Decision No.0440 on Geographical Indications
صدر في 2023-03-30 · النص بتاريخ 2026-10-01
القانون العام والإرشادات الرسمية منشورة بوصفها أبحاثاً. ليست مشورة قانونية أو ضريبية أو مالية.
البحث نفسه مكتوب بالإنجليزية. العناوين والوسوم مترجمة؛ أما النتائج والاقتباسات فغير مترجمة.
عن هذا القانون
- اللغة
- Lao
- النوع
- لائحة
- المنظمة
- Mekong River Commission (MRC)
- الدولة
- لاوس
- الموضوعات
- General
- الكلمات المفتاحية
- geographical indication, intellectual property rights, registration, inspection, enforcement/compliance, legal proceedings/administrative proceedings
أين تقرؤه
لا يوجد رابط مصدر مسجل لهذا القانون.
النص
نص القانون نفسه، مادةً مادة، كما هو محفوظ. لكل مادة رابطها.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງ ອຸດສາຫະກໍາ ແລະ ການຄໍາ ເລກທີ 770 /ອຄ ນະຄອນຫຼວງວຽງຈັນ, ວັນທີ 30 -ລີນາ 2033 - ອີງຕາມ ກົດຫນາຍ ວາດ້ວຍຊັບສິນທາງປັນຍາ ສະບັບເລກທີ 38/ສພຊ, ລົງວັນທີ 15 ພະຈິກ 2017; - ອີງຕາມ ດໍາລັດ ວາດ້ວຍການຈັດຕັ້ງ ແລະ ການເຄືອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄໍາ ສະບັບ ເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021; - ອີງຕາມ ຫັງສືສະເຫີຂອງກົມຊັບສິນທາງປັນຍາ ສະບັບເລກທີ 0298/ກຊປ.ອຄ, ລົງວັນທີ 10 ມີນາ 2025. ະ າ. ,ຂ ຈ v Yo o ລດຖະມນຕ ກະຊວງອຸດສາຫະກາ ແລະ ການຄາ ອອກຂຕກລງ: ບນວດທີ 1 ຈ ພ ພ. + ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ ຂໍຕົກລົງສະບັບນີ້ ກໍານົດຫຼັກການ ແລະ ລະບຽບການ ກຽວກັບການຈັດຕັ້ງປະຕິບັດວຽກງານ ຖິນກໍາ ເນີດ ເປັນຕົ້ນ ການຈົດທະບຽນ, ການດາເນີນການຫຼັງການຈົດທະບຽນ, ກາບນາຍຖິ່ນກໍາເນີດແຫງຊາດ, ສິດ ແລະ ຫ້າທີ່ຂອງເຈົ້າຂອງຖິນກໍາເນີດ ແລະ ຫປວຍງານກວດກາ, ການເປັນຜູ້ຕາງຫ້າ, ການທົບທວນຄືນທາງ ດ້ານບໍລິຫານ ແລະ ອົງການຄຸ່ມຄອງວຽກງານຖິນກໍາເນີດ ເພື່ອແນໃສຜັນຂະຫຍາຍກົດບນາຍ ວາດ້ວຍຊັບສິນ ທາງປັນຍາ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເປັນການປະກອບສວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ. ສ, +. ອ, ມາດຕາ 2 ຖິ່ນກໍາເນີດ ຖິ່ນກໍາເນີດ ແມນສັນຍາລັກທີບຶງບອກທີມາຂອງສິນຄ້າຈາກດິນແດນ, ເຂດ ຫຼື ທ້ອງຖິນຂອງປະເທດໃດ ຫົງ ຊຶງເປັນສິ່ງສໍາຄັນພາໃຫ້ສິນຄ້າມີຄຸນນະພາບ ແລະ ມີຊື່ສຽງ ຫຼື ຄຸນລັກສະນະອືນທີຕິດພັນກັບພູມສາດ. ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ຢູໃນຂໍ້ຕົກລົງສະບັບນີ້ ມີຄວາມບນາຍດັ່ງນີ້: 1. ຜູ້ດໍາເນີນການ ບນາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃດຫຶ່ງທີມີສວນຮວມໃນຂະບວນ ການຜະລິດ, ຫຸ້ມຫໍ່, ເກັບຮັກສາ, ຂົນສົ່ງ, ສົ່ງອອກ, ຈັດຊື້ ແລະ ຈໍາຫປາຍສິນຄ່າຖິນກໍາເນີດ; 2. ຜູ້ຮ້ອງຂໍ ບນຼາຍເຖິງ ສະນາຄົມຖິນກໍາເນີດ ທີໄດ້ຍືນຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດ ຫຼື ດັດ ແກ່ ຫຼື ຍົກເລີກການຈົດທະບຽນຖິນກໍາເນີດ. ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈະຖືວາ ເປັນຜູ້ຮ້ອງຂໍ ໄດ້ ຖ້າ ຫາກສາມາດຢັ້ງຢືນຄວາມຖືກຕ້ອງຕາມເງືອນໄຂພິເສດ; 3. ຄໍາຮ້ອງ ຫນາຍເຖິງ ສໍານວນເອກະສານການຍືນຄໍາຮ້ອງຂໍຈົດທະບຽນຖິນກໍາເນີດ, ຄັດຄ້ານ, ປຽນຊື ແລະ(ຫຼື ທີຢູ່, ດັດແກ້ ຫຼື ຍົກເລີກ ການຈົດທະບຽນຖິນກໍາເນີດ; 4. ເອກະສານຄຸນລັກສະນະສະເພາະຂອງຖິນກໍາເນີດ ຫາຍເຖິງ ຂໍ້ມູນທີ່ຜູ້ຮ້ອງຂໍຈົດທະບຽນຖິນກໍາ ເນີດສ້າງຂຶ້ນ ໂດຍລະບຸຂອບເຂດ , ທີມາ, ວິທີ ແລະ ຂັ້ນຕອນການຜະລິດ, ຄຸນນະພາບ , ຊື ສຽງ ຫຼື ລາຍ ລະອຽດຕາງໆຂອງຜະລິດຕະພັນ ທີຕິດພັນກັບທີມາ ແລະ ວິທີການກວດກາຄວາມສອດຄ້ອງກັບຄຸນລັກສະນະ ສະເພາະຂອງຖິ່ນກໍາເນີດ; 5. ຜູ້ຄັດຄ້ານ ບນາຍເຖິງ ຜູ້ຖືສິດ ຫຼື ເຈົ້າຂອງສິດ ຫຼື ບຸກຄົນທີສາມທີເປັນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສະເຫນີຂໍຄັດຄ້ານຄໍາຮ້ອງຂໍຈົດທະບຽນຖິນກໍາເນີດ; 6. ການຄັດຄ້ານ ຫນາຍເຖິງ ການຍືນຄໍາສະແນີຂໍຄັດຄ້ານໂດຍຜູ້ຄັດຄ້ານ ຕໍ່ການຮ້ອງຂໍຈົດທະບຽນຖິນກໍາ ເນີດທີໄດ້ເຜີຍແຜລົງໃນຈົດຫນາຍເຫດທາງລັດຖະການ ກຽວກັບຊັບສິນອຸດສາຫະກໍາ; 7. ຜູ້ຂໍຍົກເລີກ ຫນາຍເຖິງ ຜູ້ຖືສິດ ຫຼື ເຈົ້າຂອງສິດ ຫຼື ບຸກຄົນທີສາມ ທີຍືນຄໍາຮ້ອງຂໍຍົກເລີກການຈົດທະບຽນ ຖິນກໍາເນີດ; 8. ການຍົກເລີກ ຫນາຍເຖິງ ການຍືນຄໍາຮ້ອງຂໍຍົກເລີກການຈົດທະບຽນ ຖິນກໍາເນີດໂດຍຜູ້ຍົກເລີກ ທີຍືນ ຄໍາຮ້ອງຂໍຍົກເລີກການຈົດທະບຽນຖິນກໍາເນີດ; 9. ເຈົ້າຂອງຖິນກໍາເນີດ ຫນາຍເຖິງ ສະມາຄົມຖິນກໍາເນີດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ່ງທີມີເງືອນ ໄຂພິເສດ ທີໄດ້ຈົດທະບຽນຖິນກໍາເນີດ; 10. ສິນຄ້າຖິນກໍາເນີດ ຫນາຍເຖິງ ຜະລິດຕະພັນກະສິກໍາ, ອາຫານ, ເຄືອງດືມ ແລະ ຫັດຖະກໍາທີຖືກ ຜະລິດ ຫຼື ແປຮູບໃນຂອບເຂດ ທີກໍານົດເປັນຖິນກໍາເນີດ ທີໄດ້ວາງຈໍາຫງາຍໃນຕະຫຼາດ; 11. ການກວດກາ ຫພາຍເຖິງ ການກວດກາໂດຍເຈົ້າຂອງຖິນກໍາເນີດເອງ ແລະ ຫຫ່ວຍງານກວດກາອືນ ຫຼື ການຈັດຕັ່ງທີໄດ້ຮັບມອບຫນາຍໃຫ້ດໍາເນີນການກວດກາ ເພື່ອຮັບປະກັນຄວາມສອດ ຄອງກັບຄຸນລັກສະນະ ຂອງສິນຄ່າຖິນກໍາເນີດ; 12. ການໂຈະ ບພາຍເຖິງ ການດໍາເນີນການໂດຍກົມຊັບສິນທາງບັນຍາ ຕໍ່ເຈົ້າຂອງຖິນກໍາເນີດ ເພືອໃຫ້ ຢຸດການນໍາໃຊ້ຖິນກໍາເນີດຊົ່ວຄາວ ໃນກໍລະນີທີບໍ່ປະຕິບັດຕາມກົດຫນາຍ ວາດ້ວຍຊັບສິນທາງບັນຍາ ແລະ ຂໍ້ ຕົກລົງສະບັບນີ້; 13. ປະເທດຕົ້ນກໍາເນີດ ຫນາຍເຖິງ ປະເທດທີເປັນສະຖານທີຜະລິດສິນຄ່າຖິ່ນກໍາເນີດ; 14. ໃບມອບສິດ ຫາຍເຖິງ ເອກະສານທີ່ເປັນລາຍລັກອັກສອນ ຊຶງເຈົ້າຂອງສິດໄດ້ມອບສິດຂອງຕົນໃຫ້ ບຸກຄົນຫງ ຫຼື ຫຼາຍຄົນ ປະຕິບັດຫ້າທີແທນຕົນ; 15. ຜູ້ມອບສິດ ຫນາຍເຖິງ ຜູ້ຖືສິດ ຫຼື ເຈົ້າຂອງສິດຖິນກໍາເລີດທີມອບສິດຂອງຕົນ ໃຫ້ບູກຄົນຫົງ ຫຼື ຫຼາຍ ຄົນປະຕິບັດຫ້າທີແທນຕົນ ໃນການຍືນຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດ ຫຼື ດໍາເນີນການອືນຢູ່ນໍາກົມຊັບສິນທາງ ປັນຍາ;
