Decision on the Management of Animal Feed Processing Factories
صدر في 2025-01-22 · النص بتاريخ 2026-10-01
القانون العام والإرشادات الرسمية منشورة بوصفها أبحاثاً. ليست مشورة قانونية أو ضريبية أو مالية.
البحث نفسه مكتوب بالإنجليزية. العناوين والوسوم مترجمة؛ أما النتائج والاقتباسات فغير مترجمة.
عن هذا القانون
- اللغة
- Lao
- النوع
- لائحة
- الدولة
- لاوس
- الموضوعات
- Livestock
- الكلمات المفتاحية
- animal feed/feedstuffs, processing/handling, authorization/permit, certification, inspection
أين تقرؤه
النص
نص القانون نفسه، مادةً مادة، كما هو محفوظ. لكل مادة رابطها.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ວັນທີ.../.. o o ຂໍຕົກລົງ ວ່າດ້ວຍ ການຄຸ້ມຄອງໂຮງງານຜະລິດອາຫານສັດ - ອີງຕາມ ກົດພາຍ ວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ (ສະບັບປັບປຸງ) ສະບັບເລກທີ 08/ສພຊ. ລົງວັນທີ 11 ພະຈິກ 2016; > ອີງຕາມດໍາລັດວ່າດ້ວຍອາຫານສັດ ສະບັບເລກທີ/02 ລບ. ລົງວັນທີ 02 ມັງກອນ 2020; - ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕູລາ 2021; < ອີງຕາມ ຫຼັງສືສະເຫີ ຂອງກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ 6107/ກລປ. ລົງວັນທີ 14 ຕຸລາ 2024; - ອີງຕາມ ການຄົ້ນຄວ້າ ແລະ ນໍາສະເຫຼີ ຂອງຫ້ອງການກະຊວງ ສະບັບເລກທີ 5533/ຫກ, ລົງວັນທີ 24 ທັນວາ 2024. o ຂູ. a o ", ໄ e ຈັ້ - ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ອອກຂໍຕົກລົງ: ຫຼວດທີ 1 ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ ຂໍ້ຕົກລົງ ສະບັບນີ້ ກໍານົດ ຫຼັກການ. ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ. ຕິດຕາມ ແລະ ກວດກາ ໂຮງງານຜະລິດອາຫານສັດ ເພື່ອເຮັດໃຫ້ການດໍາເນີນງານຂອງໂຮງງານຜະລິດອາຫານສັດ ຖືກຕ້ອງ ຕາມການປະຕິບັດງານການຜະລິດທີ່ດີ ແນໃສ່ຮັບປະກັນໃຫ້ອາຫານສັດ ມີຄຸນນະພາບ, ປອດໄພ ສໍາລັບການ ລ້ຽງສັດ ໂດຍສອດຄ່ອງກັບ ລະບຽບການຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ພ້ອມທັງເປັນການປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ ໃຫ້ຂະຫຍາຍຕົວ. ມາດຕາ2 ການຄຸ້ມຄອງໂຮງງານຜະລິດອາຫານສັດ ການຄຸ້ມຄອງໂຮງງານຜະລິດອາຫານສັດ ແມ່ນ ຂະບວນການຄວບຄຸມ ກ່ຽວກັບ ການຈັດຕັ້ງ, ການສ້າງຕັ້ງ, ການດໍາເນີນງານ, ການກວດກາ, ຕິດຕາມ ການຜະລິດອາຫານສັດ ທີ່ມີຄຸນນະພາບ ແລະ ປະສິດທິຜົນ ຂອງຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ. ລວມທັງການຄຸ້ມຄອງກໍ່ສ້າງໂຮງເຮືອນ. ປະກອບເຄື່ອງມື ແລະ ບຸກຄະລາກອນສະເພາະດ້ານ ຢ່າງຄົບຊຸດ ເພື່ອຕໍາເນີນການປຸງແຕ່ງ, ບັນຈຸ, ຫຸ້ມຫໍ່. ເກັບຮັກສາ ແລະ ການຈໍາຫ່າຍ ອາຫານສັດ. 64
ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບ ທີ່ນໍາໃຊ້ໃນ ຂໍ້ຕົກລົງສະບັບນີ້ ມີຄວາມເນາຍ ດັງນີ: ອາຫານສັດ ບນາຍເຖິງ ວັດຖຸທີ່ສັດ ສາມາດ ກິນໄດ້ ຊຶ່ງປະກອບດ້ວຍ ວັດຖຸທີ່ຖືກປຸງແຕ່ງເປັນແບບສໍາ ເລັດຮູບ, ເຄິ່ງສໍາເລັດຮູບ ຫຼື ບໍ່ທັນໄດ້ປຸງແຕ່ງ ທີ່ສາມາດໃຊ້ເຂົ້າໃນການລ້ຽງສັດ ແລະ ສັດນ້າ ເພື່ອໃຫ້ ໄດ້ຜົນຜະລິດຕາມທີ່ຕ້ອງການ; ວັດຖຸດິບ ຫນາຍເຖິງ ສານໃດໆກໍຕາມທີ່ໃຫ້ໂພຊະນາການ ທີ່ເກີດປະໂຫຍດແກ່ສັດ ທີ່ກິນເຂົ້າໄປ ໂດຍ ວັດຖຸດິບອາຫານສັດ ອາດຈະໄດ້ມາຈາກແຫຼ່ງທໍາມະຊາດ ເຊັ່ນ: ພືດ, ສັດ ອື່ນໆ ຫຼື ອາດໄດ້ຈາກການ ສັງເຄາະເຄມີ ເຊັ່ນ: ກົດອາມີໂນ, ວິຕາມິນຕ່າງໆ ຫຼື ທາງຊີວະ ເຊັ່ນ: ໂປຣຕີນໄດ້ຈາກພືດ ແລະ ສັດ; ການຜະລິດອາຫານສັດ ບນາຍເຖິງ ການນໍາເອົາວັດຖຸດິບ ທີ່ໄດ້ຈາກພືດ ແລະ ສັດ (ເມັດ, ຜົງຫຍາບ, ຜົງລະອຽດ, ຜົງປະສົມ, ຂອງແຫຼວ, ກາກນ້ໍາຕານ ອື່ນໆ) ທີ່ແຕກຕ່າງກັນ ດ້ວຍການນໍາໄປ ສີ, ບົດ, ປ້ອນ ແລະ ຊັງນໍາຫັກ ຖືກປະສົມເຂົ້າກັນ ເພື່ອໃຫ້ໄດ້ຜະລິດຕະພັນອາຫານສັດ ປະເພດຕ່າງໆ: ສິ່ງເສດເຫຼືອ ບນາຍເຖິງ ສິ່ງທີ່ເກີດຂຶ້ນ ໃນເລຍະການກໍສ້າງ, ດໍາເນີນ ແລະ ຢຸດເຊົາກິດຈະການໂຮງງານ ຜະລິດອາຫານສັດ ທີ່ບໍ່ສາມາດນໍາໃຊ້ໄດ້ ເປັນຕົ້ນ ສິ່ງເສດເຫຼືອປະເພດ ແຂງ. ແຫຼວ ແລະ ອາຍ. ມາດຕາ 4 ຂອບເຂດການນໍາໃຊ້ ຂໍຕົກລົງສະບັບນີ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາ ເນີນກິດຈະການ ກ່ຽວກັບ ໂຮງງານຜະລິດອາຫານສັດ ຢູ່ ສປປ ລາວ. ບນວດທີ 2 ການສ້າງຕັ້ງໂຮງງານຜະລິດອາຫານສັດ ມາດຕາ 5 ການຂໍອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ ການຂໍອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ ແມ່ນ ການກະກຽມປະກອບເອກະສານ ແລະ ສ້າງ ບົດວິພາກເສດຖະກິດ-ເຕັກນິກ ໃຫ້ຖືກຕ້ອງຕາມເງືອນໄຂ ແລະ ມາດຕະຖານເຕັກນິກໂຮງງານຜະລິດອາຫານສັດ ໂດຍຜ່ານການຄົນຄວ້າ, ກວດກາ ແລະ ພິຈາລະນາອອກ ຂໍຕົກລົງ ວ່າດ້ວຍການຂໍອະນຸຍາດສ້າງຕັງໂຮງງານ ຜະລິດອາຫານສັດ. