Decision No. 1099 on Organisation and Functionality of Cabinet of Ministry of Agriculture and Environment
Made 2025-08-29 · Text as of 2026-10-01
Public law and official guidance, published as research. Not legal, tax or financial advice.
About this law
- Language
- Lao
- Kind
- Regulation
- Country
- Laos
- Subjects
- Agricultural and rural development, Environment, Forestry
- Keywords
- agricultural development, institution, governance, protection of environment, forest management/forest conservation
Where to read it
No source link is recorded for this law.
Text
The law's own text, section by section, as held. Each section has its own link.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ 1099./ກສ ,. - ກະຊວງກະສິກໍາ ແລະ ສິງແວດລ້ອມ ເລກທີ ນະຄອນຫຼວງວຽງຈັນ, ວັນທີ 2 9 AUG 2025 ຂໍຕົກລົງ ວາດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ ຂອງຫ້ອງການ -. ອີງຕາມ ດໍາລັດ ວາດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ ຂອງກະຊວງກະສິກໍາ ແລະ ສິງແວດລ້ອມ ສະບັບເລກທີ 534/ນຍ, ລົງວັນທີ 14 ສິງຫາ 2025; > ອີງຕາມ ການຕົກລົງ ຂອງກອງປະຊຸມຄະນະປະຈໍາພັກກະຊວງກະສິກໍາ ແລະ ສິງແວດລ້ອມ, ຄັງວັນທີ 29 ສິງຫາ 2025. ລັດຖະມົນຕີກະຊວງກະສິກໍາ ແລະ ສິງແວດລ້ອມ ຕົກລົງ: ຫຼວດທີ 1 ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກ່ານົດທີຕັ່ງ, ພາລະບົດບາດ, ຫ້າທີ, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກ ການ ແລະ ແບບແຜນວິທີເຮັດວຽກ ເພືອເປັນປອນອີງໃຫ້ແກການຈັດຕັ່ງ ແລະ ການເຄືອນໄຫວ ຂອງຫ້ອງ ການ ແນໃສຈັດຕັ້ງປະຕິບັດວຽກງານ ຂອງຫ້ອງການກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໃຫ້ມີປະສິດທິຜົນ ມາດຕາ 2 ທີຕັ້ງ ແລະ ພາລະບົດບາດ ຫ້ອງການ ຂຽນເປັນຕົວອັກສອນຫຍໍວາ “ຫກ” ແມນກົງຈັກການຈັດຕັ່ງຫນຶງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີພາລະບົດບາດເປັນເສນາທິການໃຫ້ກະຊວງກະສິກໍາ ແລະ ສິງແວດລ້ອມ ໃນການຈັດຕັ້ງ ປະຕິບັດວຽກງານບໍລິຫານ-ພິທີການ, ວຽກງານເລຂານຸການ ແລະ ຄົ້ນຄວ່າ-ສັງລວມ, ວຽກງານຄຸ້ມຄອງການ ລົງທຶນ, ວຽກງານຄຸ້ມຄອງ ແລະ ນໍາໃຊ້ງົບປະມານແຫງລັດ, ຊັບສິນຂອງລັດ, ນິຕິກໍາ, ຂໍ້ມູນຂ່າວສານ ແລະ ການຫັນເປັນດີຈິຕອນ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ. y ຫນວດທີ 2 ຫ້າທີ ແລະ ຂອບເຂດສິດ
ມາດຕາ 3 ຫ້າທີ ຫ້ອງການ ມີຫນ້າທີ ດັ່ງນີ້: 1. ປະຕິບັດກົດຫນາຍ, ດໍາລັດ, ນິຕິກໍາອືນໆ ຂອງຂັນເທິງ ແລະ ນິຕິກໍາຕ່າງໆ ຂອງກະຊວງກະສິກໍາ ແລະ ສິງ ແວດລ້ອມ; 2. ຄົ້ນຄວ້າ, ເຊືອມຊຶມ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກຽວກັບວຽກງານກະສິກໍາ ແລະ ສິງແວດລ້ອມ; 3. ຈັດຕັ່ງປະຕິບັດວຽກງານບໍລິຫານຮອບດ້ານ, ພິທີການ, ວຽກງານປ້ອງກັນກະຊວງ, ໃນການເຂົ້າຮ່ວມ ແລະ ການເຄືອນໄຫວວຽກ ຂອງຄະນະນໍາກະຊວງ; 4. ຄຸ້ມຄອງ, ຕິດຕາມ ເປັນເສນາທິການດ້ານເນື້ອໃນ, ຕາປະທັບກະຊວງ ແລະ ສາລະບັນເອກະສານ ໃຫ້ຄະ ນະນໍາກະຊວງ; ກະກຽມ, ບັນທຶກ ແລະ ແຈ້ງຜົນ ຂອງກອງປະຊຸມສອງແສງ, ກອງປະຊມຄະນະລັດຖະ ມົນຕີ ໃຫ້ພາກສ່ວນທີກຽວຂ້ອງ ຊາບ ແລະ ຈັດຕັ້ງປະຕິບັດ ພ້ອມທັງຊຸກຍູ້ ແລະ ຕິດຕາມ; 5. ເປັນໃຈກາງປະສານສົມທົບກັບບັນດາກົມກອງ, ສະຖາບັນ, ຫົວຫນວຍວິຊາການລະດັບສອງ ພາຍໃນ ກະຊວງ ແລະ ພາກສວນອືນທີກຽວຂ້ອງ ຄົ້ນຄວ້າການລົງທຶນທຸລະກິດຮ່ວມຕາມສັນຍາກັບພາກເອກະ ຊົນພາຍໃນ ແລະ ຕາງປະເທດ ກຽວກັບການກະສິກໍາ ແລະ ສິງແວດລ້ອມ, ການສະເຫີຂໍລົງທຶນຕາມກົນ ໄກປະຕູດຽວ, ການອະນຸຍາດດໍາເນີນທຸລະກິດ ທີຕິດພັນກັບການປູກຝັງ, ລ້ຽງສັດ, ປາໄມ້, ຊົນລະປະ ທານ, ການສ່້າງຕັ້ງໂຮງງານປຸງແຕ່ງຂັນຕົ້ນ ນໍາສະເຫນີຄະນະນໍາກະຊວງ ພິຈາລະນາ ຕາມລະບຽບການ; 6. ເປັນໃຈກາງປະສານສົມທົບກັບບັນດາກົມກອງພາຍໃນກະຊວງ ຄົນຄ້ວາ, ສັງລວມ ໃນການສະເຫີຂໍສ້າງ ຕັ້ງ, ຕໍ່ອາຍຸການດໍາເນີນກິດຈະກໍາ ຂອງອົງການຈັດຕັ້ງທາງສັງຄົມ ແລະ ບັນດາບໍລິສັດທີປຶກສາ ທີໃຫ້ ການບໍລິການປຶກສາດ້ານກະສິກໍາ ແລະ ສິງແວດລ້ອມ; 7. ຄົນຄວ່ານໍາສະເຫີ ຂໍອະນຸມັດການຈັດກອງປະຊຸມ (Meeting) ຢູ່ພາຍໃນປະເທດ ຂອງຫ້ອງການ, ບັນ ດາກົມ, ສະຖາບັນ ແລະ ຫົວຫນ່ວຍວິຊາການລະດັບສອງ ທີຂຶ້ນກັບກະຊວງ; 8. ສ້າງແຜນງົບປະມານປະຈໍາປີ, ຄຸ້ມຄອງແຜນລາຍຮັບ-ລາຍຈາຍງົບປະມານແຫງລັດ, ຄຸ້ມຄອງບັນຊີ ຂອງ ບັນດາຫົວຫຟ່ວຍງົບປະມານ, ບັນດາໂຄງການ ແລະ ກອງທຶນຂອງລັດຢ່າງລວມສູນ; ຈັດແປງຕົວເລກ ລາຍຈາຍງົບປະມານບ້ວງເງິນປົກກະຕິ, ຄົ້ນຄວ່້ານໍາສະເຫີຂໍອະນຸມັດງົບປະມານ ຕາມລະບຽບການ; ສໍາ ລັບເງິນລົງທຶນ ຂອງລັດ ພາກ 67 ແມນຕາມການຈັດສັນ ແລະ ແຜນດັດແກ້ຂອງກົມແຜນການ ແລະ ການຮວມມື; ຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈາຍ ງົບປະມານ, ຕິດຕາມ, ກວດກາ, ສະຫຼຸບ, ລາຍ ງານ ແລະ ກວດສອບບັນຊີ-ການເງິນ ຮ່ວມກັບກະຊວງການເງິນ, ອົງການກວດສອບ ແລະ ພາກສ່ວນ ອືນທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ; 9. ຄົ້ນຄວ້າ, ນໍາສະເຫີຂັ້ນເທິງ ກຽວກັບການຂໍອະນຸມັດຂໍ້ຕົກລົງ ວາດ້ວຍການແຕ່ງຕັ້ງພະນັກງານລົງເຄືອນ ໄຫວວຽກງານຢູ່ທ້ອງຖິ່ນ ທີຕິດພັນກັບການປະກອບເອກະສານຂໍ ຖອນງົບປະມານ ຈາກກະຊວງການເງິນ ໃຫ້ບັນດາກົມ, ສະຖາບັນ, ຫົວຫປ່ວຍວິຊາການລະດັບສອງ ແລະ ບັນດາຫົວຫນ່ວຍລາຍຮັບ-ລາຍຈາຍຄາ ບໍລິການວິຊາການ ແລະ ກອງທຶນຂອງລັດ ຂຶ້ນກັບກະຊວງ; 10. ສັງລວມ, ຂຶ້ນບັນຊີ, ຈັດຊື່-ຈັດຈ້າງ, ຄຸ້ມຄອງ, ບູລະນະຮັກສາ, ສ້ອມແປງ, ຈັດສັນ, ດຸນດ່ຽງ ແລະ ຍຸບ ຊັບສິນປະເພດສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ຂອງລັດ ແລະ ໂຄງການຮວມມືສາກົນ ທີຢູ່ໃນ//
