تخطَّ إلى المحتوى
Nelum
قوانين لاوس

Decision No.1509/MONRE on Management of Underground Water

صدر في 2019-03-21 · النص بتاريخ 2026-10-01

القانون العام والإرشادات الرسمية منشورة بوصفها أبحاثاً. ليست مشورة قانونية أو ضريبية أو مالية.

البحث نفسه مكتوب بالإنجليزية. العناوين والوسوم مترجمة؛ أما النتائج والاقتباسات فغير مترجمة.

عن هذا القانون

العنوان الأصلي
ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງນໍ້າໃຕ້ດິນ, ເລກທີ 1509/ກຊສ.
اللغة
Lao
النوع
لائحة
المنظمة
Mekong River Commission (MRC)
الدولة
لاوس
الموضوعات
Water
الكلمات المفتاحية
water resources management, groundwater, environmental impact assessment (EIA), authorization/permit, inspection, classification/declassification, pollution control, water abstraction, waterworks, well sinking/boreholes, freshwater pollution, sustainable development, sustainable use

أين تقرؤه

    لا يوجد رابط مصدر مسجل لهذا القانون.

النص

نص القانون نفسه، مادةً مادة، كما هو محفوظ. لكل مادة رابطها.

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 1509 ເລກທີ່. ເວ. ະແນ /ກຊສ ນະຄອນຫຼວງວຽງຈັນ, ວັນທີ.:ຂໄົ.ມ້ຈໍາ...20 19. T ລ ຂໍຕົກລົງ . ມ ມ. % gro ວ່າດ້ວຍການຄຸ້ມຄອງນໍາໃຕ້ດິນ -- ອີງຕາມມາດຕາ 47 ຂອງກົດຫາຍວ່າດ້ວຍນ້ໍາ ແລະ ຊັບພະຍາກອນນ້ໍາ ສະບັບປັບປຸງ ເລກທີ 23/ສພຊ, ລົງ ວັນທີ 1 ພຶດສະພາ 2017; - ອີງຕາມຫັງສືສະເຫີຂອງກົມຊັບພະຍາກອນນ້ໍາ ສະບັບເລກທີ 021/ກຊສ.ກຊນ, ລົງວັນທີ 6 ມີນາ 2019. ວ ລັດຖະມົນຕີ ອອກຂໍຕົກລົງ: ຫວດທີ 1 ບົດບັນຍັດທົ່ວໄປ ມາດຕາ1 ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຕຸ້ມຄອງ, ຕິດຕາມ ກວດກາການນໍາໃຊ້ ແລະ ການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ເພື່ອຮັບປະກັນການນໍາໃຊ້ນ້ໍາໃຕ້ດິນໃຫ້ຖືກຕ້ອງ ຕາມເປົ້າບນາຍ, ປະຢັດ, ສົມເຫດສົມຜົນ, ມີປະສິດທິຜົນ ແນໃສ່ຮັກສາຄວາມສົມດູນທາງດ້ານປະລິມານ ແລະ ຄຸນນະພາບຂອງນ້້າໃຕ້ດິນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໄປຄຽງຄູ່ກັບການປົກປັກ ຮັກສາສິ່ງ ແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ. ມາດຕາ 2 ການຄຸ້ມຄອງນ້ໍາໃຕ້ດິນ ການຄຸ້ມຄອງນ້ໍາໃຕ້ດິນ ແມ່ນ ຂະບວນການ ສໍາຫຼວດ, ເກັບກໍາຂໍ້ມູນ, ຂຶ້ນບັນຊີແຫຼ່ງນ້ໍາໃຕ້ດິນ ແລະ ບໍ່ນ້ໍາ ໃຕ້ດິນ, ການກໍານົດເຂດທີ່ມີຄວາມສ່ຽງຕໍ່ປະລິມານ ແລະ ຄຸນນະພາບນ້ໍາໃຕ້ດິນ ເພື່ອວາງແຜນຄຸ້ມຄອງ, ຕິດຕາມ ກວດກາການຂຸດເຈາະ ຫຼື ຊີເຈາະ ແລະ ການນໍາໃຊ້ນ້ໍາໃຕ້ດິນ. ມາດຕາ8 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມບນາຍ ດັ່ງນີ້:

  2. 1. ແຫຼ່ງນ້ໍາໃຕ້ດິນ ຫນາຍເຖິງ ແຫຼ່ງນ້ໍາທີ່ຢູ່ພື້ນດິນເປັນຊັ້ນ, ເປັນຜົ້ງ, ເປັນສາຍ ຫຼື ປົນກັນກັບເນື້ອດິນ ເປັນ ຕົ້ນ ນ້ໍາສ້າງ, ນ້ໍາອອກບໍ່, ນ້ໍາແຮ່ທາດ, ນ້ໍາບາດານ, ນ້ໍາລອດພື້ນ: 2. ນ້ໍາໃຕ້ດິນ ຫນາຍເຖິງ ນ້ໍາທໍາມະຊາດທີ່ຢູ່ພື້ນດິນ ເຊັ່ນ ນ້ໍາສ້າງ, ນ້ໍາບາດານ, ນ້ໍາອອກບໍ່, ນ້ໍາລອດພື້ນ; 3. ນ້ໍາບາດານ ຫນາຍເຖິງ ນ້ໍາໃຕ້ດິນທີ່ຂຸດເຈາະ ຫຼື ຊີເຈາະຈາກຊັ້ນໃຫ້ນໍໍາ ທີ່ຢູ່ໃຕ້ດິນໃນລະດັບຄວາມເລິກ ສິບຫ້າ ແມັດຂຶ້ນໄປ ຊຶ່ງຊັ້ນດັງກ່າວນີ້ແມ່ນຊັ້ນໃຫ້ນ້ໍາແບບບິດທີ່ມີຊັ້ນດິນ ແລະ ຊັ້ນຫີນອືມຕົວດ້ວຍນໍໍາ; 4. ນ້ໍາສ້າງ ຫນາຍເຖິງ ນໍໍາໃຕ້ດິນທີ່ຢູ່ຊັ້ນໃຫ້ນ້ໍາແບບເປີດທີ່ສາມາດນໍາເອົານ້ໍາຂຶ້ນມາໃຊ້ໄດ້ ໂດຍການຂຸດຈົນ ເຖິງຊັ້ນໃຫ້ນ້ໍາ; 5. ການຂຸດເຈາະ ຫຼື ຊີເຈາະ ນ້ໍາໃຕ້ດິນ ເພາຍເຖິງ ການຂຸດເຈາະ ຫຼື ຊີເຈາະ ພື້ນດິນໂດຍຜ່ານຊັ້ນດິນ, ຊັ້ນ ຫີນ ເພື່ອນໍາເອົານ້ໍາຂຶ້ນໄປໃຊ້ເຂົ້າໃນເປົ້າຫນາຍຕ່າງໆ; 6. ການສໍາຫຼວດແຫຼ່ງນໍໍາໃຕ້ດິນ ແພາຍເຖິງ ການເກັບກໍາຂໍ້ມູນ ແລະ ສຶກສາສະພາບ ແຫຼ່ງນ້ໍາໃດ້ດິນ ເປັນຕົ້ນ ຈໍານວນແຫຼ່ງ, ຜົ້ງ, ສາຍນ້ໍາ, ປະລິມານ ແລະ ຄຸນນະພາບນ້ໍາໃຕ້ດິນ, ຊັ້ນດິນ, ຊັ້ນຫີນ, ລະດັບນ້ໍາ ເພື່ອກໍານົດ ທີ່ຕັ້ງ, ຈຸດພິກັດ, ຂອບເຂດ ແລະ ໃສ່ເຄື່ອງບນາຍ; 7. ການເກັບກໍາຂໍ້ມູນບໍ່ນ້ໍາໃຕ້ດິນ ຫນາຍເຖິງ ການເກັບກໍາ ແລະ ສັງລວມ ຈໍານວນນ້ໍາສ້າງ ແລະ ນ້ໍາໃຕ້ດິນ ລວມທັງທີ່ຕັ້ງ, ຈຸດພິກັດ, ຄວາມກວ້າງຄວາມເລິກ, ລະດັບນ້ໍາ, ຄຸນນະພາບນ້ໍາໃຕ້ດິນຂອງບໍ່ ທີ່ໄດ້ຂຸດເຈາະ ຫຼື ຊີ ເຈາະແລ້ວ. ມາດຕາ 4 ຫຼັກການຄຸ້ມຄອງນ້ໍາໃຕ້ດິນ ການຄຸ້ມຄອງ ແລະ ນໍາໃຊ້ນໍໍາໃຕ້ດິນ ໃຫ້ປະຕິບັດຕາມຫຼັກການຕົ້ນຕໍ ດັ່ງນີ້: 1. ສອດຄ່ອງກັບກົດຫນາຍ, ແຜນຍຸດທະສາດການຄຸ້ມຄອງ, ການບໍລິຫານ ແລະ ການນໍາໃຊ້ນ້ໍາ ແລະ ຊັບ ພະຍາກອນນ້ໍາ; 2. ຮັບປະກັນການນໍາໃຊ້ນ້ໍາໃຕ້ດິນຢ່າງສົມເຫດສົມຜົນ, ມີປະສິດທິພາບ, ປະສິດທິຜົນ ແລະ ປົກປັກຮັກ ສານ້ໍາໃຕ້ດິນ ໃຫ້ມີຄວາມສົມດຸນທາງດ້ານ ປະລິມານ, ຄູນນະພາບ ແລະ ມີຜິນກະທົບຫ້ອຍທີ່ສຸດຕໍ່ລະບົບນິເວດ ແລະ ສິ່ງແວດລ້ອມ; 3. ຮັບປະກັນການມີສ່ວນຮ່ວມຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງໃນການຄຸ້ມຄອງ ການນໍາໃຊ້ ແລະ ປົກປັກຮັກສານ້ໍາໃຕ້ດິນ; 4. ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ຕົນໄດ້ກໍ່ຂຶ້ນຈາກການນໍາໃຊ້, ການເຄື່ອນໄຫວດໍາເນີນທຸລະກິດ ຫຼື ກິດ ຈະກໍາ ກ່ຽວກັບນ້ໍາໃຕ້ດິນ.