16. ຜູ້ຕາງຫນ້າ ຫນາຍເຖິງ ທະນາຍຄວາມ ຫຼື ຕົວແທນ ທີ່ໄດ້ຮັບອະນຸຍາດຈາກເຈົ້າຂອງຖິ່ນກໍາເນີດ ໃນການ ຢືນຄໍາຮ້ອງຂໍຈົດທະບຽນຖິນກໍາເນີດ ຫຼື ດໍາເນີນການອືນຢູ່ນໍາກົມຊັບສິນທາງປັນຍາ. ມາດຕາ 4 ຂອບເຂດການນໍາໃຊ້ ໂມ o ຫ້. ຈາຫ - ຂໍຕົກລົງສະບັບນີ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບກຄົນ oo o ະ ຮ - ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕາງປະເທດ . o ທີ ພົວພັນກັບວຽກງານຖິນກໍາເນີດ ຢູ ສປປ ລາວ. ບນວດທີ 2 ການຈົດທະບຽນຖິນກໍາເນີດ ມາດຕາ 5 ເງື່ອນໄຂ ທີສາມາດໄດ້ຮັບໃບຢັ້ງຢືນຖິ່ນກໍາເນີດ ສິນຄ້າ ທີສາມາດໄດ້ຮັບໃບຢັ້ງຢືນຖິ່ນກໍາເນີດ ຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1. ສິ່ງບຶ່ງບອກໃຫ້ເຫັນທີມາຂອງສິນຄ້າ ຈາກດິນແດນ, ເຂດ ຫຼື ທ້ອງຖິນ ຂອງປະເທດໃດຫນຶ່ງ; 2. ຖິນກໍາເນີດທາງພູມສາດ ເປັນສວນສໍາຄັນເຮັດໃຫ້ສິນຄ້າມີຄຸນນະພາບ ແລະ ຊືສຽງ ຫຼື ຄຸນລັກສະນະ ອືນ. ຄຸນນະພາບ ແລະ ຊີສຽງ ຫຼື ຄຸນລັກສະນະອືນນັ້ນ ແມນອີງໃສປັດໄຈທາງທໍາມະຊາດ ທີປະກອບດ້ວຍ ສະພາບຂອງດິນ, ອາກາດ, ນ້ໍາ, ລະບົບນິເວດ, ເງື່ອນໄຂທໍາມະຊາດ ແລະ ບັດໄຈມະນຸດ ລວມທັງຄວາມຊໍານິຊໍາ ນານ ແລະ ປະສົບການຂອງຜູ້ຜະລິດ ແລະ ກໍາມະວິທີການຜະລິດ ທີມີມາແບບດັ່ງເດີມຂອງທ່ອງຖິນນັ້ນ. ສໍາລັບຖິ່ນກໍາເນີດທີບໍ່ສາມາດຈົດທະບຽນ ໄດ້ກໍານົດໄວ້ໃນມາດຕາ 25 ຂອງກົດຫນາຍ ວາດ້ວຍຊັບສິນ ທາງປັນຍາ. ມາດຕາ 6 ເງື໊ອນໄຂຂອງຜູ້ຮ້ອງຂໍຈົດທະບຽນຖິ່ນກໍາເນີດໃນ ສປປ ລາວ ຜູ້ຮ້ອງຂໍຈົດທະບຽນຖິ່ນກໍາເນີດໃນ ສປປ ລາວ ຕ້ອງມືສະຖານະເປັນສະມາຄົມ ຖິ້ນກໍາເນີດ ແລະ ປະຕຶບັດຕາມສິດ ແລະ ຫ້າທີ ທີກໍານົດໄວ້ໃນມາດຕາ 29 ຂອງຂໍ້ຕົກລົງສະບັບນີ້. ໃນກໍລະນີ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັງ ຈະຖືວາ ເປັນຜູ້ຮ້ອງຂໍຈົດທະບຽນຖິນກໍາເນີດໄດ້ ຖ້າ ຫາກສາມາດຢັ້ງຢືນຄວາມຖືກຕ້ອງຕາມເງືອນໄຂພິເສດໃດຫງຶງ ດັ່ງນີ້: 1. ເປັນພຽງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ່ງ ດຽວເທົ່ານັ້ນ ທີສົນໃຈຍືນຄໍາຮ້ອງຂໍຈົດທະບຽນຖິ່ນ ກ້າເນີດ; 2. ມີຂອບເຂດການຜະລິດສິນຄ້າຖິ່ນກໍາເນີດ ທີ່ປະກອບດ້ວຍຄຸນລັກສະນະແຕກຕາງ ຈາກພື້ນທີໃກ້ ຄຽງ ຫຼື ຄຸນລັກສະນະຂອງສິນຄ້າ ມີຄວາມແຕກຕາງຈາກສິນຄໍາທີຜະລິດໃນພື້ນທີໃກ້ຄຽງ. < ຮ້ອງຂໍຈົດທະບຽນຖິນກໍາເນີດຈາກຕາງປະເທດ ທີ ຕ້ອງການຂໍຈົດທະບຽນຖິນກໍາເນີດໃນ ສປປ ລາວ ຕ້ອງມີຫຼັກຖານຢັ້ງຢືນການປົກບ້ອງຖິນກໍາເນີດ ຢູໃນປະເທດຕົ້ນກໍາເນີດ:. e . n ສູ່ ມາດຕາ 7 ສໍານວນຄໍາຮ່ອງຂໍຈົດທະບຽນຖິນກໍາເນີດ ສໍານວນຄໍາຮ໋ອງຂໍຈົດທະບຽນຖິ່ນກໍາເນີດ ສາມາດຍືນເປັນພາສາລາວ ຫຼື ພາສາອັງກິດກໍໄດ້ ຊຶງ ປະກອບມີເອກະສານ ດັ່ງນີ້: 1. ຄໍາຮ້ອງຂໍຈົດທະບຽນຖິນກໍາເນີດ ຕາມແບບພິມຂອງກົມຊັບສິນທາງປັນຍາ;
2. ໃບມອບສິດ ທີເປັນຕົ້ນສະບັບ ໃນກໍລະນີ ທີຍືນຄໍາຮ້ອງຜານຜູ້ຕາງຫ້າ; 3. ຮູບຂອງຖິນກໍາເນີດທີຈະແຈ້ງ; 4. ບົດລາຍງານ ກຽວກັບຂົງເຂດພູມສາດ ທີຈະນໍາໃຊ້ເປັນຖິນກໍາເນີດ; 5. ສິນຄ້າທີ່ກ້ຽວຂ້ອງກັບຖິນກໍາເນີດ ແລະ ວິທີການກວດກາທີຈະນໍາໃຊ້; 6. ບົດລາຍງານ ກຽວກັບຈຸດເດັ່ນຂອງຖິ່ນກໍາເນີດ ຊຶງຜູ້ຮ້ອງຂໍຈົດທະບຽນຖິນກໍາເນີດສະເຫນີໃຫ້ເປັນ ຖິນກໍາເນີດ ແລະ ຫຼັກຖານ ເພືອສະຫັບສະຫຼນບົດລາຍງານນັ້ນ; 7. ຫຼັກຖານຢັ້ງຢືນການປົກປ້ອງຖິນກໍາເນີດ ຢູໃນປະເທດຕົ້ນກໍາເນີດ ໃນກໍລະນີທີຄາຮ່ອງຂໍຈົດ ທະບຽນນັ້ນ ໄດ້ອີງໃສການປົກປ້ອງຢູ່ຕ່າງປະເທດ; 8. ໃບຮັບເງິນຄາທໍານຽມ ແລະ ຄາບໍລິການ. ສໍານວນຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດ ແລະ ເອກະສານຄັດຕິດອືນໆ ທີຍືນເປັນພາສາອັງກິດ, ຕ້ອງ ແປເປັນພາສາລາວ (ຍົກເວັນ &, ທີ່ຢູ່ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລະ ຄໍາສັບທາງດ້ານວິຊາ ການ) ພາຍໃນ ເກົ້າສິບ ວັນ ຫຼັງຈາກທີໄດ້ຍືນຄໍາຮ້ອງ ຊຶງການແປດັ່ງກ່າວ ຕ້ອງໄດ້ຮັບການຢັ້ງຢືນຈາກບໍລິສັດ ແປພາສາທີຖືກຕ້ອງຕາມກົດບນາຍ. ຖ້າບໍ່ປະຕິບັດຕາມເງືອນໄຂດັ່ງກາວ ຄໍາຮ້ອງຈະບໍ່ ຖືກນໍາມາພິຈາລະນາ ແລະ ຖືວາສະຫຼະສິດ. ໃນກໍລະນີຊືຖິນກໍາເນີດໃດຫຶງ ຫາກບໍເປັນພາສາອັງກິດຕ້ອງໄດ້ແປເປັນພາສາລາວ ຫຼື ຕົຄວາມຫນາຍ ແລະ ການອານອອກສຽງຂອງຊືຖິ້ນກໍາເນີດນັ້ນ. ມາດຕາ 8 ເອກະສານຄຸນລັກສະນະສະເພາະຂອງຖິ່ນກໍາເນີດ ເອກະສານຄຸນລັກສະນະສະເພາະຂອງຖິນກໍາເນີດ ແມນເນື້ອໃນທີໄດ້ກໍານົດໄວ້ໃນຂໍ້ 3, 4, 5 ແລະ 6 ໃນ ມາດຕາ 7 ຂອງຂໍ້ຕົກລົງ ສະບັບນີ້ ແລະ ຕ້ອງມີຂໍ້ມູນດັ່ງນີ້: 1. ຊື່ຖິ່ນກໍາເນີດທີຂໍປົກບ້ອງ ຊຶ່ງເປັນຊືທີນໍາໃຊ້ໃນທາງການຄໍາ ຫຼື ເປັນທີຮູ້ຈັກດມາກອນແລ້ວ; 2. ຄໍາອະທິບາຍ ກຽວກັບສິນຄ່າທີ່ຮ້ອງຂໍຈົດທະບຽນຖິນກໍາເນີດ ຊຶງລວມມີວັດຖຸດິບ ,ຮູບຮາງ ລວມ ທັງ ຄຸນລັກສະນະທາງເຄມີ, ສວນປະກອບຂອງຈຸລິນຊີ ຫຼື ລົດຊາດສະເພາະຂອງສິນຄ້າຖິ່ນກໍາເນີດ (ຖ້າມີ); 3. ຄໍາອະທິບາຍ ກຽວກັບພື້ນທີ່ທາງພູມສາດທີ ໄດ້ກໍານົດ ຊຶງມີຄວາມກ່ຽວພັນຕາມທີໄດ້ລະບຸໄວ່ໃນຂໍ້ ທີ 6 ຂອງມາດຕານີ້; 4. ຫຼັກຖານທີບົ່ງບອກວາສິນຄ້າມີຕົ້ນກໍາເນີດມາຈາກພື້ນທີ ທີໄດ້ກໍານົດເປັນຖິນກໍາເນີດ; 5. ຄໍາອະທິບາຍກ່ຽວກັບວິທີ ແລະ ຂັນຕອນການຜະລິດສິນຄ່າ ທີນໍາໃຊ້ຖິນກໍາເນີດ; 6. ລາຍລະອຽດ ກຽວກັບຄວາມກຽວພັນລະຫວາງຄຸນນະພາບ, ຊື໊ສຽງ ຫຼື ລາຍລະອຽດຕາງໆຂອງ ສິນຄ້າກັບ ແຫຼ້ງທີມາທາງພູມສາດ; 7. ຊື ແລະ ທີຢູ່ຂອງຫງວຍງານກວດກາ; 8. ສິນຄ້າທີກ໊ຽວຂ້ອງກັບຖິນກໍາເນີດ ແລະ ວິທີການກວດກາ; 9. ລະບຽບການ ກ່ຽວກັບການຕິດກາບນາຍຖິ່ນກໍາເນີດແຫງຊາດໃສສິນຄ່າ.
