تخطَّ إلى المحتوى
Nelum
قوانين لاوس

Ministerial Decision No. 0837/MAF on Standards for Agricultural and Forest Household Models, Agriculture and Forestry Village Models, and Exemplary Agriculture and Forestry Development Districts

صدر في 2018-04-06 · النص بتاريخ 2026-10-01

القانون العام والإرشادات الرسمية منشورة بوصفها أبحاثاً. ليست مشورة قانونية أو ضريبية أو مالية.

البحث نفسه مكتوب بالإنجليزية. العناوين والوسوم مترجمة؛ أما النتائج والاقتباسات فغير مترجمة.

عن هذا القانون

العنوان الأصلي
ຂໍ້ຕົກລົງ ວ່າດ້ວຍມາດຕະຖານຄອບຄົວກະສິກຳ ແລະ ປ່າໄມ້ ຕົວແບບ, ບ້ານແບບຢ່າງດ້ານກະສິກຳ ແລະ ປ່າໄມ້ ແລະ ເມືອງກະສິກຳ ແລະ ປ່າໄມ້ ພັດທະນາ (ເລກທີ 0837/ກປ).
اللغة
Lao
النوع
أخرى
المنظمة
Mekong River Commission (MRC)
الدولة
لاوس
الموضوعات
Agricultural and rural development, Forestry
الكلمات المفتاحية
agricultural development, poverty, rural development, smallholders/peasants, sustainable development

أين تقرؤه

    لا يوجد رابط مصدر مسجل لهذا القانون.

النص

نص القانون نفسه، مادةً مادة، كما هو محفوظ. لكل مادة رابطها.

  1. ອດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງກະສິກໍາແລະ ປ່າໄມ້ el Y20 06/04/18 ຂໍຕົກລົງ ວ່າດ້ວຍມາດຕະຖານຄອບດົວກະສິກໍາ ແລະ ປ່າໄມ້ ຕົວແບບ, ບ້ານແບບຢ່າງດ້ານກະສິກໍາ ແລະ ປ່າໄມ້ ແລະ ເມືອງກະສິກໍາ ແລະ ປ່າໄມ້ ພັດທະນາ - ອີງຕາມ ດໍາລັດຂອງລັດຖະບານ ສະບັບເລກທີ 848/ລບ, ລົງວັນທີ 16 ພະຈິກ 2017, ວ່າດ້ວຍມາດຕະ .ຖານພື້ນທຸກ ແລະ ມາດຕະຖານພັດທະນາ. - ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 99/ນຍ, ລົງວັນທີ 9 ມີນາ 2017, ວ່າດ້ວຍການຈັດ ຕັ່ງ ແລະ ການເຄືອນໄຫວ ຂອງກະຊວງກະສິກໍາ ແລະ ປ່າໄມ້. - ອີງຕາມ ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານ ພັດທະນາສະບັບເລກທີ 0850/ກປ, ລົງວັນທີ 06 ເມສາ 2018. - ອິງຕາມ ການຄົ້ນຄວ້ານໍາສະເຫືຂອງຫ້ອງການກະຊວງ ກະສິກໍາ ແລະ ປ່າໄມ້ ຄັ້ງວັນທີ 06 ເມສາ 2018. ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ອອກຂໍຕົກລົງ: ມາດຕາ1 ຈຸດປະສົງ ຂໍຕົກລົງສະບັບນີ ແມ່ນການຜັນຂະຫຍາບ ເນືອໃນມາດຕະຖານລວມຂອງດໍາລັດ 3548/ລບ, ລົງ ວັນທີ 16 ພະຈິກ 2017 ແລະ ຄໍາແນະນໍາກ່ຽວກັບການຈັດຕັ່ງປະຕິບັດ ດໍາລັດວ່າດ້ວຍມາດຕະຖານພົ້ນ ທຸກ ແລະ ມາດຕະຖານພັດທະນາ ມາກໍານົດເປັນມາດຕະຖານ ຄອບຄົວກະສິກໍາ ແລະ ປ່າໄມ້ຕົວແບບ, ບ້ານແບບຢ່າງດ້ານກະສິກໍາ ແລະ ປ່າໄມ້ ແລະ ເມືອງກະສິກໍາ ແລະ ປ່າໄມ້ ພັດທະນາ; ເພື່ອເປັນບ່ອນ ຣີງໃຫ້ແກ່ຂະແຫນງການກະສິກໍາ ແລະ ປ່າໄມ້ ນໍາໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວ ປະເທດ. ມາດຕາ 2 ຄອບຄົວຕົວແບບ ທາງດ້ານກະສິກໍາ ແລະ ປ່າໄມ້ ຄອບຄົວຕົວແບບ ທາງດ້ານກະສິກໍາ ແລະ ປ່າໄມ້ ຕ້ອງບັນລຸມາດຕະຖານ ດັ່ງນີ: 1. ຕ້ອງຕັ້ງເຮືອນຢູ່ໃນບ້ານແບບຄົງທີ່ຕາມຜັງບ້ານທີ່ໄດ້ກໍານົດໄວ້ ດິນທຸກຕອນຂອງຄອບຄົວ ຫຼື ສະມາ ຊິກໃນຄອບຄົວຕ້ອງມີສໍາມະໂນຕາດິນ ຫຼື ມີໃບຢັ້ງຢືນສິດນໍາໃຊ້ທີ່ດິນ, ຖ້າແມ່ນສວນປູກໄມ້ກໍຕ້ອງ ຈົດທະບຽນສວນປຸກ. ດິນທຸກຕອນທີ່ນໍາໃຊ້ເຂົ້າໃນການຜະລິດ, ການບໍລິການຕ້ອງມີການຢັ້ງຢືນ ການນໍາໃຊ້ຢ່າງຈະແຈ້ງ, ຖືກຕ້ອງ ແລະ ປະຕິບັດລະບຽບການຄຸ້ມຄອງນໍາໃຊ້ທີ່ດິນ ຕາມແຜນຜັງນໍາ ໃຊ້ທີ່ດິນຂອງບ້ານ. 2. ມີສິ່ງປຸກສ້າງທີ່ຕິດພັນກັບເຮືອນ ເຊັ່ນ: ເຮືອນຄົວ, ວິດຖ່າຍ, ຄອກສັດ, ພືດສວນຄົວ, ສວນໄມ້ໃຫ້ ບນາກ...ໄດ້ຮັບການຈັດ ສັນໃຫ້ມີຄວາມສະອາດ, ປອດໄພ ແລະ ສະດວກໃຫ້ແກ່ການນໍາໃຊ້;

