تخطَّ إلى المحتوى
Nelum
قوانين لاوس

Prime Minister's Order No.05 on strengthening strictness of the management and monitoring of prohibited wildlife and wild plants

صدر في 2018-05-08 · النص بتاريخ 2026-10-01

القانون العام والإرشادات الرسمية منشورة بوصفها أبحاثاً. ليست مشورة قانونية أو ضريبية أو مالية.

البحث نفسه مكتوب بالإنجليزية. العناوين والوسوم مترجمة؛ أما النتائج والاقتباسات فغير مترجمة.

عن هذا القانون

العنوان الأصلي
ຄໍາສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ (ເລກທີ 05/ນຍ).
اللغة
Lao
النوع
لائحة
المنظمة
Mekong River Commission (MRC)
الدولة
لاوس
الموضوعات
Wild species and ecosystems
الكلمات المفتاحية
enforcement/compliance, wild fauna, wild flora, aquatic animals, aquatic plants, endangered species, management/conservation, hunting/capture, inspection, international trade, internal trade, trade in species, protection of species, biodiversity
الفئات
*

أين تقرؤه

    لا يوجد رابط مصدر مسجل لهذا القانون.

النص

نص القانون نفسه، مادةً مادة، كما هو محفوظ. لكل مادة رابطها.

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ນາຍົກລັດຖະມົນຕີ ເລກທີ.. .../ນຍ ນະຄອນຫຼວງວຽງຈັນ, ວັນທີ. 44. ຄໍາສັງ ວ່າຕ້ວຍການເພີມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ສັດປ່າ ແລະ ພືດປ້າ ປະເພດຫວງຫ້າມ ຈ, . ະ າ. ໃ - ະ ໂຈ ເຖິງ: ບັນດາທ່ານ ລັດຖະມົນຕີ, ຫົວຫ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງ ຈັນ ແລະ ບັນດາທ່ານເຈົ້າແຂວງ. - ອີງຕາມ ກົດຫນາຍວ່າດ້ວຍລັດຖະບານ ເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016; - ອີງຕາມ ກົມຫນາຍວ່າດ້ວຍ ສັດນ້ໍາ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ຫັນວາ 2007; - ອີງຕາມ ກົດຫນາຍວ່າດ້ວຍ ການດໍາເນີນຄະດີອາຍາ ເລກທີ 17/ສພຊ , ລົງວັນທີ 10 ກໍລະກົດ 2012; - ອີງຕາມ ສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍ ຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ . & ຈ a ລະຫວ່າງຊາດ (CITES) ທີ່ ສປປ ລາວ ເປັນພາຄີ; ຂ . o ຊາ ທກ ລະຄ - ອີງຕາມ ຫຼັງສືສະເຫີຂອງກະຊວງ ກະສິກໍາ ແລະ ປ່າໄມ້ ເລກທີ 32/ກປ, ລົງວັນທີ 27 ເມສາ 2018. ເພື່ອເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດວຽກງານການຄຸ້ມດອງ ແລະ ການກວດກາສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ທີ່ໃກ້ຈະສູນພັນ ໃຫ້ສອດດ່ອງຕາມກົດຫນາຍ ແລະ ລະບຽບການຕ່າງໆ ທີ່ ລັດຖະບານໄດ້ວາງອອກ ແລະ ສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ ຈະສູນພັນ ລະຫວ່າງຊາດ Convention on International Trade in Endangered Species of Wild Fauna and Flora (CTIES) ທີ່ ສປປ ລາວ ເປັນພາຄີ ໃຫ້ມີຜົນສັກສິດ, ທັງເປັນການສະກັດກັ້ນ, ການຕ້ານ ແລະ ການແກ້ໄຂປະກົດການຫຍໍ້ທໍ້ກ່ຽວກັບ ສັດບ້າ ແລະ ພືດປ່າ ປະເພດຫວງຫ້າມ. ນາຍົກລັດຖະມົນຕີ ອອກຄໍາສັ່ງ:

