تخطَّ إلى المحتوى
Nelum
قوانين لاوس

Presidential Decree No. 258/PR on the Promulgation of the Law on Excise Tax

صدر في 2013-10-30 · النص بتاريخ 2026-10-01

القانون العام والإرشادات الرسمية منشورة بوصفها أبحاثاً. ليست مشورة قانونية أو ضريبية أو مالية.

البحث نفسه مكتوب بالإنجليزية. العناوين والوسوم مترجمة؛ أما النتائج والاقتباسات فغير مترجمة.

عن هذا القانون

العنوان الأصلي
ລັດຖະດຳລັດ ຂອງປະທານປະເທດ ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍອາກອນຊົມໃຊ້(ເລກທີ 258/ປປທ).
اللغة
lao
النوع
قانون
المنظمة
Mekong River Commission (MRC)
الدولة
لاوس
الموضوعات
General
الكلمات المفتاحية
fiscal and market measures, taxes, offences/penalties, enforcement/compliance

أين تقرؤه

    لا يوجد رابط مصدر مسجل لهذا القانون.

النص

نص القانون نفسه، مادةً مادة، كما هو محفوظ. لكل مادة رابطها.

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ປະທານປະເທດ wnf. 200 . /ປປທ ນະຄອນທຼວງວຽງຈັນ, ວັນທີ..30.ກໍລະກົດ..2013 ລັດຖະດາໍລັດ ຂອງປະທານປະ ເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກຽວກັບການປະກາດໃຊ່ກົດໆນາຍວາດ້ວຍອາກອນຊົ່ມໃຊ້ - ອີງຕາມ ລັດຖະທໍາມະນູນ ແທງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ບນວດທີ VI ມາດຕາ 67 ຂໍ້ 1; -. ອີງຕາມ ມະຕິຂອງກອງປະຊຸມສະພາແທ່ງຊາດ ສະບັບເລກທີ 12/ສພຊ, ລົງວັນທີ 19 ມິຖຸນາ 2019 ກຽວກັບການຮັບຮອງເອົາກົດຫນາຍວາດ້ວຍອາກອນຊົ່ມໃຊ; -. ອີງຕາມ ຫັງສື່ສະເນີຂອງຄະນະປະຈໍາສະພາແທງຊາດ ສະບັບເລກທີ 18/ຄປຈ, ລົງວັນທີ 17 ກໍລະກົດ 2019. ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດາລັດ: ມາດຕາ 1 ປະກາດໃຊ່ກົດປນນາຍວາດ້ວຍອາກອນຊົມໃຊ່. ມາດຕາ 2 ລັດຖະດາລັດສະບັບນີ ມີຜົນສັກສິດນັບແຕວັນລົງລາຍເຊັນ ເປັນຕົນໄປ. ປະທານປະເທດ ແທງ ສປປ ລາວ ສາທາລະນະລັດ ແີະສາຫັນແຖ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ສະພາແຫ່ງຊາດ ເລກທີ I 1 2 - 111 ນະຄອນຫຼວງວຽງຈັນ, ວັນທີ ! 5 / 06/ 19 ມະຕິ ຂອງກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຮັບຮອງເອົາກົດຫນາຍວ່າດ້ວຍອາກອນຊົມໃຊ້ ອີງຕາມລັດຖະ ທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະ ບັບປັບປຸງ J 2015) ມາດຕາ 53 £ 1 ແລະ ກົດຫນາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ ປີ 2015) ມາດຕາ 11 ຂໍ 1. ພາຍຫຼັງທີ່ກອງປະ ສຸມສະໄບນສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ ໄ/||| ໄດ້ຄື້ນຄວ້າພິຈາລະນາ

  2. ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນື້ອໃນຂອງກົດຫນາຍວ່າຕ້ວຍອາກອນຊົມໃຊ້ ໃນວາລະກອງປະຊຸມ ຄັ້ງ ວັນທີ 19 ມິຖຸນາ 2019. ກອງປະຊຸມສະພາແຫ່ງຊາດ ຕົກລົງ: ມາດຕາ 1 ຮັບຮອງເອົາກົດຫນາຍວ່າຕ້ວຍອາກອນຊົມໃຊ້ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ. ມາດຕາ 2 ມະຕິສະບັບນີ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົນໄປ . ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ສະພາແຫ່ງຊາດ ເລກທີ 68 /ສພຊ ນະຄອນຫຼວງວຽງຈັນ, ວັນທີ 19 ມິຖຸນາ 2019 ກົດຫນາຍ ວ່າດ້ວຍອາກອນຊົມໃຊ້ ພາກທີ | ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ ກົດຫນາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາວຽກງານອາກອນຊົມໃຊ້ ເພື່ອໃຫ້ວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ເກັບລາຍຮັບ ແລະ ມອບພັນທະ ເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ດັດສົມການ ຊົມໃຊ້ໃນສັງຄົມ, ປົກປ້ອງສຸຂະພາບຂອງພົນລະເມືອງ ແລະ ປົກປັກຮັກສາສິ່ງແວດລ້ອມ, ສ້າງເງື່ອນໄຂໃຫ້ແກ່ ການເຊື່ອມໂຍງ ເຂົ້າກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ຊາດ. ມາດຕາ 2 ອາກອນຊົມໃຊ້ ອາກອນຊົມໃຊ້ ແມ່ນ ພັນທະເປັນເງິນ ທີ່ເກັບຈາກ ການຊົມໃຊ້ບາງປະເພດ ສິນຄ້າ ທີ່ນໍາເຂົ້າ ຫຼື ຜະລິດ ພາຍໃນ ແລະ ການບໍລິການ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ພາຍໃນປະເທດ. ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດຫນາຍສະບັບນີ້ ມີຄວາມບນາຍ ດັ່ງນີ້: 1. ສິນຄ້າ ບນາຍເຖິງ ຜະລິດຕະພັນທີ່ມີຕົວຕົນ ຫຼື ບໍ່ມີຕົວຕົນ ຊຶ່ງສາມາດເຄື່ອນຍ້າຍໄດ້ ຫຼື ບໍ່ສາມາດ ເຄື່ອນຍ້າຍໄດ້ ລວມທັງຊັບສົມບັດຄົງທີ່, ກະແສໄຟຟ້າ, ອາຍແກັສ, ພະລັງງານ ແລະ ຊັບສົມບັດອື່ນ ທີ່ໃຊ້ເຂົ້າໃນ ການຜະລິດ, ການຂາຍ, ການແລກປ່ຽນ ແລະ ການບໍລິການ; 2. ການນໍາເຂົ້າ ຫນາຍເຖິງ ການນໍາເອົາສິນຄ້າຈາກຕ່າງປະເທດເຂົ້າມາ ສປປ ລາວ ລວມທັງການນໍາເຂົ້າ ສິນຄ້າ ຈາກເຂດເສດຖະກິດພິເສດ; 3. ການສະຫນອງສິນຄ້າ ບນາຍເຖິງ ການມອບ, ການໂອນສິດຊົມໃຊ້ສິນຄ້າ ໃຫ້ແກ່ຜູ້ອື່ນ ໂດຍໄດ້ຮັບ . ຈເ ກ & o A — ຄ່າຕອບແທນເປັນເງິນ ຫຼື ຜົນປະໂຫຍດອື່ນ ລວມທັງການໃຫ້ລ້າ ແລະ ການຊົມໃຊ້ດ້ວຍຕົນເອງ;

  3. 4. ການສະບນອງການບໍລິການ ຫຼາຍເຖິງ ການເຄື່ອນໄຫວທຸລະກິດທີ່ເປັນການສະຫນອງແຮງງານໃຫ້ ແກ່ຜູ້ຊື້ການບໍລິການ ຫຼຶື ຜູ້ອື່ນ ຊຶ່ງອາດມີ ອັດຖຸປະກອນ ແລະ ພາຫະນະຮັບໃຊ້ ໂດຍໄດ້ຮັບຄ່າຕອບແທນເປັນ ເງິນ ຫຼື ຜົນປະໂຫຍດອື່ນ ລວມທັງການໃຫ້ລ້າ ແລະ ການຊົມໃຊ້ດ້ວຍຕົນເອງ; 5. ຜູ້ມີພູມລໍາເນົາ ບນາຍເຖິງ ຜູ້ທໍາມາຫາກິນ ຫຼື ດໍາເນີນທຸລະກິດ ທີ່ດໍາລົງຊີວິດ ແລະ ມີທີ່ຢູ່ຖາວອນ ຢູ່ ສປປ ລາວ; 6. ຜູ້ບໍ່ມີພູມລໍາເນົາ ຫນາຍເຖິງ ຜູ້ທໍາມາຫາກິນ ຫຼື ດໍາເນີນທຸລະກິດ ຢູ່ ສປປ ລາວ ແຕ່ບໍ່ດໍາລົງຊີວິດ ແລະ ບໍ່ມີທີ່ຢູ່ຖາວອນ; 7. ຍານພາຫະນະ ບພພາຍເຖິງ ລົດຈັກ, ລົດໃຫຍ່, ລົດຂົນສົ່ງ, ລົດໄຟ, ເຮືອ, ເຮືອບິນ ແລະ ວັດຖຸ ຫຼື ສິ່ງປະດິດທີ່ບໍ່ແມ່ນສິ່ງທີ່ມີຊີວິດ, ສາມາດເຄື່ອນບ້າຍຂົນສົ່ງໄດ້ ຊຶ່ງມະນຸດເປັນຜູ້ສ້າງຂຶ້ນ: 8. ລົດຈັກ ຫນາຍເຖິງ ຍານພາຫະນະທີ່ຂັບເຄື່ອນດ້ວຍ ສອງລໍ້ ຫາ ສາມລໍ ຊຶ່ງແລ່ນດ້ວຍເຄື່ອງຈັກ ທີ່ນໍາໃຊ້ພະລັງງານເຊື້ອໄຟຫຼື ພະລັງງານສະອາດ: 9. ລົດໃຫຍ່ ບນພາຍເຖິງ ຍານພາຫະນະທີ່ຂັບເຄື່ອນດ້ວຍ ສີ່ລໍ້ ຂຶ້ນໄປ ຊຶ່ງແລ່ນດ້ວຍເຄື່ອງຈັກ ທີ່ນໍາໃຊ້ ພະລັງງານເຊື້ອໄຟຫຼື ພະລັງງານສະອາດ ເປັນຕົ້ນ ລົດເກັງ, ລົດກະບະ, ລົດຕູ້, ລົດຂົນສົ່ງ, ລົດຈັກສີ່ລໍ້-/.1/, ລົດໂກຄາດ, ລົດກ້ອຟ, ລົດຮັບໃຊ້ສະບນາມກ໊ອຟ, ລົດຮັບໃຊ້ສະເພາະຢູ່ໃນສະຖານທີ່ທ່ອງທ່ຽວ, ລົດຕູ້ແຊເຢັນ, ລົດຫົວລາກ, ລົດຫາງລາກ, ລົດເຄິ່ງຫາງລາກ, ລົດບັນທຸກ ຂອງແຫຼວ ຫຼື ອາຍແກັດ ຫຼື ຊີມັງຜົງ, ລົດບັນທຸກນໍໍາ ມັນ, ລົດນ້ໍາ, ລົດເຄຣນ, ລົດຟ໊ອກລິບ, ລົດໂມ້ຊີມັງ, ລົດດູດວິດ, ລົດສິດຊີມັງ, ລົດສິດພົນທຸກຊະນິດ ແລະ ລົດ ເຮືອນເຄື່ອນທີ່; 10. ລົດຂົນສົ່ງຂະຫາາດນ້ອຍ ບນາຍເຖິງ ລົດຂົນສົ່ງຜູ້ໂດຍສານ ຊຶ່ງມີບ່ອນນັ່ງທັງບົົດບໍ່ເກີນ ເກົ້າຄົນ ແລະ ລົດຂົນສົ່ງສິນຄ້າ ຊຶ່ງມີນ້າຫັກທັງບນົດ ບໍ່ເກີນ ສາມໂຕນເຄິ່ງ: 11. ລົດຂົນສົ່ງຂະຫພາດກາງ ບນາຍເຖິງ ລົດຂົນສົ່ງຜູ້ໂດຍສານ ຊຶ່ງມີບ່ອນນັ້ງແຕ່ ສິບ ຫາ ສາມສິບຫ້າ ຄົນ ແລະ ລົດຂົນສົ່ງສິນຄ້າ ຊຶ່ງມີນ້ໍານນັກເກີນ ສາມໂຕນເຄິ່ງ ຫາ ສິບຫ້າໂຕນ; 12. ລົດຂົນສົ່ງຂະຫພາດໃຫຍ່ ບນາຍເຖິງ ລົດຂົນສົ່ງຜູ້ໂດຍສານ ຊຶ່ງມີບ່ອນນັ່ງທັງບນົດແຕ່ ສາມສິບຫົກ ຄົນຂຶ້ນໄປ ແລະ ລົດຂົນສົ່ງສິນຄ້າ ຊຶ່ງມີນ້າບນັກເກີນ ສິບຫ້າໂຕນຂຶ້ນໄປ; 13. ພະລັງງານເຊື້ອໄຟ ຫນາຍເຖິງ ນ້ໍາມັນເຊື້ອໄຟທຸກຊະນິດ, ອາຍແກັສ ແລະ ສິ່ງອື່ນ ທີ່ພາໃຫ້ເຄື່ອງ ຈັກເກີດຄວາມແຮງດ້ວຍການນໍາໃຊ້ພະລັງງານທີ່ເປັນທາດແຫຼວ; 14, ພະລັງງານສະອາດ ຫນາຍເຖິງ ພະລັງງານໄຟຟ້າ, ພະລັງງານແສງຕາເວັນ, ພະລັງງານລົມ ແລະ ພະລັງງານທົດແທນອື່ນ ທີ່ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ: 15. ຍານພາຫະນະທີ່ນໍາໃຊ້ພະລັງງານສະອາດ ບນາຍເຖິງ ຍານພາຫະນະທີ່ອອກແບບສະເພະະທີ່ນໍາໃຊ້ ພະລັງງານສະອາດໂດຍກົງ ຊຶ່ງບໍ່ລວມເອົາຍານພາຫະນະທີ່ນໍາໃຊ້ພະລັງງານ ສອງລະບົບ ເປັນຕົ້ນ ນ້ໍາມັນເຊື້ອໄຟ ແລະ ພະລັງງານທົດແທນອື່ນ (ລະບົບຮາຍບຣິດ - Hybrid, ລະບົບໄຮໂດຣເຈນ- Hydrogen); 16. ລົດກົນຈັກຫັກ ບນາຍເຖິງ ລົດດຸດ, ລົດໂລ, ລົດຈົກ, ລົດຕັກ, ລົດເກດ, ລົດຕອກເສົາເຂັມ ແລະ ລົດກົນຈັກຫັກອື່ນ; 17. ກົນຈັກຮັບໃຊ້ສະເພາະການຜະລິດກະສິກໍາ ບນາຍເຖິງ ລົດໄຖ, ລົດຄາດ, ລົດປັກດໍາ, ລົດກ່ຽວ, ລົດຫວ່ານ, ລົດຢອດເມັດ ຫຼື ຢອດລໍາ ແລະ ກົນຈັກອື່ນທີ່ຄ້າຍຄຽງ ຊຶ່ງບໍ່ລວມລົດຂົນສົ່ງຜົນຜະລິດກະສິກໍາ; 18. ເຄື່ອງດື່ມສໍາເລັດຮູບ ຫນາຍເຖິງ ຜະລິດຕະພັນ ທີ່ໄດ້ຜ່ານການປຸງແຕ່ງ, ການຫຸ້ມຫໍ່ ແລະ ຕິດ ສະຫຼາກ ຕົ້ນຕໍ ແມ່ນເພື່ອໃຊ້ເຂົ້າໃນການເສີມສ້າງບາງຈຸລັງໃນຮ່າງກາຍ ແຕ່ບໍ່ໄດ້ນໍາໃຊ້ ເພື່ອປ້ອງກັນ ແລະ ປີນປົວ ພະຍາດ;

