໍານວຍຄວາມສະດວກ ໃນໄລຍະພັດທະນາໂຄງການ; 13. ສົມທົບກັບພາກສ່ວນກ່ຽວຂ້ອງລົງຊ່ວຍທ້ອງຖິ່ນ ເພື່ອແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນກັບການພັດທະນາ ໂຄງການເຊັ່ນ: ດ້ານເຕັກນິກ, ການກະກຽມສະຖານທີ່ກໍ່ສ້າງໂຄງການ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງ; 14. ເປັນເຈົ້າການຄົ້ນຄວ້າສັງລວມ ແລະ ປະກອບຄໍາເຫັນໃຫ້ກົມລາຍງານນໍາສະເຫີຂັ້ນເທິງ ເພື່ອພິຈາລະນາ ການສະເຫີຂອງບໍລິສັດໂຄງການ ເພື່ອຂໍລົງມືກໍ່ສ້າງໂຄງການ ພ້ອມທັງຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງ ປະຕິບັດໂຄງການ ໃນຊ່ວງໄລຍະເຮັດວຽກກະກຽມກ່ອນການເຊັນສັນຍາສໍາປະທານ ແລະໄລຍະລໍຖ້າ ສັນຍາສໍາປະທານມີຜົນສັກສິດ; 15. ສົມທົບກັບກົມວິຊາການກ່ຽວຂ້ອງ ໃນການຄົ້ນຄວ້າ ແລະ ລາຍງານການນໍາກະຊວງ ເພື່ອຂໍອະນຸມັດການ ກັກເກັບນ້ໍາເຂົ້າອ່າງໂຄງການ ຕາມເງື່ອນໄຂທີ່ກໍານົດໃນສັນຍາສໍາປະທານ (CA) ພາຍຫຼັງທີ່ໂຄງການໄດ້ ຮັບຮອງເອກະສານທາງດ້ານເຕັກນິກ, ເອກະສານທາງດ້ານສິ່ງແວດລ້ອມ ຈາກພາກສ່ວນທີ່ກ່ຽວຂ້ອງ ລວມທັງອອກຫັງສືແຈ້ງໃຫ້ບໍລິສັດກ່ຽວກັບອະນຸມັດການກັກເກັບນ້ໍາຂອງໂຄງການ; 16. ເຂົ້າຮ່ວມຕິດຕາມ, ເກັບກໍາຂໍ້ມູນ ຂະບວນການແລ່ນທົດລອງເຄື່ອງຈັກ ຫຼື ການກວດກາຄວາມພ້ອມໃນ ການທົດລອງຜະລິດໄຟຟ້າ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງກ່ອນການດໍາເນີນການຜະລິດໄຟຟ້າຢ່າງເປັນ ທາງການຄອງໂຄງການທຸລະກິດຜະລິດໄຟຟ້າສະເພາະ; 17. ເປັນເຈົ້າການກະກຽມ ຮ່າງວາລະ, ເນື້ອໃນ ແລະ ຮັບໃຊ້ ໃນວຽກການຈັດກອງປະຊຸມຄະນະກໍາມະ ການ ສະເພາະກິດ (ຄະນະຊື້ນໍາຮ່ວມໂຄງການ) ເປັນແຕ່ລະງວດ ລວມທັງບັນທຶກຜົນຂອງການປະຊຸມ; 18. ທວງເອົາບົດລາຍງານປະຈໍາງວດ ກ່ຽວກັບກິດຈະກໍາການພັດທະນາບັນດາ ໂຄງການໄຟຟ້າ ແລະ ທຸລະ ກິດໄຟຟ້າ ທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ, ສັນຍາພັດທະນາໂຄງການ ແລະ ສັນຍາສໍາປະທານ ເພື່ອ ເປັນຂໍ້ມູນໃນການ ລາຍງານຄວາມຄືບຫ້າປະຈໍາງວດໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະ; 19. ເປັນເຈົ້າການຄົ້ນຄວ້າ, ສັງລວມ ແລະ ສະຫນອງຜົນການວິເຄາະຂໍ້ມູນ ກ່ຽວການປະເມີນມູນຄ່າຂອງ

  16. ໂຄງການ ເພື່ອສະຫັບສະຫນນໃຫ້ແກ່ການເຈລະຈາ ແລະ ຕໍ່ລອງຜົນປະໂຫຍດຂອງລັດ; 20. ປະຕິບັດຫ້າທີ່ອື່ນ ຕາມການມອບຫນາຍຂອງຄະນະກົມ.,,. 14 ມາດຕາ 12 ຫ້າທີ່ຂອງພະແນກ ສັງຄົມ-ຊຸມຊົນ ແລະ ສິ່ງແວດລ້ອມ ພະແນກ ສັງຄົມ-ຊຸມຊົນ ແລະ ສິ່ງແວດລ້ອມ ມີຫ້າທີ່ ດັ່ງນີ້: 1. ເປັນເຈົ້າການໃນການສັງລວມຂໍ້ມູນກ່ຽວກັບຜົນກະທົບ ແລະ ມາດຕະການແກ້ໄຂຜົນກະທົບໃນແຕ່ລະ ໂຄງການ, ໃນແຕ່ລະໄລຍະການພັດທະນາໂຄງການເພື່ອສ້າງເປັນຖານຂໍ້ມູນ ແລະ ນໍາໃຊ້ເຂົ້າໃນການ ຕິດຕາມຄຸ້ມຄອງການພັດທະນາໂຄງການໄຟຟ້າ; 2. ເປັນເຈົ້າການໃນການຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດວຽກງານທົດແທນຄ່າເສຍຫາຍການຈັດສັນ ຍົກຍ້າຍ ແລະ ພື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາໄຟຟ້າ; 3. ຄົ້ນຄວ້າ, ປັບປຸງ ແລະ ຈັດຕັ້ງປະຕິບັດນະໂຍບາຍການພັດທະນາໄຟຟ້ານ້ໍາຕົກແບບຍືນຍົງຂອງ ສປປ ລາວ. 4. ຕິດຕາມ, ຊຸກຍູ້ ແລະ ຮ່ວມເຮັດວຽກໃນການສະຫັບສະຫນຼນແກ່ຫນ່ວຍງານສະເພາະກິດເຊັ່ນ: ຫນ່ວຍງານ ກອງເລຂາຄະນະກໍາມະການຮັບຜິດຊອບການທົດແທນຄ່າເສຍຫາຍ, ການຈັດສັນ-ຍົກຍ້າຍ ແລະ ຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ, ຫນ່ວຍງານຄຸ້ມຄອງ ແລະ ນໍາໃຊ້ງົບປະມານພັດທະນາຊຸມຊົນຂອງ ໂຄງການໄຟຟ້າ; 5. ເປັນເຈົ້າການ ໃນການສ້າງຖານຂໍ້ມູນ ຕົວເລກຜົນກະທົບດ້ານສິ່ງແວດລ້ອມ-ສັງຄົມ ພັນທະງົບປະມານ ຈາກທືນພັດທະນາຊຸມຊົນ, ສິ່ງແວດລ້ອມ ແລະ ງົບປະມານຄຸ້ມຄອງອ່າງໂຕ່ງຈາກໂຄງການພັດທະນາ ໄຟຟ້າ; 6. ປະສານສົມທົບກັບພາກສ່ວນກ່ຽວຂ້ອງທັງສຸນກາງ ແລະ ທ້ອງຖີ່ນເພື່ອແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ ກ່ຽວກັບການຮ້ອງທຸກ ຫຼື ຮ້ອງຟ້ອງຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາໄຟຟ້າ; 7. ຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ບົດລາຍງານການປະເມີນຜົນກະທົບດ້ານສິ່ງແວດລ້ອມ-ສັງຄົມຂອງ ໂໂຄງການພັດທະນາໄຟຟ້າ; 8. ເປັນເຈົ້າການໃນການທົບທວນ, ຕິດຕາມ ແຜນງົບປະມານໃນການຮັບໃຊ້ໃຫ້ແກ່ຫນ່ວຍງານຄຸ້ມຄອງການ ຈັດສັນ-ຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຈາກໂຄງການພັດທະນາໄຟຟ້າ; 9. ຕິດຕາມ ແລະ ຊຸກຍູ້ ການນໍາໃຊ້ພັນທະງົບປະມານພັດທະນາຊຸມຊົນຂອງໂຄງການພັດນາໄຟຟ້າ ແລະ ງົບປະມານພັດທະນາຊຸມຊົນຮ່ວມກັບແຂວງ ແລະ ໂຄງການພັດທະນາໄຟຟ້າ; 10. ສັງລວມຂໍ້ມູນລາຍລະອຽດການພັດທະນາຈາກຮ່ວງພັດທະນາຊຸມຊົນພ້ອມຕີລາຄາຖອດຖອນບົດຮຽນ ເພື່ອເປັນຖານຂໍ້ມູນໃນການແລກປ່ຽນນໍາໃຊ້ ແລະ ເຜີຍແຜ່; 11.ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລັດ ແລະ ໂຄງການໄຟຟ້າ, ເພື່ອຄົ້ນຄວ້າປຶກສາຫາລືໃນ ການແກ້ໄຂບັນຫາສິ່ງແວດລ້ອມ-ສັງຄົມ ແລະ ຊຸມຊົນ ເພື່ອລາຍງານຂັ້ນເທິງພິຈາລະນາແກ້ໄຂບົນພື້ນ ຖານຂໍ້ກໍານົດຂອງສັນຍາ; 12. ຄົ້ນຄວ້າຮ່າງບົດປະເມີນສິ່ງແວດລ້ອມແບບຍຸດທະສາດສໍາລັບໂຄງການພັດທະນາໄຟຟ້າໃນແຕ່ລະໄລຍະ; 13.ເປັນເຈົ້າການໃນການຕິດຕາມ ແລະ ປະສານສົມທົບກັບຫນ່ວຍງານທີ່ກ່ຽວຂ້ອງຂອງພາກລັດ ແລະ ຜູ້ ພັດທະນາໂຄງການກ່ຽວກັບການກໍານົດຜົນກະທົບ, ການກໍານົດມາດຕະການແກ້ໄຂ ແລະ ການດໍາເນີນ ການປະຕິບັດການແກ້ໄຂຜົນກະທົບຈາກໂຄງການ ນັບແຕ່ໄລຍະດໍາເນີນການສໍາຫລວດ-ສຶກສາ, ກໍ່ສ້າງ ແລະ ດໍາເນີນງານ ຕະຫລອດອາຍຸສໍາປະທານໂຄງການ; 14.ເຂົ້າຮ່ວມຕິດຕາມກັບຂະແຫນງການທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາສິ່ງແວດລ້ອມ-ສັງຄົມ ນັບແຕ່ ໄລຍະສຶກສາ, ກໍ່ສ້າງ ແລະ ດໍາເນີນງານ ຕະຫລອດອາຍຸສໍາປະທານໂຄງການໄຟຟ້າ;,,

