تخطَّ إلى المحتوى
Nelum
قوانين لاوس

Ministerial Instruction No. 2806/MONRE on Strengthening the Implementation of Aquatic and Wildlife Animal Management Nationwide

صدر في 2016-05-30 · النص بتاريخ 2026-10-01

القانون العام والإرشادات الرسمية منشورة بوصفها أبحاثاً. ليست مشورة قانونية أو ضريبية أو مالية.

البحث نفسه مكتوب بالإنجليزية. العناوين والوسوم مترجمة؛ أما النتائج والاقتباسات فغير مترجمة.

عن هذا القانون

العنوان الأصلي
ຄໍາສັ່ງແນະນໍາ ວ່າດ້ວຍ ການເພີ້ມທະວີ ຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງສັດນໍ້າ ແລະສັດປ່າໃນຂອບເຂດທົ່ວປະເທດ(ເລກທີ 2806/ກຊສ).
اللغة
Lao
النوع
لائحة
المنظمة
Mekong River Commission (MRC)
الدولة
لاوس
الموضوعات
Fisheries and aquaculture, Wild species and ecosystems
الكلمات المفتاحية
aquaculture, aquatic animals, fishing gear/fishing method, protection of species, fishery management and conservation, biodiversity, inspection, wild fauna, ecosystem conservation, endangered species, management/conservation, protection of habitats, hunting/capture, international trade, internal trade, trade in species
الفئات
*

أين تقرؤه

    لا يوجد رابط مصدر مسجل لهذا القانون.

النص

نص القانون نفسه، مادةً مادة، كما هو محفوظ. لكل مادة رابطها.

