Skip to content
Nelum
Laws of Laos

Decision No.0037 on the Establishment and Management of the Irrigation Development Fund

Made 2024-01-04 · Text as of 2026-10-01

Public law and official guidance, published as research. Not legal, tax or financial advice.

About this law

Language
Lao
Kind
Regulation
Country
Laos
Subjects
Water
Keywords
irrigation

Where to read it

    No source link is recorded for this law.

Text

The law's own text, section by section, as held. Each section has its own link.

  1. <!-- page 1 --> ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງກະສິກໍາ ແລະ ປ່າໄມ້ ເລກທີ.ມີ 0 ຽ ..!.. ./ກປຶື ຂໍຕົກລົງ ວ່າດ້ວຍ ການສ້າງຕັ້ງ ແລະ ການຄຸ້ມຄອງ ກອງທຶນພັດທະນາຊົນລະປະທານ -- ອີງຕາມ ກົດຫນາຍ ວ່າດ້ວຍ ຊົນລະປະທານ ສະບັບເລກທີ 26/ສພຊ, ລົງວັນທີ 14 ທັນວາ 2012; -- ອີງຕາມ ດໍາລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 202]; -- ອີງຕາມ ຫຼັງສືສະເຫື ຂອງກົມຊົນລະປະທານ ສະບັບເລກທີ 3330/ຊປທ, ລົງວັນທີ 12 ຕຸລາ 2023; -- ອີງຕາມ ການຄົນຄວ້າ ແລະ ນໍາສະເຫຼື ຂອງຫ້ອງການກະຊວງ ກະສິກໍາ ແລະ ປ່າໄມ້ ສະບັບເລກທີ 4171/ຫນ. ລົງ ວັນທີ [5 ພະຈິກ 2023. ລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້ ອອກຂໍຕົກລົງ: ຫຼວດທີ່ 1 ບົດບັນຍັດທົວໄປ ມາດຕາ 1 ຈຸດປະສົງ ຂໍຕົກລົງສະບັບນີ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກອງທຶນພັດທະນາຊົນລະປະທານ ເພື່ອໃຫ້ແຕ່ລະໂຄງການມືບ່ອນອີງໃນການສ້າງຕັ້ງ. ການຄຸ້ມຄອງ ແລະ ນໍາໃຊ້ ກອງທຶນພັດທະນາຊົນລະປະທານ ໃຫ້ມີປະສິດທິຜົນ ແນ່ໃສ່ຮັບປະກັນການຈັດຕັ້ງປະຕິບັດ ໃຫ້ມີຄວາມໂປ່ງໃສ ແລະ ກວດສອບໄດ້ ປະກອບສ່ວນເຂົ້າໃນການພັດທະນາ ແລະ ຄຸ້ມຄອງການນໍາໃຊ້ຊົນລະປະທານ ໃຫ້ມີຄວາມຍືນຍົງ. ມາດຕາ 2 ການສ້າງຕັ້ງ ແລະ ການຄຸ້ມຄອງ ກອງທຶນພັດທະນາຊົນລະປະທານ ການສ້າງຕັງ ແລະ ການຄຸ້ມຄອງ ກອງທຶນພັດທະນາຊົນລະປະທານ ແມ່ນການຈັດຕັ້ງຂອງກຸ່ມຜູ້ນໍາໃຊ້ນ້ໍາ ໂຄງການຊົນລະປະທານໃຫ້ມີກອງທຶນ ເພື່ອຟື້ນຟູ ແລະ ສ້ອມແປງ ໂຄງການຊົນລະປະທານ ເມື່ອມີສະພາບຊຸດ ໂຊມ, ເປ່ເພ ໃຫ້ຢູ່ໃນສະພາບດີ, ສາມາດນໍາໃຊ້ ໄດ້ ແລະ ສະຫນອງນ້ໍາໃຫ້ການຜະລິດ. ກອງທຶນພັດທະນາຊົນລະປະທານ ຂຽນຫຍໍ້ວ່າ “ກພຊ” ແມ່ນກອງທຶນ ຂອງກຸ່ມຜູ້ນໍາໃຊ້ນ້ໍາໂຄງການຊົນລະ ປະທານ ທີ່ສ້າງຕັ້ງຂຶນເພື່ອສະສົມທຶນ ຈາກອັດຕາເກັບຄ່ານ້ໍາ ນໍາຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການຊົນລະປະທານ, ການສໍາປະທານຄຸ້ມຄອງນໍາໃຊ້ໂຄງການ ແລະ ການປະກອບສ່ວນທຶນ ຈາກ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເພື່ອນໍາໃຊ້ເຂົ້າໃນວຽກງານພັດທະນາຊົນລະປະທານ ໃຫ້ມີປະສິດທິຜົນ,,,,.

  2. <!-- page 2 --> 3” , ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບ ທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ ມີຄວາມຫນາຍ ດັງນີ: 1. ຊົນລະປະທານ ຫນາຍເຖິງ ລະບົບການສະຫອອງນ້ໍາ ແລະ ການລະບາຍ ເພື່ອການຜະລິດກະສິກໍາ ຊຶ່ງປະ ກອບດ້ວຍ ລະບົບຫົວງານ, ລະບົບຫົດ ບ້ອງກັນແລ້ງ ແລະ ລະບົບລະບາຍປ້ອງກັນນໍໍາຖ້ວມ; 2. ລະບົບຫົວງານ ຫນາຍເຖິງ ເຂື່ອນ, ອ່າງເກັບນ້ໍາຊົນລະປະທານ. ຝາຍນ້ໍາລົນ, ທາງລະບາຍນ້ໍາລົ້ນ, ຈັກສູບ ນ 3, 9 ນໍາ, ປະຕູນໍາ ທີ່ສົ່ງຜ່ານອ່າງຜ່ອນກໍາລັງນ້າ ສູ່ຄອງເຫືອງແມ່ ແລະ ເຮືອນຈັກໄຟຟ້ານ້ໍາຕົກຂະຫາດນ້ອຍ: 3. ອ່າງເກັບນ້ໍາຊົນລະປະທານ ຫນາຍເຖິງ ພື້ນທີ່ເກັບນ້ໍາທີ່ເກີດຂຶນຈາກການກໍ່ສ້າງ ຫຼື ດັດແປງຈາກອ່າງນໍໍາ ທໍາມະຊາດ, ເຂື່ອນ, ຝາຍນ້ໍາລົ້ນ, ປະຕູນ້ໍາ ແລະ ກໍ່ສ້າງໂຄງສ້າງອື່ນໆ ເພື່ອເກັບນໍໍາໄວ້ໃຫ້ແກ່ການຜະລິດກະສິກໍາ, ຕ້ານແລ້ງ-ຕ້ານຖ້ວມ, ຄົມມະນາຄົມ, ການທ່ອງທ່ຽວ, ການປະມົງ, ອຸດສາຫະກໍາ, ນ້ໍາປະປາ ແລະ ຮັບໃຊ້ການດໍາ ລົງຊີວິດຂອງປະຊາຊົນ; 4. ຝາຍນ້ໍາລົ້ນ ຫາຍເຖິງ ຝາຍທີ່ສ້າງຂຶ້ນຕັ້ນແລວນ້າ ຫຼື ສາຍນ້ໍາ ເພື່ອຍົກລະດັບໃຫ້ນ້ໍາສູງຂຶ້ນ, ໄຫຼລົ້ນສັນ ຝາຍໄດ້ ຕາມເຕັກນຶກການອອກແບບ ແລະ ສາມາດໄຫຼເຂົ້າປະຕູນ້ໍາປາກຄອງເພືອງຕາມຄວາມຕ້ອງການ; 5. ລະບົບສົ່ງນ້ໍາ ຫນາຍເຖິງ ລະບົບຄອງເຫືອງ ແລະ ທໍ່ສົ່ງນ້ໍາ ເພື່ອສົ່ງນ້ໍາເຂົາສູ່ພື້ນທີການຜະລິດ ຊຶ່ງປະກອບ ມື ຄອງເຫືອງແມ່, ຄອງເຫຼືອງຂັ້ນສອງ, ຄອງເພືອງຂັ້ນສາມ, ຄອງຄັນນາຄູ່ ແລະ ອາຄານຕາມຄອງເພືອງ: 6. ປະຕູນ້ໍາ ຫາຍເຖິງ ປະຕູເປິດ-ປິດນ້ໍາ ທີ່ສ້າງຂຶ້ນ ເພື່ອຄວບຄຸມປະລິມານການໄຫຼຂອງນ້ໍາ ຈາກຫົວງານ ໄປສູ່ອ່າງຜ່ອນກໍາລັງນໍາ ແລະ ຄອງເຫືອງແມ່; 7. ເຂດຊົນລະປະທານ ຫນາຍເຖິງ ຂອບເຂດພື້ນທີ່ດິນຊົນລະປະທານ ຊຶ່ງປະກອບດ້ວຍ ທີ່ດິນຫົວງານ, ອ່າງ ເກັບນ້ໍາ, ລະບົບຄອງເຫືອງ, ລະບົບຄອງລະບາຍ ແລະ ເຂດພື້ນທີ່ດິນ ທີ່ລະບົບຊົນລະປະທານ ສາມາດສະຫນອງ ນ້ໍາໄດ້ ຕາມການສຶກສາ, ການສໍາຫຼວດ-ອອກແບບ ໂດຍມີຫຼັກເຂດແດນ ກໍານົດໄວ້; 8. ການກໍ່ສ້າງ ແລະ ຕິດຕັ້ງ າຍເຖິງ ການກໍ່ສ້າງຫົວງານ, ລະບົບຄອງເພືອງ ລວມທັງການປະກອບອຸປະ ກອນຕ່າງໆ ເຊັນ: ຈັກສູບນ້ໍາ, ລະບົບໄຟຟ້າ, ເຮືອແພ, ທໍ່ສົ່ງນ້ໍາ, ປະຕູນໍາ, ການປະກອບແຜ່ນເບຕົງສໍາເລັດຮູບ ຕາມບັນດາຄອງເຫືອງ ແລະ ກິດຈະການອື່ນ ທີ່ພົວພັນກັບກິດຈະການຊົນລະປະທານ; 9. ການປື່ນຟູ ໆງາຍເຖິງ ການປັບປຸງ, ແກ້ໄຂສ່ວນທີເປ່ເພ ແລະ ຊຸດໂຊມຂອງສິ່ງທີ່ກໍ່ສ້າງຜ່ານມາ ໃຫ້ຄືນສູ່ສະ ພາບປົກກະຕິ ແລະ ສາມາດນໍາໃຊ້ ໄດ້ ພ້ອມທັງຍົກລະດັບໃຫ້ເປັນທັນສະໄຫນ ເພື່ອຂະຫຍາຍເນື້ອທີ່ຫົດຕື່ມອີກ: 10. ການສ້ອມແປງ ພາຍເຖິງ ການປັບປຸງ, ດັດແປງ ແກ້ໄຂສ່ວນທີ່ເປ້ເພຈາກການນໍາໃຊ້ ແລະ ໄພທໍາມະ ຊາດຂອງສິ່ງກໍ່ສ້າງຊົນລະປະທານ ໃຫ້ກັບຄືນໃຊ້ງານໄດ້ປົກກະຕິ; 1]. ການສ້ອມແປງສຸກເສີນ ຫນາຍເຖິງ ການປັບປຸງ, ແກ້ໄຂສ່ວນທີ່ເປ່ເພ ຫຼື ຊຸດໂຊມ ຂອງສິ່ງກໍ່ສ້າງຜ່ານ ມາ ເປັນບາງຈຸດ ໃຫ້ຄືນສູ່ສະພາບປົກກະຕິ ສາມາດນໍາໃຊ້ ໄດ້ ພາຍໃນເວລາ ບໍ່ເກີນຫຶ່ງລະດູການຜະລິດ: 12. ໄພພິບັດ ຫນາຍເຖິງ ໄພອັນຕະລາຍເກີດຈາກທໍາມະຊາດ ແລະ ການກະທໍາຂອງມະນຸດ ເປັນຕົ້ນ ລົມພາ ຍຸພັດ, າກເຫັບຕົກ, ຟ້າຜ່າ, ນ້ໍາຖ້ວມ, ໄພແຫ້ງແລ້ງ, ອາກາດຫາວຈັດ, ດິນເຈື່ອນ, ແຜ່ນດິນໄຫວ, ໄຟໄຫ້, ພູ ເຂົາໄຟລະເບິດ, ສັດຕູພຶດ, ພະຍາດລະບາດ ຊຶ່ງໄດ້ເກີດຂຶ້ນ ແລະ ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນ, ເສດຖະກິດ ແລະ ສິ່ງແວດລ້ອມ: 13. ພື້ນທີ່ຮັບນ້ໍາທົນລະປະທານ ຫນາຍເຖິງ ພື້ນທີ່ໄດ້ຮັບການສະຫນອງນ້ໍາໃຫ້ແກ່ການຜະລິດກະສິກໍາ. ມ,