ມາດຕາ 9 ຂັ້ນຕອນການຢືນຄໍາຮ້ອງຂໍຈົດທະບຽນຖິນກໍາເນີດ ຜູ້ຮ້ອງຂໍ ສາມາດຍືນຄໍາຮ້ອງຂໍຈົດທະບຽນຖີນກ້າເນີດ ຫຼື ຄໍາສະເຫນີຂໍຕໍ່ເວລາ ຢູ່ກົມຊັບສິນທາງປັນຍາ ຫຼື ຜານທາງເອເລັກໂຕຣນິກ ຕາມແບບພິມຂອງກົມຊັບສິນທາງປັນຍາ ໂດຍປະຕິບັດຕາມເງຶອນໄຂຕາສຸດ ທີໄດ້ ກໍານົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້. ກົມຊັບສິນທາງປັນຍາ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງລຸມນີ້: 1. ຮັບຄໍາຮ້ອງ, ໃຫ້ເລກທີ ແລະ ວັນທີຍືນຄໍາຮ້ອງ ແລະ ອອກໃບຮັບເງິນຄາທໍານຽມ ແລະ ຄາບໍລິການ ໃນກໍລະນີຄໍາຮ້ອງຫາກສອດຄອງຕາມເງືອນໄຂຕໍາສຸດ ຕາມທີກໍານົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້; 2. ໃນກໍລະນີ ຜູ້ຮ້ອງຂໍຈົດທະບຽນ ຫາກມີຈຸດປະສົງຂໍຖອນຄ່າຮ້ອງ ຫຼື ຄໍາຮ້ອງຖືກສະຫຼະສິດ ຫຼື ຖືກ ປະຕິເສດ ຈະບໍ່ມີການສົ່ງຄືນຄາທໍານຽມ ແລະ ຄາບໍລິການທີໄດ້ຈ້າຍໄປແລ້ວ. ມາດຕາ 10 ເງື່ອນໄຂຕໍາສຸດໃນການໄດ້ຮັບວັນທີຍັນຄໍາຮ້ອງ ຄີາຮ້ອງຂໍຈົດທະບຽນຖິນກໍາເນີດທີມີເງື່ອນໄຂຕໍາສຸດ ທີຈະໄດ້ຮັບວັນທີຍືນຄໍາຮ້ອງ ຕ້ອງປະກອບດ້ວຍ ເອກະສານຢ່າງຫ້ອຍທີສຸດ ຕາມທີ ໄດ້ກໍານົດໄວ້ໃນ £ 1, 3, 5 ແລະ 8 ຂອງມາດຕາ 7 ຂອງຂໍ້ຕົກລົງສະບັບນີ້, ນອກຈາກນັ້ນ ຍັງຕ້ອງມີໃບມອບສິດທີລະບູຊີ ແລະ ທີຢູ່ຂອງຜູ້ຕາງຫນ້າ ໃນກໍລະນີທີຍືນຄໍາຮ໋ອງຜານຜູ້ຕາງຫນ້າ. ຜູ້ຮ້ອງຂໍຈົດທະບຽນຖິນກໍາເນີດ ຕ້ອງສະຫນອງເອກະສານເພີ່ມເຕີມ ຫຼື ຕັດແກ້ໃຫ້ໄດ້ຕາມເງືອນໄຂຄົບ ຖ້ວນຕາມທີກໍານົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ພາຍໃນ ຫົກສິບ ວັນນັບແຕວັນອອກແຈ້ງການ ເປັນຕົ້ນໄປ; ຖ້າບໍ່ດັ່ງນັ້ນ, ໃຫ້ຖືວາສະຫຼະສິດ. ມາດຕາ 11 ຖິ້ນກໍາເນີດທີສາມາດໄດ້ຮັບໃບຢັ້ງຢືນການຈົດທະບຽນ ຖິນກໍາເນີດ ທີ້ສາມາດໄດ້ຮັບການຈົດທະບຽນ ຕ້ອງມີເງືອນໄຂຄົບຖ້ວນ ຕາມທີໄດ້ກໍານົດໄວ້ໃນ ມາດຕາ 18 ແລະ ສອດຄອງກັບມາດຕາ 25 ຂອງກົດຫາຍ ວາດ້ວຍຊັບສິນທາງປັນຍາ. ມາດຕາ 12 ການກວດສອບເຖປື້ອງຕົ້ນ ພາຍຫຼັງຮັບຄາຮ້ອງຂໍຈົດທະບຽນຖິນກໍາເນີດແລ້ວ ກົມຊັບສິນທາງປັນຍາ ຕ້ອງດໍາເນີິນການກວດສອບ ກຽວກັບຄວາມຄົບຖ້ວນ, ຄວາມຖືກຕ້ອງ ແລະ ຄວາມສອດຄອງ ຂອງສໍານວນຄໍາຮ້ອງ ຕາມທີ ໄດ້ກໍານົດໄວ້ ໃນມາດຕາ 35 ຂອງກົດເນາຍ ວາດ້ວຍຊັບສິນທາງປັນຍາ ແລະ ມາດຕາ 5, 6, 7 ແລະ 10 ຂອງຂໍ້ຕົກລົງ ສະບັບນີ້. ການກວດສອບເບື້ອງຕົ້ນ ຕ້ອງໃຫ້ສໍາເລັດພາຍໃນເວລາ ຫົກສິບ ວັນ ນັບແຕວັນຮັບສໍານວນຄໍາຮ້ອງ ຄົບຖ້ວນເປັນຕົ້ນໄປ. ກໍລະນີ ສໍານວນຄາຮ່ອງຫາກ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ຕາມເງືອນໄຂທີໄດ້ກໍານົດໄວ້ໃນມາດຕາ 7 ແລະ 8 ຂອງຂໍ້ຕົກລົງສະບັບນີ້, ກົມຊັບສິນທາງບັນຍາ ຕ້ອງແຈ້ງໃຫ້ຜູ້ຮ້ອງຂໍຈົດທະບຽນຖິນກໍາເນີດຊາບ ພາຍ ໃນ ສາມ ວັນລັດຖະການ, ຜູ້ຮ້ອງຂໍຈົດທະບຽນຖິນກໍາເນີດຕ້ອງຕອບສະຫມອງເອກະສານ ຫຼື ດັດແກ້ ໃຫ້ໄດ້ ຕາມເງືອນໄຂດັງກ່າວ ພາຍໃນ ສິບສອງ ວັນລັດຖະການ ນັບແຕມື້ອອກແຈ້ງການຂອງກົມເປັນຕົ້ນໄປ. ໃນກໍລະນີ ຜູ້ຮ້ອງຂໍຈົດທະບຽນຖິນກໍາເນີດຫາກບໍ່ສາມາດປະຕິບັດພາຍໃນກໍານົດເວລາດັງກາວ, ກົມ ຊັບສິນທາງປັນຍາ ຈະແຈ້ງເປັນລາຍລັກອັກສອນ ຫຼື ແຈ້ງຜານທາງເອເລັກໂຕຣນິກ ໃຫ້ຜູ້ຮ້ອງຂໍຊາບວາ ຄໍາ ຮ່ອງດັ່ງກາວຈະບໍ່ຖືກພິຈາລະນາ ແລະ ຖືວາສະຫຼະສິດ ແລະ ໃຫ້ຜູ້ຮ້ອງຂໍຈົດທະບຽນຖິ່ນກໍາເນີດຊາບ. ໃນກໍລະນີ ສໍານວນຄໍາຮ້ອງ ຫາກສອດຄອງຕາມເງື່ອນໄຂການກວດສອບເບື້ອງຕົ້ນ ກົມຊັບສິນທາງ ປັນຍາ ຕ້ອງເຜີຍແຜ່ຄໍາຮ້ອງຂໍຈົດທະບຽນຖິນກໍາເນີດ ລົງໃນຈົດຫນາຍເຫດທາງລັດຖະການ ກຽວກັບຊັບສິນ ທາງປັນຍາ.