2 ການຄຸ້ມຄອງ ຂອງຂະແບນງກະສິກໍາ ແລະ ສິງແວດລ້ອມ ເພືອສະເຫີລັດຖະມົນຕີ ພິຈາລະນາ ຕາມກົດ ຫນາຍ ແລະ ລະບຽບການ; 11. ຄົ້ນຄວ້າ ແລະ ນໍາສະເຫຼື ແຜນການສ້າງ ແລະ ປັບປຸງກົດຫນາຍ ແລະ ນິຕິກໍາໃຕ້ກົດຫນາຍ, ກວດກາເນື້ອ ໃນ ແລະ ຢັ້ງຢືນຄວາມສອດຄອງທາງດ້ານກົດຫນາຍ, ຄົ້ນຄວ້າ ແລະ ປະກອບຄໍາເຫັນທາງດ້ານກົດຫນາຍ, ເປັນໃຈກາງສົມທົບກັບບັນດາກົມກອງ, ສະຖາບັນ, ຫົວຫປ່ວຍວິຊາການລະດັບສອງ ແລະ ພາກສວນທີ ກຽວຂ້ອງ, ຄົ້ນຄວ້ານໍາສະເທນີການຫັນປ່ຽນປະເພດທີດິນ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ, ສໍາເນົາ ແລະ ເກັບຮັກສາ, ໂຄສະນາເຜີຍແຜ, ຊຸກຍູ່, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງ ປະຕິບັດກົດຫນາຍ ແລະ ນິຕິກໍາໃຕ້ກົດຫນາຍ ຂອງຂະແຫນງກະສິກໍາ ແລະ ສິງແວດລ້ອມ; 12. ສ້າງ, ປັບປຸງ ແລະ ຄຸ້ມຄອງລະບົບເຕັກໂນໂລຊີ ຂໍ້ມູນ-ຂ່າວສານ (ICT) ແລະ ວຽກງານ ໂຄສະນາ-ປະຊາ ສໍາພັນ ຂອງຂະແຫນງກະສິກໍາ ແລະ ສິງແວດລ້ອມ ແບບລວມສູນຢ່າງເປັນລະບົບ ພ້ອມທັງສ້າງຍຸດທະ ສາດການຫັນເປັນດີຈີຕອນ ຂອງຂະແຫນງການ; 13. ຄົ້ນຄວ້າ, ນໍາສະເຫນີ ແລະ ປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ; ສ້າງແຜນຄຸ້ມຄອງບໍລິຫານ; ສ້າງແຜນງານ, ແຜນການ ແລະ ໂຄງການ ກຽວກັບວຽກງານຂອງຫ້ອງການ ເພືອສະເຫີລັດຖະມົນຕີ ພິຈາລະນາ; ຄຸ້ມຄອງ, ຈັດຕັງປະຕິບັດ, ຕິດຕາມ, ກວດກາ ແລະ ປະເມີນຜົນ ໃຫ້ຖືກຕ້ອງ ແລະ ສອດ ຄອງກັບກົດຫນາຍ ແລະ ລະບຽບການ; 14. ປະສານສົມທົບ, ຮ່ວມມື, ຂົນຂວາຍການສະຫັບສະຫນູນດ້ານທຶນຮອນ ແລະ ເຕັກນິກວິຊາການຕາງໆ ທັງພາຍໃນ ແລະ ຕາງປະເທດ ເຂົ້າໃນວຽກງານ ຂອງຫ້ອງການ ຕາມພາລະບົດບາດ, ການມອບຫາຍ ແລະ ການເຫັນດີຂອງຂັ້ນເທິງ; ຂຶ້ນແຜນງົບປະມານຮັບໃຊ່ວຽກງານບໍລິຫານຫ້ອງການ; ເປັນໃຈກາງ < , ະ < . <, ະ o ະ & ແລະ ເຂົາຮ້ວມວຽກງານປະມູນການຈັດຊື-ຈັດຈ້າງ ທີຢູ່ໃນຄວາມຮັບຜິດຊອບ ຂອງກະຊວງຈັດຂຶນ;
15. ເປັນໃຈກາງປະສານງານ ກັບພາກສວນອືນ ແລະ ປະສານສົມທົບໃນການຊຸກຍູ່ວຽກງານຂອງກົມວິຊາ ການໃນການຈັດຕັ້ງປະຕິບັດແຜນງານຈຸດສຸມ ແລະ ວຽກອືນໆ ຂອງກະຊວງກະສິກໍາ ແລະ ສິງແວດ ລ້ອມ; 16. ປະຕິບັດຫ້າທີອືນ ຕາມທີກໍານົດໄວ້ໃນນິຕິກໍາອືນ ແລະ ການມອບບນາຍ ຂອງລັດຖະມົນຕີ, ຮອງລັດຖະ ມົນຕີຜູ້ຊີ່ນໍາ. ມາດຕາ 4 ຂອບເຂດສິດ ຫ້ອງການ ມີສິດ ດັ່ງນີ້: 1. ປະສານສົມທົບກັບບັນດາກົມກອງ, ສະຖາບັນ, ຫົວຫຟຫຼວຍວິຊາການລະດັບສອງ ທີ່ຂຶ້ນກັບກະຊວງ, ພາກ ສວນທີກຽວຂ້ອງ ຂັນສູນກາງ ແລະ ທ້ອງຖິນ ເພືອຮັບໃຊ້ການເຄືອນໄຫວວຽກງານທາງລັດຖະການ ຂອງຄະນະນໍາກະຊວງ; 2. ຄົ້ນຄ້ວາກວດກາເອກະສານທາງລັດຖະການ ແລະ ປະກອບຄໍາເຫັນໃສບັນດາເອກະສານຂາເຂົ້າ-ຂາອອກ ກອນຈະນ້ໍາສະເຫນີຕໍ່ ຄະນະນໍາກະຊວງ ແລະ ບັນດາກົມກອງ, ສະຖາບັນ, ຫົວຫຟ່ວຍວິຊາການລະດັບສອງ ພາຍໃນກະຊວງ ມີຄໍາເຫັນ; 3. ລົງລາຍເຊັນໃສ ຂໍ້ຕົກລົງ, ແຈ້ງການ, ຄູມືແນະນໍາ, ຫັງສືແຈ້ງຕອບ, ຫນັງສືສະເຫນີ, ຫັງສືເຊີນ, ໃບກິດ ສໍາພັນ, ສະໂນດນໍາສົ່ງ ແລະ ເອກະສານທາງການອືນໆ ຕາມພາລະບົດ ແລະ ທິດຊີ້ນໍາ ຂອງຄະນະນໍາ ກະຊວງ ພ້ອມທັງຊຸກຍູ້, ຕິດຕາມ ແລະ ກວດກາ ການຈັດຕັ່ງປະຕິບັດໃຫ້ໄດ້ຮັບຜົນດີ; // 4. ສະເຫຼີຈັດສັນ, ດັດແກ້, ອອກໃບຂໍ ຖອນງົບປະມານ ພ້ອມທັງເອກະສານຄົບຊຸດ ໃຫ້ບັນດາກົມກອງ, ສະ ຖາບັນ ແລະ ຫົວຫປ່ວຍວິຊາການລະດັບສອງ ທີຂຶ້ນກັບກະຊວງ ຕໍ່ລັດຖະມົນຕີ; 5. .ສະເຫຼີໂຈະການເບີກຈາຍຊົ່ວຄາວ ຫຼື ຢຸດການເບີກຈາຍ ໃນກໍລະນີການຈັດຕັ່ງ ຫຼື ຫົວຫປ່ວຍງົບປະມານ ໃດຫຶງ ຫາກລະເມີດລະບຽບຫຼັກການຄຸ້ມຄອງງົບປະມານ-ການເງິນ ແລະ ການບັນຊີຂອງລັດ ຫຼື ເງືອນ ໄຂອືນ ໃນສັນຍາຮວມມືຂອງບັນດາໂຄງການ ທີໄດ້ເຊັນສັນຍາກັນ ລະຫວາງ ລັດຖະບານ ແລະ ຜູ້ໃຫ້ ທຶນ; 6. ລົງລາຍເຊັນແທນລັດຖະມົນຕີ ໃສໃບອະນຸຍາດດໍາເນີນທຸລະກິດ ຕິດພັນກັບການປູກຝັງ, ລ້ຽງສັດ, ປ່າ ໄມ້, ຊົນລະປະທານ, ໂຮງງານປຸງແຕງຂັນຕົ້ນ ຕາມການການມອບບນາຍ ຂອງຄະນະນໍາກະຊວງ; 7. ຈັດ ແລະ ເຂົ້າຮ່ວມກອງປະຊຸມ ທັງຢູ່ພາຍໃນ ແລະ ຕາງປະເທດ, ເຊັນສັນຍາ, ລົງນາມເປັນພະຍານບົດ ບັນທຶກຊວຍຈໍາ ແລະ ເອກະສານສັນຍາອືນ ຕາມການຊີ້ນໍາຂອງລັດຖະມົນຕີ; ເຂົ້າຮ່ວມເຈລະຈາສັນຍາ, ເປັນຄະນະກໍາມະການຈັດຊື້-ຈັດຈ້າງ ຂອງບັນດາໂຄງການກູ້ຢືມ, ໂຄງການຊວຍເຫຼືອເພືອການພັດທະນາ, ໂຄງການລົງທຶນຂອງລັດ ແລະ ກອງທຶນ; 8. ຄົ້ນຄວ່້ານໍາສະເຫຼີຄະນະນໍາກະຊວງພິຈາລະນາ ກຽວກັບການຈັດສັນນ້າໃຊ້ຊັບສິນຂອງລັດ ທີຢູ່ໃນຄວາມ ຮັບຜິດຊອບຂອງກະຊວງ ລວມທັງງົບປະມານໃນການຈັດຊື້ ແລະ ສ້ອມແປງ; 9. ສະເຫີລັດຖະມົນຕີພິຈາລະນາ ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດບນາຍ ຫຼື ນິຕິກໍາໃຕ້ກົດຫນາຍ ຂອງກະຊວງ, ໂຈະ ຫຼື ຍົກເລີກນິຕິກໍາໃຕ້ກົດປຜນາຍ ຂອງບັນດາກົມກອງ, ສະຖາບັນ, ຫົວຫນວຍວິຊາ ການລະດັບສອງ ພາຍໃນກະຊວງ ແລະ ຂະແຫນງກະສິກໍາ ແລະ ສິງແວດລ້ອມ ຂັນທ້ອງຖິນ ທີບໍ່ສອດ ຄອງກັບກົດຫນາຍ ແລະ ນິຕິກໍາໃຕ້ກົດຫນາຍ; 10. ຕິດຕາມ ແລະ ກວດກາ ການນໍາໃຊ້ລະບົບເຕັກໂນໂລຊີ ຂໍ້ມູນ-ຂາວສານ (ICT) ແລະ ວຽກງານໂຄສະ ນາ-ປະຊາສໍາພັນ ຂອງຂະແບນງກະສິກໍາ ແລະ ສິງແວດລ້ອມ ຕາມລະບຽບການທີກໍານົດໄວ່; 11. ສະເຫຼີປັບປຸງໂຄງປະກອບກົງຈັກການຈັດຕັ່ງ, ສ້າງຕັ້ງ ຫຼື ຍຸບເລີກ ກົງຈັກການຈັດຕັ້ງ, ກໍານົດຕໍາແຫນງ ງານ, ສະເຫນີແຕ່ງຕັ້ງ, ບັນຈຸ-ສັບຊ້ອນ, ຍົກຍ້າຍ, ຄຸ້ມຄອງ, ນໍາໃຊ້, ປະຕິບັດນະໂຍບາຍຍ້ອງຍໍ, ເລືອນ ຊັ້ນ-ຂັ້ນເງິນເດືອນ ແລະ ປະຕິບັດວິໄນ ຕໍ່ພະນັກງານທີຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ; 12. ຈັດກອງປະຊຸມ, ສໍາມະນາ, ຝຶກອົບຮົມການເປັນເສນາທິການ ພ້ອມທັງຍົກລະດັບຂີດຄວາມສາມາດໃຫ້ ແກພະນັກງານ-ລັດຖະກອນ ບັນດາກົມ, ກອງ, ສະຖາບັນ, ຫົວຫຟ່ວຍວິຊາການລະດັບສອງ ແລະ ພາກ ສ່ວນກຽວຂ້ອງ ຂອງຂະແຫນງກະສິກໍາ ແລະ ສິງແວດລ້ອມ ຕາມການຕົກລົງ ຂອງລັດຖະມົນຕີ; 13. ປະຕິບັດສິດອືນ ຕາມທີກໍານົດໄວ້ໃນນິຕິກໍາອືນ ແລະ ການມອບຫນາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນໍາ.