  3. <!-- page 3 --> ມາດຕາ 4 ຫຼັກການຄຸ້ມຄອງກອງທຶນ ວຽກງານຄຸ້ມຄອງກອງທຶນພັດທະນາຊົນລະປະທານ ໃຫ້ປະຕິບັດຕາມຫຼັກການ ດັງນີ: ]. ສອດຄ່ອງກັບແນວທາງນະ ໂຍບາຍ, ກົດຫາຍ, ລະບຽບການ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາ ຂອງຂະແຫງງການກະສິກໍາ ແລະ ປ່າໄມ້; 2. ຮັບປະກັນການຄຸ້ມຄອງຢ້າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົວປະເທດ;: 3. ນໍໍາໃຊ້ທຶນຖືກຕ້ອງຕາມເປົາຫາຍ, ພາວະວິໃສ ແລະ ຍຸຕິທໍາ; 4. ມີລະບົບບັນຊີຢ່າງຈະແຈ້້ງ, ໂປ້ງໃສ ແລະ ສາມາດກວດສອບໄດ້. ມາດຕາ 5 ຂອບເຂດການນໍາໃຊ້ 3” , ຈມ <ເ2 , ຂໍຕົກລົງສະບັບນີ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງກັບກອງທຶນພັດທະນາ ຊົນລະປະທານ ຢູ່ ສປປ ລາວ. ຫວດທີ 2 ເງື່ອນໄຂ ແລະ ຂັນຕອນການສ້າງຕັ້ງ ມາດຕາ 6 ເງື່ອນໄຂການສ້າງຕັ້ງ ການສ້າງຕັງກອງທຶນພັດທະນາຊົນລະປະທານ ຕ້ອງແມ່ນໂຄງການຊົນລະປະທານທີ່ກໍ່ສ້າງສໍາເລັດ ແລະ ມີ ການຈັດຕັ້ງ ຂອງກຸ່ມຜູ້ນໍາໃຊ້ນໍາຊົນລະປະທານ ຊິງໄດ້ຮັບການແຕ່ງຕັງຈາກ ເຈົາເມືອງ. , 3 ສໍາລັບການສ້າງຕັ້ງກຸມຜູ້ນໍາໃຊ້ນໍາຊົນລະປະທານ ແມ່ນໄດ້ກໍານົດໄວ້ໃນລະບຽບການສະເພາະ. ) ເ 1 ມາດຕາ 7 ຂັ້ນຕອນກະກຽມ ການກະກຽມ ການສ້າງຕັ້ງກອງທຶນພັດທະນາຊົນລະປະທານ ໃຫ້ປະຕິບັດຕາມຂັ້ນຕອນ ດັງນີ້: 1 ສ້າງແຜນການເຄື່ອນໄຫວ ການສ້າງຕັ້ງກອງທຶນພັດທະນາຊົນລະປະທານ:; 2. ສົມທົບກັບອົງການປົກຄອງບ້ານ ແລະ ຄະນະບໍລິຫານງານກຸ່ມຜູ້ນໍາໃຊ້ນໍໍາຊົນລະປະທານ ເພື່ອປຶກສາຫາ ລື ແລະ ເອກະພາບແຜນການສ້າງຕັ້ງກອງທຶນພັດທະນາຊົນລະປະທານ:; 93. ສ້າງ ຮ່າງກົດລະບຽບ ຂອງກອງທຶນພັດທະນາຊົນລະປະທານ; 4. ຈັດຕັ້ງຝຶກອົບຮົມ ກ່ຽວກັບ ວຽກງານການສ້າງຕັ້ງ, ການຄຸ້ມຄອງ ແລະ ນໍາໃຊ້ກອງທຶນ ໃຫ້ກໍ່ມຜູ້ນໍາໃຊ້ນໍາ ຊົນລະປະທານ; 5. ສະເຫີເຈົ້າເມືອງ ເພື່ອຂໍອະນຸມັດ ຂໍຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການຄຸ້ມຄອງກອງທຶນ ພັດທະນາຊົນລະປະທານ; 6. ສະເຫີເຈົ້າເມືອງ ເພື່ອຂໍອະນຸມັດ ຂໍ້ຕົກລົງ ວ່າດ້ວຍ ການສ້າງຕັ້ງກອງທຶນພັດທະນາຊົນລະປະທານ. ມາດຕາ 8 ຂັ້ນຕອນການສ້າງຕັ້ງ ການສ້າງຕັ້ງກອງທຶນພັດທະນາຊົນລະປະທານ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ: 1. ເຕົ່າໂຮມກຸ່ມຜູ້ນໍາໃຊ້ນໍາຊົນລະປະທານ ເພື່ອເຜີຍແຜ່ນິຕິກໍາ ແລະ ລະບຽບ ກ່ຽວກັບ ການສ້າງຕັງ ແລະ ຄຸ້ມຄອງ “ກພຊ” ໃຫ້ເຂົ້າໃຈເນື້ອໃນ, ຈຸດປະສົງ, ຄວາມສໍາຄັນ ແລະ ຫຼັກການຂອງການສ້າງຕັ້ງ; 2. ຈັດກອງປະຊຸມສ້າງຕັ້ງ ເພື່ອຜ່ານຂໍ້ຕົກລົງ ຂອງເຈົ້າເມືອງ ວ່າດ້ວຍ ການອະນຸມັດສ້າງຕັ້ງກອງທຶນພັດ ທະນາຊົນລະປະທານ, ຄັດເລືອກຄະນະກໍາມະການຄຸ້ມຄອງກອງທຶນພັດທະນາຊົນລະປະທານ ແລະ ຮັບຮອງ ຮ່າງກົດລະບຽບ ຂອງກອງທຶນພັດທະນາຊົນລະປະທານ..ມ 3