  17. 15 15.ເຂົ້າຮ່ວມເຮັດວຽກໃນຄະນະກໍາມະການ ທີ່ກ່ຽວຂ້ອງກັບວຽກງານສິ່ງແວດລ້ອມ-ສັງຄົມ, ອາກາດ, ປ່າໄມ້ , ນ້ໍາ, ສັດນ້ໍາ, ສັດປ່າ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງກັບໂຄງການທຸລະກິດຜະລິດໄຟຟ້າສະເພາະ; 16.ເຂົ້າຮ່ວມກອງປະຊຸມ ທີ່ກ່ຽວຂ້ອງກັບການພັດທະນາໂຄງການເຊັນ: ວຽກງານດ້ານສິ່ງແວດລ້ອມ-ສັງຄົມ, ວຽກງານການຄຸ້ມຄອງອ່າງໂຕ່ງ ຫລື ປ່າ ຍອດນ້ໍາ, ວຽກງານຄຸ້ມຄອງອ່າງເກັບນ້ໍາ ແລະ ກອງປະຊຸມວິຊາ ການຕ່າງໆ; 17. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງກົມ. ມາດຕາ 13 ຫ້າທີ່ຂອງພະແນກ ຕິດຕາມໂຄງການ ພະແນກ ຕິດຕາມໂຄງການ ມີຫຼ້າທີ່ ດັ່ງນີ້: ເປັນເຈົ້າການຕິດຕາມການດໍາເນີນງານ ແລະ ການຜະລິດໄຟຟ້າຂອງບັນດາໂຄງການ ທີ່ໄດ້ເລີ່ມດໍາເນີນ ງານຕະຫຼອດໄລຍະສໍາປະທານ, ໂດຍເຮັດວຽກຢ່າງໃກ້ຊິດ ເພື່ອຮັບຊາບ, ສັງລວມຂໍ້ມູນ ຈຸດພິເສດຂອງ ໂຄງການ ກໍາໄດ້ຈຸດພິເສດ, ລັກສະນະສະເພາະຂອງແຕ່ລະໂຄງການ ກັບພະແນກຕ່າງໆ ທີ່ກ່ຽວຂ້ອງໃນ ໄລຍະກ່ອນການສໍາເລັດການກໍ່ສ້າງໂຄງການ; ເປັນເຈົ້າການສັງລວມ ແລະ ສ້າງຖານຂໍ້ມູນສະຖິຕິດ້ານເຕັກນິກ, ການຜະລິດພະລັງງານ, ພັນທະຕາມ ສັນຍາ, ການຈັດຕັ້ງປະຕິບັດສັນຍາຊື້-ຂາຍໄຟຟ້າ, ປະລິມານນ້ໍາຝົນ, ປະລິມານນ້ໍາໄຫຼເຂົ້າອ່າງ ແລະຮອບ ວຽນນ້ໍາລົ້ນອ່າງ ເພື່ອສະຫຼຸບສັງລວມລາຍງານເປັນແຕ່ລະໄລຍະ ຢ່າງມີລະບົບ ແລະ ເປັນປະຈໍາ; ເປັນເຈົ້າການຄົ້ນຄ້ວາ ແລະ ຮັບຮອງອອກແຜນຮັບມືສຸກເສີນ (EAP) ໃນໄລຍະດໍາເນີນງານຂອງໂຄງ ການ ແລະ ປັບປຸງຂໍ້ມູນໃນແຜນຮັບມືສຸກເສີນຄືນໃຫ່ ໂດຍໃຫ້ສອດຄ່ອງຕາມຂໍ້ກໍານົດທີ່ມີໃນຫ້າ ວຽກ ຂອງການສ້າງແຜນ (EAP) ສໍາລັບຊ່ວງດໍາເນີນງານໂຄງການ; ເປັນຫຼັກໃນປະສານງານແກ້ໄຂຂໍ້ຂັດແຍ້ງ ທີ່ເກີດຂຶ້ນໃນໄລຍະດໍາເນີນງານຂອງໂຄງການ; ຮ່ວມເຮັດວຽກທົບທວນເສດຖະກິດການເງິນຂອງໂຄງການ ພາຍຫຼັງໂຄງການໄດ້ສໍາເລັດການກໍ່ສ້າງຕາມ ກົນໄກສັນຍາສໍາປະທານ; ມີສ່ວນຮ່ວມ ໃນການທົບທວນການວາງແຜນການບໍາລຸງຮັກສາ, ສ້ອມແປງໂຄງການປະຈໍາປີ, ການ ສ້ອມແປງໃຫຍ່ ຕະຫຼອດໄລຍະສໍາປະທານ. ສັງລວມຂໍ້ມູນ ເປັນລະບົບ ເພື່ອເປັນຂໍ້ມູນທຽບຖານໃນ ການເຮັດວຽກທີ່ກ່ຽວຂ້ອງຂອງກົມ ຕາມຫຼັກການການດໍາເນີນງານໂຄງການຢ່າງຮອບຄອບ ທີ່ກໍານົດໄວ້ ໃນກົດຫາຍ; ຕິດຕາມການດໍາເນີນງານທາງທຸລະກິດຂອງບໍລິສັດໂຄງການ ໂດຍສະເພາະການທົບທວນ ບົດລາຍງານທາງ ດ້ານການເງິນ ທີ່ບໍລິສັດສະຫນອງໃຫ້ ຕາມພັນທະທີ່ກໍານົດໄວ້ໃນສັນຍາສໍາປະທານ; ເປັນເຈົ້າການ ກະກຽມການກວດກາໂຄງການ ທັງຫົດຢ່າງຮອບດ້ານ ກ່ອນມອບໂອນໃຫ້ລັດຖະບານ ລາວ ຫຼັງສິ້ນສຸດສໍາປະທານ; ຕິດຕາມ ແລະບັນທຶກເຫດການທາງທໍາມະຊາດ ແລະ ເຫດການທີ່ສ້າງຂຶ້ນດ້ວຍມະນຸດ ທີ່ສົ່ງຜົນກະ ທົບ ຮ້າຍແຮງຕໍ່ກັບການດໍາເນີນງານ ແລະການຜະລິດໄຟຟ້າຂອງໂຄງການ; 10. ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ບໍລິສັດໂຄງການ ເພື່ອຕິດຕາມການບຸລະນະຮັກສາ ແລະ ການສົ່ງມອບບັນດາພື້ນທີ່ ແລະ ສິ່ງປຸກສ້າງສາທາລະນຸປະໂພກ ໃຫ້ກັບອໍານາດການປົກຄອງ ທ້ອງຖິ່ນ ເພື່ອສືບຕໍ່ນໍາໃຊ້;,,