  2. £ ສາມາດນໍາໃຊ້ແຫຼ່ງນ້ໍາ ເຂົ່າໃນການຜະລິດກະສິກໍາ ໄດ້ຕະຫລອດປີ; ໄດ້ຮັບການຝຶກອົບຮົມດ້ານວິຊາອາຊີບ ທາງດ້ານກະສິກໍາ ແລະ ປ່າໄມ້ໃດຫ່ງ; ຮູ້ຈັກນໍາໃຊ້ເຕັກນິກ ວິຊາການທີ່ສາມາດຍົກສະມັດຕະພາບ ຂອງຜົນຜະລິດໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ; ມີການຜະລິດກະສິກໍາສະອາດ ແບບປະສົມປະສານ ແລະ ມືແບບແຜນການອະນຸລັກຮັກສາສະພາບ ແວດລ້ອມໃນລະດັບຄອບຄົວທີ່ດີ; ເປັນຄອບຄົວທີ ເຂົ້າຮ່ວມໃນກຸ່ມການຜະລິດກະສິກໍາ ແລະ ປ່າໄມ້, ຫຼື ກຸ່ມພັດທະນາອື່ນໆ ທີ່ອົງການ ປົກຄອງທ້ອງຖິ່ນສ້າງຕັ້ງຂຶ້ນ ຢ່າງຕັ່ງຫໍາ; ຮູ້ສ້ໍາງແຜນການຜະລິດ ຫຼືດໍາເນິນທຸລະກິດທາງດ້ານກະສິກໍາ ແລະ ປ່າໄມ້ ທີ່ມີກໍາໄລຕໍເນື່ອງ ຢ່າງນ້ອຍ 3 ປີຂຶ້ນໄປ; ມີລາຍໄດ້ສະເລ່ຍ ສູງກ່ວາຄ່າສະເລ່ຍຂອງເຂດແຄວ້ນ ຫຼື ສູງກວ່າ 5.6 ຫາ 7.ຂ ລ້ານກີບ/ຄົນ/ປີ ຫຼື ປະມານ 700 ຫາ 900 ໂດລາ/ຄົນ/ປີ; ມີບົດຮຽນ, ປະສົບການທີ່ດີ ແລະ ເປັນບ່ອນຮຽນຮູ້ໃຫ້ແກ່ຄອບຄົວຄົນອື່ນໄດ້. ມາດຕາ 8 ບ້ານແບບຢ່າງທາງດ້ານ ກະສິກໍາ ແລະ ປ່າໄມ້ ບ້ານແບບຢ່າງ ທາງດ້ານກະສິກໍາ ແລະ ປ່າໄມ້ ຕ້ອງບັນລູມາດຕະຖານ ດັ່ງນີ: ເປັນບ້ານທີ່ໄດ້ຮັບການຢັ້ງຢືນແຜນຜັງການພັດທະນາບ້ານທີ່ດີ, ມີລະບຽບການຄຸ້ມຄອງ ແລະ ນໍາໃຊ້ ແຜນຜັງການພັດທະນາບ້ານ, ມີການເຜີຍແຜ່ແນະນໍາຢ່າງທົ່ວເຖິງ ແລະ ຈັດຕັ້ງປະຕິບັດຢ່າງເຂົ້ມງວດ: ມີລະບົບສະຫນອງນໍາທີ່ດີ ,ຖ້າເປັນຄອງເບນືອງ ກໍນໍາໃຊ້ວັດສະດຸທີ່ທົນທານເຊັ່ນ: ດິນ, ຫີນກໍ, ດິນຈີ, ເບຕົງ, ຫຼື