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ 280 6 ກະຊວງຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ ເລກທີ: ./ກຊສ ນະຄອນຫຼວງວຽງຈັນ, ວັນທີ:30.411424/7.476 . ຄໍາສັ່ງແນະນໍາ ຮຽນ: ທານ ຫົວຫ້າພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງ, ນະຄອນຫຼວງວຽງຈັນ, ທ່ານ ຫ້ອງການຊັບພະຍາກອນທໍາມະຊາດ ແລະສິງແວດລ້ອມເມືອງ ໃນຂອບເຂດທົ່ວປະເທດ. ເລື່ອງ: ການເພີ່ມທະວີ ຄວາມເອົາໃຈໃສໃນການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງສັດນ້ໍາ ແລະສັດປ່າໃນ ຂອບເຂດທົ່ວປະເທດ. -. ອີງຕາມ ກົດຫມາຍ ວາດ້ວຍ ສັດນ້າ ແລະສັດປ່າ ສະບັບເລກທີ 07/ສພຊ, ລົງວັນທີ 24/12/2007 & ໄດ້ກໍານົດໄວ້ໃນມາດຕາ 64 ພາກທີ VIIL - ອີງຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 435/ນຍ, ລົງວັນທີ 28 ພະຈິກ2011 ວາດ້ວຍ ການຈັດຕັ້ງ ແລະການເຄືອນໄຫວຂອງກະຊວງຊັບພະຍາກອນທໍາມະຊາດ ແລະສິງແວດລ້ອມ. ໃນຊມປີທີ່ຜ່ານມາເຫັນວາມີຫຼາຍທ້ອງຖິນໄດ້ເອົາໃຈໃສໃນການຄຸ້ມຄອງສັດນ້ໍາ ແລະສັດປ່າ ໃນທ້ອງຖິ່ນ ຂອງຕົນຢ່າງຕັ່ງຫ້າ ໂດຍມີການກວດກາລາດຕະເວນຢູ່ໃນຂອບເຂດພື້ນທີປ່າສະຫງວນ ແລະປ່າປ້ອງກັນ ແຫງ ຊາດ,ເຂດທີ່ຫູໍ່ແຫຼມ, ຕາມທ້ອງຕະລາດ ແລະຮ້ານອາຫານ, ພ້ອມດຽວກັນນັ້ນກໍໄດ້ມີການໂຄສະນາເຜີຍແຜໂດຍ ການອອກລະບຽບ ແລະມີມາດຕະການຫ້າມລາ ແລະຫ້າມຈັບໃນຊວງ ໄລຍະສັດປ່າ ແລະສັດນໍ້າ ຖືພາມານ, ອອກ ແມແຜ່ລູກ ແລະສະກັດກັນການຄ້າຂາຍສັດນ້ໍາ ແລະສັດປ່າ ທີຜິດກົດຫມາຍ. ປູກລະດົມການມອບອາວຸດລາເນື້ອ ແລະເຄືອງມືຫາປາແບບດັບສູນໃຫ້ອໍານາດການປົກຄອງ ເພືອຄຸ້ມຄອງ ແລະນໍາໃຊ້ໃຫ້ຖືກຕ້ອງຕາມລະບຽບກົດ ຫາຍ ວາດ້ວຍ ສັດນ້ໍາ ແລະສັດປ່າ. ໄປຄຽງຄຸກັບດ້ານຕັ່ງຫ້າຍັງສັງເກດເຫັນວາ ຢູ່ບາງທ້ອງຖິນຍັງມີປະກົດການລະເມີດຕໍ່ກົດຫນາຍ ໂດຍມີການ ຄ້າຂາຍສັດນ້ໍາ ແລະສັດປ່າ ທີຫວງຫ້າມຢູ່ຕາມທ້ອງຕະຫຼາດ ແລະຕາມເສັ້ນທາງຕາງໆ ແລະຍັງມີການລັກລອບລາ ສັດນ້ໍາ ແລະສັດປ່າ, ການຫາປາດ້ວຍວິທີການນໍາໃຊ້ອາວຸດສົງຄາມ, ລູກລະເບີດ, ຢາເບືອ, ທາດເຄມີ, ເຄືອງສອດ ປາ ແລະອືນໆ ບາງທ້ອງຖິ່ນຍັງມີປະກົດການລັກລອບຍິງຊ້າງປ່າ, ຄ້າຂາຍສັດນ້າ ແລະສັດປ່າ ປະເພດຫວງຫ້າມ (ບັນຊີ 1) ແລະ ປະເພດຄຸ໋ມຄອງ (ບັນຊີ ![) ຢູ່ຕາມທ້ອງຕະຫຼາດ ແລະບັນດາຮ້ານອາຫານ ຢ່າງທ້າທາຍ ໂດຍບໍ ຄໍານຶງເຖິງລະບຽບກົດຫນາຍ.