  4. <!-- page 4 --> ຫນວດທີ 3 ແຫຼ່ງລາຍຮັບ ແລະ ການນໍາໃຊ້ກອງທຶນພັດທະນາຊົນລະປະທານ ມາດຕາ 9 ແຫຼ່ງລາຍຮັບ ຂອງກອງທຶນ ແຫຼ່ງລາຍຮັບ ຂອງກອງທຶນພັດທະນາຊົນລະປະທານ ໄດ້ມາ ດັງນີ: 1. ງົບປະມານຂອງລັດຖະບານປະກອບໃຫ້; 2. ອັດຕາສ່ວນການແບ່ງປັນຄ່ານໍາໃຊ້ນໍໍາໂຄງການຊົນລະປະທານແຕ່ລະປະເພດ ທີ່ກໍານົດໄວ້ໃນມາດຕາ 17 ຂອງຂໍ້ຕົກລົງສະບັບນີ້; 3. ດອກເບັ້ຍເງິນຝາກ “ກພຊ” ຈາກທະນາຄານ; 4. ການປະກອບສ່ວນຊ່ວຍເຫຼືອລ້າ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ; 5. ແຫຼ່ງທຶນອື່ນໆ. ມາດຕາ 10 ເປົ້າຫນາຍການນໍໍາໃຊ້ກອງທຶນ ກອງທຶນພັດທະນາຊົນລະປະທານ ໃຫ້ນໍາໃຊ້ເຂົ້າໃນເປົ້າຫາຍ ດັງນີ່: 1. ການສໍາຫຼວດ-ອອກແບບ, ເກັບກໍາຂໍ້ມູນພາກສະຫາມ, ການຟື້ນຟູ, ສ້ອມແປງປົກກະຕິ ແລະ ສ້ອມ ແປງສຸກເສີນ; 2. ສົມທົບທຶນອື່ນ ເພື່ອກໍ່ສ້າງຊົນລະປະທານ; 3. ຈັດກອງປະຊຸມປະຈໍາປີ. ຝຶກອົບຮົມ, ສໍາມະນາ, ທັດສະນະສຶກສາ ຢູ່ພາຍໃນ ແລະ ຕ່າງປະເທດ; 4. ຈັດຊື່ວັດຖປະກອນ, ເຄື່ອງກໍ່ສ້າງ ແລະ ສ້ອມແປງທີ່ຈໍາເປັນ; 5. ນໍາໃຊ້ໃນກິດຈະກໍາອື່ນໆ ຕາມການຕົກລົງ ແລະ ເຫັນດີຂອງກອງປະຊຸມຄະນະກໍາມະການຄຸ້ມຄອງກອງທຶນ. ມາດຕາ 11 ການເປີດບັນຊີ ເງິນກອງທຶນພັດທະນາຊົນລະປະທານ ຕ້ອງເປີດບັນຊີເງິນຝາກ ຢູ່ຄັງເງິນແຫ່ງຊາດປະຈໍາແຕ່ລະທ້ອງຖິ່ນ ຕາມ ລະບຽບການ ຂອງກະຊວງການເງິນວາງອອກ ໂດຍແມ່ນ ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ເປັນຜູ້ຖືບັນຊີ. ໃນກໍລະນີ ເປີດບັນຊີເງິນຝາກ ຢູ່ທະນາຄານ ຕ້ອງໄດ້ຮັບການເຫັນດີຈາກກອງປະຊຸມ “ກພຊ” ແລະ ຕ້ອງມີ ສອງ ລາຍເຊັນ ຄື: ລາຍເຊັນ ຂອງປະທານ ແລະ ຮອງປະທານກຸ່ມຜູ້ນໍາໃຊ້ນ້ໍາຊົນລະປະທານ. ມາດຕາ 12 ການຖອນ ແລະ ການເບີກຈ່າຍເງິນກອງທຶນ ການຖອນເງິນ ອອກຈາກບັນຊີ ກອງທຶນພັດທະນາຊົນລະປະທານ ຕ້ອງປະຕິບັດຕາມແຜນການ ແລະ ແຜນງານ ການຄຸ້ມຄອງ ແລະ ນໍໍາໃຊ້ຊົນລະປະທານ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 13 ຂອງຂໍ້ຕົກລົງສະບັບນີ່ ແລະ ໃຫ້ຖືກ ຕ້ອງຕາມລະບຽບຂອງກະຊວງການເງິນ ແລະ ລະບຽບຂອງກອງທຶນພັດທະນາຊົນລະປະທານ ໂດຍແມ່ນຫ້ອງການ ກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ເປັນຜູ້ເບີກຈ່າຍເງິນກອງທຶນ. ການເບີກຈ່າຍເງິນກອງທຶນໃຫ້ປະຕິບັດ ດັ່ງນີ: 1. ທຸກໆການເບີກຈໍາຍ ຕ້ອງປະກອບເອກະສານ ແລະ ນິຕິກໍາທີ່ກ່ຽວຂ້ອງໃຫ້ຄົບຖ້ວນ, ຖືກຕ້ອງຕາມ ກົດຫນາຍ ແລະ ປະຕິບັດຕາມລະບຽບການນໍາໃຊ້ງົບປະມານ ຂອງລັດ ແຕ່ລະໄລຍະ; 2. ປະທານຄະນະກໍາມະການຄຸ້ມຄອງກອງທຶນ ຫຼື ຜູ້ມືສິດທີ່ໄດ້ຮັບການມອບຫາຍ ເປັນຜູ້ລົງລາຍເຊັນຂໍ ຕົກລົງອະນຸມັດການນໍາໃຊ້ເງິນກອງທຶນ: 3. ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ເປັນຜູ້ເບີກຈ່າຍ., ມ 4