ທໍ່ສິ່ງທີ່ມີຄວາມທົນທານ ແລະ ອື່ນໆຮັບປະກັນສະບນອງນ້ໍາຮັບໃຊ້ການປູກຝັງ, ການລ້ຽງ ສັດ, ການລ້ຽງສັດນ້ໍາ ແລະ ການຜະລິດອື່ນໆ ທີ່ບໍ່ແມ່ນການກະສິກໍາ; ມີສະຖານທີ່ ຫຼື ບ່ອນຮຽນຮູ້ດ້ານເຕັກນິກ ກະສິກໍາ ແລະ ປ່າໄມ້ ເພື່ອແລກປ່ຽນປະສົບການ ແລະ ຂໍ້ ມູນຂ່າວສານ: ມີກຸ່ມການຜະລິດກະສິກໍາສະອາດ ແບບປະສົມປະສານ ແລະ ມີແບບແຜນການອະນຸລັກຮັກສາ ສະ ພາບແວດລ້ອມໃນລະດັບບ້ານ ທີ່ດີ; ການລ້ຽງສັດຕ້ອງມືຟາມ ຫຼືຄອກ. ມີບ່ອນປຸກຫຍ້າອາຫານສັດ, ສັດລ້ຽງໄດ້ຮັບການສັກຢາກັນພະຍາດ ທີ່ຖືກຕ້ອງຕາມຫຼັກວິຊາການ; ຟາມລ້ຽງສັດທຸກປະເພດ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດ ລ້ອມ; ມີແຜນການປົກປັກຮັກສາແຫຼ່ງນໍໍາ. ວັງສະຫງວນສັດນ້ໍາ, ປົກປັກຮັກສາປ່າໄມ້ ແລະ ປູກໄມ້ປ້ອງກັນ, ສະກັດກັ້ນໄຟໄຫ້ລາມປ່າ ແລະ ມີການຈັດຕັ້ງປະຕິບັດ, ຕິດຕາມກວດກາຢ່າງເປັນຂະບວນ ແລະ ຕໍ່ເນືອງ; ເປັນບ້ານທີ່ເຂົ້າຮ່ວມໃນກຸ່ມການຜະລິດກະສິກໍາ ແລະ ປ່າໄມ້, ຫຼື ກຸ່ມພັດທະນາອື່ນໆ ທີ່ອົງການປົກ ຄອງທ້ອງຖິ່ນສ້າງຕັ້ງຂຶ້ນ ຢ່າງຕັ້ງຫ້າ; ມິວິຊາການປະຈໍາຂັ້ນບ້ານ ທີໄດ້ຮັບການຝຶກອົບຮົມວິຊາຊີບດ້ານກະສິກໍາ ແລະ ປ່າໄມ້ (ຫນໍດິນ, ຊົນ ລະປະທານ, ປູກພັງ, ສັດຕະວະແພດ ແລະ ປ່າໄມ້) ຢ່າງຫ້ອຍ 3-5 ຄົນ; ມີສະມາຊິກພາຍໃນບ້ານທີ່ມີອາຊີບເຮັດການຜະລິດກະສິກໍາ ແລະ ປ່າໄມ້ ໄດ້ຮັບການຢັ້ງຢືນເປັນຄອບ ຄົວຕົວແບບທາງດ້ານການຜະລິດກະສິກໍາ ແລະ ປ່າໄມ້ ຢ່າງຫ້ອຍ ອ0% ຂື້ນໄປ;