  2. ປະກົດການຫຍໍທໍ່ທິກາວມາຂ້າງເທິງນັ້ນ ແມນການກະທໍາທີຜິດຕໍ່ກົດຫມາຍ ແລະລະບຽບການຕາງໆ ທີ ລັດໄດ້ປະກາດໃຊ້, ຝຶນຕໍ່ສົນທິສັນຍາສາກົນ ທີສປປ ລາວ ເປັນພາຄີ ແລະທັງເປັນໄພຂົ່ມຊູຕໍ່ການຂະຫຍາຍພັນ ແລະຄວາມຢູ່ລອດຂອງສັດນ້ໍາ ແລະສັດປ່າ ຂອງປະເທດເຮົາ. ສະນັນ, ເພືອແກ້ໄຂສິງຫຍໍທີ່ດັ່ງກາວໃຫ້ເຂົ້າສູ່ລະບບຽບກົດຫນາຍ, ເປັນການສ້າງຂະບວນການຢ່າງຕັ່ງຫນ້າ ເນືອງໃນວັນປ່ອຍປາ ແລະອະນຸລັກສັດນ້ໍາ ແລະສັດປ່າແຫງຊາດ 13 ກໍລະກົດ 2016 ແລະເປັນການສໍາງເງືອນໄຂ ໃຫ້ແກການຂະຫຍາຍພັນຂອງສັດນ້ໍາ ແລະສັດປ່າ. ລັດຖະມົນຕີ ອອກຄໍາສັ່ງແນະນ້າ: ມອບໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະສິງແວດລ້ອມແຂວງ, ນະຄອນຫຼວງວຽງຈັນ, ຫ້ອງການ ຊັບພະຍາກອນທໍາມະຊາດ ແລະສິງແວດລ້ອມເມືອງ ປະສານສົມທັບກັບການນໍາອົງການປົກຄອງທ້ອງຖິນ ແລະ ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດວຽກງານການຄຸ້ມຄອງສັດນ້ໍາ ແລະສັດປ່າໃນຂອບເຂດທົ່ວປະເທດ ດັ່ງນີ່: ແຣ ກກກ K g o & o & . - . 1) ສະເຫີໃຫ້ອົງການປົກຄອງທ້ອງຖິ່ນຈັດຕັ້ງເຜີຍແຜ ແລະຄົນຄວ້າເຊືອມຊຶມເນືອໃນຕົນຕໍ ຂອງກົດຫນາຍວາ ດ້ວຍສັດນໍາ ແລະສັດປ່າ ດ້ວຍຫຼາຍຮູບການໃຫ້ແກພະນັກງານ, ທະຫານ, ຕ້າຫຼວດ, U, ເຈົ້າຂອງ ຮ້ານອາຫານ ແລະປະຊາຊົນບັນດາເຜົ່າ ໃຫ້ເປັນຂະບວນການກວ້າງຂວາງ ແລະທົ່ວເຖິງ; 2) ໂຄສະນາເຜີຍແຜ, ປຸກລະດົມຂົນຂວາຍໃຫ້ທົ່ວສັງຄົມເຫັນໄດ້ຄວາມສໍາຄັນຂອງສັດນໍາ ແລະສັດປ່າ ຕໍ່ສິງ ແວດລ້ອມໃນທໍາມະຊາດ, ຕໍ່ຊີວິດການເປັນຢູ່ຂອງຄົນເຮົາ ແລະເຫັນໄດ້ເຖິງສະພາບການຫຼຸດຫນ້ວຍຖອຍລົງ ຂອງສັດນ້ໍາ ແລະສັດປ່າໃນປະເທດເຮົາ ບໍ່ວາທາງດ້ານຈໍານວນ ແລະຊະນິດພັນ ໂດຍຜ່ານສືສານຕາງໆ ເຊັນ: ຫັງສືພີມ, ວິທະຍຸກະຈາຍສຽງ ແລະ ໂທລະພາບ, ບົດກາບກອນ, ບົດເພງ, ບົດລ໊າ, ບົດເລື່ອງສັ້ນ ພ້ອມກັນ ນັ້ນຢູໃນປອນທີມີເງື່ອນໄຂ ກໍຄວນມີການຈັດປະກວດຮູບແຕ້ມ, ການຈັດວາງສະແດງ ແລະຄັດເລືອກບຸກ ຄົນດົເດັ່ນ ຕໍ່ການອະນຸລັກສັດນໍາ ແລະສັດປ່າ, ແຈກຢາຍຄຸມື ແລະເອກະສານວິຊາການ ການຂະຫຍາຍພັນ ປາ ແລະວຽກງານອະນຸລັກສັດນ້ໍາ ແລະສັດປ່າ ເພື່ອເປັນຄວາມຮູ້ພື້ນຖານ ໃນການອະນຸລັກສັດນ້ໍາ ແລະ ສັດປ່າທໍາມະຊາດ ຢ່າງທົ່ວເຖິງ;