  5. <!-- page 5 --> ມາດຕາ 13 ຂັ້ນຕອນການອະນຸມັດເງິນ ຄະນະບໍລິຫານກຸ່ມຜູ້ນໍາໃຊ້ນ້ໍາ ສະເຫືແຜນປະຈໍາເດືອນຂອງຕົນ ບົນພື້ນຖານແຜນປະຈໍາປີທີ່ໄດ້ຜ່ານການຮັບ ຮອງແລ້ວ ເຖິງຄະນະກໍາມະການຄຸ້ມຄອງກອງທຶນ ເພື່ອພິຈາລະນາອະນຸມັດ ໂດຍຜ່ານການຢັ້ງຢືນຈາກຫ້ອງການກະ ສິກໍາ ແລະ ປ່າໄມ້ຂັ້ນເມືອງ ດັ່ງນີ່: 1. ການສະເຫີດັງກ່າວ ຢູ່ໃນແຜນການປະຈໍາປີຂອງ “ກພສ? ທີ່ໄດ້ຜ້ານການຮັບຮອງແລ້ວ ຫຼື ການສະເຫຼີ ດັງກ່າວ ມີເຫດຜົນຈໍາເປັນດ້ານວິຊາການ ໃຫ້ພິຈາລະນາອະນຸມັດ; 2. ໃນກໍລະນີ ການສະເຫີດັ່ງກ່າວ ບໍ່ຢູ່ໃນແຜນການປະຈໍາປີຂອງ “ກພຊາ ທີ່ໄດ້ຜ່ານການຮັບຮອງແລ້ວ ຫຼື ບໍ ສອດຄ່ອງກັບຈຸດປະສົງຂອງການນໍາໃຊ້ “ກພສ? ກໍ ໃຫ້ແຈ້ງຜູ້ສະເຫີຊາບຢ່າງເປ້ນລາຍລັກອັກສອນ ພ້ອມດ້ວຍເຫດຜົນ. ມາດຕາ 14 ການລາຍງານ ກອງເລຂາ “ກພຊ? ຕ້ອງລາຍງານການເຄື່ອນໄຫວ ປະຈໍາໄຕມາດ, ຫົກເດືອນ ແລະ ປະຈໍາປີ ກ່ຽວກັບ ການ ຈັດຕັ່ງປະຕິບັດວຽກງານ ການສ້າງຕັ້ງ ແລະ ການຄຸ້ມຄອງກອງທຶນພັດທະນາຊົນລະປະທານ ລວມທົງລາຍຮັບ ແລະ ລາຍຈ່າຍປະຈໍາປີ ຕໍ່ ຄະນະກໍາມະການຄຸ້ມຄອງ ກອງທຶນພັດທະນາຊົນລະປະທານ ແລະ ພາກສ່ວນທີ່ກ່ຽວຂ້ອງ. ຫນວດທີ 4 ການນໍໍາໃຊ້ນ້ໍາຊົນລະປະທານ ມາດຕາ 15 ການນໍໍາໃຊ້ນ້ໍາຊົນລະປະທານ ການນໍາໃຊ້ນ້ໍາໂຄງການຊົນລະປະທານ ແມ່ນການບໍລິຫານຈັດການນ້ໍາຊົນລະປະທານ ເພື່ອນໍາໃຊ້ເຂົ້າໃນ ການຜະລິດກະສິກໍາເປັນຕົນຕໍ ຕາມແຜນການແຈກຢາຍນ້ໍາ ຂອງໂຄງການທີ່ໄດ້ຈັດລຽງບູລິມະສິດ ຄວາມສໍາຄັນ ຂອງການນໍາໃຊ້ນ້ໍາ, ນອກຈາກນັ້ນ ຈຶ່ງສະຫອງໃຫ້ການຜະລິດນ້ໍາປະປາ, ອຸດສາຫະກໍາ ເພື່ອການທ່ອງທ່ຽວ ແລະ ຈຸດປະສົງອື່ນ ຕາມເງືອນໄຂຕົວຈິງ. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນໍາໃຊ້ນ້ໍາຊົນລະປະທານ ຕ້ອງເສຍຄ່ານ້ໍາ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ ເາ 17 ຂອງຂໍຕົກລົງສະບັບນີ ເວັນເສຍແຕ່ການນໍາໃຊ້ນໍາ ເພື່ອການຜະລິດກະສິກໍາ ທີບໍ່ມີຈຸດປະສົງທາງການຄ້າ ແລະ ຕ້ອງໄດ້ຮັບການເຫັນດີຈາກ ຂະແຫນງການກະສິກໍາ ແລະ ປ່າໄມ້ ເສຍກ່ອນ. ມາດຕາ 16 ການເກັບຄ່ານໍາໃຊ້ນ້ໍາຊົນລະປະທານ ການເກັບຄ່ານໍາໃຊ້ນ້ໍາຊົນລະປະທານ ແມ່ນນໍາໃຊ້ເຂົ້າໃນການຟື້ນຟູ ແລະ ສ້ອມແປງ ໂຄງການຊົນລະປະ ທານ ໃຫ້ຢູ່ໃນສະພາບດີ, ສາມາດນໍາໃຊ້ໄດ້ ເພື່ອຮັບປະກັນການສະຫອງນ້ໍາໃຫ້ການຜະລິດໃຫ້ກຸ່ມຜູ້ນໍາໃຊ້ນ້ໍາ ແລະ ຜູ້ປະກອບການ. ຫ່ວຍງານຊົນລະປະທານ ເປັນເຈົ້າການ ສົມທົບກຸ່ມຜູ້ນໍາໃຊ້ນ້ໍາຊົນລະປະທານ ເພື່ອຂຶນບັນຊີລາຍຊື່ຜູ້ທີ່ນໍາ > ໃຊ້ນໍາຕົວຈິ່ງ ແລະ ເກັບຄ່ານໍາໃຊ້ນໍາ ເຂົາກອງທຶນພັດທະນາຊົນລະປະທານ. ການເກັບຄ່ານໍາໃຊ້ນໍາຊົນລະປະທານ ໃຫ້ປະຕິບັດ ດັງນີ: 1. ຂັ້ນກຸ່ມ ແມ່ນຫ່ວຍງານຊົນລະປະທານ ເປັນເຈົາການສົມທົບກັບ ຄະນະກຸ່ມຜູ້ນໍາໃຊ້ນໍາຊົນລະປະທານ ທີ່ຮັບຜິດຊອບແຕ່ລະໂຄງການ ເພື່ອຂຶ້ນບັນຊີລາຍຊື່ສະມາຊິກຜູ້ທີ່ນໍາໃຊ້ນ້ໍາຕົວຈິງ ແລະ ເກັບຄ່ານໍາໃຊ້ນ້ໍາຕາມບັນ ຊີລາຍຊື່, ຕາມໃບບິນການນໍາໃຊ້ນ້ໍາທີ່ກໍານົດໄວ້ ໃຫ້ສໍາເລັດກ່ອນທ້າຍເດືອນມັງກອນ ຂອງແຕ່ລະປີ ພ້ອມທັງສະ ຫຼຸບ ແລະ ຄິດໄລ່ຕາມການແບ່ງປັນ ທີ່ກໍານົດໄວ້ໃນມາດຕາ 17 ຂອງຂໍ້ຕົກລົງສະບັບນີ ເປັນລາຍລັກອັກສອນ ແລະ ແຈ້້ງຕໍ່ກອງປະຊຸມວາງແຜນການຜະລິດຂອງກຸ່ມ:,,, 5

  6. <!-- page 6 --> 2. ຂັ້ນເມືອງ ແມ່ນຫ່ວຍງານຊົນລະປະທານ ທີ່ຮັບຜິດຊອບແຕ່ລະໂຄງການສົມທົບກັບພະແນກການ ເງິນແຂວງ ແລະ ນະຄອນຫຼວງວຽງຈັນ ກ່ຽວກັບ ສາລະບານບັນຊີງົບປະມານແຫ່ງລັດ ເພື່ອສັງລວມ ແລະ ມອບ 3 9 ເງິນເຂົາງົບປະມານແຫ່ງລັດ, ມອບເຂົາກອງທຶນ, ມອບໃຫ້ບໍລິຫານກຸ່ມຜູ້ນໍາໃຊ້ນໍາຊົນລະປະທານ ຕາມການແບ່ງ ປັນທີກໍານົດໄວ້ໃນມາດຕາ 17 ຂອງຂໍຕົກລົງສະບັບນີ ບໍ່ໃຫ້ກາຍກາງເດືອນກຸມພາ ຂອງແຕ່ລະປີ ແລະ ສະຫຼຸບລາຍ ງານໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ຊາບ ພາຍໃນ ສາມສິບ ວັນ ທາງລັດຖະການ: 3. ຂັ້ນແຂວງ ແມ່ນພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ສົມທົບກັບຄະນະຮັບຜິດ ຊອບກອງທຶນ ເພື່ອຕິດຕາມ, ຊຸກຍູ້ປີລະຄັ້ງ ແລະ ກວດກາການເກັບລາຍຮັບ ຂອງເມືອງ, ນະຄອນ ທີ່ມອບເຂົ້າ ບັນຊີ “ກພຊ” ທີ່ເປີດໄວ້ໃນທະນາຄານ ຫຼື ຄັງເງິນແຫ່ງຊາດປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ; 4. ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຈຸດປະສົງນໍາເອົານ້ໍາຊົນລະປະທານໄປໃຊ້ດ້ວຍຕົນເອງ ໃຫ້ສະເຫືຫ້ອງ ການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ເພື່ອພິຈາລະນາ. ມາດຕາ 17 ອັດຕາການເກັບຄ່ານໍາໃຊ້ນ້ໍາຊົນລະປະທານ ອັດຕາການເກັບຄ່ານໍາໃຊ້ນ້ໍາຊົນລະປະທານ ແມ່ນໃຫ້ເກັບເປັນເຂົ້າເປືອກ ແລ້ວຄິດໄລ່ເປັນເງິນ ຕາມລາຄາ ທ້ອງຕະຫຼາດ ຂອງແຕ່ລະປະເພດ ດັງນີ່: 1. ປະເພດຊົນລະປະທານ ແບບໄຫຼເອງ ລ/ດ ອັດຕາຄ່ານໍາໃຊ້ນໍໍາ ການແບ່ງປັນຄ່ານໍາໃຊ້ນໍາ ປະເພດການນໍາໃຊ້ . (ຕໍ່ເຮັກຕາຕໍ່ປີ) . (ສ່ວນຮ້ອຍ) ປຸກເຂົາ ປູກພືດ ຫຼອງ ຫຼື ການ | .ມອບເຂົາ | ມອບເຂົາ |ບໍລິຫານ ລ້ຽງສັດນ້ໍາ | ງົບປະມານ | ກອງທຶນ ກຸ່ມ ແຫ່ງລັດ 1 | ອ່າງເກັບນ້ໍາ, ຝາຍນໍ້າ | 50 ຫາ 150 50 ຫາ 80 | 300 ຫາ 500 20 40 40 ລົນ ແລະ ປະຕູນໍ້າ ກິໂລກຣາມ | ກິໂລກຣາມ | ກິໂລກຣາມ ເຂົາເປືອກ ເຂົາເປືອກ ເຂົາເປືອກ 2. ປະເພດຊົນລະປະທານ ແບບໃຊ້ຈັກສູບນ້ໍາ ລຸດ ອັດຕາຄ່ານໍາໃຊ້ນໍໍາ ການແບ່ງບັນຄ່ານໍາໃຊ້ນໍາ ປະເພດການນໍາໃຊ້ . (ຕໍ່ເຮັກຕາຕໍ່ປິງ . (ສ່ວນຮ້ອຍ) ປູກເຂົາ ປູກພືດ ຫອງ ຫຼື ການ | ມອບເຂົາ | ມອບເຂົາ |ບໍລິຫານ ລ້ຽງສັດນ້ໍາ | ງົບປະມານ | ກອງທຶນ ກຸ່ມ ແຫ່ງລັດ 1 | ຈັກສູບນໍາແລ່ນດ້ວຍ | 100 ຫາ 150 | 30ຫາ50້ | 200ຫາ400 10 40 50 ໄຟຟ້າ ກິໂລກຣາມ ກິໂລກຣາມ ກິໂລກຣາມ ເຂົ້າເປືອກ ເຂົາເປືອກ ເຂົ້າເປືອກ - | ສໍາລັບຄ່ານໍາໃຊ້ໄຟຟ້າຂອງຈັກສູບນໍາ ແມ່ນບໍ່ໄດ້ລວມກັບອັດຕາການເກັບຄ່ານໍາໃຊ້ນ້ໍາຊົນລະປະທານ ໂດຍໃຫ້ຊໍາລະ ຕາມການນໍາໃຊ້ໄຟຟ້າຕົວຈິງ ແລະ ໃຫ້ປະຕິບັດຕາມນະໂຍບາຍຂອງລັດຖະບານ ຫຼື ນະໂຍບາຍສົ່ງເສີມການຜະລິດ ຂອງແຕ່ລະທ້ອງຖິ່ນ.