  2. 1. ໃຫ້ບັນດາກະຊວງ, ຂະແບນງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີຄວາມເຂັ້ມ ງວດ ແລະ ເອົາໃຈໃສ່ປະຕິບັດຫ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບ ໃຫ້ຖືກຕ້ອງຕາມ ລະບຽບ ກົດຫນາຍ ໂດຍສະເພາະແມ່ນ ບັນດາກົດບນາຍ ແລະ ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງ, ກວດກາ ແລະ ດໍາເນີນຄະດີ ກ່ຽວກັບ ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ. ໃຫ້ຢຸດຕິ ການລ່າສັດປ່າທຸກປະເພດທີ່ນອນໃນບັນຊີຫວງຫ້າມ (ບັນຊີ 1) ແລະ ໃຫ້ຢຸດຕິ ການນໍາເຂົ້າ, ນໍາ ຜ່ານ, ສົ່ງອອກ, ການຊື້-ຂາຍ ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ທີ່ມີຊີວິດ ແລະ ບໍ່ມີຊີວິດ ລວມທັງສິ້ນ ສ່ວນ. ອະໄວຍະວະ ແລະ ຜະລິດຕະພັນຕ່າງໆ ຂອງສັດປ້າ ປະເພດຫວງຫ້າມ (ບັນຊີ 1) ຕາມທີ່ກໍານົດໄວ້ ໃນກົດຫນາຍວ່າດ້ວຍ ສັດນ້ໍາ ແລະ ສັດປ່າ ຂອງ ສປປ ລາວ ແລະ ສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍ ຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ (CITES), ສໍາລັບສັດປ່າທີ່ນອນໃນບັນຊີ ຄຸ້ມຄອງ (ບັນຊີ 1) ກໍຕ້ອງໄດ້ຄຸ້ມຄອງຢ່າງເຂັ້ມງວດຕາມກົດຫນາຍ ແລະ ສົນທິສັນຍາສາກົນວ່າດ້ວຍການ ຄ້າຂາຍ ຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ (CITES) ທີ່ ສປປ ລາວ ເປັນພາຄີ. . ໃຫ້ຢຸດຕິການສ້າງຕັ້ງຟາມ ສັດປ່າປະເພດຫວງທ້າມ (ບັນຊີ 1) ເພື່ອເປົ້າຫານາຍທາງດ້ານທຸລະກິດ, ຟາມທີ່ມີ ແລ້ວໃຫ້ຫັນໄປສູ່ການລ້ຽງແບບເປັນຟາມເບີດ (84 418!) ຫຼື ສວນສັດ (200) ເພືອເປົ້ານາຍການທ່ອງ ທ່ຽວແບບອະນຸລັກ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດເທົ່ານັ້ນ, ການສ້າງຕັ້ງຟາມສັດປ່າປະເພດ ຄຸ້ມຄອງ (ບັນຊີ 1) ແລະ ປະເພດທົ່ວໄປ (ບັນຊີ !![) ຕ້ອງໄດ້ຮັບອະນຸຍາດ ຈາກກະຊວງກະສິກໍາ ແລະ ປ່າ ໄມ້ ບົນພື້ນຖານຕ້ອງມີເອກະສານຕົ້ນຕໍດຶ: ບົດລາຍງານແຜນຕຸ້ມຄອງຄວາມສ່ຽງໃນການສູນພັນ ຂອງຊະນິດ ພັນສັດປ່າຕັ່ງກ່າວ, ບົດວິພາກເສດຖະກິດເຕັກນິກ ແລະ ບົດປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງ ແວດລ້ອມທໍາມະຊາດ . . ທ້າມບໍ່ໃຫ້ມີການຊື້ຂາຍ ແລະ ສົ່ງອອກ-ນໍາເຂົ້າ ພືດປ່າປະເພດຫວງຫ້າມ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກ ສ່ວນທີ່ກ່ຽວຂ້ອງ. . ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການດົ້ນຄວ້າ ສົ່ງເສີມ ການຂະຫຍາຍພັນພືດປ່າ ປະເພດຫວງຫ້າມ ແລະ ການຄຸ້ມຄອງບັນດາສວນພືດປ່າປະເພດຫວງຫ້າມ. . ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບກະຊວງ, ຂະແບນງການທີ່ກ່ຽວຂ້ອງ ແລະ ອົງການ ບົກຕອງທ້ອງຖິ່ນ ຄື: 6.1. ດໍາເນີນການສໍາຫຼວດຂຶ້ນບັນຊີ ແລະ ຂຶ້ນທະບຽນ ສັດປ່າ ທີ່ນໍາມາລ້ຽງ ລວມທັງສິ້ນສ່ວນ ແລະ ຜະ ລຶດຕະພັນຈາກງາຊ້າງ, ກະດູກຊ້າງ ແລະ ນໍແຮດ ທີ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີໄວ້ໃນ ຄອບຄອງ. ສ່ວນຜະລິດຕະພັນຈາກ ງາຊ້າງ, ກະດູກຂ້າງ ແລະ ນໍແຮດ ທີ່ລອກຮຽນແບບ ຫຼື ເປັນຂອງ ປອມ ຊຶ່ງມີວາງຂາຍຕາມສະຖານທີ່ຕ່າງໆ ແມ່ນໃຫ້ດໍາເນີນການກວດກາ, ຢຶດ ແລະ ທໍາລາຍຖິ້ມ. 6.2. ໃຫ້ສືບຕໍ່ກວດກາ, ເກັບກາ, ຂຶ້ນບັນຊີ, ຮິບໂຮມ ອາວຸດລ່າເນື້ອ, ເຄື່ອງມືລ່າສັດທຸກຊະນິດ ເພື່ອທາ ລາຍຖິ້ມ; ບໍ່ອະນຸຍາດໃຫ້ບຸກດົນ, ນິຕິບຸກດົນ ແລະ ການຈັດຕັ້ງຜະລິດ, ຄອບຄອງ ແລະ ຈໍາຫນ່າຍ ອາ ວຸດລ່າເນື້ອ ແລະ ເຄື່ອງມືລ່າສັດທີ່ມີລິກສະນະດັບສຸນທຸກຊະນິດ. 6.3. ເຂັ້ມງວດໃນການກວດກາ ລາດຕະເວນຕາມເຂດຊາຍແດນທີ່ຫຼໍ່ແຫຼມ, ດ່ານຂາເຂົ້າ-ຂາອອກ, ເຂດເສດ ຖະກິດພິເສດ ທີ່ມີເປົ້ານາຍ ແລະ ເຂດອື່ນໆ; ຖ້າມີການລະເມີດ § ການກະທໍາຜິດ ກ່ຽວກັບການ ຄ້າຂາຍ, ເຄືອນຍ້າຍ ສັດປ່າ, ສິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າທີ່ຜິດກົດຫນາຍ ແລະ ສົນທິສັນຍາ ສາກົນ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສຸນພັນລະຫວ່າງຊາດ (CITES) ແມ່ນໃຫ້ດໍາເນີນການສືບສວນ-ສອບສວນ ເພື່ອດໍາເນີນຄະດີຕໍ່ຜູ້ກະທໍາຜິດ, ໃນກໍລະນີມີການປຶດຂອງ ກາງ ເພື່ອດໍາເນີນຕະດີ ຕ້ອງມອບໃຫ້ອົງການສືບສວນ-ສອບສວນ ຂອງເຈົ້າຫ້າທີ່ປ່າໄມ້ ດໍາເນີນການ