  3. 3) ເຮັດໃບແຈ້ງການເຖິງບັນດາຜູ້ປະກອບການ ທີດ້າເນີນທຸລະກິດກ່ຽວກັບສັດນໍາ ແລະສັດປ່າໃຫ້ປະຕິບັດຕາມ ກົດຫນາຍວ່າດ້ວຍສັດນໍາ ແລະສັດປ່າ ຢູ່ໃນພາກທີ IV ການນໍາໃຊ້ສັດນ້ໍາ ແລະສັດປ່າ, ຫນວດທີ 2 ທຸລະກິດ ກ່ຽວກັບສັດນ້ໍາ ແລະສັດປ່າ ໃນມາດຕາ 35, 37 ແລະ 38. ພ້ອມທັງ ເອົາໃຈໃສໃນການເກັບກໍາຂໍມູນ, ການຂຶ້ນທະບຽນສັດນ້ໍາ ແລະສັດປ່າ ທີນໍໍາມາລ້ຽງ ລວມທັງການມືງາຊ້າງໄວ້ຄອບຄອງ ໃນແຕລະບ້ານ, ເມືອງ ແລະ ແຂວງຂອງຕົນ; 4) ດໍາເນີນການຕິດຕາມກວດກາ ແລະສຶບຕໍ່ປຸກລະດົມຂົນຂວາຍປະຊາຊົນ ໃຫ້ຕືນຕົວສະຫັກໃຈເປັນແບບ ຢ່າງໃນການມອບອາວຸດລາສັດ ແລະເຄືອງມືຫາປາແບບດັບສູນ ໃຫ້ແກອົງການປົກຄອງທ້ອງຖິ່ນ ແລະເຈົ່າ ຫາທີ ທີກ້ຽວຂ້ອງ ເພື່ອຄຸ້ມຄອງໃຫ້ຖືກຕ້ອງຕາມລະບຽບກົດຫນາຍ; 5) ສົມທົບກັບອົງການປົກຄອງທ້ອງຖິ່ນ ປຸກລະດົມ ແລະຈັດຕັ່ງຂະບວນການປ່ອຍປາຊະນິດພື້ນເມືອງຕາງໆ ໃຫ້ໄດ້ຢ່າງກວ້າງຂວາງລົງໃນຫນອງ, ບຶງ, ແມນ້າລ້າເຊ, ອ່າງເກັບນ້ໍາ ເຊັ່ນ: ອາງເກັບນ້າຊົນລະປະທານ, ເຂືອນໄຟຟ້ານໍາຕົກ ແລະປ່ອຍສັດປ່າຊະນິດຕາງໆ ທີໄດ້ມາຈາກການເພາະພັນເຂົ້າໃນປ່າສະຫງວນຕ້າງໆ ທີ ເຫັນວ້າມືຄວາມປອດໄພ ແລະສາມາດອອກແມ່ແຜລຸກໄດ້ ; ຫ້າມຈັບ, ຊື້-ຂາຍ, ຫາສັດນ້ໍາ ແລະສັດປ່າ ປະເພດຫວງຫ້າມທີໄດ້ລະບຸໄວ້ໃນ (ບັນຊີ 1) ແລະປະເພດຄຸ່ມ ຄອງ (ບັນຊີ 1) ໃນທຸກລະດຸການຢ່າງເດັດຂາດ (ລາຍລະວຽດ ບັນຊີ | ແລະບັນຊີ il ມີໃນເອກະສານຊ່ອນ ທ້າຍ ຂອງຄໍາສັ່ງແນະນໍາສະບັບນີ້); - ຫ້າມນໍາເອົາສັດນ້າ ແລະສັດປ່າ ປະເພດຫວງຫ້າມ ທິຍັງມີຊີວິດ, ງາຊ້າງ, ຊາກ, ສິ່ນສວນ ແລະ ອະໄວ ຍະວະຕາງໆຂອງສັດ ອອກຈາກຖິ່ນທີຢູ່ອາໄສ ຫຼື ແຫຼ່ງກໍາເນີດ ມາໄວ້ຄອບຄອງ; - ຫ້າມລາສັດນ້ໍາ ແລະສັດປ່າ ປະເພດທົ່ວໄປ (ບັນຊີ 1) ໃນສະຖານທີ ທີ່ຫວງຫ້າມ, ເຂດອະນຸລັກພັນ ສັດປ່າ ແລະວັງສະຫງວນ ໂດຍສະເພາະແມນໃນໄລຍະເຂົ້າພັນສາ; - ຫ້າມບຸກລູກທໍາລາຍ ເຂດອະນຸລັກພັນສັດປ່າ, ວັງສະຫງວນພັນປາ, ຖິນທີຢູ່ອາໄສ ແລະ ແຫຼງອາຫານ ຂອງສັດນໍ້າ ແລະສັດປ່າ ໂດຍທາງກົງ ແລະທາງອ້ອມ ເຊັ່ນ: ດ້ວຍການບຸກເບີກ, ຕັ່ງຖິນຖານໃບນ,