  4. 19. ເຄື່ອງດື່ມອື່ນທີ່ຄ້າຍຄຽງ ຫນາຍເຖິງ ເຄື່ອງດື່ມທີ່ມີຄຸນລັກສະນະສະເພາະພື້ນຖານ ທີ່ຄືກັນ ຫຼື າຍຄືກັນກັບເຄື່ອງດື່ມສໍາເລັດຮູບທີ່ຜະລິດໃນ ສປປ ລາວ ເປັນຕົ້ນ ການນໍາໃຊ້, ຄຸນນະພາບ, ສ່ວນປະກອບ; 20. ຜະລິດຕະພັນເຄື່ອງສໍາອາງ ຫນາຍເຖິງ ສິ່ງປຸງແຕ່ງໃດຫຶ່ງທີ່ໃຊ້ ທາ, ນວດ, ຂັດ, ສີດພົນໃສ່ ພາກສ່ວນໃດຫົຶ່ງຂອງຮ່າງກາຍ ເຊັນ ຜິວຫັງ, ຜົມ, ແຂ້ວ, ເລັບ, ປາກ ເພື່ອທໍາຄວາມສະອາດ, ເຮັດໃຫ້ກິນຫອມ ແລະ ສວຍງາມ; 21. ອຸປະກອນເສີມຄວາມງາມ ບນາຍເຖິງ ເຄື່ອງມືການແພດທີ່ເປັນເຄື່ອງໃຊ້, ເຄື່ອງຈັກ, ວັດຖຸໃນສະ ພາບແຫຼວ, ແຂງ, ເປັນອາຍ, ເປັນແສງ ທີ່ໃຊ້ໃນການບົງມະຕິ ຫຼື ໃຊ້ໃນການສັນຍະກໍາຮ່າງກາຍຂອງຄົນ; 22. ນ້ໍາມັນເຊື້ອໄຟ ບນາຍເຖິງ ນໍາມັນແອັດຊັງ, ນ້ໍາມັນກາຊວນ, ນ້ໍາມັນກາດເຮືອບິນ, ນ້ໍາມັນກາດ ໄຕ, ນ້ໍາມັນເຕົາ, ນໍໍາມັນເຊື້ອໄຟຊີວະພາບ ແລະ ນໍໍາມັນເຊື້ອໄຟອື່ນ ຕາມການກໍານົດຂອງອົງການຄຸ້ມຄອງທຸລະ ກິດນໍໍາມັນເຊື້ອໄຟ; 23. ຊັ້ນສ່ວນປະກອບພາຫະນະ ຫນາຍເຖິງ ຊິ້ນສ່ວນທີ່ຈໍາເປັນພື້ນຖານ ເພື່ອຮັບປະກັນມາດຕະຖານ ດ້ານເຕັກນິກຂອງພາຫະນະ ແຕ່ບໍ່ລວມເອົາຊິ້ນສ່ວນປະກອບສໍາລັບຕົບແຕ່ງຄວາມສວຍງາມ ຫຼື ຄວາມບັນເທີງ ຫຼື ເພື່ອຈຸດປະສົງອື່ນ; 24. ເຄື່ອງອາໄຫຼ່ປ່ຽນຖ່າຍພາຫະນະ ບນາຍເຖິງ ເຄື່ອງອາໄຫຼ ທີ່ຈໍາເປັນພື້ນຖານ ເພື່ອຮັບປະກັນ ມາດຕະຖານດ້ານເຕັກນິກຂອງພາຫະນະ; 25. ຊີບີຢຸ (Completely Built Unit-CBU) ຫາຍເຖິງ ພາຫະນະເປັນຄັນສໍາເລັດຮູບ ທີ່ສາ ມາດຈໍາຫນ່າຍໃຫ້ຜູ້ຊົມໃຊ້ ໄດ້ເລີຍ; 26. ຊີເຄດີ (Completely Knocked Down-CKD) ບນາຍເຖິງ ຊັ້ນສ່ວນປະກອບພາຫະນະ ເປັນຊຸດຄັນຄົບຖ້ວນ ເພື່ອມາປະກອບເປັນຄັນ ແລ້ວຈຶ່ງຈໍາຫນ່າຍໃຫ້ຜູ້ຊົມໃຊ້; 27. ໄອເຄດີ (Incompletely Knocked Down-IKD) ບນາຍເຖິງ ຊັ້ນສ່ວນປະກອບພາຫະນະເປັນ ຊຸດຄັນບໍ່ຄົບຖ້ວນ ເພື່ອມາປະກອບໃສ່ກັບຊັ້ນສ່ວນຜະລິດພາຍໃນປະເທດ ໃຫ້ເປັນພາຫະນະຮໍາເລັດຮູບ ແລະ ສາ ມາດຈໍາຫນ່າຍໃຫ້ຜູ້ຊົມໃຊ້ໄດ້; 28. ເຄື່ອງຕົບແຕ່ງພາຫະນະ ບນາຍເຖິງ ອຸປະກອນ ຫຼື ຊັ້ນສ່ວນປະກອບເພີ່ມເຕີມ ເພືອຈຸດປະສົງຂອງ ຄວາມສວຍງາມ, ຄວາມບັນເທີງ ຫຼື ຈຸດປະສົງອື່ນ ທີ່ບໍ່ເປັນພື້ນຖານເພື່ອຮັບປະກັນດ້ານເຕັກນິກຂອງພາຫະນະ; 29. ອາກອນເດັດຖານ ຫນາຍເຖິງ ອາກອນທີ່ເກັບເປັນຈໍານວນເງິນຕໍ່ຫົວຫນ່ວຍໃດຫ່ງ ທີ່ບໍ່ແມ່ນການ ກໍານົດເປັນອັດຕາສ່ວນຮ້ອຍ; 30. ເຈົ້າຫ້າທີ່ສ່ວຍສາອາກອນ ບນາຍເຖິງ ພະນັກງານສ່ວຍສາອາກອນ ທີ່ຖືກແຕ່ງຕັ້ງໃຫ້ເຄື່ອນໄຫວ ຫຼື ປະຕິບັດຫ້າທີ່ ຢູ່ສະຖານທີ່ສະເພາະ ຫຼື ວຽກງານສະເພາະກິດໃດຫຶ່ງ ແລະ ມີຖານະເປັນເຈົ້າຫ້າທີ່ສຶບສວນ-ສອບ ສວນ.

  5. ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານອາກອນຊົມໃຊ້ ລັດ ວາງນະໂຍບາຍກ່ຽວກັບອາກອນຊົມໃຊ້ ເພື່ອດັດສົມການຊົມໃຊ້ສິນຄ້າ ແລະ ການບໍລິການ ຂອງ ສັງຄົມ, ປົກປ້ອງສຸຂະພາບຂອງພົນລະເມືອງ, ປົກປັກຮັກສາສິ່ງແວດລ້ອມ ແລະ ປະກອບສ່ວນພັດທະນາເສດຖະ ກິດ-ສັງຄົມ ຂອງຊາດ. ລັດ ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຄຸ້ມຄອງວຽກງານອາກອນຊົມໃຊ້ ດ້ວຍການ ປະກອບບຸກຄະລາກອນ, ສະຫນອງງົບປະມານ, ໂຄງລ່າງພື້ນຖານ, ພາຫະນະ ແລະ ອຸປະກອນຮັບໃຊ້, ພັດທະນາ ລະບົບການແຈ້ງເສຍ, ການມອບ ແລະ ການຈັດເກັບອາກອນຊົມໃຊ້ ໃຫ້ມີຄວາມສະດວກ, ທັນສະໄຫ ໂດຍ ສອດຄ່ອງກັບສະພາບເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ. 3 ລັດ ສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ຜູ້ດໍາເນີນທຸລະກິດ ໃນການເສຍອາກອນຊົມໃຊ້. ມາດຕາ 5 ຫຼັກການກ່ຽວກັບວຽກງານອາກອນຊົມໃຊ້ ໃນການເຄື່ອນໄຫວວຽກງານອາກອນຊົມໃຊ້ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້: 1. ສອດຄ່ອງກັບ ແນວທາງ, ນະໂຍບາຍ, ກົດຫນາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; N }. ເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ; . ມີຄວາມຍຸຕິທໍາ, ຖືກຕ້ອງ, ຄົບຖ້ວນ, ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້; ທຫຜ . ອໍານວຍຄວາມສະດວກ ໃຫ້ຜູ້ເສຍອາກອນຊົມໃຊ້ ຢ່າງສະເຫພີພາບ ຕາມກົດບນາຍ; . ປະສານສົມທົບກັບກະຊວງ, ອົງການ, ຂະແຫນງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ມາດຕາ 6 ພັນທະກ່ຽວກັບອາກອນຊົມໃຊ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຊົມໃຊ້ບາງປະເພດສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ລ້ວນແຕ່ມີພັນທະເສຍອາກອນຊົມໃຊ້ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍສະບັບນີ້. ມາດຕາ 7 ຂອບເຂດການນໍາໃຊ້ກົດຫນາຍ ກົດຫນາຍສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່່ ຊົມໃຊ້ບາງປະເພດ ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍສະບັບນີ້.