  3. ມາດຕາ ຣ ຂອບເຂດການນໍາໃຊ້ Yo o ~ 8 , ວຸມ,ູ o - ວຂ, <. o o & .. ະ & o ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນໍາໃຊ້ ແລະ ການເຄືອນໄຫວທຸລະກິດ າ = ,5 ດູ ະ ຂ, ຫຼື ກິດຈະກໍາ ກ່ຽວກັບນໍາໃຕ້ດິນ. ຫວດທີ 2 - 3 . a¥forve ການສໍາຫຼວດ ແລະ ການຂຶ້ນບັນຊີນໍາໃຕ້ດິນ ມາດຕາ 6 ການສໍາຫຼວດນໍໍາໃຕ້ດິນ ການສໍາຫຼວດນ້ໍາໃຕ້ດິນ ແມ່ນ ການສໍາຫຼວດແຫຼ່ງນໍາ ແລະ ການເກັບກໍາຂໍ້ມຸນບໍ່ນ້ໍາໃຕ້ດິນ ເພື່ອເປັນຂໍ້ມູນໃນ ການສ້າງແຜນທີ່ນໍໍາໃຕ້ດິນ ແລະ ວາງແຜນຄູ້ມຄອງການນໍາໃຊ້ນ້ໍາໃຕ້ດິນແຕ່ລະເປົ້າຫນາຍ. ຂະແບຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນທ້ອງຖິ່ນ ເປັນຜູ້ຮັບຜິດຊອບສໍາຫຼວດນ້ໍາ ໃຕ້ດິນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອຂຶ້ນບັນຊີນ້ໍາໃຕ້ດິນ ໂດຍປະສານສົມທົບກັບຂະແຫນງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລ້ວລາຍງານໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແລະ ອົງການປົກຄອງທ້ອງຖິ່ນຂອງຕົນ. ມາດຕາ 7 ການຂຶ້ນບັນຊີນ້ໍາໃຕ້ດິນ ການຂຶ້ນບັນຊີນ້ໍາໃຕ້ດິນ ແມ່ນ ການເກັບກໍາ, ສັງລວມ ແລະ ໃສ່ລະຫັດແຫຼ່ງນ້ໍາໃຕ້ດິນ ແລະ ບໍ່ນ້ໍາໃຕ້ດິນ ລວມທັງຂໍ້ມູນກ່ຽວຂ້ອງຕ່າງໆ ເຂົ້າໃນຖານຂໍ້ມູນ ແລະ ສ້າງເປັນແຜນທີ່ນ້ໍາໃຕ້ດິນ ເພື່ອເປັນເຄື່ອງມືໃນການ ຕິດຕາມ ກວດກາ, ປະເມີນສະພາບ, ວິເຄາະ ແລະ ເປັນບ່ອນອີງໃນການຄຸ້ມຄອງ ແລະ ນໍາໃຊ້ນ້ໍາໃຕ້ດິນ. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ະຄອນຫຼວງວຽງຈັນ ເປັນຜູ້ຮັບຜິດຊອບ ຂຶ້ນບັນຊີນ້ໍາໃຕ້ດິນໃນທ້ອງຖິ່ນຂອງຕົນ ໂດຍປະສານສົມທົບກັບຂະແຫງການ ແລະ ອົງການປົກຄອງທ້ອງຖິ່ນທີ່ ກ່ຽວຂ້ອງ. ກົມຊັບພະຍາກອນນ້ໍາ ເປັນຜູ້ສັງລວມການຂຶ້ນບັນຊີນ້ໍາໃຕ້ດິນໃນຂອບເຂດທົ່ວປະເທດ ຕາມການສັງລວມ ລາຍງານຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ.

  4. ມາດຕາ ຣ ການກໍານົດເຂດທີ່ມີຄວາມສ່ຽງຕໍ່ຄຸນນະພາບ ແລະ ປະລິມານນ້ໍາໃຕ້ດິນ ເຂດທີ່ມີຄວາມສ່ຽງຕໍ່ຄຸນນະພາບ ແລະ ປະລິມານນ້ໍາໃຕ້ດິນ ແມ່ນ ເຂດນ້ໍາໃຕ້ດິນທີ່ມີ ຊັ້ນນ້ໍາດັມ, ການ ເຈືອບົນຂອງສານເຄມີອັນຕະລາຍ ໂດຍທໍາມະຊາດ ແລະ ມະນຸດສ້າງຂຶ້ນ ລວມທັງເຂດທີ່ມີການນໍາໃຊ້ນ້ໍາໃຕ້ດິນ ໃນປະລິມານຫຼາຍເກີນກວ່າປະລິມານນ້ໍາທີ່ໄຫຼລົງສູ່ຊັ້ນນ້ໍາໃຕ້ດິນ ອາດຈະເຮັດໃຫ້ເກີດການຍຸບຕົວຂອງຊັ້ນດິນ, ການແຜ່ກະຈາຍຂອງນໍໍາເຄັມເຂົ້າສູ່ຊັ້ນນ້ໍາໃຕ້ດິນ, ການຫຼຸດລົງຂອງລະດັບນ້ໍາໃນຊັ້ນນ້ໍາໃຕ້ດິນ ແລະ ຜົນກະທົບຕໍ່ ສິ່ງແວດລ້ອມ ຊຶ່ງເຂດດັ່ງກ່າວແມ່ນໃຫ້ຈໍາກັດການນໍາໃຊ້ ຫຼື ກໍານົດເປັນເຂດຫວງຫ້າມ ເພື່ອປ້ອງກັນ ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ການຍຸບຕົວຂອງດິນ. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ກໍານົດເຂດທີ່ມີ ຄວາມສ່ຽງຕໍ່ຄູນນະພາບ ແລະ ປະລິມານນໍໍາໃຕ້ດິນ ໂດຍຜ່ານຂະບວນການສໍາຫຼວດ ແລະ ຂຶ້ນບັນຊີ ຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາ 6 ແລະ 7 ຂອງຂໍ້ຕົກລົງສະບັບນີ້ ໂດຍປະສານສົມທົບກັບພະແນກການ, ອົງການປົກຄອງ ເມືອງ, ເທດສະບານ, ນະຄອນ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ແລະ ອົງການປົກຄອງບ້ານ ທີ່ກ່ຽວຂ້ອງ. ຫວດທີ 3 . or¥ gra ການນໍາໃຊ້ນໍາໃຕ້ດິນ ມາດຕາ ອ ການນໍາໃຊ້ນ້ໍາໃຕ້ດິນ ການນໍາໃຊ້ນ້ໍາໃຕ້ດິນ ແມ່ນ ການນໍາໃຊ້ນ້ໍາເຂົ້າໃນເປົ້າຫນາຍໃດຫຶ່ງ ຕາມທີ່ໄດ້ລະບຸໄວ້ໃນມາດຕາ 46 ຂອງ ກົດຫນາຍວ່າດ້ວຍ ນ້ໍາ ແລະ ຊັບພະຍາກອນນ້ໍາ ສະບັບປັບປຸງເລກທີ 23/ສພຊ, ລົງວັນທີ 1 ພຶດສະພາ 2017. ການນໍາໃຊ້ນ້ໍາໃຕ້ດິນ ແບ່ງອອກເປັນ ສາມ ຂະຫນາດຄື ຂະຫນາດນ້ອຍ, ຂະຫນາດກາງ ແລະ ຂະຫນາດໃຫຍ່. ມາດຕາ 10 ການນໍາໃຊ້ນ້ໍາໃຕ້ດິນຂະຫນາດນ້ອຍ ການນໍາໃຊ້ນ້ໍາໃຕ້ດິນຂະຫນາດນ້ອຍ ເພື່ອບໍລິໂພກ, ອຸປະໂພກ, ການປູກຝັງ, ລ້ຽງສັດ ແລະ ຫັດຖະກໍາ ທີ່່ ຕິດພັນກັບການດໍາລົງຊີວິດຂອງປະຊາຊົນ ແລະ ນໍາໃຊ້ເຂົ້າໃນ ສໍານັກງານ, ຫ້ອງການ, ສະຖານທີ່ສຶກສາ, ະຖານທີ່ຮັບໃຊ້ວຽກງານສາທາລະນະສຸກ, ສະຖານທີ່ທາງປະຫວັດສາດ, ສະຖານທີ່ທາງວັດທະ ະທໍາ, ສວນ ສາທາລະນະ ທີ່ມີປະລີມານນໍາໃຊ້ນ້ໍາ ຕໍາກວ່າ ຊາວ ແມັດກ້ອນ ຕໍ່ວັນ ແມ່ນບໍ່ຈໍາເປັນຕ້ອງຂໍອະນຸຍາດ ແຕ່ຕ້ອງໄດ້ ແຈ້ງການນໍາໃຊ້ນ້ໍາ ຕໍ່ອົງການປົກຄອງບ້ານ ເພື່ອຕິດຕາມການນໍາໃຊ້ ແລ້ວສັງລວມ ແລະ ລາຍງານຕໍ່ຫ້ອງການ ຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ. ຜູ້ທີ່ນໍາໃຊ້ນ້ໍາໃຕ້ດິນຂະຫນາດນ້ອຍມາກ່ອນ ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ຕ້ອງໄດ້ແຈ້ງການນໍາໃຊ້ນ້ໍາ ຕໍ່ ອົງການປົກຄອງບ້ານ ພາຍໃນ ສາມສິບ ວັນ ນັບແຕ່ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ເປັນຕົ້ນໄປ. ສໍາລັບຜູ້ທີ່ມີຈຸດປະສິງນໍາໃຊ້ນ້ໍາໃຕ້ດິນຂະຫນາດນ້ອຍ ທີ່ຍັງບໍ່ມືການຂຸດເຈາະ ຕ້ອງໄດ້ແຈ້ງອົງການປົກຄອງ ບ້ານ ລ່ວງຫຼ້າ ສິບ ວັນລັດຖະການ ກ່ອນຈະຂໍອະນຸຍາດຂູດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 18 ຂອງຂໍ້ຕົກລົງສະບັບນີ້.

