تخطَّ إلى المحتوى
Nelum
قوانين لاوس

Decision No. 1432 on Organisation and Functionality of Provincial Department of Agriculture and Environment

صدر في 2025-09-25 · النص بتاريخ 2026-10-01

القانون العام والإرشادات الرسمية منشورة بوصفها أبحاثاً. ليست مشورة قانونية أو ضريبية أو مالية.

البحث نفسه مكتوب بالإنجليزية. العناوين والوسوم مترجمة؛ أما النتائج والاقتباسات فغير مترجمة.

عن هذا القانون

اللغة
Lao
النوع
لائحة
الدولة
لاوس
الموضوعات
Agricultural and rural development, Environment, Forestry
الكلمات المفتاحية
agricultural development, protection of environment, rural development, local government, governance, forest management/forest conservation, institution, research, policy/planning

أين تقرؤه

    لا يوجد رابط مصدر مسجل لهذا القانون.

النص

نص القانون نفسه، مادةً مادة، كما هو محفوظ. لكل مادة رابطها.

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງກະສິກໍາ ແລະ ສິງແວດລ້ອມ ເລກທີ 1432 /ກສ iy ນະຄອນຫຼວງວຽງຈັນ, ວັນທີ 2 ງ SEP 2025 ຂໍ້ຕົກລົງ ວາດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ ຂອງພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ -. ອີງຕາມ ກົດພາຍ ວາດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 78/ສພຊ, ລົງວັນທີ 20 ມີນາ 2025; ~ ອີງຕາມ ດໍາລັດ ວາດ້ວຍການຈັດຕັ້ງ ແລະ ເຄືອນໄຫວ ຂອງກະຊວງກະສິກໍາ ແລະ ສິງແວດລ້ອມ ສະບັບ ເລກທີ 534/ນຍ, ລົງວັນທີ 14 ສິງຫາ 2025; > ອີງຕາມ ການຕົກລົງ ຂອງກອງປະຊຸມຄະນະປະຈໍາພັກກະຊວງກະສິກໍາ ແລະ ສິງແວດລ້ອມ, ຄັງວັນທີ 29 ສິງຫາ 2025. - - . ແ, ະ oo ລັດຖະມົນຕີກະຊວງກະສິກໍາ ແລະ ສິງແວດລ້ອມ ຕົກລົງ: ຫວດທີ 1 ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກໍານົດທີຕັ່ງ, ພາລະບົດບາດ, o, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກ < ລ -~ o & - ມູແ <, ະ & ະ ການ ແລະ ແບບແຜນວິທີເຮັດວຽກ ຂອງພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ເພືອເປັນປອນອີງທາງດ້ານນິຕິກໍາໃຫ້ແກການຈັດຕັ້ງ ແລະ ການເຄືອນໄຫວວຽກງານ ແນໃສຈັດຕັ່ງປະຕິບັດ ວຽກງານກະສິກໍາ, ປ່າໄມ້, ພັດທະນາຊົນນະບົດ, ຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ ຮັບປະກັນ ຄວາມພນັນຄົງ ດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ, ການຄຸ້ມຄອງ, ປົກປັກຮັກສາທໍາມະຊາດ ແລະ ສິງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ. ມາດຕາ 2 ທີ່ຕັ່ງ ແລະ ພາລະບົດບາດ ພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ຂຽນເປັນຕົວອັກສອນຫຍໍວາ "ກສ.ນວ", "ກສຂ" ແມນກົງຈັກການຈັດຕັ້ງຫນຶງ ທີເປັນຫົວຫປ່ວຍວິຊາການຂັ້ນທ້ອງຖິນ ຂອງກະຊວງກະສິກໍາ ແລະ ສິງແວດລ້ອມ ມີທີຕັ່ງຢູ່ນະຄອນຫຼວງວຽງຈັນ, ແຂວງ; ມີພາລະບົດບາດເປັນເສນາທິການໃຫ້ແກຄະນະກໍາ ມະການປົກຄອງ ຂັ້ນແຂວງ ແລະ ລັດຖະມົນຕີກະຊວງກະສິກໍາ ແລະ ສິງແວດລ້ອມ ໃນການຄຸ້ມຄອງວຽກງານ ກະສິກໍາ, ການປຸງແຕງກະສິກໍາ ແລະ ປາໄມ້ ຂັ້ນຕົ້ນ, ການພັດທະນາຊົນນະບົດ, ການຄຸ້ມຄອງຊັບພະຍາກອນ ທໍາມະຊາດ ແລະ ສິງແວດລ້ອມ, ວຽກງານອຸຕຸນິຍົມ ແລະ ອຸທົກກະສາດ ຕາມທິດຫັນເປັນທັນສະໄຫນ ພາຍໃນ ນະຄອນຫຼວງວຽງຈັນ, ແຂວງ. ”4

  2. ຫວດທີ 2 ຫ້າທີ ແລະ ຂອບເຂດສິດ ມາດຕາ 3 ຫ້າທີ ພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ມີຫ້າທີ ດັ່ງນີ້: 1. ປະຕິບັດ ລັດຖະທໍາມະນູນ, ກົດຫນາຍ ແລະ ມະຕິ ຂອງສະພາແຫງຊາດ, ສະພາປະຊາຊົນ ຂັ້ນແຂວງ, ລັດ ຖະບັນຍັດ ຂອງປະທານປະເທດ, ດໍາລັດ, ມະຕິ ແລະ ນິຕິກໍາ ຂອງລັດຖະບານ, ນາຍົກລັດຖະມົນຕີ, ລັດ ຖະມົນຕີ ແລະ ຄະນະກໍາມະການປົກຄອງ ຂັ້ນແຂວງ ກຽວກັບວຽກງານ ຂອງຂະແບນງກະສິກໍາ ແລະ ສິງ ແວດລ້ອມ; 2. ເຜີຍແຜ, ເຊືອມຊຶມ ແລະ ຄົນຄວ້າຜັນຂະຫຍາຍ ແນວທາງນະໂຍບາຍ ຂອງພັກ, ນະໂຍບາຍ, ແຜນຍຸດ ທະສາດ ແລະ ມະຕິຕົກລົງ ຂອງລັດຖະບານ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ຄະນະກໍາມະ ການປົກຄອງ ຂັ້ນແຂວງ ກຽວກັບວຽກງານ ຂອງຂະແຫນງກະສິກາ ແລະ ສິງແວດລ້ອມ ມາເປັນແຜນ ການ, ແຜນງານ, ໂຄງການລະອຽດ ຂອງຕົນ ພ້ອມທັງຮັບຜິດຊອບໃນການຈັດຕັ່ງປະຕິບັດ ໃຫ້ໄດ້ຮັບ ຜົນດີ; 3. ຄົ້ນຄວ້າ ສ້າງ, ປັບປຸງ ບັນດານິຕິກໍາ, ລະບຽບການ ອັນຈໍາເປັນສໍາລັບຄຸ້ມຄອງວຽກງານ ຂອງພະແນກ ໂດຍຜັນຂະຫຍາຍບັນດານິຕິກໍາ, ລະບຽບການຕ່າງໆ ຂອງກະຊວງກະສິກໍາ ແລະ ສິງແວດລ້ອມ ວາງອອກ ເຕາມລະບຽບການແປງຂັ້ນຄຸ້ມຄອງ; 4. ຜັນຂະຫຍາຍ ນິຕິກໍາ, ຄໍາແນະນໍາ, ຂໍ້ກໍານົດ, ເຕັກນິກ ແລະ ມາດຖານຜົນຜະລິດກະສິກໍາ ໃນການຄຸ່ມ ຄອງວຽກງານລວມ ຂອງຂະແຫນງກະສິກໍາ ແລະ ສິງແວດລ້ອມ ຂັນທ້ອງຖິນ; 5. ຊຸກຢູ້, ສົ່ງເສີມ ການຜະລິດສະບຽງອາຫານໃຫ້ພຽງພໍ ເພືອຄໍາປະກັນຄວາມບນັນຄົງທາງດ້ານສະບຽງອາ ຫານ ແລະ ໂພຊະນາການ; ມີວັດຖຸດິບປ້ອນໂຮງງານປຸງແຕ່ງ; ຍູ້ແຮງການຜະລິດກະສິກໍາ ແລະ ປ່າໄມ້ ເປັນ ສິນຄ້າແບບຫຼາກຫຼາຍ ຕາມທາແຮງທີໄດ້ປຽບຂອງທ້ອງຖິນ ໂດຍມີການກໍານົດເຂດການຜະລິດຕິດພັນ ກັບການປຸງແຕງ ແລະ ການຕະຫຼາດ; ຊຸກຍູ້ການພັດທະນາ ວິສາຫະກິດ, ຟາມ, ຄອບຄົວຕົວແບບ ໃນການ ຜະລິດສິນຄ້າ ສົດ, ຊີວະພາບ, ສະອາດ, ປອດໄພ, ຜະລິດສິນຄ້າເພືອຊົມໃຊ້ພາຍໃນນະຄອນຫຼວງວຽງ ຈັນ, ແຂວງ ແລະ ສະຫນອງໃຫ້ຕະຫຼາດພາຍໃນປະເທດ ເພືອທົດແທນການນ້າເຂົ້າຈາກຕ້າງປະເທດເທືອ ລະກ້າວ ໂດຍສອດຄັອງກັບມາດຕະຖານສຸຂານາໄມ ພືດ ແລະ ສັດ ຂອງປະເທດຄູຄ່າ; 6. ຄຸ້ມຄອງ, ຊຸກຍູ້ສົ່ງເສີມ, ສາທິດ ແລະ ຖ້າຍທອດ ເຕັກນິກ, ເຕັກໂນໂລຊີ ແລະ ນະວັດຕະກໍາ ກຽວກັບ ການຜະລິດແນວພັນ ພືດ-ສັດ, ການປູກ, ການລ້ຽງ ແລະ ການປຸງແຕງ; ສ້າງ, ປັບປຸງ, ຄຸ່ມຄອງ, ຕິດຕາມ ແລະ ປະເມີນຜົນ ກຸມ, ສະຫະກອນ ແລະ ກອງທຶນ; ເອື້ອອໍານວຍກະສິກໍາແບບມີສັນຍາ, ການເຊືອມໂຍງ ຕະຫຼາດ, ເຂົ້າເຖິງແຫຼ້ງທຶນ ແລະ ປັດໄຈການຜະລິດ; 7. ພັດທະນາສູນບໍລິການເຕັກນິກກະສິກໍາ, ຊກຍູ້ສະຖານີບໍລິການເຕັກນິກກະສິກໍາ ໃຫ້ເຂັ້ມແຂງ, ຮັບປະກັນ ການເຄືອນໄຫວໃຫ້ມີປະສິດທິພາບ ດ້ວຍການປະກອບທຶນ, ພະນັກງານວິຊາການທີມີຄວາມຮູ້ຄວາມສາ ມາດ, ປະກອບວັດຖ-ເຕັກນິກ ແລະ ເຕັກໂນໂລຊີທັນສະໄບນ ໃຫ້ແກສູນ, ສະຖານີ ເພືອຖ້າຍທອດບົດ ຮຽນ, ເຕັກໂນໂລຊີການປູກ-ການລ້ຽງ, ການປຸງແຕງ ທັງເປັນປອນສາທິດໃຫ້ແກຊາວກະສິກອນ, ຜູ້ປະ ກອບການ, ນັກສຶກສາ ແລະ ສັງຄົມ; 8. ຕິດຕາມ, ກວດກາ ມາດຕະຖານດ້ານເຕັກນິກ ແລະ ຄຸນນະພາບ ກຽວກັບຜະລິດຕະພັນກະສິກ້າ, ປ່າໄມ້, ປັດໄຈການຜະລິດ, ອຸປະກອນ ແລະ ກົນຈັກກະສິກໍາ, ໂຮງງານປຸງແຕງກະສິກໍາ ແລະ ປ່າໄມ້ ຕາມການ,”