  6. ມາດຕາ 8 ການຮ່ວມມືສາກົນ ລັດ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານອາກອນຊົມໃຊ້ ດ້ວຍການແລກປ່ຽນບົດຮຽນ ທາງດ້ານເຕັກນິກ, ວິຊາການ, ຂໍ້ມູນ ຂ່າວສານ, ພັດທະນາຊັບພະຍາກອນມະນຸດ ແລະ ດ້ານອື່ນ ເພື່ອພັດທະນາວຽກງານດັ່ງກ່າວ, ປະຕິບັດຕາມ ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ພາກທີ Il ການເກັບ ແລະ ການຄິດໄລ່ ອາກອນຊົມໃຊ້ ຫວດທີ 1 ການເກັບອາກອນຊົມໃຊ້ ມາດຕາ 9 ການເກັບອາກອນຊົມໃຊ້້ ການເກັບອາກອນຊົມໃຊ້ ແມ່ນ ການເກັບອາກອນຈາກ ການຊົມໃຊ້ບາງປະເພດສິນຄ້າ ທີ່ນໍາເຂົ້າ ຫຼື ຜະລິດພາຍໃນ ຫຼື ການບໍລິການ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ພາຍໃນປະເທດ ຕາມອັດຕາທີ່ໄດ້ກໍາ ນົດໄວ້ໃນກົດຫນາຍສະບັບນີ້. ມາດຕາ 10 ຜູ້ມອບອາກອນຊົມໃຊ້ ຜູ້ມອບອາກອນຊົມໃຊ້ ມີ ດັ່ງນີ້: 1. ຜູ້ນໍາເຂົາສິນຄ້າ; ຜະລິດສິນຄ້າ; 3: g ສະຫນອງການບໍລິການ; & o2 ກາ 4. [} ຊື່ບໍລິການຈາກຜູ້ບໍ່ມີພູມລໍາເນົາ. ມາດຕາ 11 ສິນຄ້າ ແລະ ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ກ. ສິນຄ້າ ທີ່ຕ້ອງເສຍອາກອນຊົມໃຊ້ ມີ ດັ່ງນີ້: ທຫ . ນ້ໍາມັນເຊື້ອໄຟ; ພ . ພາຫະນະ: ລົດຈັກ ແລະ ລົດໃຫຍ່; ຜ . ຊິ້ນສ່ວນປະກອບພາຫະນະ; A . ເຄື່ອງອາໄຫຼປ່ຽນຖ່າຍພາຫະນະ; ຕ . ເຄື່ອງຕົບແຕ່ງພາຫະນະ; . ເຫຼົ້າ, ເຄື່ອງດື່ມທີ່ມີທາດເຫຼົ້າ; = < b Ao & ຫ ພ . ເບຍ; 8. ຢາສູບ: ເປັນເສັ້ນ, ເປັນຊອງ, ຢາຊີກາ, ຢາສູບໄຟຟ້າ, ນ້ໍາຢາທີ່ມີສ່ວນປະສົມຂອງນິໂກຕິນ ສໍາລັບ ໃຊ້ກັບຢາສູບໄຟຟ້າ ໂດຍໄດ້ຮັບອະນຸຍາດປຢ່າງຖືກຕ້ອງ; 9. ອາຍແກັສໃຊ້ສໍາລັບຍານພາຫະນະ; 10. ເຄື່ອງດື່ມສໍາເລັດຮູບ ເຊັນ ນ້ໍາອັດລົມ, ໂຊດາ, ເຄື່ອງດື່ມຊູກໍາລັງ; 11. ເຄື່ອງແກ້ວຄຣິດສະຕັນທີ່ເປັນເຄື່ອງໃຊ້ ແລະ ປະດັບ, ໂຄມໄຟປະດັບ; 12. ຜ້າພົມທີ່ເຮັດດ້ວຍຂົນແກະ ຫຼື ຂົນລະອຽດຂອງສັດ; 13. ນ້ໍາຫອມ, ຜະລິດຕະພັນເຄື່ອງສໍາອາງ, ອຸປະກອນຮັບໃຊ້ການເສີມສວຍ ແລະ ເສີມຄວາມງາມ; 14. ໄພ້ ແລະ ເຄື່ອງຫຼິ້ນການພະນັນ ທຸກຊະນິດ ໂດຍໄດ້ຮັບອະນຸຍາດຢ່າງຖືກຕ້ອງ; 15. ບັ້ງໄຟ, ດອກໄມ້ໄຟ, ຫນາກກະໂພກ ໂດຍໄດ້ຮັບອະນຸຍາດຢ່າງຖືກຕ້ອງ; 16. ເຮືອໄວ, ເຮືອຢ໊ອດ ແລະ ເຮືອກິລາທີ່ແລ່ນດ້ວຍເຄື່ອງຈັກ; 17. ອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ (ຈານດາວທຽມ, ກ່ອງຮັບສັນຍານ); 18. ເຄື່ອງຫຼິ້ນສຽງ ແລະ ພາບ, ກ້ອງຖ່າຍຮູບ, ໂທລະສັບ, ເຄື່ອງອັດສຽງ ແລະ ພາບ, ເຄື່ອງດົນຕີ; 19. ເຮືອບິນບໍ່ມີຄົນຂັບ, ເຄື່ອງຖ່າຍພາບທາງອາກາດ, ເຄື່ອງບິນດ້ວຍຈ້ອງ ແລະ ເຄື່ອງຈັກໄອພົນຂະ ຫນາດນ້ອຍ; 20. ໂຕະບິນລຽດ, ໂຕະສະນຸກເກີ້, ອຸປະກອນໂບລິ້ງ, ໂຕະຫຼັ້ນບານເຕະ; 21 . ເຄື່ອງຫຼັ້ນເກມທຸກປະເພດ ເຊັນ ເພລສະເຕຊັນ ເອັກບ໊ອກ. . ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ມີ ດັ່ງນີ້: . ການບັນເທີງ: ໂຮງເຕັ້ນລໍາ, ດິດສະໂກ້ເທັກ, ຄາຣາໂອເກະ; ພ ເຫ . ກິດຈະການໂບລິ້ງ; . ກິດຈະການສັນຍະກໍາເສີມຄວາມງາມ; A ຜ ກິດຈະການການບໍລິການໂທລະສັບ, ສັນຍານໂທລະພາບສາຍໄຍ , ສັນຍານໂທລະພາບດິຈິຕອນ, ຜ . ກິດຈະການການບໍລິການອິນເຕີເນັດ; ຫ . ກິດຈະການສະຫນາມກ້ອຟ; ພ . ກິດຈະການຫວຍ ທີ່ໄດ້ຮັບອະນຸຍາດຖືກຕ້ອງ; ຜ . ກິດຈະການ ກາຊີໂນ, ຕູ້ເກມຢອດຫຼຽນ ແລະ ຫຼິ້ນເກມທຸກປະເພດ; 5

  7. 9. ກິດຈະການ ແຂ່ງລົດ, ແຂ່ງມ້າ, ຕີໄກ່; 10. ກິດຈະການ ບາລູນ, ບໍລິການບິນດ້ວຍຈ້ອງ ຫຼື ຈັກອາຍພົນຂະຫນາດນ້ອຍ, ບໍລິການຖ່າຍພາບ ທາງອາກາດ. ມາດຕາ 12 ສິນຄ້າ ແລະ ການບໍລິການ ທີ່ຖືກຍົກເວັ້ນອາກອນຊົມໃຊ້້ ສິນຄ້າ ແລະ ການບໍລິການ ທີ່ຖືກຍົກເວັ້ນອາກອນຊົມໃຊ້ ມີ ດັ່ງນີ້: 1. ສິນຄ້າ ທີ່ຖືກເສຍອາກອນຊົມໃຊ້ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 11 ຂໍ້ ກ ຂອງກົດຫນາຍສະ ບັບນີ້ ທີ່ເປັນສິນຄ້າຜ່ານແດນ ຫຼື ຜະລິດຢູ່ພາຍໃນທີ່ສົງອອກຕ່າງປະເທດ; 2. ເຫຼົ້າສໍາລັບຮັບໃຊ້ວຽກງານການແພດສະເພາະ; 3. ລົດ ແລະ ເຄື່ອງຮັບໃຊ້ ທີ່ນໍາເຂົ້າໂດຍສະຖານທູດ, ສະຖານກົງສູນໃຫຍ່ ແລະ ອົງການຈັດຕັ້ງສາ ກົນປະຈໍາຢູ່ ສປປ ລາວ ຕາມລະບຽບການ; 4. ບັ້ງໄຟ, ດອກໄມ້ໄຟ, ຫນາກກະໂພກ ທີ່ການຈັດຕັ້ງຂອງລັດນໍາເຂົ້າ ເພື່ອມາຮັບໃຊ້ການສະເຫຼີມສະ ຫຼອງງານສໍາຄັນ ທີ່ເປັນທາງການ; 5. ລົດກູ້ໄພ, ເຮືອບິນກູ້ໄພ, ເຮືອກູ້ໄພ, ລົດຮັບສົ່ງຄົນເຈັບຂອງໂຮງຫໍ, ລົດມອດໄຟ ແລະ ລົດຮັບ ໃຊ້ສະເພາະວິຊາສະເພາະ ຂອງກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; 6. ກົນຈັກຮັບໃຊ້ສະເພາະການຜະລິດກະສິກໍາ; 7. ລົດກົນຈັກຫັກ ເຊັນ ລົດດຸດ, ລົດໂລ, ລົດຈົກ, ລົດຕັກ, ລົດເກດ, ລົດຕອກເສົາເຂັມ ທີ່ຮັບໃຊ້ ການຜະລິດໂດຍກົງ ແລະ ເປັນຊັບສົມບັດຄົງທີ່; 8. ພາຫະນະທີ່ນໍາເຂົ້າຊົ່ວຄາວ ເພື່ອຮັບໃຊ້ໂຄງການຕາມສັນຍາການລົງທຶນ; 9. ພາຫະນະທີ່ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ອີງຕາມສັນຍາການສະຫນອງທຶນ; 10. ລົດຈັກທີ່ນໍາໃຊ້ພະລັງງານສະອາດ; 11. ຊັ້ນສ່ວນປະກອບພາຫະນະນໍາເຂົ້າ ເພື່ອປະກອບຢູ່ໃນລະບົບໂຮງງານພາຍໃນປະເທດ . ຫນວດທີ 2 ການຄິດໄລ່ອາກອນຊົມໃຊ້ ມາດຕາ 13 ວິທີຄິດໄລ່ອາກອນຊົມໃຊ້ ວິທີຄິດໄລ່ອາກອນຊົມໃຊ້ ໃຫ້ເອົາ ພື້ນຖານຄິດໄລ່ອາກອນຊົມໃຊ້ ຄູນກັບ ອັດຕາອາກອນຊົມໃຊ້.