ມາດຕາ 13 ການເຜີຍແຜຄາຮ້ອງ ແລະ ການສະເຫນີຂໍຄັດຄ້ານ ກົມຊັບສິນທາງປັນຍາ ຕ້ອງເຜີຍ:ແຜ່ຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດ ລົງໃນຈົດຫນາຍເຫດທາງລັດຖະ ການ ກຽວກັບຊັບສິນທາງປັນຍາ ພາຍຫຼັງສໍາເລັດການກວດສອບເບື້ອງຕົ້ນ ພາຍໃນ ສິບຫ້າ ວັນ ການເຜີຍແຜ ສໍານວນຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດ ຕ້ອງປະກອບມີຂໍ້ມູນ ດັ່ງລຸມນີ້: 1. ຊືຖີນກໍາເນີດ ທີຂໍຈົດທະບຽນ: N . ເລກທີ ແລະ ວັນທີຢືນຄ່າຮ້ອງ; ຜ . ຊື ແລະ ທີຢູ່ ຂອງຜູ້ຮ້ອງຂໍຈົດທະບຽນຖິ່ນກໍາເນີດ; - . ສິນຄ້າທີ່ ຈະນໍາໃຊ້ຖິນກໍາເນີດ; ຫ . ລາຍລະອຽດ ກຽວກັບຄຸນນະພາບ, ຊືສຽງ ຫຼື ຄຸນລັກສະນະສະເພາະຂອງສິນຄ່າຖິນກໍາເນີດ; o . ລາຍລະອຽດ ກ້ຽວກັບຄວາມກຽວພັນລະຫວາງ ຄຸນນະພາບ, ຊືສຽງ ຫຼື ຄຸນລັກສະນະສະເພາະຂອງ ສິນຄ້າ ກັບແຫຼງທີມາທາງພູມສາດ; 7. ລາຍລະອຽດກຽວກັບທີ່ຕັ່ງທາງພູມສາດ ແລະ :ເຜນທີຂອງຖິນກໍາເນີດ ທີຂໍຈົດທະບຽນ. ບຸກຄົນທີສາມ ສາມາດສະເຫນີຄັດຄ້ານຄໍາຮ້ອງຂໍຈົດທະບຽນ ຖິນກໍາເນີດຢູກົມຊັບສິນທາງບັນຍາ ຫຼື ຝານທາງເອເລັກໂຕຣນິກ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 39 ຂອງກົດຫນາຍ ວາດ້ວຍຊັບສິນທາງປັນຍາ ພາຍ ໃນເວລາ ຫົກສິບ ວັນ ນັບແຕວັນທີທີໄດ້ເຜີຍແຜລົງໃນຈົດຫນາຍເຫດທາງລັດຖະການ ກຽວກັບຊັບສິນທາງ ປັນຍາ ໂດຍປະກອບຕາມແບບພິມຂອງກົມຊັບສິນທາງປັນຍາ ພ້ອມທັງຈາຍຄາບໍລິການ. ມາດຕາ 14 ການກວດສອບເນື້ອໃນ ກົມຊັບສິນທາງປັນຍາ ຕ້ອງດ້າເນີນການກວດສອບເນື້ອໃນໂດຍອີງຕາມລະບົບຖານຂໍ້ມູນ ຂອງກົມຊັບ ສິນທາງປັນຍາ (IPAS) ແລະ ສາກົນ (WIPO Global Design Data Base) ຕາມທີໄດ້ກ້ານົດໄວ້ໃນ ມາດຕາ 40 ຂອງກົດບນາຍ ວາດ້ວຍຊັບສິນທາງປັນຍາ ເພືອພິຈາລະນາຄ່າຮ້ອງນັ້ນ ໃຫ້ສອດຄອງຕາມເງື່ອນໄຂ ທີໄດ້ກໍານົດໄວ້ໃນ 18 ແລະ 25 ຂອງກົດຫນາຍ ວາດ້ວຍຊັບສິນທາງປັນຍາ. ກົມຊັບສິນທາງປັນຍາ ຕ້ອງອອກແຈ້ງການ ໃຫ້ຜູ້ຮ້ອງຂໍຈົດທະບຽນຖິນກໍາເນີດຊາບ ກຽວກັບການ ປະຕິເສດເບື້ອງຕົ້ນການຈົດທະບຽນຖິນກໍາເນີດ ໃນກໍລະນີສໍານວນຄໍາຮ້ອງດັງກາວຫາກບໍສອດຄອງຕາມເງື່ອນ ໄຂການຈົດທະບຽນ. ຜູ້ຮ້ອງຂໍຈົດທະບຽນຖິ່ນກໍາເນີດ ຕ້ອງສະຫນອງເອກະສານ, ຂໍ້ມູນ, ຫຼັກຖານ, ຫຼື ຄ່າຊື້ແຈງ ຫຼື ຄໍາໂຕ້ ແຍ່ງ ໃຫ້ກົມຊັບສິນທາງປັນຍາ ພາຍໃນໄລຍະເວລາ ຫົກສິບ ວັນ ນັບແຕວັນທີໄດ້ອອກແຈ້ງການປະຕິເສດ ເບື້ອງຕົ້ນໄປ. ໃນກໍລະນີ ຜູ້ຮ້ອງຂໍຈົດທະບຽນຖິນກໍາເນີດ ມີເຫດຜົນພຽງພໍ ໂດຍແຈ້ງເປັນລາຍລັກອັກສອນ, ກົມຊັບສິນທາງປັນຍາ ສາມາດຕໍ່ເວລາໃຫ້ຕື້ມອີກ ສາມສິບ ວັນ ນັບແຕວັນສິ້ນສຸດແຈ່້ງການຄັ້ງທໍາອິດເປັນຕົນ ໄປ; ຖໍາບໍ່ດັ່ງນັ້ນ, ໃຫ້ຖືວາສະຫຼະສິດ. ພາຍຫຼັງທີຜູ້ຮ້ອງຂໍຈົດທະບຽນຖິນກໍາເນີດສະຫນອງເອກະສານ, ຂໍ້ມູນ ແລະ ຫຼັກຖານ ຫຼື ຄໍາຊື່ແຈງ ຫຼື ຄໍາໂຕ້ແຍ້ງ ໃຫ້ກົມຊັບສິນທາງປັນຍາແລ້ວ ແຕ່ເຫັນວາຍັງບໍ່ພຽງພໍ ກົມຊັບສິນ ທາງປັນຍາ ສາມາດຮຽກເອົາຂໍ້ມູນເພີ່ມເຕີມຈາກຜູ້ຮ້ອງຂໍຈົດທະບຽນຖິນກໍາເນີດ. ສໍາລັບຄໍາຮ້ອງຂໍຈົດທະບຽນຖິ້ນກໍາເນີດຈາກຕາງປະເທດ ກົມຊັບສິນທາງປັນຍາ ຕ້ອງກວດສອບ ຄວາມຖືກຕ້ອງຂອງຫຼັກຖານຢັ້ງຢືນການປົກປ້ອງຖິ່ນກໍາເນີດ ຢູ່ໃນປະເທດຕົ້ນກໍາເນີດ ແລະ ສອດຄອງກັບ ເງື່ອນໄຂຕາມທີກໍານົດໃວ້ໃນມາດຕາ 25 ຂອງກົດຫນາຍ ວາດ້ວຍຊັບສິນທາງປັນຍາ,
ມາດຕາ 16 ການດັດແກ່ຄໍາຮ້ອງ ໃນໄລຍະການກວດສອບ ຜູ້ຮ້ອງຂໍຈົດທະບຽນຖິ່ນກໍາເນີດ ສາມາດດັດແກ່ຄໍາຮ້ອງໄດ້, ແຕ່ຕ້ອງ ດ໊າເນີນກອນການຈົດທະບຽນ, ການສະຫຼະສິດ, ການປະຕິເສດ ຫຼື ການສັ້ນສຸດການພິຈາລະນາອຶນ ຂອງຄໍາ ຮ້ອງດັ່ງກ່າວ ຕາມທີໄດ້ກໍານົດໄວ້ໃນມາດຕາ 42 ຂອງກົດບນາຍ ວາດ໋ວຍຂັບສິນທາງປັນຍາ ໂດຍບໍ່ຕ້ອງຈາຍ ຄາທໍານຽມ ແລະ ຄາບໍລິການ ຊຶ່ງການດັດແກ້ຄໍາຮ້ອງນັ້ນ ຕ້ອງບໍ່ແມນການດັດແກ້ດັ່ງຕໍ່ໄປນີ້: 1. ການລະບູເອົາສິນຄ້າໃຫນເຂົ້າໃນຄໍາຮ້ອງ; 2. ປັບປຸງຄຸນລັກສະນະສໍາຄັນ ຫຼື ລັກສະນະສະເພາະຂອງສິນຄ້າ; 3. ປ່ຽນແປງຄວາມກ່ຽວພັນຕາມທີໄດ້ລະບຸໄວ້ໃນຂໍ້ 6 ຂອງມາດຕາ 8 ຂອງຂໍ້ຕົກລົງສະບັບນີ້; 4. ປ່ຽນແປງຊຶ ຫຼື ສວນໃດຫນຶງຂອງຊືສິນຄ້າ; 5. ການດັດແກ້ທີ່ຈະສົ່ງຜົນກະທົບຕໍ່ຂອບເຂດພື້ນທີທີຖືກກໍານົດເປັນຖິນກໍາເນິດ. ມາດຕາ 16 ການຈົດທະບຽນຖິ່ນກໍາເນີດ ກົມຊັບສິນທາງປັນຍາ ຕ້ອງອອກໃບຢັ້ງຢືນການຈົດທະບຽນຖິນກາເນີດ, ບັນທຶກຂໍ້ມຸນທີ່ກຽວຂ້ອງ ລົງໃນປຶ້ມບັນທຶກການຈົດທະບຽນ ແລະ ລະບົບຖານຂໍ້ມູນຂອງກົມຊັບສິນທາງປັນຍາ ໃນເມືອສານວນຄໍາ ຮ໋ອງສອດຄ້ອງຕາມເງື່ອນໄຂການຈົດທະບຽນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ ວາດ້ວຍຊັບສິນທາງປັນຍາ ແລະ ຂໍ້ຕົກລົງສະບັບນີ້. ມາດຕາ 17 ການເຜີຍແຜຜົນຂອງການຈົດທະບຽນຖິນກໍາເນີດ ພາຍຫຼັງການຈົດທະບຽນ ຖິນກໍາເນີດແລ້ວ ກົມຊັບສິນທາງປັນຍາ ຕ້ອງເຜີຍແຜຜົນຂອງການຈົດ ທະບຽນຖິ່ນກ້າເນີດ ລົງໃນຈົດຫນາຍເຫດທາງລັດຖະການ ກຽວກັບການຈົດທະບຽນຊັບສິນທາງປັນຍາ ຕາມ ທີ່ໄດ້ກໍານົດໄວ້ໃນມາດຕາ 44 ຂອງກົດຫນາຍ ວາດ້ວຍຊັບສິນທາງປັນຍາ. .ຜູ້ຮ້ອງຂໍຈົດທະບຽນຖິ່ນກໍາເນີດ ສາມາດສະເບນີເຖິງ ກົມຊັບສິນທາງປັ້ນຍາ ຫຼື ຜານທາງເອເລັກໂຕຣ ນິກ ເພືອດັດແກ້ຂໍ້ຜິດພາດ ແລະ ເຜີຍແຜຄືນໃບນຂໍ້ມູນທີຖືກຕ້ອງ ໂດຍບໍ່ຕ້ອງຈາຍຄາບໍລິການ ພາຍໃນ ຫົກສິບ ວັນ ນັບແຕວັນເຜີຍແຝຄັງທໍາອິດ.