  3. ແປງຂັ້ນຄຸ້ມຄອງ; ຊກຍູ້, ສົ່ງເສີມ ແລະ ພັດທະນາ ຕະຫຼາດຂາຍຍົກ-ຂາຍຢອຍ ຜົນຜະລິດກະສິກໍາ ແລະ ປາໄມ້ ຕາມກົດຫນາຍ ແລະ ລະບຽບການ; ຄຸ່ມຄອງ, ກວດກາ, ຢັ້ງຢືນກະສິກໍາສະອາດ, ສຸຂານາໄມ ພືດ ແລະ ສັດ ໃນການນໍາເຂົ້າ, ສົ່ງອອກຜະລິດ ຕະພັນກະສິກໍາ, ປ່າໄມ້ ຕາມທີໄດ້ກໍານົດໃນກົດຫນາຍ ແລະ ລະບຽບການ ຂອງຂະແຫນງກະສິກໍາ ແລະ ສິງ ແວດລ້ອມ; ຄຸ້ມຄອງຕິດຕາມ, ກວດກາ ປັດໄຈການຜະລິດ ເປັນຕົ້ນ ຝຸ່ນ, ຢາປາບສັດຕູພືດ, ເຄມີກະສິ ກໍາ, ຢາປົວພະຍາດສັດ, ຢາວັກຊິນ, ອາຫານສັດ, ແນວພັນພືດ, ແນວພັນສັດ, ແນວພັນປາ-ສັດນ້າ, ກົນ ຈັກກະສິກໍາ ແລະ ອຸປະກອນການຜະລິດກະສິກໍາ ພ້ອມທັງເອື້ອອໍານວຍຄວາມສະດວກໃນການນໍາເຂົ້າ, ສົ່ງ ອອກ ແລະ ສົ່ງຜານ ສິນຄ້າກະສິກໍາ ແລະ ປາໄມ້ ຈາກປະເທດຕົ້ນທາງ ຫາປະເທດປາຍທາງ ຕາມກົດ ຫນາຍ ແລະ ລະບຽບການ ບົນພື້ນຖານການແປງຂັ້ນຄຸ້ມຄອງ; 10. ຄຸ້ມຄອງ, ຊູກຢູ່ສົ່ງເສີມ ແລະ ພັດທະນາ ໂຮງງານອຸດສາຫະກໍາປຸງແຕ້ງ ຂອງຂະແຫນງກະສິກໍາ ແລະ ສິງ ແວດລ້ອມ ໃຫ້ເປັນລະບົບຕ້ອງໂສ້ໃນການຄຸ້ມຄອງກໍານົດແຜນການຜະລິດ, ການປຸງແຕ່ງ ແລະ ການຕະ ຫຼາດ ຢ່າງກົມກຽວ ຕາມກົດຫນາຍ ແລະ ລະບຽບການ ບົນພື້ນຖານການແປງຂັ້ນຄຸ້ມຄອງ; 1. ຄຸ້ມຄອງ, ຕິດຕາມ, ກວດກາ ການນໍາໃຊ້ສານເຄມີ ເຂົ້າໃນການຜະລິດກະສິກໍາ ເປັນຕົ້ນ ຝຸ່ນເຄມີ, ຢາ ປາບສັດຕູພືດ, ຢາຂ້າຫຍ້າ, ສານຄວບຄຸມການຈະເລີນເຕີບໂຕຂອງພືດ, ການຕັດແຕງພັນທຸກໍາ (GMO), ຢາປົວພະຍາດສັດ, ຢາວັກຊີນ, ຄຼີນິກປົວສັດ, ອາຫານສັດສໍາເລັດຮູບ, ວັດຖຸດິບສໍາລັບການຜະລິດ ຢາ ແລະ ອາຫານສັດ ແລະ ສານເຄມີອືນໆ ໃຫ້ໄດ້ຕາມມາດຕະຖານກະສິກໍາສະອາດ; 12. ຄຸ້ມຄອງ ແລະ ພັດທະນາ ລະບົບຊົນລະປະທານຫຼາຍຮູບແບບ ຕາມການແປງຂັ້ນຄຸ້ມຄອງ ໂດຍນໍາໃຊ້ນ້້າ ຫ້າດິນ ແລະ ນ້ໍາໃຕ້ດິນ, ນໍາໃຊ້ພະລັງງານທົດແທນ ເຂົ້າໃນການສູບນ້ໍາໃນປອນທີມີເງືອນໄຂ ແລະ ສ່າງ ໂຄງລາງລະບົບປ້ອງກັນ-ລະບາຍນໍາ ເພືອຕ້ານແລ້ງ, ຕ້ານຖ້ວມ ແລະ ນໍາໃຊ້ນ້ໍາຊົນລະປະທານ ໃຫ້ມີປະສິດ ທິພາບສູງ ຕິດພັນກັບການພັດທະນາຊົນລະກະເສດ ຕາມທິດຫັນເປັນອຸດສາຫະກໍາ, ຫັນສະໄບຫນ ແລະ ຍືນ ຍົງ; ສໍາຫຼວດ, ຕິດຕາມ ການກໍ່ສ້າງ ແລະ ພັດທະນາ ລະບົບຊົນລະປະທານຂະຫນາດກາງ ແລະ ນ້ອຍ ຕາມ ທາແຮງ ຂອງທ້ອງຖິນ. 13. ຄຸ່ມຄອງປົກປັກຮັກສາປ່າໄມ້ ຕາມ 3 ລະບົບປະເພດປ່າ ເປັນຕົ້ນ ປ່າສະຫງວນແຫງຊາດ ຫຼື ອຸທິຍານແຫງ ຊາດ, ປ່າປ້ອງກັນແຫງຊາດ ແລະ ປ່າຜະລິດ ຕາມການແປງຂັ່ນຄຸ້ມຄອງ; ກໍານົດມາດຕະການ ເພືອຝື້ນຟູ ປາໄມ້ ແລະ ປົກປັກຮັກສາແຫຼ່ງນ້ໍາ-ຄວາມສົມດຸນ ຂອງລະບົບນິເວດ ແລະ ຊີວະນາໆພັນ, ການສໍາຫຼວດ ປາໄມ້, ການຢັ້ງຢືນປ່າໄມ້ ພ້ອມທັງການປ້ອງກັນໄຟໄຫນ້ລາມປ່າ; ສົ່ງເສີມການພື້ນຟູບຸລະນະ ປ່າໄມ້ ແລະ ການປູກໄມ້ເປັນສິນຄ້າ ຕິດພັນກັບການສົ່ງເສີມ ການທ້ອງທຽວທາງທໍາມະຊາດ, ການພັດທະນາກະສິກໍາ, ປ່າໄມ້ ແລະ ການປູກ-ການລ້ຽງສັດ ແບບປະສົມປະສານ, ການຫຼຸດຜ້ອນການປ່ອຍທາດອາຍເຮືອນແກ້ວ ຈາກການທໍາລາຍປາໄມ້ ແລະ ການເຮັດໃຫ້ປາໄມ້ເສຶືອມໂຊມ ແລະ ຍູ່ແຮງການຄ້າຂາຍສິນເຊືອກາກບອນ ປາໄມ້ ໃນເຂດປ່າໄມ້ທີມີເງືອນໄຂ ຕາມທິດສີຂຽວ ແລະ ຍືນຍົງ; 14. ເປັນເຈົ່າການຈັດຕັ່ງຜັນຂະຫຍາຍການຄຸ້ມຄອງ ແລະ ພັດທະນາທີດິນ ເປັນຕົ້ນ ແຜນແມບົດຈັດສັນທີດິນ ແຫງຊາດ, ສໍາຫຼວດ ແລະ ກໍານົດ, ວາງແຜນການນໍາໃຊ້ທີດິນ, ຈັດສັນທີດິນ ຂອງລັດ ແບບມີກໍານົດ, ປັກ ຫຼັກຫນາຍ ເຂດທີດິນສະຫງວນ, ອະນຸລັກດິນທີຈະນໍາໃຊ້ ແລະ ພັດທະນາການຫັນປ່ຽນປະເພດທີດິນ, ຂຶ້ນ ທະບຽນອອກໃບຕາດິນລັດ ໃນການໃຫ້ເຊົ່າ ຫຼື ສໍາປະທານ; ອອກໃບຕາດິນ ແລະ ອອກໃບຢັ້ງຢືນ ຫ້ອງ ຊຸດ ຄອນໂດມີນຽມ; ຈົດທະບຽນນິຕິກໍາທີດິນ; ສ້າງເຂດ ແລະ ຫົວຫນ່ວຍ ລາຄາປະເມີນທີດິນ; ອະນຸຍາດ ແລະ ຄຸ້ມຄອງ ວຽກງານທຸລະກິດ ກ່ຽວກັບທີດິນ; ຄຸ້ມຄອງລະບົບຂໍ້ມູນຂ່າວສານທີດິນ; ພັດທະນາທີດິນ ແຕ່ລະປະເພດ ເປັນຕົ້ນ ທີດິນກະສິກໍາ ແລະ ທີດິນປາໄມ້; 15. ຊຸກຍູ້, ຕິດຕາມ, ກວດກາ ວຽກງານຄຸ້ມຄອງ ແລະ ພັດທະນາທີດິນ ເປັນຕົ້ນການຂຶ້ນທະບຽນອອກໃບ ຕາດິນ, ອອກໃບຢັ້ງຢືນການນໍາໃຊ້, ການພັດທະນາ, ປ່ຽນເປົ້າຫນາຍ, ການສ້າງສໍາມະໂນ ແລະ ປະເມີນ 74