  5. ມາດຕາ 11 ການນໍາໃຊ້ນ້ໍາໃຕ້ດິນຂະຫາາດ ກາງ ແລະ ໃຫຍ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນໍາໃຊ້ນ້ໍາໃຕ້ດິນຂະຫນາດກາງ ເຂົ້າໃນເປົ້ານາຍກິດຈະ ການ ຊົນລະປະທານ, ປູກຝັງ, ລ້ຽງສັດ, ອຸດສາຫະກໍາ, ສາທາລະນະສຸກ ແລະ ກິດຈະການອື່ນ ທີ່ມີປະລິມານ ການນໍາໃຊ້ນ້ໍາ ແຕ່ ຊາວ ແມັດກ້ອນ ຫາ ຫ້າສິບ ແມັດກ້ອນຕໍ່ວັນ ຕ້ອງໄດ້ຂໍອະນຸຍາດນໍາໃຊ້ນໍໍາໃຕ້ດິນ ກ່ອນການ ຂໍອະນຸຍາດຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຈາກຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນໍາໃຊ້ນ້ໍາໃຕ້ດິນຂະຫນາດໃຫຍ່ ເຂົ້າໃນເປົາຫນາຍກິດຈະ ການ ຊົນລະປະທານ, ປຸກຝັງ, ລ້ຽງສັດ, ອຸດສາຫະກໍາ, ແຮ່ທາດ, ທ່ອງທ່ຽວ, ສາທາລະນະສຸກ ແລະ ກິດຈະການ ອື່ນ ທີ່ມີປະລິມານການນໍາໃຊ້ນໍໍາຫຼາຍກວ່າ ຫ້າສິບ ແມັດກ້ອນຂຶ້ນໄປ ຕໍ່ວັນ ຕ້ອງໄດ້ຂໍອະນຸຍາດ ນໍາໃຊ້ຈາກພະ ແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 12 ຂອງຂໍ້ຕົກລົງສະບັບນີ້. ກົມຊັບພະຍາກອນນ້ໍາ ເປັນຜູ້ກໍານົດແບບພິມໃບອະນຸຍາດນໍາໃຊ້ນ້ໍາໃຕ້ດິນ ຂະຫນາດ ກາງ ແລະ ໃຫຍ່. ມມາດຕາ 12 ການຂໍອະນຸຍາດນໍາໃຊ້ນ້ໍາໃຕ້ດິນຂະຫາາດ ກາງ ແລະ ໃຫຍ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນໍາໃຊ້ນ້ໍາໃຕ້ດິນຂະບນາດ ກາງ ແລະ ໃຫຍ່ ຕ້ອງ ປະກອບເອກະສານຕົ້ນຕໍ ເພື່ອຂໍອະນຸຍາດ ດັ່ງນີ້: ຄໍາຮ້ອງຂໍອະນຸຍາດນໍາໃຊ້ນ້ໍາໃຕ້ດິນ; ຫ . ໃບທະບຽນວິສາຫະກິດ; ຜ . ໃບຢັ້ງຢືນທີ່ຢູ່: > . ສໍາເນົາສໍາມະໂນຄົວ § ສໍາເນົາບັດປະຈໍາຕົວ; ຫ . ສໍາເນົາໃບຕາດິນ. ກໍລະນີເຊົ່າທີ່ດິນຂອງບຸກຄົນອື່ນ ຕ້ອງມີໃບຍິນຍອມຈາກເຈົ້າຂອງສິດນໍາໃຊ້ທີ່ດິນ; 6. ແຜນວາດທີ່ຕັ້ງຂອງບໍ່ນ້ໍາໃຕ້ດິນ. ຂະແຫງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາ ການຂໍອະນຸຍາດນໍາໃຊ້ນ້ໍາໃຕ້ດິນ ຕາມຂອບເຂດຄວາມຮັບຜິດຊອບທີ່ໄດ້ກໍານົດໄວ້ໃນມາດຕາ 11 ແລະ 12 ຂອງຂໍ້ຕົກລົງສະບັບນີ້ ພາຍໃນ ສິບ ວັນ ລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ສໍາລັບຜູ້ນໍາໃຊ້ນ້ໍາໃຕ້ດິນຂະຫນາດ ກາງ ແລະ ໃຫຍ່ ທີ່ນໍາໃຊ້ນ້ໍາໃຕ້ດິນ ກ່ອນຂໍ້ຕົກລົງສະບັບນີ້ ຕ້ອງສະເຫີ ຂໍອະນຸຍາດນໍາໃຊ້ນ້ໍາໃຕ້ດິນ ພາຍໃນ ຫົກສິບ ວັນ ນັບແຕ່ວັນທີ່ຂະແທາງການຊັບພະຍາກອນທໍາມະຊາດ ແລະ ສິງ ແວດລ້ອມ ອອກແຈ້ງການເປັນຕົ້ນໄປ. ໃບອະນຸຍາດການນໍາໃຊ້ນ້ໍາໃຕ້ດິນ ມີອາຍຸ ສອງ ປີ ໃນກໍລະນີຕ້ອງການສືບຕໍ່ນໍາໃຊ້ ຕ້ອງສະເຫນີຂໍຕໍ່ໃບອະນຸ ຍາດ ພາຍໃນ ສາມສິບ ວັນ ກ່ອນໃບອະນຸຍາດຫົດອາຍຸ. ພາຍຫຼັງທີ່ໄດ້ຮັບອະນຸຍາດການນໍາໃຊ້ນ້ໍາໃຕ້ດິນ ທີ່ຍັງບໍ່ຫັນໄດ້ຂູດເຈາະ ຫຼື ຊີເຈາະ ຜູ້ທີ່ໄດ້ຮັບອະນຸຍາດນໍາ ໃຊ້ນັ້ນ ຕ້ອງຂໍອະນຸຍາດຂຸດເຈາະ ຫຼື ຊີເຈາະ ຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນມາດຕາ 20 ຂອງຂໍ້ຕົກລົງສະບັບນີ້.

  6. ມມາດຕາ19 ການກວດກາຄຸນນະພາບນ້ໍາໃຕ້ດິນ ພາຍຫຼັງທີ່ໄດ້ຮັບອະນຸຍາດນໍາໃຊ້ນ້ໍາໃຕ້ດິນຂະຫນາດ ກາງ ແລະ ໃຫຍ່ ກ່ອນການນໍາໃຊ້ນ້ໍາຕົວຈິງເຂົ້າໃນແຕ່ ລະເປົ້າຫນາຍ ຜູ້ທີ່ໄດ້ຮັບອະນຸຍາດ ຕ້ອງນໍາເອົານ້ໍານັ້ນໄປກວດຄຸນນະພາບນ້ໍາໃຕ້ດິນ ແລະ ຢັ້ງຢືນຜົນການວິໄຈ ຈາກຫ້ອງທົດລອງວິໄຈຂອງພາກລັດ ຫຼື ເອກະຊົນທີ່ຖືກຮັບຮອງຕາມກົດຫນາຍ ແລະ ລະບຽບການ ໂດຍໃຫ້ ອີງໃສ່ມາດຕະຖານຄຸນນະພາບນໍໍາໃຕ້ດິນ ທີ່ໄດ້ກໍານົດໄວ້ໃນ ຂໍ້ຕົກລົງວ່າດ້ວຍມາດຕະຖານສິ່ງແວດລ້ອມແຫ່ງຊາດ. ກ່ອນຈະຕໍ່ໃບອະນຸຍາດນໍາໃຊ້ນ້ໍາໃຕ້ດິນຂະຫພາດ ກາງ ແລະ ໃຫຍ່ ໃນແຕ່ລະຄັ້ງ ຕ້ອງຜ່ານການກວດກາຄຸນ ນະພາບນ້ໍາໃຕ້ດິນ ຕາມທີ່ໄດ້ກໍານົດໄວ້ໃນວັກທີຫຶ່ງຂອງມາດຕານີ້. ໃນກໍ່ລະນີເກີດໄພພິບັດທາງທໍາມະຊາດ ຫຼື ມົນລະພິດທີ່ເກີດຈາກ ທໍາມະຊາດ ຫຼື ມະນຸດສ້າງຂຶ້ນ ເປັນຕົ້ນ ມົນລະພິດທາງນ້ໍາ, ດິນ, ອາກາດ ຊຶ່ງອາດຈະສົ່ງຜົນກະທົບຕໍ່ນ້ໍາໃຕ້ດິນ ຜູ້ທີ່ໄດ້ຮັບອະນຸຍາດນໍາໃຊ້ນໍໍາ ຕ້ອງນໍາເອົາ ນ້ໍາໄປກວດຄຸນນະພາບນ້ໍາໃຕ້ດິນທັນທີຫຼັງຈາກເຫດການດັ່ງກ່າວໄດ້ຢຸດຕິລົງ ຫຼື ກ່ອນການນໍາໃຊ້ນ້ໍາໃຕ້ດິນ ເພື່ອ ຮັບປະກັນໃຫ້ການນໍາໃຊ້ນ້ໍາໃຕ້ດິນມີຄວາມປອດໄພຕໍ່ ຊີວິດ, ສຸຂະພາບຂອງ ດົນ ແລະ ສັດ ລວມທັງສິ່ງແວດ ລ້ອມ. ມາດຕາ 14 ການຕິດຕັ້ງພໍ້ວັດແທກປະລິມານການນໍາໃຊ້ນ້ໍາໃຕ້ດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດການນໍາໃຊ້ນ້ໍາໃຕ້ດິນຂະຫນາດ ກາງ ແລະ ໃຫຍ່ ຫຼັງ ຈາກສໍາເລັດການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນແລ້ວ ໃນເວລາຕິດຕັ້ງອຸປະກອນ ແລະ ເຄື່ອງຈັກສູບນ້ໍາ ແມ່ນຕ້ອງ ລ ¥ ຮ້ນ, ຂ "ສາຈ ຮ່ ຂ, o o O ລ ຕິດຕັ້ງພໍ້ວັດແທກປະລິມານການນໍາໃຊ້ນ້ໍາໃຕ້ດິນ ເພື່ອຕິດຕາມປະລິມານການນໍາໃຊ້ນ້ໍາໃຕ້ດິນ. ມາດຕາ 15 ການຕິດຕາມກວດກາການນໍາໃຊ້ນ້ໍາໃຕ້ດິນ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ເປັນຜູ້ຕິດຕາມ ກວດກາການນໍາໃຊ້ນ້ໍາໃຕ້ດິນຂະຫນາດ ນ້ອຍ ແລະ ກາງ ໂດຍປະສານສົມທົບກັບຫ້ອງການ ແລະ ອົງການປົກຄອງ ບ້ານທີ່ກ່ຽວຂ້ອງ ແລ້ວລາຍງານໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ະຄອນຫຼວງ ວຽງຈັນ ແລະ ອົງການປົກຄອງ ເມືອງ, ເທດສະບານ, ນະຄອນ ໃນທຸກ ສາມ ເດືອນ. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ເປັນຜູ້ຕິດຕາມ ກວດກາການນໍາໃຊ້ນ້ໍາໃຕ້ດິນຂະຫພາາດໃຫຍ່ ໂດຍປະສານສົມທົບກັບພະແນກການ ແລະ ອົງການປົກຄອງເມືອງ, ເທດສະບານ, ນະຄອນ ທີ່ກ່ຽວຂ້ອງ ແລ້ວລາຍງານໃຫ້ກົມຊັບພະຍາກອນນ້ໍາ ແລະ ອົງການປົກຄອງແຂວງ, ນະ ຄອນຫຼວງວຽງຈັນ ໃນທຸກ ຫົກ ເດືອນ.