  7. <!-- page 7 --> 3. ປະເພດຊົນລະປະທານ ນໍໍາໃຊ້ພະລັງງານແສງຕາເວັນ ລ/ດ ອັດຕາຄ່ານໍາໃຊ້ນໍາ ການແບ່ງປັນຄ່ານໍາໃຊ້ນໍໍາ ປະເພດການນໍາໃຊ້ . (ຕໍ່ເຮັກຕາຕໍ່ປີ) . (ສ່ວນຮ້ອຍ) ປູກເຂົາ ປູກພືດ ຫນອງ ຫຼື ການ | .ມອບເຂົາ | ມອບເຂົາ |ບໍລິຫານ ລ້ຽງສັດນ້ໍາ ງົບປະມານ | ກອງທຶນ | ກຸ່ມ ແຫ່ງລັດ [ | ປ້ໍານໍໍາທີ່ນໍາໃຊ້ພະລັງ | 50 ຫາ 100 | 20 ຫາ 50 . 300 10 40 50 ງານແສງຕາເວັນ ກິໂລກຣາມ | ກິໂລກຣາມ ກິໂລກຣາມ ເຂົາເປືອກ ເຂົ້າເປືອກ ເຂົາເປືອກ ໃ. ຈມ ວ [ ໌ 2 ໃ - <" ໄ .]/ 37 ສາ ຜາ ຈ 4. ສໍາລັບການນໍາໃຊ້ນໍໍາທາງອ້ອມ ແລະ ການນໍາເອົານໍໍາໄປໃຊ້ດ້ວຍຕົນເອງຂອງບູກຄົນທົ່ວໄປ ລ/ດ ອັດຕາຄ່ານໍາໃຊ້ນໍາ ການແບ່ງປັນຄ່ານໍາໃຊ້ນໍາ ປະເພດການນໍາໃຊ້ . (ຕໍ່ເຮັກຕາຕໍ່ປີ) . (ສ່ວນຮ້ອຍ) ປູກເຂົາ | ປູກພືດ | ຫນອງ ຫຼື ການ | ມອບເຂົາ | ມອບເຂົາ | ບໍລິຫານ ລ້ຽງສັດນ້ໍາ | ງົບປະມານ | ກອງທຶນ | ກຸ່ມ ແຫ່ງລັດ [ |ເນື້ອທີ ຮັບນໍໍາທາງອ້ອມ ການປູກ ຫຼື ການລ້ຽງ ໃຫ້ເສຍ 50% 20 40 40 ຂອງແຕ່ລະປະເພດ 2 | ການນໍາເອົານໍາໄປໃຊ້ດ້ວຍຕົນເອງ , ., 20 40 40 ຈາກຫຼ້າອ່າງເກັບນ້ໍາ, ຝາຍນໍໍາລົນ, ການໃຊ້ນໍໍາທີບໍ່ໄດ້ໃຊ້ພະລັງງານໃຫ້ ປະຕູນ້າ ແລະ ຄອງເພືອງ ທ ມີຈຸດ | ເສີປ 100% ຂອງແຕ່ລະປະເພດ ປະສົງນໍາໃຊ້ເຂົ້າໃນວຽກງານຂະແຫງ -- ະສະ ການກະສິກໍາ ແລະ ປ່າໄມ້ ທີ່ບໍ່ໄດ້ກໍາ ການດຸດເຮົານາທີ ຊ້ພະລັງງານ ໃດ າ , າ ນົດໄວ້ໃນການອອກແບບໂຄງການ ໃຫ້ເສຍ 30% ຂອງແຕ່ລະປະເພດ ເບືອງຕົນ 3 | ການນໍາເອົານ້ໍາໄປໃຊ້ດ້ວຍຕົນເອງ | ການໃຊ້ນ້ໍາທີບໍ່ໃຊ້ພະລັງງານ ໃຫ້ເສຍ 10 40 50 ຈາກຫ້າອ່າງເກັບນ້ໍາ, ຝາຍນ້ໍາລົ້ນ, | 30 ກີບຕໍ່ແມັດກ້ອນ ປະຕູນ້ໍາ ແລະ ຄອງເຫືອງ ທີ່ມີຈຸດ - . ປະສົງນໍາໃຊ້ເຂົ້າໃນວຽກງານຂະແຫນງ ການດຸດເອົານໍາທີໃຊ້ພະລັງງານ ໃດຫົງງ 10 40 30 ການອື່ນ ທີ່ບໍ່ໄດ້ກໍານົດໄວ້ໃນການ | ໃຫ້ເສຍ 20 ກີບຕໍ່ແມັດກ້ອນ ອອກແບບໂຄງການເບື້ອງຕົ້ນ ບໍລິມາດນໍາຊົນລະປະທານ ທີນໍາໃຊ້ປຸກເຂົາ ແລະ ປຸກພືດ ກໍານົດ 1. ປູກເຂົານາປີ 8.000 ຫາ 10.000 ແມັດກ້ອນຕໍ່ເຮັກຕາ; 2. ປູ 3. າ ຈ, ດັງນີ: ປູກເຂົ້ານາແຊງ 18.000 ຫາ 20.000 ແມັດກ້ອນຕໍ່ເຮັກຕາ; ປູກພືດເປ້ນສິນຄ້າລະດູແລ້ງ 3.000 ຫາ 5.000 ແມັດກ້ອນຕໍ່ເຮັກຕາ., ,-

  8. <!-- page 8 --> ມາດຕາ 18 ການຍົກເວັ້ນການເກັບຄ່ານໍໍາໃຊ້ນ້ໍາຊົນລະປະທານ ຄ່ານໍາໃຊ້ນ້ໍາຊົນລະປະທານ ທີ່ຍົກເວັ້ນການເກັບ ມີ ດັງນີ່: 1. ເນື້ອທີ່ເຮັດການທົດລອງ ຫຼື ສາທິດ ຂອງໂຄງການລົງທຶນ ຂອງລັດຖະບານ: 2. ເນື້ອທີ່ເຮັດການຜະລິດກະສິກໍາ ແລະ ການລ້ຽງສັດນ້ໍາ ຖືກເສຍຫາຍຈາກຜົນກະທົບໄພທໍາມະຊາດ, ສັດ ຕຸພຶດທໍາລາຍ ແລະ ສັດປ່າທໍາລາຍ ໂດຍຜ່ານການກວດກາ ແລະ ຢັ້ງຢືນຈາກ ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນ ເມືອງ ຕາມແຕ່ລະກໍລະນີ ຄື: 1) ເສຍຫາຍ ບໍ່ເກີນ ຊາວ ສ່ວນຮ້ອຍ ແມ່ນບໍ່ໃຫ້ຍົກເວັ້ນ; 2) ເສຍຫາຍ ແຕ່ ຊາວເອັດ ສ່ວນຮ້ອຍ ຫາ ເຈັດສິບ ສ່ວນຮ້ອຍ ແມ່ນໃຫ້ຍົກເວັ້ນ ຕາມສ່ວນຮ້ອຍຂອງຄວາມ ເສຍຫາຍ; 3) ເສຍຫາຍ ແຕ່ ເຈັດສິບເອັດ ສ່ວນຮ້ອຍ ຂຶນໄປ ແມ່ນໃຫ້ຍົກເວັ້ນ ຮ້ອຍສ່ວນຮ້ອຍ. + ມາດຕາ 19 ການມອບເງິນເຂົ້າກອງທຶນພັດທະນາຊົນລະປະທານ ເງິນທີ່ເກັບໄດ້ຈາກອັດຕາການເກັບຄ່ານໍາໃຊ້ນ້ໍາຊົນລະປະທານ ຕາມທີ່ກໍານົດໃນມາດຕາ 17 ຂອງຂໍ້ຕົກລົງ ສະບັບນີ້ ໃຫ້ຄິດໄລ່ເປັນ ຮ້ອຍສ່ວນຮ້ອຍ ແລ້ວແບ່ງສ່ວນການນໍາໃຊ້ ດັງນີ້: 1. ມອບເຂົ້າກອງທຶນພັດທະນາຊົນລະປະທານ ແປດສິບ ສ່ວນຮ້ອຍ ຂອງຈໍານວນທີ່ໄດ້ຮັບ; 2. ມອບໃຫ້ອົງການປົກຄອງຂັ້ນເມືອງ ສິບຫ້າ ສ່ວນຮ້ອຍ ເພື່ອນໍາໃຊ້ເຂົາໃນການເຄື່ອນໄຫວລົງຊຸກຍູ ການເກັບເງິນຄ່ານໍາໃຊ້ນ້ໍາ, ການລົງສໍາຫຼວດເກັບກໍາຂໍ້ມູນສະພາບກິດຈະການຊົນລະປະທານ ແລະ ຂຶ້ນແຜນຟື້ນ ຟູ ແລະ ສ້ອມແປງ; 3. ມອບໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ຫໍາ ສ່ວນຮ້ອຍ ເພືອນໍາໃຊ້ເຂົ້າ ໃນການເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງກອງທຶນ. ຫນວດທີ 5 ຄະນະຄຸ້ມຄອງກອງທຶນ ມາດຕາ 20 ຄະນະຄຸ້ມຄອງກອງທຶນ ຄະນະຄຸ້ມຄອງກອງທຶນພັດທະນາຊົນລະປະທານ ປະກອບມີ: 1. ຄະນະກໍາມະການ; 2. ກອງເລຂາ; 3. ກຸ່ມຜູ້ນໍາໃຊ້ນ້ໍາຊົນລະປະທານ. ມາດຕາ 21 ຄະນະກໍາມະການຄຸ້ມຄອງກອງທຶນ ຄະນະກໍາມະການຄຸ້ມຄອງ “ກພຊ? ແມ່ນການຈັດຕັ້ງສູງສຸດຂອງກອງທຶນພັດທະນາຊົນລະປະທານ, ຮັບຜິດ ຊອບເຄື່ອນໄຫວວຽກງງນສ້າງຕັ້ງ ແລະ ຄຸ້ມຄອງກອງທຶນ. ຄະນະກໍາມະການຄຸ້ມຄອງ “ກພຊ” ເປັນການຈັດຕັ້ງທີ່ບໍ່ປະຈໍາການ, ບໍ່ມີເງິນອຸດຫູນ ມີພາລະບົດບາດໃນ ການຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນ “ກພຊ” ໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ຖືກຕ້ອງ ຕາມ ກົດຫາຍ, ລະບຽບການ ແລະ ເກີດປະໂຫຍດສູງສຸດ. ຮອງຄະນະກໍາມະການຄຸ້ມຄອງກອງທຶນ “ກພຊ? ເປັນຜູ້ພິຈາລະນາ ແລະ ຮັບຮອງ ແຜນການເຄືອນໄຫວ, ບົດ ລາຍງານ, ແຜນລາຍຣັບ-ລາຍຈ່າຍ ແລະ ອະນຸມັດການເບີກຈ່າຍເງິນຂອງ “ກພຊ”.,,ູ ມ

  9. <!-- page 9 --> ຄະນະກໍາມະການຄຸ້ມຄອງ “ກພຊ” ປະກອບດ້ວຍ: 1. ທ່ານ ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີນໍາວຽກງານເສດຖະກິດ ເປັນຫົວຫ້າ; 2. ທ່ານ ຮອງເຈົ້າເມືອງ, ຮອງເຈົ້ານະຄອນ ຜູ້ຊີ້ນໍາວຽກງານເສດຖະກິດ ເປັນຮອງ; 3. ທ່ານ ຫົວຫ້າຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ເປັນຄະນະ; 4. ທ່ານ ຮອງຫົວຫ້າ ຫ້ອງການ ການເງິນຂັນເມືອງ ເປັນຄະນະ; 5. ທ່ານ ຮອງຫົວຫ້າ ຫ້ອງວ່າການປົກຄອງຂັ້ນເມືອງ ເປັນຄະນະ: 6. ທໍານ ຮອງປະທານ ອົງການກວດກາລັດຂັ້ນເມືອງ ເປັນຄະນະ. ມາດຕາ 22 ສິດ ແລະ ນ້ໍາທີ່ ຂອງຄະນະກໍາມະການຄຸ້ມຄອງກອງທຶນ ຄະນະກໍາມະການຄຸ້ມຄອງ “ກພສ? ມີ ສິດ ແລະ ຫຼ້າທີ່ ດັງນີ: ໂຄສະນາ, ເຜີຍແຜ່ ນະໂຍບາຍ, ກົດຫາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບ “ກພຊ7; ພິຈາລະນາ ແລະ ຮັບຮອງ ແຜນການເຄືອນໄຫວ, ບົດລາຍງານ, ແຜນລາຍຮັບ-ລາຍຈ່າຍ ຂອງ “ກພຊ: ແຕ່ງຕັ້ງກອງເລຂາ “ກພຊ7; ລະດົມຂົນຂວາຍທຶນ ຈາກ ພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ; ພິຈາລະນາ ແລະ ແກ້ໄຂຂໍ້ສະເຫື ກ່ຽວກັບ ການຄຸູ້ມຄອງ ແລະ ການນໍາໃຊ້ “ກພຊ7; ສະຫຼຸບ ແລະ ລາຍງານ ການຈັດຕັງປະຕິບັດວຽກງານຄຸ້ມຄອງ ແລະ ການນໍາໃຊ້ “ກພຊ” ໃຫ້ຂັ້ນເທິງ ຂອງຕົນ ຢ່າງເປັນປົກກະຕິ; 4 2 3 4 5 6 1. 7. ຊີນໍາ, ຊຸກຍູ້ ການເກັບລາບຮັບ ແລະ ການຄຸ້ມຄອງລາຍຈ່າຍ ຂອງ ““ກຟຊ7; 8. ຕິດຕາມ ແລະ ກວດກາ ການເຄື່ອນໄຫວ ແລະ ນໍາໃຊ້ກອງທຶນ ໃຫ້ສອດຄ່ອງກັບເປົ້າຫາຍນໍາໃຊ້ ຕາມ ແຜນການ, ມີຄວາມໂປ່ງໃສ ແລະ ມີປະສິດທິພາບ; 9. ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກ ງານ ຂອງ “ກພຊ7; 10. ນໍາໃຊ້ສິດ ແລະ ປະຕິບັດຫໍ້າທີ່ອືນ ຕາມການມອບຫນາຍຂອງຂັ້ນເທິງ. ມາດຕາ 23 ກອງປະຊຸມຄະນະກໍາມະການຄຸ້ມຄອງກອງທຶນ ກອງປະຊຸມຄະນະກໍາມະການຄຸ້ມຄອງກອງທຶນ ປະກອບດ້ວຍ: 1. ກອງປະຊຸມສະ ໄຫສາມັນ ຈັດຂຶ້ນໃນເດືອນ ພະຈິກ ຂອງປີ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານໃນໄລຍະ ຫ່ງປີ ຜ່ານມາ ແລະ ພິຈາລະນາຮັບຮອງແຜນລາຍຮັບ-ລາຍຈ່າຍ ຂອງກອງທຶນ, ແຜນການພື້ນຟູ, ສ້ອມແປງລະບົບຊົນລະປະທານ; 2. ກອງປະຊຸມວິສາມັນ ແມ່ນເປີດຂຶ້ນໄດ້ທຸກເວລາ ຕາມຄວາມຮຽກຮ້ອງຂອງວຽກງ1ນ ເປັນຕົ້ນແມ່ນ ການ ກຼກ ຕົກລົງຮັບຮອງອະນຸມັດແຜນການຟື້ນຟູ ແລະ ສ້ອມແປງຊົນລະປະທານແບບສູກເສີນ ເພື່ອສະຫອງນ້ໍາໃຫ້ການຜະ ລິດກະສິກໍາ ສາມາດດໍາເນີນໄດ້ຢ່າງເປັນປົກກະຕິ ແລະ ບໍ່ເກີດຜົນເສຍຫາຍຕໍ່ເນື້ອທີ່ການຜະລິດ ຂອງຊາວກະສິກອນ. ກອງປະຊຸມ ຈະເປີດໄດ້ກໍຕໍ່ເມື່ອມີສະມາຊິກເຂົ້າຮ່ວມ ຢ່າງຫ້ອຍ ສອງສ່ວນສາມ ຂຶ້ນໄປ ຂອງຈໍານວນສະ ມາຊິກທັງຫົດ. ມາດຕາ 24 ກອງເລຂາ ຄະນະກໍາມະການຄຸ້ມຄອງກອງທຶນ ກອງເລຂາ ຄະນະກໍາມະການຄຸ້ມຄອງ “ກພຊ? ແມ່ນການຈັດຕັ້ງທີ່ປະຈໍາການ, ມີຫ້ອງການຊ່ວຍວຽກຢູ່ ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ໂດຍແມ່ນຫ່ວຍງານຊົນລະປະທານເປັນກອງເລຂາ ເຮັດພ້າທີ່ເປັນ ເສນາທິການໃຫ້ຄະນະກໍາມະການຄຸ້ມຄອງ “ກພຊ? ຂັ້ນຂອງຕົນ... 9

  10. <!-- page 10 --> ກອງເລຂາ ຄະນະກໍາມະການຄຸ້ມຄອງ “ກພຊ” ປະກອບດ້ວຍ: 1. ທ່ານ ຮອງຫົວຫໍ້າ ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ເປັນຫົວຫ້າ: 2. ທ່ານ ຫົວພ້າ ຫ່ວຍງານຊົນລະປະທານ ເປັນຮອງ; 3. ທ່ານ ຫົວຫ້າ ຫ່ວຍງານ ຫ້ອງການ ການເງິນ ເປັນຄະນະ; 4. ທ່ານ ນາຍບ້ານ ເປັນຄະນະ; 5. ທ່ານ ປະທານກຸ່ມຜູ້ນໍາໃຊ້ນ້ໍາຊົນລະປະທານ ເປັນຄະນະ. ມາດຕາ 25 ສິດ ແລະ ຫນ້ໍາທີ ຂອງກອງເລຂາ ກອງເລຂາ ຄະນະກໍາມະການຄຸ້ມຄອງກອງທຶນ ມີ ສິດ ແລະ ຫາທີ່ ດັງນີ: 1. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ກົດຫາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບ <“ກພຊ7;: 2. ຄົນຄວ້າ ແລະ ສ້າງລະບຽບການ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ກອງທຶນ; 3. ສ້າງແຜນການເຄື່ອນໄຫວ, ຝຶກອົບຮົມ, ທັດສະນະສຶກສາ, ແຜນລາຍຮັບ-ລາຍຈ່າຍ ແລະ ແຜນແບ່ງ ປັ້ນງົບປະມານ ປະຈໍາປີ; 4. ຄຸ້ມຄອງຊັບສິນ, ເງິນສົດ ແລະ ບັນຊີເງິນຝາກຂອງກອງທຶນ; 5. ເບີກຈ່າຍເງິນ ແລະ ວັດຖຸປະກອນ ຕາມແຜນການທີຄະນະກໍາມະການຄຸ້ມຄອງກອງທຶນ ຮັບຮອງ; 6. ລະດົມຂົນຂວາຍທຶນ ຈາກ ພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ; 7. ຕິດຕາມ, ກວດກາ ແລະ ສະຫຼຸບ ລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ການນໍາໃຊ້ <ງາພຊ? ໃຫ້ຂັ້ນເທິງຂອງຕົນ ຢ່າງເປັນປົກກະຕິ; 8. ເຂົ້າຮ່ວມຕິດຕາມຄະນະກໍາມະການຄຸ້ມຄອງກອງທຶນ ລົງເຄື່ອນໄຫວ ແລະ ຊຸກຍູ້ວຽກງານຂອງກອງ ທຶນຢູ່ແຕ່ລະ ໂຄງການ; 9. ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກ ງານຂອງ “ກພຊ7; 10. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມການມອບຫນາຍຂອງຄະນະກໍາມະການຄຸ້ມຄອງກອງທຶນ. |) 3” ລ [ 2 ຜາ ມາດຕາ 26 ກຸ່ມຜູ້ນໍາ ໃຊ້ນໍາຊົນລະປະທານ ກຸ່ມຜູ້ນໍາໃຊ້ນໍາຊົນລະປະທານ ແມ່ນການລວມຕົວຂອງຊາວກະສິກອນ ທີສະຫັກໃຈ ເພືອເຣັດຫ້າທີໃນ ການບໍລິຫານຈັດການນໍາ ໃຫ້ພືນທີຮັບນໍາຊົນລະປະທານ ແລະ ບົວລະບັດຮັກສາລະບົບຊົນລະປະທານ. ຫວດທີ່ 6 ຂໍຫ້າມ ໄ ມ, ຈ ມາດຕາ 27 ຂໍຫ້າມທົ່ວໄປ > > ] ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກໍາ ດັງນີ: 1. ຂັດຂວາງການເຄືອນໄຫວຂອງ “ກພຊ7; ສ້າງຕັ້ງ, ເຄືອນໄຫວ ແລະ ນໍາໃຊ້ນ້ໍາ ໂຄງການຊົນລະປະທານ ໂດຍບໍ່ໄດ້ຮັບອະນຸຍາດ; ສ້າງຄວາມເສຍຫາຍ, ເຊື່ອມເສຍ, ຕ້ານການຈັດຕັ່ງ ແລະ ການເຄືອນໄຫວຂອງ “ກພຊ7; + ເ ຫຼົບຫຼີກ, ຊັກຊ້າ, ແກ່ຍາວ ແລະ ເຊື່ອງອໍາ ການເສຍຄ່ານໍາຊົນລະປະທານ ແລະ ຄ່າກະແສໄຟຟ້າ; 7 ມີພຶດຕິກໍາອືນ ທີເປັ້ນການລະເມີດກົດຫາາຍ ແລະ ລະບຽບການ.,, ,; > ຮໆ 10

  11. <!-- page 11 --> ມາດຕາ 28 ຂໍ້ຫ້າມສໍາລັບຄະນະຄຸ້ມຄອງ 4ກພຊ? ຫ້າມ ຄະນະຄຸ້ມຄອງ “ກພຊ? ມີພຶດຕິກໍາ ດັງນີ: ມີພຶດຕິກໍາຕ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງ “ກພຊ7; ປ່ອຍປະລະເລີຍ ການປະຕິບັດຫ້າທີຂອງຕົນຕາມລໍາພັງໃຈ; ປອມແປງເອກະສານທີ່ກ່ຽວຂ້ອງກັບ <ກພຊ7; ສວຍໃຊ້ສິດ ແລະ ຫ້າທີ່ຕໍາແຫ່ງ ໂດຍບໍ່ຖືກຕ້ອງ ຕາມກົດຫາຍ ແລະ ລະບຽບຂອງ “ກພຊ7; ກົດຫ່ວງ, ຖ່ວງດຶງ ຫຼື ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການສ້າງຕັ້ງ ແລະ ການຄຸ້ມຄອງ “ກພຊ7; > ຫ ຣໍ ສ ໆ +<- ມີພຶດຕິກໍາອື່ນ ທີເປັນການລະເມີດກົດຫາຍ ແລະ ລະບຽບການ. ຫວດທີ 7 ການຄຸ້ມຄອງ ແລະ ກວດກາ ມາດຕາ 29 ການຄຸ້ມຄອງ ແລະ ກວດກາວຽກງານ ກອງທຶນພັດທະນາຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຄູ້ມຄອງຢ່າງລວມສຸນ ແລະ ເປັນເອກະພາບໃນຂອບເຂດທົວປະເທດ ໂດຍມອບໃຫ້ກົມຊົນລະປະທານ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົາການປະສານສົມທົບກັບພາກສ່ວນທີ ກ່ຽວຂ້ອງ ທັງຂັນສູນກາງ ແລະ ທ້ອງຖິນ. ອົງການຄຸ້ມຄອງ ແລະ ກວດກາ ວຽກງານ “ກພຊ” ປະກອບດ້ວຍ: 1. ຂັ້ນສູນກາງ ແມ່ນ ກົມຊົນລະປະທານ, ກະຊວງກະສິກໍາ ແລະ ປ່າໄມ້; 2. ຂັ້ນແຂວງ ແມ່ນ ຂະແຫງຊົນລະປະທານ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ; 3. ຂັ້ນເມືອງ ແມ່ນ ຫ່ວຍງານຊົນລະປະທານ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ ແລະ ນະຄອນ. ມາດຕາ 30 ສິດ ແລະ ຫນ້ໍາທີ ຂອງກົມຊົນລະປະທານ ໃນການຄຸ້ມຄອງວຽກງານ “ກພຊ” ກົມຊົນລະປະທານ ມີ ສິດ ແລະ ຫາທີ່ ດັງນີ: ]. ຄົນຄວ້າ ສ້າງນະໂຍບາຍ, ຍຸດທະສາດ ແລະ ນິຕິກໍາໃຕ້ກົດຫນາຍ ກ່ຽວກັບ ວຽກງານ “ກພຊ” ເພື່ອສະເຫຼື ຂັນເທິງ ພິຈາລະນາ; 2. ຜັນຂະຫຍາຍນະໂຍບາຍ, ກົດພາຍ, ຍຸດທະສາດ ແລະ ລະບຽບການ ກ່ຽວກັບ “ກພຊ? ໃຫ້ເປັນ ແຜນການ, ແຜນງານ, ໂຄງການ ແລະ ລະບຽບການສະເພາະ ພ້ອມທັງຊີ້ນໍາການຈັດຕັ້ງປະຕິບັດ; 3. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ກົດຫາຍ, ຍຸດທະສາດ, ລະບຽບການ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບ “ກພຊ? ໃຫ້ກ້ວາງຂວາງ ແລະ ທົ່ວເຖິງ; 4. ຊີນໍາ, ຕິດຕາມ ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ “ກພຊ7; 5. ປະສານສົມທົບກັບການຈັດຕັ້ງຂອງລັດ ແລະ ການຈັດຕັ້ງອື່ນທີ່ກ່ຽວຂ້ອງ ເພື່ອສິ່ງເສີມການພັດທະນາ <ກພຊ? ໃຫ້ເຂັ້ມແຂງ: 6. ພົວພັນຮ່ວມມືກັບຕ່າງປະເທດ; ພາກພື້ນ ແລະ ສາກົນ ເພື່ອຍົກລະດັບ ແລະ ພັດທະນາ “ກພຊ” ໃນ ຂອບເຂດທົ່ວປະເທດ: 7. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານ <ກພຊ7 ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ຢ່າງ ເປັນປົກກະຕິ: 8. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫາຍ ແລະ ລະບຽບການ. ມູ 1]