  4. ລາຄາ; ຄຸ່ມຄອງ, ໃຫ້ບໍລິການວິໄຈ ແລະ ສົ່ງເສີມປັບປຸງດິນກະສິກໍາ, ການຜະລິດ ແລະ ນໍາໃຊ້ຝຸ່ນ ເປັນຕົ້ນ ອົງຄະທາດ, ຊີວະພາບ, ເຄມີ ແລະ ອືນໆ; 16. ພັດທະນາພື້ນຖານໂຄງລາງ ທີຕິດພັນກັບວຽກງານກະສິກໍາ ໃນເຂດຊົນນະບົດ ຕາມການແປງຂັ້ນຄຸ່ມ ຄອງ; ພັດທະນາອາຊີບ ແລະ ປັບປຸງລະບົບການຈັດຕັ້ງການຜະລິດ ເພືອສ້າງລາຍຮັບ, ປັບປຸງຊິວິດການ ເປັນຢູ່ ແລະ ແກ້ໄຂຄວາມທຸກຍາກ ໃຫ້ແກຊາວຊົນນະບົດ; ເປັນໃຈກາງປະສານງານກັບບັນດາພະແນກ ການ ຂັ້ນທ້ອງຖິນ ໃນການພັດທະນາຊົນນະບົດຮອບດ້ານ ຕາມພາລະບົດບາດ ຂອງແຕລະພາກສວນ; ຄົ້ນ ຄວ້າ, ກໍານົດ ຈຸດສຸມພັດທະນາຊົນນະບົດ ເປັນແຕລະໄລຍະ ຕາມທິດສາມສ້າງ ໃຫ້ສອດຄອງກັບສະພາບ ຄວາມເປັນຈິງ ຂອງທ້ອງຖິນ ພ້ອມທັງຊຸກຍູ່, ຕິດຕາມ ແລະ ປະເມີນຜົນ ການຈັດຕັງປະຕິບັດ ເປັນແຕລະ ໄລຍະ; 17. ຄຸ້ມຄອງນ້ໍາ ແລະ ຊັບພະຍາກອນນ້ໍາ ຕາມການແປງຂັ່ນຄຸ່ມຄອງ ເປັນຕົ້ນ ການຜັນຂະຫຍາຍຍຸດທະສາດ ການຄຸ້ມຄອງ, ການບໍລິຫານ ແລະ ການນໍາໃຊ້ນ້ໍາ ແລະ ຊັບພະຍາກອນນ້ໍາ, ການຄຸ້ມຄອງ ທີດິນບໍລິ ເວນນ້ໍາ, ນ້ໍາໃຕ້ດິນ ລວມທັງສ້າງ, ປັບປຸງ ສະພາບລວມ ແລະ ແຜນຄຸ້ມຄອງອາງຮັບນ້ໍາ, ອາງເກັບນ້ໍາ ແລະ ແຜນຄຸ້ມຄອງຄຸນນະພາບນ້ໍາຕາມອາງຮັບນ້ໍາຂະຫນພາດກາງ ເປັນແຕລະໄລຍະ; 18. ສໍາຫຼວດ, ຂຶ້ນບັນຊີ, ເກັບກໍາຂໍ້ມູນ ປະລິມານ ແລະ ຄຸນນະພາບນໍ້າ, ທີດິນບໍລິເວນນ້ໍາ ແລະ ການນໍາໃຊ້ນໍ້າ ພ້ອມທັງສໍາງຖານຂໍ້ມູນຂາວສານນ້ໍາ ແລະ ຊັບພະຍາກອນນ້ໍາ ຢູ່ໃນຂອບເຂດ ຂອງນະຄອນຫຼວງວຽງຈັນ, ແຂວງ ທີສອດຄ່ອງ ແລະ ເຊືອມຕໍ່ກັບລະບົບຂໍ້ມູນຂ່າວສານນ້ໍາ ແລະ ຊັບພະຍາກອນນ້ໍາແຫງຊາດ; 19. ສົມທົບກັບພາກສ່ວນທີກຽວຂ້ອງ ຕິດຕາມ, ກວດກາ ການນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິງ ແວດລ້ອມ, ມົນລະພິດ, ສິງແວດລ້ອມໂຄງການລົງທຶນ, ສິ່ງແວດລ້ອມທົ່ວໄປ ແລະ ກິດຈະການຕ່າງໆ; ກວດກາ ແລະ ສະກັດກັນ ການບຸກລຸກປາໄມ້, ການຂຸດຄົ້ນໄມ້, ການເຄືອນຍ້າຍໄມ້, ການຄ້າໄມ້, ສັດນ້ໍາ- ສັດປ່າ, ເຄືອງປ່າຂອງດົງ ແລະ ຊີວະນາໆພັນ ທີຜິດກົດບນາຍ ເພືອດໍາເນີນຄະດີຕໍ່ຜູ້ກະທໍາຜິດ ລວມທັງ ການຫັນປ່ຽນທີດິນປ່າໄມ້, ທີດິນກະສິກໍາ ແລະ ທີດິນເຂດຊົນລະປະທານ, ຊັບພະຍາກອນນ້ໍາ ຕາມກົດ ຫນາຍ ແລະ ລະບຽບການກໍານົດໄວ້ ພ້ອມທັງດໍາເນີນຄະດີຕໍ່ຜູ້ລະເມີດກົດຫນາຍ, ລະບຽບການ ກຽວກັບ ຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ ບົນພື້ນຖານການແປງຂັນຄຸ້ມຄອງ; 20. ປັບປຸງ, ສ້າງ ແລະ ຂະຫຍາຍ ຕາຫງ່າງສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ພາຍໃນແຂວງ ໃຫ້ທັນສະ ໄຫ; ນໍາໃຊ້ ຕາຫຟາງສະຖານີອຸຕຸການບິນ, ຕາຫຟາງສະຖານີອຸຕຸກະເສດ; ຍົກລະດັບສະຖານີຕິດຕາມແຜັນ ດິນໄຫວ ເພືອເຮັດການບໍລິການຂໍ້ມູນຂາວສານ ລວມທັງການເຮັດພະຍາກອນ ແລະ ການແຈ້ງເຕືອນໄພ ລວງຫ້າ ໃຫ້ແກສັງຄົມ, ການຄົມມະນາຄົມທາງອາກາດ ແລະ ການຜະລິດກະສິກໍາ ຂອງທ້ອງຖິນ ໃຫ້ທັນ ເວລາ; 21. ຈັດຕັ້ງປະຕິບັດ ການຕິດຕາມ, ສັງເກດການ, ເກັບກໍາຂໍ້ມູນ, ສັງລວມ ແລະ ລາຍງານຂໍ້ມູນອຸຕຸນິຍົມ, ອຸ ທົກກະສາດ, ແຜນດິນໄຫວ ແລະ ແຈ້ງເຕືອນໄພລວງຫ້າ; ຄຸ້ມຄອງ, ປົກປັກຮັກສາ ແລະ ຄົ້ນຄວ້ານໍາສະ ເຫຼີປັບປຸງ ສະຖານີອຸຕຸນິຍົມ, ສະຖານີອຸທົກກະສາດ, ສະຖານີແຜ້ນດິນໄຫວ ແລະ ລະບົບແຈ້ງເຕືອນໄພ ລວງຫ້າ ເປັນແຕລະໄລຍະ; 22, ຊຸກຢູ່ ໂຄງການລົງທຶນ ແລະ ກິດຈະການຕ່າງໆ ດໍາເນີນການສຶກສາເບື້ອງຕົ້ນຜົນກະທົບຕໍ່ສິງແວດລ້ອມ; ແຈ້ງເຕືອນ, ປັບໃບນ, ອອກ, ຕໍ່ອາຍຸ, ໂຈະ, ຖອນ ຫຼື ຍົກເລີກ ໃບຢັ້ງຢືນ ກຽວກັບສິງແວດລ້ອມ, ໃບ ອະນຸຍາດຄວບຄຸມການປ່ອຍມົນລະຝິດສໍາລັບໂຄງການ; ສົ່ງເສີມການສຶກສາ ແລະ ສ້າງຈິດສໍານຶກ ກຽວ ກັບສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ; ຊຸກຢູ່ການສໍາງ ຕົວເມືອງ, ຕາແສງ, ບ້ານ, ໂຮງ ຮຽນ, ສໍານັກງານອົງການ | ຂຽວສະອາດງາມຕາ ລວມທັງການຄຸ້ມຄອງສິ່ງເສດເຫຼືອ; 23. ເຊື່ອມສານ ແຜນຈັດສັນທີດິນ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແບບຮອບ ດ້ານ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຂັ້ນແຂວງ; ເກັບກໍາຂໍ້ມູນ ເພື່ອສໍາງບົດລາຍງານສະພາບ ສິ່ງແວດລ້ອມ ແລະ ສະພາບມົນລະພິດ ຂອງນະຄອນຫຼວງວຽງຈັນ, ແຂວງ; ສ້າງຄວາມເຂັ້ມແຂງ ໃຫ້ຫ້ອງ ,,/

  5. ການກະສິກໍາ ແລະ ສິງແວດລ້ອມ ຂັ້ນເມືອງ ກຽວກັບວຽກງານສິງແວດລ້ອມ ແລະ ການປ່ຽນແປງດິນຟ້າ ອາກາດ ລວມທັງການຄຸ້ມຄອງສິ່ງແວດລ້ອມ ໃນທຸລະກິດຄອບຄົວ; 24. ສ້າງບົດປະເມີນ, ສ້າງແຜນທີ ຄວາມສຽງ ແລະ ຄວາມບອບບາງ ຈາກການປຽນແປງດິນຟ້າອາກາດ, ຄາດ ຄະເນການປ່ອຍທາດອາຍເຮືອນແກ້ວ; ຊຸກຍູ້ ແລະ ສົ່ງເສີມ ຂະແຫນງການທີກຽວຂ່ອງ ຂັ້ນທ້ອງຖິ່ນ ຈັດ ຕັ່ງປະຕິບັດບັນດາມາດຕະການ ແລະ ໂຄງການ ກຽວກັບການປັບຕົວ ແລະ ການຫຼຸດຜ້ອນທາດອາຍເຮືອນ ແກ້ວ ພ້ອມທັງເຊືອມສານວຽກງານດັ່ງກາວ ເຂົ້າໃນແຜນງານ, ແຜນການ ຂັ້ນແຂວງ ເພື່ອກໍານົດມາດ ຕະການໃນການປັບຕົວ ແລະ ສ້າງຄວາມທົນທານ ຕໍ່ການປ່ຽນແປງດິນຟ້າອາກາດ, ກໍານົດທາງເລືອກ ໃນ ການຫຼຸດຜ້ອນການປ່ອຍທາດອາຍເຮືອນແກ້ວ ແລະ ສົ່ງເສີມການຊື້-ຂາຍ ສິນເຊືອກາກບອນ ພາຍໃນ ທ້ອງຖິນ; 25. ຊຸກຍູ້, ສົ່ງເສີມ ການນໍາໃຊ້ຜົນສໍາເລັດ ຂອງການຄົ້ນຄວ້າ, ທົດລອງ ດ້ານວິທະຍາສາດເຕັກນິກກະສິກໍາ ແລະ ສິງແວດລ້ອມ, ການປັບປຸງ, ເລືອກເປັນ ແລະ ຂະຫຍາຍ ແນວພັນ ພືດ, ໄມ້, ສັດ ແລະ ສັດນ້ໍາ ຕິດ ພັນກັບການຜະລິດເປັນສິນຄ້າ; ມີສວນຮ່ວມໃນການຄຸ້ມຄອງແຫຼງພັນທຸກໍາ ພືດ, ສັດ ຂອງ ສປປ ລາວ ຕາມທີກົດບຫນາຍກໍານົດ ແລະ ຄຸ້ມຄອງປົກປ້ອງລິຂະສິດຜົນຂອງການຄົນຄວ້າທົດລອງ; 26. ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສົນທິສັນຍາ, ສັນຍາສາກົນ ທີ ສປປ ລາວ ເປັນພາຄີ ໃນ ຂະແຫນງກະສິກໍາ ແລະ ສິ່ງແວດລ້ອມ; ເປັນຫົວຫນ່ວຍວິຊາການຂຶ້ນທ້ອງຖິ່ນ ໃນວຽກງານຂອງຄະນະກໍາ ມະການແມນ້ໍາຂອງແຫ່ງຊາດ ເພືອການປະສານງານ, ຊຸກຢູ່ສົ່ງເສີມ ແລະ ສະຫອອງຂໍ້ມູນທີ່ກ້ຽວຂ້ອງທາງ ວິຊາການໃນການຈັດຕັ່ງປະຕິບັດສັນຍາ ວາດ້ວຍການຮວມມື ເພືອພັດທະນາອາງແມນໍາຂອງແບບຍືນຍົງ ປີ 1995 ແລະ ການຮວມມືສາກົນ ໃນຂົງເຂດການຄຸ້ມຄອງອາງແມນ້າຂອງ ເປັນຕົ້ນ ການຮ່ວມມືດ້ານ ຊັບພະຍາກອນນ້ໍາ ຂອງຂອບການຮວມມື ແມນ້ໍາຂອງ-ແມນ້າລ້ານຊ້າງ; 27. ສົມທົບກັບພາກສວນທີກຽວຂ້ອງ ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງ, ການກໍານົດຕໍາແຫຟງງານ ຂອງ ຂະແຫນງການ ເປັນລະບົບຄົບຊຸດ ຕາມທິດກະທັດຮັດ, ມີປະສິດທິພາບ; ສ໋າງ ແລະ ປັບປຸງ ແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກການ, ຜັນຂະຫຍາຍແຜນຍຸດທະສາດພັດທະນາຊັບພະຍາກອນ ມະນຸດ ໃຫ້ມີຄຸນນະພາບ; ຄຸ້ມຄອງ, ບໍາລຸງ-ກໍ່ສ້າງ ສະມາຊິກພັກ, ພະນັກງານ-ລັດຖະກອນ, ພາລະກອນ; ຕີລາຄາປະເມີນຜົນ ສະມາຊິກພັກ, ພະນັກງານ-ລັດຖະກອນ, ພາລະກອນ ຕາມການແປງຂັນຄຸ້ມຄອງ ຢ່າງ ເປັນປົກກະຕິ; ປະຕິບັດນະໂຍບາຍ ແລະ ວຽກງານແຂງຂັນ-ຍ້ອງຍໍ ຕໍ່ພະນັກງານ-ລັດຖະກອນ, ພາລະ ກອນ ພາຍໃນພະແນກ ຕາມກົດບນາຍ ແລະ ລະບຽບການ ທີກໍານົດໄວ້; 28. ສ້າງ, ຄຸ້ມຄອງ, ປັບປຸງ ແລະ ຂະຫຍາຍ ລະບົບເຄືອຂາຍຖານຂໍ້ມູນສະຖິຕິ ແລະ ວຽກງານຂ່າວສານ ຂອງ ພະແນກ; ສັງລວມບົດຮຽນຕົວແບບທີດີ, ຜົນສໍາເລັດຈາກການຄົ້ນຄວ່າທົດລອງ ພ້ອມທັງໂຄສະນາ, ເຜີຍ ແຜ່ອອກສູສັງຄົມ ຢ່າງກວ້າງຂວາງ; 29. ເກັບກໍາສະຖິຕິ ແລະ ສະຫນອງ ຂໍ້ມູນຂ່າວສານດ້ານກະສິກໍາ, ປາໄມ້, ຊີວະນາໆພັນ ແລະ ສິງແວດລ້ອມ ໃຫ້ເປັນລະບົບ, ຄົບຖ້ວນຖືກຕ້ອງ ແລະ ທັນສະພາບການ ໂດຍນໍາໃຊ້ລະບົບເຕັກໂນໂລຊີ ທີທັນສະໄຫນ ເພືອເປັນປອນອີງໃນການວາງແຜນ, ການຈັດຕັ່ງປະຕິບັດໂຄງການ ພ້ອມທັງຕິດຕາມ, ກວດກາ ແລະ ປະ ເມີນຜົນບັນດາແຜນງານ, ແຜນການ ແລະ ໂຄງການ ທີຈັດຕັ່ງປະຕິບັດຢູ່ທ້ອງຖິນຕົນ ໃຫ້ມີປະສິດທິຜົນ; 30. ຄຸ່ມຄອງ, ບໍລິຫານການເງິນ ແລະ ຊັບສິນ ຂອງພະແນກ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະ ຫຼຸບສັງລວມ ຕາມກົດຫນາຍ ແລະ ລະບຽບການ; 31. ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ຕົກລົງ ກຽວກັບການລົງທຶນພາຍໃນ ແລະ ຕ່າງປະເທດ ທີຕິດພັນກັບ ວຽກງານກະສິກໍາ ແລະ ສິງແວດລ້ອມ ພາຍໃນນະຄອນຫຼວງວຽງຈັນ, ແຂວງ ບົນພື້ນຖານກົດຫນາຍ ແລະ ລະບຽບການ ໃນແຕລະໄລຍະ; ///