  18. 16 11. ເຂົ້າຮ່້ວມຕິດຕາມພາກສະຫນາມກັບບັນດາພະແນກພາຍໃນກົມ ໃນໄລຍະການກໍ່ສ້າງ ແລະ ເຂົ້າຮ່ວມ ເຈລະຈາສັນຍາຕ່າງໆ ຂອງໂຄງການ; 12. ຕິດຕາມການຈັດຕັ້ງປະຕິບັດພັນທະ ຂອງບັນດາຝ່າຍໃນສັນຍາໂຄງການ ແລະ ການຕົກລົງຂອງຝ່າຍ ຕ່າງໆ ທີ່ນອກເຫືອຈາກສິ່ງລະບຸໄວ້ຂ້າງເທິງ; 13. ຕິດຕາມກິດຈະການໃຫ່ຕ່າງໆ ເຊິ່ງອາດຈະດໍາເນີນໂດຍຝ່າຍລັດຖະບານ ຫຼືຝ່າຍທີສາມ ຢູ່ເຂດເຫືອ ເຂື່ອນ, ລຸ່ມເຂື່ອນ, ບໍລິເວນໃກ້ຄຽງໂຄງການ ທີ່ຈະກໍ່ໃຫ້ເກີດຜົນກະທົບທາງລົບຕໍ່ການດໍາເນີນງານ ຂອງ ໂຄງການ; 14. ປະສານສົມທົບກັບຂະແຫງການກ່ຽວຂ້ອງ ແລະ ອໍານາດປົກຄອງທ້ອງຖິ່ນ ກ່ຽວກັບການກໍ ສ້າງ ກິດຈະການຕ່າງໆ ໂດຍພາກສ່ວນອື່ນ ທີ່ອາດຈະເກີດຂື້ນໃນເຂດແລວສາຍສົ່ງ ແລະຈຸດເຊື່ອມຕໍ່; 15. ເປັນຈຸດປະສານໃຫ້ອົງການຈັດຕັ້ງຂອງຕ່າງປະເທດ, ອົງການຈັດຕັ້ງສາກົນ, ອົງການທີ່ບໍ່ສັງກັດລັດ ແລະຜູ້ ມີສ່ວນຮ່ວມໃນໂຄງການ ທີ່ມີຈຸດປະສົງມາຢ້ຽມຢາມ, ຕີລາຄາ ແລະ ດໍາເນີນໂຄງການຕໍ່ເນື່ອງ ທີ່ກ່ຽວ ພັນກັບໂຄງການ ຕາມແຕ່ລະກໍລະນີ; 16. ເຂົ້າຮ່ວມນໍາພາກສ່ວນອື່ນໃນວຽກງານປະຊາສໍາພັນ ທີ່ກ່ຽວພັນກັບວຽກງານເຕັກນິກ, ການຜະລິດ ແລະ ການດໍາເນີນງານຂອງໂຄງການ; 17. ປະຕິບັດຫ້າທີ່ອື່ນ ຕາມການມອບບນາຍຂອງຄະນະກົມ. ມາດຕາ 14 ຫ້າທີ່ຂອງພະແນກ ຄຸ້ມຄອງວິສາຫະກິດ ແລະ ວິສາຫະກິດລັດລົງທຶນ ພະແນກ ຄຸ້ມຄອງວິສາຫະກິດ ແລະ ວິສາຫະກິດລັດລົງທຶນ ມີຫ້າທີ່ດັ່ງນີ້: ຄົ້ນຄ້ວາ ນໍາສະເຫີ ຂັ້ນເທິງ ໃນການສ້າງ, ປັບປຸງ ບັນດານິຕິກໍາ, ນະໂຍບາຍ ກ່ຽວກັບການຄຸ້ມຄອງ ໂຄງການໄຟຟ້າ ແລະ ທຸລະກິດໄຟຟ້າ, ວິສາຫະກິດເອກະຊົນລົງທຶນ, ລັດວິສາຫະກິດ, ການຮ່ວມທຶນລັດ ທີ່ຂຶ້ນກັບການຄຸ້ມຄອງ ຂອງຂະແຫນງການອຸດສາຫະກໍາ ແລະ ການຄ້າ ເພື່ອນໍາສະເຫີຂັ້ນເທິງເພື່ອປັບປຸງ ແກ້ໄຂໃຫ້ສອດຄ່ອງແທດເບນາະໃນແຕ່ລະໄລຍະ; ປະສານສົມທົບ, ຊຸກຍູ້, ຕິດຕາມ, ກວດກາ, ຄຸ້ມຄອງການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ວິສາຫະກິດ ເອກະຊົນລົງທຶນ ແລະ ລັດວິສາຫະກິດ, ການຮ່ວມທຶນຂອງລັດ ທີ່ຂຶ້ນກັບການຄຸ້ມຄອງ ຂອງຂະແຫນ ງອຸດສາຫະກໍາ ແລະ ການຄ້າ ໃຫ້ ເຄື່ອນໄຫວ ແລະ ປະຕິບັດຖືກຕ້ອງ, ສອດຄ່ອງ ຕາມກົດຫນາຍ ແລະ ລະບຽບການ ທີ່ໄດ້ກໍານົດໄວ້ ຕາມຂັ້ນຄຸ້ມຄອງຂອງຕົນ; ຕິດຕາມ, ເກັບກໍາ, ສັງລວມບັນຫາ ຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງວິສາຫະກິດເອກະຊົນລົງທຶນ, ລັດ ວິສາຫະກິດ, ການຮ່ວມທຶນຂອງລັດທີ່ຂຶ້ນກັບການຄຸ້ມຄອງຂອງຂະແຫນງການອຸດສາຫະກໍາ ແລະ ການ ຄ້າ; ຄົ້ນຄວ້າ, ປະກອບຄໍາເຫັນ, ປະເມີນ, ວິເຄາະຄວາມສ່ຽງດ້ານການເງິນ, ການກວດກາຫີ້ສິນ, ນໍາສະເຫີ , ລາຍງານຂໍທິດຊື້ນໍາກ່ຽວກັບການສ້າງຕັ້ງ, ການປ່ຽນແປງ, ການປະຕິຮູບ, ການຍຸບເລີກ ແລະ ວຽກ ງານອື່ນໆຂອງບັນດາລັດວິສາຫະກິດ, ການຮ່ວມທຶນຂອງລັດ ທີ່ຂຶ້ນກັບການຄຸ້ມຄອງຂອງຂະແຫນການ ອຸດສາຫະກໍາ ແລະ ການຄ້າ;,,,