  7. ມາດຕາ 16 ການຢຸດເຊົາການນໍາໃຊ້ນ້ໍາໃຕ້ດິນ ຜູ້ນໍາໃຊ້ນ້ໍາໃຕ້ດິນ ທຸກຂະຫນາດທີ່ມີຈຸດປະສົງ ຢຸດເຊົານໍາໃຊ້ນ້ໍາໃຕ້ດິນ ດ້ວຍເຫດຜົນໃດກໍຕາມ ຕ້ອງປະ ຕິບັດ ດັ່ງ [513 1. ສໍາລັບການຢຸດເຊົາການນໍາໃຊ້ນ້ໍາໃຕ້ດິນຂະຫາາດນ້ອຍ ຜູ້ນໍາໃຊ້ສາມາດ ອັດ, ຖົມ ດ້ວຍຕົນເອງໄດ້ແຕ່ ຕ້ອງໃຫ້ຢູ່ໃນສະພາບດີ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບດ້ານລົບຕໍ່ສິງແວດລ້ອມ ແລະ ສັງຄົມ ພ້ອມທັງລາຍ ງານໃຫ້ອົງການ ປົກຄອງບ້ານທີ່ກ່ຽວຂ້ອງຮັບຊາບ. 2. ສໍາລັບການຢຸດເຊົາການນໍາໃຊ້ນ້ໍາໃຕ້ດິນຂະຫນາດ ກາງ ແລະ ໃຫຍ່ ຜູ້ນໍາໃຊ້ຕ້ອງ ອັດ, ຖົມ ແລະ ຟື້ນ ຟູໃຫ້ຄືນສູ່ສະພາບປົກກະຕິ ໂດຍສອດຄ່ອງກັບຫຼັກການ ແລະ ວິທີການ ໂດຍກ່ອນການອັດ, ຖົມບໍ່ນ້ໍາໃຕ້ດິນຂະ ຫາດ ກາງ ແລະ ໃຫຍ່, ຕ້ອງເຮັດບົດລາຍງານ ແຜນການອັດ, ຖົມ ໃຫ້ຂະແບງການຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ເພື່ອກວດກາ ແລະ ຮັບຮອງ; 3. ພາຍໃນ ເຈັດ ວັນລັດຖະການ ທີ່ສໍາເລັດການອັດ, ຖົມບໍ່ນ້ໍາໃຕ້ດິນຂະຫນາດ ກາງ ແລະ ໃຫຍ່ ຜູ້ນໍາໃຊ້ ນ້ໍາ ຕ້ອງລາຍງານໃຫ້ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ຫພວດທີ 4 - ແ ໄ ລະຂ, ການຂຸດເຈະະຫຼື ຊີເຈາະນໍາໃຕ້ດິນ ມາດຕາ 17 ການຂຸດເຈະະ ຫຼື ຊີເຈາະນໍໍາໃຕ້ດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຈະດໍາເນີນການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ເພື່ອນໍາໃຊ້ເຂົ້າໃນເປົ້າ ຫນາຍໃດຫຶ່ງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 46 ຂອງກົດບນາຍວ່າດ້ວຍນ້ໍາ ແລະ ຊັບພະຍາກອນນ້ໍາ ຕ້ອງປະຕິ ບັດຕາມເງື່ອນໄຂດັ່ງນີ້: 1. ສໍາຫຼວດພື້ນທີ່ກ່ອນດໍາເນີນ ການຂຸດເຈະະ ຫຼື ຊີເຈາະນ້ໍາໃຕ້ດິນ ເພື່ອວາງແຜນການຂຸດເຈາະ ຫຼື ຊີເຈາະ; 2. ສໍາລັບນ້ໍາບາດານ ຕ້ອງຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ແຕ່ຫ້າດິນຈົນຮອດຊັ້ນໃຫ້ນ້ໍາ ເລ໊ກກວ່າ ສິບຫ້າ ແມັດ ຂຶ້ນໄປ; 8. ສໍາລັບນ້ໍາສ້າງ ຕ້ອງຂຸດເຈາະ ແຕ່ຫ້າດິນເລິກຮອດຊັ້ນໃຫ້ນ້ໍາ; 4. ການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຕ້ອງຫຼີກລ້ຽງ ບໍລິເວນໃກ້ຄຽງສະຖານທີ່ທາງປະຫວັດສາດ ຫຼື ເຂດ ທີ່ສະຫງວນໄວ້ ຍົກເວັ້ນການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນໃນເຂດບໍລິເວນດັ່ງກ່າວ ເພື່ອສຶກສາຄົ້ນຄວ້າ ແລະ ວິໄຈດ້ານປະລິມານ ແລະ ຄຸນນະພາບຂອງນໍ້າໃຕ້ດິນ; ຣ. ການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນໃນທີ່ດິນຂອງຕົນ ຕ້ອງທ່າງຈາກເຂດແດນຂອງຜູ້ອຶນຢ່າງຫ້ອຍ ສອງ ເມັດ ຂຶ້ນໄປ ແລະ ຕ້ອງຮັບປະກັນບໍ່ໃຫ້ດິນເຈື່ອນ ຫຼື ຍຸບຕົວ ຊຶ່ງອາດຈະກະທົບຕໍ່ຕອນດິນທີ່ຕິດຈອດກັນ; 6. ໄລຍະຫ່າງຂອງບໍ່ນ້ໍາໃຕ້ດິນທີ່ຈະ ຂຸດເຈາະ ຫຼື ຊີເຈາະ ຕ້ອງຫ່າງກັນ ສິບຫ້າ ແມັດ ຂຶ້ນໄປ: 7. ການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຕ້້ອງທ່າງຈາກວິດຖ່າຍ, ຂຸມນ້ໍາເປື້ອນ, ຄອກສັດ ແລະ ຂຸມຖິມຂີ ເຫຍື້ອ ສິບຫ້າ ແມັດ ຂຶ້ນໄປ; 8. ການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຕ້ອງທ່າງຈາກພື້ນທີ່ສານເຄມີຕົກຄ້າງ, ບ່ອນຝັງສົບຄົນ ຫຶງຮ້ອຍ ແມັດ ຂຶ້ນໄປ ຍົກເວັ້ນການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນໃນເຂດບໍລິເວນຕັ່ງກ່າວ ເພື່ອສຶກສາຄື້ນຄວ້າ ແລະ ວິໄຈ ດ້ານປະລິມານ ແລະ ຄຸນນະພາບຂອງນໍ້າໃຕ້ດິນ; ອ. ຜູ້ບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຕ້ອງມີວິຊາການດ້ານການຂຸດເຈາະ ຫຼື ຊີເຈາະ, ນັກທໍລະນີວິ ທະຍາ, ຫ້ອງການ, ເຄື່ອງກົນຈັກທີ່ໄດ້ມາດຕະຖານ ແລະ ມີອຸປະກອນຄົບຊຸດ; 10.ໃນກໍລະນີທີ່ການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຫາກໄດ້ກໍ່ຄວາມເສຍຫາຍຕໍ່ຊັບສິນຂອງບຸກຄົນອື່ນ ຕ້ອງໄດ້ຢຸດເຊົາ ພ້ອມທັງສ້ອມແປງໃຫ້ດືນສູ່ສະພາບເດີມ ຫຼື ແທນຄ່າເສຍຫາຍຕໍ່ຊັບສິນທີ່ຕົນໄດ້ກໍ່ຂຶ້ນ ລວມທັງ ຮັບປະກັນໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຫ້ອຍທີ່ສຸດ; 11. ພາຍຫຼັງ ຜູ້ບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ສໍາເລັດແລ້ວ ຕ້ອງນໍາເອົານ້ໍາໄປວິໄຈຄຸນນະພາບຢູ່ໃນ ບັນດາຫ້ອງວິໄຈ ແລະ ລາຍງານຜົນ ໃຫ້ຂະແຫງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອເປັນຂໍ້ມູນ ໃນການພີຈາລະນາໃຫ້ນໍາໃຊ້ນ້ໍາໃຕ້ດິນ. ນອກຈາກເງື່ອນໄຂທີ່ໄດ້ກໍານົດໄວ້ໃນມາດຕານີ້ແລ້ວ ການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຍັງຕ້ອງໄດ້ປະຕິ ບັດຕາມລະບຽບການສະເພາະ ທີ່ຂະແບນງການກ່ຽວຂ້ອງໄດ້ກໍານົດໄວ້ ໂດຍອີງຕາມເປົ້າຫນາຍການນໍາໃຊ້.