ຫວດທີ 3 ການດໍາເນີນການຫຼັງການຈົດທະບຽນຖິນກໍາເນີດ ມາດຕາ 18 ການປ່ຽນແປງຂໍ້ມູນ ຫຼັງການຈົດທະບຽນຖິ່ນກໍາເນີດ ເຈົ່າຂອງຖິນກໍາເນີດ ສາມາດຍືນຄາຮ້ອງຢູ່ນໍາກົມຊັບສິນທາງປັນຍາ ເພືອປ່ຽນແປງຂໍ້ມູນກຽວກັບ ຊື, ທີ່ຢູ່ ຫຼື ຊືແລະ ທີ່ຢູ່ຂອງເຈົ້າຂອງຖິນກໍາເນີດ ຫຼື ຜູ້ຕາງຫນ້າ ຕາມແບບພິມຂອງກົມຊັບສິນທາງປັນຍາ ພ້ອມທັງ ຈາຍຄາບໍລິການ. ກົມຊັບສິນທາງປັນຍາ ຕ້ອງບັນທຶກທຸກການປ່ຽນແປງລົງໃນຖານຂໍ້ມູນຂອງກົມຊັບສິນທາງປັນຍາ, ແລະ ເຜີຍແຜ່ລົງໃນຈົດຫນາຍເຫດທາງລັດຖະການ ກຽວກັບຊັບສິນທາງປັນຍາ, ມາດຕາ 19 ການຂໍສໍາເນົາໃບຢັ້ງຢືນການຈົດທະບຽນຖິນກໍາເນີດ ເຈົ້າຂອງຖິນກໍາເນີດ ສາມາດຂໍສໍາເນົາໃບຍັງຢືນການຈົດທະບຽນຖິນກໍາເນີດ ໄດ້ ເພືອນໍາໃຊ້ເປັນຫຼັກ ຖານໃນການດ໌າເນີນຄະດີຢູ່ສານປະຊາຊົນ, ການຈົດທະບຽນຖິ່ນກ້າເນີດຢູ່ຕາງປະເທດ ແລະ ໃຊ່ແທນໃບ ຍິ່ງຢືນການຈົດທະບຽນທີເສຍຫາຍ ຫຼື ຊອກບໍ່ເຫັນ ຊຶ່ງເຈົ້າຂອງຖິນກໍາເນີດທີໄດ້ຮັບການຈົດທະບຽນ ຢູ່ກົມ ຊັບສິນທາງປັນຍາ ຫຼື ຜານທາງເອເລັກໂຕຣນິກ ຕ້ອງຍືນຄໍາຮ້ອງຕາມແບບພິມຂອງກົມຊັບສິນທາງປັນຍາ ພ້ອມທັງຈາຍຄາບໍລິການ. ມາດຕາ 20 ການດັດແກ້ພາຍຫຼັງການຈົດທະບຽນຖິນກໍາເນີດ ພາຍຫຼັງຖິນກໍາເນີດ ໄດ້ຮັບການຈົດທະບຽນແລ້ວ, ເຈົ້າຂອງຖິນກໍາເນີດ ສາມາດຍືນຄໍາຮ້ອງຂໍດັດແກ້ ຂໍ້ມູນບາງສວນຢູ່ໃນເອກະສານຄຸນລັກສະນະສະເພາະຂອງຖິ່ນກໍາເນີດ ຫຼື ດັດແກ້ບາງຂໍ້ຜິດພາດໃນສໍານວນຄໍາ ຮ໋ອງຂໍຈົດທະບຽນ ໂດຍຍືນຄໍາຮ້ອງຕາມແບບພິມຂອງກົມຊັບສິນທາງປັນຍາ ຫຼື ຜ່ານທາງເອເລັກໂຕຣນິກ ພ້ອມທັງຈາຍຄາບໍລິການ, ການດັດແກ້ດັງກາວ ແມນອະນຸຍາດໃຫ້ດັດແກ້ໄດ້ພຽງສວນຫນ້ອຍ. ໃນກໍລະນີ ທີການສະເຫນີຂໍດັດແກ້ກຽວຂ້ອງກັບການປຽນແປງຫນຶງ ຫຼື ຫຼາຍລາຍການ ໃນເອກະສານ ຄຸນລັກສະນະສະເພາະຂອງຖິນກໍາເນີດ ໃຫ້ຖືວາບໍ່ແມນການດັດແກ້ພຽງສວນຫ້ອຍ. ຖ້າຫາກກົມຊັບສິນທາງ ບັນຍາ ບໍ່ເຫັນດີຕໍ່ການສະເຫີຂໍດັດແກ້ດັ່ງກາວ ຕ້ອງແຈ້ງໃຫ້ຜູ້ຮ້ອງຂໍຈົດທະບຽນ ຖິນກໍາເນີດນັ້ນ ຍືນຄໍາຮ່ອງ ມາໃຫ ແລະ ໃຫ້ປະຕິບັດຕາມເງື໊ອນໄຂທີ່ໄດ້ກໍານົດໃວ້ໃນຫນວດ 2 ຂອງຂໍ້ຕົກລົງສະບັບນີ້. ການດັດແກ້ທີ່ບໍ່ຖ໊ວາແມນການດັດແກ້ພຽງສວນຫ້ອຍ ແມນການດັດແກ້ລາຍການດັ່ງລຸມນີ້: 1. ກຽວຂ້ອງກັບຄຸນລັກສະນະທີສໍາຄັນຂອງສິນຄ່າຖິ່ນກໍາເນີດ; 2. ຄວາມກ່ຽວພັນລະຫວາງຄຸນນະພາບ, ຊືສຽງ ຫຼື ລາຍລະອຽດຕ່າງໆຂອງ ສິນຄ້າຖິ່ນກໍາເນີດ; 3. ກຽວກັບຊື ຫຼື ສວນໃດຫຶງຂອງຊືສິນຄ່າ; 4. ເຮັດໃຫ້ມີການປ່ຽນແປງຂອບເຂດທີໄດ້ກໍານົດເປັນຖິນກໍາເນິດ. ໃນກໍລະນີ ການດັດແກ້ໃບຢັ້ງຢືນການຈົດທະບຽນຖິນກໍາເນີດທີ່ມີຂໍ້ຜິດພາດ ຊຶງເກີດຈາກກົມຊັບສິນ ທາງປັນຍາ ແມນຜູ້ຮ້ອງຂໍຈະບໍ່ໄດ້ຈາຍຄາບໍລິການ. ກົມຊັບສິນທາງປັນຍາ ຕ້ອງເຜີຍແຜຂໍ້ມູນກ່ຽວກັບການ ດັດແກ້ດັ່ງກ້າວລົງໃນຈົດຕໆນາຍເຫດທາງລັດຖະການ ກຽວກັບຊັບສິນທາງປັນຍາ.
ມາດຕາ 21 ການຍົກເລີກການຈົດທະບຽນຖິ່ນກ້າເນີດ ບຸກຄົນທິສາມ ມີສິດຍືນຄາສະເຫີຂໍຍົກເລິກການຈົດທະບຽນຖິນກ້ໍາເນີດ ພາຍໃນໄລຍະເວລາ ຫ້າ ປີ ນັບແຕວັນເຜີຍແຜລົງໃນຈົດຫນາຍເຫດທາງລັດຖະການ ກຽວກັບຊັບສິນທາງປັນຍາ ເປັນຕົ້ນໄປ ຕາມ ທີໄດ້ກໍານົດໄວ້ໃນມາດຕາ 44 ຂອງກົດບນາຍ ວາດ້ວຍຊັບສິນຫາງປັນຍາ. ການຍືນຄໍາຮ້ອງຂໍຍົກເລີກການຈົດ ທະບຽນຖິນກ້າເນີດ ໃຫ້ປະຕິບັດຕາມແບບພີມຂອງກົມຊັບສິນທາງປັນຍາ ພ້ອມທັງຈາຍຄາບໍລິການ. ກົມຊັບສິນທາງປັນຍາ ມີສິດຍົກເລີກການຈົດທະບຽນຖິນກໍາເນີດ ທີໄດ້ຮັບການປົກປ້ອງຕາມການພິ ຈາລະນາຂອງກົມ ຫຼື ຕາມການສະເຫີຂອງບຸກຄົນທີສາມໃນກໍລະນີໃດຫນຶ່ງ ດັ່ງລຸມນີ້: 1. ບໍ່ສາມາດປະຕິບັດຕາມຂໍ້ກໍານົດຂອງເອກະສານຄຸນລັກສະນະສະເພາະຂອງຖິ່ນກໍາເນີດ; 2. ບໍ່ມີສິນຄ້າຖິ້ນກໍາເນີດຈໍາຫນ່າຍໃນທ້ອງຕະຫຼາດເປັນເວລາຕໍາສຸດ ເຈັດ ປີ ນັບແຕວັນເຜີຍແຜ່ລົງໃນ ຈົດຫນາຍເຫດທາງລັດຖະການ ກຽວກັບການຈົດທະບຽນຊັບສິນທາງປັນຍາເປັນຕົ້ນໄປ; 3. ມິຫຼັກຖານພຽງບໍທີ່ເຮັດໃຫ້ເຊືອວາ ເຈົ້າຂອງຖິນກໍາເນີດ ທີໄດ້ຮັບການຈົດທະບຽນ ບໍ່ແມນເຈົ້າຂອງ ທີແທ້ຈິງ; 4. ສໍາລັບຖິນກໍາເນີດຕາງປະເທດ ທີບໍ່ໄດ້ຮັບການປົກປ້ອງ ຫຼື ສິ້ນສຸດການປົກປ້ອງ ໃນປະເທດຕົ້ນກໍາ ເນີດ ຫຼື ຢຸດນໍາໃຊ້ໃນປະເທດນັ້ນ: ກົມຊັບສິນທາງປັນຍາ ຕ້ອງແຈ໋ງໃຫ້ເຈົ້າຂອງຖິນກໍາເນີດຊາບ ໃນເມືອໄດ້ຮັບຄໍາສະເຫນີຂໍຍົກເລີກຈາກ ບຸກຄົນທີສາມ. ເຈົ້າຂອງຖິນກໍາເນີດສາມາດຍືນຄໍາຊື່ແຈງ ເຖິງກົມຊັບສິນທາງປັນຍາ ພາຍໃນເວລາ ຫົກສິບ ວັນ ນັບ ແຕວັນທີອອກແຈ້ງການຂອງກົມເປັນຕົ້ນໄປ. ໃນກໍລະນີ ເຈົ້າຂອງຖິນກໍາເນີດ ຫາກບໍ່ມິຄໍາຊື້ແຈງໃດໆ ໃຫ້ຖືວາ ເຈົ້າຂອງຖິນກໍາເນີດນັ້ນ ຍິນຍອມ ຕໍ່ຄໍາສະເຫນີຂໍຍົກເລີກການຈົດທະບຽນຖິນກໍາເນີດຂອງຕົນ. ກົມຊັບສິນທາງບັນຍາ ຕ້ອງອອກຫັງສືຍົກເລີກ ຖິ້ນກໍາເນີດ ແລະ ແຈ້ງໃຫ້ເຈົ້າຂອງຖິນກໍາເນີດຊາບ. ກົມຊັບສິນທາງປັນຍາ ຕ້ອງຍົກເລີກການຈົດທະບຽນຖິນກໍາເນີດ ໃນກໍລະນີທີ ບຸກຄົນທີສາມຫາກມີ ການຮ້ອງຟ້ອງຕໍ່ສານປະຊາຊົນ ແລະ ມິຄໍາຕັດສິນທີໃຊ້ໄດ້ຢ່າງເດັດຂາດ ໃຫ້ມີການຍົກເລີກການຈົດທະບຽນ ຖິນກໍາເນີດດັ່ງກາວ ຕາມທີໄດ້ກໍານົດໄວ້ໃນມາດຕາ 139 ຂອງກົດບນາຍ ວາດ້ວຍຊັບສິນທາງປັນຍາ. ກົມຊັບສິນທາງປັນຍາ ຕ້ອງແຈ້ງຜົນການຍົກເລີກໃບຢັ້ງຢືນການຈົດທະບຽນຖີນກໍາເນີດ ໃຫ້ເຈົ້າຂອງ ຖິນກໍາເນີດ ແລະ ບຸກຄົນທີຮ້ອງຂໍຍົກເລີກເພືອຊາບ. ກົມຊັບສິນທາງປັນຍາ ຕ້ອງບັນທຶກລົງໃນຖານຂໍ້ມູນ ແລະ ເຜີຍແຜການຍົກເລີກດັ່ງກາວ ລົງໃນຈົດ ຫນາຍເຫດທາງລັດຖະການ ກຽວກັບຊັບສິນທາງປັນຍາ.