  6. 32. ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດລະບຽບການ, ກົດຫນາຍ, ຍຸດທະສາດ, ແຜນງານ, ແຜນການ, ໂຄງການລົງທຶນ ຂອງລັດ ຫຼື ໂຄງການທຶນກູ້ຢືມ ແລະ ຊວຍເຫຼືອທາງການເພືອ ການພັດທະນາ, ນິຕິກໍາ ແລະ ລະບຽບການຕາງໆ ທີ່ກະຊວງກະສິກໍາ ແລະ ສິງແວດລ້ອມ, ນະຄອນຫຼວງ ວຽງຈັນ, ແຂວງ ວາງອອກ ໃຫ້ມີປະສິດທິພາບ; ຕ້ານ ແລະ ສະກັດກັນ ການສໍ້ລາດບັງຫຼວງ, ແກ້ໄຂຄໍາ ຮ້ອງ, ຄໍາສະເຫຼີ ຂອງພົນລະເມືອງ ທີຕິດພັນກັບພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງ ຈັນ, ແຂວງ; 33. ສົມທົບພາກສວນກຽວຂ້ອງ ໃນການລະດົມທຶນ ແລະ ສະຫນອງທຶນ ໃຫ້ແກການຈັດຕັ່ງປະຕິບັດບັນດາ ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ພາຍໃນນະຄອນຫຼວງວຽງຈັນ, ແຂວງ, ວາງ ມາດຕະການໃນການຄຸ້ມຄອງ, ນໍາໃຊ້ກອງທຶນຫຼຸດຜ້ອນຄວາມທຸກຍາກ ແລະ ການປ່ອຍສິນເຊືອ ຂອງທະ ນາຄານ ແລະ ສະຖາບັນການເງິນ ທີກຽວຂ້ອງ ພ້ອມທັງຊຸກຍູ່, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິ ບັດ ໃຫ້ຖືກຕ້ອງຕາມກົດຫນາຍ ແລະ ລະບຽບການກໍານົດໄວ້; 34. ປະສານສົມທົບກັບກະຊວງກະສິກໍາ ແລະ ສິງແວດລ້ອມ ແລະ ຂະແຫນງການອືນ ຂັນທ້ອງຖິນ ໃນການຈັດ ຕັ່ງປະຕິບັດຫ້າທີ, ພາລະບົດບາດ ຂອງພະແນກ ເປັນແຕລະໄລຍະ ຢ່າງເປັນລະບົບຕໍ່ເນືອງ; 35. ສັງລວມ, ສະຫຼຸບ ແລະ ລາຍງານ ການເຄືອນໄຫວວຽກງານ ປະຈໍາເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ປະຈໍາປີ, ກາງສະໄບນ ແລະ 5 ປີ ຂອງພະແນກ ໃຫ້ຂັ້ນເທິງ ແລະ ພາກສວນກຽວຂ້ອງ ເປັນປົກກະຕິ ແລະ ທັນເວລາ; 36. ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ, ລະບຽບການ ແລະ ຕາມການມອບຫນາຍ ຂອງຄະ ນະກໍາມະການປົກຄອງ ຂັ້ນແຂວງ ແລະ ລັດຖະມົນຕີກະຊວງກະສິກໍາ ແລະ ສິງແວດລ້ອມ. ມາດຕາ 4 ຂອບເຂດສິດ ພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ມີສິດ ດັງນີ້: 1. ສະເຫີປັບປຸງກົງຈັກການຈັດຕັ້ງ, ບັນຈຸ, ສັບຊ້ອນຈັດວາງພະນັກງານນ້ໍາພາ-ຄຸ້ມຄອງ ພາຍໃນພະແນກ ຕໍ່ ຄະນະກໍາມະການປົກຄອງ ຂັນແຂວງ ໂດຍເອກະພາບກັບກະຊວງກະສິກໍາ ແລະ ສິງແວດລ້ອມ ບົນພື້ນ .ຖານການແປງຂັນຄຸ້ມຄອງ; ສະເຫີການກໍານົດຕໍາແຫນງງານ ສອດຄອງກັບກົດຫນາຍ ແລະ ລະບຽບການທີ ກໍານົດໄວ້ ຕາມທິດກະທັດຮັດ, ເຂັມແຂງ ແລະ ມີປະສິດທິພາບ; 2. ຈັດຕັ່ງປະຕິບັດບັນດານິຕິກໍາ, ຄໍາແນະນໍາ, ຂໍ້ກໍານົດ, ເຕັກນິກ ແລະ ມາດຕະຖານ ທີກະຊວງ ວາງອອກ ເພືອຄຸ່ມຄອງວຽກງານກະສິກໍາ, ປາໄມ້, ຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ, ການປຸງແຕ່ງ ກະສິກໍາ ແລະ ປ່າໄມ້ ແລະ ວຽກງານພັດທະນາຊົນນະບົດ ຂອງນະຄອນຫຼວງວຽງຈັນ, ແຂວງ; ຜັນຂະ ຫຍາຍຈັດຕັ່ງປະຕິບັດການຊື່ນໍາ ຂອງກະຊວງກະສິກໍາ ແລະ ສິງແວດລ້ອມ ໃນດ້ານເຕັກນິກວິຊາການ ຕາມລະບົບກົນໄກຄຸ້ມຄອງສາຍຕັ່ງ, ແປງຂັນຄຸ່ມຄອງ, ແປງຄວາມຮັບຜິດຊອບ ແລະ ແປງສິດ ໃນການ ຕົກລົງບັນຫາ; ເຜີຍແຜແນວທາງນະໂຍບາຍ, ກົດຫນາຍ, ລະບຽບການ ແລະ ມາດຕະການຕ່າງໆ ທີກຽວ ຂ້ອງກັບພາລະບົດບາດ ຂອງຂະແຫນງກະສິກາ ແລະ ສິງແວດລ້ອມ; ຈັດກອງປະຊຸມ, ງານວາງສະແດງ ສິນຄ້າກະສິກໍາ ແລະ ຕະຫຼາດນັດ, ຝຶກອົບຮົມ, ສໍາມະນາວິຊາການ; 3. ຕິດຕາມ, ກວດກາ ການນໍາໃຊ້ທີດິນ ແລະ ຊັບພະຍາກອນທໍາມະຊາດ ເປັນຕົ້ນ ດິນ, ແຮທາດ, ນ້າ, ປ່າໄມ້, ຊີວະນາໆພັນ ແລະ ອືນໆ; ຕິດຕາມ, ກວດກາ ການພັດທະນາທີດິນກະສິກໍາ ແລະ ການປົກປັກ ຮັກສາສິງແວດລ້ອມ ຕາມການແປງຂັ້ນຄຸ້ມຄອງ ພາຍໃນນະຄອນຫຼວງວຽງຈັນ, ແຂວງ; ,//

