Decision on Water and Water Resource Conservation Areas
صدر في 2024 · النص بتاريخ 2026-10-01
القانون العام والإرشادات الرسمية منشورة بوصفها أبحاثاً. ليست مشورة قانونية أو ضريبية أو مالية.
البحث نفسه مكتوب بالإنجليزية. العناوين والوسوم مترجمة؛ أما النتائج والاقتباسات فغير مترجمة.
عن هذا القانون
- اللغة
- Lao
- النوع
- لائحة
- الدولة
- لاوس
- الموضوعات
- Water
- الكلمات المفتاحية
- water resources management, sustainable development, sustainable use, water conservation zone, wetlands, zoning, groundwater, surface water, freshwater pollution, inland waters, inspection, water abstraction, pollution control, ecosystem conservation
أين تقرؤه
النص
نص القانون نفسه، مادةً مادة، كما هو محفوظ. لكل مادة رابطها.
<!-- page 1 --> ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ <, ວ ງ ., <2 ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລີເລຍ /ກຊສ ນະຄອນຫຼວງວຽງຈັນ, ວັນທີ.<4..ຖແ.ຂດ4 ຂໍຕົກລົງ 37 ຈ ຈ.” ວ່າດ້ວຍເຂດສະຫງວນນໍໍາ ແລະ ຊັບພະຍາກອນນ້ໍາ - ອີງຕາມກົດຫາຍວ່າດ້ວຍນ້ໍາ ແລະ ຊັບພະຍາກອນນ້ໍາ ສະບັບເລກທີ 23/ສພຊ, ລົງວັນທີ ! ! ພຶດສະພາ 2017: -- ອີງຕາມຕໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ສະບັບເລກທີ 573/ນຍ, ລົງວັນທີ 20 ກັນຍາ 2021; -- ອີງຕາມຫຼັງສືສະເຫີຂອງກົມຊັບພະຍາກອນນ້ໍາ ສະບັບເລກທີ 0610/ກຊສ.ກຊນ, ລົງວັນທີ 7 ມິຖຸນາ 2024. ຈ.” ສາ <ເ2 ຈ າ ຜຈ ລັດຖະມົນຕີ ອອກຂໍຕົກລົງ: ຫນວດທີ 1 ສາ ດ/ ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ ຂໍຕົກລົງສະບັບນີ ກໍານົດລະບຽບການ, ຂັ້ນຕອນ ແລະ ມາດຕະການ ກ່ຽວກັບການກໍານົດເຂດສະຫງວນ ນ້ໍາ ແລະ ຊັບພະຍາກອນນ້ໍາ ພ້ອມທັງຄຸ້ມຄອງ ແລະ ຕິດຕາມ ກວດກາວຽກງານດັງກ່າວ ໃຫ້ເປັນເອກະພາບ ກັນໃນຂອບເຂດທົ່ວປະເທດ ເພື່ອປຶກປັກຮັກສາຄູນນະພາບ ແລະ ປະລິມານຂອງນ້ໍາ ສໍາລັບບໍລິໂພກ ແລະ ອຸປະ ໂພກ, ປ້ອງກັນໄພນ້າຖ້ວມ ແລະ ໄພແຫ້ງແລ້ງ, ອະນຸລັກພັນພືດ ແລະ ສັດນ້ໍາ, ລະບົບນິເວດ. ຄຸນຄ່າທາງດ້ານ ທໍາມະຊາດ, ປະຫວັດສາດ, ວັດທະນາທໍາ, ການທ່ອງທ່ຽວ, ການສຶກສາ ແລະ ການຄົນຄວ້າທົດລອງທາງລິທະ ຢາສາດ ແນໃສ່ປົກປັກຮັກສານ້ໍາ ແລະ ຊັບພະຍາກອນນ້ໍາ ລວມທັງການປົກປັກຮັກສາສິ່ງແວດລ້ອມ ແລະ ລະ ບົບນິເວດ ໃຫ້ມີຄວາມອຸດົມສົມບູນ ຕອບສະຫນອງຄວາມຕ້ອງການໃນການດໍາລົງຊີວິດຂອງປະຊາຊົນ, ການ ຜະລິດກະສິກໍາ, ອຸດສາຫະກໍາ ແລະ ການບໍລິການ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໄປຕາມທິດຍືນຍົງ ແລະ ສີຂຽວ. ມາດຕາ 2 ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ແມ່ນ ພື້ນທີ່ສະຫງວນໄວ້ ເພື່ອປົກປັກຮັກສາຄຸນນະພາບ ແລະ ປະລິມານຂອງນ້ໍາ ເພື່ອບໍລິໂພກ ແລະ ອຸປະໂພກ, ປ້ອງກັນໄພນ້ໍາຖ້ວມ ແລະ ໄພແຫ້ງແລ້ງ, ອະນຸລັກພັນ ພຶດ ແລະ ສັດນ້ໍາ, ລະບົບນິເວດ, ຄຸນຄ່າມໍລະດົກທາງດ້ານທໍາມະຊາດ, ປະຫວັດສາດ, ວັດທະນະທໍາ, ການ ທ່ອງທ່ຽວ, ການສຶກສາ, ການຄົນຄວ້າ ແລະ ການທົດລອງວິທະຍາສາດ ຊຶງເຂດສະຫງວນດັງກ່າວ ໄດ້ກໍານົດ ເຂົ້າໃນແຜນຈັດສັນທີ່ດິນ, ຄູ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານ. ມາດຕາ 3 ອະທິບາຍຄໍາສັບ 1]. ເຂດສະຫງວນ ບນາຍເຖິງ ພື້ນທີ່ສະຫງວນໄວ້ ໃນການຄຸ້ມຄອງນໍາ ແລະ ຊັບພະຍາກອນນໍ້າ, ອະນຸລັກ
<!-- page 2 --> ທໍາມະຊາດ, ປົກປັກຮັກສາພັນພຶດ, ພັນສັດ, ລະບົບນິເວດ ແລະ ສິ່ງມີຄຸນຄ່າທາງດ້ານທໍາມະຊາດ, ປະຫວັດ ສາດ, ວັດທະນະທໍາ, ການທ່ອງທ່ຽວ, ສິ່ງແວດລ້ອມ, ການສຶກສາ ແລະ ການທົດລອງທາງວິທະຍາສາດ; 2. ລະບົບນິເວດ ພາຍເຖິງ ສາຍພົວພັນລະຫ່ວງງ ສິ່ງມີຊີວິດ ແລະ ບໍ່ມີຊີວິດ ທີ່ຄົງຕົວຢູ່ຕາມທໍາມະຊາດ: 3. ຊີວະນານາພັນ ຫນາຍເຖິງ ຄວາມຫຼາກຫຼາຍຂອງລະບົບນິເວດ, ຊະນິດ ແລະ ແນວພັນຂອງສິ່ງມືຊີວິດ ເຊັນ ພຶດ. ສັດ, ແມງໄມ້ ແລະ ຈຸລິນຊີ ຢູ່ໃນຂອບເຂດທໍາມະຊາດໃດຫືງ: 4. ຫຼັກຫາຍ ຫນາຍເຖິງ ຫຼັກເຂດທີ່ຝັ່ງໃສ່ຈຸດແຈເຂດແດນຕອນດິນຂອງເຂດສະຫງວນນ້ໍາ ແລະ ຊັບພະ ຍາກອນນ້ໍາ ເພື່ອເປັນຫຼັກຖານຈຸດອ້າງອີງໃຫ້ແກ່ການສໍາຫຼວດ ວັດແທກສ້າງແຜນທີ່ຕອນດິນ ຂອງເຂດສະຫງວນ ນໍາ ແລະ ຊັບພະຍາກອນນ້າ; 5. ມາດຕາສ່ວນແຜນທີ່ ໆນາຍເຖິງ ອັດຕາສ່ວນພົວພັນລະຫວ່າງ ໄລຍະຢູ່ເທິງແຜນທີ່ເຈັ້ຍ ຕໍ່ກັບໄລຍະ ຕົວຈິງຢູ່ເທິງຫ້າໂລກ ແລະ ວັດຖຸສິ່ງຂອງ ອີງໃສ່ຫ້າວຽກທີ່ຈະເອົາໄປນໍາໃຊ້. ມາດຕາ 4 ຂອບເຂດການນໍາໃຊ້ ຫຼຫ < < ວ . ເຸ < > ວວ > 3> ຫ < ຂໍຕົກລົງສະບັບນີ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ບັນດາອົງການຈັດຕັ້ງພາຍໃນ ແລະ ຕ່າງປະ ວ 5 ກລວ ວ່ : ເທດ ທີ່ດໍາລົງຊີວິດ ແລະ ເຄືອນໄຫວ ຢູ່ ສປປ ລາວ. ຫນວດທີ 2 - ກ ຮ ຈ, ຈ ການກໍານົດເຂດສະຫງວນນ້ໍາ ແລະ ຊັບພະຍາກອນນໍ້າ ມາດຕາ 5 ການກໍານົດເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ການກໍານົດເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ໄດ້ແບ່ງຄວາມຮັບຜິດຊອບ ດັງນີ້: 1. ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະສານສົມທົບກັບກະຊວງ ແລະ ອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການກໍານົດເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາລະດັບຊາດ ເພື່ອສະ ເຫືລັດຖະບານພິຈາລະນາຮັບຮອງ ບົນພື້ນຖານການເຫັນດີຂອງຄະນະປະຈໍາສະພາແຫ່ງຊາດ: 2. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະສານສົມທົບກັບພະແນກ ແລະ ອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການກໍານົດເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ລະດັບແຂວງ ເພື່ອສະ ເຫຼືເຈົ້າແຂວງ, ເຈົາຄອງນະຄອນຫຼວງ ພິຈາລະນາຮັບຮອງ ບົນພື້ນຖານການເຫັນດີຂອງຄະນະປະຈໍາສະພາປະ ຊາຊົນຂັນແຂວງ; 3. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະສານສົມທົບກັບຫ້ອງການ ແລະ ອົງການ ປົກຄອງບ້ານທີ່ກ່ຽວຂ້ອງ ໃນການກໍານົດເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ລະດັບເມືອງ ເພື່ອສະເຫື ເຈົ້າເມືອງ, ຫົວຫ້າເທດສະບານ, ເຈົ້ານະຄອນ ພິຈາລະນາຮັບຮອງ ບົນພື້ນຖານການເຫັນດີຂອງເຈົ້າແຂວງ, ເຈົາຄອງນະຄອນຫຼວງ. ພື້ນທີ່ສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ແມ່ນ ໃຫ້ກໍານົດເປັນເຂດ ດັງນີ: ] . ເຂດສະຫງວນເພື່ອບໍລິໂພກ ແລະ ອຸປະໂພກ; 2. ເຂດບໍລິເວນຍອດນ້າ: ເຂດທີ່ມີຄວາມສ່ຽງຕໍ່ໄພນ້ໍາຖ້ວມ ແລະ ໄພແຫ້ງແລ້ງ: ເຂດທີ່ດິນບໍລິເວນນໍາ; ເຂດທີ່ມີຄວາມສ່ຽງຕໍ່ຄູນນະພາບ ແລະ ປະລິມານນ້ໍາໃຕ້ດິນ: ເຂດທີ່ມີດຸນຄ່າທາງດ້ານທໍາມະຊາດ, ປະຫວັດສາດ, ວັດທະນະທໍາ; ເຂດພື້ນທີ່ອະນຸລັກຊີວະນານາພັນທາງນ້ໍາ ແລະ ເຂດບໍລິເວນແຄມນ້ໍາ: ເຂດພື້ນທີ່ທີ່ມຶຄວາມສ່ຽງຕໍ່ລະບົບນິເວດໃນຊຸມຊົນ ຫຼື ຕົວເມືອງ. “22 ຫ ;+ :ຫຼ ທ >
<!-- page 3 --> ໃນກໍລະນີເຂດສະຫງວນໃດ ຫາກຂະແຫນງການທີ່ກ່ຽວຂ້ອງກໍານົດແລ້ວ ກໍໃຫ້ປະສານສົມທົບເອົາຈຸດພິ ກັດແຜນທີ່ ຫຼື ກວດກາ ເຂດແດນຄືນໃຫ່ ເພື່ອໃຫ້ສາມາດກໍານົດເຂົ້າໃນແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານ. ສໍາລັບການກໍານົດຂອບເຂດວັງສະຫງວນລະດັບບ້ານ ມອບໃຫ້ອົງການປົກຄອງບ້ານ ເປັນຜູ້ກໍານົດໃຫ້ສອດ ຄ່ອງກັບຈຸດພິເສດ ແລະ ທີ່ຕັ້ງຂອງບ້ານ ຕາມມະຕິກອງປະຊຸມຂອງປະຊາຊົນພາຍໃນບ້ານ ບົນພື້ນຖານການ ເຫັນດີຂອງເຈົ້າເມືອງ, ຫົວຫ້າເທດສະບານ, ເຈົ້ານະຄອນ. ມາດຕາ 6 ເຂດສະຫງວນເພື່ອບໍລິໂພກ ແລະ ອຸປະໂພກ ເຂດສະຫງວນເພື່ອບໍລິໂພກ ແມ່ນ ເຂດທີ່ໄດ້ກໍານົດໃຊ້ສະເພາະການບໍລິໂພກ ຂອງພົນລະເມືອງເທົ່ານັ້ນ ແລະ ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ນໍາໃຊ້ເຂົ້າໃນເປົ້າານາຍອື່ນຢ່າງເດັດຂາດ. ສ່ວນ ການນໍາໃຊ້ນ້ໍາເພື່ອອຸປະໂພກນັ້ນ ແມ່ນການນໍາໃຊ້ນ້ໍາ ໃຫ້ເກີດຜົນປະໂຫຍດຕໍ່ການດໍາລົງຊີວິດ, ການກະສິກໍາ, ການຄ້າ ແລະ ການບໍລິການ ໄປຄຽງຄູ່ກັບການບໍລິໂພກ ໂດຍມີການກໍານົດຂອບເຂດສະຫງວນຢ່າງຈະແຈ້ງ. < ຈ້ ມາດຕາ 7 ເຂດບໍລິເວນຍອດນໍາ > ວ໌ ກ ນວ ລ ວ໌ ຫນນ ຫູ ວ໌ 1 ວ ວ < - ຮ ເຂດບໍລິເວນຍອດນໍໍາ ແມ່ນ ແຫຼງໃຫ້ກໍາເນີດນໍາ ທີໄດ້ໄຫລົງສູ່ ສາຍນ້ໍາ, ຫ້ວຍ, ປຶງ, ລໍາເຊ ຫຼື ແຫຼງນໍາໃດ < < 1 : ນ ວ < ວ ຫຸ ຸ> < , : < ຫໍ້ ຫົງ ແລະ ຖືກປົກຄຸມດ້ວຍສະພາບປ່າໄມ້ຕາມທໍາມະຊາດ ທີມີຄວາມອຸດົມສົມບູນ ຊິງສ່ວນຫຼາຍ ຢູ່ພູ ຫຼື ພືນ ເພກ ມຸມ ທສູງ ທມຄວາມດອຍຊນ. ມາດຕາ 8 ເຂດທີ່ມີຄວາມສ່ຽງຕໍ່ໄພນ້ໍາຖ້ວມ ແລະ ໄພແຫ້ງແລ້ງ ເຂດທີ່ມີຄວາມສ່ຽງຕໍ່ໄພນ້ໍາຖ້ວມ ແມ່ນ ເຂດພື້ນທີ່ທີ່ມີໂອກາດເກີດໄພນ້າຖ້ວມ ຊຶ່ງມືຄວາມເປັນໄປໄດ້ ທີ່ຈະກໍໃຫ້ເກີດຄວາມສູນເສຍ ແລະ ເສຍຫາຍຕໍ່ຊີວິດ, ຊັບສິນ ຊຶ່ງຫ້າມປະຊາຊົນ, ບຸກຄົນ ຫຼື ນິຕິບຸກຄົນ ປຸກ ສ້າງທີ່ຢູ່ອາໄສ ແລະ ທໍາການຜະລິດກະສິກໍາ ຫຼື ກິດຈະກໍາອື່ນ ທີ່ມີລັກສະນະຖາວອນ ເພື່ອຫຼຸດຜ່ອນຄວາມ ເສຍຫາຍຕໍ່ຊີວິດ ແລະ ຊັບສິນ. ເຂດທີ່ມີຄວາມສ່ຽງຕໍ່ໄພແຫ້ງແລ້ງ ແມ່ນ ສະພາບພື້ນທີ່ທີ່ຂາດແຄນນ້ໍາຈາກສາເຫດທີ່ຝົນບໍ່ຕົກເປັນເວລາ ດົນ ຫຼື ຝົນບໍ່ຕົກຕາມລະດູການ ເປັນພື້ນທີ່ທີ່ຢູ່ຫ່າງໄກຈາກແຫຼງນ້ໍາ, ບໍ່ມີແຫຼງນ້ໍາໃຊ້ພຽງພໍກັບຄວາມຕ້ອງການ. ຂະແຫງງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການໃນການຄົນຄວ້າ ແລະ ປະ ສານສົມທົບກັບຂະແຫນງການອື່ນທີ່ກ່ຽວຂ້ອງ ເພື່ອຕິດຕາມ ກວດກາ, ເຝົ້າລະວັງ, ກຽມພ້ອມຮັບມືສະພາບບັນ ຫາໄພແຫ້ງແລ້ງ ແລະ ໃຫ້ຂໍ້ມູນແກ່ສັງຄົມ ພ້ອມທັງກໍານົດເຂດທີ່ມີຄວາມສ່ຽງໄພນ້ໍາຖ້ວມ ແລະ ໄພແຫ້ງແລ້ງ. < ວາວ ຈ ມາດຕາ 9 ເຂດທດນບລເວນນາ 4 < ຮ້ <2 1” 1 " ໃ ວ , < ວວ ເຂດທີ່ດິນບໍລິເວນນ້ໍາ 0 ທີ່ດິນທີ່ຢູ່ພື້ນນ້ໍາ ຫ ມພາຍ ແມ ພູ ທັງນອນຢູ່ໄນພື້ນທີ່ທີດ ນ ສ ວ >. ວ ປະເພດອື່ນ ເປັນຕົນ ເຂດພື້ນທີດິນທາມ, ຽນອງ, ບງ, ທົ່ງຫຍ້ານ້ໍາຖ້ວມ, ທີດິນນ້ໍາອອກບໍ່, ທີ່ດິນແຄມນໍາ, ທ <2 ວວ່ ວ 2 < ດິນກາງນ້ໍາ, ທີ່ດິນປິ້ງໃຫມ່, ທີ່ດິນນ້ໍາບົກປະ ຫຼື ກຸດ, ທີ່ດິນທີ່ເກີດຈາກການດັດແປງ ຫຼື ອວຍແລວນ້າ, ນ້ໍາຂັງ ຫຼື 7 ., , ວ ດລ ຜ້ າ < % ວ ມີລ້ ໄຫຼຜ່ານ ທີເກີດຂິນໂດຍທໍາມະຊາດ ຫຼື ມະນຸດສ້າງຂຶນ ຊິງມືລັກສະນະຖາວອນ ຫຼື ຊົ່ວຄາວ. ມາດຕາ 10 ເຂດທີ່ມີຄວາມສ່ຽງຕໍ່ຄຸນນະພາບ ແລະ ປະລິມານນ້ໍາໃຕ້ດິນ ເຂດທີ່ມີຄວາມສ່ຽງຕໍ່ຄູນນະພາບ ແລະ ປະລິມານນ້າໃຕ້ດິນ ແມ່ນ ເຂດນໍາໃຕ້ດົນທີ່ມິທັນນໍາເຄັມ ແລະ ເຂດທີ່ມີສານເຄມີອັນຕະລາຍເຈືອປົນ ຊຶ່ງເກີດຂຶ້ນຈາກທໍາມະຊາດ ຫຼື ມະນຸດສ້າງຂຶ້ນ ທີ່ມີຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ພຶດ ລວມທັງເຂດທີ່ມີການນໍາໃຊ້ນໍາໃຕ້ດິນໃນປະລິມານຫຼາຍ ອາດຈະເຮັດໃຫ້ເກີດ ການຍຸບຕົວຂອງຊັ້ນດິນ ໃນເຂດດັງກ່າວ ຕ້ອງມີມາດຕະການຈໍາກັດການນໍາໃຊ້ນໍາໃຕ້ດິນ ຢ່າງມີປະສິດທິພາບ.
<!-- page 4 --> < < ມາດຕາ 11 ເຂດທີ່ມີຄຸນຄ່າທາງດ້ານທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ເຂດທີ່ມີຄຸນຄ່າທາງດ້ານທໍາມະຊາດ ແມ່ນ ເຂດທີ່ມີທິວທັດທາງທໍາມະຊາດ ຊົງມືຄຸນຄ່າທາງດ້ານທັດສະ ນັຍະພາບອິນສວຍສິດງົດງາມ ແລະ ໂດດເດັນທີ່ມີ ພູ, ຜາ. ປາໄມ້, ແມ່ນ້ໍາ, ລໍາເຊ, ນ້ໍາຕົກຕາດ ແລະ ອືນໆ. ເຂດທີ່ມີຄຸນຄ່າທາງດ້ານປະຫວັດສາດ ແມ່ນ ເຂດທີ່ມີຄຸນຄ່າທາງດ້ານວັດຖ ຊຶ່ງເປັນມໍຣະດົກ ທີ່ມີຕົວ ຕົນ ເປັນຊັບສົມບັດອັນລໍາຄ່າທາງດ້ານປະຫວັດສາດ, ສະຖານທີ່ປະຫວັດສາດ ຊຶ່ງເປັນສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ເປັນຕົນ ອາວຸດຍຸດໂທປະກອນ, ສະຫນໍລະພູມ, ອະນຸສອນສະຖານ, ຖານທີ່ພັ້ນຂອງຂະ ບວນການຕໍ່ສູ້ຂອງປະຊາຊົນ, ຜູ້ນໍາການປະຕິວັດ. ນອກຈາກນັ້ນ, ຍັງມີເຂດທີ່ມີຄູນຄ່າທາງດ້ານຈິດໃຈທີ່ບໍ່ເປັນ ວັດຖູ ທີຕິດພັນກັບປະຫວັດສາດມາແຕ່ລະຍຸກແຕ່ລະສະໄຫນ ເປັນຕົນ ແນວຄິດ, ທິດສະດີ. ອຸດົມການ ຊຶ່ງສະ ແດງເຖິງມູນເຊືອຮັກຊາດ, ພິລະອາດຫານຕໍ່ສູ້ບໍ່ບອມຈໍານົນ, ບົດຮຽນໃນການຕໍ່ສູ້, ການນໍາພາ, ການປົກຄອງ. ການສ້າງສາພັດທະນາປະເທດຊາດ. ເຂດທີ່ມີດຸນຄ່າທາງດ້ານວັດທະນະທໍາ ແມ່ນ ເຂດທີ່ມີຄູນຄ່າທາງດ້ານວັດຖູ ຊຶ່ງເປັນມໍຣະດົກທີ່ມີຕົວ ຕົນ ເປັນຊັບສົມບັດອັນລ້າຄ່າທາງດ້ານວັດທະນະທໍາທີ່ເປັນເອກະລັກ ຊຶ່ງເປັນສັງຫາລິມະຊັບ ແລະ ອະສັງຫາ ມະຊັບ ເປັນຕົ້ນ ສິ່ງຈາລຶກບູຮານ, ວັດຖູບູຮານ, ບູຮານສະຖານ, ປູຊະນິຍະສະຖານ. ນອກຈາກນັ້ນ, ຍັງມີ ເຂດທີ່ມີຄູນຄ່າທາງດ້ານຈິດໃຈທີ່ບໍ່ເປັນວັດຖູ ຊຶ່ງເປັນຊັບສົມບັດອັນລ້າຄ່າທາງດ້ານວັດທະນະທໍາ ເປັນຕົ້ນ ພູມ ປັນຍາ, ຄວາມເຊື່ອຖື. ຣິດຄອງປະເພນີອັນດີງາມ ຊຶງສະແດງອອກໃນວິຖີຊີວິດ. ມາດຕາ 12 ເຂດພື້ນທີ່ອະນຸລັກຊີວະນານາພັນທາງນ້ໍາ ແລະ ເຂດບໍລິເວນແຄມນ້ໍາ ເຂດພື້ນທີ່ອະນຸລັກຊີວະນານາພັນທາງນ້ໍາ ແມ່ນ ເຂດທີ່ເປັນບ່ອນຢູ່ອາໄສຂອງສັດ ແລະ ພືດພັນຈໍານວນ ຫຼາຍຊະນິດພັນ ເປັນຕົ້ນ ແມ່ນ້ໍາ, ລໍາເຊ, ບຶງ, ຫອງ, ກຸດ, ອ່າງເກັບນ້ໍາ ຊຶ່ງເຂດດັງກ່າວ ເປັນເຂດສະຫງວນໄວ້ ເພື່ອອະນຸລັກຊີວະນານາພັນທາງນ້ໍາ. ເຂດບໍລິເວນແຄມນ້ໍາ ແມ່ນ ສ່ວນຫິ່ງຂອງທີ່ດິນບໍລິເວນນ້ໍາ ຊຶ່ງໄດ້ກໍານົດໄວ້ໃນກົດຫາຍ ແລະ ລະບຽບ ການທີ່ກ່ຽວຂ້ອງ. ເ; ສາ ຫ໌ . ວວ ້ ວ່ ກວ > ມາດຕາ 13 ເຂດພນທ ະ ດດປານຍັງງາ ລະ ບົບນິເວດໃນຊຸມຊົນ ຫ ຕວເ 5. ວມ ຈມ 2 ແ9 ອງ ເຂດພື້ນທີ່ ທີ່ມີຄວາມສ່ຽງຕໍ່ລະບົບນິເວດໃນຊຸມຊົນ ຫຼື ຕົວເມືອງ ແມ່ນ ພື້ນທີ່ເຂດເທດສະບານ, ຊຸມ ຊົນ ທີ່ກໍານົດເປັນເຂດທີ່ອະນຸລັກໄວ້ ເພື່ອຮັກສາລະບົບນິເວດ ແລະ ຊີວະນານາພັນ ເປັນຕົ້ນ ທີວທັດທໍາມະ ຊາດ. ສວນສາທາລະນະ, ປ່າໄມ້ທີ່ຍັງຫຼົງເຫຼືອຢູ່ ແລະ ພື້ນທີ່ຕົ້ນໄມ້, ແມ່ນ້າ, ຮ່ອງນ້ໍາ, ຫອງ, ບຶງ, ພື້ນທີກະສິ ກໍາ, ຊານເມືອງ, ພື້ນທີ່ນິເວດວິທະຍາທີ່ມີຫຼາຍຂະຫງາດແຕກຕ່າງກັນ. ມາດຕາ 14 ວັງສະຫງວນ ວັງສະຫງວນ ແມ່ນ ເຂດນ້ໍາ ເປັນຕົ້ນ ບ່ອນນ້ໍາເລິກພື້ນທີ່ແຫຼງນ້ໍາ ຫຼື ຕາມລໍາແມ່ນ້ໍາໃດຫຼ່ງ ທີ່ໄດ້ກໍານົດ ໃຫ້ເປັນເຂດຫວງຫ້າມຕະຫຼອດລະດູການ ເພື່ອເປັນບ່ອນຢູ່ອາໄສ ແລະ ແຜ່ພັນຢ່າງປອດໄພຂອງຊັບພະຍາ ກອນສັດນ້້າ. ງນວດທີ 3 ະ - ສາ ຂັນຕອນການກໍານົດ 2 ຈມ ເຂດສະຫງວນນໍາ ແລະ ຊັບພະຍາກອນນ້ໍາ ະ <. > ຈ້ <” ຈ ມາດຕາ 15 ຂັນຕອນການກໍານົດເຂດສະຫງວນນໍາ ແລະ ຊັບພະຍາກອນນໍາ ກໍານົດເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ໃຫ້ປະຕິບັດ ດັງນີ້: - ຕ . ຈັ່ ] . ສໍາຫຼວດ, ເກບກາຂມູນສະພາບພນທິ່;
<!-- page 5 --> 2. ປັກຫຼັກຫາາຍ ແລະ ການສໍາຫຼວດວັດແທກສ້າງແຜນທີຕອນດິນ ຂອງເຂດສະຫງວນນ້ໍາ ແລະ ຊັບ ະຍາກອນນ້້າ; 3. ການພິຈາລະນາຮັບຮອງເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ; 4. ຂຶນບັນຊີເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ. ມອບໃຫ້ກົມຊັບພະຍາກອນນ້ໍາ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສ້າງຄູ່ມືແນະ ນໍາ ກ່ຽວກັບການກໍານົດເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ. ມາດຕາ 16 ການສໍາຫຼວດ ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ການສໍາຫຼວດ ເຂດສະຫງວນນໍາ ເເລະ ຊັບພະຍາກອນນໍາ ແມ່ນ ການລົງພື້ນທີ່ພາກສະຫນາມ, ການເກັບ ກໍາຂໍ້ມູນ ແລະ ການປະເມີນ ເຂດພື້ນທີທີ່ມີທ່າແຮງ ເພື່ອກໍານົດເຂດສະຫງວນນ້ໍາ ແລະ ຊັບພະຍາກອນນໍ້າ ພ້ອມທັງສ້າງແຜນທີ່ສະແດງເຂດດັ້ງກ່າວ. ມາດຕາ 17 ການປັກຫຼັກຫາຍ ແລະ ການສໍາຫຼວດວັດແທກສ້າງແຜນທີ່ຕອນດິນ ຂອງເຂດສະຫງວນນ້ໍາ ແລະ ຊັບ ະຍາກອນນ້ໍາ ການປັກຫຼັກພາຍທີ່ດິນເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ແມ່ນ ເຄື່ອງຫາຍທາງການ ຊຶ່ງໃຊ້ ສະເພາະເປັນເຄື່ອງຫາຍຝັງໃສ່ຈຸດແຈຕອນດິນ ຂອງເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ເພື່ອເປັນຫຼັກ ຖານຈຸດອ້າງອີງໃຫ້ການສໍາຫຼວດວັດແທກຕອນດິນ ພ້ອມທັງຕິດຕັ້ງປ້າຍ ແລະ ລະບຸຂໍ້ມູນສໍາຄັນຕ່າງໆ ຂອງ ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ແລະ ຈຸດພິເສດສໍາຄັນອື່ນໆ. ການສໍາຫຼວດວັດແທກສ້າງແຜນທີ່ຕອນດິນ ຂອງເຂດສະຫງວນນ້າ ແລະ ຊັບພະຍາກອນນໍາ ແມ່ນ ການ ດໍາເນີນການສໍາຫຼວດ ວັດແທກສ້າງແຜນທີ່ດິນ ເຂດສະຫງວນນ້ໍາ ແລະ , ກັບພະຍາກອນນ້ໍ ຊຶງປະກອບມີຂໍ້ມູນ ຕ່າງໆ ເປັນຕົ້ນ ແຜນທີ່ຕາດິນ, ເລກທີ່ຕອນດິນ, ມາດຕາສ່ວນແຜນທີ່, ທີ່ຕັ້ງ, ໄລຍະເຂດແດນ, ລະຫັດຫຼັກເຂດ, ເລກທີຕອນດິນຂ້າງຄຽງ, ເສັ້ນທາງ, ຮ່ອງນ້ໍາ, ສາຍນ້ໍາ. < ຈ ຈ້ < ມາດຕາ 18 ການພຈາລະນາຮບຮອງເຂດສະຫງວນນາ ແລະ ຊບພະຍາກອນນາ <. ວຸ ວ ວມ ນ < > ວ້ < ພາຍຫຼງສໍາເລດ ການສາຫຼວດ ວດແທກສາງແຜນທຕອນດນ ຂອງເຂດສະຫງວນນາ ແລະ ຊບພະຢາ ຈ້ . ວ <: > ວລວຼວ ຈມ ວນພ ຫ + ຮລ ກອນນ້ໍາ ໃຫ້ນໍໍາສະເຫຼືອົງການທີ່ມີສິດພິຈາລະນາຮັບຮອງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະ <. ແ ບບນ. ມາດຕາ 19 ການຂຶ້ນບັນຊີເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ການຂັ້ນບັນຊີເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ແມ່ນ ການສັງລວມຈັດຫວດ ແລະ ໃສ່ລະ ຫັດຂໍ້ມູນເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ເຂົ້າໃນຖານຂໍ້ມູນຂອງຂະແຫງການຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ ເພື່ອເປັນເຄື່ອງມືໃນການຕິດຕາມ ກວດກາ, ປະເມີນສະພາບ, ວິເຄາະບັນຫາ, ສະ ຫຼັບສະຫູນ ໃຫ້ແກ່ການວາງແຜນ ແລະ ພັດທະນານ້ໍາ ແລະ ຊັບພະຍາກອນນ້ໍາ. ການຂັນບັນຊີເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ໄດ້ແບ່ງຄວາມຮັບຜິດຊອບ ດັງນີ້: [ . ກົມຊັບພະຍາກອນນ້້າ ເປັນຜູ້ຂຶ້ນບັນຊີເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ທີ່ລັດຖະບານຮັບ ຮອງ ແລ້ວສົ່ງໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເພື່ອຄຸ້ມຄອງ ແລະ ຕິດຕາມ ກວດກາ ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ພ້ອມທັງລາຍງານໃຫ້ລັດຖະມົນຕີກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງຂັນແຂວງ ຮັບຊາບ ເປັນແຕ່ລະໄລຍະ. 2. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເປັນຜູ້ຂຶ້ນບັນຊີເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ທີ່ເຈົ້າແຂວງ, ເຈົາຄອງນະຄອນຫຼວງ ຮັບຮອງ ແລ້ວສົ່ງໃຫ້ຫ້ອງການຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ ຂັນເມືອງທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ ແລະ ຕິດຕາມ ກວດກາ ເຂດສະຫງວນນ້ໍາ ແລະ