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີມີຈຸດປະສົງຂໍອະນຸບາດສ້າງຕັງໂຮງງານຜະລິດອາຫານສັດ ຕ້ອງ ສະເຫຼີເຈດຈໍານົງຫາ ກະຊວງກະສິກໍາ ແລະ ປ່າໄມ້ ສໍາລັບ ການຜະລິດອາຫານສັດ ສື່ພັນໂຕນ ຕໍ່ປີ ຂຶ້ນໄປ ແລະ ການຜະລິດອາຫານສັດ visundr ສື່ພັນໂຕນ ຕໍ່ປີ ໃຫ້ສະເຫີ່ຫາ ພະແນກກະສິກໍາ ແລະ ປ່າໄມ້ ຂັນ ແຂວງ ເພືອຄົນຄວ້າເຫັນດີທາງດ້ານຫຼັກການ
ມາດຕາ 6 ເງື່ອນໄຂການຂໍອະນຸຍາດ ສ້າງຕັ້ງໂຮງງານຜະລິດອາຫານສັດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງຕັ້ງໂຮງງານຜະລິດອາຫານສັດ ມີເງືອນໄຂ ດັ່ງນີ້: ທ- ເປັນນິຕິບຸກຄົນ ທີ່ຖືກຕ້ອງຕາມ ກົດບນາຍ ວ່າດ້ວຍວິສາຫະກິດ; ພ ມີງົບປະມານການລົງທຶນ, ເຄື່ອງຈັກ, ວັດຖຸປະກອນ ແລະ ພາຫະນະຮັບໃຊ້; ຜທ ມີ ນັກວິຊາການທີມີຄວາມຮູ້ ແລະ ປະສົບການ ກ່ຽວກັບ ການຜະລິດອາຫານສັດ; ມີພື້ນທີ່ສ້າງຕັ່ງໂຮງງານ ແລະ ພື້ນທີການຜະລິດ ຫຼື ແຫຼ່ງວັດຖຸດິບ: by ຂ ທ ເງືອນໄຂອີນ ກ່ຽວກັບ ການດໍາເນີນກິດຈະການສ້າງຕັ້ງໂຮງງານຜະລິດອາຫານສັດ. ) / ມາດຕາ 7 ເອກະສານຂໍອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ ການປະກອບເອກະສານ ຂໍອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ ປະກອບມີ ດັ່ງນີ້: ໃບຄໍາຮ້ອງ ຕາມແບບພິມ ທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ; ..3- ໃບອະນຸຍາດດໍາເນີນກິດຈະການກະສິກໍາ ແລະ ປ່າໄມ້ ກ່ຽວກັບ ອາຫານສັດ; ສໍາເນົາ ບັດປະຈໍາຕົວ ຫຼື ປຶ້ມສໍາມະໂນຄົວ ຫຼື ພັງສືເດີນທາງ ຖ້າເປັນຄົນຕ່າງປະເທດ; 39. ໃບອະນຸຍາດປະກອບອາຊີບຢູ່ ສປປ ລາວ ຖ້າເປັນຄົນຕ່າງປະເທດ; . 8 ໃບຢັ້ງຢືນບົດວິພາກເສດຖະກິດ-ເຕັກນິກ ພ້ອມດ້ວຍ ບົດສະບັບສົມບູນ; O ສໍາເນົາ ໃບທະບຽນວິສາຫະກິດ ຫຼື ໃບຢັ້ງຢືນການລົງທຶນ; ໃບຢັ້ງຍືນສິ່ງແວດລ້ອມ <ຈາກຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; P 86... ໃບຢັ້ງຢືນແບບກໍ່ສ້າງ ຈາກຂະແບນງການໂຍທາທິການ ແລະ ຂົນສົ່ງ; ສໍາເນົາ ໃບຕາດິນ ຫຼື ໃບສັນຍາເຊົ່າທີ່ດິນ ຫຼື ໃບມອບກໍາມະສິດທີ່ດິນ: = 0. ໃບແຈ້ງໂທດ. ມາດຕາ 8 ການກວດກາກ່ອນອອກ ຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ່ງໂຮງງານຜະລິດອາຫານສັດ ການກວດກາກ່ອນອອກ ຂໍ້ຕົກລົງ ວ່າຕ້ວຍການອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ ໃຫ້ປະຕິບັດ ຕາມຂັ້ນຕອນ ຕັ່ງນີ້: 1. ການກວດກາ ໂຮງງານຜະລິດອາຫານສັດ ທີ່ມີກໍາລັງການຜະລິດໄດ້ ຫຼາຍກ່ວາ ສີ່ພັນໂຕນ ຕໍ່ປີ ຂຶ້ນໄປ ມອບໃຫ້ ກົມລ້ຽງສັດ ແລະ ການປະມົງ, ສໍາລັບ ໂຮງງານຜະລິດອາຫານສັດ ທີ່ມີກໍາລັງການຜະລິດໄດ້ ບໍ່ເກີນ ສືພັນໂຕນ ຕໍ່ປີ ມອບໃຫ້ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ເປັນໃຈກາງ ໃນການແຕ່ງຕັ້ງ 2 ະວິຊາການກວດກາສະເພາະກິດ ໂດຍໃຫ້ປະກອບດ້ວຍ ຂະແຫນງລ້ຽງສັດ ແລະ ການປະມົງ ຂັ້ນແຂວງ, ຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ, ຂະແຫງການທີ່ກ່ຽວຂ້ອງ ພ້ອມທັງ ອົງການ ປົກຄອງທ້ອງຖິ່ນ ບ່ອນທີ່ຈະຕັ້ງໂຮງງານຜະລິດອາຫານສັດ; 2. ດໍາເນີນການກວດກາເອກະສານ; ລົງກວດກາສະຖານທີ່ຕົວຈິງ ຮ່ວມກັບ ພາກສ່ວນທີ່ກ່ຽວຂ້ອງ ໃນທ້ອງຖິ່ນ: 4. ສ້າງບົດບັນທຶກ ແລະ ລາຍງານຜົນການກວດກາ ເປັນລາຍລັກອັກສອນໃຫ້ ກົມລ້ຽງສັດ ແລະ ການ ປະມົງ ຫຼື ລາຍງານຫາ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ຊາບ ພາຍໃນ ສາມ ວັນລັດຖະການ; 5. ພາຍຫຼັງ ໄດ້ຮັບບົດລາຍງານຈາກ ຄະນະວິຊາການກວດກາສະເພາະກິດ ແລ້ວ ໃຫ້ ກົມລ້ຽງສັດ ແລະ ການປະມົງ ລາຍງານຕໍ່ ກະຊວງກະສິກໍາ ແລະ ປ່າໄມ້, ສໍາລັບ ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ໃຫ້ລາຍງານ ອົງການປົກຄອງແຂວງ ເພື່ອພິຈາລະນາ.