  8. ມາດຕາ 18 ການຂຸດເຈະະ ຫຼື ຊີເຈາະນ້ໍາໃຕ້ດົນ ຂະຫນາດນ້ອຍ ການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຂະຫນາດນ້ອຍ ແມ່ນການຂຸດເຈາະ ຫຼື ຊີເຈາະ ທີ່ນໍາໃຊ້ທໍ່ກັນເຈືອນທີ່ ມມີຂະຫນາດເສັ້ນຜ່າກາງ ຫຶຶ່ງຮ້ອຍ ມີລີແມັດ ລົງມາ. ຜູ້ທີ່ຈະນໍາໃຊ້ນ້ໍາໃຕ້ດິນຂະຫນາດນ້ອຍເຂົ້າໃນເປົ້າຫນາຍ ຕາມທີ່ກໍານົດໄວ້ໃນມາດຕາ 46 ຂອງກົດບນາຍວ່າ ດ້ວຍນ້ໍາ ແລະ ຊັບພະຍາກອນນ້ໍາ ສະບັບປັບປຸງ ເລກທີ 238/ສພຊ, ລົງວັນທີ 11 ພຶດສະພາ 2017 ຕ້ອງ ຂໍ້ອະນຸຍາດຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຈາກຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ. ມາດຕາ 19 ການຂຸດເຈະະ ຫຼື ຊີເຈາະນ້ໍາໃຕ້ດິນຂະຫນາດ ກາງ ແລະ ໃຫຍ່ ການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນຂະຫນາດກາງ ແມ່ນ ການຂຸດເຈາະ ຫຼື ຊີເຈາະ ທີ່ນໍາໃຊ້ທໍ່ກັນເຈື່ອນທີ່ມີ ຂະຫາາດເສັ້ນຜ່າກາງ ໃຫຍ່ກວ່າ ຫົຶ່ງຮ້ອຍ ແຕ່ບໍ່ເກີນ ສອງຮ້ອຍ ມີລີແມັດ. ການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນຂະຫນາດໃຫຍ່ ແມ່ນ ການຂຸດເຈາະ ຫຼື ຊິເຈາະ ທີ່ນໍາໃຊ້ທໍ່ກັນເຈືອນທີ່ ມີຂະຫນາດເສັ້ນຜ່າກາງ ໃຫຍ່ກວ່າ ສອງຮ້ອຍ ມີລີແມັດຂຶ້ນໄປ. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ນ້ໍາໃຕ້ດິນເຂົ້າໃນເປົ້າຫນາຍ ຕາມທີ່ກໍານົດ ໄວ້ໃນມາດຕາ 46 ຂອງກົດຫນາຍວ່າດ້ວຍ ນ້ໍາ ແລະ ຊັບພະຍາກອນນ້ໍາ ສະບັບປັບປຸງ ເລກທີ 23/ສພຊ, ລົງວັນທີ 1 ພຶດສະພາ 2017 ສໍາລັບການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ຕິນຂະຫນາດ ກາງ ແລະ ໃຫຍ່ ຕ້ອງຂໍອະນຸຍາດຈາກພະ ແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ. ການຂຸດເຈາະ ຫຼື ຊີເຈາະນໍໍາໃຕ້ດິນຂະຫາາດ ກາງ ແລະ ໃຫຍ່ ຕ້ອງດໍາເນີນໂດຍຜູ້ໃຫ້ບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ. ການພິຈາລະນາຂໍອະນຸຍາດ ຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ແຕ່ລະຄັ້ງ ຕ້ອງໃຫ້ສໍາເລັດ ພາຍໃນ ສິບ ວັນ ລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ.

  9. ມາດຕາ 20 ການຂໍອະນຸຍາດ ຂຸດເຈະະ ຫຼື ຊີເຈາະນ້ໍາໃຕ້ດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍອະນຸຍາດຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຈາກຂະແຫນງ ການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 19 ຂອງຂໍ້ຕົກລົງສະບັບນີ້ ຕ້ອງປະກອບເອກະສານຂໍອະນຸຍາດ ດັ່ງນີ້: 1. ຄໍາຮ້ອງຂໍອະນຸຍາດ: ສໍາເນົາໃບທະບຽນວິສາຫະກິດ; ຫ ທຫ # ຜ ງ ໃບອະນຸຍາດການນໍາໃຊ້ນ້ໍາໃຕ້ດິນ; +. . ຕ, ເອ, . ເອາ Pt o 2 ອາອາ ສໍາເນົາໃບຕາດິນ, ກໍລະນີເຊົາທີດິນຂອງບຸກຄົນອຶນ ຕ້ອງມີໃບບິນຍອມຈາກເຈົ້າຂອງສິດນໍາໃຊ້ທີດິນ; & ຂ້. ຮັ oxa & ” =3 ແນ 3 3 ແຜນທີ່ສັງເຂບສະແດງທີ່ຕັ້ງບໍ່ນ້ໍາໃຕ້ດິນ, ສິ່ງປຸກສ້າງ ແລະ ບໍລິເວນທີ່ຈະໃຊ້ນ້ໍາ; ສໍາເນົາສໍາມະໂນຄົວ ຫຼື ສໍາເນົາບັດປະຈໍາຕົວ. ມາດຕາ 21 ສະຖານທີ່ສໍາລັບການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຕ້ອງດໍາເນີນຢູ່ໃນສະຖານທີ່ ດັ່ງນີ້: 1. ບໍ່ແມ່ນພື້ນທີ່ຕໍ່າ ແລະ ບໍ່ມີນ້ໍາເປື້ອນກັກຂັງ, ໄຫຼຜ່ານ ຫຼື ໄຫຼຈາກຫ້າດິນ ລົງໃນບໍ່ ຫຼື ຂ້າງບໍ່: 2. ບໍລິເວນທີ່ຈະຂຸດເຈາະ ຫຼື ຊີເຈາະບໍ່ນ້ໍາໃຕ້ດິນ ຈະຕ້ອງມີພື້ນທີ່ຫວ່າງພຽງພໍ ສໍາລັບການສ້ອມແປງບໍ່ນ້ໍາ ຫຼື ເຄື່ອງຈັກສູບນ້ໍາ; 3. ທີ່ຕັ້ງຂອງບໍ່ເຈາະ ຕ້ອງຢູ່ໃນເຂດທີ່ກໍານົດໄວ້ໃຫ້ມີການນໍາໃຊ້ນ້ໍາໃຕ້ດິນ ໂດຍອີງຕາມການກໍານົດເຂດ ທີ່ມີຄວາມສ່ຽງຕໍ່ຄຸນນະພາບ ແລະ ປະລິມານນ້ໍາໃຕ້ດິນ, ບໍ່ແມ່ນເຂດຫວງຫ້າມ ໂດຍຫ່າງຈາກວິດຖ່າຍ, ຂຸມຖຶ້ມຂີ້ ເຫຍື້ອ ຫຼື ຮ່ອງລະບາຍນ້ໍາເປື້ອນ ສິບຫ້າ ແມັດ ຂຶ້ນໄປ ແລະ ຫ່າງຈາກສາຍຄາ ຫຼາຍກວ່າ ol ແມັດ. ມາດຕາ 22 ຂະຫນາດຂອງບໍ່ນ້ໍາໃຕ້ດິນ ທີ່ຈະຂຸດເຈາະ ຫຼື ຊີເຈາະ ຂະບນາດຂອງບໍ່ນ້ໍາໃຕ້ດິນທີ່ຈະຂຸດເຈາະ ຫຼື ຊີເຈາະໃຫ້ປະຕິບັດ ດັ່ງນີ້: 1. ຊ່ອງວ່າງລະຫວ່າງທໍ່ກັນເຈື່ອນ ຂອງບໍ່ນ້ໍາ ນັບແຕ່ຫ້າດິນ ເລິກລົງໄປຮອດ ຫົກ ແມັດ ຈະຕ້ອງມີຂະ ຫນາດ ຫຼາຍກວ່າ ສິບ ຊັງຕີແມັດ; 2. ການຂຸດເຈະະ ຫຼື ຊີເຈາະນ້ໍາໃຕ້ດິນ ທີ່ພົບຊັ້ນນ້ໍາມີຄຸນນະພາບນ້ໍາຕໍາ ຕ້ອງເຈາະຜ່ານໃຫ້ເຖິງຊັ້ນນ້ໍາທີ່ມີ ຄຸນນະພາບນ້ໍາດີ ແລະ ຂະຫນາດຊ່ອງວ່າງລະຫວ່າງທໍ່ກັນເຈື້ອນຂອງບໍ່ນ້ໍາ ໃຫຍ່ກວ່າ ສິບ ຊັງຕີແມັດ ຕາມຮອບ ຂອງທໍ່ກັນເຈື່ອນ ຕາມຫຼັກການຂອງການອັດບໍ່ ແລະ ອັດຂ້າງບໍ່;