  8. ມາດຕາ 14 ພື້ນຖານຄິດໄລ່ອາກອນຊົມໃຊ້ ພື້ນຖານຄິດໄລ່ອາກອນຊົມໃຊ້ຈາກ ສິນຄ້າ ແລະ ການບໍລິການ ມີ ດັ່ງນີ້: 1. ສິນຄ້ານໍາເຂົ້າ ແມ່ນ ມູນຄ່າແຈ້ງເສຍພາສີ (Cost, Insurance and Freight - CIF) ບວກ ຄ່າພາສີຂາເຂົ້າ ແລະ ຄ່າທໍານຽມອື່ນ (ຖ້າມີ). ສໍາລັບເບຍ, ເຫຼົ້າ ຫຼື ເຄື່ອງດື່ມທີມີທາດເຫຼົ້າ ແລະ ຢາສູບ ນໍາເຂົ້າ ແມ່ນເກັບອາກອນຊົມໃຊ້ຢູ່ຂອດຂາຍພາຍໃນປະເທດຕື່ມອີກ ຊຶ່ງແມ່ນ ລາຄາຂາຍຍົກ ລົບ ພື້ນຖານຄິດໄລ່ ອາກອນຊົມໃຊ້ຢູ່ຂອດຂາເຂົ້າ; 2. ສິນຄ້າ ຜະລິດ ຫຼື ປະກອບ ພາຍໃນ ເພື່ອຈໍາຫນ່າຍ ແມ່ນ ລາຄາຂາຍຍົກຈາກໂຮງງານ. ສໍາລັບສິນຄ້າ ເພື່ອຊົມໃຊ້ເອງ, ໃຫ້ເປັນຂອງຂວັນ, ລາງວັນ, ຂອງແຖມ ແມ່ນ ມູນຄ່າຕົ້ນທຶນ ການຜະລິດ ຫຼື ການປະກອບ; 6 3. ການສະຫອອງບໍລິການພາຍໃນ ແມ່ນ ມູນຄ່າຊົມໃຊ້ການບໍລິການ ບໍ່ລວມອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້; 4. ການສະຫນອງສິນຄ້າ ແລະ/ຫຼື ບໍລິການ ຈາກຜູ້ບໍ່ມີພູມລໍາເນົາ ທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດຢູ່ ສປປ ລາວ ແມ່ນ ມູນຄ່າ ຊື້ສິນຄ້າ ແລະ/ຫຼື ການບໍລິການ ຕົວຈິງ. ມາດຕາ 15 ອັດຕາອາກອນຊົມໃຊ້ ອັດຕາອາກອນຊົມໃຊ້ ໄດ້ກໍານົດຕາມປະເພດສິນຄ້າ ແລະ ການບໍລິການ ມີ ດັ່ງນີ້: 1. ອັດຕາອາກອນຊົມໃຊ້ສິນຄ້າທົ່ວໄປ ລ/ດ ປະເພດສິນຄ້າທົ່ວໄປ ທີ່ຖືກເສຍອາກອນຊົມໃຊ້ ຽິດຫາທຽບຖານ ເປັນສ່ວນ ຮ້ອຍ (%) ນ້ໍາມັນເຊື່ອໄຟ 1) ນໍາມັນແອັດຊັງພິເສດ 35% 2) | ນ້ໍາມັນແອັດຊັງທໍາມະດາ 30% 3) | ນໍາມັນກາຊວນ 20% 4) | ນໍາມັນກາດຍົນ 8% 5) ນ້ໍາມັນເຕົາ, ນ້ໍາມັນເຄື່ອງ, ນ້ໍາມັນໄຮໂດລິກ, 5% ນໍໍາມັນຫນຽວ, ນໍາມັນຫ້າມລໍ ພາຫະນະ 1 ລົດຈັກ 1.1 ລົດຈັກ ທີ່ນໍາໃຊ້ພະລັງງານເຊື້ອໄຟ ລາຍການ ຊີບີຢູ | ຊີເຄດີ | ໄອເດດີ ແຕ່ 110 ເຊເຊ ລົງມາ 10% | 6% 3% ເກີນ 110 ຫາ 150 ເຊເຊ 20% ເກີນ 150 ຫາ 200 ເຊເຊ 25% | ສໍາລັບຄວາມແຮງ ເກີນ 200 ຫາ 250 ເຊເຊ 35% | ເກີນ 110 ເຊເຊ ເກີນ 250 ຫາ 500 ເຊເຊ 70% | ຂຶ້ນໄປໃຫ້ເກັບຕາມ ເກີນ 500 ຫາ 800 ເຊເຊ 90% ! ອັດຕາ ຊີບີຢູ ເກີນ 800 ເຊເຊ 100% 2 ລົດໃຫຍ່ 2.1 ລົດຂົນສົງຂະຫນາດນ້ອຍ 2.1.1 ລົດຂົນສົງໂດຍສານ ປະເພດ ລົດເກັ່ງ, ລົດຈິບ, ລົດຕູ້, ລົດກະບະສີ່ປະຕູຂຶ້ນໄປ 2.1.1.1 ທີ່ນໍາໃຊ້ພະລັງງານເຊື້ອໄຟ ແຕ່ 1.000 ເຊເຊ ລົງມາ 25% ເກີນ 1.000 ຫາ 1.600 ເຊເຊ 30% ເກີນ 1.600 ຫາ 2.000 ເຊເຊ 35%

  9. 7 ເກີນ 2.000 ຫາ 2.500 ເຊເຊ 40% ເກີນ 2.500 ຫາ 3.000 ເຊເຊ 45% ເກີນ 3.000 ຫາ 4.000 ເຊເຊ 70% ເກີນ 4.000 ຫາ 5.000 ເຊເຊ 85% ເກີນ 5.000 ເຊເຊ 90% 2.1.1.2 ລົດຂົນສົ່ງໂດຍສານ ທີ່ນໍາໃຊ້ພະລັງງານສອງລະບົບ ດື 50% ຂອງອັດຕາ ຕາມຄວາມ ພະລັງງານເຊື້ອໄຟ ແລະ ພະລັງງານທົດແທນອື່ນ ແຮງທີ່ໄດ້ກໍານົດໄວ້ ໃນຂໍ້ 2.1.1.1 2.1.1.3 ລົດຂົນສົ່ງໂດຍສານທີ່ນໍາໃຊ້ພະລັງງານສະອາດ 3% 2.1.2 | ລົດຂົນສົ່ງສິນຄ້າ ປະເພດ ລົດກະບະ 2 ປະຕູ ແລະ ລົດກະບະ 2 ປະຕູເຕິ່ງ ທີ່ນໍາໃຊ້ພະລັງງານເຊື້ອໄຟ 15% ທີ່ນໍາໃຊ້ພະລັງງານສະອາດ 3% 2.1.3 | ລົດຂົນສົງໂດຍສານ ແລະ ລົດຂົນສົ່ງສິນຄ້າ ຂະຫນາາດນ້ອຍອື່ນ ທີ່ນໍາໃຊ້ພະລັງງານເຊື້ອໄຟ 10% ທີ່ນໍາໃຊ້ພະລັງງານສະອາດ 3% 2.2 ລົດຂົນສົງໂດຍສານ ແລະ ລົດຂົນສົງສິນຄ້າ ຂະຫນາດກາງ ທີ່ນໍາໃຊ້ພະລັງງານເຊື້ອໄຟ 8% ທີ່ນໍາໃຊ້ພະລັງງານສະອາດ 3% 2.3 ລົດຂົນສົງໂດຍສານ ແລະ ລົດຂົນສົ່ງສິນຄ້າ ຂະຫນາດໃຫຍ່ ທີ່ນໍາໃຊ້ພະລັງງານເຊື້ອໄຟ 5% ທີ່ນໍາໃຊ້ພະລັງງານສະອາດ 3% ລົດຕູ້ແຊ່ເຢັນ, ລົດບັນທຸກ ຂອງແຫຼວ ຫຼື ອາຍແກັສ ຫຼື ຊີມັງຜົງ, 54 ລົດບັນທຸກນໍໍາມັນ, ລົດນ້ໍາ, ລົດເຄຣນ, ລົດຟ໊ອກລິບ, ລົດໂມ້ຊີມັງ, 10% ລົດດູດວິດ, ລົດສີດຊີມັງ, ລົດສິດພົນທຸກຊະນິດ ແລະ ລົດເຮືອນ ເຄື່ອນທີ່ 2.5 ລົດຫົວລາກ, ຫາງລາກ ແລະ ເຄິ່ງຫາງລາກ 5% 2.6 ລົດກ້ອຟ ແລະ ລົດຮັບໃຊ້ສະບນາມກ໊ອຟ 10% 2.7 ລົດທ່ຽວຊົມສະເພາະໃນແຫຼ່ງທ່ອງທ່ຽວ 5% 2.8 ລົດຈັກສີ່ລໍ້ (411/), ລົດໂກຄາດ (Gokart) 25% ຊັ້ນສ່ວນປະກອບ ນໍາເຂົ້າມາເພື່ອປະກອບ ທີ່ບໍ່ຢູ່ໃນລະບົບໂຮງງານພາຍໃນປະເທດ ແລະ ເຄື່ອງອາໄຫຼປ່ຽນຖ່າຍ ລົດຈັກ 5% ລົດຂົນສົງໂດຍສານ ແລະ ລົດຂົນສົ່ງສິນຄ້າ ທຸກຂະຫນາດ 10% ເຄື່ອງຕົບແຕ່ງພາຫະນະ ເຄື່ອງສຽງ 20% ເຄື່ອງປະດັບເອ້ພາຫະນະ 15% ເຫຼົ້າ ຫຼື ເຄື່ອງດື່ມ ທີ່ມີທາດເຫຼົ້າ ເຫຼົ້າ ຫຼື ເຄື່ອງດື່ມ ທີ່ມີທາດເຫຼົ້າ ເກີນ 23 ສ່ວນຮ້ອຍ 70% 8

  10. ເຫຼົ້າ ຫຼື ເຄື່ອງດື່ມ ທີ່ມີທາດເຫຼົ້າ ແຕ່ 23 ສ່ວນຮ້ອຍ ລົງມາ 60% 6 | ເບຍ 50% 7 | ປະເພດຢາສູບ ຢາຊີກາ, ຢາສູບເປັນກອກ ຫຼື ເປັນຊອງ ແລະ ຢາສູບປະເພດອື່ນ 50% ຢາສູບໄຟຟ້າ, ນ້ໍາຢາທີ່ມີສ່ວນປະສົມຂອງນິໂກຕິນ ສໍາລັບໃຊ້ກັບຢາສູບ ກກ ໄຟຟ້າ ’ ຢາເສັ້ນ 35% 8 | ອາຍແກັສໃຊ້ສໍາລັບຍານພາຫະນະ 10% 9 | ເຄື່ອງດື່ມສໍາເລັດຮູບ ນ້ໍາອັດລົມ, ໂຊດາ, ເຄື່ອງດື່ມປະເພດກາເຟ ແລະ ເຄື່ອງດື່ມອືນທີ່ຄ້າຍຄຽງ 5% ເຄື່ອງດື່ມຊູກໍາລັງ 10% 10 | ເຄື່ອງແກ້ວຄຣິດສະຕັນທີ່ເປັນເຄື່ອງໃຊ້ ແລະ ປະດັບ, ໂຄມໄຟປະດັບ 20% 11 | ຜ້າພົມທີ່ເຮັດຕ້ວຍຂົນແກະ ຫຼື ຂົນລະອຽດຂອງສັດ 15% 12 ນາຫອມ, ຜະລິດຕະພັນເຄື່ອງສໍາອາງ, ອຸປະກອນຮັບໃຊ້ການເສີມສວຍ ແລະ 20% ເສີມຄວາມງາມ 13 | ໄພ້ ແລະ ເຄື່ອງຫຼັ້ນການພະນັນທຸກຊະນິດ ໂດຍໄດ້ຮັບອະນຸຍາດຢ່າງຖືກຕ້ອງ 90% 14 | ບັ້ງໄຟ, ດອກໄມ້ໄຟ, ບນາກກະໂພກ ໂດຍໄດ້ຮັບອະນຸຍາດຢ່າງຖືກຕ້ອງ 80% 15 | ເຮືອໄວ, ເຮືອຢ໊ອດ ແລະ ເຮຶອກິລາທີ່ແລ່ນດ້ວຍເຄື່ອງຈັກ 20% 16 | ອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ 15% ເຄື່ອງຫຼິ້ນສຽງ ແລະ ພາບ, ກ້ອງຖ່າຍຮູບ, ໂທລະສັບ, ເຄື່ອງອັດສຽງ ແລະ 17 e 10% ພາບ, ເຄືອງດົນຕີ 18 ເຮືອບິນປັນີ້ຄົນຂັບ, ເຄື່ອງຖ່າຍພາບທາງອາກາດ, ເຄື່ອງບິນດ້ວຍຈ້ອງ ແລະ ທຂ ເຄືອງຈັກໄອພົນຂະຫມາດນ້ອບ 19 | ໂຕະບິນລຽດ, ໂຕະສະນຸກເກີ, ອຸປະກອນໂບລິ້ງ, ໂຕະຫຼິ້ນບານເຕະ 30% 20 | ຕູ້ເກມຢອດຫຼຽນ ແລະ ເຄື່ອງຫຼັ້ນເຕກມທຸກປະເພດ 35% 2. ອັດຕາອາກອນຊົມໃຊ້ສໍາລັບການບໍລິການ ລ/ດ ການບໍລິການທີ່ຕ້ອງເສຍອາກອນຊົມໃຊ້ ອັດຕາ 1 | ການບັນເທີງ: ໂຮງເຕັ້ນລໍາ, ດິດສະໂກເທັກ, ຄາຣາໂອເກະ 35% 2 | ກິດຈະການໂບລິ້ງ 20% 3 | ກິດຈະການສັນບຍະກໍາເສີມຄວາມງາມ 10% 4 ກິດຈະການການບໍລິການໂທລະສັບ, ສັນຍານໂທລະພາບສາຍໄຍແກ້ວ, ສັນຍານ - ໂທລະພາບ ດິຈິຕອນ 5 | ກິດຈະການການບໍລິການຮອິນເຕີເນັດ 3% 6 | ກິດຈະການສະຫາມກ໊ອຟ 20% 7 | ກິດຈະການຫວຍ 25%