  3. ສືບສວນ-ສອບສວນ ຕາມທີໄດ້ກໍານົດໄວ້ໃນມາດຕາ 53, 54 ແລະ 79 ຂອງກົດບນາຍວ່າດ້ວຍການ ດໍາເນີນຄະດີອາຍາ ແລະ ມາດຕາ 59, 60, 61 ຂອງກົດຫາຍວ່າດ້ວຍ ສັດນ້ໍາ ແລະ ສັດປ່າ. ສໍາລັບ ຂອງກາງທີ່ປົດມາເປັນຂອງລັດ ຖ້າເປັນສັດປ່າຍັງມີຊີວິດ ຫຼື ສິ້ນສ່ວນສັດປາ ທີ່ສາມາດເກັບຮັກສາໄວ້ ພາຍຫຼັງການດໍາເນີນຄະດີສໍາເລັດ ຕ້ອງມອບໃຫ້ຂະແບນງກະສິກໍາ ແລະ ປ່າໄມ້ (ຂະແຫງຄຸ້ມຄອງສົນ ທິສັນຍາສາກົນ 0!165;) ເປັນຜູ້ເກັບກໍາຮັກສາ (ຕາມທີໄດ້ກໍານົດໄວ້ໃນມາດຕາ ອ ແລະ ມາດຕາ 13 ຂອງສົນທິສັນຍາສາກົນ CITES) ຖ້າເປັນສັ້ນສວນທີ່ບໍມີຊີວິດ ຫຼື ສິ້ນສວນສັດປ່າ ທີ່ບໍ່ສາມາດເກັບ ຮັກສາໄວ້ໄດ້ (ອາດຈະບຸດເນົ່າເສຍຫາຍ) ຕ້ອງໄດ້ທໍາລາຍຖິ້ມ. 6.4. ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງ, ການກວດກາ, ການຕ້ານ ແລະ ສະກັດກັ້ນການລ່າ, ການຊຶ້- ຂາຍ, ການເຄືອນຍ້າຍ, ການນໍາເຂົ້າ, ການສົ່ງອອກ, ສົ່ງອອກຄືນ, ການນໍາຜ່ານ ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ (ບັນຊີ 1) ແລະ ປະເພດຄຸ້ມຄອງ (ບັນຊີ ![) ທີ່ມີຊີວິດ ແລະ ບໍ່ມີຊີວິດ ລວມທັງສິ້ນ ສ່ວນ, ອະໄວຍະວະ ແລະ ຜະລິດຕະພັນຕ່າງໆ ຈາກສັດປ່າ ຕາມທີ່ກໍານົດໄວ້ໃນ ບັນດາກົດບນາຍ ແລະ ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບ ສັດນ້ໍາ ແລະ ສັດປ່າ ຂອງ ສປປ ລາວ ແລະ ສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍ ຊະນິດພັນສັດປ່າ ແລະ ພືດປ່າ ທີໃກ້ຈະສຸນພັນລະຫວ່າງຊາດ (6! 165). 7. ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ດໍາເນີນການກວດກາ, ຂຶ້ນບັນຊີເປົ້ານາຍ ຫ້າງຮ້ານ ແລະ ຢຸດຕິການ ຄ້າຂາຍ ສິ້ນສ່ວນສັດປ່າ ເຊັ່ນ: ກະດູກ, ຫັງ, ເຂົາ, ງາ, ນໍ, ແຂ້ວ, ເລັບ, ບນວດ, ບີ ແລະ ອືນໆ ລວມທັງ ຜະລິດຕະພັນ ແລະ ຂອງທີ່ລະລຶກທີ່ເຮັດດ້ວຍສັ້ນສວ່ນສັດປ່າທຸກປະເພດ ຢູ່ບັນດາຕະຫຼາດ, ໂຮງເເຮມ, ເຂດເສດຖະກິດພິເສດ, ເຂດທ່ອງທ່ຽວ, ສະຫນາມບິນ, ດ່ານຂາເຂົ້າ-ຂາອອກ ລະຫວ່າງປະເທດ ແລະ ສະຖານທີ່ອື່ນໆ. 8. ໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ຊີ້ນໍາສາຍຕັ້ງຂອງຕົນ ເພີ່ມທະວີຄວາມ ເຂັ້ມງວດ ໃນການກວດກາ ການສົ່ງອອກ, ການນໍາເຂົ້າ ສັດປ່າ ແລະ ພືດປ່າ ຢູ່ຕາມບັນດາດ່ານຕ່າງໆ ແລະ ຕາມຊາຍແດນລະຫວ່າງປະເທດ, ທ້າມເຈົ້າຫ້າທີ່ອະນຸຍາດ ຫຼື ອໍານວຍຄວາມສະດວກໃນການສົ່ງອອກ , ນໍາ ເຂົ້າ ສັດປ່າ ແລະ ພືດປ່າ ທີ່ກໍານົດໄວ້ໃນ ຂໍ້ 3 ຂອງຄໍາສັ່ງ ສະບັບນີ້ຢາງເດັດຂາດ. ຖ້າກວດກາພົບເຫັນມີການ ລັກລອບ ແມ່ນໃຫ້ຈັບຕົວຜຸ້ກະທໍາຜິດ ພ້ອມທັງຢຶດຂອງກາງ ແລ້ວສິ່ງໃຫ້ ອົງການສືບສວນ-ສອບສວນຂອງ ເຈົ້າຫ້າທີ່ປ່າໄມ້ ດໍາເນີນຄະດີຕາມ ກົດໆນາບ ແລະ ລະບຽບການຢ່າງເຂັ້ມງວດ. 9. ໃຫ້ກະຊວງການເງິນ ຊີ້ນໍາເຈົ້າຫ້າທີ່ພາສີ ເພີ່ມທະວີຄວາມເຂັ້ມງວດ, ໃນການກວດກາ, ການຕ້ານ ແລະ ສະກັດກັ້ນ, ການຊື້-ຂາຍ, ການເດືອນຍ້າຍ, ການນໍາເຂົ້າ, ການສົ່ງອອກ, ສົ່ງອອກຄືນ, ການນໍາຜ່ານ ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ (ບັນຊີ 1) ແລະ ປະເພດຄຸ້ມຄອງ (ບັນຊີ !!) ທີ່ມີຊີວິດ ແລະ ບໍ່ມີຊີວິດ ລວມທັງສິ້ນສ່ວນ, ອະໄວຍະວະ ແລະ ຜະລິດຕະພັນຕ່າງໆ ຈາກສັດປ່າ ຕາມທີ່ກໍານົດໄວ້ໃນ ກົດຫນາຍວ່າ ດ້ວຍສັດນ້ໍາ ແລະ ສັດປ່າ ຂອງ ສປປ ລາວ ແລະ ສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍ ຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສຸນພັນລະຫວ່າງຊາດ (CITES). ຖ້າກວດກາພົບເຫັນມີການລັກລອບ ແມ່ນໃຫ້ຈັບ ຕົວຜຸ້ກະທໍາຜິດ ພ້ອມທັງຢຶດຂອງກາງ ແລ້ວສົ່ງໃຫ້ ອົງການສືບສວນ-ສອບສວນຂອງເຈົ້າຫ້າທີ່ປ່າໄມ້ ດໍາເນີນ ຄະດີຕາມ ກົດຫນາຍ ແລະ ລະບຽບການຢ່າງເຂັ້ມງວດ .