  10. 3. ການຂຸດເຈາະ ຫຼື ຊີເຈາະນໍໍາໃຕ້ດິນ ທີເຈາະຖືກຊັ້ນຫີນແຂງທີດົງໂຕຢູ່ໄດ້ ໃຫ້ເຈາະຕາມຂະບນາດ ຄວາມເຫນາະສົມ. ມາດຕາ 23 ການຄຸ້ມຄອງເຄື່ອງຂູດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຜູ້ທີ່ມີເຄື່ອງຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນທຸກຂະຫາດ ກ່ອນ ຫຼື ຫຼັງ ຂໍ້ຕົກລົງສະບັບນີ້ ຕ້ອງແຈ້ງ ແລະ ຂຶ້ນ ທະບຽນນໍາຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ພາຍໃນ ເກົ້າສີບ ວັນ ນັບແຕ່ວັນທີ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ອອກແຈ້ງການເປັນຕົ້ນໄປ. ເຄື່ອງຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ທີ່ໄດ້ຂຶ້ນທະບຽນແລ້ວ ໃນກໍລະນີເປ່ເພບໍ່ສາມາດນໍາໃຊ້ໄດ້ ເຈົ້າຂອງ ເຄື່ອງ ຕ້ອງໄດ້ແຈ້ງຕໍ່ຫໍ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ບ່ອນທີ່ຂຶ້ນທະບຽນນັ້ນ. ໃນກໍລະນີທີ່ມີການມອບ, ໂອນ ຫຼື ຂາຍເຄື່ອງຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຜູ້ທີ່ໄດ້ຮັບມອບ, ໂອນ ຫຼື ຊ ຕ້ອງໄດ້ແຈ້ງຕໍ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ບ່ອນທີ່ ຂຶ້ນທະບຽນນັ້ນ. ສໍາລັບເຄືອງຂຸດເຈາະ ຫຼື ຊີເຈາະ ທີ່ກ່ຽວຂ້ອງກັບວຽກງານນ້ໍາໃຕ້ດິນ ຊຶ່ງໄດ້ຂັ້ນທະບຽນ ແລະ ຄຸ້ມຄອງ ໂດຍຂະແຫງງການທີ່ກ່ຽວຂ້ອງ ຕ້ອງແຈ້ງຕໍ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດ ສະບານ, ນະຄອນ ເພື່ອເປັນການເກັບກໍາຂໍ້ມູນ ແລະ ຂຶ້ນບັນຊີ. ມາດຕາ 24 ການລາຍງານຂໍ້ມູນນ້ໍາໃຕ້ດິນ ສໍາລັບໂຄງການພັດທະນາ ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນຜູ້ພັດທະນາໂຄງລ່າງພື້ນຖານ ລວມທັງ ການຊອກຄົ້ນ, ສໍາຫຼວດ ແຮ່ທາດ ແລະ ຂຸດຄົ້ນບໍ່ແຮ່ ໃນໄລຍະດໍາເນີນການສໍາຫຼວດນັ້ນ ຫາກພົບເຫັນບໍ່ນ້ໍາໃຕ້ດິນ ຕ້ອງລາຍງານຂໍ້ມູນນ້ໍາໃຕ້ດິນ ເປັນຕົ້ນ ຊັ້ນດິນ, ຊັ້ນຫີນ, ຊັ້ນໃຫ້ນ້ໍາ, ຄວາມເລິກຂອງການຂຸດເຈາະໃນແຕ່ລະຊັ້ນ ໃຫ້ຂະແບນງການຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ ພາຍໃນ ສິບ ວັນລັດຖະການ ນັບແຕ່ວັນທີ່ພົບເທັ້ນເປັນຕົ້ນ ໄປ.

  11. ຫຼວດທີ່ 5 + > ຂ fovo ການບໍລິການຂຸດເຈາະ ຫຼື ຊີເຈາະນໍາໃຕ້ດິນ ມາດຕາ 25 ການອະນຸຍາດບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ດໍາເນີນທຸລະກິດບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ເປັນຕົ້ນ ການສຶກສາ, ສໍາຫຼວດ, ຂຸດເຈາະ ຫຼື ຊີເຈາະ ຊັ້ນດິນ, ປະເມີນປະລິມານ ແລະ ກວດຄຸນນະພາບນ້ໍາໃຕ້ ດິນ ຕ້ອງໄດ້ຂໍອະນຸຍາດດໍາເນີນທຸລະກິດ ຈາກຂະແບນງການອຸດສາຫະກໍາ ແລະ ການຄ້າ ໂດຍການເຫັນດີດ້ານ ວິຊາການຂອງຂະແບນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ. ການຂໍອະນຸຍາດບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຕ້ອງປະກອບເອກະສານ ດັ່ງນີ້: 1. ໃບຄໍາຮ້ອງ; 2. ໃບທະບຽນວິສາຫະກິດ; e ຊີວະປະຫວັດຂອງວິຊາການ; ຣຣ ຜ ຫຫ ປະກາສະນີຍະບັດຂອງວິຊາການ; ຂໍ້ມູນຂອງວັດຖຸປະກອນ ແລະ ເຄືອງຈັກ; ເອກະສານອື່ນທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ ໃນລະບຽບການ. ມາດຕາ 26 ເງື່ອນໄຂຂອງຜູ້ບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຜູ້ບໍລິການຂຸດເຈາະ ຫຼື ຊີເຈາະນໍໍາໃຕ້ດິນ ຂະຫນາດກາງ ແລະ ຂະຫນາດໃຫຍ່ ຕ້ອງມີເງື່ອນໄຂ ດັ່ງນີ້: 1. ມີໃບທະບຽນວິສາຫະກິດ, ບົດວິພາກເສດຖະກິດ-ເຕັກນິກ ໂດຍສອດຄ່ອງກັບ ກົດຫນາຍວ່າດ້ວຍການ ສົ່ງເສີມການລົງທຶນ ແລະ ກົດຫນາຍວ່າດ້ວຍວິສາຫະກິດ; 2. ມີນັກທໍລະນີວິທະຍາ ຫຼື ຜູ້ທີ່ມືວິຊາສະເພາະໃດຫຶ່ງທີ່ໃກ້ຄຽງ ທີ່ມີວຸດທິການສຶກສາຊັນກາງຂຶ້ນໄປ ຢ່າງຫ້ອຍ ຫຶ່ງຄົນ ແລະ ມີປະສົບການຢ່າງຫ້ອຍ ສອງ ປີ; 3. ມີນັກວິຊາການທີ່ມີປະສົບການດ້ານການຂູດເຈາະ ຫຼື ຊີເຈາະ ຢ່າງຫ້ອຍ ພຶ່ງຄົນ ແລະ ມີປະສົບການ ຢ່າງຫ້ອຍ ສອງ ປີ; 4. ມີຫ້ອງການ ແລະ ເຄື່ອງກົນຈັກທີ່ໄດ້ມາດຕະຖານ ແລະ ມີອຸປະກອນຂຸດເຈະະ ຫຼື ຊີເຈາະ ດົບຊຸດ. ສໍາລັບບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນຂະຫນາດນ້ອຍ ຕ້ອງມີນັກວິຊາການທີ່ໄດ້ຮັບການຝຶກອົບຮົມ.

  12. ມມາດຕາ 27 ການຢັ້ງຢືນດ້ານວິຊາການ ກ່ຽວກັບການບໍລິການຂູດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ເປັນຜູ້ຢັ້ງຢືນດ້ານ ວິຊາການ ກ່ຽວກັບການບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນຂະຫນາດ ກາງ ແລະ ໃຫຍ່ ເພື່ອເປັນບ່ອນອີງໃຫ້ແກ່ ການອະນຸຍາດຂອງຂະແຫງງອຸດສາຫະກໍາ ແລະ ການຄ້າ. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ເປັນຜູ້ຢັ້ງຢືນ ດ້ານວິຊາການ ກ່ຽວກັບການບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນຂະຫນາດນ້ອຍ ເພື່ອເປັນບ່ອນອີງໃຫ້ແກ່ການ ອະນຸຍາດຂອງຂະແຫນງອຸດສາຫະກໍາ ແລະ ການຄ້າ. ການຢັ້ງຢືນດ້ານວິຊາການ ກ່ຽວກັບການບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຕາມທີ່ໄດ້ກໍານົດໄວ້ໃນວັກ ຫຶງ ແລະ ສອງ ຂອງມາດຕານີ້ ຕ້ອງພິຈາລະນາໃຫ້ສໍາເລັດພາຍໃນ ສິບວັນ ລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງ ເປັນຕົ້ນໄປ. ກົມຊັບພະຍາກອນນ້ໍາ ເປັນຜູ້ກໍານົດແບບພິມໃບຢັ້ງຢືນດ້ານວິຊາການ ກ່ຽວກັບການບໍລິການຂຸດເຈາະ ຫຼື ຊີ ເຈາະນ້ໍາໃຕ້ດິນ. ຫນວດທີ 6 ຄ່ານໍາໃຊ້ນ້ໍາໃຕ້ດິນ, ຄ່າທໍານຽມ ແລະ ຄ່າບໍລິການກ່ຽວກັບນ້ໍາໃຕ້ດິນ ມາດຕາ 28 ຄ່ານໍາໃຊ້ນ້ໍາໃຕ້ດິນ, ຄ່າທໍານຽມ ແລະ ຄ່າບໍລິການ ຄ່ານໍາໃຊ້ນ້ໍາໃຕ້ດິນ ແມ່ນ ໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍ ອັດຕາຄ່າຊັບພະ ຍາກອນທໍາມະຊາດ. ຄ່າທໍານຽມ ແລະ ຄ່າບໍລິການ ກ່ຽວກັບນໍາໃຕ້ດິນ ໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດວ່າ 10 ດ້ວຍຄ່າທໍານຽມ ແລະ ດ່າບໍລິການ. ມາດຕາ 29 ການເກັບຄ່ານໍາໃຊ້ນ້ໍາໃຕ້ດິນ, ຄ່າທໍານຽມ ແລະ ຄ່າບໍລິການ ຂະແຫນງການເງິນ ເປັນຜູ້ຮັບຜິດຊອບເກັບຄ່ານໍາໃຊ້ ແລະ ຄ່າທໍານຽມກ່ຽວກັບນ້ໍາໃຕ້ດິນ ຕາມກົດຫນາຍ ແລະ ລະບຽບການ. ຂະແບນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຮັບຜິດຊອບເກັບຄ່າບໍລິການກ່ຽວກັບ ¥ o ນໍາໃຕ້ດິນ ຕາມກົດຫນາຍ ແລະ ລະບຽບການ.