  11. 8 | ກິດຈະການກາຊີໂນ ແລະ ຕູ້ເກມຢອດຫຼຽນ ແລະ ຫຼີ້ນເກມທຸກປະເພດ 50% 9 | ກິດຈະການ ແຂ່ງລົດ, ແຂ່ງມ້າ, ຕີໄກ່ 25% 10 ກິດຈະການ ບາລູນ, ບໍລິການບິນດ້ວຍຈ້ອງ ຫຼື ຈັກອາຍພົນຂະຫນາດນ້ອຍ, ບໍລິ 10% ການຖ່າຍພາບທາງອາກາດ. ສໍາລັບລົດໃຫຍ່ ທີ່ນໍາໃຊ້ພະລັງງານເຊື້ອໄຟ ທີ່ຜະລິດ ຫຼື ປະກອບ ຢູ່ໃນລະບົບໂຮງງານພາຍໃນປະເທດ ໃນຮູບແບບ ຊີເຄດີ ໃຫ້ເກັບໃນອັດຕາ 5% ແລະ ໄອເຄດີ ໃຫ້ເກັບໃນອັດຕາ 3%. ມາດຕາ 16 ອາກອນຊົມໃຊ້ຕໍາສຸດ ອາກອນຊົມໃຊ້ຕໍາສຸດ ແມ່ນ ອາກອນເດັດຖານ ນໍາໃຊ້ສະເພາະສິນຄ້ານໍາເຂົ້າບາງປະເພດທີ່ຖືກເສຍອາ ກອນຊົມໃຊ້ ຕາມນະໂຍບາຍຂອງລັດຖະບານ. ສິນຄ້າ ທີ່ຖືກເສຍອາກອນຊົມໃຊ້ຕໍາສຸດ ແມ່ນ ສິນຄ້າທີ່ໄດ້ຄິດໄລ່ເສຍອາກອນຊົມໃຊ້ຕາມອັດຕາທຽບ ຖານ ທີ່ໄດ້ກໍານົດໄວ້ໃນມາດຕາ 15 ຂອງກົດຫນາຍສະບັບນີ້ແລ້ວ ຫາກມີມູນຄ່າຕໍາກວ່າ ຈໍານວນອາກອນຊົມໃຊ້ ຕໍາສຸດ ແມ່ນໃຫ້ເກັບຕາມອາກອນຊົມໃຊ້ຕໍາສຸດ. ລັດຖະບານ ເປັນຜູ້ກໍານົດປະເພດສິນຄ້າ ແລະ ອາກອນຊົມໃຊ້ຕໍາສຸດ ຕາມນະໂຍບາຍດັດສົມການຊົມ ໃຊ້ ແລະ ເສດຖະກິດ ໃນແຕ່ລະໄລຍະ ເພື່ອນໍາສະເຫີຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ. ມາດຕາ 17 ກໍານົດເວລາຄິດໄລ່ເກັບອາກອນຊົມໃຊ້ ກໍານົດເວລາຄິດໄລ່ເກັບອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້: - ການນໍາເຂົ້າສິນຄ້າ ໃຫ້ຄິດໄລ່ເກັບອາກອນຊົມໃຊ້ໃນເວລາແຈ້ງເສຍພາສີຂາເຂົ້າ; - ການສະຫນອງ ສິນຄ້າ ແລະ/ຫຼື ບໍລິການ ຢູ່ພາຍໃນປະເທດ ໃຫ້ຄິດໄລ່ເກັບອາກອນຊົມໃຊ້ໃນເວ ລາມີການສະຫນອງຕົວຈິງ. - ການສະຫອອງ ສິນຄ້າ ແລະ/ຫຼື ບໍລິການ ຈາກຜູ້ບໍ່ມີພູມລໍາເນົາ ທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດຢູ່ ສປປ ລາວ ໃຫ້ຄິດໄລ່ເກັບອາກອນຊົມໃຊ້ໃນເວລາມີການຊື້ ແລະ/ຫຼື ການບໍລິການຕົວຈິງ. ມາດຕາ 18 ການແຈ້ງເສຍ ແລະ ການມອບອາກອນຊົມໃຊ້ ຜູ້ນໍາເຂົ້າສິນຄ້າ, ຜູ້ຜະລິດສິນຄ້າ ແລະ ຜູ້ສະຫນອງການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ທີ່ໄດ້ກໍາ ນົດໄວ້ໃນມາດຕາ 11 ຂອງກົດຫນາຍສະບັບນັ້ ມີຫ້າທີ່ແຈ້ງເສຍອາກອນຊົມໃຊ້ ດັ່ງນີ້: - ຜູ້ນໍາເຂົ້າສິນຄ້າ ຕ້ອງແຈ້ງເສຍ ແລະ ມອບ ອາກອນຊົມໃຊ້ ໃນເວລາແຈ້ງເສຍພາສີຂາເຂົ້າຢູ່ດ່ານພາສີ; - ຜູ້ຜະລິດສິນຄ້າ ແລະ ຜູ້ສະຫພອງການບໍລິການ ຢູ່ພາຍໃນປະເທດ ຕ້ອງແຈ້ງເສຍ ແລະ ມອບ ອາກອນຊົມໃຊ້ທຸກເດືອນ ບໍ່ໃຫ້ກາຍ ວັນທີ 20 ຂອງເດືອນຖັດໄປ ຕໍ່ຂະແຫນງສ່ວຍສາອາກອນບ່ອນຕົນຂຶ້ນກັບ: - ຜູ້ຊື້ສິນຄ້າ ແລະ/ຫຼື ບໍລິການ ທີ່ເປັນຜູ້ດໍາເນີນທຸລະກິດຢູ່ພາຍໃນປະເທດ ຈາກຜູ້ບໍ່ມີພູມລໍາເນົາ ທີ່ບໍ່ ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ໃຫ້ແຈ້ງເສຍ ແລະ ມອບ ອາກອນຊົມໃຊ້ ບໍ່ໃຫ້ກາຍ ວັນທີ 20 ຂອງ ເດືອນຖັດໄປ. ສໍາລັບຜູ້ຊື້ທີ່ເປັນບຸກຄົນທົ່ວໄປໃຫ້ແຈ້ງເສຍອາກອນຊົມໃຊ້ບໍ່ໃຫ້ກາຍ ສິບຫ້າວັນ ນັບແຕ່ວັນໄດ້ ຄິດໄລ່ເກັບອາກອນເປັນຕົ້ນໄປ. ການມອບອາກອນຊົມໃຊ້ ໃຫ້ມອບຜ່ານ ທະນາຄານທຸລະກິດ ທີ່ມີບັນຊີຂອງ ຄັງເງິນແຫ່ງຊາດ ຫຼື ຄັງ ເງິນແຫ່ງຊາດ ແລະ ຄັງເງິນແຫ່ງຊາດປະຈໍາ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ.

  12. 10 ພາກທີ ![| ສິດ ແລະ ພັນທະ ຂອງ ຜູ້ມອບອາກອນ, ບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ມາດຕາ 19 ສິດຂອງຜູ້ມອບອາກອນຊົມໃຊ້້ ຜູ້ມອບອາກອນຊົມໃຊ້ ມີ ສິດ ດັ່ງນີ້: 1. ໄດ້ຮັບຂໍ້ມູນ ຂ່າວສານ, ຊີ້ແຈງ, ອະທິບາຍ ແລະ ມີຄໍາເຫັນ ກ່ຽວກັບວຽກງານອາກອນຊົມໃຊ້; 2. ໄດ້ຮັບການຮັກສາຄວາມລັບ ກ່ຽວກັບຂໍ້ມູນອາກອນຊົມໃຊ້ຂອງຕົນ; 3. ໄດ້ຮັບນະໂຍບາຍຍົກເວັ້ນ ຫຼື ຫຼຸດຜ່ອນ ອັດຕາ ຫຼື ປະເພດ ອາກອນຊົມໃຊ້ ຕາມກົດຫາຍ; 4. ຮັບຮູ້ເນື້ອໃນບົດບັນທຶກ, ອະທິບາຍ, ຊື້ແຈງ ແລະ ສະເຫຼີ ຕໍ່ຜົນຂອງການກວດກາ; 5. ໄດ້ດໍ້ຮັບຜິນອາກອນຊົມໃຊ້ທີ່ໄດ້ມອບເກີນ ຕາມກົດຫນາຍ; 6. ຮ້ ອງຟ້ອງ, ສະເຫຼີ ຫຼື ຮ້ອງຂໍຄວາມເປັນທໍາ ຕໍ່ການກະທໍາ ຂອງພະນັກງານ, ເຈົ້າຫ້ໍາທີ່ສ່ວຍສາອາ ກອນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ ທີ່ບໍ່ຖືກຕ້ອງຕາມກົດບນາຍ; 7. ປະຕິເສດ ການສະຫນອງຂໍ້ມູນ ທີ່ບໍ່ກ່ຽວຂ້ອງກັບວຽກງານອາກອນຊົມໃຊ້; 8. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 20 ພັນທະຂອງຜູ້ມອບອາກອນຊົມໃຊ້ ຜູ້ມອບອາກອນຊົມໃຊ້ ມີ ພັນທະ ດັງນີ້: 1. ຄິດໄລ່ເກັບ, ຫັກ, ແຈ້ງເສຍ ແລະ ມອບ ອາກອນຊົມໃຊ້ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ; 2. ຮັບຜິດຊອບຕໍ່ ການຄິດໄລ່ເກັບ, ຫັກ, ແຈ້ງເສຍ, ຂໍຍົກເວັ້ນ ຫຼື ຫຼຸດຜ່ອນ ອັດຕາ ຫຼື ປະເພດ ອາ ກອນຊົມໃຊ້ ທີ່ບໍ່ຖືກຕ້ອງ; 3. ສະຫຼຸບການມອບພັນທະໃນປີ ແລະ ສ້າງແຜນມອບອາກອນຊົມໃຊ້ໃນປີຖັດໄປ; 4. ລາຍງານບັນຊີເງິນຝາກຂອງຕົນຢູ່ຄັງເງິນແຫ່ງຊາດ, ທະນາຄານ ຫຼື ສະຖາບັນການເງິນອື່ນ ໃຫ້ແກ່ ຂະແບນງງສ່ວຍສາອາກອນ; 5. ສະຫອງເອກະສານບັນຊີ, ໃບເກັບເງິນ, ໃບຢັ້ງຢືນຖານະການເງິນ ແລະ ເອກະສານອື່ນ ທີ່ພົວພັນກັບ ວຽກງານອາກອນຊົມໃຊ້ ຕາມກົດບນາຍ; 6. ລາຍງານອາກອນຊົມໃຊ້ທີ່ໄດ້ຮັບການ ຍົກເວັ້ນ ຫຼື ຫຼຸດຜ່ອນ ໃຫ້ແກ່ຂະແບນງສ່ວຍສາອາກອນ; 7. ປະຕິບັດພັນທະອືນ ຕາມທີ່ໄດ້ກໍານົດໄວ້ໃນກົດບນາຍ.