  12. <!-- page 12 --> ມາດຕາ 31 ສິດ ແລະ ພ້າທີ່ ຂອງຂະແຫນງຊົນລະປະທານ ໃນການຄຸ້ມຄອງວຽກງານ “ກພຊ” ຂະແຫງງຊົນລະປະທານ ມີ ສິດ ແລະ ຫຼ້າທີ່ ດັງນີ: 1. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ກົດຫາຍ, ຍຸດທະສາດ ແລະ ລະບຽບການ ກ່ຽວກັບ “ກພຊ7; 2. ໂຄສະນາ, ເຜີຍແຜ່ນະໂຍບາຍ, ກົດພາຍ, ຍຸດທະສາດ, ລະບຽບການ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບ “ກພຊ” ພາຍໃນແຂວງ ແລະ ນະຄອນຫຼວງວຽງຈັນ ໃຫ້ກ້ວາງຂວາງ ແລະ ທົ່ວເຖິງ; 3. ຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂອງ <ກພຊ”; 4. ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງເສີມການພັດທະນາ ກພຊ? ໃຫ້ເຂັ້ມແຂງ; 5. ຝຶກອົບຮົບ ແລະ ສ້າງຄວາມເຂັມແຂງໃຫ້ກຸ່ມຜູ້ນໍາໃຊ້ນ້ໍາ ກ່ຽວກັບ ວຽກງານຄຸ້ມຄອງນໍໍາໃຊ້ ໂຄງການ ຊົນລະປະທານ ແລະ ວຽກງານຂອງກອງທຶນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ: 6. ຕິດຕາມ, ຊຸກຍູ້ ຫ່ວຍງານຊົນລະປະທານ ເກັບກໍາ, ສັງລວມ ແລະ ສ້າງຖານຂໍ້ມູນ ກ່ຽວກັບ ບັນຊີ ລາຍຊື່ໂຄງການຊົນລະປະທານ ທີ່ໄດ້ສ້າງຕັ້ງກອງທຶນພັດທະນາຊົນລະປະທານ; 7. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານ <ກພຊ7 ໃຫ້ກົມຊົນລະປະທານ ແລະ ອົງການ ປົກຄອງຂັ້ນແຂວງ ຢ່າງເປັນປົກກະຕິ: 8. ນໍາໃຊ້ສິດ ແລະ ປະຕິບັດພ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫາຍ ແລະ ລະບຽບການ. ມາດຕາ 32 ສິດ ແລະ ບນ້ໍາທີ່ ຂອງຫ່ວຍງານຊົນລະປະທານ ໃນການຄຸ້ມຄອງວຽກງານ “ກພຊ” ຫ່ວຍງານຊົນລະປະທານ ມີ ສິດ ແລະ ຫາທີ່ ດັງນີ: ]. ຈັດຕັ້ງປະຕິບັດ ນະໂຍບາຍ, ກົດຫາຍ, ຍຸດທະສາດ ແລະ ລະບຽບການ ກ່ຽວກັບ “ກພຊ7: 2. ເຜີຍແຜ່, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດວຽກງານ “ກພຊ” ໂດຍສົມທົບກັບຫ້ອງການ, ອົງການ ຈັດຕັ້ງ ແລະ ອົງການປົກຄອງບ້ານ ທີ່ກ່ຽວຂ້ອງ ຢ່າງປົກກະຕິ: 3. ຝຶກອົບຮົມວຽກງານຄຸ້ມຄອງກອງທຶນ ແລະ ວຽກງານແຜນການ-ການເງິນ ຢ່າງປົກກະຕິ; 4. ເກັບກໍາ, ສັງລວມ ແລະ ສ້າງຖານຂໍ້ມູນກ່ຽວກັບ ບັນຊີລາຍຊື່ໂຄງການທີ່ໄດ້ສ້າງຕັ້ງ “ກພຊ7; 5. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານ <%ກພຊ7 ໃຫ້ຂະແຫງຊົນລະປະທານ ແລະ ອົງ ການປົກຄອງເມືອງ ຢ່າງເປັນປົກກະຕິ: 6. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄລ້ໃນກົດຫນາຍ ແລະ ະບຽບການ. ມາດຕາ 33 ການກວດກາ ການຈັດຕັ້ງທີຮັບຜິດຊອບໃນການກວດກາ <ກພຊ7 ປະກອບດ້ວຍ ການກວດກາພາຍໃນ ຊຶ່ງແມ່ນຄະນະ ກໍາມະການຄຸ້ມຄອງກອງທຶນ ເປັນຜູ້ດໍາເນິນການກວດກາ <ກພຊ? ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 21 ຂອງຂໍ້ ຕົກລົງສະບັບນີ້ ແລະ ການກວດກາພາຍນອກ ຊຶ່ງແມ່ນ ສະພາແຫ່ງຊາດ, ສະພາປະຊາຊົນຂັນແຂວງ, 8 ອົງການ ກວດກາລັດ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົາລາວ, ອົງການຈັດຕັ້ງມະຫາ ຊົນ, ສື່ມວນຊົນ ແລະ ປະຊາຊົນ. ມາດຕາ 34 ເນື້ອໃນການກວດກາ ການກວດກາ ການສ້າງຕັ້ງ ແລະ ການຄຸ້ມຄອງ “ກພຊ? ມີເນື້ອໃນຕົ້ນຕໍ ດັງນີ: 1. ການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້, ກົດລະບຽບພາຍໃນ, ແຜນການເຄືອນໄຫວ ແລະ ແຜນກິດຈະ ກໍາຂອງ “ກພຊ?;,., ,, 12

  13. <!-- page 13 --> 2. ການປະຕິບັດຫ້າທີ ແລະ ຄວາມຮັບຜິດຊອບ ຂອງຄະນະຄຸ້ມຄອງ “ກພຊ7; 3. ຫ 3. ການເກັບເງິນເຂົາກອງທຶນ ແລະ ການນໍາໃຊ້ງົບປະມານ ຂອງ “ກພຊ?. ມາດຕາ 35 ການແກ້ໄຂຂໍ້ຂັດແຍ່ງ ຂໍ້ຂັດແຍ່ງທີ່ເກີດຂຶ້ນ ກ່ຽວກັບ ການສ້າງຕັ້ງ ແລະ ການຄຸ້ມຄອງ “ກພຊ? ເປັນຕົນ ຂໍຂັດແຍ່ງພາຍໃນກຸ່ມ. ກຸ່ມຜູ້ນໍາໃຊ້ນໍໍາຊົນລະປະທານ ກັບ ຄະນະຄຸ້ມຄອງ “ກພຊ7 ຫຼື ກັບ ພາກສ່ວນອື່ນ ໃຫ້ດໍາເນີນການແກ້ໄຂດ້ວຍ ຮູບການໄກ່ເກ່ຍ ຫຼື ການປະນີປະນອມ ໂດຍ “ກພຊ7 ຫຼື ການຈັດຕັ້ງລັດທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້ໃນ ກົດ ຫນາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ. ຫນວດທີ 8 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ມາດຕາ 36 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ. ນິຕິບຸກ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັນ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ເປັນຕົ້ນ ການປະກອບສ່ວນຊຸກຍູ້ສິ່ງເສີມ ເຮັດໃຫ້ກອງທຶນມີການເຕີບໃຫຍ່ຂະຫາຍຕົວ, ເຂັ້ມແຂງ ແລະ ຍືນຍົງ ຈະ ໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ. ມາດຕາ 37 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ. ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ່ ເປັນຕົ້ນ ຂໍ້ຫ້າມ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃຫ,, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມກົດຫາຍ ແລ້ວແຕ່ ກໍລະນີ ເບົາ ຫຼື ຫັກ. ຫນວດທໍ9 ບົດບັນຍັດສຸດທ້າຍ ມາດຕາ 38 ການຈັດຕັງປະຕິບັດ ມອບໃຫ້ ກົມຊົນລະປະທານ ເປັນເຈົາການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພືອຈັດຕັງປະຕິບັດ ແລະ ເຜີຍແຜ່ ຂໍຕົກລົງສະບັບນີ ໃຫ້ໄດ້ຮັບຜົນດີ. ມາດຕາ 39 ຜົນສັກສິດ ຂໍຕົກລົງສະບັບນີ <+ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົນໄປ ແລະ ໄດ້ລົງຈົດຫາຍເຫດທາງລັດຖະການູ ,, /ອ.ເພັດ ພົມພີພັກ 13

Decision No.0037 on the Establishment and Management of the Irrigation Development Fund · Nelum