ມາດຕາ 9 ການພິຈາລະນາ ອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ ກະຊວງກະສິກໍາ ແລະ ປ່າໄມ້ ຫຼື ອົງການປົກຄອງແຂວງ ພິຈາລະນາ ການອະນຸຍາດສ້າງຕັ້ງໂຮງງານ ຜະລິດອາຫານສັດ ຕາມການແບ່ງຂັ້ນຄຸ້ມຄອງ ພາຍໃນ ສຶບ ວັນລັດຖະການ ນັບແຕ່ ວັນທີ່ໄດ້ຮັບບົດລາຍງານ ຈາກກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ. ໃນກໍລະນີ ບໍ່ອະນຸຍາດສ້າງຕັ້ງ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ຂໍອະນຸຍາດ ຮັບຊາບ. ມາດຕາ 10 ການອະນຸຍາດໃຫ້ລົງມືກໍ່ ສ້າງ ໂຮງງານຜະລິດອາຫານສັດ ຜູ້ຂໍອະນຸບາດທີໄດ້ຮັຮັບ 20 ກລົງ ວ່າດ້ວຍການອະນຸຍາດສ້າງຕັ່ງໂຮງງານຜະລິດອາຫານສັດ ຈາກ ກະຊວງກະສິກໍາ ແລະ ປ່າໄມ້ ຫຼື ອົງການປົກຄອງ ຂັ້ນແຂວງ ແລ້ວ ໃຫ້ດໍາເນີນການກໍ່ສ້າງຕາມແບບທີ່ໄດ້ , / 3 ຮັບຮອງ ຈາກຂະແບນງການ ທີ່ກ່ຽວຂ້ອງ ບໍ່ເກີນ ເກົາສິບວັນ ນັບແຕ່ວັນທີໄດ້ຮັບ ຂໍຕົກລົງ ວ່າດ້ວຍການ ອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ. ຖ້າຫາກບໍ່ສາມາດລົງມີກໍ່ສ້າງໄດ້ ໃຫ້ແຈ້ງເຫດຜົນເປັນລາຍລັກ ອັກສອນ ໃຫ້ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ຂັນແຂວງ ຊາບ. ມາດຕາ 11 ການລາຍງານຄວາມຄືບຫ້າ ຂອງການກໍ່ສ້າງໂຮງງານຜະລິດອາຫານສັດ ຜູ້ໄດ້ຮັບອະນຸຍາດ ໃຫ້ລົງມືກໍ່ສ້າງ ໂຮງງານຜະລິດອາຫານສັດ ຕ້ອງແຈ້ງໃຫ້ກົມລ້ຽງສັດ ແລະ ການ ປະມົງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ຊາບ ເພື່ອແຕ່ງຕັ່ງຄະນະລົງກວດກາ ແລະ ສ້າງບົດລາຍງານ ຮ່ວມກັນຢ່າງຫ້ອຍ ສາມ ຄັ້ງ ດັ່ງນີ້: 1. ຄັ້ງທໍາອິດ ເມື່ອການກໍ່ສ້າງ ສໍາເລັດ ສາມສິບ ສ່ວນຮ້ອຍ; 2. ຄັ້ງທີສອງ ເມື່ອການກໍ່ສ້າງ ສໍາເລັດ ຫົກສິບ ສ່ວນຮ້ອຍ; 3. ຄັ້ງທີ່ສາມ ເມື່ອການກໍ່ສ້າງ ສໍາເລັດ ຮ້ອຍ ສ່ວນຮ້ອຍ. ຫນວດທີ 3 ການດໍາເນີນກິດຈະການໂຮງງານຜະລິດອາຫານສັດ ມາດຕາ 12 ການຂໍ ໃບຢັ້ງຢືນ ການຕໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ພາຍຫຼັງກໍ່ສ້າງໂຮງງານຜະລິດວາຫານສັດສໍາເລັດແລ້ວ ກ່ອນຈະດໍາເນີນການຜະລິດ ຕ້ອງຂໍໃບຢັ້ງຢືນ ການດໍາເນີນກິດຈະການຜະລິດອາຫານສັດ ຈາກກະຊວງກະສິກໍາ ແລະ ປ່າໄມ້ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ.
ມາດຕາ 13 ເງື່ອນໄຂການຂໍ ໃບຢັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ການຂໍ ໃບຢັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ມີເງື່ອນໄຂ ດັ່ງນີ້: 1; ສໍາເລັດການກໍສ້າງໂຮງງານຜະລິດອາຫານສັດ ໂດຍສົມບູນ ເປັນຕົ້ນ ສໍາເລັດການກໍ່ສ້າງອາຄານ, ຕິດຕັ້ງ ເຄື່ອງຈັກ, ຕິດຕັ້ງລະບົບປ້ອງກັນຄວາມປອດໄພ, ສ່ສິ່ງອໍານວຍຄວາມສະດວກດ້ານ ສຸຂານາໄມ, ມີລະບົບ ກໍາຈັດ ແລະ ບໍາບັດສິ່ງເສດເຫຼືອ, ມົນລະພິດ ພາຍໃນໂຮງງານ ໂດຍຖືກຕ້ອງຕາມແຜນຜັງເຕັກນິກ ການກໍສ້າງ ແລະ ສອດຄ່ອງກັບ ບົດວິພາກເສດຖະກິດ-ເຕັກນິກ; 2. ສໍາເລັດການທົດລອງຜະລິດ ແລະ ກວດກາຄຸນນະພາບ; ບ ສໍາເລັດການຂຶນທະບຽນອາຫານສັດ. ມາດຕາ 14 ການທົດລອງຜະລິດອາຫານສັດ ການດໍາເນີນ ທົດລອງຜະລິດອາຫານສັດ ຕ້ອງຂໍອະນຸຍາດການຜະລິດທົດລອງ ໂດຍການຍືນຄໍາຮ້ອງຕໍ່ ກົມລ້ຽງສັດ ແລະ ການປະມົງ ເພື່ອພິຈາລະນາ ພ້ອມທັງ ປະກອບຕົວຢ່າງ ແລະ ເອກະສານ ດັ່ງນີ້: 1. ສະຫຼາກ ແລະ ຕົວຢ່າງ ເປົາບັນຈຸອາຫານສັດທຸກຂະບນາດ ຫນຶ່ງຊຸດ; 2. ເອກະສານກໍາກັບການຜະລິດອາຫານສັດ ກົບພຶ້ງຊຸດ: 3. ຕົວຢ່າງອາຫານສັດ ນໍໍາຫັກຢ່າງຫ້ອຍ ຫ້າຮ້ອຍ ກາມ. ພາຍຫຼັງທີ່ໄດ້ຮັບການອະນຸຍາດແລ້ວ ອາຫານສັດທີ່ຜະລິດ ໃນໄລຍະການຜະລິດທົດລອງ ບໍ ອະນຸຍາດໃຫ້ຈໍາຫນ່າຍ. ແຈກຢາຍ ຫຼື ຂາຍຜະລິດຕະພັນ ແຕ່ສາມາດນໍາໃຊ້ ສໍາລັບ ການທົດລອງການລ້ຽງສັດ ຂອງຕົນເທົ່ານັ້ນ. ມ ມາດຕາ 15 ການຂຶ້ນທະບຽນອາຫານສັດ ຜູ້ທີ່ໄດ້ຮັບອະນຸຍາດ ໃຫ້ທົດລອງຜະລິດອາຫານສັດແລ້ວ, ອາຫານສັດດັ່ງກ່າວ ແມ່ນໄດ້ຜ່ານການ ກວດກາຄູນນະພາບຢູ່ໃນໂຮງງານແລ້ວ, ກ່ອນຈະດໍາເນີນການຂໍ ໃບຢັ້ງຢືນດໍາເນີນກິດຈະການໂຮງງານຜະລິດ ອາຫານສັດ ເພື່ອຈໍາຫາຍ ຕ້ອງໄດ້ເອົາຜະລິດຕະພັນ ດັ່ງກ່າວ ໄປຂຶ້ນທະບຽນນໍາ ກົມລ້ຽງສັດ ແລະ ການປະມົງ ຕາມທີ່ໄດ້ກໍານົດໄວ້ໃນ ດໍາລັດ ວ່າດ້ວຍອາຫານສັດ ສະບັບເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 ແລະ ຄູ່ມື ສໍາລັບ ການຂຶ້ນທະບຽນອາຫານສັດ ສະບັບເລກທີ 1594/ກປ, ລົງວັນທີ 06 ມີນາ 2023