  7. ນໍາສະເຫນີ ຮາງ ຍຸດທະສາດ, ແຜນແມບົດ ຈັດສັນທີດິນ ຂັນແຂວງ; ອອກຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ, ຄໍາແນະນໍາ ກຽວກັບວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ; ຄົ້ນຄວ້າ, ນໍາສະເຫຼີ ຄະນະກໍາມະການ ປົກຄອງ ຂັ້ນແຂວງ ພິຈາລະນາ ອອກອະນຸຍາດ; ສັ່ງໂຈະ ຫຼື ຍົກເລີກ ກິດຈະກໍາໃດຫນຶງ ກຽວກັບການຄຸ້ມ ຄອງ ແລະ ພັດທະນາທີດິນ ແລະ ໂຮງງານຜະລິດຝຸ໋ນ ຕາມການແປງຂັ້ນຄຸ້ມຄອງ; ກາວເຕືອນ ຫຼື ນໍາໃຊ້ມາດຕະຖານອືນ ຕາມກົດບນາຍ ຕໍ່ຜູ້ທີ່ສ້າງຜົນເສຍຫາຍແກຊັບພະຍາກອນທໍາມະ ຊາດ ແລະ ສິງແວດລ້ອມ ແລະ ບໍ່ປະຕິບັດພັນທະທາງດ້ານສິງແວດລ້ອມ ຕາມແຜນຄຸ້ມຄອງ; ຕິດຕາມ, ກວດກາ ສິງແວດລ້ອມ, ສັນຍາສໍາປະທານ ແລະ ສັນຍາຕ້າງໆ ພາຍໃນນະຄອນຫຼວງວຽງຈັນ, ແຂວງ; ອອກ, ໂຈະຊົ່ວຄາວ, ຍົກເລີກ ຫຼື ຖອນໃບຢັ້ງຢືນ, ໃບອະນຸຍາດ, ໃບທະບຽນດໍາເນີນກິດຈະການ ສໍາລັບ ຜູ້ປະກອບການບໍລິການດ້ານກະສິກໍາ ແລະ ສິງແວດລ້ອມ ຕາມການແປງຂັ່ນຄຸ່ມຄອງ ທີເຄືອນໄຫວບໍ່ ຖືກຕ້ອງ ແລະ ບໍ່ສອດຄອງກັບກົດຫນາຍ ແລະ ລະບຽບການ; ນໍາສະເຫີຂັນເທິງ ພິຈາລະນາ ອອກ, ຕໍ່ອາຍຸ, ໂຈະ, ປ່ຽນແປງ ຫຼື ຖອນ ແລະ ຖອນ ໃບອະນຸຍາດ ນໍາ ໃຊ້ນ້ໍາ ແລະ ການປ່ອຍນ້ໍາເປື້ອນ ລວມທັງນ້ໍາໃຕ້ດິນ, ການຂຸດເຈາະ ຫຼື ການຊີເຈາະ ນ້ໍາໃຕ້ດິນ ແລະ ໃບ ອະນຸຍາດການປ່ອຍນໍາເປື້ອນ ແລະ ການຢັ້ງຢືນການກໍານົດປະລິມານນ້ໍາໄຫຼຕໍາສຸດ, ການອວາຍແລວນ້າ, ອະນຸຍາດດໍາເນີນທຸລະກິດການບໍລິການໃຫ້ຄໍາປຶກສາ ກຽວກັບນ້ໍາ ແລະ ຊັບພະຍາກອນນ້ໍາ, ການບໍລິການ ຂຸດເຈະະ ຫຼື ຊີເຈາະນ້ໍາໃຕ້ດິນ ຂອງບັນດາໂຄງການພັດທະນາ ຕາມການແປງຂັ້ນຄຸ້ມຄອງ; ອອກຄໍາແນະນໍາ, ແຈ້ງການ, ຫັງສືສະເຫີ ເຖິງບັນດາພະແນກການ ຂັ້ນແຂວງ, ຫ້ອງການກະສິກໍາ ແລະ ສິງແວດລ້ອມ ຂັ້ນເມືອງ, ໂຄງການ, ຫົວຫປ່ວຍວິຊາການ ແລະ ຫົວຫນ່ວຍການຜະລິດ, ຫົວຫນ່ວຍທຸລະ ກິດ ກ່ຽວກັບວຽກງານກະສິກໍາ, ປ່າໄມ້, ຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ, ການປຸງແຕ່ງກະ ສິກໍາ ແລະ ວຽກງານພັດທະນາຊົນນະບົດ ພາຍໃນນະຄອນຫຼວງວຽງຈັນ, ແຂວງ; ນໍາສະເຫຼີຄະນະກໍາມະການປົກຄອງ ຂັ້ນແຂວງ ປັບປຸງ, ໂຈະການປະຕິບັດ ຫຼື ຍົກເລີກນິຕິກໍາ ຂອງພະ ແນກການອືນ ແລະ ຄະນະກໍາມະການປົກຄອງ ຂັ້ນເມືອງ ທີຂັດກັບກົດປຫນາຍ ແລະ ລະບຽບການ ຂອງຂະ ແຫນງການຕົນ; 10. ຄົ້ນຄວ້າ, ປະກອບຄໍາເຫັນ ກຽວກັບການລົງທຶນພາຍໃນ ແລະ ຕາງປະເທດ ດ້ານກະສິກໍາ ແລະ ປາໄມ້; ຢັ້ງຢືນບົດວິພາກເສດຖະກິດ-ເຕັກນິກ, ຢັ້ງຢືນແຜນນໍາເຂົ່າ, ອອກ ຫຼື ຖອນ ໃບອະນຸຍາດດໍາເນີນທຸລະກິດ ກະສິກໍາ ແລະ ປາໄມ້ ຕາມການແປງຂັ້ນຄຸ່ມຄອງ ບົນພື້ນຖານກົດຫນາຍ ແລະ ລະບຽບການ ເປັນແຕລະ ໄລຍະ; o <. ກ, >. .8 ມ, . P 11 .ກວດກາສະຖານທ ແລະ ການດາເນນທຸລະກດ ເພືອການຢັ້ງຢືນດ້ານຄຸນນະພາບ , ຄວາມປອດໄພສໍາລັບ