  13. ຫນວດທີ 7 ະ , + ລູນ ¥ grvo ສິດ ແລະ ພັນທະກ່ຽວກັບ ການນໍາໃຊ້, ການຂຸດເຈາະ ຫຼື ຊີເຈາະນໍາໃຕ້ດິນ ມາດຕາ 30 ສິດ ແລະ ພັນທະ ຂອງຜູ້ນໍາໃຊ້ນ້ໍາໃຕ້ດິນ ໃນການນໍາໃຊ້ນ້ໍາໃຕ້ດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີສິດ ແລະ ພັນທະ ດັ່ງນີ້: ນໍາໃຊ້ນ້ໍາໃຕ້ດິນໃຫ້ຖືກຕ້ອງຕາມເປົ້າຫນາຍ, ປະຢັດ, ສົມເຫດສົມຜົນ, ມີປະສິດທິຜົນ, ຫຼີກລ້ຽງຜົນ ກະທົບຕໍ່ການນໍາໃຊ້ຂອງຜູ້ອື່ນ ແລະ ສິ່ງແວດລ້ອມ; 2. ປົກປັກຮັກສາບໍ່ນ້ໍາໃຕ້ດິນ ໃຫ້ຢູ່ໃນສະພາບດີ: 3. ເສຍດ່າຊັບພະຍາກອນນ້ໍາ, ຄ່າທໍານຽມ ແລະ ຄ່າບໍລິການ ກ່ຽວກັບນ້ໍາໃຕ້ດິນ ຍົກເວັ້ນຜູ້ນໍາໃຊ້ນ້ໍາໃຕ້ ດິນ ຂະຫນາດນ້ອຍ; 4. ຜູ້ນໍາໃຊ້ນ້ໍາໃຕ້ດິນຂະຫນາດ ກາງ ແລະ ໃຫ່ຍ ຕ້ອງລາຍງານກ່ຽວກັບປະລິມານ, ຄຸນນະພາບນ້ໍາໃຕ້ ດິນ ແລະ ການນໍາໃຊ້ນ້ໍາ ໃຫ້ຂະແຜພງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອສັງລວມທຸກ ສາມ ເດືອນ. ໃນກໍລະນີເຫັນວ່າຜິດປົກກະຕິ ແລະ ມີຜົນກະທົບຢ່າງຮ້າຍແຮງ ຕ້ອງລາຍງານຢ່າງຫັນການໃຫ້ຂະແຫນງ ການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນທ້ອງຖິ່ນ ທີ່ກ່ຽວຂ້ອງ; 5. ຜູ້ນໍາໃຊ້ນ້ໍາໃຕ້ດິນຂະຫນາດນ້ອຍ ຕ້ອງແຈ້ງຕໍ່ອົງການປົກຄອງບ້ານທີ່ກ່ຽວຂ້ອງ ຢ່າງທັນການ ໃນກໍລະ ນິຄຸນນະພາບນໍໍາໃຕ້ດິນມີການປ່ຽນແປງ ເປັນຕົ້ນ ນ້ໍາຂຸ່ນ, ມີສານເຄມີຮົ່ວໄຫຼລົງ ຫຼື ເຈື໊ອປົນໃນນ້ໍາໃຕ້ດິນ ເພື່ອ ລາຍງານຕໍ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ຊອກຫາວິທີແກ້ໄຂ; 6. ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມກົດຫນາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ມາດຕາ 31 ສິດ ແລະ ພັນທະ ຂອງຜູ້ໃຫ້ບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຜູ້ໃຫ້ບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ມີສິດ ແລະ ພັນທະ ດັ່ງລຸ່ມນີ້: 1. ດໍາເນີນການໃຫ້ບໍລິການຂຸດເຈາະ ຫຼື ຊີເຈາະນໍໍາໃຕ້ດິນ ຕາມທີ່ ໄດ້ກໍານົດໄວ້ ໃນໃບອະນຸຍາດ; 2. 20 ຫຼື ຢຸດເຊົາການບໍລິການ ໂດຍຕ້ອງແຈ້ງ ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ພິຈາລະນາ 3. ລາຍງານຜົນຂອງການສຶກສາ, ສໍາຫຼວດ, ປະເມີນປະລິມານ, ກວດກາ ແລະ ຢັ້ງປືນຄຸນນະພາບນ້ໍາໃຕ້ ດິນ ທີ່ໄດ້ຂູດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນພາຍໃນ ສິບຫ້າ ວັນ ຫຼັງຈາກວັນທີ່ສໍາເລັດບັນດາຫ້າວຽກດັ່ງກ່າວໃຫ້ຂະ ແບນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; 4. ຂຸດເຈະະ ຫຼື ຊີເຈາະນ້ໍາໃຕ້ດິນ ຕາມຂອບເຂດທີ່ໄດ້ຮັບອະນຸຍາດ;

  14. 11 ຣ. ຕ້ອງອັດ ຫຼື ຖົມຄືນ ບໍ່ນ້ໍາໃຕ້ດິນ ທີ່ບໍ່ສາມາດນໍາໃຊ້ໄດ້ ພ້ອມທັງ ລາຍງານໃຫ້ອົງການປົກຄອງບ້ານ ແລະ ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; 6. ໃຊ້ແທນຄ່າເສຍຫາຍ ໃນກໍລະນີການຂຸດເຈາະ ຫຼື ຊີເຈາະບໍ່ນ້ໍາໃຕ້ດິນ ທີ່ກໍ່ຄວາມເສຍຫາຍໃຫ້ແກ່ຊັບ ສິນຂອງຜູ້ອືນຕາມກົດຫນາຍ ແລະ ລະບຽບການ ທີ່ເກີດຈາກການກະທໍາຂອງວິຊາການຂອງຕົນ; 7. ການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ໃຫ້ມີຜົນກະທົບຫ້ອຍທີ່ສຸດຕໍ່ສິງແວດລ້ອມ: 8. ການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຫາກພົບເຫັນວັດຖຸບູຮານ, ຊາກດຶກດໍາບັນ ຫຼື ແຮ່ທາດມີຄ່າ, ເສດຖະກິດ ຫຼື ທາງດ້ານສຶກສາໃນດ້ານທໍ່ລະນີວິທະຍາ ຕ້ອງລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກ ຄອງທ້ອງຖິ່ນຊາບທັນທີ; 9. ປະຕິບັດພັນທະຕ່າງໆໃຫ້ລັດຕາມກົດຫນາຍ ແລະ ລະບຽບການ; 10.ນໍາໃຊ້ສິດ ແລະ ປະຕິບັດພັນທະອືນ ຕາມກົດຫນາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ຫນວດທີ 8 ໄ້ . ຂໍຫ້າມ ມາດຕາ 32 ຂໍ້ຫ້າມທົ່ວໄປ ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງມີພຶດຕິກໍາ ດັ່ງນີ້: 1. ນໍາໃຊ້ນ້ໍາໃຕ້ດິນ ໂດຍບໍ່ຖືກຕ້ອງຕາມເປົ້າຫນາຍ ແລະ ກົດຫນາຍ; 2. ຂຸດເຈະະ ຫຼື ຊີເຈາະນ້ໍາໃຕ້ດິນ ໂດຍບໍ່ໄດ້ຮັບອະນຸຍາດ; 8. ຂຸດເຈະະ ຫຼື ຊີເຈາະນ້ໍາໃຕ້ດິນ ໃນເຂດຫວງຫ້າມ; 4. ຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ, ຖົມ ຫຼື ປັບແປງຫ້າດິນທີ່ຈະກໍ່ໃຫ້ເກີດມືການເຊາະເຈື່ອນ ຫຼື ຍຸບຕົວ ຂອງດິນ ທີ່ສິ່ງຜິນກະທົບຕໍ່ນ້ໍາໃຕ້ດິນ; 5. ປ່ອຍນ້ໍາເປື້ອນ, ສານເຄມີທີ່ເປັນອັນຕະລາຍ, ຖິ້ມສິ່ງເສດເຫຼືອລົງໃສ່ບໍ່ນໍໍາໃຕ້ດິນ ຫຼື ເຂດໃກ້ຄຽງແຫຼ່ງ ນ້ໍາໃຕ້ດິນ ຊຶ່ງຈະພາໃຫ້ແຫຼ່ງນ້ໍາໃຕ້ດິນຕື້ນເຂີນ, ບົກແຫ້ງ, ເນົ່າເຫນັນ ຫຼື ເປັນພິດ; 6. ຂົນຍ້າຍ ຫຼື ເຊື່ອງເອົາວັດຖຸບຸູຮານ, ຊາກດຶກດໍາບັນ ຫຼື ແຮ່ທາດມີຄ່າ ຫຼື ວັດຖຸທາງດ້ານວັດທະນະທໍາ ແລະ ເສດຖະກິດ ຫຼື ທາງດ້ານການສຶກສາໃນດ້ານທໍລະນີວິທະຍາ ທີ່ພົບເຫັນໃນເຂດທີ່ມີການຂຸດເຈາະ ຫຼື ຊີເຈາະ ນ້ໍາໃຕ້ດິນ; 7. ມີພຶດຕິກໍາອື່ນທີ່ເປັນການລະເມີດກົດຫນາຍ ແລະ ຂໍ້ຕົກລົງສະບັບນີ້.