ມາດຕາ16 ການຂໍອະນຸຍາດອອກພາຊະນະບັນຈຸອາຫານສັດ ກ່ອນການດໍາເນີນການຜະລິດອາຫານສັດ ຜູ້ຜະລິດອາຫານສັດ ຕ້ອງອອກແບບພາຊະນະບັນຈຸອາຫານ ສັດ ປະເພດຕ່າງໆ ແລ້ວສະເຫີຫາ ກົມລ້ຽງສັດ ແລະ ການປະມົງ ພິຈາລະນາຮັບຮອງ ມາດຕາ 17 ການປະກອບເອກະສານຂໍ ໃບຢັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ການສະເຫຼີຂໍ ໃບຢັງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ປະກອບມີ ເອກະສານ 1. ໃບຄໍາຮ້ອງ ຂໍດໍາເນີນການຜະລິດອາຫານສັດ ຕາມແບບພິມ ທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ ພ້ອມຮູບຖ່າຍຂະບນາດ 3x4 ຊັງຕີແມັດ ຈໍານວນ 04 ໃບ ຮູບຖ່າຍຕ້ອງບໍ່ເກີນ 03 ເດືອນ; 2 ຂໍ້ຕົກລົງ ວ່າຕ້ວຍການອະນຸຍາດສ້າງຕັ້ງໂຮງງານຜະລິດອາຫານສັດ ຂອງກະຊວງ ກປ; 3 ແຜນວາດຂະບວນການຜະລິດ, ພ້ອມທັງບົດອະທິບາຍ; 4 ລາຍການເຄື່ອງຈັກຕົ້ນຕໍໃນໂຮງງານ; 5. ແຜນການເຄື່ອນໄຫວປະຈໍາປີ; 6. ແຜນຜັງການກໍ່ສ້າງ ແລະ ລະບົບເຕັກນິກເຄື່ອງຈັກໂຮງງານ ຕາມລະບຽບການປຸກສ້າງ; 7 ໃບຢັ້ງຢືນ ຜົນການຜະລິດ ແລະ ກວດກາຄຸນນະພາບ ຂັ້ນທົດລອງ: 8 ໃບທະບຽນອາຫານສັດ. ມາດຕາ 18 ການກວດກາ ແລະ ປະເມີນ ໂຮງງານຜະລິດອາຫານສັດ ກ່ອນການອອກ ໃບຢັ້ງຢືນ ການດໍາເນີນ ກິດຈະການ ໂຮງງານຜະລິດລິດອາຫານສັດ ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 16 ຂອງຂໍ້ຕົກລົງ ສະບັບນີ້ ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ເປັນໃຈກາງ ແຕ່ງຕັ້ງຄະນະ ວິຊາການ ເພືອລົງກວດກາ ການດໍາເນີນການຜະລິດທົດລອງ ຂອງໂຮງງານຜະລິດອາຫານສັດ ພ້ອມທັງເຮັດ ບົດລາຍງານ ໃຫ້ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ຂັນແຂວງ ພາຍໃນ ຫ້າ ວັນ ລັດຖະການ . ໃນກໍລະມີພົບເຫັນ ໂຮງງານຜະລິດອາຫານສັດ ປະຕິບັດບໍ່ສອດຄ່ອງກັບ ມາດຖານເຕັກນິກ ຄະນະ ວິຊາການ ຕ້ອງໃຫ້ຄໍາແນະນໍາ ເພື່ອປັບປຸງ ແລະ ແກ້ໄຂ ພາຍໃນເວລາທີກໍານົດ ພ້ອມທັງເຮັດບົດບັນທຶກຜົນ ການກວດກາ ແລະ ລາຍງານ ໃຫ້ກົມລ້ຽງສັດ ແລະ ການປະມົງ ຊາບໂດຍດ່ວນ. ໃນກໍລະນີ ບໍ່ສາມາດປັບປຸງ ທັນຕາມກໍານົດເວລາ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນຕໍ່ ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກ ກະສິກໍາ ແລະ ບາມ ຊຂຶ້ນແຂວງ ຊາບລ່ວງຫຼ້າ ກ່ອນວັນສິ້ນສຸດ ຂອງກໍານົດເວລາ ທີ່ຄະນະວິຊາການແນະນໍາ. ດອາຫານສັດ ໄດ້ປັບປຸງຕາມການແນະນໍາ ຂອງຄະນະວິຊາການ ຕາມບົດ ມລ້ຽງສັດ ແລະ ການປະມງ ຫຼື ພະແນກກະສິກໍາ ແລະ ປ່າໄມ້8ະອ
ມາດຕາ 20 ການນໍາໃຊ້ ໃບຢັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ໃບຢັ້ງຢືນ ການຕໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ສາມາດນໍາໃຊ້ເປັນເອກະສານສະແດງ ສໍາລັບ ການຈໍາຫນາຍອາຫານສັດ ທີ່ດົນເອງຜະລິດ ລວມທັງ ສາມາດນໍາໃຊ້ສໍາລັບ ການນໍາເຂົ້າວັດຖຸດິບ . ອຸປະກອນ ເພື່ອນໍາມາຂະຫຍາຍການກໍສ້າງ ແລະ ດໍາເນີນການຜະລິດອາຫານສັດ, ແຕ່ບໍ່ສາມາດນໍາໃຊ້ໄດ້ ສໍາລັບ ການນໍາເຂົ້າອາຫານສັດ ຫຼື ຄ້າຂາຍອາຫານສັດ ທີບໍ່ແມ່ນຜະລິດຕະພັນຂອງຕົນໄດ້. ມາດຕາ 21 ອາຍຸ ແລະ ການຕໍ່ອາຍຸ ໃບຢັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ໃບຢັ້ງຢືນ ການຕໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ສາມາດນໍາໃຊ້ໄດ້ ສາມປີ ນັບແຕ່ວັນ ທີ່ອອກໃບປັ້ງຢືນ ເປັນຕົ້ນໄປ. ກ່ອນໃບຢັ້ງຢືນຈະບນົດອາຍຸ ສາມສິບ ວັນ ຜູ້ທີ່ໄດ້ຮັບໃບປີ້ງຢີນ ຕ້ຕ້ອງຍືນຄໍາຮ້ອງ ເພື່ອຂໍຕໍ່ອາຍຸນໍາ ກະຊວງກະສິກໍາ ແລະ ປ່າໄມ້ຫຼື ອົງການປົກຄອງ ຂັນແຂວງ ຕາມແບບພິມ ທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ. ການພິຈາລະນາ ຕໍ່ ຫຼື ບໍ່ໃຫ້ຕໍ່ໃບຢັ້ງຢືນ ຕ້ອງພິຈາລະນາບໍ່ໃຫ້ເກີນສິບຫ້າ ວັນລັດຖະການ ນັບແຕ່ວັນທີໄດ້ຮັບການສະເຫີ. ມາດຕາ 22 ການໂຈະ ໃບປັ້ງຢືນ ການດໍາເນີນກຶດຈະການ ໂຮງງານຜະລິດອາຫານສັດ ໃບຢັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ຈະຖືກໂຈະ ໃນກໍລະນີໃດຫນຶ່ງ ດັ່ງນີ: 1. ຕາມການສະເຫຼີຂອງຜູ້ດໍາເນີນການຜະລິດອາຫານສັດ; 2. ບໍ່ປະຕິບັດ ຕາມການແຈ້ງ ຂອງອົງການຄຸ້ມກຄອງ ແລະ ກວດກາອາຫານສັດ ກ່ຽວກັບ ການປັບປຸງການ ປະຕິບັດເງື່ອນໄຂ, ມາດຕະຖານເຕັກນິກ ແລະ ຄຸນນະພາບການດໍາເນີນການຜະລິດອາຫານສັດ; 3. ດໍາເນີນການຜະລິດອາຫານສັດ ບໍ່ຖືກຕ້ອງຕາມການອະນຸຍາດ. ການໂຈະ ໃບຢັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ແມ່ນເພື່ອໃຫ້ຜູ້ໄດ້ຮັບອະນຸຍາດ ຜະລິດອາຫານສັດ ປັບປຸງແກ້ໄຂພາຍໃນເວລາ ເກົ້າສິບ ວັນລັດຖະການ ໃນກໍລະນີ ຜູ້ຜະລິດອາຫານສັດ ບໍ່ສາມາດ ປັບປຸງແກ້ໄຂ ພາຍໃນເວລາທີ່ກໍານົດ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ແຈ້ງໂຈະ ຊາບ.