  8. ການສະເຫນີອະນຸຍາດສົ່ງອອກ, ນໍາເຂົ້າ ແລະ ຂົນສົ່ງຜ່ານ ຜະລິດຕະພັນກະສິກໍາ ແລະ ປ່າໄມ້, ບັນດາວັດຖຸ ອຸປະກອນ, ປັດໄຈການຜະລິດ ຕາມແຜນການທີໄດ້ຮັບອະນຸມັດຈາກ ຄະນະກໍາມະການປົກຄອງ ຂັ້ນ ແຂວງ ຫຼື ກະຊວງກະສິກໍາ ແລະ ສິງແວດລ້ອມ ຕາມກົດຫນາຍ ແລະ ລະບຽບການ; ຄຸ້ມຄອງ, ກວດກາ, ກັກກັນພືດ-ສັດ ແລະ ການກວດກາ, ສະກັດກັນ ແລະ ຕ້ານອາຊະຍາກໍາຂ້າມຊາດ ກຽວກັບສັດນ້ໍາ, ສັດ ປາໄມ້ ແລະ ເຄືອງປາຂອງດົງ ຢູ່ດານເຂົ້າ--ອອກ ສປປ ລາວ ຕາມການມອບພນາຍສິດ | ຈາກກະຊວງ ກະສິກໍາ ແລະ ສິງແວດລ້ອມ; ຄຸ້ມຄອງກວດກາ ກັກກັນພືດ-ສັດ, ການກວດກາ, ສະກັດກັນ ແລະ ຕ້ານ ອາຊະຍາກໍາຂ້າມຊາດ ກ່ຽວກັບສັດນ້ໍາ, ສັດປ່າ, ໄມ້ ແລະ ເຄືອງປ່າຂອງດົງ ຢູ່ດ້ານທ້ອງຖິນ ກໍລະນີມີການ ລະເມີດທີ່ກ່ຽວຂ້ອງກັບວຽກງານກັກກັນ ດັ່ງກາວນັ້ນ ຕາມການມອບຫນາຍສິດ ຈາກຄະນະກໍາມະການ ປົກຄອງ ຂັນແຂວງ ແລະ ພາກສວນທີກຽວຂ້ອງ ພ້ອມທັງວາງມາດຕະການຕິດຕາມ ແລະ ສະກັດກັນ ກ ຈ ຈ ຈ ະຈ , & 1 ຈະ ການແຜລະບາດ ຂອງສັດຕູພືດ ແລະ ພະຍາດສັດ ໃຫ້ທັນເວລາ; ຂຶ້ນທະບຽນ, ຢັ້ງຢືນ ສວນປູກພືດ, ສວນໄມ້ປູກ, ຟາມລ້ຽງສັດ ແລະ ສັດນ້ໍາ ຕາມການແປງຂຶ້ນຄຸ້ມຄອງ; ,,/” 12.ຄົນຄວ້າ, ວາງແຜນ ແລະ ນໍາສະເຫີ ຄະນະກໍາມະການປົກຄອງ ຂັນແຂວງ ກຽວກັບວຽກງານພັດທະນາ ຊົນນະບົດ ເພືອຊອກຫາຮູບແບບ ແລະ ວິທີການທີເຫນາະສົມໃນການຈັດສັນພູມລໍາເນົາ, ການຝຶກອົບຮົມ ວິຊາຊີບ ແລະ ຈັດສັນອາຊີບ ຄົງທີໃຫ້ປະຊາຊົນ ພາຍຫຼັງຢຸດຕິການຖາງປ່າເຮັດໄຮ; 13.ນໍາສະເຫຼີຄະນະກໍາມະການປົກຄອງ ຂັ້ນແຂວງ ແຕງຕັ້ງຄະນະສະເພາະກິດ ເຜືອຕິດຕາມ, ກວດກາ ສິງ ແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມການແປງຂັ້ນຄຸ່ມຄອງ ໃນກໍລະນີເກີດເຫດ ສຸກເສີນ; 14.ຮຽກໂຮມ ພະນັກງານນໍາພາ-ຄຸ່ມຄອງ, ພະນັກງານ-ລັດຖະກອນ ໃນຄວາມຮັບຜິດຊອບຂອງຕົນ ເຂົ້າ ຮວມກອງປະຊຸມ ຫຼື ລາຍງານສອງແສງວຽກງານເປັນແຕລະໄລຍະ; ຫັນພະນັກງານລົງປະຈໍາຢູ່ສູນ, ສະ ຖານີ ແລະ ກອງຄຸ້ມຄອງ 03 ປະເພດປາ ຢູ່ພາກສະຫນາມ ຕາມຄວາມຮຽກຮ່ອງຕ້ອງການ ຂອງຫ້າທີ ວຽກງານ ຕາມທີໄດ້ກໍານົດໄວ້ ໃນລະບຽບການ ທີກຽວຂ້ອງ; 15.ຄຸ່ມຄອງ, ບໍາລຸງກໍ່ສ້າງ, ນໍາໃຊ້, ຈັດວາງ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະ ກອນທີ ຢູ່ພາຍໃຕ້ການຄຸ່ມຄອງຂອງຕົນ ຕາມການແປງຂັ້ນຄຸ່ມຄອງ; 16.ຄຸ້ມຄອງ, ແປງປັນ ແລະ ມອບຫນາຍ ແຜນການ, ງົບປະມານ, ພາຫະນະ ແລະ ອຸປະກອນທີໄດ້ຮັບອະນຸ ມັດຈາກແຂວງ, ກະຊວງກະສິກໍາ ແລະ ສິງແວດລ້ອມ ໃຫ້ບັນດາຂະແຫນງ ແລະ ທຽບເທົ່າ, ສູນ, ໂຄງການ ອ້ອມຂ້າງພະແນກ ແລະ ຫົວຫຟວຍວິຊາການທີຂຶ້ນກັບຕົນ ເພືອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກ ງານ ຕາມກົດຫາຍ ແລະ ລະບຽບການ ໃຫ້ມີປະສິດທິຜົນສູງ; 17.ດໍາເນີນການກວດກາຜົນການຈັດຕັ້ງປະຕິບັດ ແຜນງານ, ແຜນການ ແລະ ໂຄງການ ພັດທະນາກະສິກໍາ, ປາໄມ້, ຊັບພະຍາກອນທໍາມະຊາດ, ສິງແວດລ້ອມ ແລະ ພັດທະນາຊົນນະບົດ ຂອງແຂວງ ເພືອສະຫຼຸບ ສັງລວມ, ວິໄຈ ແລະ ປະເມີນຜົນ ໃຫ້ເຫັນດ້ານດີ, ດ້ານອອນ-ຄົງຄ້າງ ແລະ ວາງມາດຕະການແກ້ໄຂໃນຕໍ່ ຫ້າ ພ້ອມທັງລາຍງານຄະນະກໍາມະການປົກຄອງ ຂັ້ນແຂວງ ແລະ ກະຊວງກະສິກໍາ ແລະ ສິງແວດລ້ອມ; 18.ປະຕິບັດສິດອືນ ຕາມທີ່ໄດ້ກໍານົດໄວ້ໃນກົດຫນາຍ, ລະບຽບການ ແລະ ຕາມການມອບຫນາຍ ຂອງຄະນະ ກໍາມະການປົກຄອງ ຂັນແຂວງ ແລະ ລັດຖະມົນຕີກະຊວງກະສິກໍາ ແລະ ສິງແວດລ້ອມ.

  9. ຫວດທີ 3 ໂຄງປະກອບການຈັດຕັ້ງ ມາດຕາ 5 ໂຄງປະກອບກົງຈັກ ໂຄງປະກອບກົງຈັກ ຂອງພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ແມນ ອີງໃສ່ສະພາບຈຸດພິເສດ ຂອງແຕລະທ້ອງຖິນ ຕາມທິດກົງຈັກກະທັດຮັດ, ຫັກແຫນ້ນ, ເຂັມແຂງ, ເຄືອນໄຫວ ມີປະສິດທິພາບ ແລະ ປະສິດທິຜົນ ຕາມການຕົກລົງ ຂອງປະທານຄະນະກໍາມະການປົກຄອງ ຂັນແຂວງ ແລະ ການເຫັນດີເປັນເອກະພາບ ຂອງກະຊວງກະສິກໍາ ແລະ ສິງແວດລ້ອມ ບົນພື້ນຖານສອດຄອງກັບແຈ້ງການ ສະບັບເລກທີ 0014/ກສ, ລົງວັນທີ 04 ກໍລະກົດ 2025 ດັ່ງນີ້: 1. ຂະແຫງບໍລິຫານ, ແຜນການ ແລະ ຈັດຕັງ; 2. ຂະແຫນງກວດກາ; 3. ຂະແຫງງສົ່ງເສີມກະສິກໍາ ແລະ ສະຫະກອນ; 4. ຂະແຫນງປູກຝັງ; ¥ 5. ຂະແຫນງລ້ຽງສັດ ແລະ ການປະມົງ; 6. ຂະແຫງຊົນລະປະທານ; 7. ຂະແຫນງປ່າໄມ້; 8. ຂະແຫນງຄຸ້ມຄອງ ແລະ ພັດທະນາທີດິນ; 9. ຂະແຫງພັດທະນາຊົນນະບົດ ແລະ ຫຼຸດຝ້ອນຄວາມທຸກຍາກ; ະ 10.ຂະແຫນງສິງແວດລ້ອມ; 11.ຂະແບນງຊັບພະຍາກອນນ້ໍາ, ອຸຕຸນິຍົມ ແລະ ອຸທົກກະສາດ; 12.ກອງກວດກາຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ; 13.ກອງຄຸ້ມຄອງ 3 ປະເພດປ່າ. ມາດຕາ 6 ໂຄງປະກອບບຸກຄະລາກອນ ບຸກຄະລາກອນ ຂອງພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ປະກອບດ້ວຍ: 1. ຫົວຫ້າພະແນກ ຈໍານວນ 01 ທານ ຮັບຜິດຊອບຕໍ່ ປະທານກໍາມະການປົກຄອງ ຂັນແຂວງ ແລະ ລັດຖະ ມົນຕີກະຊວງກະສິກໍາ ແລະ ສິງແວດລ້ອມ ໃນການຄຸ້ມຄອງຂະແຫນງກະສິກໍາ ແລະ ສິງແວດລ້ອມ ຊຶງມີ ສິດ ແລະ ຫ້າທີ ຕາມທີໄດ້ກໍານົດໄວ້; ໃນເວລາຫົວຫ້າພະແນກ ຕິດຂັດ ຕ້ອງມອບສິດ ໃຫ້ຮອງຫົວຫນ້າ ພະແນກ ທານໃດນຫນຶງ ເປັນຜູ້ຮັກສາການແທນ; 2. ຮອງຫົວຫ້າພະແນກ ຈໍານວນຫຶຶ໊ງ ຊວຍຫົວຫ້າພະແນກ ໃນການຊື້ນໍາວຽກງານຂອງຕົນ ແລະ ຮັບຜິດ ຊອບວຽກງານໃດຫຶງ ຕາມການມອບບນາຍ ຂອງຫົວຫ້າພະແນກ; ຮອງຫົວຫ້າພະແນກ ເປັນຜູ້ຮັກສາ ການແທນ ໃນເວລາຫົວຫ້້າພະແນກ ຕິດຂັດ; 3. ຫົວຫ້າຂະແຫນງ ແລະ ທຽບເທົ່າ; ຮອງຫົວຫ້າຂະແຫນງ ແລະ ທຽບເທົ່າ ແລະ ລັດຖະກອນວິຊາການ ຈໍາ ນວນຫນຶ໊ງ ຕາມການກໍານົດຕໍາແຫງງານ; ສໍາລັບຫົວຫ້າກອງຄຸ້ມຄອງປາສະຫງວນແຫງຊາດ ຫຼື ອຸທິຍານແຫ່ງຊາດ ທີກວມເອົາຫຼາຍແຂວງ ແລະ ປ່າສະຫງວນແຫ່ງຊາດ ທີ່ເປັນມໍລະດົກພາກພື້ນ ແລະ ມໍລະດົກໂລກ ດ້ານການຈັດຕັ້ງຄຸ້ມຄອງ ແມນ ຂຶ້ນກັບກະຊວງກະສິກໍາ ແລະ ສິງແວດລ້ອມ ໂດຍແມນກົມປ່າໄມ້ ເປັນເສນາທິການ ແລະ ເປັນຜູ້ຊີ່ນໍາ ໂດຍກົງ, ບັນດາຫົວຫ້າກອງເຫຼົ່ານີ້ ແມນຕໍາແຫນງບໍລິຫານປະເພດ 4; ການບັນຈຸ, ສັບຊ້ອນ, ຍົກຍ້າຍ ຫຼື ບົດຕໍາແຫນ່ງ ແມນປະຕິບັດຕາມກົດຫນາຍ ແລະ ລະບຽບການ ທີໄດ້ກໍານົດໄວ່.