  4. ຖາກຖາງປ່າໄມ້, ຈຸດປ່າ, ຕັດໄມ້, ນໍາໃຊ້ຢາປາບສັດຕຸພືດ ແລະຢາຂ້າຫຍ້າເກີນກໍານົດ ແລະການ ກະທໍາອື່ນໆ ກຕ້ອງຕາມລະບຽບກົດບນາຍ; - .ຫ້າມຈັບຈອງ, ຍ້າຍ, ປ່ຽນແປງ ຫຼື ທໍາລາຍ ເຄືອງປນາຍເຂດແດນ ວັງສະຫງວນ, ເຂດອະນຸລັກພັນສັດ ແລະຖິ່ນທີຢູ່ອາໄສຂອງສິດປ່າ ແລະສັດນ້ໍາທໍາມະຊາດ. 7 ຫ້າມບັນດາຫ້າງຮ້ານ, ຕະຫຼາດ, ສູນການຄ້າ, ໂຮງແຮມ ຫຼື ສະຖານທີອືນໆ ວາງຂາຍ, ວາງສະແດງ ແລະ ພົວພັນຊື່-ຂາຍສັດນ້ໍາ-ສັດປ່າປະເພດຫວງຫໍາມ ທັງມີຊີວິດ ແລະ ບໍ່ມີຊີວິດ, ສິ້ນສ່ວນ ຫຼື ອາໄວຍະວະຂອງ ສັດນໍາ-ສັດປ່າ ທີນອນຢູ່ໃນບັນຊີ | ແລະບັນຊີ 1l ຢ່າງເດັດຂາດ; 8) ຫ້າມບັນດາຮ້ານອາຫານ ໃຫ້ບໍລິການອາຫານທີປຸງແຕ່ງຈາກສັດນໍາ-ສັດປ່າປະເພດຫວງຫ້າມ ທີນອນຢູ່ໃນ ບັນຊີ ! ແລະບັນຊີ !! ຢ່າງເດັດຂາດ. ໃນນີ້ລວມທັງການຫ້າມໂຄສະນາ, ປຸກລະດົມ ແລະຊວນເຊື່ອໃຫ້ ສັງຄົມຊົມໃຊ້ ແລະບໍລິໂພກ; ໃຫ້ດ້າເນີນມາດຕະການເກືອດຫ້າມການຫາປາ ໃນຊວງລະດູປາວາງໄຂ ນັບແຕວັນທີ 01 ພຶດສະພາ ຫາ ວັນທີ 31 ຕຸລາ ຂອງທຸກປີ ເພາະໃນຊວງນີ້ ເປັນຊ່ວງໄລຍະທີສັດນ້ໍາ ແລະສັດປ່າຊະນິດຕາງໆ ກໍາລັງຖືພາ ມານ ແລະອອກແມແຟລູກ ໃນໄລຍະນີ້ ແມນຫ້າມເດັດຂາດ ບໍ່ໃຫ້ມີການລາສັດທຸກປະເພດ, ພ້ອມດຽວກັນ ນັ້ນກໍໃຫ້ຈັດຕັ່ງພະນັກງານລົງຕິດຕາມກວດກາເປັນແຕລະໄລຍະ ຢູ່ຕາມເຂດປາຂຶ້ນວາງໄຂ ເປັນຕົ້ນແມນຢູ່ ຕາມວັງສະຫງວນພັນປາ, ຫ້າມຕັນທາງເດີນຂອງປາ ຂື້ນວາງໄຂຕາມຫ້ວຍ ແລະ ສາຍນໍາດ້ວຍວິທີການເຮັດ ຕ້ອນ, ເຮັດລີ, ໃສ່ລອບ ຫຼື ໂຕງ, ມອງຕາຖີ ແລະຫ້າມເດັດຂາດການນໍາໃຊ້ລະເບີດ, ທາດເຄມີເບືອປາ, ເຄືອງສອດປາ ແລະເຄືອງມືຫາປາ ທີມີລັກສະນະດັບສູນ; 10) ໃຫ້ສ້າງແຜນການ ແລະປະສານສົບທົບກັບພາກສວນທີກຽວຂ້ອງ ໂດຍສະເພາະແມ່ນອົງການປົກຄອງທ້ອງ ຖິນແຕລະຂັນ ໃນການຈັດຕັ່ງພິທີສະເຫຼີມສະຫຼອງວັນປ່ອຍປາ ແລະອະນຸລັກສັດນ້ໍາ ແລະສັດປ່າແຫງຊາດ 13 ກໍລະກົດ ຢ່າງມີເນື້ອໃນ ໃຫ້ກາຍມາເປັນປະເພນີ ອັນດີງາມຂອງຊາດ (ດັ່ງຄໍາຂ້ວນລຸມນີ້): - ຊົມເຊີຍວັນປ່ອຍປາ ແລະອະນຸລັກສັດນ້າ ແລະສັດປ່າແຫງຊາດ ວັນທີ13 ກໍລະກົດ2016. - ການປົກປັກຮັກສາສັດນ້ໍາ ແລະສັດປ່າ ແມນພັນທະ ແລະຫນ້າທີຂອງປວງຊົນລາວ ທັງຊາດ. - ຈົ່ງຊ່ວຍກັນປົກປັກຮັກສາປາໄມ້, ສັດນ້ໍາ ແລະສັດປ່າ ໃຫ້ອຸດົມສົມບູນຕະຫຼອດໄປ.