ມາດຕາ 23 ການຍົກເລີກ ໃບຢັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ໃບປັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ຈະຖືກຍົກເລີກ ໃນກໍລະນີໃດທຶຶ່ງ ດັ່ງນີ້: 1. ຕາມການສະເຫນີ ຂອງຜູ້ດໍາເນີນການຜະລິດອາຫານສັດ; 2. ບໍ່ປະຕິບັດຕາມການແຈ້ງໂຈະ ໂດຍບໍ່ມີເຫດຜົນພຽງພໍ; 3. ດໍາເນີນການຜະລິດອາຫານສັດ ທີ່ສົ່ງຜົນກະທົບຮ້າຍແຮງ ຕໍ່ສຸຂະພາບສັດ ຫຼື ະບ່ 4 ມາດຕາ 24 ການຂໍ ໃບຢັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ຄືນໃຫ ກໍລະນີ ໃບຢັ້ງຢືນ ເສຍຫາຍ ຫຼື ຖືກທໍາລາຍ ຜູ້ໄດ້ຮັບໃບຢິ້ງຢືນ ຕ້ອງແຈ້ງຕໍ່ອົງການທີ່ອອກໃບຢັ້ງຢືນ ໂດຍດ່ວນ ແລະ ປະກອບເອກະສານ ເພື່ອສະເຫຼີຂໍຮັບໃບຢັ້ງຢືນຄືນໃຫນ ພາຍໃນ ສິບຫ້າ ວັນລັດຖະການ ນັບ ແຕ່ວັນທີໃບຢັ້ງຢືນເສຍຫາຍ ຫຼື ຖືກທໍາລາຍ. ກະຊວງກະສິກໍາ ແລະ ປ່າໄມ້ ຫຼື ອົງການປົກຄອງ ຂັ້ນແຂວງ ຕ້ອງອອກ ໃບຢັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ສະບັບໃບນ ພາບໃນສາມສິບ ວັນ ລັດຖະການ, ມາດຕາ 25 ການຜະລິດ ແລະ ການຈໍາຫ່າຍອາຫານສັດ ທຸກລາຍການອາຫານສັດ ກ່ອນຜະລິດ ແລະ ຈໍາຫ່າຍ ຕ້ອງໄດ້ຂຶ້ນທະບຽນ ໃຫ້ຖືກຕ້ອງຕາມ ກົດຫນາຍ ແລະ ລະບຽບການ. ສະຖານທີ່ ຜະລິດ, ຈໍາບນໍາຍ ແລະ ການດໍາເນີນກິດຈະການ ຕ້ອງໄດ້ຮັບການຍັງຢຶນ ຈາກ ອົງການຄຸ້ມຄອງ ແລະ ກວດກາວຽກງານອາຫານສັດ ຕາມການແບ່ງຂັ້ນຄຸ້ມຄອງ. ມາດຕາ 26 ມາດຕະຖານການປະຕິບັດງານທີ່ດີ ຂອງໂຮງງານຜະລິດອາຫານສັດ ໂຮງງານຜະລິດອາຫານສັດ ຕ້ອງປະຕິບັດຕາມມາດຕະຖານການປະຕິບັດງານທີ່ດີ ສໍາລັບ ໂຮງງານ ຜະລິດອາຫານສັດ ທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ ພ້ອມທັງໄຫ້ສອດຄ່ອງກັບ ມາດຕະຖານ ຂອງອົງ ການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເປັນຕົ້ນ ທີ່ຕັ້ງ, ອົງປະກອບ, ອາຄານ, ສະຖານທີ່ຜະລິດ, ສິ່ງອໍານວຍຄວາມ ສະດວກ. ວັດຖຸປະກອນ ການຄຸ້ມຄອງການຜະລິດ ແລະ ກວດກາຄຸນນະພາບ, ການເກັບຮັກສາ, ການ ປະຕິບັດ ມາດຕະການຕ້ານສຸຂານາໄມ, ບຸກຄະລາກອນ ແລະ ການບັນທຶກ.
ມາດຕາ 27 ການໂຄສະນາອາຫານສັດ ການໂຄສະນາອາຫານສັດ ຕ້ອງໃຫ້ຖືກກັບ ເນື້ອໃນ, ຮູບການ ແລະ ສະຖານທີ່ ທີ່ໄດ້ຮັບຍັ້ງຢືນ. ເນື້ອໃນການໂຄສະນາ ຕ້ອງໃຫ້ ຊັດເຈນ, ຖືກຕາມຄຸນລັກສະນະ, ຄຸນນະພາບ ແລະ ຫຼີກລ່ຽງ ການໂຄສະນາ ເກີນຄວາມຈິງ ທີ່ເປັນການບິດເບືອນ ຫຼອກລວງຜູ້ອືນໃຫ້ຫຼົງເຊື່ອ. ຜູ້ທີ່ມີຈຸດປະສົງ ໂຄສະນາ ກ່ຽວກັບ ອາຫານສັດ ຕ້ອງຂໍອະນຸຍາດ ຈາກກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ຂະແບນງອືນທີ່ກ່ຽວຂ້ອງ. ຫນວດທີ 4 ການປ່ຽນແປງກິດຈະການ ໂຮງງານຜະລິດອາຫານສັດ ມາດຕາ 28 ການປ່ຽນແປງກິດຈະການ ໂຮງງານຜະລິດອາຫານສັດ ການປ່ຽນແປງກິດຈະການ ໂຮງງານຜະລິດອາຫານສັດ ປະກອບມີ ດັ່ງນີ້: ]. ການຂະຫຍາຍໂຮງງານຜະລິດອາຫານສັດ; 2. ການໂອນ, ເຊົາ ຫຼື ຂາຍ ກິດຈະການໂຮງງານ; 3. ການສືບທອດ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ:; 4. ການປ່ຽນຊື່ ໂຮງງານ ຫຼື ປ່ຽນຜູ້ດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ. ມາດຕາ 29 ການຂະຫຍາຍໂຮງງານຜະລິດອາຫານສັດ ເຈົ້າຂອງໂຮງງານຜະລິດອາຫານສັດ ສາມາດຂະຫຍາຍໂຮງງານຜະລິດອາຫານສັດໄດ້ ແຕ່ຕ້ອງໄດ້ຮັບ ການອະນຸຍາດຈາກ ກະຊວງກະສິກໍາ ແລະ ປ່າໄມ້ ຫຼື ອົງການປົກຄອງ ຂັ້ນແຂວງ ພ້ອມທັງ ະ ເອກະສານ ແລະ ປະຕິບັດຂັ້ນຕອນການຂໍອະນຸຍາດ ໃນສ່ວນທີ່ຈະຂະຫຍາຍ ຕາມກົດບນາຍ ແລະ ລະບຽບ ການ. ມາດຕາ 30 ການໂອນ, ເຊົ່າ ຫຼື ຂາຍກິດຈະການໂຮງງານຜະລິດອາຫານສັດ ໃນກໍລະນີ ເຈົ້າຂອງໂຮງງານຜະລິດອາຫານສັດ ມີຈຸດປະສົງ ໂອນ, ເຊົ່າ ຫຼື ຂາຍກິດຈະການໂຮງງານ ໃຫ້ຜູ້ອືນ ຕ້ອງລາຍງານຫາ ກະຊວງກະສິກໍາ ແລະ ປ່າໄມ້ ຫຼື ອົງການປົກຄອງ ຂັ້ນແຂວງ ພາຍໃນ ສິບທ້າ ວັນ ລັດຖະການ ກ່ອນຈະມອບສິດໃຫ້ແກ່ຜູ້ຮັບໃຫ່. ຜູ້ຈະຮັບການໂອນ,. ເຊົ່າ ຫຼື ຊື້ ນັ້ນ ຕ້ອງສະເພີຕໍ ກະຊວງກະສິກໍາ ແລະ ປ່າໄມ້ ຫຼື ອົງການປົກຄອງ ຂັ້ນແຂວງ ແລະ ດໍາເນີນການມອບໂອນ, ເຊົ່າ ຫຼື ຂາຍ ໃຫ້ສໍາເລັດ ພາຍໃນ ສາມສິບ ວັນລັດຖະການ ນັບແຕ່ວັນທີ່ ເຊັນສັນຍາ.