  3. 10. ປະຊາຊົນພາຍໃນບ້ານສາມາດເຂົາເຖິງ ບ່ອນແລກປ່ຽນຊື່ຂາຍຜະລິດຕະພັນສິນຄ້າກະສິກໍາ ແລະ ປ່າ ໄມ້. ເທດສະການວາງສະແດງສິນຄ້າ ກະສິກໍາ ແລະ ປ່າໄມ້ ທີ່ສະດວກ. ມາດຕາ 4 ເມືອງ ກະສິກໍາ ແລະ ປ່າໄມ້ ພັດທະນາ ເມືອງ ກະສິກໍາ ແລະ ປ່າໄມ້ ພັດທະນາ ຕ້ອງບັນລຸມາດຕະຖານ ດັ່ງນີ້: 1. ແມ່ນເມືອງທີ່ໄດ້ຮັບການຢັ້ງືນການສ້າງແຜນກວມລວມໃນການພັດທະນາເມືອງຮອບດ້ານ, ມີ ລະບຽບການຄຸ້ມຄອງ ແລະ ນໍາໃຊ້ແຜນກວມລວມພັດທະນາເມືອງ ທີ່ໄດ້ຮັບການເຜີຍແຜ່ແນະນໍາ ຢ່າງທົ່ວເຖິງ ແລະ ຈັດຕັ້ງປະຕິບັດແຜນດັ່ງກ່າວຢ່າງເຂັ້ມງວດ; 2. ມີສະຖານທີ່ ຫຼື ສຸນບໍລິການເຕັກນິກ ກະສິກໍາ ແລະ ປ່າໄມ້ ເພື່ອສະຫນອງຂໍ້ມູນຂ່າວສານ ທາງດ້ານ ການປຸກ-ການລ້ຽງ, ເຮັດການສາທິດທົດລອງ. ມີພະນັກງານວິຊາການປະຈໍາ ສາມາດຝຶກອົບຮົມວິຊາ ຊີບດ້ານກະສິກໍາ ແລະ ປ່າໄມ້ ໃຫ້ຂັ້ນບ້ານ ເພື່ອລ້າງໃຫ້ໄດ້ວິຊາການກັບທີ່ຂັ້ນບ້ານ (ຫໍດິນ, ຊົນລະປະທານ, ປູກຝັງ, ສັດຕະວະແພດ ແລະ ປ່າໄມ້) ຢ່າງຫ້ອຍ 3-5 ຄົນຕໍ່ນຶ່ງບ້ານ; 3. ເປັນເມືອງ ທີ່ເຂົ້າຮ່ວມໃນກຸ່ມການຜະລິດກະສິກໍາ ແລະ ປ່າໄມ້, ຫຼື ກຸ່ມພັດທະນາອືນໆ ທີ່ອົງການ ປົກຄອງທ້ອງຖິ່ນສ້າງຕັ້ງຂຶ້ນ ຢ່າງຕັ່ງຫ້າ; 4. ມີກຸ່ມການຜະລິດກະສິກໍາສະອາດ ແບບປະສົມປະສານ ແລະ ມີແບບແຜນການອະນຸລັກ ຮັກສາ ສະພາບແວດລ້ອມຂັ້ນເມືອງ ທີ່ດີ; 5. ມີສະຖານທີ່ ຫຼື ສູນບໍລິການປຸງແຕ່ງຜະລິດຕະພັນກະສິກໍາ ແລະ ປ່າໄມ້ ທີ່ໄດ້ມາດຕະຖານ, ເປັນ ເມືອງທີ່ສ້າງໄດ້ ບຶ່ງ ຫຼື ຫຼາຍຜະລິດຕະພັນ (ODOP) ສາມາດຢັ້ງຢືນເປັນຜະລິດຕະພັນທີ່ເປັນ ເອກະລັກຂອງເມືອງໄດ້; ມີບ້ານທີ່ໄດ້ຮັບການຢັງຢືນເປັນບ້ານແບບຢ່າງທາງດ້ານ ກະສິກໍາ ແລະ ປ່າໄມ້ ກວມ 80% ຂຶ້ນໄປ. ມີຕະຫຼາດຈໍາຫນ່າຍ ແລະ ແລກປ່ຽນສິນຄ້າກະສິກໍາ ທີ່ໄດ້ມາດຕະຖານຕາມກະຊວງອຸດສະຫະກໍາ ແລະ ການຄ້າວາງອອກ. ມາດຕາ 5 ການປະເມີນ ການປະເມິນຄອບຄົວກະສິກໍາຕົວແບບ ແລະ ບ້ານແບບຢ່າງດ້ານກະສິກໍາ ແລະ ປ່າໄມ້ ແມ່ນ ຫ້ອງກະສິກໍາ ແລະ ປ່າໄມ້ເມືອງ ເປັນຜູ້ດໍາເນີນການ ແລະ ນໍາສະເບນີໃຫ້ທ່ານເຈົ້າເມືອງເປັນຜູ້ຍັງຢືນ ຮັບຮອງເອົາ, ສໍາລັບເມືອງກະສິກໍາພັດທະນາ ແມ່ນພະແນກກະສິກໍາ ແລະ ປ່າໄມ້ແຂວງ ເປັນຜູ້ດໍາເນີນ ການ ແລ້ວສະເຫີໃຫ້ ເຈົ້າແຂວງຮັບຮອງເອົາ ໂດຍອີງໃສ່ມາດຕະຖານທີ່ກໍານົດໄວ້ໃນຂໍ້ຕົກລົງສະບັບນິ. ມາດຕາ 6 ການຢັ້ງຢືນ ແລະ ການຮັບຮອງ 1. ການຢັ້ງຢືນ ແລະ ການຮັບຮອງ ຄອບຄົວກະສິກໍາຕົວແບບ ແມ່ນນາຍບ້ານເປັນຜູ້ສະເຫີຕໍ່ເຈົ້າເມືອງ, ຫົວ ຫ້າເທດສະບານ, ເຈົ້ານະຄອນ ເພື່ອພິຈາລະນາອອກໃບຢັ້ງຢືນ ແລະ ຮັບຮອງ ໂດຍຜ່ານການຢັ້ງຢືນຈາກ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ. ຂ. ການຢັ້ງຢືນ ບ້ານແບບຢ່າງດ້ານກະສິກໍາ ແລະ ປ່າໄມ້ ແມ່ນເຈົ້າເມືອງ, ຫົວຫນ້າເທດສະບານ, ເຈົ້ານະຄອນ ເປັນຜູ້ສະເຫີຕໍ່ເຈົ້າແຂວງ ເພື່ອພິຈາສະນາອອກໃບປັ້ງຢືນ ແລະ ຮັບຮອງ ໂດຍຜ່ານການຢັ້ງຢືນຈາກພະ ແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງ 3. ການຢັ້ງຢືນ ແລະ ການຮັບຮອງ ເມືອງກະສິກໍາພັດທະນາ ແມ່ນເຈົ້າແຂວງ-ເຈົ້ານະຄອນ ເປັນຜູ້ສະເຫີຕໍ ລັດຖະບານ ເພື່ອພິຈາລະນາອອກໃບຢັ້ງຢືນ ແລະ ຮັບຮອງ ໂດຍຜ່ານການຢັ້ງຢືນຈາກກະຊວງກະສິກໍາ ແລະ ປ່າໄມ້.