  5. 11) ມອບໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະສິງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ, ຫ້ອງການ ຊັບພະຍາກອນທໍາມະຊາດ ແລະສິງແວດລ້ອມ ເມືອງ ໃນຂອບເຂດທົ່ວປະເທດ ເປັນເຈົ້າການໃນການເປີດ ບັນເຊືອມຊືມ ຈັດຕັ່ງປະຕິບັດຄໍາສັ່ງແນະນໍາ ສະບັບນີ້ຢ່າງເຂັມງວດ; 12) ຄໍາສັ່ງແນະນໍາ ສະບັບນີ້ ມີຜົນນໍາໃຊ້ໄດ້ ນັບແຕວັນລົງລາຍເຊັນເປັນຕົ້ນໄປ. ສົມມາດ ພົລເສນາ ສາເນົາ ແລະ ນ້າສົ່ງ: - ຫ້ອງວາການ ສານັກງານນາຍົກລັດຖະມົນຕີ (ເພື່ອລາຍງານ) - ກະຊວງຖະແຫຼງຂາວ ແລະ ວັດທະນາທໍາ (ຫັງສືພີມ, ວິທະຍຸ, ໂທລະພາບ) (ເພື່ອອອກຂ່າວ ແລະ ໂຄສະນາ) - ຫ້ອງວາການ ປົກຄອງແຂວງ ແລະ ນະຄອນຫຼວງວຽງຈັນ ໃນທົ່ວປະເທດ. (ເພື່ອຊາບ ແລະ ຊວຍຊຸກຍູ້ໃນການຈັດຕັ້ງປະຕິບັດ) - ກົມຕ່າງໆ ອ້ອມຂ້າງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ເພື່ອປະຕິບັດ) - ພະແນກຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມແຂວງແລະນະຄອນຫຼວງທົ່ວປະເທດ (ເພືອປະຕິບັດ) - ຫ້ອງການຊັບພະຍາກອນທໍາມະຊາດແລະສິງແວດລ້ອມເມືອງທົ່ວປະເທດ (ເພື່ອປະຕິບັດ)

Ministerial Instruction No. 2806/MONRE on Strengthening the Implementation of Aquatic and Wildlife Animal Management Nationwide · Nelum