  19. 17 ປະສານສົມທົບກັບພາກສ່ວນ ແລະ ຂະແຫງການທີ່ກ່ຽວຂ້ອງ ໃນການຊຸກຍູ້, ຕິດຕາມ, ກວດກາ, ຄຸ້ມ ຄອງ, ໃຊ້ມາດຕະການ ຕໍ່ວິສາຫະກິດ ເອກະຊົນລົງທຶນ, ລັດວິສາຫະກິດ, ການຮ່ວມທຶນຂອງລັດ ແລະ ທີ່ຂຶ້ນກັບການຄຸ້ມຄອງ ຂະແຫນງການ ອຸດສາຫະກໍາ ແລະ ການຄ້າ; ສັງລວມ, ເກັບກໍາ ບັນດາຂໍ້ມູນ, ສະຖິຕິ ຂອງ ລັດວິສາຫະກິດ, ການຮ່ວມທຶນຂອງລັດ ທີ່ຂຶ້ນກັບການ ຄຸ້ມຄອງຂອງຂະແຫນງການອຸດສາຫະກໍາ ແລະ ການຄ້າ; ປະສານສົມທົບ, ຕິດຕາມກວດກາ ການກູ້ຢືມເງິນ ແລະ ການນໍາໃຊ້ເງິນກູ້ຂອງລັດວິສາຫະກິດ ແລະ ການ ຮ່ວມທຶນຂອງລັດທີ່ຂຶ້ນກັບການຄຸ້ມຄອງຂອງຂະແຫນງການອຸດສາຫະກໍາ ແລະ ການຄ້າ; ທົບທວນ ແລະ ມີຄໍາເຫັນຕໍ່ບົດລາຍງານການດໍາເນີນງານ, ລາຍຮັບ, ຜົນກໍາໄລ ແລະ ເງິນປັນຜົນ - ປະ ເມີນມູນຄ່າເສດຖະກິດແລະ ສັງຄົມຂອງລັດວິສາຫະກິດ ແລະ ການຮ່ວມທຶນຂອງລັດທີ່ຂຶ້ນກັບການຄຸ້ມ ຄອງຂອງຂະແຫງງການອຸດສາຫະກໍາ ແລະ ການຄ້າ; ສະເຫີເພື່ອກໍານົດມາດຖານເງື່ອນໄຂການແຕ່ງຕັ້ງຜູ້ຕາງຫນ້າຝ່າຍລັດທີ່ ຈະເປັນຜູ້ອໍານວຍການ, ຮອງ ອໍານວຍການ, ສະມາຊິກສະພາບໍລິຫານ; 10. ເຂົ້າຮ່ວມຕິດຕາມກອງປະຊຸມຜູ້ ຖືຮຸ້ນ, ສະພາບໍລິຫານ, ການສະຫຼຸບປະຈໍາໄຕມາດ, ປະຈໍາປີ ແລະ ກວດກາຄວາມໂປງໃສໃນການຈັດຊື້ ແລະ ນໍາໃຊ້ຊັບພະຍາກອນຂອງບັນດາລັດວິສາຫະກິດ; 11. ປະສານສົມທົບກັບພະແນກພາຍໃນກົມ ແລະ ພາກສ່ວນກ່ຽວຂ້ອງ ເພື່ອກໍານົດເປົ້າຫນາຍການ ປະຕິບັດ ແລະ ຍຸດທະສາດໄລຍະຍາວສໍາລັບ ລັດວິສາຫະກິດ ແລະ ການຮ່ວມທຶນຂອງລັດທີ່ຂຶ້ນກັບການຄຸ້ມຄອງ ຂອງຂະແຫນງການອຸດສາຫະກໍາ ແລະ ການຄ້າ ໃນແຕ່ລະໄລຍະ; 15. ຄົ້ນຄ້ວາ,ພິຈາລະນາ ຍຸບເລີກວິສາຫະກິດ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ; 13. ຕິດຕາມ ເອກະສານຢັ້ງຢືນ ການປະກອບທຶນ ແລະ ການບໍ່ປະກອບທຶນຈົດທະບຽນວິສາຫະກິດ ຂອງ ເຈົ້າຂອງວິສາຫະກິດສ່ວນບຸກຄົນ, ການຖອກຮຸ້ນ ຂອງຂາຮຸ້ນວິສາຫະກິດຮຸ້ນສ່ວນ ແລະ ຜູ້ຖືຮຸ້ນບໍລິສັດ ທີ່ເປັນເງິນ ແລະ ວັດຖຸຂອງຕົນ ເຂົ້າເປັນທຶນຂອງວິສາຫະກິດ ພາຍຫຼັງໄດ້ຂຶ້ນທະບຽນວິສາຫະກິດ ຕາມ ກົດຫນາຍວ່າດ້ວຍວິສາຫະກິດ; 14. ແຈ້ງການ ໃຫ້ວິສາຫະກິດເພື່ອຊາບ, ປະຕິບັດ, ເຂົ້າມາພົບ ຫຼື ເຂົ້າມາລາຍງານ ການເຄື່ອນໄຫວວິສາຫະ ກິດໃນກໍລະນີຈໍາເປັນ ແລະ ແຈ້ງໃຫ້ມາປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ທີ່ບໍ່ສອດຄ່ອງກັບກົດ ບນາຍວ່າດ້ວຍວິສາຫະກິດ ແລະ ລະບຽບການຂອງຂະແຫນງການທີ່ກ່ຽວຂ້ອງໃນຂັ້ນຄຸ້ມຄອງຂອງກົມ; 15. ແຈ້ງໃຫ້ ພະແນກທະບຽນວິສາຫະກິດ ບໍ່ຮັບຄໍາຮ້ອງເອກະສານປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ໃນກໍລະນີ ບໍ່ປະກອບທຶນຈົດທະບຽນ ຫຼື ຖືກໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຫຼື ຖືກມາດ ຕະການອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ; 