<!-- page 6 --> ຊັບພະຍາກອນນໍ້າ ພ້ອມທັງລາຍງານໃຫ້ກົມຊັບພະຍາກອນນ້ໍາ ເພື່ອສັງລວມຂຶນບັນຊີລວມສູນໃນຂອບເຂດທົ່ວ ປະເທດ ແລະ ລາຍງານໃຫ້ອົງການປົກຄອງຂັນແຂວງ ຮັບຊາບ ເປັນແຕ່ລະໄລຍະ. 3. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ເປັນຜູ້ຂຶ້ນບັນຊີເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ທີ່ເຈົ້າເມືອງ, ເຈົ້ານະຄອນ, ຫົວຫນ້າເທດສະບານ ຮັບຮອງ ແລ້ວສົ່ງໃຫ້ອົງການປົກຄອງ ບ້ານທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ ແລະ ຕິດຕາມ ກວດກາ ພ້ອມທັງລາຍງານໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອສັງລວມຂຶນບັນຊີໃນຂອບເຂດແຂວງ, ນະຄອນຫຼວງ ແລະ ລາຍງານໃຫ້ອົງການປົກຄອງ ຂັນເມືອງ ຮັບຊາບ ເປັນແຕ່ລະໄລຍະ. 4. ຫ່ວຍງານເສດຖະກິດ-ການເງິນບ້ານ ເປັນຜູ້ຂຶ້ນບັນຊີເຂດວັງສະຫງວນນ້ໍາ ທີ່ນາຍບ້ານຮັບຮອງ ພ້ອມ ທັງລາຍງານໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ເພື່ອສັງລວມຂຶ້ນບັນຊີໃນ ຂອບເຂດເມືອງ, ເທດສະບານ, ນະຄອນ ແລະ ໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນ ເມືອງ ເປັນຜູ້ລາຍງານໃຫ້ອົງການປົກຄອງຂັ້ນເມືອງ ຮັບຊາບເປັນແຕ່ລະໄລຍະ. ມາດຕາ 20 ການປ່ຽນແປງເຂດແດນຂອງເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ການປ່ຽນແປງເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ແມ່ນ ການປ່ຽນແປງເຂດແດນ, ເພີ່ມ ຫຼື ຫຼຸດ ເນື້ອທີ່ດິນ, ການຫັນປ່ຽນປະເພດທີ່ດິນ ແລະ ເປົ້າຫາຍອືນ ເຮັດໃຫ້ມີການປ່ຽນແປງເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ຕ້ອງສະເຫົຕໍ່ອົງການທີ່ຮັບຮອງເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ເພື່ອພິຈາລະນາ. ການສະເຫີດັງກ່າວ ຕ້ອງສະແດງໃຫ້ເຫັນເຫດ ຜົນ ແລະ ຄວາມຈໍາເປັນ ໃນການປ່ຽນແປງເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ໂດຍການເຫັນດີເປັນ ເອກະພາບກັບບັນດາຂະແຫງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ຫນວດທີ 4 ການຄຸ້ມຄອງ, ການປົກປັກຮັກສາ, ການກວດກາ ຈ ງ ຈ ລາດຕະເວນ, ການຟື້ນຟູ ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ມາດຕາ 21 ການຄຸ້ມຄອງເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ຂະແຫງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຄຸ້ມຄອງເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ໂດຍປະສານສົມທົບກັບຂະແຫງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດ້ວຍ ການກໍານົດລະບຽບການ ຫຼື ປັກຫຼັກຫາຍ. ໃນເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ບໍ່ອະນຸຍາດໃຫ້ປູກສ້າງ, ກໍ່ສ້າງສິ່ງກິດຂວາງທີ່ປ່ຽນແປງ ທາງໄຫຼຂອງນໍ້າ, ຕັດຕົ້ນໄມ້ທີ່ຢູ່ໃນເຂດຕົ້ນກໍາເນີດຂອງນ້າ ຫຼື ຢູ່ອ້ອມແຫຼງນ້ໍາ, ທໍາການຜະລິດກະສິກໍາ, ອຸດສາ ະກໍາ, ລ້ຽງສັດ, ຖົມ, ດັດແປງ ຫຼື ປ່ຽນເນື້ອທີ່ດິນບໍລິເວນແມ່ນ້ໍາ, ຫນອງ, ບຶງ, ທາມ, ເຈາະກິນ ຫຼື ປັບເປງຫ້າ ດິນ ທີ່ຈະກໍໃຫ້ເກີດມີການເຊາະເຈື່ອນ, ຂຸດຄົ້ນຫີນ, ແຮ່ທາດ, ດິນ, ຊາຍ, ຖິ້ມຂີ້ເຫຍື້ອ ຫຼື ສິ່ງເສດເຫຼືອ, ນ້ໍາ ເປືອນ, ຂອງເບື່ອ, ວັດຖຸເຄມີ, ຖິມລະເບີດ, ຝັງຊາກສົບ ຫຼື ຊາກສັດ ແລະ ອື່ນໆ ທີ່ກໍຄວາມເສຍຫາຍຕໍ່ເຂດ ສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ. ສໍາລັບການປູກຝັງ, ລ້ຽງສັດ ຕາມປະເພນີແບບຄອບຄົວ ເພື່ອລ້ຽງຊີບຂອງປະຊາຊົນຢູ່ເຂດສະຫງວນ ບໍລິເວນແຄມນ້ໍາ ແມ່ນສາມາດນໍາໃຊ້ໄດ້ ແຕ່ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບທາງລົບຕໍ່ຄູນນະພາບນ້ໍາ ແລະ ການເຊາະເຈື່ອນຂອງຕາຝັ້ງ. ແຫຼງນ້ໍາທີ່ນອນຢູ່ໃນ ແປດ ເຂດ ທີ່ໄດ້ກໍານົດໄອ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ຕ້ອງໄດ້ຄຸ້ມຄອງ ແລະ ນໍາໃຊ້ ເພື່ອໃຫ້ເກີດປະໂຫຍດສູງສຸດ.