  13. ມາດຕາ 21 ສິດ ແລະ ພັນທະຂອງບຸກຄົນ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງ ບຸກຄົນ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງ ມີ ສິດ ແລະ ພັນທະ ດັ່ງນີ້: 1. ສະຫນອງຂໍ້ມູນ ຂອງຜູ້ເສຍອາກອນ, ຜູ້ມອບອາກອນ ແລະ ໃຫ້ການຮ່ວມມື ກ່ຽວກັບວຽກງານອາ ກອນຊົມໃຊ້ ຕໍ່ຂະແບນງສ່ວຍສາອາກອນ ຕາມພາລະບົດບາດຂອງຕົນ; 2. ແຈ້ງ ແລະ ລາຍງານການລະເມີດກົດຫນາຍ ແລະ ລະບຽບການ ກ່ຽວກັບວຽກງານອາກອນຊົມໃຊ້ 4 ະແບນງສ່ວຍສາອາກອນ ໂດຍໄດ້ຮັບການປົກປ້ອງ ແລະ ຮັກສາຄວາມລັບຕາມກົດບນາຍ; 3. ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. 11 ພາກທີ IV ນ ແ -~ I . ສິດ ແລະ ຫ້າທີ່ ຂອງພະນັກງານ ແລະ ເຈົ້າຫ້າທີ່ສ່ວຍສາອາກອນ ມາດຕາ 22 ສິດຂອງ ພະນັກງານ ແລະ ເຈົ້າຫ້າທີ່ສ່ວຍສາອາກອນ ພະນັກງານ ແລະ ເຈົ້າຫ້າທີ່ສ່ວຍສາອາກອນ ມີ ສິດ ດັ່ງນີ້: 1, ໄດ້ຮັບການຮ່ວມມື ແລະ ອໍານວຍຄວາມສະດວກ ກ່ຽວກັບວຽກງານອາກອນຊົມໃຊ້ ຈາກບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ເມື່ອມີຄວາມຈໍາເປັນ ຫຼື ມີການຮ້ອງຂໍຈາກຂະແຫນງສ່ວຍສາ ອາກອນ; 2. ພົວພັນກັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອເກັບກໍາຂໍ້ມູນ ກ່ຽວກັບວຽກງານ ອາກອນຊົມໃຊ້; 3. ທວງໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອສະຫນອງເອກະສານ, ຂໍ້ມູນ ກ່ຽວກັບ ວຽກງານອາກອນຊົມໃຊ້; 4. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 23 ຫ້າທີ່ຂອງ ພະນັກງານ ແລະ ເຈົ້າຫ້າທີ່ສ່ວຍສາອາກອນ ພະນັກງານ ແລະ ເຈົ້າຫ້າທີ່ສ່ວຍສາອາກອນ ມີ ຫາທີ່ ດັ່ງນີ້: 1. ໂຄສະນາ ເຜີຍແຜ່ ກົດຫນາຍ ແລະ ລະບຽບການ ກ່ຽວກັບອາກອນຊົມໃຊ້ໃຫ້ແກ່ ບຸກຄົນ, ນິຕິ ບຸກຄົນ ແລະ ການຈັດຕັ້ງ; 2. ປະຕິບັດຕາມ ກົດຫນາຍ, ລະບຽບການ ກ່ຽວກັບວຽກງານອາກອນຊົມໃຊ້ ແລະ ກົດຫນາຍອື່ນທີ່ ກ່ຽວຂ້ອງ; 3. ສະຫນອງຂໍ້ມູນ ຂ່າວສານ, ແນະນໍາ, ອະທິບາຍ ກ່ຽວກັບວຽກງານອາກອນຊົມໃຊ້:; 4. ກວດກາ ການຕິດໄລ່, ການຫັກ, ການແຈ້ງ, ການຂໍຄືນ, ການສົ່ງຄືນເງິນອາກອນທີ່ຜູ້ມອບເກີນ, ການຍົກເວັ້ນ, ການຫຼຸດຜ່ອນ ແລະ ການມອບອາກອນ; 5. ທວງຫີ່ອາກອນຊົມໃຊ້ຄ້າງມອບ ຕາມກົດຫນາຍ ແລະ ລະບຽບການ; 6. ຮັກສາຂໍ້ມູນຄວາມລັບ ຂອງຜູ້ເສຍອາກອນຊົມໃຊ້; 7. ຊຸກຍູ້, ຕິດຕາມ ການແຈ້ງເສຍອາກອນ ແລະ ການຊໍາລະອາກອນຊົມໃຊ້ຜ່ານທະນາຄານ ເພື່ອ ມອບເຂົ້າງົບປະມານແຫ່ງລັດ; 8. ປະສານສົມທົບກັບຂະແບນງການ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ກ່ຽວກັບ ວຽກງານອາກອນຊົມໃຊ້; 9. ຮັບ ແລະ ພິຈາລະນາ ແກ້ໄຂຄໍາສະເຫີຂອງຜູ້ເສຍອາກອນ ຕາມຂອບເຂດສິດຂອງຕົນ; 10. ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ.

  14. 12 ພາກທີ ໄ ຂໍ້ຫ້າມ ມາດຕາ 24 ຂໍ້ຫ້າມທົ່ວໄປ ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີ ພຶດຕິກໍາ ດັງນີ້: 1. ປະຕິເສດການສະຫນອງຂໍ້ມູນ ຂ່າວສານ ດ້ານອາກອນຊົມໃຊ້; 2. ຮ່ວມມືກະທໍາຜິດ, ປົກປິດ ແລະ ຊຸກເຊື່ອງ ຫຼື ປົກປ້ອງ ຜູ້ກະທໍາຜິດ, ກົດຫນ່ວງ ຖ່ວງດຶງ ຫຼື ຂັດ ຂວາງການຈັດຕັ້ງປະຕິບັດວຽກງານອາກອນຊົມໃຊ້; 3. ພື້ນປະບນາດ, ບັງຄັບ ນາບຂູ່, ທໍາຮ້າຍຮ່າງກາຍ ພະນັກງານ-ລັດຖະກອນ ແລະ ເຈົ້າຫ້າທີ່ສ່ວຍ ສາອາກອນ ຫຼື ຜູ້ເສຍອາກອນຊົມໃຊ້; ແຕວ ນຂໍ, ລນ a o 4. ມີພຶດຕິກໍາອື່ນ ທີເປັນການລະເມີດກົດຫນາຍ. ມາດຕາ 25 ຂໍ້ຫ້າມສໍາລັບພະນັກງານ-ລັດຖະກອນ ແລະ ເຈົ້າຫ້າທີ່ສ່ວຍສາອາກອນ ຫ້າມ ພະນັກງານ-ລັດຖະກອນ ແລະ ເຈົ້າຫ້າທີ່ສ່ວຍສາອາກອນ ມີ ພຶດຕິກໍາ ດັ່ງນີ້: 1. ເປີດເຜີຍຄວາມລັບຂອງລັດ, ທາງລັດຖະການ ແລະ ຂໍ້ມູນສ່ວນຕົວຂອງຜູ້ເສຍອາກອນຊົມໃຊ້, ກົດຫ້ວງ ຖ່ວງດຶງ, ປອມແປງເອກະສານ, ເລີ່ນເລີ້ໃນການປະຕິບັດຫ້າທີ່, ປະລະຫ້າທີ່ ແລະ ຂາດຄວາມຮັບຜິດ ຊອບຕໍ່ວຽກງານທີ່ໄດ້ຮັບມອບຫນາຍ; 2. ສວຍໃຊ້ຫ້າທີ່ຕໍາແຫ່ງ, ຂໍເອົາ, ທວງເອົາ ຫຼື ຮັບເອົາສິນບົນ, ບັງຄັບ ນາບຂູ່ ຜູ້ເສຍອາກອນຊົມໃຊ້ ຊຶ່ງພາໃຫ້ເສຍຜົນປະໂຫຍດຂອງລັດ; 3. ເກັບອາກອນຊົມໃຊ້ ໂດຍບໍ່ຖືກຕ້ອງ; 4. ນໍາເອົາງິນອາກອນຊົມໃຊ້ ທີ່ເກັບໄດ້ໄປນໍາໃຊ້ ໂດຍບໍ່ມອບເຂົ້າງົບປະມານແຫ່ງລັດ; 5. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫນາຍ. ມາດຕາ 26 ຂໍ້ຫ້າມສໍາລັບ ຜູ້ເສຍ ແລະ ຜູ້ມອບ ອາກອນ ຫ້າມ ຜູ້ເສຍ ແລະ ຜູ້ມອບ ອາກອນ ມີ ພຶດຕິກໍາ ດັ່ງນີ້: 1. ທໍາລາຍຂໍ້ມູນຫຼັກຖານ, ປອມແປງເອກະສານ, ເຊື່ອງອໍາ ປິດບັງລາຍຮັບ ຫຼື ລະເມີດກົດຫາຍ ທີ່ ຕິດພັນກັບການເສຍ ຫຼື ການມອບ ອາກອນຊົມໃຊ້ຂອງຕົນ; 2. ໃຫ້ສິນບົນ ຫຼື ຄ່າຈ້າງລາງວັນ, ສົມຮູ້ຮ່ວມຄິດ ກັບພະນັກງານ-ລັດຖະກອນ ຫຼື ເຈົ້າຫ້າທີ່ສ່ວຍສາ ອາກອນເອົາເງິນຂອງລັດ; 3. ປອມແປງ ໃບເກັບເງິນ, ໃບຮັບເງິນ ຫຼື ເອກະສານອື່ນ ກ່ຽວກັບອາກອນຊົມໃຊ້; 4. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫນາຍ.

  15. 13 ພາກທີ VI ການຄຸ້ມຄອງ ແລະ ກວດກາ ວຽກງານອາກອນຊົມໃຊ້ ຫນວດທີ 1 ການຄຸ້ມຄອງວຽກງານອາກອນຊົມໃຊ້້ ມາດຕາ 27 ອົງການຄຸ້ມຄອງວຽກງານອາກອນຊົມໃຊ້ ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານອາກອນຊົມໃຊ້ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດ ທົ່ວປະເທດ ໂດຍມອບໃຫ້ກະຊວງການເງິນເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບບັນ ດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານອາກອນຊົມໃຊ້ ປະກອບດ້ວຍ: 1. ກະຊວງການເງິນ; 2. ກົມສ່ວຍສາອາກອນ; 3. ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ; 4. ສ່ວຍສາອາກອນປະຈໍາເມືອງ, ເທດສະບານ, ນະຄອນ. ມາດຕາ 28 ສິດ ແລະ ຫ້າທີ່ຂອງກະຊວງການເງິນ ໃນການຄຸ້ມຄອງວຽກງານອາກອນຊົມໃຊ້ ກະຊວງການເງິນ I ສິດ ແລະ ຫາທີ່ ດັ່ງນີ້: 1. ຄົ້ນຄວ້າ ສ້າງ, ປັບປຸງ ນະໂຍບາຍ, ຍຸດທະສາດ, ກົດບນາຍ ກ່ຽວກັບວຽກງານອາກອນຊົມໃຊ້ ເພື່ອສະເຫີ ລັດຖະບານ ພິຈາລະນາ; 2. ຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ ແລະ ກົດຫາຍ ກ່ຽວກັບວຽກງານອາກອນຊົມໃຊ້ ເປັນ ແຜນການ, ແຜນງານ ແລະ/ຫຼື ໂຄງການ ແລະ ຈັດຕັ້ງປະຕິບັດ; 3. ໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົມ ນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ນິຕິກໍາອື່ນ ກ່ຽວກັບວຽກງານອາກອນຊົມໃຊ້; 4. ຊີ້ນໍາ, ຄຸ້ມຄອງ, ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ກົດຫນາຍ ແລະ ນິຕິກໍາອື່ນ ກ່ຽວກັບວຽກງານອາກອນຊົມໃຊ້: 5. ຕິດຕາມ ແລະ ກວດກາການຄິດໄລ່, ການໄລ່ລຽງອາກອນຂອງເຈົ້າຫ້າທີ່ສ່ວຍສາອາກອນ ແລະ ຜູ້ ເສຍອາກອນ ໃຫ້ຖືກຕ້ອງຕາມກົດຫນາຍ; 7. ແກ້ໄຂຄໍາສະເຫີ ກ່ຽວກັບວຽກງານອາກອນຊົມໃຊ້; 8. ປະສານສົມທົບກັບ ກະຊວງ, ອົງການ, ຂະແຫນງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງກັບວຽກງານອາກອນຊົມໃຊ້:; 9. ພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານອາກອນຊົມໃຊ້; 10. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານອາກອນຊົມໃຊ້ ໃຫ້ລັດຖະບານ ຢ່າງເປັນ ປົກກະຕິ; 11. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດບນາຍ.