16. ຮ່ວມກັບຂະແຫງການສ່ວຍສາອາກອນ ໃນການຕິດຕາມກວດກາຫົວຫ່ວຍທຸລະກິດ ພາຍຫຼັງຂຶ້ນ ທະບຽນວິສາຫະກິດ ທີ່ບໍ່ໄດ້ໄປພົວພັນກັບເຈົ້າຫ້າທີ່ສ່ວຍສາອາກອນ ຫຼື ບໍ່ປະຕິບັດພັນທະອາກອນ ຕາມ ທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ; 17. ຮ່ວມກັບຂະແຫງງການທີ່ກ່ຽວຂ້ອງ ໃນການຕິດຕາມກວດກາຫົວຫ່ວຍທຸລະກິດ ຕາມການສະເຫີຂອງ ຂະແຫນງງການທີ່ກ່ຽວຂ້ອງ; 18. ເຜີຍແຜ່ກ່ຽວກັບນິຕິກໍາ ແລະ ລະບຽບການ ກ່ຽວກັບການຍຸບເລີກວິສາຫະກິດ ແລະ ການນໍາໃຊ້ມາດ ຕະການ ຕໍ່ວິສາຫະກິດ ໃຫ້ແກ່ເຈົ້າຫ້າທີ່ທະບຽນວິສາຫະກິດໃນຂອບເຂດທົ່ວປະເທດ; -

  20. 18 19. ຕິດຕາມ ການຂຶ້ນປ້າຍຊື່ວິສາຫະກິດ ພາຍຫຼັງແຈ້ງຂຶ້ນທະບຽນວິສາຫະກິດ ແລະ ປົດປ້າຍຊື່ວິສາຫະກິດ ພາຍຫລັງຍຸບເລີກວິສາຫະກິດແລ້ວ; 20. ຄົ້ນຄວ້າ ນໍາສະເຫີຂັ້ນເທິງ ໃນການສັງໃຫ້ປ່ຽນແປງ, ລົບລ້າງໃບທະບຽນວິສາຫະກິດ, ໂຈະການນໍາໃຊ້ ໃບທະບຽນວິສາຫະກິດ ຫຼື ຍຸບເລີກວິສາຫະກິດ, ການອອກນິຕິກໍາ ຫຼື ນໍາໃຊ້ມາດຕະການຕໍ່ວິສາຫະກິດ ທີ່ບໍ່ຖືກຕ້ອງ ຂອງເຈົ້າຫ້າທີ່ທະບຽນວິສາຫະກິດ ກົມຄຸ້ມຄອງວິສາຫະກິດ; 21. ຄົ້ນຄວ້າ ພິຈາລະນາ ໃນການສັ່ງໃຫ້ປ່ຽນແປງ, ລົບລ້າງໃບທະບຽນວິສາຫະກິດ, ໂຈະການນໍາໃຊ້ໃບ ທະບຽນວິສາຫະກິດ ຫຼື ຍຸບເລີກວິສາຫະກິດ, ການອອກນິຕິກໍາ ຫຼື ນໍາໃຊ້ມາດຕະການຕໍ່ວິສາຫະກິດ ທີ່ ບໍ່ຖືກຕ້ອງ ຂອງເຈົ້າຫ້າທີ່ທະບຽນວິສາຫະກິດ ຂັ້ນທ້ອງຖິ່ນ ຕາມທີ່ ໄດ້ກໍານົດໄວ້ ໃນກົດຫນາຍ ແລະ ລະບຽບການທີ່ກ່ຽວຂ້ອງ; 22. ປະສານສົມທົບ ກັບພະແນກຕ່າງໆ ທີ່ກ່ຽວຂ້ອງພາຍໃນກົມ ເພື່ອຕິດຕາມ ການເຄື່ອນໄຫວຂອງບັນດາ ໂຄງການທຸລະກິດຜະລິດໄຟຟ້າສະເພາະ ໃຫ້ເຄື່ອນໄຫວ ແລະ ປະຕິບັດຖືກຕ້ອງ, ສອດຄ່ອງ ຕາມກົດຫນ າຍ ແລະ ລະບຽບການ ທີ່ໄດ້ກໍານົດໄວ້; 23. ຕິດຕາມ, ເກັບກໍາ, ສັງລວມບັນຫາ ແລະ ຂໍ້ສະເຫື ຈາກທ້ອງຖິ່ນໃນການຈັດຕັ້ງປະຕິບັດວຽກງານ ຄຸ້ມ ຄອງວິສາຫະກິດ ທີ່ຕິດພັນກັບວຽກງານພະແນກຂອງຕົນ; 24. ຕິດຕາມ, ເກັບກໍາ, ສັງລວມບັນຫາ ແລະ ຂໍ້ສະເຫີຈາກທ້ອງຖິ່ນໃນການຈັດຕັ້ງປະຕິບັດວຽກງານ ຄຸ້ມ ຄອງວິສາຫະກິດເອກະຊົນລົງທຶນ; 25. ປະສານສົມທົບກັບພາກສ່ວນ ແລະ ຂະແຫງການທີ່ກ່ຽວຂ້ອງໃນການ ຊຸກຍູ້, ຕິດຕາມ, ກວດກາ, ຄຸ້ມ ຄອງ, ໃຊ້ມາດຕະການ, ຂຶ້ນແຜນ ໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ໂຄງການໄຟຟ້າ ຫຼື ທຸລະ ກິດໄຟຟ້າ, ວິສາຫະກິດເອກະຊົນລົງທຶນ, ລັດວິສາຫະກິດ ແລະ ການຮ່ວມທຶນຂອງລັດ ທີ່ຂຶ້ນກັບການ ຄຸ້ມຄອງຂອງຂະແຫບງການອຸດສາຫະກໍາ ແລະ ການຄ້າ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດຫນາຍ ແລະ ລະບຽບການທີ່ໄດ້ກໍານົດໄວ້; 26. ຄົ້ນຄວ້າ, ປະກອບຄໍາເຫັນໃນວຽກງານທີ່ຕິດພັນຂອງພະແນກ; 27. ສະຫລູບ, ສັງລວມ ແລະ ເກັບກໍາສະຖິຕິການຈັດຕັ້ງປະຕິບັດວຽກງານຂອງພະແນກ; ກກກາ -- 28. ປະຕິບັດຫ້າທີ່ອື່ນ ຕາມການມອບບຫນາຍ ຂອງຄະນະກົມ.