ມາດຕາ31 ການສືບທອດການດໍາເນີນກິດຈະການໂຮງງານຜະລິດອາຫານສັດ ໃນກໍລະນີ ຜູ້ຕໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ຫາກເສຍຊີວິດ, ຜູ້ມີສິດສຶບທອດ ຫຼື ຜູ້ໄດ້ຮັບສິດຄອບຄອງຕາມກົດບນາຍ ຕ້ອງລາຍງານເປັນລາຍລັກອັກສອນໃຫ້ ຂະແຫນງການກະສິກໍາ ແລະ ປ່າໄມ້ ຫຼື ອົງການປົກຄອງ ຂັ້ນແຂວງ ຊາບ ພາຍໃນ ຫົກສິບ ວັນລັດຖະການ ນັບແຕ່ວັນທີ ຜູ້ດໍາເນີນກິດຈະການໄດ້ ເສຍຊີວິດ ແລະ ໃຫ້ດໍາເນີນການກວດກາຄຸນສົມບັດ ຂອງຜູ້ຈະສືບທອດ ເພື່ອສະເຫີຂໍ່ປ່ຽນແປງຊຶ່ ຈາກ ຜູ້ດໍາເນີນກິດຈະການຜູ້ເກົ່າ ເປັນຊື່ຜູ້ທີ່ໄດ້ຮັບສິດສົບທອດ. ຖ້າຫາກບໍ່ມີຜູ້ຂໍສືບທອດພາຍໃນ ເກົ້າສິບ ວັນ ລັດຖະການ ຖືວ່າ ໃບຢັ້ງຢືນ ດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ນັ້ນ ບນົດອາຍຸ. ຖ້າຫາກມີ ຜູ້ຂໍສືບ ທອດການດໍາເນີນກິດຈະການ ຕ້ອງໄດ້ປະຕິບັດຕາມຂັ້ນຕອນການຂໍ ໃບປັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ຄືນໃຫ. ມາດຕາ 32 ການປ່ຽນຊື່ໂຮງງານ ຫຼື ປ່ຽນຜູ້ດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ສາມາດປ່ຽນຊື່ ໂຮງງານ ຫຼື ເຈົ້າຂອງໂຮງງານໄດ້ ແຕ່ຕ້ອງປະກອບເອກະສານ ສະເຫີຕໍ່ ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນ ແຂວງ ແລະ ຂະແບນງການອືນທີ່ກ່ຽວຂ້ອງ ຕາມກົດບນາຍ ແລະ ລະບຽບການ . ບນວດທີ 5 ສິດ ແລະ ພັນທະ ຂອງຜູ້ດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ມາດຕາ 33 ສິດ ຂອງຜູ້ດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ຜູ້ດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ມີ ສິດ ດັ່ງນີ້ : 1. ເປັນເຈົ້າກໍາມະສິດ ໂຮງງານຜະລິດອາຫານສັດ ແລະ ຜົນປະໂຫຍດ ທີ່ໄດ້ຮັບຈາກການດໍາເນີນ ກິດຈະການໂຮງງານ; 2. ກໍ່ສ້າງສິ່ງປຸກສ້າງ ແລະ ຕິດຕັ້ງເຄື່ອງຈັກ, ອຸປະກອນຕ່າງໆ ເພື່ອການດໍາເນີນກິດຈະການໂຮງງານ; 3. ເຄື່ອນໄຫວດໍາເນີນກິດຈະການຕາມຂອບເຂດທີ່ໄດ້ຮັບອະນຸຍາດໃນໃບຢັ້ງຢືນການດໍາເນີນກົດຈະການ ໂຮງງານຜະລິດອາຫານສັດ; 4. ສະເຫຼືຂໍນະໂຍບາຍ ແລະ ການແນະນໍາທາງຕ້ານວິຊາການ ຈາກພາກລັດ ແລະ ພາກສ່ວນອື່ນ; ເ ໃຫ້ເຊົ່າ, ໂອນ, ມອບ, ສືບທອດ, ຊື່, ຂາຍ, ຂະຫຍາຍ ແລະ ຢຸດເຊົາ ກິດຈະການ ໂຮງງານຜະລິດອາຫານ ສັດ ຕາມກົດຫນາຍ ແລະ ລະບຽບການ; 6. ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດ ຕາມກົດບນາຍ:
ຝຶກອົບຮົມ ແລະ ໃຫ້ຄໍາແນະນໍາເຕັກນິກວິຊາການ ກ່ຽວກັບ ການຜະລິດອາຫານສັດ; ນໍາໃຊ້ສິດອືນ ຕາມທີ່ໄດ້ກໍານົດໄວ້ໃນ ກົດຫນາຍ ແລະ ລະບຽບການ. ມາດຕາ 34 ພັນທະ ຂອງຜູ້ດໍາເນີນກິດຈະການໂຮງງານຜະລິດອາຫານສັດ ຜູ້ດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ມີ ພັນທະ ດັ່ງນີ້ : ສ້າງຕັ້ງໂຮງງານ ແລະ ດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ຕາມບົດວິພາກເສດຖະກິດ- ເຕັກນິກ ແລະ ໃບຢັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ; ຄຸ້ມຄອງການຜະລິດ ແລະ ຄວບຄຸມຄຸນນະພາບ ຕາມມາດຕະຖານປະຕິບັດງານທີ່ດີ ສໍາລັບ ໂຮງງານ ຜະລິດອາຫານສັດ ແລະ ມາດຕະຖານອົງການຈັດຕັ່ງສາກົນ: ເສຍພາສີ, ອາກອນ, ຄ່າທໍານຽມ ແລະ ຄ່າບໍລິການ ໃຫ້ຖືກຕ້ອງ ຕາມກົດຫນາຍ: ປະຕິບັດຕາມລະບຽບການ ກ່ຽວກັບ ການນໍາໃຊ້ແຮງງານ ເປັນຕົ້ນ ການໃຫ້ເງິນເດືອນ, ສະຫວັດດີ ການ ແລະ ການອຸດຫູນອື່ນໆ; ທີງງອ໊ະ ບົບການຄຸ້ມກອງຄວາມປອດໄພ ພາຍໃນໂຮງງານ ເປັນຕົ້ນ ການປະຖົມພະຍາບານ, ການ ຈັດການດ້ານສິ່ງແວດລ້ອມ, ການກໍາຈັດເຄມີ ທີ່ເປັນອັນຕະລາຍ ແລະ ການປ້ອງກັນອຸບັດຕິເຫດ ຕາມລະບຽບການທີ່ກ່ຽວຂ້ອງກໍານົດ; ລາຍງານ ການເກີດອຸປະຕິເຫດຂັ້ນຮ້າຍແຮງ ພາຍໃນໂຮງງານຜະລິດອາຫານສັດ ໃຫ້ອົງການທີ່ກ່ຽວຂ້ອງ; ປະສານສົມທົບກັບ ອົງການປົກຄອງທ້ອງຖິ່ນ ບ່ອນ ໂຮງງານຕັ້ງຢູ່ ເພື່ອຮັກສາຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍ ແລະ ສິ່ງແວດລ້ອມ: ລາຍງານ ແລະ ສະຫອງຂໍ້ມູນ ກ່ຽວກັບ ການເຄື່ອນໄຫວໂຮງງານຂອງຕົນ ໃຫ້ອົງການຈັດຕັ້ງລັດ ທີ່ກ່ຽວຂ້ອງ ຕາມກົດບນາ 9: ໃຫ້ຄວາມຮ່ວມມືກັບເ ຫ້າທິຂອງລັດ ໃນການປະຕິບັດຫ້າທີຕາມ ສິດ ແລະ ຄວາມຮັບຜິດຊອບ; 10. ປະຕິບັດພັນທະອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ. ບນວດທີ 6 ຂໍຫ້າມ ມາດຕາ 35 ຂໍ້ຫ້າມ ສໍາລັບ ຜູ້ດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ຫ້າມ ຜູ້ດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ມີພິດຕິກໍາໃດຜນຶ່ງ ດັ່ງນີ້: ສ້າງຕັ້ງ, ຍົກຍ້າຍ, ດໍາເນີນກິດຈະການ ແລະ ຂະຫຍາຍໂຮງງານຜະລິດອາຫານສັດ ໂດຍບໍ່ໄດ້ຮັບ ອະນຸຍາດ; ຜະລິດ ແລະ ຈໍາຫ່າຍ ອາຫານສັດ ທີ່ບໍ່ປອດໄພ, ທີ່ບໍ່ໄດ້ຂຶ້ນທະບຽນ ຫຼື ຖືກຍົກເລີກ ທະບຽນ; ນໍາໃຊ້ສານທີ່ເປັນອັນຕະລາຍ ຫຼື ສານທີ່ຕ້ອງຫ້າມ ປະສົມລົງໃນ ສູດຕໍາລາອາຫານສັດ; ນໍາໃຊ້ພາຊະນະບັນຈຸ ທີ່ບໍ່ເພາະສົມ ສໍາລັບ ການບັນຈຸ ຫຼື ຫຸ້ມຫໍ່ ອາຫານສັດ ແລະ ຕິດສະຫຼາກ ບໍ່ ຖືກຕ້ອງຕາມທີ່ໄດ້ຂຶ້ນທະບຽນໄວ້; ປະຕິເສດຄວາມຮັບຜິດຊອບ, ຫຼົບຫຼີກ, ບິດເບືອນ, ຂັດຂວາງ, ເຊື່ອງອໍາ ການກວດກາ ຫຼື ບໍ່ປະຕິບັດ ຕາມຄໍາສັ່ງຂອງເຈົ້າຫ້າທີ່; ໃຫ້ສິນບົນແກ່ ພະນັກງານ, ເຈົ້າຫ້າທີ່ ຫຼື ຮ່ວມກັນສື່ໂກງລັດ ແລະ ຜູ້ນໍາໃຊ້ອາຫານສັດ:
ມ ເຄື່ອນໄຫວກິດຈະການ ໂດຍບໍ່ສອດຄ່ອງກັບ ໃບຢັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານ ສັດ o ປ່ຽນຊື່ໂຮງງານຜະລິດອາຫານສັດ, ໂອນ. ຂາຍ, ໃຫ້ເຊົ່າ ຫຼື ປ່ຽນຜູ້ດໍາເນີນກິດຈະການໂຮງງານຜະລິດ ອາຫານສັດ ໂດຍບໍ່ໄດ້ຮັບອະນຸຍາດ: ປ່ອຍຫຼື ຖິ້ມສິ່ງເສດເຫຼືອ ທີ່ບໍ່ໄດ້ຜ່ານຂະບວນການບໍາບັດ ຫຼື ບໍາບັດ ບໍ່ໄດ້ມາດຕະຖານ ອອກສູ່ສະພາບ ແວດລ້ອມ; 10. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫນາຍ ແລະ ລະບຽບການ. ມາດຕາ 36 ຂໍ້ຫ້າມ ສໍາລັບ ພະນັກງານ-ລັດຖະກອນ ແລະ ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ຫ້າມ ພະນັກງານ-ລັດຖະກອນ ແລະ ເຈົ້າຫ້ໍາທີ່ ທີ່ກ່ຽວຂ້ອງ ມີພຶດຕິກໍາໃດຫຶຶ່ງ ດັ່ງນີ 2 ສວຍ ອໍານາດ, ຫ້າທີ່, ຕໍາແຫນ່ງ. ໃຊ້ຄວາມຮຸນແຮງ, ບັງຄັບ, ນາບຄູ່ ເພື່ອຫາຜົນປະໂຫຍດສ່ວນຕົວ. ຄອບຄົວ, ຍາດຕິພີ່ນ້ອງ ແລະ ພັກພວກຕົນເອງ; ທວງເອົາ, ຂໍເອົາ, ຮັບສິນບົນ ຈາກ ບຸກຄົນ. ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ; ຫ ະ ຫ ທ ຂ ທາງ ປະຕິບັດຫ້າທີ່ດ້ວຍຄວາມປະຫາດ,ເລີ່ນເລີ໊, ເມີນເສີຍ, ຂາດຄວາມຮັບຜິດຊອບຕໍ່ ການປະຕິບັດຫ້າທີ່; ກົດຫ່ວງ, ຖ່ວງດຶງ, ປອມແປງ ເອກະສານ, ອອກເອກະສານບໍ່ຖືກຕ້ອງຕາມກົດບນາຍ; ຮຽກເອົາ ຄ່າທໍານຽມ, ຄ່າບໍລິການ ທີ່ບໍ່ຖືກຕ້ອງຕາມກົດບນາຍ; ເປີດເຜີຍຄວາມລັບຂອງລັດ ຫຼື ທາງລັດຖະການ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ; ບິດເບືອນຄວາມຈິງ, ປິດບັງ, ເຊື່ອງອໍາ ແລະ ປົກປ້ອງ ຫຼື ໃຫ້ຄວາມຮ່ວມມືກັບຜູ້ກະທໍາຜິດ; ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດບນາຍ ຫນວດທີ 7 ການຄຸ້ມຄອງ ແລະ ກວດກາ ໂຮງງານຜະລິດອາຫານສັດ ມາດຕາ 37 ອົງການຄຸ້ມຄອງ ແລະ ກວດກາ ໂຮງງານຜະລິດອາຫານສັດ ອົງການຄຸ້ມຄອງ ແລະ ກວດກາ ໂຮງງານຜະລິດອາຫານສັດ ແມ່ນອົງການດຽວກັນກັບ ອົງການຄຸ້ມຄອງ ແລະ ກວດກາ ວຽກງານອາຫານສັດ ຊຶງປະກອບດ້ວຍ : L. ກົມລ້ຽງສັດ ແລະ ການປະມົງ; 2. ແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ; 3; ຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ
ມາດຕາ 38 ສິດ ແລະ ຫຼ້າທີ່ ຂອງກົມລ້ຽງສັດ ແລະ ການປະມົງ ກົມລ້ຽງສັດ ແລະ ການປະມົງ ມີສິດ ແລະ ຫໍ້າທີ່ ດັ່ງນີ້: ຄົ້ນຄ້ວາ, ສ້າງ ນະໂຍບາຍ, ແຜນພັດທະນາ ແລະ ນິຕິກໍາ ກ່ຽວກັບ ການຜະລິດ ແລະ ຄຸ້ມຄອງ ອາຫານ ສັດ; ຄົ້ນຄວ້ານໍາສະເຫຼື ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອພິຈາລະນາ ເຫັນດີດ້ານຫຼັກການ ກ່ຽວກັບ ການສ້າງຕັ້ງໂຮງງານຜະລິດອາຫານສັດ ແລະ ອອກ ຂໍ້ຕົກລົງ ວ່າຕ້ວຍການອະນຸຍາດສ້າງຕັ້ງ ໂຮງງານຜະລິດອາຫານສັດ; ທ ຄົ້ນຄວ້ານໍາສະເຫຼື ອອກ, ໂຈະ ຫຼື ຍົກເລີກ ໃບຢັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ; = ຕິດຕາມ ກວດກາ ຄຸນນະພາບ, ຄວາມປອດໄພຂອງອາຫານສັດ ແລະ ການດໍາເນີນການຜະລິດ; ຫ ຄົ້ນຄວ້າ ແລະ ຮັບຮອງ ບົດວິພາກເສດຖະກິດ-ເຕັກນິກ ໂຮງງານຜະລິດອາຫານສັດ; o ສຶກສາ, ຄົ້ນຄວ້າ, ວິເຕາະ ແລະ ວິໄຈ ແຜນຄວາມຕ້ອງການວັດຖຸດິບປ້ອນ ໂຮງງານຜະລິດອາຫານສັດ ແລະ ຄວາມອາດສາມາດຂອງກໍາລັງການຜະລິດ; 10 ຮັບຮອງ ແລະ ຢັ້ງຢືນ ການນໍາເຂົ້າ ວັດຖຸດິບ. ເຄື່ອງຈັກ, ອາໄຫຼູ່ເດືອງຈັກ ແລະ ອຸປະກອນຮັບໃຊ້ ການກໍ່ສ້າງໂຮງງານ, ການຜະລິດ ແລະ ການວິໄຈ ຂອງໂຮງງານຜະລິດອາຫານສັດ; ສ້າງ ແລະ ພັດທະນາ ລະບົບຖານຂໍ້ມູນໂຮງງານຜະລິດອາຫານສັດ ໃນຂອບເຂດທົ່ວປະເທດ; ຮັບ ແລະ ພິຈາລະນາແກ້ໄຂ ຄໍາສະເຫີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ກ່ຽວຂ້ອງກັບ ຜະລິດຕະພັນອາຫານສັດ; . ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໂຮງງານຜະລິດອາຫານສັດ ໃຫ້ກະຊວງ ກະສິກໍາ ແລະ ປ່າໄມ້ ຊາບ ຢ່າງເປັນປົກກະຕິ; 11 ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອືນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ. ມາດຕາ 39 ສິດ ແລະ ຫ້າທີ່ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ມີສິດ ແລະ ຫາທີ່ ດັ່ງນີ: ຜັນຂະຫຍາຍ ນະໂຍບາຍ, ແຜນພັດທະນາ ແລະ ຈັດຕັ້ງປະຕິບັດ ນິຕິກໍາ ກ່ຽວກັບ ການຜະລິດ ແລະ ຄຸ້ມ ຄອງອາຫານສັດ; ຄື້ນດວ້ານໍາສະເຫີ ອົງການປົກຄວງທ້ອງຖິ່ນ ເພື່ອພິຈາລະນາ ເຫັນດີດ້ານຫຼັກການ ກ່ຽວກັບ ການສ້າງຕັ້ງ ໂຮງງານຜະລິດອາຫານສັດ ແລະ ອອກ ຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງ ໂຮງງານຜະລິດອາຫານສັດ ທີ່ມີກໍາລັງການຜະລິດ ຫ້ອຍກວ່າ ສີພັນໂຕນ ຕໍ່ປີ: ຄົ້ນຄວ້ານໍາສະເຫຼີ ອອກ, ໂຈະ ຫຼື ຍົກເລີກ ໃບປັ້ງຢືນ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ <: ກໍາລັງການຜະລິດ ຫ້ອຍກວ່າ ສີ່ພັນ ໂຕນ ຕໍ່ປີ; ຕິດຕາມ ກວດກາ ການຕໍາເນີນການຜະລິດອາຫານສັດ; ຄົ້ນຄວ້າ ແລະ ຮັບຮອງ ບົດວິພາກເສດຖະກິດ-ເຕັກນິກ ໂຮງງານຜະລິດອາຫານສັດ; ສຶກສາ, ຄົ້ນຄວ້າ,ວິເຄາະ ແລະ ວິໄຈ ແຜນຄວາມຕ້ອງການວັດຖຸດິບບ້ອນເຂົ້າ ໂຮງງານຜະລິດອາຫານສັດ ແລະ ຄວາມອາດສາມາດຂອງກໍາລັງການຜະລິດ; ສ້າງ ແລະ ພັດທະນາ ລະບົບຖານຂໍ້ມູນ ໂຮງງານຜະລິດອາຫານສັດ; ຮັບ ແລະ ພິຈາລະນາແກ້ໄຂ ຄໍາສະເຫີ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ກ່ຽວຂ້ອງກັບ ຜະລິດຕະພັນອາຫານສັດ; ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໂຮງງານຜະລິດອາຫານສັດ ໃຫ້ກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ອົງການປຶກຄອງທ້ອງຖິ່ນ ຊາບ ຢ່າງເປັນປົກກະຕິ; 10. ນໍາໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ.
ມາດຕາ 40 ສິດ ແລະ ຫຼ້າທີ່ ຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ ຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ ມີສິດ ແລະ ຫາທີ່ ດັ່ງນີ້: ຈັດຕັ້ງປະຕິບັດ ບັນດານິຕິກໍາ ແລະ ລະບຽບການ ກ່ຽວກັບ ການຄຸ້ມຄອງການຜະລິດອາຫານສັດ; gzl ອອກ, ໂຈະ ຫຼື ຍົກເລີກ ໃບຢັ້ງຢືນ ການດໍາເນີນກິດຈະການໂຮງງານຜະລິດອາຫານສັດ ຢູ່ໃນ ຂອບເຂດຄວາມຮັບຜິດຊອບຂອງຕົນ; ຕິດຕາມ ກວດກາ ການດໍາເນີນການຜະລິດຂອງໂຮງງານຜະລິດອາຫານສັດ ຕາມການຊີ້ນໍາ ຂອງອົງການທີ່ ກ່ຽວຂ້ອງ ຂັ້ນແຂວງ; ຮັບຄໍາສະເຫີຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງກັບ ຜະລິດຕະພັນອາຫານສັດ ຢູ່ໃນ ຂອບເຂດຄວາມຮັບຜິດຊອບຂອງຕົນ; ກນ/ 11 5. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໂຮງງານຜະລິດອາຫານສັດ ໃຫ້ພະແນກ ກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ອົງການປົກຄອງທ້ອງຖິ່ນ ຂັ້ນເມືອງ ຮັບຊາບ ຢ່າງເປັນປົກກະຕິ; 6. ນໍາໃຊ້ສິດ ແລະ ປະຕິບັດຫໍ້າທີ່ອືນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ. ມາດຕາ 41 ການກວດກາ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ການກວດກາ ການດໍາເນີນກິດຈະການ ໂຮງງານຜະລິດອາຫານສັດ ໃຫ້ປະຕິບັດຕາມສິດ, ຫ້າທີ່ ຂອງ ເຈົ້າຫ້າທີ່. ເນື້ອໃນ ແລະ ຮູບການກວດກາ ທີ່ກໍານົດໄວ້ໃນ ດໍາລັດ ວ່າດ້ວຍອາຫານສັດ ສະບັບເລກທີ 02/ລບ, ລົງວັນທີ 02 ມັງກອນ 2020. ຫວດທີ 8 ບົດບັນຍັດສຸດທ້າຍ ມາດຕາ 42 ການຈັດຕັ້ງປະຕິບັດ ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ. ຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ ເປັນເຈົ້າການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່, ແນະນໍາ ແລະ ຈັດຕັ້ງ ປະຕິບັດ ຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ. ມາດຕາ 43 ຜົນສັກສິດ ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 07 ກຸມພາ 2025 ເປັນຕົ້ນໄປ ເຊູທີ/
ລັດຖະມົນຕີ ປອ. ລິນຄໍາ ດວງສະບທວັນ 12