<!-- page 7 --> ມາດຕາ 22 ການປົກປັກຮັກສາເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພັນທະປົກປັກຮັກສາເຂດສະຫງວນນ້ໍາ ແລະ ຊັບພະຍາກອນ ນ້າ ໃຫ້ມີຄວາມອຸດົມສົມບູນ, ບໍ່ໃຫ້ກໍຜົນເສຍຫາຍແກ່ນ້ໍາ ແລະ ຊັບພະຍາກອນນ້ໍາ ພ້ອມທັງຈັດຕັ້ງປະຕິບັດ ຕາມແຜນຄ້້ມຄອງອ່າງຮັບນ້ໍາ. ມາດຕາ 23 ການກວດກາລາດຕະເວນເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ຂະແຫງງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການປະສານສົມທົບກັບພາກ ສ່ວນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ສ້າງຕັ້ງຈຸດກວດກາລາດຕະເວນ ຢູ່ພາຍໃນ ແລະ ອ້ອມຂ້າງ ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນໍ້າ ຢ່າງເປັນປົກກະຕິ ຢ່າງນ້ອຍ ສອງ ຄັ້ງຕໍ່ປີ ແລະ ແບບກະທັນຫັນ ໃນກໍລະນີເຫດການເກີດຂຶ້ນ ເພື່ອສະກັດກັນການບຸກລູກທໍາລາຍ ຫຼື ສ້າງຜົນກະທົບອັນບໍ່ດີຕໍ່ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ. ງົບປະມານສໍາລັບການກວດກາລາດຕະເວນ ແມ່ນນໍາໃຊ້ງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງ ແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ໍາ. ມາດຕາ 24 ການຟື້ນຟູເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ຂະແຫງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນເຈົາການປະສານສົມທົບກັບພາກ ສ່ວນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດການຟື້ນຟູເຂດສະຫງວນນ້ໍາ ແລະ ຊັບພະ ຍາກອນນ້ໍາ ຕາມແຜນຄຸ້ມຄອງອ່າງຮັບນ້ໍາ ໂດຍການນໍາໃຊ້ມາດຕະຖານເຕັກນິກທີເາະສົມໃນແຕ່ລະທ້ອງ ຖິ່ນ ເພື່ອປັບປຸງນ້ໍາ ແລະ ຊັບພະຍາກອນນ້ໍາ ແລະ ສິ່ງແວດລ້ອມ ແລະ ຊີວະນານາພັນ ໃຫ້ມີຄວາມອຸດົມສົມ ບູນ. ປນວດທີ 5 ການມີສ່ວນຮ່ວມຂອງສັງຄົມ ມາດຕາ 25 ການມີສ່ວນຮ່ວມຂອງສັງຄົມ ! ! “7 ການມີສ່ວນຮ່ວມຂອງສັງຄົມ ແມ່ນ ຂະບວນການປຶກສາຫາລື, ການສະຫນອງຂໍ້ມູນຂ່າວສານ ແລະ ການຮັບຄໍາຄິດຄໍາເຫັນ ຂອງທຸກພາກສ່ວນໃນສັງຄົມ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ພ້ອມທັງຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານການຄຸ້ມ ຄອງເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ເປັນແຕ່ລະໄລຍະ ເພື່ອຮັບປະກັນຄວາມຍືນຍົງຂອງລະບົບ ນິເວດ ໃຫ້ມືຄວາມອຸດົມສົມບູນ. ມາດຕາ 26 ການປູກຈິດສໍານຶກ ການປຸກຈິດສໍານຶກ ແມ່ນ ການສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ຄວາມຫນາຍ ແລະ ຄວາມສໍາຄັນ ຂອງວຽກງານການຄຸ້ມຄອງເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖິງ ໂດຍຜ່ານ ສື່ມວນຊົນ, ກໍານົດເຂົ້າໃນຫຼັກສຸດ ການຮຽນ-ການສອນ, ຊຸກຍູ້ ແລະ ສົ່ງເສີມ ການສ້າງກິດຈະກໍາຕ່າງໆ ເພື່ອ ປຸກລະດົມທົ່ວປວງຊົນໃຫ້ເຂົ້າຮ່ວມ, ໃຫ້ການຮ່ວມມື ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາ ໃຊ້ ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ໃຫ້ມີຄວາມຍືນຍົງ. ຂະແຫງງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການປະສານສົມທົບກັບພາກ ສ່ວນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ຈັດຕັ້ງການໂດສະນາເຜີຍແຜ່ ດ້ວຍຮູບການຕ່າງໆ ເພື່ອປູກ ຈິດສໍານຶກ ກ່ຽວກັບວຽກງານການຄຸ້ມຄອງເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ໃຫ້ແກ່ປະຊາຊົນ, ກຸ່ມ ຄົນ ແລະ ການຈັດຕັ້ງ ຕາມຂອບເຂດສິດ ແລະ ນນ້ໍາທີ່ຂອງຕົນ.
<!-- page 8 --> ຫນວດທີ 6 ວ ພ ຕໍ້ 2 ຈມ ຮ້ ການນໍໍາໃຊ້ນໍ້າໃນເຂດສະຫງວນນ້ໍາ ແລະ ຊັບພະຍາກອນນໍາ ມາດຕາ 27 ການນໍາໃຊ້ນ້ໍາໃນເຂດສະຫງວນເພື່ອບໍລິໂພກ ແລະ ອຸປະໂພກ ການນໍາໃຊ້ນ້ໍາໃນເຂດສະຫງວນເພື່ອບໍລິໂພກ ແມ່ນ ການນໍາໃຊ້ນ້ໍາຈາກແຫຼ່ງນ້ໍາທີ່ຖືກຈັດສັນໄວ້ ເພື່ອ ຕອບສະຫນອງນ້ໍາເຂົ້າໃນການບໍລິໂພກ ໂດຍບໍອະນຸຍາດໃຫ້ນໍາໃຊ້ເຂົ້າໃນເປົ້າຫນາຍອື່ນຢ່າງເດັດຂາດ ແລະ ບໍ່ໃຫ້ ມີການປຸກສ້າງໂຮງຫນໍ, ຕະຫຼາດ, ໂຮງງານ, ຮ້ານອາຫານ, ຟາມລ້ຽງສັດ, ໂຮງແຮມ ຫຼື ກິດຈະການອື່ນ ທີ່ຈະສົ່ງ ຜົນກະທົບອັນບໍ່ດີຕໍ່ດູນນະພາບນ້ໍາ. ສໍາລັບການນໍາໃຊ້ແຫຼງນ້ໍາເພື່ອອຸປະໂພກ໌ ເຂົ້າໃນເປົ້າພາຍການຜະລິດ, ການຄ້າ ແລະ ການບໍລິການ ຕ້ອງໄດ້ຮັບອະນຸຍາດຈາກຂະແຫງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ. ວ ນ ຮໍ້ -ວ ຈ້ ມາດຕາ 28 ການນໍໍາໃຊ້ນໍາໃນເຂດບໍລິເວນຍອດນໍໍາ ເຂດບໍລິເວນຍອດນ້້າ ບໍ່ອະນຸຍາດໃຫ້ນໍາໃຊ້ນ້ໍາ ແລະ ດໍາເນີນກິດຈະການ ທີ່ເປັນການເຊົາ, ສໍາປະທານ ຫຼື ໃຊ້ສໍາລັບການບໍລິການ ເພື່ອປ້ອງກັນບໍ່ໃຫ້ເກີດຜົນກະທົບອັນບໍ່ດີຕໍ່ລະບົບນິເວດຢູ່ເຂດຍອດນ້ໍາ ແລະ ເຮັດ ໃຫ້ເຂດບໍ່ລິເວນຍອດນ້ໍາມືຄວາມອຸດົມສົມບູນ. < ມຈ້ < ເ , ຂ່ ຮມ ມ ງ ມາດຕາ 29 ການນໍາໃຊ້ນໍາໃນເຂດທີ່ມີຄວາມສ່ຽງຕໍ່ໄພນໍາຖ້ວມ ແລະ ໄພແຫ້ງແລ້ງ ການນໍາໃຊ້ນ້ໍາໃນເຂດທີ່ມີຄວາມສ່ຽງຕໍ່ໄພນ້ໍາຖ້ວມ ແມ່ນ ການນໍາໃຊ້ນ້ໍາຫນ້າດິນ ຫຼື ແຫຼງນ້າໃຕ້ດິນ ທີ່ຢູ່ <1 ໃນເຂດດັງກ່າວເຂົ້າໃນກິດຈະກໍາໃດຫິ່ງ ເພື່ອສາທາລະນະປະໂຫຍດ ແລະ ລ້ຽງຊີບ ຫຼື ນໍາໃຊ້ເຂົ້າໃນປະເພນີ ເປັນຕົນ ນໍາໃຊ້ເຂົ້າໃນການບໍລິໂພກ, ຊົນລະປະທານ, ປູກຝັງ, ລ້ຽງສັດ ຊຶ່ງຫຼີກເວັນເຮັດການຜະລິດກະສິກໍາ ຫຼື ກິດຈະກໍາອື່ນ ທີ່ມີລັກສະນະຖາວອນ ເພື່ອຫຼຸດຜ່ອນຄວາມເສຍຫາບຕໍ່ຊີວິດ ແລະ ຊັບສິນ. ການນໍາໃຊ້ນໍ້າໃນເຂດທີ່ມີຄວາມສ່ຽງຕໍ່ໄພແຫ້ງແລ້ງ ແມ່ນ ບໍ່ອະນຸຍາດໃຫ້ມີການນໍາໃຊ້ນ້ໍາເຂົ້າໃນການ ຜະລິດອຸດສາຫະກໍາ, ໂຄງການ ຫຼື ກິດຈະການບໍລິການ ເພື່ອສາມາດສະຫນອງນ້ໍາເຂົ້າໃນການດໍາລົງຊີວິດ ຢ່າງ ພຽງພໍ ເປັນຕົ້ນ ການບໍລິໂພກ, ການປູກຝັງ, ການນໍາໃຊ້ນ້ໍາເຂົ້າໃນລະບົບແຈກຍາຍຂອງຊຸມຊົນ. ການນໍາໃຊ້ນ້ໍາ ຢູ່ເຂດທີ່ມີຄວາມສ່ຽງຕໍ່ໄພນ້ໍາຖ້ວມ ເພື່ອເປົ້ານາຍການບໍລິການ ຫຼື ການນໍາໃຊ້ເຂົາໃນ ການຜະລິດເປັນສິນຄ້າ ຕ້ອງໄດ້ຂໍອະນຸຍາດນໍາໃຊ້ນ້ໍາຈາກຂະແຫງການຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ໂດຍການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ. ມາດຕາ 30 ການນໍາໃຊ້ນ້ໍາໃນເຂດທີ່ດິນບໍລິເວນນ້ໍາ ການນໍາໃຊ້ນ້ໍາໃນເຂດທີ່ດິນບໍລິເວນນ້ໍາ ແມ່ນ ການນໍາໃຊ້ແຫຼ່ງນ້ໍາເຂົ້າໃນເປົ້ານາຍໃດຫຼຶງ ເປັນຕົ້ນ ສາ ທາລະນະປະ ໂຫຍດ, ຄອບຄົວ, ປະເພນີ, ທຸລະກິດ ໂດຍສອດຄ່ອງກັບກົດຫາຍ, ດໍາລັດວ່າດ້ວຍທີ່ດິນບໍລິເວນ ນ້ໍາ ແລະ ລະບຽບການທີ່ກ່ຽວຂ້ອງ. ມາດຕາ 31 ການນໍາໃຊ້ນ້ໍາໃນເຂດທີ່ມີຄວາມສ່ຽງຕໍ່ຄຸນນະພາບ ແລະ ປະລິມານນ້ໍາໃຕ້ດິນ ເຂດທີ່ມີຄວາມສ່ຽງຕໍ່ຄູນນະພາບນ້ໍາໃຕ້ດິນ ທີ່ມີຊັ້ນນ້ໍາເຄັມ ແລະ ມີສານເຄມີອັນຕະລາຍເຈືອປົນທີ່ ເກີດຂຶ້ນຈາກທໍາມະຊາດ ຫຼື ມະນຸດສ້າງຂຶ້ນ ແມ່ນ ບໍ່ອະນຸຍາດໃຫ້ນໍາໃຊ້ແຫຼງນ້ໍາໃຕ້ດິນຢູ່ເຂດດັ້ງກ່າວ ເຂົາໃນ ການບໍລິໂພກ, ອຸປະໂພກ, ປູກຝັ່ງ, ລ້ຽງສັດ ເພື່ອປ້ອງກັນຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ພຶດ ແລະ ລະບົບນິເວດ. ເຂດທີ່ມີຄວາມສ່ຽງຕໍ່ປະລິມານນ້ໍາໃຕ້ດິນ ແມ່ນ ບໍ່ອະນຸຍາດໃຫ້ນໍາໃຊ້ນ້ໍາເຂົ້າໃນເປົ້າານາຍການຜະລິດ ເຊັ້ນ ການຜະລິດກະສິກໍາ, ອຸດສາຫະກໍາ, ທຸລະກິດ, ການບໍລິການ.
<!-- page 9 --> ມາດຕາ 32 ການນໍາໃຊ້ນ້ໍາໃນເຂດທີ່ມີຄູນຄ່າທາງດ້ານທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ການນໍາໃຊ້ນ້ໍາໃນເຂດທີ່ມີຄຸນຄ່າທາງດ້ານທໍາມະຊາດ ແມ່ນ ການນໍາໃຊ້ນ້ໍາເຂົ້າໃນກິດຈະກໍາການທ່ອງ ທ່ຽວທາງທໍາມະຊາດ, ການພັກຜ່ອນ, ການຫຼ່ນກິດຈະກໍາທາງນໍໍາ ຊຶ່ງຕ້ອງໄດ້ຮັບອະນຸຍາດຈາກຂະແຫງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍການປະສານສົມທົບກັບຂະແຫງການຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ. ການນໍາໃຊ້ນ້ໍາໃນເຂດທີ່ມີຄຸນຄ່າທາງດ້ານປະຫວັດສາດ ແລະ ວັດທະນະທໍາ ແມ່ນ ບໍ່ອະນຸຍາດໃຫ້ນໍາ ໃຊ້ນ້າເຂົາໃນເປົ້າານາຍການຜະລິດ ແລະ ການບໍລິການ ເປັນຕົ້ນ ການຜະລິດກະສິກໍາ, ອຸດສາຫະກໍາ ແລະ ດໍາ ເນີນການປຸກສ້າງ ຢູ່ເຂດບໍລິເວນແຫຼ່ງນ້ໍານັ້ນ ເພື່ອປົກປັກຮັກສານ້ໍາ ແລະ ຊັບພະຍາກອນນ້ໍາ ແລະ ບູລະນະ ຮັກສາວັດຖຸບູຮານ, ບູຮານສະຖານ, ປູຊະນິຍະສະຖານ ໃຫ້ມີຄວາມຍືນຍົງ. ມາດຕາ 33 ການນໍາໃຊ້ນ້ໍາໃນເຂດພື້ນທີ່ອະນຸລັກຊີວະນານາພັນທາງນ້ໍາ ແລະ ເຂດບໍລິເວນແຄມນ້ໍາ ການນໍາໃຊ້ນ້ໍາໃນເຂດພື້ນທີອະນຸລັກຊີວະນານາພັນທາງນ້ໍາ ແມ່ນ ບໍ່ອະນຸຍາດໃຫ້ນໍາໃຊ້ນ້ໍາເຂົ້າໃນກິດ ຈະກໍາໃດຫຼຶງ ເພື່ອອະນຸລັກຊີວະນານາພັນທາງນ້ໍາ, ບ່ອນຢູ່ອາໄສຂອງສັດ ແລະ ພືດພັນຈໍານວນຫຼາຍຊະນິດ ພັນ. ການນໍາໃຊ້ນ້ໍາໃນເຂດບໍລິເວນແຄມນ້ໍາ ແມ່ນ ໃຫ້ນໍາໃຊ້ນ້ໍານັບຕັ້ງແຕ່ແຄມຕາຝັງ ອອກໄປກາງແມ່ນ້ໍາ ຊຶ່ງ ນໍາໃຊ້ເຂົາໃນເປົ້ານາຍໃດຫຼຶງ ແລະ ຕ້ອງໄດ້ຮັບອະນຸຍາດຈາກຂະແຫງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍການປະສານສົມທົບກັບຂະແຫງການໂຍທາທິການ ແລະ ຂົນສົ່ງ. ມາດຕາ 34 ການນໍາໃຊ້ນ້ໍາໃນເຂດພື້ນທີ່ ທີ່ມືຄວາມສ່ຽງຕໍ່ລະບົບນິເວດໃນຊຸມຊົນ ຫຼື ຕົວເມືອງ ການນໍາໃຊ້ນ້ໍາ ຢູ່ເຂດທີ່ມິຄວາມສ່ຽງຕໍ່ລະບົບນິເວດໃນຊຸມຊົນ ຫຼື ຕົວເມືອງ ແມ່ນ ບໍ່ອະນຸຍາດນໍາໃຊ້ນ້ໍາ ເຂົາໃນກິດຈະກໍາໃດຫຼຶງ ທີ່ສົ່ງຜົນກະທົບອັນບໍ່ດີຕໍ່ລະບົບນິເວດຢູ່ເຂດດັງກ່າວ ເພື່ອຮັກສາລະບົບນິເວດ ແລະ ຊີວະນານາພັນ ເປັນຕົນ ທິວທັດທໍາມະຊາດ, ສວນສາທາລະນະ, ປ່າໄມ້ທີ່ຍັງຫຼົງເຫຼືອຢູ່ ແລະ ພື້ນທີ່ຕົ້ນໄມ້, ແມ່ນ້າ, ຮ່ອງນ້ໍາ, ຫນອງ, ບຶງ, ພື້ນທີ່ກະສິກໍາ, ຊານເມືອງ, ພື້ນທີ່ນິເວດວິທະຍາ ທີ່ມີຫຼາຍຂະຫາດແຕກຕ່າງກັນ. ມາດຕາ 35 ການນໍາໃຊ້ນ້ໍາໃນວັງສະຫງວນ ການນໍາໃຊ້ນ້ໍາໃນວັງສະຫງວນ ແມ່ນ ບໍ່ອະນຸຍາດໃຫ້ມີການນໍາໃຊ້ນ້ໍາ ເພື່ອຮັກສາລະບົບນິເວດ ເຊັນ ສັດນ້ໍາ, ຊີວະນານາພັນທາງນ້ໍາ ແລະ ປ້ອງກັນການສູນພັນຂອງສາຍພັ້ນປາ. ໃນກໍລະນີຕ້ອງການນໍາໃຊ້ນ້ໍາຢູ່ເຂດດັງກ່າວ ແມ່ນ ໃຫ້ປະຕິບັດຕາມລະບຽບການສະເພາະຂອງເຂດນັ້ນ ແລະ ຕ້ອງຂໍອະນຸຍາດຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ຫນວດທີ 7 ສິດ ແລະ ພັນທະ 2, ວ + ຈ ຈມ ດ ຂອງຜູ້ນໍາໃຊ້ເຂດສະຫງວນນໍ້າ ແລະ ຊັບພະຍາກອນນໍາ ມາດຕາ 36 ສິດຂອງຜູ້ນໍາໃຊ້ເຂດສະຫງວນນໍາ ແລະ ຊັບພະຍາກອນນໍາ <. ໃ -ໃ> >. <2 ຈ ວນນມພ ວ 1 ຜ້ ຈ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີໄດ້ຮັບອະນຸຍາດນໍາໃຊ້ເຂດສະຫງວນນໍາ ແລະ ຊັບພະຍາກອນ ຮ້ ລວ ພ ແ້ ນໍາ ມີສິດ ດັງນີ; ວ + ຮ໌ < ຮ໌ ? ຫ. ວນ ມແ [ . ນໍາໃຊ້ເຂດສະຫງວນນໍໍາ ແລະ ຊັບພະຍາກອນນໍາ ໃນຂອບເຂດເນືອທີ ແລະ ໄລຍະເວລາທີ່ໄດ້ຮັບ : < > < , + ອະນຸຍາດ ໂດຍສອດຄ່ອງກັບກົດຫາຍ ແລະ ລະບຽບການທີກ່ຽວຂ້ອງ:; 2. ໄດ້ຮັບຫນາກຜົນຈາກການນໍາໃຊ້ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ:
<!-- page 10 --> 3. ໄດ້ຮັບການປົກປ້ອງຜົນປະໂຫຍດຈາກການນໍາໃຊ້, ປົກປັກຮັກສາ, ພັດທະນາ ແລະ ຟື້ນຟູເຂດສະ ຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ; 4. ໄດ້ຮັບນະໂຍບາຍສົ່ງເສີມການຜະລິດ, ການລົງທຶນ ຕາມທີ່ໄດ້ກໍານົດໄວ້ໃນກົດຫາຍ ແລະ ລະບຽບ ການທີ່ກ່ຽວຂ້ອງ: 5. ອືບທອດສັນຍາເຊົາ ຫຼື ສໍາປະທານ ຕາມສັນຍາ ແລະ ກົດຫາຍ; 6. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫາຍ ແລະ ລະບຽບການ. ມາດຕາ 37 ພັນທະຂອງຜູ້ນໍາໃຊ້ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ຜູ່ທີ່ນໍາໃຊ້ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ມີພັນທະ ດັງນີ້: [ . ນໍາໃຊ້ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ໃຫ້ຖືກຕ້ອງຕາມເປົ້າາຍທີ່ໄດ້ຮັບອະນຸຍາດ ແລະ ສອດຄ່ອງກັບກົດຫນາຍ ແລະ ລະບຽບການ; 2. ປົກປັກຮັກສາ ແລະ ພັດທະນາເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ ໃຫ້ຢູ່ໃນສະພາບດີ. ບໍ່ ໃຫ້ມີ ມີການເຊາະເຈື່ອນ, ຍຸບລົງ, ເລື່ອມໄຊມ, ບໍ່ສ້າງຄວາມເສຍຫາຍຕໍ່ເຂດສະຫງວນນ້ໍາ ແລະ ຊັບພະຍາກອນ ນ້ໍາ ແລະ ໍສ້າງຜົນກະທົບອັນປໍຕຕໍ່ສ່ງແວດລ້ອມ ສິ່ງຄົມ ແລະ ທໍາມະຊາດ: 3. ບໍ່ໃຫ້ປ່ຽນແປງເຂດແດນ, ເພີ່ມ ຫຼື ຫຼຸດ ເນື້ອທີ່ດິນ, ການຫັນປ່ຽນປະເພດທີ່ດິນ ແລະ ເປົ້າຫາຍອື່ນ ໂດຍບໍ່ໄດ້ຮັບອະນຸຍາດ; 4. ບໍ່ລະເມີດສິດ ແລະ ຜົນປະໂຫຍດຂອງຜູ້ອື່ນ; 5. ທົດແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ: 6. ເສຍຄ່າເຊົ່າ ຫ ສໍາປະທານທີ່ດິນ, ຄ່າຊັບພະຍາກອນທໍາມະຊາດ, ພາສີ, ອາກອນ, ຄ່າທໍານຽມ, ຄ່າ ບໍລິການ ແລະ ພັນທະຕ່າງໆຢ່າງຄົບຖ້ວນ ແລະ ທັນກັບກໍານົດເວລາທີ່ໄດ້ກໍານົດໄວ້ໃນກົດຫາຍ ແລະ ລະບຽບ ການ; 7. ລາຍງານຕໍ່ຂະແຫງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບສະພາບການນໍາ ໃຊ້ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ; 8. ໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກແກ່ເຈົ້າຫ້າທີ່ທີກ່ຽວຂ້ອງ ຂອງລັດໃນການຄຸ້ມຄອງ ແລະ ກວດກາລາດຕະເວນ ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາ; 9. ປະຕິບັດພັນທະອືນ ຕາມທີ່ໄດ້ກໍານົດໄວ້ໃນກົດຫາຍ ແລະ ລະບຽບການ. ປນວດທີ 8 ບົດບັນຍັດສຸດທ້າຍ ມາດຕາ 38 ການຈັດຕັ້ງປະຕິບັດ ມອບໃຫ້ກົມຊັບພະຍາກອນນ້ໍາ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັນແຂວງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ແລະ ອົງການປົກຄອງບ້ານ ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ເປັນເຈົ້າການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັມງວດ ແລະ ໄດ້ຮັບຜົນດີ. ມາດຕາ 39 ຜົນສັກສິດ ຂໍຕົກລົງສະບັບນີ ມີຜົນສັກສິດ ນັບແຕ່ວັນທີ..ໃ.74ຽ2ງ..ພ>26;|....ເປັນຕົ້ນໄປ.