  16. 14 ມາດຕາ 29 ສິດ ແລະ ຫ້າທີ່ ຂອງກົມສ່ວຍສາອາກອນ ໃນການຄຸ້ມຄອງວຽກງານອາກອນຊົມໃຊ້ ກົມສ່ວຍສາອາກອນ ມີ ສິດ ແລະ ຫ້າທີ່ ຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນ ດັງນີ້: 1. ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ກົດຫນາຍ, ແຜນການ, ແຜນງານ ຫຼື ໂຄງການ ກ່ຽວກັບ ວຽກງານອາກອນຊົມໃຊ້; 2. ໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົມ ນະໂຍບາຍ, ຍຸດທະສາດ, ກົດຫນາຍ ແລະ ນິຕິກໍາອື່ນ ກ່ຽວ ກັບວຽກງານອາກອນຊົມໃຊ້:; 3. ຕິດຕາມ ແລະ ກວດກາ ວຽກງານອາກອນຊົມໃຊ້; 4. ອອກ ຂໍ້ຕົກລົງ, ຄໍາແນະນໍາ, ແຈ້ງການ, ໃບສັງມອບ, ໃບເລັ້ງທວງ, ໃບຄິດໄລ່ ທີ່ຕິດພັນກັບວຽກ ງານອາກອນຊົມໃຊ້ ລວມທັງລົບລ້າງເອກະສານດັ່ງກ່າວທີ່ບໍ່ຖືກຕ້ອງ: 5. ນໍາໃຊ້ລະບົບ ຂໍ້ມູນ ຂ່າວສານ ເຕັກໂນໂລຊີ ເຂົ້າໃນວຽກງານອາກອນຊົມໃຊ້; 6. ແກ້ໄຂຄໍາສະເຫຼີ ກ່ຽວກັບວຽກງານອາກອນຊົມໃຊ້; 7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ກ່ຽວກັບວຽກງານອາກອນຊົມໃຊ້:; 8. ພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານອາກອນຊົມໃຊ້ ຕາມການ ມອບຫນາຍ; 9. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານອາກອນຊົມໃຊ້ ໃຫ້ກະຊວງການເງິນ ຢ່າງເປັນ ປົກກະຕິ; 10. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 30 ສິດ ແລະ ຫ້າທີ່ ຂອງສ່ວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ ໃນການຄຸ້ມຄອງວຽກງານອາກອນຊົມໃຊ້ ສ່ວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ ມີ ສິດ ແລະ ຫ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັງນີ້: 1. ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ກົດຫນາຍ, ແຜນການພັດທະນາ ແລະ ກົນໄກການຄຸ້ມ ຄອງວຽກງານອາກອນຊົມໃຊ້; 2. ໂຄສະນາ ເຜີຍແຜ່ ກົດຫນາຍ, ຄໍາສັ່ງ ແລະ ນິຕິກໍາອື່ນ ກ່ຽວກັບວຽກງານອາກອນຊົມໃຊ້ ເພື່ອຍົກ ສູງຄວາມຮູ້, ສະຕີ ໃນການປະຕິບັດນິຕິກໍາດັ່ງກ່າວ ໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ; 3. ຊີ້ນໍາ, ຕິດຕາມ ການຈັດຕັ້ງປະຕິບັດກົດຫນາຍ ທີ່ກ່ຽວຂ້ອງຢ່າງເປັນປົກກະຕິ ເພື່ອຄຸ້ມຄອງລາຍ ຮັບອາກອນຊົມໃຊ້ ໃຫ້ຖືກຕ້ອງ ຄົບຖ້ວນ ແລະ ທັນເວລາ; 4. ອອກ ຂໍ້ຕົກລົງ, ຄໍາແນະນໍາ, ແຈ້ງການ, ໃບສັງມອບ, ໃບເລັ່ງທວງ, ໃບຄິດໄລ່ ທີ່ຕິດພັນກັບວຽກ ງານອາກອນຊົມໃຊ້ ລວມທັງລົບລ້າງເອກະສານດັ່ງກ່າວທີ່ບໍ່ຖືກຕ້ອງ; 5. ຈັດຕັ້ງປະຕິບັດ ລະບອບບັນຊີແຫ່ງລັດ ໃນການບັນທຶກ ທຸກຮ່ວງລາຍຮັບອາກອນຊົມໃຊ້, ສົມ ທົບກັບຄັງເ ນແຫ່ງຊາດປະຈໍາ ແຂວງ, ນະຄອນຫຼວງ ສ້າງບົດສະຫຼຸບ ແລະ ວິໄຈຕົວເລກລາຍຮັບ; 6. ຄຸ້ມຄອງ ຕິດຕາມການຄິດໄລ່, ການໄລ່ລຽງອາກອນຂອງ ເຈົ້າຫ້າທີ່ສ່ວຍສາອາກອນ ແລະ ຜູ້ເສຍ ອາກອນຊົມໃຊ້ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ; 7. ຄຸ້ມຄອງ, ນໍາໃຊ້ເຕັກໂນໂລຊີ , ຂໍ້ມູນ ຂ່າວສານ ແລະ ຫັນການເຄື່ອນໄຫວວຽກງານອາກອນຊົມໃຊ້ ໃຫ້ເປັນທັນສະໄບນ; 8. ຄຸ້ມຄອງ, ນໍາໃຊ້ງົບປະມານ ແລະ ເງິນບໍາເນັດ, ພາຫະນະ, ວັດຖຸປະກອນຮັບໃຊ້ວຽກງານອາກອນ ຊົມໃຊ້; 15

  17. 9. ປະສານສົມທົບກັບ ອົງການປົກຄອງຂອງແຂວງ, ນະຄອນຫຼວງ, ພະແນກການເງິນ ແລະ ພະແນກ ການອື່ນ ກ່ຽວກັບວຽກງານອາກອນຊົມໃຊ້:; 10. ຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານອາກອນຊົມໃຊ້; 11. ພົວພັນ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານອາກອນຊົມໃຊ້ ຕາມການມອບບນາບ; 12. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານອາກອນຊົມໃຊ້ ໃຫ້ກົມສ່ວຍສາອາກອນ ແລະ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຢ່າງເປັນປົກກະຕິ; 13. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ຕາມການມອບຫນາຍ. ມາດຕາ 31 ສິດ ແລະ ຫ້າທີ່ ຂອງ ສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະຄອນ ໃນການດຸ້ມຄອງວຽກງານອາກອນຊົມໃຊ້ ສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ຫ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 1. ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ກົດຫນາຍ, ແຜນພັດທະນາ ແລະ ກົນໄກການຄຸ້ມຄອງ ວຽກງານອາກອນຊົມໃຊ້ ໃຫ້ໄດ້ຮັບຜົນດີ; 2. ເຜີຍແຜ່ ກົດຫນາຍ, ຄໍາສັງ ແລະ ນິຕິກໍາອື່ນ ກ່ຽວກັບວຽກງານອາກອນຊົມໃຊ້ ເພື່ອຍົກສູງຄວາມ ຮັບຮູ້, ສະຕິ ໃນການປະຕິບັດນິຕິກໍາດັ້ງກ່າວ ໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ; 3. ຕິດຕາມ ການຈັດຕັ້ງປະຕິບັດກົດບນາຍ, ນິຕິກໍາອື່ນທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ ແລະ ເປັນເອ ກະພາບ ເພື່ອຄຸ້ມຄອງລາຍຮັບອາກອນຊົມໃຊ້ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ; 4. ອອກ ຂໍ້ຕົກລົງ, ຄໍາແນະນໍາ, ແຈ້ງການ, . ໃບສັ່ງມອບ, o), ໃບຄິດໄລ່ ທີ່ຕິດພັນກັບວຽກ ງານອາກອນຊົມໃຊ້ ລວມທັງລົບລ້າງເອກະສານດັ່ງກ່າວທີ່ບໍ່ຖືກຕ້ອງ: 5. ຈັດຕັ້ງປະຕິບັດລະບົບບັນຊີແຫ່ງລັດ ໃນການບັນທຶກທຸກຮ່ວງລາຍຮັບອາກອນຊົມໃຊ້, ສົມທົບ ກັບຄັງເງິນແຫ່ງຊາດ ປະຈໍາເມືອງ, ເທດສະບານ, ນະຄອນ ສະຫຼຸບ ແລະ ວິໄຈຕົວເລກລາຍຮັບ; 6. ຄຸ້ມຄອງ ຕິດຕາມການຄິດໄລ່, ການໄລ່ລຽງອາກອນ ຂອງເຈົ້າຫ້າທີ່ສ່ວຍສາອາກອນ ແລະ ຜູ້ ເສຍອາກອນຊົມໃຊ້ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ; 7. ຄຸ້ມຄອງ, ນໍາໃຊ້ເຕັກໂນໂລຊີ, ຂໍ້ມູນ ຂ່າວສານ ແລະ ຫັນການເຄື່ອນໄຫວວຽກງານອາກອນຊົມ ໃຊ້ ໃຫ້ເປັນທັນສະໄຫ; 8. ຄຸ້ມຄອງ, ນໍາໃຊ້ງົບປະມານ, ເງິນບໍາເນັດ, ພາຫະນະ ແລະ ວັດຖຸປະກອນຮັບໃຊ້ວຽກງານອາກອນ ຊົມໃຊ້; 9. ປະສານສົມທົບກັບ ອົງການປົກຄອງເມືອງ, ເທດສະບານ, ນະຄອນ, ຫ້ອງການການເງິນ ແລະ ຫ້ອງການອື່ນ ກ່ຽວກັບວຽກງານອາກອນຊົມໃຊ້:; 10. ຕິດຕາມ ການຈັດຕັ້ງປະຕິບັດວຽກງານອາກອນຊົມໃຊ້; 11. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະ ຕິບັດວຽກງານອາກອນຊົມໃຊ້ ໃຫ້ສ່ວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ ແລະ ເຈົ້າເມືອງ, ຫົວຫ້າເທດສະບານ, ເຈົ້ານະຄອນ ຢ່າງເປັນປົກກະຕິ; 12. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ຕາມການມອບບນາຍ.