  10. ຫນວດທີ 4 ຫຼັກການ ແລະ ແບບແຜນວິທີເຮັດວຽກ ມາດຕາ 7 ຫຼັກການ ພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ເຄືອນໄຫວຕາມຫຼັກການ ດັ່ງນີ້: ໄ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນຫນຼຄະນະ ກຽວກັບບັນຫາລວມ ຂອງພະແນກກະສິ ກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ; W 2. ປະຕິບັດລະບອບຫົວຫ້າດຽວ ຕາມການແປງຂັ້ນຄຸ່ມຄອງ, ມີການແປງງານໃຫ້ບຸກຄົນຮັບຜິດຊອບຢ່າງ ຈະແຈ້ງ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງ ຂອງພະນັກງານ-ລັດຖະກອນ ທຸກລະດັບ; ນໍາໃຊ້ຄວາມ ຮູ້ຄວາມສາມາດ ຂອງຕົນຢ່າງສຸດຂີດ ເພືອເຮັດຫຼ້ອນຫ້າທີວຽກງານ ທີໄດ້ຮັບມອບບນາຍ; ເຄົາລົບ ແລະ ປະຕິບັດ ກົດຫນາຍ ແລະ ລະບຽບການ ຢ່າງເຂັມງວດ; 3. ທຸກການເຄືອນໄຫວວຽກງານ ຂອງພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ແມນອີງໃສກົດຫນາຍ, ລະບຽບການ ແລະ ຫຼັກການລວມ ຂອງລັດຖະບານ, ອົງການປົກຄອງທ້ອງຖິນ ແລະ ກະຊວງກະສິກໍາ ແລະ ສິງແວດລ້ອມ ມາຈັດຕັ້ງຜັນຂະຫຍາຍ ໃຫ້ໄດ້ຮັບຜົນດີ. ມາດຕາ 8 ແບບແຜນວິທີເຮັດວຽກ ພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ມີແບບແຜນວິທີເຮັດວຽກ ດັ່ງນີ້: 1. ເຮັດວຽກ ມີແຜນງານ, ແຜນການ ແລະ ໂຄງການລະອຽດ; ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າ ບນາຍ ໃນແຕ່ລະໄລຍະ; ປະສານສົມທົບຢ່າງແຫ້ນແຟ້ນກັບຂະແຫນງການອືນ, ອົງການປົກຄອງທ້ອງຖິນ ແລະ ກະຊວງກະສິກໍາ ແລະ ສິງແວດລ້ອມ ແນໃສບນຼນໃຊ້ກໍາລັງແຮງ ຂອງທຸກພາກສ່ວນ ເຟືອພັດທະນາ ວຽກງານກະສິກໍາ ແລະ ສິງແວດລ້ອມ; 2. ປະຕິບັດລະບອບປະຊຸມ, ສ່ອງແສງ ປະຈໍາເດືອນ, 3 ເດືອນ, 6 ເດືອນ, ປະຈໍາປີ ຫຼື ກອງປະຊຸມວິຊາການ ແລະ ປະຕິບັດລະບອບລາຍງານໃຫ້ ຄະນະກໍາມະການປົກຄອງ ຂັນແຂວງ ແລະ ກະຊວງກະສິກໍາ ແລະ ສິງ ແວດລ້ອມ ເປັນປົກກະຕິ; 3. ເຮັດວຽກມີການກວດກາ, ຕິດຕາມ, ຊຸກຍູ້, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາຜົນໄດ້-ຜົນເສຍ ພ້ອມທັງປະຕິບັດລະບອບລາຍງານສອງແສງ ຢ່າງເຂັມງວດ; 4. ປະຕິບັດການພົວພັນປະສານງານ ພາຍໃນ ແລະ ພາຍນອກ ໃຫ້ສອດຄອງ ຕາມລະບຽບຫຼັກການ.

  11. ຫວດທີ 5 ບົດບັນຍັດສຸດທ້າຍ ມາດຕາ 9 ງົບປະມານ ແລະ ຕາປະທັບ ພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ມີງົບປະມານ ແລະ ຕາປະທັບ ເພືອນໍາໃຊ້ເຂົ້າໃນການເຄືອນໄຫວວຽກງານທາງລັດຖະການ ຕາມກົດຫນາຍ ແລະ ລະບຽບການທີກຽວຂ່ອງກໍາ ນົດ. ມາດຕາ 10 ການຈັດຕັ່ງປະຕິບັດ ພະແນກກະສິກໍາ ແລະ ສິງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ, ບັນດາກົມ ແລະ ທຽບເທົ່າ ທີຂຶ້ນ ກັບກະຊວງກະສິກໍາ ແລະ ສິງແວດລ້ອມ, ບັນດາຂະແຫນງ ແລະ ທຽບເທົ່າ ທີ່ຂຶ້ນກັບພະແນກ ແລະ ພາກສວນ ທີກຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ຕາມຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ. ມອບໃຫ້ ຄະນະກໍາມະການປົກຄອງ ຂັ້ນແຂວງ ຜັນຂະຫຍາຍຂໍ້ຕົກລົງສະບັບນີ້ ອອກເປັນອັນລະອຽດ ໃຫ້ແກການຈັດຕັ້ງປະຕິບັດເຄືອນໄຫວວຽກງານອັນສະເພາະ ຂອງພະແນກກະສິກໍາ ແລະ ສິງແວດລ້ອມ ນະ ຄອນຫຼວງວຽງຈັນ, ແຂວງ.,/ 10 ມາດຕາ 11 ຜົນສັກສິດ ຂໍ້ຕົກລົງສະບັບນີ້ ມີຜົນນໍາໃຊ້ໄດ້ ນັບແຕວັນລົງລາຍເຊັນເປັນຕົ້ນໄປ ແລະ ນໍາໃຊ້ປ່ຽນແທນ ຂໍ້ຕົກລົງ ວາດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ ຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ສະບັບເລກທີ 1591/ກປ, ລົງວັນທີ 27 ທັນວາ 2021 ແລະ ພະແນກຊັບພະຍາກອນທໍາມະຊາດ ແລະ ສິງ ແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ສະບັບເລກທີ 5506/ກຊສ, ລົງວັນທີ 27 ຕຸລາ 2021 ,// 11

Decision No. 1432 on Organisation and Functionality of Provincial Department of Agriculture and Environment · Nelum