ຫວດທີ 3 ະ ຂ້ ໂຄງປະກອບການຈັດຕັ່ງ ມາດຕາ 5 ໂຄງປະກອບກົງຈັກ ຫ້ອງການ ມີໂຄງປະກອບກົງຈັກ ດັ່ງນີ້: 1. ພະແນກບໍລິຫານ; ພະແນກເລຂານຸການ-ພິທີການ; 42. .. ະ ພະແນກຄນຄວາ-ສງລວມ; 74 ພະແນກຄຸ້ມຄອງການລົງທຶນ; ຫຂ ພະແນກການເງິນ; ພະແນກຄຸ້ມຄອງຊັບສິນຂອງລັດ; ທຫ ພະແນກນິຕິກໍາ; ພະແນກເຕັກໂນໂລຊີ ຂໍ້ມູນ-ຂາວສານ. ມາດຕາ 6 ໂຄງປະກອບດ້ານບຸກຄະລາກອນ ຫ້ອງການ ມີໂຄງປະກອບດ້ານບຸກຄະລາກອນ ດັງນີ້: 1. ຫົວຫ້າຫ້ອງການ ຈໍານວນ 01 ທານ, ຮັບຜິດຊອບຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີ ຜູ້ຊື່ນ່າຂົງ ເຂດວຽກງານ ກຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ້ອງໃນການປະຕິບັດວຽກງານ ຂອງຕົນ. ໃນເວລາຫົວຫ້າຫ້ອງການ ຕິດຂັດ ຕ້ອງມອບສິດໃຫ້ຮອງຫົວຫ້າຫ້ອງການ ທານໃດຫຶງ ຮັກສາ ການແທນ. 2. ຮອງຫົວຫ້າຫ້ອງການ ຈໍານວນຫຶງ ຊວຍຫົວຫ້າຫ້ອງການ ຊີ້ນໍາວຽກງານໃດຫຶງ ຕາມການແປງງານ ແລະ ການມອບພນາຍ; ຮັບຜິດຊອບຕໍ່ຫົວຫ້າຫ້ອງການ ກຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜອງ ຂອງວຽກງານທີຕົນຊີ່ນໍາ. ຮອງຫົວຫ້າຫ້ອງການ ຜູ້ຮັກສາການແທນ ຕ້ອງລາຍງານວຽກງານທີໄດ້ຈັດຕັ້ງປະຕິບັດໃນໄລຍະ ຮັກສາການແທນນັ້ນ ໃຫ້ຫົວຫ້າຫ້ອງການ ພາຍຫຼັງກັບມາປະຈໍາການ. 3. ຫົວຫ້າພະແນກ, ຮອງຫົວຫ້າພະແນກ ແລະ ລັດຖະກອນ ວິຊາການຈໍານວນຫຶງ ຕາມການກໍານົດຕ້າ ແຫນ່ງງານ. ສໍາລັບການບັນຈຸ, ສັບຊ້ອນ, ແຕງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ແມນປະຕິບັດ ຕາມກົດຫນາຍ ແລະ ລະບຽບການ. ຫຼວດທີ 4 ຫ້າທີ ຂອງແຕລະພະແນກ ມາດຕາ 7 ຫ້າທີ ຂອງພະແນກບໍລິຫານ ພະແນກບໍລິຫານ ມີຫ້າທີ ດັ່ງນີ້: 1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ນິຕິກໍາໃຕ້ກົດຫນາຍ ຂອງລັດຖະບານ, ກະຊວງ ແລະ ຫ້ອງການ ວາງອອກ ໃຫ້ໄດ້ຮັບຜົນດີ; 2. ຜັນຂະຫຍາຍເອົາແຜນການ, ແຜນງານ ແລະ ໂຄງການຂອງຫ້ອງການ ມາເປັນຫ້າວຽກລະອຽດ ຂອງພະ ແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; & v ° a + ະ ຂລ ລ s ະ . Y 3. ຄົນຄວ້າ ແລະ ນໍາສະເຫີ ຂໍອະນຸມັດຂໍຕົກລົງ ວາດ້ວຍການຈັດກອງປະຊຸມ (Meeting) ຢູ່ພາຍໃນ ປະເທດ ຂອງຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວຫຟ່ວຍວິຊາການລະດັບສອງ ທີຂຶ້ນກັບກະຊວງ; 4. ເອື້ອອໍານວຍຄວາມສະດວກ ໃຫ້ແກພາກສວນຕາງໆ ທີມາພົວພັນວຽກງານ ແລະ ເປັນໃຈກາງໃນການ ຄົ້ນຄວ້າ, ນໍາສະເຫີວຽກງານຈັດຕັ້ງ, ຂໍຄໍາເຫັນນໍາຄະນະນໍາຫ້ອງການ ກຽວກັບການປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກໃນລະດັບພະແນກ; 5. ຄຸ້ມຄອງ, ຈັດຕັ້ງປະຕິບັດ ແຜນລາຍຮັບ-ລາຍຈາຍງົບປະມານ ຂອງຕົນ ຕາມແຜນຈັດແປງປະຈໍາປີ ໃຫ້ ຖືກຕ້ອງ, ຄົບຖ້ວນ, ທັນເວລາ, ປະຕິບັດລາຍຈາຍງົບປະມານໃຫ້ໂປ່ງໃສ, ປະຢັດມັດທະຍັດ, ມີປະສິດທິມມ 5
ຜົນ, ໄລລຽງລາຍຈາຍໃຫ້ຖືກຕ້ອງ ຕາມສາລະບານງົບປະມານທີກໍານົດໄວ້, ປະກອບເອກະສານຂໍອະນຸ ມັດງົບປະມານ ແລະ ສະຫຼຸບລາຍຈາຍ ຂອງຕົນ ໃຫ້ຖືກຕ້ອງ ແລະ ທັນເວລາຕາມແຜນງວດ; 6. ປະສານກັບບັນດາພະແນກ ຂອງຫ້ອງການ ໃນການຄົ້ນຄວ້າ ແລະ ສ້າງບົດສະເຫີ ໂຄງການ (PCAP) ປະຈໍາ ປີ ເພື່ອສະເຫີ໊ງົບປະມານຈັດຕັ້ງປະຕິບັດວຽກງານຂອງຕົນ; 7. ຜັນຂະຫຍາຍປະຕິບັດວຽກງານ, ການສ້າງແຜນງົບປະມານປະຈໍາປີ ແລະ ດັດແກ້ງົບປະມານ 6 ເດືອນ ທ້າຍປີ, ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ ຂອງພະແນກ ປະຈໍາເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈໍາປີ ພ້ອມທັງສະຫຼຸບລາຍງານການເຄືອນໄຫວວຽກງານດັ່ງກາວ ໃຫ້ຄະນະຫ້ອງການ ຢ່າງເປັນປົກກະຕິ; 8. ຄຸ້ມຄອງພະນັກງານ-ລັດຖະກອນ, ຄົນຄວ້ານໍາສະເຫຼີ ການແຕ່ງຕັ້ງ, ຍົກຍ້າຍ, ສັບປ່ຽນຫນ້າທີ ແລະ ປອນປະ ຈໍາການ, ການປະເມີນຜົນວຽກງານ, ການດັດແກ້ຊັ່ນ-ຂັນ ປະເພດຕ່າງໆ, ເລືອນລັດຖະກອນຝຶກງານຂຶ້ນເປັນ ລັດຖະກອນສົມບູນ, ການປະຕິບັດນະໂຍບາຍ ຕໍ່ພະນັກງານ-ລັດຖະກອນ ທີຂຶ້ນກັບຫ້ອງການ; 9. ຄຸ້ມຄອງຊັບສິນ ຂອງຫ້ອງການ ເຊັ່ນ: ອາຄານ, ພາຫະນະ ແລະ ອຸປະກອນຮັບໃຊ້ຕາງໆ ຂອງຫ້ອງການ; ບໍລິຫານ, ບໍລິການ ແລະ ອໍານວຍຄວາມສະດວກໃນການປະຕິບັດວຽກງານໃຫ້ແກ ຄະນະນໍາຫ້ອງການ ແລະ ບັນດາພະແນກ ທີຂຶ້ນກັບຫ້ອງການ; 10. ເປັນໃຈກາງປະສານງານວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ໋ອຍ ພາຍໃນ ກະຊວງ; ປ້ອງກັນສະຖານທີ, ປ້ອງກັນຊັບສິນ, ປ້ອງກັນບຸກຄະລາກອນ ແລະ ປ້ອງກັນລະບົບຄວາມປອດ ໄພຖານຂໍ້ມູນຕາງໆ. ພ້ອມນີ້, ກໍປະສານງານໂດຍກົງກັບກະຊວງປ້ອງກັນຄວາມສະຫງົບ (ກົມ 200) ໃນວຽກງານດັ່ງກາວ; 11. ສ້າງ, ປັບປຸງ, ພັດທະນາ, ຄຸ້ມຄອງ ແລະ ບໍາລຸງຮັກສາ ລະບົບເຕັກໂນໂລຊີ ຂອງຫ້ອງການ ແລະ ບັນດາ ພະແນກ ທີ່ຂຶ້ນກັບຫ້ອງການ ເຊັ່ນ: ລະບົບເຄືອຂາຍຄອມພິວເຕີ-ອິນເຕີເນັດ, ການສຶສານ, ປະຊຸມ ທາງໄກ, ກ້ອງວົງຈອນປິດ ແລະ ອືນໆ; 12. ປະກອບສວນເຂົ້າໃນການພັດທະນາບັນດາວິທະຍາໄລ ທີຂຶ້ນກັບກະຊວງກະສິກໍາ ແລະ ສິງແວດລ້ອມ ໃຫ້ ມີຄວາມເຂັ້ມແຂງ; 13. ຄຸ້ມຄອງຊັບສິນ ແລະ ເອກະສານ ຂອງພະແນກຕົນ; ປະສານສົມທົບກັບບັນດາພະແນກ ຂອງຫ້ອງການ ໃນ ການສັງລວມ, ສະຫຼຸບລາຍງານວຽກງານພື້ນເດັ່ນ, ວຽກງານ 3 ສ້າງ, ບົດລາຍງານສ່ອງແສງ, ຮູບພາບ ການເຄືອນໄຫວຕ່າງໆ, ບົດລາຍງານປົກກະຕິ ແລະ ອືນໆ ກຽວກັບການຈັດຕັ້ງປະຕິບັດວຽກງານ ຂອງພະ ແນກ ແລະ ວຽກງານ ຂອງຫ້ອງການ ປະຈໍາເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ, ປະຈໍາປີ, ກາງສະໄຫນ ແລະ 5 ປີ ໃຫ້ຂັ້ນເທິງ ແລະ ພາກສ່ວນທີກຽວຂ້ອງ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ; 14. ປະຕິບັດຫ້າທີອືນ ຕາມການຕົກລົງ ແລະ ມອບຫນາຍ ຂອງຂັ້ນເທິງ.
ມາດຕາ 8 ຫ້າທີ ຂອງພະແນກເລຂານຸການ-ພິທີການ ພະແນກເລຂານຸການ-ພິທີການ ມີຫນ້າທີ ດັ່ງນີ້: 1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ນິຕິກໍາໃຕ້ກົດຫນາຍ ຂອງລັດຖະບານ, ກະຊວງ ແລະ ຫ້ອງການ ວາງອອກ ໃຫ້ໄດ້ຮັບຜົນດີ; 2. ຜັນຂະຫຍາຍເອົາແຜນການ, ແຜນງານ ແລະ ໂຄງການ ຂອງຫ້ອງການ ມາເປັນຫ້າວຽກລະອຽດ ຂອງ ພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; ,// 3. ຄົ້ນຄວ້າ, ສ້າງແຜນການເຄືອນໄຫວ ຂອງຄະນະນໍາກະຊວງ ແລະ ຄະນະນໍາຫ້ອງການ ປະສານສົມທົບກັບ ພາກສວນກຽວຂ້ອງ ທັງພາຍໃນ ແລະ ພາຍນອກ ເພືອອໍານວຍຄວາມສະດວກໃຫ້ການເຄືອນໄຫວ ຂອງ ການຄະນະນໍາກະຊວງ ແລະ ຄະນະນໍາຫ້ອງການ ຕາມແຜນທີ ໄດ້ກໍານົດໄວ້ໃນແຕລະໄລຍະ; 4. ເປັນໃຈກາງດ້ານວຽກພິທີການຮອບດ້ານ, ຮັບໃຊ້ ແລະ ອໍານວຍຄວາມສະດວກ ໃນການເຄືອນໄຫວ ຂອງການຄະນະນໍາກະຊວງ ແລະ ຄະນະນໍາຫ້ອງການ; 5. ຄຸ້ມຄອງ, ຕິດຕາມ ເອກະສານ ຂາເຂົ້າ-ຂາອອກ, ການສາລະບັນ, ການຈໍລະຈອນ ແລະ ສໍາເນົາ ເອກະສານ ຂອງກະຊວງ ແລະ ຫ້ອງການ ຝ້ານລະບົບປະຕູດຽວ, ຫັນເປັນທັນສະໄຫນ, ຮັກສາຄວາມລັບ ເອກະສານ, ຄຸ້ມຄອງຕາປະທັບ ຂອງຫ້ອງການ ແລະ ຂອງກະຊວງ; 6. ປະສານສົມທົບກັບບັນດາກົມກອງ, ສະຖາບັນ ແລະ ຫົວຫປວຍວິຊາການລະດັບສອງ ໃນການກະກຽມ ສະຖານທີ, ການບໍລິການຮັບໃຊ້ ແລະ ສິງອໍານວຍຄວາມສະດວກດ້ານຕາງໆ ໃນການຮັບແຂກພາຍໃນ ແລະ ຕາງປະເທດ ເປັນຕົ້ນ ການຈັດກອງປະຊຸມ, ການຂໍເຂົ້າພົບ, ງານພົບປະເຈລະຈາ, ພິທີເຊັນສັນຍາ ແລະ ກິດຈະກໍາຕ້າງໆ ຂອງກະຊວງ; 7. ປະສານສົມທົບກັບພາກສ່ວນທີກຽວຂ້ອງ ທົບທວນ, ຮຽບຮຽງ ເນື້ອໃນເອກະສານ ໃຫ້ຖືກຕ້ອງ, ຊັດ ເຈນ ແລະ ຮັດກຸມ ເພືອໃຫ້ຄະນະນໍາກະຊວງ ແລະ ຄະນະນໍາຫ້ອງການ ເຂົ້າຮ່ວມກອງປະຊຸມຕ່າງໆ, ງານ ພົບປະ, ພິທີຖະແຫຼງການ ແລະ ພິທີການຕ່າງໆ; 8. ຄຸ້ມຄອງຊັບສິນ ແລະ ເອກະສານ ຂອງພະແນກເລຂານຸການ-ພິທີການ ພ້ອມທັງຂຶ້ນແຜນການ, ງົບປະ ມານ ແລະ ຄົ້ນຄວາ, ເກັບກໍາຂໍ້ມູນ, ສັງລວມ, ສະຫຼຸບລາຍງານວຽກງານ ຂອງພະແນກຕົນ ປະຈໍາເດືອນ, 3 ເດືອນ 6 ເດືອນ, 9 ເດືອນ, ປະຈໍາປີ, ກາງສະໄປນ ແລະ 5 ປີ ໃຫ້ຄະນະນໍາຫ້ອງການ ແລະ ພາກສວນທີ ກຽວຂ້ອງ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ; 9. ປະຕິບັດຫ້າທີອືນ ຕາມການຕົກລົງ ແລະ ມອບຫນາຍ ຂອງຂັ້ນເທິງ.