  21. ມາດຕາ 15 ຫ້າທີ່ຂອງພະແນກ ຖານຂໍ້ມູນວິສາຫະກິດແຫ່ງຊາດ ພະແນກ ຖານຂໍ້ມູນວິສາຫະກິດແຫ່ງຊາດ ມີຫ້າທີ່ ດັ່ງນີ້: ຄົ້ນຄວ້າ ສ້າງຮ່າງຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການກ່ຽວກັບການພັດທະນາວຽກ ງານ ຖານຂໍ້ມູນວິສາຫະກິດແຫ່ງຊາດ ໃນແຕ່ລະໄລຍະ; ຄົ້ນຄ້ວາ, ນໍາສະເຫີຂັ້ນເທິງຂອງຕົນ ເພື່ອປັບປຸງ ນິຕິກໍາ ກ່ຽວກັບວຽກງານຄຸ້ມຄອງຖານຂໍ້ມູນວິສາຫະ ກິດແຫ່ງຊາດໃນແຕ່ລະໄລຍະ; ຄົ້ນຄວ້າ, ປັບປຸງ, ຄຸ້ມຄອງ ແລະ ພັດທະນາ ລະບົບທະບຽນວິສາຫະກິດ, ແບບພິມສະເຫຼີຂໍຂໍ້ມູນວິ ສາຫະກິດ ແລະ ແບບພິມອື່ນໆ ລວມທັງ ຄູ່ມືການນໍາໃຊ້ ລະບົບ ແລະ ໃຫ້ຄໍາແນະນໍາ ກ່ຽວກັບ ວຽກ ງານຖານຂໍ້ມູນວິສາຫະກິດແຫ່ງຊາດ; ,,, 19 ເກັບກໍາ, ປົກປັກຮັກສາ ຊຸດເອກະສານແຈ້ງຂຶ້ນທະບຽນວິສາຫະກິດ, ປ່ຽນແປງເນື້ອໃນທະບຽນວິສາ ຫະກິດ ແລະ ເອກະສານຍຸບເລີກວິສາຫະກິດ; " ເຊື່ອມຕໍ່ລະບົບທະບຽນວິສາຫະກິດ ກັບລະບົບຂອງຂະແຫນງສ່ວຍສາອາກອນ ແລະ ຂະແຫນງການທີ່ ກ່ຽວຂ້ອງ ທີ່ຕິດພັນກັບວຽກງານຖານຂໍ້ມູນວິສາຫະກິດແຫ່ງຊາດ; ຕິດຕາມ, ປະເມີນຜົນການເຊື່ອມຖານຂໍ້ມູນວິສາຫະກິດແຫ່ງຊາດກັບບັນດາຂະແຫນງການທີ່ກ່ຽວຂ້ອງ; ຊຸກຍູ້, ຕິດຕາມ ຂະແຫນງການກ່ຽວຂ້ອງ ໃນການສົ່ງຂໍ້ມູນກ່ຽວກັບການອອກ, ປ່ຽນແປງ, ໂຈະ, ລົບ ລ້າງ ຫຼື ຖອນໃບອະນຸຍາດດໍາເນີນທຸລະກິດ ເຂົ້າໃນລະບົບຖານຂໍ້ມູນວິສາຫະກິດແຫ່ງຊາດ ຕາມກົດ ຫນາຍວ່າ ດ້ວຍວິສາຫະກິດ; ບັນທຶກ, ປັບປຸງ, ຍ້າຍ, ລຶບ ຂໍ້ມູນທີ່ຕິດພັນກັບປະຫວັດຂອງວິສາຫະກິດ ໃນລະບົບຖານຂໍ້ມູນວິສາຫະ ກິດແຫ່ງຊາດ ຕາມລະບຽບການ; ອອກ, ປ່ຽນແປງ, ລົບລ້າງ ລະຫັດຜູ້ນໍາໃຊ້ລະບົບ (User) ກ່ຽວກັບວຽກງານທະບຽນວິສາຫະກິດໃຫ້ ແກ່ເຈົ້າຫ້າທີ່ທະບຽນວິສາຫະກິດໃນຂອບເຂດທົ່ວປະເທດ, ລວມທັງ ສ້າງ ແລະ ຄຸ້ມຄອງລະຫັດ ຜູ້ນໍາ ໃຊ້ລະບົບ ໃຫ້ຂະແຫງການກ່ຽວຂ້ອງ ເພື່ອສະຫນອງຂໍ້ມູນກ່ຽວກັບການອອກໃບອະນຸຍາດດໍາເນີນທຸລະ ກິດຂອງຂະແຫງງການຕົນເຂົ້າໃນເວັບໄຊຖານຂໍ້ມູນດ້ານລະບຽບການຂໍອະນຸຍາດດໍາເນີນທຸລະກິດ; 10. ສັງລວມຂໍ້ມູນຂ່າວສານ ແລະ ສະຖິຕິ ທະບຽນວິສາຫະກິດ ເຜີຍແຜ່ຜ່ານທາງເວັບໄຊຖານຂໍ້ມູນວິສາຫະ ກິດ ແຫ່ງຊາດ; ສະຫຼຸບ ສະຖິຕິ ທະບຽນວິສາຫະກິດ ປະຈໍາເດືອນ, ງວດ ແລະ ປະຈໍາປີ; 1. ສະຫຼອງ ແລະ ເຜີຍແຜ່ຂໍ້ມູນກ່ຽວກັບຫົວຫນ່ວຍວິສາຫະກິດ ແລະ ຜູ້ລົງທຶນ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ສາທາລະນະຊົນ ຕາມກົດຫນາຍ ແລະ ລະບຽບການ; 12. ຄຸ້ມຄອງ, ຕິດຕາມ, ປະເມີນ, ບໍາລຸງຮັກສາ ອຸປະກອນໄອທີ ທີ່ນໍາໃຊ້ລະບົບທະບຽນວິສາຫະກິດ, ລວມ ທັງ ລະບົບສໍາຮອງຖານຂໍ້ມູນວິສາຫະກິດແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນແຕ່ລະຈຸດ ຢູ່ຂັ້ນກົມ ແລະ ຂັ້ນ ທ້ອງຖິ່ນ; 13. ໃຫ້ຄໍາປຶກສາ, ຊ່ວຍເຫລືອ, ແກ້ໄຂ ດ້ານເຕັກນິກ ໃຫ້ແກ່ເຈົ້າຫ້າທີ່ທະບຽນວິສະກິດໃນຂອບເຂດທົ່ວ ປະເທດໃນບັນຫາການນໍາໃຊ້ລະບົບຄຸ້ມຄອງວິສາຫະກິດ; 14. ຝຶກອົບຮົມ, ຕິດຕາມ, ເກັບກໍາ, ສັງລວມບັນຫາ ແລະ ຂໍ້ສະເຫີ ຈາກເຈົ້າຫ້າທີ່ທະບຽນວິສາຫະກິດ ໃນ ຂອບເຂດທົ່ວປະເທດ ໃນການຈັດຕັ້ງປະຕິບັດວຽກງານລະບົບທະບຽນວິສາຫະກິດ ແລະ ເວັບໄຊ້ຖານຂໍ້ ມຸນວິສາຫະກິດແຫ່ງຊາດ; 15. ຄົ້ນຄວ້າ, ປະກອບຄໍາເຫັນໃນວຽກງານທີ່ຕິດພັນຂອງພະແນກ; 16. ສະຫຼຸບ, ສັງລວມ ແລະ ເກັບກໍາສະຖິຕິການຈັດຕັ້ງປະຕິບັດວຽກງານຂອງພະແນກ; 17. ປະຕິບັດຫ້າທີ່ອື່ນ ຕາມການມອບບນາຍຂອງຄະນະກົມ.