ມາດຕາ 22 ອາຍຸການປົກປ້ອງ ., ສູ, >, ແ, ໃຈ ຖາກ oo < ອາຍຸການປົກປ້ອງຖິນກໍາເນີດ ມີຕະຫຼອດໄປ ນັບແຕວັນຍືນຄໍາຮ້ອງຂໍຈົດທະບຽນເປັນຕົ້ນໄປ ໂດຍ <າຍຄາທໍານຽມ ແລະ ຄາບໍລິການ ເທື່ອດຽວ. ມາດຕາ 23 ການສ້າງສໍານວນເອກະສານຂຶ້ນໃຫ່ ກົມຊັບສິນທາງປັນຍາ ຕ້ອງແຈ້ງໃຫ້ຜູ້ຍືນຄໍາຮ້ອງ ຫຼື ເຈົ້າຂອງສໍານວນເອກະສານ ສົ່ງສໍາເນົາເອກະສານ ທີກຽວຂ້ອງ ຫຼື ເອກະສານທີໄດ້ຕິດຕໍ່ພົວພັນກັບກົມຊັບສິນທາງປັນຍາ ພ້ອມທັງຢັ້ງຢືນຄວາມຖືກຕ້ອງ ແລະ ຄົບຖ້ວນຂອງສໍາເນົາດັງກາວ ລວມທັງເອກະສານ ຫຼື ສໍານວນເອກະສານທີກຽວຂ້ອງ ທີໄດ້ຕິດຕໍ່ພົວພັນກັບ ກົມຊັບສິນທາງປັນຍາ. ກົມຊັບສິນທາງປັນຍາ ຕ້ອງສ້າງສໍາເນົາສໍານວນເອກະສານ ຫຼື ເອກະສານອືນໆທີເສຍຫາຍ ຫຼື ສູນຫາຍ ນັ້ນຂຶ້ນມາໃຫ. ບນວດທີ 4 ກາບນາຍຖິນກໍາເນີດແຫງຊາດ ມາດຕາ 24 ກາບນາຍຖິ່ນກໍາເນີດແຫງຊາດ ກາບນາຍຖິ່ນກໍາເນີດແຫງຊາດ ແມນການພນາຍທີສ້າງຂຶ້ນ ແລະ ຄຸ້ມຄອງໂດຍກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຢັ້ງຢືນສິນຄ້າຖິນກໍາເນີດທີໄດ້ຮັບການຈົດທະບຽນແລ້ວ. ກົມຊັບສິນ ທາງປັນຍາ ຕ້ອງອອກໃບອະນຸຍາດນໍາໃຊ້ກາບນາຍຖິນກໍາເນີດແຫງຊາດ ໃຫ້ແກເຈົ້າຂອງຖິນກໍາເນີດ ທີ ປະຕິບັດຕາມເງືອນໄຂຂອງກົດບນາຍ ວາດ້ວຍຊັບສິນທາງປັນຍາ ແລະ ຂໍ້ຕົກລົງສະບັບນີ້. ມາດຕາ 25 ສິດນໍາໃຊ້ກາບນາຍຖິນກໍາເນີດແຫງຊາດ ກກກ ວະ oo R ກກ ເຈົ້າຂອງຖິນກໍາເນີດ ມີສິດຄຸ້ມຄອງ, ນໍາໃຊ້, ຜະລິດ ຫຼື ອະນຸຍາດໃຫ້ສະມາຊິກ ຂອງເຈົ້າຂອງຖິນກໍາ ເນີດ ນໍາໃຊ້ກາຫນາຍຖິນກໍາເນີດແຫງຊາດ ເພືອຕິດໃສສະຫຼາກສິນຄ້າຖິນກໍາເນີດ ທີໄດ້ຮັບການຈົດທະບຽນ. ເຈົ່າຂອງຖິນກໍາເນີດຕ້ອງອອກຂໍ້ກໍານົດ ກຽວກັບການນ້າໃຊ້ກາຫນາຍຖິນກໍາເນີດແຫງຊາດຂອງ ສະມາຊິກ. ມາດຕາ 26 ການນໍາໃຊ້ກາຫນາຍຖິ່ນກໍາເນີດແຫງຊາດ ສະມາຊິກເຈົ້າຂອງຖິນກໍາເນ໊ດ ຫີມືຈຸດປະສົງນໍາໃຊ້ກາຫນາຍຖິ່ນກໍາເນີດແຫ່ງຊາດ ຕາມທີໄດ້ລະບຸ ໄວ້ໃນມາດຕາ 22 ຂອງຂໍຕົກລົງສະບັບນີ້ ຕ້ອງຢືນຄໍາຮ້ອງຂໍອະນຸຍາດນໍາໃຊ້ກາພາຍຖິ້ນກໍາເນີດແທງຂາດ ເຖິງເຈົ້າຂອງຖິນກໍາເນີດ. ເຈົ້າຂອງຖິນກໍາເນີດ ຕ້ອງອອກໃບອະນຸຍາດນໍາໃຊ້ກາຫນາຍຖິນກໍາເນີດແຫ່ງຊາດ ໃຫ້ສະມາຊິກຂອງຕົນ ຜູ້ທີສາມາດປະຕິບັດຕາມເງືອນໄຂການນໍາໃຊ້ກາບນາຍ ຖິນກໍາເນີດແຫງຊາດ. ສະມາຊິກທີ່ໄດ້ຮັບອະນຸຍາດ ໃຫ້ນໍາໃຊ້ກາຫນາຍຖິ່ນກໍາເນີດແຫງຊາດ ຕ້ອງຕິດກາຫນາຍຖິນກໍາເນີດ ແຫ່ງຊາດ ໃສສະຫຼາກສິນຄ້າຂອງຕົນ. ນອກນັ້ນ, ຄ໊າວາ ຖິນກໍາເນີດທີໄດ້ຮັບການປົກປ້ອງ ຫຼື ຂຽນເປັນຕົວຫຍໍ ເປັນອັກສອນລາແຕັງ "/35!" ກໍສາມາດຕິດໃສສະຫຼາກໄດ້.
ມາດຕາ 27 ການຄຸ້ມຄອງກາຫນາຍຖິນກໍາເນີດແຫງຊາດ ກົມຊັບສິນທາງບັນຍາ ຕ້ອງຄຸ້ມຄອງບັນຊີລາຍຊືຂອງເຈົ້າຂອງຖິ່ນກໍາເນີດ ທີໄດ້ຮັບໃບຢັ້ງຍືນນໍາໃຊ້ ກາຫນາຍ:ຖິນກໍາເນີດແຫງຊາດ ເພື່ອເປັນຂໍ້ມູນໃຫໍແກບຸກຄົນທີສົນໃຈ. ກົມຊັບສິນທາງປັນຍາ ມີ: ມີສິດຮຽກເຈົ້າຂອງຖິ່ນກໍາເນີດມາຊີ່ແຈງ ຫຼື ສະຫນອງຂໍ້ມູນ ຫຼື ເອກະສານ ຫຼື ຫຼັກຖານອື່ນໆ ທີຈໍາເປັນໃນກໍລະນີສະມາຊິກທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ກາບນາຍຖິ້ນກໍາເນີດແຫ່ງຊາດ ຈາກ ເຈົ່າຂອງຖິນກໍາເນີດຫາກບໍ່ປະຕິບັດຕາມຂໍ້ຕົກລົງສະບັບນີ້. ກົມຊັບສິນທາງປັນຍາ ມີສິດນໍາໃຊ້ມາດຕະການ ທາງດ້ານບໍລິຫານຕໍ່ເຈົ້າຂອງຖິນກໍາເນີດ ເຊັ່ນ: 1. ຍົກເລີກໃບຢັ້ງຢືນນໍາໃຊ້ກາຫນາຍຖິນກໍາເນີດແຫງຊາດ ຂອງເຈົ້າຂອງຖິນກໍາເນີດ ແລະ ເຈົ້າຂອງ ຖິນກໍາເນີດຕ້ອງຢຸດເຊົາການນ້ໍາໃຊ້ກາບນາຍຖິ່ນກໍາເນ໊ດແຫ່ງຊາດ; 2. ຍົກເລີກການຈົດທະບຽນຖິນກໍາເນີດ ແລະ ຈະຖືວາໃບຢັ້ງຢືນນ້ໍາໃຊ້ກາບນາຍຖິນກໍາເນີດແຫ່ງຊາດ ກໍຖືກຍົກເລີກເຊັ່ນດຽວກັນ. ມາດຕາ 28 ອາຍຸການນໍາໃຊ້ກາບນາຍຖິນກໍາເນີດແຫງຊາດ ໃບອະນຸຍາດ ນໍາໃຊ້ກາຫນາຍຖິ່ນກໍາເນີດແຫງຊາດ ມີ: ມີອາຍຸ ຫນຶງ ປີ ນັບແຕ້ວັນທີອອກໃບອະນຸຍາດ. ພາຍໃນໄລຍະທີ່ການອະນຸຍາດນໍາໃຊ້ກາບນາຍຖິ່ນກໍາເນີດແຫງຊາດ ຍັງມີຜົນຢູນັ້ນ ກົມຊັບສິນທາງປັນຍາ ສາມາດໂຈະ ຫຼື ຍົກເລີກການອະນຸຍາດດັງກາວ ຫາກກວດພົບວາ ເຈົ້າຂອງຖິ່ນກໍາເນີດ ບໍ່ສາມາດປະຕິບັດຕາມ ເງື່ອນໄຂຂອງການນໍາໃຊ້ກາບນາຍຖິ່ນກໍາເນີດແຫງຊາດ. ຫນວດທີ 5 ສິດ ແລະ ຫ້າທີ ເຈົ້າຂອງຖິນກໍາເນີດ ແລະ ຫຫ່ວຍງານກວດກາ ການປະຕິບັດຄຸນລັກສະນະສະເພາະຂອງຖິນກໍາເນີດ ມາດຕາ 29 ສິດ ແລະ ຫ້າທີຂອງເຈົ້າຂອງຖິ່ນກໍາເນີດ ເຈົ່າຂອງຖີນກໍາເນີດ ເປັນຜູ້ຕາງຫນ້າໃນການປົກປ້ອງສິດ ແລະ ຜົນປະໂຫຍດ ໃຫ້ແກສະມາຊິກຂອງຕົນ ຊຶງມີສິດ ແລະ ຫນ້າທີ ດັ່ງນີ້: 1. ດໍາເນີນການ ເພືອຮັບປະກັນໃຫ້ ສິນຄ້າຖິນກໍາເນີດຂອງຕົນ ມີຄຸນນະພາບ, ມີຄວາມດັ່ງເດີມ ແລະ ຊືສຽງ ທີ່ໄດ້ຮັບການຍອມຮັບຈາກຕະຫຼາດ ດ້ວຍການຕິດຕາມການນໍາໃຊ້ຊືຂອງສິນຄ້າຖິ່ນກໍາເນີດ ໃນທາງ ການຄ້າ ແລະ ໃນກໍລະນີເກີດມີຂໍ້ຜິດພາດໃດຫນົງຕ້ອງແຈ້ງໃຫ້ກົມຊັບສິນທາງປັນຍາຊາບ;
2. ດໍາເນີນການ ເພືອຮັບປະກັນໃຫ້ຖິ່ນກໍາເນີດຂອງຕົນ ແລະ ສິດຕໍ່ຊັບສິນທາງປັນຍາ ທີກຽວຂ້ອງໄດ້ ຮັບການປົກປ້ອງຕາມກົດຫນາຍ; 3. ສໍາງຂໍ້ມູນ ແລະ ກິດຈະກໍາການໂຄສະນາໂດຍມີເປົ໋າຫນາຍເຜືອສືສານ ແລະ ປະຊາສໍາພັນໃຫ້ຜູ້ ບໍ ລິໂພກຮັບຮຸ໋ເຖິງຄຸນລັກສະນະສະເພາະ ຂອງສິນຄ່າຖິນກໍາເນີດ ຊຶ່ງເປັນການເພີ້ມມຸນຄາໃຫ້ແກສິນຄ່າ & ງກາວ; 4. ຄຸ່ມຄອງ, ຕິດຕາມ, ກວດກາສິນຄ້າຖິ່ນກໍາເນີດ ເພື່ອໃຫ້ມີຄວາມສອດຄ້ອງຕາມຂໍ້ກໍານົດທີໄດ້ ລະບຸໄວ້ໃນເອກະສານຄູນລັກສະນະສະເພາະຂອງຖິນກໍາເນີດ; 5. ດິາເນີນການ ເພື່ອປັບປຸງການດາເນີນງານຂອງເຈົ້າຂອງຖິນກໍາເນີດ ລວມມີ ການພັດທະນາ ຄວາມຊໍານານທາງເສດຖະກິດ ແລະ ວາງແຜນຍຸດທະສາດທາງການຄ້າ, ວິເຄາະ, ເຜີຍແຜຂໍ້ມູນດ່ານເສດຖະກິດ ຂອງສຶນຄ່າຖິນກໍາເນີດດັ່ງກ້າວ ແລະ ໃຫ້ຄໍາແນະນໍາແກສະມາຊິກຂອງຕົນ; 6. ດໍາເນີນການ ເພື່ອຊວຍເຜີ່ມມູນຄາໃຫ້ສິນຄ້າຖິ່ນກໍາເນີດຂອງຕົນ ໂດຍນໍາໃຊ້ມາດຕະການປົກ ປ້ອງ ຫຼື ຕອບໂຕ້ຕໍ່ມາດຕະການທີເກີດມີຄວາມສຽງ ຫຼື ສ້າງຄວາມເສຍຫາຍຕໍ່ພາບພົດຂອງສິນຄ້າ; 7. ດາເນີນການ ເພືອການປົກປ້ອງຖິນກໍາເນີດ, ມູນຄາຂອງສິນຄ້າຖິ່ນກໍາເນີດ ແລະ ອານຸລັກຄວາມ ສົມດຸນຂອງລະບົບນິເວດ ໃນຂອບເຂດທີ່ກໍານົດເປັນຖິນກໍາເນີດ ແລະ ລວມທັງການເກັບກໍາຂໍ້ມູນ ແລະ ສະຖິຕິກຽວກັບຕອງໂສ່ມູນຄາ ຂອງສິນຄ້າຖິນກໍາເນີດຂອງຕົນ; 8. ດໍາເນີນມາດຕະການຕໍ່ສະມາຊິກ ທີບໍ່ປະຕິບັດຕາມເອກະສານຄຸນລັກສະນະສະເພາະຂອງຖິນກໍາ ເນີດ ອີງຕາມການລາຍງານຂອງຫນ່ວຍງານກວດກາຖິນກໍາເນີດ ໃນມາດຕາ 28 ຂອງຂໍ້ຕົກລົງສະບັບນີ້ ດັ່ງນີ້: 1) ໃຫ້ຄໍາແນະນໍາ; 2) ກ່າວຕັກເຕືອນ; 3) Sntfinfinflfiéfiufim?n2ejmsfinn:fimfi'uxfiflnmursn:muqufinfi:us ສະເພາະຂອງຖິນກໍາເນີດ; 9. ລາຍງານຜົນການດໍາເນີນມາດຕະການ ໃນຂໍ້ 8 ຂອງມາດຕານີ້ ໃຫ້ກົມຊັບສິນທາງປັນຍາຮັບຊາບ; 10. ລາຍງານຫາກົມຊັບສິນທາງປັນຍາ ໃນກໍລະນີພົບເຫັນ ການລະເມີດລະບຽບການທີກຽວຂ່ອງກັບ ຖິນກໍາເນີດ ຂອງສະມາຊິກ ຫຼື ບຸກຄົນທີ 3.
ມາດຕາ 30 ຫຫວຍງານກວດກາການປະຕິບັດຕາມຄຸນລັກສະນະສະເພາະຂອງຖິນກໍາເນີດ ຫວຍງານກວດກາການປະຕິບັດຕາມຄຸນລັກສະນະສະເພາະຂອງ ຖິນກໍາເນີດ ແມນຫນວຍງານທີໃຫ້ ຢັ້ງຢືນວາຜູ້ດ້າເນີນການ ໄດ້ປະຕິບັດຕາມຄຸນລັກສະນະສະເພາະຂອງຖິນກໍາເນີດ ທີເຈົ້າຂອງຖິນກໍາເນີດໄດ້ກໍາ ນົດ, ຫຫ່ວຍງານຕັ່ງກາວ ເປັນຫນ່ວຍງານທີໄດ້ຮັບການອະນຸຍາດໃນການປະຕິບັດວຽກງານກວດກາ ຫຼື ຢັ້ງຢືນ ໃນ ສປປ ລາວ ຫຼື ຕາງປະເທດ ຊຶງອາດເປັນຫນວຍງານຂອງລັດ ຫຼື ເອກະຊົນທີມີຄວາມຮັບຜິດຊອບ ແລະ ເປັນກາງໂດຍມີລະບົບກວດກາທີເຊືອຖືໄດ້. ຜູ້ຮ້ອງຂໍຈົດທະບຽນຖິ່ນກໍາເນີດມີສິດເລືອກຫຟວຍງານກວດກາ ການປະຕິບັດຕາມຄຸນລັກສະນະສະເພາະຂອງຖິນກໍາເນີດ ຕາມຄວາມເຫນາະສົມ. ບຟວຍງານກວດກາການປະຕິບັດຕາມຄຸນລັກສະນະສະເພາະຂອງຖິ່ນກໍາເນີດຕ້ອງຢັ້ງຢືນວາການຜະລິດ ສິນຄ້າສອດຄອງກັບຂໍ້ກໍານົດຕາງໆ ທີໄດ້ລະບຸໄວ້ໃນເອກະສານຄຸນລັກສະນະສະເພາະຂອງຖິ່ນກໍາເນີດ. ບຟ່ວຍງານກວດກາການປະຕິບັດຕາມຄຸນລັກສະນະສະເພາະຂອງ ຖິນກໍາເນີດ ຕ້ອງສົ່ງບົດລາຍງານຜົນ ການກວດກາແຕ່ລະຄັ່ງໃຫ້ເຈົ້າຂອງຖີນກໍາເນີດ ແລະ ກົມຊັບສິນທາງປັນຍາ ໂດຍອີງຕາມລະດູການຜະລິດ ຫຼື ໃນຕອນທ່າຍຂອງບີປະຕິທິນ. ບົດລາຍງານໃດທີບໍ່ເປັນພາສາລາວ ຕ້ອງແປເປັນພາສາລາວ ພ້ອມທັງມີການ ຢັ້ງຢືນຄວາມຖືກຕ້ອງຂອງການແປຈາກພາກສວນທີ ໄດ້ຮັບອະນຸຍາດຕາມກົດບນາຍ. 11 ໃນກໍລະນີ ຜູ້ດໍາເນີນການບໍ່ປະຕິບັດຕາມເອກະສານຄຸນລັກສະນະຂອງຖິນກໍາເນີດ ຫຫວຍງານກວດກາ ການປະຕິບັດຕາມຄຸນລັກສະນະສະເພາະຂອງ ຖິນກໍາເນີດ ຕ້ອງລາຍງານກຽວກັບການບໍ່ປະຕິບັດດັ່ງກາວ ຫາ ເຈົ້າຂອງຖິນກໍາເນີດ ແລະ ລາຍງານໃຫ້ກົມຊັບສິນທາງປັນຍາຊາບ. ກົມຊັບສິນທາງປັນຍາ ສາມາດເຊີນເຈົ້າຂອງຖິນກໍາເນີດ ຫຼື ບຸກຄົນທີກຽວຂ້ອງມາໃຫ້ຄໍາອະທິບາຍ ຫຼື ເອົາຫຼັກຖານທີຊີ່ໃຫ້ເຫັນວາ ຜູ້ດ້າເນີນການບໍໄດ້ປະຕິບັດຕາມເອກະສານຄຸນລັກສະນະຂອງຖິນກ໌າເນີດ ຫຼື ໃນກໍລະນີຈໍາເປັນ, ກົມຊັບສິນທາງປັນຍາ ສາມາດຂໍຄໍາແນະນໍາຈາກຜູ້ຊຽວຂານທີກຽວຂ້ອງ ເພືອເປັນຂໍ້ມູນໃນ ການພິຈາລະນາ ແລະ ຕັດສິນບັນຫາດັງກາວ.