  4. 10. ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບຂະແຫນງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງ ທ້ອງຖິ່ນທຸກຂັ້ນ ເພີ່ມທະວີຄວາມເອົາໃຈໃສ່ ໂຄສະນາ, ເຜີຍແຜ່ລະບຽບກົດຫນາຍທີ່ກ່ຽວຂ້ອງ ໂດຍສະເພາະ ແມ່ນກົດບນາຍວ່າດ້ວຍສັດນໍໍາ ແລະ ສັດປ່າ ແລະ ບັນດານິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບ ສິນທິສັນຍາສາກົນ ວ່າ ດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ (CITES). 11. ໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນເຈົ້າການສົມທົບກັບ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຮົງການປົກຄອງທ້ອງຖິ່ນ ດໍາເນີນການສຶກສາ ຊະນິດພັນ ພືດ ແລະ ສັດ ທີ່ນອນໃນບັນຊີ CITES ເພື່ອໃຫ້ ກໍາໄດ້ສະຖານະພາບຂອງແຕ່ລະຊະນິດພັນ ໂດຍສະເພາະ ຊະນິດພັນທີ່ ສປປ ລາວ ມີທ່າແຮງ ໃນການຄ້າ ຂາຍ ພ້ອມທັງສ້າງແຜນການຄຸ້ມຄອງຄວາມສ່ຽງໃນການສູນພັນ ເພື່ອເປັນຂໍ້ມູນລາຍງານກອງເລຂາອົງການ CITES. 12, ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເອົາໃຈໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ ຂອງຂະແບນງການ ທີ່ຮັບຜິດຊອບວຽກງານຄຸ້ມຄອງ (ຜ [68 MA) ແລະ ຢັ້ງຢືນ ທາງດ້ານວິທະຍາສາດ (CITES SA) ຕາມສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ໃຫ້ມີຄວາມເຂັ້ມແຂງ ແລະ ມີການປະສານສົມທົບກັນ ປະຕິບັດວຽກງານໃຫ້ມີບະສິດທິຜົນ. 13. ໃຫ້ບັນດາກະຊວງ, ຂະແບນງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ປັບປຸງ ກົນໄກ ປະສານງານ ໃນການຄຸ້ມຄອງກວດກາ ຕິດຕາມ ການຈັດຕັ້ງປະຕິບັດສົນທິສັນຍາສາກົນວ່າດ້ວຍການຄ້າຂາຍ ຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES). 14 . ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບ ບັນດາກະຊວງ, ຂະແບນງການທີ່ກ່ຽວຂ້ວງ ແລະ ອົງການປົກຄອງທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດຕໍາສັງສະບັບນີ້ ຢ່າງໂປ່ງໃສ ແລະ ເຂັ້ມງວດ ແລ້ວລາຍງານ ລັດຖະບານເປັນແຕ່ລະໄລຍະ ເພື່ອໃຫ້ທິດຊີນໍາໃນການຈັດຕັ້ງປະຕິບັດວຽກງານໃຫ້ທັນກັບສະພາບການ. 15, ໃຫ້ບັນດາ ລັດຖະມົນຕີ, ຫົວຫ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາເຈົ້າ

  5. ແຂວງ ກໍາແຫ້ນຄໍາສັ່ງສະບັບນີ້, ພ້ອມທັງຜັນຂະຫຍາຍອອກເປັນຫ້າວຽກລະອຽດ ຕາມຄວາມຮັບຜິດຊອບ ຂອງຕົນໂດຍໄວ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ກໍລະນີຂະແບນງການໃດ, ທ້ອງຖິ່ນໃດ ຫາກລະ ເມີດຕໍ່ຄໍາສິ່ງສະບັບນີ້ ແມ່ນຄະນະນໍາ ຂອງຂະແບນງການນັ້ນ ຫຼື ທ້ອງຖິ່ນນັ້ນ ຕ້ອງຮັບຜິດຊອບ ຕໍ່ລັດຖະ ບານ ແລະ ຕໍ່ກົດບນາຍ. 16. ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ບັນດາຄໍາສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ນິຕິກໍາຕ່າງໆ ລວມທັງບັນດານິຕິກໍາ ທີກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງ ທ້ອງຖິ່ນ ໄດ້ອອກໃນໄລຍະຜ່ານມາ ທີ່ມີເນືອໃນຂັດກັບຄໍາສັງສະບັບນີ ລ້ວນແຕ່ຖຶກລິບລ້າງ. a 0 ..----.-- o ກ 4 ທອງລຸນ ສີສຸລິດ

Prime Minister's Order No.05 on strengthening strictness of the management and monitoring of prohibited wildlife and wild plants · Nelum