  22. ຫນວດທີ 5 ຫຼັກການ ແລະ ແບບແຜນວິທີເຮັດວຽກ ມາດຕາ 16 ຫຼັກການ ກົມຄຸ້ມຄອງວິສາຫະກິດ ເຄື່ອນໄຫວຕາມຫຼັກການ ດັ່ງນີ້:,,, 20 ປະຕິບັດຕາມຫຼັກການສູນລວມປະຊາທິປະໄຕ, ຕົກລົງເປັນຫນູ່ຄະນະກ່ຽວກັບບັນຫາລວມຂອງກົມ; 2. ປະຕິບັດລະບອບຫົວຫ້າດຽວ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ແລະ ເສີມຂະຫຍາຍ ຫົວ ຄິດປະດິດສ້າງຂອງພະນັກງານ-ລັດຖະກອນ ທຸກລະດັບ, ນໍາໃຊ້ຄວາມຮູ້ຄວາມສາມາດຂອງຕົນ ຢ່າງ ສຸດຂີດ ເພື່ອເຮັດຫຼອນຫ້າທີ່ວຽກງານທີ່ຕົນໄດ້ຮັບມອບບນາຍ, ເຄົາລົບ ແລະ ປະຕິບັດກົດຫນາຍ ແລະ ລະບຽບການ ຢ່າງເຂັ້ມງວດ; 3. ທຸກການເຄື່ອນໄກວວຽກງານຂອງກົມ ແລະ ພະນັກງານ-ລັດຖະກອນ ແມ່ນອີງໃສ່ກົດຫນາຍ, ລະບຽບ ການ ແລະ ຫຼັກການລວມຂອງພັກ ແລະ ລັດຖະບານ ນໍາເອົາແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ຍຸດທະສາດ ແລະ ແຜນພັດທະນາຂອງຂະແຫນງການ ມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບ ຜົນດີ. ມາດຕາ 17 ແບບແຜນວິທີເຮັດວຽກ ກົມຄຸ້ມຄອງວິສາຫະກິດ ມີແບບແຜນວິທີເຮັດວຽກ ດັງນີ້: 1. ເຮັດວຽກມີແຜນການ, ແຜນງານ ແລະ ໂຄງການລະອຽດ; ປະຕິບັດ ແລະ ແກ້ໄຂວຽກງານຢ່າງມີຈຸດ ສຸມ ແລະ ມີເປົ້າຫາາຍໃນແຕ່ລະໄລຍະ; ປະສານສົມທົບຢ່າງແຫ້ນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອ ຮັບປະກັນໃຫ້ພາລະບົດບາດໄດ້ຮັບການຈັດຕັ້ງປະຕິບັດຢ່າງດີ; 2. ເຮັດວຽກມີການກວດກາ, ຕິດຕາມ, ຊຸກຍູ້, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາຂໍ້ດີ, ຜົນໄດ້ຮັບ ຜົນເສຍ, ຂໍ້ຄົງຄ້າງ ພ້ອມທັງປະຕິບັດການລາຍງານສ່ອງແສງຢ່າງເຂັ້ມງວດ ແລະ ປົກກະຕິ; 3. ປະຕິບັດລະບອບປະຊຸມປະຈໍາເດືອນ, 3 ເດືອນ, 6 ເດືອນ, ປະຈໍາປີ ແລະ ປະຕິບັດລະບອບລາຍງານ ໃຫ້ຂັ້ນເທິງ ແລະ ລັດຖະບານເປັນປົກກະຕິ; 4. ປະຕິບັດການພົວພັນປະສານງານພາຍໃນ ແລະ ພາຍນອກ ໃຫ້ສອດຄ່ອງຕາມລະບຽບການ.

  23. ບນວດທີ 6 ບົດບັນຍັດສຸດທ້າຍ ມາດຕາ 18 ງົບປະມານ ແລະ ຕາປະທັບ ກົມຄຸ້ມຄອງວິສາຫະກິດ ມີງົບປະມານ ແລະ ຕາປະທັບຂອງຕົນ ເພື ອຮັບໃຊ້ ໃຫ້ແກ່ ການເຄື່ອນໄຫວ ວຽກງານທາງລັດຖະການ ຕາມກົດບນາຍ ແລະ ລະບຽບການ. ມາດຕາ 19 ການຈັດຕັ້ງປະຕິບັດ ກົມຄຸ້ມຄອງວິສາຫະກິດ, ຫ້ອງການ, ບັນດາກົມ, ສໍານັກງານ ແລະ ສະຖາບັນ ອ້ອມຂ້າງກະຊວງ ອຸດ ສາຫະກໍາ ແລະ ການຄ້າ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການ ອຸດສາຫະກໍາ ແລະ ການຄ້າເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ ຕົກລົງສະບັບນີ້ ຢ່າງເຂັ້ມງວດ. ມາດຕາ 20 ຜົນສັກສິດ ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.,,,

Decision No.2003 Organisation and Functionality of the Department of Enterprise Management · Nelum