ມາດຕາ 9 ຫ້າທີ ຂອງພະແນກຄົ້ນຄວ້າ-ສັງລວມ ພະແນກຄົ້ນຄວ້າ-ສັງລວມ ມີຫນ້າທີ ດັ່ງນີ້: 1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ນິຕິກໍາໃຕ້ກົດຫນາຍ ຂອງລັດຖະບານ, ກະຊວງ ແລະ ຫ້ອງການ ວາງອອກ ໃຫ້ໄດ້ຮັບຜົນດີ; 2. ຜັນຂະຫຍາຍເອົາແຜນການ, ແຜນງານ ແລະ ໂຄງການ ຂອງຫ້ອງການ ມາເປັນຫ້າວຽກລະອຽດຂອງພະ ແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; 3. ປະສານສົມທົບກັບພາກສວນທີກຽວຂ້ອງ ກະກຽມເນື້ອໃນກອງປະຊຸມຄະນະລັດຖະມົນຕີ, ກອງປະຊຸມ ສອງແສງກະຊວງ ປະຈໍາເດືອນ ແລະ ກອງປະຊຸມອືນໆ ຢ່າງຮອບດ້ານ; ບັນທຶກ ແລະ ແຈ້ງຜົນກອງ ປະຊຸມໃຫ້ພາກສ່ວນທີກຽວຂ້ອງຮັບຊາບ ແລະ ຈັດຕັ້ງປະຕິບັດ ພ້ອມທັງຊຸກຍູ້, ຕິດຕາມ; 4. ປະສານສົມທົບກັບພາກສ່ວນກຽວຂ້ອງ ຄົ້ນຄວ້າສັງລວມ ເພືອກະກຽມຮາງບົດປະກອບຄໍາເຫັນ, ບົດໂອ້ ລົມ, ບົດຖະແຫຼງການ ແລະ ເອກະສານອືນໆ ໃຫ້ຄະນະນໍາກະຊວງ ແລະ ຄະນະນໍາຫ້ອງການ ເຂົ້າຮ່ວມ ກອງປະຊຸມຕ່າງໆ, ງານພົບປະ, ພິທີຖະແຫຼງການ ແລະ ພິທີການຕ່າງໆ ທີອົງການກຽວຂ້ອງຈັດຂຶ້ນ; 5. ເປັນໃຈກາງປະສານງານກັບບັນດາກົມວິຊາການທີກຽວຂ້ອງ ເພືອສັງລວມບັນດາຄໍາຊື້ແຈງ, ແຈ້ງຕອບຄໍາ ຊັກຖາມ ທີມາຈາກຫ້ອງວາການສູນກາງພັກ, ຫ້ອງວາການປະທານປະເທດ, ສະພາແຫງຊາດ, ຫ້ອງ ວາການສໍານັກງານນາຍົກລັດຖະມົນຕີ ແລະ ພາກສ່ວນອືນ; ,// 7 6. ເປັນໃຈກາງປະສານສົມທົບກັບບັນດາກົມກອງ, ສະຖາບັນ, ຫົວຫຟ່ວຍວິຊາການລະດັບສອງ ໃນການພັດ ທະນາຂະແບນງກະສິກໍາ ແລະ ສິ່ງແວດລ້ອມ ຕາມທິດສາມສ່າງ ພ້ອມທັງຊຸກຍູ້, ຕິດຕາມ ແລະ ສັງລວມ ສະຫຼຸບລາຍງານວຽກງານດັ່ງກາວ ໃຫ້ຂັ້ນເທິງ ແລະ ພາກສ່ວນທີກຽວຂ້ອງ; 7. ຄົ້ນຄວ້າ, ກັນກອງ ແລະ ກວດກາ ຄວາມຖືກຕ້ອງຂອງຂໍ້ມູນ, ລາຍງານສະພາບພື້ນເດັນ, ສະພາບການ ເຄືອນໄຫວຕາງໆ ຂອງຂະແຫນງການກະສິກໍາ ແລະ ສິງແວດລ້ອມ ຕໍ່ຂັ້ນເທິງ ແລະ ພາກສ່ວນກຽວຂ່ອງ ໃນແຕລະໄລຍະ ແລະ ທັນສະພາບການ; 8. ສັງລວມຄໍາຄິດຄໍາເຫັນ, ຄໍາສະເຫນີ, ຄໍາຖາມ ຂອງພາກສວນຕາງໆ ແລະ ສັງຄົມ ເຖິງກະຊວງກະສິກໍາ ແລະ ສິງແວດລ້ອມ ເພືອຂໍທິດຊີ້ນໍາຈາກຄະນະນໍາກະຊວງ ແລະ ແຈ່ງທິດຊີ້ນໍາໃຫ້ພາກສ່ວນທີກຽວຂ້ອງ ໄປຈັດຕັ້ງປະຕິບັດ; 9. ຄົ້ນຄວ້າ, ຕິດຕາມ ແລະ ຊຸກຍູ້ ຜົນຂອງການຈັດຕັ້ງປະຕິບັດ ຄໍາສັ່ງ, ຂໍ້ຕົກລົງ, ຄໍາແນະນໍາ, ແຈ້ງການ ຂອງຂັນເທິງ ແລະ ການຊື້ນໍາຂອງຄະນະນໍາກະຊວງ ຕໍ່ບັນດາກົມກອງ, ຫ້ອງການ, ສະຖາບັນ, ຫົວ ຫຟວຍວິຊາການລະດັບສອງ, ພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ບັນດາ ແຂວງ ເພືອລາຍງານລັດຖະມົນຕີ ຢ່າງທັນການ; 10. ເປັນໃຈກາງປະສານສົມທົບກັບບັນດາກົມກອງພາຍໃນກະຊວງ ຄົນຄ້ວາ, ສັງລວມ ໃນການສະເຫນີຂໍສ້າງ ຕັ້ງ, ຕໍ່ອາຍຸການດໍາເນີນກິດຈະກໍາ, ແລະ ຕິດຕາມ ພ້ອມທັງສະຫຼຸບລາຍງານການເຄືອນໄຫວ ຂອງອົງ ການຈັດຕັ້ງທາງສັງຄົມ ທີຂຶ້ນກັບຂະແຫນງກະສິກໍາ ແລະ ສິງແວດລ້ອມ ໃນແຕລະໄລຍະ ຕາມລະບຽບ ການກໍານົດ; 11. ເປັນໃຈກາງປະສານງານ ລະຫວາງກະຊວງກະສິກໍາ ແລະ ສິງແວດລ້ອມ ແລະ ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິງແວດລ້ອມ ສະພາແຫ່ງ ສປປ ລາວ; 12. ຄຸ້ມຄອງຊັບສິນ ແລະ ເອກະສານ ຂອງພະແນກຄົນຄວ່າ-ສັງລວມ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ຄົ້ນຄວ້າ, ເກັບກໍາຂໍ້ມູນ, ສັງລວມ, ສະຫຼຸບລາຍງານວຽກງານ ຂອງພະແນກຕົນ ປະຈໍາເດືອນ, 3 ເດືອນ 6 ເດືອນ, 9 ເດືອນ, ປະຈໍາປີ, ກາງສະໄຫນ ແລະ 5 ປີ ໃຫ້ຄະນະນໍາຫ້ອງການ ແລະ ພາກສ່ວນທີ ກຽວຂ້ອງ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ; 13. ປະຕິບັດຫ້າທີອືນ ຕາມການຕົກລົງ ແລະ ມອບຫນາຍ ຂອງຂັນເທິງ.