  18. 16 ບນວດທີ 2 ການກວດກາວຽກງານອາກອນຊົມໃຊ້ ມາດຕາ 32 ອົງການກວດກາວຽກງານອາກອນຊົມໃຊ້ ອົງການກວດກາວຽກງານອາກອນຊົມໃຊ້ ປະກອບດ້ວຍ: 1. ອົງການກວດກາພາຍໃນ ຊຶ່ງແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານອາກອນຊົມໃຊ້ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 27 ຂອງກົດຫນາຍສະບັບນີ້; 2. ອົງການກວດກາພາຍນອກ ຊຶ່ງແມ່ນ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດ ກາລັດ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ , ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ສືມວນຊົນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ. ມາດຕາ 33 ເນື້ອໃນການກວດກາ ການກວດກາວຽກງານອາກອນຊົມໃຊ້ ມີ ເນື້ອໃນຕົ້ນຕໍ ດັງນີ້: 1. ການຈັດຕັງປະຕິບັດ ກົດຫນາຍ ແລະ ນິຕິກໍາອື່ນ ກ່ຽວກັບວຽກງານອາກອນຊົມໃຊ້; 2. ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຄຸ້ມຄອງວຽກງານອາກອນຊົມໃຊ້; 3. ການນໍາໃຊ້ສິດ, ການປະຕິບັດຫ້າທີ່ ແລະ ການນໍາໃຊ້ມາດຕະການຕໍ່ຜູ້ລະເມີດ. ມາດຕາ 34 ການກວດກາທາງດ້ານວິຊາການ ການກວດກາທາງດ້ານວິຊາການ ກ່ຽວກັບອາກອນຊົມໃຊ້ ມີ ດັ່ງນີ້: 1. ແຜນການການມອບພັນທະອາກອນຊົ່ມໃຊ້ ຂອງຜູ້ເສຍອາກອນ; . ການແຈ້ງເສຍອາກອນຊົມໃຊ້ ຂອງຜູ້ເສຍອາກອນ; ພ . ການກວດກາຫຼັງການແຈ້ງເສຍອາກອນຊົມໃຊ້; ຜ - . ການຂໍຫັກ ແລະ ສົ່ງຄືນ ອາກອນຊົມໃຊ້; . ສະຖານທີ່, ວັດຖຸປະກອນ ແລະ ເອກະສານ ກ່ຽວກັບການຄິດໄລ່ອາກອນຊົມໃຊ້:; ຫຕ . ການໂອນລາຄາ; ພ . ບົດສະຫຼຸບລາຍງານການເງິນ; ຜ . ກົນໄກຄຸ້ມຄອງຄວາມສ່ຽງຂອງຜູ້ເສຍອາກອນຊົມໃຊ້:; O . ເນື້ອໃນອື່ນທີ່ກ່ຽວຂ້ອງກັບວຽກງານອາກອນຊົມໃຊ້. ມາດຕາ 35 ຮູບການການກວດກາ ການກວດກາວຽກງານອາກອນຊົມໃຊ້ ມີ ສາມ ຮູບການ ດັ່ງນີ້: 1. ການກວດກາປົກກະຕິ; 2. ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງຫ້າ; 3. ການກວດການແບບກະທັນຫັນ. ການກວດກາປົກກະຕິ ແມ່ນ ການກວດກາທີ່ດໍາເນີນຕາມແຜນການ ຢ່າງເປັນປະຈໍາ ແລະ ມີກໍານົດເວລາ ແນ່ນອນ.

  19. 17 ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງຫ້າ ແມ່ນ ການກວດການອກແຜນການ ເມື່ອເຫັນວ່າມີຄວາມຈໍາ ເປັນ ຊຶ່ງຕ້ອງໄດ້ແຈ້ງໃຫ້ຜູ້ຖືກກວດກາ ຮູ້ກ່ອນລ່ວງຫ້າ. ການກວດກາແບບກະທັນຫັນ ແມ່ນ ການກວດກາໂດຍຮີບດ່ວນ ແລະ ນອກແຜນການ ຊຶ່ງບໍ່ໄດ້ແຈ້ງໃຫ້ ຜູ້ຖືກກວດກາຮູ້ລ່ວງຫໍ້າ. ການກວດກາຕໍ່ເປົ້າຫນາຍໃດຫຶ໋ງ ໃຫ້ດໍາເນີນຢູ່ ຫ້ອງການຂະແຫນງສ່ວຍສາອາກອນ ຫຼື ສໍານັກງານ ຫຼື ສະ ຖານທີ່ດໍາເນີນທຸລະກິດ ຂອງຫົວຫງ່ວຍວິສາຫະກິດ. ພາກທີ ໄ!| ະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ + ເດະ ນ ໄ ພະ ມາດຕາ 36 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັນໃນການປະຕິບັດກົດຫພາຍສະບັບນີ້ ເປັນຕົ້ນ ການ ເປັນແບບຢ່າງໃນການມອບພັນທະອາກອນຊົມໃຊ້, ການປະກອບສ່ວນຢ່າງຕັ້ງຫ້າເຂົາໃນການຈັດຕັ້ງປະຕິບັດວຽກ ງານອາກອນຊົມໃຊ້ ຈະໄດ້ຮັບການຍ້ອງຍໍ, ອໍານວຍຄວາມສະດວກ ຫຼື ນະໂຍບາຍອື່ນ ຕາມລະບຽບການ. ມາດຕາ 37 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດຫນາຍ ແລະ ລະບຽບການ ກ່ຽວກັບອາກອນຊົມໃຊ້ ຈະຖືກ ສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃບນ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມແຕ່ລະກໍລະນີ ເປົາ ຫຼື ຫັກ. ມາດຕາ 38 ມາດຕະການປັບໃຫນ ຜູ້ມອບອາກອນ ທີ່ລະເມີດກົດຫນາຍ ແລະ ລະບຽບການ ກ່ຽວກັບວຽກງານອາກອນຊົມໃຊ້ ຈະຖືກປັບ ໃບນ ຕາມແຕ່ລະກໍລະນີ ດັ່ງນີ້: 1. ປັບໃບນ 100.000 ກີບ ຕໍ່ ສໍາລັບການບໍ່ປະກອບເລກປະຈໍາຕົວຜູ້ເສຍອາກອນໃສ່ໃນການແຈ້ງ ມອບອາກອນຊົມໃຊ້:; 2. ປັບໃບນ 500.000 ກີບ ຕໍ່ຄັ້ງ ສໍາລັບການແຈ້ງເສຍອາກອນຊົມໃຊ້ຊັກຊ້າ ບໍ່ຖືກຕາມກໍານົດເວລາ ທີ່ກໍານົດໄວ້ໃນກົດຫນາຍສະບັບນີ້; 3. ປັບໃບນ 1.000.000 ກີບ ຕໍ່ການເລັ່ງທວງຫຶ່ງຄັ້ງ ສໍາລັບການບໍ່ສະຫຫອງເອກະສານ, ຂໍ້ມູນ ກ່ຽວ ກັບວຽກງານອາກອນຊົມໃຊ້; 4. ປັບໃບນ 1.500.000 ກີບ ຕໍ່ຄັ້ງ ສໍາລັບການບໍ່ແຈ້ງເສຍອາກອນຊົມໃຊ້ ຕາມກໍານົດເວລາທີ່ກໍານົດ ໄວ້ໃນກົດບນາຍສະບັບນີ້; 5. ປັບໃບນ 3.000.000 ກີບ ຕໍ່ຄັ້ງ ສໍາລັບການບໍ່ແຈ້ງການປ່ຽນແປງຂໍ້ມູນ ເປັນຕົ້ນ ທີ່ຕັ້ງວິສາຫະກິດ, ເລກໂທລະສັບ ແລະ ຂໍ້ມູນອື່ນ ໃສ່ໃນການແຈ້ງມອບອາກອນຊົມໃຊ້; 6. ປັບໃນນ ຫ້າສິບສ່ວນຮ້ອຍ (50%) ຂອງມູນຄ່າອາກອນຊົມໃຊ້ທີ່ແຈ້ງເສຍ ບໍ່ຖືກຕ້ອງຕາມຄວາມ ເປັນຈິງ ຫຼື ບໍ່ຄົບຖ້ວນ; 7. ປັບໃຫ ສູນຈຸດຫຶ່ງສ່ວນຮ້ອຍ (0,1%) ຕໍ່ວັນ ຂອງຈໍານວນອາກອນຊົມໃຊ້ ທີ່ມອບຊັກຊ້າ ຕາມ ກໍານົດເວລາ ທີ່ກໍານົດໄວ້ໃນກົດຫນາຍສະບັບນີ້; 18

  20. 8. ສໍາລັບຈໍານວນອາກອນຊົມໃຊ້ ທີ່ຍັງຄ້າງມອບ ຈະຖືກປະຕິບັດມາດຕະການປັບໃຜນ ດັ່ງນີ້: - ປັບໃບນ ສາມສິບສ່ວນຮ້ອຍ (30%) ຂອງຈໍານວນອາກອນຊົມໃຊ້ ທີ່ຕ້ອງມອບ ສໍາລັບການ ເລັງທວງຄັ້ງທີ ພຶ່ງ; - ປັບໃຫ ຫົກສິບສ່ວນຮ້ອຍ (60%) ຂອງຈໍານວນອາກອນຊົມໃຊ້ ທີ່ຕ້ອງມອບ ສໍາລັບການ ເລັ້ງທວງຄັ້ງທີ ສອງ: - ປັບໃນ ຮ້ອຍສ່ວນຮ້ອຍ (100%) ຂອງຈໍານວນອາກອນຊົມໃຊ້ ທີ່ຕ້ອງມອບ ສໍາລັບການ ເລັ່ງທວງຄັ້ງທີ ສາມ. ໃນກໍລະນີຜູ້ມີອາກອນຊົມໃຊ້ຄ້າງມອບ ຫາກບໍ່ປະຕິບັດຕາມມາດຕະການດັ່ງກ່າວເທິງນີ້ ກໍຈະຖືກໂຈະ auva & o ການດໍາເນີນທຸລະກິດ, ຖອນທະບຽນວິສາຫະກິດ, ຖອນໃບອະນຸຍາດລົງທຶນ, ໃບອະນຸຍາດອື່ນ ຫຼື ຈະຖືກລົງໂທດ ຕາມກົດບນາຍ ແລ້ວແຕ່ກໍລະນີ ເບົາ ຫຼື ຫນັກ. ກໍານົດເວລາຂອງການເລັ້ງທວງແຕ່ລະຄັ້ງ ແມ່ນ ສິບຫ້າວັນ ນັບແຕ່ວັນອອກໃບເລັ່ງທວງ ແລະ ສົ່ງໃຫ້ຜູ້ ມອບອາກອນຊົມໃຊ້ທີ່ຍັງຄ້າງມອບອາກອນຊົມໃຊ້ ເປັນຕົ້ນໄປ. ພາກທີ VI ບົດບັນຍັດສຸດທ້າຍ ມາດຕາ 39 ການປ່ຽນແປງອັດຕາອາກອນຊົມໃຊ້້ ໃນກໍລະນີຈໍາເປັນ ແລະ ຮີບດ່ວນ ທີ່ຕ້ອງປ່ຽນແປງອັດຕາອາກອນຊົມໃຊ້ ເພື່ອໃຫ້ສອດຄ່ອງກັບການ ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະນັ້ນ ລັດຖະບານ ມີ ສິດ ແລະ ol ຄົ້ນຄວ້າ ແລ້ວ ສະເຫຼີຕໍ່ຄະນະປະຈໍາສະພາແຫ່ງຊາດ ເພື່ອພິຈາລະນານໍາສະເຫຼີຕໍ່ປະທານປະເທດ ອອກລັດຖະບັນຍັດປະກາດ ໃຊ້ເປັນການຊົ່ວຄາວ, ຫຼັງຈາກນັ້ນ ຄຄະະນະປະຈໍາສະພາແຫ່ງຊາດ ຕ້ອງລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ເທື່ອຖັດໄປ. ມາດຕາ 40 ການຈັດຕັ້ງປະຕິບັດ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເບັນຜູ້ຈັດຕັ້ງປະຕິບັດກົດຫນາຍສະ ະ. & ບັບນີ. ມາດຕາ 41 ຜົນສັກສິດ ກົດຫນາຍສະບັບນີ້ ມີຜົນສັກສິດ ພາຍຫຼັງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ ໃນວັນທີ 1 ມັງກອນ 2020 ແລະ ໄດ້ລົງຈົດຫນາຍເຫດທາງ ລັດຖະການ ສິບຫ້າວັນ. ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບກົດຫນາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

  21. 19

Presidential Decree No. 258/PR on the Promulgation of the Law on Excise Tax · Nelum