ຫວດທີ 6 ຈ ມ ະ .~ « o s o ການເປັນຜູ້ຕາງຫ້້າໃນການຮ້ອງຂໍຈົດທະບຽນຖິນກໍາເນີດ ແລະ ດໍາເນີນການອືນ ມາດຕາ 31 ບຸກຄົນ ທີມີສິດເປັນຜູ້ຕາງຫນ້າໃນການຮ້ອງຂໍຈົດທະບຽນຖິນກໍາເນີດ ແລະ ດໍາເນີນການອືນ ບຸກຄົນ ທີມີສິດຕາງຫ້າໃນການດ໌າເນີນການຮ້ອງຂໍຈົດທະບຽນຖິນກໍາເນີດ ແລະ ດໍາເນີນການອືນມີ ດັ່ງນີ້: > . ທະນາຍຄວາມທີ່ໄດ້ຮັບອະນຸຍາດ ໃຫ້ດໍາເນີນການທາງດ້ານກົດຫນາຍ ຢູ່ສປປ ລາວ; . ບໍລິສັດຜູ້ຕາງຫ້າບໍລິການຈົດທະບຽນຊັບສິນທາງປັນຍາ; ຜ ໄພນ . ພະນັກງານຂອງນິຕິບຸກຄົນ ຫຼື ການຈັດຕັ້ງ; > . ພົນລະເມືອງລາວທີຜູ້ຮ້ອງຂໍຈົດທະບຽນວາຈ້າງ. ສໍາລັບຜູ້ຮ້ອງຂໍຈົດທະບຽນຖິນກໍາເນີດຈາກຕາງປະເທດ ຕ້ອງຍືນຄ່າຮ້ອງຂໍຈົດທະບຽນຖິ່ນກໍາເນີດຝານ ບໍລິສັດຜູ້ຕາງຫນ້າບໍລິການຈົດທະບຽນຂັບສິນທາງປັນຍາ ຫຼື ທະນາຍຄວາມ ທີໄດ້ຮັບອະນຸຍາດໃຫ້ດໍາເນີນການ ທາງດ້ານກົດຫນາຍ ໃນ ສປປ ລາວ ເທົ່ານັ້ນ. ຜູ້ຕາງຫ້າ ຕ້ອງແມນບຸກຄົນທີໄດ້ຮັບການແຕງຕັ້ງຕາມໃບມອບສິດ ທີເຮັດເປັນລາຍລັກອັກສອນ ແລະ ມີລາຍເຊັ້ນຂອງຜູ້ຮ້ອງຂໍຈົດທະບຽນຖິນກໍາເນີດ ຫຼື ຜູ້ມອບສິດ. ກົມຊັບສິນທາງປັນຍາ ຈະຮັບຮູ້ເງືອນ ໄຂທີໄດ້ກໍານົດໄວ້ໃນໃບມອບສິດ, ເວັນເສຍແຕ່ເງືອນໄຂຂອງໃບມອບສິດ ຫາກບໍ່ສອດຄອງກັບກົດຫນາຍ ຫຼື ລະບຽບການ. ມາດຕາ 32 ການມອບສິດໃຫ້ເປັນຜູ້ຕາງຫ້າ ການມອບສິດ ໃຫ້ເປັນຜູ້ຕາາງຫ້າ ຕ້ອງກໍານົດດັ່ງລຸມນີ້: 1. ເງືອນໄຂ ແລະ ຂອບເຂດຂອງການເປັນຜູ້ຕາງຫນ້າ; 2. ສິດທິຖືກມອບບນາຍໃນການດໍາເນີນການໃດຫຶງທີກ່ຽວຂ້ອງນໍາກົມຊັບສິນທາງປັນຍາ; 3. ໄລຍະເວລາ (ຖ້າມີ); 4. ຜູ້ມອບສິດສາມາດຍົກເລີກໄດ້ທຸກເວລາ ໂດຍບໍ່ສິ່ງຜົນກະທົບຕໍ່ສິດຂອງຜູ້ຕາງຫ້າໃນການໄດ້ຮັບ ຄາຕອບແທນຈາກການບໍລິການ ແລະ ຄາໃຊ້ຈາຍຕ່າງໆທີເກີດຂຶ້ນໃນລະຫວາງການຕິດຕໍ່ພົວພັນກັບກົມຊັບ ສິນທາງປັນຍາ. ໃບມອບສິດຫນຶ໊ງຕ້ອງນໍາໃຊ້ສະເພາະແຕຄໍາຮ້ອງດຽວເທົ່ານັ້ນ. ໃນກໍລະນີໃບມອບສິດບໍ່ໄດ້ກໍານົດ ຂອບເຂດ ຫຼື ໄລຍະເວລາ ຂອງການເປັນຜູ້ຕາງຫ້າ ຫຼື ການ ດ້າເນີນການອືນ ທີກຽວຂ້ອງກັບໃບມອບສິດດັງກ້າວ ແລະ ອາຍຸຂອງໃບມອບສິດ ຖືວາສິ້ນສຸດລົງໃນເມືອທຸກ ບັນຫາທີກຽວຂ້ອງກັບຄ່າຮ້ອງດັງກາວ ຫຼື ການດໍາເນີນການອືນ ຫາກສໍາເລັດແລ້ວ, ແຕ້ບໍ່ເກີນໄລຍະເວລາ ສາມ ປີ ນັບແຕມື້ລົງລາຍເຊັນເປັນຕົ້ນໄປ.
ໃນກໍລະນີ ຜູ່ອອກໃບມອບສິດເປັນ ນິຕິບຸກຄົນ ຫຼື ການຈັດຕັງ ໃບມອບສິດຕ້ອງໄດ້ລົງລາຍເຊັນ ໂດຍຜູ້ມີສິດອໍານາດຂອງ ນິຕິບຸກຄົນ ຫຼື ການຈັດຕັງ ດັງກາວ. ບນວດທີ 7 ການຄຸ້ມຄອງ ວຽກງານຖິນກໍາເນີດ ມາດຕາ 33 ການຄຸ້ມຄອງວຽກງານຖິ່ນກໍາເນີດ ການຈັດຕັ່ງປະຕິບັດຄຸ່ມຄອງວຽກງານຖິນກໍາເນີດ ປະກອບມີ ສອງຂັ້ນ ຄື: 1. ຂັ້ນສູນກາງ ແມນ ກົມຊັບສິນທາງປັນຍາ; 2. ຂັ້ນແຂວງ ແມນ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ. ມາດຕາ 34 ສິດ ແລະ ຫ້າທີຂອງກົມຊັບສິນທາງປັນຍາ ກົມຊັບສິນທາງປັນຍາມີສິດ ແລະ ຫ້າທີ ດັ່ງນີ້: 1. ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ກຽວກັບການຄຸ້ມຄອງວຽກງານຖິນກໍາເນີດເພື່ອນໍາສະເຫີຂັ້ນເທິງ ພິຈາລະນາ; 2. ເຜີຍແຜ່ແນະນໍາຂໍ້ຕົກລົງສະບັບນີ້ ແລະ ນິຕິກໍາທີກຽວຂ້ອງກັບວຽກງານຖິນກໍາເນີດ; 3. ຮັບ ແລະ ພິຈາລະນາສໍານວນຄໍາຮ້ອງຂໍຈົດທະບຽນ, ການບັນທຶກການປ່ຽນແປງ ຊື, ທີຢູ່ ແລະ ຊື ແລະ ທີຢູ່ ກຽວກັບການຈົດທະບຽນຖິນກໍາເນີດ; A . ອອກໃບຢັ້ງຢືນ, ແຈ້ງປະຕິເສດ, ຍົກເລີກ ແລະ ອືນໆ ກຽວກັບການຈົດທະບຽນຖິນກໍາເນີດ; ຕຫ . ຄົ້ນຄວ້າ ແລະ ພິຈາລະນາ ຄໍາຊື້ແຈງຕໍ່ການແຈ້ງປະຕິເສດ ກ່ຽວກັບການຈົດທະບຽນຖິ່ນກໍາເນີດ; ຫ . ໂຈະຊົ່ວຄາວ ຫຼື ຖອນສິດນໍາໃຊ້ຖິນກໍາເນີດຢ່າງຖາວອນ; ພ . ບັນທຶກ ແລະ ເກັບຮັກສາຂໍ້ມູນ ກ່ຽວກັບ ຖິນກໍາເນີດ; ຜ . ຊຸກຍູ້ ແລະ ສົ່ງເສີມ ວຽກງານການຈົດທະບຽນຖິນກໍາເນີດ; ຜ X ຄຸ້ມຄອງກາບນາຍຖີ່ນກໍາເນີດແຫ່ງຊາດ; ະ # o~ < າກ s o 1 . ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຖິ່ນກໍາເນີດ ໃຫ້ຂັ້ນເທິງຊາບຢ່າງເປັນ ວ ປົກກະຕິ; 11. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ. ມາດຕາ 35 ສິດ ແລະ ຫ້າທີ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ . . . ອກອ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ມີສິດ ແລະ ຫນ້າທີ ດັ່ງນີ້: 1. ເຜີຍແຜແນະນໍາ ການຈັດຕັ່ງປະຕິບັດຂໍ້ຕົກລົງສະບັບນີ້ ແລະ ນິຕິກໍາ ກຽວກັບວຽກງານຖິນ ກ້າເນີດ; . o ທາ ກກ 2. ຄຸ່ມຄອງ, ຕິດຕາມ, ຊຸກຍູ່ສົ່ງເສີມເຈົ້າຂອງຖິນກໍາເນີດ; 3. ຕິດຕາມ ແລະ ກວດກາ ການນໍາໃຊ້ກາບນາຍ ຖິນກໍາເນີດແຫ່ງຊາດ; 4. ມອບຫນາຍຄວາມຮັບຜິດຊອບໃຫ້ຫ້ອງການອຸດສາຫະກໍາ ແລະ ການຄໍ້າ ເມືອງ, ນະຄອນ ຕາມ ຄວາມເຫນາະສົມ; 13
8. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຖິນກໍາເນີດ ໃຫ້ກົມຊັບສິນທາງປັນຍາ ເພືອຊາບ; 6. ນໍາໃຊ້ສິດ ແລະ ປະຕິບັດຫ້າທີອືນ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ ແລະ ລະບຽບການ. ບນວດທີ 8 ບົດບັນຍັດສຸດທ້າຍ ມາດຕາ 36 ການຈັດຕັງປະຕິບັດ ມອບໃຫ້ກົມຊັບສິນທາງປັນຍາ ປະສານສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄໍາ ເມືອງ, ນະຄອນ ແລະ ພາກສວນທີ່ກຽວຂອງ ເຜີຍແຜ ແນະນໍາ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ. ມາດຕາ 37 ຜົນສັກສິດ ຂໍ້ຕົກລົງສະບັບນີ້ ມີຜົນສັກພາຍຫຼັງລົງລາຍເຊັນ ສີສິບຫ້າ ວັນ ແລະ ໄດ້ລົງໃນຈົດຫນາຍເຫດທາງ ລັດຖະການ. ຂໍຕົກລົງສະບັບນີ ປ່ຽນແທນຂໍ້ຕົກລົງ ວາດ້ວຍຖິນກໍາເນີດ ສະບັບເລກທີ 2221/ກວຕ, ລົງວັນທີ 03 ຕຸລາ 2019/ູ້ i ມະໄລທອງ ກົມມະສິດ 14