  15. ມາດຕາ 83 ຂໍ້ຫ້າມ ສໍາລັບພະນັກງານ ຫຼື ເຈົ້າຫ້າທີ່ ຫ້າມພະນັກງານ ຫຼື ເຈົ້າຫ້າທີ່ ມີພຶດຕິກໍາ ດັ່ງນີ້: 1. ສວຍໃຊ້ສິດອໍານາດ, ຕໍໍາແຫ່ງ, ຫ້າທີ່ ກ່ຽວກັບວຽກງານນ້ໍາໃຕ້ດິນ ເພື່ອຫາຜົນປະ ໂຫຍດສ່ວນຕົວ; 2. ທວງເອົາ, ຂໍເອົາ, ຮັບເອົາສິນບົນຈາກຜູ້ນໍາໃຊ້ນ້ໍາໃຕ້ດິນ, ຜູ້ໃຫ້ບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ; 8. ປະຕິບັດຫ້າທີ່ໂດຍບໍ່ມີຄວາມຍຸຕິທໍາ, ບໍ່ຖືກຕ້ອງຕໍ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ເຄື່ອນໄຫວ ວຽກງານກ່ຽວກັບນ້ໍາໃຕ້ດິນ; 4. ເລີ່ນເລີ້ ຫຼື ເມີນເສີຍຕໍ່ການປະຕິບັດພ້າທີ່, ກົດຫນ່ວງ, ຖ່ວງດຶງ ການພິຈາລະນາເອກະສານກ່ຽວກັບ ວຽກງານນ້ໍາໃຕ້ດິນ; 12 5. ປອມແປງເອກະສານ ຫຼື ໃຊ້ເອກະສານປອມ, ເປີດເຜີຍຄວາມລັບຂອງລັດ, ຄວາມລັບທາງລັດຖະການ, ທໍາລາຍເອກະສານກ່ຽວກັບວຽກງານນ້ໍາໃຕ້ດິນ; 6. ຮັບຮອງໃຫ້ດໍາເນີນການບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຫຼື ອະນຸຍາດໃຫ້ດໍາເນີນການຂຸດເຈາະ ຫຼື ຊີເຈາະ ແລະ ການນໍາໃຊ້ນ້ໍາໃຕ້ດິນ ໂດຍບໍ່ຖືກຕ້ອງຕາມກົດຫນາຍ ແລະ ລະບຽບການ; 7. ມີພຶດຕິກໍາອື່ນທີ່ເປັນການລະເມີດກົດຫນາຍ ແລະ ລະບຽບການ. ມາດຕາ 84 ຂໍ້ຫ້າມ ສໍາລັບຜູ້ນໍາໃຊ້ນ້ໍາໃຕ້ດິນ ຫ້າມຜູ້ນໍາໃຊ້ນ້ໍາໃຕ້ດິນ ມີພຶດຕິກໍາ ດັ່ງນີ້: 1. ໃຫ້ຢືມ, ມອບ ຫຼື ໂອນໃບອະນຸຍາດນໍາໃຊ້ນ້ໍາໃຕ້ດິນຂອງຕົນໃຫ້ຜູ້ອື່ນນໍາໃຊ້ ໂດຍບໍ່ໄດ້ຮັບອະນຸຍາດ; 2. ລະເມີດເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນໃບອະນຸຍາດນໍາໃຊ້ນ້ໍາໃຕ້ດິນ; ຮ. ນໍາໃຊ້ນ້ໍາໃຕ້ດິນເກີນປະລິມານ ຂອງແຕ່ລະຂະຫນາດ ແລະ ບໍ່ຖືກຕ້ອງຕາມເປົ້າຫນາຍ; 4. ຍ້າຍ, ປ່ຽນແປງ ຫຼື ທໍາລາຍເຄື່ອງປນາຍ ແລະ ພໍ້ວັດແທກນໍ້ໍາສໍາລັບຜູ້ນໍາໃຊ້ຂະຫນາດ ກາງ ແລະ ໃຫຍ່; ຣ. ນາບຂູ່, ຂັດຂວາງ ຫຼື ບໍ່ໃຫ້ຄວາມຮ່ວມມືຕໍ່ການປະຕິບັດຫ້າທີ່ຂອງເຈົ້າຫ້າທີ່ຮັບຜິດຊອບ ກ່ຽວກັບນ້ໍາ ໃຕ້ດິນ; 6. ໃຫ້ສິນບົນ ຫຼື ໃຫ້ຄໍາຫນັ້ນສັນຍາວ່າຈະໃຫ້ສິນບົນແກ່ພະນັກງານ ຫຼື ເຈົ້າຫ້າທີ່, ໃຫ້ຂໍ້ມູນບໍ່ຖືກກັບ ຄວາມເປັນຈິງ, ປອມແປງເອກະສານ ຫຼື ຕາປະທັບ; 7. ຫຼົບຫຼີກການປະຕິບັດພັນທະຕາມກົດຫໆນາຍ ແລະ ລະບຽບການ; 8. ມີພຶດຕິກໍາອື່ນທີ່ເປັນການລະເມີດກົດຫຟາຍ ແລະ ລະບຽບການ.

  16. ມາດຕາ 85 ຂໍ້ຫ້າມ ສໍາລັບຜູ້ໃຫ້ບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ຫ້າມຜູ້ໃຫ້ບໍລິການຂຸດເຈາະ ຫຼື ຊີເຈາະ ມີພຶດຕິກໍາ ດັ່ງນີ້: 1 ໃຫ້ຢືມ, ມອບ ຫຼື ໂອນໃບອະນຸຍາດການບໍລິການຂຸດເຈາະ ຫຼື ຊີເຈາະຂອງຕົນໃຫ້ຜູ້ອື່ນນໍາໃຊ້ ໂດຍບໍ ໄດ້ຮັບອະນຸຍາດ; 2. ດໍາເນີນການບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນໃຫ້ຜູ້ອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ນໍາໃຊ້ໃບອະນຸ ຍາດຂອງຜູ້ອື່ນ; 8. ນາບຂູ່, ຂັດຂວາງ ຫຼື ບໍ່ໃຫ້ຄວາມຮ່ວມມືຕໍ່ການປະຕິບັດຫ້າທີ່ຂອງເຈົ້າຫ້າທີ່ຮັບຜິດຊອບກ່ຽວກັບນ້ໍາ ໃຕ້ດິນ; 4. ໃຫ້ສິນບົນ ຫຼື ໃຫ້ຄໍາຫນັ້ນສັນຍາວ່າຈະໃຫ້ສິນບົນແກ່ພະນັກງານ ຫຼື ເຈົ້າຫ້າທີ, ໃຫ້ຂໍ້ມູນບໍ່ຖືກກັບ ຄວາມເປັນຈິງ, ປອມແປງເອກະສານ ຫຼື ຕາປະທັບ; 5. ຫຼົບຫຼີກການປະຕິບັດພັນທະຕາມກົດຫນາຍ ແລະ ລະບຽບການ; 6. ຂົນບ້າຍ ຫຼື ເຊື່ອງເອົາວັດຖຸບູຮານ, ຊາກດຶກດໍາບັນ ຫຼື ແຮ່ທາດມີຄ່າ ຫຼື ວັດຖຸທາງດ້ານວັດທະນະທໍາ ແລະ ເສດຖະກິດ ຫຼື ທາງດ້ານການສຶກສາໃນດ້ານທໍລະນີວິທະຍາ; 7. ລະເມີດເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນໃບອະນຸຍາດບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ; ຣ. ໃຫ້ບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນ ເກີນຂະຫນາດທີ່ໄດ້ຮັບອະນຸຍາດ; 9. ມີພຶດຕິກໍາອືນ ທີເປັນການລະເມີດກົດຫນາຍ ແລະ ລະບຽບການ. 13 o ຫພວດທີ 9 ບົດບັດຍັດສຸດທ້າຍ >. & ™ ມາດຕາ 86 ການຈັດຕັງປະຕິບັດ ມອບໃຫ້ ກົມຊັບພະຍາກອນນ້ໍາ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນ ຫຼວງວຽງຈັນ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ ເມືອງ, ເທດສະບານ, ນະຄອນ ຫ ະນ ນ . . -1 ໃຂາາ ງ ະະຸ,ກຸ,ຂ ະສານສົມທົບກັບພາກສ່ວນທີກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍຕົກລົງສະບັບນີຢ່າງເຂັມງວດ ແລະ ໄດ້ຮັບຜົນດີ. <. ຄ, a X ou ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັງ ທີນໍາໃຊ້ນໍາໃຕ້ດິນ, ດໍາເນີນການບໍລິການ ຂຸດເຈາະ ຫຼື ຊີເຈາະນໍາໃຕ້ ລອ ບ ເຊ ຂ ະ, . ະ ຂະ Yo = ະ, & & ດິນ ມາກ່ອນຂໍຕົກລົງສະບັບນີ ມີຜົນສັກສິດແມ່ນໃຫ້ປະຕິບັດຕາມຂໍຕົກລົງສະບັບນີ ຢ່າງເຂັມງວດ.

  17. ມາດຕາ 37 ຜົນສັກສິດ ຂໍຕົກລົງສະບັບນີມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງຈົດຫນາຍເຫດທາງລັດຖະການ ສິບຫ້າ ວັນ. ນນ3 ຕົກລົງ ຫຼື ຂໍ້ກໍານົດໃດ ທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ. p— ສົມມາດ ພົລເສນາ 14

Decision No.1509/MONRE on Management of Underground Water · Nelum