  4. ມາດຕາ 7 ການຈັດຕັງປະຕິບັດ ມອບໃຫ້ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ປະສານສົມທົບກັບກົມວິຊາການກ່ຽວຂ້ອງ ຂັ້ນສູນກາງ [t ທ້ອງຖິ່ນ ເຜີຍແຜ່ແນະນໍາ ພ້ອມທັງຊຸກຍູ້ປະຕິບັດ, ມີການເຮັດທົດລອງ ເພື່ອສະຫຼຸບ ເປັນບົດຮຽນຂະຫຍາຍອອກສູ່ທາງກ້ວາງ, ມີການຕິດຕາມກວດກາ ແລະ ປະເມີນຜົນ ເປັນແຕ່ໄລຍະ ຢ່າງຕໍ່ເນື່ອງ ຫາກເຫັນວ່າຈຸດໃດຍັງບໍ່ທັນສອດຄ່ອງເຫນາະສົມກໍໃຫ້ສະເຫີລາຍງານ ໄປຍັງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ເພຶ່ອປັບປຸງແກ້ໄຂທັນເວລາ. ມາດຕາ8 ຫ້ອງການ, ບັນດາກົມ, ສະຖາບັນ, ຫົວຫງ່ວຍວິຊາການຂັ້ນສອງ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ບັນດາສູນຕ່າງໆຈົງຮັບຮູ້, ໃຫ້ການສະຫັບສະ ບນຼນ ແລະ ປະຕິບັດຕາມຫໍ້າທີ່ ແລະ ຄວາມຮັບຜິດຊອບຂອງໃຜລາວຢ່າງເຂັມງວດ. ມາດຕາ 9 ຂໍຕົກລົງສະບັບນີ ປ່ຽນແທນຂໍຕົກລົງສະບັບເລກທີ 1380/ກປ, ສະບັບລົງວັນທີ 13 ກໍລະກົດ 2013, ສໍາລັບບ້ານກະສິກໍາ ພັດທະນາ ທີ່ໄດ້ປະກາດໄປແລ້ວ ໃຫ້ສືບຕໍ່ຮັກສາຕົວເລກດັ່ງກ່າວໄວ້ ແຕ່ວ່ ການປົກຄອງແຂວງ, ເມືອງ, ບ້ານຕ້ອງກວດກາຄືນ ຖຖ້າຫາກຕົວຊື້ບອກໃດບໍ່ບັນລຸຕາມມາດຕະຖານ ທີ່ ໄດ້ກໍານົດຢູ່ໃນຂໍ້ຕົກລົງສະບັບນີ້ ຕ້ອງສືບຕໍ່ສ້າງ ແລະ ປັບປຸງໃຫ້ໄດ້ຄົບມາດຕະຖານ; ສ່ວນການກວດ ກາປະເມີນຜົນ ຄອບຄົວກະສິກໍາຕົວແບບ, ບ້ານແບບຢ່າງດ້ານກະສິກໍາ ແລະ ປ່າໄມ້, ເມືອງກະສິກໍາ ພັດທະນາ ທີ່ຢູ່ນອກຈໍານວນທີ່ໄດ້ກວດກາປະເມີນກ່ອນຫ້ານີ້ແລ້ວນັ້ນ ຕ້ອງອີງໃສ່ມາດຕະຖານ. ຕົວຊີ້ ບອກຕາມຂໍ້ຕົກລົງສະບັບນີ້ ເພື່ອສ້າງ ແລະ ປະເມີນຜົນ; ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ວັນ ລົງລາຍເຊັນເປັນຕົ້ນໄປ. ໃູ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ບ່ອນນໍາສິງ: - ທ່ານ ລມຕ, ຮວມຕ - ຫ້ອງການ, ກົມ. ສະຖາບັນ - ພະແນກເລຂາ - ພະແນກຄົນຄ້ວາ ແລະ ສັງລວມ ເກັບມ້ຽນ

  5. ປອ.ລ]ນ ທີແກ້ວ

Ministerial Decision No. 0837/MAF on Standards for Agricultural and Forest Household Models, Agriculture and Forestry Village Models, and Exemplary Agriculture and Forestry Development Districts · Nelum