ມາດຕາ 10 ຫ້າທີ ຂອງພະແນກຄຸ້ມຄອງການລົງທຶນ ພະແນກຄຸ້ມຄອງການລົງທຶນ ມີຫ້າທີ ດັ່ງນີ້: 1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ນິຕິກໍາໃຕ້ກົດຫນາຍ ຂອງລັດຖະບານ, ກະຊວງ ແລະ ຫ້ອງການ ວາງອອກ ໃຫ້ໄດ້ຮັບຜົນດີ; 2. ຜັນຂະຫຍາຍເອົາແຜນການ, ແຜນງານ ແລະ ໂຄງການ ຂອງຫ້ອງການ ມາເປັນຫ້າວຽກລະອຽດ ຂອງ ພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; 3. ເປັນໃຈກາງປະສານສົມທົບກັບບັນດາກົມກອງ, ສະຖາບັນ, ຫົວຫປ່ວຍວິຊາການລະດັບສອງ ພາຍໃນກະ ຊວງ ແລະ ພາກສວນອືນທີກ່ຽວຂ້ອງ ແລະ ເປັນເສນາທິການໃຫ້ຫ້ອງການກະຊວງ ໃນການຄົ້ນຄວ້າ, ປະ ກອບຄໍາເຫັນ, ຈັດປະຊຸມປະຊຸມປຶກສາຫາລື ກຽວກັບການລົງທຶນທຸລະກິດຮ່ວມ ຕາມສັນຍາກັບພາກ ເອກະຊົນພາຍໃນ ແລະ ຕ່າງປະເທດ ກຽວກັບວຽກງານກະສິກໍາ ແລະ ສິງແວດລ້ອມ, ສະເຫີຂໍຢັ້ງຢືນຮັບ ຮອງບົດວິພາກເສດຖະກິດ-ເຕັກນິກຂອງໂຄງການ ທີຕິດພັນກັບຫຼາຍກົມພາຍໃນກະຊວງ, ການສະເຫນີຂໍມມ 8 ອະນຸຍາດຜານແຜນນ້າເຂົ້າວັດຖຸດິບ, ອຸປະກອນ, ເຄືອງຈັກ ແລະ ພາຫະນະຮັບໃຊ້ການຜະລິດໂດຍກົງ ແລະ ວຽກງານອືນທີກຽວຂ້ອງ ບົນພື້ນຖານຖືກຕ້ອງຕາມລະບຽບກົດບນາຍ; ເປັນໃຈກາງປະສານສົມທົບກັບບັນດາກົມວິຊາການ, ພາກສວນທີກຽວຂ້ອງ ແລະ ເປັນເສນາທິການ ໃຫ້ ຫ້ອງການກະຊວງ ໃນການຄົ້ນຄວ້າ, ປະກອບຄໍາເຫັນ ກຽວກັບການສະເຫນີຂໍອອກ ແລະ ຂໍຕໍ່ອາຍຸໃບ ອະນຸຍາດດໍາເນີນທຸລະກິດກະສິກໍາ ແລະ ສິ່ງແວດລ້ອມ ດ້ານການປູກຝັງ, ລ້ຽງສັດ, ປາໄມ້, ຊົນລະປະ ທານ ແລະ ໂຮງງານປຸງແຕ່ງກະສິກໍາຂັ້ນຕົ້ນ ບົນພື້ນຖານ ຕາມກົດຫນາຍ ແລະ ລະບຽບການ, ພ້ອມທັງ ເກັບເອົາຄາທໍານຽມໃບອະນຸຍາດດໍາເນີນທຸລະກິດກະສິກໍາ ແລະ ສິງແວດລ້ອມ, ໃບອະນຸຍາດດໍາເນີນກິດ ຈະການໂຮງງານປຸງແຕງກະສິກໍາ; ເປັນຫຟ່ວຍງານປະສານງານວຽກງານບໍລິການການລົງທຶນປະຕູດຽວ; ສ້າງ, ປັບປຸງ ແບບແຜນວິທີເຮັດ ວຽກ, ກົນໄກການປະສານງານ, ຄົ້ນຄວ້າການລົງທຶນຜ່ານປະຕຸດຽວໃຫ້ວອງໄວຫຼຸດຜ້ອນຫຼາຍຂອດ-ຫຼາຍ ຂັ້ນ, ລະບົບການຄຸ້ມຄອງລະບົບຖານຂໍ້ມູນ, ສະຖິຕິ ແລະ ລະບົບການລາຍງານ ກຽວກັບວຽກງານການ ລົງທຶນ ໃນຂະແຫນງກະສິກໍາ ແລະ ສິງແວດລ້ອມ ໃຫ້ເປັນເອກະພາບກົມກຽວກັນ ນັບແຕ່ສູນກາງຮອດ ທ້ອງຖິນ; ເປັນໃຈກາງປະສານສົມທົບກັບ ບັນດາກົມວິຊາການ, ພາກສ່ວນທີກຽວຂ່ອງ ຄົ້ນຄວ້າ, ສ້າງ ແລະ ປັບປຸງ ລະບຽບການຄຸ້ມຄອງ, ສ້າງບັນຊີກິດຈະການວຽກງານການລົງທຶນ, ການປຸງແຕ່ງ ຂອງຂະແຫນງກະສິກໍາ ແລະ ສິງແວດລ້ອມ; ເປັນໃຈກາງປະສານງານ, ອໍານວຍຄວາມສະດວກ ໃຫ້ກົມວິຊາການກຽວຂ້ອງ ຄົ້ນຄວ້າສະເຫນີຫ້ອງການ ອອກໃບອະນຸຍາດດໍາເນີນທຸລະກິດການຜະລິດ, ການປຸງແຕງກະສິກໍາຂັນຕົ້ນ ຕາມການມອບຫນາຍ ແລະ ສອດຄອງຕາມກົດຫນາຍ ແລະ ລະບຽບການ; ໂຄສະນາ, ເຜີຍແຜ່, ພົວພັນຮ່ວມມື, ສະຫນອງຂໍ້ມູນ ຂາວສານທີຈໍາເປັນ, ສ້າງສະພາບແວດລ້ອມ, ເງືອນ ໄຂອໍານວຍຄວາມສະດວກໃຫ້ແກຜູ້ລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕາງປະເທດ ໃນການດໍາ ເນີນການບໍລິການການລົງທຶນປະຕູດຽວ ແລະ ດ້ານອືນໆ ທີຖືກຕ້ອງຕາມລະບຽບກົດຫນາຍ; ລະດົມຂົນ ຂວາຍການລົງທຶນ ແລະ ຍາດແຢງການຊວຍເຫຼືອປະກອບສວນພັດທະນາຂະແບນງກະສິກໍາ ແລະ ສິງແວດ ລ້ອມ; ເຂົ້ຮ່ວມກອງປະຊຸມປຶກສາຫາລື ກຽວກັບວຽກງານສົ່ງເສີມການລົງທຶນ ທີຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຂະແຫນງອຸດສາຫະກໍາ ແລະ ການຄ້າ ຈັດຂຶ້ນຕາມບົດບາດຫ້າທີ ແລະ ກອງ ປະຊຸມຕາງໆ ທີ່ໄດ້ກໍານົດອອກ ຕາມການຕົກລົງ ແລະ ມອບຫນາຍຂອງຂັ້ນເທິງ; 10. ຊູກຍູ່, ຕິດຕາມ, ກວດກາ ແລະ ການປະເມີນຜົນ ກຽວກັບການເຄືອນໄຫວວຽກງານກິດຈະການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕາງປະເທດ ໃນຂະແຫນງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມທັງລາຍ ງານໃຫ້ຂັ້ນເທິງຮັບຊາບ ຢ່າງເປັນປົກກະຕິ ແລະ ຕໍ່ເນືອງ; 11. ຄຸ້ມຄອງຊັບສິນ ແລະ ເອກະສານ ຂອງພະແນກຄຸ້ມຄອງການລົງທຶນ, ຂຶ້ນແຜນການ, ງົບປະມານ, ສ້າງ ແຜນການເຄືອນໄຫວວຽກງານ; ຄົ້ນຄວ້າ, ເກັບກໍາຂໍ້ມູນ, ສັງລວມ, ສະຫຼຸບລາຍງານວຽກງານສົ່ງເສີມ, ຄຸ້ມຄອງການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕາງປະເທດ ໃນຂະແຫນງກະສິກໍາ ແລະ ສິ່ງແວດ ລ້ອມ ປະຈໍາເດືອນ, 3 ເດືອນ 6 ເດືອນ, 9 ເດືອນ, ປະຈໍາປີ, ກາງສະໄປນ ແລະ 5 ປີ ໃຫ້ຄະນະນໍາ ຫ້ອງການ ແລະ ພາກສວນທີກຽວຂ້ອງ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ; 12. ປະຕິບັດຫ້າທີອືນ ຕາມການຕົກລົງ ແລະ ມອບບນາຍ ຂອງຂັນເທິງ. Vs 9
ມາດຕາ 11 ຫ້າທີ ຂອງພະແນກການເງິນ ພະແນກການເງິນ ມີຫ້າທີ ດັ່ງນີ້: 1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ນິຕິກໍາໃຕ້ກົດຫນາຍ ຂອງລັດຖະບານ, ກະຊວງ ແລະ ຫ້ອງການ ວາງອອກ ໃຫ້ໄດ້ຮັບຜົນດີ; 2. ຜັນຂະຫຍາຍເອົາແຜນການ, ແຜນງານ ແລະ ໂຄງການຂອງຫ້ອງການ ມາເປັນຫ້າວຽກລະອຽດ ຂອງພະ ແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; 3. ຄົ້ນຄວ້າ, ຜັນຂະຫຍາຍ ຄໍາແນະນໍາ, ແຈ້ງການ, ຂໍ້ຕົກລົງ ແລະ ລະບຽບຫຼັກການຕາງໆ ທີຕິດພັນກັບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ນໍາໃຊ້ງົບປະມານແຫງລັດ ນໍາສະເຫນີການນໍາຂັ້ນເທິງພິຈາ ລະນາຮັບຮອງ ເພືອເປັນປອນອີງໃນການຈັດຕັ້ງປະຕິບັດແຜນ ລາຍຮັບ-ລາຍຈາຍ ງົບປະມານແຫ່ງລັດ ຂອງກະຊວງກະສິກໍາ ແລະ ສິງແວດລ້ວມ ໃຫ້ສາມາດຈັດຕັ່ງປະຕິບັດໄດ້ຢ່າງຖືກຕ້ອງ, ຄົບຖ້ວນ, ທັນ ເວລາ, ໂປ່ງໃສ, ປະຢັດມັດທະຍັດ, ມີປະສິດທິຜົນ ແລະ ໄປຕາມລະບຽບຫຼັກການ ແລະ ກົດຫນາຍ ວາງ ອອກ; 4. ສ້າງແຜນງົບປະມານປະຈໍາປີ, ແຜນໄລຍະກາງ ສາມປີ ແລະ ກໍານົດກອບງົບປະມານສອງປີຖັດໄປ ໃຫ້ບັນ ດາກົມ, ສະຖາບັນ ແລະ ຫົວຫນວຍວິຊາການຂັ້ນສອງ ຂຶ້ນກັບກະຊວງ ພ້ອມທັງສັງລວມແຜນດັດແກ້ ຈົບປະມານແຫງລັດ ປະຈໍາປີ ໃນກໍລະນີທີມີລາຍຮັບເກີນ ຫຼື ຫຼຸດແຜນງົບປະມານ ຂອງບັນດາກົມ, ສະຖາ ບັນ ແລະ ຫົວຫນ່ວຍວິຊາການຂັ້ນສອງ ຂຶ້ນກັບກະຊວງ ນໍາສະເຫນີກະຊວງການເງິນ ພິຈາລະນາ ຕາມລະ ບຽບການ; 5. ຄຸ້ມຄອງແຜນງົບປະມານປະຈໍາປີ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໃຫ້ຖືກຕ້ອງ, ຄົບຖ້ວນ, ປະ ຕິບັດລາຍຈາຍງົບປະມານ ໃຫ້ທັນຕາມແຜນງວດ, ໂປ່ງໃສ, ປະຢັດມັດທະຍັດ, ມີປະສິດທິຜົນ, ເອກະພາບໃນຂອບເຂດທົ່ວກະຊວງ ແລະ ທ້ອງຖິນ ຍົກສູງຄວາມຮັບຜິດຊອບດ້ານວຽກງານການ ເງິນ-ການບັນຊີ ຂອງບັນດາກົມ, ສະຖາບັນ, ຫົວຫນ່ວຍວິຊາການຂັ້ນສອງ ແລະ ບັນດາຫົວຫປ່ວຍລາຍ ຮັບ-ລາຍຈາຍ ຄາບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ ຂຶ້ນກັບກະຊວງ; 6. ຄົ້ນຄ້ວາ, ຈັດແປງ ແຜນລາຍຈາຍງົບປະມານແຫງລັດ ໄລຍະ 06 ເດືອນຕົ້ນປີ ແລະ ແຜນລາຍຈາຍ ປະຈໍາປີ ໃຫ້ບັນດາກົມ, ສະຖາບັນ ແລະ ຫົວຫຟ່ວຍວິຊາການຂັ້ນສອງ ຂຶ້ນກັບກະຊວງ ໄດ້ຈັດຕັ້ງປະຕິບັດ ຕາມລະບຽບຫຼັກການ ວາງອອກ; 7. ຄົ້ນຄວ້າ, ນໍາສະເຫີຂັ້ນເທິງ ກຽວກັບການຂໍອະນຸມັດຂໍ້ຕົກລົງ ວາດ້ວຍການແຕງຕັ່ງພະນັກງານລົງເຄືອນ ໄຫວວຽກງານຢູ່ທ້ອງຖິນ ທີຕິດພັນກັບການປະກອບເອກະສານຂໍຖອນງົບປະມານ ຈາກກະຊວງການເງິນ ໃຫ້ບັນດາກົມ, ສະຖາບັນ, ຫົວຫຟ່ວຍວິຊາການລະດັບສອງ ແລະ ບັນດາຫົວຫນ່ວຍລາຍຮັບ-ລາຍຈາຍຄາ ບໍລິການວິຊາການ ແລະ ກອງທຶນຂອງລັດ ຂຶ້ນກັບກະຊວງ; 8. ຕິດຕາມການເບີກຈາຍ, ການນໍາໃຊ້ງົບປະມານ ຂອງບັນດາກົມ, ສະຖາບັນ, ຫົວຫວຍວິຊາການຂັ້ນສອງ ແລະ ບັນດາຫົວຫນ່ວຍລາຍຮັບ-ລາຍຈາຍຄາບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ ຂຶ້ນກັບ ກະຊວງ ຢູ່ຂັ້ນສູນກາງ ແລະ ທ້ອງຖິນ; 9. ຊຸກຍູ້, ຕິດຕາມການອະນຸມັດລາຍຈ້າຍງົບປະມານແຫງລັດ ໃນພາກ 60, 61, 62, 63, 66 ແລະ ພາກ 67 ຂອງກະຊວງ ໃຫ້ອະນຸມັດໄດ້ທັນກັບກໍານົດເວລາ, ໄປຕາມແຜນງວດ ແລະ ແຜນປີ ກໍານົດໄວ້ ພ້ອມ ທັງສັງລວມບົດສະຫຼຸບ ລາຍຮັບ-ລາຍຈາຍ ງົບປະມານ ປະຈໍາ 03 ເດືອນ, 06 ເດືອນ, 09 ເດືອນ ແລະ ບົດສະຫຼຸບປະຈໍາປີ ຂອງບັນດາກົມ, ສະຖາບັນ, ຫົວຫປ່ວຍວິຊາການຂັນສອງ ແລະ ບັນດາຫົວຫປ່ວຍລາຍ ຮັບ-ລາຍຈາຍຄາບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ; ,//
10 10. ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຈັດຕັງປະຕິບັດ ດ້ານລາຍຮັບ-ລາຍຈາຍ ວິຊາການ ແລະ ກອງ ທຶນ ໃຫ້ຖືກຕ້ອງຕາມແຜນງົບປະມານ ທີຜ່ານສະພາຮັບຮອງໃນແຕລະປີ ບົນພື້ນຖານການແຈ້ງແຜນຕົວ ເລກຈັດແປງຂອງຂັ້ນເທິງ; 11. ປະສານສົມທົບກັບບັນດາຫົວຫປ່ວຍວິຊາການ ແລະ ກອງທຶນຂອງລັດ ຂຶ້ນກັບກະຊວງ, ພາກສວນທີ ກຽວຂ້ອງ ແລະ ທ້ອງຖິນ ໃນການສ້າງແຜນລາຍຮັບ-ລາຍຈາຍ ງົບປະມານແຫງລັດ; 12. ເກັບລາຍຮັບຈາກຄາທໍານຽມ, ຄາບໍລິການ ການຕໍ່ອາຍຸໃບອະນຸຍາດດໍາເນີນທຸລະກິດ, ການອອກໃບອະນຸ ຍາດດໍາເນີນທຸລະກິດກະສິກໍາ ແລະ ສິງແວດລ້ອມ ສະບັບໃຫນ ມອບເຂົ່າງົບປະມານແຫງລັດ (ພາກ 82); 13. ສັງລວມ, ຕິດຕາມ ແລະ ກວດກາ ແຜນລາຍຈາຍງົບປະມານຕາມແຜນຈັດແປງໃຫ້ບັນດາກົມ, ສະຖາ ບັນ, ຫົວຫວຍວິຊາການຂັນສອງ ແລະ ຫົວຫປ່ວຍລາຍຮັບ-ລາຍຈາຍ, ຄາບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ ຂຶ້ນກັບກະຊວງ ເປັນສອງໄລຍະຄື 06 ເດືອນຕົ້ນປີ ແລະ 06 ເດືອນທ້າຍປີ; 14. ປະສານສົມທົບກັບບັນດາກົມ, ສະຖາບັນ, ຫົວຫນ່ວຍວິຊາການຂັນສອງ ແລະ ຫົວຫປ່ວຍລາຍຮັບ-ລາຍ ຈາຍວິຊາການ ແລະ ກອງທຶນຂອງລັດ ຂຶ້ນກັບກະຊວງ ເພືອເກັບກໍາຂໍ້ມູນການນໍາໃຊ້ລາຍຈາຍງົບປະມານ ຕົວຈິງ ທຽບໃສແຜນເບື່ອງຕົ້ນ; 15. ຕິດຕາມການປະຕິບັດແຜນລາຍຈາຍບ້ວງເງິນອາຊຽນ ຈາກບັນດາກົມ, ສະຖາບັນ ແລະ ຫົວຫນ່ວຍວິຊາ ການຂັ້ນສອງ ຂຶ້ນກັບກະຊວງ ໃນວຽກງານຮັບໃຊ້ກອງປະຊຸມ, ຝຶກອົບຮົມ ແລະ ວຽກງານສໍາມະນາ ຕາງໆຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ; 16. ຄຸ້ມຄອງດ້ານຫຼັກການ, ລະບຽບການ ແລະ ມາດຕະການກຽວກັບການຄຸ້ມຄອງ, ຕິດຕາມກວດກາ ການ ເຄືອນໄຫວວຽກງານຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ຂອງບັນດາກົມ, ສະຖາບັນ, ຫົວຫປ່ວຍວິຊາການ ຂັ້ນສອງ ແລະ ບັນດາຫົວຫປ່ວຍລາຍຮັບ-ລາຍຈາຍ, ຄາບໍລິການ ທາງດ້ານວິຊາການ ແລະ ກອງທຶນຂອງ ລັດ ຂຶ້ນກັບກະຊວງ ໄດ້ປະຕິບັດຢ່າງຖືກຕ້ອງ ແລະ ເປັນເອກະພາບຮວມກັນໃນຂອບເຂດທົ່ວປະເທດ; 17. ກວດກາຄວາມຖືກຕ້ອງ, ຄົບຖ້ວນ ໃນການນໍາສະເຫນີຂໍອະນຸມັດ ຂໍ້ຕົກລົງ ວາດ້ວຍການແຕ່ງຕັ້ງຄະນະ ກໍາມະການຮັບຜິດຊອບການປະມູນ, ຂໍ້ຕົກລົງ ວາດ້ວຍການຮັບຮອງເອົາຜູ້ຊະນະການປະມູນ ແລະ ບັນ ດາເອກະສານຕ່າງໆທີຕິດພັນກັບການປະມູນ ສະເຫີຂັ້ນເທິງພິຈາລະນາອະນຸມັດຕາມລະບຽບການ; 18. ນໍາພາ, ຄຸ້ມຄອງ ດ້ານຫຼັກການ, ລະບຽບການ ແລະ ມາດຕະການ ກຽວກັບວຽກງານບັນຊີ ຂອງບັນດາ ບັນດາກົມ, ສະຖາບັນ, ຫົວຫຟ່ວຍວິຊາການຂັ້ນສອງ ຂຶ້ນກັບກະຊວງ ໃຫ້ສາມາດປະຕິບັດວຽກງານບັນຊີ ໄດ້ຢ່າງເຂັ້ມແຂງ, ໂປ່ງໃສ ແລະ ເປັນເຄືອງມືໃນການຄຸ້ມຄອງການເງິນ ຂອງຕົນໄດ້ຢ່າງມືປະສິດທິພາບ; 19. ຄຸ້ມຄອງບັນຊີເງິນສົດ, ເງິນຝາກທະນາຄານ ຂອງບັດາກົມ, ສະຖາບັນ, ຫົວຫນ່ວຍວິຊາການຂັ້ນສອງ ແລະ ບັນດາຫົວຫນ່ວຍລາຍຮັບ-ລາຍຈາຍຄາບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ ຂຶ້ນກັບ ກະຊວງ ຢ່າງລວມສູນ; 20. ຕິດຕາມບົດສະຫຼຸບລາຍຈາຍ ຕາມແຜນຈັດແປງປະຈໍາງວດ ແລະ ປະຈໍາປີ ຂອງຫ້ອງການ, ບັນດາກົມ, ສະຖາບັນ ແລະ ບັນດາຫົວຫນວຍວິຊາການລະດັບສອງ ຂຶ້ນກັບກະຊວງ ເພືອລົງບັນຊີໃຫ້ຖືກຕ້ອງເຂົ້າໃນ ລະບົບ ຄຸ້ມຄອງການເງິນແຫງລັດ (LIFMIS) ລາຍງານຕໍ່ກະຊວງການເງິນ ແລະ ຂໍ້ມູນພື້ນຖານໃນເວລາ ມີການກວດສອບປະຈໍາປີ ຈາກອົງການກວດສອບແຫງລັດ; 21. ປະຕິບັດວຽກງານການກວດກາສູນໂມງ, ການສະຫຼຸບຂາດຕົວງົບປະມານແຫ່ງລັດ ແລະ ການກວດສອບ ທາງດ້ານບັນຊີ-ການເງິນ ປະຈໍາປີ ຮວມກັບບັນດາກົມ, ສະຖາບັນ, ບັນດາຫົວຫຟວຍວິຊາການຂຶ້ນສອງ ແລະ ບັນດາຫົວຫນ່ວຍລາຍຮັບ-ລາຍຈາຍຄາບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ ຂຶ້ນກັບ ກະຊວງ ຕາມລະບຽບຫຼັກການ ແລະ ກົດຫນາຍ ກໍານົດໄວ້; 22. ຄຸ້ມຄອງຊັບສິນ ແລະ ເອກະສານ ຂອງພະແນກການເງິນ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ຄົ້ນ,/,
11 ຄວ້າ, ເກັບກໍາຂໍ້ມູນ, ສັງລວມ, ສະຫຼຸບລາຍງານວຽກງານ ຂອງພະແນກຕົນ ປະຈໍາເດືອນ, 3 ເດືອນ 6 ເດືອນ, 9 ເດືອນ, ປະຈໍາປີ, ກາງສະໄຫນ ແລະ 5 ປີ ໃຫ້ຄະນະນໍາຫ້ອງການ ແລະ ພາກສວນທີກຽວຂ່ອງ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ; 23. ປະຕິບັດຫ້າທີອືນ ຕາມການຕົກລົງ ແລະ ມອບບນາຍ ຂອງຂັນເທິງ. ມາດຕາ 12 ຫ້າທີ ຂອງພະແນກຄຸ້ມຄອງຊັບສິນຂອງລັດ ພະແນກຄຸ່ມຄອງຊັບສິນຂອງລັດ ມີຫ້າທີ ດັ່ງນີ້: 1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ນິຕິກໍາໃຕ້ກົດຫນາຍ ຂອງລັດຖະບານ, ກະຊວງ ແລະ ຫ້ອງການ ວາງອອກ ໃຫ້ໄດ້ຮັບຜົນດີ; 2. ຜັນຂະຫຍາຍເອົາແຜນການ, ແຜນງານ ແລະ ໂຄງການ ຂອງຫ້ອງການ ມາເປັນຫ້າວຽກລະອຽດ ຂອງ ພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; 3. ຂຶ້ນທະບຽນ, ເກັບກໍາລາຍການຊັບສິນ, ຄຸ່ມຄອງການນໍາໃຊ້, ຕິດຕາມ, ກວດກາ, ຄົ້ນຄວ້າຈັດສັນ ດຸນ ດຽງການນໍາໃຊ້ ແລະ ນໍາສະເຫີຍຸບ, ສະສາງຊັບສິນຂອງລັດ ປະເພດສັງຫາລິມະຊັບ ແລະ ອະສັງຫາລິມະ ຊັບ ທີຢູ່ໃນການຄຸ້ມຄອງຂອງຂະແຫນງກະສິກໍາ ແລະ ສິ່ງແວດລ້ອມ ນໍາສະເຫີລັດຖະມົນຕີ ພິຈາລະນາ; 4. ຄຸ້ມຄອງບັນຊີສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ຂອງໂຄງການລົງທຶນຂອງລັດ, ໂຄງການຊວຍເຫຼືອ ແລະ ກູ້ຢືມ ຂອງຂະແຫນງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມທັງຄຸ້ມຄອງ, ຕິດຕາມ ແລະ ກວດກາ ການ ນໍາໃຊ້ຊັບສິນດັງກາວ ໃນໄລຍະປະຕິບັດໂຄງການ ຕາມກົດຫນາຍ ແລະ ລະບຽບການ. ພາຍຫຼັງສິ້ນສຸດ ໂຄງການ ສົມທົບກັບກົມແຜນການ ແລະ ການຮວມມື ແລະ ພາກສ່ວນທີກຽວຂ້ອງ ລົງກວດກາຕີລາຄາ ຊັບສິນ ເພືອຖອນຄືນ, ຈັດສັນ ແລະ ແປງປັນ ຕາມລະບຽບການ ແລະ ນໍ້າສະເຫີລາຍງານລັດຖະມົນຕີ; 5. ປະສານສົມທົບກັບກົມແຜນການ ແລະ ການຮວມມື ເພືອນໍາສະເຫນີຂໍອະນຸມັດສືບຕໍ່ນໍາໃຊ້ພາຫະນະ ແລະ ວັດຖຸອຸປະກອນ ຂອງບັນດາໂຄງການ ການຊວຍເຫຼືອທາງການເພືອການພັດທະນາ (ODA) ແລະ ກູ້ຢືມ ທີ ໄດ້ສິ້ນສຸດ ເພືອໃສແຜນອະນຸມັດສະເຫີກະຊວງການເງິນ ຕາມກົດຫນາຍ ແລະ ລະບຽບການ ທີວາງໄວ້; 6. ສ້າງ, ປັບປຸງ ແລະ ນໍາໃຊ້ລະບົບຖານຂໍ້ມູນທີທັນສະໄຫນ ເຂົ້າໃນການຄຸ່ມຄອງຊັບສິນ ຂອງຂະແຫນງກະສິ ກໍາ ແລະ ສິ່ງແວດລ້ອມ ເພືອຮັບປະກັນການສະຫນອງຂໍ້ມູນການຄຸ້ມຄອງນໍາໃຊ້ຊັບສິນຂອງລັດ ໃຫ້ຮັດ ກຸມ, ທັນການ ແລະ ຖືກຕ້ອງຕາມກົດຫນາຍ ແລະ ລະບຽບການ; 7. ຕິດຕາມ, ກວດກາ, ຕີລາຄາ, ສະຫຼຸບ, ລາຍງານສູນໂມງ ແລະ ສະເຫີທິດທາງແຜນການໃນຕໍ່ຫ້າ ໃນ ການຄຸ້ມຄອງຊັບສິນ ຂອງຂະແບນງກະສິກໍາ ແລະ ສິ່ງແວດລ້ອມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສູງ, 8. ເຂົ້າຮວມເປັນຄະນະຈັດຊື່-ຈັດຈ້າງ ຂອງບັນດາໂຄງການ ທຶນຊວຍເຫຼືອທາງການເພືອການພັດທະນາ (ODA), ໂຄງການທຶນກູ້ຢືມ ແລະ ໂຄງການຈັດຊື້-ຈັດຈ້າງ ວັດຖຸອຸປະກອນດ້ວຍທຶນຂອງລັດ; 9. ຄຸ້ມຄອງຊັບສິນ ແລະ ເອກະສານ ຂອງພະແນກຄຸ້ມຄອງຊັບສິນຂອງລັດ ພ້ອມທັງຂຶ້ນແຜນການ, ງົບປະ ມານ; ຄົ້ນຄວ້າ, ເກັບກໍາຂໍ້ມູນ, ສັງລວມ, ສະຫຼຸບລາຍງານວຽກງານ ຂອງພະແນກຕົນ ປະຈໍາເດືອນ, 3 ເດືອນ 6 ເດືອນ, 9 ເດືອນ, ປະຈໍາປີ, ກາງສະໄຫນ ແລະ 5 ປີ ໃຫ້ຄະນະນໍາຫ້ອງການ ແລະ ພາກສ່ວນທີ ກຽວຂ້ອງ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ; 10. ປະຕິບັດຫ້າທີອືນ ຕາມການຕົກລົງ ແລະ ມອບຫນາຍ ຂອງຂັ້ນເທິງ. -
12 ມາດຕາ 13 ຫ້າທີ ຂອງພະແນກນິຕິກໍາ ພະແນກນິຕິກໍາ ມີຫນ້າທີ ດັ່ງນີ້: ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ນິຕິກໍາໃຕ້ກົດຫນາຍ ຂອງລັດຖະບານ, ກະຊວງ ແລະ ຫ້ອງການ ວາງອອກ ໃຫ້ໄດ້ຮັບຜົນດີ; ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງຫ້ອງການ ມາເປັນຫ້າວຽກລະອຽດ ຂອງພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; ສັງລວມແຜນການສ້າງ ແລະ ປັບປຸງກົດຫນາຍ ຂອງຂະແບນງກະສິກໍາ ແລະ ສິງແວດລ້ອມ ໃຫ້ການນໍາ ກະຊວງ ສະເຫນີລັດຖະບານ ພິຈາລະນານໍາສະເຫີຕໍ່ສະພາແຫງຊາດ ຮັບຮອງ; ປະສານສົມທົບກັບບັນດາກົມ, ກອງ, ສະຖາບັນ ແລະ ຫົວຫນ່ວຍວິຊາການລະດັບສອງ ພາຍໃນກະຊວງ, ອ້ອມຂ້າງກະຊວງ ສັງລວມແຜນການສໍາງ ແລະ ປັບປຸງນິຕິກໍາໃຕ້ກົດຫນາຍ, ຍຸດທະສາດ ແລະ ເອກະສານ ອືນໆ ປະຈໍາ 6 ເດືອນ ແລະ ປະຈໍາປີ; ຄົ້ນຄວ້າ, ສັງລວມ, ສໍາເນົາ ແລະ ເກັບກໍາບັນດາກົດຫນາຍ ແລະ ນິຕິກໍາໃຕ້ກົດຫນາຍ ຂອງຂະແຫນງກະສິກໍາ ແລະ ສິງແວດລ້ອມ ເພືອຜັນຂະຫຍາຍເປັນອັນສະເພາະ ພ້ອມທັງຄົ້ນຄວ້າ, ວິເຄາະ-ວິໄຈ ບັນດານິຕິກໍາ ຂອງຂະແຫນງການອືນ ທີຂັດກັນ ຫຼື ເປັນຊ່ອງວາງ ນໍາສະເຫນີຕໍ່ຂັ້ນເທິງ ພິຈາລະນາ, ປັບປຸງ ແລະ ແກ້ໄຂ ໃຫ້ແທດເບນາະກັບສະພາບຄວາມເປັນຈິງໃນການພັດນາເສດຖະກິດ-ສັງຄົມ ແຫງຊາດ ໃນແຕລະໄລຍະ; ປະສານສົມທົບກັບບັນດາກົມ, ກອງ, ສະຖາບັນ ແລະ ຫົວຫປວຍວິຊາການລະດັບສອງ ທີຂຶ້ນກັບກະຊວງ ໂຄສະນາເຜີຍແຜ່ກົດບນາຍ ແລະ ນິຕິກໍາໃຕ້ກົດຫນາຍ ຂອງຂະແຫນງກະສິກໍາ ແລະ ສິງແວດລ້ອມ; ກວດກາ ເນື້ອໃນ ແລະ ເຕັກນິກ ການສໍາງນິຕິກໍາ ລວມທັງຢັ້ງຢືນຄວາມສອດຄອງທາງດ້ານກົດຫນາຍ ຂອງຂະແຫງງກະສິກໍາ ແລະ ສິ່ງແວດລ້ອມ ເພື່ອສະເຫີຫົວຫ້າຫ້ອງການ ມີຄໍາເຫັນ ກອນນໍາສະເຫີຕໍ່ ລັດຖະມົນຕີ ພິຈາລະນາ; ຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ຮາງກົດຫນາຍ, ນິຕິກໍາໃຕ້ກົດຫນາຍ ລວມທັງນະໂຍບາຍ, ຍຸດທະສາດ ແລະ ສົນທິສັນຍາສາກົນຈາກຂະແຫນງການອືນ ໂດຍການປະສານສົມທົບກັບພາກສວນກຽວຂ້ອງ ພາຍ ໃນຂະແຫນງກະສິກໍາ ແລະ ສິງແວດລ້ອມ ພ້ອມທັງຄົ້ນຄວ້ານໍາສະເຫນີການຫັນປ່ຽນປະເພດທີດິນ ຂອງ ໂຄງການລົງທຶນ ແລະ ກິດຈະການຕ່າງໆ; ຊຸກຍູ່, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ່ງປະຕິບັດກົດຫນາຍ, ນິຕິກໍາໃຕ້ກົດຫນາຍ ແລະ ຍຸດທະສາດ ຂອງຂະແຫນງກະສິກໍາ ແລະ ສິງແວດລ້ອມ ລວມທັງນິຕິກໍາ ຂອງຂະແຫນງການສາຍຕັ້ງຢູ່ ທ້ອງຖິ່ນ ເພືອລາຍງານຕໍ່ລັດຖະມົນຕີ ໃນແຕລະໄລຍະ; 10. ປະສານສົມທົບກັບກົມ, ກອງ, ສະຖາບັນ ຫົວຫນ່ວຍວິຊາການລະດັບສອງ ຄົ້ນຄວ່າການໂຈະ ຫຼື ຍົກເລີກ ນິຕິກໍາໃຕ້ກົດຫນາຍ ຂອງຂະແຫນງກະສິກໍາ ແລະ ສິ່ງແວດລ້ອມ ຂັນສູນກາງ ແລະ ທ້ອງຖິນ ທີບໍ່ສອດ ຄອງກັບກົດຫນາຍ ແລະ ນິຕິກໍາໃຕ້ກົດຫນາຍ; 11. ເຂົ້າຮ່ວມໃນຄະນະຮັບຜິດຊອບ ສ່າງ ຫຼື ປັບປຸງນິຕິກໍາ ຂອງກະຊວງກະສິກໍາ ແລະ ສິງແວດລ້ອມ ແລະ ຂອງຂະແຫນງການອືນ; 12. ສົມທົບກັບບັນດາກົມ, ກອງ, ສະຖາບັນ ແລະ ຫົວຫປ່ວຍວິຊາການລະດັບສອງ ແລະ ຂະແຫນງສາຍຕັ້ງຢູ່ ທ້ອງຖິນ ເພືອໂຄສະນາເຜີຍແຜນິຕິກໍາ ຂອງຂະແຫນງກະສິກໍາ ແລະ ສິງແວດລ້ອມ ໃຫ້ສັງຄົມໄດ້ຮັບຮູຸ້ ແລະ ຈັດຕັ່ງປະຕິບັດຢ່າງທົ່ວເຖິງ; ,/,
13 13. ຄຸ້ມຄອງຊັບສິນ ແລະ ເອກະສານ ຂອງພະແນກນິຕິກໍາ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ຄົນ ຄວ້າ, ເກັບກໍາຂໍ້ມູນ, ສັງລວມ, ສະຫຼຸບລາຍງານວຽກງານ ຂອງພະແນກຕົນ ປະຈໍາເດືອນ, 3 ເດືອນ 6 ເດືອນ 9 ເດືອນ, ປະຈໍາປີ, ກາງສະໄຫນ ແລະ 5 ປີ ໃຫ້ຄະນະນໍາຫ້ອງການ ແລະ ພາກສວນທີກຽວຂ່ອງ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ; 14. ປະຕິບັດຫ້າທີອືນ ຕາມການຕົກລົງ ແລະ ມອບຫນາຍ ຂອງຂັນເທິງ. ມາດຕາ 14 ຫາທີ ຂອງພະແນກເຕັກໂນໂລຊີ ຂໍ້ມູນ-ຂາວສານ ພະແນກເຕັກໂນໂລຊີ ຂໍ້ມູນ-ຂາວສານ ມີຫ້າທີ ດັ່ງນີ້: 1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ນິຕິກໍາໃຕ້ກົດຫນາຍ ຂອງລັດຖະບານ, ກະຊວງ ແລະ ຫ້ອງການວາງອອກ ໃຫ້ໄດ້ຮັບຜົນດີ; 2. ຫັນເອົາແຜນການ, ແຜນງານ ແລະ ໂຄງການ ຂອງຫ້ອງການ ມາເປັນຫ້າວຽກລະອຽດຂອງພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; 3. ສ້າງ, ປັບປຸງ, ພັດທະນາ, ຄຸ້ມຄອງ ແລະ ບໍາລຸງຮັກສາ ລະບົບເຕັກໂນໂລຊີ ຂໍ້ມູນ-ຂາວສານ ຂະແຫນງກະ ສິກໍາ ແລະ ສິງແວດລ້ອມ ເຊັ່ນ: ລະບົບເຄືອຂາຍ ຄອມພີວເຕີ-ອິນເຕີເນັດ, ການສຶສານ, ປະຊຸມທາງໄກ, ກ້ອງວົງຈອນປິດ ແລະ ອືນໆ ທີເປັນລະບົບເອເລັກໂຕຼນິກ ຂອງກະຊວງ ໂດຍສອດຄອງກັບແຜນພັດທະ ນາເຕັກໂນໂລຊີ ຂໍ້ມູນ-ຂາວສານ ຂອງລັດຖະບານ ໃນແຕລະໄລຍະ; 4. ເປັນເຈົ້າການປະສານງານສົມທົບກັບກົມກອງ, ສະຖາບັນ ແລະ ຫົວຫນ່ວຍວິຊາການລະດັບສອງ ທີຂຶ້ນ ກັບກະຊວງ ແລະ ພາກສວນອືນທີກ່ຽວຂ້ອງ ໃນການ ສ່າງ, ປັບປຸງ, ຄຸ້ມຄອງ ແລະ ບໍາລຸງຮັກສາເຄືອງ ແມຂາຍ (ເຊີເວີ) ເປັນຕົ້ນ ຖານຂໍ້ມູນກຽວກັບວຽກງານກະສິກໍາ, ທີດິນ, ປ່າໄມ້, ສິງແວດລ້ອມ, ນໍາ ແລະ ຊັບພະຍາກອນນ້ໍາ ຂອງຂະແຫນງງກະສິກໍາ ແລະ ສິງແວດລ້ອມ ແບບລວມສູນ; 5. ທົດລອງ, ພັດທະນາ, ຄຸ້ມຄອງ ແລະ ນໍາໃຊ້ລະບົບຫ້ອງການທັນສະໄຫນ (E-Office) ລວມທັງລະບົບ ເຕັກໂນໂລຊີດີຈິຕອນ ຂອງຂະແຫນງກະສິກໍາ ແລະ ສິງແວດລ້ອມ ເພືອຫັນເປັນທັນສະໄຫ; 6. ສັງລວມ, ກັນກອງ ແລະ ສະຫນອງຂໍ້ມູນ-ຂາວສານ ກຽວກັບວຽກງານຂະແຫນງກະສິກໍາ ແລະ ສິງແວດ ລ້ອມ ຢູ່ພາຍໃນ ແລະ ຕາງປະເທດ ເພືອລົງໂຄສະນາເຜີຍແຜ່ ຜ່ານສຶຕາງໆ ເຊັ່ນ: ໂທລະພາບ, ວິທະຍຸ, ຫັງສືພິມ ແລະ ສືສັງຄົມອອນລາຍ ໂດຍຜ່ານການເຫັນດີຂອງຄະນະບັນນາທິການ; 7. ສັງລວມ ຂໍ້ມູນ-ຂ່າວສານ ການເຄືອນໄຫວຂອງຄະນະນໍາກະຊວງ ແລະ ບັນດາກົມກອງ, ສະຖາບັນ ແລະ ຫົວຫນ່ວຍວິຊາການລະດັບສອງ ທີຂຶ້ນກັບກະຊວງ ລວມທັງສາຍຕັ້ງໃນຂັ້ນສູນກາງ ແລະ ທ້ອງຖິນ ເພືອ ເຜີຍແຜ່ ຜານທາງລາຍການໂທລະພາບ , ວິທະຍຸ, ວາລະສານ ແລະ ສືສິງພິມ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ;
8. ສັງລວມຂໍ້ມູນ-ຂາວສານ ແບບອີເລັກໂຕຼນິກ ຂອງບັນດາກົມ, ກອງ ສະຖາບັນ ແລະ ຫົວຫນ່ວຍວິຊາການ ລະດັບສອງ ພາຍໃນກະຊວງ, ບັນດາພະແນກກະສິກໍາ ແລະ ສິງແວດລ້ອມ ຂັນນະຄອນຫຼວງວຽງຈັນ- ແຂວງ ແລະ ຫ້ອງການກະສິກໍາ ແລະ ສິງແວດລ້ອມ ເມືອງ ໃນຂອບເຂດທົ່ວປະເທດ ເປັນລະບົບແບບ ລວມສູນ ເພືອຄວາມປອດໄພ ແນໃສອໍານວຍຄວາມສະດວກໃນການຄຸ້ມຄອງ ແລະ ນໍາໃຊ້ ແບບອອນ ລາຍ:/// 14 9. ສັງລວມຜົນສໍາເລັດ ຂອງຂະແຫນງກະສິກໍາ ແລະສິງແວດລ້ອມ ໃນແຕລະໄລຍະ ເປັນຕົ້ນ ບົດຮຽນຕົວ ແບບການຜະລິດທີດີ, ການຄົ້ນຄວ້າທົດລອງນະວັດຕະກໍາ, ກະສິກໍາທັນສະໄຫນ, ພູມປັນຍາຊາວບ້ານ, ວຽກງານສິງແວດລ້ອມ, ວຽກງານທີດິນ, ວຽກງານນໍາ ແລະ ຊັບພະຍາກອນນ້າ ແລະ ອືນໆ ເພື່ອໂຄສະ ນາເຜີຍແຜອອກສູສັງຄົມ ຢ່າງກວ້າງຂວາງ; 10. ສ້າງແຜນ ແລະ ຈັດຝຶກອົບຮົມວຽກງານເຕັກໂນໂລຊີ ຂໍ້ມູນ-ຂາວສານ, ໂຄສະນາ-ປະຊາສໍາພັນ ແລະ ລະ ບົບຫ້ອງການທັນສະໄຫ (E-Office) ຂອງຂະແຫນງກະສິກໍາ ແລະສິງແວດລ້ອມ ໃຫ້ແກພະນັກງານ-ລັດ ຖະກອນ ໃນຂັ້ນສູນກາງ ແລະ ທ້ອງຖິນ; 11. ຄຸ້ມຄອງຊັບສິນ ແລະ ເອກະສານ ຂອງພະແນກເຕັກໂນໂລຊີ ຂໍ້ມູນ-ຂ່າວສານ ພ້ອມທັງຂຶ້ນແຜນການ, ຈົບປະມານ ແລະ ຄົນຄວ້າ, ເກັບກໍາຂໍ້ມູນ, ສັງລວມ, ສະຫຼຸບລາຍງານວຽກງານ ຂອງພະແນກຕົນ ປະຈໍາ ເດືອນ, 3 ເດືອນ 6 ເດືອນ 9 ເດືອນ, ປະຈໍາປີ, ກາງສະໄຫນ ແລະ 5 ປີ ໃຫ້ຄະນະນໍາຫ້ອງການ ແລະ ພາກສວນທີກຽວຂ່້ອງ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ; 12. ປະຕິບັດຫ້າທີອືນ ຕາມການຕົກລົງ ແລະ ມອບຫນາຍ ຂອງຂັນເທິງ. ຫນວດທີ 5 ຫຼັກການ ແລະ ແບບແຜນວິທີເຮັດວຽກ ມາດຕາ 15 ຫຼັກການ ຫ້ອງການ ເຄືອນໄຫວຕາມຫຼັກການ ດັ່ງນີ້: 1. ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນຫນຼຄະນະ ກຽວກັບບັນຫາລວມ ຂອງຫ້ອງການ; 2. ປະຕິບັດລະບອບຫົວຫ້າດຽວ, ແປງງານໃຫ້ບຸກຄົນຮັບຜິດຊອບ ຢ່າງລະອຽດຈະແຈ້ງ ແລະ ເສີມຂະຫຍາຍ ຫົວຄິດປະດິດສ້າງ ຂອງພະນັກງານ-ລັດຖະກອນທຸກລະດັບ; 3. ທຸກການເຄືອນໄຫວວຽກງານ ແມນອີງໃສກົດຫນາຍ, ລະບຽບການ ແລະ ຫຼັກການລວມຂອງພັກ-ລັດ; ນໍາ ເອົາແນວທາງນະໂຍບາຍ ຂອງພັກ-ລັດຖະບານ ແລະ ນໍາເອົາແຜນການປະຈໍາປີ, ແຜນ 5 ປີ ຂອງກະຊວງກະສິ ກໍາ ແລະ ສິງແວດລ້ອມ ມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ.
ມາດຕາ 16 ແບບແຜນວິທີເຮັດວຽກ ຫ້ອງການ ມີແບບແຜນວິທີເຮັດວຽກ ດັ່ງນີ້: 1. ເຮັດວຽກມີແຜນງານ, ແຜນການ ແລະ ໂຄງການລະອຽດ; ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າ ບຫນາຍໃນແຕລະໄລຍະ, ປະສານສົມທົບຢ່າງແຫ້ນແຟ້ນກັບພາກສວນກຽວຂ້ອງ ເພືອຮັບປະກັນໃນການ ຈັດຕັ່ງປະຕິບັດວຽກງານໃຫ້ໄດ້ຮັບຜົນດີ; 2. ເຮັດວຽກມີການກວດກາ, ຕິດຕາມ, ຊຸກຍູ້, ສະຫຼຸບຖອດຖອນບົດຮຽນ ແລະ ຕືລາຄາຜົນໄດ້-ຜົນເສຍ ຂອງວຽກງານ ພ້ອມທັງປະຕິບັດລາຍງານສອງແສງຢ່າງເຂັມງວດ; 3. ເຮັດວຽກຕ້ອງຕິດພັນກັບຮາກຖານ, ຕິດພັນກັບຕົວຈິງ, ຕິດພັນກັບຄະນະພັກ, ຄະນະນໍາແຕລະຂັນ ເພືອ ຊຸກຍູ້, ຕິດຕາມ, ກວດກາ, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາດ້ານດີ-ດ້ານອອນ, ສະຫຼຸບ, ລາຍ ງານຂໍຄໍາເຫັນ ໃນການຈັດຕັ້ງປະຕິບັດແຜນການແຕລະໄລຍະ; Y 15 4. ຫົວຫ້າຫ້ອງການ ມີຄວາມຮັບຜິດຊອບໂດຍກົງ ຕໍ່ລັດຖະມົນຕີກະຊວງກະສິກໍາ ແລະ ສິງແວດລ້ອມ ກຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜອງ ໃນການຈັດຕັ້ງປະຕິບັດຫໍ້າທີການເມືອງຂອງຕົນ, ຮອງ ຫົວຫ້າຫ້ອງການ ມີຫ້າທີຊ່ວຍວຽກ ແລະ ລົງເລິກຮັບຜິດຊອບວຽກງານໃດຫຶ່ງ ຕາມການແປງງານ ແລະ ມອບຫນາຍຂອງຫົວຫ້າຫ້ອງການ; 5. ຫົວຫ້າຫ້ອງການເປັນຜູ້ລົງລາຍເຊັນຕໍ່ບັນດາເອກະສານສໍາຄັນ, ໃນເວລາຫົວຫ້າຫ້ອງການຕິດຂັດ ຕ້ອງ ມອບສິດໃຫ້ຮອງຫົວຫ້າຫ້ອງການ ທານໃດທານຫຶງ ຮັກສາການແທນ ແລະ ຜູ້ຮັກສາການແທນຕ້ອງ ລາຍງານວຽກທີ່ຕົນເອງ ໄດ້ແກ້ໄຂ ແລະ ວຽກທີຍັງຄົງຄ້າງ ໃຫ້ຫົວຫນ້າຫ້ອງການຊາບ ພາຍຫຼັງກັບມາ ປະຈໍາການ; 6. ປະຕິບັດລະບອບປະຊຸມປະຈໍາເດືອນ, 3 ເດືອນ, 6 ເດືອນ, ປະຈໍາປີ ແລະ ປະຕິບັດລະບອບລາຍງານ ໃຫ້ ກະຊວງກະສິກໍາ ແລະ ສິງແວດລ້ອມ ແລະ ພາກສວນທີກຽວຂ່ອງ ເປັນປົກກະຕິ; 7. ປະຕິບັດການພົວພັນປະສານງານພາຍໃນ ແລະ ພາຍນອກ ໃຫ້ສອດຄອງຕາມລະບຽບການ.
ຫຼວດທີ 6 ບົດບັນຍັດສຸດທ້າຍ ມາດຕາ 17 ງົບປະມານ ແລະ ຕາປະທັບ ຫ້ອງການ ມີງົບປະມານ ແລະ ຕາປະທັບ ເພືອນໍາໃຊ້ເຂົ້າໃນການເຄືອນໄຫວວຽກງານທາງລັດຖະການ. ມາດຕາ 18 ການຈັດຕັງປະຕິບັດ ຫ້ອງການ, ບັນດາກົມ, ກອງ, ສະຖາບັນ, ຫົວຫຟ່ວຍວິຊາການລະດັບສອງ ທີຂຶ້ນກັບກະຊວງກະສິກໍາ ແລະ ສິງແວດລ້ອມ, ບັນດາພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ຫ້ອງການກະສິກໍາ ແລະ ສິງແວດລ້ອມ ນະຄອນ, ເມືອງ ແລະ ພາກສວນທີກຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງ ປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັມງວດ. ມາດຕາ 19 ຜົນສັກສິດ ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕວັນລົງລາຍເຊັນເປັນຕົ້ນໄປ ແລະ ນໍາໃຊ້ປ່ຽນແທນຂໍ້ຕົກລົງ ວາ ດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ ຂອງຫ້ອງການ ສະບັບເລກທີ 2219/ກປ, ລົງວັນທີ 13 ເມສາ 2023 ແລະ ສະບັບເລກທີ 0569/ກຊສ, 23 ມີນາ 2023.../ຫ ກ ປອ. ລິນຄໍາ ດວງສະຫວັນ